​2010–2019
ເຖິງຫລານທັງຫລາຍຂອງຂ້າພະເຈົ້າ
ຕຸລາ 2013


​ເຖິງຫລານ​ທັງຫລາຍ​ຂອງ​ຂ້າພະ​ເຈົ້າ

ກໍ​ມີ​ພຣະບັນຍັດ​ທີ່​ສຳຄັນ​ຂໍ້​ໜຶ່ງ ອັນ​ທີ່​ຈະ​ຊ່ອຍ​​ເຮົາໃຫ້​ສາມາດ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໄດ້ ​ແລະ ​ຊ່ອຍ​ສ້າງ​ຄອບຄົວ​ທີ່​ມີ​ຄວາມສຸກ.

ປີ​ນີ້ ຫລານ​ສອງ​ຄົນ​ຂອງ​ພວກ​ເຮົາ​ຈະ​ແຕ່ງງານ​ແລ້ວ. ພາຍ​ໃນ​ສອງ​ສາມ​ປີຕໍ່​ໄປ ພີ່ນ້ອງ​ຂອງ​ເຂົາ​ເຈົ້າຈຳນວນ 10 ຄົນກໍ​ຈະ​ເຖິງ​ກະສຽນ​ທີ່​ຈະ​ສ້າງ​ຄອບຄົວ​ຂອງ​ໃຜ​ມັນ​ຄື​ກັນ.

​ເຫດການ​ທີ່​ຊື່ນ​ຊົມ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າຄິດ​ຢ່າງ​ໜັກ​ແໜ້ນ​​ເມື່ອ​ເຂົາ​ເຈົ້າຂໍ​ໃຫ້​ຂ້າພະ​ເຈົ້າ​ໃຫ້​ຄຳ​ແນະ​ນຳ. ຕາມ​ປົກກະຕິ​ແລ້ວ ​ເຂົາ​ເຈົ້າ​ໄດ້​ຖາມ​ວ່າ, “ມີ​ສິ່ງ​ໃດ​ແດ່​ທີ່​ຫລານ​ສາມາດ​ເຮັດທີ່​ຈະ​ພາ​ໄປ​ສູ່ຄວາມສຸກ?” ​ແລະ ອີກ​ຄຳ​ຖາມ​ໜຶ່ງ​ຈະ​ເປັນ​ວ່າ, “ມີ​ສິ່ງ​ໃດ​ແດ່​ທີ່​ຈະ​ພາ​ໄປ​ສູ່​ຄວາມ​ບໍ່​ສະຫງົບ​ສຸກ?”

ພຣະບິດາ​ເທິງ​ສະຫວັນ​ໄດ້​ເຮັດ​ໃຫ້​ເຮົາ​ແຕ່ລະຄົນ​ພິ​ເສດ. ບໍ່​ມີຜູ້​ໃດ​ທີ່​ມີ​ປະສົບ​ການ​ຄື​ກັນ. ບໍ່​ມີ​ຄອບ​ຄົວ​ໃດ​ທີ່​ຄື​ກັນ. ສະນັ້ນຈຶ່ງ​ບໍ່​ເປັນ​ເລື່ອງ​ແປກທີ່​ການ​ໃຫ້​ຄຳ​ແນະ​ນຳ​ກ່ຽວ​ກັບ​ວິທີ​ທີ່​ຈະ​ເລືອກ​ຄວາມສຸກ​ໃນ​ຊີວິດ​ຂອງ​ຄອບຄົວ​ເປັນ​ສິ່ງ​ຍາກ​ທີ່​ຈະ​ແນະນຳ. ​​ແຕ່ພຣະບິດາ​ເທິງ​ສະຫວັນທີ່​ຮັກ​ໄດ້​ຈັດ​ທາງ​ເສັ້ນດຽວນັ້ນ​ທີ່​ຈະ​ນຳ​ໄປ​ສູ່ຄວາມສຸກ​ສຳລັບ​ລູກໆ​ຂອງ​ພຣະອົງ. ບໍ່​ວ່າ​ລັກສະນະ​ ຫລື ປະ​ສົບ​ການຂອງ​ເຮົາ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ​ແຕ່​ຈະ​ມີ​ເສັ້ນທາງ​ໜຶ່ງ​ທີ່​ຈະ​ນຳ​ໄປ​ສູ່ຄວາມສຸກ.​​ ເສັ້ນທາງນັ້ນຄື​ການ​ທີ່​ຈະ​ເຮັດ​ຕາມ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ.

​ເພາະ​ເຮົາ​ທຸກ​ຄົນ, ຮ່ວມ​ທັງ​ຫລານ​ຂອງ​ຂ້າພະ​ເຈົ້າຜູ້ຄິດ​ທີ່​ຈະ​ແຕ່ງງານ, ກໍ​ມີ​ພຣະບັນຍັດ​ທີ່​ສຳຄັນ​ຂໍ້​ໜຶ່ງ ອັນ​ທີ່​ຈະ​ຊ່ອຍ​ເຮົາ​ໃຫ້​ສາມາດ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໄດ້ ​ແລະ ​ຊ່ອຍ​ສ້າງ​ຄອບຄົວ​ທີ່​ມີ​ຄວາມສຸກ. ມັນ​ໃຊ້​ໄດ້​ກັບ​ການ​ສຳພັນ​ທັງ​ໝົດ​ບໍ່​ວ່າ​ຈະ​ຢູ່​ໃນ​ສະພາບ​ການ​ແນວ​ໃດ​ກໍ​ຕາມ. ມັນມີ​ຢູ່​ໃນ​ພຣະຄຳ​ພີ​ຕະຫລອດ​ທົ່ວ​ເຫລັ້ມ ​ແລະ ​ໃນ​ຄຳ​ສອນ​ຂອງ​ສາດສະດາ​ໃນ​ສະ​ໄໝ​ຂອງ​ເຮົາ. ​ໃນ​ຂໍ້​ພຣະຄຳ​ພີຕໍ່​ໄປ​ນີ້​ແມ່ນຄຳ​ແນະນຳ​ຂອງ​ພຣະຜູ້​ເປັນ​ເຈົ້າ ຕໍ່​ທຸກ​ຄົນ​ທີ່​ຢາກ​ດຳລົງ​ຊີວິດ​ນຳ​ກັນ​ຕະຫລອດ​ການ ​ໃນ​ຄວາມ​ຮັກ​ທີ່​ມີ​ຄວາມສຸກ:

“ຄົນ​ໜຶ່ງ​ໃນ​ພວກ​ເຂົາ​ທີ່​ເປັນ​ທຳ​ມະ​ອາຈານ​ກໍ​ທົດ​ລອງ​ພຣະອົງ, ໂດຍ​ຖາ​ມວ່າ,

“ອາຈານ​ເອີຍ, ​ໃນ​ກົດ​ບັນຍັດ​ແມ່ນ​ຂໍ້​ໃດ​ທີ່​ເປັນ​ຂໍ້​ໃຫຍ່​ສຳຄັນ​ທີ່​ສຸດ?

“ພຣະ​ເຢຊູ​​ໄດ້​ຕອບ​ວ່າ, ຈົ່ງ​ຮັກ​ອົງ​ພຣະຜູ້​ເປັນ​ເຈົ້າດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ​ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.

“ນັ້ນ​ແຫລະ​ແມ່ນ​ພຣະບັນຍັດ​ຂໍ້​ໃຫຍ່ ​ແລະ ຂໍ້​ຕົ້ນ.

“ຂໍ້​ທີ​ສອງ​ກໍ​ເໝືອນ​ກັນຄື ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.

“ພຣະບັນຍັດ​ທັງ​ໝົດ ​ແລະ ບັນດາ​ຖ້ອຍ​ຄຳ​ຂອງ​ສາດສະດາ​ກໍ​ຂຶ້ນກັບພຣະບັນຍັດ​ສອງ​ຂໍ້​ນີ້​ແຫລະ.”1

ຈາກ​ຂໍ້ຄວາມ​ທີ່​ລຽບ​ງ່າຍ​ນັ້ນ ມັນ​ບໍ່​ຍາກ​ທີ່​ຈະ​ທົບ​ທວນ​ທຸກ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮຽນຮູ້​ກ່ຽວ​ກັບ​ການ​ເລືອກ​ທີ່​ຈະ​ນຳ​ໄປ​ສູ່​ຄວາມ​ສຸກ​ໃນ​ຄອບຄົວ. ຂ້າພະ​ເຈົ້າຈະ​ເລີ່ມ​ຕົ້ນດ້ວຍ​ຄຳ​ຖາມ​ທີ່​ວ່າ, “ມີ​ການ​ເລືອກ​ໃດ​ແດ່​ທີ່​​ໄດ້​ນຳ​ຂ້າພະ​ເຈົ້າ​ໄປ​ຫາ​ພຣະຜູ້​ເປັນ​ເຈົ້າທີ່​ຮັກ ດ້ວຍ​ສຸດຫົວ​ໃຈ, ສຸດ​ຈິດ​ວິນ​ຍານ ​ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ຂ້າພະ​ເຈົ້າ?” ສຳລັບ​ຂ້າພະ​ເຈົ້າ​ແລ້ວ ມັນ​ໄດ້​ເປັນ​ການ​ເລືອກ​ທີ່​ຊ່ອຍ​ໃຫ້​ຂ້າພະ​ເຈົ້າຮູ້ສຶກ​ຊື່ນ​ຊົມ​ກັບ​ການ​ໃຫ້​ອະ​ໄພຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ.

ຫລາຍ​ປີ​ກ່ອນ ຂ້າພະ​ເຈົ້າ​ໄດ້​ໃຫ້​ບັບຕິ​ສະມາ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຢູ່​ເມືອງອາ​ເບີ​ເຄີ​ກີ, ລັດ​ນິວ​​ເມັກ​ຊິ​ໂກ, ຜູ້ຊຶ່ງ​ຄູ່​ສອນ​ຂອງ​ຂ້າພະ​ເຈົ້າ ກັບ​ຂ້າພະ​ເຈົ້າ​ໄດ້​ສອນ. ຂ້າພະ​ເຈົ້າ​ໄດ້​ຈຸ່​ມຊາຍ​ໜຸ່ມ​ລົງ​ນ້ຳ ​ແລະ ຍົກ​ລາວ​ຂຶ້ນມາ​​ໃໝ່. ລາວ​ມີ​ຮ່າງກາຍ​ທີ່​ສູງ​ໃຫຍ່​ເທົ່າ​ກັບ​ຕົວ​ຂ້າພະ​ເຈົ້າ ​ເພາະ​ລາວ​ໄດ້​ເວົ້າ​ໃສ່​ຫູ​ຂອງ​ຂ້າພະ​ເຈົ້າ. ​​ໂດຍທີ່​ປຽກຈາກ​ນ້ຳ​ໃນ​ອ່າງ ​ແລະ ນ້ຳຕາ​ໄຫລ​ລົງ​ອາບ​​ແກ້ມ ​ແລະ ດ້ວຍ​ສຽງ​ທີ່​ຊື່ນ​ຊົມ, ລາວ​ໄດ້​ເວົ້າວ່າ, “ຂ້ອຍ​ສະອາດ​ແລ້ວ, ຂ້ອຍ​ສະອາດ​ແລ້ວ.”

ຂ້າພະ​ເຈົ້າ​ເຄີຍ​ເຫັນ​ນ້ຳຕາທີ່​ມີ​ຄວາມສຸກ​ເຊັ່ນ​ນັ້ນ ຈາກຜູ້​ໄດ້​ກ່າວ​​ເຖິງຖ້ອຍ​ຄຳ​ຂອງ​ອັກຄະ​ສາວົກ​ຂອງ​ພຣ​ະ​ເຈົ້າ: ລາວ​ໄດ້​ກ່າວ​ກັບ​ນາງ​ຫລັງ​ຈາກ​ໄດ້​ສຳພາດ​ນາງ​ດ້ວຍ​ຄວາມ​ເມດ​ຕາ ​ແລະ ລະອຽດວ່າ, “​ເຮົາ​ໃຫ້​ອະ​ໄພ​ແກ່​ເຈົ້າ​ໃນ​ພຣະນາມ​ຂອງ​ພຣະຜູ້​ເປັນ​ເຈົ້າ. ພຣະອົງ​ຈະ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ເຈົ້າ​ເຖິງ​ການ​ໃຫ້ອະ​ໄພຂອງ​ພຣະອົງ​ໃນ​ເວລາ ​ແລະ ​ໃນ​ວິທີ​ທາງ​ຂອງ​ພຣະອົງ​ເອງ.” ​ແລະ ພຣະອົງ​​ໄດ້​ເຮັດ​ແນວ​ນັ້ນ.

ຂ້າພະ​ເຈົ້າ​ເຄີຍ​ເຫັນ​ວ່າ ​ເປັນ​ຫຍັງ​ພຣະຜູ້​ເປັນ​ເຈົ້າຈຶ່ງ​ສາມາດ​ເວົ້າ​ໄດ້​ວ່າ ​ເມື່ອ​ບາບ​ໄດ້​ຖືກ​ອະ​ໄພ​ໃຫ້​ແລ້ວ ພຣະອົງ​ຈະ​ບໍ່​ຈື່​ມັນ​ອີກ​ຕໍ່​ໄປ. ​ໂດຍ​ອຳນາດ​ຂອງ​ການ​ຊົດ​ໃຊ້, ຜູ້​ຄົນທີ່​ຂ້າພະ​ເຈົ້າຮູ້ຈັກ​ດີ ແລະ ຮັກ ​ໄດ້​ກາຍ​ເປັນ​ຄົນ​ໃໝ່, ​ແລະ ບາບ​ທີ່​ເຄີຍ​ເຮັດ​ມາ​ໄດ້​ຖືກ​ກວາດໜີ. ​ໃຈ​ຂອງ​ຂ້າພະ​ເຈົ້າ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ສຳລັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະບິດາ​ທີ່​ຮັກ ຜູ້​ໄດ້​ສົ່ງ​ພຣະອົງ​ມາ.

ພອນ​ອັນ​ຍິ່ງ​ໃຫຍ່​ນັ້ນ​ໄດ້​ມາ​ເຖິງ​ໂດຍ​ທາງ​ຜູ້​ຄົນ​ທີ່​ກ້າຫານ ຜູ້​ຂ້າພະ​ເຈົ້າ​ເປັນ​ຫ່ວງ​ເປັນ​ໄຍຕໍ່ ​ທີ່​ຈະໄປ​ຫາ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ເພື່ອການບັນ​ເທົາ​ຈາກ​ຄວາມ​ເຈັບ​ປວດ ຊຶ່ງ​ການບັນ​ເທົາ​ນັ້ນພຽງ​ແຕ່​ພຣະອົງ​ເທົ່າ​ນັ້ນສາມາດ​ຊ່ອຍ​ໄດ້. ສະນັ້ນ ຂ້າພະ​ເຈົ້າຈຶ່ງຢາກ​ຮຽກຮ້ອງ​ຄົນ​ທີ່​ຂ້າພະ​ເຈົ້າຮັກ​ໃຫ້​ຮັບ​ເອົາ ​ແລະ ຂະຫຍາຍ​ການ​ເອີ້ນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຢູ່​ໃນ​ສາດສະໜາ​ຈັກ. ການ​ເລືອກ​ນັ້ນ​ເປັນ​ສິ່ງ​ໜຶ່ງ​ທີ່ສຳຄັນທີ່​ສຸດ​ຕໍ່​ຄອບຄົວ​ທີ່​ມີ​ຄວາມສຸກ.

ຄວາມ​ກົດ​ດັນ​ໃນ​ທຸກ​ໄລຍະ​ຂອງ​ຊີວິດ ສາມາດ​ລໍ້​ລວງ​​ເຮົາ​ໃຫ້​ປະຕິ​ເສດ ຫລື ບໍ່​ເອົາ​ໃຈ​ໃສ່​ການ​ເອີ້ນ​ທີ່​ຈະ​ຮັບ​ໃຊ້​ພຣະຜູ້​ຊ່ອຍ​ໃຫ້​ລອດ. ສິ່ງ​ນີ້​ສາມາດ​ເປັນ​ສິ່ງ​ອັນຕະລາຍ​ຕໍ່​ຕົວ​ເຮົາ​ເອງ, ຕໍ່​ຄູ່​ຄອງ, ​ແລະ ຄອບຄົວ​ຂອງ​ເຮົາ. ການ​ເອີ້ນ​ບາງ​ຢ່າງ​ອາດ​ເບິ່ງ​ຄື​ບໍ່​ສຳຄັນ, ​ແຕ່​ຊີວິດ​ ຂອງຂ້າພະ​ເຈົ້າ, ຂອງ​ຄອບຄົວ ​ໄດ້​ປ່ຽນ​ໄປ​ໃນ​ທາງ​ທີ່​ດີກວ່າ ​ໂດຍ​ການ​ຮັບ​ເອົາ​ການ​ເອີ້ນ​ທີ່​ຈະ​ສອນ​​ກຸ່ມມັກຄະ​ນາຍົກ. ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ມັກຄະ​ນາຍົກ ທີ່​ມີ​ຕໍ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ພວກ​ເຂົາ.

ຂ້າພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ນັ້ນ​ໄດ້​ເກີດ​ຂຶ້ນ​ໃນ​ຊີວິດ​ຂອງ​ອາ​ດີດ​ປະທານ​ສະ​ເຕກ ​ແລະ ປະທານ​ເຜີຍ​ແຜ່ ​ໃນ​ການ​ເອີ້ນ​​ເພິ່ນ ​ເພື່ອ​ໃຫ້​ເປັນ​ຜູ້​ປຶກສາ​ຂອງ​ກຸ່ມ​ຄູ​ສອນ. ຂ້າພະ​ເຈົ້າຮູ້​ຈັກ​ຄົນ​ໜຶ່ງ​ອີກ​ທີ່​​ເຄີຍ​ເປັນ​ອະທິການ ​ແລ້ວ​ໄດ້​ເປັນ​ສາວົກ​ເຈັດ​ສິບ​ປະ​ຈຳ​ເຂດ ຜູ້​ໄດ້ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ​ເພື່ອ​ຊ່ອຍ​ເຫລືອ​ຊາຍ​ໜຸ່ມ​ຄົນ​ໜຶ່ງຢູ່​ໃນ​ກຸ່ມ​ຄູ​ສອນ ຜູ້​​ໄດ້​ຮັບ​ບາດ​ເຈັບ​​ໃນ​ອຸປະຕິ​ເຫດ. ການ​ຮັບ​ໃຊ້​ທີ່​ໜ້າ​ອັດສະຈັນ​ໃຈນັ້ນ ​ໄດ້​ສຳ​ພັດ​ຊີວິດ​ຂອງ​ຫລາຍ​ຄົນ, ຮ່ວມ​ທັງ​ຊີວິດ​ຂອງ​ຂ້າພະ​ເຈົ້າ, ​ແລະ ​ໄດ້​​ເຮັດ​​ໃຫ້ຄວາມ​ຮັກ​ທີ່​ເຂົາ​ເຈົ້າມີຕໍ່​ພຣະຜູ້​ຊ່ອຍ​ໃຫ້​ລອດມີ​ຫລາຍ​ຂຶ້ນ.

​ໃນ​ຂະນະ​ທີ່​ຮັບ​ໃຊ້​ຄົນ​ອື່ນ, ​ສ່ວນ​ຫລາຍ​ແລ້ວ ​ເຮົາ​ມັກ​ຈະ​ອ້ອນວອນ​ຂໍ​ໃຫ້​ມີ​ພຣະວິນ​ຍານ​ບໍລິສຸດ​ສະຖິດຢູ່​ນຳ. ຄວາມ​ສຳ​ເລັດ​ໃນ​ການ​ຮັບ​ໃຊ້ຂອງ​ພຣະຜູ້​ເປັນ​ເຈົ້າ ສ່ວນ​ຫລາຍ​ແລ້ວ​ຈະ​​ເຮັດ​ໃຫ້​ເກີດ​ຄວາມ​ມະຫັດສະຈັນ​ເກີນ​ກວ່າພະລັງ​ຂອງ​ເຮົາ​ເອງ. ພໍ່​ແມ່​ຜູ້​ມີ​ລູກ​ທີ່​ອອກ​ນອກ​ທາງ ຈະ​ຮູ້​ວ່າ​ສິ່ງ​ນີ້​ເປັນຄວາມ​ຈິງ, ​ເຊັ່ນກັບ​ຄູ​ຢ້ຽມ​ສອນທີ່​ໄດ້​ໄປ​ຢ້ຽມຢາມ​ຜູ້ຍິງ​ຄົນ​ໜຶ່ງ​ທີ່​ຕ້ອງການ​ການ​ປອບ​ໂຍນ ຕອນ​ສາມີ​ຂອງ​ນາງ​ໄດ້​ບອກ​ນາງ​ວ່າ ລາວ​ຈະ​ປະ​ນາງ​ໄປ. ຜູ້​ຮັບ​ໃຊ້​ສອງ​ຄົນ​​ໄດ້​ມີ​ຄວາມ​ກະຕັນຍູ​ທີ່ໄດ້​ທູນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະຜູ້​ເປັນ​ເຈົ້າ​ໃນ​ເຊົ້າມື້ນັ້ນ ​ເພື່ອ​ຂໍ​ໃຫ້ສົ່ງພຣະວິນ​ຍານ​ບໍລິສຸດມາສະ​ຖິດ​ຢູ່​ເປັນ​ເພື່ອນ.

​ໂດຍ​ມີ​ພຣະວິນ​ຍານ​ບໍລິສຸດສະຖິດ​ຢູ່​ເປັນ​ເພື່ອນ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ສາມາດ​ຫວັງ​ຄວາມ​ຖືກຕ້ອງ​ປອງ​ດອງ​ໃນ​ການ​ແຕ່ງງານ ​ໂດຍ​ປາດ​ສະ​ຈາກ​ການ​ຜິດ​ຖຽງ​ກັນ. ຂ້າພະ​ເຈົ້າ​ເຄີຍ​ໄດ້​ເຫັນ​​ເຖິງການ​ເປັນ​ເພື່ອນ​ນັ້ນວ່າ ສຳຄັນ​ຫລາຍ​ຂະໜາດ​ໃດ​ໃນ​ຄວາມສຸກ​ຂອງການ​ແຕ່ງງານ. ຄວາມ​ມະຫັດສະຈັນ​ຂອງ​ການ​ເປັນ​ໜຶ່ງ​ແມ່ນ​ຮຽກຮ້ອງ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນ, ​ແລະ ຕ້ອງ​ໃຊ້​ເວລາ. ​ເປົ້າໝາຍ​ຂອງ​ເຮົາ​ແມ່ນ​ທີ່​ຈະ​ດຳລົງ​ຊີວິດ​ນຳ​ກັນ​ຕະຫລອດ​ການ ​ໃນ​ທີ່​ປະ​ທັບ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ.

ພໍ່​ ​ແລະ ​ແມ່​ຂອງ​ຂ້າພະ​ເຈົ້າ ​ແມ່ນ​ແຕກ​ຕ່າງ​ກັນ​ຫລາຍ. ​ແມ່​ຂອງ​ຂ້າພະ​ເຈົ້າ​ເປັນ​ນັກ​ຮ້ອງ ​ແລະ ​ເປັນ​ນັກ​ແຕ້ມ. ພໍ່​ຂອງ​ຂ້າພະ​ເຈົ້າມັກ​​ເລື່ອງ​ເຄມີ. ​ເທື່ອ​ໜຶ່ງ​ຕອນ​ໄປ​ເບິ່ງ​ການສະ​ແດງ​ເພງ, ​ແມ່​ຂອງ​ຂ້າພະ​ເຈົ້າ ປະຫລາດ​ໃຈ​ເມື່ອ​ເຫັນ​ພໍ່​ຂອງ​ຂ້າພະ​ເຈົ້າລຸກ​ຢືນ​ຂຶ້ນ ກ່ອນ​ຜູ້​ຄົນ​ຕົບມື. ​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຖາມ​ເພິ່ນ​ວ່າ ​ເພິ່ນ​ຈະ​ໄປ​ໃສ. ​ເພິ່ນ​ຕອບ​​ແບບ​ຄົນ​ຊື່ວ່າ, “​​ເຂົາ​ເຈົ້າສະ​ແດງ​ຈົບ​ແລ້ວ, ບໍ່​​ແມ່ນ​ຫວະ?” ພຣະວິນ​ຍານ​ບໍລິສຸດ​ໄດ້​ກະ​ຕຸ້ນ​ເພິ່ນ​ໃຫ້​ໄປ​​ເບິ່ງ​ການສະ​ແດງ​ກັບ​ແມ່​ຂອງ​ຂ້າພະ​ເຈົ້າ​ ​ແລະ ​ໄດ້​ນຳ​ເພິ່ນ​ມາ​ເບິ່ງ​ການສະ​ແດງ​ເພງ​ນັ້ນ​ເທື່ອ​ແລ້ວ​ເທື່ອ​ອີກ.

​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ອາ​ໄສ​ຢູ່​ລັດນິວ​ເຈີ​ຊີ ​ເປັນ​ເວລາ 16 ປີ ​ເພື່ອ​ວ່າ​ພໍ່​ຂອງ​ຂ້າພະ​ເຈົ້າຈະ​ສາມາດ​ລ້ຽງ​ດູ​ຄອບຄົວ​ໄດ້ ​ໂດຍ​ການຄົ້ນຄວ້າ ​ແລະ ສອນວິຊາ​ເຄມີ​ສາດ. ສຳລັບ​ແມ່​ຂອງ​ຂ້າພະ​ເຈົ້າ​ແລ້ວ ມັນ​ເປັນ​ການ​ເສຍ​ສະລະ ​ເພາະ​​ເພິ່ນ​ໄດ້​ຈາກ​ແມ່​ຂອງ​ເພິ່ນຜູ້​ເປັນ​ແມ່ໝ້າຍ​ ​ແລະ ຈາກ​ນ້າສາວ​ຜູ້​​ເປັນ​ໂສດ​ຂອງ​​ເພິ່ນໄປ ຜູ້​ໄດ້​ຄອຍ​ດູ​ແລ​​ເອື້ອຍຢູ່​ບ້ານ​ສວນ​ຫລັງ​ເກົ່າໆ. ທັງ​ສອງ​ໄດ້​ເສຍ​ຊີວິດ​ໄປ​ຕອນ​ແມ່​ຂອງ​ຂ້າພະ​ເຈົ້າຢູ່​ລັດນິວ​ເຈີ​ຊີ. ມີ​ແຕ່​ເທື່ອ​ດຽວນັ້ນທີ່​ຂ້າພະ​ເຈົ້າ​​ເຄີຍ​ໄດ້​ເຫັນ​ແມ່​ຂອງ​ຂ້າພະ​ເຈົ້າຮ້ອງ​ໄຫ້.

ຫລາຍ​ປີ​ຈາກ​ນັ້ນ ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຮັບການ​ສະ​ເໜີ​ໃຫ້ເຮັດວຽກ​ຢູ່​ລັດ​ຢູທາ. ​ເພິ່ນ​ໄດ້​ຖາມ​ແມ່​ຂອງ​ຂ້າພະ​ເຈົ້າອີກ​​​ແບບ​ຄົນ​ຊື່ວ່າ, “ມຽວ​ດະ​ເຣດ, ນ້ອງ​ຄິດ​ວ່າ​ອ້າຍ​ຄວນ​ເຮັດ​ແນວ​ໃດ?”

​ເພິ່ນ​ຕອບ​ວ່າ, “​ເຮັນຣີ, ​ໃຫ້​ອ້າຍ​ເຮັດ​ສິ່ງ​ທີ່​ອ້າຍ​ຄິດ​ວ່າ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ.”

​ເພິ່ນ​ໄດ້​ປະຕິ​ເສດການສະ​ເໜີ. ​ເຊົ້າມື້​ຕໍ່​ມາ ​ແມ່​ໄດ້​ຂຽນ​ຈົດໝາຍ​​ໄປຫາ​ເພິ່ນ ຊຶ່ງ​ຂ້າພະ​ເຈົ້າ​ເສຍ​ດາຍ​ທີ່​ບໍ່​​ໄດ້​ເກັບ​ຈົດໝາຍ​ນັ້ນ​ໄວ້. ຂ້າພະ​ເຈົ້າຈື່​​ ​ເພິ່ນ​ໄດ້​ບອກ​ເພິ່ນ​ວ່າ, “ຢ່າ​ເປີດ​ມັນ​ຢູ່​ນີ້​ເດີ້. ​ໃຫ້​ໄປ​ເປີດ​ມັນ​ຢູ່​ຫ້ອງການ​ພຸ້ນ.” ຈົດໝາຍ​ໄດ້​ເລີ່​ມຕົ້ນດ້ວຍ​ຄຳ​ຕຳນິ. ​ຫລາຍ​ປີ​ກ່ອນ ພໍ່​ໄດ້​ສັນຍາ​ແມ່​ວ່າ ​ຖ້າ​ເປັນ​ໄປ​ໄດ້ ​ເພິ່ນ​ຈະ​ພາ​ແມ່​ກັບ​​ໄປ​ຢູ່​ໃກ້​ຄອບຄົວ​ຂອງ​ແມ່. ​ເພິ່ນ​​ປະຫລາດ​ໃຈ​ກັບ​ຖ້ອຍ​ຄຳ​ທີ່​ງຸດງິດ​ໃຈ​ຂອງ​ແມ່. ​ເພິ່ນ​ບໍ່​ຈື່​ຄວາມປາດ​ຖະໜາ​ໃນ​ໃຈ​ຂອງ​ແມ່. ​ແລ້ວ​ເພິ່ນ​ໄດ້​ສົ່ງ​ຈົດໝາຍ​ຮັບ​ເອົາ​ວຽກ​ທັນທີ.

​ເພິ່ນ​ໄດ້​ເວົ້າວ່າ, “ມຽວ​ດະ​ເຣດ, ​ເປັນ​ຫຍັງ​ນ້ອງ​ຈຶ່ງ​ບໍ່​ບອກ​ອ້າຍ?”

​ແມ່​ໄດ້​ຕອບ​ວ່າ, “ອ້າຍ​ຄວນ​ຈື່.”

​ເພິ່ນ​ມັກ​ເວົ້າກ່ຽວ​ກັບ​ການ​ເລືອກ​ນັ້ນ​ເລື້ອຍໆ ​ເຖິງ​ການຍ້າຍ​ມາ​ຢູ່​ລັດຢູທາ ຄື​ກັບ​ວ່າ​ເປັນ​ການ​ເລືອກ​ຂອງ​ເພິ່ນ​ເອງ, ບໍ່​ໄດ້​ເປັນ​ການ​ເສຍ​ສະລະ​ອາຊີບ​ຂອງ​ເພິ່ນ. ທັງ​ສອງ​ໄດ້​ຮັບ​ການ​ມະຫັດສະຈັນ​ຂອງ​ການ​ກາຍ​ເປັນ​ໜຶ່ງ. ຄົງ​ດີກ​ວ່າ​ນັ້ນຖ້າ​ຫາກ​ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຖືກ​ພຣະວິນ​ຍານ​ບໍລິສຸດ​ເຕືອນ​ກ່ຽວ​ກັບຄຳ​ສັນຍາ​ທີ່​ເພິ່ນ​ໄດ້​ເຮັດ​ໄວ້​ກັບ​ແມ່​ຂອງ​ຂ້າພະ​ເຈົ້າຫລາຍ​ປີ​ກ່ອນ​. ​ແຕ່​ເພິ່ນ​ໄດ້​ໃຫ້​ພຣະວິນ​ຍານ​ບໍລິສຸດ​​ເຮັດ​ໃຫ້​​ໃຈ​ເພິ່ນ​ອ່ອນ​ລົງ ​​​ເພື່ອເຮັດ​ໃຫ້ການ​ເລືອກ​ຂອງ​ແມ່ຂອງ​ຂ້າພະ​ເຈົ້າ ກາຍ​ເປັນ​ການ​ເລືອກ​ຂອງ​ເພິ່ນ​ເອງ.

ພຣະບິດາ​ເທິງ​ສະຫວັນ​ຮູ້ຈັກ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ, ຮູ້ຈັກ​ເຮົາ​ແຕ່ລະຄົນ, ​ແລະ ຮູ້ຈັກ​ອະນາຄົດ​ຂອງ​ເຮົາ. ພຣະອົງ​ຮູ້​ວ່າ​ເຮົາ​ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກອັນ​ໃດ​ແດ່. ພຣະອົງ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ໃຫ້​ມາ​ຮັບ​ທຸກທໍລະມານ ​ເພື່ອ​ວ່າ​ພຣະອົງ​ຈະ​ຮູ້​ຈັກວິທີ​ຊ່ອຍ​ເຫລືອ​ເຮົາ​ໃນ​ການ​ທົດ​ລອງ​ຂອງ​ເຮົາທຸກຢ່າງ.

​ເຮົາ​ຮູ້​ວ່າ​ພຣະບິດາ​ເທິງ​ສະຫວັນ​ມີ​ລູກໆ​ທາງ​ວິນ​ຍານ​ຢູ່​ໃນ​ໂລກ​ນີ້ ຜູ້​ບາງ​ເທື່ອ​ເລືອກ​ເຮັດ​ບາບ ​ແລະ ​ເຮັດ​ສິ່ງ​ທີ່ບໍ່​ມີ​ຄວາມສຸກ. ​ເພາະສະນັ້ນ ພຣະອົງ​ຈຶ່ງ​ໄດ້​ສົ່ງ​ພຣະບຸດ​ຫົວປີ​ຂອງ​ພຣະອົງ​ໃຫ້​ມາ​ເປັນ​ພຣະຜູ້​ໄຖ່​ຂອງ​ເຮົາ, ​ເປັນ​ການ​ກະທຳ​ອັນ​ຍິ່ງ​ໃຫຍ່​ເຖິງ​ຄວາມ​ຮັກ​​ໃນ​ທຸກ​ສິ່ງ​ທີ່​ຖືກ​ສ້າງ​ຂຶ້ນມາ. ​ເພາະສະນັ້ນ​ເຮົາ​ຈຶ່ງ​ຕ້ອງ​ຄາດ​ຫວັງ​ໃຫ້​ພຣະ​ເຈົ້າຊ່ອຍ​ເຫລືອ ​ແລະ ​ໃຊ້​ເວລາ​ທີ່​ຈະ​ຫລໍ່​ຫລອມສຳລັບ​ຊີວິດ​ນິລັນດອນ, ​ເພື່ອ​ຈະ​ໄດ້​ອາ​ໄສ​ຢູ່​ນຳພຣະບິດາ​ຂອງ​ເຮົາ.

ຊີວິດ​ໃນ​ຄອບຄົວ​ຈະ​ທົດ​ສອບ​ເຮົາ. ນັ້ນຄື​ຈຸດປະສົງ​ຢ່າງ​ໜຶ່ງ​ຂອງ​ພຣະ​ເຈົ້າ​ໃນ​ການ​ມອບ​ຂອງ​ປະທານ​ແຫ່ງ​ການ​ເປັນ​ມະຕະ​ໃຫ້​ເຮົາ—​ເພື່ອ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ ​ໂດຍ​ການ​ຜ່ານ​ຜ່າ​ການ​ທົດ​ສອບ. ນັ້ນ​ເປັນຄວາມ​ຈິງ​ໃນ​ຊີວິດ​ຄອບຄົວ ບ່ອນ​ທີ່​ຈະ​ພົບ​ເຫັນ​ຄວາມສຸກ​ ​ແລະ ຄວາມ​ໂສກ​ເສົ້າອັນ​ຍິ່ງ​ໃຫຍ່ ​ແລະ ການ​ທ້າ​ທາຍ ຊຶ່ງ​ບາງ​ເທື່ອ​ ​ເບິ່ງ​ຄື​ກັບວ່າ​ເກີນ​ກວ່າ​ເຮົາ​ຈະ​ທົນ​ໄດ້.

ປະທານຈອດ ຄິວ ​ແຄນ​ນັນ ​ໄດ້​ກ່າວ​ກ່ຽວ​ກັບ​ວິທີ​ທີ່​ພຣະ​ເຈົ້າ​ໄດ້​ຕຽມ​ທ່ານ ​ແລະ ຂ້າພະ​ເຈົ້າ ​ແລະ ລູກໆ​ຂອງ​ພວກ​ເຮົາ​ສຳລັບ​ການ​ທົດ​ສອບ​ທີ່​​ເຮົາ​ຈະ​ປະ​ເຊີນ ດັ່ງ​ນີ້: “ພຣະ​ເຈົ້າ​ຮັກ​ທຸກ​ຄົນ. ພຣະອົງ​ບໍ່​​ເຄີຍ​​ເຊົາເປັນ​ຫ່ວງ​ເປັນ​ໄຍ ​ແລະ ທະນຸ​ຖະໜອມ. ​ພຣະອົງ​ບໍ່​ເຄີຍ​​ເຊົາຊ່ອຍ​​​ໃຫ້​ລອດ. ພຣະອົງ​ບໍ່​ເຄີຍ​​ເຊົາ​ສົ່ງ​ທູດ​ຂອງ​ພຣະອົງ​ມາ​ຊ່ອຍ​ເຫລືອ​ເຮົາ. ​ເຮົາ​ອາດ​ຄິດ​ວ່າ ​ເຮົາ​ບໍ່​ດີ​ພໍ​​ໃນ​ສາຍຕາ​ຂອງ​ເຮົາ​ເອງ ​ແລະ ສຳລັບ​ຄົນ​ອື່ນ, ​ແຕ່​ຄວາມ​ຈິງ​ແມ່ນ​ວ່າ ​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ​ແລະ ພຣະອົງ​ໄດ້​ສົ່ງ​ທູດ​ຂອງ​ພຣະອົງ​ມາ—ຜູ້​ເຮົາ​ບໍ່​ສາມາ​ດຫລຽວ​ເຫັນ ທີ່​ເຕັມ​ໄປ​ດ້ວຍອຳນາດ ​ແລະ ​ລິດ​ເດດ—ມາ​ຊ່ອຍ​ເຫລືອ​ເຮົາ, ​ແລະ ພວກ​ເພິ່ນ​ໄດ້​ຄອຍ​ດູ​ແລ​ເຮົາ ​ແລະ ປົກ​ປ້ອງ​ເຮົາ.”2

ສິ່ງ​ທີ່​ປະທານ​ແຄນ​ນັນ ​ໄດ້​ສອນ​ເປັນຄວາມ​ຈິງ. ທ່ານ​ຕ້ອງການ​ຄວາມ​ແນ່​ນອນ​ໃຈນັ້ນ, ດັ່ງ​ທີ່​ຂ້າພະ​ເຈົ້າຕ້ອງການ ​ແລະ ​ໄດ້​ເພິ່ງ​ພາ​ອາ​ໄສ.

ຂ້າພະ​ເຈົ້າ​ໄດ້​ອະທິຖານ​ດ້ວຍ​ສັດທາ​ວ່າ ຄົນ​ທີ່​ຂ້າພະ​ເຈົ້າຮັກ​ຈະ​ສະ​ແຫວ​ງຫາ ​ແລະ ຮູ້ສຶກ​ເຖິງ​ອຳນາດ​ຂອງ​ການ​ຊົດ​ໃຊ້. ຂ້າພະ​ເຈົ້າ​ໄດ້​ອະທິຖານ​ດ້ວຍ​ສັດທາ​ວ່າ ທູດ​ທີ່​ເປັນ​ມະນຸດ ຈະ​ມາ​ຊ່ອຍ​ເຫລືອ​ເຂົາ​ເຈົ້າ, ​ແລະ ພວກ​ເພິ່ນ​ກໍ​ໄດ້​ມາ​ແທ້.

ພຣະ​ເຈົ້າ​ໄດ້​ຈັດ​ວິທີ​ທາງ​ທີ່​ຈະ​ຊ່ອຍ​ເຮົາ​ຜູ້​ເປັນ​ລູກໆ​ຂອງ​ພຣະອົງໃຫ້​ລອດ. ສຳລັບ​ຫລາຍ​ຄົນ, ​ຕ້ອງ​ໄດ້​​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກອ້າຍ​ເອື້ອຍ​ນ້ອງ ຫລື ພໍ່​ຕູ້​ແມ່ຕູ້ຜູ້​ຮັກ​ເຂົາ​ເຈົ້າ ບໍ່​ວ່າ​​ເຂົາ​ເຈົ້າ​ໄດ້​ເຮັດ​ຫຍັງ​ກໍ​ຕາມ.

ຫລາຍ​ປີ​ກ່ອນ ​ເພື່ອນ​ຄົນ​ໜຶ່ງຂອງ​ຂ້າພະ​ເຈົ້າ​ໄດ້​ກ່າວ​ເຖິງ​ແມ່ຕູ້​ຂອງ​ລາວ. ນາງ​ມີ​ຊີວິດ​ຢູ່​ດົນ​ນານ, ຊື່ສັດ​ສະ​ເໝີ​ຕໍ່​ພຣະຜູ້​ເປັນ​ເຈົ້າ ​ແລະ ສາດສະໜາ​ຈັກຂອງ​ພຣະອົງ. ​ແຕ່​ຫລານ​ຊາຍ​ຄົນ​ໜຶ່ງ​ຂອງ​ນາງ​ເລືອກ​ໃຊ້​ຊີວິດ​ເຮັດ​ອາ​ສະ​ຍາ​ກຳ. ລາວ​ຖືກ​ສົ່ງ​ເຂົ້າຄຸກ. ​ເພື່ອນ​ຂອງ​ຂ້າພະ​ເຈົ້າບອກ​ວ່າ ​ແມ່ຕູ້​ຂອງ​ລາວ​ໄດ້​ຂັບ​ລົດ​ໄປ​ຢ້ຽມຢາມ​ຫລານ​ຢູ່​ຄຸກ, ​​​ໄດ້​ຮ້ອງ​ໄຫ້​ດ້ວຍ​ຄວາມທຸກ​ໂສກຕອນ​ອະທິຖານ​ ກ່າວ​ວ່າ, “ຂ້ານ້ອຍ​ໄດ້​ພະຍາຍາມ​ດຳລົງ​ຊີວິດ​ໃນ​ທາງ​ທີ່​ດີ. ​ເປັນ​ຫຍັງ, ​ເປັນ​ຫຍັງ​ຂ້ານ້ອຍຈຶ່ງ​ປະ​ເຊີນ​ກັບ​ບັນຫາ​ທີ່​ໂສກ​ເສົ້າຂອງ​ຫລານ​ຊາຍ ຜູ້​ສະ​ແຫວ​ງ​ຫາທີ່​ຈະ​ທຳລາຍ​ຊີວິດ​ຂອງ​ລາວ​ເອງ?”

ຄຳ​ຕອບ​ໄດ້​ມາສູ່​ຈິດ​ໃຈ​ຂອງ​ນາງ ບອກ​ວ່າ: “​ເຮົາ​ໄດ້​ມອບ​ລາວ​ໃຫ້​ເຈົ້າ ​ເພາະວ່າ​​ເຮົາ​ຮູ້​ວ່າ ​ເຈົ້າຮັກ​ລາວ ບໍ່​ວ່າ​ລາວ​​ໄດ້​ເຮັດ​ຫຍັງ​ກໍ​ຕາມ.”

ມີ​ບົດຮຽນ​ທີ່​ດີ​ເລີດ​ສຳລັບ​ເຮົາ​ທຸກ​ຄົນ. ວິທີ​ທາງ​ສຳລັບ​ພໍ່​ແມ່​ ​ແລະ ພໍ່​ຕູ້​ແມ່ຕູ້ທີ່​ຮັກ​ແພງ ​ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ ຈະ​ບໍ່​ງ່າຍຢູ່​ໃນ​ໂລກ​ທີ່​ເສື່ອ​ມ​ໂຊມ​ນີ້. ​ເຮົາ​ບໍ່​ສາມາດ​ບັງຄັບ​ລູກໆ​ຂອງ​ພຣະ​ເຈົ້າ​ໃຫ້​ເລືອກທາງ​ທີ່​ນຳ​ໄປ​ສູ່​ຄວາມສຸກ. ພຣະ​ເຈົ້າບໍ່​ສາມາດ​ເຮັດ​ແນວ​ນັ້ນ ​ເພາະ​ພຣະອົງ​ໄດ້​ປະທານອຳ​ເພີ​ໃຈ​ໃຫ້​ເຮົາ.

ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ ຮັກ​ລູກ​ໆ​ຂອງ​ພຣະ​ເຈົ້າທຸກ​ຄົນ ບໍ່​ວ່າ​ເຂົາ​ຈະ​ເລືອກ​ເຮັດ​ສິ່ງ​ໃດ ຫລື ​ເຂົາ​ກາຍ​ເປັນ​ຄົນ​ແບບ​ໃດກໍ​ຕາມ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​​ໃຊ້​ແທນ​ບາບ​ທັງ​ໝົດ, ບໍ່​ວ່າ​ຈະ​ຮ້າຍ​ແຮງ​ຫລາຍປານ​ໃດ​ກໍ​ຕາມ. ​ເຖິງ​ແມ່ນ​ຈະ​ຕ້ອງ​​ເປັນ​ໄປ​ຕາມ​ຄວາມ​ຍຸດຕິ​ທຳ, ​ແຕ່​ໂອກາດ​ສຳລັບ​ຄວາມ​ເມດ​ຕາ​​ໄດ້​ຖືກ​ມອບ​ໃຫ້ ​ຊຶ່ງ​ບໍ່​ສາມາດ​ຂະ​ໂມ​ຍຄວາມ​ຍຸດຕິ​ທຳ​ໄປ.

​ແອວ​ມາ​ໄດ້​ກ່າວ​​ເຖິງ​ຄວາມ​ຫວັງ​ນັ້ນກັບ​​ໂຄຣິ​ແອນ​ທັນ ລູກ​ຊາຍ​ຂອງ​ເພິ່ນ ​ໃນ​ຖ້ອຍ​ຄຳ​ເຫລົ່າ​ນີ້: “ສະນັ້ນ, ຕາມ​ຄວາມ​ຍຸດ​ຕິ​ທຳ​ແລ້ວ, ແຜນ​ແຫ່ງການ​ໄຖ່​ຈະ​ເກີດ​ຂຶ້ນບໍ່​ໄດ້, ເວັ້ນ​ເສຍ​ແຕ່​ໂດຍ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ​ຂອງ​ມະນຸດ​ໃນ​ສະພາບ​ແຫ່ງ​ການ​ທົດ​ລອງ​ນີ້, ແທ້​ຈິງ​ແລ້ວ, ສະພາບ​ແຫ່ງ​ການ​ທົດ​ລອງ​ນີ້; ເພາະ​ຖ້າ​ຫາກ​ມັນ​ບໍ່​ເປັນ​ໄປ​ຕາມ​ເງື່ອນ​ໄຂ​ເຫລົ່າ​ນີ້, ຄວາມ​ເມດ​ຕາ​ຈະ​ເກີດ​ຜົນ​ບໍ່​ໄດ້​ເວັ້ນ​ເສຍ​ແຕ່​ຈະ​ທຳລາຍ​ວຽກ​ງານ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ເສຍ. ບັດ​ນີ້​ວຽກ​ງານ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ຈະ​ຖືກ​ທຳລາຍ​ບໍ່​ໄດ້; ຖ້າ​ຫາກ​ເປັນ​ເຊັ່ນ​ນັ້ນ, ພຣະ​ເຈົ້າກໍ​ຈະ​ເລີກ​ເປັນ​ພຣະ​ເຈົ້າ.”3

ຂ່າວສານ​ຂອງ​ຂ້າພະ​ເຈົ້າຕໍ່​ຫລານ​ທັງຫລາຍ​ຂອງ​ຂ້າພະ​ເຈົ້າ​ໃນ​ຕອນ​ນັ້ນ, ​ແລະ ຕໍ່​ທຸກ​ຄົນ​ໃນ​ພວກ​ເຮົາ​ທີ່​ພະຍາຍາມ​ສ້າງ​ຄອບຄົວ​ນິລັນດອນ, ​ແມ່ນ​ວ່າ ຜູ້​ທີ່​ຊື່ສັດ​ຈະ​ໄດ້​ຮັບ​ຄວາມສຸກ​ຢ່າງ​ແນ່ນອນ. ກ່ອນ​ໂລກ​ມີ​ມາ, ພຣະບິດາ​ເທິງສະຫວັນ​ ​ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງມີ​ຄວາມ​ຮັກ ​ແລະ ​ໄດ້​ໃຊ້​ຄວາມ​ພະຍາຍາມກັບ​ຜູ້​ທີ່​ພວກ​ພຣະອົງ​ຮູ້​ວ່າ ຈະ​ອອກ​ນອກ​ທາງ​ໄປ. ພຣະ​ເຈົ້າຈະ​ຮັກ​ເຂົາ​ເຈົ້າຕະຫລອ​ດ​ໄປ.

ທ່ານ​​ໂຊກ​ດີ​ຫລາຍ​ທີ່​ຮູ້​ວ່າ ​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ແຜນ​ແຫ່ງ​ຄວາມ​ລອດ ຈາກ​ການ​ສອນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຢູ່​ໃນ​ໂລກ​ກ່ອນ​ເກີດ. ​ເຂົາ​ເຈົ້າ ​ແລະ ທ່ານ​ຊື່ສັດ​ພຽງພໍ​ທີ່​ຈະ​ຖືກ​ສົ່ງ​ມາສູ່​ໂລກ​ນີ້ ​ໃນ​ຂະນະ​ທີ່​ຜູ້​ອື່ນ​ບໍ່​ໄດ້​ຖືກ​ສົ່ງ​ມາ.

ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະວິນ​ຍານ​ບໍລິສຸດ, ຄວາມ​ຈິງ​ທັງ​ໝົດ​ຈະ​ຖືກ​ນຳ​ມາສູ່​ຄວາມ​ຊົງ​ຈຳ. ​ເຮົາ​ບໍ່​ສາມາດ​ບັງຄັບ​ຄົນ​ອື່ນ, ​ແຕ່​ເຮົາ​ສາມາດ​ປ່ອຍ​ໃຫ້​ເຂົາ​ເຈົ້າ​ເຫັນ​ພຣະວິນ​ຍານ​ຢູ່​ໃນ​ຊີວິດ​ຂອງ​ເຮົາ. ​ເຮົາ​ສາມາດ​ກ້າຫານ​ຈາກ​ຄວາມ​ໝັ້ນ​ໃຈ​ວ່າ ​ເຮົາ​ທຸກ​ຄົນ​ຄັ້ງໜຶ່ງ​ເຄີຍ​ມີ​ຄວາມສຸກ​ນຳ​ກັນ ຕອນ​ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ພຣະບິດາ​ເທິງ​ສະຫວັນ. ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະ​ເຈົ້າ ​ເຮົາ​ທຸກ​ຄົນ​ສາມາດ​ຮູ້ສຶກ​ເຖິງ​ຄວາມ​ຫວັງ​ນັ້ນ ​ແລະ ຄວາມ​ສຸກ​ນັ້ນອີກ. ຂ້າພະ​ເຈົ້າອະທິຖານ​ຂໍ​ໃຫ້​​ເປັນ​ເຊັ່ນ​ນັ້ນສຳລັບ​ເຮົາ​ທຸກ​ຄົນ, ​ໃນ​ພຣະນາມ​ຂອງອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ອາແມນ.