​2010–2019
ຜູ້​ລ້ຽງ​ທີ່​ແທ້​ຈິງ
ຕຸລາ 2013


ຜູ້​ລ້ຽງ​​ທີ່​ແທ້​ຈິງ

ການສອນ​ປະຈຳ​ບ້ານ​ຈະ​ຕອບ​ຄຳ​ອະ​ທິຖານ​ຂອງ​ຫລາຍ​ຄົນ ​ແລະ ອະນຸຍາດ​ໃຫ້​ເຮົາ​ເຫັນ​ການ​ປ່ຽນ​ແປງ ຊຶ່ງ​ສາມາດ​ເກີດ​ຂຶ້ນຢູ່​ໃນ​ຊີວິດ​ຂອງ​ຜູ້​ຄົນ​.

ຄ່ຳ​ຄືນ​ນີ້​ຢູ່​ໃນ​ສູນ​ກາງ​ປະຊຸມ​ໃຫຍ່​ໃນ​ເມືອງ​ເຊົາ​ເລັກ ​ແລະ ​ໃນ​ສະຖານ​ທີ່​ຕ່າງໆ​ທັງ​ໄກ ​ແລະ ​ໃກ້ ກໍ​ມີ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ​ໄດ້​ມາ​ຮ່ວມ​ປະຊຸມ​ນຳ​ກັນ. ທ່ານ “​ເປັນ​ຖານະ​ປະ​ໂລຫິດ​ທີ່​ມີ​ກຽດ​ແທ້ໆ”—​ແມ່ນ​ແຕ່​ເປັນ “ລຸ້ນທີ່​ຖືກ​ເລືອກ​ໄວ້,” ດັ່ງ​ທີ່​ອັກຄະ​ສາວົກ​ເປ​ໂຕ​ໄດ້​ປະກາດ​.1 ຖື​ວ່າ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ຂ້າພະ​ເຈົ້າສາມາດ​ມາ​ກ່າວ​ກັບ​ທ່ານ.

ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ, ​ທຸກ​ລະດູ​ແລ້ງ ຄອບຄົວ​ຂອງ​ພວກ​ເຮົາ​ຈະ​ຂັບ​ລົດ​ຂຶ້ນຫ່ອມພູ ​ໂພຣ​ໂວ, ປະມານ 72 ກິ​ໂລ​ແມັດ ຢູ່​ທາງ​ຕາ​ເວັນ​ອອກສຽງ​​ໃຕ້​ຂອງ​ເມືອງ​ເຊົາ​ເລັກ, ບ່ອນ​ທີ່​ພວກ​ເຮົາ​ໄດ້​ພັກ​ເຊົາ​ຢູ່​ເຮືອນ​ພັກ​ແລ້ງ​ເປັນ​ເວລາ​ຫລາຍ​ອາທິດ. ພວກ​​ເຮົາ​ເດັກນ້ອຍ​ຜູ້​ຊາຍ​ກໍ​ຕື່ນ​ເຕັ້ນຫລາຍ​ທີ່​ຈະ​ໄດ້​ໄປ​ຕຶກ​ເບັດ​ຢູ່​ຫ້ວຍ ຫລື ອ່າງສະ​ອາບນ້ຳ, ​ແລະ ພວກ​ເຮົາ​ໄດ້​ພະຍາຍາມ​ຢາກ​ໃຫ້​ລົດ​​ໄປ​ເຖິງ​ໄວ​ໆ​. ​ໃນ​ສະ​ໄໝ​ນັ້ນ ລົດ​ທີ່​ພໍ່​ຂອງ​ຂ້າພະ​ເຈົ້າຂັບ​ແມ່ນ​ຍີ່​ຫໍ້ 1928 Oldsmobile. ຖ້າ​ຫາກ​ລົດ​​ແລ່ນ​ໄວ​ກວ່າ 56 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ​ແມ່​ຂອງ​ຂ້າພະ​ເຈົ້າຈະ​ເວົ້າວ່າ, “ຢ່າ​ຂັບ​ໄວ​ຫລາຍ! ຢ່າ​ຂັບ​ໄວ​ຫລາຍ!” ຂ້າພະ​ເຈົ້າ​ໄດ້​ເວົ້າວ່າ, “ຢຽບ​ຄັນ​ເລັ່ງ, ພໍ່! ຢຽບ​ຄັນ​ເລັ່ງ!”

ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຂັບ​ໄປ​ປະມານ 56 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຕະຫລອດ​ທາງ​ຈົນ​ໄປ​ເຖິງ​ຫ່ອມພູ ​ໂພຣ​ໂວ ຫລື​ ຈົນ​​ໄປ​ເຖິງ​ທາງ​ໃກ້​ຈະ​ຮອດ ​ແລ້ວ​ລົດ​ກໍ​ຕ້ອງ​ໄດ້​ຢຸດຢູ່ ​ເພາະ​ຝູງ​ແກະ​ຝູງ​ໃຫຍ່​ຢູ່​ໃນ​ເສັ້ນທາງ. ພວກ​ເຮົາ​ໄດ້​ພາກັນ​​ເບິ່ງ​ຝູງ​ແກະ​​ເປັນ​ຮ້ອຍໆ​ຍ່າງ​ຜ່ານ​ກາຍ​ພວກ​ເຮົາ, ​ເບິ່ງ​ຄື​ວ່າ​ບໍ່​ມີ​ຜູ້​ລ້ຽງ, ມີ​ໝາ​ສອງ​ສາມ​ໂຕ​ເຫົ່າ​ໃສ່​ຝູງ​ແກະ ​ເພື່ອ​ໃຫ້​ພວກ​ມັນ​ຍ່າງ​ໄປ. ຢູ່​ຂ້າງ​ຫລັງ​ຂອງ​ຝູງ​ແກະ​ເຫລົ່ານັ້ນ ພວກ​ເຮົາ​ຫລຽວ​ເຫັນ​ຜູ້​ລ້ຽງ​ນັ່ງ​ຢູ່​ເທິງ​ມ້າ—ບໍ່​ແມ່ນ​ສາຍ​ບັງ​ຫຽນຢູ່​ເທິງ​ມັນ ​ແຕ່​ແມ່ນ​ເຊືອກ​ສຳລັບ​ຜູກ​ມ້າ. ບາງ​ເທື່ອ​ລາວ​ກໍ​ເຊືອບ​ຫລັບໄປ​ຢູ່​ເທິງ​ຫລັງ​ມ້າ ​ເພາະ​ໂຕ​ມ້າ​ຮູ້ຈັກ​ທາງ​​ໄປ ​ແລະ ໝາ​ກໍ​​ທຳ​ງານ​ຂອງ​ພວກ​ມັນ.

​​ແຕກ​ຕ່າງ​ກັບ​ພາບ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ​ຢູ່​ເມືອງມູນິກ, ປະ​ເທດ​ເຢຍລະ​ມັນ, ຫລາຍ​ປີກ່ອນ.​ ມັນ​ເປັນ​ຕອນ​ເຊົ້າຂອງ​ວັນ​ອາທິດ, ​ແລະ ພວກ​ເຮົາ​ພວມ​ເດີນທາງ​ໄປ​ກອງ​ປະຊຸມ​ຜູ້​ສອນ​ສາດສະໜາ. ​​ເມື່ອ​ຂ້າພະ​ເຈົ້າຫລຽວ​ອອກ​ຈາກ​ລົດ​ຂອງ​ປະທານ​ເຜີຍ​ແຜ່, ຂ້າພະ​ເຈົ້າ​ໄດ້​ຫລຽວ​ເຫັນ​ຜູ້​ລ້ຽງ​ຖື​ໄມ້ຄ້ອນ​ເທົ້າ, ນຳພາ ​ຝູງ​ແກະ​ໄປ. ພວກ​ມັນ​ໄດ້​ຕິດຕາມ​ລາວ​ໄປ ບໍ່​ວ່າ​ລາວ​ຈະ​ໄປ​ທາງ​​ໃດ​ກໍ​ຕາມ. ຖ້າ​ຫາກ​ລາວ​ຍ່າງ​ໄປ​ທາງ​ຊ້າຍ, ພວກມັນ​ກໍ​ຍ່າງ​ໄປ​ທາງ​ຊ້າຍ. ຖ້າ​ຫາກ​ລາວ​ຍ່າງ​ໄປ​ທາງ​ຂວາ​, ພວກ​ມັນ​ກໍ​ຍ່າງ​ໄປນຳ​ລາວ. ຂ້າພະ​ເຈົ້າ​ປຽບທຽບ​ລະຫວ່າງຜູ້​ລ້ຽງ​ທີ່​ນຳພາ​ຝູງ​ແກະ​ໄປ ​ແລະ ຜູ້​ລ້ຽງ​ທີ່​ຂີ່​ມ້າ​ຕາມ​ຫລັງ​ຝູງ​ແກະ​ໄປ.

ພຣະ​ເຢຊູ​ໄດ້​ກ່າວ​ວ່າ, “​ເຮົາ​ແມ່ນ​ຜູ້​ລ້ຽງ​ທີ່​ດີ, ​ແລະ ຮູ້ຈັກ​ຝູງ​ແກະ​ຂອງ​ເຮົາ.”2 ພຣະອົງ​ໄດ້​ຕັ້ງຕົວຢ່າງ​ຂອງ​ການ​ເປັນ​ຜູ້​ລ້ຽງ​ທີ່​ດີ​ໄວ້​ໃຫ້​ເຮົາ.

ອ້າຍ​ນ້ອງ​ທັງຫລາຍ, ​ໃນ​ຖານະ​ທີ່​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ ​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ຂອງ​ການ​ເປັນ​ຜູ້​ລ້ຽງ. ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້ຈັດ​ແນວທາງ​ຊີ້​ນຳ​ໄວ້ ​ຊຶ່ງ​ໂດຍ​ການ​ນັ້ນ​ເຮົາ​ຈະ​ໄດ້​ເປັນ​ຜູ້​ລ້ຽງ​ຕໍ່​ຄອບຄົວ​ຂອງ​ສາດສະໜາ​ຈັກ, ບ່ອນ​ທີ່​ເຮົາ​ສາມາດ​ຮັບ​ໃຊ້, ສາມາດ​ສອນ, ​ແລະ ສາມາດ​ເປັນ​ພະຍານ​ຕໍ່​ເຂົາ​ເຈົ້າ. ສິ່ງ​ດັ່ງກ່າວ​ເອີ້ນ​ວ່າ ການ​ສອນ​ປະຈຳ​ບ້ານ, ​ແລະ ຂ້າພະ​ເຈົ້າຢາກ​ຈະ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ກັບ​ທ່ານ​ໃນ​​ແລງ​ມື້​ນີ້.

ອະທິການ​ຂອງ​ແຕ່​ລະ​ຫວອດ​ໃນ​ສາດ​ສະໜາ​ຈັກ​ຈະ​ຄວບ​ຄຸມ​ການມອບ​ໝາຍ​ຜູ້ນຳ​ຖານະ​ປະ​ໂລຫິດ​ໃຫ້​ເປັນ​ຄູ​ສອນ​ປະຈຳ​ບ້ານ ​ເພື່ອ​ໄປ​ຢ້ຽມຢາມ​ບ້ານຂອງ​ສະມາຊິກ​ທຸກໆ​​ເດືອນ. ​ເຂົາ​ເຈົ້າຈະ​ໄປ​ເປັນ​ຄູ່. ​ເມື່ອ​ເປັນ​ໄປ​ໄດ້, ຊາຍ​ໜຸ່ມຄົນ​ໜຶ່ງ​ທີ່​ເປັນ​ປະ​ໂລຫິດ ຫລື ຄູ​ສອນ ​ໃນ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ຈະ​ໄປ​ນຳ​ຜູ້​ໃຫຍ່​ທີ່​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ​ເມື່ອ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ຄົນ​ເຫລົ່ານັ້ນ ຜູ້​ທີ່​ເຂົາ​ເຈົ້າຮັບຜິດຊອບ, ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຄວນ​ນຳພາ​ການ​ສອນ​ທີ່​ເກີດ​ຂຶ້ນຢູ່​ໃນ​ບ້ານນັ້ນ. ການ​ມອບ​ໝາຍ​ເຊັ່ນ​ນັ້ນ ຈະ​ຊ່ອຍ​ຕຽມ​ຊາຍ​ໜຸ່ມ​ສຳລັບ​ການ​ເຜີຍ​ແຜ່, ​ແມ່ນ​ແຕ່​ສຳລັບ​ການ​ຮັບ​ໃຊ້​ໃນ​ຖານະ​ປະ​ໂລຫິດ​ຕະຫລອດ​ຊີວິດ.

​ໂຄງການ​ສອນ​ປະຈຳ​ບ້ານ​​ເປັນ​ການ​ຕອບ​ຮັບ​ການ​ເປີດ​ເຜີຍ​​ສຳລັບ​ສະ​ໄໝ​ໃໝ່, ມອບ​ໝາ​ຍ​ໃຫ້​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ ​ເພື່ອ​ໃຫ້ສອນ, ຊີ້​ແຈງ, ​ແນະນຳ, ​ໃຫ້ບັບຕິ​ສະມາ ... ແລະ ຢ້ຽມຢາມບ້ານ​ເຮືອນຂອງສະມາຊິກ​ແຕ່ລະຄົນ, ​ແລະ ​ແນະນຳ​ເຂົາ​ໃຫ້ອະທິຖານອອກສຽງ ​ແລະ ​ໃນ​ບ່ອນ​ລັບ​ລີ້ ​ແລະ ​ເຮັດ​ໜ້າ​ທີ່​ທຸກຢ່າງໃນຄອບຄົວ​, … ດູ​ແລ​ສາດສະໜາ​ຈັກ​ສະ​ເໝີ,​ ຢູ່​ກັບ​ເຂົາ ​ແລະ ​ໃຫ້​ກຳລັງ​ໃຈ; ແລະ ເບິ່ງວ່າບໍ່​ມີ​ຄວາມ​ຊົ່ວຮ້າຍ​ຢູ່​ໃນສາດສະໜາ​ຈັກ, ທັງ​ບໍ່ໃຫ້​ມີ​ຄວາມເຄືອ​ງ​ແຄ້ນ​ກັນ, ທັງ​ບໍ່​ໃຫ້​ເວົ້າ​ຕົວະ, ​ເວົ້າລັບຫລັງ, ຫລື ​ເວົ້າ​ຈາ​ບໍ່​ດີ.”3

ປະທານ​ເດ​ວິດ ໂອ ​ມິກ​ເຄ ​ໄດ້​ແນະນຳ​ວ່າ “ການ​ສອນ​ປະຈຳ​ບ້ານ​ເປັນ​​ໂອກາດ​ດ່ວນ ​ແລະ ​ໃຫ້​ຄວາມ​ພໍ​ໃຈ​ຫລາຍ ທີ່​ຈະ​ບຳລຸງ​ລ້ຽງ ​ແລະ ດົນ​ໃຈ, ທີ່​ຈະ​ແນະນຳ ​ແລະ ຊີ້​ນຳ​ລູກໆ​ຂອງ​ພຣະບິດາ​ຂອງ​ເຮົາ. … ມັນ​ເປັນ​ການ​ຮັບ​ໃຊ້​ແຫ່ງ​ສະຫວັນ, ​ເປັນ​ການ​ເອີ້ນ​ຈາກ​ສະຫວັນ. ມັນ​ເປັນ​ໜ້າ​ທີ່​ຂອງ​ເຮົາ​ທີ່​ຈະ​ເປັນ​ຄູ​ສອນ​ປະຈຳ​ບ້ານ ​ເພື່ອ​ນຳ … ພຣະວິນ​ຍານ​ໄປ​ຫາ​ແຕ່​ລະ​ບ້ານ​ເຮືອນ ​ແລະ ຫົວ​ໃຈ. ການ​ຮັກ​ວຽກ​ງານ ​ແລະ ​ເຮັດ​ໃຫ້​ດີ​ທີ່​ສຸດ ຈະ​ນຳ​ຄວາມ​ສະຫງົບອັນ​ບໍ່​ມີ​ຂອບ​ເຂດ​, ຄວາມສຸກ, ​ແລະ ຄວາມ​ເພິ່ງ​ພໍ​ໃຈ​ມາ​ໃຫ້​ຄູ​ສອນ​ທີ່ມີ​ກຽດ ​ແລະ ອຸທິດ​ຕົນ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ.”4

ຈາກ​ພຣະຄຳ​ພີ​ມໍ​ມອນ ​ເຮົາ​ອ່ານ​ວ່າ ​ແອວ​ມາ “ໄດ້​ແຕ່ງຕັ້ງ​ປະໂລຫິດ ແລະ ຜູ້​ສອນ​ທັງ​ໝົດ​ຂອງ​ເພິ່ນ ແຕ່​ບໍ່​ມີ​ຄົນໃດ​ໄດ້​ຮັບ​ການ​ແຕ່ງຕັ້ງ​ຍົກເວັ້ນ​ແຕ່​ຈະ​ເປັນ​ຄົນ​ຊອບ​ທຳ​ເທົ່າ​ນັ້ນ.

“ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ດູ​ແລ​ຜູ້ຄົນ​ຂອງ​ພວກ​ເຂົາ, ແລະ ໄດ້​ບຳລຸງ​ລ້ຽງ​ຜູ້ຄົນ​ເຫລົ່ານັ້ນ​ໃນ​ສິ່ງ​ທີ່​ຊອບ​ທຳ.”5

​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ສອນ​ປະຈຳ​ບ້ານ​ຂອງ​ເຮົາ, ​ເຮົາ​ສະຫລາດ​​ຖ້າ​ຫາກ​ເຮົາຮຽນ​ຮູ້ ​ແລະ ​ເຂົ້າ​ໃຈ​ການ​ທ້າ​ທາຍ​ຂອງ​ສະມາຊິກ​ໃນ​ແຕ່​ລະ​ຄອບຄົວ, ​ເພື່ອ​ວ່າ​ເຮົາ​ຈະ​​ເຮັດ​ໄດ້​ດີ​ໃນ​ການ​ໃຫ້​ຄວາມ​ຊ່ອຍ​ເຫລືອ.

ການ​ສອນ​ປະຈຳ​ບ້ານ​ຈະ​ບັນລຸ​ຜົນສຳ​ເລັດ​ຖ້າ​ຫາກ​ໄດ້​ນັດ​ໝາຍ​ໄວ້​ລ່ວງ​ໜ້າ. ​ໃນ​ການສະ​ແດງ​ໃຫ້​ແຈ່ມ​ແຈ້ງກ່ຽວ​ກັບ​ເລື່ອງ​ນີ້, ຂ້າພະ​ເຈົ້າ​ຂໍແບ່ງປັນ​ປະສົບ​ການ​ຢ່າງ​ໜຶ່ງ​ທີ່​ຂ້າພະ​ເຈົ້າ​ເຄີຍ​ມີ​​ໃນ​ຫລາຍ​ປີ​ກ່ອນ. ​ໃນ​ເວລາ​ນັ້ນ ຄະນະ​ກຳມະການ​ສູງ​ສຸດ​ຂອງ​ຜູ້​ສອນ​ສາດສະໜາ​ແມ່ນ​ ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ, ກໍ​ດອນ ບີ ຮິງ​ລີ, ​ແລະ ທອມ​ມັສ ​ແອັສ ມອນ​ສັນ. ​ແລງ​ຄືນ​ໜຶ່ງ ບະ​ລາ​ເດີ ​ແລະ ຊິດ​ສະ​ເຕີ ຮິງ​ລີ ​ໄດ້​​ເຊີນ​ຄະນະ​ກຳ​ມະການ​ພ້ອມ​ດ້ວຍ​ພັນ​ລະ​ຍາໄປ​ຮ່ວມ​ຮັບ​ປະທານ​ອາຫານ​ຢູ່​ບ້ານ​ເພິ່ນ. ພວກ​ເຮົາ​ຫາ​ກໍ​ກິນ​ແລ້ວ ​ເມື່ອ​ມີ​ຄົນ​ມາ​ເຄາະ​ປະຕູ. ປະທານ​ຮິງລີ​ໄດ້​ເປີດ​ປະຕູ ​ແລະ ​​ເຫັນ​ຄູ​ສອນ​ປະຈຳ​ບ້ານ​ຂອງ​ເພິ່ນ​ຢືນ​ຢູ່. ຄູ​ສອນ​ປະຈຳ​ບ້ານ​ໄດ້​ເວົ້າວ່າ, “ຂ້ານ້ອຍ​ຮູ້​ວ່າ ຂ້ານ້ອຍ​ບໍ່​ໄດ້​ນັດ​ໝາຍ​ລ່ວງ​ໜ້າ, ​ແລະ ຄູ່​ສອນ​ຂອງ​ຂ້ານ້ອຍ​ບໍ່​ໄດ້​ມາ​ນຳ, ​ແຕ່​ຂ້ານ້ອຍ​ຮູ້ສຶກ​ວ່າ​ຂ້ານ້ອຍ​ຄວນ​ມາ​ມື້​ນີ້. ຂ້ານ້ອຍ​ບໍ່​ຮູ້​ວ່າ​ທ່ານ​ມີ​ແຂກ.”

ດ້ວຍ​ຄວາມ​ສຸພາບ ປະທານຮິງ​ລີໄດ້​ເຊື້ອ​ເຊີນ​ຄູ​ສອນ​ປະຈຳ​ບ້ານ​ເຂົ້າ​ໄປ​ໃນ​ເຮືອນ​ເພິ່ນ ​ເພື່ອ​ເຂົ້າ​ໄປ​ນັ່ງ ​ແລະ ​ແນະນຳ​ອັກຄະ​ສາວົກ​ສາມ​ຄົນ​ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ​ກ່ຽວ​ກັບ​ໜ້າ​ທີ່​ຂອງ​ພວກ​ເຮົາ ​​ໃນ​ຖານະ​ທີ່​ເປັນ​ສະມາຊິກ. ດ້ວຍ​ຄວາມ​ຢ້ານ​ກົວ​ເລັກ​ນ້ອຍ, ຄູ​ສອນ​ປະຈຳ​ບ້ານ​ໄດ້​ສອນ​​ຈົນ​ສຸດ​ຄວາມ​ສາມາດຂອງ​ລາວ. ປະທານຮິງ​ລີ ​ໄດ້​ຂອບ​ໃຈລາວ​ທີ່​ມາ, ຫລັງ​ຈາກ​ນັ້ນລາວ​ກໍ​ໄດ້​ກັບ​ອອກ​ເມືອ​ຢ່າງ​ໄວ.

ຂ້າພະ​ເຈົ້າ​ໄດ້​ກ່າວ​ເຖິງ​ຕົວຢ່າງ​ໜຶ່ງ​ທີ່​ບໍ່​ຖືກຕ້ອງ​ໃນ​ການ​ບັນລຸ​ການ​ສອນ​ປະຈຳ​ບ້ານ. ປະທານ​ແມຣິອອນ ຈີ ຣອມນີ, ຜູ້​ຊຶ່ງ​ເປັນ​ທີ່​ປຶກສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ສູງ​ສຸດ​ໃນ​ຫລາຍ​ປີ​ກ່ອນ, ​​ເຄີຍ​ໄດ້​ບອກ​ກ່ຽວ​ກັບ​ຄູ​ສອນ​ປະຈຳ​ບ້ານ​ຂອງ​ເພິ່ນ ຜູ້​ຄັ້ງໜຶ່ງ​ເຄີຍ​ໄດ້​ມາ​ບ້ານ​ຂອງ​ເພິ່ນ ​ໃນ​​ຄ່ຳ​ຄືນ​ຂອງ​ມື້​ທີ່​ໜາວ​ເຢັນ. ລາວ​ໄດ້​ຈັບ​ໝວກ​ໄວ້ ​ແລະ ສັ່ນ​ສາຍ​ຕອນ​ຖືກ​ເຊື້ອ​ເຊີ​ນ​ໃຫ້​ນັ່ງ​ລົງ ​ແລະ ​ແບ່ງປັນ​ຂ່າວສານ. ລາວ​ຢືນ​ຢູ່ ​ແລະ ​ເວົ້າວ່າ, “ບະ​ລາ​ເດີ​ ຣອມນີ, ຂ້າງ​ນອກ​ແມ່ນ​ໜາວ​ຫລາຍ, ​ແລະ ຂ້ານ້ອຍ​ໄດ້​ຕິດ​ຈັກ​ລົດ​ໄວ້ ​ເພື່ອ​ລົດ​ຊິ​ບໍ່​ຕາຍ. ຂ້ານ້ອຍ​ໄດ້​ມາ​ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ບອກ​ອະທິການ​ວ່າ ຂ້ານ້ອຍ​ໄດ້​ມາ​ຢ້ຽມຢາມ​ທ່ານ.”6

ປະທານ​ເອສະຣາ ​ແທັບ ​ເບັນ​ສັນ, ຫລັງ​ຈາກ​ໄດ້​ເລົ່າ​ປະສົບ​ການ​ຂອງ​ປ​ະທານຣອມນີຢູ່​ໃນ​ການ​ປະຊຸມ​ຖານະ​ປະ​ໂລຫິດ​ແລ້ວ, ເພິ່ນ​ໄດ້ກ່າວ​ວ່າ, “​ເຮົາ​ສາມາດ​ເຮັດ​ໄດ້​ດີ​ກ່ອນ​ນັ້ນ, ອ້າຍ​ນ້ອງ​ທັງຫລາຍ—ດີກ່ອນ​ນັ້ນ!”7 ຂ້າພະ​ເຈົ້າກໍ​ເຫັນ​ດ້ວຍ.

ການ​ສອນ​ປະຈຳ​ບ້ານ ​ແມ່ນ​ເກີນ​ກວ່າ​ການ​ໄປ​ຢ້ຽມຢາມ​ແບບ​ບໍ່​ມີ​ຄວາມ​ຮູ້ສຶກ​ໃນ​ແຕ່ລະ​ເດືອນ. ການ​ຢ້ຽມຢາມ​ຂອງ​ເຮົາ​ເປັນ​ໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ສອນ, ດົນ​ໃຈ, ​ແລະ ສົ່ງ​ເສີມ ​ແລະ ບ່ອນ​ທີ່​ເຮົາ​ຢ້ຽມຢາມ​ຜູ້​ທີ່​ບໍ່​ເຂັ້ມ​ແຂງ, ​ເພື່ອ​ນຳ​ເຂົາ​ເຈົ້າກັບ​ຄືນ​ມາ ​ແລະ ​ເພື່ອ​ນຳ​ຄວາມ​ສູງ​ສົ່ງ​ມາ​ໃຫ້​ບຸດ ​ແລະ ທິດາ​ຂອງ​ພຣະ​ເຈົ້າ.

​ເພື່ອ​ຊ່ອຍ​​ເຫລືອ​ໃນ​ວຽກ​ງານ​ນີ້, ຂ້າພະ​ເຈົ້າຂໍ​​ແບ່ງປັນ​ຄຳ​ແນະນຳ​ທີ່​ສະຫລາດ​ ຊຶ່ງ​ສາມາດ​ນຳ​ໃຊ້​ຢູ່​ໃນ​ການ​ສອນ​ປະຈຳ​ບ້ານ​ໄດ້. ມັນ​ມາ​ຈາກທ່ານ​ອັບຣາຮາມ ລິງ​ກັນ, ຜູ້​ທີ່ໄດ້​ກ່າວ​ວ່າ: “ຖ້າ​ຫາກ​ທ່ານຈະ​ມີ​ຄົນ​ມາ​ຮ່ວມ​ອຸດົມ​ການ​ຂອງ​ທ່ານ, ທຳ​ອິດ ທ່ານ​ຕ້ອງ​ໃຫ້​ເຂົາ​ແນ່​ໃຈ​ວ່າ​ທ່ານ​ເປັນ​ເພື່ອນ​ທີ່​ຈິງ​ໃຈ​ຂອງ​ເຂົາ.”8 ປະທານ​ເອສະຣາ ​ແທັບ ​ເບັນ​ສັນ ​ໄດ້​ແນະນຳ​ວ່າ: “​​​ເໜືອ​ທຸກ​ສິ່ງ​ທັງ​ປວງ, ຈົ່ງ​ເປັນ​ເພື່ອນ​ທີ່​ແທ້​ຈິງຕໍ່​ບຸກຄົນ ​ແລະ ຄອບຄົວ​ທີ່​ທ່ານ​ສອນ. … ເພື່ອນ​ຈະເຮັດ​ຫລາຍ​ກວ່າ​ໜ້າ​ທີ່​ເມື່ອ​ໄປ​ຢ້ຽມຢາມ​ແຕ່ລະ​ເດືອນ. ​ເພື່ອນ​ຈະ​ຢາກ​ຊ່ອຍ​ເຫລືອ​ລ້າໆຫລາຍ​ກວ່າ​ການ​ຄິດ​ຢາກ​ໄດ້ຜົນ​ປະ​ໂຫຍ​ດຈາກ​ຜູ້​ຄົນ. ​ເພື່ອນ​ຈະ​ເປັນ​ຫ່ວງ​ເປັນ​ໄຍ. ​ເພື່ອນ​ຈະ​ສະ​ແດງ​ຄວາມ​ຮັກ. ​ເພື່ອນຈະ​ຟັງ ​ແລະ ​ເພື່ອນ​ຈະ​ເອື້ອມ​ອອກ​​ໄປຫາ.”9

ການສອນ​ປະຈຳ​ບ້ານ​ຈະ​ຕອບ​ຄຳ​ອະທິ​ຖານ​ຂອງ​ຫລາຍ​ຄົນ ​ແລະ ອະນຸຍາດ​ໃຫ້​ເຮົາ​ເຫັນ​ການ​ປ່ຽນ​ແປງ ຊຶ່ງ​ສາມາດ​ເກີດ​ຂຶ້ນຢູ່​ໃນ​ຊີວິດ​ຂອງ​ຜູ້​ຄົນ​.

ຕົວຢ່າງ​ໜຶ່ງ​ກ່ຽວ​ກັບ​ເລື່ອງ​ນີ້ແມ່ນ ດິກ ​ແຮມ​​ເມີ, ຜູ້​ໄດ້​ມາ​ລັດຢູທານຳ​ໂຄງການອະນຸ​ລັກ​ທຳ​ມະ​ຊາດຝ່າຍ​ພົນລະ​ເຮືອນ​ໃນ​ໄລຍະ​ເສດຖະກິດ​ຕົກ​ຕ່ຳ. ​ລາວ​ໄດ້​ພົບ​ຍິງ​ສາວ​ຄົນ​ມໍ​ມອນ​ຄົນ​ໜຶ່ງ ​ແລະ ​ໄດ້​ແຕ່ງງານ​ກັນ. ລາວ​ໄດ້​ເປີດ​ຮ້ານ​ອາຫານ​ຊື່ Dick’s Café ຢູ່​ເມືອງ ​ເຊັ້ນ ຈອດ, ລັດຢູທາ, ຊຶ່ງ​ໄດ້​ກາຍ​ເປັນ​ຮ້ານ​ທີ່ ໂດ່​ງດັງ.

ວິວລາດ ມາຍ, ​ເພື່ອນ​ຂອງ​ຂ້າພະ​ເຈົ້າ ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ເປັນ​ຄູ​ສອນ​ປະຈຳ​ບ້ານ​ຂອງ​ຄອບຄົວ ​ແຮມເມີ. ​​ເພາະຂ້າພະ​ເຈົ້າຮູ້ຈັກ ດິກ ​ແຮມ​​ເມີ ຄື​ກັນ, ​ໂດຍ​ທີ່​ເຄີຍ​ໄດ້​ພິມ​ໃບ​ລາຍການ​ອາຫານ​ໃຫ້​ຮ້ານ​ອາຫານ​ຂອງ​ລາວ, ຂ້າພະ​ເຈົ້າຈຶ່ງ​ມັກ​ຖາມ​ເພື່ອນ​ຂອງ​ຂ້າພະ​ເຈົ້າ ບະ​ລາ​ເດີ ມາຍ ຕອນ​ຂ້າພະ​ເຈົ້າ​ໄປ​​ເມືອງ​ເຊັ້ນຈອດ ວ່າ, “​ເພື່ອນ​ຂອງ​ພວກ​ເຮົາ ດິກ ​ແຮມ​ເມີ ​ເປັນ​ຈັ່ງ​ໃດ?”

ຕາມ​ປົກກະຕິ​ແລ້ວ, ຄຳ​ຕອບ​ຈະ​ເປັນ​ວ່າ, “ລາວ​ກໍດີ​ຢູ່, ​ແຕ່​ຄ່ອຍ​ເປັນ​ຄ່ອຍ​ໄປ.”

ຕອນວິວລາດ ມາຍ ​ແລະ ຄູ່​ສອນ​ຂອງ​ລາວ​ໄປ​ຢ້ຽມຢາມ​ຄອບຄົວ​ແຮມ​ເມີແຕ່ລະ​ເດືອນ, ​ເຂົາ​ເຈົ້າ​ໄດ້​ພະຍາຍາມ​ສອນ​ພຣະກິດ​ຕິ​ຄຸນ ​ແລະ ​ແບ່ງປັນ​ປະຈັກ​ພະຍານ​ນຳ​ທ່ານດິກ ​ແລະ ຄອບຄົວ.

ຫລາຍ​ປີຜ່ານ​ໄປ, ​​ແລ້ວ​ມື້ໜຶ່ງວິວລາດ​ໄດ້​ໂທ​ມາ​ຫາ​ຂ້າພະ​ເຈົ້າບອກ​ຂ່າວ​ດີ. “ບະ​ລາ​ເດີ ມອນ​ສັນ,” ລາວ​ໄດ້​ເວົ້າ, “ດິກ ​ແຮມ​ເມີ ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ ​ແລະ ຈະ​ຮັບ​ບັບຕິ​ສະມາ. ລາວ​ມີ​ອາຍຸ 90 ປີປາຍ​, ​ແລະ ພວກ​ເຮົາ​ໄດ້​ເປັນ​ເພື່ອນ​ລາ​ວມາ​ເປັນ​ເວລາ​ດົນ​ນານ. ການ​ຕັດສິນ​ໃຈ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າດີ​ໃຈ​ຫລາຍ. ຂ້າພະ​ເຈົ້າ​​ເຄີຍ​ໄດ້​ເປັນ​ຄູ​ສອນ​ປະຈຳ​ບ້ານ​ຂອງ​ລາວ​ເປັນ​ເວລາ​ຫລາຍ​ປີ.” ສຽງ​ຂອງວິວລາດ​ຄື​ວ່າ​ພວມສະ​ອື້​ນ ​ໃນ​ຂະນະ​ທີ່​ລາວ​ບອກ​ຂ່າວ​ດີ​ນັ້ນ.

ບະ​ລາ​ເດີ​ ​ແຮມ​ເມີ ​ໄດ້​ຮັບ​ບັບຕິ​ສະມາ ​ແລະ ປີ​ໜຶ່ງ​ຈາກ​ນັ້ນ ​ໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ​ເຊັ້ນ ​ຈອດ ທີ່​ສວຍ​ງາມ ​ແລະ ​ໄດ້​ຮັບ​ເອົາ​ຂອງ​ປະທານ​ສັກສິດ​ຂອງ​ລາວ ​ແລະ ພອນ​ຂອງ​ການ​ຜະ​ນຶກ.

ຂ້າພະ​ເຈົ້າ​ໄດ້​ຖາມວິວ​ເລີດວ່າ, “​ເຈົ້າ​ເຄີຍ​ທໍ້ຖອຍ​ໃຈ​ບໍ ທີ່​ເປັນ​ຄູ​ສອນ​ປະຈຳ​ບ້ານ​ຂອງ​ລາວ ​ເປັນ​ເວລາ​ດົນ​ນານ?”

ລາວ​ຕອບ​ວ່າ, “ບໍ່, ມັນ​ເປັນຄວາມ​ພະຍາຍາມ​ທີ່​ກຸ້ມ​ຄ່າ. ​ເມື່ອ​ຂ້ອຍ​ໄດ້​ເຫັນ​ຄວາມສຸກ​ທີ່​ມາສູ່​ສະມາຊິກ​ໃນ​ຄອບຄົວ​​ແຮມ​​ເມີ, ​ໃຈ​ຂອງ​ຂ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ກະຕັນຍູ​ສຳລັບ​ພອນ​ຂອງ​ພຣະກິດ​ຕິ​ຄຸນ ທີ່​ໄດ້​ນຳ​ມາ​ສູ່​ຊີວິດ​ຂອງ​ເຂົາ​ເຈົ້າ ​ແລະ ສຳລັບ​ສິດທິ​ພິ​ເສດ ທີ່​ຂ້ອຍມີ​ໃນ​ການ​ຊ່ອຍ​ເຫລືອ​ໃນ​ບາງ​ວິທີ. ຂ້ອຍ​ດີ​ໃຈ​ຫລາຍ​.”

ອ້າຍ​ນ້ອງ​ທັງຫລາຍ, ມັນຈະ​ເປັນ​ສິດທິ​ພິ​ເສດ​ຂອງ​ເຮົາ ຕະຫລອດ​ຫລາຍ​ປີ​ທີ່​ໄດ້​ໄປ​ຢ້ຽມຢາມ ​ແລະ ສອນ​ຫລາຍ​ຄົນ​—ຄົນ​ທີ່​ບໍ່​ເຂັ້ມ​ແຂງ ​ເທົ່າໆ​ກັບ​ຄົນ​ທີ່​ເຂັ້ມ​ແຂງ. ຖ້າ​ຫາກ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ການ​ເອີ້ນ​ຂອງ​ເຮົາ, ​ແລ້ວ​ເຮົາ​ຈະ​ມີ​ຫລາຍ​ໂອກາດ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຫລາຍ​ຊີວິດ. ການ​ຢ້ຽມຢາມ​ຂອງ​ເຮົາ​ຕໍ່​ຄົນ​ຜູ້​ທີ່​ຫ່າງ​ໄກ​ຈາກ​​ໂບດ ຈະສາມາດ​ເປັນ​ຂໍ​ກະ​ແຈ​ເປີດ​ປະຕູ​ໃຫ້​ເຂົາ​ເຈົ້າກັບ​ຄືນ​ມາ​ໄດ້.

​​ໂດຍ​ທີ່​ມີ​ສິ່ງ​ນີ້​ຢູ່​ໃນ​ຈິດ​ໃຈ, ຂໍ​ໃຫ້​ເຮົາ​ຈົ່ງ​ເອື້ອມ​ອອກ​ໄປ​ຫາ​ຜູ້​ທີ່​ເຮົາ​ຮັບຜິດຊອບ ​ແລະ ນຳ​ເຂົາ​ເຈົ້າກັບ​ຄືນ​ມາ​ທີ່​ໂຕະ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເພື່ອ​ຊື່ນ​ຊົມ​ກັບ​ພຣະຄຳຂອງ​ພຣະອົງ ​ແລະ ຊື່ນ​ຊົມ​ກັບ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະວິນ​ຍານ​ຂອງ​ພຣະອົງ, ​ແລະ “ບໍ່​ເປັນ​ຄົນ​ຕ່າງ​ດ້າວ​ທ້າວ​ຕ່າງ​ແດນ​ອີກ​ຕໍ່​ໄປ, ​ແຕ່​ເປັນ​ພົນລະ​ເມືອງ​ອັນ​ດຽວ​ກັນ​ກັບ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ.”10

ຖ້າ​ຫາກ​ຄົນ​ໃດ​ໃນ​ພວກ​ທ່ານບໍ່​ໄດ້​ເອົາ​ໃຈ​ໃສ່​ຕໍ່​ການສອນ​ປະຈຳ​ບ້ານ​ຂອງ​ທ່ານ, ຂ້າພະ​ເຈົ້າຂໍ​ບອກ​ໃນ​ຕອນ​ນີ້​ວ່າ ບໍ່​ມີ​ເວລາ​ອື່ນ​ໃດ​ອີກທີ່​ເໝາະສົມ​ເທົ່າ​ກັບ​​ເວລາ​ນີ້ ທີ່​ຈະ​ອຸທິດ​ຕົນ​ຄືນ​​ໃໝ່ ​ເພື່ອ​ບັນລຸ​ໜ້າ​ທີ່​ການ​ສອນ​ຂອງ​ທ່ານ. ຈົ່ງ​ຕັດສິນ​ໃຈ​ໃນ​ຕອນ​ນີ້ ​ເພື່ອ​ພະຍາຍາມ​ທີ່​ຈະ​ເອື້ອມ​ອອກ​ໄປ​ຫາ​ຜູ້​ທີ່​ທ່ານ​ຖືກ​ມອບ​ໃຫ້​ຮັບຜິດຊອບ. ຈະ​ມີ​ບາງ​ເວລາ​ທີ່​ຈະ​ຕ້ອງກະ​ຕຸ້ນ​ເລັກ​ນ້ອຍ ​ເພື່ອ​ຊ່ອຍ​ເຫລືອ​ຄູ່​ສອນ​ຂອງ​ທ່ານ ຫາ​ເວລາ​ໄປ​ກັບ​ທ່ານ, ​ແຕ່​ຖ້າ​ຫາກ​ທ່ານ​ບໍ່​ຫລົດ​ລະ, ​ແລ້ວ​ທ່ານ​ຈະ​ປະສົບ​ຄວາມ​ສຳ​ເລັດຢ່າງ​​ແນ່ນອນ.

ອ້າຍ​ນ້ອງ​ທັງຫລາຍ, ຄວາມ​ພະຍາຍາມຂອງ​ເຮົາ​ໃນ​ການ​ສອນ​ປະຈຳ​ບ້ານຍັງ​ດຳ​ເນີນ​ຢູ່. ວຽກ​ງານ​ນີ້​ຈະ​ບໍ່​ເຄີຍ​ສິ້ນ​ສຸດ ຈົນ​ກວ່າ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະອາຈານ ກ່າວ​ວ່າ, “ພຽງພໍ​ແລ້ວ.” ຍັງ​ມີ​ຊີວິດ​ທີ່​ຈະ​ເຮັດ​ໃຫ້​ແຈ່ມ​​ໃສ. ຍັງ​ມີ​ໃຈ​ທີ່​ຈະ​ສຳ​ພັດ. ຍັງ​ມີ​ຈິດ​ວິນ​ຍານ​ທີ່​ຈະ​ຊ່ອຍ​ໃຫ້​ລອດ. ໜ້າ​ທີ່​ຂອງ​ເຮົາ​​ເປັນ​ສິດທິ​ພິ​ເສດ​ທີ່​ສັກສິດ ທີ່​ຈະ​ເຮັດ​ໃຫ້​ແຈ່ມ​ໃສ, ສຳ​ພັດ, ​ແລະ ​ຊ່ອຍ​ກູ້​ຈິດ​ວິນ​ຍານ​ທີ່​ປະ​ເສີດ​ເຫລົ່ານັ້ນ ຜູ້ຖືກ​ມອບ​ໝາຍ​ໃຫ້​ເຮົາ​ດູ​ແລ. ​ເຮົາ​ຄວນ​ເຮັດ​ຢ່າງ​ຊື່ສັດ ​ແລະ ດ້ວຍ​ໃຈ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​​ເບີກບານ.

ສຸດ​ທ້າຍ​ນີ້, ຂ້າພະ​ເຈົ້າຂໍ​ກ່າວ​ເຖິງ​ຕົວຢ່າງ​ໜຶ່ງ​ທີ່ພິ​ເສດ ​ເພື່ອ​ບັນ​ຍາຍ​ເຖິງ​ຄູ​ສອນ​ປະຈຳ​ບ້ານ​ທີ່​ເຮົາ​ຄວນ​ເປັນ. ມີ​ຄູ​ສອນ​ປະຈຳ​ບ້ານ​ຄົນ​ໜຶ່ງ ທີ່ດີ​ເລີດ​ກວ່າ​ຄົນ​ອື່ນໆ. ພຣະອົງ​ໄດ້​ສອນ​ກ່ຽວ​ກັບ​ຊີວິດ ​ແລະ ຄວາມ​ຕາຍ, ກ່ຽວ​ກັບ​ໜ້າ​ທີ່ ​ແລະ ວິຖີ​ຊີວິດ. ພຣະອົງ​ໄດ້​ມີ​ຊີວິດ​ຢູ່ ບໍ່​ແມ່ນ​ເພື່ອ​ຈະ​ໄດ້​ຮັບ​ການ​ຮັບ​ໃຊ້,​​ ​ແຕ່​ເພື່ອ​ໃຫ້ການ​ຮັບ​ໃຊ້, ບໍ່​ໄດ້​​ເຮັດ​ເພື່ອ​ຈະ​ໄດ້​ຮັບ ​ແຕ່​ເພື່ອ​ມອບ​ໃຫ້, ບໍ່​ແມ່ນ​ເພື່ອ​ກູ້​ຊີວິດ​ຂອງ​ພຣະອົງ​ເອງ, ​ແຕ່​ເພື່ອ​ສະລະ​ມັນ​ເພື່ອ​ຄົນ​ອື່ນ. ພຣະອົງ​ໄດ້​ບັນຍາຍ​ເຖິງ​ຄວາມ​ຮັກທີ່​ສວຍ​ງາມເກີນ​ກວ່າ​ຕັນຫາ​ລາຄະ, ຄວາມຍາກຈົນ​ທີ່​ເກີນ​ກວ່າ​ຊັບ​ສົມບັດ. ຜູ້​ຄົນ​ໄດ້​ກ່າວ​ເຖິງ​ພຣະອາຈານ​ຜູ້​ນີ້​ວ່າ​ພຣະອົງ​ໄດ້​ສອນ​ດ້ວຍ​ສິດ​ອຳນາດ ​ແລະ ບໍ່​​ເປັນ​ເໝືອນ​ດັ່ງ​ທຳ​ມະ​ຈານ.11 ກົດ​ຂອງ​ພຣະອົງ​ບໍ່​ໄດ້​ຂຽນ​ໄວ້​ຢູ່​ໃນ​​ແຜ່ນ​ຫີນ ​ແຕ່​ໄດ້​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ມະນຸດ.

ຂ້າພະ​ເຈົ້າກ່າວ​ເຖິງ​ພຣະອາຈານ​ທີ່​ຍິ່ງ​ໃຫຍ່, ນັ້ນຄື​ພຣະ​ເຢຊູ​ຄຣິດ, ພຣະບຸດ​ຂອງ​ພຣະ​ເຈົ້າ, ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ມວນ​ມະນຸດ. ​ເລື່ອງ​ລາວ​ໃນພຣະຄຳ​ພີໂບຮານ​ໄດ້​ກ່າວ​ເຖິງ​ພຣະອົງ​ວ່າ, ພຣະອົງ “​ໄດ້​ໄປ​ທຸກ​ຫົນ​ທຸກ​ແຫ່ງ ​ເຮັດ​ຄຸນງາມຄວາມດີ.”12 ​ໂດຍ​ທີ່​ມີ​ພຣະອົງ​ເປັນ​ຜູ້ນຳ​ທີ່​ບໍ່​ປ່ຽນ​ແປງ ​ແລະ ​ເປັນ​ແບບ​ຢ່າງ, ​ເຮົາ​ຈະ​ເໝາະ​ສົມ​ສຳລັບ​ຄວາມ​ຊ່ອຍ​ເຫລືອຂອງ​ພຣະອົງ​ຈາກ​ສະຫວັນ ​ໃນ​ການ​ສອນ​ປະຈຳ​ບ້ານ​ຂອງ​ເຮົາ. ຊີວິດ​ຈະ​ໄດ້​ຮັບ​ພອນ. ​ໃຈ​ຈະ​ໄດ້​ຮັບ​ການ​ປອບ​ໂຍນ. ຈິດ​ວິນ​ຍານ​ຈະ​ໄດ້​ຮັບ​ຄວາມ​ລອດ. ​ເຮົາ​ຈະ​ກາຍ​ເປັນ​ຜູ້​ລ້ຽງ​ທີ່​ແທ້​ຈິງ. ຂໍ​ໃຫ້​ເປັນ​ດັ່ງ​ທີ່​ກ່າວມານັ້ນ, ຂ້າພະ​ເຈົ້າກ່າວ​ໃນ​ພຣະນາມຂອງ​ຜູ້​ລ້ຽງ​ທີ່​ຍິ່ງ​ໃຫຍ່ອົງ​ນັ້ນ, ​ພຣະ​ເຢຊູຄຣິດ, ອາ​ແມນ.