​2010–2019
ພະ​ລັງ​ສ່ວນ​ຕົວ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ
ຕຸລາ 2013


ພະ​ລັງ​ສ່ວນ​ຕົວ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄ​ຣິດ

ຜ່ານ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ຖືກຊຳ​ລະ​ໃຫ້​ສະ​ອາດ ແລະ ພາ​ລະ​ໜັກ​ຂອງ​ການ​ກະ​ບົດ​ຂອງ​ເຮົາ​ຈະ​ຖືກ​ຍົກອອກ​ໄປ.

ເມື່ອ​ບໍ່​ດົນ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ທີ່​ໄດ້​ພົບ​ເຍົາ​ວະ​ຊົນ​ທີ່​ໜ້າ​ປະ​ທັບ​ໃຈ​ຫລາຍ​ກຸ່ມ​ໜຶ່ງ​ ຈາກ​ລັດ​ໄອ​ດາ​ໂຮ. ຍິງ​ໜຸ່ມ​ບໍ​ລິ​ສຸດ​ຄົນ​ໜຶ່ງ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ ແມ່ນ​ຫ​ຍັງ​ຄື​ສິ່ງທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ​ສຳ​ຄັນ​ທີ່​ສຸດ​ທີ່​ເຂົາ​ເຈົ້າ​ຄວນ​ເຮັດ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໃນ​ເວ​ລານີ້. ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳ​ເຂົາ​ເຈົ້າ​ໃຫ້​ຮຽນ​ຮູ້​ທີ່​ຈະ​ຮັບ​ຮູ້​ອຳ​ນາດຂອງ​ການ​ຊົດ​ໃຊ້​ຂ​ອງ​ພ​ຣະເຢ​ຊູ​​ຄ​ຣິດໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ມື້ນີ້​ຂ້າ​ພະ​ເຈົ້າ​ຈະ​ອະ​ທິ​ບາຍ​ເຖິງ​ດ້ານ​ໜຶ່ງ​ຂອງ​ອຳ​ນາດນັ້ນ, ຊຶ່ງ​ເປັນພະ​ລັງ​ສ່ວນ​ຕົວ​ທີ່​ເຮົາ​ສາ​ມາດ​ໄດ້​ຮັບ​ ຜ່ານ​ການ​ຊົດ​ໃຊ້​ຂອງ​ພ​ຣ​ະ​ເຢ​ຊູ​ຄ​ຣິດ.

ໃນພ​ຣະ​ຄຳ​ພີ​ມໍ​ມອນ ເຮົາ​ໄດ້​ອ່ານ​ເຖິງ ອຳ​ໂມນ ແລະ ອ້າຍ​ນ້ອງ​ຂອງ​ລາວ ທີ່​ສອນ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄ​ຣິດ​ໃຫ້​ “ຄົນ​ປ່າ ແລະ ແຂງ​ກະ​ດ້າງ ແລະ ປ່າ​ເຖື່ອນ.”1 ຫລາຍ​ຄົນ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ໄດ້​ເລື​ອກ​ທີ່​ຈະ​ປະ​ຖິ້ມການ​ປະ​ພຶດ​ທີ່​ເປັນ​ບາບ​ຂອງ​ເຂົາ​ເຈົ້າໄປ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຂົາ​ເຈົ້າ​ນັ້ນ​ສົມ​ບູນ​ຄົບ​ຖ້ວນ​ແທ້ ຈົນ​ວ່າ​ເຂົາ​ເຈົ້າ​ໄດ້​ຝັງ​ອາ​ວຸດ​ຂອງ​ເຂົາ​ເຈົ້າ ແລະ ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພ​ຣະ​ຜູ້​ເປັນ​ເຈົ້າ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ໃຊ້​ມັນ​ອີກ​.2

ຕໍ່​ມາ, ພີ່​ນ້ອງ​ຂອງ​ເຂົາ​ເຈົ້າທັງຫລາຍ​ທີ່ບໍ່​ໄດ້​ປ່ຽນ​ໃຈ​ເຫລື້ອ​ມ​ໃສ ໄດ້​ຂຶ້ນ​ມາໂຈມ​ຕີ​ເຂົາ​ເຈົ້າ ແລະ ໄດ້​ເລີ່ມ​ຂ້າ​ເຂົາ​ເຈົ້າ. ຜູ້​ຄົນ​ທີ່​ຄົນ​ຊື່​ສັດບັດ​ນີ້ ໄດ້​ເລືອກ​ທີ່​ຈະ​ຍອມຕາຍ​ດ້ວຍ​ດາບ ແທນ​ທີ່​ຈະ​ສ່ຽງ​ສູນ​ເສຍ​ຊີ​ວິດ​ທາງວິນ​ຍານ​ຂອງ​ເຂົາ​ເຈົ້າ ໂດຍ​ການໃຊ້​ອາ​ວຸດ​ອີກ. ຕົວ​ຢ່າງ​ທີ່​ຊອບ​ທຳ​ຂອງ​ເຂົ​າ​ເຈົ້າ​ໄດ້​ຊ່ອຍ​ແມ່ນ​ແຕ່​ອີກ​ຫລາຍ​ຄົນ​ມາ​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ໄດ້​ປະ​ວາງ​ອາ​ວຸດ​ແຫ່ງ​ການ​ກະ​ບົດ​ຂອງ​ເຂົາ​ເຈົ້າ.3

ຜ່ານ​ອຳ​ໂມນ, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ເຂົາ​ເຈົ້າ​ໄປ​ສູ່​ບ່ອນ​ຫລົບ​ໄພ​ໃນ​ບັນ​ດາ​ຊາວ​ນີ​ໄຟ, ແລະ ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ທີ່​ຮູ້​ກັນ​ວ່າ ​​ຜູ້​ຄົນ​ຂອງ​ອຳ​ໂມນ.4 ຊາວ​ນີ​ໄຟ​ໄດ້​ປົກ​ປ້ອງ​ເຂົາ​ເຈົ້າ​ເປັນ​ເວ​ລາ​ຫລາຍ​ປີ, ແຕ່​ໃນ​ທີ່​ສຸດ​ກອງ​ທັບຊາວ​ນີ​ໄຟໄດ້​​ເລີ່​ມ​ອ່ອນ​ເພຍ​ລົງ, ແລະ ຈຳ​ເປັນ​ຕ້ອງ​ການການ​ເສີມ​ກຳ​ລັງ​ຫລາຍ​ແທ້ໆ.5

ຜູ້​ຄົນ​ຂອງອຳ​ໂມນ​ໄດ້​ຄົງຢູ່​ໃນ​ເວ​ລາ​ທີ່ສຳ​ຄັນ​ຫ​ລາຍ​ແທ້ໆ​ໃນ​ຊີ​ວິດ​ທາງວິນ​ຍານ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ໄດ້​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ທີ່ຈະ​ບໍ່​ໃຊ້​ອາ​ວຸດ​ອີກ​. ແຕ່​ເຂົາ​ເຈົ້າ​ໄດ້​ເຂົ້າ​ໃຈ​ວ່າ​ບັນ​ດາ​ພໍ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອ​ບ​ທີ່​ຈະ​ຈັດ​ຫາ​ການ​ປົກ​ປ້ອງ​ໃຫ້​ແກ່ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.6 ຄວາມ​ຕ້ອງ​ການນັ້ນ​ໃຫ​ຍ່​ໂຕ​ພໍ​ທີ່​ຈະ​ໄດ້​ຮັບ​ຄວາມ​ພິ​ຈາ​ລະ​ນາ​ເຖິງ​ການ​ເຮັດ​ຜິດ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ.7

ຮີ​ລາ​ມັນ, ຜູ້​ນຳ​ໃນ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສະ​ຫລາດ, ໄດ້​ຮູ້​ວ່າ​ການ​ຝ່າ​ຝືນ​ພັນ​ທະ​ສັນ​ຍາ​ກັບ​ພ​ຣ​ະ​ຜູ້​ເປັນເຈົ້າ​ຈະບໍ່​ໄດ້​ຮັບ​ຂໍ້​ແກ້​ຕົວ. ພ​ຣະ​ອົງ​ໄດ້​ສະ​ເໜີ​ທາງ​ເລືອກ​​ອື່ນທີ່​ດົນ​ໃຈ​. ພ​ຣະ​ອົງ​ໄດ້​ເຕືອນ​ເຂົາ​ເຈົ້າ​ວ່າ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ບໍ່​ເຄີຍ​ໄດ້​ເຮັດ​ຜິດ​ບາບ​ອັນ​​ດຽວ​ກັນ​ ແລະ ສະ​ນັ້ນ​ກໍ​ບໍ່​ຈຳ​ເປັນ​ທີ່​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ອັນ​ດ​ຽວ​ກັນ​ນັ້ນ.8 ເຖິງ​ແມ່ນ​ວ່າ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ຍັງ​ໜຸ່ມ​ນ້ອຍ​ຫລາຍ, ພວກເຂົາ​​ຍັງ​ແຂງ​ແຮງ​ທາ​ງ​ຮ່າງ​ກາຍ ແລະ ສຳ​ຄັນ​​ໄປກວ່ານັ້ນ, ພວກເຂົາ​​ມີ​ຄຸ​ນ​ນະ​ທຳ ແລະ ບໍ​ລິ​ສຸດ. ລູກ​ຊາຍ​ເຫລົ່າ​​ນັ້ນໄດ້​ຮັບ​ກຳ​ລັງ​ໂດຍ​ສັດ​ທາ​ຂອງ​ແມ່​ຂອງ​ພວກເຂົາ.9 ພ​າຍ​ໃຕ້ການ​ຊີ້ນຳ​ຂອງ​ສາດ​ສະ​ດາ​ຜູ້​ນຳ, ຊາຍ​ໜຸ່ມ​ເຫລົ່າ​ນີ້ ກໍ​ໄດ້​ເຂົ້າ​​ຮັບ​ໜ້າ​ທີ່​​ແທນ​ພໍ່ໆ​ຂອງ​ພວກເຂົາ​ ໃນ​ການ​ປົກ​ປ້ອງ​ຄອບ​ຄົວ​ ແລະ ບ້ານເຮືອນ​ຂອງ​ພວກ​ເຂົາ.10

ເຫດ​ການ​ທີ່ກ່ຽວ​ພັນ​ກັບ​ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ນຳ​ພະ​ລັງ​ສ່ວນ​ຕົວ​ມາ​ສູ່​ຊີ​ວິດ​ຂອງ​ລູກໆ​ຂອງ​ພ​ຣະ​ເຈົ້າ​ແນວ​ໃດ. ຂໍ​ໃຫ້​ພິ​ຈາ​ລະ​ນາ​ເຖິງຄວາມ​ຮູ້​ສຶກ​ຂອງ​ບັນ​ດາ​ພໍ່​ເຫລົ່າ​ນັ້ນ​ດູ. ເຂົາ​ເຈົ້າ​ໄດ້​ຮູ້​ສຶກ​ແນວ​ໃດ​ເມື່ອ​ຮູ້​ວ່າ​ການ​ກະ​ທຳ​ທີ່​ກະ​ບົດ​ຂອງ​ເຂົາ​ເຈົ້າ​ໃນ​ອາ​ດີດ​ໄດ້​ກີດ​ຂວາງ ເຂົາ​ເຈົ້າ​ຈາກ​ການ​ປົກ​ປ້ອງພັນ​ລະ​ຍ​າ ແລະ ລູກໆ​ຂອງ​ເຂົາ​ເຈົ້າ​ໃນ​ເວ​ລາ​ທີ່​ຈຳ​ເປັນ. ໂດຍ​ທີ່​ຮູ້​ວ່າສະ​ຖາ​ນະ​ການ​ທີ່​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ໄດ້​ປະ​ເຊີນ​ໜ້າ​ນັ້ນຮ້າຍ​ກາດພຽງ​ໃດ, ເຂົາ​ເຈົ້າ​ຕ້ອງ​ໄດ້​ຮ້ອງ​ໄຫ້​ໃນ​ໃຈ​ແທ້ໆ. ຜູ້​ເປັນ​ພໍ່, ຕ້ອງ​ປົກ​ປ້ອງ​ຄອບ​ຄົວ​ຂອງ​ຕົນ, ບໍ່​ແມ່ນ​ຜູ້​ເປັນ​ລູກ!11 ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ເຂົາ​ເຈົ້າ​ຕ້ອງ​ຮຸນແຮງ​​ແນ່ນອນ.

ເປັນ​ຫ​ຍັງ​ຜູ້​ນຳ​ໃນ​ຖາ​ນະ​ປະ​ໂລ​ຫິດ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈຶ່ງ​ຢ້າ​ນ​ກົວ​ການ​ພິ​ຈາ​ລະ​ນາ​ຂອງ​ເຂົ​າ​ເຈົ້າ​ທີ່​ຈະ​ຈັບເອົາ​ອາ​ວຸດ​ຂອງ​ພວກເຂົາ​​ຄືນ​ມາ​ໃຊ້, “ຢ້ານ​ວ່າ … ພວກເຂົາ​ຈະ​ສູນ​ເສຍ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ໄປ”?12 ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ ຄົນ​ທີ່​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ, ແລະ ພ​ຣະ​ຜູ້​ເປັນ​ເຈົ້າກໍ​ບໍ່​ຈື່​ຈຳ​ [ບາບນັ້ນ] ​ອີກ.13 ພໍ່​ທີ່​ຊື່​ສັດ​ເຫລົ່າ​ນີ້​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ​ເຈົ້າ​ດົນ​ນານ​ມາ​ແລ້ວ ແລະ ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ແລ້ວ ຜ່ານ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢ​ຊູຄຣິດ, ສະ​ນັ້ນ, ເປັນຫ​ຍັງ​ເຂົາ​ເຈົ້າ​ຈຶ່​​ງຖືກ​ແນະ​ນຳ​ວ່າບໍ່​ໃຫ້​ປົກ​ປ້ອງ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ?

ມັນ​ເປັນ​ຄວາມ​ຈິງ​ທີ່​ສຳ​ຄັນ​ທີ່​ວ່າ ຜ່ານ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ເຮົາ​ສາ​ມາດ​ໄດ້​ຮັບ​ການ​ຊຳ​ລະ​ໃຫ້​ສະ​ອາດ. ເຮົາ​ສາ​ມາດ​ກາຍເປັນ​ຄົນ​ບໍ​ລິ​ສຸດ ແລະ ສະ​ອາດ​ໄດ້. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງ​ເທື່ອ​ການ​ເລືອກ​ທີ່ບໍ່​ດີ​ຂອງ​ເຮົາ​ຈະ​ປະ​ໃຫ້​ເຮົາ​ຕົກ​ຢູ່​ກັບ​ຜົນ​ສະ​ທ້ອນ​ອັນ​ຍາວ​ນານ. ຂັ້ນ​ຕອນ​ທີ່​ຈຳ​ເປັນ​​ຢ່າງ​ໜຶ່ງ​ໃນ​ການ​ກັບ​ໃຈ​ທີ່​ສົມ​ບູນ​ຄົບ​ຖ້ວນ​ແມ່ນ​ຈະ​ອົດ​ທົນ​ຕໍ່​ຜົນ​ສະ​ທ້ອນ​ທັງ​ສັ້ນ ແລະ ຍາວ​ນານ​ຂອງ​ບາບ​ໃນ​ອາ​ດີດ​ຂອງ​ເຮົາ. ການ​ເລືອກ​ໃນ​ອາ​ດີດຂອງ​ເຂົາ​ເຈົ້າໄດ້​ເຮັດ​ໃຫ້​ພໍ່ຊາວ​ອຳ​ໂມນນັ້ນ​ຕົກ​ຢູ່​ໃນຄວາມ​ປາດ​ຖະ​ໜາທັງຝ່າຍ​ໂລກ​ຫລາຍ ທີ່​ຈະ​ເຮັດ​ໃຫ້ເຂົາ​ເຈົ້າ​ອ່ອນ​ແອ​ອີກ​ຄັ້ງ ທີ່​ຊາ​ຕານຈະ​ພະ​ຍາ​ຍາມ​ໃຊ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ມັນ.

ຊາ​ຕານ​ຈະ​ພະ​ຍາ​ຍາມ​ໃຊ້​ຄວາມ​ຊົງ​ຈຳ​ຂອງ​ຄວາມ​ຮູ້​ສຶກ​ຜິດ​ແຕ່​ກ່ອນ​ມາ​ຍົວະ​ໃຫ້​ເຮົາ​ກັບ​ໄປ​ຢູ່​ໃນ​ອິດ​ທິ​ພົນ​ຂອງ​ມັນ​ອີກ. ເຮົາ​ຕ້ອງ​ລະ​ວັງ​ຢູ່​ສະ​ເໝີ​ເພື່ອ​ຈະ​ຫລີກ​ລ້ຽງ​ການ​ລໍ້​ລວງ​ຂອງ​ມັນ. ນີ້​ໄດ້​ເປັນ​ສະ​ພາບ​ການ​ຂອງ​ບັນ​ດາພໍ່ຊາວ​ອຳ​ໂມນ​ທີ່​ຊື່​ສັດ​. ແມ່ນ​ແຕ່​ການ​ດຳ​ລົງ​ຊີ​ວິດ​ທີ່​ຊື່​ສັດ​ເປັນ​ເວ​ລາ​ຫລາຍ​ປີ, ມັນ​ຍັງ​ສຳ​ຄັນ​ຫລາຍ​ສຳ​ລັບ​ເຂົາ​ເຈົ້າ​ທີ່ຈະ​ປົກ​ປ້ອງ​ຕົວ​ເຂົາ​ເຈົ້າ​ເອງ​ທາງ​ຝ່າຍ​ວິນ​ຍານ ຈາກ​ການ​ດຶງ​ດູດ​ໄປ​ສູ່​ຄວາມ​ຊົງ​ຈຳ​ເລື່ອງ​ບາບ​ໃນ​ອາ​ດີດ.

ໃນ​ລະ​ຫວ່າງ​ການ​ສູ້​ຮົບ​ຫລາຍ​ເທື່ອ, ໂມ​ໂຣ​ໄນຫົວ​ໜ້າ​ນາຍ​ທະ​ຫານ ໄດ້​ຊີ້​ນຳ​ການເສີມ​ກຳ​ລັງ​ຂອງ​ເມືອງ​ທີ່​ອ່ອນ​ແອ​ທີ່​ສຸດ. “ລາວ​ໄດ້​ສັ່ງ​ໃຫ້​ພວກ​ເຂົາ​ສ້າງ​ກຳ​ແພງ​ທີ່​ເຮັດ​ດ້ວຍ​ທ່ອນ​ໄມ້​ຂຶ້ນ​ຂ້າງ​ໃນ​ຂ​ອງ​ຄັນ​ຄູ; ແລະ ພວກ​ເຂົາ​ໄດ້​ຂຸດ​ດິນ​ທາ​ໃສ່​ກຳ​ແພງ​ທີ່​ເຮັດ​ດ້ວຍ​ໄມ້​ນັ້ນ … ຈົນ​ວ່າ​ພວກ​ເຂົາ​ໄດ້​ເຮັດ​ກຳ​ແພງ​ອ້ອມ​ເມືອງ​ອຸ​ດົມ​ສົມ​ບູນ​ໄວ້​ໂດຍ​ຮອບ … ​ມັນ​ສູງ​ຂຶ້ນ​ຫລາຍດ້ວຍ​ກຳ​ແພງ​ອັນ​ແຂງ​ແກ່ນ​ທີ່​ເຮັດ​ດ້ວຍ​ໄມ້​ທ່ອນ ແລະ ດິນ.”14 ໂມ​ໂຣ​ໄນໄດ້​ເຂົ້າ​ໃຈ​ຄວາມ​ສຳ​ຄັນ​ຂອງ​ການ​ເສີມ​ກຳ​ລັງ​ເຂດ​ແດນ​ທີ່​ອ່ອນ​ແອ ເພື່ອ​​ມັນຈະ​ເຂັ້ມ​ແຂງ​ຂຶ້ນ.15

ພໍ່​​ຊາວ​ອຳ​ໂມນ​ເຫລົ່າ​ນີ້​ກໍ​ເໝືອນ​ກັນ. ເຂົາ​ເຈົ້າ​ກໍຕ້ອງ​ການການ​ປົກ​ປ້ອງ​ທາງວິນ​ຍານ​ຫລາຍກວ່ານັ້ນ​ມາ​ປົກ​ປ້ອງ​ຊີ​ວິດ​ທີ່​ຊອ​ບ​ທຳ​ຂອງ​ເຂົາ​ເຈົ້າ ຈາ​ກການ​ປະ​ພຶດ​ທີ່ບໍ່​ຊອບ​ທຳ​ໃນ​ອາ​ດີດ​ຂອງ​ເຂົາ​ເຈົ້າ. ລູກ​ຊາຍ​ຂອງ​ເຂົາ​ເຈົ້າ, ຜູ້​ທີ່​ໄດ້​ຮັບ​ພອນ​ດ້ວຍ​ປະ​ເພ​ນີ​ອັນ​ຊອບ​ທຳ, ບໍ່​ໄດ້​ຕົກ​ຢູ່​ໃນ​ການ​ລໍ້​ລວງ​ອັນ​ດຽວ​ກັນ​ນັ້ນ. ພ​ວກ​ເຂົາ​ສາ​ມາດ​ປົກ​ປ້ອງ​ຄອບ​ຄົວ​ຂອງ​ພ​ວກ​ເຂົາ​ໄດ້ ໂດຍບໍ່​ຕ້ອງສ່ຽງ​ຄວາມ​ຜາ​ສຸກ​ທາງວິນ​ຍານ​ຂອງ​ພວກ​ເຂົາ​.

ຂ່າວ​ທີ່​ປິ​ຕິ​ຍິນ​ດີ​ສຳ​ລັບ​ຄົນ​ທີ່​ປາດ​ຖະ​ໜາ​ຈະ​ກຳ​ຈັດ​ຜົນ​ສະ​ທ້ອນ​ຂອງ​ການ​ເລືອກ​ທີ່ບໍ່​ດີ​ໃນ​ອາ​ດີດກໍ​ຄື​ວ່າ ພ​ຣະ​ຜູ້​ເປັນ​ເຈົ້າ​ເຫັນ​ຄວາມ​ອ່ອນ​ແອວ່າແຕກ​ຕ່າງ​ຈາກ​ການ​ກະ​ບົດ. ພ​ຣະ​ຜູ້​ເປັນ​ເຈົ້າ​ເຕືອນ​ວ່າ​ການ​ກະ​ບົດ​ທີ່​ຍັງ​ບໍ່​ໄດ້​ກັບ​ໃຈ​ນັ້ນ​ຈະ​ນຳ​ການ​ລົງ​ໂທດ​ມາ​ໃຫ້,16 ເມື່ອ​ພ​ຣະ​ຜູ້​ເປັນ​ເຈົ້າ​ກ່າວ​ເຖິງ​ຄວາມ​ອ່ອນ​ແອ, ມັນ​ຈະ​ມາ​ດ້ວຍ​ຄວາມ​ເມດ​ຕາ​ສະ​ເໝີ.17

ແນ່ນອນ​ວ່າ ຈະ​ມີການ​ໂຍະ​ຍາ​ນ​ໃຫ້ ເພາະວ່າພໍ່​​ຊາວອຳ​ໂມນຖືກ​ສັ່ງ​ສອນ​ເຖິງປະ​ເພ​ນີ​ທີ່​ຜິດຂອງ​ພໍ່​ແມ່ຂອງ​ເຂົາ​ເຈົ້າ, ແຕ່​ລູກໆ​ຂອງ​ພ​ຣະ​ບິ​ດາ​ໃນ​ສະ​ຫວັນ​ທຸກ​ຄົນ​ມາສູ່​ໂລກນີ້​ພ້ອມ​ດ້ວຍ​ຄວາມ​ສະ​ຫວ່າງ​ຂອງ​ພ​ຣະ​ຄຣິດ. ບໍ່​ວ່າ​ເຫດ​ການ​ກະ​ທຳ​​ບາບ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ອັນ​ໃດ​ກໍ​ຕາມ, ຜົນ​ສະ​ທ້ອນ​ກໍ​ເປັນ​ການ​ພັດ​ທະ​ນາ​ຄວາມອ່ອນ​ແອ​ທາງວິນ​ຍານ​ທີ່​ຊາ​ຕາມ​ຈະ​ພະ​ຍາ​ຍາມໃຊ້​ເພື່ອ​ທຳ​ຮ້າຍ​ເຂົາ​ເຈົ້າ.

ດ້ວຍ​ຄວາມ​ເມດ​ຕາ ເຂົ​າ​ເຈົ້າ​ໄດ້​ຮັບ​ການ​ສັ່ງ​ສອນ​ເລື່ອງ​ພ​ຣະ​ກິດ​ຕິ​ຄຸນ, ໄດ້​ກັບ​ໃຈ, ແລະ ຜ່ານ​ການ​ຊົດ​ໃຊ້​ຂອງ​ພ​ຣະເຢ​ຊູ​ຄ​ຣິດ ໄດ້​ກາຍ​ມາ​ເຂັ້ມ​ແຂງ​ຫລາຍ​ຂຶ້ນ​ທາງວິນ​ຍານກວ່າ​ການ​ລໍ້​ລວງ​ຂອງ​ຊາ​ຕານ. ເຂົາ​ເຈົ້າ​ອາດບໍ່​ໄດ້​ຮູ້​ສຶກ​ເຖິງ​ການ​ລໍ້​ລວງ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ອາ​ດີດ​ທີ່​ໂຫດ​ຮ້າຍ​ຂອງ​ເຂົາ​ເຈົ້າ, ແຕ່​ໂດຍ​ການ​ຕິດ​ຕາມ​ຜູ້​ນຳ​ສາດ​ສະ​ດາ​ຂອງ​ເຂົາ​ເຈົ້າ, ເຂົ​າ​ເຈົ້າ​ບໍ່​ໄດ້​ຍອມ​ຈຳ​ນົນ​ໃຫ້​ຊາ​ຕານ​ມີ​ໂອ​ກາດ “[ກ່ອມ​] ຈິດ​ວິນ​ຍານ​ຂອງ​​ພວກເຂົາ​​ດັ່ງ​ນີ້, ແລະ “[ພາ] ​​ພວກເຂົາ​ລົງ​ໄປ​ຫາ​ນະ​ລົກ​ຢ່າງ​ລະ​ມັດ​ລະ​ວັງ.”18 ການ​ຊົດ​ໃຊ້​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດບໍ່​ພຽງ​ແຕ່​ຊຳ​ລະເຂົາ​ເຈົ້າໃຫ້​ສະ​ອາດ​ເທົ່າ​ນັ້ນ, ແຕ່​ເປັນ​ເພາະ​ກາ​ນ​ເຊື່ອ​ຟັງ​ຂອງ​ເຂົາ​ເຈົ້າ​ຕໍ່​ຄຳ​ແນະ​ນຳ​ຂອງ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຂົາ​ເຈົ້າ, ພຣະ​ຜູ້ຊ່ອຍ​ໃຫ້​ລອດ​ຈຶ່ງສາ​ມາດປົກ​ປ້ອງ​ເຂົາ​ເຈົ້າ​ຈາກ​ຄວາມ​ອ່ອນ​ແອ​ຂອງ​ເຂົາ​ເຈົ້າ ແລະ ເຮັດ​ໃຫ້​ເຂົາ​ເຈົ້າ​ເຂັ້ມ​ແຂງນຳ​ອີກ. ຄຳ​ໝັ້ນ​ສັນ​ຍາ​ທີ່​ຖ່ອມ​ຕົນຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ປະ​ຖິ້ມ​ບາບ​ຂອງ​ເຂົາ​ເຈົ້າ​ນັ້ນ​ ໄດ້​ປົກ​ປ້ອງ​ຄອບ​ຄົວ​ຂອງເຂົາ​ເຈົ້າ​ຫລາຍ​ກວ່າ​ສິ່ງ​ອື່ນ​ໃດ​ທີ່​ເຂົາ​ເຈົ້າ​ສາ​ມາ​ເຮັດ​ໄດ້​ໃນ​ສະ​ໜາມ​ຮົບ. ການ​ຍອມ​ຕົວ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ພອນ​. ມັນ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ເຂັ້ມ​ແຂງ ແລະ ​ໄດ້ເປັນ​ພອນ​ໃຫ້​ແກ່​ເຂົາ​ເຈົ້າ ​ແລະ ​ເປັນ​ພອນ​ໃຫ້​ແກ່​ຄົນ​ລຸ້ນ​ຕໍ່ໆ​ໄປ.

ໃນ​ບັ້ນ​ທ້າຍ​ຂອງ​ເລື່ອງ​ລາວນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຄວາມ​ເມດ​ຕາ​ຂອງພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້ “ສິ່ງ​ທີ່​ອ່ອນ​ແອ​ກັບ​ມາ​ເຂັ້ມ​ແຂງ.”19 ພໍ່​ຜູ້​ຊື່​ສັດ​ເຫລົ່າ​ນີ້​ໄດ້​ສົ່ງ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ອອກ​​ໄປພາຍ​ໃຕ້​ການ​ດູ​ແລ​ຂອງຮີ​ລາ​ມັນ. ເຖິງ​ແມ່ນ​ວ່າ​ລູກ​ຊາຍ​ເຫລົ່າ​ນັ້ນ​ໄດ້​ສູ້​ຮົບ​ຢ່າງ​ດຸ​ເດືອດ ບ່ອນ​ທີ່​ທຸກ​ຄົນ​ໄດ້​ຮັບ​ບາດ​ເຈັບ​ບາງ​ຢ່າງ, ​ແຕ່ບໍ່​ມີ​ຄົນ​ໃດ​ເສຍ​ຊີ​ວິດ​ໄປ.20 ຊາຍ​ໜຸ່ມ​ເຫລົ່າ​ນັ້ນ​ໄດ້​ເປັນ​ແຫ​ລ່ງ​ທີ່​ສຳ​ຄັນ​ຂອງ​ພະ​ລັງ​ໃຫ້​ແກ່ກອງ​ທັບ​ຂອງ​ຊາວ​ນີ​ໄຟທີ່ເມື່ອຍ​ລ້າ. ພວກ​ເຂົາ​ຊື່​ສັດ ແລະ ເຂັ້ມ​ແຂງ​ຂຶ້ນ​ຫ​ລາຍກວ່າ​ເກົ່າ​ເມື່ອ​ພວກ​ເຂົາ​ໄດ້​ກັບ​ບ້ານ. ຄອບ​ຄົວ​ຂອງ​ພວກ​ເຂົາ​ໄດ້​ຮັບ​ພອນ, ໄດ້​ຮັບ​ການ​ປົກ​ປ້ອງ, ແລະ ໄດ້​ເຂັ້ມ​ແຂງ​ຂຶ້ນ.21 ໃນ​ວັນ​ເວ​ລາ​ຂອງ​ເຮົາ, ນັກ​ສຶກ​ສາ​ພ​ຣະ​ຄຳ​ພີ​ມໍ​ມອນ​ທີ່​ນັບ​ບໍ່​ຖ້ວນ​ໄດ້​ຮັບ​ການ​ເຊີດ​ຊູ​ຈາກ​ຕົວ​ຢ່າງ​ຂອງ​ລູກ​ຊາຍ​ທີ່​ບໍ​ລິ​ສຸດ ແລະ ຊອບ​ທຳ​ເຫລົ່າ​ນີ້.

ໃນ​ຊີ​ວິດ​ຂອງ​ເຮົາ ເຮົາ​ແຕ່ລະ​ຄົນເຄີຍ​​ໄດ້​ເລືອກ​ເຮັດ​ສິ່ງ​ທີ່ບໍ່​ດີ. ເຮົາ​ທຸກ​ຄົນ​ຕ້ອງ​ການ​ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ການຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ທີ່​ສຸດ. ເຮົາ​ແຕ່​ລະ​ຄົນ​ຕ້ອງ​ກັບ​ໃຈ​ຈາກ​ການ​ກະ​ບົດ​ໃດໆ​ກໍ​ຕາມ. ​ພຣະ​ຜູ້​ເປັນ​ເຈົ້າໄດ້​ກ່າວ​ວ່າ ພຣະ​ອົງ​ຈະເບິ່ງ​ບາບ​ດ້ວຍ​ລະ​ດັບ​ການ​ຍິນຍອມ ແມ່ນ​ແຕ່​ນ້ອຍ​ທີ່​ສຸດບໍ່​ໄດ້.22 ພຣະ​ອົງ​ເຮັດ​ບໍ່​ໄດ້​ເພາະ​ວ່າ​ພຣະ​ອົງ​ຮູ້​ວ່າແມ່ນ​ຫຍັງ​ທີ່​ຈຳ​ເປັນ​ເພື່ອ​ວ່າ​ເຮົາ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ໄດ້.

ເຮົາ​ຫລາຍ​ຄົນ​ໄດ້​ປ່ອຍ​ໃຫ້​ຄວາມ​ອ່ອນ​ແອ​ພັດ​ທະ​ນາ​ໄປ​ເປັນ​ອຸ​ປະ​ນິ​ໄສ. ຜ່​ານ​ການ​ຊົດໃຊ້​ຂອງ​ພ​ຣະ​ເຢ​ຊູຄຣິດ, ເຮົາ, ເໝືອນ​ດັ່ງ​ຊາວ​ອຳ​ໂມ​​ນ, ກໍ​ສາ​ມາດ​ສ້າງ​ການ​ປ້ອງ​ກັນ​ທາງວິ​ນ​ຍານ​ໄດ້ ລະ​ຫວ່າງ​ການ​ປົກ​ປ້ອງ​ທາງຝ່າຍ​ວິນ​ຍານ ແລະ ຄວາມ​ຜິດ​ພາດ​ໃດໆ​ໃນ​ອາ​ດີດ ທີ່​ຊາ​ຕານ​ຈະ​ພະ​ຍາ​ຍາມ​ເອົາ​ມາ​ໃຊ້. ການ​ປົກ​ປ້ອງ​ທາງ​ຝ່າຍ​ວິນ​ຍານ​ທີ່ສ້າງຂຶ້ນ​ອ້ອມ​ຮອບ​ພໍ່ຊາວ​ອຳ​ໂມນ​ໄດ້​ເປັນ​ພອນ ແລະ ໄດ້ເຮັດ​ໃຫ້ເຂົາ​ເຈົ້າ​ເອງ​ເຂັ້ມ​ແຂງ​, ​​ໄດ້​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ, ໃຫ້ປະ​ເທດ​ຊາດ​ຂອງ​ເຂົາ​ເຈົ້າ, ແລະ ຄົນ​ລຸ້ນ​ໃນ​ອະ​ນາ​ຄົດ. ສິ່ງ​ດຽວ​ກັນ​ສາ​ມາດ​ເກີດ​ຂຶ້ນ​ໄດ້​ສຳ​ລັບ​ເຮົາ​ຄື​ກັນ.

ສະ​ນັ້ນ ເຮົາ​ຈະ​ສ້າງ​ການ​ປົກ​ປ້ອງ​ນິ​ລັນ​ດອນ​ເຫລົ່າ​ນີ້​ໄດ້​ແນວ​ໃດ? ຂັ້ນ​ຕອນ​ທຳ​ອິດ​ຕ້ອງ​ເປັນການ​ກັບ​ໃຈ​ຢ່າງ​ຈິງ​ໃຈ, ຮອບ​ຄອບ, ແລະ ​ສົມ​ບູນ​ຄົບ​ຖ້ວນ. ຜ່ານ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ຖືກຊຳ​ລະ​ໃຫ້​ສະ​ອາດ ແລະ ພາ​ລະ​ໜັກ​ຂອງ​ການ​ກະ​ບົດ​ຂອງ​ເຮົາ​ຈະ​ຖືກ​ຍົກອອກ​ໄປ. ຂໍ​ຈົ່ງ​ຈຳ​ໄວ້​ວ່າ, ການ​ກັບ​ໃຈ​ນັ້ນ​ບໍ່​ໄດ້​ເປັນ​ການ​ລົງ​ໂທດ. ມັນ​ເປັນ​ເສັ້ນ​ທາງ​ແຫ່ງ​ຄວາມ​ຫວັງ​ທີ່​ນຳ​ໄປ​ສູ່​ອະ​ນາ​ຄົດ​ທີ່​ຮຸ່ງ​ໂລດ.

ພ​ຣະ​ບິ​ດາ​ໃນ​ສະ​ຫວັນ​ໄດ້​ຈັດ​ເຄື່ອງ​ມື​ທີ່​ຈະ​ຊ່ອຍສ້າງສິ່ງ​ປ້ອງ​ກັນລະ​ຫວ່າງຄວາມ​ອ່ອນ​ແອ​ຂອງ​ເຮົາ ແລະ ຄວາມ​ຊື່​ສັດ​ຂອງ​ເຮົາ. ຂໍ​ໃຫ້ພິ​ຈາ​ລະ​ນາຄຳ​ແນະ​ນຳ​ທີ່​ຕໍ່​ໄປ​ນີ້:

  • ຈົ່ງ​ເຮັດ​ພັນ​ທ​ະ​ສັນ​ຍາ ແລະ ຮັບ​ເອົາ​ພິ​ທີ​ການ​ຕ່າງ​ໆ​ສຳ​ລັບ​ຕົວ​ທ່ານ​ເອງ. ແລ້ວໃຫ້​ຕັ້ງ​ໃຈ​ເຮັດ​ວຽກ​ຢ່າງ​ແນ່ວ​ແນ່ ແລະ ພາກ​ພຽນ​ເພື່ອ​ຈະ​ຈັດ​ຫາ​ພິ​ທີ​ການ​ຕ່າງໆ​ໃນ​ພ​ຣະ​ວິ​ຫ​ານໃຫ້ບັນ​ພະ​ບຸ​ລຸດຂອງ​ທ່ານ​ເອງ.

  • ແບ່ງ​ປັນ​ພ​ຣະ​ກິດ​ຕິ​ຄຸນ​ກັບ​ຜູ້​ທີ່​ບໍ່​ເປັນ​ສະ​ມາ​ຊິກ ຫລື ສະ​ມາ​ຊິກ​ໃນ​ຄອບ​ຄົວ​ ຫລື ໝູ່​ເພື່ອນຜູ້​ທີ່ບໍ່​ເຂັ້ມ​ແຂງ. ​ການ​ແບ່ງ​ປັນ​ຄວາມ​ຈິງ​ເຫລົ່າ​ນີ້​ສາ​ມາດ​ນຳ​ຄວາມ​ຕື່ນ​​ເຕັ້ນໃໝ່​ມາ​ສູ່​ຊີ​ວິດ​ຂອງ​ທ່ານ​ໄດ້.

  • ຮັບ​ໃຊ້​ຢ່າງ​ຊື່​ສັດ​ໃນ​ການ​ເອີ້ນ​ຂອງ​ທ່ານ​ໃນ​ສາດ​ສະ​ໜາ​ຈັກ, ໂດຍ​ສ​ະ​ເພາະ​ໃນ​ໜ້າ​ທີ່ມອບ​ໝາຍ​ການ​ສອນ​ປະ​ຈຳ​ບ້ານ ແລະ ການ​ຢ້ຽມ​ສອນ. ຢ່າ​ໃຫ້​ມັນ​ເປັນ​ການ​ສອນ​ປະ​ຈຳ​ບ້ານ ຫລື ການ​ຢ້ຽມ​ສອນ​ພຽງ 15 ນາ​ທີ​ແຕ່​ລະ​ເດືອນ. ​ແຕ່ຂໍ​ໃຫ້​ເອື້ອມ​ອອກ​ໄປ​ຫາ​ສະ​ມາ​ຊິກ​ໃນ​ຄອບ​ຄົວແຕ່​ລະ​ຄົນ​. ໃຫ້​ຮູ້​ຈັກ​ເຂົາ​ເຈົ້າ​ຢ່າງ​ເປັນ​ສ່ວນ​ຕົວ. ໃຫ້​ເປັນ​ເພື່ອນ. ຜ່ານ​ການ​ກະ​ທຳ​ທີ່​ມີ​ເມດ​ຕາ, ຈົ່ງສະ​ແດງ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ​ທ່ານ​ເປັນ​ຫ່ວງ​​ເປັນ​ໄຍເຂົາ​ເຈົ້າແຕ່​ລະ​ຄົນ​ຫລາຍ​ຂະ​ໜາດ​ໃດ.

  • ສິ່ງ​ທີ່​ສຳ​ຄັນ​ສຸດຄື, ໃຫ້​ຮັບ​ໃຊ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ. ເຮັດ​ໃຫ້​ຄວາມ​ພັ​ດ​ທະ​ນາ​ທາງວິ​ນ​ຍານ​ຂອງ​ພັນ​ລະ​ຍາ​ສາ​ມີ ແລະ ລູກໆ​ຂອງ​ທ່ານ​ເປັນ​ຄວາມ​ສຳ​ຄັນ​ລະ​ດັບ​ທີ່​ສູງ​ສຸດ. ​ໃຫ້​ເອົາ​ໃຈ​ໃສ່​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ເພື່ອ​​ຊ່ອຍ​ແຕ່​ລະ​ຄົນ. ໃຫ້​ເວ​ລາ ແລະ ຄວາມ​ສົນ​ໃຈ​ຂອງ​ທ່ານຢ່າງເຕັມ​ໃຈ.

ໃນຄຳ​ແນະ​ນຳ​ແຕ່​ລະ​ຂໍ້​ນີ້, ມີ​ຫົວ​ຂໍ້​ດຽວ​ກັນດັ່ງ​ເຊັ່ນ: ເຮັດ​ໃຫ້​ຊີ​ວິດ​ຂອງ​ທ່ານ​ເຕັ​ມ​ໄປ​ດ້ວຍ​ການ​ຮັບ​ໃຊ້​ຄົນ​ອື່ນ. ເມື່ອ​ທ່ານ​ເສຍ​ຊີ​ວິດ​ຂອງ​ທ່ານ​ໃນ​ການ​ຮັບ​ໃຊ້​ລູກໆ​ຂອງ​ພ​ຣະ​ບິ​ດາ​ໃນ​ສະ​ຫວັນ,23 ກາ​ນ​ລໍ້​ລວງ​ຂອງ​ຊາ​ຕານ​ຈະ​ສູນ​ເສຍ​ອຳ​ນາດນັ້ນ​ໃນ​ຊີ​ວິດ​ຂອງ​ທ່ານ.

ເພາະ​ວ່າ​ພ​ຣະ​ບິ​ດາ​ໃນ​ສະ​ຫວັນ​ຮັກ​ທ່ານ​ຢ່າງ​ເລິກຊຶ້ງ, ການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ຈະ​ເຮັດ​ໃຫ້​ຄວາມ​ເຂັ້ມ​ແຂງນັ້ນ​ເປັນ​ໄປ​ໄດ້. ມັນ​ຊ່າງ​ເປັນ​ສິ່ງ​ທີ່ປະ​ເສີດ​​ຫລາຍນໍ? ທ່ານ​ຫລາ​ຍ​ຄົນ​ເຄີຍ​ໄດ້​ຮູ້​ສຶກ​​ເຖິງ​ຄວາມ​ໜັກໜ່ວງຂອງ​ການ​ເລືອກ​ທີ່ບໍ່​ດີ, ແລະ ທ່ານ​ແຕ່​ລະ​ຄົນ​ສາ​ມາດ​ຮູ້​ສຶກ​ເຖິງ​ອຳ​ນາດ​ທີ່​ດົນ​ໃຈ​ຂອງ​ການ​ໃຫ້​ອະ​ໄພຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຄວາມ​ເມດ​ຕາ, ແລະ ຄວາມ​ເຂັ້ມ​ແຂງ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮູ້​ສຶກ​ສິ່ງນີ້, ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ​ມັນກໍ​ມີ​ໄວ້​ໃຫ້​ທ່ານ​ແຕ່​ລະ​ຄົນ, ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄຣິດ, ອາ​ແມນ.