​2010–2019
ພະ​ລັງ​ທີ່​ຈະ​ອົ​ດ​ທົນ​ຈົນ​ເຖິງ​ທີ່​ສຸດ
ຕຸລາ 2013


ພະ​ລັງ​ທີ່​ຈະ​ອົ​ດ​ທົນ​ຈົນ​ເຖິງ​ທີ່​ສຸດ

ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໃນ​ຄວາມ​ຊອບ​ທຳ​ກໍ​ກ່ຽວ​ພັນ​ໂດຍ​ກົງກັບ​ຄວາມ​ເຂັ້ມ​ແຂງ ຂອງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ແລະ ຄວາມ​ເລິກ​ຊຶ້ງ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ.

ທຸກໆ​ເຊົ້າ​ເມື່ອ​ເຮົາ​ຕື່ນ​ຂຶ້ນ​ມາ, ເຮົາ​ຈະ​ປ​ະ​ເຊີນ​ກັ​ບ​ວັນ​ໃໝ່​ທີ່​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ​ຂ​ອງ​ຊີ​ວິດ. ການ​ທ້າ​ທາຍ​ເຫລົ່າ​ນີ້​ຈະ​ມີ​ມາ​ໃນ​ຫລາຍ​ຮູບ​ແບບດັ່ງ​ເຊັ່ນ: ການ​ທ້າ​ທາຍ​ທາງ​ຮ່າງ​ກາຍ, ບັນ​ຫາ​ທາງການ​ເງິນ, ຄວາມ​ຫ​ຍຸ້ງ​ຍາກ​ໃນ​ຄວາມ​ສຳ​ພັນ, ການ​ທົດ​ລອງ​ທາງ​ອາ​ລົມ, ແລະ ແມ່ນ​ແຕ່​ການດີ້ນ​ລົນ​ກັ​ບ​ສັດ​ທາ​ຂອງ​ເຮົາ.

ການ​ທ້າ​ທາຍ​ທັງ​ຫລາຍ​ທີ່​ເຮົາ​ປະ​ເຊີນ​ໃນ​ຊີ​ວິດ​ສາ​ມາດ​ແກ້​ໄຂ​ ແລະ ເອົາ​ຊະ​ນະໄດ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ຫາ​ອື່ນໆ​ອາດ​ຈະ​ເຂົ້າ​ໃຈ​ຍາກ ແລະ ເອົາ​ຊະ​ນະ​ບໍ່​ໄດ້ ແລະ ຈະ​ຢູ່​ກັ​ບ​ເຮົາ​ຈົນ​ກວ່າ​ເຮົາເສຍ​ຊີ​ວິດ​ໄປ. ຂະ​ນະ​ທີ່​ເຮົາ​ອົດ​ທົນ​ເປັນ​ເວ​ລາ​ຊົ່ວ​ຄາວຕໍ່​ການ​ທ້າ​ທາຍທີ່ເຮົາ​ສາ​ມາດ​ແກ້​ໄຂໄດ້ ແລະ ຂະ​ນະ​ທີ່​ເຮົາ​ອົດ​ທົນ​ຕໍ່​ໄປ​ກັ​ບ​ການ​ທ້າ​ທາຍ​ທີ່​ເຮົາ​ແກ້​ໄຂ​ບໍ່​ໄດ້, ມັ​ນ​ກໍ​ສຳ​ຄັນ​ທີ່​ຈະ​ຈື່​ຈຳ​ໄວ້​ວ່າ​ພະ​ລັງ​ທາງວິນ​ຍານ​ທີ່​ເຮົາ​ໄດ້​ພັດ​ທະ​ນາ​ຈະ​ຊ່ອຍ​ເຮົາ​ໃຫ້​ອົດ​ທົນ​ຢ່າງ​ສຳ​ເລັດ​ຜົນ​ຕໍ່​ການ​ທ້າ​ທາຍ​ທັງ​ໝົດ​ທີ່​ເຮົາ​ຈະ​ປ​ະ​ເຊີນ​ໃນ​ຊີ​ວິດ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ມີ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ, ອົງ​ທີ່​ໄດ້​ວາງ​ແຜນການ​ເປັນ​ຢູ່​ຂອງ​ເຮົາ​ຢູ່​ເທິງ​ໂລກ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຮຽນ​ຮູ້​ບົດ​ຮຽນ​ຂອງ​ສ່ວນ​ບຸກ​ຄົນທີ່​ເຮົາ​ຕ້ອງ​ຮຽນ​ຮູ້​ເພື່ອ​ຈະ​ມີ​ຄຸນ​ຄ່າ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ​ໃນ​ທີ່​ປະ​ທັບ​ຂອງ​ພ​ຣະ​ອົງ.

ເລື່ອງ​ລາວ​ຈາກ​ຊີ​ວິດ​ຂອງ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ​ສະ​ແດງ​ໃຫ້​ເຫັນ​ຕົວ​ຢ່າງ​ຂອງ​ຫລັກ​ທຳ​ນີ້. ສາດ​ສະ​ດາ ແລະ ເພື່ອນໆ​ຫລາຍ​ຄົນ​ໄດ້​ຖືກ​ກັກ​ຂັງ​ຢູ່​ທີ່​ເມືອງ​ລິ​ເບິ​ທີ, ລັດ​ມິ​ເຊີ​ຣີ ເປັນ​ເວ​ລາ​ຫລາຍ​ເດືອນ. ໃນ​ຂະ​ນະ​ທີ່​ທົນ​ທຸກ​ຢູ່​ນັ້ນ, ສາດ​ສະ​ດາ​ໂຈ​ເຊັບ​ໄດ້​ອ້ອນວອນ​ກັບ​ພ​ຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ອະ​ທິ​ຖານ​ທີ່​ຖ່ອມ​ຕົນ​ທູນ​ຂໍ​ໃຫ້​ໄພ່​ພົນ​ໄດ້​ຮັບ​ການ​ບັນ​ເທົາ​ທຸກ​ຈາກ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຂົາ​ເຈົ້າ​ໃນ​ເວ​ລານັ້ນ. ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຮັບ​ໂດຍ​ການ​ສັ່ງ​ສອນ​ສ​າດ​ສະ​ດາ​ໂຈ​ເຊັບ, ແລະ ເຮົາ​ທຸກ​ຄົນ, ວ່າ​ການ​ທ້າ​ທາຍ​ທີ່​ເຮົາ​ປະ​ເຊີນ​ຢູ່ນັ້ນ, ຖ້າ​ຫາກ​ຖືກ​ອົ​ດ​ທົນ​ຢ່າງ​ສຳ​ເລັດ​ຜົນ, ຈະ​ເປັນ​ເພື່ອ​ຄວາມ​ດີ​ຂອງ​ເຮົາ​ໃນ​ທີ່​ສຸດ. ນີ້​ຄື​ຄຳ​ໂຕ້​ຕອບ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຕໍ່​ຄຳ​ອ້ອນວອນ​ຂອງ​ໂຈ​ເຊັບ​ວ່າ:

ພ​ຣະ​ອົງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ໂຈ​ເຊັບ​ໂດຍ​ກ່າວ​ວ່າ ​ຄວາມ​ສັນ​ຕິ​ສຸກ​ຈະ​ຢູ່​ກັບຈິດ​ວິນ​ຍານ​ຂ​ອງ​ເພິ່ນ​; ຄວາມ​ລຳ​ບາກ ແລະ ຄວາມ​ທຸກ​ທໍ​ລະ​ມານຂອງ​ເພິ່ນ​ຈະ​ເປັນ​ໄປ​ພຽງ​ຊົ່ວ​ໄລ​ຍະ​ສັ້ນ;

ແລະ ຖ້າ​ເພິ່ນ​ອົດ​ທົນ​ມັນ​ດ້ວຍ​ດີ, ພ​ຣະ​ເຈົ້າ​ຈະ​ຍົກ​ເພິ່ນ​ຂຶ້ນ​ເທິງ​ທີ່​ສູງ.1

ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຈັດ​ໃຫ້​ການ​ເດີນ​ທາງ​ຂອງ​ເຮົາ​ຕະ​ຫລອດ​ຊີ​ວິດນີ້​ເປັນ​ການ​ທົດ​ສອບ​ຄຸນ​ສົມ​ບັດ​ທີ່​ດີ​ຂອງ​ເຮົາ. ເຮົາ​ຈະ​ໄດ້​ພົບ​ເຫັນ​ທັງ​ອິດ​ທິພົນ​ດີ ແລະ ຊົ່ວ ແລະ ແລ້ວ​ໄດ້​ຮັບ​ສິດ​ທິ​ທາງ​ສິນ​ທຳ ເພື່ອ​ຈະ​ເລືອກ​ສຳ​ລັບ​ຕົວ​ເຮົາ​ເອງ ເສັ້ນ​ທາງ​ທີ່​ເຮົາ​ຈະ​ເດີນ​ໄປ. ດັ່ງ​ທີ່​ ຊາ​ມູ​ເອນ ສາດ​ສະ​ດາ​ໃນ​ສະ​ໄໝ​ພຣະຄຳ​ພີ​ມໍ​ມອນໄດ້​ສອນ​ວ່າ, “ພວ​ກ​ທ່​ານ​ມີ​ອິດ​ສະ​ລະ; ພວກ​ທ່ານ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຮັດ​ເພື່ອ​ຕົວ​ເອງ; ເພາະ​ຈົ່ງ​ເບິ່ງ, ພ​ຣະ​ເຈົ້າ​ໄດ້​ປ​ະ​ທານ​ຄວາມ​ຮູ້​ໃຫ້​ແກ່​ພ​ວກ​ທ່ານ ແລະ ພ​ຣະ​ອົງ​ໄດ້​ເຮັດ​ໃຫ້​ພວກ​ທ່ານ​ເປັນ​ອິ​ດ​ສະ​ລະ.”2

ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເຂົ້າ​ໃຈ​ອີກ​ດ້ວຍ​ວ່າ ເປັນ​ເພາະ​ຄວາມ​ມະ​ຕະ​ຂອງ​ເຮົາ ເຮົາ​ຈະ​ບໍ່​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ​ ຫລື ຊອບ​ທຳສະ​ເໝີ​ໄປ. ເພາະ​ວ່າ​ເຮົາ​ບໍ່​ດີ​ພ້ອມ ແລະ ເພາະ​ວ່າ​ເຮົາ​ເຮັດ​ຜິດ, ເຮົາ​ຕ້ອງ​ການ​ຄວາມ​ຊ່ອຍ​ເຫລືອ​ໃນ​ການ​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພ​ຣະ​ອົງ. ໄດ້​ມີ​ຄວາມຊ່ອຍ​ເຫລືອທີ່​ຈຳ​ເປັນ​ນັ້ນ​ໄວ້​ໃຫ້ ຜ່ານ​ການ​ສັ່ງ​ສອນ, ຕົວ​ຢ່າງ, ແລະ ເສຍ​ສະ​ລະ​ຊົດ​ໃຊ້ຂອງ​ພຣະ​ເຢ​ຊູ​ຄ​ຣິດ. ການ​​ເສຍ​ສະ​ລະຊົດ​ໃຊ້​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດເຮັດ​ໃຫ້​ຄວາມ​ລອດ​ ແລະ ຄວາມ​ສູງ​ສົ່ງໃນ​ອະ​ນາ​ຄົດ​ຂອງ​ເຮົາ​ເປັນ​ໄປ​ໄດ້ ​ຜ່ານ​ຫລັກ​ທຳ​ແຫ່ງ​ການ​ກັບ​ໃຈ. ຖ້າ​ຫາກ​ເຮົາ​ກັບ​ໃຈ​ຢ່າງ​ສັດ​ຊື່ ແລະ ຈິງ​ໃຈ, ການ​ຊົດ​ໃຊ້​ນັ້ນ​ສາ​ມາດ​ຊ່ອຍ​ໃຫ້​ເຮົາ​ສະ​ອາດ, ປ່ຽນ​ທຳ​ມະ​ຊາດ​ຂອງ​ເຮົາ, ແລະ ອົດ​ທົນ​ຕໍ່​ການ​ທ້າ​ທາຍ​ຢ່າງ​ສຳ​ເລັດ​ຜົນ.

ຄວາມອົດ​ທົນ​ເປັນ​ຫລັກ​ທຳ​ສຳ​ຄັນ​ຢ່າງ​ໜຶ່ງ​ທີ່​ພົບ​ເຫັນ​ຢູ່​ໃນ​ຄຳ​ສອນ​ຂອງ​ພ​ຣ​ະ​ເຢ​ຊູ​ຄ​ຣິດ. ມັນ​ສຳ​ຄັນ​ເພາະ​ວ່າ​ຄຸນ​ນະ​ພາບ​ຂອງ​ອະ​ນາ​ຄົດ​ນິ​ລັນ​ດອນ​ຂອງ​ເຮົາ​ກ່ຽວ​ພັນ​ກັບ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ອົດ​ທົນ​ໃນ​ຄວາມ​ຊອບ​ທຳ.

​ໃນ 2 ນີ​ໄຟ 31 ສາດ​ສະ​ດາ​ນີ​ໄຟ​ສອນ​ເຮົາ​ວ່າ ຫລັງ​ຈາກ​ເຮົາ​ໄດ້​ຮັບ​ເອົາ​ພິ​ທີ​ການ​ທີ່​ຊ່ອຍ​ໃຫ້​ລອດ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ແບບ​ດຽວ​ທີ່​ພ​ຣ​ະ​ເຢ​ຊູ​ຄ​ຣິດ​ໄດ້ຮັບ ແລະ ແລ້ວ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ, ເຮົາຕ້ອງ “ມຸ້ງ​ໜ້າ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພ​ຣະ​ຄ​ຣິດ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດແລ້ວ, [​ແລະ​ແລ້ວ] ຈົ່ງ​ເບິ່ງ, ພຣະ​ບິ​ດາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້: [​ເຮົາ]​ ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.”3

ສະ​ນັ້ນ, ເພື່ອ​ວ່າ​ຈະ​ໄດ້​ຮັບ​ພອນ​ທີ່​ຍິ່ງ​ໃຫ​ຍ່​ທີ່​ສຸດ​ໃນ​ບັນ​ດາ​ພອນ​ຕ່າງ​ໆ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ, ຊຶ່ງ​ເປັນ​ຊີ​ວິດ​ນິ​ລັນ​ດອນ, ເຮົາ​ຕ້ອງ​ສຳ​ເລັດ​ວຽກ​ງານພິ​ທີ​ການ​ທີ່​ສົມ​ຄວນ ແລະ ແລ້ວຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ກ່ຽວ​ຂ້ອງນັ້ນ​ຕໍ່​ໄປ. ໃນ​ອີກ​ຄຳ​ໜຶ່ງ ເຮົາ​ຕ້ອງ​ອົດ​ທົນ​ຢ່າງ​ສຳ​ເລັດ​ຜົນ.

ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໃນ​ຄວາມ​ຊອບ​ທຳ​ກໍ​ກ່ຽວ​ພັນ​ໂດຍ​ກົງກັບ​ຄວາມ​ເຂັ້ມ​ແຂງ ຂອງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ແລະ ຄວາມ​ເລິກ​ຊຶ້ງ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ. ເມື່ອ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຂັ້ມແຂງ ແລະ ເຮົາ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຢ່າງ​ຈິງ​ຈັງ​ຕໍ່​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ເຢ​ຊູ​ຄຣິດ, ການ​ເລືອກ​ຂອງ​ເຮົາ​ຈະ​ຖືກ​ດົນ​ໃຈ​ໂດຍ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ, ມັນ​ຈະເຈາະ​ຈົງ​ຢູ່​ທີ່​ພ​ຣະ​ຄ​ຣິດ, ແລະ ມັນ​ຈະ​ສົ່ງ​ເສີມ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ອົດ​ທົນ​ໃນ​ຄວາມ​ຊອບ​ທຳ. ຖ້າ​ຫາກ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ອ່ອນ​ແອ ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາບໍ່​ເລິກ​ຊຶ້ງ, ຈະ​ມີການ​ສ່ຽງ​ຫລາຍ ​ທີ່​ເຮົາ​ຈະ​ຖືກ​ລໍ້​ລວງ​ໂດຍ​ປະ​ເພ​ນີ​ທີ່ຜິດ​ພາດ​ຂອງ​ໂລກ​ທີ່​ຈະ​ເລືອກ​ສິ່ງບໍ່​ດີ.

ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ປະ​ສົບ​ການ​ໜຶ່ງ​ທີ່​ສະ​ແດງ​ເຖິງ​ຄວາມ​ພະ​ຍາ​ຍາມ​ທີ່​ຈຳ​ເປັນເພື່ອ​ຈະ​ອົດ​ທົນ​ທາງ​ຮ່າງ​ກາຍ ແລະ ແລ້ວ​ປຽບ​ທຽບ​ມັນ​ໃສ່​ກັບ​ຄວາ​ມ​ພະ​ຍາ​ຍາມ​ທີ່​ຈຳ​ເປັນ​ທີ່​ຈະ​ອົດ​ທົນ​ທາງວິນ​ຍານ. ຫລັງ​ຈ​າກ​ໄດ້​ກັບ​ຈາກ​ການ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ຂ້າ​ພ​ະ​ເຈົ້າ​ໄດ້​ມີ​ໂອ​ກາດ​ທີ່​ຈະ​ຫລິ້ນ​ບາ​ສະ​ເກັດ​ບານ​ໃຫ້​ໂຄດ​ກິ​ລາ​ທີ່​ຜູ້​ຄົນນັບ​ຖື ແລະ ນັກ​ປະ​ພັນ​ຄົນ​ໜຶ່ງ​ຢູ່​ທີ່​ວິ​ທະ​ຍາ​ໄລ​ໃນ​ລັດ​ຄາ​ລິ​ຟໍເນຍ. ໂຄ​ດກິ​ລາ​ຄົນ​ນີ້​ເອົາ​ຈິງ​ເອົາ​ຈັງ​ຫລາຍ​ກ່ຽວ​ກັບສຸ​ຂະ​ພາບ​ແຂງ​ແຮງ​ຂອງ​ນັກ​ຫລິ້ນ​ບານ​ຂອງ​ເພິ່ນ ກ່ອນ​ລະ​ດູ​ການ​ຫລິ້ນ​ບາ​ສະ​ເກັດ​ບານ. ການ​ຝຶກ​ການ​ອົບ​ລົມ​ຢ່າງ​ໜຶ່ງ​ຂອງ​ເພິ່ນກ່ອນ​ໃຜໆ​ຈະ​ສາ​ມາດ​ແຕະ​ຕ້ອງ​ໝາກ​ບານ​ນັ້ນ​ໃນ​ສະ​ໜາມ​ຝຶກ​ແອບ ແມ່ນ​ຕ້ອງ​ໄດ້​ແລ່ນ​ຕາມ​ເສັ້ນ​ທາງ​ໃນ​ເນີນ​ພູ​ໃກ້​ໂຮງ​ຮຽນ​ ທີ່​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ແລ່ນ​ໄວ​ໆ​ໃຫ້​ທັນ​ກັບເວ​ລາ​ທີ່​ກຳ​ນົດໄວ້. ຂ້າ​ພະ​ເຈົ້າ​ຈຳ​ການ​ແລ່ນ​ເທື່ອ​ທຳ​ອິດ​ໃນ​ເສັ້ນ​ທາງ​ນີ້​ໄດ້ ທັນ​ທີ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກັບ​ມາ​ຈາກ​ສະ​ໜາມ​ເຜີຍ​ແຜ່: ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ຕາຍ (ເພາະ​ຮ່າງ​ກາຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້ເຈັບ​ປວດ​ໄປ​ໝົດ).

ໄດ້​ໃຊ້​ເວ​ລາ​ຝຶກ​ແອບ​ຫລາຍ​ໆ​ອາ​ທິດກ່ອນ​ຈະ​ແລ່ນ​​ໄດ້​ ໃນ​ທີ່​ສຸດ​ໃຫ້ໄວ​ກວ່າເວ​ລາ​ທີ່​ໂຄດ​ໄດ້​ຈັດ​ໄວ້​ເປັນ​ເປົ້າ​ໝາຍ. ມັນ​ໄດ້​ເປັນ​ຄວາມ​ຮູ້​ສຶກ​ທີ່​ດີ​ຫລາຍ ບໍ່​ພຽງ​ແຕ່​ສາ​ມາດ​ແລ່ນ​ໄດ້ຕາມເວ​ລາ ແຕ່​ໄດ້​ແລ່ນ​ໄວ​ກວ່າຂະ​ນະ​ທີ່​ເຂົ້າ​ໃກ້​ເສັ້ນ​ໄຊ​ນັ້ນ.

ກ່ອນ​ຈະ​ຫລິ້ນ​ບາດ​ສະ​ເກັດ​ບານ​ໄດ້​ຢ່າງ​ດີ, ທ່ານ​ຕ້ອງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ. ​ກ່ອນ​ຈະ​ເປັນ​ຢູ່​ໃນ​ສະ​ພາບ​ທີ່ແຂງ​ແຮງ​ທາງ​ຮ່າ​ງ​ກາຍ​ເຮົາ​ຕ້ອງ​ໄດ້​ເສຍ​ສະ​ລະ, ການ​ເສຍ​ສະ​ລະ​ນັ້ນ​ຄື​ການ​ອຸ​ທິດ​ຕົນ, ຄວາມ​ພາກ​ພຽນ, ແລະ ລະບຽບ​ວິ​ໄນ​ໃນ​ຕົວ​ເອງ. ຄວາມ​ອົດ​ທົນ​ທາງວິນ​ຍານ​ກໍ​ມີ​ມາ​ຜ່ານ​ການ​ເສຍ​ສະ​ລະ​ຄື​ກັນ. ມັນ​ກໍ​ເປັນ​ການ​ເສຍ​ສະ​ລະ​ແບບ​ດຽວ​ກັນ: ການ​ອຸ​ທິດ​ຕົນ, ຄວາມ​ພາກ​ພຽນ, ແລະ ລະ​ບຽບ​ວິ​ໄນ​ໃນ​ຕົວ​ເອງ.

ປະ​ຈັກ​ພະ​ຍານ, ເໝືອນ​ດັ່ງ​ຮ່າງ​ກາ​ຍ​ຂອງ​ທ່ານ, ຕ້ອງ​​ຢູ່​ໃນ​ສະ​ພາບ​ທີ່ເຂັ້ມ​ແຂງ​ຖ້າ​ຫາກ​ທ່ານ​ຢາກ​ຈະອົດ​ທົນ. ສະ​ນັ້ນ ເຮົາ​ຈະ​ຮັກ​ສາ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ໃຫ້​​ຢູ່​ໃນ​ສະ​ພາບ​ທີ່ເຂັ້ມ​ແຂງ​ແນວ​ໃດ? ເຮົາ​ຈະ​ບໍ່​ສາ​ມາດ​ເຮັດ​ໃຫ້​ຮ່າງ​ກາຍ​ຂອງ​ເຮົາ​ເຂັ້ມ​ແຂງ ​ທີ່​ຈະ​ຫລິ້ນ​ບາ​ສະ​ເກັດ​ບານ​ໄດ້​ໂດຍ​ການ​ເບິ່ງ​ບາ​ສະ​ເກັດ​ບານ​ໃນ​ໂທ​ລະ​ທັດ​ເທົ່າ​ນັ້ນ. ໃນ​ທຳ​ນອງດຽວ​ກັນ, ເຮົາ​​ຈະບໍ່​ສາ​ມາດ​ເຮັດ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ຢູ່​ໃນ​ສະ​ພາບ​ທີ່ເຂັ້ມ​ແຂງ​ໂດຍ​ການ​ຮັບ​ຊົມ​ກອງ​ປະ​ຊຸມ​ໃຫ​ຍ່​ສາ​ມັນ​ຢູ່​ທີ່​ໂທ​ລະ​ທັດ​ເທົ່າ​ນັ້ນ. ເຮົາ​ຕ້ອງ​ສຶກ​ສາ ແລະ ຮຽນ​ຮູ້​ຫລັກ​ທຳ​ພື້ນ​ຖານ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄ​ຣິດ, ແລະ ແລ້ວ​ເຮົາ​ຕ້ອງ​ເຮັດ​ສຸດ​ຄວາ​ມ​ສ​າ​ມາດ​ຂອງ​ເຮົາ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ນັ້ນ. ນີ້​ຄື​ວິ​ທີ​ທີ່​ເຮົາ​ຈະ​ກາຍ​ເປັນ​ສາ​ນຸ​ສິດ​ຂອງ​ພ​ຣ​ະ​ເຢ​ຊູ​ຄ​ຣິດ, ແລະ ນັ້ນ​ຄື​ວິ​ທີ​ທາງ​ທີ່​ເຮົາ​ຈະ​ສ້າງ​ປະ​ຈັກ​ພະ​ຍາ​ນ​ທີ່​ທົນ​ທານ​ໄດ້.

ເມື່ອເຮົາ​ປະ​ເຊີນ​ຄວາມ​ລຳ​ບາກ​ຍາກ​ແຄ້ນ​ໃນ​ຊີ​ວິດ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ເອົາ​ແບບ​ຢ່າງ​ຂອງ​ຄຸນ​ລັກ​ສະ​ນະ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ມັນ​ສຳ​ຄັນ​ຫລາຍ​ທີ່​ເຮົາ​ຕ້ອງ​ຕຽມ​ພ້ອ​ມ​ທາງວິນ​ຍານ. ການ​ຕຽມ​ພ້ອມ​ທາງວິນ​ຍານ​ນັ້ນ​ໝາຍ​ຄວາມ​ວ່າ ເຮົາ​ໄດ້​ພັດ​ທະ​ນາ​ຄວາມ​ອົດ​ທົນ ຫລື ຄວາມ​ເຂັ້ມ​ແຂງ​ທາງວິນ​ຍານ​—ເຮົາ​ຈະ​ຢູ່​ໃນສະ​ພາບ​​ທີ່​ແຂງ​ແຮງທາງວິນ​ຍານ. ເຮົາ​ຈະ​ຢູ່​ໃນ​ສະ​ພາບ​ທີ່​ເຂັ້ມ​ແຂງ​ທາງ​ວິນ​ຍານ​ເມື່ອ​ເຮົາ​ເລືອກ​ສິ່ງ​ດີ​ຢູ່​ສະ​ເໝີ. ເຮົາ​ຈະ​ບໍ່​ຫວັ່ນໄຫວ​ໃນ​ຄວາມ​ປາດ​ຖະ​ໜາ​ ແລະ ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພ​ຣະ​ກິດ​ຕິ​ຄຸນ. ດັ່ງ​ທີ່​ນັກ​ຂຽນທີ່ບໍ່​ບອກຊື່ຄົນ​ໜຶ່ງ​ໄດ້​ກ່າວ​ຄັ້ງ​ໜຶ່ງວ່າ, “ທ່ານ​ຕ້ອ​ງ​ກາຍເປັນ​ກ້ອ​ນ​ສີ​ລາ​ທີ່​ແມ່ນ້ຳ​ຈະ​ພັດ​ລ້າງ​ໄປ​ບໍ່​ໄດ້.”

ເພາະ​ວ່າ​ເຮົາ​ປະ​ເຊີນກັບ​ການ​ທ້າ​ທາຍ​ທຸກໆ​ມື້, ມັນ​ຈຶ່ງ​ສຳ​ຄັນ​ທີ່​ເຮົາ​ຈະ​ພັດ​ທະ​ນາ​ຄວາມ​ອົດ​ທົນ​ທາງວິນ​ຍານ​ຂອງ​ເຮົາ​ທຸກໆ​ມື້. ​ເມື່ອ ເຮົາ​ພັດ​ທະ​ນາ​ຄວາມ​ອົດ​ທົນ​ທາງວິນ​ຍານ, ປະ​ເພ​ນີ​ທີ່ຜິດ​ພາດ​ຂອງ​ໂລກນີ້, ພ້ອມ​ທັງ​ການ​ທ້າ​ທາຍ​ປະ​ຈຳ​ວັນສ່ວນ​ຕົວຂອງ​ເຮົາ, ຈະ​ມີ​ຜົນ​ກະ​ທົບ​ກະ​ເທືອນ​ຮ້າຍເລັກ​ນ້ອຍຕໍ່​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ອົດ​ທົນ​ໃນ​ຄວາມ​ຊອບ​ທຳ.

ຕົວ​ຢ່າງ​ທີ່​ດີ​ເລີດ​ຂອງ​ຄວາມ​ອົດ​ທົນ​ທາງວິນ​ຍານ​ກໍ​ມາ​ຈາກ​ປະ​ຫວັດ​ໃນ​ຄອບ​ຄົວ​ຂອງ​ເຮົາ​ເອງ. ທ່າມ​ກາງ​ເລື່ອງ​ລາວ​ຈາກ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ, ເຮົາ​ຈະ​ສາ​ມາດ​ພົບ​ເຫັນ​ຕົວ​ຢ່າງ​ທີ່​ສະ​ແດງ​ເຖິງ​ບຸກ​ຄະ​ລັກ​ສະ​ນະທີ່​ດີ​ຂອງ​ການ​ອົດ​ທົນ.

ເລື່ອງ​ລາວ​ຈາກ​ປະ​ຫວັດ​ຂອງຄອບ​ຄົວ​ຂ​ອງ​ຂ້າ​ພະ​ເຈົ້າ​ເອງ​ສະ​ແດງ​ເຖິງ​ຫລັກ​ທຳ​ນີ້. ໂຈ​ເຊັບ ວອດ​ສັນ ເມນສ໌ ປູ່ທວດ​ຂອງຂ້າ​ພະ​ເຈົ້າ​ໄດ້​ເກີດ​ເມື່ອ​ປີ 1856 ​ທີ່​ບ້ານ​ຮໍ, ເມືອງ​ໂຢກ​ຊ​າຍ, ປະ​ເທດ​ອັງ​ກິດ. ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຢູ່​ປະ​ເທດ​ອັງ​ກິດ ແລະ ແລ້ວ​ໄດ້​ເດີນ​ທາງ​ມາ​ເມືອງ​ເຊົາ​ເ​ລັກ. ເພິ່ນ​ໄດ້​ແຕ່ງ​ງານ​ກັບນາງ​ແອ​ມະ​ລີ ຄີບ ໃນ​ປີ 1883, ແລະ ພວກ​ເພິ່ນ​ໄດ້​ເປັນ​ພໍ່​ແມ່​ຂອງ​ລູກ​ແປດ​ຄົນ. ໂຈ​ເຊັ​ບ​ຖືກ​ເອີ້ນ​ໄປ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ​ໃນ​ເດືອນ​ມິ​ຖຸ​ນາ 1910, ຕອນ​ເພິ່ນ​ມີ​ອາ​ຍຸ 53 ປີ. ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພັນ​ລະ​ຍາ ແລະ ລູກໆ​ທັງ​ແປ​ດຄົນ, ເພິ່ນ​ໄດ້​ກັບ​ຄືນ​ໄປ​ຮັບ​ໃຊ້​ຢູ່ທີ່​ປະ​ເທດ​​ອັງ​ກິດ​ ທີ່​ເປັນບ້ານ​ເກີດ​ເມືອງນອນຂອງ​ເພິ່ນ.

ຫລັງ​ຈາກ​ໄດ້​ຮັບ​ໃຊ້​ຢ່າງ​ຊື່​ສັດ​ແລ້ວ​ເປັນ​ເວ​ລາ​ສອງ​ປີ, ເພິ່ນ​ໄດ້​ຂີ່​ລົດ​ຖີບ​ຂອງ​ເພິ່ນ​ໄປ​ໂຮງ​ຮຽນ​ວັນ​ອາ​ທິດກັບຄູ່​ສອນ​ສາດ​ສະ​ໜາ​ຂອງ​ເພິ່ນ ຢູ່​ທີ່​ເມືອ​ງ​ກະ​ລູ​ແຊ​ສະ​ເຕີ, ປ​ະ​ເທດ​ອັງ​ກິດ, ເມື່ອ​ຕີນ​ລົດ​ຖີບ​ຂອງ​ເພິ່ນ​ແຕກ. ເພິ່ນ​ໄດ້​ລົງ​ລົດ​ເພື່ອ​ຈະ​ກວດ​ກາ​ເບິ່ງຄວາມ​ເສຍ​ຫາຍ. ເມື່ອ​ເພິ່ນ​ໄດ້​ເຫັນ​ວ່າ​ມັນ​ຮ້າຍ​ແຮງ ແລະ ຈະ​ໃຊ້​ເວ​ລາ​ດົນ​ທີ່​ຈະ​ສ້ອມ​ແປງ, ເພິ່ນ​ໄດ້​ບອກ​ໃຫ້​ຄູ່​ຂ​ອງ​ເພິ່ນ​ໄປ​ກ່ອນ ແລະ ເລີ່ມ​ເປີດ​ພິ​ທີ​ຫ້ອງ​ຮຽນ​ວັນ​ອາ​ທິດ ແລະ ຈັກ​ນ້ອຍເພິ່ນ​ຈະ​ນຳ​ໄປ​ຕາມ​ຫລັງ. ທັນ​ທີ​ທີ່​ເພິ່ນ​ໄດ້​ເວົ້າ​ຄຳ​ນັ້ນ, ເພິ່ນ​ກໍ​ໄດ້​ລົ້​ມ​ລົງ​ທີ່​ພື້ນ. ເພິ່ນ​ໄດ້​ເສຍ​ຊີ​ວິດ​ໄປຢ່າງ​ທັນ​ທີ​ຈ​າ​ກ​ຫົວ​ໃຈ​ວາຍ.

ໂຈ​ເຊັບ ວອດ​ສັນ ເມນ​ສ໌ ບໍ່​ໄດ້​ເຫັນ​ພັນ​ລະ​ຍາ ແລະ ລູກ​ແປດ​ຄົນ​ຂອງ​ເພິ່ນ​ອີກ​ເລີຍ​ໃນ​ຊີ​ວິດນີ້. ເຂົາ​ເຈົ້າ​ສາ​ມາດ​ສົ່ງ​ສົບ​ຂອງ​ເພິ່ນ​ຄືນ​ມາ​ເມືອງ​ເຊົາ​​ເລັກ ແລະ ໄດ້​ເຮັດ​ພິ​ທີ​ສົ່ງ​ສະ​ການ​ຢູ່​ທີ່​ຫໍ​ຊຸມ​ນຸມ​ວໍ​ເທີ​ລູ. ຂໍ້​ຄວາມ​ທີ່ແອວ​ເດີ ແອນ​ຕະ​ນີ ດັບ​ບັນ​ຢູ ໄອ​ວິນ​ສ໌ ​ແຫ່ງ​ສະ​ພາ​ອັກ​ຄະ​ສາ​ວົກ​ໄດ້​ກ່າວ​ໃນ​ງານ​ສົ່ງ​ສະ​ກາ​ນຂອງ​ເພິ່ນ ສອນ​ເຮົາ​ເຖິງບົດ​ຮຽນ​ທີ່​ສຳຄັນ​ກ່ຽວ​ກັບ​ຊີ​ວິດ, ຄວາມ​ຕາຍ, ແລະ ຄວາມ​ອົດ​ທົນວ່າ: “ນີ້​ຄື​ສິ່ງ​ທີ່​ພ​ຣະ​ກິດ​ຕິ​ຄຸນ​ມີ​ໃຫ້​ເຮົາ—ບໍ່​ແມ່ນ​ການ​ຍົກ​ເວັ້ນ​ຈ​າກ​ຄວາມ​ຕາຍ, ແຕ່​ໄຊ​ຊະ​ນະຜ່ານ​ຄວາມ​ຫວັງ​ທີ່​ເຮົາ​ມີ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ທີ່​ຮຸ່ງ​ໂລດ. … ມັນ​ກ່ຽວ​ກັ​ບ [ໂຈ​ເຊັບ ເມນ​ສ໌]. … ມັນ​ໃຫ້​ເຮົາ​ມີ​ຄວາມ​ສຸກ, ຄວາມ​ເພິ່ງ​ພໍ​ໃຈ ແລະ ຄວາມ​ປິ​ຕິ​ຍິນ​ດີ ທີ່​ຈະ​ຮູ້​ວ່າ​ມະ​ນຸດ​ເສຍ​ສະ​ລະ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໃນ​ຄວາມ​ຊອບ​ທຳ, ໃນ​ຄວ​າມ​ເຊື່ອ, ແນ່ວ​ແນ່​ຕໍ່​ສັດ​ທາ ແລະ ຄວາມ​ເຊື່ອ​ຖື.”4

ເລື່ອງ​ລາວ​ຂອງ​ຄອບ​ຄົວ​ນີ້​ດົນ​ໃຈ​ຂ້າ​ພະ​ເຈົ້າ​ໃຫ້​ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ຕິດ​ຕາມ​ຕົວ​ຢ່າງ​ຂອງ​ຄວາມ​ອົດ​ທົນ ແລະ ພະ​ລັງ​ທາງວິນ​ຍານ ທີ່​ປູ່​ທວດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສ​ະ​ແດງ​ໃຫ້​ເຫັນ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສັດ​ທາ​ຂອງ​ພັນ​ລະ​ຍາ​ຂອງ​ເພິ່ນ, ແອ​ມະ​ລີ, ຜູ້​ທີ່​ໄດ້​ມີ​ຊີ​ວິດ​ທີ່​ມີ​ພາ​ລະ​ໜັກ​ທີ່​ຕ້ອງ​ທົນ​ຕໍ່​ຫລັງ​ຈາກໂຈ​ເຊັບ​ໄດ້​ເສຍ​ຊີ​ວິດ​ໄປ. ປະ​ຈັກ​ພະ​ຍານ​ຂອງ​ນາງ​ເຂັ້ມ​ແຂງ ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ນາງ​ສົມ​ບູນ ໃນ​ເມື່ອ​ນາງ​ໄດ້​ໃຊ້​ຊີ​ວິດ​ຂອງ​ນາງ​ແນ່ວ​ແນ່​ຕໍ່​ສັດ​ທາ ຂະ​ນະ​ທີ່​ລ້ຽງ​ດູ​ລູກໆ​ທັງ​ແປດ​ຄົນ​ດ້ວຍຕົວ​ນາງ​ເອງ.

ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ກ່າວ​ວ່າ, “ຈົ່ງ​ປົດ​ຖິ້ມ​ທຸກໆ​ສິ່ງ​ທີ່​ຖ່ວງ​ດຶງ​ການ​ກ້າວ​ໄປ​ຂອງ​ພວກ​ເຮົາ, ແລະ ບາບ​ທີ່​ເກາະ​ຫ້ອຍ​ຢ່າງ​ງ່າຍ​ດາຍ; ແລະ ຈົ່ງ​ຕັ້ງ​ໃຈ​ແລ່ນ​ຊີງ​ໄຊ​ຕາມ​ທີ່​ໄດ້​ມີ​ກຳ​ນົດ​ໄວ້​ຕໍ່​ໜ້າ​ພວກ​ເຮົາ​ນັ້ນ.”5 ການ​ແລ່ນ​ຊີງ​ໄຊ​ທີ່​ໄດ້​ມີ​ກຳ​ນົດ​ໄວ້​ຕໍ່​ໜ້າ​ເຮົາ​ຢູ່​ເທິງ​ໂລກນີ້​ເປັນ​ການ​ແຂ່ງ​ຂັນ​ຄວາມ​ອົດ​ທົນ, ທີ່​ເຕັມ​ໄປ​ດ້ວຍ​ອຸ​ປະ​ສັກ​ຕ່າງໆ. ອຸ​ປະ​ສັກ​ໃນ​ການ​ແຂ່ງ​ຂັນ​ຄື​ການ​ທ້າ​ທາຍ​ທີ່​ເຮົາ​ຕື່ນ​ຂຶ້ນ​ມາປະ​ເຊີນ​ທຸກໆ​ມື້. ເຮົາ​ມາ​ຢູ່​ເທິງ​ໂລກ​ເພື່ອ​ຈະ​ແລ່ນ​ແຂ່ງ​ຂັ​ນ, ໃຊ້​ສິດ​ໃນ​ການ​ເລືອກທາງ​ສິນ​ທຳ, ແລະ ທີ່​ຈະ​ເລືອກ​ລະ​ຫວ່າງ​ຄວາມ​ຖືກ​ຕ້ອງ ແລະ ຄວາມ​ຜິດ. ເພື່ອ​ຈະ​ສຳ​ເລັດ​ການ​ແລ່ນ​ຢ່າງ​ມີ​ກຽດ ແລະ ສຳ​ເລັດ​ຜົນ ແລະ ກັບ​ຄືນ​ໄປ​ຫາ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ເຮົາ​ຕ້ອງ​ເສຍ​ສະ​ລະ​ຂອງ​ການ​ອຸ​ທິດ​ຕົນ, ຄວາມ​ພາກ​ພຽນ ແລະ ລະ​ບຽບ​ວິ​ໄນ​ໃນ​ຕົວເຮົາ​ເອງ. ເຮົາ​ຕ້ອງ​ຢູ່​ໃນ​ສະ​ພາບ​ທີ່​ເຂັ້ມ​ແຂງ​ທາງວິນ​ຍານ. ເຮົາ​ຕ້ອງ​ພັດ​ທະ​ນາ​ຄວາມ​ອົດ​ທົນ​ທາງວິນ​ຍານ. ເຮົາ​ຕ້ອງ​ການ​ປະ​ຈັກ​ພະ​ຍານ​ທີ່​ຈະ​ນຳ​ພາ​ເຮົາ​ໄປ​ສູ່​ການ​ປ່ຽນ​ໃຈ​ເຫລື້ອ​ມ​ໃສ, ແລະ ຕາມ​ຜົນ​ທີ່​ຕາມ​ມານັ້ນ ເຮົາ​ຈະ​ພົບ​ເຫັນ​ຄວາມ​ສະ​ຫງົບ​ສຸກ​ໃນ​ຈິດ​ໃຈ ແລະ ຄວາມ​ເຂັ້ມ​ແຂງໃນ​ຕົວ​ເຮົາ​ເອງ ​ທີ່​ຈຳ​ເປັນ​ເພື່ອ​ຈະ​ອົດ​ທົນ​ຕໍ່​ການ​ທ້າ​ທາຍ​ໃດໆ​ກໍ​ຕາມ​ທີ່​ເຮົາ​ອາດ​ປະ​ເຊີນ​ໜ້າ.

ສະ​ນັ້ນ ບໍ່​ວ່າ​ການ​ທ້າ​ທາຍ​ໃດ​ໆ​ກໍ​ຕາມ​ທີ່​ທ່ານ​ຕື່ນ​ຂຶ້ນ​ມາ​ສູ່​ແຕ່​ລະ​ເຊົ້າ, ຂໍ​ໃຫ້​ຈຳ​ໄວ້​ວ່າ ດ້ວຍ​ຄວາມ​ເຂັ້ມ​ແຂງ​ທີ່​ທ່ານ​ພັດ​ທະ​ນາ, ຮ່ວມ​ກັບ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໃນ​ບັ້ນ​ທ້າຍ​ຂອງ​ການ​ແຂ່ງ​ຂັນ ທ່ານ​ຈະ​ສາ​ມາດ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ອັກ​ຄະ​ສາ​ວົກ​ໂປ​ໂລໄດ້​ສະ​ແດງ​ອອກ ​ເມື່ອ​ເພິ່ນ​ໄດ້​ກ່າວ​ວ່າ:

“ສຳ​ລັບ​ເຮົາ​ນັ້ນ ເຖິງ​ໂມງ​ແລ້ວ​ທີ່​ຈະ​ຕົກ​ເປັນ​ເຄື່ອງ​ບູ​ຊາ; ເວ​ລາ​ກໍ​ມາ​ເຖິງ​ແລ້ວ​ທີ່​ເຮົາ​ຕ້ອງ​ຈາກ​ໂລກນີ້​ໄປ.

“ເຮົາ​ໄດ້​ຕໍ່​ສູ້​ຢ່າງ​ສຸດ​ກຳ​ລັງ, ເຮົາ​ໄດ້​ແລ່ນ​ແຂ່ງ​ຂັນ​ຈົນ​ເຖິງ​ທີ່​ສຸດ, ແລະ ເຮົາ​ໄດ້​ຮັກ​ສາ​ຄວາມ​ເຊື່ອ​ໄວ້​ແລ້ວ:

“ບັດ​ນີ້​ລາງວັນ​ແຫ່ງ​ໄຊ​ຊະ​ນະ​ກໍ​ລໍ​ເຮົາ​ຢູ່ ຄື​ພວງ​ມະ​ໄລ​ແຫ່ງ​ຄວາມ​ຊອບ​ທຳ ຊຶ່ງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຜູ້​ພິ​ພາກ​ສາ​ທີ່​ຍຸ​ດຕິ​ທຳ​ຈະ​ມອບ​ໃຫ້​ແກ່​ເຮົາ​ໃນ​ມື້​ພິ​ພາກ​ສານັ້ນ.”6

ຂ້າ​ພະ​ເຈົ້າ​ສະ​ແດງ​ປະ​ຈັກ​ພະ​ຍານ ແລະ ເປັນ​ພະ​ຍານ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ແລະ ແຜນແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫ​ຍ່ ແລະ ນິ​ລັນ​ດອນ​ຂອງ​ພ​ຣະ​ອົງ, ຊຶ່ງ​ໄດ້​ນຳ​ເຮົາ​ມາ​ສູ່​ໂລກນີ້​ໃນ​ເວ​ລານີ້. ຂໍ​ໃຫ້​ພ​ຣະ​ວິນ​ຍານ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ດົນ​ໃຈ​ເຮົາ​ທຸກ​ຄົນ​ໃຫ້​ພັດ​ທະ​ນາ​ພ​ະ​ລັງ​ທີ່​ຈະ​ອົດ​ທົນ​ພາຍ​ໃນ​ຕົວ​ເຮົາ​ເອງເຖີດ. ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.