​2010–2019
ອຳນາດ, ຄວາມ​ສຸກ, ​ແລະ ຄວາມ​ຮັກຂອງ​ການ​ຮັກສາ​ພັນທະ​ສັນ​ຍາ
ຕຸລາ 2013


ອຳນາດ, ຄວາມ​ສຸກ, ​ແລະ ຄວາມ​ຮັກຂອງ​ການ​ຮັກສາ​ພັນທະ​ສັນ​ຍາ

ຂ້າພະ​ເຈົ້າ​​ເຊື້ອ​ເຊີນ​​ເຮົາທຸກ​ຄົນ​ໃຫ້​ສຳ​ຫລວດ​ກວດກາ​ເບິ່ງ​ວ່າເຮົາ​ຮັກ​ພຣະຜູ້​ຊ່ອຍ​ໃຫ້​ລອດຫລາຍ​ຂະໜາດ​ໃດ, ​​ໃຊ້​ມັນເປັນ​ສິ່ງ​ວັດ​ແທກ​ເບິ່ງ​ວ່າ​ເຮົາ​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ​ຢ່າງ​ຊື່ນ​ຊົມ​ຫລາຍ​ພຽງ​ໃດ.

ຂ້າພະ​ເຈົ້າຢາກ​ເລີ່​ມຕົ້ນ​ໂດຍ​ການ​ເລົ່າ​ເລື່ອງ​ໜຶ່ງ​ທີ່​ສຳ​ພັດ​ໃຈ​ຂອງ​ຂ້າພະ​ເຈົ້າ.

​ແລງ​ມື້ໜຶ່ງ ຊາຍ​ຄົນ​ໜຶ່ງ​ໄດ້​ເອີ້ນ​​ແກະ​ຫ້າ​ໂຕ​ຂອງ​ລາວ​ໃຫ້​ມາ​​ເຂົ້າຄອກ​. ຄອບຄົວ​ຂອງ​ລາວ​ໄດ້​ຫລຽວ​ເບິ່ງ​ດ້ວຍ​ຄວາມ​ສົນ​​ໃຈ ​ໃນ​ຂະນະ​ທີ່​ລາວ​ພຽງ​ແຕ່​​ເອີ້ນ​ວ່າ, “ມາ​ແມ,” ​ແລະ ທັນ​​ໃດ​ນັ້ນ ​ແກະ​ທັງ​ຫ້າ​ໂຕ​ໄດ້​​ເງີຍ​ຫົວຂຶ້ນ ​ແລະ ປິ່ນ​ໜ້າ​ມາ​ທາງລາວ. ​ແກະ​ສີ່​ໂຕ​ໄດ້​ແລ່ນ​ມາຫາ​ລາວ​ຢ່າງ​ໄວ. ດ້ວຍ​ຄວາມ​ຮັກ​ແພງ ລາວ​ໄດ້​ລູບ​ຫົວ​ແກະ​ແຕ່ລະ​ໂຕ. ​ແກະ​ເຫລົ່ານັ້ນຈື່​ສຽງ ​ແລະ ຮັກ​ລາວ.

​ແຕ່​ໂຕ​ທີ​ຫ້າ​ບໍ່​ໄດ້​ແລ່ນ​ມາ​ຫາ. ມັນ​ເປັນ​ໂຕ​ແມ່ ຊຶ່ງ​ສອງ​ສາມ​ອາທິດ​ຜ່ານ​ມານັ້ນ ​​ເຈົ້າຂອງ​ເກົ່າ​ໄດ້​​ເອົາ​ມັນ​ມາ​ມອບ​ໃຫ້​ລາວ, ບອກ​ວ່າ​ມັນ​ເວົ້າບໍ່​ຟັງ​ຄວາມ, ​ແລະ ມັກ​ພາ​​ແກະ​ໂຕ​ອື່ນໆ​ໜີ​ໄປ​ທົ່ວ. ​ເຈົ້າຂອງ​ຄົນ​ໃໝ່​ໄດ້​ຮັບ​ເອົາ​ມັນ ​ແລະ ​ໄດ້​ຜູກ​ມັນໄວ້​ຢູ່​ໃນ​ທົ່ງ​ຂອງ​ລາວ​ສອງ​ສາມ​ມື້ ​ເພື່ອ​ວ່າ​ມັນ​ຈະ​ຮຽນ​ຢູ່​ບ່ອນ​ເກົ່າ. ລາວ​ໄດ້​ສອນ​ມັນ​ໃຫ້​ຮັກ​ລາວ ​ແລະ ຮັກ​ແກະ​ໂຕ​ອື່ນໆ ຈົນ​​ໃນ​ທີ່​ສຸດ​ມັນ​ມີ​ເຊືອກ​ສັ້ນໆ​ຜູກ​ຄໍ​ ​ແຕ່​ບໍ່​ໄດ້​ຖືກ​ຜູກ​ໄວ້​ກັບ​ເສົາ.

​ໃນ​ແລງ​ມື້ນັ້ນ ​ໃນ​ຂະນະ​ທີ່​ຄອບຄົວ​ຂອງ​ລາວ​ຫລຽວ​ເບິ່ງ, ຊາຍ​ຄົນ​ນັ້ນ​ໄດ້​ຍ່າງ​ໄປ​ຫາ​ແກະ​ໂຕ​ທີ​ຫ້າ, ຊຶ່ງ​ຢືນ​ຢູ່​ສົ້ນທົ່ງ, ​ແລະ ອີກ​ເທື່ອ​ໜຶ່ງ​ລາວ​ໄດ້​ເວົ້າວ່າ, “ມາ​ແມ. ​ມຶງບໍ່​ໄດ້​ຖືກ​ຜູກ​​ໄວ້​ອີກ​ແລ້ວ. ມຶງ​ເປັນ​ອິດ​ສະລະ.” ​ແລ້ວ​ດ້ວຍ​ຄວາມ​ຮັກ ລາວ​ໄດ້​​ເດ່​ມື​ໄປ, ລູບ​ຫົວ​ມັນ, ​ແລະ ຍ່າງ​ກັບ​​ມັນ​ໄປພ້ອມ​ດ້ວຍ​ແກະ​ໂຕ​ອື່ນໆ ​ໄປ​ຫາ​ຄອກ.1

​ໃນ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ເລື່ອງ​​ນີ້, ຂ້າພະ​ເຈົ້າຫວັງ​ວ່າ​ພຣະວິນ​ຍານບໍລິສຸດ​ຈະ​ຊ່ອຍ​ເຮົາ​ໃຫ້​ຮຽນ​ຮູ້​ນຳ​ກັນ ​ໃນ​ຄ່ຳ​ຄືນ​ນີ້​ກ່ຽວ​ກັບ​ການ​ຮັກສາ​ພັນທະ​ສັນຍາ. ການ​​​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາໝາຍ​ເຖິງ​ການ​ເລືອກ​ທີ່​ຈະ​ຜູກ​ມັດ​ຕົນ​ເອງ​ເຂົ້າກັບ​ພຣະບິດາ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະ​ຫວັນ ​ແລະ ພຣະ​ເຢຊູ​ຄຣິດ. ​ເປັນ​ການ​ຜູກ​ມັດ​ຕົນ​ເອງ​ທີ່​ຈະ​ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ເປັນ​ການ​ໄວ້​ວາງ​​ໃຈ​ໃນ​ພຣະອົງ ​ແລະ ປາດ​ຖະໜາ​ທີ່​ຈະ​ສະ​ແດງ​ຄວາມ​ກະຕັນຍູ​ຂອງ​ເຮົາ​ສຳລັບ​ຄ່າ​ທີ່​ພຣະອົງ​ໄດ້​ຈ່າຍ​ແທນ​ເຮົາ ​ແລະ ປ່ອຍ​ເຮົາ​ໃຫ້​ເປັນ​ອິດ​ສະລະ ຜ່ານ​ຂອງ​ປະທານ​ແຫ່ງ​ການ​ຊົດ​​ໃຊ້​ອັນ​ເປັນນິດ.

​ແອວ​ເດີ ​ແຈັບ​ຟະຣີ ອາ ຮໍ​ແລນ ​ໄດ້​ອະທິບາຍ​ວ່າ “ພັນທະ​ສັນຍາ​ເປັນ​ການ​ສັນຍາ​ທາງ​ວິນ​ຍານ, ​ເປັນ​ຄຳ​ສັນຍາ​ທີ່​ຈິງ​ຈັງ​ກັບ​ພຣະ​ເຈົ້າພຣະບິດາ​ຂອງ​ເຮົາ ວ່າ​ເຮົາ​ຈະ​ດຳລົງ​ຊີວິດ ​ແລະ ຄິດ ​ແລະ ກະທຳ​ໃນ​ວິທີ​ທາງ​ສະ​ເພາະ—​ວິທີ​ທາງ​ຂອງ​ພຣະບຸດ​ຂອງ​ພຣະອົງ, ພຣະຜູ້​ເປັນ​ເຈົ້າພຣະ​ເຢຊູ​ຄຣິດ. ​ແລ້ວ, ພຣະບິດາ, ພຣະບຸດ, ​ແລະ ພຣະວິນ​ຍານ​ບໍລິສຸດ​ສັນຍາ​ກັບ​ເຮົາ​ວ່າ​ຈະ​ປະທານ​ຊີວິດ​ນິລັນດອນ​ອັນ​ຍິ່ງ​ໃຫຍ່​ໃຫ້​ເຮົາ.”2 ​ໃນ​ການ​ສັນຍານັ້ນ, ພຣະຜູ້​​ເປັນ​ເຈົ້າ​ໄດ້​ຕັ້ງ​ເງື່ອນ​ໄຂ​​ໄວ້ ​ແລະ ​ເຮົາ​ກໍ​ໄດ້​ຕົກລົງ​ທີ່​ຈະ​ຮັກສາ​ມັນ. ການ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ ​ເປັນ​ການສະ​ແດງ​ອອກ​ເຖິງ​ຄວາມ​ຜູກ​ມັດ​ຂອງ​ເຮົາ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ອຍ​ໃຫ້​ລອດ.3 ຄວາມ​ເປັນ​ຈິງ​ຄື​ທີ່​ຈະ​ພະຍາຍາມ​​ໃຫ້​ມີທັດສະນະ​ທີ່​ດີ​ທີ່​ສຸດຄືກັນ​ກັບ​ເພງ​ສວດທີ່​ມັກ​ຫລາຍ​ເພງ​ນີ້: “​ຂ້າຈະ​ໄປ​​ທີ່​ ພຣະອົງ ​ບັນຊາ. … ຂ້າຈະ​ກ່າວ​ສິ່ງ ພຣະອົງ ​ບັນຊາ. … ຂ້າຈະ​ເປັນ​ທີ່​ ພຣະອົງ ບັນຊາ.”4

​ເປັນ​ຫຍັງ​ຈຶ່ງ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ?

1. ການ​ຮັກສາ​ພັນທະ​ສັນຍາ​ເພີ່ມ​ຄວາມ​ເຂັ້ມ​ແຂງ, ​​ໃຫ້ພະລັງ, ​ແລະ ປົກ​ປ້ອງ.

ນີ​ໄຟ​ໄດ້​ເຫັນ​ພາບ​ນິມິດ​ກ່ຽວ​ກັບ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະຜູ້​ເປັນ​ເຈົ້າປະທານ​ໃຫ້​ຜູ້​ທີ່​ຮັກ​ສາ​ພັນທະ​ສັນຍາ. “ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້ານີ​ໄຟ​ໄດ້​ເຫັນ​ອຳນາດ​ຂອງ​ລູກ​ແກະ​ຂອງ​ພຣະ​ເຈົ້າລົງ​ມາ​​ເທິງ ... ຜູ້​ຄົນ​ແຫ່ງ​ພັນທະ​ສັນຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ... ແລະ ພວກ​ເຂົາ​ມີ​ອາວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະໝີ​ພາບ​ອັນ​ຍິ່ງ​ໃຫຍ່.”5

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຜູກ​ມິດ​ກັບ​ຄົນ​ໜຶ່ງ. ນາງ​ເປັນ​ຍິງໜຸ່ມ​ຜູ້​ເປັນ​ພະຍານ​ວ່າ ຫລັງ​ຈາກ​ນາງ​ໄດ້​ຮັບ​ຂອງ​ປະທານ​ສັກສິດ​ໃນ​ພຣະວິຫານ​ແລ້ວ, ນາງ​ຮູ້ສຶກ​ເຂັ້ມ​ແຂງ​ຫລາຍ​ກວ່າ​ເກົ່າ​ດ້ວຍ​ພະລັງ​ທີ່​ຈະ​ຕ້ານທານ​ກັບ​ການລໍ້​ລວງທີ່​ນາງ​​ເຄີຍ​ໄດ້​ຮັບ.

​ເມື່ອ​ເຮົາ​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ກ້າຫານ ​ແລະ ຄວາມ​ເຂັ້ມ​ແຂງ ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ແບກ​ຫາບ​ພາລະ​ຂອງ​ກັນ​ແລະ​ກັນ. ​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ທີ່​ຜິດ​ຫວັງ ມີ​ລູກ​ຊາຍ​ຄົນໜຶ່ງ​ທີ່​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ທີ່​ຍາກ​ລຳບາກ​ຂອງ​ຊີ​ວິດມະຕະ. ​ເພາະ​ສັດທາ​ຂອງ​ນາງ​ໃນ​ເອື້ອຍ​ນ້ອງ​ສະມາຄົມ​ສະຕີ​ສົງ​ເຄາະທີ່​​ເປັນ​ຜູ້​ຮັກສາ​ພັນທະ​ສັນຍາ, ນາງ​ໄດ້​ເຊື້ອ​ເຊີນ​ເຂົາ​ເຈົ້າຢ່າງ​ກ້າຫານໃຫ້​ຖື​ສິນ​ອົດ​ເຂົ້າ ​ແລະ ອະທິຖານ​ເພື່ອລູກ​ຊາຍ​ຂອງ​ນາງ. ​ເອື້ອຍ​ນ້ອງ​ອີກ​ຄົນ​ໜຶ່ງ​​ໄດ້​ບອກ​ວ່າ ນາງ​ເສຍ​ໃຈ​ທີ່​ບໍ່​​ໄດ້​ຂໍ​ໃຫ້​ເຮັດ​ແນວ​ນັ້ນຈາກ​ເອື້ອຍ​ນ້ອງ​ໃນ​ສະມາຄົມ. ຫລາຍ​ປີ​ກ່ອນ, ລູກ​ຊາຍ​ຂອງ​ນາງ​ກໍ​ເຄີຍ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ເຊັ່ນ​ນັ້ນຄື​ກັນ. ນາງ​ເສຍດາຍ​ທີ່​ບໍ່​ໄດ້​ຂໍ​ໃຫ້​ເອື້ອຍ​ນ້ອງ​ໃນ​ສະມາຄົມ​ຊ່ອຍ​ນາງ​ແບກ​ຫາບ​ຄວາມ​ໜັກໜ່ວງ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “​ໂດຍ​ສິ່ງ​ນີ້​ມະນຸດ​ທຸກ​ຄົນ​ຈະ​ຮູ້​ວ່າ ທ່ານ​ທັງຫລາຍ​ເປັນ​ສານຸສິດ​ຂອງ​ເຮົາ, ຖ້າ​ຫາກ​ທ່ານ​ທັງຫລາຍ​ຮັກ​ຊຶ່ງ​ກັນ​​ແລະ​ກັນ.”6

ໂອ້, ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ມີ​ຄວາມ​ໜັກໜ່ວງ​ທີ່​ຈະ​ແບກ​ຫາບ ​ແລະ ​ແບ່ງປັນ​. ການ​ເຊື້ອ​ເຊີນ​ໃຫ້​ແບ່ງ​​ເບົາ​ຄວາມ​ໜັກໜ່ວງ​ຂອງ​ກັນ​ແລະ​ກັນ ​ເປັນ​ການ​ເຊື້ອ​ເຊີນ​ໃຫ້​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ. ຄຳ​ແນະນຳ​ຂອງລູສີ ​ແມ໊ກ ສະ​ມິດ ​ແກ່​ເອື້ອຍ​ນ້ອງ​ໃນ​ສະມາຄົມ​ແມ່ນ​ກົງ​ກັບປະຈຸ​ບັນ​ນີ້ຫລາຍ​ກວ່າ​ທີ່​ຜ່ານ​ມາ​ທີ່​ວ່າ: “​ເຮົາ​ຕ້ອງ​ຖະໜອມ​ເອົາກັນ, ​ດູ​ແລ​ກັນ, ປອບ​ໂຍນ​ກັນ ​ແລະ ຮັບ​ເອົາ​ຄຳ​ແນະນຳ, ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ນັ່ງ​​ຢູ່​ໃນ​ສະຫວັນ​ນຳ​ກັນ.”7 ນີ້​ແມ່ນ​ແບບ​​ແຜນ​ຂອງ​ການ​ຮັກສາ​ພັນທະ​ສັນຍາ​ ​ແລະ ການ​ຢ້ຽມ​ສອນທີ່​ດີ​ທີ່​ສຸດ!

ພຣະຄຳ​ພີ​ມໍ​ມອນ​ເຕືອນ​ເຮົາ​ວ່າ ​​ແມ່ນ​ແຕ່​ສາດສະດາ​​ແອວ​ມາ​ກໍ​ຍັງ​ມີ​ຄວາມໜັກໜ່ວງ​ເພາະລູກ​ຊາຍ​ຜູ້​ກະບົດ. ​ແຕ່​ແອວ​ມາ​ໂຊກ​ດີ​ຫລາຍ​ທີ່​ມີ​ອ້າຍ​​ເອື້ອຍ​ນ້ອງ​ຢູ່​​ໃນ​ພຣະກິດ​ຕິ​ຄຸນ ຜູ້​ຮັກສາ​ພັນທະ​ສັນຍາ ຜູ້​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຢ່າງ​ເລິກ​ຊຶ້ງ​​ໃນ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ໄດ້​ຮຽນ​ຄວາມໝາຍ​ຂອງການ​​ແບກ​ຫາບ​ຄວາມ​ໜັກໜ່ວງ​ຂອງ​ກັນ​ແລະ​ກັນ. ​ເຮົາ​ຮູ້ຈັກ​ຖ້ອຍ​ຄຳ​ໜຶ່ງ​ດີ​ຢູ່​ໃນ​ໂມ​ໄຊ​ຢາ ຊຶ່ງ​ກ່າວ​ເຖິງ​ສັດທາ​ອັນ​ຍິ່ງ​ໃຫຍ່​ຕອນ​ແອວ​ມາ​ອະທິຖານ​ເພື່ອ​ລູກ​ຊາຍ​ຂອງ​ເພິ່ນ. ​ແຕ່​ບັນທຶກ​ບອກ​ວ່າ “ພຣະຜູ້​ເປັນ​ເຈົ້າ​ໄດ້​ຍິນ​ຄຳ​ອະທິຖານ​ ​ຂອງ​ຜູ້ຄົນ​ຂອງ​ພຣະ​ອົງ, ແລະ ຄຳ​ອະທິຖານຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ແອວ​ມານຳ​ອີກ.”8

​ເຮົາ​ຮູ້​ວ່າ ພຣະຜູ້​ເປັນ​ເຈົ້າຈະ​ປິ​ຕິ​ຍິນ​ດີ​ສະ​ເໝີ “ກັບ​ຈິດ​ວິນ​ຍານ​ທີ່​ກັບ​ໃຈ,”9 ​ແຕ່​​ເຮົາ​ປາດ​ຖະໜາ​ຫລາຍ​ທີ່​ສຸດທີ່ຢາກ​ໃຫ້​ລູກໆ​ຂອງ​ເຮົາ​​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ປະທານ​ເຮັນຣີ ບີ ​ໄອຣິງ ​ໃຫ້ “ເລີ່ມຕົ້ນ​ໄວ ​ແລະ ​ແນ່​ວ​ແນ່” ​ໃນ​ການ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ.10 ບໍ່​ດົນ​ມາ​ນີ້, ມີ​ຄຳ​ຖາມ​ໜຶ່ງ​ທີ່​ເຮັດ​ໃຫ້​ຄິດ​​ໄດ້​ຖືກ​ນຳ​ມາ​ສະ​ເໜີ​ຢູ່​ສະພາ​ສູງຂອງຖານະ​ປະ​ໂລຫິດ ​ແລະ ຜູ້​ນຳ​ຊ່ອຍ​ເຫລືອ ມີ​ຄຳ​ວ່າ: “ເຮົາ​ຫວັງ​ໃຫ້​ເດັກ​ອາຍຸ​ແປດ​ປີ​ຮັກສາ​ພັນທະ​ສັນຍາ​ຂອງ​ເຂົາ​​ແທ້ບໍ່?” ​​ໃນ​ຂະນະ​ທີ່​ພວກ​ເຮົາ​ປຶກສາ​ຫາລື​ນຳ​ກັນ​ຢູ່​ນັ້ນ, ມີ​ຜູ້​​ແນະນຳ​ວ່າ ວິທີ​ໜຶ່ງ​ທີ່​ຈະ​ຕຽມ​ລູກໆ​ໃຫ້​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ແຫ່ງ​ການ​ບັບຕິ​ສະມາ​ທີ່​ສັກສິດ​ຂອງ​ເຂົາ ຄື​ການ​ຊ່ອຍ​ເຫລືອ​ເຂົາ​ໃຫ້​ຮຽນທີ່​ຈະ​ເຮັດ ​ແລະ ຮັກສາຄຳ​ສັນຍາ​ທີ່​ງ່າຍໆ.

ພໍ່​ແມ່​ທີ່​ຊື່ສັດ​ມີສິດທີ່​ຈະ​ຮູ້ຈັກ​ວິທີ​ທີ່​ດີ​ທີ່ສຸດ​ເພື່ອສະໜອງ​ຄວາມ​ຕ້ອງການ​ຂອງ​ລູກໆ​ຂອງ​ເຂົາ​ເຈົ້າ. ​​ເມື່ອ​ພໍ່​ແມ່​ສະ​​ແຫວ​ງຫາ​ ​ແລະ ກະທຳ​ຕາມ​ການ​ດົນ​ໃຈ​ສ່ວນ​ຕົວ, ​ປຶກສາ​ຫາລື​ນຳ​ກັນ​ ​ແລະ ປະຕິບັດ ​ແລະ ສອນ​ຫລັກ​ທຳ​ຂັ້ນພື້ນຖານ​ແຫ່ງ​ພຣະກິດ​ຕິ​ຄຸນ, ​ແລ້ວ​ເຂົາ​ເຈົ້າ​ຈະ​ມີ​ພະລັງ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ ​ແລະ ປົກ​ປ້ອງ​ຄອບຄົວ​ຂອງ​ເຂົາ. ຄົນ​ອື່ນໆ​ໃນ​ຄອບຄົວ​ກໍ​ສາມາດ​ຊ່ອຍ​ເຫລືອ​ໄດ້. ພໍ່​ຕູ້​ທີ່​ໜ້າ​ຮັກ​ຂອງ​ຂ້າພະ​ເຈົ້າໄດ້​ສອນ​ເຮົາ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ຄຳ​ສັນຍາ​ຜ່ານ​ເພງ​ທີ່​ງ່າຍໆ ຊຶ່ງ​ມີ​ເນື້ອ​​ຄວາມ​ແບບ​ນີ້: “ກ່ອນ​ເຈົ້າ​ເຮັດ​ຄຳ​ສັນຍາ, ​ໃຫ້​ຄຳນຶງ​ເຖິງ​ຄວາມ​ສຳຄັນ​ຂອງ​ມັນ​ເສຍ​ກ່ອນ. ​ແລ້ວ​ເມື່ອ​ໄດ້​ເຮັດ, ຈົ່ງ​ສະຫລັກ​ມັນ​ໄວ້​ຢູ່​ໃນ​ໃຈ​ຂອງ​ເຈົ້າ. ຈົ່ງ​ສະຫລັກ​ມັນ​ໄວ້​ຢູ່​ໃນ​ໃຈຂອງ​ເຈົ້າ.” ​ເພງສັ້ນໆ​ນີ້​ຖືກສອນ​ດ້ວຍ​ຄວາມ​ຮັກ, ຄວາມ​ໝັ້ນ​ໃຈ, ​ແລະ ພະລັງ ​ເພາະວ່າ​ພໍ່​ຕູ້​ໄດ້​ສະຫລັກ​ຄຳ​ສັນຍາ​ຂອງ​ເພິ່ນ​​ໄວ້​ຢູ່ໃນ​ໃຈ​ຂອງ​ເພິ່ນ.

​ແມ່​ທີ່​ສະ​ຫລາດ​ຄົນ​ໜຶ່ງ​ທີ່​ຂ້າພະ​ເຈົ້າຮູ້​ໄດ້​ຕັ້ງ​ໃຈ​ໃຫ້​ລູກໆ​ຂອງ​ນາງ​ມີ​ສ່ວນ​ຮ່ວມ​ໃນ​ການ​ຮັກສາ​ພັນທະ​ສັນຍາ​ຂອງ​ນາງ.​ ນາງ​ໄດ້​ເຕັມ​ໃຈ​ແບກ​ຫາບ​ຄວາມ​ໜັກໜ່ວງ​ຂອງ​ເພື່ອນ​ບ້ານ, ໝູ່​ເພື່ອນ, ​ແລະ ສະມາຊິກ​ໃນ​ຫວອດ—​​ແລະ ປອບ​ໂຍນ​ຄົນ​ທີ່​ຕ້ອງການ​ການ​ປອບ​ໂຍນ​. ບໍ່​ໄດ້​ເປັນ​ສິ່ງ​ງົງ​ງັນ ​ເມື່ອບໍ່​ດົນ​ນີ້​ລູກ​ສາວ​ນ້ອຍ​ຂອງ​ນາງ​ໄດ້​ມາ​ຖາມ​ນາງ​ເຖິງ​ວິທີ​ທີ່​ຈະ​ຊ່ອຍ​ໝູ່​ເພື່ອນ​ຂອງ​ນາງ​ໃຫ້​ສະບາຍ​ໃຈຂຶ້ນ ຜູ້​ທີ່​ພໍ່​ຫາ​ກໍ​​ເສຍ​ຊີວິດ​ໄປ. ນັ້ນ​​​ເປັນ​ໂອກາດທີ່​ດີ​ທີ່​ສຸດ​ທີ່​ຈະ​ສອນ​ວ່າ ຄວາມ​ປາດ​ຖະໜາ ​ແລະ ການ​ກະທຳ​ຂອງ​ນາງ​ທີ່​ຈະ​ປອບ​ໂຍນ​ເພື່ອນ​ຂອງ​ນາງ ​ເປັນ​ວິທີ​ໜຶ່ງ​ທີ່​ຈະ​ຮັກສາ​ພັນທະ​ສັນຍາ​ແຫ່ງ​ການ​ບັບຕິ​ສະມາ​ຂອງ​ນາງ. ​ເຮົາ​ຈະ​ຄາດ​ຫວັງ​ໃຫ້​ລູກໆ​ຂອງ​ເຮົາ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ຂອງ​ພຣະວິຫານ​ໄດ້​ແນວ​ໃດ ຖ້າ​ຫາກ​ເຮົາ​ບໍ່​ຄາດ​ຫວັງ​ໃຫ້​ເຂົາ​ຮັກສາ​ພັນທະ​ສັນຍາ​ຂໍ້​ທຳ​ອິດ​ຂອງ​ເຂົາ—ພັນທະ​ສັນຍາ​ແຫ່ງ​ການ​ບັບຕິ​ສະມາ​ຂອງ​ເຂົາ?

​ແອວ​ເດີ ຣິ​ເຈີດ ຈີ ສະກາ​ດ ​ໄດ້​ສັງ​ເກດ​ເຫັນ​ວ່າ, “ພອນ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ​ທີ່​ເຮົາ​ສາມາດ​ມອບ​ໃຫ້​ແກ່​ໂລກ​ໄດ້​ແມ່ນ​ພະລັງ​ຂອງບ້ານ​ທີ່​​ໃຫ້​ພຣະຄຣິດ​ເປັນ​ຈຸດ​ໃຈກາງ ບ່ອນ​ທີ່​ສອນ​ພຣະກິດ​ຕິ​ຄຸນ, ຮັກສາ​ພັນທະ​ສັນຍາ, ​ແລະ ມີ​ຄວາມ​ຮັກ​ທີ່​ບ້ານ.”11 ມີ​ວິທີ​ໃດ​ແດ່​ທີ່​ສາມາດ​ສ້າງ​ບ້ານ​ເຮືອນ​ເຊັ່ນ​ນັ້ນ ​ເພື່ອ​ຕຽມ​ລູກໆ​ຂອງ​ເຮົາ​ໃຫ້​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ຂອງ​ພຣະວິຫານ?

  • ​ເຮົາ​ສາມາດ​ຄົ້ນພົບ​ນຳ​ກັນວ່າ ການ​ມີ​​​ໃບຮັບ​ຮອງ​ເຂົ້າພຣະວິຫານໝາຍ​ຄວາມ​ວ່າ​ແນວ​ໃດ.

  • ​ເຮົາ​ສາມາດ​ຄົ້ນພົບ​ນຳ​ກັນ​​ເຖິງ​ວິທີ​ຟັງສຽງ​ພຣະວິນ​ຍານ​ບໍລິສຸດ. ​ເພາະ​ຂອງ​ປະທານ​ສັກສິດ​ຂອງ​ພຣະວິຫານ​​ໄດ້​ຖືກຮັບ​ໂດຍ​​ການ​ເປີດ​ເຜີຍ, ສະນັ້ນ​ເຮົາ​ຈຶ່ງ​ຕ້ອງ​ຮຽນ​​ໃຫ້​ຮູ້ຈັກ​ວິທີ​ຟັງ​ທີ່​ສຳຄັນ​ນັ້ນ.

  • ​ເຮົາ​ສາມາດ​ຄົ້ນພົບ​ນຳ​ກັນ​ເຖິງ​ວິທີທີ່​ຈະ​ຮຽນຮູ້​ຜ່ານ​ການ​ໃຊ້​ເຄື່ອງໝາຍ, ​ເລີ່​ມຕົ້ນດ້ວຍ​ເຄື່ອງໝາຍ​ທີ່​ສັກສິດ​​ແຫ່ງ​ບັບຕິ​ສະມາ ​ແລະ ສິນ​ລະ​ລຶກ.

  • ​ເຮົາ​ສາມາດ​ຄົ້ນພົບ​ນຳ​ກັນ​ວ່າ​ ​ເປັນ​ຫຍັງ​ຮ່າງກາຍ​ຈຶ່ງ​ສັກສິດ, ​ເປັນ​ຫຍັງ​ບາງ​ເທື່ອ​ມັນຈຶ່ງ​ຖືກ​ອ້າງ​ເຖິງວ່າ​ພຣະວິຫານ, ​ແລະ ​ເຄື່ອງນຸ່ງ​ທີ່​ສຸພາບ ​ແລະ ການ​ແຕ່ງ​ກາຍ​ທີ່​ຮຽບຮ້ອຍ ​ກ່ຽວ​ພັນ​ກັບຄວາມ​ສັກສິດ​ຂອງ​ເຄື່ອງນຸ່ງພຣະວິຫານ.

  • ​ເຮົາ​ສາມາດ​ຄົ້ນພົບ​ແຜນ​ແຫ່ງ​ຄວາມສຸກ​ຢູ່​ໃນ​ພຣະຄຳ​ພີ. ​ເມື່ອ​ເຮົາ​ຮູ້ຈັກ​ແຜນຂອງ​ພຣະບິດາ​ເທິງ​ສະຫວັນ​ ​ແລະ ການ​ຊົດ​ໃຊ້ຢູ່​ໃນ​ພຣະຄຳ​ພີ​ຫລາຍຂຶ້ນ​ເທົ່າ​ໃດ, ການ​ນະມັດສະການ​ຢູ່​ໃນ​ພຣະວິຫານ​ຈະ​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

  • ​ເຮົາ​ສາມາດ​ຮຽນ​ຮູ້​ເລື່ອງ​ລາວ​ກ່ຽວ​ກັບ​ບັນ​ພະ​ບຸລຸດ​ຂອງ​ເຮົາ​ນຳ​ກັນ, ຄົ້ນຄວ້າ​ປະຫວັດ​ຄອບຄົວ, ຈັດ​ເຂົ້າຄອມ​ພິວ​ເຕີ, ​ແລະ ກະທຳ​ວຽກ​ງານ​ພຣະວິຫານ​ທີ່​ຈຳ​ເປັນ​ສຳລັບຄົນ​ທີ່​ເຮົາ​ຮັກ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ.

  • ​ເຮົາ​ສາມາດ​ຄົ້ນພົບ​ນຳ​ກັນ ​ເຖິງ​ຄວາມ​ໝາຍ​ເຊັ່ນ​ວ່າ ຂອງ​ປະທານ​ສັກສິດ, ພິທີການ, ການ​ຜະ​ນຶກ, ຖານະ​ປະ​ໂລຫິດ, ຂໍ​ກະ​ແຈ, ​ແລະ ຄຳ​ອື່ນໆ ທີ່​ກ່ຽວ​ພັນ​ກັບ​ການ​ນະມັດສະການ​ໃນ​ພຣະວິຫານ.

  • ​ເຮົາ​ສາມາດ​ສອນ​ວ່າ ​ເຮົາ​ໄປ​ພຣະວິຫານ​ເພື່ອ​ເຮັດ​ພັນທະ​ສັນຍາ​ນຳພຣະບິດາ​ເທິງ​ສະຫວັນ—​ເຮົາ​ກັບ​ຄືນ​ໄປ​ບ້ານ​ເພື່ອ​ຮັກສາ​ມັນ!12

ຂໍ​ໃຫ້​ເຮົາ​ຈື່​ຈຳ​ແນວ​ຄິດ​ທີ່​ວ່າ “ດີ, ດີກ​ວ່າ, ​ແລະ ດີ​ທີ່​ສຸດ” ​ເມື່ອ​ເຮົາ​ສອນ.13 ມັນ​ເປັນ​ສິ່ງ​ທີ່​ດີ​ທີ່​ຈະ​ສອນ​ລູກໆ​ຂອງ​ເຮົາ​ກ່ຽວ​ກັບ​ພຣະວິຫານ. ​​​ມັນເປັນ​ສິ່ງທີ່​ດີກ​ວ່າ​ທີ່​ຈະ​ຕຽມ ​ແລະ ຄາດ​ຫວັງ​ໃຫ້​​ເຂົາເຮັດ ​ແລະ ຮັກສາ​ພັນທະ​ສັນຍາ. ມັນ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ສະ​ແດງ​​ໃຫ້​ເຂົາ​ເຫັນໂດຍ​ຕົວຢ່າງ​ທີ່​ເຮົາ​ແນບ​ສະໜິດ​ຢູ່​ກັບ​ພັນທະ​ສັນຍາ​ແຫ່ງ​ການ​ບັບຕິ​ສະມາ ​ແລະ ພຣະວິຫານ​ຂອງ​ເຮົາ! ​​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ຮູ້ຈັກ​ບົດບາດ​ທີ່​ສຳຄັນ​ຂອງ​ເຮົາ​ບໍ ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ​ເມື່ອ​ເຮົາ​ບຳລຸງ​ລ້ຽງ, ສອນ, ​ແລະ ຕຽມ​ລູກໆ​ຂອງ​ເຮົາ​ເພື່ອ​ເດີນ​ໄປໜ້າ​ໃນ​ເສັ້ນທາງ​ແຫ່ງ​ພັນທະ​ສັນຍາ? ອຳນາດ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ຈະ​ມາ​ເຖິງ​ເມື່ອ​ເຮົາ​ໃຫ້​ກຽດ ​ແລະ ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ.

2. ການ​ຮັກສາ​ພັນທະ​ສັນຍາ​ເປັນ​ສິ່ງ​ສຳຄັນ​ສຳລັບ​ຄວາມສຸກ​ທີ່​ແທ້​ຈິງ.

ປະທານ​ທອມ​ມັສ ​​​ແອັສ ມອນ​ສັນ ​ໄດ້​ສອນ​ວ່າ, “​ເຮົາ​ຕ້ອງ​ນັບຖືພັນທະ​ສັນຍາ​ທີ່​ສັກສິດ​ຂອງ​ເຮົາ, ​ແລະ ການຊື່ສັດ​ຕໍ່​ມັນ​ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ຄວາມສຸກ.”14 ​ໃນ 2  ນີ​ໄຟ ​ເຮົາ​ອ່ານວ່າ, “ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເຮົາ​ມີ​ຊີວິດ​ຢູ່​ຕາມ​ທາງ​ແຫ່ງ​ຄວາມສຸກ.”15 ກ່ອນ​ໜ້ານັ້ນ ຢູ່​ໃນ​ບົດ​ດຽວ​ກັນ​ນີ້ ​ເຮົາ​ຮຽນ​ຮູ້​ວ່າ ນີ​ໄຟ ​ແລະ ຜູ້​ຄົນ​ຂອງ​ລາວ​ໄດ້​ສ້າງ​ພຣະວິຫານ​. ​ແນ່ນອນ​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ຮັກສາ​ພຣະບັນຍັດ​ດ້ວຍ​ຄວາມ​ຊື່ນ​ຊົມ! ​ແລະ ​ໃນ​ແອວ​ມາ ​ເຮົາ​ອ່ານ​ວ່າ, “ແຕ່​ຈົ່ງ​ເບິ່ງ ນັບ​ຕັ້ງ​ແຕ່​ວັນ​ເວລາ​ຂອງ​ນີ​ໄຟ​ເປັນຕົ້ນມາ, ມັນ​ບໍ່​ເຄີຍ​ມີ​ເວລາ​ໃດ​ເລີຍ​ທີ່​ສະ​ຫງົບ​ສຸກ​ຢູ່​ໃນ​ບັນດາ​ຜູ້ຄົນ​ຂອງ​ນີ​ໄຟ​ເກີນ​ກວ່າ​ໃນ​ວັນ​ເວລາ​ຂອງ​ໂມ​ໂຣ​ໄນ.”16 ​​ເພ​າະ​ເຫດ​ໃດ? ອີກ​ເທື່ອ​ໜຶ່ງ ​ເຮົາ​ຮຽນ​ຮູ້​ໃນ​ຂໍ້​ກ່ອນ​ໜ້ານັ້ນວ່າ ​ເຂົາ​ເຈົ້າ “ເປັນຄົນ​ທີ່​ສັດ​ຊື່​ໃນ​ການ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະຜູ້​ເປັນ​ເຈົ້າ.”17 ຜູ້​ຮັກສາພັນທະ​ສັນຍາຄື ຜູ້​ທີ່​ຮັກສາ​ພຣະບັນຍັດ!

ຂ້າພະ​ເຈົ້າມັກ​ພຣະຄຳ​ພີ​ຂໍ້​ນີ້ ທີ່​ວ່າ: “ແລະ ບັດ​ນີ້​ເມື່ອ​ຜູ້​ຄົນ​ໄດ້​ຍິນ​ຂໍ້ຄວາມ​ນີ້​ແລ້ວ [ໝາຍ​ເຖິງ​ການ​ອະທິບາຍ​ກ່ຽວ​ກັບ​ພັນທະ​ສັນຍາ​ແຫ່ງ​ການ​ບັບຕິ​ສະມາ], ພວກ​ເຂົາ​ຕົບມື​ດ້ວຍ​ຄວາມສຸກ ແລະ ຮ້ອງ​ອອກ​ມາ​ວ່າ: ນີ້​ຄື​ຄວາມ​ປາດ​ຖະໜາຂອງ​ໃຈ​ຂອງ​ພວກ​ເຮົາ.”18 ຂ້າພະ​ເຈົ້າມັກ​ຄວາມ​ປາດ​ຖະໜາ​ຂອງໃຈ​ຂອງ​ເຂົາ​ເຈົ້າ. ​ເຂົາ​ເຈົ້າປາດ​ຖະໜາ​ທີ່​ຈະ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ຂອງ​​ເຂົາ​ເຈົ້າດ້ວຍ​ຄວາມ​ຊື່ນ​ບານ!

ວັນ​ອາທິດ​ມື້ໜຶ່ງ ​ເອື້ອຍ​ນ້ອງ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ປະກາດ​ຢ່າງ​ຊື່ນ​ຊົມ​ວ່າ, “ຂ້າພະ​ເຈົ້າ​ໄດ້​ຮັບ​ສິນ​ລະ​ລຶກມື້​ນີ້!” ດົນ​ປານ​ໃດ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ຊື່ນ​ຊົມ​ກັບ​ສິດທິ​ພິ​ເສດ​ນີ້? ​ແລະ ​ເຮົາ​​ສະ​ແດງ​ມັນ​ອອກ​ແນວ​ໃດ? ​ເຮົາ​ເຮັດ​ສິ່ງ​ນີ້​ໂດຍ​ການ​ລະນຶກ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ຕະຫລອດ​ເວລາ ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ ຕະຫລອດ​ເວລາ, ຊຶ່ງ​ຮ່ວມ​ທັງ​ການ​ຮັກສາ​ວັນ​ຊະບາ​ໂຕ​ໃຫ້​ສັກສິດ. ​ເຮົາ​ເຮັດ​ສິ່ງ​ນີ້​ໂດຍ​ການ​ລະນຶກ​ເຖິງ​ພຣະອົງ ຕະຫລອດ​ເວລາ ​​​ໃນ​ຂະນະ​ທີ່​ເຮົາ​ອະທິຖານ ຕະຫລອດ​ເວລາ​ເປັນ​ສ່ວນ​ຕົວ ​ແລະ ​ເປັນ​ຄອບຄົວ, ການ​ສຶກສາ​ພຣະຄຳ​ພີ​ທຸກ​ວັນ, ​ແລະ ການ​ສັງ​ສັນ​ໃນ​ຄອບຄົວ​ທຸກ​ອາ​ທິດ. ​ແລະ ​ເມື່ອ​ເຮົາ​ຖືກ​ລົບ​ກວນ ຫລື ​ເສີຍ​ເມີຍ​ຈາກ​ສິ່ງ​ທີ່​ສຳຄັນ​ເຫລົ່າ​ນີ້, ​ແລ້ວ​ເຮົາ​ຕ້ອງ​ກັບ​ໃຈ ​ແລະ ​ເລີ່ມຕົ້ນ​ໃໝ່.

ການ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາດ້ວຍ​ຄວາມ​ຊື່ນ​ຊົມ ຈະ​ເປັນ​ພະລັງ ​ແລະ ຊີວິດ​ໃຫ້​ແກ່​ພິທີການ​ທີ່​ສັກສິດ ​ແລະ ​ຊ່ອຍ​ໃຫ້​ລອດ ທີ່​​ເຮົາ​ຈຳ​ເປັນ​ຕ້ອງ​ມີ ​ກ່ອນຈະ​ໄດ້​ຮັບ “ທຸກ​ສິ່ງ​ທັງ​ປວງ​ທີ່​ພຣະບິດາ​ມີ.”19 ພິທີການ ​ແລະ ພັນທະ​ສັນຍາ ​ເປັນ “ຈຸດ​ສຳຄັນ​ທາງ​ວິນ​ຍານ” ປະທານ​ເຮັນຣີ ບີ ​ໄອຣິງ ​ໄດ້​ກ່າວ​ເຖິງ​ຕອນ​ເພິ່ນ​ສອນ​ວ່າ: ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເປັນຜູ້​ຄົນ​ແຫ່ງພັນທະ​ສັນຍາ. ຈາກ​ມື້​ທີ່​ໄດ້​ຮັບ​ບັບຕິ​ສະມາ​ຜ່ານ​ຈຸດ​ສຳຄັນ​ທາງ​ວິນ​ຍານ​​ແຫ່ງ​ຊີວິດ​ຂອງ​ເຮົາ, ​ເຮົາ​ໄດ້​ເຮັດ​ສັນຍາ​ນຳ​ພຣະ​ເຈົ້າ ​ແລະ ພຣະອົງ​ໄດ້​ເຮັດ​ສັນຍາ​ນຳ​ເຮົາ. ພຣະອົງ​ຈະ​ຮັກສາ​ຄຳ​ສັນຍາ​ຂອງ​ພຣະອົງ​ ຕະຫລອດ​ເວລາ ທີ່​ມອບ​ໃຫ້​ຜ່ານ​ທາງ​ຜູ້​ຮັບ​ໃຊ້​ທີ່​​ໄດ້​ຮັບ​ສິດ​ອຳນາດຂອງ​ພຣະອົງ, ​ແຕ່​ມັນ​ເປັນ​ການ​ທົດ​ສອບ​ທີ່​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ ​ເພື່ອ​ເບິ່ງ​ວ່າ ​ເຮົາ ຈະເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ​ນຳພຣະອົງ​ຫລື​ບໍ່​.”20

3. ການ​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ ສະ​ແດງ​​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະບິດາຜູ້​ສະຖິດ​ໃນ​ສະຫວັນ​ຂອງ​ເຮົາ.

​ໃນ​ເຫດຜົນ​ທັງ​ໝົດ​ທີ່​ເຮົາ​ຕ້ອງ​ພາກ​ພຽນ​ຫລາຍ​ກວ່າ​​ເກົ່າໃນ​ການ​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ, ​ເຫດຜົນ​ນີ້​ແມ່ນ​​ເດັ່ນ​ກວ່າ​ໝູ່ໝົດ—ຄວາມ​ຮັກ. ຂໍ້​ໜຶ່ງ​ໃນ​ພຣະສັນຍາ​ເດີມ​ທີ່​ປະ​ທັບ​ໃຈ​ຂ້າພະ​ເຈົ້າຫລາຍ ​ເມື່ອ​ເຮົາ​​ໄຕ່​ຕອງ​ຫລັກ​ທຳ​ແຫ່ງ​ຄວາມ​ຮັກ. ມີ​ຄົນ​ໃດ​ບໍ​ໃນ​ພວກ​ເຮົາ​ທີ່​ບໍ່​ປະ​ທັບ​ໃຈ​ກັບ​ເລື່ອງລາວກ່ຽວ​ກັບ​ຄວາມ​ຮັກ​ຂອງ​ຢາ​ໂຄບ ​ແລະ ນາງ​ລາ​​ເຊັນ​ເມື່ອ​ເຮົາ​ອ່ານ​ວ່າ, “ຢາ​​ໂຄບ​ຈຶ່ງ​ຕ້ອງ​ເຮັດ​ວຽກ​ເຈັດ​ປີ​ເພື່ອ​ຈະ​ໄດ້​ນາງ​ລາ​ເຊັນ; ​ແລະ ​ເວລາ​ໄດ້​ຜ່ານ​ໄປ​ເໝືອນ​ສອງ​ສາມ​ມື້ ຍ້ອນ​ວ່າ​ລາວ​ຮັກ​ນາງ​ລາ​ເຊັນ”?21 ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ​ບໍ ດ້ວຍ​ຄວາມ​ຮັກ​ທີ່​ເລິກ​ຊຶ້ງ ​ແລະ ອຸທິດ​ຕົນ​ເຊັ່ນ​ນັ້ນ?

​ເປັນ​ຫຍັງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຈຶ່ງ​ພໍພຣະ​ໄທ​ທີ່​ຈະ​ຮັກສາພັນທະ​ສັນຍາ​ຂອງ​ພຣະອົງນຳພຣະບິດາ ​ແລະ ​ໄດ້​ສຳ​ເລັດ​ພາລະກິດ​ແຫ່ງ​ສະຫວັນ​ຂອງ​ພຣະອົງ ​ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ໂລກ? ​ເປັນ​ເພາະ​ຄວາມ​ຮັກ​ຂອງພຣະອົງທີ່​ມີ​ຕໍ່​ພຣະບິດາ​ຂອງ​ພຣະອົງ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ​ແລະ ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ. ​ເປັນ​ຫຍັງ​ພຣະບິດາ​ຈຶ່ງ​ພໍພຣະ​ໄທ​ທີ່​ຈະ​ປ່ອຍ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ​ແລະ ດີ​ພ້ອມ​ທຸກ​ຢ່າງ​ໃຫ້​ມາ​ຮັບ​ທຸກທໍລະມານ​ເກີນ​ກວ່າ​ຈະ​ພັນ​ລະນາ​ໄດ້ ​ເພື່ອ​ຮັບ​ເອົາ​ບາບ, ຄວາມ​ເຈັບ​ປວດ​ໃຈ, ຄວາມ​ປ່ວຍ​​ໂຊ, ​ແລະ ຄວາມ​ອ່ອນ​ແອ​ຂອງ​ໂລກ ​ແລະ ທຸກ​ສິ່ງ​ທີ່​ບໍ່​ຍຸດຕິ​ທຳ​ໃນ​ຊີວິດ​ນີ້? ​ເຮົາ​ພົບ​ເຫັນ​ຄຳ​ຕອບ​ຢູ່​ໃນ​ຂໍ້​ນີ້: “​ເພາະວ່າ​ພຣະ​​ເຈົ້າຮັກ​ໂລກ​ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ​.”22

“ຖ້າ​ເຮົາ​ມີຄວາມ​ກະຕັນຍູ​ແທ້ໆ​ກັບ​ພອນ​ຫລາຍ​ຢ່າງ​ທີ່​​ເປັນ​ຂອງ​ເຮົາ​ຜ່ານ​ທາງ​ການ​ໄຖ່, ​ແລ້ວ​ບໍ່​ມີ​ສິ່ງ​ໃດ​ທີ່​ພຣະຜູ້​ເປັນ​ເຈົ້າຮ້ອງ​ຂໍ​ຈາກ​ເຮົາ ທີ່​​​ເຮົາ​ຈະ​ບໍ່​ກະຕືລືລົ້ນ ​ແລະ ​ເຕັມ​ໃຈ​ທີ່​ຈະ​ເຮັດ.”23 ອີງ​ຕາມ​ຂໍ້ຄວາມ​ດັ່ງກ່າວຂອງປະທານ​ໂຈ​ເຊັບ ຟຽວດິງ ສະ​ມິດ, ການ​ຮັກສາ​ພັນທະ​ສັນຍາ​ເປັນ​ວິທີ​ໜຶ່ງ​ທີ່​ຈະ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ສຳລັບ​ການ​ຊົດ​ໃຊ້​ທີ່​ບໍ່​ສາມາດ​ເຂົ້າ​ໃຈ ​ແລະ ​ເປັນນິດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ ​ແລະ ຄວາມ​ຮັກ​ທີ່​ບໍລິບູນ​ຂອງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຂອງ​ເຮົາ.

​ແອວ​​ເດີ ຮໍ​ແລນ ​ໄດ້​ແນະນຳ​ດ້ວຍ​ຄວາມ​ຮັກວ່າ, “ຂ້າພະ​ເຈົ້າບໍ່​ແນ່​ໃຈ​ວ່າ ​ປະສົບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ໃນ​ວັນ​ພິພາກສາ, ​ແຕ່​ຂ້າພະ​ເຈົ້າຈະ​ປະຫລາດ​ໃຈ​ຖ້າ​ຫາກ​ມີ​ຕອນ​ໜຶ່ງ​ຢູ່​ໃນ​ການ​ສຳພາດ​ນັ້ນ, ພຣະ​ເຈົ້າບໍ່​ໄດ້​ຖາມ​ເຮົາ​ຖ້ອຍ​ຄຳ​ດຽວ​ກັນ​ກັບ​ທີ່​ໄດ້​ຖາມ​ເປ​ໂຕ​ທີ່​ວ່າ: ‘​​ເຈົ້າຮັກ​ເຮົາ​ບໍ?’”24 ຄ່ຳ​ຄືນ​ນີ້ ຂ້າພະ​ເຈົ້າ​​ເຊື້ອ​ເຊີນ​ເຮົາ​ທຸກ​ຄົນ​​ໃຫ້​ສຳ​ຫລວດ​ກວດກາ​ເບິ່ງ​ວ່າເຮົາ​ຮັກ​ພຣະຜູ້​ຊ່ອຍ​ໃຫ້​ລອດຫລາຍ​ຂະໜາດ​ໃດ, ​ເປັນ​ສິ່ງ​ວັດ​ແທກ​ເບິ່ງ​ວ່າ​ເຮົາ​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ​ຢ່າງ​ຊື່ນ​ຊົມ​ຫລາຍ​ພຽງ​ໃດ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ຜູ້​ທີ່​ມີ​ກົດ​ບັນຍັດ​ຂອງ​ເຮົາ ​ແລະ ​ເຊື່ອ​ຟັງ​ກົດ​ບັນຍັດ​ນັ້ນ​ແມ່ນ​ຜູ້ນັ້ນ​ແຫລະ​ທີ່​ຮັກ​ເຮົາ, ພຣະບິດາ​ຂອງ​ເຮົາ​ຈະ​ຮັກ​ພວກ​ທີ່​ຮັກ​ເຮົາ ​ແລະ ​ເຮົາ​ຈະ​ຮັກ​ເຂົາ​ຄື​ກັນ​ທັງ​ຈະ​ປະກົດ​ຕົວ​ເຮົາ​ໃຫ້​ແກ່​ເຂົາ.”25 ​ເຮົາ​ທຸກ​ຄົນ​ຕ້ອງການ​ການ​ມາ​ປະກົດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ​ຫລາຍ​ພຽງ​ໃດ!

ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ວ່າ ​ແມ່ນ​ແຕ່​ຄົນ​ທີ່​ໄດ້​ອອກ​ນອກ​ທາງ​ໄປ​ໃນ​ອາ​ດີດ ຫລື ຜູ້​ກຳລັງ​ປະ​ເຊີນ​ກັບ​ບັນຫາ​ໃນ​ຕອນ​ນີ້ ຍັງ​ສາມາດ​ຮູ້ສຶກ​​​ເຖິງ​ຄວາມ​ສຳ​ພັດ​ຂອງພຣະຫັດ​ຂອງ​ຜູ້​ລ້ຽງ​ແກະ​ທີ່​ດີ​ເທິງ​ຫົວ​ຂອງ​ເຮົາ ​ແລະ ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະອົງ​ກ່າວວ່າ​: “ມາ​ແມ. ​​ເຈົ້າບໍ່​ໄດ້​ຖືກ​ຜູກ​​ໄວ້​ອີກ​ແລ້ວ. ​​ເຈົ້າ​ເປັນ​ອິດ​ສະລະ. ພຣະຜູ້ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “​ເຮົາ​ນີ້​ແຫລະ ​​ເປັນ​ຜູ້​ລ້ຽງ​ທີ່​ດີ: ຜູ້​ລ້ຽງ​ທີ່​ດີ​ຍ່ອມ​ສະ​ລະ​ຊີວິດ​ຂອງ​ຕົນ​ເພື່ອ​ຝູງ​ແກະ.”26 ພຣະອົງສາ​ມາດ​ກ່າວ​ເຊັ່ນ​ນັ້ນ ​ເພາະວ່າ​ພຣະອົງ​ຮັກສາ​ພັນທະ​ສັນຍາ​ຂອງ​ພຣະອົງ​ດ້ວຍ​ຄວາມ​ຮັກ. ​ແລ້ວ ຄຳ​ຖາມ​​ໃນ​ຕອນ​ນັ້ນ​ແມ່ນ​ວ່າ, ​ເຮົາ​ຈະ​​ເຮັດ​ບໍ? ຂໍ​ໃຫ້​ເຮົາ​ຈົ່ງ​ອອກ​ໄປ​ດ້ວຍ​ສັດທາ, ດ້ວຍ​ຫົວ​ໃຈ​ທີ່​ຊື່ນ​ບານ, ​ແລະ ດ້ວຍ​ຄວາມ​ປາດ​ຖະໜາ​ທີ່​ຈະ​ເປັນຜູ້​ຮັກສາ​ພັນທະ​ສັນຍາ. ນີ້​ຄື​ວິ​ທີ​ທີ່​ເຮົາ​ສະ​ແດງຄວາມ​ຮັກ​ຂອງ​ເຮົາ ຕໍ່ພຣະບິດາ​​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ​ແລະ ສຳລັບ​ພຣະຜູ້​ຊ່ອຍ​​ໃຫ້​ລອດ​ຂອງ​ເຮົາ, ຊຶ່ງ​ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ດ້ວຍ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. ​ເບິ່ງ D. Todd Christofferson, “You Are Free,” Ensign, Mar. 2013, 38, 40; or Liahona, Mar. 2013, 16, 18.

  2. Jeffrey R. Holland, “Keeping Covenants: A Message for Those Who Will Serve a Mission,” New Era, Jan. 2012, 3; or Liahona, Jan. 2012, 49.

  3. ​ເບິ່ງ “Understanding Our Covenants with God,” Ensign, July 2012, 25; or Liahona, July 2012, 23.

  4. “​ເຮົາ​ຈະ​ໄປ​ທີ່​ພຣະອົງ​ບັນຊາ,” ​ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ​ເລກທີ 50; ​ເນັ້ນຄຳ​ເນີ້ງ.

  5. 1 ນີ​ໄຟ 14:14.

  6. ​ໂຢຮັນ 13:35.

  7. Lucy Mack Smith, in Daughters in My Kingdom: The History and Work of Relief Society (2011), 25.

  8. ​ໂມ​​ໄຊ​ຢາ 27:14; ​ເນັ້ນຄຳ​ເນີ້ງ.

  9. ​​ເບິ່ງ Doctrine and Covenants 18:13.

  10. ​ເບິ່ງ Henry B. Eyring, “Spiritual Preparedness: Start Early and Be Steady,” Ensign or Liahona, Nov. 2005, 37–40.

  11. Richard G. Scott, “For Peace at Home,” Ensign or Liahona, May 2013, 30.

  12. ​ເບິ່ງ D. Todd Christofferson, “The Gospel Answers Life’s Problems and Challenges” (worldwide leadership training meeting, Feb. 2012); lds.org/broadcasts.

  13. ​ເບິ່ງ Dallin H. Oaks, “Good, Better, Best,” Ensign or Liahona, Nov. 2007, 104.

  14. Thomas S. Monson, “Happiness—the Universal Quest,” Ensign, Oct. 1993, 4; or Liahona, Mar. 1996, 5.

  15. 2 ນີ​ໄຟ 5:27.

  16. ​ແອວ​ມາ 50:23.

  17. ​ແອວ​ມາ 50:22.

  18. ​ໂມ​ໄຊ​ຢາ 18:11.

  19. ​ເບິ່ງ Doctrine and Covenants 84:38.

  20. Henry B. Eyring, “Witnesses for God,” Ensign, Nov. 1996, 30; ​ເນັ້ນຄຳ​ເນີ້ງ.

  21. ປະຖົມ​ມະ​ການ 29:20.

  22. ​ໂຢຮັນ 3:16.

  23. Joseph Fielding Smith, “Importance of the Sacrament Meeting,” Relief Society Magazine, Oct. 1943, 592.

  24. Jeffrey R. Holland, “The First Great Commandment,” Ensign or Liahona, Nov. 2012, 84.

  25. ​ໂຢຮັນ 14:21.

  26. ​ໂຢຮັນ 10:11.