​2010–2019
ອິດ​ທິພົນ​ທ​າງສິນ​ທຳ​ຂອງ​ສະ​ຕີ
ຕຸລາ 2013


ອິດ​ທິພົນ​ທ​າງສິນ​ທຳ​ຂອງ​​ສະ​ຕີ

ສັນ​ຊາດ​ຕະ​ຍານ​ຂອງ​ທ່ານ​ແມ່ນ​ຈະ​ເຮັດ​ສິ່ງ​ດີ ແລະ ເປັນ​ຄົນ​ດີ, ແລະ ຂະ​ນະ​ທີ່​ທ່ານ​ຕິດ​ຕາມ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ, ສິດ​ອຳ​ນາດ​ທາງ​ສິນ​ທຳ​ຂອງ​ທ່ານ ແລະ ອິດ​ທິ​ພົນ​ຂອງ​ທ່ານ​ຈະ​ຈະ​ເລີນ​ເຕີບ​ໂຕ.

ເປັນ​ເວ​ລາ​ນານ​ແສນ​ນານ​ມາ​ແລ້ວ, ສັງ​ຄົມ​ທັງ​ຫລາຍ​ໄດ້​ເພິ່ງ​ອາ​ໄສ​ອິດ​ທິ​ພົນ​ຂອງ​ບັນ​ດາ​ສະ​ຕີ. ເຖິງ​ແມ່ນ​ວ່າບໍ່​ແມ່ນ​ອິ​ດ​ທິ​ພົນ​ທີ່​ດີ​ໃນ​ສັງ​ຄົ​ມ​ພຽງ​ຢ່າງ​ດຽວ, ແຕ່​ການ​ສະ​ໜັນ​ສະ​ໜູນ​ທາງ​ສິນ​ທຳ​ທີ່​ສະ​ຕີ​ໄດ້​ໃຫ້​ນັ້ນ​ໄດ້​ພິ​ສູດວ່າ​ເປັນ​ຜົນ​ປະ​ໂຫຍດ​ພິ​ເສດ​ຕໍ່​ຄວາມ​ດີງາມ​ທົ່ວ​ໄປ. ບາງ​ທີ, ເພາະວ່າ​ມັນ​ກະຈາຍ​ໄປ​ທົ່ວ, ​ຄວາມ​ດີງາມ​ຂອງສະ​ຕີນັ້ນ​ຈຶ່ງບໍ່​ໄດ້​ຮັບ​ການ​ຮູ້​ສຶກ​ບຸນ​ຄຸນ. ຂ້າ​ພະ​ເຈົ້າ​ຢາກ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ອິດ​ທິ​ພົນ​ຂອງ​ສະ​ຕີ​ຜູ້​ປະ​ເສີດ, ຊີ້ບອກ​ປັດ​ສະ​ຍາ ແລະ ແນວ​ໂນ້ມ​ທີ່​ຈະ​ທຳ​ຮ້າຍຄວາມ​ເຂັ້ມ​ແຂງ ​ແລະ ຕຳ​ແໜ່​ງ, ​ແລະ ສຽງ​ອ້ອນວອນ​ຕໍ່​ສະ​ຕີ​ທັງ​ຫລາຍ​ໃຫ້​ພັດ​ທະ​ນາ​ອຳ​ນາດ​ທາງ​ສິນ​ທຳ​ທີ່​ມີ​ມາ​ຕັ້ງ​ແຕ່​ເກີດ​ພາຍ​ໃນ​ຕົວຂອງ​ພວກ​ນາງ.

ສະ​ຕີ​ໄດ້​ເກີດ​ມາ​ດ້ວຍ​ຄຸນ​ນະ​ທຳ​ບາງ​ຢ່າງ, ຄືຂອງ​ປະ​ທານ​ແຫ່ງ​ສະ​ຫວັນ​ທີ່​ເຮັດ​ໃຫ້​ພ​ວກ​ນາງຊຳ​ນານ​ໃນ​ການ​ໃຫ້​ກຳ​ລັງ​ໃຈ ດັ່ງ​ຄຸນ​ນະ​ພາບ​ຂອງ​ສັດ​ທາ, ຄວາມ​ກ້າຫານ, ຄວາມ​ເຫັນ​ອົກ​ເຫັນ​ໃຈ, ແລະ ຄວາ​ມ​ພັດ​ທະ​ນາ​ໃນ​ຄວາມ​ສຳ​ພັນ ແລະ ວັດ​ທະ​ນະ​ທຳຕ່າງໆ. ເມື່ອ​ສັນ​ສະ​ເສີນ “​ທາທີ​ທີ່ບໍ່​ຫວັ່ນ​ໄຫວ” ທີ່​ເພິ່ນ​ໄດ້​ພົບເຫັນ​ໃນ​ຕົວ​ຂອງຕີ​ໂມ​ທຽວ, ໂປ​ໂລໄດ້​ເຫັນ​ວ່າ​ສັດ​ທານີ້ “ເປັນ​ຄວາມ​ເຊື່ອ​ຢ່າງ​ທີ່​ນາງ​ໂລ​ອິດ​ແມ່​ເຖົ້າ​ຂອງ​ເຈົ້າ​ ແລະ ນາງ​ເອີ​ນິດ​ແມ່​ຂອງ​ເຈົ້າ​ໄດ້​ມີ​ຄື​ກັນ.”1

ເມື່ອ​ຫລາຍ​ປີ​ກ່ອນ​ຕອນ​ອາ​ໄສ​ຢູ່​​ປະ​ເທດ​ແມັກ​ຊີ​ໂກ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ດ້ວຍຕົວ​ເອງ​ເຖິງ​ສິ່​ງ​ທີ່​ໂປ​ໂລໝາຍ​ເຖິງ. ຂ້າ​ພະ​ເຈົ້າ​ຈຳ​ແມ່​ໜຸ່ມ​ຄົນ​ໜຶ່ງ​ໄດ້, ໜຶ່ງ​ໃນ​ບັນ​ດາສະ​ຕີທັງ​ຫລາຍ​ຂອງ​ສາດ​ສະ​ໜາ​ຈັກ​ຢູ່​ປະ​ເທດ​ແມັກ​ຊີ​ໂກ ຜູ້​ທີ່​ມີ​ສັດ​ທາ​ໃນ​ພ​ຣະ​ເຈົ້າທີ່​ເຮັດ​ໃຫ້​ຊີ​ວິດ​ຂອງ​ພວກ​ນາງ​ດີ​ເດັ່ນຢ່າງ​ທຳ​ມະ​ຊາດ ຈົນ​ວ່າ​ພວກ​ນາງ​ເບິ່ງ​ຄື​ວ່າບໍ່​ຮູ້​ສຶກ​ເຖິງ​ມັນ​ເລີຍ. ສະ​ຕີ​ຜູ້​ສວຍ​ງາມ​ຄົນ​ນີ້​ສະ​ແດງ​ໃຫ້​ເຫັນ​ສິ​ດ​ອຳ​ນາດ​ທາງ​ສິນ​ທຳ​ທີ່​ເກີດ​ຈາກ​ຄວາມ​ດີ​ງາມ​ທີ່​ໄດ້ມີອິດ​ທິ​ພົນຕໍ່ທຸ​ກ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ນາງ​ເພື່ອ​ຄວ​າມ​ດີ. ນາງ​ພ້ອມ​ດ້ວຍ​ສາມີໄດ້​ເສຍ​ສະ​ລະ​ຄວາມ​ມ່ວນ​ຊື່ນ ແລະ ຊັບ​ສິນ​ຫລາຍ​ຢ່າງ​ສຳ​ລັບ​ລະ​ດັບ​ຄວາມ​ສຳ​ຄັນ​ທີ່​ສູງກວ່າ​ຂອງ​​ເຂົາ​ເຈົ້າ, ໂດຍບໍ່​ລັ່ງ​ເລ​ໃຈ​ຫ​ຍັງ​ເລີຍ. ຄວາມ​ສາ​ມາດ​ຂອງ​ນາງ​ທີ່​ຈະ​ປະ​ຕິ​ບັດ​ຄຸນ​ງາມ​ຄວາມ​ດີ​ຂອງ​ການ​ຍົກ, ກົ້ມ, ແລະ ຄວາມ​ສົມ​ດູນ​ກັບ​ລູກໆ​ຂອງ​ນາງນັ້ນເກືອບ​ໃກ້​ເປັນ​ຍອດ​ມະ​ນຸດ. ນາງ​ໄດ້​ມີ​ໜ້າ​ທີ່​ຮັບ​ຜິບ​ຊອບ​ຫລາຍ​ຢ່າງ ແລະ ວຽກ​ຂອງ​ນາງ​ສ່ວນ​ຫລ​າຍ​ກໍ​ຈະ​ຊ້ຳ​ຊາກ ແລະ ໜ້າ​ເບື່ອ, ແຕ່​ນາງ​ຍັງ​ມີ​ຄວາມ​ສະ​ຫງົບ​ທີ່​ສວຍ​ງາມ, ຄວາມ​ຮູ້​ສຶກ​ທີ່​ວ່າ​ນາງ​ໄດ້​ເຮັດ​ວຽກ​ງານ​ຂອງ​ພ​ຣະ​ເຈົ້າ​ຢູ່. ເໝືອນ​ດັ່ງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ, ຈິດ​ໃຈ​ຂອງ​ນາງ​ຖືກ​ຍົກ​ລະດັບ​ຂຶ້ນ​ຜ່ານ​ການ​ຮັບ​ໃຊ້ຄົນ​ອື່ນ ແລະ ການ​ເສຍ​ສະ​ລະ​. ນາງ​ໄດ້​ເປັນ​ຕົວ​ຢ່າງ​ຂອງ​ຄວາມ​ຮັກ​ແທ້ໆ.

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ເປັນ​ພິ​ເສດ​ໂດຍ​ອິດ​ທິ​ພົນ​ທາງ​ສິນ​ທຳ​ຂອງ​ບັນ​ດາ​ສະ​ຕີ, ໂດຍ​ສະ​ເພາະ​ແລ້ວ ແມ່ນຈາກ​ແມ່ ແລະ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ. ໃນ​ບັນ​ດາ​ສະຕີ​ທັງ​ຫລາຍທີ່​ຂ້າ​ພະ​ເຈົ້າ​ມອງ​ຫາ​ໃນ​ຄວາມ​ກະ​ຕັນ​ຍູ​ຄື​ ນາງ​ແອນ​ນາ ເດນ​ສ໌. ແອນ​ນາ ແລະ ເຮັນຣີ, ສາ​ມີ​ຂອງ​ນາງ, ແລະ ລູກ​ສີ່​ຄົນ​ຂອງ​ເຂົາ​ເຈົ້າ​ໄດ້​ເປັນ​ນັກ​ບຸກ​ເບີກ​ໃນ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ລັດ​ນິວ​ເຈີ​ຊີ ທີ່​ສະ​ຫະ​ລັດ​ອາ​ເມ​ຣິ​ກາ. ເກີນກວ່າ​ 50 ປີ, ເລີ່ມ​ຕົ້ນ​ຕັ້​ງ​ແຕ່​ປີ 1930, ຕອນ​ເຮັນ​ຣີ​ຍັງ​ໄດ້​ເປັນ​ນັກ​ສຶກ​ສາ​ການ​ແພດ​ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ຣັດ​ເກີ, ລາວ ແລະ ນາງ​ແອນ​ນາ​ໄດ້​ເຮັດ​ວຽກ​ຢ່າງ​ບໍ່​ຢຸດຢັ້ງ​ກັບ​ອົງ​ການ​ໃນໂຮງ​ຮຽນ ແລະ ພົນ​ລະ​ເມືອງ​ໃນ​ເມືອງ​ເມ​ທູ​ກັນ, ບ່ອນ​ທີ່​ເຂົາ​ເຈົ້າ​ອາ​ໄສ​ຢູ່, ເພື່ອ​ຈະ​ເອົາ​ຊະ​ນະ​ອະ​ຄະ​ຕີ​ຢ່າງ​ແຮງ​ກ້າ​ທີ່​ໄດ້​ມີ​ຕໍ່​ຊາວ​ມໍ​ມອນ ແລະ ເພື່ອ​ເຮັດ​ໃຫ້​ຊຸມ​ຊົນ​ເປັນ​ບ່ອນ​ທີ່​ດີກວ່າ​ສຳ​ລັບ​ພໍ່​ແມ່​ທຸກ​ຄົນ​ທີ່​ຈະ​ລ້ຽງ​ດູ​ລູກໆ​ຂອງ​ເຂົາ​ເຈົ້າ.

ຍົກ​ຕົວຢ່າງ, ນາງ​ແອນ​ນາ ​ໄດ້​ອາສາ​ສະໝັກ​ທີ່ Metuchen YMCA ​ແລະ ​ເຮັດ​ໃຫ້​ຕົນ​ເອງຂາດ​ບໍ່​ໄດ້. ພາຍ​ໃນ​ປີນັ້ນ ນາງ​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ປະທານ​ຂອງ​ຄະ​ນະ​ຊ່ອຍ​​ເຫລືອງານ​ແມ່. ​ແລ້ວນາງ​ຖືກຂໍ​ຮ້ອງ​ໃຫ້ສະ​ໝັກ​ເອົາ​ໜຶ່ງ​ໃນ​ສາມ​ຕຳ​ແໜ່ງ​ຂອງ​ສະ​ຕີ​ໃນ​ກຸ່ມ​ຄະ​ນະ​ກຳ​ມະ​ການ​ຂອງ​ຜູ້​ອຳ​ນວຍການ. ນາງ​ໄດ້​ຊະ​ນະ​ໂດຍບໍ່​ມີ​ການ​ຂັດ​ຄ້ານ, ແລະ ນ​າງໄດ້​ເຂົ້າ​ຮ່ວມ​ໃນ​ສະ​ພາ​ ທີ່​ເມື່ອ​ສາມ​ສີ່​ປີ​ກ່ອນ​ໜ້ານັ້ນ​ໄດ້​ປະ​ຕິ​ເສດບໍ່​ໃຫ້​ໄພ່​ພົນຍຸກ​ສຸດ​ທ້າຍ​​ມາປະ​ຊຸມ​ກັນ​ຢູ່​ທີ່​ອາ​ຄານ​ຂອງ​ເຂົາ​ເຈົ້າ!”2

​ຄອບຄົວ​ຂອງ​ຂ້າພະ​ເຈົ້າ​ໄດ້​ຍ້າຍ​ໄປ​ຢູ່ຫວອດ ນິວບຣັນສະ​ວິກ ຕອນ​ທີ່​ຂ້າພະ​ເຈົ້າ​ເປັນ​ໄວ​ລຸ້ນ. ຊິດ​ສະ​ເຕີ ເດນ​ສ໌ ​ໄດ້​ເຫັນ​ຂ້າພະ​ເຈົ້າ ​ແລະ ​​ໄດ້​ໝັ້ນ​ໃຈ​ກັບ​ຄວາມ​ສາມາດ​ຂອງ​ຂ້າພະ​ເຈົ້າ, ຊຶ່ງ​ດົນ​ໃຈ​ຂ້າພະ​ເຈົ້າ​ໃຫ້​​ເອື້ອມຂຶ້ນສູງ—ສູງ​ກວ່າ​ຕອນ​ບໍ່​​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ນາງ. ເທື່ອ​ໜຶ່ງ, ເປັນ​ເພາະ​ຄວາມ​ຄິດ ແລະ ການ​ຕັກ​ເຕືອນ​ທີ່​ເໝາະ​ກັບເວ​ລາ​ຈາກ​ນາງ, ຂ້າພະ​ເຈົ້າ​ໄດ້​ຫລີກ​ເວັ້ນຈາກ​ສະຖານະ​ການ​ທີ່​ອາດ​ເຮັດ​ໃຫ້​ຂ້າພະ​ເຈົ້າກິນ​ແໜງ. ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ລອດ​ພົ້ນ​ມາ​​ຈາກການ​ເຮັດ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ຂ້າ​ພ​ະ​ເຈົ້າ​ເສຍ​ໃຈ. ເຖິງ​ແມ່ນ​ວ່າ​ນາງໄດ້​ເສຍ​ຊີ​ວິດ​ໄປແລ້ວ, ​ແຕ່ອິດ​ທິ​ພົນ​ຂອງນາງ​ແອ​ນ​ນາ​ ເດນ​ສ໌ ​ຍັງຖືກ​ຮູ້​ສຶກ​ເຖິງ ແລະ ສະ​ທ້ອນ​ເຖິງ​ຢູ່​ໃນ​ຊີ​ວິດ​ຂອງ​ລູກ​ຫລານຂອງ​ນາງ ແລະ ອີກ​ຫລາຍ​ຄົນ​ຈົນ​ນັບ​ບໍ່​ຖ້ວນ, ຮ່ວມ​ທັງ​ຂ້າພະ​ເຈົ້າ​ເອງ.

ແມ່​ເຖົ້າ​ຂອງ​ຂ້າ​ພະ​ເຈົ້າ ນາ​ງ​ອາ​ດີ​ນາ ວໍ​ນິກ ສະ​ເວັນ​ສັນ ໄດ້​ສອນຂ້າ​ພະ​ເຈົ້າ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ການ​ຮັບ​ໃຊ້​ຂອງ​ຖາ​ນະ​ປະ​ໂລ​ຫິດ. ເພິ່ນ​ໄດ້​ຊຸກ​ຍູ້​ຂ້າ​ພະ​ເຈົ້າ​ໃຫ້​ທ່ອງ​ຈຳ​ຄຳ​ອະ​ທິ​ຖານ​ໃຫ້​ພອນ​ເຂົ້າ​ຈີ່ ແລະ ນ້ຳ​ສິ​ນ​ລະ​ລຶກ, ໂດຍ​ອະ​ທິ​ບາຍ​ວ່າ​ໃນ​ວິ​ທີນີ້​ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ກ່າວ​ມັນ​ອອກ​ມາ​ດ້ວຍ​ຄວາມ​ເຂົ້າ​ໃຈ​ ແລະ ຄວາ​ມ​ຮູ້​ສຶກຫລາຍ​ຂຶ້ນ. ການ​ສັງ​ເກດ​ວິ​ທີ​ທີ່​ເພິ່ນ​ໄດ້​ສະ​ໜັບ​ສະ​ໜູນ​ພໍ່​ເຖົ້າ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ເປັນ​ປິ​ຕຸ​ຂອງ​ສະ​ເຕກ, ໄດ້​ກໍ່​ໃຫ້​ເກີດ​ຄວາມ​ຄາ​ລະ​ວະສຳ​ລັບ​ສິ່ງ​ສັກ​ສິດ​ໃນ​ຕົວ​ຂ້າ​ພະ​ເຈົ້າ. ແມ່​ຕູ້​ສະ​ເວັນ​ສັນບໍ່​ເຄີຍ​ຮຽນ​ຂັບ​ລົດ, ​ແຕ່​ເພິ່ນ​ຮູ້ຈັກ​ວິທີ​ທີ່​ຈະ​ຊ່ອຍ​ເດັກນ້ອຍ​ຜູ້​ຊາຍ​ໃຫ້​ຮູ້ຈັກ​ການ​ເປັນ​ຊາຍ​ຂອງ​ຖານະ​ປະ​ໂລຫິດ.

ຈະ​ບໍ່​ໄດ້​ຮູ້​ສຶກອິດ​ທິ​ພົນ​ທາງ​ສິນ​ທຳ​ຂອງ​ສະ​ຕີ​ຄົນ​ໜຶ່ງໃນ​ສະ​ຖານ​ທີ່​ອື່ນຫລາຍໄປ​ກວ່າ​ໃນ​ບ້ານ. ​ໃນ​ການ​ລ້ຽງ​ດູ​ລູກໆ​ ຈະ​ບໍ່​ມີ​ບັນ​ຍາ​ກາດ​ໃດ​ດີ​ໄປ​ກວ່າ​ຄອບ​ຄົວ​ຕາມ​ປະ​ເພ​ນີ, ບ່ອນ​ທີ່​ພໍ່​ ແລະ ແມ່​ສາ​ມັກ​ຄີ​ກັນ​ໃນ​ຄວາມ​ປອງດອງ​ທີ່​ຈະ​ຈັດ​ຫາ​ໃຫ້, ສັ່ງ​ສອນ, ແລະ ບຳ​ລຸງ​ລ້ຽງ​ລູກໆ​ຂອງ​ເຂົາ​ເຈົ້າ. ເມື່ອສະ​ພາບ​ຂອງຄອບ​ຄົວ​ທີ່​ສົມ​ບູນ​ເກີດ​ຂຶ້​ນບໍ່​ໄດ້, ຜູ້​ຄົນ​ກໍ​ພາ​ກັນ​ພະ​ຍາ​ຍາມ​ທີ່​ຈະເອົາ​ແບບ​​ຢ່າງຂອງ​ຜົນ​ປະ​ໂຫຍດ​ທີ່​ດີ​ເທົ່າ​ທີ່​ເຮັດ​ໄດ້​ໃນ​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ​ເອງ.

ບໍ່​ວ່າ​ສະ​ພາບ​ການ​ນັ້ນ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ແມ່​ສາ​ມາດ​ໃຊ້​ອິດ​ທິ​ພົນ​ທີ່ບໍ່​​ມີໃຜ​ມາ​ທຽບ​ໄດ້ ໃນ​ຄວາ​ມ​ສຳ​ພັນ​ໃດ​ມາ​ເທົ່າ. ໂດຍ​ອຳນາດ​ຂອງ​ຕົວ​ຢ່າງ​ ແລະ ການ​ສັ່ງ​ສອນຂອງ​ນາງ, ລູກ​ຊາຍ​ຂອງ​ນາງ​ຮຽນ​ຮູ້​ທີ່​ຈະ​ນັບ​ຖື​ຄວາມ​ເປັນ​ສະ​ຕີ ແລະ ເອົາ​ລະ​ບຽບ​ວິ​ໃນ ແລະ ມາດ​ຕະ​ຖານ​ທີ່​ສູງ​ທາງ​ສິນ​ທຳ​ເຂົ້າ​ຮ່ວມ​ກັນ​ໃນ​ຊີ​ວິດ​ຂອງ​ພວກ​ເຂົາ​ດ້ວຍ. ລູກ​ສາວ​ຂອງ​ນາງ​ຮ​ຽນ​ຮູ້​ທີ່​ຈະ​ພັດທະນາ​ຄຸນ​ນະ​ທຳ ​ແລະ ທີ່​ຈະ​ຍຶດໝັ້ນກັບ​ສິ່ງ​ທີ່​ຖືກຕ້ອງ, ​ເທື່ອ​​ແລ້ວ​ເທື່ອ​ອີກ, ​ເຖິງ​ແມ່ນ​ຄົນ​ອື່ນ​ບໍ່​ນິຍົມ​ກໍ​ຕາມ. ຄວາມ​ຮັກ ​ແລະ ຄວາມຄາດ​ຫວັງ​ສູງ​ຂອງ​ແມ່​ຈະ​ນຳ​ພາ​ລູກໆ​ຂອງ​ນາງ​ໃຫ້​ກະທຳດ້ວຍ​ຄວາມ​ຮັບຜິດຊອບ ​ໂດຍບໍ່​ມີຂໍ້​ແກ້​ຕົວ, ໃຫ້​ເອົາ​ຈິງ​ເອົາ​ຈັງ​ກ່ຽວ​ກັບ​ການ​ສຶກ​ສາ ແລະ ຄວາມ​ພັດ​ທະ​ນາ​ສ່ວນ​ຕົວ, ແລະ ​ຕໍ່​ຄວາ​ມ​ຜາ​ສຸກ​ຂອງ​ຄົນ​ອື່ນທີ່ຢູ່​ອ້ອມ​ຮອບ. ຄັ້ງໜຶ່ງ ແອວ​ເດີ ນຽວ ເອ ແມັກ​ສະ​ແວວ​ ໄດ້​ຖາມ​ວ່າ: “ເມື່ອ​ປະ​ຫວັດ​ສາດ​ຂອງ​ມະ​ນຸດ​ຖືກ​ເປີດ​ເຜີຍ​ຢ່າງ​ຄົບ​ຖ້ວນ, ມັນ​ຈະສະ​ແດງ​ເຖິງ​ສຽງ​ປືນ ຫລື ສຽງ​ທີ່ດົນ​ໃຈ​ຂອງ​ເພງ​ກ່ອມ​ເດັກ? ການ​ຢຸດ​ລົບ​ຊົ່ວ​ຄາວ​ທີ່ກອງ​ທັບ​ທະ​ຫານ ຫລື ​ການ​ສ້າງຄວາມ​ສະ​ຫງົບ​ຂອງສະ​ຕີ​ໃນ​ບ້ານ​ເຮືອນ ແລະ ໝູ່​ບ້ານ? ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ອູ່ ແລະ ເຮືອນ​ຄົວ​ຈະພິ​ສຸດ​ວ່າ​ມີອິດ​ທິ​ພົນ​ຫລາຍກວ່າ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ສະ​ພາຂອງ​ລັດ​ຖະ​ບານ​ບໍ?”3

ບົດ​ບາດ​ຂອງ​ສະ​ຕີ​ໃນ​ການ​ສ້າງ​ຊີ​ວິດ​ເປັນ​ສິ່ງ​ທີ່​ສັກ​ສິດ​ທີ່​ສຸດ. ເຮົາ​ຮູ້​ວ່າ​ສຸ​ຂະ​ພາບທາງ​ຮ່າງ​ກາຍຂອງ​ເຮົາ​ມີ​ຕົ້ນ​ກຳ​ເນີດ​ແຫ່ງ​ສະ​ຫວັນ4 ແລະ ວ່າ​ຕ້ອງປະສົບ​ທັງ​ຮ່າງ​ກາຍ ແລະ ການ​ເກີດ​ໃໝ່ທາງວິນ​ຍານເພື່ອ​ຈະ​ໄດ້​ບັນ​ລຸ​ຂອບ​ເຂດ​ທີ່​ສູງ​ສຸ​ດໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ຂ​ອງ​ພ​ຣະ​ເຈົ້າ.5 ສະ​ນັ້ນ, ສະ​ຕີ​ມີ​ພາກສ່ວນທີ່​ສຳ​ຄັນ​ສຸດ, ບາງ​ເທື່ອ​ຈົນ​ໄດ້​ສ່ຽງ​ຊີ​ວິດ​ຂອງ​ພວກ​ນາງ​ເອງ, ໃນ​ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພ​ຣະ​ເຈົ້າ​ໃນ​ການ “ກໍ່​ໃຫ້​ເກີດ​ຄວາມ​ເປັນ​ອຳ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ.”6 ໃນ​ຖາ​ນະ​ແມ່​ຕູ້​, ແມ່, ແລະ ຕົວ​ຢ່າງ, ສະ​ຕີ​ໄດ້​ເປັນ​ຜູ້​ຮັກ​ສາ​ແຫລ່ງ​ກຳ​ເນີດ​ຂອງ​ຊີ​ວິດ, ການ​ສັ່ງ​ສອນ​ແຕ່​ລະ​ລຸ້ນ​ຄົນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຄວາມ​ບໍ​ລິ​ສຸດ​ທາງ​ເພດ—ຂອງ​ພົມ​ມະ​ຈັນ​ກ່ອນ​ແຕ່ງ​ງານ ແລະ ຄວາມ​ຊື່​ສັດ​ພາຍ​ໃນ​ຊີ​ວິດ​ແຕ່ງ​ງານ. ໃນ​ວິ​ທີ​ທາງນີ້, ພວກ​ນາງ​ໄດ້​ເປັນ​ອິ​ດ​ທິ​ພົນ​ທີ່​ສຸ​ພາບ​ສີ​ວິ​ໄລ​ໃນ​ສັງ​ຄົມ; ພວກ​ນາງ​ໄດ້​ນຳ​ຄວາມ​ດີ​ທີ່​ສຸດໃນ​ບັນ​ດາ​ບຸ​ລຸດ​ອອກ​ມາ; ພວກ​ນາງ​ໄດ້​ຮັກ​ສາ​ບັນ​ຍາ​ກາດ​ທີ່​ດີ​ງາມ​ເອົາ​ໄວ້ ບ່ອນ​ທີ່ຈະລ້ຽງ​ດູ​ລູກໆ​ທີ່​ມີ​ສຸ​ຂະ​ພາບ​ດີ ແລະ ມີ​ຄວາມ​ໝັ້ນ​ໃຈ.

ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ບໍ່​ຢາກ​ຈະ​ຍ້ອງ​ຍໍພວກ​ທ່ານ​ຫລາຍເກີນ​ໄປ ດັ່ງ​ທີ່​ເຮົາ​ເຮັດ​ໃນ​ຄຳ​ປາ​ໄສ​ໃນວັນ​ຂອງ​ແມ່​ທີ່​ເຮັດ​ໃຫ້​ພວກ​ທ່ານບໍ່​ສະ​ບາຍ​ໃຈ. ທ່ານບໍ່​ຕ້ອງ​ດີ​ພ້ອມ​ທຸກ​ຢ່າງ;7 ຂ້າ​ພະ​ເຈົ້າ​ບໍ່​ໄດ້​ອ້າງວ່າ​ພວກ​ທ່​ານດີ​ພ້ອມ (ຍົກ​ເວັ້ນເສຍ​ແຕ່​ສະ​ຕີຄົນ​ໜຶ່ງ​ທີ່​ນັ່ງ​ຢູ່​ໃກ້ໆ​ໃນ​ເວ​ລານີ້). ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ຈະ​ເວົ້າ​ນັ້ນ​ຄື​ວ່າ ບໍ່​ວ່າ​ທ່ານ​ຈະ​ເປັນ​ໂສດ ຫລື ແຕ່ງ​ງານ​ແລ້ວ, ບໍ່​ວ່າ​ທ່ານ​ຈະ​ມີ​ລູກ ຫລື ບໍ່, ບໍ່​ວ່າ​ທ່ານ​ຈະ​ແກ່​ຕົວ, ຍັງ​ໜຸ່ມ ຫລື ໃນ​ເຄິ່ງ​ໄວ, ສິດ​ອຳ​ນາດ​ທາງ​ສິນ​ທຳ​ຂອງ​ທ່ານນັ້ນ​ສຳ​ຄັນ​ຫລາຍ ແລະ ບາງ​ທີ​ເຮົາ​ໄດ້​ເລີ່ມບໍ່​ເຫັນ​ຄຸນ​ຄ່າຂອງ​ທ່ານ ແລະ ອິດ​ທິ​ພົນ​ຂອງ​ທ່ານ. ແນ່ນອນ​ວ່າ​ມີ​ແນວ​ໂນ້ມ ແລະ ພະ​ລັງ​ທີ່​ຈະ​ເຮັດ​ໃຫ້​ອິດ​ທິ​ພົນ​ຂອງ​ທ່ານ​ມີ​ໜ້ອຍ​ລົງ ແລະ ແມ່ນ​ແຕ່​ຈະ​ກຳ​ຈັດ​ອິດ​ທິ​ພົນ​ຂອງ​ທ່ານ​ຊ້ຳ​ໄປ, ຈົນ​ເປັນ​ອັນ​ຕະ​ລາຍ​ຕໍ່​ສ່ວນ​ບຸກ​ຄົນ, ຄອບ​ຄົວ, ແລະ ສັງ​ຄົມ​ໂດຍທົ່ວ​ໄປ. ຂ້າ​ພ​ະ​ເຈົ້າ​ຂໍ​ກ່າວ​ເຖິງ​ການ​ລະ​ມັດ​ລະ​ວັງ ແລະ ການ​ຕັກ​ເຕືອນ​ສາມ​ຢ່າງ.

ປັດ​ສະ​ຍາ​ທີ່ອັນ​ຕະ​ລາຍທີ່​ທຳ​ລາຍ​ອິດ​ທິ​ພົນ​ທາງ​ສິນ​ທຳ​ຂອງ​ສະ​ຕີ​ຄື​ການ​ຫລຸດ​ຄຸນ​ຄ່າຂອງ​ການ​ແຕ່ງ​ງານ ແລະ ຄວາມ​ເປັນ​ແມ່ ແລະ ການ​ສ້າງ​ສາ​ບ້ານ​ເຮືອນ​ວ່າ​ເປັນ​ອາ​ຊີບ. ​ທັດ​ສະ​ນະ​ຂອງບຸກ​ຄົນ​ທີ່​ເຊື່ອ​ໃນ​ຄວາມ​ເໝີ​ພາບ​ລະ​ຫວ່າງ​ຊາຍ ແລະ ຍິງ​ເຫັນການ​ສ້າງ​ບ້ານ​ເຮືອນດ້ວຍການ​ດູ​ຖູກ, ໂຕ້​ຖຽງ​ວ່າ​ມັນ​ຫລຸດ​ກຽດ​ຂອງ​ສະ​ຕີ ແລະ ວ່າ​ການ​ຮຽກ​ຮ້ອງ​ທີ່ບໍ່​ຫລົດ​ລະ​ຂອງ​ການ​ລ້ຽງ​ດູ​ລູກໆ​ນັ້ນ​ເປັນການ​ປະ​ຕິ​ບັດ​ທີ່ບໍ່​ຍຸດ​ຕິ​ທຳ.8 ເຂົາ​ເຈົ້າເຍາະ​ເຍີ້ຍ​ສິ່ງ​ທີ່ເຂົາ​ເຈົ້າອ້າງວ່າ​ເປັນ​ “ເສັ້ນ​ທາງອາ​ຊີບ​ສຳ​ລັບ​ຜູ້​ຍິງ​ທີ່​ຕ້ອງ​ເສຍ​ສະ​ລະ​ເພື່ອ​ອຸ​ທິດ​ຕົນ​ລ້ຽງ​ລູກ.” ສິ່ງ​ນີ້ບໍ່​ຍຸດ​ຕິ​ທຳ ຫລື ຖືກ​ຕ້ອງ. ເຮົາ​ບໍ່​ໄດ້​ຫລຸດ​ຄຸນ​ຄ່າ​ຂອງ​ສິ່ງ​ທີ່​ສະ​ຕີ ຫລື ບຸ​ລຸດໄດ້​ສຳ​ເລັດ​ ບໍ່​ວ່າ​ໃນ​ຄວາມ​ພະ​ຍາ​ຍາມ ຫລື ອາ​ຊີບ​ທີ່​ມີ​ຄຸນ​ຄ່າໃດໆ​ກໍ​ຕາມ—ຊຶ່ງ​ເຮົາ​ທຸກ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຄວາມ​ສຳ​ເລັດ​ຜົນ​ເຫລົ່ານັ້ນ—ແຕ່​ຍັງ​ຮັບ​ຮູ້​ວ່າບໍ່​ມີ​ສິ່ງ​ໃດ​ດີ​ກວ່າ​ການ​ເປັນ​ແມ່ ແລະ ການ​ເປັນ​ພໍ່​ໃນ​ຊີ​ວິດ​ແຕ່ງ​ງານ. ບໍ່​ມີ​ອາ​ຊີບ​ໃດ​ສູງ​ສົ່ງ​ກວ່າ, ແລະ ບໍ່​ມີ​ເງິນ​ຈຳ​ນວນ​ໃດ, ສິ​ດ​ອຳ​ນາດ, ຫລື ການ​ສັນ​ລະ​ເສີນ​ໃດ​ໆ​ທາງ​ສັງ​ຄົມ​ຈະ​ສາ​ມາດ​ເປັນ​ສິ່ງ​ຍິ່ງ​ໃຫ​ຍ່ກວ່າ​ລາງວັນ​ທີ່​ສູ​ງ​ສຸດ​ຂອງ​ຄອບ​ຄົວ. ບໍ່​ວ່າ​ສິ່ງ​ອື່ນ​ໃດ​ທີ່​ສະ​ຕີ​ອາດຈະ​ສຳ​ເລັດ, ອິດ​ທິ​ພົນ​ທາງ​ສິນ​ທຳ​ຂອງ​ນາງຈະ​ຖືກ​ນຳ​ໃຊ້​ໄດ້​ຫລາຍ​ກວ່າ​ຢູ່​ໃນ​ຄອບ​ຄົວນັ້ນ​ເອງ.

ທັດ​ສະ​ນະ​ຄະ​ຕິ​ທີ່​ມີ​ຕໍ່​ລັກ​ສະ​ນະ​ທາງ​ເພດ​ຂອງ​ມະ​ນຸດ​ຂົ່​ມ​ຂູ່​ສິດ​ອຳ​ນາດ​ທາງ​ສິນ​ທຳ​ຂອງ​ສະ​ຕີ​ໃນ​ຫລາຍໆ​ດ້ານ. ການ​ເລືອກ​ແທ້ງ​ລູກ​ສຳ​ລັບ​ຄວາມ​ສະ​ດວກ​ສ່ວນ​ຕົວ ຫລື ທາງ​ສັງ​ຄົມໂຈມ​ຕີ​ຫົວ​ອົກ​ຂອງ​ອຳ​ນາດ​ອັນ​ສັກ​ສິດ​ທີ່​ສຸດ​ຂອງ​ສະ​ຕີ ແລະ ທຳ​ລາຍ​ສິດ​ອຳ​ນາດ​ທາງ​ສິນ​ທຳ​ຂອງ​ນາງ. ສິ່ງ​ດຽວ​ກັນ​ນີ້​ກໍ​ຈິງ​ກ່ຽວ​ກັບ​ຄວາມ​ອະ​ທຳ​ທາງ​ເພດ ​ແລະ ການ​ນຸ່ງ​ຖື​ທີ່​ເປີດ​​ແປນ ຊຶ່ງ​ບໍ່​ພຽງ​ແຕ່ຫລຸດ​ຄ່າ​ຂອງ​ຜູ້ຍິງ​ເທົ່າ​ນັ້ນ, ​ແຕ່​ສົ່ງ​ເສີມ​ຄວາມ​ຕົວະ​ອີກ ວ່າ​ລັກສະນະ​ທາງເພດ​ຂອງ​ຜູ້ຍິງບົ່ງ​ບອກ​ເຖິງຄຸນຄ່າ​ຂອງ​ນາງ.

ໄດ້​ມີ​ຫລັ​ກ​ທຳ​ຕາມ​ວັດ​ທະ​ນະ​ທຳທີ່​ນຳ​ໃຊ້​ຢ່າງບໍ່​ເປັນ​ທຳ ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ​ທີ່​ເອີ້ນ​ກັນ​ວ່າ “ມາດຕະ​ຖານ​ສອງ​ດ້ານ” ທີ່​ໄດ້​ຄາດ​ຫວັງ​ໃຫ້​ສະ​ຕີລະ​ມັດ​ລະ​ວັງ​ທາງ​ເພດ ໃນ​ເມື່ອ​ໂຍະ​ຍານ​ໃຫ້​ເພດ​ຊາຍ​ເຮັດ​ຜິດ​ສິນ​ທຳ. ຄວາມບໍ່​ຍຸດ​ຕິ​ທຳ​ຂອງ “ມາ​ດ​ຕະ​ຖານ​ສອງ​ດ້ານ” ດັ່ງ​ກ່າວນີ້​ກໍ​ເຫັນ​ໄດ້​ງ່າຍ, ແລະ ມັນ​ຖືກວິ​ຈານ ແລະ ປະ​ຕິ​ເສດ​ຢ່າງມີ​ເຫດ​ຜົນ. ໃນ​ການ​ປະ​ຕິ​ເສດນັ້ນ, ເຮົາ​ຈະ​ຫວັງ​ວ່າ​ບຸ​ລຸດ​ທັງ​ຫລາຍ​ຈະ​ລຸກ​ຂຶ້ນ​ສູ່​ມາດ​ຕ​ະ​ຖານ​ທີ່​ສູງກວ່າ​, ແຕ່​ສິ່ງ​ກົງ​ກັນ​ຂ້າມນັ້ນ​ໄດ້​ເກີດ​ຂຶ້ນ. ບັດ​ນີ້​ສະ​ຕີ ແລະ ຍິງ​ສາ​ວ​ຖືກ​ຊຸກ​ຍູ້​ບໍ່​ໃຫ້​ເລືອກ​ໜ້າ​ດັ່ງ​ທີ່ “ມາດ​ຕະ​ຖານ​ສອງ​ດ້ານ” ໄດ້​ຄາດ​ຫວັງ​ໃຫ້​ຜູ້​ຊາຍ​ເປັນຢູ່. ແຕ່​ກ່ອນ​ມາດ​ຕະ​ຖານ​ທີ່​ສູງກວ່າ​ຂອງ​ສະ​ຕີ​ຮຽກ​ຮ້ອງ​ຄວາມ​ໝັ້ນ​ສັນ​ຍາ ແລະ ຄວາມ​ຮັບ​ຜິດ​ຊອບ​ຈາກ​ຜູ້​ຊາຍ, ບັດ​ນີ້​ເຮົາ​ມີ​ຄວາມ​ສຳ​ພັນ​ທາງ​ເພດ​ປາດ​ສະ​ຈາກ​ຄວາມ​ຮູ້​ສຶກ​ຜິບ​ຊອບ​ຊົ່ວ​ດີ, ຄອບ​ຄົ​ວ​ທີ່​ຂາດ​ພໍ່, ແລະ ຄວາມ​ຍາກ​ຈົນ​ທີ່​ມີ​ຫລາຍ​ຂຶ້ນ. ໂອ​ກາດ​ທີ່​ເທົ່າ​ທຽມ​ກັນ​ໃນຄວາມບໍ່​ເລືອກ​ໜ້າ​ທາງ​ເພດລັກ​ລອບ​ອິດ​ທິ​ພົນ​ທາງ​ສິນ​ທຳ​ຂອງສະ​ຕີ ແລະ ຫລຸດ​ຄຸນ​ຄ່າ​ຂອງ​ສັງ​ຄົມ​ທັງ​ປວງ.9 ໃນ​ການ​ຕົກ​ລົງ​ທີ່ຂາດ​ຄຸນ​ຄ່ານີ້, ຜູ້​ຊາຍ​ນັ້ນ​ເປັນ​ອິດ​ສະ​ລະ ແລະ ສະ​ຕີ ແລະ ເດັກ​ນ້ອຍ​ເປັນ​ຜູ້​ທົນ​ທຸກ​ທຳ​ລະ​ມານຫລາຍ​ກວ່າ.

ຄວາມ​ເປັນ​ຫ່ວງ​ດ້ານ​ທີ​ສາມ​ນັ້​ນ​ມາ​ຈາກ​ຜູ້​ຄົນ, ຜູ້​ທີ່​ໃນ​ນາມ​ຂອງ​ຄວາມ​ສະ​ເໝີ​ພາບ, ຢາກ​ລົບ​ລ້າງ​ຄວາມ​ແຕກ​ຕ່າງ​ທັງ​ໝົດ​ລະ​ຫວ່າງ​ເພດ​ຊາຍ ແລະ ເພດ​ຍິງ. ສ່ວນ​ຫລາຍ​ແລ້ວນີ້​ຈະ​ເກີດ​ຂຶ້ນ​ໃນ​ຮູບ​ແບບ​ຂອງ​ການ​ກົດ​ດັນ​ໃຫ້​ເພດ​ຍິງຍອມ​ຮັບ​ລັກ​ສະ​ນະ​ແບບ​ຜູ້​ຊາຍ—ໂຫດຮ້າຍ, ຫ​ຍາບ​ຄາຍ, ແລະ ມັກ​ປະ​ທະ​ຫລາຍ​ຂຶ້ນ. ບັດ​ນີ້​ມັນ​ເປັນ​ເລື່ອ​ງ​ທຳ​ມະ​ດາ​ໃນ​ໜັງ ແລະ ໃນ​ເກມວິດີ​ໂອ ທີ່​ຈະ​ເຫັນ​ຜູ້​ຍິງ​ຮັບ​ບົດ​ບາດ​ທີ່​ຮ້າຍ​ກາດ, ປະ​ໃຫ້ຄົນ​ຕາຍ ແລະ ການ​ທຳ​ລາຍ​ຈາກ​ການ​ກະ​ທຳ​ຂອງ​ເຂົາ​ເຈົ້າ​ຊະ​ເຊ​ໄປ. ມັນ​ເປັນ​ສິ່ງ​ທີ່​ທຳ​ລາຍ​ຈິດ​ວິນ​ຍານ​ທີ່​ຈະ​ເຫັນ​ຜູ້​ຊາຍ​ໃນ​ບົດ​ບາດດັ່ງ​ກ່າວ ແລະ ແນ່ນອນ​ວ່າ​ບໍ່​ນ້ອຍ​ໄປ​ກວ່າ​ເມື່ອ​ຜູ້​ຍິງນັ້ນ​ເປັນ​ຜູ້​ທີ່​ສືບ​ຕໍ່ ແລະ ທົນ​ທຸກ​ຕໍ່​ຄວາມ​ໂຫດ​ຮ້າຍນີ້.

ມາ​ກາ​ແຣັດ ດີ ເນ​ດໍ ອາ​ດີດ​ປະ​ທານ​ຂອງ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ​ໄດ້​ສອນ​ວ່າ: “ໂລກ​ມີ​ສະ​ຕີ​ທີ່​ຮ້າຍ​ກາດ​ຫລາຍ​ພໍ​ແລ້ວ; ເຮົາ​ຕ້ອງ​ການ​ສະ​ຕີ​ຜູ້​ທີ່​ລະ​ອຽດ​ອ່ອນ. ມີ​ສະ​ຕີ​ທີ່​ຫ​ຍາບ​ຄາຍຫລາຍ​ພໍ​ແລ້ວ​; ເຮົາ​ຕ້ອງ​ການ​ສະ​ຕີ​ຜູ້​ທີ່​ມີ​ຈິດໃຈ​ດີ. ມີ​ສະ​ຕີ​ທີ່ບໍ່​ສຸ​ພາບຫລາຍ​ພໍ​ແລ້ວ; ເຮົາ​ຕ້ອງ​ການ​ສະ​ຕີ​ທີ່​ຮຽບ​ຮ້ອຍ. ເຮົາ​ມີ​ສະ​ຕີ​ທີ່​ໂດ່ງ​ດັງ ແລະ ຮັ່ງ​ມີ​ຫລາຍ​ພໍ​ແລ້ວ; ເຮົາ​ຕ້ອງ​ການ​ສະ​ຕີ​ທີ່ມີ​ສັດ​ທາ. ເຮົາ​ມີ​ຄວາມ​ໂລບ​ມາກ​ໂລ​ພາ​ຫລາຍ​ພໍ​ແລ້ວ; ເຮົາ​ຕ້ອງ​ການ​ຄວາມ​ດີ​ງາມຫລາຍກວ່າ. ເຮົາ​ມີ​ຄວາມ​ທະ​ນົງ​ຕົວ​ຫລາຍ​ພໍ​ແລ້ວ; ເຮົາ​ຕ້ອງ​ການ​ຄຸນ​ນະ​ທຳ​ຫລາຍກວ່າ. ເຮົາ​ມີ​ຄວາມ​ນິ​ຍົມ​ຫລາຍ​ພໍ​ແລ້ວ; ເຮົາ​ຕ້ອງ​ການ​ຄວາມ​ບໍ​ລິ​ສຸດ​ຫລາຍກວ່າ.”10 ໃນ​ຄວາມ​ມືດ​ມົວ​ຂອງ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ເພດ​ຍິງ ແລະ ເພດ​ຊາຍ, ເຮົາ​ສູນ​ເສຍ​ຂອງ​ປະ​ທານທີ່​ແຕກ​ຕ່າງ, ທີ່​ເສີມ​ຕື່ມ​ຂອງ​ຍິງ ​ແລະ ຊາຍ ທີ່​ເມື່ອຮ່ວມເຂົ້າ​ກັນ​ແລ້ວຈະ​ສ້າງ​ຄວາມ​ສົມ​ບູນ​ທີ່​ຍິ່ງ​ໃຫ​ຍ່ກວ່າ.

ຄຳ​ອ້ອນວອນ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ສະ​ຕີ ແລະ ຍິງ​ສາວ​ທັງ​ຫລາຍ​ໃນ​ມື້ນີ້​ຄື ໃຫ້​ປົກ​ປ້ອງ ແລະ ພັດ​ທະ​ນາ​​ອິດ​ທິ​ພົນ​ທາງ​ສິນ​ທຳ ​ແລະ ຂອງ​ປະທານ​ພິ​ເສດ ທີ່​ມີ​ຢູ່​ພາຍ​ໃນ​ຕົວ​ທ່ານ. ຂໍ​ໃຫ້​ຮັກ​ສາ​ຄຸນ​ນະ​ທຳ​ທຳ​ມະ​ຊາດ​ທີ່​ທ່ານ​ນຳ​ມາ​ນຳ​ສູ່​ໂລກນີ້. ສັນ​ຊາດ​ຕະ​ຍານ​ຂອງ​ທ່ານ​ແມ່ນ​ຈະ​ເຮັດ​ສິ່ງ​ດີ ແລະ ເປັນ​ຄົນ​ດີ, ແລະ ຂະ​ນະ​ທີ່​ທ່ານ​ຕິດ​ຕາມ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ, ສິດ​ອຳ​ນາດ​ທາງ​ສິນ​ທຳ​ຂອງ​ທ່ານ ແລະ ອິດ​ທິ​ພົນ​ຂອງ​ທ່ານ​ຈະ​ຈະ​ເລີນ​ເຕີບ​ໂຕ. ຕໍ່​ຍິງ​ໜຸ່ມທັງ​ຫລາຍ ຂ້າ​ພ​ະ​ເຈົ້າ​ຂໍ​ບອກວ່າ ຢ່າ​ສູນ​ເສຍ​ພ​ະ​ລັງ​ທາງ​ສິນ​ທຳ​ນັ້ນ ແມ່ນ​ແຕ່​ກ່ອນ​ທ່ານ​ໄດ້​ພັດ​ທະ​ນາ​ມັນ​ຢ່າງ​ສົມ​ບູນ. ໃຫ້​ລະ​ວັງ​ເປັນ​ພິ​ເສດ​ວ່າ​ຄຳ​ວາ​ຈາ​ຂອງ​ທ່ານນັ້ນ​ສະ​ອ​າດ, ບໍ່​ຫ​ຍາບ​ຄາຍ; ວ່າ​ເສື້ອ​ຜ້າ​ຂອງ​ທ່ານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຸ​ພາບ​ຮຽບ​ຮ້ອຍ, ບໍ່​ແມ່ນ​ຄວາມ​ທະ​ນົງ​ຕົວ; ​ແລ​ະວ່າ​ການ​ປະ​ພຶດ​ຂອງ​ທ່ານ​ສະ​ແດງ​ເຖິງ​ຄວາມ​ບໍ​ລິ​ສຸດ, ບໍ່​ແມ່ນ​ຄວາມບໍ່​ເລືອກ​ໜ້າທາງ​ເພດ. ທ່ານ​ຈະ​ບໍ່​ສາ​ມາດ​ຊ່ອຍ​ຄົນ​ອື່ນ​ໃຫ້​ມີ​ຄຸນ​ນະ​ທຳ ຖ້າ​ຫາກ​ຕົວ​ທ່ານ​ເອງນັ້ນບໍ່​ມີ​ຄຸນ​ນະ​ທຳ.

ເອື້ອຍ​ນ້ອງ​ທັງ​ຫລາຍ, ໃນ​ຄວາມ​ພົວ​ພັນ​ທັງ​ໝົດ​ຂອງ​ທ່ານ, ຄວາມ​ສຳ​ພັນ​ຂອງ​ທ່ານ​ທີ່​ມີ​ກັບ​ພ​ຣະ​ເຈົ້າ, ພຣະບິດາ​ເທິງ​ສະຫວັນ​ຂອງ​ທ່ານ, ຜູ້​ເປັນແຫ​ລ່ງ​ກຳ​ເນີດ​ຂອງ​ອຳ​ນາດ​ທາງ​ສິນ​ທຳ​ຂອງ​ທ່ານ, ຊຶ່ງ​ທ່ານຕ້ອງ​ຖື​ວ່າ​ເປັນອັນ​ດັບ​ໜຶ່ງ​ໃນ​ຊີ​ວິດ​ຂອງ​ທ່ານ. ຂໍ​ໃຫ້​ຈຳ​ໄວ້​ວ່າ ອຳ​ນາດ​ຂອງ​ພ​ຣະ​ຄ​ຣິດ​ໄດ້​ມີມາ​ຜ່ານ​ຄວາມ​ອຸ​ທິດ​ຕົນພຽງ​ຢ່າງ​ດຽວ​ຕໍ່​ພ​ຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ. ພ​ຣະ​ອົງ​ບໍ່​ເຄີຍ​ປ່ຽນ​ແປງຈາກ​ສິ່ງ​ທີ່​ເຮັດ​ໃຫ້​ພ​ຣະ​ບິ​ດາ​ຂອງ​ພຣະ​ອົງ​ພໍ​ພ​ຣະ​ໄທ.11 ຂໍ​ໃຫ້​ພະ​ຍາ​ຍາມ​ເປັນ​ສາ​ນຸ​ສິດ​ແບບ​ນັ້ນ​ຂອງ​ພ​ຣະ​ບິ​ດາ ແລະ ພ​ຣະ​ບຸດ, ແລະ ອິດ​ທິ​ພົນ​ຂອງ​ທ່ານ​ຈະ​ບໍ່​ອ່ອນ​ແອ​ລົງຈັກ​ເທື່ອ.

ແລະ ບໍ່​ຕ້ອງຢ້ານກົວ​ທີ່​ຈະ​ນຳ​ໃຊ້​ອິດ​ທິ​ພົນ​ນັ້ນ​ປາດ​ສະ​ຈາກ​ຄວາມ​ຢ້ານ​ກົວ ຫລື ​ການຂໍ​ໂທດ​ໃຜ. “ຈົ່ງ​ຕຽມ​ພ້ອມ​​ຢູ່ທຸກ​ເວ​ລາ​ເພື່ອ​ຕອບ​ຜູ້​ຂໍ​ຮ້ອງພວກ​ທ່ານ [ຊາຍ​ຍິງ, ແລະ ເດັກ​ນ້ອຍ] ໃຫ້​ອະ​ທິ​ບາຍ​ເຖິງ​ຄວາມ​ຫວັງ​ທີ່​ພວກ​ທ່ານ​ມີ​ຢູ່ນັ້ນ.”12 “ຈົ່ງ​ປະ​ກາດ​ພ​ຣະ​ຄຳ​ຂອງ​ພ​ຣະ​ເຈົ້າ ແລະ ຈົ່ງ​ກ່າວ​ພ​ຣະ​ຄຳ​ນັ້ນ​ຢ້ຳ​ແລ້ວ​ຢ້ຳ​ອີກ ໃນ​ໂອ​ກາດ​ທີ່​ອຳ​ນວຍ​ໃຫ້​ຫລືບໍ່​ກໍ​ຕາມ; ຈົ່ງ​ຊັກ​ຊວນ​ດ້ວຍ​ເຫດ​ ແລະ ຜົນ; ຈົ່ງ​ກ່າວ​ຕຳ​ໜິ​ຕິ​ຕຽນ ແລະ ຊູ​ໃຈ, ໂດຍ​ສັ່ງ​ສອນ​ດ້ວຍ​ຄວາມ​ອົດ​ທົນ​ທຸກ​ຢ່າງ.”13 ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ພໍ່​ແມ່​​ໃຫ້ລ້ຽງ​ດູ​ລູກໆ​ຂອງ​ເຂົາ​ເຈົ້າ​ໃນ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ.14 “ຈົ່ງ​ສອນ​ເຂົາ​ໃຫ້ອະທິຖານ ແລະ ໃຫ້​ເດີນ​ຢ່າງ​ພາກ​ພູມ​ໃຈ​ຕໍ່​ພ​ຣະ​ພັກ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ.”15

ໃນ​ການ​ຕັກ​ເຕືອນ​ເຫລົ່າ​ນີ້ຕໍ່​ບັນ​ດາ​ສະ​ຕີ, ​ຂໍບໍ່​ໃຫ້​ຄົນ​ໃດ​ເຂົ້າ​ໃຈ​ຜິດ​ຕາ​ມ​ຄວາມ​ສະ​ໝັກ​ໃຈ​ເດີ. ໂດຍ​ການ​ຍົກ​ຍ້ອງ ແລະ ຊຸກ​ຍູ້​​ອິດ​ທິ​ພົນ​ທາງ​ສິນ​ທຳ​ໃນ​ບັນ​ດາ​ສະ​ຕີ, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເວົ້າ​ວ່າ​ບັນ​ດາ​ບຸ​ລຸດ ແລະ ຊາຍ​ໜຸ່ມນັ້ນ​ຈະ​ໄດ້​ຮັບ​ຂໍ້​ຍົກ​ເວັ້ນ​ຈາກ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ​ເລີຍ ທີ່​ຈະ​ລຸກ​ຂຶ້ນຕໍ່​ສູ້ເພື່ອ​ຄວາມ​ຈິງ ແລະ ຄວາມ​ຊອບ​ທຳ, ວ່າ​ໜ້​າ​ທີ່​ຮັບ​ຜິ​ດ​ຊອບ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ຮັບ​ໃຊ້, ເສຍສະ​ລະ, ແລະ ປະ​ຕິ​ບັດ​ຕໍ່​ນັ້ນ​ແມ່ນ​ໜ້ອຍກວ່າ​ຂອງ​ສະ​ຕີ ຫລື ປະ​ໄວ້​ໃຫ້​ສະ​ຕີ​ເຮັດ. ອ້າຍ​ນ້ອງທັງ​ຫລາຍ, ຂໍ​ໃຫ້​ເຮົາ​ຈົ່ງ​ລຸກ​ຂຶ້ນ​ສູ້​ຄຽງ​ຂ້າງ​ສະ​ຕີ​ທັງ​ຫລາຍ, ແບ່ງ​ເບົາ​ພາ​ລະ​ຂອງ​ພວກ​ນາງ, ແລະ ພັດ​ທະ​ນາ​ສິດ​ອຳ​ນາດ​ທາງ​ສິນ​ທຳ​ຂອງ​ຄູ່​ຄອງ​ຂອງ​ເຮົາ.

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ເຮົາ​ເພິ່ງອ​າ​ໄສ​​ອິດ​ທິ​ພົນ​ທາງ​ສິນ​ທຳ​ທີ່​ພວກ​ທ່​ານ​ນຳ​ມາ​ສູ່​ໂລກ, ສູ່​ຊີ​ວິດແຕ່ງ​ງານ, ສູ່​ຄອບ​ຄົວ, ສູ່​ສາດ​ສະ​ໜາ​ຈັກ. ເຮົາ​ເພິ່ງ​ພາ​ອາ​ໄສ​ພອນ​ຕ່າງໆ​ທີ່​ພວກ​ທ່ານ​ນຳ​ມາ​ຈາກ​ສະ​ຫວັນ ໂດຍ​ການ​ອະ​ທິ​ຖານ ແລະ ສັດ​ທ​າ​ຂອງ​ພວກ​ທ່ານ. ເຮົາ​ອະ​ທິ​ຖານ​ເພື່ອ​ຄວາມ​ປອດ​ໄພ, ສະຫວັດດີ​ການ, ​ແລະ ຄວາມ​ສຸກ, ​ແລະ ອິດ​ທິພົນ​ຂອງ​ທ່ານ​ໃຫ້​ຄົງ​ຢູ່. ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. 2 ຕີ​​ໂມ​ທຽວ 1:5.

  2. Orson Scott Card, “Neighborliness: Daines Style,” Ensign, Apr. 1977, 19.

  3. Neal A. Maxwell, “The Women of God,” Ensign, May 1978, 10–11.

  4. ​ເບິ່ງ Moses 2:27.

  5. ​ເບິ່ງ Moses 6:57–60.

  6. ເບິ່ງ Moses 1:39.

  7. “ໜຶ່ງສັດຕະວັດຜ່ານ​ມາ​ແລ້ວ, ນັກປາດ​ອາຈານ​ຄົນ​ໜຶ່ງ​ຊື່ ຈອນ ​ໂບບາຍ ​ໄດ້​ພົບ​ເຫັນ​ວ່າ ຄວາມສຳພັນ​ທີ່​ເກີດ​ຂຶ້ນລະຫວ່າງແມ່​ ​ແລະ ລູກ ຈາກ​ການ​ດູ​ແລ​ຂອງ​ແມ່ ​ເປັນ​ພື້ນຖານ​ອັນ​ສຳຄັນ​ຕໍ່​ຄວາມ​ຈະ​ເລີ​ນ​ເຕີບ​ໂຕ​ຂອງ​ສັງຄົມ​. … ​ແລະ ນັກປາດ​ອາຈານ​ອີກ​ຄົນ​ໜຶ່ງ​ທ່ານ​ນາງ​ແຊຣາ ຣູດິກ ​ໄດ້​ແຈ້ງ​ບອກ​ວ່າ ‘ຄວາມ​ຮັກ​ອັນ​ອ່ອນ​ນ້ອມ’ ຂອງ​ແມ່​​ເປັນ​ຈຸດ​ສຳຄັນ​ຂອງ​ການ​​ເປັນ​ພໍ່​ແມ່​ທີ່ມີ​ປະສິດທິພາບ. ຜ່ານ​ ‘ດວງ​ຕາ​ທີ່​ອົດທົນ​ດ້ວຍ​ຄວາມ​ຮັກ,’ ​ແມ່​ທັງຫລາຍ​ຈະ​ພັດທະນາ​ຄວາມ​ຮູ້​ພິ​ເສດ​ສຳລັບ​ລູກໆ​ຂອງ​ຕົນ—​ເປັນຄວາມ​ຮູ້​ທີ່​ມອບ​ໃຫ້​ເຂົາ​ເຈົ້າ​ຫລິງ​ເຫັນ​ ‘ການ​ປະຕິບັດ​ທີ່​ດີ​ທີ່​ສຸດ’ ສຳລັບ​ລູກ​​ໆແຕ່ລະຄົນ” (Jenet Jacob Erickson, “Love, Not Perfection, Root of Good Mothering,” Deseret News, May 12, 2013, G3).

  8. ມັນ​ເປັນ​ເລື່ອງ​ຈິງ​ທີ່​ສະ​ຕີ​ທັງ​ຫລາຍ​ໃນ​ຫລາຍໆ​ລຸ້ນ​ຄົນ​ທີ່​ຜ່ານ​ມາ​ຖືກ​ປະ​ຕິ​ບັດ​ຕໍ່​ຢ່າງບໍ່​ຍຸດ​ຕິ​ທຳ ຫລື ໄດ້​ຮັບ​ພາ​ລະ​ໜັກ​ຢ່າງບໍ່​ເປັນ​ທຳ​ທັງ​ໃນ​ຄອບ​ຄົວ ແລະ ວຽກ​ງານ, ແຕ່​ຄວາມບໍ່​ເຫັນ​ແກ່​ຕົວ ແລະ ເສຍ​ສະ​ລະ​ ບໍ່​ຈຳ​ເປັນ ແລະ ບໍ່​ຄວນ​ເປັນ​ສິ່ງ​ທີ່​ທຳ​ຮ້າຍ ຫລື ຂົ່ມ​ຂູ່. ແອວ​ເດີ ບະ​ຣູ​ສ ຊີ ເຮ​ເຟັນ​ ໄດ້​ສັງ​ເກດ​ວ່າ: ຖ້າ​ຫາກ ຄວາມ​ບໍ່​ເຫັນ​ແກ່​ຕົວ ນັ້ນ​ໝາຍ​ຄວາມ​ວ່າ​ສະ​ຕີ​ຄົນ​ໜຶ່ງ​ຕ້ອງ​ສະ​ລະ​ເອ​ກະ​ລັກ​ຂອງ​ນາງ​ເອງ ແລະ ຄວາມ​ກ້າວ​ໜ້າ​ສ່ວນ​ຕົວ, ຄວາມ​ເຂົ້າ​ໃຈ​ຂອງ​ຄວາມບໍ່​ເຫັນ​ແກ່​ຕົວ​ນັ້ນ​ຜິດ​ພາດ. … ແຕ່​ຕົວ​ຢ່າງ​ທາງ​ເປັນ​ອິດ​ສະ​ລະ​ໃນ​ທຸກວັນ​ນີ້​ເຮັດ​ເກີນ​ໄປ​ໃນ​ທາງ​ກົງ​ກັນ​ຂ້າມ, ຖື​ວ່າສະ​ຕີເປັນ​ ອິດ​ສະ​ລະ ​ເກີນ​ໄປ​ຈາກ​ຄອບ​ຄົວ​ຂອງ​ພວກ​ນາງ. ທັດ​ສະ​ນະ​ທີ່​ສະ​ຫລາດ​ກໍ​ຄື​ວ່າ​ສາ​ມີ ແລະ ພັນ​ລະ​ຍາ​ ອາ​ໄສ ​ກັນ​ແລະ​ກັນ. … ນັກ​ວິ​ຈາ​ນ​ທີ່​ຍ້າຍ​ແມ່ຈາກ​ການ​ເພິ່ງ​ອາ​ໄສໄປ​ຫາ​ການ​ເປັນ​ອິດ​ສະ​ລະ​ຂ້າມຈຸດ​ທີ່​ຢູ່​ເຄິ່ງ​ກາງ​ຂອງ​ການ​ອາ​ໄສ​ກັນ​ແລະ​ກັນ. ຜູ້​ທີ່​ຍ້າຍ​ແມ່​ຈາກຄວາມບໍ່​ເຫັນ​ແກ່​ຕົວ​ສູ່​ຄວາມ​ເຫັນ​ແກ່​ຕົວ​ຂ້າມ​ຈຸດ​ເຄິ່ງ​ກາງ​ຂອງ​ການ​ຮັບ​ໃຊ້​ທີ່​ເລືອກ​ດ້ວຍ​ຕົນ​ເອງ ທີ່​ມີ​ສ່ວນ​ດີ​ຕໍ່​ຄວາມ​ກ້າ​ວ​ໜ້າ​ສ່ວນ​ຕົວ​ຂອງ​ສະ​ຕີ. ເປັນ​ເພາະ​ການ​ເຮັດ​ເກີນ​ຂອບ​ເຂດ​ເຫລົ່າ​ນີ້, ການ​ໂຕ້​ວ່າ​ທີ​ກ່ຽວ​ກັບ​ຄຸນ​ຄ່າ​ຂອງ​ຄວາມ​ເປັນ​ແມ່​ໄດ້​ກໍ່​ໃຫ້​ສັງ​ຄົມ​ທົ່ວ​ໄປ​ຫລຸດ​ຄຸນ​ຄ່າບໍ່​ພຽງ​ແຕ່​ຂອງ​ແມ່ເທົ່າ​ນັ້ນ ແຕ່​ຂອງ​ສະ​ຕີ​ທົ່ວ​ໄປ​ດ້ວຍ” (“Motherhood and the Moral Influence of Women” [remarks to the World Congress of Families II, Geneva, Plenary Session IV, Nov. 16, 1999], http://worldcongress.org/wcf2_spkrs/wcf2_hafen.htm).

  9. ແມ່​ຄົນ​ໜຶ່ງ​ໃນ​ຂໍ້​ບັນ​ນາ​ທິ​ການ​ຂອງ​ໜັງ​ສື​ພິມ Wall Street Journal ໄດ້​ສັງເກດ​ວ່າ: ຍົກ​ເວັ້ນ​ຈາກ​ຊາວ​ມໍ​ມອນ​ບາງ​ຄົນ, ຜູ້​ເຜີຍ​ແຜ່, ແລະ ຊາວ​ຢິວ ເຮົາ​ທັງ​ຫລາຍບໍ່​ຮູ້​ວິ​ທີ​ທີ່​ຈະ​ສັ່ງ​ສອນ​ລູກ​ຊາຍ ແລະ ລູກ​ສາວ​ຂອງ​ເຮົາ​ເອງ ວ່າບໍ່​ໃຫ້​ເສຍ​ຕົວ​ຂອງ​ພວກ​ເຂົາ​ຢ່າງ​ວ່ອງ​ໄວ. … ແຕ່, ໃນ​ກຸ່ມ​ໝູ່​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ເອງ, ຄວາ​ມ​ປາດ​ຖະ​ໜາ​ທີ່​ຈະ​ກັບ​ຄືນ​ສູ່​ພົນ​ມະ​ຈັນ​ນັ້ນ​ກໍ​ແຮງ​ກ້າ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ທຸກ​ຄົນ​ໃນ​ບັນ​ດາ​ເຂົາ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ທີ່ບໍ່​ສະ​ບາຍ​ໃຈ​ກ່ຽວ​ກັບ​ການ​ປະ​ພຶດ​ທາງ​ເພດ​ຂອງ​ເຂົາ​ເຈົ້າ​ໃນ​ອາ​ດີດ. ສະ​ຕີ​ທຸກ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສອບ​ຖາມ​ກ່ຽວ​ກັບ​ເລື່ອງນີ້​ໄດ້​ເວົ້າ​ວ່າ​ເຂົາ​ເຈົ້າຢາກ​ທົດ​ລອງ​ເລື່ອງ​ເພດ​ຫລາຍ​ກວ່ານັ້ນ” (Jennifer Moses, “Why Do We Let Them Dress Like That?” Wall Street Journal, Mar. 19, 2011, C3).

  10. Margaret D. Nadauld, “The Joy of Womanhood,” Ensign, Nov. 2000, 15; or Liahona, Jan. 2001, 18.

  11. ​ເບິ່ງ ​ໂຢຮັນ 8:29.

  12. 1 ​ເປ​ໂຕ 3:15.

  13. 2 ຕີ​ໂມ​ທຽວ 4:2.

  14. ​​ເບິ່ງ Doctrine and Covenants 93:40.

  15. ​ເບິ່ງ Doctrine and Covenants 68:28.