​2010–2019
ການເຂົ້າ​ມາ​ໃກ້ຊິດ​​ພຣະ​ເຈົ້າ
ຕຸລາ 2013


ການເຂົ້າ​ມາ​ໃກ້ຊິດ​ພຣະ​ເຈົ້າ

ພຣະ​ຜູ້​ຊ່ອຍ​ໃຫ້​ລອດຂອງພວກ​ເຮົາ​ປະສົງ​ໃຫ້​ພວກ​ເຮົາ​ຮັກ​ພຣະ​ອົງ​ຈົນ​ວ່າ​ພວກ​ເຮົາ​ຢາກ​ໃຫ້​ປະສົງ​ຂອງ​ພວກ​ເຮົາ​ເປັນ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ.

ຫລານ​ຊາຍ​ອາຍຸ​ຫົກ​ປີ​ຊື່ ອ້າຍ​ອໍ​ລີ ທີ່​ມັກ​ເອີ້ນ​ຂ້າພະເຈົ້າ​ວ່າ “ປ໋າ​ປິ” ຕ້ອງ​ເອົາ​ຫຍັງ​ຈາກ​ລົດ. ພໍ່​ຂອງລາວ​ຢືນເບິ່ງ​ຢູ່​ໃນ​ເຮືອນ ແລະ ໂດຍ​ທີ່​ອ້າຍ​ອໍ​ລີ​ບໍ່​ຮູ້ ພໍ່​ໄດ້​ໄຂ​ປະຕູ​ລົດ​ຈາກ​ບ່ອນ​ຫ່າງ​ໄກ​ຂະນະ​ທີ່​ອ້າຍ​ອໍ​ລີ​ເຂົ້າ​ໄປ​​ໃກ້ລົດ ແລ້ວ​ພໍ່​​ໄດ້ລ໊ອກ​ລົດ​ຫລັງ​ຈາກ​ລາວ​ແລ້ວໆ. ອ້າຍ​ອໍ​ລີ​ໄດ້​ແລ່ນ​ເຂົ້າ​ບ້ານ​ຍິ້ມ​ແປ໊ນ!

ຄອບຄົວ​ຖາມ​ລາວ​ວ່າ “ເຈົ້າ​ໄຂ​ລົດ​ໄດ້​ຈັ່ງ​ໃດ ແລ້ວ​ລ໊ອກ​ມັນ​ອີກ?” ລາວ​ພຽງ​ແຕ່​ຍິ້ມ.

ລູກ​ສາວຂອງ​ພວກ​ເຮົາ​ຜູ້​ເປັນ​ແມ່​ລາວ​ເວົ້າ​ວ່າ “ບາງທີ​ມັນ​ຄື​ຕອນ​ປ໋າ​ປິ​ເຮັດ—ບາງທີ​ເຈົ້າ​ມີ​ເວດມົນ​ຄື​ພໍ່​ຕູ້!”

ເມື່ອ​ເກີດ​ຂຶ້ນ​ອີກ ບໍ່​ຫລາຍ​ນາທີ​ຕໍ່​ໄປ ອ້າຍ​ອໍ​ລີ​ຕອບ​ຄຳ​ຖາມ​ອີກ​ກ່ຽວ​ກັບ​ອຳນາດ​ໃໝ່​ຂອງລາວ​ໂດຍ​ບອກ​ວ່າ: “ຄັກ​ຫລາຍ​ເນ​າະ! ຂ້ານ້ອຍ​ຄິດ ເປັນ​ເພາະ​ປ໋າ​ປິ​ຮັກ​ຂ້ານ້ອຍ ແລະ ເປັນ​ເພື່ອນ​ຮັກ​ຂອງ​ຂ້ານ້ອຍ ແລະ ພໍ່​ຕູ້​ລ້ຽງ​ດູ​ຂ້ານ້ອຍ.”

ຂ້າພະເຈົ້າ​ໄດ້​ຮັບ​ພອນ​ທີ່​ຮູ້​ເລື່ອງ​ມະຫັດສະຈັນ​ແທ້ງໆ​ທີ່​​ໄດ້ເກີດ​ຂຶ້ນ​ໃນ​ຊີວິດ​ຂອງ​ໄພ່​ພົນ​ທີ່​ມີ​ສັດທາ​ທົ່ວ​ອາຟຣິ​ກາ ປາ​ປົວ ນິວ ກິ​ເນ​ຍ, ອົດ​ສະ​ຕາ​ລີ ນິວ​ຊິ​ແລນ​ ແລະ ເກາະ​​ໃນມະຫາ​ສະໝຸດ​ປາ​ຊີ​ຟິກ. ຂ້າພະເຈົ້າ​ເຫັນ​ດ້ວຍ​ກັບ​ອ້າຍ​ອໍ​ລີ—ຂ້າພະເຈົ້າ​ຄິດ​ວ່າ ເປັນ​ເພາະ​ຄົນ​ມີ​ສັດທາ​ດັ່ງກ່າວ​ນັ້ນ​ມີ​ຄວາມ​ຮູ້ສຶກ​ເຊັ່ນ​ດຽວ​ກັນ​ຕໍ່​ພຣະ​ບິດາ​ເທິງ​ສະຫວັນ ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ເໝືອນ​ທີ່​ອ້າຍ​ອໍ​ລີ​ຮູ້ສຶກ​ກ່ຽວ​ກັບ​ຂ້າພະເຈົ້າ. ເຂົາເຈົ້າ​ຮັກ​ພຣະ​ເຈົ້າ​ເໝືອນ​ເປັນ​​ເພື່ອນຮັກ ແລະ ພຣະ​ອົງ​ລ້ຽງ​ເຂົາເຈົ້າ.

ສະມາຊິກ​ຂອງ​ສາດສະໜາ​ຈັກ​ນີ້​ມີ​ສິດທິ ແລະ ຫລາຍ​ຄົນ​ເຄີຍ​ໄດ້​ຮັບ​ປະຈັກ​ພະຍານ​ທາງ​ວິນ​ຍານ ແລະ ເຮັດ​ພັນທະ​ສັນຍາ​ສັກສິດ​ທີ່​ຈະ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ. ເຖິງ​ຢ່າງໃດ​ກໍ​ຕາມ ຍັງ​ມີ​ບາງ​ຄົນ​ທີ່​ເຂົ້າ​ໄປ​ຫາ​ພຣະ​ອົງ ຂະນະທີ່​ອີກ​ບາງ​ຄົນ​ບໍ່​ເຮັດ​ຢ່າງ​ນັ້ນ. ທ່ານ​ເອງ​ເປັນ​ຄົນ​ແບບ​ໃດ.

ພຣະ​ເຈົ້າ​ຄວນ​ເປັນ​ຈຸດ​ໃຈກາງ​ໃນ​ຊີວິດ​ຂອງ​ເຮົາ ເປັນ​ສິ່ງ​ທີ່​ເຮົາ​ເອົາໃຈໃສ່​ອີ່ຫລີ. ພຣະ​ອົງ​ເປັນ​ແນວ​ນັ້ນ​ບໍ? ຫລື​ວ່າບາງ​ເທື່ອ​ພຣະ​ອົງ​ຫ່າງ​ໄກ​ຈາກ​ຄວາມ​ນຶກ​ຄິດ ແລະ ເຈດ​ຕະ​ນາ​ໃນ​ໃຈຂອງ​ເຮົາ. (​ເບິ່ງ ​ໂມ​ໄຊ​ຢາ 5:13). ໃຫ້​ສັງເກດ​ວ່າ ບໍ່​ແມ່ນ​ແຕ່​ຄວາມ​ນຶກ​ຄິດ​ໃນ​ໃຈ​ຂອງ​ເຮົາ​ທີ່​ສຳຄັນ ແມ່ນ “ເຈດ​ຕະ​ນາ” ນຳ​ອີກ. ການ​ປະພຶດ ແລະ ການ​ກະທຳ​ຂອງ​ເຮົາ​ສະແດງ​ອອກ​ເຖິງ​ຄວາມ​ຊື່ສັດ​ຂອງ​ເຈດ​ຕະ​ນາ​ຂອງ​ເຮົາ​ໄດ້​ຈັ່ງ​ໃດ?

ລູກ​ຊາຍຂອງ​ພວກເຮົາ​ຊື່​ອ້າຍ​ເບັນ ຕອນ​ທີ່​ອາຍຸ 16 ປີ ແລະ ເວົ້າ​ໃນ​ກອງ​ປະຊຸມ​ສະ​ເຕກ​ໄດ້​ຖາມ​ວ່າ “ທ່ານ​ຈະ​ຮູ້ສຶກ​ຈັ່ງ​ໃດ​ຖ້າ​ມີ​ຄົນ​ມາ​ສັນຍາ​ກັບ​ທ່ານ​ທຸກ​ອາທິດ ແຕ່​ບໍ່​ເຄີຍ​ໄດ້​ຮັກສາ​ຄຳ​ສັນຍາ​ນັ້ນ?” ຕໍ່​ໄປ​ລາວ​ໄດ້​ເວົ້າ​ວ່າ “ພວກ​ເຮົາ​ເອົາໃຈໃສ່​ອີ​ຫລີບໍ​ນຳ​ຄຳ​ສັນຍາ​ທີ່​ພວກ​ເຮົາ​ເຮັດ​ໄວ້​ຕອນ​ທີ່​ຮັບສ່ວນ​ສິນ​ລະ​ລຶກ ແລະ ເຮັດ​ພັນທະ​ສັນຍາວ່າ​ຈະ​ຮັກ​ສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ ແລະ ລະນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ?”

ພຣະ​ຜູ້​ເປັນ​ເຈົ້າ​ມອບ​ວິທີ​ທາງ​ເພື່ອ​ຊ່ອຍ​ພວກ​ເຮົາ​​ໃຫ້ລະນຶກ​ເຖິງ​ພຣະ​ອົງ ແລະ ອຳນາດ​ທີ່​ສະໜັບ​ສະ​ໜູນ​ຂອງ​ພຣະ​ອົງ. ວິທີ​ທາງ​ໜຶ່ງ​ແມ່ນ​ຜ່ານ​ທາງ​ສິ່ງ​ທີ່​ພວກ​ເຮົາ​ທຸກ​ຄົນ​ແບ່ງປັນ​ກັນ—ຄວາມ​ລຳບາກ (​ເບິ່ງ ​ແອວ​ມາ 32:6). ເມື່ອ​ຂ້າພະເຈົ້າ​ຫວນ​ຄິດ​ຄືນ​ຫລັງ​ເບິ່ງ​ສິ່ງ​ທົດ​ລອງ​ທີ່​ເຄີຍ​ມີ ກໍ​ເຫັນ​ໄດ້​ແຈ່ມ​ແຈ້ງວ່າ ມັນ​ຊ່ອຍ​​ໃຫ້ຂ້າພະເຈົ້າ​ເຕີບ​ໂຕ, ເຂົ້າໃຈ, ແລະ ມີ​ຄວາມ​ເມດ​ຕາ​ສົງສານ. ມັນ​​ໄດ້ຊ່ອຍ​ຂ້າພະເຈົ້າ​ເຂົ້າ​ມາ​ໃກ້​ຊິດ​ພຣະ​ບິດາ​ເທິງ​ສະຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ ໂດຍ​ທີ່​ມີ​ປະສົບ​ການ ແລະ ການ​ປັບປຸງ​ຝັງ​ໄວ້​ໃນ​ໃຈ​ຂອງຂ້າພະເຈົ້າ.

ການຊີ້​ນຳ ແລະ ການ​ແນະນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ສິ່ງ​ຈຳເປັນ. ພຣະ​ອົງ​ໄດ້​ຊ່ອຍ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໂດຍ​ແກ້​ໄຂ​ການ​ທ້າ​ທາຍ​ອັນ​ໜຶ່ງ ຕອນ​ທີ່​ພຣະ​ອົງ​ບອກ​ເພິ່ນ​ເຖິງ​ວິທີ​ທີ່​ຈະ​ຮັບ​ອາກາດ​ໃນ​ເຮືອ​ທີ່​ເພິ່ນ​ສ້າງ​ມາດ້ວຍ​ສັດທາ (​ເບິ່ງ ອີ​ເທີ 2:20). ແຕ່​ສຳຄັນ​ທີ່​ເຫັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ພຽງ​ແຕ່​ບໍ່​ໄດ້​ແກ້​ໄຂ​ການ​ທ້າ​ທາຍ​ທີ່​ບໍ່​ມີ​ແສງ​ສະຫວ່າງ​ເທົ່າ​ນັ້ນ ແຕ່​ພຣະ​ອົງ​ໄດ້​ສະແດງ​ຢ່າງ​ແຈ່ມ​ແຈ້ງວ່າ ພຣະ​ອົງ​ຈະ​ຍອມ​ໃຫ້​ມີ​ຄວາມທຸກ​ຍາກ​ລຳບາກ​ເກີດ​ຂຶ້ນ ຊຶ່ງ​ຈຳເປັນ​ເພື່ອ​ແກ້​ໄຂ​ການ​ທ້າ​ທາຍ​ນັ້ນ. ພຣະ​ອົງ​ເອງ​ຈະ​ບັນດານ​ໃຫ້​ມີ​ລົມ ມີ​ຝົນ ແລະ ນ້ຳ​ຖ້ວມ (​ເບິ່ງ ອີ​ເທີ 2:23–24).

ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ເຮັດ​ຈັ່ງຊັ້ນ? ແລະ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ເຕືອນ​ເຮົາ​ໃຫ້​ຖອນ​ຕົວ​ໜີ​ຈາກ​ໄພ​ອັນຕະລາຍ ເມື່ອ​ພຣະ​ອົງສາ​ມາດ​ຢຸດ​ໄພ​ອັນຕະລາຍ​ນັ້ນ? ປະທານ​ວິ​ວ​ຝອດ ວູດດຣັບ ເຄີຍ​ເລົ່າ​ເລື່ອງ​ທີ່​ໄດ້​ຮັບ​ການ​ເຕືອນ​ທາງ​ວິນ​ຍານ​​ໃຫ້ຍ້າຍ​ລົດ​ມ້າ​ທີ່​ເພິ່ນ​ນອນ​ພ້ອມ​ກັບ​ເມຍ ແລະ ລູກ. ​ແລ້ວ​ບໍ່​ດົນກໍ​​ໄດ້ເຫັນ ​ຫລັງຈາກ​ໄດ້​ຍ້າຍມັນ​ແລ້ວ​ກໍມີ​ພາຍຸ​ດຶງ​ຕົ້ນໄມ້​ຕົ້ນ​ໃຫຍ່​ລົງ​ທັບ​ໃສ່​ບ່ອນ​ທີ່​ແຕ່​ກີ້​ມີ​ລົດ​ມ້າ​ຢູ່ (​ເບິ່ງ Teachings of Presidents of the Church: Wilford Woodruff [2004], 47).

ໃນ​ທັງ​ສອງກໍລະນີ​​ທີ່​ກ່າວ​ມາ​ນີ້, ອາດ​ປ່ຽນ​ອາກາດ​ເພື່ອ​ບໍ່​ໃຫ້​ມີ​ໄພ​ອັນຕະລາຍ​ກໍ​ໄດ້. ແຕ່​ເລື່ອງ​ສຳຄັນ​ກໍ​ຄື​ວ່າ—ແທນ​ທີ່​ຈະ​ແກ້​ໄຂ​ບັນຫາ​ເອງ ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ພວກ​ເຮົາ​ພັດທະນາ​ສັດທາ​ຊຶ່ງ​ຈະ​ຊ່ອຍ​ພວກ​ເຮົາ​​ໃຫ້ເພິ່ງ​ພາ​ອາ​ໄສ​ພຣະ​ອົງ ໃນ​ການ​ແກ້​ໄຂ​ບັນຫາ ແລະ ​ໄວ້ວາງໃຈ​ເຊື່ອ​​ພຣະ​ອົງ. ແລ້ວ​ພວກ​ເຮົາ​ຈະ​ສາມາດ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງຫລາຍ​ຂຶ້ນ​ເລື້ອຍໆ​, ຢ່າງ​ແຮງ​ກ້າກ​ວ່າ, ຢ່າງ​ແຈ່ມ​ແຈ້ງ​ກວ່າ, ແລະ ​ເປັນຢ່າງ​ສ່ວນ​ຕົວ​ກວ່າ. ພວກ​ເຮົາ​ຮ່ວມ​ນຳ​ພຣະ​ອົງ ແລະ ພວກ​ເຮົາ​ສາມາດ​ກາຍ​ເປັນ​ໝືອນ​ດັ່ງ​ພຣະ​ອົງ. ທີ່​ພວກ​ເຮົາ​ຈະ​ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ​ແມ່ນ​​ແຕ່ຈຸດປະສົງ​ຂອງ​ພຣະ​ອົງ​ເອງ. ​ແທ້​ຈິງ​ແລ້ວ ມັນ​ເປັນ​ລັດ​ສະໝີ​ພາບ ພ້ອມ​ທັງ​ເປັນ​ວຽກ​ງານ​ຂອງ​ພຣະ​ອົງ (​ເບິ່ງ Moses 1:39).

ເທື່ອ​ໜຶ່ງ​ເດັກ​ຊາຍ​ຄົນ​ໜຶ່ງ​ໄດ້​ພະຍາຍາມ​ເຮັດ​ໃຫ້​ບ່ອນ​ເປັນ​ຂີ້​ດິນ​ຢູ່​ຫລັງ​ບ້ານ​ພຽງ​ເພື່ອ​ຈະ​ໄດ້​ໄປ​ຫລິ້ນ​ຢູ່​ຫັ້ນ. ມີ​ຫີນ​ກ້ອນ​ໃຫຍ່​ທີ່​ກີດ​ທາງ​ວຽກ​ລາວ. ລາວ​ກໍ​ຍູ້​ກໍ​ດຶງ​ສຸດ​ແຮງ ແຕ່​ບໍ່​ວ່າ​ເຮັດ​ແຮງ​ເທົ່າໃດ​ກໍ​ຕາມ ຫີນ​ບໍ່​ເຄື່ອນ​ຍ້າຍ​ເລີຍ.

ພໍ່​ຂອງລາວ​ໄດ້​ເບິ່ງ​ໜ້ອຍໜຶ່ງ ແລ້ວໄປ​ຫາ​ລູກ ແລະ ເວົ້າ​ວ່າ “ລູກຕ້ອງ​ໃຊ້​ພະລັງສຸດ​ແຮງ​ຄັນ​ຊິ​ຍ້າຍ​ຫີນ​ໃຫຍ່​ຊ່ຳ​ນີ້.”

ເດັກ​ຕອບ​ວ່າ “ຂ້ານ້ອຍ​ໃຊ້​ໝົດ​ແຮງ​ແລ້ວ!”

ພໍ່​ບອກ​ລາວ​ວ່າ: “ບໍ່​ແມ່ນ. ລູກ​ຍັງ​ບໍ່​ໄດ້​ໃຫ້​ພໍ່​ຊ່ອຍ​ເທື່ອ!”

ແລ້ວ​ທັງ​ສອງ​ກົ້ມ​ຕົວ​ລົງ ແລະ ເລື່ອນ​ຫີນ​ກ້ອນ​ນັ້ນ​ໄດ້​ງ່າຍໆ.

ພໍ່​ຂອງ​ໄວ​ບາ ໂຣມ ຜູ້​ເປັນ​ເພື່ອນ​ຂອງຂ້າພະເຈົ້າ​ທີ່​ເປັນ​ປະທານ​ສະ​ເຕກ​ຄົນ​ທຳ​ອິດ​ຢູ່​ປະເທດ ປາ​ປົວ ນິວ ກິ​ເນ​ຍ ເຄີຍ​ຖືກ​ສອນ​ວ່າ ລາວ​ສາມາດ​ຫາ​ພຣະ​ບິດາ​ເທິງ​ສະຫວັນ​ໃນ​ເວລາ​ທີ່​ຕ້ອງການ. ລາວ​ພ້ອມ​ກັບ​ຊາວບ້ານ​ກໍ​ຢູ່​ໄດ້​ເພາະ​ຜົນລະປູກ. ມີ​ມື້ໜຶ່ງ​ທີ່​ລາວ​ຈູດ​ໄຟ​ເພື່ອ​ຖາງ​ໄຮ່​ກ່ອນ​ປູກ. ແຕ່​ລະ​ດູກ່ອນ​ນັ້ນ​ກໍ​ຮ້ອນ​ດົນ​ແລ້ວ ແລະ ມັນ​ແຫ້ງ​ຫລາຍ. ໄຟ​ທີ່​ຈູດ​ນັ້ນ​​ໄດ້ກາຍເປັນ​ໄຟ​ແບບ​ປະທານທອມ​ມັສ ​ແອັສ ມອນ​ສັນ ດັ່ງ​ທີ່​ສາດສະດາ​ຂອງ​ພວກ​ເຮົາ​ໄດ້​ບັນ​ລະ​ຍາຍ​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ​ຊຸດ​ແລ້ວ​ນັ້ນ (​ເບິ່ງ “Obedience Brings Blessings,” Ensign or Liahona, May 2013, 89–90). ໄຟ​ໄດ້​ຂະ​ຍາຍ​ອອກ​ເຜົາ​ຫຍ້າ​ເຜົາ​ໄມ້ ແລະ ຕາມ​ທີ່​ລູກ​ຊາຍ​ບອກ ເກີດ​ເປັນ “ໄຟ​ຍັກ.” ລາວ​ຢ້ານ​ແທນ​ເພື່ອນ​ຊາວບ້ານ ແລະ ອາດ​ເສຍ​ຜົນລະປູກ. ຖ້າ​ມັນ​ທຳລາຍ, ​ລາວ​ເອງ​ຈະ​ຕ້ອງ​ຮັບ​ຍຸດຕິ​ທຳ​ຕາມ​ກົດໝາຍ​ໝູ່​ບ້ານ. ລາວ​ດັບ​ໄຟ​ບໍ່​ໄດ້ ແລ້ວ​ລາວ​ຈື່​ວ່າ​ມີ​ພຣະ​ຜູ້​ເປັນ​ເຈົ້າ.

ບັດ​ນີ້​ຂ້າພະເຈົ້າ​ອ້າງ​ຄຳ​ຂອງ​ລູກ​ຊາຍ​ລາວ ຜູ້​ທີ່​ເປັນ​ເພື່ອນ​ຂ້າພະເຈົ້າວ່າ: “ພໍ່​ໄດ້​ຄຸເຂົ່າ​ລົງ​ເທິງ​ຄ້ອຍ​ພູ​ໃນ​ຟຸ່ມ​ໄມ້ ແລະ ອະທິຖານ​ຫາພຣະ​ບິດາ​ເທິງ​ສະຫວັນ​​ໃຫ້​ຊ່ອຍ​ດັບ​ໄຟ​ນັ້ນ. ທັນທີ​ກໍ​ເກີດ​ມີ​ເມກ​ດຳ​ຜືນ​ໃຫຍ່​ສູງ​ກວ່າ​ຫົວ​ພໍ່ ແລະ ຝົນ​ໄດ້​ເລີ່​ມຕົກ​ແຮງໆ—ກໍ​ຕົກ​ແຕ່​ໃສ່​ບ່ອນ​ໄຟ​ໄໝ້​ເທົ່າ​ນັ້ນ. ພໍ່​ຫລຽວ​ເບິ່ງ​ອ້ອມໆ ເຫັນ​ແຕ່​ຟ້າ​ແຈ່ມ​ໃສ​ທົ່ວ​ໄປ​ນອກຈາກ​ບ່ອນ​ໄຟ​ໄໝ້. ພໍ່​ບໍ່​ເຊື່ອ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕອບ​ຄົນ​ທີ່​ຕ່ຳ​ຕ້ອຍແບບ​ພໍ່​ ແລ້ວ​ພໍ່​ໄດ້​ຄຸເຂົ່າ​ລົງ​ອີກ ແລະ ຮ້ອງໄຫ້​ເໝືອນ​ເດັກນ້ອຍ. ພໍ່​ບອກ​ວ່າ ມັນ​ເປັນຄວາມ​ຮູ້ສຶກທີ່​ແສນ​ຫວານ​ທີ່​ສຸດ” (​ເບິ່ງ ​ແອວ​ມາ 36:3).

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງພວກ​ເຮົາ​ປະສົງ​ໃຫ້​ພວກ​ເຮົາ​ຮັກ​ພຣະ​ອົງ​ຈົນ​ວ່າ​ພວກ​ເຮົາ​ຢາກ​ໃຫ້​ປະສົງ​ຂອງ​ພວກ​ເຮົາ​ເປັນ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ. ​ແລ້ວ​ພວກ​ເຮົາ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ ແລະ ຮູ້ຈັກ​ລັດສະໝີ​ພາບ​ຂອງ​ພຣະ​ອົງ. ຕໍ່​ໄປ​ພຣະ​ອົງສາ​ມາດ​ອວຍພອນ​ພວກ​ເຮົາ​ຕາມ​ທີ່​ພຣະ​ອົງ​ປະສົງ. ສິ່ງ​ນີ້​ໄດ້​ເກີດ​ຂຶ້ນ​ກັບ​ນີ​ໄຟ ລູກ​ຊາຍ​ຂອງ​ຮີ​ລາມັນ ຕອນ​ເພິ່ນ​ພັດທະນາ​ຕົວ​ຈົນ​ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ວາງໃຈ​ເພິ່ນ​ທັງ​ໝົດ ແລະ ເພາະ​​ເຫດການ​ນັ້ນ​ພຣະ​ອົງ​ຈຶ່ງ​ອວຍພອນ​ເພິ່ນ​ຕາມ​ທີ່​ເພິ່ນ​ທູນ​ຂໍ (​ເບິ່ງ ຮີ​ລາມັນ 10:4–5).

ໃນ​ປື້​ມ ຊີວິດ​ຂອງ​ໄພ, ເປັນ​ນິຍາຍ​ທີ່​ຂຽນ​ໂດຍ​ນາຍ​ຢາ​ນ ມາ​ເທ​ ພະ​ເອກທີ່ເລົ່າ​ຄວາມ​ຮູ້ສຶກ​ຂອງ​ຕົນ​ກ່ຽວ​ກັບ​ພຣະຄຣິດ​ວ່າ: “ຂ້ອຍ​ຢຸດ​ຄິດ​ເຖິງ​ພຣະ​ອົງ​ບໍ່​ໄດ້​ດອກ. ຍັງ​ຢຸດ​ບໍ່​ໄດ້​ເລີຍ. ຂ້ອຍ​ຄິດ​ເຖິງ​ພຣະ​ອົງ​ໝົດ​ທັງ​ສາມ​ມື້. ຍິ່ງ​ຄິດ​ເຖິງ​ພຣະ​ອົງ​ຍິ່ງ​ບໍ່​ສາມາດ​ລືມ​ພຣະ​ອົງ. ແລະ ຍິ່ງ​ຮຽນ​ກ່ຽວ​ກັບ​ພຣະ​ອົງ​ຫລາຍ​ຂຶ້ນ ຍິ່ງ​ບໍ່​ຢາກ​ປະ​ຖິ້ມ​ພຣະ​ອົງ​ໄປ” ([2001], 57).

ຂ້າພະເຈົ້າ​ຮູ້ສຶກ​ແບບ​ດຽວ​ກັນ​ນັ້ນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ພຣະ​ອົງ​ຢູ່​ໃກ້ຊິດ​ຕະຫລອດ ໂດຍ​ສະເພາະ​ໃນ​ແຫ່ງ​ສັກສິດ ແລະ ຕອນ​ທີ່​ຕ້ອງການ; ແລະ ບາງເທື່ອ ຕອນ​ທີ່​ຂ້າພະເຈົ້າ​​ບໍ່​ຄາດ​ຄິດ​ວ່າຈະ​ມີ ຂ້າພະເຈົ້າ​ຮູ້ສຶກ​ເໝືອນ​ພຣະ​ອົງ​ມາ​ແຕະ​ບ່າ​ໄຫລ່​ບອກ​ວ່າ​ພຣະ​ອົງ​ຮັກ​ຂ້າພະເຈົ້າ. ຂ້າພະເຈົ້າ​ສາມາດ​ຕອບ​ສະໜອງ​ຄວາມ​ຮັກ​ນັ້ນ​ເຖິງ​ແມ່ນ​ບໍ່​ສົມບູນ ໂດຍ​ທີ່​ມອບ​ຫົວ​ໃຈໃຫ້​​ແກ່​ພຣະ​ອົງ (​ເບິ່ງ D&C 64:22, 34).

ສອງ​ສາມ​ເດືອນ​ກ່ອນ ຂ້າພະເຈົ້າ​ໄດ້​ນັ່ງ​ຢູ່​ກັບ​ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ຂະນະ​ທີ່​ເພິ່ນ​ຈັດ​ຕັ້ງ​ບ່ອນຮັບ​ໃຊ້​ຂອງ​ຜູ້​ສອນ​ສາດສະໜາ. ເມື່ອ​ເຮົາ​ກຳລັງ​ອອກ​ໄປ ​ເພິ່ນ​ຖ້າ​ຂ້າພະເຈົ້າ ແລະ ຂະນະ​ທີ່​ຍ່າງ​ອອກ​ໄປ​ເພິ່ນ​ກໍ​ວາງ​ແຂນ​ໃສ່​ບ່າ​ໄຫລ່​ກອດ​ຂ້າພະເຈົ້າ. ຂ້າພະເຈົ້າ​ບອກ​ເພິ່ນ​ວ່າ ເພິ່ນ​ເຄີຍ​ເຮັດ​ແບບ​ດຽວ​ກັນ​ນີ້​ເທື່ອ​ໜຶ່ງ​ທີ່​ປະເທດ​ອົດ​ສະ​ຕາ​ລີ. ແລ້ວ​ເພິ່ນ​ເວົ້າ​ວ່າ “ກໍ​ແມ່ນ​ເພາະ​ຂ້ອຍ​ຮັກ​ເຈົ້າ​ຕິ!” ແລ້ວ​ຂ້າພະເຈົ້າ​ຮູ້​ວ່າ​ນັ້ນ​ເປັນຄວາມ​ຈິງ.

ຂ້າພະເຈົ້າ​ເຊື່ອ​ວ່າ ຖ້າ​ຫາກ​ພວກ​ເຮົາ​ຈະ​ມີ​ສິດ​ພິເສດ​ທີ່​ຈະຍ່າງ​ໄປ​ນຳ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ພວກ​ເຮົາ​ຈະ​ຮູ້ສຶກວ່າ​ແຂນ​ຂອງ​ພຣະ​ອົງຖືກວາງ​ໃສ່​ບ່າ​ໄຫລ່​ຂອງພວກ​ເຮົາ​ຄື​ກັນ​ນັ້ນ​ແຫລະ. ​ເໝືອນ​ດັ່ງ​ພວກ​ສານຸສິດ​ທີ່​ຍ່າງ​ໄປສູ່​ເມືອງ​ເອມ​ມາ​ອຸດ ຈິດໃຈ​ຂອງ​ພວກ​ເຮົາ​ຈະ “ຮ້ອນຮົນ​ຄື​ໄຟ​ເຜົາ​ຜານ” (ລູກາ 24:32). ຂ່າວສານ​ຂອງ​ພຣະ​ອົງ​ຄື: “ເຊີນ​ມາ ແລະ ເບິ່ງ​ເອົາ” (​ໂຢຮັນ 1:39). ມັນ​ເປັນ​ແບບ​ທີ່​ສ່ວນ​ຕົວ​ ທີ່​ເຊື້ອ​ເຊີນ ແລະ ຕ້ອນຮັບ ໃນ​ການ​ເຊີນ​ໄປ​ຍ່າງ​ຕາມ​ພຣະ​ອົງ​ກອດ​ບ່າ​ໄຫລ່​ຂອງພວກ​ເຮົາ.

ຂໍ​ໃຫ້​ພວກ​ເຮົາ​ທຸກ​ຄົນຈົ່ງ​ຮູ້ສຶກ​ຄວາມ​ໝັ້ນ​ໃຈ​ເໝືອນ​ດັ່ງ​ເອ​ໂນ​ດ, ຕາມ​ທີ່​ອ່ານ​ໃນ​ຂໍ້​ສຸດ​ທ້າຍ​ໃນ​ໜັງສື​ສັ້ນໆ​ແຕ່​ຍັງ​ສຳຄັນ​ຂອງ​ເພິ່ນ​ທີ່​ວ່າ: “ຂ້າພະເຈົ້າ​ປິ​ຕິ​ຍິນ​ດີ​ໃນ​ວັນ​ເມື່ອ​ຄວາມ​ເປັນ​ມະຕະ​ຂອງ​ຂ້າພະເຈົ້າ​ຈະ​ສວມ​ໃສ່​ຄວາມ​ອະມະຕະ ແລະ ຈະ​ຢືນ​ຢູ່​ຕໍ່ໜ້າ​ຂອງ​ພຣະ​ອົງ; ເພາະ​ໃນ​ເວລາ​ນັ້ນ​ຂ້າພະເຈົ້າ​ຈະ​ເຫັນ​ໜ້າ​ຂອງ​ພຣະ​ອົງ​ດ້ວຍ​ຄວາມສຸກ​ໃຈ ແລະ ພຣະ​ອົງ​ຈະ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: ມາ​ຫາ​ເຮົາ​ເຖີດ, ເຈົ້າ​ຜູ້​ເປັນ​ສຸກ, ເຮົາ​ມີ​ບ່ອນ​ຕຽມ​ໄວ້​ໃຫ້​ເຈົ້າ​ແລ້ວ​ຢູ່​ໃນ​ຜາສາດ​ຂອງ​ພຣະ​ບິດາ​ຂອງ​ເຮົາ” (​ເອ​ໂນ​ດ 1:27).

ເພາະ​ເຄີຍ​ມີ​ປະສົບ​ການ​ຫລາຍ​ຢ່າງ ແລະ ໂດຍ​ຜ່ານ​ທາງ​ອຳນາດ​ທີ່​ພຣະ​ວິນ​ຍານ​ເປັນ​ພະຍານ​ໃຫ້​ຂ້າພະເຈົ້າ, ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ໂດຍ​ສຸດ​ຄວາມ​ແນ່ນອນ​ວ່າ ພຣະ​ເຈົ້າ​ຊົງພຣະ​ຊົນ​ຢູ່. ຂ້າພະເຈົ້າ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ. ມັນ​ເປັນຄວາມ​ຮູ້ສຶກ​ທີ່ຫວານ​ຊື່ນ. ຂໍ​ໃຫ້​ພວກ​ເຮົາ​ຈົ່ງເຮັດ​ສິ່ງ​ທີ່​ຈຳເປັນ​ເພື່ອ​ໃຫ້​ປະສົງ​ຂອງ​ພວກ​ເຮົາ​ສອດຄ່ອງ​ກັບ​ພຣະ​ປະສົງ​ຂອງ​ພຣະ​ອົງ ແລະ ຮັກ​ພຣະ​ອົງ​ແທ້ໆ. ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.