​2010–2019
ຂໍ​ຕ້ອນຮັບ​ສູ່​ກອງ​ປະຊຸມ​ໃຫຍ່​ສາມັນ
ຕຸລາ 2013


ຂໍ​ຕ້ອນຮັບ​ສູ່​ກອງ​ປະຊຸມ​ໃຫຍ່​ສາມັນ

ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເມື່ອ​ເຮົາຮັບ​ຟັງ ​ແລະ ຮຽນ​ຮູ້.

ຈັ່ງ​ແມ່ນ​ດີ​ຫລາຍ​ແທ້ໆ, ອ້າຍ​ເອື້ອຍ​ນ້ອງທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ທີ່​ໄດ້​ມາ​ຮ່ວມ​ກັນອີກ​ເທື່ອ​ໜຶ່ງ. ມັນ​ເປັນ​ເວລາ 183 ປີ​ແລ້ວ​ນັບ​ຕັ້ງ​ແຕ່ງ​ສາດສະໜາ​ຈັກ​ໄດ້​ຈັດຖືກຕັ້ງຂຶ້ນ​ໂດຍ​ສາດສະດາ​ໂຈ​ເຊັບ ສະ​ມິດ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະຜູ້​ເປັນ​ເຈົ້າ. ຢູ່​ໃນ​ກອງ​ປະຊຸມ​ໃນ​ວັນ​ທີ 6 ເດືອນ​ເມສາ ປີ 1830, ມີ​ສະມາຊິກ​​ໄປ​ຮ່ວມ​ກອງ​ປະຊຸມ​ດ້ວຍ​ກັນຫົກຄົນ.

ຂ້າພະ​ເຈົ້າດີ​ໃຈ​ຫລາຍ​ທີ່​ຈະ​ໄດ້​ລາຍ​ງານ​ວ່າ ສອງ​ອາທິດ​ຜ່ານ​ມາ​ນີ້ ຈຳນວນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ມີ​ເຖິງ 15 ລ້ານ​ຄົນ. ສາດສະໜາ​ຈັກ​ນັບ​ມື້​ນັບ​​​ເຕີບ​ໂຕ​ຂຶ້ນ​ເລື້ອຍ​ໆ ​ແລະ ປ່ຽນ​ຊີວິດ​ຂອງ​ຜູ້​ຄົນ​ໃນ​ທຸກໆ​ປີ. ມັນ​ຂະຫຍາຍ​ອອກ​ໄປ​ທົ່ວ​ໂລກ ​​ໃນ​ຂະນະ​ທີ່​​ຜູ້​ສອນ​ສາດສະໜາ​ອອກ​ໄປ​ຊອກ​ຫາ​ຜູ້​ທີ່​ສະ​ແຫວ​ງຫາ​ຄວາມ​ຈິງ.

ພຽງ​ແຕ່​ໄດ້​ໜຶ່ງ​ປີ​ເທົ່າ​ນັ້ນ ນັບ​ແຕ່​ຂ້າພະ​ເຈົ້າ​ໄດ້​ປະກາດ​ຫລຸດ​ອາຍຸ​ຂອງ​ຜູ້​ສອນ​ສາດ​ສະໜາ​ລົງ. ນັບ​ແຕ່​ນັ້ນມາ, ຈຳນວນ​ຂອງ​ຜູ້​ສອນ​ສາດສະໜາ​ທີ່​ພວມ​ຮັບ​ໃຊ້​​ໄດ້​ເພີ່ມ​ທະວີ​ຂຶ້ນຈາກ 58,500 ຄົນ​ ​ໃນ​ເດືອນ ຕຸລາ ປີ 2012 ​ເຖິງ 80,333 ຄົນ ​ໃນ​ປະຈຸ​ບັນ​ນີ້. ຈັ່ງ​ແມ່ນ​ເປັນ​ການ​ຕອບ​ຮັບ​ທີ່ຫລວງຫລາຍ ​ແລະ ດົນ​ໃຈ​ແທ້​ໆ ທີ່​ເຮົາ​ໄດ້​​ເຫັນ​ເປັນ​ພະຍານ!

ບໍ່​ມີ​ຖ້ອຍ​ຄຳ​ໃດ​​ໃນ​ພຣະຄຳ​ພີ​ທີ່​ສັກສິດ​ໄດ້ເນັ້ນໜັກຫລາຍ​ກວ່າ​ນີ້, ບໍ່​ມີໜ້າ​ທີ່​ຮັບຜິດຊອບ​ໃດ​ທີ່​ຜູກ​ມັດ​ຫລາຍ​ກວ່າ​ນີ້, ບໍ່​ມີ​ຄຳ​ແນະນຳ​ໃດ​ທີ່​ເຈາະ​ຈົງ​ຫລາຍ​ເທົ່າ​ກັບ​ພຣະບັນ​ຊາ​ຂອງ​ພຣະຜູ້​​ເປັນ​ເຈົ້າທີ່​ຟື້ນ​ຄືນ​ພຣະຊົນ ​ເມື່ອ​ພຣະອົງ​ໄດ້​ປະກົດ​ຕົວ​ທີ່​ຄາລີ​ເລ ຕໍ່​ອັກຄະ​ສາວົກ​ສິບ​​ເອັດ​ຄົນ. ພຣະອົງ​ໄດ້​ກ່າວ​ວ່າ, “ພວກ​ເຈົ້າຈົ່ງ​ໄປ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ ​ໃຫ້​​ເຂົາ​ຮັບ​ບັບຕິ​ສະມາ​ໃນ​ພຣະນາມ​ຂອງ​ພຣະບິດາ, ​ແລະ ຂອງ​ພຣະບຸດ, ​ແລະ ຂອງ​ພຣະວິນ​ຍານ​ບໍລິສຸດ.”1 ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ປະກາດ​ວ່າ, “​ໃນ​ທຸກ​ຖ້ອຍ​ຄຳ​ທີ່​ໄດ້​ກ່າວ​ມານັ້ນ, ໜ້າ​ທີ່​ອັນ​ຍິ່ງ​ໃຫຍ່ ​ແລະ ສຳຄັນ​ທີ່​ສຸດ ຄື​ການ​ສັ່ງສອນ​ພຣະກິດ​ຕິ​ຄຸນ.”2 ບາງ​ຄົນ​ໃນ​ພວກ​ທ່ານ​ທີ່ຢູ່​ໃນ​ນີ້ ຄົງ​ຈື່​ຈຳ​ຖ້ອຍ​ຄຳ​ຂອງ​ປະທານເດວິດ ໂອ ມິກເຄ ​ໄດ້, ຜູ້​ໄດ້​ກ່າ​ວວ່າ “ສະມາ​ຊິກ​ທຸກ​ຄົນ​ເປັນ​ຜູ້​ສອນ​ສາດສະໜາ!”3

ຂ້າພະ​ເຈົ້າຂໍ​ຕື່ມ​ຖ້ອຍ​ຄຳ​ຂອງ​ຂ້າພະ​ເຈົ້າ​ໃສ່​ກັບ​ຂອງ​ພວກ​ເພິ່ນ. ບັດ​ນີ້​ເປັນ​ເວລາ​ສຳລັບ​ສະມາຊິກ ​ແລະ ຜູ້​ສອນ​ສາດສະໜາ​ທີ່​ຈະ​ຮ່ວມ​ມື​ກັນ, ທຳ​ງານ​ດ້ວຍ​ກັນ, ​ເພື່ອ​​ອອກແຮງ​ຢູ່​ໃນ​ສວນອະ​ງຸ່ນຂອງ​ພຣະຜູ້​ເປັນ​ເຈົ້າ ​ເພື່ອ​ນຳ​ຈິດ​ວິນ​ຍານ​ມາສູ່​ພຣະອົງ. ພຣະອົງ​ໄດ້​ຕຽມ​​ແບບ​ແຜນ​​ໄວ້​ໃຫ້​ເຮົາ ​ເພື່ອ​ຈະ​ໄດ້​ແບ່ງປັນ​ພຣະກິດ​ຕິ​ຄຸນ ​ໃນ​ຫລາຍ​ວິທີ​ທາງ, ​ແລະ ພຣະອົງ​ຈະ​ຊ່ອຍ​ເຫລືອ​ເຮົາ ​ໃນ​ການອອກ​ແຮງ ຖ້າ​ຫາກ​ເຮົາ​ຈະ​​ກະທຳ​ໃນ​ສັດທາ ​ເພື່ອ​ບັນລຸ​ວຽກ​ງານ​ຂອງ​ພຣະອົງ.

​​ໃນ​ການ​ຊ່ອຍ​ເຫລືອ​ກຳລັງ​ຂອງ​ຜູ້​ສອນ​ສາດສະໜາ, ຂ້າພະ​ເຈົ້າຈຶ່ງ​​ໄດ້ຂໍ​​ໃຫ້ສະມາຊິກບໍລິຈາກ​, ຕາມ​ທີ່​ສາມາດ​ເຮັດ​ໄດ້, ​ໃຫ້​ມອບເງິນ​ທຶນສຳລັບ​ຜູ້​ສອນ​ສາດສະໜາ​ໃຫ້​ຫວອດ​ຂອງ​ເຂົາ​ເຈົ້າ ຫລື ​ມອບ​ເງິນ​ທຶນ​ສຳລັບ​ຜູ້​ສອນ​ສາດສະໜາ​ທົ່ວ​ໄປ​ໃຫ້​ສາດສະໜາ​ຈັກ. ການ​ຕອບ​ຮັບ​ຕໍ່​ຄຳ​ຂໍ​ຮ້ອງ​ນັ້ນ​​ເປັນ​ໜ້າ​ຍິນ​ດີ​ຫລາຍ ​ແລະ ​ໄດ້​ຊ່ອຍ​ເຫລືອ​ຜູ້​ສອນ​ສາດສະໜາ​ຫລາຍ​ພັນ​ຄົນ ທີ່​ບໍ່​ສາມາດ​ຈ່າຍ​ຄ່າດ້ວຍ​ຕົນ​ເອງ. ຂ້າພະ​ເຈົ້າຂໍ​ຂອບ​ໃຈ​ທ່ານ​ສຳລັບ​ການ​ບໍລິຈາກ​ຢ່າງ​ເພື່ອ​ແຜ່​. ຄວາມ​ຕ້ອງການ​ໃຫ້​ຊ່ອຍ​ເຫລືອ​ແມ່ນ​ມີ​ຢູ່​ຕໍ່​ໄປ, ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ຊ່ອຍ​ເຫລືອ​ຜູ້​ທີ່​ຢາກ​ໄປ​ຮັບ​ໃຊ້, ​ແລະ ​ຜູ້​ທີ່​ບໍ່​ມີ​ທຶນ ກໍ​ຈະ​ສາມາດ​ໄປ​ສອນ​ໄດ້​ຄື​ກັນ.

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ໄດ້​ມາ​ທີ່​ນີ້​ເພື່ອ​ຮັບ​​ເອົາ​ຄຳ​ແນະນຳ ​ແລະ ການ​ດົນ​ໃຈ. ຂ່າວສານ​ຫລາຍໆ​ບົດ, ຊຶ່ງ​ກ່ຽວ​ພັນ​ກັບ​ພຣະກິດ​ຄຸນ​ໃນ​ຫລາຍໆ​ຫົວ​ຂໍ້, ຈະ​ຖືກ​ມອບ​ໃຫ້​ໃນ​ລະຫວ່າງ​ສອງ​ມື້ນີ້. ບັນດາ​ອ້າຍ​ເອື້ອຍ​ນ້ອງ​ທີ່​ຈະ​ກ່າວ​ກັບ​ທ່ານ ​ໄດ້​ສະ​ແຫວ​ງຫາ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນກ່ຽວ​ກັບ​ຂ່າວສານ​ທີ່​ພວກ​ເພິ່ນ​ຈະ​​ເອົາ​ມາ​ກ່າວ.

ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເມື່ອ​ເຮົາຮັບ​ຟັງ ​ແລະ ຮຽນ​ຮູ້. ​ໃນ​ພຣະນາມ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. ມັດທາຍ 28:19.

  2. Teachings of Presidents of the Church: Joseph Smith (2007), 330.

  3. David O. McKay, in Conference Report, Apr. 1959, 122.