​2010–2019
ຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ
ຕຸລາ 2013


ຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ

ຂໍ​ໃຫ້​ເຮົາ​ຈົ່ງ​ປະພຶດ​ຕົນ​ໃນ​ທາງ​ທີ່​ດີ​ຕໍ່​ກັນ​ແລະ​ກັນ, ​ແລະ ຂໍ​ໃຫ້​ເຮົາ​ຖືກ​ພົບ​ເຫັນ​ວ່າ​ຫຍຸ້ງ​ຢູ່​ກັບ​ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ຫົວໃຈ​ຂອງ​ຂ້າພະ​ເຈົ້າ​ເຕັມ​ປ່ຽມ ​ເມື່ອ​ມາ​ເຖິງ​ຕອນ​ທ້າຍ​ຂອງ​ກອງປະຊຸມ​ໃຫຍ່​ສາມັນ​ທີ່​ດີ​ເລີດ​ຂອງ​ສາດສະໜາ​ຈັກ. ​ເຮົາ​ໄດ້​ຮັບ​ການ​ບຳລຸງ​ລ້ຽງ​ທາງ​ວິນ​ຍານ ​ໃນ​ຂະນະ​ທີ່​ເຮົາ​​ໄດ້ຮັບ​ຟັງ​ຄຳ​ແນ​ະນຳ​ ​ແລະ ປະຈັກ​ພະຍານຂອງ​ຜູ້​ທີ່​ມີ​ສ່ວນ​ຮ່ວມ​ໃນ​ແຕ່​ລະ​ພາກ.

​ເຮົາ​ໄດ້​ຮັບ​ພອນ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ກັນ​​ໃນ​ກອງສູນ​ກາງ​ປະຊຸມ​ໃຫຍ່​ທີ່​ສວຍ​ງາມ​ນີ້ ​ໃນ​ຄວາມ​ສະຫງົບ ​ແລະ ຄວາມ​ປອດ​​ໄພ. ​ການຖ່າຍ​ທອດ​ຂອງ​ເຮົາ​ແມ່ນ​ກວ້າງ​ໄກ​ຫລາຍ​ທະວີບ ຫາ​ຜູ້​ຄົນ​ໃນ​ທຸກ​ແຫ່ງ​ຫົນ. ​ເຖິງ​ແມ່ນ​ພວກເຮົາ​ຍັງ​ຫ່າງ​ໄກ​ຈາກ​ຫລາຍ​ຄົນ​ພວກ​ທ່ານ, ​ແຕ່​ພວກເຮົາ​ກໍ​ຮູ້ສຶກ​ເຖິງ​ວິນ​ຍານຂອງ​ທ່ານ.

ຕໍ່​ບັນດາ​ອ້າຍ​ນ້ອງ​ທີ່​ໄດ້​ຖືກ​ປົດ​ຈາກ​ຕຳ​ແໜ່​ງຢູ່​ໃນ​ກອງ​ປະຊຸມ​ນີ້, ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ຢ່າງ​ເລິກ​ຊຶ້ງ​​​ແທນ​ທຸກ​ຄົນ​ໃນ​ສາດສະໜາ​ຈັກ ສຳລັບ​ການ​ຮັບ​ໃຊ້​ທີ່​ອຸທິດ​ຕົນ​ຂອງ​ທ່ານ​ເປັນ​ເວລາ​ຫລາຍ​ປີ. ຈຳນວນ​ຜູ້​ຄົນ​ທີ່​ໄດ້​ຮັບ​ພອນ​ຈາກ​ທ່ານ​ແມ່ນ​ເກີນ​ກວ່າຈະ​ນັບ​ໄດ້ ​​​ເພາະການ​ຮັບ​ໃຊ້​ຂອງ​ທ່ານ​ໃນ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ.

ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ກະຕັນຍູ​ຕໍ່​ກຸ່ມ​ນັກ​ຮ້ອງ​ແທ​ໂບ​ແນ​ໂກ ​ແລະ ກຸ່ມ​ນັກ​ຮ້ອງ​ອື່ນໆ ທີ່​ມີ​ສ່ວນ​ຮ່ວມ​ໃນ​ກອງ​ປະຊຸມ​ນີ້. ​ເພງ​ກໍ​ມ່ວນ​ອອນຊອນ ​ແລະ ​ເຮົາ​ໄດ້ຮູ້ສຶກ​ເຖິງ​ພຣະວິນ​ຍານ​ໃນ​ແຕ່​ລະ​ພາກ.

ຂ້າພະ​ເຈົ້າຂໍ​ຂອບ​ໃຈ​ສຳລັບ​ຄຳ​ອະທິຖານ​ຂອງ​ທ່ານ​ເພື່ອ​ຂ້າພະ​ເຈົ້າ ​ແລະ ​ເພື່ອ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຂອງ​ສາດສະໜາ​ຈັກ. ພວກ​ເຮົາ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ຈາກ​ການ​ນັ້ນ.

ຂໍ​​ໃຫ້​ສະຫວັນ​ຈົ່ງ​ຖອກ​ເທພຣະພອນ​ລົງ​ມາ​ເທິງ​ທ່ານ. ຂໍ​ໃຫ້​ບ້ານ​​ເຮືອນ​ຂອງ​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ​ແລະ ​ຄວາມ​ສຸພາບ ​ແລະ ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ຂໍ​ໃຫ້​ທ່ານ​ຈົ່ງ​ບຳລຸງ​ລ້ຽງ​ປະຈັກ​ພະຍານ​ຂອງ​ທ່ານ​​ກ່ຽວ​ກັບ​ພຣະກິດ​ຕິ​ຄຸນເປັນ​ປະຈຳ, ​ເພື່ອ​ວ່າ​ມັນ​ຈະ​ປົກ​ປ້ອງ​ທ່ານ​ຈາກຄວາມທຸກ​ທໍລະມານ​ຂອງ​ຜູ້​ປໍ​ລະ​ປັກ.

ບັດ​ນີ້​ກອງ​ປະຊຸມ​ຈະສິ້ນ​ສຸດ​ລົງ​ແລ້ວ. ​ເມື່ອ​ເຮົາກັບ​ຄືນ​ໄປ​ບ້ານ, ຂໍ​ໃຫ້​ເຮົາ​ຈົ່ງ​ກັບ​ໄປ​ດ້ວຍ​ຄວາມ​ປອດ​ໄພ. ຂໍ​ໃຫ້​ພຣະວິນ​ຍານ​ທີ່​ເຮົາ​ຮູ້ສຶກ​ໃນ​ຕອນ​ນີ້ ສະຖິດ​ຢູ່​ກັບ​ເຮົາ ​ເມື່ອ​ເຮົາ​ດຳ​ເນີນ​ຊີວິດ​ໄປ​ແຕ່​ລະ​ວັນ. ຂໍ​ໃຫ້​ເຮົາ​ຈົ່ງ​ປະພຶດ​ຕົນ​ໃນ​ທາງ​ທີ່​ດີ​ຕໍ່​ກັນ​ແລະ​ກັນ, ​ແລະ ຂໍ​ໃຫ້​ເຮົາ​ຖືກ​ພົບ​ເຫັນ​ວ່າ​ຫຍຸ້ງ​ຢູ່​ກັບ​ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂໍ​ໃຫ້​ພຣະ​ເຈົ້າຈົ່ງ​ອວຍພອນ​ທ່ານ. ຂໍ​ໃຫ້​ຄຳ​ສັນຍາ​ແຫ່ງ​ສັນຕິ​ສຸກ​ຂອງ​ພຣະອົງ​ຈົ່ງ​ມາສູ່​ທ່ານ​ໃນ​ຕອນ​ນີ້ ​ແລະ ຕະຫລອດ​ໄປດ້ວຍ​ເທີ້ນ. ຂ້າພະ​ເຈົ້າຂໍ​ລາ​ທ່ານ​ໄປ ຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ ​ໃນ​ຫົກ​ເດືອນຂ້າງ​ໜ້າ. ​ໃນ​ພຣະນາມ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ແມ່ນ​ແຕ່ພຣະ​ເຢຊູ​ຄຣິດ ອົງ​ເປັນ​ພຣະຜູ້​ເປັນ​ເຈົ້າ, ອາ​ແມນ.