​2010–2019
ການ​ຕັດສິນ​ໃຈຊົ່ວ​ນິລັນດອນ
ຕຸລາ 2013


ການ​ຕັດສິນ​ໃຈ​ຊົ່ວນິລັນດອນ

ການ​ໃຊ້​ອິດ​ສະລະ​ພາບ​ທີ່​ທ່ານ​ມີ​ໃນ​ທາງ​ທີ່​ສະຫລາດ ​ແມ່ນ​ສຳຄັນ​ຫລາຍ​ສຳລັບ​ຄວາມ​ເຕີບ​ໂຕ​ທາງ​ວິນ​ຍານຂອງ​ທ່ານ, ​ໃນ​ຕອນ​ນີ້ ​ແລະ ຊົ່ວ​ນິລັນດອນ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ແຕ່​ລະ​ມື້​​ເຮົາ​ຕ້ອງ​ຕັດສິນ​ໃຈ. ປະທານທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ສອນ​ເຮົາ​ວ່າ “ການ​ຕັດສິນ​ໃຈກຳນົດ​ວິຖີ​ຊີວິດ.”1 ການ​ໃຊ້​ອິດ​ສະລະ​ພາບ​ທີ່​ທ່ານ​ມີ​ໃນ​ທາງ​ທີ່​ສະຫລາດ ​ແມ່ນ​ສຳຄັນ​ຫລາຍ​ສຳລັບ​ຄວາມ​ເຕີບ​ໂຕ​ທາງ​ວິນ​ຍານຂອງ​ທ່ານ, ​ໃນ​ຕອນ​ນີ້ ​ແລະ ​ຊົ່ວນິລັນດອນ. ທ່ານ​ບໍ່​ນ້ອຍເກີນ​ໄປ​ທີ່​ຈະ​ຮຽນ, ບໍ່​​ເຖົ້າ​ແກ່​ເກີນ​ໄປ​ທີ່​ຈະ​ປ່ຽນ​ແປງ.​ ການ​ຢາກ​ຮຽນ​ຮູ້​ ​ແລະ ການ​ປ່ຽນ​ແປງ​ຂອງ​ທ່ານ​​ແມ່ນ​ມາ​ຈາກ​ຄວາມ​ພະຍາຍາມ​ສຳລັບ​ຄວາມ​ກ້າວໜ້າ​ນິລັນດອນ.2 ​ແຕ່​ລະ​ມື້​ຈະ​ນຳ​ໂອກາດ​ມາ​ໃຫ້​ ອັນ​ທີ່​ຈະ​ສະທ້ອນ​ຕໍ່​ນິລັນດອນ.

​ເຮົາ​ເປັນ​ບຸກຄົນ​ທີ່​ດຳ​ເນີນ​ໄປ​ຊົ່ວ​ນິລັນດອນ—​ເປັນລູກ​ໆທາງ​ວິນ​ຍານ​ຂອງ​ພຣະບິດາ​ເທິງ​ສະຫວັນ. ພຣະຄຳ​ພີ​ບັນທຶກ​ວ່າ “ພຣະ​ເຈົ້າ​ໄດ້​ສ້າງ​ມະນຸດ​ໃນ​ຮູບ​ລັກສະນະ​ຂອງ​ພຣະອົງ, … ພຣະອົງ​ໄດ້​ສ້າງ​ຊາຍ ​ແລະ ຍິງ​ຂຶ້ນ.”3 ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຍິນ​ກຸ່ມ​ນັກ​ຮ້ອງ​ເຍົາວະ​ຊົນ​ຮ້ອງ​ເພງ​ຊື່ວ່າ “​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.”4 ຂ້າພະ​ເຈົ້າ​ໄດ້ຄິດ​ວ່າ, “​ເປັນ​ຫຍັງຂ້າພະ​ເຈົ້າຈຶ່ງ​ບໍ່​​​​ໄດ້​ຍິນ​ຜູ້​ເປັນ​ພໍ່​ແມ່​ທີ່ຊື່ສັດ​ຮ້ອງ​ເພງ​ນີ້​ເລື້ອຍໆ?” ​ເຮົາ ທຸກ​ຄົນ ​ບໍ່​ໄດ້​ເປັນ​ລູກໆ​ຂອງ​ພຣະ​ເຈົ້າບໍ? ຕາມ​ຄວາມ​ຈິງ​ແລ້ວ, ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ສາມາດ ລົ້ມ​ເລີກ ​ການ​ເປັນ​ລູກ​ຂອງ​ພຣະ​ເຈົ້າ​ໄດ້!

​ໃນ​ຖານະ​ທີ່​ເປັນ​ລູກໆ​ຂອງ​ພຣະ​ເຈົ້າ, ​ເຮົາ​ຄວນ​ຮັກ​ພຣະອົງ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ, ​ແມ່ນ​ແຕ່​ຫລາຍ​ກວ່າ​ເຮົາ​ຮັກ​ພໍ່​ແມ່​ຂອງ​ເຮົາຢູ່​ໃນ​ໂລກ​ນີ້.5 ​ເຮົາ​ຄວນ​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ​​ເໝືອນ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ດຽວກັນ. ບໍ່​ມີ​ພຣະບັນຍັດ​ຂໍ້​ໃດ​ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ນີ້.6 ​ແລະ ​ເຮົາ​ຄວນ​ນັບຖື​ຊີວິດ​ຂອງ​ມະນຸດ ​ແຕ່​ລະ​ຊ່ວງ​ໄລຍະ​ຂອງ​ມັນ.

ພຣະຄຳ​ພີ​ສອນ​ວ່າ ຮ່າງກາຍ ​ແລະ ວິນ​ຍານ​ເປັນ​ຈິດ​ວິນ​ຍານ​ຂອງ​ມະນຸດ.7 ​ໂດຍ​ທີ່​ມີ​ສອງ​ພາກສ່ວນ, ​ທ່ານ​ແຕ່ລະຄົນ​ສາມາດ​ຂອບ​ພຣະ​ໄທ​ພຣະ​ເຈົ້າສຳລັບ​ຂອງ​ປະທານ​ອັນ​ລ້ຳຄ່ານີ້​ທີ່​ເປັນ​ຮ່າງກາຍ ​ແລະ ວິນ​ຍານ.

ຮ່າງກາຍ​ຂອງ​ມະນຸດ

ອາຊີບ​ເປັນ​ນາຍ​ໝໍຂອງ​ຂ້າພະ​ເຈົ້າ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າມີ​ຄວາມ​ນັບຖື​ຫລາຍ​ຕໍ່​ຮ່າງກາຍ​ຂອງ​ມະນຸດ. ​ໂດຍ​ທີ່​ພຣະ​ເຈົ້າ​ໄດ້​ສ້າງ​ຂຶ້ນ​ເປັນ​ຂອງ​ປະທານ​ໃຫ້​ທ່ານ, ​ມັນ​ເປັນ​ສິ່ງ​ປະຫລາດ​ໃຈ​ຫລາຍ! ​ໃຫ້​​ເຮົາຄິດ​ກ່ຽວ​ກັບ​ຕາ​ທີ່​ຫລຽວ​ເຫັນ, ຫູ​ທີ່​ໄດ້​ຍິນ, ​ແລະ ນິ້ວມື​ທີ່​​ໄດ້​ຈັບບາຍ​ທຸກ​ສິ່ງ​ທີ່​ໜ້າ​ອັດສະຈັນ​ໃຈ. ສະໝອງ​ຂອງ​ທ່ານ​ປ່ອຍ​ໃຫ້​ທ່ານ​ຮຽນ, ຄິດ, ​ແລະ ພິຈາລະນາ. ຫົວ​ໃຈ​ຂອງ​ທ່ານ​ເຕັ້ນບໍ່​ເຄີຍ​ຢຸດ​ທັງ​ກາງ​ເວັນ ​ແລະ ກາງຄືນ, ​ໂດຍ​ທີ່​ທ່ານ​ເກືອບ​ບໍ່​ຮູ້ສຶກຕົວ​ເລີຍ.8

ຮ່າງກາຍ​ຂອງ​ທ່ານ​ປ້ອງ​ກັນ​ຕົວມັນ​ເອງ. ຄວາມ​ເຈັບ​ປວດ​ຈະ​ເກີດ​ຂຶ້ນ​ເພື່ອ​ເຕືອນ​ວ່າ​ບາງ​ສິ່ງ​ຜິດ​ປົກກະຕິ ​ແລະ ຕ້ອງ​​ເອົາ​ໃຈ​ໃສ່. ຄວາມ​ປ່ວຍ​​ໄຂ້​ຈະ​ເກີດ​ຂຶ້ນ​ເປັນ​ບາງ​ຄັ້ງ, ​ແລະ ​ເມື່ອ​ມັນ​ເກີດ​ຂຶ້ນ, ສານ​ຕໍ່ຕ້ານ​ເຊື້ອ​ພະຍາດ​ຈະ​ຮວມຕົວ​ເຂົ້າກັນ​ເພື່ອ​ກຳຈັດ​ພະຍາດ.

ຮ່າງກາຍ​ຂອງ​ທ່ານ​ຈະ​ປິ່ນປົວ​ຕົນ​ເອງ. ​ມັນ​ຈະ​ປິ່ນປົວ​ບາດ​ແຜ ​ແລະ ບ່ອນ​ບວມຊ້ຳ. ກະດູກ​ທີ່ຫັກ​ກໍ​ສາມາດ​ເຂັ້ມ​ແຂງ​ຄືນ​ໃໝ່. ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ມາ​ນີ້ ​ເປັນ​ພຽງ​ຕົວຢ່າງ​ເລັກ​ນ້ອຍ​ເທົ່າ​ນັ້ນ ​ໃນ​ຮ່າງກາຍ​ທີ່ມະຫັດ​ສະ​ຈັນ ຊຶ່ງ​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້.

​​ເຖິງ​ແມ່ນ​ເປັນ​ເຊັ່ນ​ນັ້ນ, ​ເບິ່ງ​ຄື​ວ່າ ​ໃນ​ແຕ່​ລະ​ຄອບຄົວ, ຖ້າ​ຫາກ​ບໍ່​​ແມ່ນ​ແຕ່ລະຄົນ, ຈະ​ມີ​ບັນຫາ​ສຸຂະພາບ​ບາງ​ຢ່າງ​ທີ່​ຕ້ອງ​ເອົາ​ໃຈ​ໃສ່.9 ​ພຣະ​ເຈົ້າ​ໄດ້​ມອບແບບ​ແຜນ​ສຳລັບ​ການ​ອົດທົນ​ນຳການ​ທ້າ​ທາຍ​​ໃຫ້​ແລ້ວ. ພຣະອົງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ມອບ​ຄວາມ​ອ່ອນ​ແອ​ໃຫ້​ມະນຸດ ເພື່ອ​ເຂົາ​ຈະ​ໄດ້​ຖ່ອມຕົວ; … ເພາະ​ຖ້າ​ຫາກ​ເຂົາ​ຖ່ອມຕົວ​ຕໍ່ໜ້າ​ເຮົາ … ແລະ ມີ​ສັດທາ​ໃນ​ເຮົາ, ເວລາ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອນັ້ນກັບ​ມາ​ເຂັ້ມ​ແຂງ​ສຳລັບ​ເຂົາ.”10

ວິນ​ຍານ​ທີ່​ດີ​ພ້ອມ​ທຸກ​ຢ່າງ ສ່ວນ​ຫລາຍ​ແລ້ວ​ຈະ​ເຂົ້າຢູ່​ໃນ​ຮ່າງກາຍ​ທີ່​ບໍ່​ສົມ​ປະກອບ.11 ຮ່າງກາຍ​ເຊັ່ນນັ້ນ ຕາມ​ຈິງ​ແລ້ວ ສາມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວ​ໄດ້ ​ເມື່ອ​ພໍ່​ແມ່ ​ແລະ ອ້າຍ​ເອື້ອຍ​ນ້ອງ​ເຕັມ​ໃຈ​ທີ່​ຈະ​ດູ​ແລ​ຜູ້​ທີ່​​ເກີດ​ມາ​ກັບ​ຄວາມ​ຕ້ອງການ​ພິ​ເສດ.

ການ​​ເຖົ້າ​ແກ່​ຊະລາ​ກໍ​ເປັນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າຄື​ກັນ, ​ເຊັ່ນ​ດຽວ​ກັບ​ຄວາມ​ຕາຍ. ການ​ຕາຍ​ຂອງ​ຮ່າງກາຍ​ທີ່​ເປັນ​ມະຕະ​ຂອງ​ທ່ານ​ເປັນ​ສິ່ງ​ສຳຄັນ​ຫລາຍ​ຕໍ່​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ.12 ​ເປັນ​ຫຍັງ? ​ເພາະວ່າ​ຄວາມ​ຕາຍ​ຈະ​ອະນຸຍາດ​ໃຫ້​ວິນ​ຍານ​ກັບ​ຄືນ​ໄປ​ຫາ​ພຣະອົງ.13 ອີງ​ຕາມ​ທັດສະນະ​ຂອງ​ນິລັນດອນ​ແລ້ວ, ຄວາມ​ຕາຍ​ໄດ້​ມາ​ເຖິງ​ໄວ​ສຳລັບ​ຜູ້​ທີ່​ບໍ່​ທັນ​ຕຽມ​ພ້ອມ​ທີ່​ຈະ​ພົບພຣະ​ເຈົ້າ​ເທົ່າ​ນັ້ນ.

​ໂດຍ​ທີ່​ຮ່າງກາຍຂອງ​ທ່ານ​ເປັນ​ພາກສ່ວນ​ສຳຄັນ​ຕໍ່​ແຜນ​ນິລັນດອນ​ຂອງ​ພຣະ​ເຈົ້າ, ຈຶ່ງ​ເປັນສິ່ງ​ບໍ່​ປະຫລາດ​ໃຈ​ແນວ​ໃດ ທີ່​ອັກຄະ​ສາວົກ​ໂປ​ໂລ​ໄດ້​ບັນຍາຍ​ວ່າ​ມັນ​ເປັນ “ວິຫານ​ຂອງ​ພຣະ​ເຈົ້າ.”14 ທຸກ​ເທື່ອ​ທີ່​ທ່ານ​ຫລຽວ​ເບິ່ງ​ແວ່ນ​ແຍງ, ທ່ານ​ຈະ​ເຫັນ​ຮ່າງກາຍ​ຂອງ​ທ່ານ​ວ່າ​ເປັນ​ວິຫານ​ຂອງ​ທ່ານ. ນັ້ນ​ເປັນຄວາມ​ຈິງ—ທີ່​ເຮົາ​ຄວນ​ມີ​ຄວາມ​ກະຕັນຍູ​ຕໍ່​​ໃນ​ແຕ່​ລະ​ວັນ—ສາມາດ​ເປັນ​ອິດ​ທິພົນ​ໃນ​ທາງ​ທີ່​ດີ​ໃຫ້​ແກ່​ການ​ຕັດສິນ​ໃຈ​ຂອງ​ທ່ານ ທີ່​ຈະ​ດູ​ແລ​ຮ່າງກາຍ​ຂອງ​ທ່ານ​ໃນ​ທາງ​ໃດ ​ແລະ ຈະ​ໃຊ້​ມັນ​ໃນ​ທາງ​ໃດ. ​ແລະ ການ​ຕັດສິນ​ໃຈ​ເຫລົ່ານັ້ນ ຈະ​ກຳນົດ​ວິຖີ​ຊີວິດ​ຂອງ​ທ່ານ. ​ເປັນ​ແນວ​ນີ້​ໄດ້​ແນວ​ໃດ? ​ເພາະ​ວ່າ​ຮ່າງກາຍ​ຂອງ​ທ່ານ​ເປັນ​ວິຫານ​ຂອງ​ວິນ​ຍານ​ຂອງ​ທ່ານ. ​ແລະ ວິທີ​ທີ່​ທ່ານ​ໃຊ້​ມັນ​ຈະ​ກະທົບກະ​ເທືອ​ນຕໍ່​ວິນ​ຍານ​ຂອງ​ທ່ານ. ການ​ຕັດສິນ​ໃຈ​ບາງ​ຢ່າງ​ທີ່​ຈະ​ກຳນົດ​ວິຖີ​ຊີວິດ​ຂອງ​ທ່ານຊົ່ວ​ນິລັນດອນ ​ແມ່ນ​ຮ່ວມ​ທັງ:

  • • ທ່ານ​ຈະ​ເລືອກດູ​ແລ ​ແລະ ​ໃຊ້​ຮ່າງກາຍ​ຂອງ​ທ່ານ​ແນວ​ໃດ?

  • ຄຸນສົມບັດ​ທາງ​ວິນ​ຍານ​ໃດ​ແດ່​ທີ່​ທ່ານ​ຈະ​ເລືອກ​ພັດທະນາ?

ວິນ​ຍານ​ຂອງ​ມະນຸດ

ວິນ​ຍານ​ຂອງ​ທ່ານ​​ເປັນ​ຮູບ​ຮ່າງ​ທີ່​ຍືນ​ຍົງ​ຊົ່ວ​ນິລັນດອນ. ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່​ສາດສະດາ​ອັບຣາຮາມ​ວ່າ: “​ເຈົ້າ​ໄດ້​ຖືກ​ເລືອກ​ກ່ອນ​ເຈົ້າມາ​ເກີດ.”15 ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ບາງ​ສິ່ງ​ທີ່​ຄ້າຍຄື​ກັນ​ນີ້ ກ່ຽວ​ກັບ​ເຢ​ເລ​ມີ​ຢາ16 ​ແລະ ກ່ຽວ​ກັບ​ຫລາຍ​ໆ​ຄົນ.17 ພຣະອົງ​ຍັງ​ໄດ້​ກ່າວ​ກ່ຽວ​ກັບ​ທ່ານ​ຄື​ກັນ.18

ພຣະບິດາ​ເທິງ​ສະຫວັນ​ຂອງ​ທ່ານ​ໄດ້​ຮູ້ຈັກ​ທ່ານ​ເປັນ​ເວລາ​ດົນ​ນານ. ທ່ານ, ​ໃນ​ຖານະ​ທີ່​ເປັນ​ບຸດ ​ແລະ ທິດາ​ຂອງ​ພຣະອົງ, ​ໄດ້​ຖືກ​ເລືອກ​ໂດຍ​ພຣະອົງ​ໃຫ້​ມາສູ່​ໂລກ​ໃນ​ເວລາ​ນີ້​ໂດຍ​ສະເພາະ​, ​ເພື່ອ​ເປັນ​ຜູ້ນຳ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະອົງ​ຢູ່​ໃນ​ໂລກ.19 ທ່ານ​ໄດ້​ຖືກ​ເລືອກ ບໍ່ ​ພຽງ​ແຕ່​ບຸກຄະ​ລິກລັກສະນະ​ຂອງ​ຮ່າງກາຍ​ຂອງ​ທ່ານ​ເທົ່າ​ນັ້ນ, ​ແຕ່​ໄດ້​ເລືອກ​ຄຸນສົມບັດ​​ໃຫ້​ ວິນ​ຍານ​ຂອງ​ທ່ານ​ນຳ​ອີກ, ​ເຊັ່ນ ຄວາມອົງອາດ​, ຄວາມ​ກ້າຫານ, ຄວາມ​ຊື່ສັດ​ຂອງ​ໃຈ, ຄວາມ​ກະຫາຍ​ຢາກ​ຮູ້​ຄວາມ​ຈິງ, ຄວາມ​ຫິວ​ຢາກ​ໄດ້​ສະຕິ​ປັນຍາ, ​ແລະ ຄວາມ​ປາດ​ຖະໜາ​ທີ່​ຈະ​ຮັບ​ໃຊ້ຄົນ​ອື່ນ.

ທ່ານ​ໄດ້​ພັດທະນາ​ຄຸນສົມບັດບາງ​ຢ່າງ​ເຫລົ່າ​ນີ້​ກ່ອນ​ທ່ານ​ມາສູ່​​ໂລກ. ສ່ວນ​ຢ່າງ​ອື່ນໆ ທ່ານ​ພັດທະນາ​ມັນ​ຢູ່​ໃນ​ໂລກ​ນີ້20 ​ເມື່ອ​ທ່ານ​ສະ​ແຫວ​ງຫາ​ມັນ​ຢ່າງ​ບໍ່​ຫລົດ​ລະ.21

ຄຸນສົມບັດ​ທີ່​ສຳຄັນ​ທາງ​ວິນ​ຍານ​ແມ່ນ​ການຄວບ​ຄຸມ​ຕົນ​ເອງ​ໄດ້—​ການ​ເລືອກ​ທີ່​ມີ​ເຫດ​ມີ​ຜົນ ບໍ່​ແມ່ນ​ອີງ​ຕາມ​ຄວາມ​ຢາກ. ກາ​ນສາມາດ​ຄວບ​ຄຸມ​ຕົນ​ເອງ ຈະ​​ເຮັດ​ໃຫ້​ມີ​ຄວາມ​ສຳນຶກທີ່​​ແຂງ​ແກ່ນ. ​ແລະ ຄວາມ​ສຳນຶກ​ຂອງ​ທ່ານ​ຈະ​ກຳນົດ​ການ​ຕອບ​ຮັບ​​ໃນ​ເວລາ​ຫຍຸ້ງຍາກ, ຖືກ​ທົດ​ລອງ, ​ແລະ ຖືກ​ທົດ​ສອບ. ການ​ຖື​ສິນ​ອົດ​ເຂົ້າສາມາດ​ຊ່ອຍ​ວິນ​ຍານ​ຂອງ​ທ່ານ​ໃຫ້​ພັດທະນາ​ຄວາມ​ເຂັ້ມ​ແຂງ​ຕ້ານ​ທານກັບ​ຄວາມ​ຢາກທາ​ງຮ່າງກາຍ. ການ​ຖື​ສິນ​ອົດ​ເຂົ້າຈະ​ເພີ່ມ​ການ​​​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນ ​ເພາະ​ມັນ​ເນັ້ນໜັກ​ຄຳ​ອະທິຖານ​ຂອງ​ທ່ານ. ​ເປັນ​ຫຍັງ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຄວບ​ຄຸມ​ຕົນ? ພຣະ​ເຈົ້າ​ໄດ້​ປະທານ​ຄວາມ​ປາດ​ຖະໜາ​ໃຫ້​ເຮົາ​ສຳລັບ​ການ​ບຳລຸງ​ລ້ຽງ ​ແລະ ຮັກ, ສຳຄັນ​ຫລາຍ​ຕໍ່​ຄວາມ​ຢູ່​ລອດ​ຂອງຄອບຄົວ​ມະນຸດ.22 ​ເມື່ອ​ເຮົາ​ສາມາດ​ຄວບ​ຄຸມ​ຄວາມ​ຢາກ​ຂອງ​ເຮົາ​ໃຫ້​ຢູ່​ພາຍ​ໃນ​ກົດ​ຂອງ​ພຣະ​ເຈົ້າ, ​ແລ້ວ​ເຮົາ​ຈະ​ສາມາດ​ຊື່ນ​ຊົມ​ກັບ​ຊີວິດ​ທີ່​ຍືນ​ຍາວ, ມີ​ຄວາມ​ຮັກ​ຫລາຍ​ກວ່າ, ​ແລະ ມີ​ຄວາມສຸກ​ອັນ​ລົ້ນ​ເຫລືອ.23

ບໍ່​ໄດ້​ເປັນ​ສິ່ງ​ປະຫລາດ​ໃຈ​ເລີຍ, ທີ່​ການ​ລໍ້​ລວງ​ສ່ວນ​ຫລາຍ​ທີ່​ໃຫ້​ໜີ​ຈາກ​​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະ​ເຈົ້າ ມາ​ຈາກການ​ໃຊ້​ຄວາມ​ຢາກ​ທີ່​ພຣະ​ເຈົ້າປະທານ​ໃຫ້ ​ໃນ​ທາງ​ທີ່​ຜິດ. ການ​ບັງຄັບ​ຄວາມ​ຢາກ ບໍ່​ໄດ້​ເປັນ​​ເລື່ອງ​ງ່າຍ​ສະ​ເໝີ. ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ທີ່​ໃຊ້​ມັນ​ຢ່າງ​ຖືກຕ້ອງ​ທັງ​ໝົດ.24 ຄວາມ​ຜິດພາດ​ຈະ​ເກີດ​ຂຶ້ນ ​ແລະ ຈະ​ເຮັດ, ທັງ​ບາບ​ດ້ວຍ. ​ແລ້ວ​ເຮົາ​ຈະ​ເຮັດ​ແນວ​ໃດ? ​ເຮົາ​ສາມາດ​ຮຽນ​ຮູ້ຈາກ​ມັນ. ​ແລະ ​ເຮົາ​ສາມາດ​ກັບ​ໃຈ​ແທ້ໆ.25

​ເຮົາ​ສາມາດ​ປ່ຽນ​ແປງ​ການ​ປະພຶດ​ຂອງ​ເຮົາ. ຄວາມ​ປາດ​ຖະໜາຂອງ​ເຮົາ​ອາດ​ປ່ຽນ​ໄປ. ​ເປັນ​​ໄດ້​ແນວ​ໃດ? ມີ​ວິທີ​ດຽວ​ເທົ່າ​ນັ້ນ. ການ​ປ່ຽນ​ແປງ​ທີ່​ແທ້​ຈິງ—ການ​ປ່ຽນ​ແປງ​ທີ່ຖາວອນ—ສາມາດ​ມາ​​ເຖິງ​ຜ່ານ​ທາງ​ການ​ປິ່ນປົວ, ການຊຳລະ​ລ້າງ, ​ແລະ ອຳນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ.26 ພຣະອົງ​ຮັກ​ທ່ານ—ທ່ານ​ແຕ່ລະຄົນ!27 ພຣະອົງ​ປ່ອຍ​ໃຫ້​ທ່ານ​ໃຊ້​ອຳນາດ​ຂອງ​ພຣະອົງ​ເມື່ອ​ທ່ານ​ຮັກສາ​ພຣະບັນຍັດ​ຂອງ​ພຣະອົງຢ່າງ​ກະຕືລືລົ້ນ, ຢ່າງ​ພາກ​ພຽນ, ​ແລະ ຢ່າງ​ຖືກຕ້ອງ. ມັນ​ງ່າຍ ​ແລະ ​ແນ່ນອນ​​ແບບ​ນັ້ນ​ແທ້ໆ. ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ເປັນ ພຣະກິດ​ຕິ​ຄຸນ​ທີ່​ຊ່ອຍ​ໃຫ້​ເຮົາ​ປ່ຽນ​ແປງ!28

ວິນ​ຍານ​ທີ່​ເຂັ້ມ​ແຂງ​ຂອງ​ມະນຸດ, ​ໂດຍ​ທີ່​ມີ​ການ​ຄວບ​ຄຸມ​ຄວາມ​ຢາກ​, ຈະ​ສາມາດ​ຄວບ​ຄຸມ​ຄວາມ​ຮູ້ສຶກ ​ແລະ ຄວາມຫລົງ​ໄຫລ​ໄດ້ ​ໂດຍ​ທີ່​ບໍ່​ເປັນ​ທາດ​ຂອງ​ມັນ. ອິດ​ສະລະ​​ເຊັ່ນ​ນັ້ນ ​ເປັນ​ສິ່ງ​ສຳຄັນ​ຫລາຍ​ຕໍ່​ວິນ​ຍານ ​ເທົ່າ​ໆ​ກັບອັອກຊີ​ເຈນສຳຄັນ​ຕໍ່​ຮ່າງກາຍ! ການ​ມີ​ອິດ​ສະລະ​ຈາກ​ການ​ເປັນ​ທາດຂອງ​ຕົນ ​ເປັນ​ການ​ປົດ​ປ່ອຍ​ທີ່​ແທ້​ຈິງ!29

​ເຮົາ​ເປັນ​ອິດ​ສະລະ “​ທີ່​ຈະ​ເລືອກ​ເສລີ​ພາບ ແລະ ຊີວິດ​ນິລັນ​ດອນ … ​ເລືອກ​ການ​ເປັນ​ຊະ​ເລີຍ ແລະ ຄວາມ​ຕາຍ​ຕາມ​ການ​ເປັນ​ຊະ​ເລີຍ.”30 ​ເມື່ອ​ເຮົາ​ເລືອກ​ເສັ້ນທາງ​ທີ່​ສູງ​ກວ່າ ມຸ້ງ​ໄປ​ຫາ​ການ​ເປັນ​ອິດ​ສະລະ ​ແລະ ຊີວິດ​ນິລັນ​ດອນ, ​ເສັ້ນທາງນັ້ນ​ແມ່ນ​ຮ່ວມ​ດ້ວຍ​ການ​ແຕ່ງງານ.31 ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ປະກາດ​ວ່າ “ການ​ແຕ່ງງານ​ລະຫວ່າງ​ຊາຍ ​ແລະ ຍິງ ​ເປັນ​ການ​​ແຕ່ງຕັ້ງຈາກ​ພຣະ​ເຈົ້າ ​ແລະ ວ່າ​ຄອບຄົວ​ເປັນ​ຈຸດ​ໃຫຍ່​ໃຈກາງ​ຂອງ​ແຜນ​ຂອງ​ພຣະຜູ້​ສ້າງ ສຳລັບ​ວິຖີ​ຊີວິດ​ອັນ​ນິລັນດອນ​ຂອງ​ລູກໆ​ຂອງ​ພຣະອົງ.” ​ເຮົາ​ຍັງ​ຮູ້​ອີກ​ວ່າ “​ເພດ​ເປັນ​ສິ່ງ​ສຳຄັນຫລາຍຕໍ່​ການຈຳ​ແນ​ກບອກ​ໃຫ້​ຮູ້​ເຖິງ​ບຸກຄະ​ລິກລັກສະນະ​ຂອງ​ແຕ່ລະຄົນ​ຢູ່​ໃນ​ໂລກ​ກ່ອນ​ເກີດ, ​ໃນ​ໂລກ​ນີ້, ​​ໃນ​ນິລັນດອນ, ​ແລະ ​ເຖິງ​ຈຸດ​ມຸ້ງ​ໝາຍ.”32

ການ​ແຕ່ງງານ​ລະຫວ່າງ​ຊາຍ ​ແລະ ຍິງ ​ເປັນ​ພາກສ່ວນ​ພື້ນຖານ​ຕໍ່​ຄຳ​ສອນ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ສຳຄັນ​ຕໍ່​ແຜນ​ນິລັນດອນ​ຂອງ​ພຣະ​ເຈົ້າ. ການ​ແຕ່ງງານ​ລະຫວ່າງ​ຊາຍ ​ແລະ ຍິງ ​ເປັນ​ແບບ​ແຜນ​ຂອງ​ພຣະ​ເຈົ້າ ສຳລັບ​ຊີວິດ​ອັນ​ບໍລິບູນ​ຢູ່​ໃນ​ໂລກ​ນີ້ ​ແລະ ​ໃນ​ສະຫວັນ. ​ຈະ​ໃຊ້​ແບບ​ແຜນ​​ການ​ແຕ່ງງານ​ຂອງ​ພຣະ​ເຈົ້າ​ໃນ​ທາງ​ທີ່​ຜິດ​ບໍ່​ໄດ້, ຫລື​​ເຂົ້າ​ໃຈ​ຜິດ, ຫລື ​ແປ​ຄວາມໝາຍ​ຜິດ​ບໍ່​ໄດ້.33 ຈະ​ໃຊ້​ມັນ​ແບບ​ນັ້ນບໍ່​ໄດ້ຖ້າ​ຫາກ​ທ່ານ​ຢາກ​ມີ​ຄວາມສຸກ​ທີ່​ແທ້​ຈິງ. ​ແບບ​ແຜນການ​ແຕ່ງງານ​ຂອງ​ພຣະ​ເຈົ້າປົກ​ປ້ອງ​ອຳນາດ​ທີ່​ສັກສິດ​ຂອງ​ການ​ໃຫ້ກຳ​ເນີ​ດ ​ແລະ ຄວາມສຸກ​ໃນ​ຄວາມ​ສຳພັນ​ຂອງ​ການ​ແຕ່ງງານ​ທີ່​ແທ້​ຈິງ.34 ​ເຮົາ​ຮູ້​ວ່າ ອາ​ດາມ ​ແລະ ​ເອວາ ​ໄດ້​ແຕ່ງງານ​ກັນ​ໂດຍ​ພຣະ​ເຈົ້າ ກ່ອນ​ເຂົາ​ເຈົ້າປະສົບ​ກັບ​ຄວາມສຸກ​ຂອງ​ການ​ເປັນ​ສາມີ​ພັນ​ລະ​ຍາ.35

​ໃນ​ວັນ​ເວລາ​ຂອງ​ເຮົາ, ຝ່າຍ​ລັດຖະບານ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍກັບ​ການ​ປົກ​ປ້ອງການ​ແຕ່ງງານ ​ເພາະ​ຄອບຄົວ​ທີ່​ເຂັ້ມ​ແຂງຈະ​ກໍ່ຕັ້ງວິທີ​ທີ່​ດີ​ທີ່​ສຸດ​ໃນ​ການຈັດ​ຫາ​ໃຫ້​ສຸຂະພາບ, ການ​ສຶກສາ, ສະຫວັດ​ດີກາ​ນ, ​ແລະ ຄວາມ​ຈະ​ເລີ​ນກ້າວໜ້າ​ຂອງ​ຄົນ​ລຸ້ນ​ໃໝ່.36 ​ແຕ່​ຝ່າຍ​ລັດຖະບານ​ກໍ​ຍັງ​ຕົກ​ຢູ່​ໃນ​ອິດ​ທິພົນຂອງ​ແນວ​ໂນ້ມຂອງ​ສັງຄົມ ​ແລະ ​ໂລກ​ຢູ່ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າຂຽນ, ດັດ​ແປງ, ​ແລະ ນຳ​ໃຊ້​ກົດໝາຍ. ບໍ່​ວ່າ​ກົດໝາຍຂອງ​ບ້ານ​ເມືອງ​ຈະ​ເປັນ​ແນວ​ໃດກໍ​ຕາມ, ຄຳ​ສອນ​ຂອງ​ພຣະຜູ້​ເປັນ​ເຈົ້າກ່ຽວ​ກັບ​ການ​ແຕ່ງງານ ​ແລະ ສິນ​ທຳ ບໍ່​ສາມາດ​ປ່ຽນ​ແປງ.37 ຈົ່ງ​ຈື່​ຈຳ​ໄວ້​ວ່າ: ບາບ, ​ເຖິງ​ແມ່ນ​ມະນຸດ​ຖື​ວ່າ​ບໍ່​ຜິດກົດໝາຍ, ກໍ​ຍັງ​ເປັນ​ບາບ​ໃນ​ສາຍພຣະ​ເນດຂອງ​ພຣະ​​ເຈົ້າຢູ່​ຄື​ເກົ່າ!

​ໃນ​ຂະນະ​ທີ່​ເຮົາຕ້ອງ​ເອົາ​ແບບຢ່າງ​ຂອງ​ຄວາມ​​ກະລຸນາ ​ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ໃນ​ຂະນະ​ທີ່​ເຮົາ​ນັບຖື​ສິດ ​ແລະ ຄວາມ​ຮູ້ສຶກ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ, ​ເຮົາ​ກໍ​ບໍ່​ສາມາດ​ປ່ຽນ​ຄຳ​ສອນ​ຂອງ​ພຣະອົງ. ມັນ​ບໍ່​ແມ່ນ​ຂອງ​ເຮົາ​ທີ່​ຈະ​ປ່ຽນ. ຄຳ​ສອນ​ຂອງ​ພຣະອົງ​ແມ່ນ​ມີ​ໃຫ້​ເຮົາ​ເພື່ອ​ສຶກສາ, ​ເຂົ້າ​ໃຈ, ​ແລະ ຍຶດຖື.

ວິທີ​ທາງຊີວິດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ແມ່ນ​ຄວາມ​ດີ. ວິທີ​ທາງຂອງ​ພຣະອົງ​ແມ່ນ​ຮ່ວມ​ດ້ວຍ​ພົມມະຈັນ ກ່ອນ​ການ​ແຕ່ງງານ ​ແລະ ຄວາມຊື່ສັດ​ບໍລິສຸດ​ໃນ​ການ​ແຕ່ງງານ.38 ວິທີ​ທາງຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ​ເປັນ​ພຽງ​ວິທີ​ດຽວ​ເທົ່າ​ນັ້ນສຳລັບ​ເຮົາ​ທີ່​ຈະ​ປະສົບ​ຄວາມສຸກ​ອັນ​ຍາວ​ນານ. ວິທີ​ທາງຂອງ​ພຣະອົງ​ນຳ​ຄວາມ​ປອບ​ໂຍນ​ອັນ​ໝັ້ນຄົງ​ມາ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ ​ແລະ ຄວາມ​ສະຫງົບ​ອັນ​ຕໍ່​ເນື່ອງ​ມາ​ໃຫ້​ບ້ານ​​ເຮືອນ​ຂອງ​ເຮົາ. ​ແລະ ດີກ​ວ່າ​ໝູ່​ໝົດ, ວິທີ​ທາງຂອງ​ພຣະອົງຈະນຳພາ​ເຮົາ​ກັບບ້ານ ຄືນ​ຫາ​ພຣະອົງ ​ແລະ ພຣະບິດາ​ເທິງ​ສະຫວັນ, ​ໄປ​ສູ່​ຊີວິດ​ນິລັນດອນ ​ແລະ ຄວາມ​ສູງ​ສົ່ງ.39 ນີ້​ຄື​ສິ່ງ​ສຳຄັນ​ທີ່​ສຸດ​ຂອງ​ວຽກ​ງານ ​ແລະ ລັດສະໝີ​ພາບ​ຂອງ​ພຣະ​ເຈົ້າ.40

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ​ແຕ່​ລະ​ມື້​ເປັນ​ມື້​ທີ່​ຕ້ອງ​ຕັດສິນ​ໃຈ, ​ແລະ ການ​ຕັດສິນ​ໃຈ​ຂອງ​ເຮົາ​ຈະ​ກຳນົດ​ວິຖີ​ຊີວິດ​ຂອງ​ເຮົາ. ມື້ໜຶ່ງ​ເຮົາ​ແຕ່ລະຄົນ​ຈະ​ຢືນ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໃນ​ການ​ພິ​ພາກ​ສາ.41 ​ເຮົາ​ທຸກ​ຄົນ​ຈະ​ໄດ້​ຖືກ​ສຳພາດ​ເປັນ​ສ່ວນ​ຕົວ​ນຳພຣະ​ເຢຊູຄຣິດ.42 ​ເຮົາ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ການ​ຕັດ​ສິນ​ໃຈ​ທີ່​ເຮົາ​ໄດ້​ເຮັດ​ກ່ຽວ​ກັບ​ຮ່າງກາຍຂອງ​ເຮົາ​, ຄຸນສົມບັດຂອງ​ເຮົາ, ​ແລະ ວິທີ​ທີ່​ເຮົາ​ໃຫ້​ກຽດ​ແກ່​ແບບ​ແຜນ​ຂອງ​ພຣະ​ເຈົ້າສຳລັບ​ການ​ແຕ່ງງານ ​ແລະ ຄອບຄົວ. ຂໍ​ໃຫ້​ເຮົາ​ຈົ່ງເລືອກ​ຕັດສິນ​ໃຈ​ຢ່າງ​ສະຫລາດ​ໃນ​ແຕ່​ລະ​ວັນ​ຊົ່ວ​ນິລັນດອນ ນັ້ນຄື​ຄຳ​ອະທິຖານ​ຢ່າງ​ຈິງ​ໃຈ​ຂອງ​ຂ້າພະ​ເຈົ້າ ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫ​ລ່ງອ້າງ​ອີງ

  1. Thomas S. Monson, “Decisions Determine Destiny” (Church Educational System fireside, Nov. 6, 2005), 3; speeches.byu.edu.

  2. ຄວາມ​ຄິດ​ກ່ຽວ​ກັບ​ການ​ກ້າວ​​ໄປ​ຂ້າງ​ໜ້າ​ກ່ຽວ​ກັບ​ນິລັນດອນ​ແມ່ນ​ບອກ​ໄວ້​ຢ່າງ​​ແຈ່ມ​ແຈ້ງ​ໂດຍ ດັບ​ເບິນ​ຢູ ດັບ​ເບິນ​ຢູ ​ແຟວສ໌ ຢູ່​ໃນ​​ເນື້ອ​ເພງ​ສວດ​ຂອງ​ເພິ່ນ​ຊື່ວ່າ “If You Could Hie to Kolob” ​ແປ​ວ່າ ຖ້າ​ຫາກ​ທ່ານ​ສາມາດ​ລີ້​ຢູ່​ໃນ​ຄາ​ລົບ (Hymns, no. 284). ວັກ​ທີ 4 ອ່ານ​ວ່າ: “ບໍ່​ມີ​ທີ່​ສຸດ​ສຳລັບ​​ຄຸນ​ນະ​ທຳ; / ບໍ່​ມີ​ທີ່ສຸດ​ສຳລັບ​ຄວາມ​ກ້າຫານ; / ບໍ່​ມີ​ທີ່​ສຸດ​ສຳລັບ​ສະຕິ​ປັນຍາ; / ບໍ່​ມີ​ທີ່​ສຸດ​ສຳລັບ​ຄວາມ​ສະຫວ່າ​ງ. / ບໍ່​ມີ​ທີ່​ສຸດ​ສຳລັບ​ການ​ເຕົ້າ​ໂຮມ​ກັນ; / ບໍ່​ມີ​ທີ່​ສຸດ​ສຳລັບ​ຄວາມ​ໜຸ່ມ​ແໜ້ນ; / ບໍ່​ມີ​ທີ່​ສຸດ​ສຳລັບ​ຖານະ​ປະ​ໂລຫິດ; / ບໍ່​ມີ​ທີ່​ສຸດ​ສຳລັບ​ຄວາມ​ຈິງ.” ວັກ​ທີ 5 ສະຫລຸບ​ວ່າ: “ບໍ່​ມີ​ທີ່​ສຸດ​ສຳລັບ​ລັດສະໝີ​ພາບ; / ບໍ່​ມີ​ທີ່​ສຸດ​ສຳລັບ​ຄວາມ​ຮັກ; / ບໍ່​ມີ​ທີ່​ສຸດ​ສຳລັບ​ການ​ເປັນ​ຢູ່; / ບໍ່​ມີ​ຄວາມ​ຕາຍ​ຢູ່​ເບື້ອງ​ເທິງ.”

  3. ປະຖົມ​ມະ​ການ 1:27; ​ເບິ່ງ ​ໂກ​ໂລ​ຊາຍ 3:10; ​ແອວ​ມາ 18:34; ອີ​​ເທີ 3:15; ​ Moses 6:9 ນຳ​ອີກ.

  4. “​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ​ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ​ເລກທີ 64.

  5. ​ເບິ່ງ ມັດ​ທາຍ 10:37.

  6. ​ເບິ່ງ ມາຣະ​ໂກ 12:30–31.

  7. ​ເບິ່ງ Doctrine and Covenants 88:15.

  8. ລະບົບ​ການຢ່າງ​ໜຶ່ງ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້ແມ່ນ​ກ່ຽວ​ກັບ​ການ​ດຳ​ເນີນ​ງານ​ຂອງ​ຮ່າງກາຍ.​ ​ເຊັ່ນ​ທາດ​​ເຄັມ, ​ໂພ​ຕາ​ຊຽມ, ຄາວ​ຊຽມ ​ແລະ ສານ​ປະກອບ​ເຊັ່ນ​ນ້ຳ, ນ້ຳຕານ, ​ໂປ​ຣຕິນ ​ແມ່ນ​ສຳຄັນ​ຫລາຍ​ສຳລັບ​ການ​ມີ​ຊີວິດ​ຢູ່.​ ຮ່າງກາ​ຍຕ້ອງ​ຈັດການ​ກັບ​ທາດ​ແກ໊ສ ​ເຊັ່ນ​ອັອກຊີ​ເຈນ ​ແລະ ຄາບ​ອນ ​ໄດ​ອ໊ອກຊາຍ.​ ມັນ​ສ້າງນ້ຳຕ່ອມ​ເຊັ່ນ ອິນ​ຊິວ​ລິນ, ອາ​ເດຣນາ​ລິນ, ​ແລະ ​ໄຕ​ໂຣຊິນ. ລະດັບຂອງ​ສິ່ງ​ເຫລົ່າ​ນີ້ ​ແລະ ຢ່າງ​ອື່ນໆ​ໃນ​ຮ່າງກາຍ​​ເຄື່ອນ​ໄຫວ​ຢ່າງ​ອັດຕະ​ໂນ​ມັດ​ພາຍ​ໃນ​ຂອບ​ເຂດ. ມີຄວາມ​ສຳພັນ​ຂອງ​ການ​ເກີດ​ຂຶ້ນລະຫວ່າງ​ຕ່ອມ ​ແລະ ຮ່າງກາຍ. ຍົກ​ຕົວຢ່າງ, ຕ່ອມ​ໃຕ້​ສະໝອງ​ແຜ່ນ້ຳຕ່ອມ​ເພື່ອ​ກະ​ຕຸ້ນ​ເປືອກ​ທີ່ຢູ່​ໃກ້​ໝາກ​ໄຂ່ຫລັງ ​​ໃຫ້​ຜະລິດນ້ຳຕ່ອມ​​​. ນ້ຳຕ່ອມ​ຂອງ​ເປືອກ​ສະ​ໝອງກັນການ​ລະບາຍ​ນ້ຳຕ່ອມ​ໃຕ້​ສະໝອງ ​ແລະ ທັງ​ສອງ​ກໍ​ທຳ​ງານ​ສັບ​ປ່ຽນ​ກັນ. ທຳ​ມະດາ​ແລ້ວອຸນຫະພູມ​ຂອງ​ຮ່າງກາຍ​ຈະ​ເປັນ 98.6˚F ຫລື 37˚C, ບໍ່​ວ່າ ​ເຮົາ​ຈະ​ຢູ່​ກາງ​ໂລກ​ບ່ອນ​ຮ້ອນ ຫລື ຂວ້ານ​ໂລກ​ເໜືອ​ກໍ​ຕາມ.

  9. ບາງ​ອາການ​ອາດ​ສາມາດ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ; ບາງ​ອາການຢູ່​ຂ້າງ​ໃນ. ບາງ​ອາການ​ເປັນ​ກຳມະພັນ; ບາງ​ອາການ​​​ແມ່ນ​ເກີດ​ຂຶ້ນ​ເອງ. ບາງ​ຄົນມີ​​ໂນ້ມອຽງ​ຕໍ່​ມະ​ເລັງ, ບາງ​ຄົນ​​ແພ້ສານ​ເຄມີ, ​ແລະ ອື່ນໆ. ​ເຮົາ​ແຕ່ລະຄົນ​ສາມາດຮູ້ສຶກ​ໄວ​ກ່ຽວ​ກັບ​ຄວາມ​ອ່ອນ​ແອ​ຂອງ​ຕົນ ​ແລະ ຮຽນ​ຮູ້​ດ້ວຍ​ຄວາມ​ຖ່ອມ​ຕົນ​ເຖິງ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າຈະ​ສອນ, ວ່າຄວາມ​ອ່ອນ​ແອ​ຈະ​ກາຍ​ເປັນຄວາມ​ເຂັ້ມ​ແຂງ.

  10. ອີ​ເທີ 12:27.

  11. ອາການ​ບາງ​ຢ່າງ​ຈະ​ບໍ່​ຫາຍ​ດີ​ເປັນ​ປົກກະຕິ​ຈົນ​ກວ່າ​ການ​ຟື້ນ​ຄືນ​ຊີວິດ, ​ເມື່ອ “ທຸກ​ຢ່າງ​ຈະ​ຖືກ​ນຳ​ກັບ​ຄືນ​ຫາ​ໂຄງ​ຮ່າງ​ອັນ​ຖືກຕ້ອງ ແລະ ສົມບູນ​ຂອງ​ມັນ” (​ແອວ​ມາ 40:23).

  12. ​ເບິ່ງ ​ແອວ​ມາ 42:8.

  13. ​ຜູ້​ແຕ່ງ​ເພງ​ສັນລະ​ເສີນ​​ໄດ້​ຂຽນວ່າ, “​ເມື່ອ​ຜູ້​ໜຶ່ງ​ຂອງ​ປະຊາຊົນ​ຂອງ​ພຣະ​ເຈົ້າຕາຍ​ໄປ ພຣະອົງ​ກໍ​ໂສກ​ເສົ້າ​ເສຍ​ໃຈ​ຫລາຍ” (​ເພງ​ສັນລະ​ເສີນ 116:15). ການ​ຕາຍ​ມີຄ່າ​ຫລາຍ ​ເພາະ​ມັນ​ເປັນ “ການ​ກັບ​ບ້ານ” ສຳລັບ​ໄພ່​ພົນ​ຂອງ​ພຣະຜູ້​ເປັນ​ເຈົ້າ.

  14. 1 ​ໂກຣິນ​ໂທ 3:16; ​ເບິ່ງ 6:19 ນຳ​ອີກ.

  15. ເບິ່ງ Abraham 3:23.

  16. ​ເບິ່ງ ​ເຢ​ເລມີ​ຢາ 1:5.

  17. ​ເບິ່ງ ​ແອວ​ມາ 13:2–3.

  18. ​ເບິ່ງ Doctrine and Covenants 138:55–56.

  19. ​ເບິ່ງ ​ແອວ​ມາ 13:2–3; Doctrine and Covenants 138:38–57.

  20. ຄຸນສົມບັດ​ດັ່ງ “ສັດທາ, ຄຸນ​ນະ​ທຳ, ຄວາມ​ຮູ້​ແຈ້ງ, ການ​ຄວບຄຸມ​ຕົນ, ຄວາມ​ອົດທົນ, ຄວາມ​ເມດ​ຕາ​ສັນ​ພີ່ນ້ອງ, ຄວາມ​ເປັນ​ຢ່າງພຣະ​ເຈົ້າ, ຄວາມ​ໃຈ​ບຸນ, ຄວາມ​ຖ່ອມ​ຕົນ, [​ແລະ] ຄວາມ​ພາກ​ພຽນ” (​ເບິ່ງ Doctrine and Covenants 4:6) ​ເປັນ​ຂອງ​ປະທານ​ບາງ​ຈຳນວນ​ທີ່​ເຮົາ​ສາມາດ​ພັດທະນາ ​ແລະ ​ໄດ້​ຮັບ. ຄວາມ​ກະຕັນຍູ​ເປັນ​ຄຸນ​ສົມບັດທາງ​ວິນ​ຍານ​ຢ່າງ​ໜຶ່ງ​ທີ່​ສາມາດ​ພັດທະນາ​​ໄດ້. ຄວາມ​ກະຕັນຍູ​ຈະ​ຫລໍ່​ຫລອມ​ອາລົມ ​ແລະ ຜົນງານ. ​ເມື່ອ​ທ່ານ​​ໄດ້ “​ເກີດ​​ໃໝ່​ຈາກ​ພຣະ​ເຈົ້າທາງ​ວິນ​ຍານ,” ​ແລ້ວ​ທ່ານ​ຈະ​ໄດ້​ຮັບລັກສະ​ນະ​ຂອງ​ພຣະອົງ​ຢູ່​ໃນ​ໃບ​ໜ້າ​ຂອງ​ທ່ານ (​ເບິ່ງ ​ແອວ​ມາ 5:14).

  21. ​ເບິ່ງ 1 ​​ໂກຣິນ​ໂທ 12; 14:1–12; ​ໂມ​ໂຣ​ໄນ 10:8–19; Doctrine and Covenants 46:10–29.

  22. ບາງ​ຄົນ​ຄິດ​ຢາກກິນ​ຫລາຍ​ເກີນ​ໄປ. “ຜູ້​ຄົນ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ໂລກ​ມີນ້ຳໜັກ​ເກີນ​ຂອບ​ເຂດ, ຢ່າງ​ໜ້ອຍ 2.8 ຄົນ​ໄດ້​ຕາຍ​ໄປ​ເພາະ​ການ​ມີນ້ຳໜັກ​​ເກີນ​ຂອບ​ເຂດ” (“10 Facts on Obesity,” World Health Organization, Mar. 2013, www.who.int/features/factfiles/obesity/en). ບາງ​ຄົນ​ກໍ​ກິນ​ໜ້ອຍ​ເກີນ​ໄປ. ຄວາມ​ບໍ່​ຢາກ​ເຂົ້າ ​ແລະ ຄວາມ​ຢາກກິນ​ຫລາຍ​ເກີນ​ໄປ ​ໄດ້​ເຮັດ​ໃຫ້​ຫລາຍ​ຊີວິດ, ການ​ແຕ່ງງານ, ​ແລະ ຄອບຄົວ​ຈິບຫາຍ. ​ແລະ ບາງ​ຄົນ​​ເກີດ​ຕັນຫາ​ໜ້າ​ມືດ​ໃນ​ທາງ​ທີ່​ພຣະຜູ້​ສ້າງ​ຕ້ອງ​ຫ້າມ. ມີ​ຄຳ​ອະທິບອກ​ໄວ້​ຢ່າງ​ແຈ່ມ​ແຈ້ງ​ຢູ່​ໃນ Handbook 2: Administering the Church, ຊຶ່ງ​ກ່າວ​ວ່າ: “ກົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລື່ອງ​ກົດ​ພົມມະຈັນ​ແມ່ນ​ສັ່ງ​ຫ້າມ​ບໍ່​​ໃຫ້​ຮ່ວມ​ສຳພັນ​ທາງ​ເພດ​ນອກ​ການ​ແຕ່ງງານ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ແລ​ະ ​ໃຫ້​ຊື່ສັດ​ຕໍ່​ກັນ. … ການ​ຫລິ້ນ​ຊູ້, ການ​ລ່ວງ​ປະ​ເວນີ, ການ​ມັກຊອບ​ເພດ​ດຽວ​ກັນ, ​ແລະ ຢ່າງ​ໃດ​ກໍ​ຕາມ​ທີ່​ຊົ່ວ​ຮ້າຍ, ຜິດ​ທຳ​ມະ​ຊາດ, ຫລື ການ​ປະຕິບັດ​ທີ່​ບໍ່​ບໍລິສຸດ ​ເປັນ​ການ​ເຮັດ​ບາບ.” ປຶ້ມຍັງ​ອ້າງ​​ເຖິງ​ອີກ​ວ່າ: “ການ​ຮ່ວມ​ເພດ​ກັບ​ເພດ​ດຽວ​ກັນ​​ເປັນ​ການ​ລ່ວງ​ລະ​ເມີດ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ, ມັນ​ຂັດ​ກັບ​ຈຸດປະສົງ​ຂອງ​ການ​ຮ່ວມ​ສຳພັນ​ທາງ​ເພດ​ຂອງ​ມະນຸດ, ​ແລະ ກີດ​ກັນ​ຜູ້​ຄົນ​ຈາກ​ການ​ໄດ້​ຮັບ​ພອນ​ທີ່​ສາມາດ​ພຽງ​ແຕ່​ພົບ​ເຫັນ​ໄດ້​ໃນ​ຊີວິດ​ຂອງ​ຄອບຄົວ ​ແລະ ​ໃນ​ພິທີການ​ຊ່ອຍ​ໃຫ້​ລອດ​ຂອງ​ພຣະກິດ​ຕິ​ຄຸນ​ເທົ່າ​ນັ້ນ. … ​ໃນ​ຂະນະ​ທີ່​ຕ້ານ​ກັບ​ການ​ຮ່ວມ​ເພດ​ກັບ​​ເພດ​ດຽວ​ກັນ, ສາດສະໜາ​ຈັກ​ໄດ້​ເອື້ອມອອກ​ໄປດ້ວຍ​ຄວາມ​ເຂົ້າ​ໃຈ​ ​ແລະ ມີ​ຄວາມ​ນັບຖື​ຕໍ່​ຄົນ​ທີ່ສົນ​ໃຈ​ກັບ​ເພດ​ດຽວ​ກັນ” ([2010], 21.4.5; 21.4.6).

  23. ​ເບິ່ງ 1 ​ໂກຣິນ​ໂທ 6:9–20; ຢາ​ໂກ​ໂບ 1:25–27; Doctrine and Covenants 130:20–21. ​ແລະ ​ເຮົາ​ຄວນ​ຈື່​ຈຳ​ສະ​ເໝີ​ວ່າ “ມະນຸດ​ເປັນ​ຢູ່, ​ເພື່ອ​ເຂົາ​ຈະ​ມີ​ຄວາມສຸກ” (2 ນີ​ໄຟ 2:25).

  24. ຊີວິດມະຕະ​ເປັນ​ຊ່ວງ​ໄລຍະ​ແຫ່ງ​ການ​ທົດ​ສອບ, ດັ່ງ​ທີ່​ມີ​ອະທິບາຍ​ໄວ້​ຢູ່​ໃນ​ພຣະຄຳ​ພີ​ວ່າ “ພວກ​ເຮົາຈະພິສູດພວກເຂົ​າ​ໂດຍ​ວິທີ​ນີ້, ​ເພື່ອ​ເບິ່ງ​ວ່າພວກ​ເຂົາ​ຈະ​ເຮັດ​ທຸກ​ສິ່ງ​ທັງ​ປວງ​ສິ່ງ​ໃດ​ກໍ​ຕາມ​ທີ່ພຣະຜູ້​ເປັນ​ເຈົ້າອົງ​ເປັນພຣະ​ເຈົ້າຂອງ​ພວກ​ເຂົາ​ຈະບັນຊາພວກ​ເຂົາ​ຫລື​ບໍ່ (​ເບິ່ງ Abraham 3:25).

  25. ​ເບິ່ງ ​​ໂມ​ໄຊ​ຢາ 4:10; ​ແອວ​ມາ 39:9; ຮີ​ລາມັນ 15:7. Handbook 2 ຮ່ວມ​ທັງ​ຂໍ້ຄວາມ​ນີ້: “ການ​ຮ່ວມ​ເພດ​ກັບ​ເພດ​ດຽວ​ກັນ​ສາມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຜ່ານ​ທາງ​ການ​ກັບ​ໃຈ​ຢ່າງ​ຈິງ​ໃຈ” (21.4.6).

  26. ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ​​ແລະ ​ໂດຍ​ການ​ເຊື່ອ​ຟັງ​ຕໍ່​ຫລັກ​ທຳ​ຂອງ​ພຣະກິດ​ຕິ​ຄຸນ, ມະນຸດ​ທັງ​ປວງ​ຈະ​ໄດ້​ຮັບ​ຄວາມ​ລອດ (​ເບິ່ງ Doctrine and Covenants 138:4; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:3).

  27. ​ເບິ່ງ ອີ​ເທີ 12:33–34; ​ໂມ​ໂຣ​ໄນ 8:17.

  28. ​ເບິ່ງ ​​ໂມ​ໄຊ​ຢາ 5:2; ​ແອວ​ມາ 5:12–14.

  29. ​ເບິ່ງ ​ໂຣມ 8:13–17; ຄາ​ລາ​ເຕຍ 5:13–25; Doctrine and Covenants 88:86.

  30. 2 ນີ​ໄຟ 2:27.

  31. ​ເບິ່ງ Doctrine and Covenants 131:1–4.

  32. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Ensign or Liahona, Nov. 2010, 129.

  33. ​ເບິ່ງ ມັດ​ທາຍ 19:4–6; ​ໂມ​ໄຊ​ຢາ 29:26–27; ຮີ​ລາມັນ 5:2.

  34. ​ແຕ່ລະຄົນ​ເກີດ​ມາ​ກັບ​ເອກະລັກ​ພິ​ເສດ, ​ໂຄຣມາ​ໂຊນ, ​ແລະ ດີ​ເອັນ​ເອ. ດີ​ເອັນ​ເອ​ຄື ​ໂມລະ​ກິວ​ທີ່ໝາຍ​ເລກ​ການ​ສ້າງ ຊຶ່ງ​ໃຊ້​​ເພື່ອ​ພັດທະນາ ​ແລະ ການ​ດຳ​ເນີນ​ງານ​ຂອງທາດ​ໃນ​ຕົວ. ດີ​ເອັນ​ເອຂອງ​ແຕ່ລະຄົນ​ຈະ​ຖືກ​ສ້າງ​ຂຶ້ນ​ຈາກ​ດີ​ເອັນ​ເອຂອງພໍ່​ ​ແລະ ​ແມ່ທີ່ຮວມ​ເຂົ້າກັນຢູ່​​ໃນ​ຕົວ​ຂອງ​ລູກ—​ເປັນ​ຫຸ້ນ​ສ່ວນ​ລະຫວ່າງ​ພໍ່​ແມ່ ​ແລະ ລູກ.

  35. ​ເບິ່ງ ​ປະຖົມ​ມະ​ການ 2:24–25; 3:20–21; 4:1–2, 25.

  36. ດຣ. ​ແພ​ທຣິກ ​ແອັຟ ຟາ​ແກນ ​ໄດ້​ຂຽນ​ວ່າ: “ຄວາມ​ຈະ​ເລີ​ນກ້າວໜ້າ​ຂອງ​ເສດຖະກິດ​ແມ່ນ​ຂຶ້ນກັບ​ຄອບຄົວທີ່​ມີ​ພໍ່​ແມ່​ຜູ້​ແຕ່ງງານ​ກັນ—​ໂດຍ​ສະ​ເພາະ​ຄອບຄົວ​ທີ່​ນະມັດ​ສະການ​ທຸກ​ອາທິດ. … ການ​ແຕ່ງງານ​ທຸກ​ເທື່ອ​​ເປັນ​ການ​ສ້າງສັນ​ຄອບຄົວ​ໃໝ່, ​ເປັນ​ໜ່ວຍ​ກຸ້ມ​ຕົນ​ເອງ​ທາງ​ເສດຖະກິດ​ທີ່​ມີ​ລາ​ຍ​ໄດ້, ລາຍ​ຈ່າຍ, ອອມ​ສິນ, ​ແລະ ລົງທຶນ” (“The Family GDP: How Marriage and Fertility Drive the Economy,” The Family in America, vol. 24, no. 2 [Spring 2010], 136).

  37. ​ເບິ່ງ ອົບ​ພະຍົບ 20:14; ລະບຽບ​ພວກ​ເລ​ວີ 18:22; 20:13; ພຣະບັນຍັດ​ສອງ 5:18; ມັດ​ທາຍ 5:27–28; ມາຣະ​ໂກ 10:19; ລູກາ 18:20; ​ໂຣມ 1:26–27; 13:9; ​ໂມ​ໄຊ​ຢາ 13:22; 3 ນີ​ໄຟ 12:27–28; Doctrine and Covenants 42:24; 59:6.

  38. ​ເບິ່ງ Gordon B. Hinckley, “This Thing Was Not Done in a Corner,” Ensign, Nov. 1996, 49.

  39. ​ເບິ່ງ Doctrine and Covenants 14:7.

  40. ​ເບິ່ງ Moses 1:39.

  41. ​ເບິ່ງ 2 ນີ​ໄຟ 9:41, 46; ​ໂມ​ໄຊ​ຢາ 16:10.

  42. ​ເຮົາ​ຈະ​ຖືກ​ພິພາກສາ​ຕາມ​ກາ​ນກະທຳ ​ແລະ ຄວາມ​ປາດ​ຖະໜາ​ຂອງ​ໃຈ​ເຮົາ (​ເບິ່ງ Doctrine and Covenants 137:9; ​ເບິ່ງ ​ເຮັບ​ເຣີ 4:12; ​ແອ​ວມາ 18:32; Doctrine and Covenants 6:16; 88:109) ນຳ​ອີກ.