​2010–2019
ກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ: ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ ແລະ ປະ​ຈັກ​ພະ​ຍານ
ຕຸລາ 2013


ກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ: ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ ແລະ ປະ​ຈັກ​ພະ​ຍານ

ເຮົາ​ຕ້ອງ​ການກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ​ຫລາຍແທ້ໆ! ຜ່ານກອງ​ປະ​ຊຸມ ສັດ​ທາ​ຂອງ​ເຮົາ​ຈະ​ເຂັ້ມ​ແຂງ​ຂຶ້ນ ແລະ ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ກໍ​ຈະເລິກ​ຊຶ້ງ​ຂຶ້ນ.

ຂໍ​ຂ​ອບ​ໃຈ, ປະ​ທານ​ມອນ​ສັນ, ສຳ​ລັບ​ຄຳ​ສອນ ແລະ ຕົວ​ຢ່າງ ແຫ່​ງການ​ຮັບ​ໃຊ້ເໝືອນ​ດັ່ງພ​ຣະ​ຄ​ຣິດ​ຂອງ​ທ່ານ ​ແລະ ສຳລັບ​ການ​ມອບ​ໝາຍຂອງ​ທ່ານ​ໃຫ້​ພວກເຮົາ​​ທຸກ​ຄົນ​ເປັນ​ຜູ້​ສອນ​ສາດສະໜາ​. ພວກ​ເຮົາ​ອະ​ທິ​ຖານ​ເພື່ອ​ທ່ານຢູ່​ສະ​ເໝີ.

ໃນ​ຍຸກ​ສະ​ໄໝ​​ຂອງ​ເຮົາ, ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ ພ​ຣະ​ເຢ​ຊູ​ຄ​ຣິດ​ໄດ້​ອ້າງ​ເຖິງ​ການ​ເຕົ້າ​ໂຮມ​ໄພ່​ພົນ​ວ່າເປັນ ກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ ຂອງ​ພຣະອົງ.1

ບໍ່​ວ່າ​ເຮົາ​ຈະ​ອາ​ໄສ​ຢູ່​ໃສ​ກໍ​ຕາມ​ໃນ​ໂລກນີ້, ບໍ່​ວ່າ​ເຮົາ​ຈະ​ຮັບ​ຊົມ​ຮັບ​ຟັງ​ການ​ຖ່າຍ​ທອດນີ້​​ຜ່ານ​ວິ​ທີໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເຮົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ໃນ​ກອງ​ປະ​ຊຸມ ຂອງ​ພຣະອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ອີກວ່າ ເຮົາ​ຈະ​ໄດ້​ຍິນ​ພ​ຣະ​ຄຳ​ຂອງ​ພ​ຣະ​ອົງ, ເພາະ​ພ​ຣະ​ອົງ​ໄດ້​ກ່າ​ວ​ວ່າ, ບໍ່​ວ່າຈະ​ຜ່ານ​​ສຸ​ລະສຽງ​ຂອງ​ພຣະ​ອົງ ຫລື ຜ່ານ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ, ມັນ​ກໍ​ເໝືອນ​ກັນ.2

ກອງ​ປະ​ຊຸມ​ໄດ້​ເປັນ​ພາກ​ສ່​ວນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ສະ​ເໝີ​ມາ. ອາ​ດາມ​ໄດ້​ເຕົ້າ​ໂຮມ​ລູກ​ຫລານ​ຂອງ​ເພິ່ນ ແລະ ໄດ້​ພະ​ຍາ​ກອນ​ເຖິງ​ສິ່ງ​ຈະ​ມາ​ເຖິງ. ໂມ​ເຊ​ໄດ້​ເຕົ້າ​ໂຮມ​ລູກ​ຫລານ​ຂອງ​ອິດ​ສະ​ລາ​ເອນ ແລະ ໄດ້​ສອນ​ເຂົາ​ເຈົ້າ​ເຖິງ​ພ​ຣະ​ບັນ​ຍັດ​ທີ່​ເພິ່ນ​ໄດ້​ຮັບ. ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ຝູງຊົນ​ທີ່​ໄດ້​ເຕົ້າ​ໂຮມ​ກັນ ທັງ​ໃນ​ແຜ່ນ​ດິນ​ສັກ​ສິດ ແລະ ໃນ​ທະ​ວີບ​ອາ​ເມ​ຣິ​ກາ. ເປ​ໂຕໄດ້​ເຕົ້າ​ໂຮມ​ຜູ້​ຄົນ​ທີ່​ເຊື່ອ​ໃນ​ກຸງ​ເຢ​ຣູຊາ​ເລັມ. ກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ​ຄັ້ງ​ທຳ​ອິດ​ໃນ​ຍຸກ​ສຸດ​ທ້າຍ​ກໍ​ໄດ້​ເລີ່ມ​ຕົ້ນ​ພຽງ​ແຕ່​ສອງ​ເດືອນ​ຫລັງ​ຈາກ​ສາ​ດ​ສະ​ໜາ​ຈັກ​ຖືກ​ຈັດ​ຕັ້ງ​ຂຶ້ນ ແລະ ກອງ​ປະຊຸມ​ໃຫຍ່​ສາມັນກໍໄດ້​ຖືກຈັດ​ຂຶ້ນ​ແບບນີ້​ຈົນ​ເຖິງວັນ​ເວ​ລານີ້.

ກອງ​ປະຊຸມເຫລົ່າ​ນີ້​ແມ່ນ​ຖືກ​ຈັດ​ຂຶ້ນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ສະ​ເໝີ​ມາ, ໄດ້​ຮັບ​ການ​ນຳ​ພາ​ໂດຍ​ພ​ຣະ​ວິນ​ຍານ​ຂອງ​ພ​ຣ​ະ​ອົງ.3 ພວ​ກ​ເຮົາ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ກ່າວ​ໃນ​ຫົວ​ຂໍ້​ໃດ​ໜຶ່ງ​ໂດຍ​ສະ​ເພາະຕາມ​ທີ່ ພຣະອົງ ປະສົງ​ໃຫ້​ເຮົາ​ກ່າວ. ຫລາຍໆ​ອາ​ທິດ ແລະ ເດືອນ, ສ່ວນ​ຫລາຍ​ແລ້ວ​ຜ່ານ​ຄ່ຳ​ຄືນ​ທີ່​ໄດ້​ນອນ​ນ້ອຍ, ພວກ​ເຮົາລໍ​ຖ້າ​ພ​ຣະ​ຜູ້​ເປັນ​ເຈົ້າ. ຜ່ານ​ການ​ຖື​ສິນ​ອົດ​ເຂົ້າ, ການ​ອະ​ທິ​ຖານ, ການ​ສຶກ​ສາ, ແລະ ກາ​ນ​ໄຕ່​ຕອງ, ພວກ​ເຮົາ​ຮຽນ​ຮູ້​ຂ່າວ​ສານ​ທີ່ພຣະອົງປະ​ສົງ​ໃຫ້​ເຮົາ​ກ່າວ.

ບາງ​ຄົນ​ອາດ​ຖາມ​ວ່າ, “ເປັນ​ຫ​ຍັງ​ການ​ດົນ​ໃຈ​ນັ້ນ​ຈຶ່ງບໍ່​ມາ​ເຖິງ​ຢ່າງ​ງ່າຍໆ ແລະ ວ່ອງ​ໄວ​ກວ່ານີ້ແດ່?” ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ ອໍ​ລິ​ເວີ ຄາວ​ເດີ​ຣີ​ ວ່າ, ເພິ່ນ​ຕ້ອງ​ສຶກ​ສາ​ໄຕ່​ຕອງ​ໃນ​ຄວາມ​​ຄິດ​ຂອງ​ເພິ່ນ; ເມື່ອນັ້ນ​ເພິ່ນ​​ຈະຕ້ອງ​ຖາມ​ພ​ຣະ​ອົງ​ຫາ​ກວ່າ​ມັນ​ຖືກ​ຕ້ອງ.4 ຂ່າວ​ສານ​ຂອງກອງ​ປະ​ຊຸມ​ຈະ​ມາ​ສູ່​ເຮົາ ຫລັງ​ຈາກ​ການ​ກະ​ກຽມ​ທີ່​ເຕັມ​ໄປ​ດ້ວຍ​ການ​ອະ​ທິ​ຖານ, ຜ່ານ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ.

ຫລັກ​ທຳ​ນີ້​ກໍ​ຈິງ​ສຳ​ລັບ​ສະ​ມາ​ຊິກ​ຂອ​ງ​ສາດ​ສະ​ໜາ​ຈັກທຸກໆ​ຄົນ ຂະ​ນະ​ທີ່​ເຮົາ​ຕຽມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນ​ຫວອດ, ສະ​ເຕກ, ແລະ ກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ​ຕ່າງໆ. ເຮົ​າ​ສຶ​ກ​ສາ​ໄຕ່​ຕອງ​ໃນ​ຄວາມ​ຄິດ​ຂອງ​ເຮົາ ສິ່ງ​ທີ່​ເຮົາ​ຕ້ອງ​ການ ແລະ ປາດ​ຖະ​ໜາ​ຈາກ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ, ແລະ ເຮົາ​ອະ​ທິ​ຖານ​ເພື່ອ​ຈະ​ເຂົ້າ​ໃຈ ແລະ ນຳ​ໃຊ້​ສິ່ງ​ທີ່​ເຮົາ​ຖືກ​ສອນ​ມາ. ເມື່ອ​ເຖິງ​ເວ​ລາ​ຂອງກອງ​ປະ​ຊຸມ​ມາ​ເຖິງ, ເຮົາ​ສະ​ລະ​ກິດ​ຈະ​ກຳ​ອື່ນໆ, ແລະ “ປະ​ຖິ້ມ​ສິ່ງ​ຂອງ​ທາງ​ໂລກ ເພື່ອ​ຈະ​ສະ​ແຫວງ​ຫາສິ່ງ​ຂອງ​ທາງ​ໂລກ​ທີ່​ດີກວ່າ.”5 ແລ້ວເຮົາ​ຈະ​ເຕົ້າ​ໂຮມ​ຄອບ​ຄົວ​ຂອງ​ເຮົາ​ມາ​ຮັບ​ຟັງ​ພ​ຣະ​ຄຳ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ, ດັ່​ງ​ທີ່​ຜູ້​ຄົນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ເຮັດ.6

ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ມັກ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ກອງ​ປະ​ຊຸມ. ພວກ​ເຮົາ​ຈະ​ເຮັດ​ຜິດ​ໜັກ​ຖ້າ​ເຮົາ​ຖືວ່າ​ກອງ​ປະ​ຊຸມນັ້ນເປັນ​ສິ່ງ​ທີ່ພວກ​ເຂົາ​ຈະ​ບໍ່​ເຂົ້າ​ໃຈທັງ​ທາງ​ສະ​ຕິ​ປັນ​ຍາ ແລະ ທາງວິ​ນ​ຍານ. ຕໍ່​ພວກ​ເຈົ້າ ສະ​ມາ​ຊິກ​ໜຸ່ມ​ໃນ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຖ້າ​ພວກ​ເຈົ້າ​ຈະ​ຮັບ​ຟັງ, ພວກ​ເຈົ້າ​ຈະ​ຮູ້​ສຶກ​ວ່າ​ພຣະ​ວິນ​ຍານຈະ​ພອງ​ໂຕພາຍ​ໃນ​ຈິດ​ໃຈພວກເຈົ້າ. ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ບອກ​ພວກ​ເຈົ້າ​ເຖິງ​ສິ່ງ​ທີ່​ພ​ຣະ​ອົງ​ປະ​ສົງ​ໃຫ້​ພວກ​ເຈົ້າ​ເຮັດ​ໃນ​ຊີວິດ​ຂອງ​ພວກ​ເຈົ້າ.

ໃນ​ກອງ​ປະ​ຊຸມ​ເຮົາ​ສາ​ມາດ​ໄດ້​ຮັ​ບ​ພຣະ​ຄຳ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ໃຫ້​ເຮົາ​ແທ້ໆ. ສະ​ມາ​ຊິກ​ຄົ​ນ​ໜຶ່ງ​ໄດ້​ເປັນ​ພະ​ຍານ​ວ່າ: “ຂະ​ນະ​ທີ່​ຂ້າ​ນ້ອຍ​ໄດ້​ຟັງ​ຄຳ​ປາ​ໄສ​ຂອງ​ທ່ານ, ຂ້າ​ນ້ອຍໄດ້​ປະ​ທັບ​ໃຈ​ຫລາຍ. … ຄຳ​ປາ​ໄສ​ຂອງ​ທ່ານ​ໄດ້​ເປັນ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ທີ່​ມາ​ຈາກ​ພ​ຣະ​ຜູ້​ເປັນ​ເຈົ້າ​ທີ່​ເຈາະ​ຈົງ​ໃຫ້​ຄອບ​ຄົວ​ຂອງ​ຂ້າ​ນ້ອຍ​ໂດຍ​ກົງ. ຂ້າ​ນ້ອຍບໍ່​ເຄີຍ​ໄດ້​ຮັບ​ຮູ້​ການ​ສະ​ແດງ​ຂອງ​ພ​ຣະ​ວິ​ນ​ຍານ​ທີ່​ແຮງ​ກ້າ​ດັ່ງ​ນີ້​ມາ​ກ່ອນ​ໃນ​ຊີ​ວິດ ດັ່ງ​ໃນ​ນາທີນັ້ນ ເມື່ອ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ກ່າວ​ຕໍ່​ຂ້າ​ນ້ອຍ​ໂດຍ​ກົງ.”

ອີກ​ຄົນ​ໜຶ່ງ​ໄດ້​ກ່າວ​ວ່າ, “ຂ້າ​ນ້ອຍບໍ່​ເຄີຍຮູ້​ສຶກ​ຢ່າງ​ເລິກ​ຊຶ້ງ​ມາ​ກ່ອນ​ວ່າ​ຄຳ​ປາ​ໄສ​ນັ້ນ​ແມ່ນ​ສຳ​ລັບ​ຂ້າ​ນ້ອຍ​ແທ້ໆ.”

ສິ່ງນີ້​ເປັນ​ໄປ​ໄດ້​ເພາະ​ວ່າ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ນຳ​ເອົາ​ພ​ຣະ​ຄຳ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ເຂົ້າ​ໄປ​ສູ່​ຈິດ​ໃຈ​ຂອງ​ເຮົາ ໃນວິ​ທີ​ທີ່​ເຮົາ​ຈະ​ເຂົ້າ​ໃຈ​ມັນ​ໄດ້.7 ເມື່ອ​ຂ້າ​ພະ​ເຈົ້າ​ບັນ​ທຶກ​ຂ່າວ​ສານ​ລະ​ຫວ່າງກອງ​ປະ​ຊຸມ, ຂ້າ​ພະ​ເຈົ້າ​ຈະ​ບໍ່​ຂຽນ​ສິ່ງ​ທີ່​ຜູ້​ກ່າວ​ຄຳ​ປາ​ໄສ​ກ່າວ​ໂດຍ​ສະ​ເພາະ; ຂ້າ​ພະ​ເຈົ້າ​ຈະ​ຈົດ​ການ​ຊີ້​ນຳ​ທີ່​ພ​ຣະ​ວິນ​ຍານ​ປະ​ທານ​ໃຫ້​ຂ້າ​ພ​ະ​ເຈົ້າ​ຢ່າງ​ເປັນ​ສ່ວນ​ຕົວ.

ສິ່ງ​ທີ່ ຖືກ​ກ່າວ ​ນັ້ນ​ຈະ​ບໍ່​ສຳ​ຄັນ​ເທົ່າ​ກັບສິ່ງ​ທີ່​ເຮົາ ​ໄດ້​ຍິນ ​ແລະ ສິ່ງ​ທີ່​ເຮົາ​ຮູ້ສຶກ.8 ເພາະ​ເຫດນີ້​ເຮົາ​ຈຶ່ງ​ຈະ​ພະ​ຍາ​ຍາມຮັບ​ຊົມ​ຮັບ​ຟັງ​ກອງ​ປ​ະ​ຊຸມ​ໃນ​ບັນ​ຍາ​ກາດ​ບ່ອນ​ທີ່​ເຮົາ​ຈະ​ໄດ້​ຍິນ, ໄດ້​ຮູ້​ສຶກ​ເຖິງ ແລະ ເຂົ້າ​ໃຈ​ສຸ​ລະ​ສຽງ​ອັນເບົາໆ​ຂອງ​ພ​ຣະ​ວິນ​ຍານ​ໄດ້​ຢ່າງ​ແຈ່ມ​ແຈ້ງ.

ເຮົາ​ຕ້ອງ​ການກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ​ຫລາຍແທ້ໆ! ຜ່ານກອງ​ປະ​ຊຸມ ສັດ​ທາ​ຂອງ​ເຮົາ​ຈະ​ເຂັ້ມ​ແຂງ​ຂຶ້ນ ແລະ ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ກໍ​ຈະເລິກ​ຊຶ້ງ​ຂຶ້ນ. ແລະ ເມື່ອ​ເຮົາ​ຖືກ​ປ່ຽນ​ໃຈ​ເຫລື້ອມ​ໃສ​ແລ້ວ, ເຮົາ​ຈະ​ເສີມ​ກຳ​ລັງ​ໃຫ້​ກັ​ນ​ແລະ​ກັນ ທີ່​ຈະ​ຍຶດ​ໝັ້ນຢູ່​ຢ່າງ​ໝັ້ນ​ຄົງ​ເມື່ອ​ເຮົາ​ຖືກ​ອ້ອມ​ຮອບ​ຢູ່​ໂດຍ​ສິ່ງ​ຕໍ່​ສູ້ ແລະ ລໍ້​ລວງ​ໃນ​ວັນ​ເວ​ລາ​ສຸດ​ທ້າຍນີ້.9

ໃນ​ຫລາຍ​ສິບ​ປີ​ທີ່​ຜ່ານ​ມານີ້, ສ່ວນ​ຫລາຍ​ແລ້ວສາດ​ສະ​ໜາ​ຈັກ​ກໍ​ບໍ່​ໄດ້​ປະ​ສົບ​ກັບ​ຄວາມ​ເຂົ້າ​ໃຈ​ຜິດ ແລະ ການ​ຂົ່ມ​ເຫັງ​ຫລາຍ​ດັ່ງ​ທີ່​ໄພ່​ພົນ​ໃນ​ຕອນ​ຕົ້ນ​ໄດ້​ປະ​ສົບ​ມາ. ມັນ​ຈະ​ບໍ່​ເປັນ​ແບບນີ້​ສະ​ເໝີ​ໄປ. ຄົນ​ທັງ​ຫລາຍ​ໃນ​ໂລກນີ້​ກຳ​ລັງ​ຫັນ​ໜ້າ​ໜີ​ຈາກ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄວ​ກວ່າ ແລະ ໄກ​ກວ່າ​ແຕ່​ກ່ອນ. ຜູ້​ກົງ​ກັນ​ຂ້າມ (ມານ) ກຳ​ລັງ​ໃຊ້ອຳ​ນາດ ແລະ ອິດ​ທິ​ພົນ​ຂອງ​ມັນ​ຢູ່​ເທິງ​ໂລກ. ເຮົາ​ຊອມ​ເບິ່ງ, ໄດ້​ຍິນ, ອ່ານ, ສຶກ​ສາ, ແລະ ແບ່ງ​ປັນ​ພ​ຣະ​ຄຳ​ຂອງ​ສາດ​ສະ​ດາເພື່ອ​ຈະ​ໄດ້​ຮັບ​ຄຳ​ຕັກ​ເຕືອນ ແລະ ຖືກ​ປົກ​ປ້ອງ​ລ່ວງ​ໜ້າ. ຍົກ​ຕົວ​ຢ່າງ, ເຮົາ​ໄດ້​ຮັບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ດົນ​ນານ​ກ່ອນ​ທີ່​ເຮົາ​ໄດ້​ມີ​ການ​ທ້າ​ທາຍ​ທີ່​ຄອບ​ຄົວກຳ​ລັງປະ​ເຊີນ​ໜ້າ​ຢູ່​ດຽວນີ້. “ພ​ຣ​ະຄ​ຣິດ​ທີ່​ຊົງ​ພ​ຣະ​ຊົນ​ຢູ່: ປະ​ຈັກ​ພະ​ຍານ​ຂອງ​ບັນ​ດາ​ອັກ​ຄະ​ສາ​ວົກ” ໄດ້​ຖືກ​ຕຽມ​ໄວ້​ກ່ອນ​ເວ​ລາ​ທີ່​ເຮົາ​ຈະ​ຕ້ອງ​ການ​ມັນ​ຫລາຍ​ທີ່​ສຸດ.

ເຮົາ​ອາດ​ຈະ​ບໍ່​ຮູ້​ເຖິງ​ເຫ​ດ​ຜົນ​ທັງ​ໝົດ​ວ່າ​ເປັນ​ຫ​ຍັງ​ສາດ​ສະ​ດາ​ ແລະ ຜູ່​ກ່າວ​ປາ​ໄສຈຶ່ງກ່າວຫົວ​ຂໍ້​ໃດ​ໜຶ່ງ​ໂດ​ຍ​ສະ​ເພາະ​ໃນ​ກອງ​ປະ​ຊຸມ, ແຕ່​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮູ້. ປະ​ທານແຮ​​ໂຣນ ບີ ລີ ໄດ້​ສອນ​ວ່າ: “ຄວາມ​ປອດ​ໄພ​​ພຽງ​ຢ່າງ​ດຽວທີ່​ເຮົາ​ໃນ​ຖາ​ນະສະ​ມາ​ຊິກຂອງ​ສາ​ດ​ສະ​ໜາ​ຈັກ​ນີ້​ມີ​ຢູ່​ກໍຄື … ທີ່​ຈະ​ເອົາ​ໃຈ​ໃສ່​ພ​ຣະ​ຄຳ ແລະ ພ​ຣະ​ບັນ​ຍັດ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ປະ​ທານ​ໃຫ້​ຜ່ານ​ສາດ​ສະ​ດາ​ຂອງ​ພ​ຣະ​ອົງ. … ຈະ​ມີ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ຈະ​ຕ້ອງ​ໄດ້​ໃຊ້​ຄວາມ​ອົດ​ທົນ ແລະ ສັດ​ທາ. ທ່າ​ນອ​າດ​ຈະ​ບໍ່​ມັກ​ສິ່ງ​ທີ່​ມາ​ຈາກ​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ. ມັນ​ອາດ​ຈະ​ຂັດ​​ກັບ​ຄວາມ​ຄິດ​ເຫັນ [​ສ່ວນ​ຕົວ] ຂອງ​ທ່ານ​. ມັນ​ອາດ​ຂັດ​​ກັບ​ຄວາມ​ຄິດ​ເຫັນ​ທາງ​ສັງ​ຄົມ​ຂອງ​ທ່ານ. ມັນ​ອາດລົບ​ກວນ​ຊີ​ວິດ​ທາງ​ສັງ​ຄົມ​ຂອງ​ທ່ານ. ແຕ່​ຖ້າ​ຫາກ​ທ່ານ​ຮັບ​ຟັງ​ສິ່ງ​ເຫລົ່າ​ນີ້, ຄື​ວ່າ​ມັນ​ມາ​ຈາກ​ພຣະ​ໂອດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ເອງ, ດ້ວຍ​ຄວາມ​ອົດ​ທົນ ແລະ ສັດ​ທາ, ຄຳ​ສັນ​ຍາ​ກໍ​ຄື​ວ່າ ປະ​ຕູ​ນະ​ລົກ​ຈະ​ເອົາ​ຊະ​ນະ​ທ່ານບໍ່​ໄດ້; … ແລະ ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ກຳ​ຈັດ​ອຳ​ນາດ​ແຫ່ງ​ຄວາມ​ມືດ​ໄປ​ຈາກ​ໜ້າ​ທ່ານ, ແລະ ເຮັ​ດ​ໃຫ້​ສະ​ຫວັນ​ສັ່ນ​ສະ​ເທືອນ​ເພື່ອຄວາມ​ດີ​ຂອງ​ທ່ານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພ​ຣະ​ນາມ​ຂອງ​ພ​ຣະ​ອົງ (​ເບິ່ງD&C 21:6).”10

ປະ​ທານ​ລີ​ ຮູ້​ສິ່ງ​ທີ່​ເຮົາ​ກຳ​ລັງ​ປະ​ເຊີນ​ໜ້າ​ຢູ່​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ໄດ້​ແນວ​ໃດ? ເພິ່ນ​ຮູ້ ເພາະ​ວ່າ​ເພິ່ນ​​ໄດ້ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ. ແລະ ຖ້າ​ເຮົາ​ຮັບ​ຟັງ ແລະ ເຊື່ອ​ຟັງ​ສາດ​ສະ​ດາ​ໃນ​ເວ​ລານີ້, ຮ່ວມ​ທັງ​ຜູ້​ທີ່​ຈະ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມນີ້​ດ້ວຍ, ເຮົາ​ຈະ​ໄດ້​ຮັບ​ພະ​ລັງ ແລະ ຖືກ​ປົກ​ປ້ອງ.

ພອນ​ອັນ​ຍິ່ງ​ໃຫ​ຍ່​ຂອງກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ​ຈະ​ມາ​ສູ່​ເຮົາ​ຫລັງ​ຈາກກອງ​ປະ​ຊຸມ​ສິ້ນ​ສຸດ​ລົງ​ແລ້ວ. ຂໍ​ໃຫ້​ຈົດ​ຈຳ​ແບບ​ແຜນ​ທີ່​ຖືກ​ບັນ​ທຶກ​ໄວ້​ເລື້ອຍໆ​ໃນ​ຂໍ້​ພ​ຣະ​ຄຳ​ພີ​ວ່າ: ເຮົາ​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຮັບ​ຟັງ​ພ​ຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະແລ້ວ​ເຮົາ​ກັບ​ຄືນ​ບ້ານ​ເຮືອນ​ຂອງ​ເຮົາ​ເພື່ອ​ໄປ​ນຳ​ໃຊ້​ມັນ.

ຫລັງ​ຈາກກະ​ສັດ​ເບັນ​ຢາ​ມິນ​ໄດ້​ສອນ​ຜູ້​ຄົນ​ຂອງ​ເພິ່ນ, “ເພິ່ນ​ໄດ້​ໃຫ້​ຜູ້​ຄົນ​ເລີກລາ​ກັນ​ໄປ, ແລະ ທຸກຄົນ​ໄດ້ໄປ​ພ້ອມ​ກັບ​ຄອບ​ຄົວ​ເພື່ອ​ໄປ​ສູ່​ບ້ານ​ເຮືອນ​ຂ​ອງໃຜ​ລາວ.”11 ໃນ​ວັນ​ເວ​ລາ​ຂອງ​ເພິ່ນ, ກະ​ສັດ​ລິມ​ໄຮ​ກໍ​ໄດ້​ເຮັດ​ແບບ​ດຽວ​ກັນ.12 ຫລັງ​ຈາກ​ໄດ້​ສອນ ແລະ ປະ​ຕິ​ບັດ​ຕໍ່​ຜູ້​ຄົນ​ຢູ່​ທີ່​ພ​ຣະ​ວິ​ຫານ ບາວ​ທີ​ຟູ​ນ, ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ແນະ​ນຳ​ຜູ້​ຄົນ​ວ່າ, “ເຈົ້າ​ຈົ່ງ​ກັ​ບ​ໄປ​ບ້ານ​ຂອງ​ເຈົ້າ, ແລະ ໄຕ່​ຕອງເຖິງ​ເລື່ອງທີ່​ເຮົາ​ໄດ້​ກ່າວ​ໄປ​ນັ້ນ, ແລະ ທູນ​ຖາມ​ພ​ຣະ​ບິ​ດາ​ໃນ​ພ​ຣະ​ນາມ​ຂອງ​ເຮົາ, ເພື່ອ​ຈະ​ໄດ້​ເຂົ້າ​ໃຈ ແລະ ຈົ່ງ​ຕຽມ​ຈິດ​ໃຈ​ໄວ້​ສຳ​ລັບ​ມື້​ອື່ນ, ແລະ ເຮົາ​ຈະ​ກັບ​ມາ​ຫາ​ເຈົ້າ​ອີກ.”13

ເຮົາ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເມື່ອ​ເຮົາ​ໄຕ່​ຕອງ ແລະ ອະ​ທິ​ຖານ​ເພື່ອ​ຈະ​ເຂົ້າ​ໃຈ​ສິ່ງທີ່​ເຮົາ​ໄດ້​ຖືກ​ສອນ ແລະ ແລ້ວ​ກ້າວ​ອອກ​ໄປ ແລະ ປະ​ຕິ​ບັດ​ຕາມ​ພ​ຣະ​ປະ​ສົງ​ນັ້ນ. ຂໍ​ໃຫ້​ຈື່ຈຳ​ຖ້ອຍ​ຄຳ​ຂອງ​ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ​ ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ແລ້ວ​ວ່າ ເມື່ອ​ຂ້າ​ພະ​ເຈົ້າ​ກັບ​ບ້ານ​ຈາກກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ​ນີ້ … ຍັງ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ເຮັດ​ໃຫ້​ດີ​ຂຶ້ນ​ໄດ້. ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ສິ່ງນັ້ນ​ໄວ້​ໃນ​ໃຈ, ແລະ ຂ້າ​ພະ​ເຈົ້າ​ຄາດ​ຈະ​​ເລີ່ມເຮັດ​ວຽກ​ນັ້ນ​ທັນ​ທີ​ທີ່​​ເຮົາ​ປິດກອງ​ປະ​ຊຸມນີ້​ເລີຍ.”14 ເມື່ອບໍ່​ດົນ​ມານີ້ ປະທານ​ມອນ​ສັນ​ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຊຸກ​ຍູ້​ທ່ານ​ໃຫ້​ອ່ານ​ຄຳ​ປາ​ໄສ … ແລະ ໃຫ້​ໄຕ່​ຕອງ​ຂ່າວ​ສານ​ທີ່​ຢູ່​ໃນ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ເອງວ່າ ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍກວ່າ​ຈາກ​ຄຳ​ເທດ​ສະ​ໜາ​ທີ່​ດົນ​ໃຈ​ເຫ​ລົ່າ​ນີ້ ເມື່ອ​ຂ້າ​ພະ​ເຈົ້າ​ສຶກ​ສາ​ມັນ​ໃຫ້​ລະ​ອຽດກວ່າ.”15

ນອກ​ເໜືອ​ໄປ​ຈາກ​ການ​ເຊື້ອ​ເຊີ​ນ​ເຮົາ​ໃຫ້​​ສຶກ​ສາ​ພ​ຣະ​ຄຳ​ພີ​ເປັນສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ​ແລ້ວ, ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຍັງປະ​ສົງ​ໃຫ້​ເຮົາ​ສຶກ​ສາ ແລະ ນຳ​ໃຊ້​ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຮູ້​ຈາກກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ​ເປັນ​ປະ​ຈຳນຳ​ອີກ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ຄົນ​ທີ່​ໄວ້​ວາງ​ໃນ​ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ​ເຈົ້າ ແລະ ເຊື່ອ​ຟັງ​ຄຳ​ແນະ​ນຳ​ດ້ວຍ​ສັດ​ທາ​ຈະ​ໄດ້​ຮັບ​ພະ​ລັງ​ຫລາຍ​ຂຶ້ນ ເພື່ອ​ຈະ​ເປັນ​ພອນ​ໃຫ້​ເຂົ​າ​ເຈົ້າ​ເອງ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າຕະ​ຫລອດ​ເຖິງ​ຫລາຍໆລຸ້ນຄົນ​ໃນ​ອະ​ນາ​ຄົດ.

ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຈັດ​ເສັ້ນ​ທາງ​ໃຫ້​ແລ້ວ. ໃນ​ກອງ​ປະ​ຊຸມນີ້, ຈຳ​ນວນຄົນ 97 ເປີ​ເຊັນ​ໃນ​ສາດ​ສະ​ໜາ​ຈັກ​ສາ​ມາດ​ໄດ້​ຍິນ​ຂ່າວ​ສານ​ເຫລົ່າ​ນີ້​ໄດ້​ເປັນ​ພາ​ສາ​ຂອງ​ເຂົາ​ເຈົ້າ​ເອງ. ສະມາຊິກ​ຫລາຍ​ລ້ານ​ຄົນ​ໃນ 197 ປະ​ເທດ​ຈະ​ຮັບ​ຊົມ​ກອງ​ປະ​ຊຸມນີ້ ໃນ 95 ພາ​ສາ. ພາຍ​ໃນສອງສາມ​ວັນ​ຂ່າວສານ​ກໍ​ຈະ​​ເລີ່​ມມີ​ໄວ້​ໃຫ້​​ໃນອິນ​ເຕີ​ແນັດທີ່ LDS.org ​ເປັນ​ພາສາ​ອັງກິດ, ແລະ ພາຍ​ໃນ​ໜຶ່ງອາ​ທິດ ກໍ​ຈະ​ມີ​ໄວ້​ໃຫ້​ເປັນ​ຈຳ​ນວນ 52 ພາ​ສາ​. ດຽວນີ້​ເຮົາ​ຈະໄດ້​ຮັບ​ວາ​ລະ​ສາ​ນ​ຂອງ​ສາດ​ສະ​ໜາ​ຈັກ​ພາຍ​ໃນ​ສາມ​ອາ​ທິດ​ຫລັງ​ຈາກກອງ​ປະ​ຊຸມ​ໃຫຍ່​ສາ​ມັນຈົບ​ລົງ. ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ລໍ​ຖ້າ​ຄຳ​ປາ​ໄສນັ້ນ​ໃຫ້​ມາ​ທາງ​ໄປ​ສະ​ນີ​ເປັນ​ເວ​ລາ​ຫລາຍ​ເດືອນ. ຜ່ານຄອມ​ພິວ​ເຕີ, ໂທ​ລະ​ສັບ​ມື​ຖື, ຫລື ​ເຄື່ອງ​ເອ​ເລັກ​ທຣອນ​ນິກ​ອື່ນໆ, ເຮົາ​ສາ​ມາດ​ອ່ານ, ຟັງ, ເບິ່ງ, ແລະ ແບ່ງ​ປັນ​ຄຳ​ສອນ​ຂອງ​ສາດ​ສະ​ດາ​ໄດ້. ໃນ​ເວ​ລາ​ໃດ​ກໍ​ຕາມ, ຢູ່​ໃສ​ກໍ​ໄດ້, ເຮົາ​ສາ​ມາດ​ຂະ​ຫ​ຍາຍ​ຄວາມ​ຮູ້ຂອງ​ເຮົາ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ຂອງ​ເຮົາ, ປົກ​ປ້ອງ​ຄອບ​ຄົວ​ຂອງ​ເຮົາ, ແລະ ນຳ​ພາ​ເຂົາ​ເຈົ້າ​ກັບ​ຄືນ​ບ້ານ​ຢ່າງ​ປ​ອດ​ໄພ.

ຂ່າວ​ສານ​ຈາກກອງ​ປະ​ຊຸມນີ້​ຈະ​ຖືກຮວມ​ເຂົ້າ​ໄວ້​ຢູ່​ໃນ​ຫລັກ​ສູດ​ການ​ສອນ​ຂອງ​ເຍົາ​ວະ​ຊົນ​ທາງ​ອິນ​ເຕີ​ແນັດ​ນຳ​ອີກ. ພໍ່​ແມ່ທັງ​ຫລາຍ, ທ່ານ​ສາ​ມາດ​ເຂົ້າ​ເຖິງ​ບົດ​ຮຽນ​ຂອງ​ເຍົາ​ວະ​ຊົນ​ສຳ​ລັບ​ຕົວ​ທ່ານ​ເອງ​ໄດ້​ຢູ່​ທີ່ LDS.org. ຂໍ​ໃຫ້​ເຂົ້າ​ໄປ​ເບິ່ງ​ສິ່ງ​ທີ່​ລູກໆ​ຂອງ​ທ່ານ​ກຳ​ລັງ​ຮຽນ​ຮູ້​ຢູ່, ແລະ ເຮັດ​ໃຫ້​ມັນ​ເປັນ​ພາກ​ສ່ວນ​ຂອງ​ການ​ສຶກ​ສາ​ຂອງ​ທ່ານເອງ, ໃນ​ການ​ສົນ​ທະ​ນາ​ຂອງ​ຄອບ​ຄົວ, ການ​ສັງ​ສັນ​ໃນ​ຄອບ​ຄົວ, ການ​ປຶກ​ສາ​ໃນ​ຄອບ​ຄົວ, ແລະ ການ​ສຳ​ພາດ​ສ່ວນ​ຕົວ​ກັບ​ລູກ​ແຕ່ລະຄົນ​ຂອງ​ທ່ານກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າຕ້ອງການ​ຮຽນ​ຮູ້​ເປັນ​ສ່ວນ​ຕົວ.

ຂ້າ​ພະ​ເຈົ້າ​ຊຸ​ກຍູ້​ສະ​ມາ​ຊິກ​ທຸກ​ຄົນ​ໃຫ້​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທີ່​ຢູ່​ໃນ​ເວັບ​​ໄຊ້ ແລະ ແຫລ່ງ​ທາງ​ເຄື່ອງ​ອີ​ເລັກ​ທຣອນ​ນິກ​ຂອງ​ສາດ​ສະ​ໜາ​ຈັກ. ສິ່ງ​ເຫລົ່າ​ນີ້​ກໍ​ຖືກ​ພັດ​ທະ​ນາ​ຢູ່​ສະ​ເໝີ​ ເພື່ອ​ວ່າ​ມັນ​ຈະ​ໃຊ້​ໄດ້​ງ່າຍ​ຂຶ້ນ ແລະ ກ່ຽວ​ພັນ​ກັ​ບ​ຊີ​ວິດ​ຂອງ​ເຮົາ​ຫລາຍ​ຂຶ້ນ. ຢູ່​ໃນ LDS.org ທ່ານ​ຈະ​ພົບ​ເຫັນ​ຊັບ​ພະ​ຍາ​ກອນ​ທີ່​ຈະ​ຊ່ອຍ​ໃຫ້​ທ່ານ​ຮຽນ​ຮູ້​ພ​ຣະ​ກິດ​ຕິ​ຄຸນ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ບ້ານ​ເຮືອນ ແລະ ຄອບ​ຄົວ​ຂອງ​ທ່ານ, ແລະ ຮັບ​ໃຊ້​ໃນ​ການ​ເອີ້ນ​ຂອງ​ທ່ານ. ທ່ານ​ກໍ​ສາມາດຄົ້ນ​ຫາ​ບັນ​ພະ​ບຸ​ລຸດ​ທີ່​ຕ້ອງ​ການ​ພິ​ທີ​ການ​ທາງ​ພ​ຣະ​ວິ​ຫານ ແລະ ຊັບ​ພະ​ຍາ​ກອນ​ທີ່​ຈະ​ຊ່ອຍ​ເຫລືອ​ທ່ານ​ໃນ​ວຽກ​ງ​ານ​ແຫ່ງ​ຄວາມ​ລອດນຳ​ອີກ, ຮ່ວມ​ທັງ​ການ​ແບ່ງ​ປັນ​ພ​ຣະ​ກິດ​ຕິ​ຄຸນ. ພໍ່​ແມ່​ສາ​ມາດ​ເປັນ​ຜູ້​ນຳ​ທາງ​ໃນ​ການ​ກະ​ກຽມ​ລູກໆ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ, ຖາ​ນະ​ປະ​ໂລ​ຫິດ, ການ​ເຜີຍ​ແຜ່​ເຕັມ​ເວ​ລາ ​ແລະ ພຣະວິຫານ. ມັນສ​າ​ມາດ​ຊ່ອຍເຮົາ​ໃຫ້​ຍ່າງ​ຢູ່​ໃນ​ເສັ້ນ​ທາງ​ຄັບ ແລະ ແຄບ​ທີ່​ນຳ​ໄປ​ສູ່​ການ​ໄດ້ຮັບ​ພິ​ທີການ​ຂອງພຣະ​ວິ​ຫານ ແລະ ພັນ​ທະ​ສັນ​ຍາ ແລະ ມີ​ຄຸນ​ຄ່າ​ສຳ​ລັບ​ພອນ​ແຫ່ງ​ຊີ​ວິດ​ນິ​ລັນດອນ.

ໃນ​ກອງ​ປະ​ຊຸມ​ຂອງ​ເດືອນ​ເມ​ສາ​ທີ່​ຜ່ານ​ມານີ້, ໃນ​ກອງ​ປະ​ຊຸມ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຂ້າ​ພະ​ເຈົ້າ​ໄດ້​ເລົ່າ​ເລື່ອງ​ທີ່​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ແຕ້ມ​ຮູບ​ຂຸນ​ເສິກ (ນັບ​ຮົບ) ໃສ່​ເກາະ​ເຫລັກ​ເພື່ອ​ສອນ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບການ​ໃສ່ຍຸດ​ທະ​ພັນຄົບ​ຊຸດ​ຂອງ​ພ​ຣະ​ເຈົ້າ ແລະ ການ​ປົກ​ປ້ອງ​ທາງວິນ​ຍານ​ທີ່​ມັນ​ຈະ​ນຳ​ມາ​ໃຫ້.

ຫລັງ​ຈາກ​ພາກ​ປະ​ຊຸມນັ້ນ​ສິ້ນ​ສຸດ​ລົງ, ພໍ່​ຄົນ​ໜຶ່ງ​ໄດ້​ລາຍ​ງານ​ໃຫ້ຄອບ​ຄົວ​ຂອງ​ລາວຮູ້​ເຖິງສິ່ງ​ທີ່​ລາວ​ໄດ້​ຮຽນ​ຮູ້. ໂດຍ​ໄດ້​ຮັບ​ການ​ດົນ​ໃຈ, ທ້າວ​ເຈ​ສັນ ລູກ​ຊາຍ​ນ້ອຍຂອງ​ເຂົາ​ເຈົ້າ​ໄດ້​ເຂົ້າ​ໄປ​ຄົ້ນ​ຫາ ແລະ ຮັບ​ຟັງ​ຂ່າວ​ສານນັ້ນ​ເອງ. ສອງ​ສາມມື້​ຕໍ່​ໄປ ​ໃນ​ການ​ສັງ​ສັນ​ໃນ​ຄອບ​ຄົວ ລາວ​ໄດ້​ມາ​ແບ່ງ​ປັນ​ບົດ​ຮຽນ​ທີ່​ລາວ​ໄດ້​ຮຽນ​ຮູ້​ໃຫ້​ກັບນ້ອ​ງ​ຊາຍ ແລະ ນ້ອງ​ສາວ​ຂອງ​ລາວ. ນີ້​ແມ່ນຮູບ​ຂອງ​ລາວ.

ຮູບ​ພາບ
Jason

ຂ່າວ​ສານ​ທີ່​ລຽບ​ງ່າຍ​ຈາກກອງ​ປະ​ຊຸມ, ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ດົນ​ໃຈ, ທີ່​ເດັກ​ຄົນ​ໜຶ່ງ​ໄດ້​ຮັບ, ກໍ​ໄດ້​ຖືກ​ມາ​ສອນ​ໃຫ້​ແກ່​ຄອບ​ຄົວ​ໃນ​ວິ​ທີ​ທາງ​ທີ່​ເປັນ​ສ່ວນ​ຕົວ ແລະ ມີ​ພະ​ລັງ​ຫລາຍ. ຂ້າ​ພະ​ເຈົ້າ​ມັກເຄື່ອງ​ປ້ອງ​ກັນ​ເອິກ​ແຫ່ງ​ຄວາມ​ຊອບ​ທຳ​ຂອງ​ລາວ. ຂ້າ​ພະ​ເຈົ້າ​ມັກ​ໂລ່​ແຫ່ງ​ຄວາມ​ເຊື່ອ​ຂອງ​ລາວ ​ເພື່ອ​ຕ້ານທານ​ກັບ​ລູກ​ສອນ​ໄຟ​ຂອງ​ຜູ້​ປໍ​ລະ​ປັກ. ສິ່ງ​ເຫ​ລົ່າ​ນີ້​ເປັນ​ພອນທີ່ໄດ້​ມາ​ຈາກກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ພິ​ເສດ​ວ່າ ອົງ​ພ​ຣະ​ເຢ​ຊູ​ຄ​ຣິດ​ຊົງພ​ຣະ​ຊົນ​ຢູ່ ແລະ ເປັນ​ພຣະ​ປະ​ມຸກ​ຂອງ​ສາດ​ສະ​ໜາ​ຈັກ​ນີ້. ນີ້​ແມ່ນກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ ຂອງ​ພຣະອົງ. ຂ້າ​ພະ​ເຈົ້າ​ໃຫ້​ສັນ​ຍາ​ກັບ​ທ່ານ​ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ອົງວ່າ ຖ້າ​ທ່ານ​ອະ​ທິ​ຖານ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈິງ​ໃຈ ທີ່​ຈະ​ໄດ້​ຍິນ​ສຸ​ລະສຽງ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ ໃນ​ຂ່າວ​ສານ​ຈາກກອງ​ປະ​ຊຸມນີ້, ທ່ານ​ຈະ​​ໄດ້ພົບ​ເຫັນ​ວ່າພ​ຣະ​ອົງ​ໄດ້​ກ່າວ​ກັ​ບ​ທ່ານ ເພື່​ອ​ຊ່ອຍເຫລືອ​ທ່ານ, ເພື່ອ​ເສີມ​ກຳ​ລັງ​ໃຫ້​ທ່ານ, ແລະ ເພື່ອ​ນຳ​ພາ​ທ່ານ​ກັບ​ບ້ານ​ສູ່​ທີ່​ປະ​ທັບ​ຂ​ອງ​ພ​ຣະ​ອົງ. ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.