​2010–2019
ຄຳ​ສອນ ​ແລະ ຫລັກ​ທຳ​ທີ່​ມີ​ຢູ່​ໃນ​ຫລັກ​ແຫ່ງ​ຄວາມ​ເຊື່ອ
ຕຸລາ 2013


ຄຳ​ສອນ ​​ແລະ ຫລັກ​ທຳ​ທີ່​ມີ​ຢູ່​ໃນ​ຫລັກ​ແຫ່ງ​ຄວາມ​ເຊື່ອ

ຫລັກ​ແຫ່ງ​ຄວາມ​ເຊື່ອແຕ່ລະ​ຂໍ້​ຕື່ມ​ຄຸນຄ່າ​ທີ່​ພິ​ເສດ​ໃຫ້​ແກ່​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູຄຣິດ.

ຕອນ​ຂ້າພະ​ເຈົ້າ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ກ່າວ​​ໃນພາ​ກຖານະ​ປະ​ໂລຫິດ​ຂອງ​ກອງ​ປະຊຸມ​ໃຫຍ່​ສາມັນ, ຂ້າພະ​ເຈົ້ານຶກ​​ເຖິງ​ຄູ​ສອນ​ຫ້ອງ​ຮຽນ​ປະຖົມ​ໄວທີ່​ດີ​ເລີດ​ຄົນ​ໜຶ່ງ​ໄດ້​ທັນທີ. ຄວາມ​ປາດ​ຖະໜາ​ຂອງ​ນາງ​ແມ່ນ​ເພື່ອ​ຕຽມ​ພວກ​ເຮົາ​ໃຫ້​ມີຄ່າ​ຄວນ​ທີ່​ຈະ​ຮັບ​ເອົາ​ຖານະ​ປະ​ໂລຫິດ. ນາງ​ໄດ້​ສອນ​ພວກ​ເຮົາ​ກ່ຽວ​ກັບ​ເງື່ອນ​ໄຂ​ສຳລັບ​ການ​ຮຽນ​ຜ່ານ​ຊັ້ນປະຖົມ​ໄວ—ການ​ທ່ອງ​ຈຳຊື່​ຂອງ​ສະມາຊິກ​ໃນສະພາ​ອັກຄະ​ສາວົກ​ສິບ​ສອງ ​ແລະ ຫລັກ​ແຫ່ງ​ຄວາມ​ເຊື່ອ. ນາງ​ຍັງ​ໄດ້​ໃຫ້​ສັນຍາ​ກັບ​ພວກ​ເຮົາອີກວ່າ—ຖ້າ​ຫາກ​ເຮົາ​ທຸກ​ຄົນ​ສາມາດ​ທ່ອງ​ຈຳຫລັກ​ແຫ່ງ​ຄວາມ​​ເຊື່ອ​ໄດ້​ທັງ​ໝົດ​ສິບ​ສາມ​ຂໍ້, ​ແລ້ວພວກເຮົາ​ຈະ​ສາມາດ​ເລືອກ​ບ່ອນ​​ເຮັດ​ກິດຈະກຳ​ຕອນ​ມື້​ສຸດ​ທ້າຍ​ຂອງ​ຫ້ອງ​ຮຽນ.

ພວກ​ເຮົາ​ໄດ້​ເລືອກ​ເອົາ​ບ່ອນ​ພິ​ເສດ ທີ່​ພວກ​ເຮົາ​ມັກ​ພາກັນ​ໄປ​ຍ່າງ​ໃນ​ຄ້ອຍ​ພູ ​ໃກ້​ເຄື່ອນ​ບ່ອນ​ທຳ​ອິດ ຢູ່​ປາກ​ທາງ​ເຂົ້າຫ່ອມພູ​ໂລ​ແກນ. ມັນ​ມີ​​ເດີ່ນ​ຮາບ​ພຽງທີ່​ມີ​ເຕົາ​ໄຟ ບ່ອນ​ທີ່​ພວກ​ເຮົາ​ສາມາດ​ປີ້ງ​​ໃສ້​ກອກ ​ແລະ ປີ້ງ ​ເຂົ້າໜົມຫວານ. ຕອນ​ພວກ​ເຮົາ​ເລືອກ​ສະຖານ​ທີ່​ນັ້ນ, ພວກ​ເຮົາ​ລືມ​ຄິດ​ກ່ຽວ​ກັບ​ຄູ​ສອນ​ຂອງ​ພວກ​ເຮົາ ຜູ້​ມີ​ອາຍຸ​ສູງກວ່າ​ພວກ​ເຮົາ ​ແລະ ກໍ​ບໍ່​ເກັ່ງ​ເລື່ອງ​ການ​ໄປ​ຍ່າງ​ໃນ​ພູ. ຖ້າ​ຫາກ​ພວກ​ເຮົາ​ໄດ້​ພິຈາລະນາ​ໃຫ້​ຖ້ວນ​ຖີ່ກ່ອນ, ພວກ​ເຮົາ​ຄົງ​ຮູ້​ວ່າ ຄູ​ຂອງ​ພວກ​ເຮົາ​ຈະ​ມີ​ບັນຫາ. ນາງ​​ໄດ້​ຮັກສາ​ຄຳ​ສັນຍາ ​ແລະ ​ໄດ້​ເຮັດ​ຕາມ​ພວກ​ເຮົາ.

ທຳ​ອິດ, ພວກ​ເຮົາ​ໄດ້​ປີນ​ຂຶ້ນຄ້ອຍ​ນ້ອຍ. ​ໃນ​ຕອນ​ນັ້ນ ບໍ່​ມີ​ສາຍ​ໄຟ​ຢູ່​ແຖວ​ນັ້ນ​ເພື່ອ​ຕັນ​ທາງ​ບໍ່​ໃຫ້​ຜ່ານ. ພວກ​ເຮົາ​ຈຶ່ງ​ໄປ​ຍ່າງ​ຫລິ້ນ​ໄດ້. ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ເລັກ​ນ້ອຍ ຄູ​ຂອງ​ພວກ​ເຮົາ​ກໍ​ໄດ້​ຍ່າງ​ຂຶ້ນຄ້ອຍ​ພູ​ໄປ​ກັບ​ພວກ​ເຮົາ​. ​ເມື່ອ​ຂຶ້ນ​ໄປ​ເຖິງ​ແລ້ວ ພວກ​ເຮົາ​ໄດ້​ເຫັນ​ວ່າ ມັນ​ເປັນ​ຜາ​ຊັນ ບ່ອນ​ທີ່​ເອີ້ນ​ວ່າ “ອອງ​ເຕົ່າ.”

ຫລັງ​ຈາກ​ພວກ​ເຮົາ​ໄດ້​ໄປ​ເຖິງ, ຄູ​ຂອງ​ພວກ​ເຮົາ​ໄດ້​ເຊົາ​ເມື່ອຍ​ຢູ່​ດົນ​ເຕີບ. ຈົນ​ເຖິງ​ເວລາ​ຕຽມ​ອາຫານ ​ແລະ ​ໄດ້​ນັ່ງ​ລົງ​ກິນ​ນຳ​ກັນ, ນາງ​ຈຶ່ງ​ມີ​ແຮງ​ຂຶ້ນ​ແດ່​ເພື່ອ​ສອນ​ບົດຮຽນ​ສຸດ​ທ້າຍ​ໃຫ້​ພວກ​ເຮົາ. ນາງ​ໄດ້​ບອກ​ພວກ​ເຮົາ​ວ່າ ນາງ​ດີ​ໃຈ​ຫລາຍ​ທີ່​ໄດ້​ສອນ​ພວກ​ເຮົາ​ໃນ​ຊັ້ນປະຖົມ​ໄວ​ເປັນ​ເວລາ​ສອງ​ປີ. ນາງ​ໄດ້​ເວົ້າຍ້ອງຍໍ​ພວກ​ເຮົາ​ທີ່​ສາມາດ​ທ່ອງຈຳ​ຫລັກ​ແຫ່ງ​ຄວາມ​ເຊື່ອ. ນາງ​ສາມາດ​​​ຖາມຂໍ້​ໃດ​ຂໍ້​ໜຶ່ງ, ​ແລະ ພວກ​ເຮົາ​ກໍ​ສາມາດ​ທ່ອງ​ຈຳ​ມັນໄດ້. ​ແລ້ວ​ນາງ​ໄດ້​ເວົ້າວ່າ ການທ່ອງຈຳ​ຫລັກ​ແຫ່ງ​ຄວາມ​​ເຊື່ອ​ຈະ​ບໍ່​ມີ​ຄວາມ​ໝາຍ​ແນວ​ໃດ ​ຍົກ​ເວັ້ນ​ແຕ່​ພວກ​ເຮົາ​ເຂົ້າ​ໃຈ​ຄຳ​ສອນ ​ແລະ ຫລັກ​ທຳ​ທີ່​ມີ​ຢູ່​ໃນ​ນັ້ນ. ນາງ​ໄດ້​ຊຸກຍູ້​ພວກ​ເຮົາ​ໃຫ້​ສຶກສາ​ຫລັກ​ທຳ​ພຣະກິດ​ຕິ​ຄຸນ​ທີ່​ມີ​ຢູ່​ໃນ​ແຕ່ລະ​ຂໍ້. ນາງ​ໄດ້​ອະທິບາຍ​ວ່າ ຄຳ​ສອນ​ທີ່​ພົບ​ເຫັນ​ຢູ່​ໃນ​ຫລັກ​ແຫ່ງ​ຄວາມ​ເຊື່ອ​​​ໄດ້​ຖືກ​ແຍກ​ອອກ​ເປັນ​ຫລາຍ​ພາກ.

I. ຝ່າຍ​ພຣະ​ເຈົ້າ ​ແລະ ຄຳ​ສອນຂັ້ນພື້ນຖານ​ຂອງ​ພຣະຄຣິດ

​ພວກ​​ເຮົາ​ຮຽນ​ຮູ້​ຈາກ​ຂໍ້​ທຳ​ອິດ​ຂອງ​ຫລັກ​ແຫ່ງ​ຄວາມ​ເຊື່ອ ວ່າຝ່າຍ​ພຣະ​ເຈົ້າມີ​ສາມ​ພຣະອົງ: ພຣະ​ເຈົ້າພຣະບິດາ, ພຣະ​ເຢຊູ​ຄຣິດ, ​ແລະ ພຣະວິນ​ຍານ​ບໍລິສຸດ.

ຂໍ້​ທີ​ສອງ ​ສອນ​ວ່າ ​ເຮົາ​ຮັບ​ຜິດ​ຊອບ​ຕໍ່​ການ​ກະທຳ​ຂອງ​ເຮົາ​ເອງ​ຢູ່​ໃນ​ໂລກ​ນີ້.

ຂໍ້​ທີ​ສາມ​ ບອກ​ເຖິງ​ພາລະກິດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ສຳລັບ​ຄວາມ​ລອດ​ຂອງ​ລູກໆ​ຂອງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ.

ຂໍ້​ທີ​ສີ່​ ສອນ​ເຖິງ​ຄວາມ​ສຳຄັນ​ຂອງ​ຫລັກ​ທຳ​ຂັ້ນພື້ນຖານ ​ແລະ ພິທີການ​ຕ່າງໆ.

ພະລັງ​ຂອງ​ຖ້ອຍ​ຄຳ​ຂອງ​ຄູ​ສອນ​ຂອງ​ພວກ​ເຮົາ​​ໄດ້​ເປັນ​ແຫ​ລ່ງຂອງ​ການ​ດົນ​ໃຈ​ຕໍ່​ຂ້າພະ​ເຈົ້າ ​ເພາະ​ນາງ​ໄດ້​ກ່າວ​ເນັ້ນ​ເຖິງ​ຄຸນຄ່າ​ຂອງ​ການ​ສຶກສາ​ຫລັກ​ທຳ. ພຣະຄຳ​ພີ​ຊີ້​ນຳ​ເຮົາ​​ໃຫ້​ຮູ້​ຄວາມ​ຈິງ ​ຊຶ່ງ​ໂດຍ​ການ​ນັ້ນ ​ເຮົາ​ຈະ​ສາມາດ​ຕັດສິນ​ຄວາມ​ຮູ້​ແຈ້ງ​ທີ່​ເຮົາ​ໄດ້​ຮັບ, ວ່າ​ມັນ​ຖືກຕ້ອງ​ ຫລື ຜິດ. ຄຳ​ສອນ​ທີ່​ຖືກຕ້ອງ​ແມ່ນ​ມາ​ຈາກ​ພຣະ​ເຈົ້າ, ​ເປັນ​ແຫ​ລ່ງ ​ແລະ ພື້ນຖານ​ຂອງ​ຄວາມ​ຈິງ​ທັງ​ໝົດ. ຄວາມ​ຮູ້ ​ແລະ ມະ​ໂນ​ພາບ​ຂອງຄຳ​ສອນ​​ແມ່ນພົບ​ເຫັນ​ຢູ່​ໃນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະຜູ້​ເປັນ​ເຈົ້າພຣະຜູ້​ຊ່ອຍ​ໃຫ້​ລອດ. ຄຳ​ສອນ​ຜິດ​ແມ່ນ​ມາ​ຈາກ​ຊາຕາ​ນ, ບິດາ​ແຫ່ງ​ຄວາມ​ຕົວະ​ທັງ​ໝົດ. ມັນ​ຢາກ​ໃຫ້​ເຮົາບິດ​ເບືອນ ​ແລະ ​ປ່ຽນຄວາມ​ຈິງທີ່​ຖືກ​ເປີດ​ເຜີຍ​ແລ້ວ. ມັນ​ຢາກ​ລໍ້​ລວງ​ເຮົາ ​ເພື່ອ​ວ່າ​ບາງ​ຄົນ​ໃນ​ພວກ​ເຮົາ​ຈະ​ອອກ​​ໄປ​ຈາກ​ເສັ້ນທາງ​ທີ່​ພາ​ກັບ​ໄປ​ບ້ານ​​ໃນ​ສະຫວັນ​ຂອງ​ເຮົາ.

ພຣະຄຳ​ພີ​ສອນ​ເຮົາ​​ເຖິງວິທີ​ທີ່​ຈະ​ຫລີກ​ລ້ຽງຄຳ​ສອນ​ທີ່​ຜິດ. ຍົກ​ຕົວຢ່າງ, ​ໃນ​ສານ​ຂອງ​ໂປ​ໂລ​ເຖິງ​ຕີ​ໂມ​ທຽວ, ​ເຮົາ​ອ່ານ​ວ່າ:

“ພຣະຄຳ​ພີ​ທຸກ​ຕອນ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ, ​ແລະ ​ເປັນ​ປະ​ໂຫຍ​ດໃນ​ການ​ສອນ, ການ​ກ່າວ​ຕັກ​ເຕືອນ​ວ່າ​ກ່າວ, ການ​ປັບປຸງ​ແກ້​ໄຂ​ຄົນ​ໃຫ້​ຖືກຕ້ອງ ​ແລະ ການ​ອົບ​ຮົມ​ໃນ​ທາງ​ຊອບທຳ:

“​ເພື່ອ​ຄົນ​ຂອງ​ພຣະ​ເຈົ້າຈະ​ບັນລຸ​ຜົນ​ສຳ​ເລັດ ​ແລະ ຈັດ​ຕຽມ​ໄວ້​ພ້ອມ​ສຳລັບ​ການ​ດີ​ທຸກ​ຢ່າງ” (2 ຕີ​ໂມ​ທຽວ 3:16–17).

ຄຳ​ສອນ​ນີ້​ສຳຄັນ​ຕໍ່​ສາດສະໜາ​ຈັກ​ເທົ່າ​ກັບ​ຫີນ​ໄຟ​ສາກ​ໂທລະສັບ​ມື​ຖື. ​ເມື່ອ​ທ່ານ​ເອົາ​ຫີນ​ໄຟ​ອອກ​ໄປ​ຈາກ​ມື​ຖື, ​ໂທລະສັບກໍ​ທຳ​ງານ​ບໍ່​ໄດ້. ຖ້າ​ຫາກ​ສາດສະໜາ​ຈັກ​ຂາດ​ຄຳ​ສອນ​ທີ່​ແທ້​ຈິງ ກໍ​​ໃຊ້​ການ​ບໍ່​ໄດ້​ຄື​ກັນ. ມັນ​ບໍ່​ສາມາດ​ນຳພາ​ເຮົາ​ກັບ​ຄືນ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ ​ແລະ ບ້ານ​ນິລັນດອນ​ຂອງ​ເຮົາ.

II. ການຈັດຕັ້ງ ​ແລະ ລະບຽບ​ຂອງ​ຖານະ​ປະ​ໂລຫິດ

ຫລັງ​ຈາກ​ເຮົາ​ເລີ່​ມ​ເຂົ້າ​ໃຈ​ຫລັກ​ທຳ​ຂັ້ນພື້ນຖານ​ຂອງ​ພຣະຄຣິດ, ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ ທີ​ຫ້າ ​ແລະ ທີ​ຫົກ ສອນ​ເຮົາ​ເຖິງ​ການຈັດຕັ້ງ ​ແລະ ລະບຽບ​ຂອງ​ຖານະ​ປະ​ໂລຫິດ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ໂຈ​ເຊັບ ສະ​ມິດ ​ໄດ້​ຈັດຕັ້ງສາດສະໜາ​ຈັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂຶ້ນ ​ໂດຍ​ການ​ໃຊ້​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ—ອຳນາດ​ຂອງ​ພຣະ​ເຈົ້າ. ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​​​ເປັນ​ການຈັດຕັ້ງອັນ​ດຽວ​ກັນ​ກັບ​ທີ່​ພຣະຄຣິດ​ໄດ້​ຈັດຕັ້ງ ​ແລະ ​ໄດ້​ຊີ້​ນຳ​ຕອນ​ພຣະອົງ​ຢູ່​ໃນ​ໂລກ.

ມັນ​ເປັນ​​ເວລາ​ທີ່​ປະ​ເສີດ​ຫລາຍ​ສຳລັບ​ໂຈ​ເຊັບ ສະ​ມິດ ​ແລະ ອໍ​ລີເວີ ຄາວ​ເດີຣີ ​ໃນ​ເດືອນ​ພຶດສະພາ ປີ 1829 ຕອນ​ພວກ​ເພິ່ນໄດ້​ເຂົ້າ​ໄປ​ໃນ​ປ່າ ​ເພື່ອ​ອະທິຖານ​ກ່ຽວ​ກັບ​ຄຳ​ສອນ​​ເລື່ອງ​ບັບຕິ​ສະມາ​ເພື່ອ​ການ​ປົດ​ບາບ ທີ່​ພວກ​ເພິ່ນ​ໄດ້​ອ່ານຕອນ​ກຳລັງ​ແປ​ພຣະຄຳ​ພີ​ມໍ​ມອນ. ມີ​ການ​ສອນ​​ໃນ​ຫລາຍ​ຮູບ​ແບບ​​ເລື່ອງ​ບັບຕິ​ສະມາ​ທີ່​ສາດສະໜາ​ຈັກ​ຕ່າງໆ​ປະຕິບັດ​ໃນຊ່ວງ​ໄລຍະປີ 1800, ​ແລະ ໂຈ​ເຊັບ ​ແລະ ອໍ​ລີ​ເວີ ຮູ້​ວ່າ ​ການ​ສອນ​ເຫລົ່ານັ້ນ​​ແມ່ນຖືກຕ້ອງ​ທັງ​ໝົດ​ບໍ່​ໄດ້. ​ເຂົາ​ເຈົ້າຢາກ​ຮູ້​ກ່ຽວ​ກັບ​ແບບ​ແຜນ​ທີ່​ຖືກຕ້ອງ ​ແລະ ຜູ້​ໃດ​ມີ​ສິດ​ອຳນາດ​ທີ່​ຈະ​ໃຫ້​ບັບຕິ​ສະມາ.

​ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ຄົນ​ທັງ​ສອງຕໍ່​ພຣະຜູ້​​ເປັນ​ເຈົ້າ, ທູດ​ໄດ້ລົງ​ມາ​ຈາກ​ສະຫວັນ, ​ໂຢຮັນ​ບັບຕິດ​ໄດ້​ມາ​ປະກົດ. ​ເພິ່ນ​ໄດ້​ວາງ​ມື​ໃສ່​ຫົວ​ຂອງ​ແຕ່ລະຄົນ ​ແລະ ມອບ​ສິດ​ອຳນາດ​ເພື່ອ​ໃຫ້​ບັບຕິ​ສະມາ ດ້ວຍ​ຖ້ອຍ​ຄຳ​ ທີ່​ວ່າ ​ເພື່ອນຜູ້​ຮັບ​ໃຊ້​ຮ່ວມ​ກັບຂ້າພະ​ເຈົ້າ, ​ໃນພຣະນາມຂອງພຣະ​ເມ​ຊີ​ອາ ​ຂ້າພະ​ເຈົ້າຂໍມອບຖານະ​ປະ​ໂລຫິດແຫ່ງ​ອາ​ໂຣນ (​ເບິ່ງ D&C 13:1).

​ມັນ​ເປັນ​ສະ​ໄໝ​ທີ່​ອັດສະຈັນ​ໃຈ​ແທ້ໆ​ໃນ​ປະຫວັດສາດ​ຂອງ​ໂລກ! ຖານະ​ປະ​ໂລຫິດ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ສູ່​ໂລກ.

ຕອນ​ເຮົາ​ຮັບ​ເອົາ​ຖານະ​ປະ​ໂລຫິດ, ​ເຮົາ​ຮັບ​ເອົາ​ສິດ​ອຳນາດ​ທີ່​ຈະ​ກະທຳ​ໃນ​ພຣະນາມ​ຂອງ​ພຣະ​ເຈົ້າ ​ແລະ ນຳພາ​ຜູ້​ຄົນ​ໄປ​ໃນ​ທາງ​ແຫ່ງ​ຄວາມ​ຈິງ ​ແລະ ຄວາມ​ຊອບ​ທຳ. ສິດ​ອຳນາດ​ນີ້​​ເປັນ​ແຫລ່ງ​ທີ່​ສຳຄັນ​ຫລາຍຂອງ​ອຳນາດ​ແຫ່ງ​ຄວາມ​ຊອບ​ທຳ ​ແລະ ​ເປັນ​ຜົນ​ປະ​ໂຫຍ​ດຕໍ່​ລູກໆ​ຂອງ​ພຣະ​ເຈົ້າຢູ່​ເທິງ​ແຜ່ນດິນ​ໂລກ ​ແລະ ຈະ​ດຳ​ເນີນ​ຕໍ່​ໄປ​ເຖິງ​​ໂລກ​ວິນ​ຍານ​ນຳ​ອີກ.​ ມັນ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຟື້ນ​ຟູ​ຖານະ​ປະ​ໂລຫິດກ່ອນ​ການຈັດຕັ້ງສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດຂຶ້ນ. ນີ້​ຄື​ບົດຮຽນ​ຂັ້ນພື້ນຖານ​ທີ່​ເຮົາ​ຮຽນ​ຮູ້ຈາກ​ຂໍ້​ ທີ​ຫ້າ ​ແລະ ທີ​ຫົກ ​ໃນ​ຫລັກ​ແຫ່ງ​ຄວາມ​ເຊື່ອ.

III. ​ແຫ​ລ່ງນິລັນດອນ​ໃນ​ເສັ້ນທາງມະຕະ

ສາມ​ຂໍ້​ຕໍ່​ໄປ​ຂອງ​ຫລັກ​ແຫ່ງ​ຄວາມ​ເຊື່ອ—​ເຈັດ, ​ແປດ, ​ແລະ ​ເກົ້າ—ເປັນ​ໂຄງ​ຮ່າງ​ຂອງ​ແຫ​ລ່ງຕ່າງ​ໆ​ທີ່​ມີ​ໄວ້​​ເພື່ອ​ຊີ້​ນຳ​ເຮົາ​ໃນ​ເສັ້ນທາງ​ມະຕະ​ຂອງ​ເຮົາ. ​ເຮົາ​ໄດ້​ຮັບ​ຂອງ​ປະທານ​ທາງ​ວິນ​ຍານ​ເພື່ອ​ນຳພາ​ເຮົາ ​ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ​ແລະ ປ້ອງ​ກັນ​ເຮົາ​ຈາກ​ຄວາ​ມຊົ່ວ​ຮ້າຍ. ພຣະຄຳ​ພີ​ກໍ​ເປັນ​ສິ່ງຊີ້​ນຳ​ຢ່າງ​ໜຶ່ງ—ຖ້າ​ຫາກ​ເຮົາ​ຍຶດໝັ້ນ​ໃນພຣະຄຳຂອງ​ພຣະ​ເຈົ້າ ​​ເຮົາຢູ່​ໃນ​ເສັ້ນທາງ​ແຫ່​ງຊີວິດ​ນິລັນດອນ​ຂອງ​ເຮົາ​.

ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ເກົ້າ ສອນ​ເຮົາ​ວ່າ ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ, ກຳລັງ​ເປີດ​ເຜີຍ, ​ແລະ ຈະ​ເປີດ​ເຜີຍ​ຄວາມ​ຈິງ​ຫລາຍ​ຢ່າງ​ທີ່​ສຳຄັນ​ຕໍ່​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ​ຂອງ​ພຣະອົງ. ​ເຮົາ​ຮຽນ​ຮູ້​ວ່າ ນອກ​ເໜືອ​ໄປ​ຈາກ​ການ​ຟັງສຽງ​​ແຜ່​ວ​ເບົາ​, ສຽງ​ຄ່ອຍໆ​ຂອງ​ພຣະວິນ​ຍານ ​ແລະ ການ​ອ່ານ​ພຣະຄຳ​ພີແລ້ວ, ກໍ​ຍັງ​ມີແຫ​ລ່ງອື່ນ​ອີກ​ຄື ຜູ້ນຳ​ຂອງ​ສາດສະໜາ​ຈັກ ຜູ້​ຖືກ​ເລືອກ, ຖືກ​ເອີ້ນ, ​ແລະ ຖືກ​ແຕ່ງຕັ້ງ​ເປັນ​ທາງ​ການ ​ເພື່ອ​​​​ໃຫ້​ພອນ​ແກ່​ຊີວິດ​ຂອງ​ເຮົາ​ຜ່ານ​ທາງ​ບົດຮຽນ​ທີ່​ພວກ​ເພິ່ນ​ສອນ.

IV. ສະມາຊິກ​ທີ່​ເປັນ​ຜູ້​ສອນ​ສາດສະໜາ

ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ ທີ​ສິບ, ສິບ​ເອັດ, ​ແລະ ສິບ​ສອງ ​ແນະນຳ​ເຮົາ​ເຖິງ​ວິທີ​​ເຮັດ​ວຽກງານ​ເຜີຍ​ແຜ່ ​ແລະ ​ແບ່ງປັນ​ພຣະກິດ​ຕິ​ຄຸນ​ຢູ່​ໃນ​ຫລາຍ​ປະ​ເທດ ​​ແລະ ຫລາຍໆ​ກົດໝາຍ​ຕະຫລອດ​ທົ່ວ​ໂລກ. ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ການ​ທ້ອນ​ໂຮມ​ຊາວ​ອິດສະ​ຣາ​ເອນ ​ໃນ​ການ​ຕຽມ​ສຳລັບ​ການສະ​ເດັດ​ມາຄັ້ງທີ​ສອງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ພວກ​ເຮົາ​ຖືກ​ແນະນຳ​ວ່າ ຊາຍ ​ແລະ ຍິງ ​ເປັນ​ອິດ​ສະລະ​ທີ່​ຈະ​ເຮັດ​ເພື່ອ​ຕົວ​​ເອງ, ​ແລະ ​ເຂົາ​ເຈົ້າສາມາດ​ຮັບ​ເອົາ ຫລື ປະຕິ​ເສດ​ພຣະຄຳ​ຂອງ​ພຣະ​ເຈົ້າ ອີງ​ຕາມ​ຄວາມ​ຮູ້ສຶກ​ຂອງ​ຕົນ. ຂໍ້​ສຸດ​ທ້າຍ ​ເຮົາ​ຮຽນ​ຮູ້​ທີ່​ຈະ​ປ່າວ​ປະກາດ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ໃນ​ທຸກ​ບ່ອນຂອງ​​ແຜ່ນດິນ​ໂລກ, ວ່າ​​ເຮົາ​ຕ້ອງ​ນັບຖື​ຝ່າຍ​ລັດຖະບານ​ຂອງ​ທຸກ​ປະ​ເທດ​ທີ່​ເຮົາ​ເຂົ້າ​ໄປ​ຫາ. ​ແທ້​ຈິງ​ແລ້ວ, ພວກ​ເຮົາ​ເຊື່ອ​ໃນ​ການ​ເຊື່ອ​ຟັງ, ​ໃຫ້​ກຽດ, ​ແລະ ນັບຖື​ກົດໝາຍ​ຂອງ​ທຸກ​ປະ​ເທດ.

V. ຄຸນສົມບັດທີ່​ຢາກ​ມີ

ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສິບ​ສາມ ​ໃຫ້​ຄວາມ​ຮູ້​ບາງ​ຢ່າງ​ພິ​ເສດ ​ເຖິງ​ວິທີ​ທີ່​ເຮົາ​ຄວນ​ດຳລົງ​ຊີວິດ ​ແລະ ການ​ປະພຶດ​ຕົນ. ​ເຮົາ​ອ່ານ​ວ່າ: “ພວກ​ເຮົາ​ເຊື່ອ​ໃນ​ການ​ເປັນ​ຄົນ​ສັດ​ຊື່, ຈິງ, ບໍລິສຸດ, ມີ​ເມດ​ຕາ, ມີ​ຄຸນ​ນະ​ທຳ, ​ແລະ ​ໃນ​ການ​ເຮັດ​ຄວາມ​ດີ​ຕໍ່​ມະນຸດ​ທັງ​ປວງ ​ໂດຍ​ແທ້​ແລ້ວ ພວກ​ເຮົາ​ຈະ​ກ່າວ​ວ່າ ພວກ​ເຮົາ​ດຳ​ເນີນ​ຕາມ​ຄຳ​ແນະນຳ​ຂອງ​ໂປ​ໂລ—ນັ້ນຄື ພວກ​ເຮົາ​ເຊື່ອ​ທຸກ​ສິ່ງ, ພວກ​ເຮົາ​ຫວັງ​ທຸກ​ສິ່ງ, ພວກ​ເຮົາ​ອົດທົນ​ມາ​ແລ້ວ​ຫລາຍ​ສິ່ງ ​ແລະ ຫວັງ​ທີ່​ຈະ​ສາມາດ​ອົດທົນ​ໄດ້​ທຸກ​ສິ່ງ ຫາກ​ມີ​ສິ່ງ​ໃດ​ທີ່​ເປັນ​ຄຸນ​ນະ​ທຳ, ງົດ​ງາມ, ຫລື ຈາກ​ການ​ລາຍ​ງານ​ດີ ຫລື ຄວນ​ສັນລະ​ເສີນ, ພວກ​ເຮົາ​ສະ​ແຫວ​ງຫາ​ສິ່ງ​ເຫລົ່າ​ນີ້.”

​ເຮົາ​ທຸກ​ຄົນ​ຄວນ​ພະຍາຍາມ​ໃຫ້​ມີ​ຄຸນສົມບັດ​ເຊັ່ນ​ນີ້ ​ແລະ ດຳລົງ​ຊີວິດ​ໃນ​ທາງ​ທີ່​ຈະ​ມີ​ຄຸນ​ສົມ​ບັດ​ເຊັ່ນ​ນີ້​ຫລາຍ​ຂຶ້ນ. ຄວາມ​ຈິງ​ທີ່​ສອນ​ຢູ່​ໃນ​ຫລັກ​ແຫ່ງ​ຄວາມ​ເຊື່ອ ​ໄດ້​ສົ່ງ​ເສີມ​ກັນ​​ໃນ​ແຕ່ລະ​ຂໍ້ ​ຄື​ກັນ​ກັບ​ພາກສ່ວນ​ຕ່າງໆ​ຂອງ​ໂທລະສັບ​ມື​ຖື. ຄື​ກັນ​ກັບ​ຕອນ​ທີ່​ມື​ຖືຖືກ​ປະກອບ​ເຂົ້າກັນ, ຫລັກ​ແຫ່ງ​ຄວາມ​ເຊື່ອ​ກໍ​ມີຄຳ​ສອນ​ທີ່​ສຳຄັນ​ເຖິງ​ການ​ຟື້ນ​ຟູ​ໄວ້​ໃຫ້​ເຮົາ​ຄື​ກັນ. ​ແຕ່ລະ​ຂໍ້​ຕື່ມ​ຄຸນຄ່າ​ທີ່​ພິ​ເສດ​ໃຫ້​ແກ່​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູຄຣິດ.

ຄູ​ສອນ​ໃນ​ຊັ້ນປະຖົມ​ໄວ​ຂອງ​ຂ້າພະ​ເຈົ້າ ​ໄດ້ຊ່ອຍ​ໃຫ້​ຂ້າພະ​ເຈົ້າມີ​ຄວາມ​​ເອົາ​ໃຈ​ໃສ່​ກັບ​ການ​ສຶກສາ​ຄຳ​ສອນ​ຂອງ​ອານາຈັກ. ນາງ​ໄດ້​ສອນ​ຂ້າພະ​ເຈົ້າ​ໃຫ້​ສະ​ແຫວງຫາ​ຄວາມ​ໝາຍ​ທີ່​ເລິກ​ຊຶ້ງກວ່າ ທີ່​ມີ​ຢູ່​ໃນ​ຫລັກ​ແຫ່ງ​ຄວາມ​ເຊື່ອ. ນາງ​ໄດ້​ສັນຍາ​ກັບຂ້າພະ​ເຈົ້າວ່າ ຖ້າ​ຫາກ​ຂ້າພະ​ເຈົ້າຮຽນ​ຮູ້​ຄວາມ​ຈິງ​ທີ່​ສັກສິດ​ນີ້ ​ແລ້ວ​ຄວາມ​ຮູ້​ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ​ຈະ​ປ່ຽນ​ແປງ​ຊີວິດ​ຂອງ​ຂ້າພະ​ເຈົ້າ​ໄປ​ໃນ​ທາງ​ທີ່​ດີກວ່າ, ​ແລະ ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ນັ້ນ​​ເປັນຄວາມ​ຈິງ.

ຫລັງ​ຈາກ​ບົດຮຽນ​ທີ່​ຍອດ​ຍ້ຽມຂອງ​ຄູ​ສອນ​ຂອງ​ຂ້າພະ​ເຈົ້າຢູ່​ໃນ​ຫ່ອມພູ​ໂລ​ແກນ, ພວກ​ເຮົາ​ໄດ້​ສັງ​ເກດ​ເຫັນ​ວ່າ ພວກ​ເຮົາ​ໄດ້​ຫລິ້ນ​ຢູ່​ທີ່​ນັ້ນດົນ​ສົມຄວນ. ຕາ​ເວັນ​ໄດ້​ຄ້ອຍ​ຄ່ຳ, ​ແລະ ພວກ​ເຮົາ​ຮູ້​ວ່າ ພວກ​ເຮົາ​ຈະ​ມີ​ບັນຫາ.

ຄູ​ສອນ​ຂອງ​ພວກ​ເຮົາ​ໄດ້​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ໃຫ້​ມາ​ເຖິງ​ບ່ອນ​ນັ້ນ, ​ແຕ່​ການ​ກັບ​ລົງ​ຫ່ອມພູ​ໄປ ​ເປັນ​ເລື່ອງ​ທ້າ​ທາຍ​ຫລາຍສຳລັບ​ພວກ​ເຮົາ. ມັນ​ເປັນການ​ເລືອກ​ທີ່​ບໍ່​ເໝາະ​ສົມ​ປານ​ໃດ. ພວກ​ເຮົາ​ຜູ້​ນ້ອຍ​ກໍ​ມີ​ບັນຫາ​ຫລາຍ​ແລ້ວ​ທີ່​ຈະ​ຍ່າງ​ກັບ​ລົງ​ພູ, ​ແຕ່​ສຳລັບ​ຄູ​ສອນ​ທີ່​ມີ​ອາຍຸ​ສູງຂອງ​ພວກ​ເຮົາ​ຍິ່ງ​ລຳບາກ.

​ໃນ​ຂະນະ​ທີ່​ພວກ​ເຮົາ​ພວມ​ຊ່ອຍ​ນາງ​ລົງ​ຄ້ອຍ​ພູ​ໄປ, ​ຕຳຫລວດ​ສອງ​ຄົນ​ໄດ້​ມາ​​ເຖິງ. ປະທານ​ຊັ້ນປະຖົມ​ໄວ​ໄດ້​ສົ່ງ​ຕຳຫລວດ​ໄປ​ຊອກ​ຫາ​ພວກ​ເຮົາ, ຄິດ​ວ່າ​ພວກ​ເຮົາ​​ໄດ້​ຫລົງ​ທາງ. ຄວາມ​ຫຍຸ້ງຍາກ ​ແລະ ​ເຫດການ​ທີ່​ໄດ້​ເກີດ​ຂຶ້ນ ​ໄດ້​ເປັນ​ບົດຮຽນ​ທີ່​ບໍ່​ເຄີຍ​ລືມ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ.

ພວກ​ເຈົ້າທີ່​​ເປັນ​ຊາຍ​ໜຸ່ມ—ຂ້າພະ​ເຈົ້າຂໍ​ໃຫ້​ພວກ​ເຈົ້າ​​ເອົາ​ໃຈ​ໃສ່​​ເພື່ອ​ຮຽນ​ຮູ້​ຫລັກ​​ແຫ່ງ​ຄວາມ​ເຊື່ອ ​ແລະ ຄຳ​ສອນ​ທີ່​ຫລັກ​ທຳ​ເຫລົ່າ​ນີ້ສອນ. ມັນ​ເປັນ​ຖ້ອຍ​ຄຳ​ທີ່​ສຳຄັນ ​ແລະ ​ແນ່ນອນ​ທີ່​ສຸດ​ໃນ​ຄຳ​ສອນ​ຂອງ​ສາດສະໜາ​ຈັກ. ຖ້າ​ຫາກ​ພວກ​ເຈົ້າ​ໃຊ້​ມັນ​ເປັນ​ສິ່ງ​ນຳພາ​ການ​ສຶກສາ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ​ແລ້ວ​ພວກ​ເຈົ້າຈະ​ພົບ​ເຫັນ​ຕົນ​ເອງ​ຕຽພ້ອມ​ທີ່​ຈະ​ປະກາດ​​​ເປັນພະຍານ​ເຖິງ​ຄວາມ​ຈິງ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ສູ່​ໂລກ. ພວກ​ເຈົ້າຈະ​ສາມາດ​ປະກາດ​ໃນ​ວິທີ​ທີ່​ລຽບ​ງ່າຍ, ​ແລະ ກົງ​ໄປ​ກົງ​ມາ, ​ແລະ ​ເລິກ​ຊຶ້ງ ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ຂ້າພະ​ເຈົ້າຂໍ​ຕື່ມ​ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ​ເຖິງ​ຄວາມ​ແທ້​ຈິງ​ຂອງ​ຫລັກ​ແຫ່ງ​ຄວາມ​ເຊື່ອ​ສິບ​ສາມ​ຂໍ້​ເຫລົ່າ​ນີ້ ​ໃນ​ພຣະນາມ​ຂອງ​ພຣະຜູ້​ເປັນ​ເຈົ້າ​ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ນັ້ນຄືພຣ​ະ​ເຢຊູ​ຄຣິດ​, ອາ​ແມນ.