​2010–2019
ຈົ່ງ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຜູ້​ເປັນ​ເຈົ້າ​ເຖີດ
ຕຸລາ 2013


ຈົ່ງ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຜູ້​ເປັນ​ເຈົ້າ​ເຖີດ

ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ສິ່ງ​ທີ່​ທ່ານ​ສາ​ມາດ​ໃນ​ການ​ແບ່ງ​ປັນ​ຂ່າວ​ສານ​ສຳ​ຄັນ​ຂອງ​ການ​ຟື້ນ​ຟູ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ຄືນ​ມາ​​ໃໝ່.

ຊິ​ດສະ​ເຕີ​ບາ​ເລີດ ແລະ ຂ້າ​ພະ​ເຈົ້າ​ໄດ້​ກັບ​ຈາກ​ໜ້າ​ທີ່ມອບ​ໝາຍ​ໃນ​ຫ້າ​ປະ​ເທດ​ໃນ​ທະ​ວີບ​ເອີ​ໂຣບ​ເມື່ອ​ບໍ່​ດົນ​ມານີ້. ຢູ່​ທີ່ນັ້ນ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ມີ​ສິດ​ພິ​ເສດ​ໃນ​ການ​ພົບ​ປະ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຫລາຍ​ຄົນ, ບາງ​ເທື່ອ​ອາດ​ເປັນ​ລູກ​ຊາຍ ຫລື ລູກ​ສາວ​ຂອງ​ທ່ານ. ຕັ້ງ​ແຕ່​ປະ​ທານທອມ​ມັສ ​ແອັສ ມອນ​ສັນ​ໄດ້​ປະ​ກາດ​ການ​ຫລຸດ​ອາ​ຍຸ​ສຳ​ລັບ​ຊາຍ ແລະ ຍິງ​ໜຸ່ມ​ຂອງ​ເຮົາ​ໃຫ້​ຮັບ​ໃຊ້, ຂ້າ​ພະ​ເຈົ້າ​ໄດ້​ພົບ​ຜູ້​ສອນສາດສະໜາ​ຫລາຍກວ່າ 3,000 ຄົນ. ​ເຮົາ​ສາ​ມາດ​ເຫັນຄວາມ​ສະ​ຫວ່າງ​ຂ​ອງ​ພ​ຣະ​ຄຣິດສ່ອງ​ແສງ​ຢູ່​ໃນ​ໃບ​ໜ້າ​ຂອງ​ເຂົາ​ເຈົ້າ, ແລະ ເຂົາ​ເຈົ້າ​ກໍ​ຕື່ນ​ເຕັ້ນ​ທີ່​ຈະ​ເຮັດ​ໃຫ້​ວຽກ​ງານນີ້​ກ້າວ​ໄປ​ໜ້າ ເພື່ອ​ຈະ​ພົບ​ເຫັນ ແລະ​ ສອນ, ໃຫ້​ບັບ​ຕິ​ສະ​ມາ ແລະ ຊ່ອຍ​ໃຫ້​ເຂັ້ມແຂງ, ແລະ ໃຫ້​ເສີມ​ພະ​ລັງ ແລະ ສ້າງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ການ​ພົບ​ປະ​ກັບ​ເຂົາ​ເຈົ້າ, ຄົນ​ເຮົາ​ຈະ​ຮູ້​ໄດ້​ໄວ​ວ່າ ເຂົາ​ເຈົ້າ​ເຮັດ​ວຽກ​ງານນີ້​ຕາມ​ລຳພັງບໍ່​ໄດ້. ມື້ນີ້​ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ຕໍ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທຸກ​ຄົນ, ເພາະ​ວ່າໃນ​ເວ​ລານີ້​ກໍ​ມີ​ຄວາມ​ຮີບ​ຮ້ອນ​ສຳ​ລັບ​ເຮົາ​ທຸກ​ຄົນທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ການ​ແບ່ງ​ປັນພຣະ​ກິດ​ຕິ​ຄຸນ.

ສາ​ດ​ສະ​ດາ​ໂຈ​ເຊັບ ສະ​ມິດ​ ໄດ້​ປະ​ກາດ​ວ່າ “ຫລັງ​ຈາກ​ໄດ້​ກ່າວທຸກ​ສິ່ງ​ທັງ​ໝົດ​ແລ້ວ, ໜ້າ​ທີ່​ທີ່​ຍິ່ງ​ໃຫ​ຍ່ ແລະ ສຳ​ຄັນ​ທີ່​ສຸດ​ແມ່ນ​ທີ່​ຈະ​ສັ່ງ​ສອນ​ພ​ຣະ​ກິດ​ຕິ​ຄຸນ” (Teachings of Presidents of the Church: Joseph Smith [2007], 330).

ໃນ​ປີ 1974 ປະ​ທານ​ສະ​ເປັນ​ເຊີ ດັບ​​ເບິນ​ຢູ ຄິມ​ໂບ​ ໄດ້​ກ່າວ​ວ່າ: ບາງ​ທີ​ເຫດ​ຜົນ​ທີ່​ດີ​ທີ່​ສຸດສຳ​ລັບ​ວຽກ​ງານ​ເຜີນ​ແຜ່​ແມ່ນ​ຈະ​ໃຫ້​ໂອ​ກາດ​ແກ່ໂລກ ທີ່​ຈະ​ໄດ້​ຍິນ ແລະ ຍອມ​ຮັບ​ເອົ​າ​ພ​ຣະ​ກິດ​ຕິ​ຄຸນ. ພ​ຣະ​ຄຳ​ພີ​ກໍ​ເຕັມ​ໄປ​ດ້ວຍຄຳ​ບັນຊາ ແລະ ຄຳ​ສັນ​ຍາ ແລະ ການ​ເອີ້ນ ແລະ ລາງວັນ​ສຳ​ລັບ​ການ​ສອນ​ພ​ຣະ​ກິດ​ຕິ​ຄຸນ. ຂ້າ​ພະ​ເຈົ້າ​ໃຊ້​ຄຳ​ວ່າ ບັນຊາ ຢ່າງ​ຕັ້ງ​ໃຈ ເພາະ​ມັນເບິ່ງ​ຄື​ວ່າ​ເປັນ​ຂໍ້​ຄຳ​ສັ່ງ​ທີ່​ສະ​ໝ່ຳ​ສະ​ເໝີ ທີ່​ເຮົາ​ທັງ​ສ່ວນ​ບຸກ​ຄົນ ແລະ ທັງ​ໝົດ​ບໍ່​ສາ​ມາດ​ໂຕນ​ໜີ​ຈາກ​ໄດ້” (“When the World Will Be Converted,” Ensign, Oct. 1974, 4).

ໃນ​ເດືອນ​ກໍ​ລະ​ກົດ​ປີ​ດຽວ​ກັນ​ນັ້ນ, ຊິ​ດສະ​ເຕີ​ບາ​ເລີດ ແລະ ຂ້າ​ພະ​ເຈົ້າ​ພ້ອມ​ດ້ວຍ​ລູກໆ​ໄດ້​ໄປ​ຮັບ​ໃຊ້​ເປັນ​ປະ​ທານ​ຂອງ​ເຂດ​ເຜີຍ​ແຜ່​ທີ່ ໂຕ​ຣອນ​ໂຕ ປະ​ເທດ​ກາ​ນາ​ດາ. ຂ້າ​ພະ​ເຈົ້າ​ໄດ້​ຈຳຖ້ອຍ​ຄຳ​ຂອງ​ປະ​ທານ​ຄິມ​ໂບ​, ໂດຍ​ສະ​ເພາະ​ເມື່ອ​ເພິ່ນ​ໄດ້​ກ່າວ​ວ່າ, “ອ້າຍ​ນ້ອງ​ທັງ​ຫ​ລາຍ, ຂ້າ​ພະ​ເຈົ້າ​ຄິດ​ຢູ່​ວ່າ​ເຮົາ​ເຮັດ​ສຸດ​ຄວາມ​ສາ​ມາດ​ແລ້ວ​ບໍ. ເຮົາ​ເພິ່ງ​ພໍ​ໃຈ​ໃນ​ວິ​ທີ​ທີ່​ເຮົາ​ສອນ​ຕະ​ຫລອດ​ທົ່ວ​ໂລກ​ແລ້ວ​ບໍ? ເຮົາ​ໄດ້​ອອ​ກ​ເຜີຍ​ແຜ່​ເປັນ​ເວ​ລາ 144 ປີແລ້ວ. ເຮົາ​ພ້ອມ​ແລ້ວ​ບໍ​ທີ່​ຈະເພີ່ມ​ຂະ​ຫ​ຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ? ເຮັດ​ໃຫ້​ຄວາມ​ສາ​ມາດ​ຂອງ​ເຮົາ​ກວ້າງ​ໄກ​ໄປ​ໜ້​າ?” (Ensign, Oct. 1974, 5).

ເພິ່ນ​ໄດ້​ຂໍ​ຮ້ອງ​ໃຫ້​ເຮົາ​ກ້າວ​ໄປ​ໄວ​ກວ່ານັ້ນ, ຮ່ວມ​ໄມ້​ຮ່ວມ​ມື​ກັນ​ເສີມ​ສ້າງ​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ​ຂອງ​ພ​ຣະ​ເຈົ້າ.

ໃນ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມານີ້ ປະ​ທານທອມ​ມັສ ແອັ​ສ ມອນ​ສັນ ​ໄດ້ກ່າວ​ຊ້ຳ​ການ​ເອີ້ນດ​ຽວ​ກັນ​ຕໍ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ປະທານ​ໄດ້​ກ່າວ​ວ່າ: “ດຽວນີ້ຄື​ເວ​ລາ​ສຳ​ລັບ​ສະ​ມາ​ຊິກ ແລະ ຜູ້​ສອນ​ສາ​ດ​ສະ​ໜາ​ທີ່​ຮ່ວມ​ມື​ກັນ … [ແລະ] ທຳ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ນຳ​ຈິດ​ວິນ​ຍານ​ມາ​ສູ່​ພ​ຣະ​ອົງ. ພ​ຣະ​ອົງ​ໄດ້​ຈັດ​ຕຽມເສັ້ນ​ທາງ​ໄວ້​ໃຫ້​ເຮົາ​ເພື່ອ​ແບ່ງ​ປັນ​ພ​ຣະ​ກິດ​ຕິ​ຄຸນ​ໃນ​ຫລາຍໆ​ວິ​ທີ​ທາງ, ແລະ ພ​ຣະ​ອົງ​ຈະ​ຊ່ອຍ​ເຮົາ​ໃນ​ວຽກ​ງານ​ຂອງ​ເຮົາ ຖ້າ​ເຮົາ​ຈະ​ປະ​ຕິ​ບັດ​ດ້ວຍ​ສັດ​ທາ​ທີ່​ຈະ​ສຳ​ເລັດ​ວຽກ​ງານ​ຂອງ​ພ​ຣະ​ອົງ” (“Faith in the Work of Salvation” [address given at a special broadcast, June 23, 2013]; lds.org/broadcasts).

ມັນ​ເປັນ​ເລື່ອງ​ດີ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ທີ່​ຈະ​ຄິດ​ໄຕ່​ຕອງ​ຄຳ​ສອນ​ຂອງ​ສາດ​ສະ​ດາ​ຈາກວັນ​ເວ​ລາ​ຂອງ​ໂຈ​ເຊັບ ​ສະ​ມິດ ​ຈົນ​ເຖິງວັນ​ເວ​ລານີ້. ພວກ​ເພິ່ນ​ໄດ້​ຊຸກ​ຍູ້ ແລະ ຮຽກ​ຮ້ອງ​ຜູ້​ນຳ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃຫ້​ກະ​ຕື​ລື​ລົ້ນ​ໃນ​ການ​ນຳ​ຂ່າວ​ສານ​ແຫ່ງ​ການ​ຟື້ນ​ຟູ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ອອກ​ໄປ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕະ​ຫລອດ​ທົ່ວ​ໂລກ.

ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ບ່າຍມື້ນີ້​ຄື​ວ່າ ພ​ຣະ​ຜູ້​ເປັນ​ເຈົ້າ ກຳລັງ ເລັ່ງ​ວຽກ​ງານ​ຂອງ​ພ​ຣະ​ອົງຢູ່. ໃນ​ວັນ​ເວ​ລາ​ຂອ​ງ​ເຮົາ ສິ່ງນີ້​ສາ​ມາດ​ເກີດ​ຂຶ້ນ​ໄດ້​ເມື່ອ​ສະ​ມາ​ຊິກ​ຂອງ​ສ​າດ​ສະ​ໜາ​ຈັກ​ທຸກ​ຄົນ​ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ຮັກ ແບ່ງ​ປັນ​ຄວາ​ມ​ຈິງ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ແລ້ວ. ເຮົາ​ຕ້ອງ​ເຮັດ​ວຽກ​ນີ້​ຮ່ວມ​ກັນໃນ​ການ​ເປັນ​ຮຸ້ນ​ສ່ວນກັບ​ຜູ້​ສອນ​ສາດ​ສະ​ໜາ​ເກືອບ 80,000 ຄົນ​ທີ່​ກຳ​ລັງ​ຮັບ​ໃຊ້​ຢູ່​ດຽ​ວນີ້. ຂໍ້​ມູນ​ກ່ຽວ​ກັບ​ວ​ຽ​ກ​ງານທີ່​ປະ​ເສີດນີ້, ໂດຍ​ສະ​ເພາະ​ໜ້າ​ທີ່ມອບ​ໝາຍ​ສຳ​ລັບ​​ຜູ້​ນຳ​ໃນສະ​ພາ​ສະ​ເຕກ ແລະ ຫວອດ, ທີ່​ໄດ້​ບົ່ງ​ໄວ້​ຢ່າງ​ແຈ່ມ​ແຈ້ງ​ໃນ​ເວັບ​ໄຊ້ LDS.org ທີ່​ມີ​ຊື່​ວ່າ “ການ​ເລັ່ງ​ວຽກ​ງານ​ແຫ່ງ​ຄວາມ​ລອດ.”

ເຮົາ​ຮູ້​ຈາກ​ການ​ຄົ້ນ​ຄວ້າ​ຂອງ​ເຮົາ​ວ່າ​ສະ​ມາ​ຊິກ​ທີ່​ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ​ຢາກ​ໄດ້​ພອນ​ຂອງ​ພ​ຣະ​ກິດ​ຕິ​ຄຸນໃຫ້​ເປັນ​ພາກ​ສ່ວນ​ໃນ​ຊີ​ວິດ​ຂອງ​ຄົນ​ອື່ນ​ທີ່​ເຂົາ​ເຈົ້າ​ຮັກ, ແມ່ນ​ແຕ່​ຜູ້​ທີ່​ເຂົາ​ເຈົ້າ​ບໍ່​ເຄີຍ​ພົບ​ມາ​ກ່ອນ. ​ແຕ່ເຮົາ​ຍັງ​ຮູ້​ອີກວ່າ​ສະ​ມາ​ຊິກ​ຫລາຍ​ຄົນ​ລັ່ງ​ເລ​ໃຈ​ທີ່​ຈະເຮັດ​ວຽກ​ງານ​ເຜີຍ​ແຜ່ ແລະ ແບ່ງ​ປັນ​ພ​ຣະ​ກິດ​ຕິ​ຄຸນ​ເພາະ​ເຫດ​ຜົນ​ສອງ​ຢ່າງ.

  • ທຳ​ອິດນັ້ນ​ຄື​ຄວາມ​ຢ້ານ​ກົວ​. ສະ​ມາ​ຊິກ​ຫລາຍ​ຄົນ​ບໍ່​ອະ​ທິ​ຖານ​ຫາ​ໂອ​ກາ​ດ​ທີ່​ຈະ​ແບ່ງ​ປັນ​ພ​ຣະ​ກິດ​ຕິ​ຄຸນ, ເພາະ​ຢ້ານ​ວ່າ​ເຂົາ​ເຈົ້າ​ອາດ​ໄດ້​ຮັບ​ການ​ກະ​ຕຸ້ນ​ໃຫ້​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ເຂົາ​ເຈົ້າ​ຄິດ​ວ່າ​ເຂົາ​ເຈົ້າ​ເຮັດ​ບໍ່​ໄດ້.

  • ເຫດ​ຜົນ​ທີ​ສອງນັ້ນ​ແມ່ນ​ຄວາມ​ເຂົ້າ​ໃຈ​ຜິດ​ວ່າ​ວຽກ​ງານ​ເຜີຍ​ແຜ່ນັ້ນ​ຄື​ຫ​ຍັງ.

ເຮົາ​ຮູ້​ວ່າ​ເມື່ອ​ຄົນ​ໃດ​ຄົນ​ໜຶ່ງ​ຂຶ້ນ​ກ່າວ​ປາ​ໄສ​ໃນ​ກ​ອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ກ່າວ​ວ່າ, “ມື້ນີ້​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ກ່ຽວ​ກັບ​ວຽກ​ງານ​ເຜີຍ​ແຜ່,” ຫລື ວ່າ​ບາງ​ທີ​ແມ່ນ​ແຕ່​ແອວ​ເດີ​ບາ​ເລີດ​ຈະ​ຢືນ​ຂຶ້ນ​ໃນ​ກອງ​ປະ​ຊຸມ​ໃຫ​ຍ່ ແລະ ກ່າວ​ເຖິງ​ເລື່ອງ​ດຽວ​ກັນ​ນັ້ນ, ບາງ​ຄົນ​ໃນ​ພວກ​ທ່ານ​ທີ່​ກຳ​ລັງ​ຮັບ​ຟັງ​ຢູ່​ອາດ​ຄິດ​ວ່າ, “ໂອຍ, ເອົາ​ອີກ​ແລ້ວ, ພວກ​ເຮົາ​ໄດ້​ຍິນ​ເລື່ອງນີ້​ແລ້ວນ່າ.”

ບັດ​ນີ້, ເຮົາ​ກໍ​ຮູ້​ວ່າບໍ່​ມີ​ໃຜ​​ຢາກຮູ້​ສຶກ​ຜິດເລີຍ. ບາງ​ທີ​ທ່ານ​ຈະ​ຮູ້​ສຶກວ່າ​ທ່​ານ​ອາດ​ຖືກ​ຮຽກ​ຮ້ອງ​ໃຫ້​ເຮັດ​ສິ່ງ​ທີ່​ເປັນ​ຈິງບໍ່​ໄດ້​ໃນ​ຄວາມ​ສຳ​ພັນ​​ຂອງ​ທ່ານ​ກັບ​ໝູ່​ເພື່ອນ ຫລື ເພື່ອນ​ບ້ານໃກ້​ຄຽງ. ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ​ເອົາ​ຄວາມ​ຢ້ານ​ກົວ​ອັນ​ໃດ​ໜຶ່​ງ​ທີ່​ທ່ານ ຫລື ຜູ້​ສອນ​ສ​າດ​ສະ​ໜາ​ເຕັມ​ເວ​ລາ​ຄົນ​ໃດ​ຄົນ​ໜຶ່ງອາດ​ມີ​ຢູ່​ໃນ​ການ​ແບ່ງ​ປັນ​ພ​ຣະ​ກິດ​ຕິ​ຄຸນ​ກັບ​ຄົນ​ອື່ນອອກ​ໄປ.

ຂໍ​ໃຫ້ຕັດ​ສິນ​ໃຈ​ເຮັດ​ສິ່ງ​ທີ່​ພ​ຣະ​ເຢ​ຊູຄຣິດ​ໄດ້​ຮຽກ​ຮ້ອງ​ໃຫ້​ເຮົາ​ເຮັດ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ:

“ຈົ່ງ​ຂໍ ແລະ ພວກ​ທ່ານ​ກໍ​ຈະ​ໄດ້​ຮັບ; ຈົ່ງ​ຊອກ​ຫາ ແລະ ພວກ​ທ່ານ​ກໍ​ຈະ​ໄດ້​ພົບ; ຈົ່ງ​ເຄາະ ແລະ​ ຈະ​ມີ​ຜູ້​ໄຂ​ປະ​ຕູ​ໃຫ້​ພວກ​ທ່ານ.

“ດ້ວຍ​ວ່າ​ທຸກໆ​ຄົນ​ທີ່​ຂໍ​ຈະ​ໄດ້​ຮັບ; ຜູ້​ໃດ​ຜູ້​ໜຶ່ງ​ທີ່​ຊອກ​ຫາ​ກໍ​ຈະ​ໄດ້​ພົບ; ແລະ ຜູ້​ໃດ​ທີ່​ເຄາະ​ກໍ​ຈະ​ມີ​ຜູ້​ໄຂ​ປະ​ຕູ​ໃຫ້.

“ມີ​ຜູ້​ໃດ​ແດ່​ໃນ​ພວກ​ທ່ານ​ທີ່​ເອົາ​ກ້ອນ​ຫີນ​ໃຫ້​ແກ່​ລູກ​ຂອງ​ຕົນ ເມື່ອ​ລູກ​ຂໍ​ເຂົ້າ?

“ຫລື ລາວ​ຈະ​ເອົາ​ງູ​ໃຫ້​ບໍ ເມື່ອ​ລູກ​ຂໍ​ປາ?

“ພວ​ກ​ທ່ານ … ຍັງ​ຮູ້​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງ​ຕົນ, ຈັ່ງ​ຊັ້ນ​ຫລາຍກວ່ານັ້ນ​ອີກ​ຈັກ​​ເທົ່າ​ໃດ ພ​ຣະ​ບິ​ດາ​ຂອງ​ພ​ວກ​ທ່ານ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ກໍ​ຈະ​ເອົາ​ຂອງ​ດີ​ໃຫ້​ແກ່​ຜູ້​ທີ່​ຂໍ​ຈ​າກ​ພ​ຣະ​ອົງ?” (ມັດ​ທາຍ 7:7–11).

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ສາ​ມາດ​ເອົາ​ສັດ​ທາ ແລະ ຄວາມ​ໝັ້ນ​ໃຈ​ເຂົ້າ​ມາ​ແທນ​ຄວາມ​ຢ້ານ​ກົວ ເມື່ອ​ສະ​ມາ​ຊິກ ​ແລະ ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ຄຸ​ເຂົ່າ​ອະ​ທິ​ຖານ ແລະ ທູນ​ຂໍ​​ພ​ຣະ​ຜູ້​ເປັນ​ເຈົ້າ​ອວ​ຍ​ພອນ​ເຂົາ​ເຈົ້າດ້ວຍ​ໂອ​ກາດ​ທີ່​ຈະ​ເຜີຍ​ແຜ່. ແລ້ວ, ເຮົາຕ້ອງ​ສະ​ແດງ​ສັດ​ທາ​ຂອງ​ເຮົາ ແລະ ຊອກ​ຫາ​ໂອ​ກາດ​ທີ່​ຈະ​ແນະ​ນຳ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ​ແລະ ແນ່ນອນ​ວ່າໂອ​ກາດ​ນັ້ນຈະ​ມີ​ມາ. ໂອ​ກາດ​ເຫ​ລົ່າ​ນີ້​ຈະ​ບໍ່​ຮຽກ​ຮ້ອງການ​ຕອບ​ຮັບ​ທີ່​ບີບ​ບັງ​ຄັບ ຫລື ຄຳ​ຕອບ​ທີ່​ເຮົາ​ບໍ່​ເຊື່ອ. ມັນ​ຈະ​ຫລັ່ງໄຫລມາ​ເພາະ​ເປັນ​ຜົນ​ທຳ​ມະ​ຊາດ​ຂອງ​ຄວາມ​ຮັກ​ຂອງເຮົາທີ່​ມີ​ໃຫ້​ແກ່ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ. ​ຂໍ​ໃຫ້​ເຮັດ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ຕື່ນ​ເຕັ້ນ ແລະ ຜູ້​ທີ່​ທ່ານ​ໄດ້​ເວົ້າ​ລົມ​ນຳ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ທ່ານ. ເຂົາ​ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ຄວາມ​ຮູ້​ສຶກນັ້ນ ແມ່ນ​ແຕ່​ເມື່ອ​ເວ​ລາ​ອາດບໍ່​ເໝາະ​ສົມ​ທີ່​ເຂົາ​ເຈົ້າ​ຈະ​ເຕັມ​ໃຈ​ຮັບ​ເອົາ​ພ​ຣະ​ກິດ​ຕິ​ຄຸນ. ​ສິ່ງນັ້ນ​ກໍ​ອາດ​ຈະ​ປ່ຽນ​ແປງ​ໃນ​ອະ​ນາ​ຄົດ ເມື່ອ​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ​ປ່ຽນ​ໄປ.

ມັນ​ເປັນ​ໄປ​ບໍ່​ໄດ້​ສຳລັບ​ເຮົາທີ່​ຈະ​ລົ້ມ​ເຫລວ​ເມື່ອ​​ເຮົາເຮັດ​ໃຫ້​ດີ​ທີ່​ສຸດ​ ເມື່ອ​​ເຮົາ​​ເຮັດ​ທຸ​ລະ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ຜົນ​ທີ່​ຕາມ​ມານັ້ນ​ເປັນ​ຜົນ​ຂອງ​ການ​ໃຊ້​ສິດ​ໃນ​ການ​ເລືອກ, ການ​ແບ່ງ​ປັນ​ພຣະກິດ​ຕິ​ຄຸນ​ກໍ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ.

ຈົ່ງ​ໄວ້​ວາງ​ໃຈ​ໃນພ​ຣະ​ຜູ້​ເປັນ​ເຈົ້າ. ພ​ຣະ​ອົງ​ຄື​ຜູ້​ລ້ຽງ​ທີ່​ດີ. ພຣະ​ອົງ​ຮູ້​ຈັກ​ແກະ​ຂອງ​ພ​ຣະ​ອົງ, ແລະ ແກະຂອງ​ພ​ຣະ​ອົງ​ກໍ​ຮູ້​ສຽງ​ຂອງພ​ຣະ​ອົງ, ແລະ ໃນ​ເວ​ລານີ້, ສ​ຽງ​ຂອງ​ຜູ້​ລ້ຽງ​ທີ່​ດີ​ຄື​ສຽງ​ຂອງ​ທ່ານ ແລະ ຂ້າ​ພະ​ເຈົ້າ. ແລະ ຖ້​າ​ຫາກ​ເຮົາ​ບໍ່ມີ​ສ່ວນ​ຮ່ວມ, ຫລາຍ​ຄົນ​ທີ່​ຈະ​ໄດ້​ຍິນ​ຂ່າວ​ສານ​ແຫ່ງ​ການ​ຟື້ນ​ຟູ​ກໍ​ຈະ​ຖືກມອງ​ຂ້າມ​ໄປ. ເວົ້າ​ງ່າຍ​ແລ້ວ, ມັນ​ເປັນ​ເລື່ອງ​ຂອງ​ສັດ​ທາ ແລະ ການ​ກະ​ທຳ​ໃນ​ພາກ​ສ່ວນ​ຂອງ​ເຮົາ. ຫລັກ​ທຳ​ນັ້ນກໍ​ງ່າຍ​—ອະ​ທິ​ຖານ, ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ, ເພື່ອ​ຫາ​ໂອ​ກາດ​ທີ່ຈະ​ເຜີຍ​ແຜ່. ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໃນ​ພ​ຣະ​ຄຳ​ພີ Doctrine and Covenants ວ່າ ຫລາຍ​ຄົນ​ຖືກກັນ​ໄວ້​ຈາກ​ຄວາມ​ຈິງ ເພາະ​ເຂົາ​ບໍ່​ຮູ້​ວ່າ​ຈະ​ພົບ​ມັນ​ຢູ່​ໃສ (​ເບິ່ງ D&C 123:12).

ທ່ານບໍ່​ຈຳ​ເປັນ​ຕ້ອງ​ເປັນ​ຄົນ​ທີ່​ກະ​ຕື​ລື​ລົ້ນ​ທາງ​ສັງ​ຄົມ ຫລື ເວົ້າ​ເກັ່ງ ຫລື ເປັນ​ຄູ​ສອນ​ທີ່​ເກ້ຍ​ກ່ອມ. ຖ້າ​ຫາກ​ທ່ານ​ມີ​ຄວາມ​ຮັກ ແລະ ຄວາມ​ຫວັງ​ທີ່​ທົນ​ທານ, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ​ຖ້າ​ຫາກ​ທ່ານເປັ່ງ​ສຽງ​ຂອງ​ທ່ານ​ແກ່​ຄົນ​ພວກນີ້; ຈົ່ງ​ກ່າວ​ຄວາມ​ນຶກ​ຄິດ​ທີ່​ພ​ຣະ​ອົງ​ຈະ​ໃສ່​ໄວ້​ໃນ​ໃຈ​ຂອງ​ທ່ານ, … ທ່ານ​ຈະ​ບໍ່​ຈຳ​ນົ​ນ​ຕໍ່​ມະ​ນຸດ;

ແລະ ພ​ຣະ​ອົງ​ຈະ​ໃຫ້​ມັນ​ແກ່​ທ່ານ … ໃນ​ຂະ​ນະ​ນັ້ນ​ແຫລະ ວ່າ​ທ່ານ​ຈະ​ກ່າວ​ຫ​ຍັງ​ແດ່ (​ເບິ່ງ D&C 100:5–6).

ປຶ້ມ ຈົ່ງ​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ເຮົາ ເຕືອນ​ເຮົາ​ທຸກ​ຄົນ​ວ່າ “ຈະ​ບໍ່​ມີ​ຫ​ຍັງ​ເກີດ​ຂຶ້ນ​ໃນ​ວຽກ​ງານ​ເຜີຍ​ແຜ່​ຈົນ​ກວ່າ​ [ເຮົາ] ​ພົບ​ຄົນ​ທີ່​ຈະ​ສອນ. ໃຫ້​ເວົ້າ​ລົມ​ກັບ​ຫລາຍໆ​ຄົນ​ເທົ່າ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ແຕ່​ລະ​ມື້. ມັນ​ເປັນ​ເລື່ອ​ງ​ທຳ​ມະ​ດາ​ທີ່​ຈະ​ຢ້ານ​ເວົ້າ​ກັບ​ຜູ້​ຄົນ, ແຕ່​ທ່ານ​ສາ​ມາດ​ອະ​ທິ​ຖານ​ເພື່ອ​ສັດ​ທາ ແລະ ພະ​ລັງ​ເພື່ອ​ຈະ​ກ້າ​ຫານ​ໃນ​ການ​ອ້າ​ປາກ​ຂອງ​ທ່ານ ປະ​ກາດ​ພ​ຣ​ະ​ກິດ​ຕິ​ຄຸນ​ທີ່ໄດ້​ຮັບ​ການ​ຟື້ນ​ຟູ​ໃໝ່” ([2004], 181). ທ່ານ​ຜູ້​ສອນ​ສ​າດ​ສະ​ໜາ​ເຕັມ​ເວ​ລາ, ຖ້າ​ຫາກ​ທ່ານ​ຢາກ​ຈະ​ສອນ​ຫລາຍ​ຂຶ້ນ, ທ່ານ​ຕ້ອງ​ເວົ້​າ​ລົມ​ກັບ​ອີກ​ຫລາຍ​ຄົນ​ທຸກໆ​ມື້. ນີ້​ເປັນ​ສິ່ງ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ຜູ້​ສອນ​ສາ​ດ​ສະ​ໜາ​ອອກ​ໄປ.

ພ​ຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ເຮົາ. ພ​ຣະ​ອົງ​ຮູ້​ວ່າ​ເຮົາ​ມີ​ການ​ທ້າ​ທາຍ​ຂອງ​ເຮົາ​. ຂ້າ​ພະ​ເຈົ້າ​ຮັບ​ຮູ້​ວ່າ​ທ່ານ​ບາງ​ຄົນ​​ອາດ​ຮູ້​ສຶກວ່າ​ມີ​ພາ​ລະ​ໜັກ, ແຕ່​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າບໍ່​ມີ​ຄົນ​ໃດ​ໃນ​ພວ​ກ​ທ່ານ​ຈະ​ຮູ້​ສຶກວ່າ​ການ​ເອື້ອມ​ອອກ​ໄປ​ໃນ​ວິ​ທີ​ທຳ​ມະ​ດາ​ທີ່​ສຸ​ພາບ​ຮຽບ​ຮ້ອຍເພື່ອ​ແບ່ງ​ປັນ​ພ​ຣະ​ກິດ​ຕິ​ຄຸນ​ຈະ​ເປັນ​ພາ​ລະ​ໜັກ​ເລີຍ. ແຕ່​ມັນ​ເປັນ​ສິດ​ທິ​ພິ​ເສດຕ່າງ​ຫາກ! ບໍ່​ມີ​ຄວາມ​ສຸກ​ທີ່​ຍິ່ງ​ໃຫ​ຍ່​ໃນ​ຊີ​ວິດກວ່າ​ການ​ມີ​ສ່ວນ​ຮ່ວມ​ຢ່າງ​ກະ​ຕື​ລື​ລົ້ນ​ໃນ​ການ​ຮັບ​ໃຊ້​ພ​ຣະ​ຜູ້​ເປັນ​ເຈົ້າ.

ຂັ້ນ​​ຕອ​ນ​ທີ່​ສຳ​ຄັນ​ສຸດ​ກໍ​ຄືທ່ານ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພ​ຣະ​ເຈົ້າ, ວ່າ​ທ່າ​ນ​ທູນ​ກາ​ນ​ຊີ້​ນຳ​ຈາກ​ພ​ຣະ​ອົງ ແລະ ແລ້ວ​ອອກ​ໄປເຮັດ​ຕາມ​ທີ່​ພ​ຣະ​ວິນ​ຍານ​ກະ​ຕຸ້ນ​ທ່ານ. ເມື່ອ​ສະ​ມາ​ຊິກ​ເຫັນ​ວຽກ​ງານ​ແຫ່ງ​ຄວາມ​ລອດ​ວ່າ​ເປັນ​ໜ້​າ​ທີ່​ຮັບ​ຜິບ​ຊອບ​ຂອງ​ເຂົາ​ເຈົ້າ​ພຽງ​ຜູ້​ດຽວ, ມັນ​ຈະ​ເປັນ​ສິ່ງ​ທີ່​ໜ້າ​ຢ້ານ​ກົວ. ເມື່ອ​ເຂົ​າ​ເຈົ້າ​ເຫັນ​ວ່າ​ມັນ​ເປັນ​ການ​ເຊື້ອ​ເຊີນ​ໃຫ້​ຕິດ​ຕາມ​ພ​ຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ນຳ​ເອົາ​ຈິດ​ວິນ​ຍານ​ມາ​ຫາ​ພ​ຣະ​ອົງ ໃຫ້​ພວກ​ແອວ​ເດີ ແລະ ຊິ​ດສະ​ເຕີ​ເຕັມ​ເວ​ລາ​ສອນ, ມັນ​ຈະ​ເປັນ​ສິ່ງ​ດົນ​ໃຈ, ໃຫ້​ມີ​ຊີ​ວິດ​ຊີ​ວາ ແລະ ທີ່ເຊີດ​ຊູ.

ພວກ​ເຮົາ​ບໍ່​ໄດ້​ຂໍ​ຮ້ອງ​ໃຫ້ແຕ່​ລະ​ຄົນ​ເຮັດ​ທຸກ​ສິ່ງ. ພວກ​ເຮົາ​ພຽງ​ແຕ່​ຂໍ​ຮ້ອງ​ໃຫ້​ສະ​ມາ​ຊິກ​ທຸກ​ຄົນ​ອະ​ທິ​ຖານ, ເພາະ​ຮູ້​ວ່າ​ຖ້າ​ສະ​ມາ​ຊິກ​ທຸກ​ຄົນ, ໜຸ່ມ ແລະ ແກ່, ຈະ​ເອື້ອມ​ອອກ​ໄປ​ຫາຄົນ​ໜຶ່ງ ລະ​ຫວ່າງ​ເວ​ລານີ້ ແລະ ຄ​ຣິດ​ສະ​ມັດ, ຄົນ​ເປັນ​ລ້ານໆ​ຈະ​ຮູ້​ສຶກ​ເຖິງ​ຄວາ​ມ​ຮັກ​ຂອງ​ອົງ​ພ​ຣະ​ເຢ​ຊູ​ຄ​ຣິດ. ນີ້​ຊ່າງ​ເປັນ​ຂອງ​ຂວັນ​ທີ່​ປະ​ເສີດ​ແທ້​ໆ​ທີ່ມີ​ໃຫ້​ແດ່​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ເມື່ອຫົກອາ​ທິດ​ກ່ອນ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຈົດ​ໝາຍ​ສະ​ບັບ​ໜຶ່ງ​ຈາກ​ສະ​ມາ​ຊິກ​ຜູ້ສອນ​ສ​າດ​ສະ​ໜາ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​​ຄອບ​ຄົວ​ໜຶ່ງ, ຄອບ​ຄົວ​ນັ້ນຢູ່​ລັດ​ຟ​ະ​ໂລ​ຣິ​ດາ. ເຂົາ​ເຈົ້າ​ໄດ້​ຂ​ຽນ​ວ່າ:

“ສະ​ບາຍ​ດີ​ແອວ​ເດີ​ບາ​ເລີດ, 30 ນາ​ທີຫລັງ​ຈາກ​ການ​ຖ່າຍ​ທອດ​ຕະ​ຫລອດ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ເລັ່ງ​ວຽກ​ງານ​ແຫ່ງ​ຄວາມ​ລອດ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ສະ​ພາ​ການ​ເຜີຍ​ແຜ່​ຂອງ​ຄອບ​ຄົວ. ພວກ​ຂ້າ​ພ​ະ​ເຈົ້າ​ຕື່ນ​ເຕັ້ນ​ທີ່​ໄດ້​ພົບ​ເຫັນ​ວ່າ​ຫລານໆ​ໃນ​ໄວ​ລຸ້ນ​ຂອງ​ພວກ​ຂ້າ​ພ​ະ​ເຈົ້າ​ກໍ​ຢາກ​ມີ​ສ່ວນ​ຮ່ວມ. ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ຈະ​ລາຍ​ງານ​ວ່າ ຫລັງ​ຈາກ​ການ​ປະ​ຂຸມ​ໃນ​ສະ​ພາປຶກ​ສາ​ຂອງ​ພ​ວກ​ຂ້າ​ພະ​ເຈົ້າ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຂະ​ຫ​ຍາຍ​ກຸ່ມ​ການ​ສອນ​ຂອງ​ພວກ​ຂ້າ​ພ​ະ​ເຈົ້າ​ຂື້ນ 200 ເປີ​ເຊັນ.

“ພວກຫລານທັງ​ຫລາຍ​ໄດ້​ພາ​ໝູ່ເພື່ອນມາ​ໂບດ, ໄດ້​ຊື່ນ​ຊົມ​ໃນ​ການ​ປະ​ຊຸມ​ສິນ​ລະ​ລຶກ​ກັບໝູ່​ເພື່ອນ​​ທີ່ບໍ່​ເຂັ້ມ​ແຂງ​, ແລະ ໝູ່ເພື່ອນຄົນ​ທີ່​ຮູ້​ຈັກ​ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຮຽນ​ການ​ສົນ​ທະ​ນາ​ຂອງ​ຜູ້​ສອນ​ສາດ​ສະ​ໜາ. ເອື້ອຍ​ນ້ອງ​ທີ່ບໍ່​ເຂັ້ມ​ແຂງ​ຄົນ​ໜຶ່ງ​ບໍ່​ພຽງ​ແຕ່​ກັ​ບ​ມາ​ໂບດ ແຕ່​ໄດ້​ນຳ​ເອົາ​ຜູ້​ສົນ​ໃຈ​ໃໝ່​ມາ​ນຳ​ນາງ​ດ້ວຍ.

“ບໍ່​ມີ​ໃຜ​ປະ​ຕິ​ເສດ​ການ​ເຊື້ອ​ເຊີນ​ທີ່​ຈະ​ຮັບ​ຟັງ​ການ​ສົນ​ທະ​ນາ​ຂອງ​ຜູ້​ສອນ​ສາ​ດ​ສະ​ໜາ. ນີ້​ຊ່າງ​ເປັນເວ​ລາ​ທີ່​ຕື່ນ​ເຕັ້ນ​ຫລາຍທີ່​ຈະ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ” (ຈົດ​ໝາຍ​ສ່ວນ​ຕົວ, ເດືອນ​ສິ​ງ​ຫາ 15, 2013).

ໃຫ້​ເຊື່ອ​ຟັງ​ການ​ກະ​ຕຸ້ນ​ຂອງ​ພ​ຣະ​ວິ​ນ​ຍານ. ໃຫ້​ອ້ອນວອນ​ຫາ​ພ​ຣະ​ຜູ້​ເປັນ​ເຈົ້າ​ດ້ວຍການອ​ະ​ທິ​ຖານ​ດ້ວຍ​ພະ​ລັງ. ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ສິ່ງ​ທີ່​ທ່ານ​ສາ​ມາດ​ໃນ​ການ​ແບ່ງ​ປັນ​ຂ່າວ​ສານ​ສຳ​ຄັນ​ຂອງ​ການ​ຟື້ນ​ຟູ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ຄືນ​ມາ​​ໃໝ່.

ຂ້າ​ພະ​ເຈົ້າ​ຈະ​ອ້າງ​ອີງ​ຈາກ​ສະ​ມາ​ຊິກ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ອີກ​ຄົນ​ໜຶ່ງ, ຄະ​ເລ​ຕັນ ຄ​ຣິດ​ສະ​ເຕັນ​ເຊັ​ນ ວ່າ: “ທຸກໆ​ເທື່ອ​ທີ່​ທ່ານ​ນຳ​ເອົາ​ມື​ຂອງ​ຄົນ​ໄປ ແລະ ແນະ​ນຳ​ເຂົາ​ຕໍ່​ພ​ຣະ​ເຢ​ຊູ, ທ່ານ​ຈະ​ຮູ້​ສຶກວ່າ ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ຮັກ​ທ່ານ ແລະ ຮັກ​ຄົນ​ທີ່​ທ່ານ​ກຳ​ລັງ​ນຳ​ພາ​ຢູ່​ຢ່າງ​ເລິກ​ຊຶ້ງ​ຫລາຍ​ຂະ​ໜາດ​ໃດ” (The Power of Everyday Missionaries: The What and How of Sharing the Gospel [2013], 1).

ຂໍ​ພ​ຣະ​ເຈົ້າ​ຈົ່ງ​ອວຍ​ພອນ​ທ່ານ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ທີ່​ຈະ​ພົບ​ເຫັນ​ຄວາມ​ປິ​ຕິ​ຍິນ​ດີທີ່​ມາ​ຈາກ​ສິ່ງ​ມະ​ຫັດ​ສະ​ຈັນຜ່ານ​ສັດ​ທາ​ຂອງ​ທ່ານ. ດັ່ງ​ທີ່​ເຮົາ​ໄດ້​ຮັບ​ການ​ສອນ​ໃນ ໂມ​ໂຣ​​ໄນ ບົດ​ທີ 7:

“ພ​ຣະ​ຄ​ຣິດ​ໄດ້​ກ່າວ​ວ່າ: ຖ້າ​ຫາກ​ເຈົ້າ​ມີ​ສັດ​ທາ​ໃນ​ເຮົາ, ເຈົ້າ​ຈະ​ມີອຳນາດ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ເຫັນ​ສົມ​ຄວນ. …

“… ເພາະ​ເປັນ​ຍ້ອນ​ສັດ​ທາ ສິ່ງ​ມະ​ຫັດ​ສະ​ຈັນ​ຈຶ່ງ​ເກີດ​ຂຶ້ນ; ແລະ ເປັນ​ຍ້ອນ​ສັດ​ທາ​ເຫລົ່າ​​ທູດ​ຈຶ່ງ​ໄດ້​ມາ​ປະ​ກົດ​ຕົວ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ມະ​ນຸດ; ດັ່ງ​ນັ້ນ, ຖ້າ​ຫາກ​ສິ່ງ​ເຫລົ່າ​ນີ້​ໝົດ​ໄປ ວິ​ບັດ​ຍ່ອມ​ມີແກ່​ລູກ​ຫລານ​ມະ​ນຸດ, ເພາະ​ມັນ​ເປັນ​ຄວາມບໍ່​ເຊື່ອ​ຖື, ແລະ ທຸ​ກ​ສິ່ງ​ກໍ​ບໍ່​ມີ​ປະ​ໂຫຍດ” (​ໂມ​ໂຣ​ໄນ 7:33, 37).

ຈາກ​ປະ​ສົບ​ການຂອງ​ຂ້າ​ພະ​ເຈົ້າ​ເອງ ຂ້າ​ພະ​ເຈົ້າ​ສ​າ​ມາດ​ເປັນ​ພະ​ຍານ​ໄດ້​ວ່​າ​ ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ຍິນ​ຄຳ​ອະ​ທິ​ຖ​ານ​ຂອງ​ທ່ານ ແລະ ທ່ານ​ຈະ​ມີ​ໂອ​ກາດ​ຫລາຍ​ໃນ​ເວ​ລານີ້ ແລະ ເປັນ​ຫລາຍ​ປີ​ ທີ່​ຈະ​ໄດ້​ແນະ​ນຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ໃຫ້​ແກ່​ລູກ​ໆທີ່​ລ້ຳ​ຄ່າ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ. ປະທານ​ມອນ​ສັນ, ພວກ​ເຮົາ​ໄດ້​ຟັງ. ພວກ​ເຮົາ​ທຸກ​ຄົນ​​ສະແຫວ​ງຫາທີ່​ຈະ​​ໄດ້​ພົບ​ເຫັນ​ບາງ​ຄົນ.​ ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ເຮົາ​ທຸກ​ຄົນ​ຈະ​ມີ​ຄວາມ​ປິ​ຕິ​ຍິນດີ​ຫລາຍຈາກ​ການ​ຮັບ​ໃຊ້​ຈາກ​ການ​ເຜີຍ​ແຜ່​ສາດ​ສະ​ໜາ, ໃນ​ພ​ຣະ​ນາມອັນ​ສັກສິດ​ຂອງ​ອົງພ​ຣ​ະ​ເຢ​ຊູ​ຄຣິດ, ອາ​ແມນ.