​2010–2019
ຂໍ​ກະ​ແຈ​ສູ່​ການ​ປົກ​ປ້ອ​ງ​ທາງວິນ​ຍານ
ຕຸລາ 2013


ຂໍ​ກະ​ແຈ​ສູ່​ການ​ປົກ​ປ້ອງ​ທາງວິນ​ຍານ

ຄວາ​ມ​ສະ​ຫງົບ​ສຸກສາ​ມາດ​ຕິດ​ຢູ່​ໃນ​ຈິດ​ໃຈ​ຂອງ​ແຕ່​ລະ​ຄົນ​ທີ່​ເພິ່ງ​ອາ​ໄສພ​ຣະ​ຄຳ​ພີ ແລະ ເປີດ​ຄຳ​ສັນ​ຍາ​ຂອງ​ການ​ປົກ​ປ້ອງ ແລະ ການ​ໄຖ່ ທີ່​ຖືກ​ສອນ​ໄວ້​ຢູ່​ໃນ​ນັ້ນ.

ເມື່ອບໍ່​ດົນ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ດຳ​ເນີນ​ພິ​ທີ​ຜະ​ນຶກ​ໃຫ້​ແກ່​ຄູ່​ໜຸ່ມ​ສາວ​ໃນ​ພ​ຣະ​ວິ​ຫານ. ຄູ່​ສາ​ມີ​ພັນ​ລະ​ຍານັ້ນ​ໄດ້​ຮັກ​ສາ​ຕົວ​ເອງ​ໃຫ້​ມີ​ຄຸນ​ຄ່າ​ທີ່​ຈະ​ມາ​ເຖິງວັນ​ອັນ​ປະ​ເສີດນັ້ນ ເມື່ອ​ບຸດ ແລະ ທິ​ດາ​ອອກ​ຈ​າກ​ບ້ານ​ຂອງ​ຄວາມ​ໜຸ່ມ​ນ້ອຍ​ຂອງ​ເຂົາ​ເຈົ້າ ແລະ ກາຍ​ເປັນ​ສາ​ມີ ແລະ ພັນ​ລະ​ຍາ. ໃນ​ໂອ​ກາດ​ອັນ​ສັກ​ສິດນີ້, ເຂົາ​ເຈົ້າ​ບໍ​ລິ​ສຸດ ແລະ ສະ​ອາດ. ອີກບໍ່​ດົນ​ເຂົາ​ເຈົ້າ​ຈະ​ເລີ່ມ​ລ້ຽງ​ດູ​ລູກໆ​ຂອງ​ເຂົາ​ເຈົ້າ​ເອງ, ສອດ​ຄ່ອງ​ກັບ​ແບບ​ແຜນ​ທີ່​ພ​ຣະ​ບິ​ດາ​ໃນ​ສະ​ຫວັນ​ໄດ້​ຈັດ​ຕັ້ງ​ໄວ້. ຄວ​າມ​ສຸກ​ຂອງ​ເຂົາ​ເຈົ້າ, ແລະ ຄວາມ​ສຸກ​ຂອງ​ຄົນ​ລຸ້ນ​ຕໍ່​ໄປ ກໍ​ຂຶ້ນ​ຢູ່​ການ​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ທີ່​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຈັດ​ຕັ້ງຂຶ້ນ ແລະ ຖືກ​ອະ​ທິ​ບາຍ​ຢູ່​ໃນ​ພ​ຣະ​ຄຳ​ພີ​ຂອງ​ພ​ຣະ​ອົງ.

ພໍ່​ແມ່​ທັງ​ຫລາຍ​ໃນ​ວັ​ນ​ເວ​ລານີ້​ກໍ​ຄິດ​ຖ້າ​ຫາກວ່າ​ຍັງ​ມີ​ບ່ອນ​ທີ່​ປອດ​ໄພ​ຢູ່​ບໍທີ່​ຈະ​ລ້ຽງ​ດູ​ລູກໆ​. ຍັງ​ ມີ ບ່ອນ​ທີ່​ປອດ​ໄພ​ຢູ່. ມັນ​ເປັນ​ບ້ານ​ບ່ອນ​ທີ່​ມີ​ຫລັກ​ທຳ​ພ​ຣະ​ກິດ​ຕິ​ຄຸນ​ເປັນ​ຈຸດ​ໃຈ​ກາງ. ໃນ​ສາດ​ສະ​ໜາ​ຈັກ ເຮົາ​ເອົ​າ​ໃຈ​ໃສ່​ຄອບ​ຄົວ, ແລະ ເຮົາ​ແນະ​ນຳ​ພໍ່​ແມ່​ຕະ​ຫລອດ​ທົ່ວ​ໂລ​ກ​ໃຫ້​ລ້ຽງ​ດູ​ລູກໆ​ຂອ​ງ​ເຂົາ​ເຈົ້າ​ໃນ​ຄວາມ​ຊອບ​ທຳ.

ອັກ​ຄະ​ສາ​ວົກ​ໂປນ​ໄດ້​ພະ​ຍາ​ກອນ ແລະ ເຕືອນ​ວ່າ “ໃນ​ຍຸກ​ສຸດ​ທ້າຍ​ຈະ​ເກີດ​ຄວາມ​ລຳ​ບາກ​ຢ່າງ​ຮ້າຍ​ແຮງ.

“ຄົນ​ທັງ​ຫລາຍ​ຈະ​ເຫັນ​ແກ່​ຕົວ, ຮັກ​ເງິນ​ຄຳ, ອວດ​ອົ່ງ, ຈອງ​ຫອງ; ເຂົາ​ຈ​ະ​ເວົ້າຕໍ່​ສູ້ພ​ຣະ​ເຈົ້າ ແລະ ກະ​ບົດ​ຕໍ່​ພໍ່ແມ່, ເຂົາ​ຈະເນ​ລະ​ຄຸນ, ທັງ​ບໍ່​ນັບ​ຖື​ພ​ຣ​ະ​ເຈົ້າ ແລະ ​ສິ່ງ​ສັກ​ສິດ.

“ເຂົາ​ຈະ​ຂາດ​ມະ​ນຸດ​ສະ​ທຳ, ຂາດ​ເມ​ດ​ຕາ​ຈິດ, ມັກ​ກ່າວ​ຮ້າຍ​ປ້າຍ​ສີ, ມັກ​ຄວາມ​ຮຸນ​ແຮງ, ມີ​ໃຈ​ໂຫດ​ຮ້າຍ​ສາ​ມານ, ແລະ ກຽດ​ຊັງ​ການ​ກະ​ທຳ​ດີ,

“ເຂົາ​ຈະ​ທໍ​ລະ​ຍົດ, ດື້​ດ້ານ, ແລະ ຈອງ​ຫອງ​ພອງ​ຕົວ; ຮັກ​ຄວາມ​ມ່​ວນ​ຊື່ນ​ຫລາຍກວ່າ​ຮັກ​ພ​ຣະ​ເຈົ້າ;

“ເຂົາ​ຈະ​ເປັນ​ຄົນ​ເຊື່ອ​ຖື​ແຕ່​ພາຍນອກ, ສ່ວນ​ລິດ​ອຳ​ນາດ​ແຫ່ງ​ຄວາມ​ເຊື່​ອ​ອັນ​ແທ້​ຈິງນັ້ນ ເຂົາ​ກໍ​ປະ​ຕິ​ເສດ​ເສຍ.”1

ໂປນ​ໄດ້​ພະ​ຍາ​ກອນ​ອີກວ່າ, “ຄົນ​ຮ້າຍ​ກາດ ແລະ ຄົນ​ໜ້າ​ໄວ້​ຫລັງ​ຫລອກ​ກໍ​ຈະ​ຊົ່ວ​ໜັກ​ນັບ​ມື້​ໂດຍ​ລໍ້​ລວງ​ຄົນ​ອື່ນ​ໃຫ້​ຫລົງ ແລະ ຕົນ​ເອງ​ກໍ​ຖືກ​ລໍ້​ລວງ.”2

ຂໍ້​ພ​ຣະ​ຄຳ​ພີ​ເຫລົ່າ​ນີ້​ໃຊ້​ໄດ້​ເປັນ​ການ​ຕັກ​ເຕືອນ, ສະ​ແດງ​ໃຫ້​ເຫັນ​ແບບ​ແຜນ​ທີ່​ຕ້ອງ​ຫລີກ​ລ້ຽງ. ເຮົາ​ຕ້ອງ​ລະ​ມັດ​ລະ​ວັງ ແລະ ພາກ​ພຽນ​ສະ​ເໝີ. ເຮົາ​ສາ​ມາດ​ທົບ​ທວນ​ແຕ່​ລະ​ຂໍ້​ຂອງ​ການ​ພະ​ຍາ​ກອນ​ເຫລົ່າ​ນີ້ ແລະ ຢືນ​ຢັນ​ວ່າ​ແຕ່​ລະ​ຢ່າງນີ້​ມີ​ຢູ່ ແລະ ເປັນ​ເຫດ​ຜົນ​ທີ່​ຈະ​ຕ້ອງ​ກັງ​ວົນ​ໃນ​ໂລກ​ທຸກໆ​ວັນ​ນີ້:

ຄວາມ​ລຳ​ບາກ​ຢ່າງ​ຮ້າຍ​ແຮງ—ມີ​ຢູ່. ເຮົາ​ມີ​ຊີ​ວິດ​ຢູ່​ໃນວັນ​ເວ​ລາ​ທີ່​ອັນ​ຕະ​ລາຍ.

ຮັກ​ເງິນ​ຄຳ, ອວດ​ອົ່ງ, ຈອງ​ຫອງ—ທັງ​ໝົດ​ນີ້​ແມ່ນ​ຢູ່​ໃນບັນ​ດາ​ພວກ​ເຮົາ.

ເຂົາ​ຈ​ະ​ເວົ້າຕໍ່​ສູ້ພ​ຣະ​ເຈົ້າ ແລະ ກະ​ບົດ​ຕໍ່​ພໍ່ແມ່, ເຂົາ​ຈະເນ​ລະ​ຄຸນ, ທັງ​ບໍ່​ນັບຖື​ພ​ຣ​ະ​ເຈົ້າ ແລະ ​ສິ່ງ​ສັກ​ສິດ, ເຂົາ​ຈະ​ຂາດ​ມະ​ນຸດ​ສະ​ທຳ—ທັງ​ໝົດ​ນີ້​ແມ່ນ​ມີ​ຢູ່​ຢ່າງຫລວງ​ຫລາຍໃນ​ເວ​ລານີ້.

ຂາດ​ເມ​ດ​ຕາ​ຈິດ, ມັກ​ກ່າວ​ຮ້າຍ​ປ້າຍ​ສີ, ແລະ ອື່ນໆ—​ທົງ​ໝົດ​ສາ​ມາດ​ຢືນ​ຢັນ​ເປັນ​ຫລັກ​ຖານ​ໄດ້ວ່າ​ມີ​ຢູ່​ອ້ອມ​ຂ້າງ​ເຮົາ​ຢ່າງ​ຫລວງ​ຫລາຍ​.

ໂມ​ໂຣ​ໄນ​ກໍ​ໄດ້​ກ່າວ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ເມື່ອ​ເພິ່ນ​ໄດ້​ເຕືອນ​ວ່າ:

“ເມື່ອ​ທ່ານ​ເຫັນ​ສິ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ​ໃນ​ບັນ​ດາ​ພວກ​ທ່ານ … ທ່ານ​ຄວນ​ຈະ​ຕື່ນຂຶ້ນ​ສູ່​ຄວາມ​ເຂົ້າ​ໃຈ​ເຖິງ​ສະ​ພາບ​ອັນ​ເປັນ​ຕາ​ຢ້ານ​ຂອງ​ທ່ານ. …

“ສະ​ນັ້ນ, ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ຈຶ່ງ​ໄດ້​ຮັບ​ບັນ​ຊາ​ໃຫ້​ຂຽນ​ເລື່ອງ​ເຫລົ່າ​ນີ້ ເພື່ອ​ຄວາມ​ຊົ່ວ​ຕ່າງໆ​ຈະ​ໄດ້​ໝົດ​ໄປ, ແລະວ່າ​ເວ​ລາ​ຈະ​ມາ​ຮອດ ຊຶ່ງ​ຊາ​ຕານ​ຈະ​ບໍ່​ມີ​ອຳ​ນາດ​ເໜືອ​ຫົວ​ໃຈ​ຂອງ​ລູກ​ຫລານ​ມະ​ນຸດ, ມີ​ແຕ່​ເຂົາ​ຈະ​ຖືກ​ຊັກ​ຈູງ​ໃຫ້​ເຮັດ​ແຕ່​ຄວາມ​ດີ​ຕະ​ຫລອດ​ໄປ, ເພື່ອ​ເຂົາ​ຈະ​ໄດ້​ມາ​ຫາ​ອ່າງ​ນ້ຳ​ແຫ່ງ​ຄວາມ​ຊອບ​ທຳ​ທັງ​ປວງ ແລະ ລອດ.”3

ຄຳ​ບັນ​ຍາຍ​ທີ່​ໂປນ ແລະ ໂມ​ໂຣໄນ​ໃຫ້​​ໄວ້ເຖິງວັນ​ເວ​ລາ​ຂອງ​ເຮົາ​ແມ່​ນຖື​ກ​ຕ້ອງ​​ແນ່ນອນ ຈົນ​ວ່າ​ຈະປະ​ຕິ​ເສດ​ບໍ່​ໄດ້. ສຳ​ລັບ​ຫລາຍໆ​ຄົນ ມັນ​ອາດ​ຈະ​ເປັນ​ສິ່ງ​ທີ່​ເປັນ​ຕາ​ຫ່ວງ​ແທ້, ແມ່ນ​ແຕ່​ໜ້າ​ທໍ້​ຖອຍ​ໃຈ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເຮົາ​ຄິດ​ເຖິງ​ອະ​ນາ​ຄົດ, ຂ້າ​ພ​ະ​ເຈົ້າ​ຍັງ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ​ເຖິງ​ການ​ເບິ່ງ​ໂລກ​ໃນ​ແງ່​ດີ.

ໃນ​ການ​ເປີດ​ເຜີຍ​ຂອງ​ໂປນ, ນອກ​ເໜືອ​ໄປ​ຈາກ​ລາຍ​ຊື່​ຂອງ​ການ​ທ້າ​ທາຍ ແລະ ບັນ​ຫາ​ທັງ​ຫລາຍ, ເພິ່ນ​ຍັງ​ບອກ​ເຮົາ​ເຖິງ​ສິ່ງ​ທີ່​ເຮົາ​ສ​າ​ມາດ​ເຮັດ​ໄດ້​ ເພື່ອ​ຈະ​ປົກ​ປ້ອງ​ຕົວ​ເຮົາ​ເອງ:

ແຕ່​ສຳ​ລັບ​ເຈົ້າ ຈົ່ງ​ສືບ​ຕໍ່​ດຳ​ລົງ​ຢູ່​ໃນ​ຄວາມ​ຈິງ​ຊຶ່ງ​ເຈົ້າ​ໄດ້​ຮຽນ​ຮູ້​ມາ ແລະ ເຊື່​ອ​ຢ່າງ​ໝັ້ນ​ຄົງ. ເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ເຈົ້າ​ໄດ້​ຮຽນ​ຮູ້​ມາ​ຈາກ​ຜູ້​ໃດ;

ແທ້​ຈິງ​ແລ້ວ ເຈົ້າ​ໄດ້​ຮຽນ​ຮູ້​ພ​ຣະ​ຄຳ​ພີ​ອັນ​ສັກ​ສິດ​ຕັ້ງ​ແຕ່​ຄາວ​ເຈົ້າ​ຍັງ​ນ້ອຍ​ພຸ້ນ, ຊຶ່ງ​ສາ​ມາດ​ໃຫ້​ເຈົ້າ​ມີ​ປັນ​ຍາ​ທີ່​ນຳ​ໄປ​ເຖິງ​ຄວາມ​ພົ້ນ​ໂດຍ​ທາງ​ຄວາມ​ເຊື່ອ​ໃນ​ພ​ຣະ​ເຢ​ຊູຄ​ຣິດ.”4

ພ​ຣະ​ຄຳ​ພີ​ບອກ​ເຮົາ​ເຖິງ​ຂໍ​ກະ​ແຈ​ສູ່​ການ​ປົກ​ປ້ອງ​ທາງວິນ​ຍານ. ມັນ​ບັນ​ຈຸ​ຄຳ​ສອນ ແລະ ກົດ ແລະ ພິທີການ​ທີ່​ຈະ​ນຳ​ລູກ​ຂອງ​ພຣະ​ເຈົ້າ​ແຕ່​ລະ​ຄົນໄປ​ສູ່ປະ​ຈັກ​ພະ​ຍານ​ເຖິງ​ພ​ຣະ​ເຢ​ຊູ​ຄ​ຣິດ​ ວ່າເປັນ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ພ​ຣະ​ຜູ້​ໄຖ່​ຂອງ​ເຂົາ​ເຈົ້າ.

ດ້ວຍ​ການ​ກະ​ກຽມ​ເປັນ​ເວ​ລາ​ຫລາຍ​ປີ, ໄດ້​ມີ​ວຽກ​ງານ​ໜັກ​ທີ່​ຈະ​ຜະ​ລິດ​ພ​ຣະ​ຄຳ​ພີ​ຂຶ້ນ​ມາ​ເປັນ​ຫລາຍໆ​ພາ​ສາ​ດ້ວຍ​ໝາຍ​ເຫດ​ທາງ​ລຸ່ມ​ໜ້າ​ປຶ້ມ ແລະ ຂໍ້​ອ້າງ​ອີງ​ຕ່າງໆ. ພວກ​ເຮົາ​ໄດ້​ສະ​ແຫວງ​ຫາ​ເພື່ອ​ຈະ​ເຮັດ​ໃຫ້​ມີ​ບໍ​ລິ​ການ​ຕໍ່​ທຸກໆ​ຄົນ ຜູ້​ທີ່ປາດ​ຖະ​ໜາ​ຢາກ​ຮຽນ​ຮູ້. ມັນ​ສອນ​ເຮົາ​ເຖິງ​ບ່ອນ​ທີ່​ຈະ​ໄປ ແລະ ສິ່ງ​ທີ່​ຈະ​ຕ້ອງ​ເຮັດ​. ມັນ​ໃຫ້​ເຮົາ​ມີ​ຄວາມ​ຫວັງ ແລະ ຄວາມ​ຮູ້.

ເມື່ອ​ຫລາຍໆ​ປີ​ກ່ອນ, ແອວ​ເດີ ​ແອັສ ດິວ​ເວີດ ຢັງ ແຫ່ງ​ສາ​ວົກ​ເຈັດ​ສິບ​ໄດ້​ສອນ​ບົດ​ຮຽນ​ບົດ​ໜຶ່ງ​ໃຫ້​ຂ້າ​ພະ​ເຈົ້າກ່ຽວ​ກັບ​ການ​ອ່ານ​ພ​ຣະ​ຄຳ​ພີ. ມີ​ສະ​ເຕກ​ໜຶ່ງ​ທີ່​ມີ​ບັນ​ຫາ​ກັບ​ຄວາມ​ເຄັ່ງ​ຄຽດ ​ແລະ ຄວາມ​ຫຍຸ້ງຍາກ​ໃນ​ບັນ​ດາ​ສະ​ມາ​ຊິກ, ແລະ ​ຕ້ອງ​ການ​ຈະ​ໄດ້​ຮັບ​ຄຳແນະ​ນຳ.

ຂ້າ​ພະ​ເຈົ້າ​ໄດ້​ຖາມ​ປະ​ທານ​ຢັງ​ວ່າ, “ຂ້ອຍ​ຄວນ​ເວົ້າ​ຫ​ຍັງ​ແດ່

​ເພິ່ນ​ໄດ້​ຕອບ​ຢ່າງ​ລຽບ​ງ່າຍ​ວ່າ, “ບອກ​ເຂົາ​ເຈົ້າ​ໃຫ້​ອ່ານ​ພ​ຣະ​ຄຳ​ພີ.”

ຂ້າ​ພະ​ເຈົ້າ​ໄດ້​ຖາມ​ວ່າ, “ພ​ຣະ​ຄຳ​ພີ​ໃດ?”

ເພິ່ນ​ໄດ້​ເວົ້າ​ວ່າ, “ມັນ​ບໍ່​ສຳ​ຄັນ​ເລີຍ. ຍົກ​ຕົວ​ຢ່າງ, ບອກ​ເຂົາ​ເຈົ້າ​ໃຫ້​ເປີດ​ພ​ຣະ​ຄຳ​ພີ​ມໍ​ມອນ, ແລະ ເລີ່ມ​ອ່ານ. ບໍ່​ດົນ​ຄວາມ​ຮູ້​ສຶກ​ເຖິງ​ຄວາມ​ສະ​ຫງົບ ແລະ ການ​ດົນ​ໃຈ​ຈາ​ມາ​ສູ່, ແລະ ການ​ແກ້​ບັນ​ຫາ​ຈະ​ເປີດ​ເຜີຍ​ເອົາເອງ.”

ເຮັດ​ໃຫ້​ການ​ອ່​ານ​ພ​ຣະ​ຄຳ​ພີ​ເປັນ​ພາກ​ສ່ວນຂອງ​ກິດ​ຈະ​ກຳ​ປະ​ຈຳ​ວັນ​ຂອງ​ທ່ານ, ແລະ ພອນ​ຕ່າງໆ​ຈະ​ເຂົ້າ​ມາ. ໃນ​ພ​ຣະ​ຄຳ​ພີນັ້ນ​ກໍ​ມີ​ສຸ​ລະສຽງເຕືອນ, ແຕ່​ຍັງ​ມີ​ການ​ໃຫ້​ກຳ​ລັງ​ໃຈ​ຫລາຍ​ນຳ​ອີກ.

ຖ້າ​ຫາກວ່າ​ພາ​ສາ​ຂອງ​ພ​ຣະ​ຄຳ​ພີ​ເບິ່ງ​ຄື​ວ່າ​ແປກໆ​ສຳ​ລັບ​ທ່ານ​ໃນ​ຕອນ​ຕົ້ນ, ອ່ານ​ຕໍ່​ໄປ. ອີກ​ບໍ່​ດົນ​ທ່ານ​ຈະ​ມາ​ຮັບ​ຮູ້​ເຖິງ​ຄວາມ​ສວຍ​ງາມ ແລະ ອຳ​ນາດ​ທີ່​ຈະ​ພົບ​ເຫັນ​ຢູ່​ໃນ​ພ​ຣະ​ຄຳ​ເຫລົ່າ​ນັ້ນ.

ໂປ​ໂລ​ໄດ້​ກ່າ​ວ​ວ່າ, “ພ​ຣະ​ຄຳ​ພີ​ທຸກ​ຕອນ​ໄດ້​ຮັບ​ການ​ບັນ​ດົນ​ໃຈ​ຈາກ​ພ​ຣະ​ເຈົ້າ, ແລະ ເປັນ​ປະ​ໂຫຍດ​ສຳ​ລັບ​ສັ່ງ​ສອນ​ຄວາມ​ຈິງ, ຕິ​ຕຽນ​ວ່າ​ກ່າວ​ຜູ້​ເຮັດ​ຜິດ, ດັດ​ແປງ​ແກ້​ໄຂ​ຄວາມ​ຜິດ, ແລະ ໃຫ້​ຄຳ​ແນະ​ນຳ​ສຳ​ລັບ​ການ​ດຳ​ເນີນ​ຊີ​ວິດ​ໃນ​ຄວາມ​ຊອບ​ທຳ.”5

ທ່ານ​ສາ​ມາດ​ທົດ​ລອງ​ຄຳ​ສັນ​ຍາ​ນີ້​​ໄດ້ສຳ​ລັບ​ຕົວ​ທ່ານ​ເອງ.

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ທີ່​ມີ​ອັນ​ຕະ​ລາຍ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ສາ​ມາດ​ພົບ​ເຫັນ​ຄວາມ​ຫວັງ ແລະ ຄວາມ​ສະ​ຫງົບ​ສຸ​ກ​ໄດ້​ສຳ​ລັບ​ຕົວ​ເຮົາ​ເອງ ແລະ ຄອບ​ຄົວ​ຂອງ​ເຮົາ. ຜູ້​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຄວາມ​ໂສກ​ເສົ້າ, ຮູ້​ສຶກ​ສິ້ນ​ຫວັງ​ໃນ​ຄວາມ​ເປັນ​ໄປໄດ້​ຂອງ​ເດັກ​ທີ່​ຖືກ​ຊ່ອຍ​ຊີ​ວິດ​ເອົາ​ໄວ້ຈາກ​ບ່ອນ​ທີ່​ໂລກ​ໄດ້​ນຳ​ເຂົ​າ​ໄປ, ຕ້ອງບໍ່​ທໍ້​ຖອຍ. “ຢ່າ​ຊູ່ຢ້ານ, ພ​ຽງ​ແຕ່​ເຊື່ອ.”6 ຄວາມ​ຊອບ​ທຳ​ນັ້ນ​ມີ​ພະ​ລັງ​ຫລາຍກວ່າ​ຄວາມ​ຊົ່ວ​ຮ້າຍ.

ເດັກ​ນ້ອຍ​ທີ່​ໄດ້​ຮັບ​ການ​ສອນ​ຄວາມ​ເຂົ້າ​ໃຈ​ເຖິງ​ເລື່ອງ​ພ​ຣະ​ຄຳ​ພີ​ແຕ່​ເຂົາ​ຍັງ​ນ້ອຍ ​ຈະໄດ້​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ເສັ້ນ​ທາງ​ທີ່​ພວກ​ເຂົາ​ຄວນ​ເດີນ​ຕາມ ແລະ ຈະຍຶດ​ໝັ້ນ​ຢູ່​ໃນ​ເສັ້ນ​ທາງ​ນັ້ນ. ຜູ້​ທີ່​ເດີນ​ອອກນອກ​ເສັ້ນທາງນັ້ນ​ຈະ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ກັບ​ຄືນ​ມາ ແລະ ດ້ວຍ​ຄວາມ​ຊ່ອຍ​ເຫລືອ, ​ຈະ​ສາ​ມາດ​ພົບ​ເຫັນ​ເສັ້ນ​ທາງທີ່​ຈະ​ກັບ​ຄືນ​ມາ.

ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໄດ້​ຕໍ່​ຕ້ານ​ສ​າດ​ສະ​ໜາ​ຈັກ​ໃນ​ໄລ​ຍ​ະ​ໜຶ່ງ ແຕ່​ຕໍ່​ມາ​ໄດ້​ກັບ​ໃຈ ແລະ ໄດ້​ປະ​ສົບ​ການ​ປ່ຽນ​ແປງ​ທີ່​ຍິ່ງ​ໃຫ​ຍ່​ຫລາຍ. ໃນ​ໜັງ​ສື​ຂອງ​ແອວ​ມາ​ເຮົາ​ອ່ານ​ວ່າ, “ພວກລູກ​ຊ​າຍ​ຂອງ​ໂມ​ໄຊ​ຢາ​ເຫລົ່າ​ນີ້ … ​ໄດ້ເຂັ້​ມ​ແຂງ​ຂຶ້ນ​ໃນ​ຄວາມ​ຮູ້ ແລະ ຄວາມ​ຈິງ; ເພາະ​ພວກ​ເຂົາ​ໄດ້​ເປັນ​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ຊຶ້ງ ແລະ ພວກ​ເຂົາ​ໄດ້​ຄົ້ນ​ຄວ້າ​ພ​ຣະ​ຄຳ​ພີ​ຢ່າງ​ພາກ​ພຽນ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ຮູ້​ພ​ຣະ​ຄຳ​ຂອງ​ພ​ຣະ​ເຈົ້າ.”7

ປະ​ທານ​ໂຈ​ເຊັບ ແ​ອັຟ ສະ​ມິດ ໄດ້​ມີ​ອາ​ຍຸ​ຫ້າ​ປີ​ເມື່ອ​ ​ໄຮ​ລຳ, ພໍ່​ຂອງ​ເພິ່ນ, ຖືກ​ຂ້າ​ຕາຍ​ໃນ​ຄຸກ​ຄາ​ດ​ເທດ. ຕໍ່​ຈາກນັ້ນ, ໂຈ​ເຊັບ​ໄດ້​ຂ້າມ​ທົ່ງ​ພຽງ​​ໄປກັບ​ແມ່​ຂອງ​ເພິ່ນທີ່​ເປັນ​ແມ່​ໝ້າຍ​.

ຕອນ​ອາ​ຍຸ 15 ປີ, ເພິ່ນ​ຖືກ​ເອີ້ນ​ໃຫ້​ໄປ​ສອນ​ສາດ​ສະ​ໜາ​ທີ່​ຮາ​ວາຍ. ເພິ່ນ​ໄດ້​ຮູ້​ສຶກວ່າ​ຫລົງ​ທາງ ແລະ ໂດຍ​ດ່ຽວ ແລະ ໄດ້​ກ່າ​ວ​ວ່າ: “ຂ້າ​ພ​ະ​ເຈົ້າ​ໜັກ​ໃຈ​ຫລາຍ. … ຂ້າ​ພ​ະ​ເຈົ້າ​ໄດ້​ຮູ້​ສຶກຄື​ກັບວ່າຂ້າ​ພະ​ເຈົ້າ​ມີ​ປົມ​ດ້ອຍ​ໃນ​ສະ​ພາບ​ຂອງ​ຄວາມ​ຍາກ​ລຳ​ບາກ​ຂອງ​ຕົນ, ຂາດສະ​ຕິ​ປັນ​ຍາ ແລະ ຄວາມ​ຮູ້, ຍັງ​ນ້ອຍ​ຢູ່, ຈົນ​ຂ້າ​ພະ​ເຈົ້າ​ບໍ່​ກ້າ​ຫລຽວ​ເບິ່ງ​ໜ້າ​ໃຜ​ເລີຍ.”

ຂະ​ນະ​ທີ່​ຄິດ​ໄຕ່​ຕອງ​ສະ​ພາບ​ການ​ທີ່​ຍາກ​ລຳ​ບາກ​ຂອງ​ເພິ່ນ​ຢູ່​ຄືນ​ໜຶ່ງ, ໂຈ​ເຊັບ​ນ້ອຍ​ໄດ້​ຝັນ​ວ່າ​ເພິ່ນ​ໄດ້​ຢູ່​ໃນ​ການເດີນ​ທາງ, ​ເດີນ​ໄປ​ຢ່າງ​ໄວ​ເທົ່າ​ທີ່​ເພິ່ນ​ເຮັດ​ໄດ້. ເພິ່ນ​ໄດ້​ຖື​ເອົາ​ຫໍ່ນ້ອຍໆ​ອັນ​ໜຶ່ງ​ໄປ​ນຳ. ​ໃນ​ທີ່​ສຸດ, ເພິ່ນ​ໄດ້​ໄປ​ເຖິງ​ຜາ​ສາດ​ທີ່​ງົດ​ງາມ​ແຫ່ງ​ໜຶ່ງ ຊຶ່ງ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ເພິ່ນ. ເມື່ອ​ເພິ່ນ​ເຂົ້າ​ໄປ, ເພິ່ນ​ໄດ້​ເຫັນ​ປ້າຍ​ນ້ອຍ​ທີ່​ອ່ານ​ວ່າ, “ຫ້ອງ​ນ້ຳ.” ເພິ່ນ​ໄດ້​ເຂົ້າ​ໄປ​ໄວໆ ແລະ ໄດ້​ລ້າງ​ຕົນ​ຕົວ. ເພິ່ນ​ໄດ້​ເປີດ​ຫໍ່​ນ້ອຍໆ​ນັ້ນ ແລະ ໄດ້​ເຫັນ​ເສື້ອ​ຜ້າ​ທີ່​ສະ​ອາດ. ເພິ່ນ​ໄດ້​ເວົ້າ​ວ່າ, “ນັ້ນ​ເປັນ​ສິ່ງ​ຂອງ​ທ່ານ​ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຫັນ​ດົນ​ນານ​ມາ​ແລ້ວ.” ເພິ່ນ​ໄດ້ໃສ່​ເສື້ອ ແລະ ຟ້າວ​ເຂົ້າ​ໄປ​ສູ່​ປະ​ຕູ​ຂອງຜາ​ສາດ.

“ຂ້າ​ພະ​ເຈົ້າ​ໄດ້​ເຄາະ​ປະ​ຕູ,” ເພິ່ນ​ໄດ້​ເວົ້າ, “ແລະ ປະ​ຕູ​ກໍ​ໄດ້​ເປີດ, ແລະ ຊາຍ​ຜູ້​ທີ່​ໄດ້​ຢືນ​ຢູ່​ທີ່​ປະ​ຕູນັ້ນ​ແມ່ນ​ ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ເພິ່ນ​ໄດ້​ຫລຽວ​ເບິ່ງ​ຂ້າ​ພະ​ເຈົ້າ ຮ້າຍ​ນ້ອຍ​ໜຶ່ງ, ແລະ ຄຳ​ທຳ​ອິດ​ທີ່​ເພິ່ນ​ໄດ້​ກ່າວນັ້ນ​ຄື: ‘ໂຈ​ເຊັບ, ເຈົ້າ​ມາ​ຊ້າ.’ ແຕ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ:

“‘ແມ່ນ​ແລ້ວ, ແຕ່​ຂ້າ​ນ້ອຍ​ສະ​ອາດ ຂ້າ​ນ້ອຍ​ສະ​ອາດ!’”8

ແລະ ມັນ​ກໍ​ເປັນ​ດັ່ງ​ນັ້ນ​ໄດ້​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ.

ຖ້າ​ຫາກ​ທ່ານ​ໄດ້ເລີ່ມ​ເດີນ​ທາງ​ໃນ​ເສັ້​ນ​ທາງ​ແຫ່ງ​ສັດ​ທາ ແລະ ຄວາມ​ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ, ຂໍ​ໃຫ້​ຍຶດໝັ້ນ​ຢູ່​ໃນ​ເສັ້ນ​ທາງນັ້ນ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່​ານ. ຂໍ​ໃຫ້​ກ້າວ​ໄປ​ໜ້າ​ຈົນ​ເຖິງ​ເວ​ລາ​ທີ່​ພ​ຣະ​ພອນຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ສູ່​ທ່ານ ແລະ ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຖືກເປີດ​ເຜີຍວ່າ​ເປັນອິດ​ທິ​ພົນ​ທີ່​ມີ​ພະ​ລັງ​ໃນ​ຊີ​ວິດ​ຂອງ​ທ່ານ.

ຖ້າ​ຫາກ​ທ່ານ​ກຳ​ລັງ​ເດີນ​ໄປ​ໃນ​ເສັ້ນ​ທາງ​ທີ່ກົງ​ກັນ​ຂ້າມ​ກັບ​ເສັ້ນ​ທາງ​ທີ່​ຊີ້ບອກ​ຢູ່​ໃນ​ພ​ຣະ​ຄຳ​ພີ, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ແນ່​ໃຈ​ໄດ້​ວ່າ​ຍັງ​ມີ​ທາງ​ກັບ​ຄືນ​ມາ​ຢູ່.

ພ​ຣະ​ເຢ​ຊູ​ຄ​ຣິດ​ໄດ້ຊີ້ບອກ​ວິ​ທີ​ທາງ​ທີ່​ແຈ້ງ​ຊັດ​ດີ​​ເພື່ອເຮົາ​ຈະ​ກັບ​ໃຈ ແລະ ເຫັນ​ການ​ປິ່ນ​ປົວ​ໃນ​ຊີ​ວິດ​ຂອງ​ເຮົາ. ການ​ປິ່ນ​ປົວ​ສຳ​ລັບ​ຄວາມ​ຜິດ​ພາດ​ທັງ​ຫລາຍ​ສາ​ມາດ​ພົນ​ເຫັນ​ໂດຍ​ການ​ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ ຜ່ານ​ການ​ອະ​ທິ​ຖານ​ສ່ວນ​ຕົວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ຄວາມ​ເຈັບ​ປ່ວຍ​ບາງ​ຢ່າງ, ໂດຍ​ສະ​ເພາະ​ຢ່າງ​ທີ່​ກ່ຽວ​ພັນ​ກັບ​ການ​ລ່ວງ​ລະ​ເມີດ​ກົດ​ທາງ​ສິ​ນ​ທຳ, ຊຶ່ງ​ຕ້ອງ​ການ​ການ​ຊ່ອຍ​ເຫລືອ ແລະ ການ​ປິ່ນ​ປົວ​ຢ່າງ​ແນ່ນອນ​ຈາກ​ນາຍ​ແພດ​ທາງວິນ​ຍານ.

ເມື່ອ​ຫລາ​ຍ​ປີ​ກ່ອນ, ຍິ່ງ​ສາວ​ຄົນ​ໜຶ່ງ ແລະ ພໍ່​ທີ່​ສູງ​ອາ​ຍຸ​ຂອງ​ນາງໄດ້​ມາ​ຫ້ອງ​ການຂອງນາງ. ນາງ​ໄດ້​ພາ​ພໍ່​ມາ​ເປັນ​​ໄລຍະທາງ​ໄກ​ຫລາຍກິ​ໂລ​ແມັດ​ເພື່ອ​ຈະ​ໄດ້​ພົບ​ເຫັນ​ຢາ​ທີ່​ຈະ​ປິ່ນ​ປົວ​ຄວາມ​ຮູ້​ສຶກ​ຜິດ​ທີ່​ລາວ​ໄດ້​ຮູ້​ສຶກ​ຢູ່. ຕອນ​ເປັນ​ບ່າວ​ລາວ​ໄດ້​ເຮັດ​ຜິດ​ພາດ​ຢ່າງ​ຮ້າຍ​ແຮງ, ແລະ ໃນຕອນ​ອາ​ຍຸ​ແກ່​ຄວາມ​ຊົງ​ຈຳ​ໄດ້​ກັບ​ມາ​ຫາ​ລາວ. ລາວ​ກຳ​ຈັດ​ຄວາມ​ຮູ້​ສຶກຜິດນັ້ນ​ບໍ່​ໄດ້. ລາວ​ຈະ​ກັບ​ຄືນ​ໄປ ແລະ ແກ້​ໄຂ​ບັນ​ຫາ​ໃນ​ໄວ​ໜຸ່ມ​ຂອງ​ລາວບໍ່​ໄດ້​ດ້ວຍ​ຕົວ​ລາວ​ເອງ, ແຕ່​ລາວ​ສາ​ມາດ​ເລີ່ມ​ຕົ້ນ​ໃໝ່​ໄດ້, ແລະ ດ້ວຍ​ຄວາມ​ຊ່ອຍ​ເຫລືອ, ລຶບ​ຄວາມ​ຮູ້​ສຶກ​ຜິດທີ່​ໄດ້​ຕິດ​ຢູ່​ກັບ​ລາວ​ເປັນ​ເວ​ລາ​ຫລາຍ​ປີ.

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ວ່າ​ໂດຍ​ການ​ສັ່ງ​ສອນ​ຫລັ​ກ​ທຳ​ທີ່​ມາ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ແກ່​ລາວ ມັນ​ໄດ້​ເປັນ​ຄື​ວ່າ​ນ້ຳ​ໜັກ​ທີ່​ຫລວງ​ຫລາຍນັ້ນ​ຖືກ​ຍົກ​ອອ​ກ​ໄປ​ຈາກ​ບ່າ​ໄຫລ່​ຂອງ​ລາວ. ເມື່ອ​ລາວ ແລະ ລູ​ກ​ສາວ​ຂັບ​ລົດ​ກັບ​ບ້ານ​ໃນ​ໄລ​ຍະ​ຫລາຍໆ​ໄມ​ນັ້ນ​, ຊາຍ​ແກ່​ຄົນ​ນັ້ນ​ໄດ້​ປະ​ຖິ້ມ​ການ​ລ່ວງ​ລະ​ເມີດ​ໃນ​ອາ​ດີດ​ຂອງ​ລາວ​ໄປ.

ຖ້າ​ຫາກ​ທ່ານ​ຈະ “ຕື່ນ​ຂຶ້ນ​ສູ່​ຄວາມ​ຮູ້​ສຶກ​ເຖິງ​ສະ​ພາບ​ອັນ​ເປັນ​ຕາ​ຢ້ານ​ຂອງ​ທ່ານ”9 ແລະ ຫວັງ​ຈະ​ກັບ​ຄືນ​ມາ​ສູ່​ສຸ​ຂະ​ພາບ​ດີ​ທາງວິນ​ຍານ, ຂໍ​ໃຫ້​ໄປ​ຫາ​ອະ​ທິ​ການ​ຂອງ​ທ່ານ. ເພິ່ນ​ຖື​ຂໍ​ກະ​ແຈ ແລະ ສາ​ມາດ​ຊ່ອຍ​ທ່ານ​ໄດ້​ໃນ​ເສັ້ນ​ທາງ​ແຫ່ງ​ການ​ກັບ​​​ໃຈ.

ການ​ກັບ​ໃຈ​ເປັນ​ເລື່ອງ​ຂອງ​ສ່ວນ​ບຸກ​ຄົນ, ແລະ ການ​ໃຫ້​ອ​ະ​ໄພ​ກໍ​ເໝືອນ​ກັນ. ພ​ຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ພຽງ​ແຕ່​​​ໃຫ້ຄົນເຮົາ​ຫັນ​ໜີ​ຈາກ​ບາບຂອງ​ເຂົາ​ເຈົ້າ, ແລະ “[ພ​ຣະ​ອົງ] ​ຈະ​ໃຫ້​ອະ​ໄພ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຂົາ​ທັງ​ໝົດ, ແລະ … ຈະ​ບໍ່​ຈື່​ຈຳ​ບາບ​ຂອງ​ເຂົາ​ອີກ​ຕໍ່​ໄປ.”10

ຂະ​ນະ​ທີ່​ຂັ້ນ​ຕອນ​ຂອງ​ການ​ກັບ​ໃຈ​ນັ້ນ​ສຳ​ເລັດ, ທ່ານ​ຈະ​ໄດ້​ມາ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງຄຳ​ສັນ​ຂອງເອ​ຊາ​ຢາ​ກ່ຽວ​ກັບ​ການ​ຊົດ​ໃຊ້​ວ່າ: “ຈົ່ງ​ມາ​ເຖີດ, ແລະ ເຮົາ​ຈະ​ໃຫ້​ເຫດ​ຜົນ​ນຳ​ກັນ, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ: ເຖິງ​ແມ່ນ​ວ່າ​ບາບ​ຂອງ​ເຈົ້າ​ນັ້ນ​ແດງ​ຊ້ຳ, ມັນ​ຈະ​ຂາວ​ດັ່ງ​ຫິ​ມະ; ເຖິງ​ແມ່ນ​ມັນ​ແດງ​​ເຂັ້ມ, ມັນ​ຈະ​ເປັນ​ດັ່ງ​ຂົນ​ແກະ.”11

ສໍ​ຖືກ​ລຶບ​ອອກ​ຈາກ​ກະ​ດານ​ໄດ້​ສັນ​ໃດ, ດ້ວຍ​ການ​ກັບ​ໃຈ​ທີ່​ຈິງ​ໃຈ​ຜົນ​ສະ​ທ້ອນ​ຂອງ​ການ​ລ່ວງ​ລະ​ເມີດ​ກໍ​ສາ​ມາດ​ຖືກ​ລຶບ​ອອກ​ໄດ້​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣ​ະ​ເຢ​ຊູຄຣິດ​ສັນ​ນັ້ນ. ຄຳ​ສັນ​ຍານັ້ນ​ແມ່ນ​ກ່ຽວ​ກັບທຸກໆ​ສະ​ພາບ​ການ.

ພ​ຣະ​ກິດ​ຕິ​ຄຸນ​ສອນ​ເຮົາ​ໃຫ້​ມີ​ຄວາມ​ສຸກ, ໃຫ້​ມີ​ສັດ​ທາ​ແທນ​ມີ​ຄວາມ​ຢ້ານ​ກົວ, ໃຫ້​ພົບ​ເຫັນ​ຄວາມ​ຫວັງ ແລະ ເອົາ​ຊະ​ນະ​ຄວາມ​ສິ້ນ​ຫວັງ, ໃຫ້​ໜີ​ໄປ​ຈາກ​ຄວາມ​ມືດ ແລະ ຫັນ​ໄປ​ສູ່​ຄວາມ​ສະ​ຫວ່າງ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ທີ່​ເປັນ​ນິດ.

ໂປ​ໂລ ແລະ ຄົນ​ອື່ນ​ໆ​ໄດ້​ເຕືອນ​ກ່ຽວ​ກັບ​ການ​ທົດ​ລອງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ ແລະ ວັນ​ເວ​ລາ​ທີ່​ຈະ​ມາ​ເຖິງ. ແຕ່​ຄວາ​ມ​ສະ​ຫງົບ​ສຸກສາ​ມາດ​ຕິດ​ຢູ່​ໃນ​ຈິດ​ໃຈ​ຂອງ​ແຕ່​ລະ​ຄົນ​ທີ່​ອ້າງ​ອີງ​ພ​ຣະ​ຄຳ​ພີ ແລະ ເປີດ​ຄຳ​ສັນ​ຍາ​ຂອງ​ການ​ປົກ​ປ້ອງ ແລະ ການ​ໄຖ່ ທີ່​ຖືກ​ສອນ​ໄວ້​ຢູ່​ໃນ​ນັ້ນ. ເຮົາ​ຂໍ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຫັນ​ໄປ​ຫາ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ພ​ຣະ​ເຢ​ຊູ​ຄ​ຣິດ, ຫັນ​ໄປ​ຫາ​ຄຳ​ສັ່ງ​ສອນ​ຂອງ​ພ​ຣະ​ອົງ​ທີ່​ພົບ​ເຫັນ​ຢູ່​ໃນ​ພ​ຣະ​ຄຳ​ພີ​ເດີມ, ພ​ຣະ​ສັນ​ຍາ​ໃໝ່, ພ​ຣະ​ຄຳ​ພີ​ມໍ​ມອນ, ພ​ຣະ​ຄຳ​ພີ Doctrine and Covenants, ​ແລະ Pearl of Great Price.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພ​ຣະ​ຄຳ​ພີ ວ່າ​ເປັນ​ຂໍ​ກະ​ແຈ​ສູ່​ການ​ປົກ​ປ້ອງ​ຂ​ອງ​ເຮົາ​ທາງວິນ​ຍານ. ຂ້າ​ພະ​ເຈົ້າ​ຍັງ​ເປັນ​ພະ​ຍານ​ອີກ ເຖິງ​ອຳ​ນາດ​ທີ່​ປິ່ນ​ປົວ​ຂອງ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, “ໂດຍ​ທາງ​ພ​ຣະ​ອົງ​ຄົນ​ທັງ​ປວງ​ຈະ​ໄດ້​ລອດ”12 ຈະ​ຖືກ​ຊ່ອຍ​ໃຫ້​ລອດ.​ ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ​ມາ​ຢູ່​ເທິງ​ໂລກ​ອີກ​ແລ້ວ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ພ​ຣະ​ກິດ​ຕິ​ຄຸນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພ​ຣະ​ອົງ. ໃນ​ພ​ຣ​ະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາແມນ.