​2010–2019
ອຳນາດ​ໃນ​ຖານະ​ປະ​ໂລຫິດ
ຕຸລາ 2013


ອຳນາດ​​ໃນ​ຖານະ​ປະ​ໂລຫິດ

ຜູ້​ຊາຍ​ຄົນ​ໜຶ່ງ​ສາມາດ​ເປີດ​ຜ້າກັ້ງ​ເພື່ອ​ໃຫ້​​ແສງ​​​​ແດດ​ສ່ອງ​ເຂົ້າມາ​​ໃນ​ຫ້ອງ​ໄດ້, ​ແຕ່​ຜູ້​ຊາຍ​ຄົນ​ນັ້ນບໍ່​ໄດ້​ເປັນ​ເຈົ້າຂອງ​ຂອງ​ດວງ​ຕາ​ເວັນ ຫລື ຄວາມ​ສະຫວ່າງ ຫລື ຄວາມ​ອົບ​ອຸ່ນທີ່​ມັນ​ນຳ​ມາ​ໃຫ້.

ພອນ​ຂອງຖານະ​ປະ​ໂລຫິດ​ແມ່ນ​ສຳລັບ​ທຸກ​ຄົນ

​ໃນ​ຂະນະ​ທີ່​ເດັກນ້ອຍ​ຢູ່​ໃນ​ກອງ​ປະຊຸມ​ສິນ​ລະ​ລຶກຮ້ອງ​ເພງ​ຊັ້ນປະຖົມ​ໄວ​ຢ່າງ​ມ່ວນ​ຊື່ນ ຊື່ວ່າ “Love Is Spoken Here,” ທຸກ​ຄົນ​ກໍ​ຍິ້ມ​ດ້ວຍ​ການ​ຮັບ​ຮູ້. ​​ແມ່​ຄົນ​ໜຶ່ງ​ທີ່​ກ້າຫານ​ຜູ້​ມີ​ລູກ​ຫ້າ​ຄົນ​ໄດ້​ຟັງ​ວັກ​ທີ​ສອງ​ດ້ວຍ​ຄວາມ​ຕັ້ງ​ໃຈ ທີ່​ວ່າ: “ບ້ານ​ຂອງ​ເຮົາ​ເປັນ​ບ່ອນ​ທີ່​ໄດ້​ຮັບ​ພອນ​ໃນ [​ແຕ່ລະ] ຊົ່ວ​ໂມງ ​ໂດຍ [ອຳນາດ] ຂອງ​ຖານະ​ປະ​ໂລຫິດ.”1 ໜ້າ​ເສຍ​ໃຈ​ນາງ​​ໄດ້ຄິດ​ວ່າ, “ລູກ​ຂອງ​ຂ້າພະ​ເຈົ້າບໍ່​ເຄີຍ​ຮູ້ຈັກ​ບ້ານ​ເຊັ່ນ​ນັ້ນ.”2

ຂ່າວສານ​ຂອງ​ຂ້າພະ​​ເຈົ້າຕໍ່ແມ່​ທີ່​ຊື່ສັດ​ຄົນ​ນີ້ ​ແລະ ຕໍ່​ທຸກ​ຄົນ​ນັ້ນຄື ​ເຮົາ​ສາມາດ​ດຳລົງ​ຊີວິດ​ໃນ​ແຕ່​ລະ​ຊົ່ວ​ໂມງ “​ໂດຍ​ໄດ້​ຮັບ​ພອນ​ຈາກ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ໄດ້,” ບໍ່​ວ່າ​ສະພາບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ບາງ​ເທື່ອ ​ເຮົາຄິດ​ວ່າ​ອຳນາດ​ຂອງຖານະ​ປະ​ໂລຫິດ​ເປັນ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຜູ້​ຊາຍ​ຢູ່​ໃນ​ສາດສະໜາ​ຈັກ​ເທົ່າ​ນັ້ນ. ຖານະ​ປະ​ໂລຫິດ​ເປັນ​ອຳນາດ ​​ແລະ ສິດ​ອຳນາດ​ຂອງ​ພຣະ​ເຈົ້າສຳລັບ​ຄວາມ​ລອດ ​ແລະ ພອນ​ຂອງ​ທຸກ​ຄົນ—ຜູ້​ຊາຍ, ຜູ້ຍິງ, ​ແລະ ​ເດັກນ້ອຍ.

ຜູ້​ຊາຍ​ຄົນ​ໜຶ່ງ​ສາມາດ​ເປີດ​ຜ້າກັ້ງ​ເພື່ອ​ໃຫ້​​ແສງ​​​​ແດດ​ສ່ອງ​ເຂົ້າມາ​​ໃນ​ຫ້ອງ​ໄດ້, ​ແຕ່​ຜູ້​ຊາຍ​ຄົນ​ນັ້ນບໍ່​ໄດ້​ເປັນ​ເຈົ້າຂອງ​ຂອງ​ດວງ​ຕາ​ເວັນ ຫລື ຄວາມ​ສະຫວ່າງ ຫລື ຄວາມ​ອົບ​ອຸ່ນທີ່​ມັນ​ນຳ​ມາ​ໃຫ້. ພອນ​ຂອງ​ຖານະ​ປະ​ໂລຫິດ​ແມ່ນ​ຍິ່ງ​ໃຫຍ່​ກວ່າ​ຄົນ​ທີ່​ຖືກ​ຮຽກຮ້ອງ​ໃຫ້​ປະຕິບັດ​ຂອງ​ປະທານ​ນັ້ນ.

ການ​ໄດ້​ຮັບ​ພອນ, ອຳນາດ, ​ແລະ ຄຳ​ສັນຍາ​ຂອງ​ຖານະ​ປະ​ໂລຫິດ​ຢູ່​ໃນ​ຊີວິດ​ນີ້ ​ແລະ ​ໃນ​ຊີວິດ​ໜ້າ ​ເປັນ​ໂອກາດ​ທີ່​ດີ​ທີ່​ສຸດ ​ແລະ ​ເປັນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຄວາມ​ເປັນ​ມະຕະ. ​ເມື່ອ​ເຮົາ​ມີຄ່າ​ຄວນ​ພໍ, ພິທີການ​ຂອງ​ຖານະ​ປະ​ໂລຫິດ​ຈະ​ເພີ່ມ​ພູນ​ຊີວິດ​ຂອງ​ເຮົາ​ຢູ່​ໃນ​ໂລກ ​ແລະ ຕຽມ​ເຮົາ​ສຳລັບ​ຄຳ​ສັນຍາ​ທີ່ດີ​ເດັ່ນ​ຂອງ​ໂລກ​ທີ່ຢູ່​ຂ້າງ​ໜ້າ. ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “​ໃນ​ພິທີການ​ຕ່າງໆ … ອຳນາດ​ຂອງ​ການ​ເປັນ​​ເໝືອນ​ດັ່ງພຣະ​ເຈົ້າ​ຖືກ​ສະ​ແດງ​ໃຫ້​ປະຈັກ.”3

ມີ​ພອນ​ພິ​ເສດ​ຈາກ​ພຣະ​ເຈົ້າສຳລັບ​ທຸກ​ຄົນ​ທີ່​ມີຄ່າ​ຄວນ​ພໍ​ທີ່​ໄດ້​ຮັບ​ບັບຕິ​ສະມາ, ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ, ​ແລະ ຮັບ​ສິນ​ລະ​ລຶກ​ເປັນ​ປະຈຳ. ພຣະວິຫານ​ຈະ​ນຳ​ຄວາມ​ສະຫວ່າງ​ທີ່​ແຈ້ງ​ກວ່າ ​ແລະ ພະລັງມາ​ໃຫ້, ພ້ອມ​ທັງ​ຄຳ​ສັນຍາຂອງ​ຊີວິດ​ນິລັນດອນ.4

ພິທີການ​ທັງ​ໝົດ​ເຊື້ອ​ເຊີນ​ເຮົາ​ໃຫ້​ມີ​ສັດທາ​ຫລາຍ​ຂຶ້ນ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ​ເຮັດ ​ແລະ ຮັກສາ​ພັນທະ​ສັນ​ຍາ​ນຳພຣະ​ເຈົ້າ. ​ເມື່ອ​ເຮົາ​ຮັກສາ​ພັນທະ​ສັນຍາ​ເຫລົ່າ​ນີ້, ​ເຮົາ​ຈະ​ໄດ້​ຮັບ​ອຳນາດ ​ແລະ ພອນ​ຂອງ​ຖານະ​ປະ​ໂລຫິດ.

​ເຮົາ​ບໍ່​ຮູ້ສຶກ​ເຖິງ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ຢູ່​ໃນ​ຊີວິດ​ຂອງ​ເຮົາ​ ​ແລະ ​ເຫັນ​ມັນ​ຢູ່​ໃນ​ບັນດາ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ທີ່​ຮັກສາ​ພັນທະ​ສັນຍາບໍ? ​ເຮົາ​ເຫັນ​ມັນ​ຢູ່​ນຳ​ຜູ້​ປ່ຽນ​ໃຈ​ເຫລື້​ອມ​ໃສ​ໃໝ່ ​​​ໃນຂະນະ​ທີ່ເຂົາ​ເຈົ້າກ້າວ​ຂຶ້ນຈາກ​ນ້ຳ​ແຫ່ງ​ການ​ບັບຕິ​ສະມາ ​ໂດຍ​ຮູ້ສຶກ​ວ່າ​ໄດ້​ຮັບ​ການ​ໃຫ້​ອະ​ໄພ ​ແລະ ສະອາດ. ​ເຮົາ​ເຫັນ​ລູກໆ​ ​ແລະ ຊາວ​ໜຸ່ມ​ຂອງ​​ເຮົາ ຮູ້ສຶກ​ເຖິງ​ການ​ກະ​ຕຸ້ນ​ ​ແລະ ການ​ນຳພາ​ຂອງ​ພຣະວິນ​ຍານ​ບໍລິສຸດ. ​ເຮົາ​ເຫັນ​ພິທີການ​ຂອງ​ພຣະວິຫານ ກາຍ​ເປັນ​ດັ່ງ​ທຸງ​ສັນຍານ​ແຫ່ງ​ພະລັງ ​ແລະ ​ເປັນ​ແສງ​ສະຫວ່າງ​ສຳລັບ​ຊາຍ ​ແລະ ຍິງ​ທີ່​ຊອບ​ທຳ​ຕະຫລອດ​ທົ່ວ​ໂລກ.

​ເດືອນ​ແລ້ວ​ນີ້ ຂ້າພະ​ເຈົ້າ​ໄດ້​ເຫັນ​ຄູ່​ສາມີ​ພັນ​ລະ​ຍາ​ໜຸ່ມ​ສາວ​ຄູ່​ໜຶ່ງ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ຢ່າງ​ຫລວງຫລາຍ​ຈາກ​ຄຳ​ສັນຍາ​ຂອງ​ການ​ຜະ​ນຶກ​​ເຂົ້າກັນ​ຢູ່​ໃນ​ພຣະວິຫານ ​ໃນ​ຂະນະ​ທີ່​ລູກນ້ອຍ​ຜູ້​ຊາຍ​ຂອງ​ເຂົາ​ເຈົ້າ​ໄດ້​ເກີດ​ມາ, ​ແຕ່​ມີ​ຊີວິດ​ຢູ່​ພຽງ​ແຕ່​ອາທິດ​ດຽວ​ເທົ່ານັ້ນ. ຜ່ານ​ພິທີການ​ຂອງ​ຖານະ​ປະ​ໂລຫິດ, ຄູ່​ສາມີ​ພັນ​ລະ​ຍາ​ໜຸ່ມ​ສາວ​ຄູ່​ນີ້ ​ແລະ ​ເຮົາ​ທຸກ​ຄົນ​ໄດ້​ຮັບ​ການ​ປອບ​ໂຍນ, ຄວາມ​ເຂັ້ມ​ແຂງ, ການ​ປົກ​ປ້ອງ, ຄວາມ​ສະຫງົບ​ສຸກ, ​ແລະ ຄຳ​ສັນຍາ​ນິລັນດອນ.5

ສິ່ງ​ທີ່​ເຮົາ​ຮູ້​ກ່ຽວ​ກັບ​ຖານະ​ປະ​ໂລຫິດ

ບາງ​ຄົນ​ອາດ​ຖາມ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ, “ຖ້າ​ຫາກ​ອຳນາດ ​ແລະ ພອນ​ຂອງ​ຖານະ​ປະ​ໂລຫິດ​ມີ​ໃຫ້​ທຸກ​ຄົນ, ​ເປັນ​ຫຍັງ​ພິທີການ​ຂອງ​ຖານະ​ປະ​ໂລຫິດ​ຈຶ່ງ​ປະຕິບັດ​ໂດຍ​ຜູ້​ຊາຍ?”

ຕອນ​ທູດ​ຖາມ​ນີ​ໄຟ, “ເຈົ້າຮູ້ຈັກ​ຄວາມ​ເມດ​ຕາ​ກະລຸນາ​ຂອງ​ພຣະ​ເຈົ້າບໍ່?” ນີ​ໄຟ​ໄດ້​ຕອບ​ຢ່າງ​ຊື່ສັດ​ວ່າ, “ຂ້ານ້ອຍຮູ້​ວ່າ​ພຣະ​ອົງ​ຮັກ​ລູກໆ​ຂອງ​ພຣະ​ອົງ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້ານ້ອຍ​ກໍ​ບໍ່​ຮູ້​ເຖິງ​ຄວາມ​ໝາຍ​ໝົດ​ທຸກ​ຢ່າງ.”6

​ເມື່ອ​ເຮົາ​ກ່າວ​ເຖິງ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ, ມີ​ຫລາຍ​ສິ່ງ​ທີ່​ເຮົາ​ຮູ້ຈັກ.

ທຸກ​ຄົນ​ແມ່ນຄື​ກັນ

​ເຮົາ​ຮູ້​ວ່າ​ພຣະ​ເຈົ້າຮັກລູກໆ​ຂອງ​ພຣະອົງ​ທຸກ​ຄົນ ​ແລະ ບໍ່​ໄວ້ໜ້າ​ຜູ້​ໃດ. “ພຣະ​ອົງ​ບໍ່​ປະຕິ​ເສດ​ຜູ້​ໃດ​ທີ່​ມາ​ຫາ​ພຣະ​ອົງ​ເລີຍ, ... ຊາຍ ຫລື ຍິງ; ​ແລະ ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳລັບ​ພຣະ​ເຈົ້າ.”7

​ເຮົາ​ແນ່​ໃຈ​ວ່າ​ພຣະ​ເຈົ້າຮັກ​ບຸດ ​ແລະ ທິດາ​ຂອງ​ພຣະອົງ “​ເທົ່າ​ທຽມ​ກັນ” ສັນ​ໃດ, ​ເຮົາ​ກໍ​ຮູ້​ວ່າ​ພຣະອົງ​ໄດ້​ສ້າງ​ຊາຍ ​ແລະ ຍິງ​​ໃນ​ທາງ​ທີ່ແຕກຕ່າງ​ກັນ​ສັນນັ້ນ. ​ເຮົາ​ຮູ້​ວ່າ​ເພດ​ເປັນ​ບຸກຄະ​ລິກທີ່​ສຳຄັນ​ສຳລັບ​ເອກະລັກ ​ແລະ ຈຸດປະສົງ​ຂອງ​ເຮົາ​ທັງ​ໃນ​ຊ່ວງ​ມະຕະ ​ແລະ ນິລັນດອນ. ໜ້າ​ທີ່​ຮັບຜິດຊອບ​ທີ່​ສັກສິດ​ໄດ້​ຖືກ​ມອບ​ໃຫ້​ແກ່​ແຕ່ລະ​ເພດ.8

ຈາກ​ຕອນ​ຕົ້ນ

​ເຮົາ​ຮູ້​ວ່າ ຈາກ​ການ​​ເລີ່​ມຕົ້ນວ່າພຣະຜູ້​ເປັນ​ເຈົ້າ​ໄດ້​ຈັດຕັ້ງວິທີ​ທີ່ຖານະ​ປະ​ໂລຫິດ​ຂອງ​ພຣະອົງ​ຈະຖືກ​ປະຕິບັດ. “ອາ​ດາມ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ຮັບ​ຖານະ​ປະ​ໂລຫິດ.”9 ​ໂນ​ອາ, ອັບຣາຮາມ, ​ແລະ ​ໂມ​ເຊ ​ໄດ້​ປະຕິບັດ​ພິທີການ​ຂອງ​ຖານະ​ປະ​ໂລຫິດ. ພຣະ​ເຢຊູ​ຄຣິດ​ໄດ້​ເຮັດ ​ແລະ ​ໄດ້​ເປັນ ​ແລະ ເປັນ​ມະຫາ​ປະ​ໂລຫິດທີ່​ຍິ່ງ​ໃຫຍ່. ພຣະອົງ​ໄດ້​ເອີ້ນ​ເອົາ​ອັກຄະ​ສາວົກ. “ບໍ່​ແມ່ນ​ເຈົ້າທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ,” ພຣະອົງ​ໄດ້​ກ່າວ, “​ແຕ່​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກ​ເຈົ້າ.”10 ​ໃນສະ​ໄໝ​ຂອງ​ເຮົາ ທູດ​ສະຫວັນ​ໄດ້​ຖືກ​ສົ່ງ​ມາ​ຈາກ​ພຣະ​ເຈົ້າ. ​ໂຢຮັນ​ບັບຕິດ, ​ເປ​ໂຕ, ຢາ​ໂກ​ໂບ, ​ແລະ ​ໂຢຮັນ ​ໄດ້​ຟື້ນ​ຟູ​ຖານະ​ປະ​ໂລຫິດຄືນ​ມາ​ໃໝ່​ສູ່​ໂລກ​ຜ່ານ​ທາງ​ສາດສະດາ​ໂຈ​ເຊັບ ສະ​ມິດ.11 ນີ້​ຄື​ວິທີ​ທີ່​ພຣະບິດາ​ເທິງ​ສະຫວັນ​ປະຕິບັດ​ຖານະ​ປະ​ໂລຫິດ​ຂອງ​ພຣະອົງ.12

ຂອງ​ປະທານ​ຢ່າງ​ຫລວງຫລາຍຈາກ​ພຣະ​ເຈົ້າ

​ເຮົາ​ຮູ້​ວ່າ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ທີ່​ສັກສິດ​ບໍ່​ທຳ​ງານ​ແບບ​ເອກະລາດ​ໃນ​ຝ່າຍສັດທາ, ພຣະວິນ​ຍານ​ບໍລິສຸດ, ​ແລະ ຂອງ​ປະທານ​ທາງ​ວິນ​ຍານ. ພຣະຄຳ​ພີ​ເຕືອນ​ວ່າ: “ບໍ່​ໃຫ້​ປະຕິ​ເສດ​ຂອງ​ປະທານ​ຂອງ​ພຣະ​ເຈົ້າ, ເພາະ​ມັນ​ມີ​ຢູ່​ຢ່າງ​ຫລວງຫລາຍ. … ​ແລະ ມີ​ວິທີ​ຕ່າງໆ​ທີ່​ຈະ​ໃຫ້​ຂອງ​ປະທານ​ເຫລົ່າ​ນີ້; ແຕ່​ເປັນ​ພຣະ​ເຈົ້າອົງ​ດຽວ​ກັນ​ທີ່​ທຳ​ງານ​ທັງ​ໝົດ​ທຸກ​ຢ່າງ.”13

ການ​ມີຄ່າ​ຄວນ

​ເຮົາ​ຮູ້​ວ່າການ​ມີຄ່າ​ຄວນ​ເປັນ​ຈຸດ​ສຳຄັນ​ທີ່​ຈະ​ປະຕິບັດ ​ແລະ ຮັບ​ເອົາ​ພິທີການ​ຂອງ​ຖານະ​ປະ​ໂລຫິດ. ຊິດ​ສະ​ເຕີ ລິນ​ດາ ​ເຄ ​ເບີຕັນ, ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​ສາມັນ​ໄດ້​ກ່າ​ວວ່າ, “ຄວາມ​ຊອບ​ທຳ​ເປັນ​ເງື່ອນ​ໄຂ … ທີ່​ຈະ​​ເຊື້ອ​ເຊີນ​ອຳນາດ​ຖານະ​ປະ​ໂລຫິດ​ໃຫ້​ເຂົ້າມາສູ່​ຊີວິດ​ຂອງ​ເຮົາ.”14

ຍົກ​ຕົວຢ່າງ, ​ໃຫ້​ຄິດ​ກ່ຽວ​ກັບ​ໂລກ​ລະບາດ​ຂອງ​ຮູບ​ພາບ​ລາ​ມົກທີ່​ຂະຫຍາຍ​ໄປ​ທົ່ວ​ໂລກ. ມາດຕະຖານ​ຂອງ​ພຣະຜູ້​ເປັນ​ເຈົ້າບໍ່​ອະນຸຍາດ​ຮູບ​ພາບ​ລາມົກ​ໃນ​ບັນດາ​ຜູ້​ປະຕິບັດ​ພິທີການ​ຂອງ​ຖານະ​ປະ​ໂລຫິດ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ:

“ຈົ່ງກັບ​ໃຈ​ຈາກ​ ... ​ຄວາມ​ໜ້າ​ກຽດ​ຊັງ​ອັນ​ລີ້​ລັບ​ຂອງ​ເຈົ້າ.”15

“ຕາ​ເປັນ​ດັ່ງ​ແສງ​ສະຫວ່າງ​ສຳລັບ​ຮ່າງກາຍ. … ຖ້າ​ຕາ​ຂອງ​ເຈົ້າບໍ່​ດີ, ຮ່າງກາຍ​ທຸກ​ສ່ວນ​ກໍ​ຈະ​ຢູ່​ໃນ​ຄວາມ​ມືດ.”16

“​ຜູ້​ໃດ​ແນມ​ເບິ່ງ​ຜູ້ຍິງ​ດ້ວຍ​ໃຈ​ຄິດ​ຢາກ​ໄດ້​ຍິງ​ນັ້ນ, ຜູ້ນັ້ນ​ໄດ້​ຫລິ້ນ​ຊູ້​ໃນ​ໃຈ​ກັບ​ຍິງ​ນັ້ນ​ແລ້ວ.”17

ການ​ປະຕິບັດ​ ຫລື ການ​ຢາຍ​ສິນ​ລະ​ລຶກ, ການ​ໃຫ້​ພອນ​ແກ່​ຄົນ​ເຈັບ​ປ່ວຍ, ຫລື ການ​ມີ​ສ່ວນ​ຮ່ວມ​ໃນ​ພິທີການ​ຂອງ​ຖານະ​ປະ​ໂລຫິດຢ່າງ​ບໍ່​ມີຄ່າ​ຄວນ, ດັ່ງ​ທີ່​ແອວ​ເດີ ​ເດ​ວິດ ​ເອ ແບ໊ດນາ ​ໄດ້​ກ່າວ, ​ເປັນ​ການ​ໃຊ້​ພຣະນາມ​ຂອງ​ພຣະ​ເຈົ້າ​ໃນ​ທາງ​ທີ່​ບໍ່​ດີ.18 ຖ້າ​ຄົນ​ໃດ​ບໍ່​ມີຄ່າ​ຄວນ​ພໍ, ​ເຂົາ​ບໍ່​ຄວນ​ປະຕິບັດ​ພິທີການ​ຂອງ​ຖານະ​ປະ​ໂລຫິດ ​ແລະ ​ການໄປ​ພົບ​ອະທິການ​ດ້ວຍ​ການ​ອະທິຖານຂອງ​ເຂົາ​​ເປັນ​ຂັ້ນຕອນ​ທຳ​ອິດ​ໃນ​ການ​ກັບ​ໃຈ ​ແລະ ກັບ​ຄືນ​ໄປ​ດຳລົງ​ຊີວິດ​ຕາມ​ພຣະບັນຍັດ.

ຄວາມ​ຖ່ອມ​ຕົນ

​ອີກ​ຢ່າງ​ໜຶ່ງ ​ເຮົາ​ຮູ້​ວ່າ ພອນ​ຂອງ​ຖານະ​ປະ​​ໂລຫິດ​ມີ​ຢູ່​ຢ່າງ​ຫລວງຫລາຍ​ໃນ​ຄອບຄົວ​ບ່ອນ​ທີ່​ແມ່ ​ແລະ ພໍ່​ທີ່​ຊອບ​ທຳ ​ສາມັກຄີ​ກັນ​ນຳພາ​ລູກໆ​ຂອງ​ເຂົາ​ເຈົ້າ. ​ແຕ່​ເຮົາ​ກໍ​ຮູ້​ອີກ​ວ່າ ພຣະ​ເຈົ້າຢາກປະທານ​ພອນ​ເຫລົ່າ​ນີ້​ໃຫ້​​ແກ່​ຜູ້​ທີ່​ຢູ່​ໃນ​ສະພາບ​ອື່ນ​ໆ.19

​ແມ່​ຄົນ​ໜຶ່ງ ຜູ້​ແບກ​ຫາບ​ພາລະ​ອັນ​ໜັກໜ່ວງ​ໃນ​ການຈັດ​ຫາ​ສິ່ງ​ທີ່​ເປັນ​ຝ່າຍ​ວິນ​ຍານ ​ແລະ ຝ່າຍ​ໂລກ​ໃຫ້​ແກ່​ຄອບຄົວ​ຂອງ​ນາງ, ​ໄດ້​ອະທິບາຍ​ວ່າ ການ​ຂໍ​ໃຫ້​ຄູ​ສອນ​ປະຈຳ​ບ້ານ​ມາ​ໃຫ້​ພອນ​ແກ່​ລູກໆ​ຂອງ​ນາງ ຮຽກຮ້ອງ​ໃຫ້​ນາງ​ຖ່ອມຕົວ​ລົງ. ​ແຕ່​ນາງ​ກ່າວ​ຕື່ມ​ວ່າ ຄວາມ​ຖ່ອມ​ຕົນ​ຂອງ​ນາງ​ຍັງ​ບໍ່​ເທົ່າ​ກັບ​ຄວາມ​ຖ່ອມ​ຕົນ​ຂອງ​ຄູ​ສອນ​ປະຈຳ​ບ້ານ​ໃນ​ຂະນະ​ທີ່​ເຂົາ​ເຈົ້າຕຽມ​ໃຫ້​ພອນ​ລູກໆ​ຂອງ​ນາງ.20

ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ

​ເຮົາ​ຮູ້​ວ່າຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ, ທີ່ດຳລົງ​ໂດຍ​ສະມາຊິກ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ​ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ, ຊີ້​ນຳ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າຢູ່​ເທິງ​ແຜ່​ນດິນ​ໂລກ. ຂໍ​ກະ​ແຈ​ຈຳ​ເພາະ​ຂອງ​ຖານະ​ປະ​ໂລຫິດ​ໄດ້​ຖືກ​ມອບ​ໃຫ້​ແກ່​ປະທານ​ສະ​ເຕກ ​ແລະ ອະທິການ ​ຢູ່​ໃນ​ເຂດ​ແດນ​ທີ່​ເຂົາ​ເຈົ້າ​ຮັບ​ຜິດ​ຊອບ. ​ແລະ ​ເຂົາ​ເຈົ້າ​ເອີ້ນ​ຊາຍ ​ແລະ ຍິງ​ໂດຍ​ການ​ເປີດ​ເຜີຍ ຜູ້​ໄດ້​ຖືກ​ສະໜັບສະໜູນ ​ແລະ ຖືກ​ແຕ່ງຕັ້ງ​ເປັນ​ທາງ​ການ ​ເພື່ອ​ໃຫ້​​ໃຊ້ສິດ​ອຳນາດທີ່​ມອບ​ໝາຍ​ໃຫ້ ​ໃນ​ການ​ສອນ ​ແລະ ປະຕິບັດ.21

​ໃນ​ຂະນະ​ທີ່​ເຮົາ​ຮູ້​ຫລາຍ​ສົມຄວນ​ກ່ຽວ​ກັບ​ຖານະ​ປະ​ໂລຫິດ, ການ​ເຫັນ​ຜ່ານ​ຕາ​ມະຕະ ບໍ່​ໄດ້​ຊ່ອຍ​ໃຫ້​ເຮົາ​ເຂົ້າ​ໃຈ​ກ່ຽວ​ກັບ​ວຽກ​ງານ​ທັງ​ໝົດຂອງ​ພຣະ​ເຈົ້າ.  ​ແຕ່​ດ້ວຍ​ຄຳ​​​ເຕືອນ​ໃຈ​ທີ່​ອ່ອນ​ໂຍນ​ຂອງ​ພຣະອົງ ບອກ​ວ່າ, “ຄວາມ​ຄິດ​ຂອງ​ເຮົາ​ນັ້ນ, ບໍ່​ຄື​ຄວາມ​ຄິດ​ຂອງ​ພວກ​ເຈົ້າ ​ແລະ ວິທີ​ທາງ​ຂອງ​ເຮົາ​ນັ້ນ ກໍ​ແຕກ​ຕ່າງ ບໍ່​ຄື​ວິທີ​ທາງ​ຂອງ​ພວກ​ເຈົ້າ,”22 ​​ໄດ້ໃຫ້​ຄວາມ​ແນ່ນອນ​ໃຈ​ແກ່​ເຮົາ​ວ່າ ​ເມື່ອ​ເຖິງ​ເວລາ ​ແລະ ຕາມທັດ​ສະ​ນະ​ນິລັນດອນ ​ເຮົາ​ຈະ​ເຫັນ “ເລື່ອງ​ດັ່ງ​ທີ່​ຈະ​ເປັນ​ຈິງ”23 ​ແລະ ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ເຖິງ​ຄວາມ​ຮັກ​ອັນ​ບໍລິບູນ​ຂອງ​ພຣະອົງ.

​ເຮົາ​ທຸກ​ຄົນ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້. ບາງ​ເທື່ອ ​ເຮົາ​ຮູ້ສຶກ​ວ່າບໍ່​ໄດ້​ຮັບ​ການ​ເອີ້ນ​ພຽງພໍ ​ແລະ ຢາກ​ເຮັດ​ຫລາຍ​ກວ່າ​ນັ້ນ. ບາງ​ເທື່ອ​ເຮົາ​ມີ​ຄວາມ​ກະຕັນຍູຫລາຍ ​ເມື່ອ​ເຮົາ​ຖືກ​ປົດ​ຈາກ​ການ​ເອີ້ນ. ​ເຮົາ​ບໍ່​ໄດ້​ໄຕ່ຕອງ​ກ່ຽວ​ກັບ​ການ​ເອີ້ນ​ທີ່​ເຮົາ​ໄດ້​ຮັບ.24 ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ບົດຮຽນ​ນີ້​ດົນ​ນານ​ມາ​ແລ້ວ​​ຢູ່​ໃນ​ການ​ແຕ່ງງານ​ຂອງ​ຂ້າພະ​ເຈົ້າ. ຕອນ​​ເປັນ​ສາມີ​ໜຸ່ມ, ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ, ​ແຄ​ຕີ້, ​ແລະ ຂ້າພະ​ເຈົ້າ​ໄດ້​ອາ​ໄສ​ຢູ່​ລັດຟະ​ໂລຣິດາ. ວັນ​ອາທິດ​ມື້ໜຶ່ງ ທີ່​ປຶກສາ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະທານ​ສະ​ເຕກ​ໄດ້​ບອກ​ຂ້າພະ​ເຈົ້າວ່າ ພວກ​ເພິ່ນ​​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເອີ້ນ​ແຄ​ຕີ້​ເປັນ​ຄູ​ສອນ​ຫ້ອງ​ຮຽນ​ສາດສະໜາ​ຕອນ​ເຊົ້າມືດ.

“ພວກ​ເຮົາ​ຈະ​ເຮັດ​ແນວ​ນັ້ນ​ໄດ້​ແນວ​ໃດ?” ຂ້າພະ​ເຈົ້າ​ໄດ້​ຖາມ. “ພວກ​ເຮົາ​ມີ​ລູກນ້ອຍ, ຫ້ອງ​ຮຽນ​ສາດສະໜາ​ເລີ່​ມຕົ້ນ 5 ​ໂມງ​ເຊົ້າ, ​ແລະ ຂ້າພະ​ເຈົ້າກໍ​ເປັນ​ປະທານ​ຂອງ​ກຸ່ມ​ຊາຍ​ໜຸ່ມຢູ່​ໃນ​ຫວອດ.”

ທີ່​ປຶກສາ​ໄດ້​ຍິ້ມ​ອອກ​ມາ ​ແລະ ​ເວົ້າວ່າ, “​​ເປັນ​ໄປ​ໄດ້, ບະ​ລາ​ເດີ ​ແອນ​ເດີ​ສັນ. ພວກ​ເຮົາ​ຈະ​ເອີ້ນ​ນາງ, ​ແລະ ພວກ​ເຮົາ​ຈະ​ປົດ​ທ່ານ​ຈາກ​ຕຳ​ແໜ່​ງ.”

​ແລະ ​ເພິ່ນ​ກໍ​ໄດ້​ເຮັດ​ເຊັ່ນ​ນັ້ນ.

ການ​ມີ​ພາກສ່ວນ​ຂອງ​ສະຕີ

ການ​ສອບ​ຖາມ ​ແລະ ຟັງ​ຄວາມ​ຄິດ​ຄວາມ​ເຫັນ ​ແລະ ຄວາມ​ເປັນ​ຫ່ວງ​ເປັນ​ໄຍຂອງ​ສະຕີ ​ເປັນ​ສິ່ງ​ທີ່​ສຳຄັນ​ໃນ​ຊີວິດ, ​ໃນ​ການ​ແຕ່ງງານ, ​ແລະ ​ໃນ​ການ​ສ້າງສາ​ອານາຈັກ​ຂອງ​ພຣະ​ເຈົ້າ.

ຊາວ​ປີ​ກ່ອນ​ຢູ່​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ, ​ແອວ​ເດີ ​​ເອັມ  ຣະ​ໂຊ ບາ​ເລີດ ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ກ່ຽວກັບ​ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​ສາມັນ. ຕອນ​ນັ້ນມີ​ຄວາມ​ເປັນ​ຫ່ວງ​​ເປັນ​ໄຍຫລາຍ​ກ່ຽວ​ກັບການ​​ເພີ່ມຄ່າ​ຄວນ​ຂອງ​ຊາຍ​ໜຸ່ມ​ທີ່​ຕຽມ​ໄປ​ຮັບ​ໃຊ້​ເຜີຍ​ແຜ່. ຊິດ​ສະ​ເຕີ ອີ​ເລນ ​ແຈ໊ກ ​ໄດ້​ກ່າວ​ດ້ວຍ​ຮອຍ​ຍິ້ມ​ວ່າ, “ທ່ານ​ຮູ້​ບໍ່, ​ແອວ​ເດີ ບາ​ເລີດ, [ສະຕີ] ຂອງ​ສາດສະໜາ​ຈັກ​ອາດ​ມີ​ຄຳ​ແນະນຳ​ທີ່​ດີ​ບາງ​ຢ່າງ … ຖ້າ​ຫາກ​ເຂົາ​ເຈົ້າ​ໄດ້​ຖືກ​ຖາມ. ​ເພາະ​ເຖິງ​ແນວ​ໃດ, … ພວກ​ເຮົາກໍ ​ເປັນ ແມ່​ຂອງ​ພວກ​ເຂົາ!”25

ປະທານທອມ​ມັສ ແອັສ ມອນ​ສັນ ມີ​ປະຫວັດ​ເລື່ອງ​ການ​ສອບ​ຖາມ ​ແລະ ຕອບ​ຮັບ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຂອງ​ສະຕີ. ສະຕີ​ຄົນ​ໜຶ່ງ​ທີ່​ມີ​ອິດ​ທິພົນ​ຫລາຍ​ທີ່​ສຸດ​ຕໍ່​ເພິ່ນ​ແມ່ນ ຊິດ​ສະ​ເຕີ ​ແຟຣນຊິດ ມອນ​ສັນ. ​​ເຮົາ​ທຸກ​ຄົນ​ຄິດ​ຮອດ​ນາງ. ​ໃນ​ວັນ​ພະຫັດ​ຜ່ານ​ມານີ້,​ ປະທານມອນ​ສັນກໍ​ໄດ້​ເຕືອນ​​ໃຈ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ເຖິງ​ບົດຮຽນ​ທີ່​ເພິ່ນ​ໄດ້​ຮຽນ​ຈາກ​​ແມ່ໝ້າຍ​ 84 ຄົນຢູ່​ໃນ​ຫວອດ​ຂອງ​ເພິ່ນຕອນ​ເພິ່ນ​ເປັນ​ອະທິການ. ​ເຂົາ​ເຈົ້າ​ໄດ້​ເປັນ​ອິດ​ທິພົນ​ຫລາຍ​ທີ່​ສຸດ​ໃຫ້​ແກ່​ການ​ຮັບ​ໃຊ້​ຂອງ​ເພິ່ນ​ ​ແລະ ຕະຫລອດ​ຊີວິດ​ຂອງ​ເພິ່ນ.

ບໍ່​​ໄດ້​ເປັນ​ສິ່ງປະຫລາດ​ໃຈ​ແນວ​ໃດ, ກ່ອນ​ປະທານ​ມອນ​ສັນ​ໄດ້​ຕັດສິນ​ໃຈ​ກ່ຽວ​ກັບ​ການ​ຫລຸດ​ອາຍຸ​ຂອງ​ຜູ້​ສອນ​ສາດສະໜາ​ລົງ, ກໍ​ໄດ້ມີ​ການ​ສົນທະນາ​ຫລາຍ​ເທື່ອ​ນຳຝ່າຍ​ປະທາ​ນ​ສະມາຄົມ​ສະຕີ​ສົງ​ເຄາະ​, ປະທານ​ອົງການຍິງ​ໜຸ່ມ, ​ແລະ ປະທານອົງການ​ປະ​ຖົມ​ໄວ​ສາມັນ​ແລ້ວ.

ອະທິການທັງຫລາຍ, ​ເມື່ອ​ທ່ານ​ເຮັດ​ຕາມ​ຕົວຢ່າງ​ຂອງ​ປະທານມອນ​ສັນ, ທ່ານ​ຈະ​ຮູ້ສຶກ​ເຖິງ​ອິດ​ພິພົນ​ຂອງ​ພຣະຜູ້​ເປັນ​ເຈົ້າອວຍພອນ​ວຽກ​ງານ​ທີ່​ສັກສິດ​ຂອງ​ທ່ານ​ຢ່າງ​ຫລວງຫລາຍ.

ພວກ​ເຮົາ​ໄດ້​ອາ​ໄສ​ຢູ່​ປະ​ເທດບຣາຊິນຫລາຍ​ປີ. ບໍ່​ດົນ​ຫລັງ​ຈາກ​ໄປ​ເຖິງ, ຂ້າພະ​ເຈົ້າ​ໄດ້​ພົບ​ກັບ ອາ​ແດ​ວ​ເຊິນ ພາ​ເຣ​ຢາ, ຜູ້​ກຳລັງ​ຮັບ​ໃຊ້​ເປັນ​ສາວົກ​ເຈັດ​ສິບ, ​ແລະ ນ້ອງ​ຊາຍ​ຂອງ​ເພິ່ນ ບະ​ລາ​ເດີ ອາ​ແດ​ວ​ເຊິ​ນ, ຜູ້ກຳລັງ​ຮັບ​ໃຊ້​ເປັນ​ປະທານ​ສະ​ເຕກຢູ່​ເມືອງຟະ​ລໍຣີ​ອາ​ໂນ​ໂພ​ລິ​ສ, ​ແລະ ນ້ອງ​ຊາຍ​ອີກ​ຄົນ​ໜຶ່ງ​ຊື່ ອາ​ແດ​ວ​ໂມ, ທີ່​ຮັບ​ໃຊ້​ເປັນ​ອະທິການ. ຂ້າພະ​ເຈົ້າປະ​ທັບ​ໃຈ​ຫລາຍ​ກັບ​ສັດທາ​ຂອງ​ອ້າຍ​ນ້ອງ​ເຫລົ່າ​ນີ້, ​ແລະ ຂ້າພະ​ເຈົ້າ​ໄດ້​ຖາມ​ກ່ຽວ​ກັບ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ.

ຄອບຄົວ​ໄດ້​ຮັບ​ບັບຕິ​ສະມາ​ຢູ່​ເມືອງ​ແຊນ​ໂທສ, ປະ​ເທດບຣາຊິນ, ​ເມື່ອ 42 ປີ​ກ່ອນ. ອາ​ແດ​ວ​ເຊິ​ນ ພາ​ເຣຢາ ​ໄດ້​ເວົ້າວ່າ, “ທຳ​ອິດ, ​ເບິ່ງ​ຄື​ວ່າ​ພໍ່​ຂອງ​ຂ້າພະ​ເຈົ້າຕື່ນ​ເຕັ້ນກ່ຽວ​ກັບ​ການ​ເຂົ້າຮ່ວມ​ສາດສະໜາ​ຈັກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ດົນຈາກ​ນັ້ນ​ເພິ່ນ​​ເລີ່​ມບໍ່​ເຂັ້ມ​ແຂງ ​ແລະ ຂໍ​ບໍ່​ໃຫ້​ແມ່​ຂອງ​ພວກ​ເຮົາ​ໄປ​ໂບດ.”

ອາ​​ແດ​ວ​ເຊິ​ນ​ໄດ້​ບອກ​ຂ້າພະ​ເຈົ້າວ່າ ​ແມ່​ຂອງ​ເພິ່ນ​ໄດ້​ຫຍິບ​ເຄື່ອງ​ໃຫ້​ເພື່ອນ​ບ້ານ​ໃກ້​ຄຽງ ​ເພື່ອ​ຈ່າຍ​ຄ່າ​ລົດ​ເມ​ໃຫ້​ລູກ​ໄປ​ໂບດ. ລູກ​ຊາຍ​ສີ່​ຄົນ​ໄດ້​ຍ່າງ​ປະມານ​ສອງ​ກິ​ໂລ​ແມັດ​ໄປ​ຫາ​ອີກ​ເມືອງ​ໜຶ່ງ, ຂີ່ລົດ​ເມ​ປະມານ 45 ນາທີ, ​ແລ້ວ​ໄດ້​ຍ່າງຕື່ມ​ອີກ​ປະມານ 20 ນາທີ​ໄປຫາ​ຕຶກ​ໂບດ.

​ເຖິງ​ແມ່ນ​ວ່າ​ນາງ​ບໍ່​ສາມາດ​​ໄປ​ໂບດ​ກັບ​ລູກໆ​ຂອງ​ນາງ, ​​ແຕ່ຊິດ​ສະ​ເຕີ ພາ​ເຣຢາ ​ໄດ້​ອ່ານ​ພຣະຄຳ​ພີ​ນຳ​ລູກ​ລູກໆ​ຂອງ​ນາງ, ​ໄດ້​ສອນ​ພຣະກິດ​ຕິ​ຄຸນ​ໃຫ້​ເຂົາ​ເຈົ້າ, ​ແລະ ​ໄດ້​ອະທິຖານ​ນຳ​ເຂົາ​ເຈົ້າ. ​ເຮືອນ​ຫລັງ​ນ້ອຍໆ​ຂອງ​ເຂົາ​ເຈົ້າ​ເຕັມ​ໄປ​ດ້ວຍ​ພອນ​ຂອງ​ອຳນາດ​ຂອງຖານະ​ປະ​ໂລຫິດ. ພວກ​ລູກ​ຊາຍ​ຂອງ​ນາງ​ໄດ້​ເຕີບ​ໃຫຍ່ຂຶ້ນ, ​ໄດ້​ຮັບ​ໃຊ້​​ເຜີຍ​ແຜ່, ​ໄດ້​ຮັບ​ການ​ສຶກສາ, ​ແລະ ​ໄດ້​ແຕ່ງງານ​ໃນ​ພຣະວິຫານ. ພອນ​ຂອງ​ຖານະ​ປະ​ໂລຫິດ​​ໄດ້​​ເຕັມ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ.

ຫລາ​ຍປີ​ຕໍ່​ມາ, ​ເມື່ອ​ກາຍ​ເປັນ​ໂສດ​ອີກ, ວາ​ນີ ພາ​ເຣ​ຢາ ​ໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ​ເພື່ອ​ຮັບ​ເອົາ​ຂອງ​ປະທານ​ໃຫ້​ຕົນ​ເອງ ​ແລະ ຕໍ່​ມາ​ໄດ້​ຮັບ​ໃຊ້​ເຜີຍ​ແຜ່​ສາມ​ເທື່ອ​ຢູ່​ປະ​ເທດບຣາ​ຊິ​ນ. ຕອນ​ນີ້​ມີ​ອາຍຸ​ໄດ້ 84 ປີ, ສັດທາ​ຂອງ​ນາງ​ໄດ້​ເປັນ​ພອນ​ສືບ​ຕໍ່ໃຫ້​ແກ່​ລູກ​ຫລານ​ລຸ້ນຕໍ່ໆ​ໄປ.

ປະຈັກ​ພະຍານ ​ແລະ ຄຳ​ສັນຍາ

ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ທີ່​ສັກສິດ​ຂອງ​ພຣະ​ເຈົ້າ ມີ​ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເມື່ອ​ທ່ານ​ມີຄ່າ​ຄວນ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ພິທີການ​ຂອງ​ຖານະ​ປະ​ໂລຫິດ, ພຣະຜູ້​ເປັນ​ເຈົ້າຈະ​ມອບ​ພະລັງ, ຄວາມ​ສະຫງົບ, ​ແລະ ທັດສະນະ​ນິລັນດອນ​ທີ່​ຍິ່ງ​ໃຫຍ່​ກວ່າ​ໃຫ້​ແກ່​ທ່ານ. ບໍ່​ວ່າ​ສະພາບ​ການ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ບ້ານ​ເຮືອນ​ຂອງ​ທ່ານຈະ “​​ໄດ້​ຮັບ​ພອນ​ໂດຍ​ພະລັງ​ຂອງ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ” ​ແລະ ຄົນ​ທີ່​ໃກ້ຊິດ​ກັບ​ທ່ານກໍ​ຢາກຈະໄດ້​ຮັບ​ພອນສຳລັບ​ຕົນ​ເອງ​ຄືກັນ.

​ໃນ​ຖານະ​ທີ່​ເປັນ​ຊາຍ ​ແລະ ຍິງ, ​ເອື້ອຍ​ອ້າຍ​ນ້ອງ, ​ບຸດ ​ແລະ ທິດາ​ຂອງ​ພຣະ​ເຈົ້າ, ​ເຮົາ​ຕ້ອງ​ດຳ​ເນີນ​ໄປ​ໜ້າ​ດ້ວຍ​ກັນ. ນີ້​ແມ່ນ​ໂອກາດ​ຂອງ​ເຮົາ, ໜ້າ​ທີ່​ຮັບຜິດຊອບ​ຂອງ​ເຮົາ, ​ແລະ ​ເປັນ​ພອນ​ຂອງ​ເຮົາ. ນີ້​ແມ່ນ​ວິຖີ​ຊີວິດ​ຂອງ​ເຮົາ—ທີ່​ຈະ​ຕຽມ​ຕົວ​ສຳລັບ​ອານາຈັກ​ຂອງ​ພຣະ​ເຈົ້າ ​ເພື່ອ​ຈະ​ໄດ້​ກັບ​​ໄປ​ຫາ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. “Love Is Spoken Here,” Children’s Songbook, 190–91.

  2. ອີ​ເມ​ວສ່ວນ​ຕົວ, ວັນ​ທີ 5 ​ເດືອນ​ສິງຫາ 2013.

  3. ​ເບິ່ງ Doctrine and Covenants 84:20.

  4. ​ເບິ່ງ Doctrine and Covenants 138:37, 51.

  5. ​ເບິ່ງ Doctrine and Covenants 84:35; 109:22.

  6. 1 ນີ​ໄຟ 11:16–17.

  7. 2 ນີ​ໄຟ 26:33.

  8. ​ເບິ່ງ “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Ensign or Liahona, Nov. 2010, 129.

  9. Teachings of Presidents of the Church: Joseph Smith (2007), 104; ​ເບິ່ງ Doctrine and Covenants 84:16; 107:40–53; 128:18, 21; Russell M. Nelson, “Lessons from Eve,” Ensign, Nov. 1987, 86–89 ນຳ​ອີກ.

  10. ​ໂຢຮັນ 15:16.

  11. ​ເບິ່ງ Joseph Smith—History 1:72; ​ເບິ່ງ Doctrine and Covenants 13; 27 ນຳ​ອີກ.

  12. ​ເບິ່ງ M. Russell Ballard, “Let Us Think Straight” (BYU Campus Education Week devotional, Aug. 20, 2013); speeches.byu.edu. ​ແອວ​ເດີ ບາ​ເລີດ ​ໄດ້​ກ່າວ​ວ່າ: “​ເປັນ​ຫຍັງ​ຜູ້​ຊາຍ​ຈຶ່ງ​ຖືກ​ແຕ່ງຕັ້ງຕໍ່​ຕຳ​ແໜ່​ງຖານະ​ປະ​ໂລຫິດ, ​ແຕ່​ບໍ່​ແມ່ນ​ຜູ້ຍິງ? ປະທານ​ກໍ​ດອນ ບີ ຮິງ​ລີ ​ໄດ້​ອະທິບາຍ​ວ່າ ​ແມ່ນ​ພຣະຜູ້​ເປັນ​ເຈົ້າ, ບໍ່​ແມ່ນ​ມະນຸດ, ‘ຜູ້​ໄດ້​ມອບ​ໝາຍ​ໃຫ້​ຜູ້​ຊາຍ​ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ພຣະອົງ​ດຳລົງ​ຖານະ​ປະ​ໂລຫິດ’ ​ແລະ ພຣະຜູ້​ເປັນ​ເຈົ້າກໍ​ໄດ້​ແຕ່ງຕັ້ງສະຕີ​ຕໍ່ ‘ອົງການຊ່ອຍ​ເຫລືອ​ທີ່​ຍິ່ງ​ໃຫຍ່ ​ແລະ ໜ້າ​ອັດສະຈັນ​ໃຈນີ້, ຊຶ່ງ​ເປັນ​ສາດສະໜາ​ຈັກ ​ແລະ ອານາຈັກ​ຂອງ​ພຣະ​ເຈົ້າ’ (“Women of the Church,” Ensign, Nov. 1996, 70). ສະຫລຸບ​ແລ້ວ, ພຣະຜູ້​ເປັນ​ເຈົ້າບໍ່​ໄດ້​ເປີດ​ເຜີຍ​ວ່າ​ເປັນ​ຫຍັງ​ພຣະອົງ​ໄດ້​ຈັດຕັ້ງສາດສະໜາ​ຈັກ​ຂອງ​ພຣະອົງ​ຢ່າງ​ທີ່​ເປັນ​ຢູ່​ນີ້.”

  13. ​ໂມ​ໂຣ​ໄນ 10:8.

  14. Linda K. Burton, “Priesthood: ‘A Sacred Trust to Be Used for the Benefit of Men, Women, and Children’” (Brigham Young University Women’s Conference address, May 3, 2013); ce.byu.edu/cw/womensconference/pdf/archive/2013/lindaBurtonTalk.pdf.

  15. 3 ນີ​ໄຟ 30:2.

  16. ມັດ​ທາຍ 6:22–23.

  17. ມັດ​ທາຍ 5:28; ​ເບິ່ງ ​ແອວ​ມາ 39:9 ນຳ​ອີກ. ປະທານ​ທອມ​ມັສ ​ແອັສ ມອນ​ສັນ​ ​ໄດ້​ກ່າວ​ວ່າ: “​ໂດຍ​ສະ​ເພາະ​ແລ້ວ ຮູບ​ພາບ​ລາມົກ​ເປັນ​ສິ່ງ​ຮ້າຍ​ກາດ ​ແລະ ຕິດ​ແສດ. ການ​ຢາກ​ຮູ້​ຢາກ​ເຫັນ​ຮູບ​ພາບ​ລາມົກ ອາດ​ກາຍ​ເປັນນິ​ໄສ, ພາ​ໄປ​ສູ່​ສິ່ງຮ້າຍ​ແຮງ​ກວ່າ​ນັ້ນ ​ແລະ ການ​ລ່ວງ​ລະ​ເມີດ​ທາງ​ເພດ. ຈົ່ງ​ຫລີກ​ລ້ຽງ​ຮູບ​ພາບ​ລາມົກ​ບໍ່​ວ່າ​ຈະ​​ເປັນ​ແນວ​ໃດ​ກໍ​ຕາມ” (“Preparation Brings Blessings,” Ensign or Liahona, May 2010, 65).“​ເປັນ​ໜ້າ​ວິຕົກ … ​ທີ່ໄດ້​ຮັບ​ການ​ລາຍ​ງານ​ວ່າ ສະມາຊິກ​ຂອງ​ສາດສະໜາ​ຈັກ​ບາງ​ຄົນ​ໄດ້​ໃຊ້​ອິນ​ເຕີ​ແນັດ​ໃນ​ທາງ​ທີ່​ບໍ່​ດີ ​ແລະ ​ໃນ​ຈຸດປະສົງ​ທີ່​ຊົ່ວ​ຮ້າຍ,​ ການ​ເບິ່ງ​ຮູບ​ລາມົກ​ແມ່ນ​ກຳລັງ​ແຜ່​ຂະຫຍາຍ​ໄປ​ທົ່ວ​​ໃນ​ເວລາ​ນີ້. ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ການ​ມີ​ສ່ວນ​ຮ່ວມ​ເຮັດ​ສິ່ງ​ດັ່ງກ່າວ​ຈະ​ທຳລາຍ​ພຣະວິນ​ຍານ​ໄປ. ຈົ່ງ​ເຂັ້​ມ​ແຂງ, ຈົ່ງ​ສະອາດ. ຈົ່ງ​ຫລີກ​ເວັ້ນຈາກ​ສິ່ງ​ຊົ່ວ​ຮ້າຍ ​ແລະ ສິ່ງ​ທຳລາຍ​ເຊັ່ນ​ນັ້ນ—ບໍ່​ວ່າ​ທ່ານ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ! ຂ້າພະ​ເຈົ້າຂໍ​ກ່າວ​ເຕືອນ​ທຸກ​ຄົນ​ໃນ​ທຸກ​ແຫ່ງ​ຫົນ” (“Until We Meet Again,” Ensign or Liahona, May 2009, 113).“ຈົ່ງ​ຫລີກ​ເວັ້ນຈາກ​ຮູບ​ພາບ​ລາ​ມົກ. ມັນ​ຈະ​ເຮັດ​ໃຫ້​ວິນ​ຍານ​ເສົ້າໝອງ ​ແລະ ຄວາມ​ສຳນຶກ​ເສື່ອມ​ໂຊມ. ​ເຮົາ​ໄດ້​ຖືກ​ບອກ​ຢູ່​ໃນ Doctrine and Covenants ວ່າສິ່ງ​ທີ່​ບໍ່​ເສີມ​ສ້າງ ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ, ​ແລະ ​ເປັນຄວາມ​ມືດ [​ເບິ່ງ Doctrine and Covenants 50:23]” (“True to the Faith,” Ensign or Liahona, May 2006, 18–19).

  18. ​ເບິ່ງ David A. Bednar, Act in Doctrine (2012), 53.

  19. ​ເບິ່ງ Dallin H. Oaks, “Priesthood Authority in the Family and the Church,” Ensign or Liahona, Nov. 2005, 24–27.

  20. ​ອີ​ເມ​ວສ່ວນ​ຕົວ, ວັນ​ທີ 5 ​ເດືອນ​ສິງຫາ, 2013; ​ເບິ່ງ ຢາ​ໂກ​​ໂບ 5:14.

  21. ​ເບິ່ງ ​ເຮັບ​ເຣີ 5:4.

  22. ​ເອຊາ​ຢາ 55:8.

  23. ຢາ​ໂຄບ 4:13.

  24. ​ເບິ່ງ Doctrine and Covenants 81:4–5. ປະທານ​ກໍ​ດອນ ບີ ຮິງ​ລີ ​ໄດ້​ກ່າວ​ວ່າ: “ໜ້າ​ທີ່​ຂອງ​ທ່ານ​ກໍ​ຈິງ​ຈັງ​ໃນ​ຂອບ​ເຂດ​ຂອງ​ທ່ານ​ເທົ່າໆ​ກັບ​ໜ້າ​ທີ່​ຂອງ​ຂ້າພະ​ເຈົ້າຢູ່​ໃນ​ຂອບ​ເຂດ​ຂອງ​ຂ້າພະ​ເຈົ້າ. ບໍ່​ມີ​ກາ​ນ​ເອີ້ນ​ຢ່າງ​ໃດ​ໃນ​ສາດສະໜາ​ຈັກ​ທີ່​ເລັກ​ນ້ອຍ ຫລື ມີ​ຜົນ​ສະທ້ອນ​ໜ້ອຍ” (“This Is the Work of the Master,” Ensign, May 1995, 71).

  25. M. Russell Ballard, “Strength in Counsel,” Ensign, Nov. 1993, 76.