​2010–2019
ປະຕູ​ສະຫວັນ
ຕຸລາ 2013


​ປະ​ຕູ​ສະ​ຫວັນ

ພອນ​ທາງ​ຝ່າຍ​ວິນ​ຍານ ແລະ ຝ່າຍ​ໂລກ​ຕ່າງໆ​ຈະ​​ເຂົ້າມາ​ສູ່​ຊີ​ວິດ​ຂອງ​ເຮົາ​ຂະ​ນະ​ທີ່​ເຮົາ​ຮັກ​ສາ​ກົດ​ສ່ວນ​ສິບ.

ຂ້າ​ພະ​ເຈົ້າ​ຢາກ​ຈະ​ບັນ​ຍາຍ​ບົດ​ຮຽນ​ທີ່​ສຳ​ຄັນສອງ​ບົດທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ກົດ​ສ່ວນ​ສິບ. ບົດ​ຮຽນ​ທຳ​ອິດ​ເຈາະ​ຈົງ​ເຖິງ​ພ​ອນ​ທີ່​ມາ​ສູ່​ສ່ວນ​ບຸກ​ຄົນ ແລະ ຄອບ​ຄົວ ເມື່ອ​ເຂົາ​ເຈົ້າ​ເຊື່ອ​ຟັງ​ພ​ຣະ​ບັນ​ຍັດ​ຂໍ້​ນີ້​ຢ່າງ​ຊື່​ສັດ. ບົດ​ຮຽນ​ທີສອງ​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ເຕີບ​ໂຕ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸ​ດ​ທ້າຍຕະ​ຫລອດ​ທົ່ວ​ໂລກ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​​ວ່າພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຢືນ​ຢັນ​ຕໍ່​ເຮົາ​ແຕ່​ລະ​ຄົ​ນ​ເຖິງ​ຄວາມ​ຈິງ​ຂອງ​ຫລັກ​ທຳ​ທີ່​ຂ້າ​ພະ​ເຈົ້າ​ສົນ​ທະ​ນາ​ຢູ່.

ບົດ​ຮຽນທີ 1—ພອນ​ທີ່​ສຳ​ຄັນ ແຕ່​ສັງ​ເກດ​ເຫັນ​ໄດ້​ຍ​າກ

ແມ່​ຂອງ​ຊິດ​ສະ​ເຕີແບັດ​ນາ​ເປັນ​ຜູ້​ຍິງ​ທີ່​ຊື່​ສັດ ແລະ ເປັນ​ແມ່​ບ້ານ​ທີ່​ໄດ້​ຮັບ​ການ​ດົນ​ໃຈ. ຕັ້ງ​ແຕ່​ຕອນ​ຕົ້ນ​ໃນ​ຊີ​ວິດ​ແຕ່ງ​ງານ​ຂອງ​ນາງ, ນາງ​ໄດ້​ຈັດ​ການ​ເລື່ອງ​ການ​ເງິນ​ໃນ​ຄອບ​ຄົວ​ຢ່າງ​ລະ​ມັດ​ລະ​ວັງ. ເປັນ​ເວ​ລາ​ຫລາຍໆ​ສິ​ບ​ປີ​ນາງ​ໄດ້​ກຳ​ກັບລາຍ​ໄດ້ ແລະ ລາຍ​ຈ່າຍ​ຂອງ​ຄອບ​ຄົວ​ຢ່າງ​ລະ​ອຽດ ແລະ ຮອບ​ຄອບ​ໂດຍ​ໃຊ້​ປຶ້ມ​ບັນ​ຊີ​ລາຍ​ໄດ້​ລາຍ​ຈ່າຍ. ຂໍ້​ມູນທີ່​ນາງ​ໄດ້​ສະ​ສົມ​ເປັນ​ເວ​ລາ​ຫລາຍ​ປີນັ້ນ​ແມ່ນ​ສົມ​ບູນ ແລະ ໃຫ້​ຄວາມ​ຮູ້​ດ້ວຍ.

ຄາວ​ຊິດ​ສະ​ເຕີແບັດ​ນາ​ເປັນ​ສາວ, ແມ່ນ​ຂອງ​ນາງ​ໄດ້​ໃຊ້​ຂໍ້​ມູນ​ໃນ​ປຶ້ມ​ບັນ​ຊີນັ້ນ​ເພື່ອ​ເນັ້ນ​ເຖິງ​ຫລັກ​ທຳ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ​ທີ່ມອງ​ເຫັນ​ໄກ ແລະ ການ​ຈັດ​ການ​ເລື່ອງ​ລາວ​ໃນ​ບ້ານ​ເຮືອນ​ຢ່າງ​ລະ​ມັດ​ລະ​ວັງ. ມື້​ໜຶ່ງ​ຂະ​ນະ​ທີ່​ໄດ້​ທົບ​ທວນ​ລາຍ​ຈ່າຍ​​ຕ່າງໆຂອງ​ຄອບ​ຄົວ​ນຳ​ກັນ ແມ່​ຂອງ​ນາງໄດ້​ສັງ​ເກດ​ເຫັນ​ບາງ​ສິ່ງ​ທີ່​ໜ້າ​ສົນ​ໃຈ. ລາຍ​ຈ່າຍ​ຂອງ​ຄອບ​ຄົວ​ສຳ​ລັບ​ການ​ໄປ​ຫາ​ໝໍ ແລະ ຄ່າ​ຊື້​ຢານັ້ນ​ແມ່ນ​ຕ່ຳ​ກວ່າ​ທີ່​ໄດ້​ຄາດ​ຄິດຫລາຍ. ເພິ່ນ​ເຊື່ອ​ວ່າ​ສິ່ງ​ທີ່​ເພິ່ນ​ໄດ້​ພົບ​ເຫັນ​ນັ້ນ​​ແມ່ນ​ກ່ຽວ​ຂ້ອງ​ກັບ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ ແລະ ໄດ້​ອະ​ທິ​ບາຍ​ຄວາມ​ຈິງທີ່​ມີ​ພະ​ລັງ​ນັ້ນ​ໃຫ້​ລູ​ກ​ສາວ​ຂອງ​ເພິ່ນຟັງ​ວ່າ ເມື່ອ​ເຮົາ​ຮັກ​ສາ​ກົດ​ສ່ວນ​ສິບ, ສ່​ວນ​ຫລາຍ​ແລ້ວ ເຮົາ​ຈະ​ໄດ້​ຮັບ​ພອນ​ທີ່​ສຳ​ຄັນ ແຕ່​ສັງ​ເກດ​ເຫັນ​ໄດ້​ຍ​າກ ທີ່​ອາດບໍ່​ເປັນສິ່ງ​ທີ່​ເຮົາ​ໄດ້​ຄາດ​ຄິດ ທີ່​ອາດ​ຈະ​ຖືກມອງ​ຂ້າມ​ໄດ້​ງ່າຍ. ຄອບ​ຄົວ​ບໍ່​ໄດ້​ຮັບ​ເງິນ​ອື່ນ​ໃດ​ມາ​ເພີ່ມ​ໃສ່​ລາຍ​ໄດ້​ຂອງ​ຄອບ​ຄົວແຕ່​​ເທົ່ານັ້ນ ພ​ຣະ​ບິ​ດາ​ຜູ້​ຊົງ​ຮັກ​ໄດ້​ປະ​ທານ​ພອນ​ອັນ​ລຽບ​ງ່າຍ​ໃຫ້​ເຂົາ​ເຈົ້າ ໃນ​ວິ​ທີ​ທ​າງ​ທີ່​ເບິ່ງ​ຄື​ວ່າ​ທຳ​ມະ​ດາ. ຊິດ​ສະ​ເຕີແບັດ​ນາ​ຈື່ຈຳ​ບົດ​ຮຽນ​​ທີ່​ສຳ​ຄັນ​ນັ້ນ ທີ່​ນາງ​ໄດ້​ຮຽນ​ຮູ້​ຈາກ​ແມ່​ສະ​ເໝີ​ມາ ກ່ຽວ​ກັບ​ຄວາມ​ຊ່ອຍ​ເຫລືອ​ທີ່​ຈະ​ມາ​ສູ່​ເຮົາ​ຜ່ານ​ທາງ​ປະ​ຕູ​ສະ​ຫວັນ ຕາມ​ທີ່​​ມາ​ລາ​ກີໄດ້​ສັນ​ຍາ​ໄວ້​ໃນ​ພ​ຣະ​ສັນຍາເດີມ (ເບິ່ງ ມາລາ​ກີ 3:10).

ສ່ວນ​ຫລ​າຍ​ແລ້ວ ເມື່ອ​ເຮົາ​ສອນ​ ​ແລະ ​ເປັນ​ພະຍານກ່ຽວ​ກັບ​ກົດ​ສ່ວນ​ສິບ, ເຮົາ​ມັກ​ຈະ​ເນັ້ນ​ເຖິງ​ພອນ​ຕ່າງໆ​ກ່ຽວ​ກັບ​ຝ່າຍ​ໂລກ​ທີ່​ເຮົາ​ໄດ້​ຮັບ​ທັນ​ທີ, ທີ່​ໜ້າ​ປະ​ທັບ​ໃຈ ແລະ ເຫັນ​ໄດ້​ຢ່າງວ່ອງ​ໄວ. ແລະ ແນ່ນອນ​ວ່າ​​ເຮົາ​ຈະ​ໄດ້​ຮັບພອນ​ດັ່ງ​ກ່າວ. ແຕ່​ພອນຢ່າງ​ອື່ນໆ​ທີ່​ເຮົາ​ຈະ​ໄດ້​ຮັບ ເມື່ອ​ເຮົາ​ຮັກ​ສາ​ພ​ຣະ​ບັນ​ຍັດ​ຂໍ້​ນີ້​ແມ່ນ​ສຳ​ຄັນ​ແຕ່​ອາດ​ເຫັນ​ໄດ້​ຍາກ ພອນ​ດັ່ງ​ກ່າວ​ຈະ​ສາ​ມາດ​ຫລິງ​ເຫັນ​ໄດ້​ພຽງ​ແຕ່​ຖ້າ​ຫາກ​ເຮົາ​​ທັງເອົາ​ໃຈ​ໃສ່ ແລະ ມັກ​ສັງ​ເກດ​ທາງ​ຝ່າຍ​ວິນ​ຍານເທົ່າ​ນັ້ນ (ເບິ່ງ 1 ​ໂກຣິນ​ໂທ 2:14).

ພ​າບໃນ​ໃຈຂອງ “​ປະ​ຕູ​” ສະ​ຫວັນ​ທີ່ ມາ​ລາ​ກີ​ໄດ້​ໃຊ້​ນັ້ນ​ແມ່ນ​ໃຫ້​ການ​ສິດ​ສອນ​ຫລາຍ​ແທ້ໆ. ປະ​ຕູ ຫລື ປ່ອງ​ຢ້ຽມອະ​ນຸ​ຍາດ​ໃຫ້​ແສງ​ສະ​ຫວ່າງ​ເຂົ້າ​ມາ​ໃນ​ຕຶກ​ອາ​ຄານ. ໃນ​ທຳ​ນອງ​ດຽວ​ກັນ​ນັ້ນ, ຄວາມ​ດົນ​ໃຈ​ທາງ​ຝ່າຍ​ວິນ​ຍານ ແລະ ທັ​ດ​ສະ​ນະ​ກໍ​ຖືກ​ຖອກ​ເທ​ອອກ​ມາ​ຜ່ານ​ປະ​ຕູ​ສະ​ຫວັນ ແລະ ເຂົ້າ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ ເມື່ອ​ເຮົາ​ຮັກ​ສາ​ກົດ​ສ່ວນ​ສິບ.

ຍົກ​ຕົວ​ຢ່າງ, ພອນ​ທີ່​ເຫັນ​ໄດ້​ຍາກ ແຕ່​ສຳ​ຄັນ​ທີ່​ເຮົາ​ໄດ້​ຮັບ​ຄື​ຂອງ​ປະ​ທານ​ທາງ​ຝ່າຍ​ວິນ​ຍານ ແຫ່ງ​ຄວາມ​ກະ​ຕັນ​ຍູ ທີ່​ຊ່ອຍ​ໃຫ້​ເຮົາ​ຮູ້​ສຶກ​ບຸນ​ຄຸນ​ສຳ​ລັບ​ສິ່ງ​ທີ່​ເຮົາ​ມີ​ຢູ່ ທີ່​ຈະ​ມີ​ອິດ​ທິ​ພົນ​ຕໍ່​ການ​ຕັດ​ສິນ​ໃຈ​ຂອງ​ເຮົາກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ຍັງຢາກ​ໄດ້ຢູ່. ຄົນ​ທີ່​ກະ​ຕັນ​ຍູຄືຄົນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ທີ່​ສົມ​ບູນ. ຄົນ​ທີ່​ອັກ​ກະ​ຕັນ​ຍູ​ຄື​ຄົນ​ທີ່​ບໍ່​ມີຄວາມ​ສຸກ​ເລີຍ (ເບິ່ງ ລູກາ 12:15).

​ເຮົາ​ອາດ​ຕ້ອງ​ການ​ຄວາມ​ຊ່ອຍ​ເຫ​ລືອ ແລະ ອະ​ທິ​ຖານ​ຂໍ​ຄວາມ​ຊ່ອຍ​ເຫລືອ​ໃນ​ການ​ຊອກ​ຫາ​ວຽກ​ງານ​ທີ່​ສົມ​ຄວນ. ​ເຖິງ​ຢ່າງ​ໃດ​ກໍ​ດີ, ເຮົາ​ຕ້ອງ​ມີຕາ ແລະ ຫູ​ແຫ່ງ​ສັດ​ທາ (​ເບິ່ງ ອີ​ເທີ 12:19), ເພື່ອ​ຈະ​ຮັບ​ຮູ້​ຂອງ​ປະ​ທານ​ທາງ​ຝ່າຍ​ວິນ​ຍານ​ຂອງ​ການ​ຫລິງ​ເຫັນ​ທີ່​ຈະ​ສາ​ມາດ​ເສີມ​ກຳ​ລັງ​ໃຫ້​ເຮົາພົບ​ເຫັນ​ໂອ​ກາດ​ຂອງວຽກ​ງານ​ທີ່​ຄົນ​ອື່​ນ​ອາດມອງ​ຂ້າມ​ໄປ ຫລື ພອນ​ແຫ່ງ​ການ​ຕັ້ງ​ໃຈ​ສ່​ວນ​ຕົວຫລາຍ​ຂຶ້ນ ເພື່ອ​ຈະ​ຊອກ​ຫາ​ວຽກ​ງານນັ້ນຢ່າງ​ອົດ​ທົນ ແລະ ດົນ​ນານ ຫລາຍ​ກວ່າ​ຄົນ​ອື່ນ​ອາດ​ຈະ​ທົນ ຫລື ເຕັມ​ໃຈ​ຈະ​ເຮັດ. ເຮົາ​ອາດ​ຢາ​ກ​ໄດ້ ແລະ ຄາດ​ຫວັງ​ຈະ​ໄດ້​ວຽກ​ງານນັ້ນ, ແຕ່​ພອນ​ທີ່​ຈະ​ມາ​ສູ່​ເຮົາ​ຜ່ານ​ປະ​ຕູ​ສະ​ຫວັນ​ອາດ​ເປັນ​ຄວ​າມ​ສາ​ມາດ​ທີ່​ມີ​ຫລາຍ​ຂຶ້ນ​ທີ່​ຈະ​ລົງ​ມື​ເຮັດ ແລະ ປ່ຽນ​ແປງ​ສະ​ຖາ​ນະ​ການ​ຂອງ​ເຮົາ​ເອງ ແທນ​ທີ່​ຈະ​ຄາດ​ຫວັງ​ໃຫ້​ຄົນ​ອື່ນ ຫລື ສິ່ງ​ອື່ນ​ໃດ​ປ່ຽນ​ແປງ​ສະ​ຖາ​ນະ​ການ​ຂອງ​ເຮົາ.

ເຮົາ​ອາດ​ປາດ​ຖະ​ໜາ ແລະ ເຮັດ​ວຽກ​ຢ່າງ​ສົມ​ຄວນ​ເພື່ອ​ຈະ​ໄດ້​ຮັບ​ເງິນ​ເດືອນ​ເພີ່​ມ​ເພື່ອ​ຈະ​ຈັດ​ຫາ​ສິ່ງ​ຂອງ​ທີ່​ຈຳ​ເປັນ​ຕໍ່​ຊີ​ວິດໃຫ້​ໄດ້​ຂຶ້ນ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອ​ຈະ​ສັງ​ເກດ​ເຫັນ​ຄວາມ​ສາ​ມາດ​ທາງ​ຝ່າຍ​ວິນ​ຍານ ແລະ ທາງ​ໂລກ​ທີ່​ມາ​ຫລາຍ​ຂຶ້ນໃນ​ຕົວ​ເຮົາ​ເອງ​ຮຽກ​ຮ້ອງ ຕາ ແລະ ຫູ​ແຫ່ງ​ສັດ​ທາ (ເບິ່ງ ລູກາ 2:52) ທີ່​ຈະ​ບັນ​ລຸ​ຄວາມ​ຕ້ອງ​ການ​ດ້ວຍ​ເງິນ​ຈຳ​ນ​ວນ​ນ້ອຍ, ຄວາມ​ສາ​ມາດ​ທີ່​ມີ​ຫລາຍກວ່າ​ເກົ່າ ທີ່​ຈະ​ຈັດ​ລະ​ດັບ​ຄວາມ​ສຳ​ຄັນ ແລະ ດຳ​ລົງ​ຊີ​ວິດ​ຢ່າງ​ລຽບ​ງ່າຍ, ແລະ ເພີ່ມ​ຄວາມ​ສາ​ມາດ​ທີ່​ຈະ​ຈັດ​ການ​ກັບ​ສິ່ງ​ຂອງ​ທີ່​ເຮົາ​ໄດ້​ມີ​ມາ​ແລ້ວ. ເຮົາ​ອາດ​ຢາກ​ໄດ້ ແລະ ຄາດ​ໝາຍ​ຢາກ​ມີ​ເງິນ​ເດືອນ​ສູງ, ແຕ່​ພອນ​ທີ່​ມາ​ສູ່​ເຮົາ​ຜ່ານ​ປະ​ຕູ​ສະ​ຫວັນ​ອາດ​ເປັນ​ຄວາມ​ສາ​ມາດ​ທີ່​ຍິ່ງກ​ວ່ານັ້ນ ທີ່​ຈະ​ປ່ຽນ​ແປງ​ສະ​ຖາ​ນະ​ການ​ຂອງ​ເຮົາ ແທນ​ທີ່​ຈະ​ຄາດ​ຫວັງ​ໃຫ້​ຄົນ​ອື່ນ ຫລື ສິ່ງ​ອື່ນໃດ​ປ່ຽນແປງສະ​ຖາ​ນະ​ການ​ຂອງ​ເຮົາ.

ນັກ​ຮົບ​ໜຸ່ມ​ໃນ​ພ​ຣະ​ຄຳ​ພີ​ມໍ​ມອນ (​ເບິ່ງ ​ແອວ​ມາ 53; 56–58) ໄດ້​ອະ​ທິ​ຖານ​ຢ່າງຕັ້ງ​ໃຈ​ທູນ​ຂໍ​ໃຫ້​ພ​ຣະ​ເຈົ້າ​ໃຫ້​ກຳ​ລັງ ແລະ ປົດ​ປ່ອຍ​ເຂົາ​ເຈົ້າ​ໃຫ້​ລອດ​ພົ້​ນ​ຈ​າກ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ເຂົາ​ເຈົ້າ. ໜ້າ​ສົນ​ໃຈ​ແທ້ໆ​ທີ່​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ເຫລົ່າ​ນີ້ບໍ່​ໄດ້​ເຮັດ​ໃຫ້​ມີ​ອາ​ວຸດ​ເພີ່ມ​ຂຶ້ນ ຫລື ມີທະ​ຫານ​ຫລາຍ​ຂຶ້​ນ. ແທນ​ທີ່, ພຣະ​ເຈົ້າ​ໄດ້​ປະ​ທານ​ຄວ​າມ​ໝັ້ນ​ໃຈ​ໃຫ້​ແກ່​ນັກ​ຮົບ​ຜູ້​ຊື່​ສັດ​ເຫລົ່າ​ນີ້​ວ່າ​ພ​ຣະ​ອົງ​ຈະ​ປົດ​ປ່ອຍ​ເຂົາ​ເຈົ້າ, ໃຫ້​ຄວາມ​ສະ​ຫງົບ​ແກ່​ຈິດ​ວິນ​ຍານ​ຂອງ​ເຂົ​າ​ເຈົ້າ, ແລະ ປະ​ທານສັດ​ທາອັນ​ແຮງ​ກ້າ ແລະ ໃຫ້ຄວາມ​ຫວັງ​​ໃນ​ຄວາມ​ລອດ​ພົ້ນຂອງ​ເຂົາ​ເຈົ້າ​​ຈາກພ​ຣະ​ອົງ (ເບິ່ງ ​ແອວ​ມາ 58:11). ສະ​ນັ້ນ, ລູກ​ຊ​າຍ​ໜຸ່ມ​ຂອງ​ຮີ​ລາ​ມັນ​ໄດ້​ມີກຳ​ລັງ​ໃຈ​ຂຶ້ນ, ເຈາະ​ຈົງ​ຢູ່​ກັບ​ຄວາມ​ຕັ້ງ​ໃຈທີ່​ຈະເອົາ​ຊະ​ນະ, ແລະ ໄດ້ຍົກ​ກຳ​ລັງ​ອອກ​ໄປ​ດ້ວຍ​ສຸດ​ກຳ​ລັງ​ເພື່ອ​ຕໍ່​ສູ້​ກັບ​ຊາວ​ເລ​ມັນ (​ເບິ່ງ ​ແອວ​ມາ 58:12–13). ໃນ​ຕອນ​ຕົ້ນ, ຄວາມ​ໝັ້ນ​ໃຈ​, ຄວາມ​ສະ​ຫງົບ​ ແລະ ສັດ​ທາອັນ​ແຮງ​ກ້າ ແລະ ໃຫ້ຄວາມ​ຫວັງ​​ອາດບໍ່​ໄດ້​ປາ​ກົດ​ວ່າ​ຈະ​ເປັນ​ພອນ​ທີ່​ນັກ​ຮົບ​ໃນ​ການ​ສູ້​ຮົບ​ຢາກ​ໄດ້​ຮັບ, ແຕ່​ມັນ​ເປັນ​ພອນ​ທີ່​ນັກ​ຮົບ​​ໜຸ່ມ​ຜູ້​ອາດ​ຫານເຫລົ່າ​ນີ້​ຕ້ອງ​ການເພື່ອ​ຈະ​ກ້າວ​ໄປ​ໜ້າ ເພື່ອ​ຈະ​ໄດ້​ໄຊ​ຊະ​ນະ​ທັງ​ທາງ​ຮ່າງ​ກາຍ ແລະ ທາງວິນ​ຍານ.

ບາງ​ເທື່ອ​ເຮົາ​ອາດ​ຈະ​ທູນ​ຂໍ​ຄວາມ​ສຳ​ເລັດ​ຜົນ​ຈາກພ​ຣະ​ເຈົ້າ, ແລະ ພ​ຣະ​ອົງ​ປະ​ທານຄວາ​ມ​ອົດ​ທົນ​ທາງ​ຮ່າງ​ກາຍ ແລະ ທາງ​ຈິດ​ໃຈ​ໃຫ້​ເຮົາ. ເຮົາ​ອາດ​ອ້ອນວອນຂໍ​ຄວ​າ​ມ​ຮຸ່ງ​ເຮືອງ, ແລະ ເຮົາ​ໄດ້​ຮັບ​ທັດ​ສະ​ນະ​ທີ່ກວ້າງ​ໄກ ແລະ ຄວາມ​ອົດ​ທົນ​ທີ່​ມີ​ຫລາຍ​ຂຶ້ນ, ຫລື ເຮົາ​ທູນ​ຂໍ​ການ​ເຕີບ​ໂຕ​ທາງວິນ​ຍານ ແລະ ເຮົາ​ໄດ້​ຮັບ​​ຄວາມກະ​ລຸ​ນາ​ເປັນ​ຂອງ​ປະ​ທານ. ພ​ຣະ​ອົງ​ອາດ​ປະ​ທານ​ສັດ​ທາ​ ແລະ ຄວາມ​ໝັ້ນ​ໃຈທີ່​ແນວ​ແນ່​ໃຫ້​ແກ່​ເຮົາ​ ເມື່ອ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ສຳ​ເລັດ​ເປົ້າ​ໝາຍທີ່​ກຸ້ມ​ຄ່າ. ແລະ ເມື່ອ​ເຮົາ​ອ້ອນວອນ​ຂໍ​ຄວາມ​ບັນ​ເທົາ​ຈາກ​ຄວາມ​ຍາກ​ລຳ​ບາກ​ທາງ​ຮ່າງ​ກາຍ, ຈິດ​ໃຈ ແລະ ວິນ​ຍານ, ພ​ຣະ​ອົງ​ອາດ​ເພີ່ມ​ຄວາມ​ເດັດ​ດ່ຽວ ແລະ ຄວາມ​ອົດ​ທົນ​ໃຫ້​ແກ່​ເຮົາ.

ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ສັນ​ຍາ​ວ່າ ເມື່ອ​ທ່ານ ແລະ ຂ້າ​ພ​ະ​ເຈົ້າ​ເຊື່ອ​ຟັງ ແລະ ຮັກ​ສາ​ກົດ​ສ່ວນ​ສິບ, ແນ່ນອນ​ວ່າ ປະ​ຕູ​ສະ​ຫວັນ​ຈະ​ເປີດອອກ ແລະ ພຣະພອ​ນຕ່າງໆ​ທາງ​ຝ່າຍ​ວິນ​ຍານ ແລະ ຝ່າຍ​ໂລກ​ຈະ​ຖືກ​ຖອກ​ເທ​ລົງ​ມາຈົນ​ວ່າ​​ບໍ່​ມີ​ບ່ອນ​ຈະ​ຮັບ​ມັນ​ໄດ້ (​ເບິ່ງ ມາລາ​ກີ 3:10). ເຮົາ​ຈະ​ຈົດ​ຈຳ​ຄຳ​ປະ​ກາດ​ຂອງ​ພຣະ​ອົງນຳ​ອີກ​ທີ່​ວ່າ:

“ຄວາມ​ຄິດ​ເຮົາ​ນັ້ນ” ພ​ຣະ​ຜູ້​ເປັນ​ເຈົ້າ​ກ່າວ​ຈາ “ບໍ່​ຄື​ຄວາມ​ຄິດ​ຂອງ​ພວກ​ເຈົ້າ! ແລະ ວິ​ຖີ​ທາງຂອງເຮົາ​ນັ້ນ​ກໍ​ແຕກ​ຕ່າງ​ ບໍ່​ຄື​ວິ​ຖີ​ທາງ​ຂອງ​ພວກ​ເຈົ້າ.

“ສ​ະ​ຫວັນ​ຊັ້ນ​ຟ້າ​ສູງ​ກວ່າ​ແຜ່ນ​ດິນ​ໂລກ​ສັນ​ໃດ ວິ​ຖີ​ທາງ​ທັງ​ຄວາມ​ຄິດ​ເຮົາ​ກໍ​ສູງ​ກວ່າ​ສັນ​ນັ້ນ” (​ເອຊາ​ຢາ 55:8–9).

ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ວ່າ ເມື່ອ​ເຮົາ​ທັງ​ເອົາ​ໃຈ​ໃສ່ ແລະ ຊ່າງ​ສັງ​ເກດ​ທາງ​ຝ່າຍ​ວິນ​ຍານ, ເຮົາ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ຄວາມ​ສາ​ມາດທີ່​ຈະ​​ເຫັນ ​ໄດ້​ຍິນ​ເລື້ອຍໆ, ​ແລະ ຫົວ​ໃຈ​​ທີ່​ເຂົ້າ​ໃຈ​ໄດ້​ຢ່າງ​ສົມ​ບູນ ເຖິງ​ຄວາມ​ສຳ​ຄັນ ແລະ ຄວາມ​ລີ້​ລັບ​ຂອງວິ​ຖີ​ທາງ​ຂອງ​ພ​ຣະ​ອົງ, ຄວາມ​ຄິດ​ຂອງ​ພ​ຣະ​ອົງ ແລະ ພຣະ​ພອນ​ຂອງ​ພ​ຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຮົາ.

ບົດ​ຮຽນ​ທີ 2—ຄວາມ​ລຽບ​ງ່າຍ​ຂອງວິ​ຖີ​ທ​າ​ງ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ

ກ່ອນ​ຂ້າ​ພະ​ເຈົ້າ​ຖືກເອີ້ນ​​ໃຫ້​ຮັບ​ໃຊ້ໃນ​ບົດ​ບາດ​ຂອງ​ສະ​ມາ​ຊິກ​ຂອງ​ສະ​ພາ​ອັກ​ຄະ​ສາ​ວົກ​ສິ​ບ​ສອງ, ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຫລາຍໆ​ເທື່ອ​ໃນ​ພ​ຣະ​ຄຳ​ພີ​ Doctrine and Covenants ກ່ຽວ​ກັບ​ສະ​ພາ​ທີ່ມອບ​ໝາຍ​ໃຫ້​ດູ​ແລ ແລະ ແຈກ​ຈ່າຍ​​ທຶ​ນເງິນ​ສ່ວນ​ສິບ​ທີ່​ສັກ​ສິດ. ສະ​ພາ​ຈັດ​ການ​ເລື່ອງ​ເງິນ​ສ່ວນ​ສິບ​ຖືກ​ຈັດ​ຕັ້ງ​ຂຶ້ນ​ໂດຍ​ການ​ເປີດ​ເຜີຍ ແລະ ປະ​ກອບ​ດ້ວຍ​ຝ່າຍ​ປະ​ທານ​ສູງ​ສຸດ, ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ ແລະ ຝ່າຍ​ອະ​ທິ​ການ​ຄວບ​ຄຸມ (​ເບິ່ງ D&C 120). ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າຕຽມຕົວ​ໃນ​ເດືອນ​ທັນວາ ປີ 2004 ​​ເພື່ອ​ໄປ​ຮ່ວມ​ການ​ປະຊຸມ​ສະພານີ້ ຊຶ່ງ​ເປັນ​ເທື່ອ​ທຳ​ອິດ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້ມີ​ຄວາມ​ຕື່ນ​ເຕັ້ນຫລາຍ​ສຳລັບ​ໂອກາດ​ພິ​ເສດ​ທີ່​ຈະ​​ໄດ້​ຮຽນ​ຮູ້.

ຂ້າ​ພະ​ເຈົ້າ​ຍັງ​ຈື່​ຈຳ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ປະ​ສົບ ແລະ ໄດ້​ຮູ້​ສຶກ​ໃນ​ສະ​ພານັ້ນ. ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ຮູ້​ສຶກ​ບຸນ​ຄຸນ ແລະ ຄວາມ​ຄາ​ລະ​ວະ​ຫລາຍ​ຂຶ້ນ​ສຳ​ລັບ​ກົດ​ແຫ່ງ​ການ​ເງິນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ສ່ວນ​ບຸກ​ຄົນ, ສຳ​ລັບ​ຄອບ​ຄົວ, ແລະ ສຳ​ລັບ​ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ອົງ. ໂຄງ​ການ​ພື້ນ​ຖານທາງ​ການ​ເງິນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ—ສຳ​ລັບ​ລາຍ​ໄດ້ ແລະ ລາຍ​ຈ່າຍ—ກໍ​ຖືກ​ອະ​ທິ​ບາຍ​ໄວ້​ຢູ່​ໃນ​ພາກ​ທີ 119 ແລະ 120 ໃນ​ພ​ຣະ​ຄຳ​ພີ Doctrine and Covenants. ຄຳ​ຖະ​ແຫລງ​ສອງ​ຂໍ້​ທີ່​ພົບເຫັນ​ຢູ່​ໃນ​ການ​ເປີດ​ເຜີ​ຍ​ເຫ​ລົ່າ​ນີ້​ຈັດ​ພື້ນ​ຖານ​ສຳ​ລັບເລື່ອງ​ການ​ເງິນ​ຂອງ​ສາດ​ສະ​ໜາ​ຈັກ.

ພ​າ​ກ​ທີ 119 ປະ​ກາດ​ຢ່າງ​ລຽບ​ງ່າຍ​ວ່າ ສະ​ມາ​ຊິກ​ທຸກ​ຄົນ ຈະ​ຈ່າຍ​ໜຶ່ງສ່ວນ​ສິບ​ຂອງ​ຜົນ​ປະ​ໂຫຍດ​ຂອງ​ເຂົາ​ເຈົ້າ​ເປັນ​ລາຍ​ປີ; ແລະ ນີ້​ຈະ​ເປັນ​ກົດ​ປະ​ຈຳ​ຢູ່​ກັບ​ເຂົາ​ເຈົ້າ​ຕະ​ຫລອດ​ການ​, … ພ​ຣະ​ຜູ້​ເປັນ​ເຈົ້າໄດ້ກ່າວ (ຂໍ້​ທີ 4).

ແລະ​ແລ້ວ, ກ່ຽວ​ກັບ​ການ​ອະ​ນຸ​ມັດ​ການ​ໃຊ້​ຈ່າຍ​ຂອງ​ທຶນ​ເງິນ​ສ່ວນ​ສິບ, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ບັດ​ນີ້​ເວ​ລາ​ມາ​ເຖິງ​ທີ່​ຈະ​ຈັບ​ຈ່າຍ​ມັນ​ໂດຍ​ຄະ​ນະ​ທີ່​ປຶກ​ສາ ຊຶ່ງປະ​ກອບ​ດ້ວຍ​ຝ່າຍ​ປະ​ທານ​ສູງ​ສຸດຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະອົງ, ແລະ ດ້ວຍ​ອະ​ທິ​ການ ແລະ ຄະ​ນະ​ທີ່​ປຶກ​ສາ​ຂອງ​ເຂົາ​ເຈົ້າ, ແລະ ໂດຍ​ຄະ​ນະ​ທີ່​ປຶກ​ສາ​ສູງຂອງພຣະອົງ, ແລະ ໂດຍ​ສຸ​ລະ​ສຽງ​ຂອງ​ພ​ຣະ​ອົງ​ເອງ​ທີ່​ມາ​ເຖິງ​ເຂົາ​ເຈົ້າ, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ (​ເບິ່ງ D&C 120:1). “ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເຂົາ​ເຈົ້າ” ແລະ “ທີ່​ປຶກ​ສາ​ສູງ​ສຸດ​ຂອງ (ພ​ຣະ​ອົງ)” ​ທີ່ຖືກ​ອ້າງ​ເຖິງ​ໃນ​ການ​ເປີດ​ເຜີຍ ​ໃນ​ວັນ​ເວ​ລານີ້​ກໍ​ເປັນ​ທີ່​ຮູ້​ກັນ​ວ່າ ຝ່າຍ​ອະ​ທິ​ການ​ຄວບ​ຄຸມ ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິ​ບ​ສອງ, ຕາມ​ລຳ​ດັບ​ນັ້ນ. ທຶນ​ເງິນ​ທີ່​ສັກ​ສິດນີ້​ຖືກ​ນຳ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຈະ​ເລີນ​ເຕີບ​ໂຕ​ຢ່າງວ່ອງ​ໄວ ເພື່ອ​ເປັນ​ພອນ​ທາງ​ຝ່າຍ​ວິນ​ຍານສຳ​ລັບ​ສ່ວນ​ບຸກ​ຄົນ ແລະ ຄອບ​ຄົວ ໂດຍ​ການ​ກໍ່ສ້າງ​ ແລະ ການ​ຮັກ​ສາພ​ຣະ​ວິ​ຫານ ແລະ ອາ​ຄານ​ນະ​ມັດ​ສະ​ການ​ຕ່າງໆ, ສົ່ງ​ເສີມ​ວຽກ​ງານ​ເຜີຍ​ແຜ່, ການ​ແປ ແລະ ການ​ຈັດ​ພິມ​ພ​ຣະ​ຄຳ​ພີ, ສົ່ງ​ເສີມ​ການ​ຄົ້ນ​ຄວ້າ​ປະ​ຫວັດ​ຄອບ​ຄົວ, ໃຫ້​ທຶນ​ເງິນ​ແກ່​ໂຮງ​ຮຽນ ແລະ ການ​ສຶກ​ສາ​ເລື່ອງ​ສາດ​ສະ​ໜາ, ແລະ ການ​ສຳ​ເລັດ​ຜົນ​ຂອງ​ຈຸດ​ປະ​ສົງ​​ອື່ນຫລາຍ​ຢ່າງຂອງ​ສາດ​ສະ​ໜາ​ຈັກ ຕ​າມ​ການ​ຊີ້​ນຳ​ຂອງ​ຜູ້​ຮັບ​ໃຊ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ.

ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ນຳ​ຄວາມ​ແຈ່ມ​ແຈ້ງ ແລະ ຄວາມ​ສັ້ນ​ຂອງ​ການ​ເປີດ​ເຜີຍ​ສອງ​ຢ່າງ​ເຫລົ່​ານີ້​ໃນ​ການ​ສົມ​ທຽບ​ກັບ​ການ​ຊີ້​ນຳ​ ແລະ ວິ​ທີການ​ບໍ​ລິ​ຫານ​ການ​ເງິນ​ທີ່​ສັບ​ສົນ​​ທີ່​ອົງ​ການ​ທັງ​ຫລາຍ ແລະ ລັດ​ຖະ​ບານ​ນຳ​ໃຊ້​ຢູ່​ຕະ​ຫລອດ​ທົ່ວ​ໂລກ. ເລື່ອງ​ການ​ທາງ​ຝ່າຍ​ໂລກ​ຂອງ​ອົງ​ການ​ທີ່​ໃຫ​ຍ່​ໂຕ​ດັ່ງ​ສາ​ດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ເຢ​ຊູ​ຄຣິດ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູນີ້​ສາ​ມາດ​ດຳ​ເນີນ​ການ​ຕະ​ຫລອດ​ທົ່ວ​ໂລກ​ໂດຍ​ການ​ນຳ​ໃຊ້​ຄຳ​ແນະ​ນຳ​ທີ່ສັ້ນໆ​ແບບນີ້​ໄດ້​ແນວ​ໃດ? ສຳ​ລັບ​ຂ້າ​ພະ​ເຈົ້າ ຄຳ​ຕອບນັ້ນ​ກໍ​ງ່າຍ​​ແທ້: ນີ້​ແມ່ນ​ວຽກ​ງານ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ສາ​ມາດ​ເຮັດ​ວຽກ​ງານ​ຂອງ​ພ​ຣະ​ອົງ​ເອງ​ໄດ້ (​ເບິ່ງ 2 ນີ​ໄຟ 27:20), ແລະ ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ດົນ​ໃຈ ແລະ ຊີ້​ນຳ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ຂະ​ນະ​ທີ່​ເຂົາ​ເຈົ້າ​ນຳ​ໃຊ້​ການ​ຊີ້​ນຳ​ຂອງ​ພ​ຣະ​ອົງ ແລະ ເຮັດ​ວຽກ​ງານ​ໃນ​ອຸ​ດົມ​ການ​ຂອງ​ພ​ຣະ​ອົງ.

ໃນ​ການ​ປະ​ຊຸມ​ປຶກ​ສາ​ຄັ້ງ​ທຳ​ອິດ ​ຂ້າ​ພະ​ເຈົ້າ​ໄດ້​ປະ​ທັບ​ໃຈ​ໂດຍ​ຄວາມ​ລຽບ​ງ່າຍ​ຂອງ​ຫລັກ​ທຳ​ທີ່​ໄດ້​ນຳ​ພາ​ການ​ພິ​ຈາ​ລະ​ນາ ແລະ ການ​ຕັດ​ສິນ​ໃຈ​ຂອງ​ເຮົາ. ໃນ​ການ​ດຳ​ເນີນ​ເລື່ອງ​ການ​ເງິນ​ຂອງ​ສາດ​ສະ​ໜາ​ຈັກ, ໄດ້​ມີ​ການ​ຮັກ​ສາຫລັກ​ທຳ​ພື້ນ​ຖານ ແລະ ບໍ່​ປ່ຽນ​ແປງ​ສອງ​ຂໍ້. ໜຶ່ງ, ສາດ​ສະ​ໜາ​ຈັກ​ໃຊ້​ຈ່າຍພຽງ​ແຕ່​ໃນ​ຈຳ​ນວນ​ທີ່​ມີ​ຢູ່ ແລະ ຈະ​ບໍ່​ເກີນກວ່າ​ທີ່​ໄດ້​ຮັບ​ມາ. ສອງ, ຈຳ​ນວນ​ໜຶ່ງ​ຂອງ​ລາຍ​ໄດ້​ປະ​ຈຳ​ປີ​ກໍ​ຖືກ​ເກັບ​ທ້ອນ​ໄວ້​ເປັນ​ເງິນ​ອອມສຳ​ລັບ​ສະ​ພາບ​ສຸກ​ເສີນ ແລະ ຄວາມ​ຈຳ​ເປັນ​ທີ່ບໍ່​ໄດ້​ຄາດ​ຄິດ​ໄວ້​ກ່ອນ. ເປັນ​ເວ​ລາ​ຫລາຍ​ສິບ​ປີ, ສາດ​ສະ​ໜາ​ຈັກ​ໄດ້​ສອນ​ສະ​ມາ​ຊິກ​ຂອງ​ຕົນ​ເຖິງ​ຫລັກ​ທຳ​ຂອງ​ການ​ສະ​ສົມ​ອາ​ຫານ, ນ້ຳ​ມັນ, ແລະ ເງິນ​ເພື່ອ​ຈະ​ຈັດ​ການ​ກັບ​ການ​ສຸກ​ເສີນ​ທີ່​ອາດ​ເກີດ​ຂຶ້ນ. ສາດ​ສະ​ໜາ​ຈັກ ໃນ​ຖາ​ນະ​ສະ​ຖາ​ບັນ​ກໍ​ພຽງ​ແຕ່​ຕິດ​ຕາມ​ຫລັ​ກ​ທຳ​ອັນ​ດຽວ​ກັບ​ຫລັກ​ທຳ​ທີ່​ສະ​ມາ​ຊິກ​ໄດ້​ຖືກ​ສອນ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ຂະ​ນະ​ທີ່​ການ​ປະ​ຊຸມ​ໄດ້​ດຳ​ເນີນ​ຕໍ່​ໄປ, ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ຕົນ​ເອງ​ປາດ​ຖະ​ໜາ​ໃຫ້​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກທຸກ​ຄົນໄດ້​ສັງ​ເກດ​ເຫັນ​ຄວາມ​ລຽບງ່າຍ, ຄວາມ​ແຈ່ມ​ແຈ້ງ, ລະ​ບຽບ​ການ, ຄວາມ​ໃຈ​ບຸນ, ແລະ ອຳ​ນາດ​ຂອງວິ​ຖີ​ທາງ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ເອງ (​ເບິ່ງ D&C 104:16) ສຳ​ລັບ​ການ​ດຳ​ເນີນ​ວຽກ​ງານ​ຂ​ອງ​ສາດ​ສະໜ​າ​ຈັກ​ຂອງ​ພຣະ​ອົງ. ບັດ​ນີ້​ຂ້າ​ພະ​ເຈົ້າ​ກໍ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ສະ​ພາ​ຈັດ​ການ​ເລື່ອງ​ເງິນ​ສ່ວນ​ສິບເປັນ​ເວ​ລາ​ຫລາຍ​ປີ. ຄວາມ​ກະ​ຕັນ​ຍູ ແລະ ຄວາມ​ຄາ​ລະ​ວະ​ຂອງ​ຂ້າ​ພະ​ເຈົ້າ​ສຳ​ລັບ​ແບບ​ແຜນ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕີບ​ໂຕ​ແຕ່​ລະ​ປີ, ແລະ ບົດ​ຮຽນ​ທີ່​ໄດ້​ຮຽນ​ນັ້ນ​ຍິ່ງ​ນັບ​ມື້​ນັບ​ເລິກ​ຊຶ້ງ.

ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ພອງ​ໂຕ​ດ້ວຍ​ຄວາ​ມ​ຮັກ ແລະ ຄວາມຊົມ​ເຊີຍ​ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຜູ້​ຊື່​ສັດ ແລະ ເຊື່ອ​ຟັງ​ຈາກ​ທຸກປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ເດີນ​ທາງ​ໄປ​ຕະ​ຫລອດ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ຮຽນ​ຮູ້​ເຖິງ​ຄວາມ​ຫວັງ ແລະ ຄວາມ​ຝັນ​ຂ​ອງ​ທ່ານ, ສະ​ພາບ​ ແລະ ສະ​ຖາ​ນະ​ການການ​ດຳ​ລົງ​ຊີ​ວິດ​ທີ່​ແຕກ​ຕ່າງ​ຂອງ​ທ່ານ, ແລະ ຄວາມ​ຍາກ​ລຳ​ບາກ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ໃນ​ກອງ​ປະ​ຊຸມ​ຂອງ​ສາດ​ສະໜາ​ຈັກ​ກັບ​ທ່ານ ແລະ ໄດ້​ໄປ​ຢ້ຽມ​ຢາມ​ບ້ານ​ເຮືອນ​ຂອງ​ທ່ານ. ສັດ​ທາ​ຂອງ​ທ່ານ​ເຮັດ​ໃຫ້​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ເຂັ້ມ​ແຂງ. ຄວາມ​ອຸ​ທິດ​ຕົນ​ຂອງ​ທ່ານ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ອຸ​ທິດ​ຕົນ​ຫລາຍ​ຂຶ້ນ. ຄວາມ​ດີ ແລະ ຄວາມ​ເຕັ​ມ​ໃຈ​ຂອງ​ທ່ານ​ທີ່​ຈະ​ເຊື່ອ​ຟັງ​ກົດ​ສ່ວນ​ສິບ​ນັ້​ນ​​ໄດ້​ດົນ​ໃຈຂ້າ​ພະ​ເຈົ້າ​ໃຫ້​ເປັນ​ຄົນ​ທີ່​ດີ, ເປັນ​ສາ​ມີ, ເປັນ​ພໍ່ ແລະ ເປັນ​ຜູ້​ນຳ​ຂອງ​ສາ​ດ​ສະ​ໜາ​ຈັກທີ່​ດີກວ່າ. ຂ້າ​ພະ​ເຈົ້າ​ຈື່​ຈຳ ແລະ ຄິດ​ເຖິງ​ທ່ານ​ແຕ່​ລະ​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ໃນ​ສະ​ພາ​ຈັດ​ການ​ເລື່ອງ​ເງິນ​ສ່ວນ​ສິບ. ຂໍ​ຂອບ​ໃຈ​ສຳ​ລັບ​ຄວາມ​ດີ​ງາມ ແລະ ຄວາມ​ຊື່​ສັດ​ຂອງ​ທ່ານ ໃນ​ຂະ​ນະ​ທີ່​ທ່ານ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ.

ບັນ​ດາ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ ຮູ້​ສຶກ​ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ໜັກ​ໜ່ວງ ທີ່​ຈະ​ດູ​ແລ​ສ່ວນ​ບໍ​ລິ​ຈາກ​ທີ່​ອຸ​ທິດ​ຕົນ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຢ່າງ​ສົມ​ຄວນ. ພວກ​ເຮົາ​ກໍ​ຮູ້​ຕົວຢູ່​ດີ​ເຖິງ​ສະ​ພາບ​ອັນ​ສັກ​ສິດ​ຂອງ​ເງິນ​ອັດ​ທອງ​ແດງ​ຂອງ​ແມ່​ໝ້າຍ​ທີ່​ຍາກ​ຈົນຄົນ​ນັ້ນ.

“ຂະ​ນະ​ທີ່​ພ​ຣະ​ເຢ​ຊູ​ນັ່ງ​ຢູ່​ໃກ້​ຫີບ​ຖະ​ຫວາຍ​ເງິນ​ໃນ​ພ​ຣະ​ວິ​ຫານນັ້ນ, ພ​ຣະ​ອົງ​ກໍ​ສັງ​ເກດ​ເບິ່ງ​ປະ​ຊາ​ຊົນ​ປ່ອນ​ເງິນ​ລົງ​ໃນ​ຫີບ: ຄົນ​ຮັ່ງ​ມີ​ຫລາຍ​ຄົນ​ໄດ້​ປ່ອນ​ເງິນ​ລົງ​ຢ່າງ​ຫລວງ​ຫລາຍ.

“ແລ້ວ​ຍິງ​ໝ້າຍ​ທີ່​ຍາກ​ຈົນ​ຄົນ​ໜຶ່ງ​ກໍ​ມາ​ປ່ອນ​ຫລຽນ​ທອງ​ແດງ​ສອງ​ອັດ ທີ່​ມີ​ຄ່າ​ນ້ອຍ​ທີ່​ສຸດ​ລົງ​ໃນ​ຫີບ.

“ດັ່ງ​ນັ້ນ​ພ​ຣະ​ເຢ​ຊູ​ຈຶ່ງ​ເອີ້ນ​ບັນ​ດາ​ສາ​ວົກ​ຂອງ​ຕົນ​ມາ ແລະ ກ່າວ​ແກ່​ພວກ​ເຂົາ​ວ່າ ເຮົາ​ບອກ​ພວກ​ທ່ານ​ວ່າ ຍິງ​ໝ້າຍ​ຍາກ​ຈົນ​ຄົນ​ນີ້​ໄດ້​ປ່ອນ​ເງິນ​ລົງ​ໃນ​ຫີບ​ຖະ​ຫວາຍ​ຫລາຍກວ່າ​ຄົນ​ໃດໆ​ທຸກ​ຄົນ.

“ເພາະ​ຄົນ​ອື່ນນັ້ນ​ໄດ້​ເອົາ​ເງິນ​ທີ່​ເຂົາ​ເຫລືອ​ໃຊ້​ມາ​ປ່ອນ​ລົງ; ສ່ວນ​ຍິງ​ໝ້າຍ​ຜູ້ນີ້ ເຖິງ​ແມ່ນ​ວ່າ​ນາງ​ຍາກ​ຈົນ​ທີ່​ສຸດ​ກໍ​ຕ​າ​ມ ກໍ​ຍັງ​ເອົາ​ເງິນ​ທີ່​ຕົນ​ມີ​ຢູ່​ມາ​ປ່ອນ​ລົງ​ຈົນ​ໝົດ ຄື​ນາງ​ໄດ້​ຖະ​ຫວາຍ​ທຸກ​ສິ່ງ​ທີ່​ນາງ​ມີ​ສຳ​ລັບ​ລ້ຽງ​ຊີບ” (ມາຣະ​ໂກ 12:41–44).

ຂ້າ​ພະ​ເຈົ້າ​ຮຽນ​ຮູ້​ຈາກ​ປ​ະ​ສົບ​ການ​ສ່ວນ​ຕົວວ່າ ສະ​ພາ​ຈັດ​ການ​ເລື່ອງ​ເງິນ​ສ່ວນ​ສິບນັ້ນ​ລະ​ມັດ​ລະ​ວັງ​ຫລາຍ​ໃນ​ການ​ຈັດ​ການ​ດູ​ແລ​ເງິ​ນ​ອັດ​ທອງ​ແດງ​ຂອງ​ຍິງ​ໝ້າຍ. ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮູ້​ສຶກ​ບຸນ​ຄຸນ​ຕໍ່​ປະ​ທານທອມ​ມັສ ແອັສ ມອນ​ສັນ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ​ສຳ​ລັບ​ການ​ນຳ​ພາ​ທີ່​ມີ​ປະ​ສິດ​ທິ​ພາບ​ຂອງ​ພວກ​ເພິ່ນ ໃນ​ການປະ​ຕິ​ບັດ​ຕໍ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສັກ​ສິດນີ້. ແລະ ຂ້າ​ພະ​ເຈົ້າ​ຮັບ​ຮູ້​ສຸ​ລະ​ສຽງ (​ເບິ່ງ D&C 120:1) ແລະ ໃນ​ພ​ຣະ​ຫັດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ ທີ່​ສະ​ໜັບ​ສະ​ໜູນ​ຜູ້​ຮັບ​ໃຊ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຂອງ​ພ​ຣະ​ອົງ ໃນ​ການ​ບັນ​ລຸ​ໜ້າ​ທີ່​ທີ່​ຈະ​ເປັນ​ຜູ້​ແທນ​ຂອງ​ພ​ຣະ​ອົງ.

ຄຳ​ເຊື້ອ​ເຊີນ ແລະ ປະ​ຈັກ​ພະ​ຍານ

ການ​ຈ່າຍ​ສ່ວນ​ສິບ​ທີ່​ສັດ​ຊື່ນັ້ນ​ແມ່ນ​ສຳ​ຄັນ​ຫລາຍກວ່າ​ໜ້າ​ທີ່; ມັນ​ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ​ໃນ​ຂະ​ບວນ​ການ​ຂອງ​ການ​ເຮັດ​ໃຫ້​ສັກ​ສິດ​ສ່ວນ​ຕົວ. ຕໍ່​ທ່ານຜູ້​ທີ່ຈ່າຍ​ສ່ວນ​ສິບ​ຂອງ​ທ່ານ, ຂ້າ​ພະ​ເຈົ້າ​ຂໍ​ຍົກ​ຍ້ອງ​ທ່ານ.

ຕໍ່​ທ່ານ​ຜູ້​ທີ່​ດຽວນີ້ບໍ່​ໄດ້​ຮັກ​ສາ​ກົດ​ສ່ວນ​ສິບ, ຂ້າ​ພ​ະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຄິດ​ໄຕ່​ຕອງສິ່ງ​ທີ່​ທ່ານ​ເຮັດ​ຢູ່ ແລະ ກັ​ບ​​ໃຈສາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໂດຍ​ຄວາມ​ເຊື່ອ​ຟັງ​ຂອງ​ທ່ານ​ຕໍ່​ກົດ​ຂອງ​ພຣະ​ເຈົ້າ​ຂໍ້​ນີ້, ປະ​ຕູ​ສະ​ຫວັນ​ຈະ​ເປີດ​ຕໍ່​ທ່ານ. ກະ​ລຸ​ນາ​ຢ່າ​ຜັດ​ວັນ​ແຫ່ງ​ການ​ກັບ​ໃຈ​ຂອງ​ທ່ານ​ເຖີດ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ພອນ​ທາງ​ຝ່າຍ​ວິນ​ຍານ ແລະ ຝ່າຍ​ໂລກ​ຕ່າງໆ​ຈະ​​ເຂົ້າມາ​ສູ່​ຊີ​ວິດ​ຂອງ​ເຮົາ​ຂະ​ນະ​ທີ່​ເຮົາ​ຮັກ​ສາ​ກົດ​ສ່ວນ​ສິບ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ພອນ​ດັ່ງ​ກ່າວ​ສ່ວນ​ຫລາຍ​ແມ່ນ​ສຳ​ຄັນ ແຕ່​ລີ້​ລັບ. ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ອີກວ່າ ຄວາມ​ລຽບ​ງ່າຍ​ຂອງວິ​ຖີ​ທາງ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ ທີ່​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ໃນ​ວຽກ​ງານ​ທາງ​ຝ່າຍ​ໂລກ​ຂອງ​ສາດ​ສະ​ໜາ​ຈັກ​ຈັດ​ແບບ​ແຜນ​ທີ່​ສາ​ມາດ​ນຳ​ພາ​ເຮົາ ໃນ​ຖາ​ນະ​ສ່ວນ​ບຸກ​ຄົນ ແລະ ຄອບ​ຄົວ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ເຮົາ​ແຕ່​ລະ​ຄົນ​ອາດ​ຈະ​ໄດ້​ຮຽນ​ຮູ້ ແລະ ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ບົດ​ຮຽນ​ທີ່​ສຳ​ຄັນ​ເຫລົ່​ານີ້, ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມ​ນ.