​2010–2019
ເປັນ​ດັ່ງ​ສິ່ງ​ຂອງ​ທີ່​ຖືກ​ໂຍນ​ຖິ້ມ
ຕຸລາ 2013


ເປັນ​ດັ່ງ​ສິ່ງ​ຂອງ​ທີ່​ຖືກ​ໂຍນ​ຖິ້ມ

ທ່ານ​​ຈະຕອບ​ຮັບ​​ຢ່າງໃດດີເມື່ອ​ທ່ານ ຫລື ຄົນ​ທີ່​ທ່​ານ​ຮັກປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ທາງສຸ​ຂະ​ພາບຈິດ ແລະ ອາ​ລົມ?

ອັກ​ຄະ​ສາ​ວົກ​ເປ​ໂຕ​ ໄດ້​ຂຽນ​ວ່າ​ ຜູ້​ທີ່​ຕິດ​ຕາມ​ພ​ຣະ​ເຢ​ຊູ​ຄ​ຣິດ​ຕ້ອງ​ “ເຫັນ​ອົກ​ເຫັນ​ໃຈ​ກັນ.”1 ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ກັນນີ້ ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ຕໍ່​ຜູ້​ທີ່​ທົນ​ທຸກ​ຈາກ​ຄວາມ​ເຈັບ​ປ່ວຍ​ທາ​ງ​ສຸຂະ​ພາບ​ຈິດ ຫ​ລື ທາງ​ອາ​ລົມ, ບໍ່​ວ່າ​ຄວາມ​ທຸກ​ທໍ​ລະ​ມານນັ້ນ​ບາງ​ເບົາ ຫລື ຮ້າຍ​ແຮງ, ເປັນ​ເວ​ລາ​ສັ້ນ ຫລື ເປັນ​ຢູ່​ປະ​ຈຳ​ຕະ​ຫລອດ​ຊີ​ວິດ. ເຮົາ​ເຂົ້າ​ໃຈ​ເຖິງ​ຄວາມ​ສັບ​ຊ້ອນ​ຂອງ​ບັນ​ຫາ​ດັ່ງ​ກ່າວ​ເມື່ອ​ເຮົາ​ໄດ້​ຍິນ​ຜູ້​ຊ່ຽວ​ຊານ​ກ່າວ​ເຖິງເລື່ອງ​ຊຶມ​ເສົ້າ ແລະ ໂລກ​ຈິດ, ເຖິງໂລກ​ກຳ​ມະ​ພັນ ແລະ ​ເຊື້ອ​ກຳມະພັນ​ບໍ່​ດີ, ຫລື ການ​ບັງ​ຄັບ, ຫວາດ​ລະ​ແວງ, ແລະ ໂລກ​ຈິດ​ທີ່​ຂາດ​ການ​ຕິດ​ຕໍ່​ກັ​ບ​ສິ່ງແວດ​ລ້ອມ ຫລື ​ໂລກຈິດ​​ເສື່ອ​ມ. ບໍ່​ວ່າ​ມັນ​ຈະ​ອະ​ທິ​ບາຍບໍ່​ໄດ້​ກໍ​ຕາມ, ຄວາມ​ທຸກ​ທໍ​ລະ​ມານ​ເຫລົ່າ​ນີ້​ກໍ​ເປັນ​ຄວາມ​ເປັນ​ຈິງ​ໃນ​ຊີ​ວິດ​ມະ​ຕະ, ແລະ ຈະ​ບໍ່​ມີ​ຄວາມ​ອັບ​ອາຍ​ໃນ​ການຍອມ​ຮັບ​ຮູ້​ບັນ​ຫານີ້ ຫລາຍ​ໄປ​ກວ່າ​ການຍ​ອມ​ຮັບ​ການ​ຕໍ່​ສູ້​ກັນ​ບັນ​ຫາ​ຄວາມ​ດັນ​ສູງ ຫລື ການ​ປະ​ກົດການ​ຢ່າງ​ທັນ​ທີ​ຂອງເນື້ອງອກ​ໂລກມະ​ເລັງ.

ໃນ​​ຄວາມພະ​ຍາ​ຍາມ​ຊອກ​ຫາ​ຄວາມ​ສະ​ຫງົບ​ສຸກ ແລະ ຄວາມ​ເຂົ້າ​ໃຈ​ບັນ​ຫາ​ທີ່​ລຳ​ບາກນີ້, ມັນ​ຈຳ​ເປັນ​ທີ່​ຈະ​ຈຳ​ໄວ້​ວ່າ ເຮົາ​ມີ​ຊີ​ວິດ—ແລະ ໄດ້​ເລືອກ​ທີ່​ຈະ​ຢູ່—ໃນ​ໂລກ​ທີ່​ຕົກຕ່ຳ​ ບ່ອນ​ທີ່​ເພື່ອຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ​ຂອງ​ຄວາມພາກ​ພຽນ​ທີ່​ຊື່​ສັດຂອງ​ເຮົາ ທີ່​ນຳ​ໄປ​ສູ່​ຄວາມ​ເປັນ​ເໝືອນ​ດັ່ງ​ພ​ຣ​ະ​ເຈົ້າ ຈະ​ຖືກ​ທົດ​ສອບ ແລະ ທົດ​ລອງ​ອີກ​ເທື່ອ​ແລ້ວ​ເທື່ອ​ເຫລົ່າ. ໃນ​ຄວາມ​ແນ່​ໃຈ​ທີ່​ສຳ​ຄັນ​ຫລາຍ ໃນ​ແຜນຂອງ​ພຣະ​ເຈົ້າ ເຮົາ​ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ​ຈະ​ມີ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ, ພ​ຣະ​ຜູ້​ໄຖ່ ອົງ​ທີ່​ຜ່າ​ນ​ສັດ​ທາ​ຂອງ​ເຮົາ​ໃນ​ພ​ຣະ​ອົງ ຈະ​ຍົກ​ເຮົາ​ຂຶ້ນ​ຢ່າງມີ​ໄຊ​ຊະ​ນ​ະ​ເໜືອ​ກາ​ນ​ທົດ​ສອບ ແລະ ການ​ທົດ​ລອງ, ເຖິງ​ແມ່ນ​ວ່າ​ຄ່າ​ຈ່າຍນັ້ນ​ຈະວັດ​ແທກບໍ່​ໄດ້​ສຳ​ລັບ​ທັງ​ພ​ຣະ​ບິ​ດາ ອົງ​ທີ່​ໄດ້​ສົ່ງ​ພ​ຣະ​ອົງ​ມາ ແລະ ພ​ຣະ​ບຸດ ອົງ​ທີ່​ໄດ້​ສະ​ເດັດ​ມາ. ມັນ​ເປັນ​ຄວາມ​ຮູ້​ສຶກ​ບຸນ​ຄຸນ​ເຖິງ​ຄວາມ​ຮັກ​ແຫ່ງ​ສະ​ຫວັນ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ເບົາ​ບາງຂອງ​ເຮົາ​ເອງນັ້ນ ​ເປັ​ນ​ສິ່ງ​ທີ່​ທົນ​ຕໍ່​ໄດ້​ໃນ​ຕອນ​ຕົ້ນ, ແລ້ວ​ເຂົ້າ​ໃຈ​ໄດ້ ແລະ ໃນ​ທີ່​ສຸ​ດ​ແມ່ນ​ການ​ໄຖ່​ຄືນ.

ຂ້າ​ພະ​ເຈົ້າ​ຈະ​ບໍ່​ກ່າວ​ເຖິງ​ການ​ປ່ວຍ​​ທີ່​ປະ​ຫລາດທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ເຖິງ​ນັ້ນ ເພື່ອ​ຈະມາ​ເອົາ​ໃຈ​ໃສ່ MDD—​(ລ​ ສ ຮ) “ໂລກ​ຊຶມ​ເສົ້າ​ທີ່​ຮ້າຍ​ແຮງ”—ຫລື, ທີ່​ກໍ​ຮູ້​ກັນ​ທົ່ວ​ໄປ​ວ່າ “ໂລກ​ຊຶມ​ເສົ້າ.” ເມື່ອ​ຂ້າ​ພະ​ເຈົ້າ​ກ່າວ​ເຖິງ​ເລື່ອງນີ້, ຂ້າ​ພ​ະ​ເຈົ້າ​ບໍ່​ໄດ້​ກ່າວ​ເຖິງວັນ​ໆ​ທີ່​ເບິ່ງ​ຄື​ວ່າບໍ່​ມີ​ຫ​ຍັງ​ເປັນ​ໄປ​ດ້ວຍ​ດີ ຫລື ເວ​ລາ​​ລະ​ທົມ​ທຸກ​ທີ່​ເຮົາ​ທຸກ​ຄົນ​ກໍ​ມີ​ຄື​ກັນ. ທຸກ​ຄົນ​ຈະ​ກັງ​ວົນ ຫລື ທໍ້​ຖອຍ​ໃຈ​ເປັນ​ບາງ​ຄັ້ງ​ບາງ​ຄາວ. ພ​ຣະ​ຄຳ​ພີ​ມໍ​ມອນ​ກ່າ​ວ​ວ່າ ອຳ​ໂມນ ແລະ ອ້າຍ​ນ້ອງ​ຂອງລາວ​ໄດ້​ທໍ້​ຖອຍ​ໃຈ​ໃນ​ເວ​ລາ​ທີ່​ຍາກ​ລຳ​ບາກ​ຫລາຍ​ນັ້ນ,2 ແລະ ເຮົາ​ທຸກ​ຄົນ​ກໍຈະ​ຮູ້​ສຶກ​ແບບນັ້ນ​ຄື​ກັນ. ແຕ່ມື້ນີ້​ຂ້າ​ພະ​ເຈົ້າ​ກ່າວ​ເຖິງ​ບັນ​ຫາ​ທີ່​ຮ້າຍ​ແຮງຫລາຍກວ່າ, ເຖິງ​ຄວາມ​ເຈັບ​ປ່ວຍທີ່​ຮຸນ​ແຮງ​ຫລາຍແທ້ໆ ຈົນ​ມັນ​ຈຳ​ກັດ​ຄວາມ​ສາ​ມາດ​ຂອງ​ຄົນ​ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ເຕັມ​ທີ, ເຖິງ​ບາດ​ແຜ​ເລິກໆ​​ໃນ​ໃຈທີ່ບໍ່​ມີ​ໃຜ​ສາ​ມາດ​ແນ​ະ​ນຳ​ວ່າ​ມັນ​ຈະ​ສູນ​ຫາຍ​ໄປ ຖ້າ​​ຜູ້​ຮັບ​ເຄາະນັ້ນ​ພຽງ​ຕັ້ງ​ໃຈ​ສູ້ ແລະ ຄິດ​ໄປ​ໃນ​ແງ່​ດີ—ແຕ່ ຂ້າ​ພະ​ເຈົ້າກໍ​ຊຸກ​ຍູ້ໃຫ້​ຕໍ່​ສູ້ ແລະ ໃຫ້​ມີ​ຄວາ​ມຄິດ​ໃນ​ແງ່​ດີ.

ບໍ່, ສະ​ພາບ​ຊຶມ​ເສົ້າຂອງ​ຈິດ​ໃຈ ແລະ ວິນ​ຍານ​ນີ້ແມ່ນ​ຮ້າຍ​ແຮງກວ່າ​ຄວາມ​ທໍ້​ຖອຍ​ໃຈ. ຂ້າ​ພະ​ເຈົ້າ​ໄດ້​ເຫັນມັນເກີດ​ຂຶ້ນ​ກັບຜູ້​ຊາຍ​ທີ່​ໃຈ​ດີ​ຄົນ​ໜຶ່ງ​ເມື່ອ​ພັນ​ລະ​ຍາ​ທີ່​ຮັກ​ຂອງ​ລາ​ວ​​ທີ່​ໄດ້​ແຕ່ງ​ງານ​ກັນ​ເປັນ​ເວ​ລາ 50 ປີໄດ້​ເສຍ​ຊີ​ວິດ​ໄປ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມັ​ນ​ເກີດ​ຂຶ້ນ​ກັບ​ແມ່​ຄົນ​ໃໝ່​ທີ່ເອີ້ນ​ວ່າ “ຄວາມ​ຊຶມ​ເສົ້າ​ຫລັງ​ຄອດ​ລູກ.” ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມັນ​ເກີດ​ຂຶ້ນ​ກັບ​ນັກ​ຮຽນ​ທີ່​ກັງ​ວົນ, ອາ​ດີດ​ທະ​ຫານ, ​ແລະ ແມ່​ຕູ້​ທີ່​ເປັນ​ຫ່ວງນຳຄວາມ​ຜາ​ສຸກ​ຂອງ​ລູກ​ໆ​ທີ່​ໃຫຍ່​ແລ້ວ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມັນ​ເກີດ​ຂຶ້ນ​ກັບພໍ່​ໜຸ່ມ​ທັງ​ຫລາຍ​ທີ່​ພະ​ຍາ​ຍາມ​ທີ່ຈັດ​ຫາ​ໃຫ້​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມັນ​ເກີດ​ຂຶ້ນ​ກັບ​ຕົວ​ຂ້າ​ພ​ະ​ເຈົ້າ​ເອງ. ໃນ​ຊ່ວງ​ໜຶ່ງ​ໃນ​ຊີ​ວິດ​ແຕ່ງ​ງານ​ຂອງ​ພວກ​ຂ້າ​ພະ​ເຈົ້າ ເມື່ອ​ຄວາມ​ກັງ​ວົນ​ເລື່ອງ​ການ​ເງິນ​ໄດ້ເກີດ​ຂຶ້ນ​ກັບ​ຂ້າ​ພະ​ເຈົ້າ​ໃນ​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ອິດ​ເມື່ອຍ, ຂ້າ​ພະ​ເຈົ້າ​ໄດ້ມີ​ການ​ທ້າ​ທາຍ​ທາງ​ອາ​ລົມທີ່ບໍ່​ໄດ້​ຄາດ​ຄິດ​ແຕ່​ມັນ​ເປັນ​ຈິງ. ຜ່ານ​ພຣະ​ຄຸນ​ຂອງ​ພ​ຣະ​ເຈົ້າ, ແລະ ຄວາມ​ຮັກ​ຂອງ​ຄອບ​ຄົວ, ຂ້າ​ພະ​ເຈົ້າ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່ ແລະ ເຮັດ​ວຽກ​ຕໍ່​ໄປ, ແຕ່​ເຖິງ​ແມ່ນ​ວ່າ​ມັນ​ໄດ້​ເກີດ​ຂື້ນ​ແຕ່​ຫລາຍ​ປີ​ມາ​ແລ້ວ ຂ້າ​ພະ​ເຈົ້າຍັງຮູ້​ສຶກ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ​ທີ່​ທົນ​ທຸກ​ທໍ​ລະ​ມານ​ຢູ່​ກັບ​ບັນ​ຫາ​ທີ່​ຮຸນ​ແຮງ​ກວ່າ​ຂ້າ​ພະ​ເຈົ້າ​ຫລາຍ​ເທົ້າ. ເຖິງ​ຢ່າງ​ໃດ​ກໍ​ຕາ​ມ ເຮົາ​ທຸກ​ຄົນ​ໄດ້​ຮັບ​ຄວາມ​ກ້າ​ຫານ​ຈາກ​ຜູ້​ທີ່, ຕາມ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ​ວ່າ, “ໄດ້​ຊ​ອກ​ຫາ ແລະ ໄຕ່​ຕອງເຖິງ​ເຫວ​ເລິກ​ທີ່​ມືດ​ທີ່​ສຸດ,”3 ແລະ ໄດ້​ຜ່ານ​ພົ້ນ​ມັນມາ​ໄດ້, ຜູ້​ທີ່​ມີ​ຊື່​ສຽງ​ດັງ ​ດັ່ງ ອັບ​ຣາ​ຮາມ ລິງກອນ, ວິນ​ສະ​ຕັນ ເຈີ​ຈຽວ, ແລະ ແອວ​ເດີ ຈອດ ອາ​ເບີດ ສະ​ມິດ, ຜູ້​ທີ່​ອ່ອນ​ໂຍນ ແລະ ເໝືອນ​ດັ່ງ​ພ​ຣະ​ຄ​ຣິດ ໃນ​ບັນ​ດາ​ມະ​ນຸດ​ທັງ​ໝົດ​ໃນ​ຍຸກ​ສະ​ໄໝ​ຂອງ​ເຮົາ​, ຜູ້​ທີ່​ໄດ້​ຕໍ່​ສູ້​ກັບໂລກ​ຊຶມ​ເສົ້າ​ທີ່​ເກີດ​ຂຶ້ນ​ເລື້ອຍໆ​ເປັນ​ເວ​ລາ​ສາມ​ສີ່​ປີ ກ່ອນ​ໄດ້​ກາຍ​ເປັນ​ສາດ​ສະ​ດາ ແລະ ປະ​ທານ​ທີ່​ຮັກ ຄົນ​ທີ​ແປດທີ່​ຮູ້​ກັນ​ຕະ​ຫລອດ​ທົ່ວ​ໂລກ ແລະ ຂອງສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ສະ​ນັ້ນທ່ານ​ຈະ​ຕອບ​ຮັບ​​ຢ່າງໃດດີເມື່ອ​ທ່ານ ຫລື ຄົນ​ທີ່​ທ່​ານ​ຮັກປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ທາງສຸ​ຂະ​ພາບຈິດ ແລະ ອາລົມ? ສຳ​ຄັນ​ທີ່​ສຸດແມ່ນ, ຢ່າ​ເສຍ​ສັດ​ທາ​ໃນ​ພ​ຣະ​ບິ​ດາ​ໃນ​ສະ​ຫວັນ​ຂອ​ງ​ທ່ານ​ເລີຍ, ອົງ​ທີ່​ຮັກ​ທ່ານ​ຫລາຍກວ່າ​ທ່ານ​ສາ​ມາດ​ເຂົ້າ​ໃຈ​ໄດ້. ດັ່ງ​ທີ່​ປະ​ທານມອນ​ສັນ​ໄດ້​ກ່າວ​ຕໍ່​ບັນ​ດາ​ເອື້ອຍ​ນ້ອງ​ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຢ່າງ​ຊາບ​ຊຶ້ງ​ໃຈ​ເມື່ອ​ແລງວັນ​ເສົາ​ທີ່​ຜ່ານ​ມານີ້​ວ່າ: “ຄວາມ​ຮັກ​ນັ້ນ​ຈະ​ບໍ່​ມີ​ວັນ​ປ່ຽນ​ແປງ. … ມັນ​ຈະ​ມີ​ໃຫ້​ທ່ານ​ເມື່ອ​ທ່ານ​ໂສກ​ເສົ້າ ຫລື ມີ​ຄວາມ​ສຸກ, ທໍ້​ຖອຍ​ໃຈ ຫລື ເຕັມ​ໄປ​ດ້ວຍ​ຄວາມ​ຫ​ວັງ. ຄວາມ​ຮັກ​ຂອງ​ພ​ຣ​ະ​ເຈົ້າ​ຈະ​ມີ​ໄວ້​ໃຫ້​ທ່ານບໍ່​ວ່າ​ທ່າ​ນ​ສົມ​ຄວນ ຫລື ບໍ່​ດີ​ພໍ​ຈະ​ໄດ້​ຮັບ [ມັນ] ຫລື​ບໍ່. ມັນ​ຈະ​ມີ​ໄວ້​ໃຫ້​ທ່ານ​ສະ​ເໝີ​ໄປ.”4 ຢ່າ​ສົງ​ໄສ​ຈັກ​ເທື່ອ​ເລີຍ, ແລະ ຢ່າ​ເຮັດ​ໃຫ້​ໃຈ​ທ່ານແຂງ​ກະ​ດ້າງ. ໃຫ້​ຕິດ​ຕາມ​ການ​ກະ​ທຳ​ທີ່​ພິ​ສູດ​ແລ້ວ​ວ່າ​ຈະ​ນຳພ​ຣະ​ວິນ​ຍານ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ມາ​ສູ່​ຊີ​ວິດ​ຂອງ​ທ່ານ. ສະ​ແຫວງ​ຫາ​ຄຳ​ປຶກ​ສາ​ຂອງ​ຜູ້​ທີ່​ດຳ​ລົງ​ຂໍ​ກະ​ແຈ​ສຳ​ລັບ​ຄວາມ​ຜາ​ສຸກ​ທາງວິນ​ຍານ​ຂອງ​ທ່ານ. ຂໍ ແລະ ທະ​ນຸຖະ​ໜອມ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ຮັບ​ສ່ວນ​ສິນ​ລະ​ລຶກ​ທຸກໆ​ທິດ, ແລະ ຍຶດ​ໝັ້ນ​ຢູ່​ໃນ​ຄຳ​ສັນ​ຍາ​ອັນ​ດີ​ພ້ອມ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄ​ຣິດ. ຂໍ​ໃຫ້​ເຊື່ອ​ໃນ​ສິ່ງ​ມະ​ຫັດ​ສະ​ຈັນ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມັນ​ເກີດ​ຂຶ້ນ​ຫ​ລາຍ​ເທື່ອ ເມື່ອ​ການ​ຊີ້ບອກ​ທາງ​ອື່ນ​ຈະ​ກ່າວ​ວ່າ​ຄວາມ​ຫວັງ​ນັ້ນ​ສູນ​ຫາຍ​ໄປ​ແລ້ວ. ຄວາມ​ຫ​ວັງ​ຈະ​ບໍ່​ສູນ​ຫາຍ​ໄປ ຈັກ​ເທື່ອ ຖ້າ​ຫາກ​ສິ່ງ​ມະ​ຫັດ​ສະ​ຈັນ​ນັ້ນ​ບໍ່​ມາ​ເຖິງ​ໄວໆ ຫລື ຢ່າງ​ເຕັມສ່ວນ ຫລື ເບິ່ງ​ຄື​ວ່າ​ຈະ​ບໍ່​ມີ​ມາ​ເລີຍ, ຂໍ​ໃຫ້​ຈຳ​ຄວາມ​ປວດ​ລ້າວ​ຂອງພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດນັ້ນ​ເອງວ່າ: ຖ້າ​ຫາກ​ຈອກ​ແຫ່ງ​ຂົມ​ຂື່ນ​ບໍ່ຜ່ານ​ໄປ​, ດື່ມ​ມັນ​ສາ ແລະ ໃຫ້​ເຂັ້ມ​ແຂງ, ໄວ້​ວາງ​ໃຈ​ໃນ​ວັນ​ເວ​ລາ​ທີ່​ມີ​ຄວາມ​ສຸກ​ຫລາຍກວ່າ​ຢູ່​ຂ້າງ​ໜ້າ.5

ໃນ​ການ​ປ້ອງ​ກັນ​ຄວາມ​ເຈັບ​ໄຂ້​ເມື່ອ​ໃດ​ທີ່​ເປັນ​ໄປ​ໄດ້, ຂໍ​ໃຫ້​ເບິ່ງ​ຈຸດ​ຊີ້ບອກ​ການ​ຄຽດ​ຕຶງໃນ​ຕົວ​ທ່ານ​ເອງ ແລະ ໃນ​ຄົນ​ອື່ນ​ທີ່​ທ່ານ​ອາດ​ຈະ​ຊ່ອຍ​ເຫລືອ​ໄດ້. ດັ່ງ​​ລົດ​ຂອງ​ທ່ານ, ໃຫ້​ເບິ່ງ​ອຸນ​ຫະ​ພູມ​ສູງ, ຄວາມ​ໄວ​ເກີນ​ກຳ​ນົດ, ຫລື ຖ້າ​ນ້ຳ​ມັນ​ໝົດ​ໄປ. ເມື່ອ​ທ່ານ​ປະ​ເຊີນ​ໜ້າ​ກັ​ບ “ຄວາມ​ຊຶມ​ເສົ້າ​ຈາກ​ຄວາມ​ເມື່ອຍ​ລ້າ“, ຂໍ​ໃຫ້​ປັບ​ປ່ຽນ​ສິ່ງ​ທີ່​ຈຳ​ເປັນ. ຄວາມ​ອິດ​ເມື່ອຍ​ເປັນ​ສັດ​ຕູ​ຂອງ​ເຮົາ​ທຸກ​ຄົນ​—ສະ​ນັ້ນ​ຂໍ​ໃຫ້ເຮັດ​ນ້ອຍ​ລົງ, ພັກ​ຜ່ອນ, ຕື່ມ​ເຕີມ​ນ້ຳ​ມັນ​. ນາຍແພດ​ສັນ​ຍາ​ເຮົາ​ວ່າ ຖ້າ​ເຮົາ​ບໍ່​ມີ​ເວ​ລາ​ໃຫ້​ມີສຸ​ຂະ​ພາບ​ແຂງ​ແຮງ, ແລ້ວ​ແນ່ນອນ​ວ່າຕໍ່​ໄປເຮົາ​ຈະ​ໃຊ້​ເວ​ລານັ້ນ​​ຢູ່ໃນ​ການ​ເຈັບ​ປ່ວຍ.

ຖ້າ​ຫາກ​ບັນ​ຫາ​ຍັງ​ກີດ​ກັ້ນ​ຕໍ່​ໄປ, ຂໍ​ໃຫ້​ສະ​ແຫວງ​ຫາ​ຄຳ​ແນະ​ນຳ​ຂອງ​ຜູ້​ຄົນ​ທີ່​ໄດ້​ຮັບ​ການ​ອົ​ບ​ລົມ​ທີ່​ໜ້າ​ເຊື່ອ​ຖື​ໄດ້, ມີ​ຄວາມ​ສາ​ມາດ​ຢ່າງ​ມື​ອາ​ຊີບ, ແລະ ມີ​ຄຸນ​ນະ​ທຳ. ໃຫ້​ສັດ​ຊື່​ກັບ​ເຂົາ​ເຈົ້າ​ກ່ຽວ​ກັບ​ປະ​ຫວັດ​ ແລະ ບັນ​​ຫາຂອງ​ທ່ານ. ໃຫ້​ໄຕ່​ຕອງ​ດ້ວຍ​ການ​ອະ​ທິ​ຖານ ແລະ ຮັບ​ຜິດ​ຊອບ​ຕໍ່​ຄຳ​ປຶກ​ສາ​ທີ່​ເຂົາ​ເຈົ້າ​ໄດ້​ໃຫ້​ທ່ານ ແລະ ທາງ​ແກ້​ໄຂ​ທີ່​ເຂົາ​ເຈົ້າ​ແນະ​ນຳ ຖ້າ​ຫາກ​ໄສ້​ຕິ່ງ​ຂອງ​ທ່ານ​ອັກ​ເສບ, ພ​ຣະ​ເຈົ້າ​ຈະ​ຄາດ​ຫວັງ​ໃຫ້​ທ່ານ​ຊອບ​ຫາ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ​ແລະ ໄປ​ຮັບ​ການ​ດູ​ແລ​ທີ່​ດີ​ທີ່​ສຸດ​ທີ່​ມີ​ໄວ້​ໃຫ້​ຈາກ​ການ​ແພດ. ສະ​ນັ້ນ​ມັນ​ກໍ​ເປັນ​ດັ່ງ​ນີ້​ກັບ​ຄວາມ​ເຈັບ​ປ່ວຍທາງ​ອາ​ລົມ. ພ​ຣະ​ບິ​ດາ​ໃນ​ສະ​ຫວັນ​ຂອງ​ເຮົາ​ຄາດ​ຫວັງ​ໃຫ້​ເຮົາໃຊ້​ຂອງ​ປະ​ທາ​ນທີ່ປະ​ເສີດ ທຸກ​ຢ່າງ ທີ່​ພ​ຣະ​ອົງ​ໄດ້​ຈັດ​ໄວ້​ໃຫ້​ໃນ​​ຍຸກ​ສະ​ໄໝທີ່​ຮຸ່ງ​ໂລດນີ້.​

ຖ້າ​ຫາກ​ທ່ານ​ເປັນ​ຄົນ​ທີ່​ທົນ​ທຸກ​ທໍ​ລະ​ມານ ຫລື ເປັນ​ຄົນ​ດູ​ແລ​ຄົນ​ທີ່​ທົນ​ທຸກ, ຂໍ​ຢ່າ​ໃຫ້​ຮູ້​ສຶກ​ໜັກ​​ໃຈກັບ​ໜ້າ​ທີ່​ວຽກ​ງານ​ຂອງ​ທ່ານ. ຢ່າ​ຊູ​ຄິດ​ເລີຍ​ວ່າ​ທ່ານ​ສາ​ມາດ​ແກ້​ໄຂ​ທຸກ​ສິ່ງ​ໄດ້, ​ແຕ່​ແກ້​ໄຂ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້. ຖ້າ​ຫາກນັ້ນ​ເປັນ​ຄວາມ​ສຳ​ເລັດ​ພຽງເລັກ​ນ້ອຍ, ໃຫ້​ມີ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ສິ່ງນັ້ນ, ແລະ ໃຫ້​ອົ​ດ​ທົນ​ຕໍ່​ໄປ. ຫລາຍໆ​ເທື່ອ​ໃນ​ພ​ຣະ​ຄຳ​ພີ, ພ​ຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ຄົນ​ບາງ​ຄົນ​ໃຫ້ “​ຢູ່​ຢ່າງ​ມິດງຽບ” ຫລື “ໃຫ້​ຢູ່​ຊື່ໆ”—ແລະ ໃຫ້​ລໍ​ຖ້າ.6 ການ​ທົນ​ຕໍ່​ບາງ​ສິ່ງ​ຢ່າງ​ອົດ​ທົນ​ເປັນ​ພາກ​ສ່ວນ​ຂອງ​ການ​ສຶກ​ສາ​ທາງ​ຊີ​ວິດ​ມະ​ຕະ​ຂອງ​ເຮົາ.

ສຳ​ລັບ​ຜູ້​ໃຫ້​ການ​ດູ​ແລ, ໃນ​ຄວາມ​ພະ​ຍາ​ຍາມ​ຢ່​າງອຸ​ທິດ​ຕົນ​ຂອງ​ທ່ານທີ່​ຈະ​ຊ່ອຍ​ທາງ​ເລື່ອງ​ສຸ​ຂະ​ພາບ​ຂອງ​ຄົນ​ອື່ນ, ຢ່າ​ທຳ​ລາຍ​ສຸຂະ​ພາບ​ຂອງ​ທ່ານ​ເອງ. ໃນ​ທຸກ​ສິ່ງ​ຂໍ​ເປັນ​ຄົນ​ສະ​ຫລາດ. ຢ່າ​ແລ່ນ​ໄວ​ກວ່າ​ພະ​ລັງຂອງ​ຕົນ.7 ບໍ່​ວ່າ​ທ່ານ​ອາດ​ຈະ​ຈັດ​ຫາໃຫ້​ໄດ້ ຫລື ບໍ່​ໄດ້, ທ່ານ​ສາ​ມາດ​ອະ​ທິ​ຖານ​ເພື່ອ​ເຂົ​າ​ເຈົ້າ ແລະ ທ່ານ​ສາມາດໃຫ້​ “ຄວາມ​ຮັກ​ທີ່ບໍ່​ມີ​ມານ​ຍາ.”8 “ຄວາມ​ໃຈ​ບຸນ​ອົດ​ທົນ​ໄດ້ດົນ​ນານ, ແລະ ມີ​ຄວາມເມດ​​ຕາ; … [ມັນ] ທົນ​ແບກ​ຫາບ​ທຸກ​ສິ່ງ, … ຫວັງ​ທຸກ​ສິ່ງ, ແລະ ອົດ​ທົນ​ທຸກ​ສິ່ງ. ຄວາມ​ໃຈ​ບຸນ ດຳລົງ​ຢູ່​ຕະຫລອດ ​ໄປ.”9

ຂໍ​ໃຫ້​ເຮົາ​ຈຳ​ໄວ້​ວ່າ ຜ່ານ​ຄວາມ​ເຈັບ​ປ່ວຍ ຫລື ການ​ທ້າ​ທາຍ​ທີ່​ຍາກ​ລຳ​ບາກ​ໃດໆ​ກໍ​ຕາມ, ຍັງ​ມີ​ຫລາຍ​ຢ່າງ​ໃນ​ຊີ​ວິດ​ທີ່​ຈະ​ມີ​ຄວາມ​ຫວັງ ແລະ ກະ​ຕັນ​ຍູ​ຕໍ່. ເຮົາ​ສຳ​ຄັນ​ຫລາຍກວ່າ​ຂໍ້​ຈຳກັດ ຫລື ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຮົາ. ນາງສະ​ແຕ​ຟາ​ນີ ຄະ​ລາກ ນຽວ​ສັນ ແລະ ຄອບ​ຄົວ​ຂອງ​ນາງ​ໄດ້​ເປັນ​ເພື່ອນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ດົນ​ກວ່າ 30 ປີ​ແລ້ວ. ໃນ​ວັນ​ທີ 16 ເດືອນ​ສິງ​ຫາ 2008, ນາງ​ສະ​ແຕ​ຟະ​ນີ ແລະ ​ຄ​ຣິ​ດສະ​ຕຽນ, ສາ​ມີ​ຂອງ​ນາງຖືກ​ອຸ​ປະ​ຕິ​ເຫດ​ຍົນ​ຕົກ ແລະ ໄຟ​ໄໝ້ ທີ່​ໄດ້​ເຮັດ​ໃຫ້​ນາງ​ໄດ້​ຮັບ​ບາດ​ແຜ​ທີ່​ແສນ​ສາ​ຫັດ ຈົນ​ວ່າ​ຄອບ​ຄົວ​ຈຳ​ນາງ​ໄດ້​ພຽງ​ແຕ່​ໂດຍ​ສີ​ເລັບ​ຕີນ​ຂອງ​ນາງ ຕອນ​ສະ​ມາ​ຊິກ​ຄອບ​ຄົວ​ໄດ້​ມາ​ຊີ້​ຕົວ​ຄົນ​ຮັບ​ເຄາະ. ມີ​ເປີ​ເຊັນ​ນ້ອຍ​ທີ່​ນາງ​ສະ​ແຕ​ຟາ​ນີ​ຈະ​ລອດ​ຊີ​ວິດ​ໄດ້. ຫລັງ​ຈາກ​ສາມເດືອນ​ທີ່ສະ​ຫລົບ​ຢູ່​ໃນ​ສະ​ພາບ​ໝົດ​ສະ​ຕິ​ທີ່​ໝໍ​ໃຫ້​ນາງ​ຫລັບ​ຢູ່ນັ້ນ, ນາງ​ໄດ້​ຕື່ນ​ຂຶ້ນ​ມາ​ເຫັນ​ຕົວ​ນາງ​ເອງ. ດ້ວຍ​ບາດ​ແຜ​ທາງ​ຈິດ​ໃຈ, ຄວາມ​ຊຶມ​ເສົ້າ​ທີ່ເປັນ​ຕາ​ຢ້ານນັ້ນ​ໄດ້​ຕາມ​ມາ. ນາງ​ມີ​ລູກ​ສີ່​ຄົນ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ​ເຈັດ​ປີ, ນາງ​ສະ​ແຕ​ຟາ​ນີບໍ່​ຢາກ​ໃຫ້​ລູກໆ​ຂອງ​ນາງ​ເຫັນ​ໜ້າ​ນາງ​ອີກ​ເລີຍ. ນາງ​ໄດ້​ຮູ້​ສຶກວ່າ​ມັນ​ຈະ​ເປັນ​ເລື່ອງ​ດີ​ຖ້າ​ຫາກ​ນາງບໍ່​ມີ​ຊີ​ວິດ​ອີກ​ຕໍ່​ໄປ. ​ນາງໄດ້​ບອກ​ຂ້າ​ພະ​ເຈົ້າ​ຄັ້ງ​ໜຶ່ງຢູ່​ໃນ​ຫ້ອງການ​ຂອງ​ຂ້າພະ​ເຈົ້າວ່າ “ຂ້ອຍ​ໄດ້​ຄິດ​ວ່າ​ມັນ​ຈະ​ງ່າຍ​ກວ່າ, ຖ້າ​ພວກ​ເຂົາ​ຈະ​ລືມ​ຂ້ອຍ​ໄປ​ສາ ແລະ ຂ້ອຍ​ໄດ້​ອອກ​ໄປ​ຈາກ​ຊີ​ວິດນີ້​ຢ່າງງຽບໆ.”

ແຕ່​ທີ່​ເປັນ​ກຽດ​ນິ​ລັນ​ດອນ​ຕໍ່​ນາງ, ແລະ ດ້ວຍ​ການ​ອະ​ທິ​ຖານ​ຂອງ​ສາ​ມີ​, ຄອບ​ຄົວ, ໝູ່​ເພື່ອນ, ລູກ​​​ທີ່​ໜ້າ​ຮັກ​ທັງສີ່​ຄົນ, ແລະ ລູກ​ຄົນທີ​ຫ້າ​​ຂອງ​ນາງ ທີ່​ໄດ້​ເກີດ​ມາ​ເມື່ອ 18 ເດືອນ​ຜ່ານ​ມານີ້, ນາງ​ສະ​ແຕ​ຟາ​ນີ ​ໄດ້​ຕໍ່ສູ້​ຫາ​ທາງ​ກັບ​ຄືນ​ມາ​ຈາກ​ເຫວ​ເລິກແຫ່ງ​ການ​ທຳ​ລາຍຕົນ​ເອງ ທີ່​ບັດ​ນີ້​ເປັນນັກ​ຂຽນ​ຂໍ້​ມູນ​ໃນ​ອິນ​ເຕີ​ແນັດ​ຄົນ​ໜຶ່ງ​ທີ່​ມີ​ຄົນ​ນິ​ຍົມ​ຊົມ​ຊອບ​ຫລາຍ​ໃນສະ​ຫະລັດ, ປະ​ກາດ​ຢ່າງ​ເປີດ​ເຜີຍ​ຕໍ່​ຄົນ​ຕິດ​ຕາມ​ນາງ​ເປັນ​ຈຳ​ນວນ​ສີ່​ລ້ານ​ຄົ​ນ​ວ່າ “ຈຸດ​ປະ​ສົງ​ທີ່​ສູງ​ສົ່ງ​” ຂອງ​ນາງ​ນັ້ນ​ຄື​ການ​ເປັນ​ແມ່ ແລະ ທີ່​ຈ​ະທະ​ນຸຖະ​ໜອ​ມ ທຸກໆ​ມື້ ທີ່​ນາງ​ໄດ້​ມີ​ຢູ່​ເທິງ​ໂລກ​ທີ່​ສວຍ​ງາມ​ໜ່ວຍ​ນີ້.

ບໍ່​ວ່າ​ບັນ​ຫາ​ຂອງ​ທ່ານ​ຈະ​ເປັນ​ອັນ​ໃດ​ກໍ​ຕາມ, ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ—ທາງ​ຈິດ​ໃຈ ຫລື ອາ​ລົມ ຫລື ທາງ​ຮ່າງ​ກາຍ ຫລື ທາງ​ອື່ນ—ຢ່າ​ເລືອກ​ຕໍ່​ຕ້ານ​ຄວາມ​ລ້ຳ​ຄ່າ​ຂອງ​ຊີ​ວິດ​ໂດຍ​ການ​ກຳ​ຈັດ​ມັນ! ໄວ້​ວາງ​ໃຈ​ໃນ​ພ​ຣະ​ເຈົ້າ. ຍຶດ​ໝັ້ນ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພ​ຣະ​ອົງ. ຂໍ​ໃຫ້​ຮູ້​ໄວ້​ວ່າ ມື້​ໜຶ່ງ​ຄວາມ​ເຈັບ​ປວດ​ທ​າງ​ຝ່າຍ​ໂລກນີ້​ຈະ​ສູນ​ສິ້ນ​ໄປ. ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຮູ້​ສຶ​ກວ່າ​ເຮົາ​ “ເປັນ​ດັ່ງ​ສິ່ງ​ຂອງ​ທີ່​ຖືກ​ໂຍນ​ຖິ້ມ,” ດັ່ງ​ທີ່​ຜູ້​ແຕ່ງ​ເພງ​ສັນ​ລະ​ເສີນ​ໄດ້​ກ່າວ​,10 ເຮົາ​ຕ້ອງ​ຈຳ​ໄວ້​ວ່າ, ຖ້ວຍດິນ​​ໃບ​ນັ້ນຢູ່​ໃນ​ພ​ຣະ​ຫັດ​ຂອງ​ຜູ້​ປັ້ນ​ທາງ​ສະ​ຫວັນ. ຈິດ​ໃຈ​ທີ່​ແຕກ​ສະ​ຫລາຍ​ສາ​ມາດ​ໄດ້​ຮັບ​ການ​ປິ່ນ​ປົວ ຄື​ກັນ​ກັບ​ກະ​ດູກ​ທີ່​ແຕກຫັກ ແລະ ຫົວ​ໃຈ​ທີ່​ເຈັບ​ຊ້ຳ​ກໍ​ຫາຍ​ດີ​ໄດ້. ເມື່ອ​ພຣະ​ເຈົ້າ​ລົງ​ພຣະ​ຫັດ​ສ້ອມ​ແປງ​ສິ່ງ​ເຫລົ່າ​ນີ້, ເຮົາ​ທັງ​ໝົດ​ສາ​ມາດ​ຊ່ອຍ​ໄດ້​ໂດຍ​ການ​ເປັນ​ຄົນ​ທີ່​ມີ​ເມດ​ຕາ, ບໍ່​ຕັດ​ສິນ, ແລະ ມີ​ໃຈ​ດີ​ປາ​ນີ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ການ​ຟື້ນ​ຟູ​ທີ່​ສັກ​ສິດ, ທີ່​ເປັນຂອງ​ປະ​ທານ​ທີ່​ຈຳ​ເປັນ​ໃນ​ການ​ຊົດ​ໃຊ້​ຂອງ​ອົງ​ພ​ຣະ​ເຢ​ຊູ​ຄ​ຣິດ! ຮ່ວມ​ກັບ​ອັກ​ຄະ​ສາ​ວົກ​ໂປ​ໂລ, ຂ້​າພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ສິ່ງ​ທີ່​ຖືກຫວ່ານ​ໃນ​ຄວາມເນົ່າເປື່ອຍ ມື້​ໜຶ່ງ​ຈະ​ຖືກ​ຍົກ​ຂຶ້ນ​ໃນ​ຄວາມ​ເນົ່າ​ເປື່ອຍ ແລະ ສິ່ງ​ທີ່​ຖືກ​ຫວ່ານ​ໃນ​ຄວາມ​ອ່ອນ​ແອ ໃນ​ທີ່​ສຸດ​ຈະ​ຖືກ​ຍົກ​ຂຶ້ນ​ໃນ​ອຳ​ນາດ.11 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍາ​ນ​ວ່າ ມື້​ໜຶ່ງ​ເມື່ອ​ຄົນ​ທີ່​ເຮົາ​ຮັກ ຜູ້​ທີ່​ເຮົາຮູ້​ວ່າມີ​ຄວາມ​ພິ​ການ​ໃນ​ຊີ​ວິດ​ມະ​ຕະ​ຈະ​ຢືນ​ຢູ່​ຕໍ່​ໜ້າ​ເຮົາ ຮຸ່ງ​ໂລດ ແລະ ສະ​ຫງ່າ​ງາມ, ສວຍ​ງາມ​ຢ່າງສົ​ມ​ບູນແບ​ບ ໃນ​ຮ່າງ​ກາຍ ແລະ ຈິດ​ໃຈ. ນັ້ນ​ຊ່າງ​ຈະ​ເປັນ​ເວ​ລາ​ທີ່​ໜ້າ​ຕື່ນ​ເຕັ້ນ​ແທ້ໆ! ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຖ້າ​ຫາກວ່າ​ເຮົາ​ຈະ​ດີ​ໃຈ​ຫ​ລາຍສຳ​ລັບ​ຕົວ​ເຮົາ​ເອງ ທີ່​ເຮົາ​ໄດ້​ເຫັນ​ເປັນ​ພະ​ຍານ​ຕໍ່​ສິ່ງ​ມະ​ຫັດ​ສະ​ຈັນ ຫລືວ່າ​ຈະ​ດີ​ໃຈ​ທີ່​ເຂົາ​ເຈົ້າ​ສົມ​ບູນ​ແບບ​ຢ່າງ​ເຕັມ​ທີ ແລະ ໃນ​ທີ່​ສຸດ “ເປັນ​ອິດ​ສະ​ລະ​ແລ້ວ.”12 ຈົນ​ກວ່າ​ຊົ່ວ​ໂມງນັ້ນ ເມື່ອ​ຂອງ​ປະ​ທານ​ທີ່​ສົມ​ບູນ​ຄົບ​ຖ້ວນ​ຂອງພ​ຣະ​ຄ​ຣິດ​ຈະ​ປະ​ຈັກ​ໃຫ້​ເຮົາ​ທຸກ​ຄົນ​ເຫັນ, ຂໍ​ໃຫ້​ເຮົາ​ຈົ່ງ​ມີ​ຊີ​ວິດ​ຢູ່​ດ້ວຍ​ສັດ​ທາ, ຍຶດ​ໝັ້ນ​ຢູ່​ໃນ​ຄວາມ​ຫວັງ, ແລະ ສະ​ແດງຄວາ​ມ “ເຫັນ​ອົກ​ເຫັນ​ໃຈ​ກັນ.”13 ຂ້າ​ພະ​ເຈົ້າ​ອະ​ທິ​ຖານ, ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.