​2010–2019
ເງີຍ​ໜ້າ​ຂຶ້ນ
ຕຸລາ 2013


ເງີຍ​ໜ້າ​ຂຶ້ນ

ເວ​ລານີ້​ຄື​ເວ​ລາ​ທີ່​ຈະ​ເງີຍ​ໜ້າ​ຂຶ້ນ​ເບິ່ງ​ແຫ​ລ່ງ​ຂອງ​ຄວາມ​ຈິງ ແລະ ໃຫ້​ແນ່​ໃຈ​ວ່​າປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຂັ້ມ​ແຂງ.

​ຕອນ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ແປດ​ປີ, ລູກ​ພີ່​ນ້ອງ​ສອງ​ຄົນ ແລະ ຂ້າ​ພະ​ເຈົ້າ​ຖືກ​ສົ່ງ​ໄປ​ຫາ​ໝູ່​ບ້ານ​ໃກ້ໆ ເພື່ອ​ໄປ​ຊື້​ອາ​ຫານ​ທີ່​ພວກ​ເຮົາ​ຕ້ອງ​ການ​ສຳ​ລັບ 15 ມື້​ຕໍ່​ໄປ. ເມື່ອ​ມາ​ຫວນ​ຄິດ​ຄືນ​ແລ້ວ, ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ທີ່​ແມ່​ຕູ້, ອາ ແລະ ອາວຂອງຂ້າ​ພະ​ເຈົ້າໄດ້​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ໃນ​ຕົວ​ພວກ​ເຮົາ. ທ້ອງ​ຟ້າ​ໃນ​ເຊົ້າ​ມື້ນັ້ນ​ແຈ້ງ​ສະ​ຫວ່າງ ແລະ ແຈ່ມ​ໃສ ຂະ​ນະ​ທີ່ພວກ​ເຮົາພາ​ກັນ​ຈັດ​​ຂະ​ບວນເດີນ​ທາງ​​ນ້ອຍທີ່​ປະ​ກອບ​ດ້ວຍ​ມ້າ​ສ​າມ​ໂຕ.

ໃນ​ກາງ​ທົ່ງ​ພຽງ, ພວກ​ເຮົາ​ໄດ້​ມີ​ຄວາມ​ຄິດ​ດີ ວ່າ​ພວກ​ເຮົາຄວນ​ພາ​ກັນ​ລົງ​ຈາກ​ຫລັງ​ມ້າ ແລະ ພາ​ກັນ​ຫລິ້ນ​ໝາກ​ບີ່. ພວກ​ເຮົາ​ໄດ້​ຫລິ້ນ​ດົນ​ເຕີບ. ພວກ​ເຮົາເອົາ​ໃຈ​ໃສ່​ໃນ​ການ​ຫລິ້ນ​ເກມ​ຂອງ​ພ​ວກ​ເຮົາ​ຈົນ​ວ່າບໍ່​ໄດ້​ເຫັນ ເຄື່ອງ​ໝາຍ​ຂອງ​ເວ​ລາ ທີ່​ຢູ່​ເທິງ​ຫົວ​ຂອງ​ພວກ​ເຮົາ ທີ່​ເປັນ​ເມກ​ສີ​ດຳ​ທີ່​ປົກ​ຄຸມ​ທ້ອງ​ຟ້າ. ເມື່ອ​ພວກ​ເຮົາ​ຮູ້​ເມື່ອ​ວ່າແມ່ນ​ຫ​ຍັງກຳ​ລັງ​ເກີດ​ຂື້ນ, ພວກ​ເຮົາ​ບໍ່​ໄດ້​ມີ​ເວ​ລາ​ທີ່​ຈະ​ຂຶ້ນ​​ຂີ່ມ້າ​ເລີຍ. ຝົນ​ໄດ້​ຕົກລົງ​ມາ​ຢ່າງ​ແຮງ​ ແລະ ໝາກ​ເຫັບ​ໄດ້​ຕົກລົງ​ໃສ່​ໜ້າຂອງ​ພວກ​ເຮົາ, ຈົນ​ວ່າພວກ​ເຮົາ​ຄິດ​ບໍ່​ອອກ​ວ່າ​ຈະ​ເຮັດ​ແນວ​ໃດ ມີ​ແຕ່​ຕ້ອງ​ໄດ້​ເອົາ​ອານ​ມ້າ​ລົງ ແລະ ໄດ້​ຊ້ອນ​ຢູ່​ໃຕ້​ຜ້າ​ຫົ່ມ​ປົກ​ອານ​ມ້ານັ້ນ.

ບໍ່​ມີ​ມ້າ​ຂີ່, ທັງ​ປຽກ ແລະ ໜາວ, ພວກ​ເຮົາ​ໄດ້​ພາ​ກັນ​ເດີນ​ທາງ​ຕໍ່​ໄປ, ແຕ່​ບັດ​ນີ້​ພະ​ຍາ​ຍາມ​ທີ່​ຈະ​ຍ່າງ​ໄປ​ໃຫ້​ໄວ​ເທົ່າ​ທີ່​ພວກ​ເຮົາ​ຍ່າງ​ໄດ້. ເມື່ອ​ພວກ​ເຮົາ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ພວກ​ເຮົາ, ພວກ​ເຮົາ​ໄດ້​ເຫັນ​ວ່າ​ຖະ​ໜົນ​ທີ່ກວ້າງ​ໃຫ​ຍ່ ທີ່​ນຳ​ເຂົ້າ​ໄປ​ໃນ​ໝູ່​ບ້ານນັ້ນຖືກ​ນ້ຳ​ຖ້ວມ​ແລ້ວ ແລະ ເປັນ​ເໝືອນ​ແມ່​ນ້ຳ​ທີ່​ກຳ​ລັງ​ໄຫລ​ລົງ​ຕໍ່​ໜ້າ​ຂອງ​ພວກ​ເຮົາ. ຕອນ​ນັ້ນ​ກໍ​ເດິກ​ແດ່​ແລ້ວ, ແລະ ພວກ​ເຮົາ​ກໍ​ເມື່ອຍ, ເຈັບ​ປວດ ແລະ ປຽກ​ໄປ​ໝົດ, ພວກ​ເຮົາ​ຈຶ່ງ​ພາ​ກັນ​ຊອກ​ຫາ​ທີ່​ພັກ ຢູ່​ທີ່​ບ້າ​ນ​ຫລັງ​ທຳ​ອິດທີ່ພວກ​ເຮົາ​ໄດ້​ເຫັນ​ຕອນ​ເຂົ້າ​ມາ​ໃນ​ໝູ່​ບ້ານນັ້ນ. ຄອບ​ຄົວ​ໜຸ່​ມ​ທີ່​ດີນັ້ນໄດ້​ຊ່ອຍ​ພວກ​ເຮົາ​ອອກ​ຈາກ​ເຄື່ອງ​ປຽກ, ເອົາ​ອາ​ຫ​ານ​ທີ່​ແຊບໃຫ້​ພວກ​ເຮົາກິນ, ແລະ ແລ້ວ​ໄດ້​ສົ່ງ​ພວກ​ເຮົາ​ເຂົ້າ​ນອນ​ໃນ​ຫ້ອງ​ຂອງ​ພ​ວກ​ເຮົາ​ເອງ. ບໍ່​ດົນ​ເທົ່າ​ໃດ​ພວກ​ເຮົາ​ກໍ​ໄດ້​ເຫັນ​ວ່າ​ຫ້ອງນັ້ນ​ມີ​ພື້ນ​ດິນ​ພຽງ, ສະ​ນັ້ນ​ພວກ​ເຮົາ​ກໍ​ໄດ້​ມີ​ຄວາມ​ຄິດ​ດີ​ອີກ. ພວກ​ເຮົາ​ໄດ້​ແຕ້ມ​ຮູບ​ວົງ​ມົນ​ຢູ່​ທີ່​ພື້ນ ແລະ ຫລິ້ນ​ເກມ​ໝາກ​ບີ່ຂອງ​ພ​ວກ​ເຮົາ​ຕໍ່​ໄປ ຈົນ​ວ່າ​ພວກ​ເຮົາລົ້ມ​ນອນ​ຫລັບ​ຢູ່​ພື້ນນັ້ນ​ເລີຍ.

ຕອນ​ຍັງ​ນ້ອຍ​ພວກ​ເຮົາ​ພຽງ​ແຕ່​ໄດ້​ຄິດ​ກ່ຽວ​ກັບ​ຕົ​ນ​ເອງ. ພວກ​ເຮົາ​ບໍ່​ເຄີຍ​ໄດ້​ຄິດ​ເຖິງ​ຜູ້​ຄົນ​ທີ່​ເຮົາ​ຮັກ ​ທີ່​ກັງ​ວົນ​ຊອກ​ຫາ​ເຮົາ​ຢູ່​ທີ່​ບ້ານ—ຖ້າ​ຫາກ​ພວກ​ເຮົາ​ໄດ້​ຄິດ, ພວກ​ເຮົາ​ກໍ​ຈະ​ບໍ່​ໄດ້​ເຮັດ​ໃຫ້​ການ​ເດີນ​ທາງ​ນັ້ນ​ຊັກ​ຊ້າ​ເພາະ​ການ​ຫລິ້ນ​ທີ່​ໄຮ້​ປະ​ໂຫຍດ. ແລະ ຖ້າ​ຫ​າກ​ພ​ວກ​ເຮົາ​ສະ​ຫລາດ​ຫລາຍກວ່າ​ນັ້ນ, ພ​ວກ​ເຮົາ​ກໍ​ຈະ​ໄດ້​ເງີຍ​ໜ້າ​ຂຶ້ນ​ເບິ່ງ​ທ້ອງ​ຟ້າ, ໄດ້​ເຫັນ​ເມກ​ມືດ​ຄຶ້ມ, ແລະ ຈະ​ໄດ້​ພາ​ກັນ​ຟ້າວ​ຍ່າງ ແລະ ໄປ​ກ່ອນ​ໜ້າ​ພະ​ຍຸນັ້ນ. ບັດ​ນີ້ ເພາະ​ຂ້າ​ພະ​ເຈົ້າ​ໄດ້​ມີ​ປະ​ສົບ​ການ​ຫລາຍ​ຂຶ້​ນ, ຂ້າ​ພະ​ເຈົ້າ​ເຕືອນ​ຕົວ​ເອງ​ສະ​ເໝີ​ວ່າ: ຢ່າ​ລືມ​ເງີຍ​ໜ້າ​ຂຶ້ນ.

ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ລູກ​ພີ່​ນ້ອງ​ໄດ້​ສອນ​ຂ້າ​ພ​ະ​ເຈົ້າ​ໃຫ້​ເອົາ​ໃຈ​ໃສ່ເຄື່ອງ​ໝາຍ​ຂອງ​ການ​ເວ​ລາ. ເຮົາ​ອາ​ໄສ​ຢູ່​ໃນ​ວັນ​ເວ​ລາ​ທີ່​ມີ​ພະ​ຍຸ, ອັນ​ຕະ​ລາຍ​ທີ່​ໂປ​ໂລ​ໄດ້​ບັນ​ຍາຍ​ວ່າ: “ຄົນ​ທັງ​ຫລາຍ​ຈະ​ເຫັນ​ແກ່​ຕົວ, … ກະ​ບົດ​ຕໍ່​ພໍ່ແມ່, ເນ​ລະ​ຄຸນ, ທັງ​ບໍ່​ນັກ​ຖື​ພ​ຣ​ະ​ເຈົ້າ ແລະ​ ສິ່ງ​ສັກ​ສິດ, … ມັກ​ກ່າວ​ຮ້າຍ​ປ້າຍ​ສີ, ມັກ​ຄວາມ​ຮຸນ​ແຮງ, … ຮັກ​ຄວາມ​ມ່​ວນ​ຊື່ນ​ຫລາຍກວ່າ​ຮັກ​ພ​ຣະ​ເຈົ້າ” (2 ຕີ​ໂມ​ທຽວ 3:2–4).

ເມື່ອ​ກ່າວ​ເຖິງວັນ​ເວ​ລາ​ເຫລົ່າ​ນີ້, ແອວ​ເດີ ດາ​ລິນ ເອັຈ ໂອກ​ສ໌​ ໄດ້​ກ່າ​ວ​ວ່າ: “ເຮົາ​ຈຳ​ເປັນ​ຕ້ອງ​ກະ​ກຽມ​ທັງ​ທາງ​ຝ່າຍ​ໂລກ ແລະ ຝ່າ​ຍ​ວິນ​ຍານ. … ແລະ ການ​ກະ​ກຽມ​​ທີ່ສ່ວນ​ຫລາຍ​ແລ້ວ​ຈະ​ຖືກ​ລະ​ເລີຍ​ກໍ​ຈະ​ເປັນ​ສິ່ງ​ທີ່​ເຫັນ​ໄດ້​ຍາກ ແລະ ຍ​າກ​ຫລາຍກວ່ານັ້ນ​ແມ່ນ—ທາງ​ຝ່າຍ​ວິນ​ຍານ” (“Preparation for the Second Coming,” Ensign or Liahona, May 2004, 9). ໃນ​ອີກ​ຄຳ​ໜຶ່ງ​ກໍ​ຄື, ຢ່າ​ລະ​ເລີຍ​ໃນ​ການ​ຫລຽວ​ຂຶ້ນ​ເບິ່ງ.

ເປັນ​ເພາະ​ຄວາມ​ຕ້ອງ​ການ​ການ​ກະ​ກຽມ​ທາງ​ຝ່າຍ​ວິນ​ຍານ​ໃນ​ວັນ​ເວ​ລາ​ອັນ​ຕະ​ລາຍນີ້, ຂ້າ​ພະ​ເຈົ້າ​ຢາກ​ຈະ​ຂໍ​ໃຫ້​ຄຳ​ຕັກ​ເຕືອນ​ກ່ຽວ​ກັບ​ເຄື່ອງ​ໝາຍ​​ແຫ່ງ​ການ​ເວ​ລາ​ທີ່ມີ​ພະ​ລັງຢ່າງ​ໜຶ່ງ. ຊີ​ວິດ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າກຳ​ນົດ​ໃຫ້​ຂ້າ​ພະ​ເຈົ້າ​ພົວ​ພັນ​ກັບ​ເລື່ອງ​ເທັກ​ໂນ​ໂລ​ຈີ, ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ເຫັນ​ຄຸ​ນ​ຄ່າ​ທີ່​ມັນ​ມີ, ໂດຍ​ສະ​ເພາະ​ໃນ​ການ​ສື່​ສານ. ຂໍ້​ມູນ​ທັງ​ຫລາຍ​ທີ່​ມະ​ນຸດ​ໄດ້​ສ້າງ​ຂຶ້ນ​ມາ ບັດ​ນີ້​ກໍ​ເຂົ້າ​ເຖິງ​ໄດ້​ຢ່າງ​ງ່າຍ​ດາຍ ແລະ ວ່ອງ​ໄວ. ແຕ່​ອິນ​ເຕີ​ແນັດ​ກໍ​ຍັງ​ເຕັມ​ໄປ​ດ້ວຍ​ຫລາຍ​ສິ່ງ​ຫລາຍຢ່າງ​ທີ່​ສົກ​ກະ​ປົກ ແລະ ເຮັດ​ໃຫ້​ເຂົ້າ​ໃຈ​ຜິດ​ນຳ​ອີກ. ເທັກ​ໂນ​ໂລ​ຈີໄດ້​ເຮັດ​ໃຫ້​ເສ​ລີ​ພາບໃນການ​ກ່າວ​ປາ​ໄສ, ແຕ່​ມັນ​ຍັງໃຫ້​ຄວາ​ມ​ເຊື່ອ​ຖື​ແກ່​ຜູ້​ຄົນ​ທີ່​ບໍ່​ມີ​ຄຸນ​ວຸດ​ທິ​ທີ່​ຈະ​ຂຽນ​ບາງ​ຢ່າງ​ໃນ​ອິນ​ເຕີ​ແນັດ​ທີ່​ຫລາຍ​ຄົນ​ໄດ້​ອ່ານ. ນີ້​ຈຶ່ງ​ເປັນ​ເຫດ​ຜົນ​ໃນ​ເວ​ລານີ້, ຫລາຍກວ່າ​ໃນ​ເວ​ລາ​ອື່ນ, ທີ່​ເຮົາ​ຕ້ອງຈື່​ຈຳ​ຫລັກ​ທຳ​ນິ​ລັນ​ດອນນີ້​ວ່າ: “ພວກ​ທ່ານ​ຈຶ່ງ​ຈະ​ຮູ້​ຈັກ​ຜູ້​ປະ​ກາດ​ພ​ຣະ​ຄຳປອມດ້ວຍ​ການ​ກະ​ທຳ​ຂອງ​ພວກ​ເຂົາ” (ມັດ​ທາຍ 7:20).

ໂດຍ​ສະ​ເພາະ​ແລ້ວ, ຂ້າ​ພ​ະ​ເຈົ້າ​ຂໍ​ເຕືອນ​ທ່ານ​ວ່າ​ຢ່າ​ເບິ່ງ​ຮູບ​ພາບ​ສົກ​ກະ​ປົກ ຫລື ໃຫ້​ຄວາມ​ສົນ​ໃຈ​ຕໍ່ ຄົນ​ທີ່ມັກ​ກ່າວ​ຮ້າຍ​ປ້າຍ​ສີ​ໃສ່​ພ​ຣະ​ຄ​ຣິດ ແລະ ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ການ​ກະ​ທຳ​ທັງ​ສອງນີ້​ສ້າງ​ຜົນ​ສະ​ທ້ອນ​ອັນ​ດຽວ​ກັນ ຊຶ່ງ​ເປັນ: ການ​ສູນ​ເສຍ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ອຳ​ນາດ​ຂອງ​ການປົກ​ປ້ອງ ຄ້ຳ​ຊູ​ຂອງ​ພ​ຣະ​ອົງ. ບາບ ແລະ ຄວາມບໍ່​ມີ​ຄວາ​ມ​ສຸກ​ຈະ​ຕາມ​ມາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ, ຖ້າ​ວ່າ​ທ່ານ​​ເຄີຍໄດ້​ພົບ​ສິ່ງ​ໃດໆ​ກໍ​ຕາມ​ທີ່​ເຮັດ​ໃຫ້​ທ່ານ​ສົງໃສປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບພ​ຣະ​ກິດ​ຕິ​ຄຸ​ນ, ຂ້າ​ພະ​ເຈົ້າ​ອ້ອນວອນ​ກັບ​ທ່ານ​ວ່າ​ໃຫ້​ເງີຍ​ໜ້າ​ຂຶ້ນ​. ຂໍ​ໃຫ້​ເງີຍ​ໜ້າ​ຂຶ້ນ​ເບິ່ງ​ແຫ​ລ່ງ​ຂອງ​ປັນ​ຍາ ແລະ ຄວາມ​ຈິງ​ທັງ​ໝົດ. ຂໍ​ໃຫ້ບຳ​ລຸງ​ລ້ຽງ​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ດ້ວຍ​ພ​ຣະ​ຄຳ​ຂອງ​ພ​ຣະ​ເຈົ້າ. ມີ​ຫລາຍ​ຄົນ​ໃນ​ໂລກ​ທີ່​ສະ​ແຫວງ​ຫາ​ເພື່ອເຮັດ​ໃຫ້​ສັດ​ທາ​ຂອງ​ທ່ານ​ອ່ອນ​ແອ ໂດຍ​ການ​​ເອົາ​​ຄວາມ​ບໍ່​ຈິງມາປະ​ປົ​ນກັບ​ຄວາມ​ຈິງ​ເຄິ່ງ​ໜຶ່ງ. ເພາະ​ສະ​ນັ້ນ​ມັນ​ຈຶ່​ງ​ສຳ​ຄັນ​ຫລາຍ​ທີ່​ທ່ານ​ຕ້ອງ​ມີ​ຄຸນ​ຄ່າ​ດີ​ພໍ​ທີ່​ຈະ​ມີ​ພ​ຣະ​ວິນ​ຍານ​ສະ​ຖິດຢູ່​ດ້ວຍ. ​ການ​ມີພ​ຣະ​ວິນ​ຍານບໍ​ລິ​ສຸດ​ສະ​ຖິດ​ຢູ່​ເປັນ​ເພື່ອນບໍ່​ໄດ້​​​ພຽງ​ແຕ່​ເປັນຄວາ​ມ​ສະ​ດວກສະ​ບາຍ​ເທົ່າ​ນັ້ນ—ມັນ​ຈຳ​ເປັນ​ຕໍ່​ຄວາມ​ລອດ​ທາງວິ​ນ​ຍານ​ຂອງ​ທ່ານ. ຖ້າ​ທ່ານຈະ​ສະ​ສົມ​ພ​ຣະ​ຄຳ​ຂອງ​ພ​ຣະ​ຄ​ຣິດ ແລະ ຮັບຟັງສຽງ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ, ​ທ່ານ​ຈະ​ບໍ່​ຖືກ​ຫລອກ​ລວງ (​ເບິ່ງ Joseph Smith—Matthew 1:37). ເຮົາ​ຕ້ອງ​ເຮັດ​ສິ່ງ​ເຫລົ່າ​ນີ້.

ພ​ຣະ​ເຢ​ຊູ​ຄ​ຣິດ, ອົງ​ທີ່​ດີ​ພ້ອມ, ແລະ ໂຈ​ເຊັບ​ ສະ​ມິດ, ຜູ້​ໄດ້​ສ​າ​ລະ​ພາບ​ວ່າ​ເພິ່ນບໍ່​ໄດ້​ດີ​ພ້ອມ, ທັງ​ສອງ​ຖືກ​ປະຫານ​ໂດຍ​ຜູ້​ກ່າວ​ຮ້າຍ​ປ້າຍ​ສີ ຜູ້​ທີ່ບໍ່​ຍອມ​ຮັບ​ປະ​ຈັກ​ພະ​ຍານ​ຂອງ​ພ​ຣະ​ອົງ ​ແລະ ຂອງ​ເພິ່ນ. ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ປະ​ຈັກ​ພະ​ຍານ​ຂອງ​ພຣະອົງ ​ແລະ ຂອງເພິ່ນ​ຈິງ—ວ່າ​ພຣະ​ເຢ​ຊູ​ຄ​ຣິດ​ຄື​ພ​ຣະ​ບຸດ​ຂອງ​ພ​ຣະ​ອົງ ແລະວ່າໂຈ​ເຊັບ ສະ​ມິດ​ເປັນ​ສ​າດ​ສະ​ດາ​ທີ່​ແທ້​ຈິງ?

“ພວກ​ທ່ານ​ຈຶ່ງ​ຈະ​ຮູ້​ຜູ້​ປະ​ກາດ​ພ​ຣະ​ຄຳ​ປ​ອ​ມດ້ວຍ​ການ​ກະ​ທຳ​ຂອງ​ພວກ​ເຂົາ.” ໝາກ​ໄມ້​ດີ​ຈະ​ເກີດ​ຈາກ​ຕົ້ນ​ໄມ້​ບໍ່​ດີ​ໄດ້​ບໍ? ຂ້າ​ພະ​ເຈົ້າ​ຮູ້​ດ້ວຍ​ຕົວ​ເອງວ່າ ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ອະ​ໄພ​ບາບ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ ແລະ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ອິດ​ສະ​​ລະ​ຈາກແອກ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ, ນຳ​ພາ​ຂ້າ​ພະ​ເຈົ້າ​ມາ​ສູ່​ສະ​ພາບ​ແຫ່ງ​ຄວາມ​ສຸກ ທີ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮູ້​ວ່າ​ມີຈິງ. ແລະ ຂ້າ​ພະ​ເຈົ້າ​ຮູ້​ດ້ວຍ​ຕົວ​ເອງວ່າ ໂຈ​ເຊັບ ສະມິດ​ ໄດ້​ເປັນ​ສາດ​ສະ​ດາ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ໃຊ້​ຄຳ​ສັນ​ຍາ​ທີ່​ລຽບ​ງ່າຍ​ໃນ​ພ​ຣະ​ຄຳ​ພີ​ມໍ​ມອນ​ທີ່​ວ່າ: “ໃຫ້​ທູນ​ຖາມ​ພ​ຣະ​ເຈົ້າ, ພ​ຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ຄ​ຣິດ” (​ໂມ​ໂຣ​ໄນ 10:4). ໃນ​ຄຳ​ງ່າຍໆແມ່ນວ່າ: ເງີຍ​ໜ້າ​ຂຶ້ນ.

ມີ​ບາງ​ຄົນ​ອາດຈະ​ແນະ​ນຳ​ວ່າ​ທ່ານ​ຕ້ອງ​ມີ​ຫລັກ​ຖ​ານ​ພະ​ຍານ​ທີ່​ມີ​ຕົວ​ຕົນ​ກ່ອນ​ຈະ​ເຊື່ອ​ໃນ​ການ​ຟື້ນ​ຄື​ນ​ພ​ຣະ​ຊົນ​ຂອງ​ພ​ຣ​ະ​ຄ​ຣິດ ຫລື ຄວາ​ມ​ຈິງ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ອົງ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ແລ້ວນັ້ນ. ເຖິງ​ຜູ້​ຄົນ​ເຫລົ່າ​ນັ້ນ​ຂ້າ​ພະ​ເຈົ້າຈະ​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ແອວ​ມາ​ທີ່​ກ່າວ​ຕໍ່ ໂຄຣິ​ຫໍ, ຜູ້​ທີ່​ພະ​ຍາ​ຍາມ​ຊັກ​ຊວນ​ບໍ່​ໃຫ້​ຄົນ​ອື່ນ​ເຊື່ອ​ ໂດຍ​ກ່າວວ່າ: “ເຈົ້າ​ມີ​ເຄື່ອງ​ໝາຍຢູ່​ພຽງ​ພໍ​​ແລ້ວ; ເຈົ້າ​ຈະ​ລອງ​ດີ​ກັບ​ພ​ຣະ​ເຈົ້າ​ບໍ? ເຈົ້າຈະ​ເວົ້າ​ວ່າ, ​ຈົ່ງສະ​ແດງ​ເຄື່ອງ​ໝາຍ​ແກ່​ຂ້າ​ພະ​ເຈົ້າ​ຢູ່​ບໍ ໃນເມື່ອເຈົ້າ​ເອງ​ມີ​ປະ​ຈັກ​ພະ​ຍານເຫລົ່າ​ນີ້​ທັງ​ໝົດ​ຈາກພີ່​ນ້ອງ​ຂອງ​ເຈົ້າ, ແລ​ະ ​ຈ​າກ​ສ​າດ​ສ​ະ​ດາ​ຜູ້​ບໍ​ລິ​ສຸດ​ທັງ​ໝົດ​ນຳ​ອີກ. ພ​ຣະ​ຄຳ​ພີ​ວາງ​ຢູ່​ຕໍ່​ໜ້າ​ຂອງ​ເຈົ້າ” (​ແອວ​ມາ 30:44).

​ທ່ານ ແລະ ຂ້າ​ພະ​ເຈົ້າ​​ເປັນ​ຫລັກ​ຖານ​ທີ່ມີ​ຊີ​ວິດ​ຢູ່​ເຖິງ​ອຳນາດ​ແຫ່ງການ​ໄຖ່​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ. ເຮົາ​ເປັນ​ຫລັກ​ຖານ​ທີ່​ມີ​ຊີ​ວິດ​ຢູ່ເຖິງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ສ​າດ​ສະ​ດາ​ໂຈ​ເຊັບ ແລະ ຄວາມ​ຊື່​ສັດ​ຂອງ​ໄພ່​ພົນ​ໃນ​ຍຸກ​ເລີ່ມ​ຕົ້ນ ຜູ້​ທີ່​ໄດ້​ຍຶດໝັ້ນ​ຢ່າງ​ເຂັ້ມ​ແຂງ​ໃນ​ສັດ​ທາ​ຂອງ​ເຂົາ​ເຈົ້າ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຂະ​ຫ​ຍາຍ​ອອກ​ໄປ​ທົ່ວ​ໂລກ​ແລ້ວ ແລະ ກຳ​ລັງ​ຈະ​ເລີນ​ເຕີບ​ໂຕ​ຫລາຍກວ່າ​ແຕ່​ກ່ອນ—ຖືກຍອມ​ຮັບ, ດັ່ງ​ທີ່​ໄດ້​ເປັນ​ໃນ​ວັນ​ເວ​ລາ​ຂອງ​ພ​ຣະ​ຄ​ຣິດ, ໂດຍ​ຜູ້​ຄົ​ນ​ທີ່​ຖ່ອມ​ຕົນ ຜູ້​ທີ່ບໍ່​ຕ້ອງ​ການ​ໄດ້​ເຫັນ ແລະ ແຕະ​ຕ້ອງ​ກ່ອນ​ຈະ​ເຊື່ອ.

ບໍ່​ມີ​ໃຜ​ຮູ້​ວ່າ​ເມື່ອ​ໃດ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ​ອີກ. ແຕ່​ເຮົາ​ກຳ​ລັງ​ມີ​ຊີ​ວິດຢູ່​ໃນ​ວັນ​ເວ​ລາ​ອັນ​ຕະ​ລາຍ. ເວ​ລານີ້​ຄື​ເວ​ລາ​ທີ່​ຈະ​ຫລຽວ​ເບິ່ງ​ແຫ​ລ່ງ​ຂອງ​ຄວາມ​ຈິງ ແລະ ໃຫ້​ແນ່​ໃຈ​ວ່​າປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຂັ້ມ​ແຂງ.

ກັບ​ຄືນ​ມາ​ກ່າວ​ເຖິງ​ເລື່ອງ​ລາວຂອ​ງ​ຂ້າ​ພະ​ເຈົ້າ, ລູກ​ພີ່​ນ້ອງ ແລະ ຂ້າ​ພະ​ເຈົ້າ​ໄດ້​ຕື່ນ​ຂຶ້ນ​ໃນ​ຕອນ​ເຊົ້າ​ສູ່​ຕາ​ເວັ​ນ​ທີ່​ແຈ້ງ​ສະ​ຫວ່າງ ແລະ ທ້ອງ​ຟ້າ​ທີ່​ສວຍ​ງາມ. ຊາຍ​ຄົນ​ໜຶ່ງ​ໄດ້​ເຄາະ​ປະ​ຕູ ຊອກ​ຫາ​ເດັກ​ນ້ອຍ​ຜູ້ຊາຍສາມ​ຄົນ​ທີ່​​ໄດ້ຫລົງ​ທາງ​ໄປ. ລາວ​ໄດ້​ເອົາ​ພວກ​ເຮົາ​ຂຶ້ນ​ມ້າ, ແລະ ພວກ​ເຮົາ​ໄດ້​ເລີ່ມ​ເດີນ​ທາງ​ກັບ​ບ້ານ​ຜ່ານ​ທົ່ງ​ພຽງ​ອັນ​ດຽວ​ກັນ​ນັ້ນ. ຂ້າ​ພະ​ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ​ຕາມ​ທາງ​ກັບ​ບ້ານ—ມີ​ຫລາຍໆ​ຄົນ​ໄດ້​ອອກ​ຊອກ​ຫາ​ພວກ​ເຮົາ​ຕະ​ຫລອດ​ທັງ​ຄືນ, ລົດ​ໄຖ ແລະ ລົດ​ກະ​ບະບັນ​ທຸກຂອງ​ເຂົາ​ເຈົ້າ​ຄ້າງ​ຄາ​ຢູ່​ໃນ​ຂີ້​ຕົມ. ເຂົາ​ເຈົ້າ​ໄດ້​ເຫັນ​ອານ​ມ້າ​ຢູ່​ທີ່ນີ້ ແລະ ມ້າ​ຢູ່​ທີ່ນັ້ນ​ຊະ​ຊາຍ​ໄປ, ແລະ ເມື່ອ​ເຂົາ​ເຈົ້າ​ໄດ້​ເຫັນ​ພວກ​ເຮົ​າ​ກັບ​ຄືນ​ບ້ານ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ໂລ່ງ​ໃຈ ແລະ ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ໄດ້. ໃນ​ທາງ​ເຂົ້າ​ບ້ານ, ຫລາຍ​ຄົນ​ໄດ້​ມາ​ລໍຖ້າ​ພວກ​ເຮົາ, ແລະ ຢູ່​ທາງ​ໜ້າຂອງ​ທຸກ​ຄົນ​ນັ້ນ​ແມ່ນ​ແມ່​ຕູ້ ແລະ ອາວອາ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ. ພວກ​ເພິ່ນ​ໄດ້​ໂອບກອດ​ພວກ​ເຮົາ ແລະ ໄດ້​ຮ້ອງ​ໄຫ້, ດີ​ໃຈ​ຫລາຍ​ທີ່​ພວກ​ເພິ່ນ​ໄດ້​ພົບເຫັນ​ລູກ​ຫລານ​ທີ່​ຫລົງ​ທາງ​ໄປ​ຂອງ​ພວກເພິ່ນ​. ນີ້​ຊ່າງ​ເປັນ​ສິ່ງ​ທີ່​ເຕືອນ​ໃຈ​ຂ້າ​ພ​ະ​ເຈົ້າ​ເປັນ​ຢ່າງ​ດີ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຮັກ​ຂອງ​ເຮົາຮູ້​ຈັກ​ເຮົາ. ພ​ຣະ​ອົງ​ກໍລໍ​ຖ້າ​ການ​ກັບ​ຄືນ​ບ້ານ​ຂອງ​ເຮົາ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ.

​​ແມ່ນ​ແລ້ວ, ມີເຄື່ອງ​ໝາຍ​ຂອງພະ​ຍຸ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ອ້ອມ​ຂ້າງ​ເຮົາ. ຂໍ​ໃຫ້​ເຮົາ​ຈົ່ງ​​ເງີຍ​ໜ້າ​ຂຶ້​ນ​ເບິ່ງ ແລະ ຕຽມ​ຕົວ​ເຮົາ​ເອງ. ມີ​ຄວາມ​ປອດ​ໄພ​ຢູ່​ໃນ​ປະ​ຈັກ​ພະ​ຍານ​ທີ່​ເຂັ້ມ​ແຂງ. ຂໍ​ໃຫ້​ເຮົາ​ຈົ່ງ​ທະ​ນຸຖະ​ໜອມ ແລະ ເຮັດ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຂັ້ມ​ແຂງ​ຂຶ້ນ​ທຸກໆ​ມື້​ເຖີດ.

ຂ້າ​ພ​ະ​ເຈົ້າ​ຮູ້​ວ່າ​ເຮົາ​ສາ​ມາດ​ຢູ່​ດ້ວຍ​ກັນ​ເປັນ​ຄອບຄົວ​ຊົ່ວ​ນິ​ລັນ​ດອນ, ວ່າ​ພ​ຣະ​ບິ​ດາເທິງ​ສ​ະ​ຫວັນ​​ທີ່ຮັກ​ຂອງ​ເຮົາ​ລໍ​ຖ້າ​ເຮົາ​ຢູ່, ລູກໆ​ຂອງ​ພ​ຣະ​ອົງ, ດ້ວຍ​ອ້ອມ​ແຂນ​ທີ່​ຍິນ​ດີ​ຕ້ອນ​ຮັບ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພ​ຣະ​ເຢ​ຊູ​ຄ​ຣິດ, ພຣະ​ຜູ້​ຊ່ອຍ​ຊີ​ວິດ​ຂອງ​ເຮົາຊົງພ​ຣະ​ຊົນ​ຢູ່. ເໝືອນ​ດັ່ງ​ເປ​ໂຕ, ບໍ່​ແມ່ນມະ​ນຸດທີ່ເປີດ​ເຜີຍຄວ​າມ​ຈິງນີ້​ໃຫ້​ຂ້າ​ພະ​ເຈົ້າ​ຮູ້, ແຕ່​​ແມ່ນພ​ຣະ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ (​ເບິ່ງ ມັດ​ທາຍ 16:15–19). ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພ​ຣະ​ເຢ​ຊູຄ​ຣິດ, ອາ​ແມ​ນ.