​2010–2019
ເຮົາ​ຮູ້​ບໍ​ວ່າ​ເຮົາ​ມີ​ຫ​ຍັງ​ແດ່?
ຕຸລາ 2013


ເຮົາ​ຮູ້​ບໍ​ວ່າ​ເຮົາ​ມີ​ຫຍັງ​ແດ່?

ພິ​ທີ​ການ​ ແລະ ພັນ​ທະ​ສັນ​ຍາແຫ່ງ​ຖາ​ນະ​ປະ​ໂລ​ຫິດຊ່ອຍ​ໃຫ້​ເຮົາ​ໄດ້​ຮັບພອນ​ອັນ​ບໍ​ລິ​ບູນ​ທີ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ໄວ້, ຊຶ່ງ​ຖືກ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ໃນ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຝ່າຍ​ປະ​ທານ​ສູງ​ສຸດ​ ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ກ່າ​ວ​ວ່າ: “ມະ​ນຸ​ດ​ທຸກ​ຄົນ—ຊາຍ ແລະ ຍິງ​—ຖືກ​ສ້າງຕາມ​​ຮູບຮ່າງ​ລັກ​ສະ​ນະ​ຂອງ​ພ​ຣະ​ເຈົ້າ. ແຕ່​ລະ​ຄົນກໍ​ເປັນ​ບຸດ ຫລື ທິ​ດາ​ທີ່​ຮັກຫອມ​ຂອງ​ພ​ຣະ​ບິ​ດາ​ມານ​ດາ​​ແຫ່ງສະ​ຫວັນ, ແລະ ເມື່ອ​ເປັນ​​ເຊັ່ນ​ນັ້ນ, ​ເຮົາແຕ່​ລະ​ຄົນ​ຈຶ່ງ​ມີ​ຄຸນງາມຄວາມດີ​ໃນ​ຕົວ ແລະ ມີຈຸດ​ໝາຍ​ປາຍ​ທາງ.”1 ເພື່ອ​ຈະ​ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງ​ແຫ່ງ​ສະ​ຫວັນ​ນີ້, ບຸດ ແລະ ທິ​ດາ​ແຕ່​ລະ​ຄົນ​ຂອງ​ພ​ຣະ​ເຈົ້າ​ຕ້ອງ​ການ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ.

ເຮົາ​ຕ້ອງ​ການ​ການ​ບັບ​ຕິ​ສະ​ມາ. ເມື່ອ​ເຮົາ​ລົງ​ໄປໃນ​​ນ້ຳ​ແຫ່ງ​ການ​ບັບ​ຕິ​ສະ​ມາໝົດ​ທັງ​ຕົວ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ວ່າ​ຈະ​ຮັບ​​ເອົາພຣະ​ນາມ​ຂອງ​ພ​ຣະ​ຄ​ຣິດ, ລະ​ນຶກ​ເຖິງ​ພ​ຣະ​ອົງ​ຕະ​ຫລອດ​ເວ​ລາ, ຮັກ​ສາ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ອົງ, ແລະ ຮັບ​ໃຊ້​ພ​ຣະ​ອົງ​ຈົນ​ເຖິງ​ທີ່​ສຸດ, ເພື່ອ​ເຮົາ​ຈະ​ມີ​ພ​ຣະ​ວິ​ນ​ຍານ​ຂອງ​ພ​ຣະ​ອົງ​ຢູ່​ດ້ວຍ​ຕະ​ຫລອດ​ເວ​ລາ.2

​ເຮົາ​ຕ້ອງ​ການ​ຂອງ​ປະທານ​ແຫ່ງພ​ຣະ​ວິນ​ຍານບໍລິສຸດ. ຜ່ານ​ພິທີການ​ນັ້ນ, ​ເຮົາ​ຈະ​ສາມາດ​​ໄດ້​ຮັບ​ພຣະວິນ​ຍານ​ເປັນ​ເພື່ອນ​ຕະຫລອດ​ເວລາ. ທ່ານ​ວິວ​​ເຝີ​ດ ວູດດຣັບ ​ໄດ້​ສອນ​ວ່າ​: “ຊາຍ ​ແລະ ຍິງ​ທຸກ​ຄົນ​ທີ່​ເຄີຍ​ໄດ້​ເຂົ້າມາ​ໃນ​ສາດສະໜາ​ຈັກ​ນີ້​ຂອງ​ພຣະ​ເຈົ້າ ​ແລະ ​ໄດ້​ຮັບ​ບັບຕິ​ສະ​ມາ​ສຳລັບ​ການ​ປົດ​ບາບ ​ມີ​ສິດ​ສຳລັບການ​ເປີດ​ເຜີຍ, ມີ​ສິດ​ສຳລັບພຣະວິນ​ຍານ​ຂອງ​ພຣະ​ເຈົ້າ, ​ເພື່ອ​ຊ່ອຍ​ເຫລືອ​ເຂົາ​ເຈົ້າ​ໃນ​ການ​ອອກ​ແຮງ, ​ໃນ​ການ​ປະຕິບັດ​ຕໍ່​ລູກໆ​ຂອງ​ເຂົາ​ເຈົ້າ, ​ໃນ​ການ​ໃຫ້​ຄຳ​ແນະນຳ​ແກ່​ລູກໆ​ຂອງ​ເຂົາ​ເຈົ້າ ​ແລະ ​ແກ່​ຜູ້​ຄົນ​ທີ່​ເຂົາ​ເຈົ້າຖືກ​ມອບໝາຍ​ໃຫ້​ດູ​ແລ. ພຣະວິນ​ຍານ​ບໍລິສຸດ​ບໍ່​ໄດ້​ກຳນົດ​​ໃຫ້​ແກ່​ຜູ້​ຊາຍ, ຫລື ອັກຄະ​ສາວົກ ຫລື ສາດສະດາ​ເທົ່າ​ນັ້ນ. ຊາຍ ​ແລະ ຍິງ​ທີ່​ຊື່ສັດ​ທຸກ​ຄົນ​ສາມາດ​ມີ​ໄດ້, ​ແລະ ​ເດັກນ້ອຍ​ນຳ​ອີກຜູ້​ໃຫຍ່​ພໍ​ທີ່ຈະ​ໄດ້​ຮັບ​ພຣະກິດ​ຕິ​ຄຸນ​ຂອງ​ພຣະຄຣິດ.”3

ເຮົາ​ຕ້ອງ​ການ​ທີ່​ຈະ​ຮັບ​ຂອງ​ປະ​ທານ​ໃນ​ພ​ຣະ​ວິ​ຫານ. ແອວ​ເດີ ເອັມ ຣັດ​ໂຊ ບາ​ເລີດ​ໄດ້​ກ່າວ​ວ່າ: “ເມື່ອ​ຊາຍ ແລະ ຍິງ​ໄປ​ພຣະ​ວິ​ຫານ, ເຂົາ​ເຈົ້າ​ທັງ​ສອງ​ຈະ​ໄດ້​ຮັບ​ອຳ​ນາດ​ອັນ​ດຽວ​ກັນ, ຊຶ່ງ​ໂດຍ​ຄວາມ​ໝາຍ​ແລ້ວ​ແມ່ນອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. … ແທ້ໆ​ແລ້ວ ຂອງ​ປະ​ທານນີ້​ກໍ​ຄື​ຂອງ​ປະ​ທານ​ແຫ່ງ​ອຳ​ນາດ.”4

ເຮົາ​ຕ້ອງ​ການ​ພິ​ທີ​ການ​ແຫ່ງ​ການ​ຜະ​ນຶກ, ຊຶ່ງ​ຈະ​ນຳ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ, “ຂອງ​ປະ​ທານ​ນີ້ຍິ່ງ​ໃຫ​ຍ່​ທີ່ສຸດ​ໃນ​ຂອງ​ປະ​ທານ​ທັງ​ໝົດ​ຂອງ​ພ​ຣະ​ເຈົ້າ.”5 ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດນີ້​ຈະ​ໄດ້​ຮັບ​ພຽງ​ແຕ່​ໂດຍ​ຊາຍ ແລະ ຍິງ​ນຳ​ກັນ​ເທົ່າ​ນັ້ນ. ແອວ​ເດີ ຣະ​ໂຊ ເອັມ ແນວ​ສັນ ​ໄດ້​ສອ​ນ​ວ່າ, “ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຮັບ​ການ​ຟື້ນ​ຟູ​ແລ້ວ ເພື່ອ​ວ່າ​ຄອ​ບ​ຄົວ​ຈະ​ສາ​ມາດ​ຖືກ​ຜະ​ນຶກ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ.”6

ເຮົາ​ຕ້ອງ​ການ​ໂອ​ກາດ​ທີ່​ຈະ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາແຕ່​ລະ​ອາ​ທິດ ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ. ສາດສະດາ ​ແລະ ອັກຄະ​ສາວົກ​ໃນ​ຍຸກ​ສຸດ​ທ້າຍ​ໄດ້​ສອນ​ວ່າ ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ສຶກ​ຢ່າງ​ມີ​ຄ່າ​ຄວນ, ເຮົາ​ຈະ​ບໍ່​ພຽງ​ແຕ່​ສາມາດຕໍ່​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ເທົ່າ​ນັ້ນ ແຕ່​ຈະຕໍ່ “ພັນ​ທະ​ສັນ​ຍາ​ທັງ​ໝົດ​ທີ່​ເຮົາ​ໄດ້​ເຮັດ​ກັບ​ພ​ຣະ​ຜູ້​ເປັນ​ເຈົ້າ.”7

ພິ​ທີ​ການ​ ແລະ ພັນ​ທະ​ສັນ​ຍາແຫ່ງ​ຖາ​ນະ​ປະ​ໂລ​ຫິດຊ່ອຍ​ໃຫ້​ເຮົາ​ໄດ້​ຮັບພອນ​ອັນ​ບໍ​ລິ​ບູນ​ທີ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ໄວ້, ຊຶ່ງ​ຖືກ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ມັນ​ຈະ​ຈັດ​ຕຽມ​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ​ດ້ວຍ​ອຳ​ນາດ, ອຳ​ນາດ​ຂອງ​ພຣະ​ເຈົ້າ,8 ແລະ ໃຫ້​ເຮົາ​ມີ​ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ຊີ​ວິດ​ນິລັນ​ດອນ—ເພື່ອ​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ດຳ​ລົງ​ຊີ​ວິດ​ຢູ່​ນຳ​ພຣະ​ອົງ ໃນ​ຄອບ​ຄົວ​ນິ​ລັນ​ດອນຂອງ​ພຣະ​ອົງ.

ເມື່ອບໍ່​ດົນ​ມານີ້ ຂ້າ​ພ​ະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ບ້ານ​ຂອງ​ສະ​ຕີ​ສີ່​ຄົນ​ໃນ​ປະ​ເທດ​ຮັງ​ດູ​ຣັສ​ ນຳ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ. ເອື້ອຍ​ນ້ອງ​ເຫລົ່າ​ນີ້ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຕ້ອງ​ການ​ຂໍ​ກະ​ແຈ ແລະ ສິດອຳນາດ​ຂອ​ງ​ຖາ​ນະ​ປະ​ໂລ​ຫິດ, ພິ​ທີ​ການ​ ແລະ ພັນ​ທະ​ສັນ​ຍາຂອງ​ຖາ​ນະ​ປະ​ໂລ​ຫິດ, ແລະ ອຳນາດ ແລະ ພອນ​ຕ່າງໆ​ຂອງ​ຖາ​ນະ​ປະໂລ​ຫິດ.

ພວກ​ເຮົາ​ໄດ້​ໄປ​ຢ້ຽມ​ນ້ອງ​ສາວ​ທີ່​ດີ​ຄົນ​ໜຶ່ງ ຜູ້​ທີ່​ໄດ້​ແຕ່ງ​ງານ​ແລ້ວ ແລະ ມີ​ລູກ​ທີ່​ສວຍ​ງາມ​ສອງ​ຄົນ. ນາງ​ຊື່ສັດ ​ແລະ ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ ​ແລະ ນາງ​ໄດ້​ສອນ​ລູກໆ​ໃຫ້​ເລືອກ​ສິ່ງ​ຖືກ. ສາ​ມີ​ຂອງ​ນາ​ງສະ​ໜັບ​ສະ​ໜູນ​ຄວາມ​ເຂັ້ມ​ແຂງ​ຂອງ​ນາງ​ໃນ​ສາດ​ສະ​ໜາ​ຈັກ, ແຕ່​ລາວບໍ່​ໄດ້​ເປັນ​ສະ​ມາ​ຊິກ. ຄອບຄົວ​ຂອງ​ເຂົາ​ເຈົ້າ​ເຂັ້ມ​ແຂງ, ​ແຕ່ເພື່ອ​ຈະ​ມີ​ຄວາມ​ເຂັ້ມ​ແຂງ​ຫລາຍ​ຂຶ້ນ​, ເຂົາ​ເຈົ້າ​ຕ້ອງ​ການ​ພອນ​ຂອງ​ຖານະ​ປະ​ໂລຫິດ​ມາ​ເພີ່ມ​​ເຕີມ. ​ເຂົາ​ເຈົ້າຢາກໃຫ້​ພໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຈະ​ຖືກປະ​ທານ​ໃຫ້​ລາວ. ເຂົາ​ເຈົ້າ​ຕ້ອງ​ການ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ສາ​ມາດມາສູ່​ໄດ້​ຜ່ານ​ຂອງ​ປະ​ທານ ແລະ ການ​ຜະ​ນຶກ.

ການ​ຢ້ຽມ​ຢາມ​ຕໍ່​ໄປ​ແມ່​ນ​ທີ່​ບ້ານ​ຂອງ​ເອື້ອຍ​ນ້ອງ​ໂສດ​ສອງ​ຄົນ, ສະ​ຕີ​ທີ່ມີ​ສັດ​ທາ​ຫລາຍ. ນ້ອງ​ສາວ​ຄົນ​ໜຶ່ງ​ມີ​ລູກ​ຊາຍ​ທີ່​ກຳ​ລັງ​ຕຽມຈະ​ໄປ​ສອນ​ສາ​ດ​ສະ​ໜາ. ນ້ອງ​ສາງ​ອີກ​ຄົນ​ໜຶ່ງ​ກຳ​ລັງ​ໄດ້​ຮັບ​ການ​ປິ່ນ​ປົວ​ຈາກ​ໂລກ​ມະ​ເລັງ. ໃນ​ເວ​ລາ​ທີ່​ທໍ້​ຖອຍ​ໃຈ ແລະ ສິ້ນ​ຫວັງ, ພວກ​ນາງຈື່​ຈຳ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ໄດ້​ເຕັມ​ໄປ​ດ້ວຍ​ສັດ​ທາ ແລະ ຄວາມ​ຫວັງ. ພວກ​ນາງ​ທັງ​ສອງ​ຕ້ອງ​ການ​ພອນ ແລະ ອຳ​ນາດ​ເພີ່ມ​​​ເຕີມ ທີ່​ມີ​ໄວ້​ໃຫ້​ຜ່ານ​ພິ​ທີ​ການ​ຂອງ​ພ​ຣະ​ວິ​ຫ​ານ. ພວກ​ເຮົາ​ໄດ້​ຊຸກ​ຍູ້​ພວກ​ນາງ​ໃຫ້​ເຂົ້າຮ່ວມ​ຜູ້​ສອນ​ສາດສະໜາ​ໃນ​ອະ​ນາ​ຄົດ​ຢູ່​ໃນ​ບ້ານ​ເຮືອນ ​ແລະ ຕຽມ​ຕົວທີ່​ຈະ​ຮັບ​ພິ​ທີ​ການ​ເຫລົ່າ​ນັ້ນ.

ການ​ຢ້ຽມ​ຢາມ​ສຸດ​ທ້າຍ​ແມ່ນ​ທີ່​ບ້ານ​ຂອງ​ເອື້ອຍ​ນ້ອງ​ຄົນ​ໜຶ່ງ ທີ່​ສາ​ມີ​ຂອງ​ນາງ​ໄດ້​ເສຍ​ຊີ​ວິດ​ໄປ​ໃນ​ອຸ​ປະ​ຕິ​ເຫດ​ທີ່​ໂສກ​ເສົ້າ​ເມື່ອ​ບໍ່​ດົນ​ມານີ້. ເພາະ​ນາງ​ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສໃໝ່​ໃນ​ສາດ​ສະ​ໜາ​ຈັກ, ນາງບໍ່​ໄດ້​ເຂົ້າ​ໃຈ​ວ່າ​ນາງ​ສາ​ມາດ​ໄດ້​ຮັບ​ຂອງ​ປະ​ທານ​ຂອງ​ຕົນ​ເອງ ແລະ ຜະ​ນຶກ​ເຂົ້າ​ກັນ​ກັບ​ສາ​ມີ​ຂອງ​ນາງ. ເມື່ອ​ພວກ​ເຮົາ​ໄດ້​ສອນ​ນາງວ່າ​ພອນ​ເຫລົ່າ​ນີ້​ສາ​ມາດ​ມີ​ໄວ້​ໃຫ້​ນາງ​ຢູ່ ​ແລະ ​ໃຫ້​ສາມີ​ຂອງ​ນາງທີ່​ໄດ້​ເສຍ​ຊີວິດ​ໄປ​ແລ້ວ​, ນາງ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ. ໂດຍ​ທີ່​ຮູ້​ວ່າ​ຜ່ານ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ຂອງ​ພ​ຣະ​ວິ​ຫານ ຄອບ​ຄົວ​ຈະ​ສາ​ມາດ​ຜະ​ນຶກ​ເຂົ້າ​ກັນ​ໄດ້, ນາງ​ມີ​ສັດ​ທາ ແລະ ຕັ້ງ​ໃຈ​ທີ່​ຈະ​ປະ​ເຊີນ​​ໜ້າ​ກັບການ​ທົດ​ລອງ​​ທີ່ຢູ່​ຂ້າງ​ໜ້າ.

ລູກ​ຊາຍ​ຂອງ​ຍິງ​ໝ້າຍ​ຄົນ​ນີ້​ກຳ​ລັງ​ຕຽມ​ຕົວ​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ. ການ​ແຕ່ງ​ຕັ້ງ​ຂອງ​ລາວ​ຈະ​ເປັນ​ພອນ​ໃຫ້​ແກ່​ນາງ ແລະ ຄອບ​ຄົວ​ຂອງ​ນາງ. ເຂົາ​ເຈົ້າຈະ​ໄດ້​ມີ​ຜູ້​ດຳ​ລົງ​ຖາ​ນະ​ຢູ່​ໃນ​ບ້ານ​ຂອງ​​ເຂົາ​ເຈົ້າ. 

ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ສະ​ຕີ​ຜູ້​ຊື່​ສັດ​ເຫລົ່າ​ນີ້​ໃນ​ປະ​ເທດ​ຮັນ​ດູ​ຣັສ, ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ໄດ້​ວ່າ​ພວກ​ນາງ​ພະ​ຍາ​ຍາມ​ຮັກ​ສາ​ຄອບ​ຄົວ​ຂອງ​ພວກ​ນາງ​ໃຫ້​ເຂັ້ມ​ແຂງ​ໃນ​ພ​ຣະ​ກິດ​ຕິ​ຄຸນ. ພວກ​ນາງ​ໄດ້​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ສະ​ມາ​ຊິກ​ໃນ​ຫວອດ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ ຜູ້​ທີ່​ດູ​ແລ​ພວກ​ນາງດ້ວຍ​ຄວາມ​ເມດ​ຕາ ແລະ ຊ່ອຍ​ສະ​ໜັບ​ສະ​ໜູນ​ຄວາມ​ຕ້ອງ​ການ​ຂອງ​ພວກ​ນາງ ທັງ​ທາງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເອື້ອຍ​ນ້ອງ​ແຕ່​ລະ​ຄົນ​ເຫ​ລົ່ານັ້ນ​ໄດ້​ມີ​ຄວາມ​ຕ້ອງ​ການ​ທີ່​ຍັງ​ບໍ່​ທັນ​ຖືກ​ສະ​ໜອງ​ຢ່າງ​ຄົບ​ຖ້ວນ.

ໃນ​ແຕ່​ລະ​​ບ້ານທັງ​ສາມ​ທີ່​ພວກ​ເຮົາ​ໄດ້​ໄປ​ຢ້ຽມ​ຢາມນັ້ນ, ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສະ​ຫລາດ​ໄດ້​ຖາມ​ເອື້ອຍ​ນ້ອງ​ແຕ່​ລະ​ຄົນ ຖ້າ​ຫາກວ່າ​ນາງ​ໄດ້​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແລ້ວ​ບໍ. ແຕ່​ລະ​ເທື່ອ​ຄຳ​ຕອບນັ້ນ​ກໍ​ແມ່ນ​ວ່າ ບໍ່. ເອື້ອຍ​ນ້ອງ​ແຕ່​ລະ​ຄົນ​ໄດ້​ຂໍ ແລະ ໄດ້​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ມື້ນັ້ນ. ແຕ່​ລະ​ຄົນ​ໄດ້​ຮ້ອງ​ໄຫ້​ເມື່ອ​ນາງ​ໄດ້​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ການປອບ​ໂຍນ, ການ​ນຳ​ພາ, ກຳ​ລັງ​ໃຈ, ແລະ ການ​ດົນ​ໃຈ​ທີ່​ໄດ້​ມາ​ສູ່​ນາງ​ຈາກ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ນາງ ຜ່ານ​ຜູ້​ດຳ​ລົງຖາ​ນະ​ປະ​ໂລ​ຫິດ​ທີ່​ມີ​ຄຸນ​ຄ່າ​ດີ​ພໍ.

ເອື້ອຍ​ນ້ອງ​ເຫລົ່າ​ນີ້​ໄດ້​ດົນ​ໃຈ​ຂ້າ​ພະ​ເຈົ້າ. ພວກ​ນາງ​ໄດ້​ສະ​ແດງ​ຄວາມ​ຄາ​ລະ​ວະ​ສຳ​ລັບ​ພ​ຣະ​ເຈົ້າ ແລະ ອຳ​ນາດ​ ແລ​ະ ສິດ​ອຳ​ນາດ​ຂອງ​ພ​ຣະ​ອົງ. ຂ້າ​ພ​ະ​ເຈົ້າ​ຍັງ​ໄດ້​ຮູ້​ສຶກ​ບຸນ​ຄຸນຕໍ່ຜູ້ນຳ​ຖານະ​ປະ​ໂລຫິດຜູ້​ທີ່​ໄດ້​ໄປ​ຢ້ຽມ​ຢາມ​ບ້ານ​ເຮືອນ​ເຫລົ່າ​ນີ້ນຳ​ຂ້າ​ພະ​ເຈົ້າ. ເມື່ອ​ພວກ​ເຮົາ​ໄດ້​ອອກ​ຈາກ​ບ້ານ​ແຕ່​ລະ​ຫລັງ​ໄປ, ພວກ​ເຮົາ​ໄດ້​ປຶກ​ສາ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ຈະຊ່ອຍ​ຄອບ​ຄົວ​ເຫລົ່າ​ນີ້​ແນວ​ໃດ ເພື່ອ​ຈະ​ໄດ້​ຮັບ​ພິ​ທີ​ການ​ຕ່າງໆ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ ເພື່ອ​ຈະ​ກ້າວ​ໜ້າ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອ​ບ​ຄົວ​ຂອງ​​ເຂົາ​ເຈົ້າ.

ໃນ​ວັນ​ເວ​ລານີ້​ຍັງ​ມີ​ຄວາມ​ຕ້ອງ​ການ​ອັນ​ໃຫ​ຍ່​ຫລວງ ສຳ​ລັບ​ຊາຍ ແລະ ຍິງ​ທີ່​ຈະ—ພັດ​ທະ​ນາ​ຄວາມ​ເຄົາ​ລົບ​ນັນ​ຖື​ທີ່​ມີ​ໃຫ້​ກັນ​ແລະ​ກັນ ໃນ​ຖາ​ນະ​ບຸດ ແລະ ທິ​ດາ​ຂອງ​ພ​ຣະ​ເຈົ້າ ແລະ ຄວາມ​ຄາ​ລະ​ວະ​ສຳ​ລັບ​ພ​ຣະ​ບິ​ດາ​ໃນ​ສະ​ຫວັນ ແລະ ຖາ​ນະ​ປະ​ໂລ​ຫິດ​ຂອງ​ພ​ຣະ​ອົງ—ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພ​ຣະ​ອົງ.

ພ​ຣະ​ອົງ​ມີ​ແຜນ​ສຳ​ລັບ​ເຮົາ, ແລະ ເມື່ອ​ເຮົາ​ໃຊ້​ສັດ​ທາ ແລະ ໄວ້​ວາງ​ໃຈ​ໃນ​ແຜນ​ຂອງ​ພ​ຣະ​ອົງ, ຄວາມ​ຄາ​ລະ​ວະ​ຂອງ​ເຮົາ​ທີ່​ມີ​ສຳ​ລັບ​ພ​ຣະ​ອົງ ແລະ ສຳ​ລັບ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອ​ງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ​ຈະ​ເຂັ້ມ​ແຂງ​ຂຶ້ນ.

ໃນ​ການ​ຝຶກ​ອົບ​ລົມ​ຜູ້​ນຳ​ຕະ​ຫລອດ​ທົ່ວ​ໂລກ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ ແລະ ສາດ​ສະ​ໜາ​ຈັກ​ຜ່ານ​ຖາ​ນະ​ປະ​ໂລ​ຫິດ, ເຮົາ​ຖືກ​ສອນ​ວ່າ: “ເອື້ອຍ​ນ້ອງ​ຜູ້​ທີ່ບໍ່​ມີ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ບ້ານ​ຂອງ​ພວກ​ນາງ … ບໍ່​ຈຳ​ເປັນ​ຕ້ອງ​ຮູ້​ສຶກ​ໂດດດ່ຽວ. ພວກ​ນາງ​ໄດ້​ຮັບ​ພອນ ແລະ ເຂັ້ມ​ແຂງ​ຂຶ້ນ​ຜ່ານ​ພິ​ທີ​ການ​ທີ່​ພວກ​ນາງ​ໄດ້​ຮັບ ແລະ ພັນ​ທະ​ສັນ​ຍາ​ທີ່​ພວກ​ນາງ​ຮັກ​ສາ. ​ເຂົາ​ເຈົ້າບໍ່​ຕ້ອງລັງ​ເລ​ໃຈ​ທີ່​ຈະ​ເອື້ອມ​ອອກ​ໄປ​ເມື່ອ​ຕ້ອງ​ການ​ຄວາມ​ຊ່ອຍ​ເຫລືອ. … ​ແອ​ວ​ເດີ ​ເອັມ ຣະ​ໂຊ ບາ​ເລີດ ໄດ້​ສອນ​ວ່າ ສະ​ຕີ​ທຸກ​ຄົນ​ໃນ​ສ​າດ​ສະ​ໜາ​ຈັກ​ຕ້ອງ​ຮູ້​ວ່າ​ນາງ​ມີ​ອະ​ທິ​ການ, ປະທານໂຄ​ລຳ​ຂອງ​ແອ​ວ​ເດີ, ຄູ​ສອນ​ປະ​ຈຳ​ບ້ານ, ຫລື ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມີ​ຄຸນ​ຄ່​າ​ດີ​ພໍຄົນ​ອື່ນໆທີ່ນາງ​ສາ​ມາດ​ເພິ່ງ​ອາ​ໄສ​ໄດ້ ທີ່​ຈະ​ເຂົ້າ​ໄປ​ໃນ​ບ້ານ ແລະ ຊ່ອຍ​ເຫ​ລືອ​ນາງ … ດັ່ງຊິດ​ສະ​ເຕີ ​ໂຣສະ​ແມຣີ ​ເອັມ ວິກຊຳ ​ໄດ້​ກ່າວ​ວ່າ, “ທີ່​ຈະ​ໃຫ້​ພອນ.”9

ແອວ​ເດີ ບາ​ເລີດ​ ໄດ້​ສອນ​ອີກວ່າ: “ພ​ຣະ​ບິ​ດາ​ໃນ​ສະ​ຫວັນ​ນັ້ນ​​ເພື່ອ​ແຜ່​ດ້ວ​ຍອຳນາດ​ຂ​ອງ​ພ​ຣະ​ອົງ. ຊາຍ ແລະ ຍິງ​ທຸກ​ຄົນ​ມີ​ສິດ​ໄດ້​ຮັບ​ອຳ​ນາດນີ້​ເພື່ອ​ຄວາມ​ຊ່ອຍ​ເຫລືອ​ໃນ​ຊີ​ວິດ​ຂອງ​ເຮົາ​ເອງ. ທຸກ​ຄົນ​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ກັບ​ພ​ຣະ​ຜູ້​ເປັນ​ເຈົ້າ, ແລະ ຜູ້​ທີ່​ໃຫ້​ກຽດ​ພັນ​ທະ​ສັນ​ຍາເຫລົ່ນ​ນັ້ນ, ມີ​ສິດ​ຈະໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ໄດ້​ຮັບ​ພອນ​ຈາກການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຫລົ່າ​ທູດ, ແລະ ສື່​ສານ​ກັບ​ພ​ຣະ​ເຈົ້າ.”10

ເຮົາ​ທຸກ​ຄົນ​ຕ້ອງ​ການ​ກັນ​ແລະ​ກັນ. ບຸດ​ຂອງ​ພ​ຣະ​ເຈົ້າ​ຕ້ອງ​ການ​ທິ​ດາ​ຂອງ​ພ​ຣະ​ເຈົ້າ, ແລະ ທິ​ດາ​ຂອງ​ພ​ຣະ​ເຈົ້າ​ຕ້ອງ​ການ​ບຸດ​ຂອງ​ພຣະ​ເຈົ້າ.

ເຮົາ​ມີ​ພ​ອນ​ສະ​ຫວັນ​ທີ່​ແຕກ​ຕ່າງ​ກັນ ແລະ ຄວາມ​ເຂັ້ມ​ແຂງ​ທີ່​ຕ່າງ​ກັນ. 1 ໂກ​ຣິນໂທ ບົດ​ທີ 12 ເນັ້ນ​ເຖິງ​ຄວາມ​ຕ້ອງ​ການ​ບຸດ ແລະ ທິ​ດາ​ຂອງ​ພ​ຣ​ະ​ເຈົ້າ, ເຮົາ​ແຕ່​ລະ​ຄົນ, ເພື່ອ​ຈະ​ບັນ​ລຸ​ບົດ​ບາດ​ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບຂອງ​ເຮົາ​ໃຫ້​ສອດ​ຄ່ອງ​ກັບ​ແຜນ​ຂອງ​ພ​ຣະ​ຜູ້​ເປັນເຈົ້າ ເພື່ອ​ວ່າ​ທຸກ​ຄົນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ.11

ບຸດ​ຂອງ​ພ​ຣະ​ເຈົ້າທັງ​ຫ​ລາຍ, ທ່ານ​ຮູ້​ບໍ​ວ່າ​ທ່ານ​ເປັນ​ໃຜ? ທ່ານ​ຮູ້​ບໍ​ວ່າ​ທ່ານ​ມີ​ຫ​ຍັງ​ແດ່? ທ່ານ​ມີ​ຄຸນ​ຄ່າ​ທີ່​ຈະ​ປະ​ຕິ​ບັດ​ງານ​ດ້ວຍ​ຖາ​ນະ​ປະ​ໂລ​ຫິດ ແລະ ຮັບ​ເອົາ​ອຳ​ນາດ ແລະ ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ບໍ? ທ່ານ​ຍອມ​ຮັບ​ບົດ​ບາດ​ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບຂອງ​ທ່ານ ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບ້ານ​ເຮືອນ ໃນ​ຖາ​ນະ​ພໍ່, ພໍ່​ຕູ້, ລູກ​ຊາຍ, ອ້າຍ​ນ້ອງ, ແລະ ລູງ​ອາວບໍ? ທ່ານ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ສຳ​ລັບ​ສະ​ຕີ, ຄວາມ​ເປັນ​ສ​ະ​ຕີ, ແລະ ຄວາມ​ເປັນ​ແມ່ບໍ?

ທິ​ດາ​ຂອງ​ພ​ຣະ​ເຈົ້າທັງ​ຫລາຍ, ​ເຮົາ​ຮູ້​ບໍ​ວ່າ​​ເຮົາເປັນ​ໃຜ! ​ເຮົາຮູ້​ບໍ​ວ່າ​​ເຮົາ​ມີ​ຫ​ຍັງ​ແດ່? ​ເຮົາມີ​ຄຸນ​ຄ່າ​ດີ​ພໍ​ທີ່​ຈະ​ຮັບ​ເອົາ​ອຳ​ນາດ ແລະ ພອນ​ຕ່າງ​ໆຂອງ​ຖາ​ນະ​ປະ​ໂລ​ຫິດ​ບໍ? ​ເຮົາ​ຮັບ​ເອົາ​ຂອງ​ປະ​ທານ​ທີ່​ມີ​ໃຫ້​​ເຮົາດ້ວຍ​ຄວາມ​ກະ​ຕັນ​ຍູ, ພ​ຣະ​ຄຸນ, ແລະ ກຽດ​ສັກ​ສີ​ບໍ? ​ເຮົາຍອມ​ຮັບ​ບົດ​ບາດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​​ເຮົາ ທີ່​ຈະເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບ້ານ​ເຮືອນ​ໃນ​ຖາ​ນະ​ແມ່, ແມ່​ຕູ້, ລູກ​ສາວ, ເອື້ອ​ຍ​ນ້ອງ, ນ້າ​ສາວ ແລະ ອາບໍ? ​ເຮົາ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ສຳ​ລັບ​ບຸ​ລຸດ, ຄວາມ​ເປັນ​ບຸ​ລຸດ, ແລະ ຄວາມ​ເປັນ​ພໍ່ບໍ?

ໃນ​ຖາ​ນະ​ບຸດ ແລະ ທິ​ດາ​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ແລ້ວ, ເຮົາ​ມີ​ສັດ​ທາ​ໃນ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ອົງ​ສຳ​ລັບ​ເຮົາ​ບໍ? ເຮົາ​ມີ​ສັດ​ທາ​ໃນ​ພ​ຣະ​ເຢ​ຊູ​ຄ​ຣິດ ແລະ ການ​ຊົດ​ໃຊ້​ຂອງ​ພ​ຣະ​ອົງ​​ບໍ? ເຮົາ​ເຊື່ອ​ວ່າ​ເຮົາ​ມີ​ທຳ​ມະ​ຊາດ ແລະ ຈຸດ​ໝາ​ຍ​ປາຍ​ທາງ​ແຫ່ງ​ສະ​ຫວັນ​ບໍ? ແລະ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງນີ້ ແລະ ຮັບ​ເອົາ​ທຸ​ກ​ສິ່ງ​ທີ່​ພ​ຣະ​ບິ​ດາ​ມີ​ໃຫ້,12 ​​ເຮົາ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັບ​ພິທີການ​ຂອງ​ຖານະ​ປະ​ໂລຫິດ​ແລ້ວ​ບໍ ​ແລະ ການ​ເຮັດ, ການ​ຮັກສາ, ​ແລະ ການ​ຕໍ່​ພັນທະ​ສັນຍາ​ຂອງ​ເຮົານຳພຣະຜູ້​ເປັນ​ເຈົ້າ?

ເຮົາ​ເປັນ​ບຸດ ແລະ ທິດາທາງ​ວິນ​ຍານ​ທີ່​ຊົງ​ຮັກ​ຂອງ​ພ​ຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ, ພ້ອມດ້ວຍ​ທຳ​ມະ​ຊາດ​ແຫ່ງ​ສະຫວັນ ​ແລະ ວິຖີ​ຊີວິດ. ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ, ພ​ຣະ​ເຢ​ຊູ​ຄຣິດ, ໄດ້​ຮັກ​ເຮົາ​ຫລາຍ​ພໍ ທີ່​ຈະ​ສະ​ລະ​ພ​ຣະ​ຊົນ​​ຊີບ​ຂອງ​ພ​ຣະ​ອົງ​ເພື່ອ​ເຮົາ. ການ​ຊົດ​ໃຊ້​ຂອງ​ພ​ຣະ​ອົງ​ກໍ​ໃຫ້​ເຮົາ​ມີ​ວິ​ທີ​ທີ່​ຈະ​ກ້າວ​ໄປ​ໜ້າ​ໃນ​ເສັ້ນ​ທາງ ໄປ​ຫາ​ບ້ານ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ ຜ່ານ​ພິ​ທີ​ການ​ ແລະ ພັນ​ທະ​ສັນ​ຍາ​ສັກ​ສິດ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

ພິທີການ​ຂອງ​ຖານະ​ປະ​ໂລຫິດ ​ແລະ ພິທີການ​ເຫລົ່າ​ນີ້ ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ສູ່​ໂລກ ຜ່ານ​ທາງ​ສາດສະດາ​ໂຈ​ເຊັບ ສະ​ມິດ, ​ແລະ ທຸກ​ວັນ​ນີ້ ປະທານທອມ​ມັສ ​ແອັສ ມອນ​ສັນ ຖື​ຂໍ​ກະ​ແຈ​ຂອງ​ຖານະປະ​ໂລຫິດ​ຢູ່​ເທິງ​ແຜ່ນດິນ​ໂລກ.

​ແອວ​ເດີ ດີ ທອດ ຄຣິດສະ​ໂຕ​​ເຟີ​ສັນ ໄດ້​ສອນ​ວ່າ: “ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຈະ​ພົບ​ເຫັນ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ ​ເພື່ອ​ປະຕິບັດ​ພິທີການ​ ຊຶ່ງ​ໂດຍ​ສິ່ງ​ນີ້ ​ເຮົາ​ຈະ​ສາມາດ​​ເຮັດ​ພັນທະ​ສັນຍາ​ນຳພຣະບິດາ​ເທິ​ງສະ​ຫວັນ​ຂອງ​ເຮົາ ​ໃນ​ພຣະນາມ​ຂອງ​ພຣະບຸດ​ທີ່​ສັກສິດ​ຂອງ​ພຣະອົງ. … ພຣະ​ເຈົ້າຈະ​ຮັກສາ​ຄຳ​ສັນຍາ​ຂອງ​ພຣະອົງ ຕາບ​ໃດ​ທີ່​ທ່ານໃຫ້​ກຽດ​ແກ່​ພັນທະ​ສັນຍາ​ຂອງ​ທ່ານ​ທີ່​ໄດ້​ເຮັດ​ໄວ້​ນຳພຣະອົງ.”13

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ເຫລົ່າ​ນີ້, ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Ensign or Liahona, Nov. 2010, 129.

  2. ​ເບິ່ງ ​ໂມ​ໂຣ​ໄນ 4:3; 6:3.

  3. Teachings of Presidents of the Church: Wilford Woodruff (2004), 49.

  4. M. Russell Ballard, “Let Us Think Straight” (Brigham Young University Education Week devotional, Aug. 20, 2013); speeches.byu.edu.

  5. ​ເບິ່ງ Doctrine and Covenants 14:7; ​ເບິ່ງ Doctrine and Covenants 131:1–4 ນຳ​ອີກ.

  6. Russell M. Nelson, “Nurturing Marriage,” Ensign or Liahona, May 2006, 37; or in Daughters in My Kingdom: The History and Work of Relief Society (2011), 134.

  7. Delbert L. Stapley, in Conference Report, Oct. 1965, 14; quoted in L. Tom Perry, “As Now We Take the Sacrament,” Ensign or Liahona, May 2006, 41; see also Teachings of Gordon B. Hinckley (1997), 561; The Teachings of Spencer W. Kimball, ed. Edward L. Kimball (1982), 220.

  8. ​ເບິ່ງ Doctrine and Covenants 109:22.

  9. ​ເບິ່ງ M. Russell Ballard and Rosemary M. Wixom, “Blessings of the Priesthood in Every Home,” in Strengthening the Family and the Church through the Priesthood (worldwide leadership training, 2013); lds.org/broadcasts.

  10. M. Russell Ballard, “Let Us Think Straight”; speeches.byu.edu.

  11. ​ເບິ່ງ Doctrine and Covenants 46:9, 12 ນຳ​ອີກ.

  12. ​ເບິ່ງ Doctrine and Covenants 84:38.

  13. D. Todd Christofferson, “The Power of Covenants,” Ensign or Liahona, May 2009, 22.