​2010–2019
ທ່ານບໍ່​ເປັນ​ຄົນ​ຕ່າງ​ດ້າວ​ອີກ​ຕໍ່​ໄປ
ຕຸລາ 2013


ທ່ານບໍ່​ເປັນ​ຄົນ​ຕ່າງ​ດ້າວ​ອີກ​ຕໍ່​ໄປ

ໃນ​ສາດ​ສະ​ໜາ​ຈັກ​ນີ້, ບໍ່​ມີ​ຄົນ​ແປກ​ໜ້າ ແລະ ບໍ່​ມີ​ຄົນນອກ. ມີ​ແຕ່​ອ້າຍ​ເອື້ອຍ​ນ້ອງ​ເທົ່າ​ນັ້ນ.

ເຮົາ​ຫລາຍ​ຄົນ​ໃນ​ເວ​ລາ​ໃດ​ເວ​ລາ​ໜຶ່ງ​ເຄີຍ​ໄດ້​ຢູ່​ໃນ​ສະ​ພາບ​ການ​ໃໝ່​ສຳ​ລັບ​ເຮົາ, ບ່ອນ​ທີ່​ເຮົາ​ຮູ້​ສຶກວ່າບໍ່​ຄຸ້ນ​ເຄີຍ ແລະ ບໍ່​ໝັ້ນ​ໃຈ. ສະ​ພາບ​ການ​ແບບນີ້​ໄດ້​ເກີດ​ຂຶ້ນ​ກັບ​ຄອບ​ຄົວ​ຂອງ​ພວກ​ຂ້າ​ພ​ະ​ເຈົ້າ​ເມື່ອ​ຫ້າ​ປີ​ກ່ອນ ຫລັງ​ຈາກ​ປະ​ທານທອມມັສ ​ແອັສ ມອນ​ສັນ ໄດ້​ສະ​ເໜີ​ການ​ເອີ້ນ​ໃຫ້​ຂ້າ​ພ​ະ​ເຈົ້າ​ໄປ​ຮັບ​ໃຊ້​ໃນ​ຖາ​ນະ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫ​ຍ່​ຂອງ​ສາດ​ສະ​ໜາ​ຈັກ. ການ​ເອີ້ນນີ້​ໄດ້​ຮຽກ​ຮ້ອງ​ໃຫ້​ຄອບ​ຄົວ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ຍົກ​ຍ້າຍ​ໄປ​ຈາກ​ບ່ອນ​ທີ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ອາ​ໄສ​ຢູ່​ຢ່າງ​ມີ​ຄວາມ​ສຸກຫລາຍກວ່າ​ຊາວ​ປີ. ພັນ​ລະ​ຍາ​ ແລະ ຂ້າ​ພະ​ເຈົ້າຍັງ​ຈຳ​ປະ​ຕິ​ກິ​ລິ​ຍາ​ຂອງ​ລູກໆ​ໃນ​ເວ​ລານັ້ນ ເມື່ອ​ພວກ​ເຂົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ປ່ຽນ​ແປງນັ້ນ. ລູ​ກ​ຊາຍ​ຄົນ​ໜຶ່ງ​ອາ​ຍຸ 16 ປີ​ໄດ້​ປະ​ກາ​ດ​ວ່າ, “ບໍ່​ມີ​ບັນ​ຫາ​ຫ​ຍັງ​ເລີຍ. ພໍ່​ ແລະ ແມ່​ພາ​ກັນ​ໄປໂລດ; ລູກ​ຈະຢູ່ນີ້​ແຫລະ!”

ແລ້ວ​ລາວ​ກໍ​ໄດ້ຕັດ​ສິນ​ໃຈ​ໄປ​ກັບ​ພວກ​ຂ້າ​ພະ​ເຈົ້າທັນ​ທີ ແລະ ໄດ້​ຍອ​ມ​ຮັບ​ເອົາ​ໂອ​ກາດ​ໃໝ່​ໃນ​ຊີ​ວິດ​ຂອງ​ລາວ​ດ້ວຍ​ຄວາມ​ຊື່​ສັດ. ການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ສະ​ພາບ​ແວດ​ລ້ອມ​ໃໝ່​ໃນ​ສາມ​ສີ່​ປີ​ທີ່​ຜ່ານ​ມານີ້​ໄດ້​ກາຍ​ມາ​ເປັນ​ປະ​ສົບ​ການ​ແຫ່ງ​ການ​ຮຽນ​ຮູ້ສຳ​ລັບ​ຄອບ​ຄົວ​ຂອງ​ພວກ​ຂ້າ​ພະ​ເຈົ້າ​, ​ໂດຍ​ສະ​ເພາະ​ແລ້ວ ເປັນ​ເພາະ​ການ​ຮັບ​ຕ້ອນ​ທີ່​ອົບ​ອຸ່ນ ແລະ ຄວາມ​ດີ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂະ​ນະ​ທີ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ອາ​ໄສ​ຢູ່​ໃນ​ປະ​ເທດ​ຕ່າງໆ, ພ​ວກ​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ບຸນ​ຄຸນ​ທີ່​ຄວາມ​ສ​າ​ມັກ​ຄີ​ກັນ​ຂອງ​ຜູ້​ຄົນ​ຂອງ​ພ​ຣະ​ເຈົ້າ​ຕະ​ຫລອດ​ທົ່ວ​ໂລກນັ້ນ ເປັນ​ເລື່ອງ​ຈິງ ແລະ ສຳ​ພັດ​ໄດ້.

ການ​ເອີ້ນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ໃຫ້​ຂ້າ​ພະ​ເຈົ້າ​ເດີນ​ທາງ​ໄປ​ເຖິງ​ຫລາຍໆ​ປະ​ເທດ ແລະ ໄດ້​ໃຫ້​ຂ້າ​ພະ​ເຈົ້າ​ມີໂອ​ກາດພິ​ເສດ​ທີ່​ຈະ​ເປັນ​ປະ​ທານ​ໃນ​ກອງ​ປະ​ຊຸມ​ທັງຫລາຍ. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເບິ່ງ​ກ​ອງ​ປະ​ຊຸມ​ຕ່າງໆ, ສ່ວນ​ຫລາຍ​ຂ້າ​ພະ​ເຈົ້າ​ຈະ​ເຫັນ​ສະ​ມາ​ຊິກ​ທີ່​ມາ​ຈາກ​ຫລາຍໆ​ປະ​ເທດ, ພາ​ສາ, ແລະ ວັດ​ທະ​ນະ​ທຳ. ດ້ານ​ທີ່​ປະ​ເສີດ​ດ້ານ​ໜຶ່ງ​ຂອງ​ຍຸກ​ສະ​ໄໝ​ແຫ່ງພ​ຣະ​ກິດ​ຕິ​ຄຸນນັ້ນ​ຄື ມັນ​ບໍ່​ໄດ້​ຈຳ​ກັດ​ຕໍ່​ເຂດພູມ​ມີ​ສາດ ຫລື ປະ​ເທດ​ກຸ່ມ​ໃດ​ກຸ່ມ​ໜຶ່ງ. ​ມັນ​ຢູ່​ທົ່ວ​ໂລກ ແລະ ທົ່ວ​ໄປ. ມັນ​ເປັນ​ການກ​ະ​ກຽມ​ສຳ​ລັບ​ການ​ສະ​ເດັດ​ຄືນ​ມາ​ຢ່າງ​ຮຸ່ງ​ໂລດ​ຂອງ​ພ​ຣະ​ບຸດ​ຂອງ​ພ​ຣະ​ເຈົ້າ “ໂດຍ​ການ​ເຕົ້າ​ໂຮມ ລູກ​ຫລານ​ຂອງ​ພ​ຣະ​ອົງ​ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ.”1

ເຖິງ​ແມ່ນ​ວ່າ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ນັບ​ມື້​ນັບ​ເພີ່ມ​ທະ​ວີ​ຂຶ້ນ​ໃນ​ຄວາມ​ແຕກ​ຕ່າງ​ກັນ, ມູນ​ເຊື້ອ​ອັນ​ສັກ​ສິດ​ຂອງ​ເຮົາ​ນັ້ນ​ກວ້າງ​ໄກ​ກວ່າ​ຄວາມ​ແຕກ​ຕ່າງ​ຂອງ​ເຮົາ. ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເປັນ​ພາກ​ສ່ວນ​ຂອງ​ຄອບ​ຄົວ​ອິດ​ສະ​ລາ​ເອນ. ເຮົາ​ກາຍ​ມາ​ເປັນ​ອ້າຍ​ເອື້ອຍ​ນ້ອງ, ເປັນ​ທາ​ຍາດ​ທີ່​ເທົ່າ​ທຽມ​ກັນ​ໃນເຊື້ອ​ສາຍ​ທາງວິນ​ຍານອັນ​ດຽວ​ກັນ​ນັ້ນ. ພ​ຣະ​ເຈົ້າ​ໃຫ້​ສັນ​ຍາ​ກັບ​ອັບ​ຣາ​ຮາມ​ວ່າ “ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ໄດ້​ຮັບ​ພ​“ຣະ​ກິດ​ຕິ​ຄຸນນີ້ ຈະ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ອັບ​ຣາ​ຮາມ, ແລະ ຈະ​ຖືກ​ນັບ​ເປັນ​ລູກ​ຫລານຂອງ​ເພິ່ນ, ແລະ ຈະ​ລຸກ​ຂຶ້ນ ແລະ ອວຍ​ພອນ​ເພິ່ນ, ​ເປັນ​ບິດາ ຂອງ​ເຂົາ​ເຈົ້າ.”2

ທຸກ​ຄົນ​ທີ່​ເຂົ້າ​ມາ​ເປັນ​ສະ​ມາຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ: “ດັ່ງ​ນັ້ນ​ແຫລະ ພວກທ່ານບໍ່​ເປັນ​ຄົນ​ຕ່າງ​ດ້າວອີກ​ຕໍ່​ໄປ, ບັດ​ນີ້​ພວກ​ທ່ານເປັນພີ່​ນ້ອງ​ຮ່ວມ​ພົນ​ລະ​ເມືອງ​ກັບ​ປະ​ຊາ​ຊົນ​ຂອງ​ພຣະ​ເຈົ້າ, ແລະ ເປັນ​ສະ​ມາ​ຊິກ​ໃນຄອບ​ຄົວ​ຂອງ​ພຣະ​ເຈົ້າ.”3

ຄຳ​ທີ່​ວ່າ ຄົນ​ຕ່າງ​ດ້າວ ມາ​ຈາກ​ພາ​ສາ​ລາ​ຕິ​ນວ່າ extraneus, ຊຶ່ງ​ໝາຍ​ຄວາມ​ວ່າ “ທາງ​ນອກ” ຫລື​ວ່າ “ຈາກ​ທາງ​ນອກ.” ໂດຍ​ທົ່ວ​ໄປ​ແລ້ວ, ມັນ​ລະ​ບຸ​ເຖິງ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ເປັນ​ “ຄົນນອກ” ບໍ່​ວ່າ​ເພາະ​ເຫດ​ໃດ​ກໍ​ຕາມ, ບໍ່​ວ່າ​ມັນ​ເປັນ​ເພາະ ເຊື້ອ​ສາຍ, ວັດ​ທະ​ນະ​ທຳ, ຄວາມ​ຄິດ​ເຫັນ, ຫລື ສາດ​ສະ​ໜາ. ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ຜູ້​ທີ່​ພະ​ຍາ​ຍາມ​ຈະ​ຢູ່​ໃນ​ໂລກ​ແຕ່ບໍ່​ເປັນຂອງ​ໂລກ, ບາງ​ເທື່ອ​ເຮົາ​ຈະ​ຮູ້​ສຶກ​ຄື​ວ່າ​ເປັນ​ຄົນ​ນອກ. ພວກ​ເຮົາ, ຮູ້​ດີ​ຫລາຍກວ່າ​ຄົນອື່ນໆ, ວ່າ​ໂອ​ກາດ​ບາງ​ຢ່າງ​ຈະ​ບໍ່​ມີ​ໄວ້​ໃຫ້​ຄົນ​ທີ່​ຖືກ​ເຫັນ​ວ່າ​ແຕກ​ຕ່າງ.

ຕະ​ຫລອດ​ທຸກ​ຍຸກ​ສະ​ໄໝ ຜູ້​ຄົນ​ຂອງ​ພ​ຣະ​ເຈົ້າ​ຖືກ​ບັນ​ຊາ​ໃຫ້​ດູ​ແລ​ທຸກໆ​ຄົນ ຜູ້​ທີ່​ເປັນ​ຄົນ​ແປກ​ໜ້າ ຫລື​ຕ່າງ​ດ້າວ ຫລື ຜູ້​ທີ່​ເຫັນວ່າ​ແຕກ​ຕ່າງ. ໃນ​ສະ​ໄໝ​​ໂບຮານ, ຄົນ​ແປກ​ໜ້າ ຫລື​ ແຂກ​ບ້ານໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ພັນ​ທະ​ການ​ແຫ່ງ​ການຕ້ອນ​ຮັບ​ທີ່​ອົ​ບ​ອຸ່ນ​ອັນ​ດຽວ​ກັນ ດັ່ງ​ຍິງ​ໝ້າຍ ຫ​ລື ເດັກ​ກຳ​ພ້າ. ເໝືອນ​ດັ່ງ​ເຂົາ​ເຈົ້າ, ຄົນ​ແປກ​ໜ້າກໍ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ທີ່ອັນ​ຕະ​ລາຍ, ແລະ ຄວາມ​ລອດ​ຂອງ​​ລາວ​ແມ່ນ​ຂຶ້ນ​ຢູ່​ກັນ​ການ​ປົກ​ປ້ອງ​ທີ່​​ລາວໄດ້​ຮັບ​ຈາກຜູ້​ຄົນ​ໃນ​ທ້ອງ​ຖິ່ນ. ຜູ້​ຄົນ​ຂອງ​ອິດ​ສະ​ລາ​​ເອນ​ໄດ້​ຮັບ​ຄຳ​ສັ່ງ​ສອນ​ທີ່​ແນ່​ຊັດ​ເຖິງ​ເລື່ອງນີ້​ວ່າ: “ຈົ່ງ​ເຮັດ​ກັບ​ເຂົາ​ເໝືອນ​ດັ່ງ​ເຮັດ​ກັບ​ພີ່​ນ້ອງ​ອິດ​ສະ​​ລາ​ເອນ​ຄົນ​ອື່ນໆ ແລະ ຈົ່ງ​ຮັກ​ພວກ​ເຂົາ​ເໝືອນ​ຮັກ​ພວກ​ເຈົ້າ​ເອງ.”4

ໃນ​ລະ​ຫວ່າງການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພ​ຣະ​ອົງ​ຢູ່​ເທິງ​ໂລກ, ພ​ຣ​ະ​ເຢ​ຊູ​ໄດ້​ເປັນ​ຕົວ​ຢ່າງ​ຂອງ​ຄົນ​ທີ່​ໄດ້​ເຮັດ​ເກີນກວ່າ​ພັນ​ທະ​ການ​ທີ່​ລຽບ​ງ່າຍ​ຂອງ​​ການຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ ແລະ ການ​ໂຍະ​ຍານ. ຜູ້​ຄົນ​ທີ່​ຖືກ​ສັງ​ຄົມ​ບໍ່​ຍອມ​ຮັບ, ຜູ້​ທີ່​ຖືກ​ປະ​ຕິ​ເສດ ແລະ ຜູ້​ທີ່ຖື​ວ່າບໍ່​ບໍລິ​ສຸດ​ໂດຍ​ຜູ້​ທີ່​ຄິດ​ວ່າ​ຕົນ​ເອງຊອບ​ທຳ​ກວ່າ​ຄົນ​ອື່ນນັ້ນ ໄດ້​ຮັບ​ຄວາມ​ເມດ​ຕາ ແລະ ຄວາມ​ນັບ​ຖື​ຂອງ​ພ​ຣະ​ອົງ. ເຂົາ​ເຈົ້າ​ໄດ້​ຮັບ​ພາກ​ສ່ວນ​ທີ່​ເທົ່າ​ທຽມ​ກັນຂອງ​ຄຳ​ສອນ ແລະ ​ການ​ປະ​ຕິ​ບັດສາດ​ສະ​ໜາ​ກິດ​ຂອງ​ພ​ຣະ​ອົງ.

ຍົກ​ຕົວ​ຢ່າງ, ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ ໄດ້​ອອກ​ໄປ​ຕໍ່​ຕ້ານ​ກັບ​ປະ​ເພ​ນີ​ທີ່​ໄດ້​ຈັດ​ຂຶ້ນແລ້ວໃນ​ວັນເວ​ລາ​ທີ່​ພ​ຣະ​ອົງ​​ທີ່ຈະ​ກ່າວ​ກັບ​ຜູ້​ຍິງ​ທີ່​ຊາ​ມາ​ເຣຍ, ໂດຍຂໍ​ນ້ຳ​ດື່ມນຳ​ນາງ. ພ​ຣະ​ອົງ​ໄດ້​ນັ່ງ​ລົງ​ຮັບ​ປະ​ທານ​ອາ​ຫານ​ນຳ​ຄົນນອກ​ສັງ​ຄົມ ແລະ ຄົນ​ເກັບ​ພາ​ສີ. ພ​ຣະ​ອົງ​ບໍ່​ໄດ້​ລັງ​ເລ​ໃຈ​ທີ່​ຈະ​ເຂົ້າ​ໃກ້​ຄົນ​ຂີ້​ທູດ, ທີ່​ຈະ​ແຕະ​ຕ້ອງ​ລາວ ແລະ ປິ່ນ​ປົວ​ລາວ. ​ດ້ວຍ​ການ​ຊົມ​ເຊີຍ​ສັດ​ທາ​ຂອງ​ນາຍ​ທະ​ຫານ​ຊາວ​​ໂຣມ, ພ​ຣະ​ອົງ​ໄດ້​ກ່າວ​ຕໍ່​ຝູງ​ຊົນວ່າ “ເຮົາ​ບອກ​ໃຫ້​ພວກ​ທ່ານ​ຮູ້​ວ່າ ຢູ່​ໃນ​ພວກ​ອິດ​ສະ​ລາ​ເອນ​ເຮົາຍັງ​ບໍ່​ໄດ້​ພົບ​ໃຜ​ທີ່​ມີ​ຄວາມ​ເຊື່ອ​ເຊັ່ນ​ນັ້ນ.”5

​ພ​ຣະ​ເຢ​ຊູໄດ້​ຮ້ອງ​ຂໍ​ໃຫ້​ເຮົາ​ຮັກ​ສາ​ກົດ​ແຫ່ງ​ຄວາມ​ຮັກ​ທີ່​ສົມ​ບູນ, ​ຊຶ່ງເປັນ​ຂອ​ງ​ປະ​ທານ​ທົ່ວ​ໄປ ແລະ ບໍ່​ມີ​ເງື່ອນ​ໄຂ. ພ​ຣະ​ອົງ​ໄດ້​ກ່າ​ວ​ວ່າ:

“ຖ້າ​ພວກ​ທ່ານ​ຮັກ​ຄົນ​ທີ່​ຮັກ​ພວກ​ທ່ານ​ແຕ່​ເທົ່າ​ນັ້ນ ພວກ​ທ່ານ​ຈະ​ຫວັງ​ບຳ​ເໜັດ​ຫ​ຍັງ​ຈາກ​ພ​ຣະ​ເຈົ້າ? ແມ່ນ​ແຕ່​ຄົນ​ເກັບ​ພາ​ສີ​ກໍ​ເຮັດ​ເຊັ່ນ​ນັ້ນ.

“ຖ້າ​ຫາກ​ພວກ​ທ່ານ​ເລືອກ​ໂອ້​ລົມ​ກັບ​ໝູ່​ເພື່ອນ​ເທົ່າ​ນັ້ນ, ພ​ວກ​ທ່ານ​ໄດ້​ເຮັດ​ຫ​ຍັງ​ດີ​ລື່ນ​ເປັນ​ພິ​ເສດ​ແດ່? ແມ່ນ​ແຕ່​ຄົນ​ບໍ່​ນັບ​ຖືພຣະ​ເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ.

“ສະ​ນັ້ນ​ພວກ​ທ່ານ​ຈຶ່ງ​ຕ້ອງ​ເປັນ​ຄົນ​ດີ​ຄົບ​ຖ້ວນ, ຢ່າງ​ພ​ຣະ​ບິ​ດາ​ຂອງ​ພວກ​ທ່ານ​ໃນ​ສະ​ຫວັນ​ດີ​ຄົບ​ຖ້ວນ​ທຸກປະ​ການ.”6

ໃນ​ສາດ​ສະ​ໜາ​ຈັກ​ນີ້, ບໍ່​ມີ​ຄົນ​ແປກ​ໜ້າ ແລະ ບໍ່​ມີ​ຄົນນອກ. ມີ​ແຕ່​ອ້າຍ​ເອື້ອຍ​ນ້ອງ​ເທົ່າ​ນັ້ນ. ຄວາມ​ຮູ້​ທີ່​ວ່າ​ເຮົາ​ມີ​ພ​ຣະ​ບິ​ດາ​ນິ​ລັນ​ດອນນັ້ນ ຊ່ອຍ​ເຮົາ​ໃຫ້​ຮູ້​ສຶກ​ໄວ​ຫລາຍ​ຂຶ້ນ​ເຖິງ​ຄວາມ​ເປັນ​ອ້າຍ ແລະ ເອື້ອຍ​ນ້ອງ ທີ່​ຄວນມີ​ຢູ່​ລະ​ຫວ່າງ​ຊາຍ ແລະ ຍິງ​ທຸກ​ຄົນ​ຢູ່​ເທິງ​ໂລກ.

ວັກ​ສັ້ນໆ​ວັກ​ໜຶ່ງ​ຈາກ​ໜັງ​ສື​ເລື່ອງ Les misérables ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ສາ​ມາດ​ປະ​ຕິ​ບັດ​ຕໍ່​ບຸກ​ຄົນ​ທີ່​ຖືກ​ຖື​ວ່າ​ເປັນ​ຄົນ​ແປກ​ໜ້າ. ຈອງ ວາວ​ຈອງ ຫາ​ກໍ​ຖືກ​ປ່ອຍ​ອອກ​ມາ​ໃນ​ຖາ​ນະ​ນັກ​ໂທດ. ອິດ​ເມື່ອ​ຈາກ​ການ​ເດີນ​ທາງ​ໄກ ແລະ ຫິວ​ໂຫຍ ແລະ ກະ​ຫາຍ​ນ້ຳ, ລາວ​ໄດ້​ມາ​ເຖິງ​ໝູ່​ບ້ານ​ນ້ອຍໆ​ແຫ່ງ​ໜຶ່ງ ຊອກ​ຫາ​ສະ​ຖານ​ທີ່​ທີ່​ຈະ​ມີ​ອາ​ຫານ ແລະ ທີ່​ພັກ​ອາ​ໄສ​ຈັກ​ຄືນ​ໜຶ່ງ. ເມື່ອ​ຂ່າວ​ຂອງເລື່ອງ​ລາວ​ຂ​ອງ​ລາວ​ໄດ້​ແຜ່​ອອກ​ໄປ ໃຜໆ​ໃນ​ເຂດນັ້ນ​ກໍ​ບໍ່​ຍອມ​ໃຫ້​ລາວ​ພັກ​ເຊົາ​ນຳ​. ທັງ​ໂຮງ​ແຮມ​ໃຫ​ຍ່, ບ້ານ​ພັກ​ນ້ອຍ, ແມ່​ນແຕ່ຄຸກ​ກໍ​ບໍ່​ຍອມ​ເຊີນ​ລາວ​ເຂົ້າ​ພັກ. ລາວ​ຖືກ​ປະ​ຕິ​ເສດ, ຖືກ​ຂັ​ບ​ໄລ່​, ຖືກ​ເນ​ລະ​ເທດ. ໃນ​ທີ່​ສຸດ, ເມື່ອບໍ່​ເຫລືອເຫື່ອ​ແຮງຫ​ຍັງ​ອີກ​ແລ້ວ, ລາວ​ໄດ້​ລົ້ມ​ສະ​ຫລົບ​ລົງ​ຢູ່​ທີ່​ປະ​ຕູ​ຂອງ​ອະ​ທິ​ການ​ຂອງ​ໝູ່​ບ້ານນັ້ນ​.

ອະ​ທິ​ການ​ທີ່​ດີ​ຄົນ​ນັ້ນ​ກໍ​ຮູ້​ດີ​ແລ້ວ​ກ່ຽວ​ກັບ​ປະ​ຫວັດ​ຂອງນາຍ ວາວ​ຈອງ, ແຕ່​ເພິ່ນ​ໄດ້​ເຊີນ​ຄົນ​ພະ​​ເນ​ຈອນ​ຄົນ​ນີ້​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ເພິ່ນ ດ້ວຍ​ຖ້ອຍ​ຄຳ​ທີ່ເມດ​ຕາ​ເຫລົ່​ານີ້​ວ່າ:

“‘ນີ້ບໍ່​ແມ່ນ​ບ້ານ​ຂອງ​ຂ້ອຍ; ມັນ​ເປັນ​ບ້ານ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ. ປະ​ຕູນີ້​ຈະ​ບໍ່​ຮຽກ​ຮ້ອງວ່າ​ຄົນ​ທີ່​ເຂົ້າ​ມານີ້​ມີ​ຊື່​ ຫລືບໍ່, ແຕ່​​ວ່າ​ລາວ​ມີ​ຄວາມ​ເສົ້າ​ໂສກ​ບໍ. ເຈົ້າ​ທົນ​ທຸກ​ມາ, ເຈົ້າ​ຫິວ​ເຂົ້າ ແລະ ກະ​ຫາຍ​ນ້ຳ; ຂ້ອຍຕ້ອນ​ຮັບ​ເຈົ້າ. … ຂ້ອຍຈຳ​ເປັນ​ຕ້ອງ​ຮູ້​ຊື່​ຂອງ​ເຈົ້າ​ບໍ? ຕາມ​ຈິງ​ແລ້ວ, ກ່ອນ​ເຈົ້າ​ໄດ້​ບອກ​ຊື່ [ຂອງ​ເຈົ້າ] ເຈົ້າ​ກໍ​ໄດ້​ມີ​ຊື່​ທີ່​ຂ້ອຍ​ໄດ້​ຮູ້​ຈັກແລ້ວ.’

“[ວາວ​ຈອງ] ໄດ້​ມືນ​ຕາຂອງ​ລາວ​ດ້ວຍ​ຄວາມ​ຕື່ນ​ຕົກ​ໃຈ.

“‘ແທ້​ໆ​ບໍ? ເຈົ້າ​ຮູ້​ຊື່​ຂ້ອຍ​ແລ້ວ​ບໍ?’

“‘ແມ່ນ​ແລ້ວ,’ ອະ​ທິ​ການ​ໄດ້​ຕອບ, ‘ເຈົ້າ​ຖືກ​ເອີ້ນ​ວ່າ ນ້ອງ​ຊາຍ​ຂອງ​ຂ້ອຍ.’”7

ໃນ​ສາດ​ສະ​ໜາ​ຈັກ​ນີ້, ຫວອດ ແລະ ກຸ່ມ​ໂຄ​ລຳ​ຂອງ​ເຮົາ​ບໍ່​ໄດ້​ເປັນ​ຂອງ​ເຮົາ. ມັນ​ເປັນ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ. ໃຜ​ກໍ​ຕາມ​ທີ່​ເຂົ້າ​ມາ​ໃນ​ຕຶກ​ປະ​ຊຸມ​ຂອງ​ເຮົາ​ຄວນ​ຮູ້​ສຶກ​ສະ​ບາຍ​ໃຈ. ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ຕ້ອນ​ຮັບ​ທຸກ​ຄົນ​ກໍ​ນັບ​ມື້​ນັບເປັນ​ເລື່ອງ​ສຳ​ຄັນ. ໂລກ​ທີ່​ເຮົາ​ອາ​ໄສ​ຢູ່​ກຳ​ລັງ​ຜ່ານ​ຜ່າ​ຍຸ​ກ​ສະ​ໄໝທີ່​ວຸ້ນ​ວາຍ​ຫລາຍ. ເປັນ​ເພາະ​ການ​ຂົນ​ສົ່ງ​ທີ່​ມີ​ໃຫ້ຫລາຍ, ການ​ສື່​ສານ​ທີ່​ວ່ອງ​ໄວ, ແລະ ເສດ​ຖະ​ກິດ​ທີ່​ແຜ່​ໄປ​ທົ່ວ​ໂລກ, ແຜ່ນ​ດິນ​ໂລກ​ກໍ​ກຳລັງ​ກາຍ​ເປັນ​ບ້ານ​ໃຫ​ຍ່​ບ້ານ​ໜຶ່ງ ບ່ອນ​ທີ່​ຜູ້​ຄົນ ແລະ ປະ​ເທດ​ຊາດ​ພົບ​ກັນ, ຕິດ​ຕໍ່​ຫາ, ແລະ ເວົ້າ​ລົມ​ກັນ​ຫລາຍ​ກ​ວ່າ​ແຕ່​ກ່ອນ.

ການ​ປ່ຽນ​ແປງ​​ທົ່ວ​ໂລກຂະ​ໜາດ​ກ​ວ້າງ​ໄກເຫ​ລົ່າ​ນີ້ສະ​ໜອງ​ພ​ຣະ​ປະ​ສົງ​ຂອງ​ພ​ຣະ​ເຈົ້າ​ອົງ​ລິດ​ອຳ​ນາດ. ການ​ເຕົ້າ​ໂຮມ​ຜູ້​ຄົນ​ທີ່​ພ​ຣະ​ອົງ​ເລືອກ​ຈາກສີ່​ທິດ​ຂອງ​ແຜ່ນ​ດິນ​ໂລກນັ້ນ​ບໍ່​ໄດ້​ເກີດ​ຂຶ້ນ​ໂດຍ​ການ​ສົ່ງ​ຜູ້​ສອນ​ສາດ​ສະ​ໜາ​ອອກ​ໄປ​ທີ່​ປະ​ເທດ​ທີ່​ແສນ​ໄກ​ເທົ່າ​ນັ້ນ ແຕ່ໂດຍ​ການ​ຍົກ​ຍ້າຍ​ຂອງ​ຜູ້​ຄົນ​ຈາກ​ເຂດ​ອື່ນໆເຂົ້າ​ມາຢູ່​ໃນ​ບ້ານ​ເມືອງ ແລະ ໝູ່​ບ້ານ​ຂອງ​ເຮົາ​ດ້ວຍ. ຄົ​ນ​ຈຳ​ນວນ​ຫລາຍ, ໂດຍບໍ່​ຮູ້​ຫ​ຍັງ​ເລີຍ, ກໍ​ກຳ​ລັງ​ຖືກ​ພ​ຣະ​ຜູ້​ເປັນ​ເຈົ້າ​ນຳ​ພາ​ໄປ​ສູ່​ບ່ອນ​ທີ່​ເຂົາ​ເຈົ້າ​ຈະ​ສາ​ມາດ​ໄດ້​ຍິນ​ເລື່ອງ​ພ​ຣະ​ກິດ​ຕິ​ຄຸນ ແລະ ເຂົ້າ​ມາ​ສູ່​ຝູງ​ແກະ​ຂອງ​ພ​ຣະ​ອົງ.

ອາດ​ຈະ​ເປັນ​ໄປ​ໄດ້​ທີ່​ຄົນ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ສູ່​ພ​ຣະ​ກິດ​ຕິ​ຄຸນ​ຜູ້​ຕໍ່​ໄປ​ໃນ​ຫວອດ​ຂອ​ງ​ທ່ານ​ຈະ​ເປັນ​ຄົນ​ທີ່ບໍ່​ໄດ້​ມາ​ຈາກວົງ​ຂອງ​ໝູ່​ເພື່ອນ ແລະ ຄົນ​ທີ່​ທ່ານ​ຮູ້​ຈັກ. ທ່ານ​ອາດ​ສັງ​ເກດ​ເຫັນ​ໄດ້​ຜ່​ານ​ໜ້າ​ຕາ​ຂອງ​ເຂົາ, ຜ່ານ​ພາ​ສາ, ເຄື່ອງ​ນຸ່ງ​ຖື, ຫລື ຜິວ​ພັນ​ຂອງ​ເຂົາ. ຄົນ​ຄົນນີ້​ອາດ​ໄດ້​ເຕີບ​ໂຕ​ຂຶ້ນ​ມາ​ໃນ​ສາດ​ສະໜາ​ອື່ນ, ໂດຍມີ​ປະ​ຫວັດ​ ຫລື ວິ​ຖີ​ຊີ​ວິດ​ທີ່​ແຕກ​ຕ່າງ​ຈາກ​ທ່ານ.

ການ​ຜູກ​ມິດ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອ​ບ​ອັນ​ສຳ​ຄັນ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ກຸ່ມ​ໂຄ​ລຳ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ເມນ​ຄີ​ເສເດັກ​ຕ້ອງ​ປະ​ຕິ​ບັດ​ໃຫ້​ສອດ​ຄ່ອງກັບບັນດາ​ເອື້ອຍ​ນ້ອງ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະ​ທິ​ການ ເພື່ອ​ໃຫ້​ແນ່​ໃຈ​ວ່າ​ແຕ່​ລະ​ຄົນ​ນັ້ນ​ໄດ້​ຮັບ​ການ​ຕ້ອນ​ຮັບ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ. ຄູ​ສອນ​ປະ​ຈຳ​ບ້ານ ແລະ ຄູ​ຢ້ຽມ​ສອນ​ຈະ​ດູ​ແລ​ເປັນ​ຢ່າງ​ດີ​ເພື່ອ​ໃຫ້​ແນ່​ໃຈ​ວ່າບໍ່​ມີ​ຄົນ​ໃດ​ຖືກ​ຫລົງ​ລືມ ຫລື ຖືກ​ບໍ່​ມີ​ໃຜ​ເອົາ​ໃຈ​ໃສ່​.

ເຮົາ​ຕ້ອງ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ເພື່ອ​ຈະ​ສ້າງວິນ​ຍານ​ແຫ່ງ​ຄວາມ​ສາ​ມັກ​ຄີກັນ​ໃນ​ຫວອດ ແລະ ສາ​ຂາ​ຂອງ​ເຮົາ. ຕົວ​ຢ່າງ​ແຫ່ງ​ຄວາມ​ສາມັກ​ຄີ​ກັນ​ໄດ້​ມີ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພ​ຣະ​ເຈົ້າ​ຫລັງ​ຈາກ​ພ​ຣະ​ຄ​ຣິດ​ໄດ້​ມາ​ຢ້ຽມ​ຢາມ​ທະ​ວີບ​ອ​າ​ເມ​ຣິ​ກາ. ບັນ​ທຶກໄດ້​ຊີ້ບອກວ່າ “ບໍ່​ມີ​ຊາວ​ເລ​ມັນ ຫລື ຊາວ​ໃດໆ​ເລີຍ; ແຕ່​ຄົນ​ທັງ​ໝົດ​ຢູ່​ເປັນ​ພວກ​ດຽວ​ກັນ, ເປັນ​ລູກ​ຂອງ​ພ​ຣະ​ຄ​ຣິດ, ແລະ ທາ​ຍາດ​ຂອງ​ອາ​ນາ​ຈັກ​ຂອງ​ພ​ຣະ​ເຈົ້າ.”8

ຈະ​ບໍ່​ໄດ້​ບັນ​ລຸຄວາມ​ສາ​ມັກ​ຄີ​ກັນ​ໂດຍ​ການບໍ່​ເອົາ​ໃຈ​ໃສ່ ແລະ ການ​ແຍກ​ຕົວ​ຂອງ​ສະ​ມາ​ຊິກ​ທີ່​ປາ​ກົດ​ວ່າ​ແຕກ​ຕ່າງ ຫລື ອ່ອນ​ແອ ໂດຍ​ການ​ພົວ​ພັນ​ກັບ​ແຕ່​ຜູ້​ຄົນ​ທີ່​ເບິ່ງ​ຄື​ພວກ​ເຮົາ​ພຽງ​ເທົ່າ​ນັ້ນ. ກົງ​ກັນ​ຂ້າມ, ການ​ເປັນ​ນ້ຳ​ໜຶ່ງ​​ໃຈ​ດຽວ​ກັນ​ນັ້ນ ແມ່ນ​ໄດ້​ມາ​ໂດຍ​ການ​ຕ້ອນ​ຮັບ ແລະ ຮັບ​ໃຊ້​ຄົນທີ່ເປັນ​ຄົນ​ໃໝ່ ​ແລະ ຄົນ​ທີ່​ມີ​ຄວາມ​ຕ້ອງ​ການ​ໂດຍ​ສະ​ເພາະ. ສະ​ມາ​ຊິກ​ເຫລົ່າ​ນີ້​ເປັນ​ພອນ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ ແລະ ໃຫ້​ໂອ​ກາດ​ເຮົາ​ຮັບ​ໃຊ້​ເພື່ອນ​ບ້​ານ​ຂອງ​ເຮົາ ແລະ ເພາະ​ສະ​ນັ້ນ ຊຳ​ລະ​ໃຈ​ຂອງ​ເຮົາ​ໃຫ້​ບໍ​ລິ​ສຸດ.

ສະ​ນັ້ນ, ອ້າຍ​ນ້ອງ​ຂ​ອງ​ຂ້າ​ພະ​ເຈົ້າ, ມັນ​ເປັນ​ໜ້າ​ທີ່ມອບ​ໝາຍ​ຂອງ​ທ່ານ​ທີ່​ຈະ​ເອື້ອມ​ອອກ​ໄປ​ຫາ​ຄົນ​ໃດ​ກໍ​ຕາມ​ທີ່​ປາ​ກົດ​ຕົວ​ຢູ່​ທີ່​ປະ​ຕູ​ຂອງ​ອາ​ຄານ​ສາ​ດ​ສະ​ໜາ​ຈັກ​ຂອງ​ທ່ານ. ຈົ່ງ​ຕ້ອນ​ຮັບ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ກະ​ຕັນ​ຍູ ແລະ ປາດ​ສະ​ຈາກ​ອະ​ຄະ​ຕິ. ຖ້າ​ຜູ້​ຄົນ​ທີ່ທ່ານບໍ່​ຮູ້​ຈັກ​ຍ່າງ​ເຂົ້າ​ມາ​ໃນ​ກອງ​ປະ​ຊຸມ​ໃດ​ໜຶ່ງ​ຂອງ​ທ່​ານ, ທັກ​ທາຍ​ເຂົາ​ເຈົ້າຢ່າງ​ອົບ​ອຸ່ນ ແລະ ເຊື້ອ​ເຊີນ​ເຂົ​າ​ເຈົ້າ​ໃຫ້​ນັ່ງ​ກັບ​ທ່ານ. ຂໍ​ໃຫ້​ທ່ານ​ເປັນ​ຄົນ​ທຳ​ອິດ​ທີ່​ຈະ​ຊ່ອຍ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກວ່າ​ຖືກ​ຕ້ອນ​ຮັບ ແລະ ເປັນ​ທີ່ຮັກ ແທນ​ທີ່​ຈະ​ລໍຖ້າໃຫ້​ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ມາ​ຫາ​ທ່ານ.

ຫລັງ​ຈາກ​ທ່ານ​ໄດ້​ຕ້ອນ​ຮັບ​ເຂົາ​ເຈົ້າ​ໃນ​ຕອນ​ຕົ້ນ​ແລ້ວ, ໃຫ້​ຄິດ​ເຖິງວິ​ທີ​ທີ່​ທ່ານ​ຈະ​ສາ​ມາດ​ປະ​ຕິ​ບັດ​ຕໍ່​ເຂົາ​ເຈົ້າ​ຕໍ່​ໄປ. ຄັ້ງ​ໜຶ່ງຂ້າ​ພະເຈົ້າ​ໄດ້​ຍິນ​ເລື່ອງ​ຂອງ​ຫວອດ​ໜຶ່ງ ບ່ອນ​ທີ່​ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ​ຂອງ​ເອື້ອຍ​ນ້ອງ​ສອງ​ຄົນ​ທີ່​ຫູ​ໜວກ, ເອື້ອຍ​ນ້ອງ​ຜູ້​ປະ​ເສີດ​ໃນ​ສະມາ​ຄົມ​ສະ​ຕີ​ສົງ​ເຄາະ​ສອງ​ຄົນ​ໄດ້​ພາ​ກັນ​ຕັດ​ສິນ​ໃຈຮຽນ​ພາ​ສາ​ກືກ​ ເພື່ອ​ວ່າ​ພວກ​ນາງ​ຈະ​ສາ​ມາດ​ສື່​ສານ​ກັບ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ສອງ​ຄົນ​ນັ້ນ. ນີ້​ຊ່າງ​ເປັນ​ຕົວ​ຢ່າງ​ທີ່​ປະ​ເສີດ​ແຫ່ງ​ຄວາມ​ຮັກ​ທີ່​ມີ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ໃນ​ພ​ຣະ​ກິດ​ຕິ​ຄຸນ​ແທ້ໆ!

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍາ​ນ​ວ່າ ບໍ່​ມີ​ຄົນ​ໃດ​ເປັນ​ຄົນ​ແປກ​ໜ້າ​ສຳ​ລັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ບໍ່​ມີ​ຄົນ​ໃດ ທີ່​ຈິດ​ວິນ​ຍານຂອງ​ເຂົາ​ນັ້ນ​ບໍ່​ລ້ຳຄ່າສຳ​ລັບ​ພ​ຣະ​ອົງ. ພ້ອມ​ກັບ​ເປ​ໂຕ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ “ພ​ຣະ​ເຈົ້າ​ເຮັດ​ກັບ​ທຸກ​ຄົນ​ເທິງ​ຫລັກ​ເກນຢ່າງດຽວ​ກັນ; ​ແຕ່ “ທຸກ​ຄົນ ບໍ່​ວ່າ​ຊາດ​ໃດ​ກໍ​ຕາມ ທີ່​ຢຳ​ເກງ​ພ​ຣະ​ເຈົ້າ ແລະ ປະ​ຕິ​ບັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ ກໍ​ເປັນ​ທີ່​ພໍ​ໃຈ​ພ​ຣະ​ອົງ.”9

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເມື່ອ​ພ​ຣະ​ຜູ້​ເປັນ​ເຈົ້າ​ເຕົ້າ​ໂຮມ​ຝູງ​ແກະ​ຂອງ​ພ​ຣະ​ອົງ​ໃນ​ວັນ​ເວ​ລາ​ສຸດ​ທ້າຍ, ພ​ຣະ​ອົງ​ອາດ​ຈະ​ກ່າວ​ກັບ​ເຮົາ​ແຕ່​ລະ​ຄົນ​ວ່າ, “ເຮົາ​ເປັນ​ແຂກ​ບ້ານ ພວກ​ທ່ານ​ກໍ​ຮັບ​ຕ້ອນ​ເຮົາ​ໄວ້.”

ແລ້ວ​ເຮົາ​ຈະ​ກ່າວ​ຕໍ່​ພ​ຣະ​ອົງ​ວ່າ, “ເມື່ອ​ໃດ​ພວກ​ຜູ້​ຂ້າ​ເຄີຍ​ເຫັນ​ພ​ຣະ​ອົງເປັນ​ແຂກ​ບ້ານ, ແລະ ຮັບ​ຕ້ອນ​ພ​ຣະ​ອົງ​ໄວ້?”

ພ​ຣ​ະ​ອົງ​ຈະ​ຕອບ​ເຮົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ, ເມື່ອ​ໃດ​ພວກ​ທ່ານ​ໄດ້​ເຮັດ​ແກ່​ຜູ້​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ໃນ​ພວກ​ພີ່​ນ້ອງ​ເຫລົ່າ​ນີ້​ຂອງ​ເຮົາ, ພວກ​ທ່ານ​ກໍ​ໄດ້​ເຮັດ​ແກ່​ເຮົາ.”10

ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.