​2010–2019
ການ​ສິດສອນ​ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພ​ຣະ​ເຈົ້າ
ຕຸລາ 2013


ການ​ສິດສອນ​ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພ​ຣະ​ເຈົ້າ

ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຫາ​ວິ​ທີ​ທາງ​ໃຫ້​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ມີ​ຄຸນ​ຄ່າ​ດີ​ພໍທຸກ​ຄົນ​ໃຫ້ສອນ​ໃນ​ວິ​ທີ​ທາງ​ຂອງ​ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ພວກ​ເຮົາ​ກະ​ຕັນ​ຍູ​ເກີນ​ທີ່​ຈະ​ກ່າວ​ອອກ​ມາ​ໄດ້​ຕໍ່​ຄູ​ສອນ​ຕະ​ຫລອດ​ທົ່ວ​ສາດ​ສະ​ໜາ​ຈັກ. ພວກ​ເຮົາ​ຮັກ​ທ່ານ ແລະ ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ໃນ​ຕົວ​ທ່ານ. ພວກ​ທ່ານ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ​ຢ່າງ​ໜຶ່ງ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ.

ແນ່ນອນ​ວ່າ​ມີ​ເຄັດ​ລັບ​ໃນ​ການ​ເປັນ​ຄູ​ສອນ​ພ​ຣະ​ກິດ​ຕິ​ຄຸນ​ທີ່ໄດ້​ຮັບ​ຄວາມ​ສຳ​ເລັດ, ທີ່​ຈະສອນ​ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພ​ຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ໃຊ້​ຄຳ​ວ່າ ​ເຄັດ​ລັບ ເພາະ​ຫລັກ​ທຳ​ທີ່​ຄວາມ​ສຳ​ເລັດ​ຂອງ​ຄູ​ສອນນັ້ນ​ຈະ​ສາ​ມາດ​ເຂົ້າ​ໃຈ​ໄດ້​ພຽງ​ແຕ່​ໂດຍ​ຜູ້​ທີ່​ມີ​ປະ​ຈັກ​ພະ​ຍານ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເຊົ້າ​ຂອງວັນທີ່​ສວຍ​ງາມ, ແຈ້ງ​ສະ​ຫວ່າງ, ໃນ​ຕົ້ນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1820.

ໃນຄຳ​ຕອບ​ຕໍ່​ຄຳ​ອ​ະ​ທິ​ຖານ​ທີ່​ຖ່ອມ​ຕົນ​ຂອງ​ຊາຍ​ໜຸ່ມ​ອາ​ຍຸ 14 ປີ, ການ​ສື່​ສານ​ຈາກສະ​ຫວັນ​ໄດ້ເກີດ​ຂຶ້​ນ. ພຣະ​ເຈົ້າ​ພຣະ​ບິ​ດາ​ນິ​ລັນ​ດອນ ແລະ ພ​ຣະ​ບຸດ​ຂອງ​ພ​ຣະ​ອົງ, ພ​ຣະ​ເຢ​ຊູ​ຄຣິດ, ໄດ້​ມາ​ປະ​ກົດ ແລະ ໄດ້​ກ່າວ​ຕໍ່ໂຈ​ເຊັບ ສະ​ມິດ. ເວ​ລາ​ທີ່​ທຸກ​ສິ່ງ​ຈະ​ຖືກ​ຕັ້ງ​ຂຶ້ນ​ໃໝ່​ໄດ້​ເລີ່ມ​ແລ້ວ ແລະ ຫລັກ​ທຳ​ແຫ່ງ​ການ​ເປີດ​ເຜີຍ​ກໍ​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ​ຢ່າງ​ເປັນ​ນິດ​ໃນ​ຍຸກ​ສະ​ໄໝ​ຂອງ​ເຮົາ. ຂ່າ​ວ​ສານ​ຂອງ​ໂຈ​ເຊັບ, ແລະ ຂອງ​ເຮົາ​ທີ່​ມີ​ຕໍ່​ໂລກ, ກໍ​ສາ​ມາດ​ສະ​ຫລຸບ​ໄດ້​ໃນ​​ສາມ​ຄຳ​ວ່າ: “ພ​ຣະ​ເຈົ້າ​ກ່າວ.” ພ​ຣະ​ອົງ​ໄດ້ກ່າວ​ຕໍ່​ຜູ້​ຄົນ​ໃນ​ສະ​ໄໝ​​ໂບຮານ, ພ​ຣະ​ອົງ​ໄດ້​ກ່າວ​ຕໍ່ໂຈ​ເຊັບ, ແລະ ພ​ຣະ​ອົງ​ຈະ​ກ່າວ​ຕໍ່​ທ່ານ​ດ້ວຍ​. ສິ່ງນີ້​ແຫລະ ທີ່​ເຮັດ​ໃຫ້​ທ່ານ​ແຕກ​ຕ່າງ​ຈາກ​ຄູ​ສອນ​ອື່ນໆ​ຕະ​ຫລອດ​ທົ່ວ​ໂລກ. ນີ້​ແຫລະ​ເປັນ​ສ​າ​ເຫດ​ທີ່​ທ່ານ​ຈະ​ລົ້ມ​ເຫລວບໍ່​ໄດ້.

ທ່ານ​ຖືກ​ເອີ້ນ​ໂດຍ​ພ​ຣະ​ວິນ​ຍານ​ແຫ່ງ​ການ​ພະ​ຍາ​ກອນ ແລະ ການ​ເປີດ​ເຜີຍ ແລະ ຖືກ​ແຕ່ງ​ຕັ້ງ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ນີ້​ໝາຍ​ຄວາມ​ວ່າ​ຫ​ຍັງ?

ທຳ​ອິດ, ມັນ​ໝາຍ​ຄວາມ​ວ່າ​ທ່ານ​ກໍ​ລັງ​ເຮັດ​ວຽກ​ງານ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ. ທ່ານ​ເປັນ​ຜູ້ແທນຂອງ​ພ​ຣະ​ອົງ ແລະ ທ່ານ​ໄດ້​ຮັບ​ສິດ​ອຳ​ນາດ ແລະ ຖືກມອບ​ໝາຍ​ໃຫ້​ເປັນ​ຜູ້​ຕາງ​ໜ້າຂອງ​ພ​ຣະ​ອົງ ແລະ ປະ​ຕິ​ບັດ​ເພື່ອ​ເຫັນ​ແກ່​ພ​ຣະ​ອົງ. ​ໃນ​ຖາ​ນະ​ຜູ້​ແທນ​ຂອງ​ພຣະ​ອົງ, ທ່ານ​ສາ​ມາດ​ຮຽກ​ຮ້ອງ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພ​ຣະ​ອົງ. ທ່ານ​ຕ້ອງ​ຖາມ​ດ້ວຍ​ຕົວ​ເອງວ່າ, “ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຈະ​ກ່າວ​ແນວ​ໃດ ຖ້າ​ຫາກ​ພ​ຣະ​ອົງ​ເປັນ​ຜູ້​ສອນ​ຢູ່​ໃນ​ຫ້ອງ​ຂອງ​ຂ້າ​ພະ​ເຈົ້າ​ມື້ນີ້, ແລະ ວ່າພ​ຣະ​ອົງ​​ຈະ​ກ່າວ​ແນວ​ໃດ?” ແລ້ວ​ທ່ານ​ກໍ​ຕ້ອງ​ເຮັດ​ເໝືອນ​ກັນ.

ໜ້າ​ທີ່​ຮັບ​ຜິດ​ຊອບ​ອາດ​ເຮັດ​ໃຫ້​ບາງ​ຄົນ​ຮູ້​ສຶກວ່າ​ບໍ່​ພຽງ​ພໍ ຫລື ແມ່ນ​ແຕ່​ຢ້ານ​ກົວ. ເສັ້​ນ​ທາງນັ້ນ​ບໍ່​ຍາກ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຫາ​ວິ​ທີ​ທາງ​ໃຫ້​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ມີ​ຄຸນ​ຄ່າ​ດີ​ພໍທຸກ​ຄົນ​ໃຫ້ສອນ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ສອງ, ທ່ານ​ຖືກ​ເອີ້ນ​ໃຫ້​ສັ່ງ​ສອນ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ເຢ​ຊູ​ຄຣິດ. ທ່ານ​ຕ້ອງບໍ່​ສອນ​ຕາມ​ຄວາມ​ຄິດ ຫລື ປັດ​ສາ​ຍາ​ຂອງ​ທ່ານ, ແມ່ນ​ແຕ່ປະ​ປົນ​ກັບ​ພ​ຣະ​ຄຳ​ພີ. ພ​ຣະ​ກິດ​ຕິ​ຄຸນນັ້ນ​ຄື “ລິດອຳ​ນາດ​ຂອງ​ພ​ຣະ​ເຈົ້າ​ຊຶ່ງ​ຊ່ອຍ​ທຸກ​ຄົນ​ທີ່​ເຊື່ອໃຫ້ພົ້ນ,”1 ແລະ ພຽງ​ແຕ່​ຜ່ານ​ພ​ຣະ​ກິດ​ຕິ​ຄຸນ​ທີ່​ເຮົາ​ຈະ​ລອດ​ໄດ້.

ສາມ, ທ່ານ​ຖືກ​ບັນ​ຊາ​ໃຫ້​ສອນ​ຫລັກ​ທຳ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ດັ່ງ​ທີ່​ໄດ້​ພົບ​ເຫັນ​ຢູ່​ໃນ​ພ​ຣະ​ຄຳ​ພີ​ມາດ​ຕະ​ຖານ​ຂອງ​ສ​າດ​ສະ​ໜາ​ຈັກ, ທີ່​ຈະ​ສອນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໃນ​ຍຸກ​ສະ​ໄໝ​ໃໝ່, ແລະ ສອນ​ສິ່​ງທີ່​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສອນ​ທ່ານ.

ສະ​ນັ້ນ​ເຮົາ​ຈະ​ເລີ່ມ​ຢູ່​ໃສ?

ໜ້າ​ທີ່​ຮັບ​ຜິດຊອບ​ທີ່​ຍິ່ງ​ໃຫ​ຍ່​ຂອງ​ເຮົາ​ແມ່ນ​ຈະ​ດຳ​ລົງ​ຊີ​ວິດໃນ​ວິ​ທີ​ທີ່​ເຮົາ​ຈະ​ສາ​ມາດ​ມີ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ຜູ້​ນຳ ແລະ ເປັນ​ເພື່ອນ​ຂອງ​ເຮົາ. ຕອນ ​ໄຮ​ຣຳ ສະ​ມິດ ​ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ມີ​ສ່​ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຍຸກ​ສຸດ​ທ້າຍນີ້, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, ນີ້​ຄື​ວຽກ​ງານ​ຂອງ​ເພິ່ນ, ທີ່​ຈະ​ຮັກ​ສາ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ, ດ້ວຍ​ສຸດ​ຄວາມ​ສາ​ມາດ, ຄວາມ​ຄິດ ແລະ ພະ​ລັງ​ຂອງ​ເພິ່ນ.2 ນີ້​ແຫລະ​ຄື​ຈຸດ​ເລີ່ມ​ຕົ້ນ. ຄຳ​ແນະ​ນຳ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ໄຮຣຳນັ້ນ​ກໍ​ເປັນ​ຄຳ​ແນະ​ນຳ​ອັນ​ດຽວ​ກັນ​ທີ່​ພ​ຣະ​ອົງ​ໄດ້​ຈັດ​ໃຫ້​ໄພ່​ພົນ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ.

ເມື່ອ​ກ່າວ​ຕໍ່​ຄູ​ສອນ​ໃນ​ວັນ​ເວ​ລານີ້, ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ກ່າວ​ວ່າ: “ພ​າກ​ສ່ວນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຮັບ​ໃຊ້​ຂອງ​ທ່ານນັ້ນ​ຈະ​ເປັນ​ການ​ຕຽມ​ຕົວ​ປະ​ຈຳ​ວັນ​ທາງ​ຝ່າຍ​ວິນ​ຍານ​ຂອງ​ທ່ານ​ເອງ, ຮ່ວມ​ທັງ​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພ​ຣະ​ຄຳ​ພີ, ແລະ ການ​ເຊື່ອ​ຟັງ​ພ​ຣະ​ບັນ​ຍັດ. ພວກ​ເຮົາ​ຊຸກ​ຍູ້​ທ່ານ​ໃຫ້​ອຸ​ທິດ​ຕົນ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຕາມ​ພ​ຣະ​ກິດ​ຕິ​ຄຸນດ້ວຍ​ຈຸດ​ປະ​ສົງ​ໃຫ້​ໄດ້ດີກວ່າ​ແຕ່​ກ່ອນ.”3

ມັນ​ກໍ​ສຳ​ຄັນ​ທີ່​ຝ່າຍ​ປະ​ທານ​ສູງ​ສຸດບໍ່​ໄດ້​ກ່າວ​ວ່າ​ ພ​າກ​ສ່ວນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຮັບ​ໃຊ້​ຂອງ​ທ່ານນັ້ນແມ່ນ​ຈະ​ຕຽມ​ບົດ​ຮຽນ​ຂອງ​ທ່ານ​ໃຫ້​ດີ ຫລື​ວ່າ​ໃຫ້​ຮູ້​ຈັກ​ວິ​ທີ​ສອນ​ຕ່າງ​ໆ​ໃຫ້​ຊຳ​ນານ. ແນ່ນອນ​ວ່າ, ທ່ານ​ຕ້ອງ​ກະ​ກຽມ​ສຳ​ລັບ​ແຕ່​ລະ​ບົດ​ຮຽນ​ຢ່າງ​ພາກ​ພຽນ ແລະ ພະ​ຍາ​ຍາມ​ທີ່​ຈະ​ຮຽນ​ຮູ້​ວິ​ທີ​ທີ່​ທ່ານ​ຈະ​ສາ​ມາດ​ສອນ​ເພື່ອ​ທ່ານ​ຈະ​ສາ​ມາດ​ຊ່ອຍ​ນັກ​ຮຽນ​ຂອງ​ທ່ານ​ໃຫ້​ໃຊ້​ສິດ​ທິ​ຂອງ​ເຂົາ​ເຈົ້າ ແລະ ປ່ອຍ​ໃຫ້ພ​ຣະ​ກິດ​ຕິ​ຄຸນ​ມີ​ອິ​ດ​ທິ​ພົນ​ຕໍ່​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ, ແຕ່​ພາກ​ສ່ວນທຳ​ອິດ ແລະ ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຮັບ​ໃຊ້​ຂອງ​ທ່ານນັ້ນ​ຈະ​ເປັນ​ການ​ຕຽມສ່ວນ​ຕົວ​ທາງ​ຝ່າຍ​ວິນ​ຍານ​ຂອງ​ທ່ານ. ຂະ​ນະ​ທີ່​ທ່ານ​ຕິດ​ຕາມ​ຄຳ​ແນະ​ນຳ, ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ສັນ​ຍາ​ວ່າ: “ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຊ່ອຍ​ທ່ານ​ໃຫ້​ຮູ້​ສິ່​ງ​ທີ່​ຈະ​ເຮັດ. ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເອງ​ຈະ​ເຕີບ​ໂຕ, ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ທ່ານ​ຈະ​ເລິກ​ຊຶ້ງ, ແລະ ທ່ານ​ຈະ​ໄດ້​ຮັບ​ພະ​ລັງ​ທີ່​ຈະ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຂອງ​ຊີ​ວິດ.”4

ພອນ​ທີ່​ຍິ່ງ​ໃຫ​ຍ່​ຫ​ຍັງ​ແດ່​ທີ່​ຄູ​ສອນ​ຍັງ​ປາດ​ຖະ​ໜາ​ຢູ່?

ຕໍ່​ໄປ​, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ວ່າ​ກ່ອນ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ປະ​ກາດ​ພ​ຣະ​ຄຳ​ຂອງ​ພ​ຣະ​ອົງ, ເຮົາ​ຕ້ອງ​ສະ​ແຫວງ​ຫາທີ່​ຈະ​ໄດ້​ຮັບ​ເອົາ​ມັນ​ກ່ອນ.5 ທ່ານ​ຕ້ອງ​ກາຍ​ເປັນ​ຊາຍ ແລະ ຍິງ​​ທີ່​ມີຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ຊຶ້ງ ໂດຍ​ການ​ຄົ້ນ​ຄວ້າ​ພ​ຣະ​ຄຳ​ພີ​ຢ່າງ​ພາກ​ພຽນ ແລະ ໂດຍ​ການ​ສະ​ສົມ​ມັນ​ໄວ້​ໃນ​ຈິດ​ໃຈ​ຂອງ​ເຮົາ. ແລ້ວ​ເມື່ອ​ທ່ານ​ທູນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພ​ຣ​ະ​ຜູ້​ເປັນ​ເຈົ້າ, ພ​ຣະ​ອົງ​ຈະ​ໃຫ້​ພອນ​ທ່ານ​ດ້ວຍ​ພ​ຣະ​ວິນ​ຍານ​ ແລ​ະ ພ​ຣະ​ຄຳ​ຂອງ​ພ​ຣະ​ອົງ. ທ່ານ​ຈະ​ໄດ້​ມີ​ອຳ​ນາດ​ຂອງ​ພ​ຣະ​ເຈົ້າ​ໃນ​ການ​ເຮັດ​ໃຫ້​ມະ​ນຸດ​ໝັ້ນ​ໃຈ.

ໂປ​ໂລບອກ​ເຮົາ​ວ່າ​ພຣະ​ກິດ​ຕິ​ຄຸນມ​າ​ສູ່​ມະ​ນຸດ​ໃນ​ສອງວິ​ທີ​ທາງ, ໃນ​ພຣະຄຳ ແລະ ອຳ​ນາດ.6 ພຣະ​ຄຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ຖືກ​ຂຽນ​ລົງ​ໄວ້​ໃນ​ພຣະ​ຄຳ​ພີ, ແລະ ເຮົາ​ສາ​ມາດ​ໄດ້​ຮັບ​ພຣະ​ຄຳ​ນັ້ນ​ໂດຍ​ການ​ຄົ້ນ​ຄວ້າ​ຢ່າງ​ພາກ​ພຽນ. ອຳ​ນາດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈະ​ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ຜູ້​ທີ່​ດຳ​ລົງ​ຊີ​ວິດ​ເພື່ອ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ສະ​ຖິດ​ຢູ່​ເປັນ​ເພື່ອນ ແລະ ຜູ້​ທີ່​ເຮັດ​ຕາມ​ການ​ກະ​ຕຸ້ນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ. ບາງ​ຄົນ​ເຈາະ​ຈົງ​ຄວາມ​ຕັ້ງ​ໃຈ​ຂອງ​ເຂົາ​ເຈົ້າ​ໃສ່​ການ​ຮຽນ​ຮູ້​ພຣະ​ຄຳ​ເທົ່າ​ນັ້ນ ແລະ ເຂົາ​ເຈົ້າ​ກາຍ​ເປັນ​ຜູ້​ຊ່ຽວ​ຊານ​ໃນ​ການ​ສົ່ງ​ຂໍ້​ມູນ. ບາງ​ຄົນ​ລະ​ເລີຍ​ຕໍ່​ການ​ຕຽມ​ພ້ອມ ແລະ ຫວັງ​ວ່າ​ໃນ​ຄຸນ​ຄວາມ​ດີ​ຂອງ​ພຣະອົງ,​ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ອຍ​ເຂົາ​ເຈົ້າ​ສອນ​ຫ້ອງນັ້ນ​ໃຫ້ຈົບ. ທ່ານບໍ່​ສາ​ມາດ​ຄາດ​ຫວັງ​ໃຫ້​ພຣະ​ວິນ​ຍານ​ຊ່ອຍ​ທ່ານ​ຈື່​ຈຳ​ຂໍ້​ພຣະ​ຄຳ​ພີ ແລະ ຫລັກ​ທຳ​ທີ່​ທ່ານ​ຍັງ​ບໍ່​ໄດ້​ສຶກ​ສາ ຫລື ຄິດ​ໄຕ່​ຕອງ. ເພື່ອ​ວ່າ​ຈະ​ສອນ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ສຳ​ເລັດຜົນ, ທ່ານ​ຕ້ອງ​ມີ​ທັງ​ພຣະ​ຄຳ ແລະ ອຳ​ນາດ​ຂອງ​ພຣະ​ກິດ​ຕິ​ຄຸນ​ໃນ​ຊີ​ວິດ​ຂອງ​ທ່ານ.

ແອວ​ມາໄດ້​ເຂົ້າ​ໃຈ​ຫລັກ​ທຳ​ເຫລົ່າ​ນີ້​ເມື່ອ​ເພິ່ນ​ປິ​ຕິ​ຍິນ​ດີ​​ໃນ​ພວກ​ລູກ​ຊາຍ​ຂອງໂມ​ໄຊ​ຢາ ແລະ ວິ​ທີ​ທີ່​ພວກ​ເຂົາ​ໄດ້​ສອນ​ດ້ວຍ​ອຳ​ນາດ ແລ​ະ ສິດ​ອຳ​ນາດ​ຂອງ​ພ​ຣະ​ເຈົ້າ. ​ເຮົາ​ອ່ານ​ວ່າ:

“ເຂົາ​ເຈົ້າ​ເປັນ​ຄົນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ຊຶ້ງ ແລະ ເຂົາ​ເຈົ້າ​ໄດ້​ຄົ້​ນ​ຄວ້າ​ພ​ຣະ​ຄຳ​ພີ​ຢ່າງ​ພາກ​ພຽນ, ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ຮູ້​ຈັກ​ພຣະ​ຄຳ​ຂອງ​ພ​ຣະ​ເຈົ້າ.

“ແຕ່ນີ້​ຍັງ​ບໍ່​ໝົດ; ເຂົາ​ເຈົ້າ​ຍອມ​ຕົນ​ໃນ​ການ​ອະ​ທິ​ຖານ, ແລະ ການ​ຖື​ສິນ​ອົດ​ເຂົ້າ​ຫລາຍ​ທີ່​ສຸດ; ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ມີ ​… ວິນ​ຍານແຫ່ງ​ກາ​ນ​ເປີດ​ເຜີຍ.”7

ຕໍ່​ໄປ, ທ່ານ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ຮັບ​ຟັງ. ແອວ​ເດີ ແຈັບ​ຟ​ະຣີ ອາ ຮໍ​​ແລນ ໄດ້​ສອນ​ຫລັກ​ທຳ​ນີ້​ໃຫ້​ແກ່​ຜູ້​ສອນ​ສາດ​ສະ​ໜາ. ຂ້າ​ພະ​ເຈົ້າ​ຈະ​ອ້າງ​ອີງ​ຈາກ​ຄຳ​ປາ​ໄສ​ຂອງ ແອວ​ເດີ​ ຮໍ​​ແລນ ແຕ່​ໄດ້​ຖື​ໂອ​ກາດ​ທີ່​ຈະ​ເອົາ​ສັບ​ອື່ນ​ມາ​ແທນ ດັ່ງ​ເຊັ່ນ​ເຊົາ​​ໃຊ້​ຄຳ​ວ່າ ຜູ້​ສອນ​ສາດ​ສະ​ໜາ ​ແລະ ຜູ້​ສົນ​ໃຈ ​​ແຕ່​​ໃຊ້​ຄຳ​ວ່າ ຄູ​ສອນ ​ແລະ ນັກຮຽນ ​ແທນ​ຜູ້​ສົນ​ໃຈ ວ່າ: “ຮອງ​ໜ້າ​ທີ່​ຮັບ​ຜິດ​ຊອບ [ຄູ​ສອນ] ຕ້ອງ​ຮັບ​ຟັງ​ພ​ຣະ​ວິນ​ຍານ, ຄື​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ເຂົາ​ເຈົ້າ​ມີ​ທີ່​ຈະ​ຮັບ​ຟັງ [ນັກ​ຮຽນ]. … ຖ້າ​ຫາກ​ເຮົ​າ​ຈະ​ຮັບ​ຟັງ​ໂດຍ​ເພິ່ງ​ອາ​ໄສ​ພ​ຣະ​ວິນ​ຍານ, … [ນັກ​ຮຽນຂອງ​ເຮົາ] ຈະ​ບອກ​ເຮົາ​ ວ່າ​ເຂົາ​ເຈົ້າ​ຕ້ອງ​ການ​ໄດ້​ຍິນ​ບົດ​ຮຽນ​ໃດ!”

ແອວ​ເດີ ຮໍ​​ແລນ ກ່າວ​ຕໍ່​ໄປ​ວ່າ: “ແທ້​ຈິງ​ແລ້ວ [ຄູ​ສອນ] ຍັງ​ເອົາ​ໃຈ​ໃສ່​ການ​ສອນ​ເນື້ອ​ໃນ​ຂອງ​ບົດ​ຮຽນ​ຢ່າງ​ສະ​ບາຍ, ຊ້ຳ​ຊາກ ແທນ​ທີ່​ຈະ​ເອົາ​ໃຈ​ໃສ່ [ນັກ​ຮຽນ] ທີ່​ເປັນ​ສ່ວນ​ບຸກ​ຄົນ.”8

ຫລັງ​ຈາກ​ທ່ານ​ໄດ້​ຕຽມ​ຕົວ​ທ່ານ​ເອງ ແລະ ບົດ​ຮຽນ​ຂອງ​ທ່ານ​ໃຫ້​ດີ​ສຸດຄວາ​ມ​ສາ​ມາດ​ຂອງ​ທ່ານແລ້ວ, ທ່າ​ນ​ຕ້ອ​ງ​ປ່ອຍ​ໃຫ້​ພ​ຣະ​ວິນ​ຍານ​ນຳ​ພາ. ເມື່ອ​ການ​ກະ​ຕຸ້ນ​ທີ່​ງຽບ​ສະ​ຫງົບ​ຂອງ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ​ສູ່, ທ່ານ​ຕ້ອງ​ມີ​ຄວາມ​ກ້າ​ຫານ​ພໍ​ທີ່​ຈະ​ປະ​ຂໍ້​ສະ​ເໜີ​ຂອງ​ທ່ານ​ໄວ້ ແລະ ສອນ​ຕາມ​ທີ່​ການ​ກະ​ຕຸ້ນ​ເຫລົ່າ​ນັ້ນ​ນຳ​ພາ​ທ່ານສອນ. ເມື່ອ​ທ່ານ​ເຮັດ​ແບບນີ້, ບົດ​ຮຽນ​ທີ່​ທ່ານ​ສອນ ຈະ​ບໍ່​ເປັນ​ບົດ​ຮຽນ​ຂອງ​ທ່ານ​ອີກ​ຕໍ່​ໄປ, ແຕ່​ມັນ​ກາຍ​ເປັນ​ບົດ​ຮຽນ​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ຂະ​ນະ​ທີ່​ທ່ານ​ອຸ​ທິດ​ຕົນ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຕາມ​ພ​ຣະ​ກິດ​ຕິ​ຄຸນ​ດ້ວຍ​ຈຸດ​ປະ​ສົງ​ທີ່​ດີກວ່າ​ແຕ່​ກ່ອນ​ນັ້ນ ແລະ ຄົ້ນ​ຄວ້າ​ພ​ຣະ​ຄຳ​ພີ, ສະ​ສົມ​ມັນ​ໄວ້​ໃນ​ໃຈ​ທ່ານ, ພຣະ​ວິນຍານ​ບໍ​ລິ​ສຸດ​ອົງ​ດຽວນັ້ນ, ອົງ​ທີ່​ໄດ້​ເປີດ​ເຜີຍ​ພຣະ​ຄຳ​ເຫລົ່າ​ນີ້​ຕໍ່ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ​ໃນ​ສະ​ໄໝ​​ໂບ​ຮານນັ້ນ, ຈະ​ເປັນ​ພະ​ຍານ​ຕໍ່​ທ່ານ​ເຖິງ​ຄວາມ​ຈິງ​ຂອງ​ມັນ. ແທ້ໆ​ແລ້ວ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປີດ​ເຜີຍ​ມັນ​ໃຫ້​ທ່ານ​ໃໝ່. ເມື່ອ​ສິ່ງນີ້​ເກີດ​ຂຶ້ນ, ພຣະ​ຄຳ​ທີ່​ທ່ານ​ໄດ້​ອ່ານ​ກໍ​ບໍ່​ເປັນ​ພຽງ​ແຕ່​ຖ້ອຍ​ຄຳ​ຂອງ​ນີ​ໄຟ ຫລື ໂປ​ໂລ ຫລື ແອວ​ມາ, ແຕ່​ມັນ​ເປັນ​ຖ້ອຍ​ຄຳ​ຂອງ​ທ່ານ. ແລ້ວ, ເມື່ອ​ທ່ານ​ສອນ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເຮັດ​ໃຫ້​​ທ່ານ​ລະ​ນຶກ​ເຖິງ​ທຸກ​ສິ່ງ. ແນ່ນອນ​ວ່າ​ພ​ຣະ​ອົງ​ຈະ​ໃຫ້​ມັນ​ແກ່​ເຮົາສິ່ງ​ທີ່​ເຮົາ​ຄວນ​ກ່າວ​ໃນ​ຊົ່ວ​ໂມງ​ທີ່​ເຮົາ​ຕ້ອງ​ການ​ມັນ.9 ເມື່ອ​ສິ່ງນີ້​ເກີດ​ຂຶ້ນ, ທ່ານ​ຈະ​ພົບ​ເຫັນ​ຕົວ​ທ່ານ​ເອງ​ກ່າວ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ທ່ານບໍ່​ໄດ້​ວາງ​ແຜນ​ຈະ​ກ່າວ. ແລ້ວ, ຖ້າ​ຫາກ​ທ່ານ​ຈະ​ເອົາ​ໃຈ​ໃສ່, ທ່ານ​ຈະ​ຮຽນ​ຮູ້​ບາງ​ຢ່າງ​ຈາກ​ສິ່ງ​ທີ່​ທ່ານ​ກ່າວ​ເມື່ອ​ທ່ານ​ສອນ. ປະ​ທານ​​ແມ​ຣີອອນ  ຈີ ຣອມ​ນີ​ ໄດ້​ກ່າ​ວ​ວ່າ, “ຂ້າ​ພະ​ເຈົ້າ​ຮູ້​ສະ​ເໝີ​ເມື່ອ​ຂ້າ​ພ​ະ​ເຈົ້າ​ກຳ​ລັງ​ກ່າວປາ​ໄສ​ພາຍ​ໃຕ້​ການ​ຄວາມ​ດົນ​ໃຈ​ຈາກ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ຮຽນ​ຮູ້​ສິ່ງ​ໃດ​ບາງ​ຢ່າງ​ຈາກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ.”10 ຈົ່ງ​ຈື່​ຈຳ​ໄວ້​ວ່າ ນາຍຄູ​ກໍ​ເປັນທັງ​ນັກຮຽນ​ຄື​ກັນ.

ສຸດ​ທ້າຍ, ທ່ານ​ຕ້ອງ​ຢືນ​ເປັນ​ພະ​ຍານ​ທີ່ບໍ່​ເພິ່ງ​ສິ່​ງ​ທີ່​ທ່ານ​ສອນ ແລະ ບໍ່​ພຽງ​ແຕ່​ກ່າວ​ຊ້ຳ​ຖ້ອຍ​ຄຳ​ໃນ​ປຶ້​ມ​ຄູ່​ມື ຫລື ຄວາມ​ຄິດ​ຂອງ​ຄົນ​ອື່ນ​ເທົ່າ​ນັ້ນ. ເມື່ອ​ທ່ານ​ຊື່ນ​ຊົມ​ດ້ວຍ​ພ​ຣະ​ຄຳ​ຂອງ​ພ​ຣະ​ຄ​ຣິດ ແລະ ພະ​ຍາ​ຍາມ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພ​ຣະ​ກິດ​ຕິ​ຄຸນ​ດ້ວຍ​ຈຸດ​ປະ​ສົງ​ທີ່​ດີກວ່າ​ແຕ່​ກ່ອນນັ້ນ, ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ​ສິ່ງ​ທີ່​ທ່ານ​ກຳ​ລັງ​ສອນ​ຢູ່ນັ້ນ​ຈິງ. ນີ້​ຄື​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ, ແລະ ວິນ​ຍານ​ດຽວ​ກັນ​ນັ້ນ​ຈະ​ນຳ​ເອົາ​ຂ່າ​ວ​ສານ​ຂອງ​ທ່ານ​ເຂົ້າ​ໄປ​ສູ່​ຈິດ​ໃຈ​ຂ​ອງ​ຜູ້​ທີ່​ປາ​ດ​ຖ​ະ​ໜາ ແລະ ເຕັມ​ໃຈ​ຈະ​ຮັບ​ເອົາ​ມັນ​ໄວ້.

ບັດ​ນີ້​ເຮົາ​ຈະ​ຈົບ​ລົງ​ໃນ​ບ່ອນ​ທີ່​ເຮົາ​ໄດ້​ເລີ່ມຕົ້ນ—ໃນ​ປ່າ​ສັກ​ສິດ. ເປັນ​ເພາະ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເຊົ້າ​ທີ່​ສວຍ​ງາມ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ເມື່ອບໍ່​ດົນ​ມານີ້, ທ່ານ​ມີ​ສິດທີ່​ຈະ​ສິດ​ສອນ​ດ້ວຍ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພ​ຣະ​ເຈົ້າ.  ຂ້າ​ພະ​ເຈົ້າ​ກ່າວ​ເປັນ​ພະ​ຍານ​ທີ່​ຈິງ​ຈັງ ແລະ ເປັນເອ​ກະ​ລາດ ໃນ​ພ​ຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.