​2010–2019
ເຈົ້າ​ຢາກ​ຫາຍ​ດີ​ບໍ?
ຕຸລາ 2013


ເຈົ້າ​ຢາກ​ຫາຍ​ດີ​ບໍ?

​ເມື່ອ​ເຮົາ​ກັບ​ໃຈ ​ແລະ ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າ,​​ ເຮົາ​ຈະຫາຍ​ດີ, ​ແລະ ຄວາ​ມ​ຮູ້​ສຶກ​ຜິດ​ຖືກ​ພັດ​ໄປ.

ໃນ​ເວ​ລາຂອງ​ການ​ສະ​ຫລອງ​ທີ່ມ່ວມຊື່ນຢູ່​ທີ່​ກຸ່ງ​ເຢ​ຣູ​ຊາ​ເລັມ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ໜີ​ໄປ​ຈາກ​ຝູງ​ຊົນ ເພື່ອ​ອອກ​ໄປ​ຊອກ​ຫາ​ຄົນ​ທີ່​ມີ​ຄວາມ​ຕ້ອງ​ການ​ຫລາຍທີ່​ສຸດ. ພ​ຣະ​ອົງ​ໄດ້​ພົບ​ເຂົາ​ເຈົ້າ​ຢູ່​ເບັດ​ສາ​ທາ, ທີ່​ມີ​ປະ​ຕູ​ໂຂງ​ຫ້າ​ປ່ອງ​ອ້ອມ​ຢູ່​ ໃກ້​ຕະ​ຫລາດ​ຂາຍ​ແກະ ທີ່​ມີ​ຊື່​ສຽງ​ດັງ​ ບ່ອນ​ທີ່​ຄົນ​ເປັນ​ທຸກ​ມາຄອຍ​ຢູ່​.

ພ​ຣະ​ທຳ​ຂອງ​ໂຢ​ຮັນ​ບອກ​ເຮົາ​ວ່າ ໃກ້​ປະ​ຕູ​ໂຂງ​ເຫລົ່າ​ນັ້ນ​ມີ​ຄົນ​ປ່ອຍນອນ​ຄອຍ​ຢູ່​ຢ່າງ​ຫລວງ​ຫລາຍ​ເຊັ່ນ “ຄົນ​ຕາ​ບອດ, ຄົນ​ຂາ​ພິ​ການ, ແລະ ​ຄົ​ນ​ລ່ອຍ. ​

“ມີ​ເທວະ​ດາ​ຕົນ​ໜຶ່ງ​ຂອງ​ພຣະຜູ້​ເປັນ​ເຈົ້າລົງ​ມາກ​ວນນ້ຳ​ໃນ​ສະນັ້ນ​ເປັນ​ຍາມ ​ແລະ ​ເມື່ອນ້ຳ​ເຟືອນ ຜູ້​ໃດ​ລົງ​ໄປ​ໃນ​ນ້ຳກ່ອນ ລາວ​ກໍ​ຫາຍ​ດີ​ຈາກ​ພະຍາດ​ທີ່​ຕົນ​ເປັນ​ຢູ່” (​ໂຢຮັນ 5:3–4).

ການ​ຢ້ຽມ​ຢາມຂອງພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ​ຮູບ​ແຕ້ມ​ທີ່​ທ່ານ ຄາວ ບະ​ລ໊ອກ​ ໄດ້​​ແຕ້ມ ມີ​ຊື່​ວ່າ ພ​ຣະ​ຄ​ຣິດ​ປິ່ນ​ປົວ​ຄົນ​ເຈັບ​ໄຂ້​ຢູ່​ທີ່ເບັດ​ສາ​ທາ. ທ່ານບະ​ລ໊ອກ ໄດ້​ແຕ້ມຮູບ​ຕອນ​ພ​ຣະ​ເຢ​ຊູ​ເປີດ​ຕູບ​ຜ້າ​ຢ່າງ​ລະ​ມັດ​ລະ​ວັງ ທີ່​ສະ​ແດງ​ໃຫ້​ເຫັນ “​ຄົນ​ປ່ວຍ” (​ໂຢຮັນ 5:7) ນອນ​ຢູ່​ໃກ້​ສະ​ນ້ຳ, ຄອຍ ຖ້າ​ຢູ່. ໃນ​ຂໍ້ນີ້ ຄຳ​ທີ່​ວ່າ ປ່ວຍ ນັ້ນກ່າວເຖິງ​ຄົນ​ທີ່ບໍ່​ມີ​ພະ​ລັງ ແລະ ເນັ້ນ​ເຖິງພຣະກະລຸນາ ​ແລະ ພຣະຄຸນ​ຂອງ​ພຣະ​ຜູ້ຊ່ອຍ​ໃຫ້​ລອດ, ຜູ້​ທີ່​ໄດ້​ສະ​ເດັດ​ມາ​ຢ່າງງຽບໆ ເພື່​ອ​ປະ​ຕິ​ບັດ​ຕໍ່​ຜູ້​ທີ່ບໍ່​ສາ​ມາດ​ຊ່ອຍ​ຕົວ​ເຂົາ​ເຈົ້າ​ເອງ​ໄດ້.

ໃນ​ຮູບ​ແຕ້ມນັ້ນ, ຊາຍ​ທີ່​ເຈັບ​ປ່ວຍ​ໄດ້​ນອນ​ຂົດ​ຢູ່​ທີ່​ພື້ນ​ໃນ​ບ່ອນມືດ, ເມື່ອຍ​ລ້າ ແລະ ເສຍ​ກຳ​ລັງ​ໃຈ​ຫລັງ​ຈາກ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ຕໍ່​ຄວາມ​ເຈັບ​ປ່ອຍ​ຂອງ​ລາວມາ​ເປັນ​ເວລາ 38 ປີ.

ເມື່ອ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຍົກ​ຜ້າ​ຂຶ້ນ​ດ້ວຍ​ມື​ເບື້ອງ​ໜຶ່ງ, ດ້ວຍ​ອີກ​ມື​ເບື້ອງ​ໜຶ່ງ​ພ​ຣະ​ອົງ​ໄດ້​ກວັກ ແລະ ຖາມ​ຄຳ​ຖາມ​ທີ່​ເລິກ​ຊຶ້ງວ່າ: “ເຈົ້າ​ຢາກ​ຫາຍ​ດີ​ບໍ?”

ຊາຍ​ຄົນ​ນັ້ນ​ກໍ​ຕອບ​ວ່າ, “ທ່ານ​ເອີຍ ບໍ່​ມີ​ໃຜເອົາ​ຜູ້​ຂ້າ​ລົງ​ໄປ​ໃນ​ສະ​ນ້ຳ​ຕອນ​ທີ່​ນ້ຳ​ເຟືອນ: ເມື່ອ​ຜູ້​ຂ້າ​ພວມ​ຈະ​ລົງ​ໄປ ຄົນ​ອື່ນ​ກໍ​ລົງ​ໄປ​ກ່ອນ​ຜູ້​ຂ້າ​ແລ້ວ” (​ໂຢຮັນ 5:6–7).

ຕໍ່​ການທ້າ​ທາຍ​ທີ່​ເບິ່ງ​ຄື​ວ່າ​ຈະ​ເປັນ​ໄປ​ບໍ່​ໄດ້​ຂອງ​ຊາຍ​ຄົນ​ນັ້ນ, ພ​ຣະ​ເຢ​ຊູ​ກໍ​ໃຫ້​ຄຳ​ຕອບ​ທີ່​ເລິກ​ຊຶ້ງ ແລະ ບໍ່​ໄດ້​ຄາດ​ຫວັງ​ວ່າ:

“ຈົ່ງ​ລຸກ​ຂຶ້ນ ແລະ ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ.

“ໃນ​ທັນ​ໃດ​ຊາຍ​ຄົນ​ນັ້ນ​ກໍ​ຫາຍ​ດີ​ພະ​ຍາດ, ລາວ​ຈຶ່ງ​ຍົກ​ເອົາ​ບ່ອນນອນ​ຂອງ​ຕົ​ນ ແລະ ຍ່າງ​ໄດ້” (​ໂຢຮັນ 5:8–9).

ໃນ​​ພາບ​​ຕົວ​ຢ່າງ​ແຫ່ງ​ຄວາມ​ຮັກອີກ​ພາບ​ໜຶ່ງ, ພ​ຣະ​ທຳຂອງລູ​ກາ​ ບອກ​ເຮົາ​ວ່າ​, ຂະ​ນະ​ທີ່​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດກຳ​ລັງເດີນທາງ​ໄປສູ່ກຸງ​ເຢ​ຣູ​ຊາ​ເລັມ, ​ໄດ້​ພົບ​ຊາຍ​ 10 ​ຄົນ​ທີ່​ເປັນ​ພະ​ຍາດ​ຂີ້​ທູດ. ເປັນ​ເພາະ​ພະ​ຍາດ​ຂອງ​ເຂົາ​ເຈົ້າ, ເຂົາ​ເຈົ້າ​ຈຶ່ງ​ໄດ້ “ຢືນ​ຢູ່​ຫ່າງໆ” (ລູກາ 17:12). ເຂົາ​ເຈົ້າ​ຖືກ​ຂັບ​ໄລ່​ອອກ​ຈາກ​ບ້ານ—ບໍ່​ສະ​ອາດ ແລະ ບໍ່​ເປັນ​ທີ່​ຕ້ອງ​ການ.

“ເຢ​ຊູ, ອາ​ຈານ​ເຈົ້າ​ຂ້າ, ໂຜດ​ເມດ​ຕາ​ພວກ​ຜູ້​ຂ້າ​ແດ່​ທ້ອນ,” ເຂົາ​ເຈົ້າ​ໄດ້​ຮ້ອງ​ຂຶ້ນ (ລູກາ 17:13)—ໃນອີກ​ຄຳໜຶ່ງ​ກໍ​ຄືອ້ອນວອນ​ວ່າ, “ບໍ່​ມີ​ ຫຍັງ​ບໍ ທີ່​ທ່ານ​ສາ​ມາດ​ເຮັດ​ໃຫ້​ພວກ​ຜູ້​ຂ້າ​ໄດ້​ແດ່?”

ຜູ້​ປິ່ນປົວ​ທີ່​ຍິ່ງ​ໃຫຍ່, ​ເຕັມ​ໄປ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ຍັງ​ຮູ້​ວ່າ ສັດທາ​ຕ້ອງ​ມາ​ກ່ອນ​ການ​ມະຫັດສະຈັນ ​ແລະ ສະນັ້ນ ຈຶ່ງ​ໄດ້​ບອກ​ພວກ​ເຂົາ​ວ່າ, “ຈົ່ງ​​ໄປ​ຫາ​ປະ​ໂລຫິດ​ໃຫ້​ກວດ​ເບິ່ງ​ພວກ​ເຈົ້າ​ເດີ​” (ລູກາ 17:14).

ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ໄປ​ດ້ວຍ​ສັດ​ທາ, ສິ່ງ​ມະ​ຫັດ​ສະ​ຈັນ​ກໍ​ໄດ້​ເກີດ​ຂຶ້ນ. ທ່ານ​ວາດ​ພາບ​ໄດ້​ບໍ​ເຖິງ​ຄວາມ​ປິ​ຕິ​ຍິນ​ດີ​ທີ່​ຕື້ນ​ຕັນ​ໃຈ​ໃນ​ແຕ່​ລະ​ບາດ​ກ້າວ​ ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ເຫັນ​ໃນ​ເວ​ລານັ້ນ​ເອງ​ທີ່​ຮ່າງ​ກາຍ​ຂອງ​ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ສະ​ອາດ,​ ຫາຍ​ດີ​, ​ແລະ ນຳ​ກັບ​ຄືນ​ຢູ່ຕໍ່​ໜ້າ​ຕໍ່​ຕາ​ຂອງ​ເຂົາ​ເຈົ້າ​ເອງ?

“ເມື່ອ​ຄົນ​ໜຶ່ງ​ໃນ​ພວກ​ເຂົາ​ເຫັນ​ວ່າ​ຕົນ​ດີ​ສະ​ອາດ​ແລ້ວ, ລາວ​ຈຶ່ງ​ກັບ​ຄືນ​ມາ​ກ່າວ​ສັນ​ລະ​ເສີນ​ພ​ຣ​ະ​ເຈົ້າ​ດ້ວຍ​ສຽງ​ດັງ,

“ລາວ​ຂາບ​ລົງ​ທີ່ (ພ​ຣະ​ບາດ) ຂອງ​ພ​ຣະ​ເຢ​ຊູ ແລະ ຂອບ​ພ​ຣະ​ຄຸນ​ພ​ຣະ​ອົງ. …

“ແລ້ວ​ພ​ຣະ​ເຢ​ຊູ ກໍ​ກ່າວ​ແກ່​ລ​າວ​ວ່າ, ຈົ່ງ​ລຸກ​ຂຶ້ນ ແລະ ໄປ​ສາ: ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ” (ລູກາ 17:15–16, 19).

​​​ໃນ​ການ​ເປັນ​ໝໍປິ່ນປົວ ​ແລະ ໝໍ​ຜ່າຕັດ, ​ຂ້າພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​​​ປິ່ນປົວ ​ແລະ ຮັກສາ​ຮ່າງກາຍ. ພຣະ​ເຢຊູ​ຄຣິດ​ໄດ້​ປິ່ນປົວ​ທັງ​ຮ່າງກາຍ, ຈິດ​ໃຈ, ​ແລະ ວິນ​ຍານ, ​ແລະ ການປິ່ນປົວ​ຂອງ​ພຣະອົງ​ແມ່ນ​ເລີ່ມຕົ້ນຈາກ​ສັດທາ.

ທ່ານ​ຈຳ​ໄດ້​ບໍ​ ເມື່ອ​ສັດທາ ​ແລະ ຄວາມສຸກ​ເຕັມ​ປ່ຽມ? ຈື່​ຈຳ​ໄດ້​ບໍ​ ​ເວລາ​ທີ່​ທ່ານ​ມີ​ປະ​ຈັກ​ພະ​ຍານ ຫລື ​ເມື່ອ​ພ​ຣະ​ເຈົ້າ​ໄດ້​ຢືນ​ຢັນ​ໃຫ້​ທ່ານ​ຮູ້​ວ່າ​ທ່ານ​ເປັນ​ບຸດ ຫລື ທິ​ດາ​ຂອງ​ພ​ຣະ​ອົງ ແລະ ວ່າ​ພຣະ​ອົງ​ຮັກ​ທ່ານ​ຫລາຍ, ​ແລະ ທ່ານ​ຮູ້ສຶກ​ຫາຍ​ດີ? ຖ້າ​ວ່າ​ເວ​ລາ​ດັ່ງ​ກ່າວ​ເບິ່ງ​ຄື​ວ່າ​ໄດ້​ສູນ​ຫາຍ​ໄປ​ແລ້ວ, ​ກໍ​ຍັງ​ຈະ​ພົບ​ເຫັນ​ມັນ​ໄດ້​ອີກ​ຢູ່.

​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດແນະ​ນຳ​ເຮົາ​ເຖິງວິ​ທີ​ທີ່​ເຮົາ​ຈະ​ຫາຍ​ດີ​, ບໍລິບູນ, ຫລື ຖືກ​ປິ່ນປົວ:

“ຈົ່ງ​ມາ​ຫາ​ເຮົາ​ທຸກ​ຄົນ​ທີ່​ອິດ​ເມື່ອຍ​ຈາກ​ການ​ແບກ​ພາ​ລະ​ໜັກ ແລະ ເຮົາ​ຈະ​ໃຫ້​ພວກ​ທ່ານ​ໄດ້​ພັກ​ຜ່ອນ.

“ຈົ່ງ​ຮັບ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽ​ນ​ຮູ້​ຈາກ​ເຮົາ; ເພາະ​ວ່າ​ເຮົາ​ມີ​ໃຈ​ສຸ​ພາບ ແລະ ອ່ອນ​ຫວານ: ແລະ ພວກ​ທ່ານ​ຈະ​ໄດ້​ພົບ​ການ​ພັກ​ຜ່ອນ.

“ດ້ວຍ​ວ່າ​ແອກ​ທີ່​ເຮົາ​ໃຫ້​ພວກ​ທ່ານ​ແບກນັ້ນ​ກໍ​ງ່າຍ ແລະ ພາ​ລະ​ທີ່​ເຮົາ​ໃຫ້​ພວກ​ທ່ານ​ຮັບ​ນັ້ນ​ກໍ​ເບົາ” (​ມັດ​ທາຍ 11:28–30).

“ຈົ່ງ​ຕາມ​ເຮົາ​ມາ” (ລູກາ 18:22) ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້ປະ​ຖິ້ມ​ຊີ​ວິດ​ເກົ່າ ແລະ ຊັບ​ສິນ​ທາງ​ໂລກ: ກາຍມາເປັນ​ຄົນ​ໃໝ່ ຊຶ່ງ “ສິ່ງ​ເກົ່າ​ກໍ​ສິ້ນ​ສຸດ​ໄປ [ແລະ] ມີ​ແຕ່​ສິ່ງ​ໃໝ່​ທັງ​ນັ້ນ” (2 ​​ໂກຣິນ​ໂທ 5:17), ແມ່ນ​ແຕ່​ມີ​ໃຈ​ໃໝ່ ​ແລະ ຊື່ສັດ. ​ແລະ ເຮົາ​ຫາຍ​ດີ​ຄືນ​ອີກ.

ພ​ຣະ​ອົງ​ໄດ້​ກ່າວ​ວ່າ ເຮົາ​ຄວນ​ມາ​ຢູ່ໃກ້​ພ​ຣະ​ອົງ ແລະ ພ​ຣະ​ອົງ​ກໍ​ຈະ​ມາ​ຢູ່​ໃກ້​ເຮົາ; ເຮົາ​ຄວນ​ສະ​ແຫວງ​ຫາ​ພຣະ​ອົງ​ຢ່າງພາກ​ພຽນ ແລະ ເຮົາ​ຈະ​ໄດ້​ພົບ​​ພ​ຣະ​ອົງ; ເຮົາ​ຄວນ​ທູນ​ຂໍ ແລະ ເຮົາ​ຈະ​ໄດ້​ຮັບ; ເຮົາ​ຄວນ​ເຄາະ ແລະ ຈະ​ມີ​ຜູ້​ເປີດ​ມັນໃຫ້​ເຮົາ (​ເບິ່ງ D&C 88:63).

ເມື່ອ​ເຮົາ​ມາ​ຢູ່​ໃກ້​ພ​ຣະ​ອົງ, ເຮົາ​ຈະ​ຮັບ​ຮູ້​ວ່າ​ຊີ​ວິດ​ມະ​ຕະ​ນີ້​ຄວນ​ຍາກ​ລຳ​ບາກ ແລະ ວ່າ “ການ​ກົງ​ກັນ​ຂ້າມ​ໃນ​ທຸກ​ຢ່າງ” (2 ນີ​ໄຟ 2:11) ບໍ່​ໄດ້​ແມ່ນ​ຂໍ້​ບົກ​ຜ່ອງ​ໃນ​ແຜນ​ແຫ່ງ​ຄວາມ​ລອດ. ແທນ​ທີ່, ການ​ກົງ​ກັນ​ຂ້າມນັ້ນ, ເປັນ​ພາກ​ສ່ວນ​ທີ່​ຈຳ​ເປັນ​ຂອງ​ຊີ​ວິດ​ມະ​ຕະ ແລະ ເຮັດ​ໃຫ້​ຄວາມ​ຕັ້ງ​ໃຈ​ຂ​ອງ​ເຮົາ​ເຂັ້ມ​ແຂງ ແລະ ເຮັດ​ໃຫ້​ການ​ເລື​ອກ​ຂອງ​ເຮົາ​ດີ​ຂຶ້ນ. ສະ​ຖາ​ນະ​ການ​ທີ່ປ່ຽນ​ແປງຂອງ​ຊີ​ວິດນັ້ນ​ເອງ​​ຊ່ອຍ​ຫລໍ່​ຫລອມ​ຄວາມ​ສຳ​ພັນ​ນິ​ລັນ​ດອນ​ກັ​ບ​ພ​ຣະ​ເຈົ້າ—ແລະ ຈ​າ​ລຶກເງົາ​ຂອງ​ພ​ຣະ​ອົງ​ໄວ້​ໃນ​ໃບ​ໜ້າ​ຂອງ​ເຮົາ ຂະ​ນະ​ທີ່​ເຮົາຍອ​ມຫົວ​ໃຈ​ຂອງ​ເຮົາ​ຕໍ່​ພ​ຣະ​ອົງ (​ເບິ່ງ ​ແອວ​ມາ 5:19).

“ຈົ່ງ​ເຮັດ​ຢ່າງນີ້​ໃຫ້​ເປັນ​ທີ່​ລະ​ນຶກ​ເຖິງ​ເຮົາ” (ລູກາ 22:19) ເປັນ​ສິ່ງ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຂໍ​ຮ້ອງ ​ເມື່ອ​ພຣະອົງ​ໄດ້​ຈັດຕັ້ງສິນ​ລະ​ລຶກຂຶ້ນ. ພິ​ທີ​ການ​ນີ້​ພ້ອມ​ດ້ວຍ​ເຂົ້າ​ຈີ່ ​ແລະ ນ້ຳ ຈະ​ຕໍ່​ພັນທະ​ສັນຍາ​ທີ່​ສັກສິດ ຊຶ່ງ​ເຮົາ​ໄດ້​ເຮັດ​ນຳພຣະ​ເຈົ້າ ​ແລະ ເຊື້ອ​ເຊີນ​ອຳນາດ​ແຫ່ງ​ການ​ຊົດ​ໃຊ້​ມາສູ່​ຊີວິດ​ຂອງ​ເຮົາ. ​ເຮົາ​ໄດ້​ຮັບ​ການ​ປິ່ນປົວ ​ໂດຍການປະ​ຖິ້ມ​ນິ​ໄສ ແລະ ວິ​ທີ​ການ​ດຳ​ລົງ​ຊີ​ວິດ​ທີ່​ເຮັດ​ໃຫ້​ຫົວ​ໃຈ​ແຂງ​ກະ​ດ້າງ ແລະ ຄໍ​ແຂງ. ​ເມື່ອເຮົາ​ວາງ “ອາ​ວຸດ​ແຫ່ງ​ການ​ກະ​ບົດ [ຂອງ​ເຮົາ]” (​ແອວ​ມາ 23:7), ກາຍ​ມາ​ເປັນ​ຕົວ​ແທນ​ໃຫ້​ຕົວ​ເຮົາເອງ (​ເບິ່ງ D&C 58:28), ບໍ່​ໄດ້​ຕາ​ບອດ​ໂດຍການ​ຫລອກ​ລວງ​ຂອງ​ຊາ​ຕານ ຫລື ​​ຫູ​ໜວກໂດຍສຽງທີ່​​ໂຫດ​ຮ້າຍ​ຂອງ​ໂລກ​ພາຍ​ນອກ.

ເມື່ອ​ເຮົາ​ກັບ​ໃຈ ​ແລະ ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າ,​​ ເຮົາ​ຈະຫາຍ​ດີ, ​ແລະ ຄວາ​ມ​ຮູ້​ສຶກ​ຜິດ​ຖືກ​ພັດ​ໄປ. ເຮົາ​ອາດ​ຍັງຈະ​ສົງ​ໃສຢູ່ ​ດັ່ງ​ທີ່ ເອ​ໂນດ​ໄດ້​ສົງ​ໃສວ່າ, “ມັນ​ເປັນ​ໄປ​ໄດ້​ແນວ​ໃດ?” ພ​ຣະ​ຜູ້​ເປັນ​ເຈົ້າ​ຕອບ​ວ່າ: “ເພາະ​ສັດ​ທາ​ຂອງ​ເຈົ້າ​ໃນ​ພ​ຣະ​ຄ​ຣິດ. … ດັ່ງ​ນັ້ນ​ຈົ່ງ​ໄປ​ເຖີດ, ສັດ​ທາ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ບໍລິ​ບູນ​ແລ້ວ” (​ເອ​ໂນ​ດ 1:7, 8).

ນາງ​ໂຄ​ຣີ ເທັນ ບູມ, ສະ​ຕີ​ຄ​ຣິດ​ສະ​ຕຽນ​ຊາ​ວ​ຮໍ​ລັງ​ທີ່​ອຸ​ທິດ​ຕົນ, ໄດ້​ພົບ​ການ​ປິ່ນ​ປົວ​ດັ່ງ​ກ່າວ ເຖິງ​ແມ່ນ​ວ່າ​ໄດ້ຖືກ​ກັກ​ຂັງ​ໃນ​ສູນ​ສຳ​ມະ​ນາ​ຕອນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ. ນາງ​ໄດ້​ທົນ​ທຸ​ກ​ທໍ​ລະ​ມານ​ຫລາຍ, ແຕ່ບໍ່​​​ເໝືອນ​ນາງ​ແບັດ​ສີ ນ້ອງ​ສາວ​ທີ່​ນາງ​ຮັກ, ຜູ້​ທີ່​ໄດ້​ຕາຍ​ຢູ່​ໃນ​ສູນນັ້ນ, ນາງ​ເອງ​ໄດ້​ລອດ​ຊີ​ວິດ​ມາ.

ຫລັງ​ຈາກ​ສົງ​ຄາມ​ນັ້ນ, ນາງ​ໄດ້​ກ່າວ​ຢ່າງ​ເປີດ​ເຜີຍເລື້ອຍໆເຖິງ​ປະ​ສົບ​ການ ແລະ ການ​ປິ່ນ​ປົວ ແລະ ການ​ໃຫ້​ອະ​ໄພ. ຄັ້ງ​ໜຶ່ງ​ອາ​ດີດ​ທະ​ຫານ​ຍາມ​ຊາວ​ນາດ​ຊີ​ ທີ່​ໄດ້​ເປັນ​ຄົນ​ໜຶ່ງຜູ້ມີ​ພາກ​ສ່ວນ​ໃນ​ຄວາມ​ທໍ​ລະ​ມານ​ທີ່​ຮ້າຍ​ກາດ​ຂອງ​ນາງ​ຕອນຢູ່​ໃນ​ຄຸກ​ຣາ​ເວນ​ສະ​ບຣຸກ, ​ປະ​ເທດ​ເຢຍລະ​ມັນ, ໄດ້​​ເຂົ້າ​ມາ​ຫາ​ນາງ, ຊື່ນ​ຊົ​ມ​ກັ​ບ​ຂ່າວສານ​ແຫ່ງການ​ໃຫ້​ອ​ະ​ໄພ ແລະ ຄວາມ​ຮັກ​ຂອງ​ພ​ຣະ​ຄ​ຣິດ.

“‘ຂ້ອຍ​ມີ​ຄ​ວາມ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບ​ຂ່າ​ວ​ສານ​ຂອງ​ເຈົ້າ, ຟ​ຣາ​ລາຍ,’ ລາວ​ໄດ້​ເວົ້າ. ‘ທີ່​ຈະ​ມາ​ຄິດ, ດັ່ງ​ທີ່​ເຈົ້າ​ເວົ້າວ່າ​, ພ​ຣະ​ອົງ​ໄດ້​ລ້າງ​ບາບ​ຂອງ​ຂ້ອຍ​ອອກ​ໄປ​ແລ້ວ!’

ໂຄ​ຣີ​ ຈຳ​ໄດ້​ວ່າ, ລາວ​ໄດ້​ຍື່ນ​ມືຂອງ​ລາວ​ອອກ​ມາ​ຈັບ​ມື​ຂອງ​ຂ້າ​ພະ​ເຈົ້າ. ແລະ ຂ້າ​ພະ​ເຈົ້າ, ຜູ້​ທີ່​ເຄີຍ​ໄດ້​ສັ່ງ​ສອນ​ເລື້ອຍໆ … ເຖິງ​ການ​ໃຫ້​ອະ​ໄພ, ໄດ້​ເກັບ​ມື​ຂ້າ​ພ​ະ​ເຈົ້າ​ໄວ້​ທາງ​ຂ້າງ.

ແມ່ນ​ແຕ່​ເມື່ອ​ຄວາມ​ຄິດ​ທີ່ໂມ​ໂຫຮ້າຍ, ແລະ ການ​ແກ້​ແຄ້ນ​ໄດ້ເພີ່ມ​ທະ​ວີ​ຂຶ້ນ​ໃນ​ຕົວ​ຂ້າ​ພ​ະ​ເຈົ້າ, ຂ້າ​ພະ​ເຈົ້າໄດ້​ເຫັນ​ບາບ​ໃນ​ສິ່ງນີ້. … ໂອ້ ພ​ຣະ​ເຢ​ຊູ​ເຈົ້າ​ເອີຍ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ, ຂໍ​ຈົ່ງ​ໃຫ້​ອະ​ໄພ​ຂ້າ​ນ້ອຍ​ແດ່​ເຖີດ ແລະ ຊ່ອຍ​ຂ້າ​ນ້ອຍ​ໃຫ້​ອະ​ໄພ​ລາວ​ດ້ວຍ.

“ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາມຍິ້ມ, [ແລະ] ຍົກ​ມື​ຂຶ້ນໄດ້​ຍາກ. ຂ້າ​ພະ​ເຈົ້າ​ເຮັດ​ບໍ່​ໄດ້. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ສຶກ​ຫ​ຍັງ​ເລີຍ, ບໍ່​ຮູ້​ສຶກ​ຄວາມ​ອົບ​ອຸ່ນ ຫລື ຄວາມ​ໃຈ​ບຸນ​ອັນ​ໃດ​ຈັກ​ນ້ອຍ. ແລະ ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ໃນ​ໃຈ​ອີກວ່າ, ພ​ຣະ​ເຢ​ຊູ​ເຈົ້າ​ເອີຍ, ຂ້າ​ນ້ອຍ​ໃຫ້​ອະ​ໄພ​ລາວບໍ່​ໄດ້. ຂ້າ​ນ້ອຍ​ທູນ​ຂໍ​ການ​ໃຫ້​ອະ​ໄພ​ຂອງ​ພ​ຣະ​ອົງ​ແດ່​ທ້ອນ.

“ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຈັບ​ມື​ຂອງ​ລາວ​ສິ່ງ​ທີ່ບໍ່​ເປັນ​ຕາ​ເຊື່ອ​ທີ່​ສຸດໄດ້​ເກີດ​ຂຶ້ນ. ຈາກ​ບ່າ​ໄຫລ່​ລົງ​ໄປ​ຕາມ​ແຂນ ແລະ​ ຜ່ານ​ມື​ຂອງ​ຂ້າ​ພະ​ເຈົ້າ​ກະ​ແສ​ຢ່າງ​ໜຶ່ງ​ປາ​ກົດ​ວ່າ​ໄດ້​ຜ່ານ​ອອກ​ຈາກ​ຂ້າ​ພະ​ເຈົ້າ​ໄປ​ເຖິງ​ລາວ, ຂະ​ນະ​ທີ່​ຄວາມ​ຮັກ​ທີ່​ມີ​ໃຫ້​ຄົນ​ແປກ​ໜ້າ​ຄົນ​ນີ້​ໄດ້​ເຂົ້າ​ມາ​ສູ່​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ທີ່ເກືອບ​ເຮັດ​ໃຫ້ຂ້າ​ພະ​ເຈົ້າ​ຕື້ນ​ຕັນ​ໃຈ.

“ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ວ່າການ​ປິ່ນ​ປົວ​ຂອງ​ໂລກນັ້ນ​​ບໍ່​ໄດ້​​ຂຶ້ນຢູ່​ກັ​ບ​ການ​ໃຫ້​ອະ​ໄພ​​ ຫລື ຄວາມ​ດີ​ງາມ​ຂອງ​ເຮົາ​, ແຕ່​ມັນ​ຂຶ້ນ​ຢູ່​ກັ​ບ​ຂອງ​ພ​ຣະ​ອົງ. ເມື່ອ​ພ​ຣະ​ອົງ​ບອກ​ໃຫ້​ເຮົາ​ຮັກ​ສັດ​ຕູ​ຂອງ​ເຮົາ, ພ້ອມນີ້ພ​ຣະ​ອົງຍັງ​ບັນ​ຊາ​ໃຫ້​ເຮົາ​ຮັກ​ຕົນ​ເອງດ້ວຍ​.”1

ໂຄ​ຣີ ເທັນ ບູມ​ ຖືກ​ເຮັດ​ໃຫ້ຫາຍ​ດີ.

ປະ​ທານ​ທອມມັສ ​ແອັສ ມອນ​ສັນ ໄດ້​ກ່າວ​ວ່າ, “ມີ​ມະ​ນຸດ​ຄົນໜຶ່ງ​ທີ່​ຄ້ຳ​ຊູ​ຜູ້​ຄົນ​ທີ່​ມີ​ບັນ​ຫາ ຫລື ກຸ້ມ​ໃຈ​ດ້ວຍ​ຄວາມ​ໂສກ​ເສົ້າ ແລະ ປວດ​ລ້າວ—ຄົນ​ນັ້ນ​ແມ່ນ​ອົງ​ພຣະ​ເຢ​ຊູ​ຄຣິດ.”2

ຖ້າ​ທ່ານ​ຮູ້​ສຶກວ່າບໍ່​ສະ​ອາດ, ບໍ່​ເປັນ​ທີ່​ຮັກ, ບໍ່​ມີ​ຄວາມ​ສຸກ, ບໍ່​ມີ​ຄຸນ​ຄ່າ​ດີ​ພໍ, ຫລື ບໍ່​ບໍລິບູນ, ຈົ່ງ​ຈື່​ຈຳ​ໄວ້​ວ່າ “ທຸກ​ສິ່ງ​ຢ່າງ​ທີ່ບໍ່​ຍຸດ​ຕິ​ທຳ​ກ່ຽວ​ກັບ​ຊີ​ວິດ​ສາ​ມາດ​ເຮັດ​ໃຫ້​ຖືກ​ຕ້ອງ​ໄດ້ ຜ່ານ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ຄຣິດ.”3 ຈົ່ງ​ມີ​ສັດທາ ​ແລະ ອົດທົນ​ຕາມ​ເວລາ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຈຸດປະສົງ​ສຳລັບ​ທ່ານ. “ຢ່າ​ວິຕົກ​ເລີຍ, ຈົ່ງ​ເຊື່ອ​ເທົ່າ​ນັ້ນ” (ມາຣະ​ໂກ 5:36).

ຂໍ​ໃຫ້​ໝັ້ນ​ໃຈ​ວ່າ ພ​ຣ​ະ​ຜູ້​ຊ່ອຍ​ໃຫ້​ລອດ​ຍັງ​ສະ​ແຫວງ​ຫາທີ່​ຈະຮັກສາ ​ແລະ ​ປິ່ນປົວ​ໃຈ​ຂອງ​ເຮົາ. ​ໃນ​ຂະນະ​ທີ່ພຣະອົງ​ລໍຖ້າ​ຢູ່​ທີ່​ປະ​ຕູ, ຂໍ​ໃຫ້​ເຮົາ​ຈົ່ງ​ຕອບຄືນ​ອີກ ​ໂດຍ​ການ​ອະທິຖານ, ກັບ​ໃຈ, ​ໃຫ້​ອະ​ໄພ, ​ແລະ ລືມ​. ຂໍ​ໃຫ້​ເຮົາ​ຈຶ່ງ​ຮັກ​ພຣະ​ເຈົ້າ ​ແລະ ຮັບ​ໃຊ້​ເພື່ອນ​ບ້ານ ​ແລະ ຢືນ​ຢູ່​ໃນ​ບ່ອນ​ທີ່​ສັກສິດ ​​ໂດຍ​ເຮັດ​ໃຫ້​ຊີວິດ​ສະອາດ.​ ຊາຍ​ທີ່​ອ່ອນ​ແອ​ທີ່​ສະນ້ຳ​ເບ​ດສາທາ, ຄົນ​ຂີ້ທູດ​ຜູ້​ກຳລັງ​ພາກັນ​ໄປ​ກຸງ​ເຢຣູຊາ​ເລັມ, ​ແລະ ​ຄໍ​ຣີ ​ເທັນ ບູມ ​ໄດ້​ຫາຍ​ດີ. ​ “ເຈົ້າ​ຢາກ​ຫາຍ​ດີ​ບໍ?” ຈົ່ງ​ລຸກ​ຂຶ້ນ ​ແລະ ຍ່າງ​ໄປ. “ພຣະຄຸນ​ຂອງ​ພຣະອົງ​ກໍ​ພໍ​ແລ້ວ” (2 ​ໂກຣິນ​ໂທ 12:9), ແລະ ທ່ານ​ຈະ​ບໍ່​ຍ່າງ​ໄປ​ຄົນ​ດຽວ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພ​ຣະ​ເຈົ້າ​ຊົງ​ພ​ຣະ​ຊົນ​ຢູ່. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ເຮົາ​ທຸກ​ຄົນ​ເປັນ​ລູກໆ​ຂອງ​ພ​ຣະ​ອົງ ແລະວ່າ​ພ​ຣ​ະ​ອົງ​ຮັກ​ເຮົາ​ດັ່ງ​ທີ່​ເຮົາ​ເປັນ​ຢູ່ ແລະ ຄົນ​ທີ່​ເຮົາ​ສາ​ມາດກາຍ​ເປັນ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພ​ຣະ​ອົງ​ໄດ້​ສົ່ງ​ພ​ຣະ​ບຸດ​ຂອງ​ພ​ຣະ​ອົງ​ມາ​ສູ່​ໂລກ ເພື່ອ​ມາ​ເປັນ​ຜູ້​ຊົດ​ໃຊ້​ເສຍ​ສະ​ລະ​ເພື່ອ​ມະ​ນຸດ​ທຸກ​ຄົນ ແລະ ວ່າ​ຜູ້​ທີ່ຍອມ​ຮັບ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ອົງ ແລະ ຕິດ​ຕາມ​ພ​ຣະ​ອົງ​ຈະ​ໄດ້​ຫາຍ​ດີ ​ແລະ ສົມບູນ. ​ໃນ​ເວລາ​ຂອງ​ພຣະອົງ​ເອງ, ​ແລະ ​ໃນ​ວິທີ​ທາງ​ຂອງ​ພຣະອົງ​ເອງ, ​ແລະ ອີງ​ຕາມ​ພຣະປະສົງ​ຂອງ​ພຣະອົງ​ເອງ (​ເບິ່ງ D&C 88:68), ໂດຍ​ຄວາມ​ເມດ​ຕາ​ອັນ​ອ່ອນ​ນ້ອມ​ຂອງ​ພຣະອົງ. ນີ້​ຄື​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ທ່ານ, ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Corrie ten Boom, The Hiding Place (1971), 215.

  2. Thomas S. Monson, “Meeting Life’s Challenges,” Ensign, Nov. 1993, 71.

  3. ຈົ່ງ​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດສະໜາ (2004), 52.