​2010–2019
ບັດ​ນີ້ທ່ານ​ສາ​ມາດ​ລຸກ​ຂຶ້ນ​ໄດ້​ແລ້ວ!
ຕຸລາ 2013


​ບັດ​ນີ້ທ່ານ​ສາ​ມາດ​ລຸກ​ຂຶ້ນ​ໄດ້​ແລ້ວ!

ຕາບ​ໃດ​ທີ່​ເຮົາ​ເຕັມ​ໃຈ​ທີ່​ຈະ​ລຸກ​ຢືນຂຶ້ນ​ອີກ ແລະ ເດີນ​ຕໍ່​ໄປ​ໃນ​ເສັ້ນ​ທາງ, ... ເຮົາ​ສາ​ມາດ​ຮຽນ​ຮູ້​ສິ່ງ​ໃດ​ສິ່ງ​ໜຶ່ງ​ຈາກ​ການ​ລົ້ມ​ເຫລວນັ້ນ ແລະ ຈະ​ກາຍ​ເປັນ​ຄົນ​ດີ ແລະ ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ.

ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ລຸກ​ຂຶ້ນ​ໄດ້​ຢ່າງວ່ອງ​ໄວ​ຫລັງ​ຈາກ​ໄດ້​ລົ້ມ​ລົງ. ແຕ່ບັດນີ້, ​ເວ​ລາຫລ​າຍ​ປີ​ຜ່ານໄປ, ຂ້າ​ພະ​ເຈົ້າ​ສະ​ຫລຸບ​ໄດ້​ວ່າ ​ເມື່ອ​ຂ້າ​ພ​ະ​ເຈົ້າ​ລົ້ມ, ແນ່ນອນ​ວ່າ ຂ້າ​ພະ​ເຈົ້າ​ຈະ​ລຸກ​ຂຶ້ນ​ໄດ້​ຍາກ​.

ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ໄປ​ແລ່ນ​ສະ​ກີ​ໃນ​ຫິ​ມະ​ນຳ​ຫລານຊາຍ​ອາ​ຍຸ​ສິ​ບ​ສອງ​ປີ. ພວກ​ເຮົາ​ໄດ້​ມີ​ຄວາມ​ສຸກ​ນຳ​ກັນ​ຢູ່ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ສະ​ກີ​ໄປ​ຜ່ານ​ບ່ອນ​ທີ່ມີ​ນ້ຳ​ກ້ອນ ແລະ ໄດ້​ລົ້ມ​ລົງ​ຢ່າງ​ໃຫ​ຍ່​ຢູ່​ໃນ​ຮ່ອ​ມພູທີ່​ສູງ​ຊັນ.

ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ທຸກ​ສິ່ງ​ຢ່າງ​ທີ່​ຈະ​ລຸກ​ຂຶ້ນ​ອີກ ແຕ່​ຂ້າພະ​ເຈົ້າເຮັດ​ບໍ່​ໄດ້—ຂ້າ​ພະ​ເຈົ້າ​ລົ້ມ ແລະ ລຸກ​ຂຶ້ນບໍ່​ໄດ້.

ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກວ່າບໍ່​ເປັນ​ຫ​ຍັງ​ທາງ​ຮ່າງ​ກາຍ, ແຕ່​ສັກ​ສີ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ​ໄດ້​ຮັບ​ບາດ​ເຈັບ​ນ້ອຍ​ໜຶ່ງ. ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໃຫ້​ແນ່​ໃຈ​ວ່າ​ໝວກ ແລະ ແວ່ນ​ຕາ​ປ້ອງ​ກັນ​ນັ້ນ​ຢູ່​ຄົງ​ທີ່ ເພາະ​ຂ້າ​ພະ​ເຈົ້າ​ບໍ່​ຍາກ​ໃຫ້​ນັກ​ແລ່ນ​ສະ​ກີ​ຄົນ​ອື່ນ​ຈຳ​ຂ້າ​ພະ​ເຈົ້າ​ໄດ້. ຂ້າ​ພະ​ເຈົ້າ​ໄດ້​ວາດ​ພາບ​ເຫັນ​ຕົນ​ເອງ​ນັ່ງ​ຢູ່​ແບບ​ຊ່ອຍ​ເຫລືອຕົນ​ເອງ​ບໍ່​ໄດ້ ​ໃນຂະ​ນະ​ທີ່​ຄົນ​ຫລິ້ນ​ສະ​ກີ​ແລ່ນ​ຜ່ານ​ໄປ​ມາ, ໂດຍ​ເອີ້ນ​ທັກ​ທາຍ​ດ້ວຍ​ຄວາມ​ສຸກວ່າ, “ສະ​ບາຍ​ດີ​ບະ​ລາ​ເດີ ອຸກດອບ!”

ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຄິດ​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊ່ອຍ​ຂ້າ​ພະ​ເຈົ້າ. ​ແລ້ວ​ຫລານຊາຍມາ​ເຖິງ. ຂ້າ​ພະ​ເຈົ້າ​ໄດ້​ບອກ​ລາວ​ວ່າ​ເກີດ​ອັນ​ໃດ​ຂຶ້ນ, ແຕ່ລາວ​ປ​ະ​ກົດ​ວ່າບໍ່​ໄດ້​ສົນ​ໃຈ​ຫ​ຍັງ​ນຳ​ຄຳ​ອະ​ທິ​ບາຍ​ຂອງ​ຂ້າ​ພະ​ເຈົ້າ​ເລີຍ ວ່າ​ເປັນ​ຫ​ຍັງ​ຂ້າ​ພ​ະ​ເຈົ້າ​ຈຶ່ງ​ລຸກ​ຂຶ້ນບໍ່​ໄດ້. ລາວ​ໄດ້​ສົບ​ຕາ​ກັບ​ຂ້າ​ພະ​ເຈົ້າ, ຍື່ນ​ມື​ອອກ​ມາ, ຈັບ​ເອົາ​ມື​ຂອງ​ຂ້າ​ພ​ະ​ເຈົ້າ, ແລະ ດ້ວຍ​ນ້ຳ​ສຽງ​ທີ່​ເດັດ​ດ່ຽວ​ວ່າ, “ພໍ່​ຕູ້, ບັດ​ນີ້ພໍ່​ຕູ້​ລຸກ​ຂຶ້ນ​ໄດ້​ແລ້ວ​!”

ໃນ​ທັນ​ໃດ​ນັ້ນ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ລຸກ​ຂຶ້ນ.

ຂ້າ​ພະ​ເຈົ້າ​ຍັງ​ງົງ​ຢູ່​ດີ. ສິ່ງ​ທີ່​ເບິ່ງ​ຄື​ວ່າ​ຈະ​ເປັນ​ໄປ​ບໍ່​ໄດ້​ໃນ​ວິ​ນາ​ທີກ່ອນນັ້ນ​ໄດ້​ກາຍ​ເປັນ​ຄວາມ​ຈິງ​ໃນ​ທັນ​ທີ, ເພາະ​ວ່າ​ຊາຍ​ໜຸ່ມ​ອາ​ຍຸ​ 12 ປີ ໄດ້​ເອື້ອມ​ອອກ​ມາ​ຫາ​ຂ້າ​ພະ​ເຈົ້າ ແລະ ໄດ້​ກ່​າວ​ວ່າ, ພໍ່​ຕູ້​ເຮັດ​ໄດ້​ດຽວ​ນີ້​ເລີຍ! ມັນ​ເຮັດ​ໃຫ້​ຂ້າ​ພ​ະ​ເຈົ້າ​ມີ​ຄວາມໝັ້ນ​ໃຈ, ຄວາມ​ກະ​ຕື​ລື​ລົ້ນ, ແລະ ມີ​ກຳ​ລັງຫລາຍ​ຂຶ້ນ.

ອ້າຍ​ນ້ອງ​ທັງຫລາຍ, ອາດ​ມີ​ເວ​ລາ​ໃດ​ເວ​ລາ​ໜຶ່ງ​ໃນ​ຊີ​ວິດ​ຂອງ​ເຮົາ​ຕອນ​ທີ່​ການ​ລຸກ​ຂຶ້ນ​ສູ້​ນັ້ນ​ເບິ່ງ​ຄື​ວ່າ​ເກີນ​ຄວາມ​ສາ​ມາດ​ຂອງ​ເຮົາ. ໃນ​ມື້​ນັ້ນ ຢູ່​ເທິງ​ຮ່ອມ​ພູທີ່​ມີ​ຫິ​ມະ​ປົກ​ຫຸ້ມ ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ບາງ​ສິ່ງ. ແມ່ນ​ແຕ່​ເມື່ອ​ເຮົາ​ຄິດ​ວ່າ​ເຮົາ​ຈະ​ລຸກ​ຂຶ້ນບໍ່​ໄດ້—ກໍ​ຍັງ​ມີ​ຄວາມ​ຫວັງ​ຢູ່. ແລະ ບາງ​ເທື່ອ​ ເຮົາ​ຕ້ອງ​ການ​ຄົນ​ໃດ​ຄົນ​ໜຶ່ງ​ມາ​ສົບ​ຕາ​ເຮົາ, ຈັບ​ເອົາ​ມື​ເຮົາ, ແລະ ເວົ້າ​ວ່າ, “ເຈົ້າ​ເຮັດ​​ໄດ້ແລ້ວ​ບັດ​ນີ້!”

ຄວາມ​ເຂົ້າ​ໃຈ​ຜິດ​ເຖິງ​ຄວາມ​ແຂງ​ແຮງ

ເຮົາ​ອາດ​ຄິດ​ວ່າ​ບັນ​ດາຜູ້​ຍິງ​ມັກ​ຈະ​ມີ​ຄວາມ​ຮູ້​ສຶກວ່າ​ບໍ່​ພຽງພໍ ແລະ ລົ້ມ​ເຫລວ​ຫລາຍກວ່າ​ຜູ້​ຊາຍ—​ຄວາມ​ຮູ້ສຶກ​ເຫລົ່າ​ນີ້ກະ​ທົບ​ກະ​ເທືອນ​ເຂົາ​ເຈົ້າ​ຫລາຍກວ່າ​ເຮົາ​. ຂ້າ​ພະ​ເຈົ້າ​ບໍ່​ແນ່​ໃຈ​ວ່າ​ສິ່ງນັ້ນ​ຈິງ. ຜູ້​ຊາຍ​ກໍ​ຮູ້​ສຶກ​ຜິດ, ຊຶມ​ເສົ້າ, ແລະ ລົ້ມ​ເຫລວ—ບາງ​ເທື່ອ​ອາດ​ຫລາຍກວ່າ​ຊ້ຳ. ເຮົາ​ອາດ​ທຳ​ທ່າ​ວ່າ​ຄວາມ​ຮູ້​ສຶກ​ເຫລົ່​ານີ້ບໍ່​ລົບກວນ​ເຮົາ, ແຕ່​ມັນ​ລົບ​ກວນ​ແນ່. ເຮົາ​ສາ​ມາດ​ຮູ້​ສຶກ​ລຳ​ບາກ​ໜັກ​ເພາະ​ຄວາມ​ລົ້ມ​ເຫລວ ແລະ ຄວາມ​ບົກ​ຜ່ອງ​ຂອງ​ເຮົາ ຈົນ​ວ່າ​ເຮົາ​ເລີ່ມ​ຄິດ​ວ່າ​ເຮົາ​ຈະບໍ່​ມີ​ວັນ​ສຳ​ເລັດ. ເຮົາ​ອາດ​ຕັດ​ສິນ​ວ່າ ເພາະ​ເຮົາ​ລົ້ມມາ​ກ່ອນ, ການ​ລົ້ມ​ນັ້ນ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຮົາ. ດັ່ງ​ທີ່​ນັກ​ປະ​ພັນ​ຄົນ​ໜຶ່ງ​ໄດ້​ກ່າວ​ວ່າ, “ເຮົາ​ດຳ​ເນີນ​ຕໍ່​ໄປ ດັ່ງ​ເຮືອ​ທີ່​ລ່ອງ​ໄປ​ຕ້ານ​ກັບ​ກະ​ແສ​ນ້ຳ, ຖືກ​ນຳ​ກັ​ບ​ຄືນ​ໄປ​ຫາ​ອະ​ດີດຢູ່​ສະ​ເໝີ.”1

ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ຜູ້​ຊາຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ ແລະ ຄຸນ​ງາມ​ຄວາມ​ດີເຊົາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ທີ່​ທ້າ​ທາຍ​ຂອງ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພ​ຣະ​ເຈົ້າ ເພາະ​ວ່າ​ເຂົາ​ເຈົ້າ​ໄດ້​ລົ້ມ​ເຫລວ​ເທື່ອ​ໜຶ່ງ​ສອງ​ເທື່ອ.​ ນີ້ເປັນ​ຜູ້​ຊາຍ​ທີ່ມີ​ຄວາມ​ສາ​ມາດ​ຫລາຍ ຜູ້​ທີ່​ສາ​ມາດ​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ດີ​ເລີດ ແລະ ຜູ້​ຮັບ​ໃຊ້​ຂອງ​ພ​ຣ​ະ​ເຈົ້າ. ແຕ່​ເພາະ​ວ່າ​ເຂົາ​ເຈົ້າ​ໄດ້​ສະ​ດຸດ ແລະ ໄດ້​ທໍ້​ຖອຍໃຈ, ເຂົາ​ເຈົ້າ​ຈຶ່ງ​ໄດ້​ຖອນ​ຕົວ​ອອກ​ຈາກ​ຄຳ​ໝັ້ນ​ສັນ​ຍາ​ທາງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຂົາ​ເຈົ້າ ແລະ ໄດ້​ໄຕ່​ຕາມ​ຫາ​ສິ່ງ​ອື່ນໆ ແຕ່​ມີ​ຄຸນ​ຄ່າ​ນ້ອຍກວ່າ.

ສະ​ນັ້ນ, ເຂົາ​ເຈົ້າ​ດຳ​ເນີນ​ຕໍ່​ໄປ, ພຽງ​ແຕ່​ສຳ​ເລັດ​ສ່ວນ​ເລັກໆ​ນ້ອຍໆ​ຂອງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ມີ​ຄວາມ​ສາ​ມາດ​ທີ່​ຈະ​ເຮັດ​ໃຫ້​ສຳ​ເລັດ​ໄດ້, ບໍ່​ລຸກ​ຂຶ້ນ​ສູ່​ຄວາມ​ສາ​ມາດ​ທີ່​ເປັນ​ສິດ​ທິ​ທີ່​ມີ​ມາ​ແຕ່​ເກີດ​ຂອງ​ເຂົາ​ເຈົ້າ​ເລີຍ. ດັ່ງ​ທີ່​ນັກ​ກະ​ວີ​ໄດ້​ສະ​ແດງ​ອອກ​ຢ່າງ​ເສົ້າ​ໃຈ, ພວກນີ້​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ທີ່​ດ້ອຍ​ໂອ​ກາດ ຜູ້​ທີ່ເສຍ​ຊີ​ວິດ​ໄປ​ໂດຍບໍ່​ໄດ້​ສຳ​ເລັດ​ສິ່ງ​ທີ່​ເຂົາ​ເຈົ້າສາ​ມາດ​ສຳ​ເລັ​ດ​ໄດ້.”2

ບໍ່​ມີໃຜ​ທີ່​ຢາກ​ລົ້ມ​ເຫລວດອກ. ແລະ ເຮົາ​ແຮ່ງບໍ່​ມັກ​ເລີຍ​ເມື່ອ​ຄົນ​ອື່ນເຫັນ​ເຮົາ​ລົ້ມ​ເຫລວ​—ໂດຍ​ສະ​ເພາະ​ຄົນ​ທີ່​ເຮົາ​ຮັກ. ເຮົາ​ທຸກ​ຄົນ​ຢາກ​ໄດ້​ຮັ​ບ​ຄວາມ​ນັບ​ຖື ​ແລະ ຄຳ​ຍ້ອງ​ຍໍ. ເຮົາ​ຢາກ​ເປັນ​ຜູ້​ຊະ​ນະ​ເລີດ. ແຕ່​ເຮົາ​ຜູ້ເປັນ​ມະ​ນຸດ ຈະບໍ່ກາຍ​ເປັນ​ຜູ້​ຊະ​ນະ​ເລີດ​ປາດ​ສະ​ຈາກ​ຄວາມ​ພະ​ຍາ​ຍາມ ແລະ ລະ​ບຽບ​ວິ​​ໄນ ຫລື ປາດ​ສະ​ຈາກ​ການ​ເຮັດ​ຄວາມ​ຜິດ​ພາດ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຮົາ​ບໍ່​ໄດ້​ຂຶ້ນ​ຢູ່​ກັ​ບ​ວ່າ​ເຮົາ​ສະ​ດຸດ​ຈັກ​ເທື່ອ ແຕ່​ຂື້ນ​ຢູ່​ກັບ​ວ່າ​ເຮົາ​ລຸກ​ຂຶ້ນ​ຈັກ​ເທື່ອ, ປັດ​ຂີ້​ຝຸ່ນ​ອອກ, ແລະ ກ້າວ​ໄປ​ໜ້າ.

ຄວາມ​​ເສົ້າ​​ໂສກທີ່ພຣະ​ເຈົ້ານຳ​ມາ​ໃຊ້

ເຮົາ​ຮູ້​ແລ້ວ​ວ່າ​ຊີ​ວິດ​ມະ​ຕະ​ນີ້​ເປັນ​ການ​ທົດ​ລອງ. ແຕ່​ເພາະ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຮັກ​ເຮົາ​ດ້ວຍ​ຄວາມ​ຮັກ​ທີ່​ສົມ​ບູນ​ແບບ, ພ​ຣະ​ອົງ​​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ຈະ​ພົບ​ຄຳ​ຕອບ​ໄດ້​ຢູ່​ໃສ. ພ​ຣະ​ອົງ​ໄດ້​ປະ​ທານ​ແຜນ​ທີ່​ໃຫ້​ເຮົາ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ເຮົາ​ສັງ​ເກດ​ເຫັນ​ໜ້າ​ດິນ​ທີ່​ບໍ່​ແນ່ນອນ ແລ​ະ ເສັ້ນ​ທາງ​ທີ່ບໍ່​ໄດ້​ຄາດ​ຫວັງມາ​ກ່ອນ ທີ່​ເຮົາ​ແຕ່​ລະ​ຄົນ​ຈະ​ໄດ້​ປະ​ເຊີນ​ໜ້າ. ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ແມ່ນ​ພາກ​ສ່ວນ​ຂອງ​ແຜນ​ທີ່ນັ້ນ.

​ເມື່ອ​ເຮົາ​ອອກນອກ​ທາງ—ເມື່ອ​ເຮົາ​ລົ້ມ ຫລື ໜີ​ໄປ​ຈາກ​ເສັ້ນ​ທາງ​ຂອງ​ພຣະ​ບິ​ດາ​ເທິງ​ສະຫວັນ—ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຈະ​ບອກ​ເຮົາ​ເຖິງວິ​ທີ​ທີ່​ຈະ​ລຸກຂຶ້ນ ແລະ ກັບມາ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​.

ໃນ​ຈຳ​ນວນ​ຫລັກ​ທຳ​ທັງ​ໝົດ​ທີ່​ສາດ​ສະ​ດາ​ໄດ້​ສອນ​​ຕະ​ຫລອດ​ຫລາຍໆສັດ​ຕະ​ວັດ, ຫລັກ​ທຳ​ໜຶ່ງ​ທີ່​ຖືກ​ເນັ້ນຊ້ຳ​ແລ້ວ​ຊ້ຳ​ອີກ​ຄື ຂ່າວ​ສານ​ທີ່​ໃຫ້​ຄວາມ​ຫວັງ ແລະ ກຳ​ລັງ​ໃຈ ວ່າ​ມະ​ນຸດ​ສາ​ມາດ​ກັບ​ໃຈ​ໄດ້, ປ່ຽນ​ເສັ້ນ​ທາງ, ແລະ ກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ແທ້​ຈິງແຫ່ງ​ການ​ເປັນ​ສາ​ນຸ​ສິດ.

ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຄ​ວນ​ພໍ​ໃຈ​ຢູ່​ກັບ​ຄວາມ​ອ່ອນ​ແອ​ຂອງ​ເຮົາ, ຄວາມ​ຜິດ​ພາດ, ຫລື ບາບ​ຕ່າງໆ. ​ແຕ່ຍັງ​ມີ​ຄວາມ​ແຕກ​ຕ່າງ​ທີ່​ສຳ​ຄັນ​ລະ​ຫວ່າງ​ຄວາມ​ໂສກ​ເສົ້າ​ເພາະ​ບາບ​ທີ່​ນຳ​ໄປ​ສູ່​ການ​ກັບ​ໃຈ ແລະ ຄວາມ​ໂສກ​ເສົ້າ​ທີ່​ນຳ​ໄປ​ສູ່​ຄວາມ​ສິ້ນ​ຫວັງ.

ອັກ​ຄະ​ສາ​ວົກ​ໂປນ​ໄດ້​ສອນ​ວ່າ “ຄວາມ​ເສົ້າ​ໂສກທີ່​ພ​ຣະ​ເຈົ້າ​ນຳ​ມາ​ໃຊ້​ ນັ້ນຍ່ອມ​ເຮັດ​ໃຫ້​ເກີດ​ມີ​ການ​ກັບ​ໃຈໃຫ​ຍ່​ຊຶ່ງ​ນຳ​ໄປ​ເຖິງ​ຄວາມ​ພົ້ນ … ແຕ່ ຄວາມ​ເສົ້າ​ໂສກ​ຕາມ​ຢ່າງ​ຝ່າຍ​ໂລກ ນັ້ນຍ່ອມກໍ່​ໃຫ້​ເກີດ​ຄວາມ​ຕາຍ.”3 ຄວາມ​ເສົ້າ​ໂສກທີ່​ພ​ຣະ​ເຈົ້າ​ນຳ​ມາ​​ໃຊ້ ຈະ​ດົນ​ໃຈ​ໃຫ້​ປ່ຽນ​ແປງ ແລະ ຫວັງ ຜ່ານ​ການ​ຊົດ​ໃຊ້ຂອງ​ພຣະ​ເຢຊູ​ຄຣິດ. ຄວາມ​ເສົ້າ​ໂສກ​ຕາມ​ຢ່າງ​ຝ່າຍ​ໂລກ ຈະ​ດຶງ​ຈ່ອງ​ເຮົາ​ລົງ, ສິ້ນ​ຫວັງ, ແລະ ເກ້ຍ​ກ່ອມ​ເຮົາ​ໃຫ້​ຍອມ​ແພ້​ຕໍ່​ການ​ລໍ້​ລວງ​ຕໍ່​ໄປ.

ຄວາມ​ເສົ້າ​ໂສກທີ່​ພ​ຣະ​ເຈົ້າ​ນຳ​ມາ​ໃຊ້ ຈະ​ນຳ​ໄປ​ສູ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ4 ແລະ ປ່ຽນ​ແປງ​ຈິດ​ໃຈ.5 ມັນ​ເຮັດ​ໃຫ້​ເຮົາ​ກຽດ​ຊັງ​ບາບ ແລະ ຮັກ​ຄວາມ​ດີ​ງາມ.6 ມັນ​ຊຸກ​ຍູ້​ເຮົາ​ໃຫ້​ລຸກ​ຂຶ້ນ ແລະ ຍ່າງ​ໄປ​ຢູ່​ໃນ​ຄວາມ​ສະ​ຫວ່າງ​ຂອງ​ຄວາມ​ຮັກ​ຂອງ​ພ​ຣະ​ຄ​ຣິດ. ການ​ກັບ​ໃຈ​ທີ່​ແທ້​ຈິງ​ແມ່ນ​ກ່ຽວ​ກັບ​ການ​ປ່ຽນ​ແປງ, ບໍ່​ແມ່ນ​ການ​ທໍ​ລະ​ມານ ຫລື ເຮັດ​ໃຫ້​ເຈັບ​ປວດ. ແນ່ນອນ​ວ່າ​ຄວາມ​ກິນ​ແໜງ​ທີ່​ຈິງ​ໃຈ ແລະ ຄວາມ​ສຳ​ນຶກ​ຜິດ​ທີ່​ແທ້​ຈິງ​ສຳ​ລັບ​ຄວາມບໍ່​ເຊື່ອ​ຟັງ​ນັ້ນ​ເປັນ​ບາ​ດ​ກ້າວທີ່​​ເຈັບ​ປວດ ​ແລ​ະ ​ເປັນ​ບາດກ້າວທີ່ສຳ​ຄັນຫລາຍ​ໃນຂັ້ນ​ຕອນ​ອັ​ນ​ສັກ​ສິດ​ຂອງ​ການ​ກັ​ບ​ໃຈ. ແຕ່​ເມື່ອ​ຄວາມ​ຮູ້​ສຶກ​ຜິດ​ນຳ​ໄປ​ສູ່​ຄວາມ​ກຽດ​ຊັງ​ຕົວ​ເອງ ຫລື ຂັດ​ຂວ​າງເຮົາ​ຈາກ​ການ​ລຸກ​ຂຶ້ນ​ສູ້​ອີກນັ້ນ, ມັນ​ຈະກີດກັ້ນແທນ​ທີ່​ຈະ​ສົ່ງ​ເສີມ​ການ​ກັບ​ໃຈ​ຂອງ​ເຮົາ.

ອ້າຍ​ນ້ອງ​ທັງ​ຫລາຍ, ຍັງ​ມີ​ວິ​ທີ​ທາງ​ທີ່​ດີກວ່າ. ຂໍ​ໃຫ້​ເຮົາ​ຈົ່ງ​ລຸກ​ຂຶ້ນ ແລະ ກາຍ​ເປັນ​ບຸ​ລຸດ​ຂອງ​ພ​ຣະ​ເຈົ້າ. ເຮົາ​ມີ​ຜູ້​ຊະ​ນະ​ເລີດ, ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​, ອົງ​ທີ່​ໄດ້​ເດີນ​ຜ່ານຮ່ອມ​ແຫ່ງ​ຄວາມ​ຕາຍ​ແທນ​ເຮົາ. ພຣະ​ອົງ​ໄດ້ຍອມສະ​ລະ​ຊີ​ວິດເປັນ​ຄ່າ​ໄຖ່​ສຳ​ລັບ​ບາບ​ຂອງ​ເຮົາ. ບໍ່​ມີໃຜ​ມີ​ຄວາມ​ຮັກ​ອັນ​ຍິ່ງ​ໃຫ​ຍ່​ກວ່ານີ້ ພ​ຣະ​ເຢ​ຊູ​ຄຣິດ, ລູກ​​ແກະທີ່ບໍ່​ມີ​ຕຳ​ໜິ​ໃດໆ​ທັງ​ສິ້ນ, ເຕັມ​ພ​ຣະ​ໄທ​ສະ​ລະ​ຕົນ​ຢູ່​ເທິງ​ແທ່ນ​ບູ​ຊາ ແລະ ໄດ້​ໄຖ່​ຄ່າ​ບາບ​ຂອງ​ເຮົາ “ຄົບ​ທຸກ​ອັດ.”7 ພ​ຣະ​ອົງ​ໄດ້​ຮັບ​ເອົາ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຮົາ. ພ​ຣະ​ອົງ​ໄດ້​ຮັບ​ເອົາ​ພາ​ລະ​ໜັກ​ຂອງ​ເຮົາ, ຄວາມ​ຮູ້​ສຶກ​ຜິດ​ຂອງ​ເຮົາ. ​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ເມື່ອ​ເຮົາ​ຕັດສິນ​ໃຈມາ​ສູ່​ພ​ຣະ​ອົງ, ​ເມື່ອ​ເຮົາຮັບ​ເອົາ​ພ​ຣະ​ນາມ​ຂອງ​ພ​ຣະ​ອົງ, ແລະ ເດີນ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດດ້ວຍ​ຄວາມ​ກ້າຫານ, ແລ້ວ​ຜ່ານ​ການ​ຊົດ​ໃຊ້​ເຮົາ​ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ​ເຮົາ​ບໍ່​ພຽງ​ແຕ່​ຈະ​ໄດ້​ຮັບ​ຄວາມ​ສຸກ ແລະ “ສັນ​ຕິ​ສຸກ​ໃນ​ໂລກນີ້” ແຕ່ຈະ​ໄດ້​ຮັບ “ຊີ​ວິດ​ນິ​ລັນ​ດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງນຳ​ອີກ.”8

ເມື່ອ​ເຮົາ​ເຮັດ​ຜິດ, ເມື່ອ​ເຮົາ​ເຮັດ​ບາບ ແລະ ລົ້ມ, ເຮົາ​ຄວນ​ຈະ​ຄິດ​ໃຫ້ຄັກໆກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ກັບ​ໃຈ​ທີ່​ແທ້​ຈິງ. ມັນ​ໝາຍ​ຄວາມ​ວ່າ​ການ​ຫັນ​ຫົວ​ໃຈ​ຂອງ​ເຮົາ ແລະ ຄວາມ​ຈົງ​ຮັກ​ພັກ​ດີ​ມາ​ຫາ​ພຣະ​ເຈົ້າ​ ແລະ ການ​ປະຖິ້ມ​ບາບ. ການ​ກັບ​ໃຈ​ທີ່​ແທ້​ຈິງຈະ​ນຳ​ເອົາ​ຄວາມ​ແນ່​ໃຈຈ​າກ​ສະ​ຫວັນ​ມາ​ນຳ ວ່າ​ບັດ​ນີ້ເຮົາ​ສາ​ມາດ “ລຸກ​ຂຶ້ນ​ໄດ້.”

ທ່ານ​ເປັນ​ໃຜ?

ວິ​ທີ​ທາງ​ໜຶ່ງ​ຂອງ​ຜູ້​ກົງ​ກັນ​ຂ້າມ​ທີ່​ຈະ​ກີດ​ກັນ​ເຮົາ​ຈາກ​ຄວາມ​ກ້າວ​ໜ້າ​ກໍ​ແມ່ນ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ສັບ​ສົນກ່ຽວ​ກັ​ບ ວ່າ​ເຮົາ​ເປັນ​ໃຜ​ແທ້ ແລະ ວ່າ​ເຮົາ​ປາດ​ຖະ​ໜາ​ຫຍັງ​ແທ້ໆ.

ເຮົາ​ຢາກ​ໃຊ້​ເວ​ລາ​ນຳ​ລູກໆ​ຂອງ​ເຮົາ, ແຕ່​ເຮົາ​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ຊຳນານ​ທາງ​ໂລກ​ຂອງ​ເຮົາ. ເຮົາ​ຢາກ​ຫລຸດ​ນ້ຳ​ໜັກ, ແຕ່​ເຮົາ​ຍັງຢາກ​ກິນ​ອາ​ຫານ​ທີ່​ເຮົາມັກ. ເຮົາ​ຢາກ​ເປັນ​ເໝືອນດັ່ງ​ພ​ຣະ​ຄ​ຣິດ, ແຕ່​ເຮົາ​ຍັງ​ຢາກ​ຮ້າຍ​ຄົນ​ທີ່​ຂັບ​ລົດຕັດ​ໜ້າ​ເຮົາໃນ​ຫົນ​ທາງ.

ຈຸດ​ປະ​ສົງ​ຂອງ​ຊາ​ຕານ​ແມ່ນ​ຈະ​ລໍ້​ລວງໃຫ້​ເຮົາ​ແລກ​ປ່ຽນ​ໄຂ່​ມຸກ​ອັນ​ລ້ຳ​ຄ່າ​ແຫ່ງ​ຄວາມສຸກ​ທີ່​ແທ້​ຈິງນິ​ລັນ​ດອນ​ກັບ​ເຄື່ອງ​ເອ້​ທີ່​ໄຮ້​ຄ່າ ທີ່​ພຽງ​ແຕ່​ເປັນ​ພາບ​ລວງ​ຕາ ແລະ ຂອງ​ປອມ​ຂອງ​ຄວາມ​ສຸກ ແລະ ຄວາມ​ປິ​ຕິ​ຍິນ​ດີ​ເທົ່າ​ນັ້ນ.

ອີກວິ​ທີ​ໜຶ່ງ​ທີ່​ຜູ້​ກົງ​ກັນ​ຂ້າມ​ໃຊ້​ເພື່ອ​ເຮັດ​ໃຫ້​ເຮົາ​ທໍ້​ຖອຍ​ຈ​າກ​ການ​ລຸກ​ຂື້ນ​ສູ້ ແມ່ນ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເຫັນພ​ຣະ​ບັນ​ຍັດ​ເປັນ​ສິ່ງ​ທີ່​ເຮົາ​ຖືກ​ບັງ​ຄັບ​ໃຫ້​ຮັກ​ສາ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ມັນ​ເປັນ​ທຳ​ມະ​ຊາດ​ຂອງ​ມະ​ນຸດ​ທີ່​ຈະ​ຕໍ່​ຕ້​ານ​ສິ່ງ​ໃດ​ກໍ​ຕາມ​ທີ່​ບໍ່ປະ​ກົດ​ວ່າເປັນ​ຄວາມ​ນຶກ​ຄິດ​ຂອງ​ເຮົາ​ເອງ.

ຖ້າ​ເຮົາ​ເຫັນ​ວ່າ​ການ​ກິນ​ອາ​ຫານ​ທີ່​ດີ​ມີ​ສຸ​ຂະ​ພາບ ແລະ ການ​ອອກ​ກຳ​ລັງ​ກາຍນັ້ນ​ເປັນ​ສິ່ງ​ທີ່​ທ່ານ​ໝໍ​ຂອງ​ເຮົາ​​ເທົ່າ​ນັ້ນຄາດ​ຫວັງ​ຈາກ​ເຮົາ, ເຮົາ​ອາດ​ຈະ​ເຮັດ​ບໍ່​ໄດ້. ຖ້າ​ເຮົາ​ເຫັນ​ການ​ເລືອກ​ເຫລົ່າ​ນີ້​ດັ່ງທີ່​ເຮົາ​ເປັນ​ຢູ່ ແລະ ຜູ້​ທີ່​ເຮົາ​ຢາກ​ເປັນ,​​ ເຮົາ​ຈະ​ມີ​ຄວາມ​ສາ​ມາດ​ຫລາຍກວ່າ​ທີ່​ຈະເຮັດ​ໃຫ້​ໄດ້ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ.

ຖ້າ​ເຮົາ​ເຫັນ​ການ​ສອນ​ປະ​ຈຳ​ບ້ານ​ເປັນ​ພຽງ​ແຕ່​ເປົ້າ​ໝາຍ​ຂອງ​ປະ​ທານ​ສະ​ເຕກ​ເທົ່າ​ນັ້ນ, ເຮົາ​ອາດ​ຈະ​ໃຫ້​ຄວາມ​ສຳ​ຄັນ​ມັນ​ນ້ອຍ​ທີ່​ຈະ​​ເຮັດ. ຖ້າ​ເຮົາ​ເຫັນ​ມັນ​ວ່າ​ເປັນ​ເປົ້າ​ໝາຍ​ຂອງ​ເຮົາ—ເປັນ​ສິ່ງ​ທີ່​ເຮົາ​ປາດ​ຖະ​ໜາ​ຈະ​ເຮັດ​ເພື່ອ​ຈະ​ເປັນ​ເໝືອນ​ດັ່ງ​ພ​ຣະ​ຄ​ຣິດ​ຫລາຍ​ຂຶ້ນ ແລະ ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ—ເຮົາ​ຈະ​ບໍ່​ພຽງ​ແຕ່​ບັນ​ລຸ​ຄຳ​ໝັ້ນ​ສັນ​ຍານນັ້ນ ແຕ່​ຈະ​ສຳ​ເລັດ​ມັນ​ໃນ​ວິ​ທີ​ທາງ​ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ທີ່​ເຮົາ​ໄປ​ຢ້ຽມ​ຢາມ ແລະ ຂອງ​ເຮົາ​ເອງ​ດ້ວຍ.

ສ່ວນ​ຫລາຍ​ແລ້ວ, ​ເຮົາ​ຈະ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກ​ໝູ່​ເພື່ອນ ​ຫລື ຄອບຄົວ​ຂອງ​ເຮົາ. ​ແຕ່​ຖ້າ​ຫາກ​ເຮົາ​ຫລຽວ​ເບິ່ງ​ຮອບໆ​ດ້ວຍ​ສາຍຕາ​ທີ່​ສັງ​ເກດ​ ​ແລະ ດ້ວຍ​ຫົວ​ໃຈ​ທີ່​​ເປັນ​ຫ່ວງ​ເປັນ​​ໄຍ, ​ແລ້ວ​ເຮົາ​ຈະ​ເຫັນ​ໂອກາດ​ທີ່​ພຣະຜູ້​ເປັນ​ເຈົ້າຈັດ​ໄວ້​ໃຫ້ຢູ່ຕໍ່ໜ້າ​ເຮົາ ​ເພື່ອ​ຊ່ອຍ​ເຫລືອ​ຄົນ​ອື່ນ​ລຸກຂຶ້ນອີກ ​ແລະ ກ້າວ​ໄປ​ສູ່​ຄວາມ​ສາມາດ​ອັນ​ສູງ​ສຸດ​ຂອງ​​ເຂົາ​ເຈົ້າ. ພຣະຄຳ​ພີ​ແນະນຳ​ວ່າ, “ບໍ່​ວ່າ​ເຮັດ​ສິ່ງ​ໃດ​ກໍ​ຕາມ, ຈົ່ງ​ເຮັດ​ສິ່ງ​ນັ້ນດ້ວຍ​ຄວາມ​ເຕັມ​ໃຈ, ​ເໝືອນ​ເຮັດ​ຖະຫວາຍ​ກຽດ​ແກ່​​ພຣະຜູ້​ເປັນ​ເຈົ້າ ​ແລະ ບໍ່​ແມ່ນ​ເຮັດ​ສຳລັບ​ມະນຸດ​ເທົ່າ​ນັ້ນ.”9

ມັນ​ເປັນ​ແຫລ່ງ​ແຫ່ງ​ອຳ​ນາດ​ທາງ​ຝ່າຍ​ວິນ​ຍານ​ອັນ​ຍິ່ງ​ໃຫ​ຍ່ ທີ່​ຈະ​ດຳ​ລົງ​ຊີ​ວິດ​ທີ່​ມີ​ມະ​ໂນ​ທຳ ແລະ ຄວາມ​ຊອບ​ທຳ ແລ​ະ ເຈາະ​ຈົງ​ໃສ່​ບ່ອນ​ທີ່​ເຮົາ​ຢາກ​ໄປ​ຢູ່​ໃນ​ຊີ​ວິດ​ນິ​ລັນ​ດອນ. ເຖິງ​ແມ່ນ​ແຕ່​ເຮົາ​ສາ​ມາດ​ເ​ຫັນຈຸດ​ໝາຍ​ປາຍ​​ແຫ່ງ​ສະຫວັນທາງນີ້​ພຽງ​ແຕ່​ດ້ວຍທັດ​ສະ​ນະ​ທີ່​ມີ​ສັດ​ທາ, ມັນ​ຈະ​ຊ່ອຍ​ເຮົາ​ຢູ່​ໃນເສັ້ນ​ທາງນັ້ນ.

ເມື່ອ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ເຈາະ​ຈົງ​ຢູ່ແຕ່ໃນ​ຄວາມ​ສຳ​ເລັດ​ ຫລື ຄວາມ​ລົ້ມ​ເຫລວ​ແຕ່​ລະ​ວັນ​ຂອງ​ເຮົາ, ເຮົາ​ອາດ​ຈະ​ຫລົງ​ທາງ​ຂອງ​ເຮົາ, ພະ​ເນ​ຈອນ ແລະ ລົ້ມເຫລວ. ​ການຕັ້ງ​ໃຈຢູ່​ໃນ​ເປົ້າ​ໝາຍ​ທີ່​ສູງກວ່າ, ​ຈະ​ຊ່ອຍ​ເຮົາ​ໃຫ້​ກາຍ​ເ​ປັນ​ບຸດ​, ​ແລະ ເປັນ​ອ້າຍ​ນ້ອງ, ເປັນ​ບິ​ດາທີ່​ດີ, ແລະ ເປັນ​ສາ​ມີ​ທີ່​ຮັກ​ຫລາຍ​ກວ່າ.

​ເຖິງ​ແມ່ນ​ຄົນ​ທີ່​​ເຈາະ​ຈົງ​ຢູ່​ທີ່​ເປົ້າ​ໝາຍ​ນິ​ລັນ​ດອນ ກໍ​ຍັງ​ລົ້ມ​ເຫລວ​ເປັນ​ບາງ​ເທື່ອ, ແຕ່​ເຂົາ​ເຈົ້າ​ຈະ​ບໍ່​ຍອມ​ແພ້. ​ເຂົາ​ເຈົ້າ​ໄວ້​ວາງ​ໃຈ ​ແລະ ອີງ​ຕໍ່​ຄຳ​ສັນຍາ​ຂອງ​ພຣະ​ເຈົ້າ. ເຂົາ​ເຈົ້າ​ຈະ​ລຸກ​ຢືນຂຶ້ນ​ອີກ ດ້ວຍ​ຄວາມ​ຫວັງ​ທີ່​ແຈ້ງ​ສະ​ຫວ່າງ​ຂອງ​ເຂົາ​ເຈົ້າ​ໃນ​ພ​ຣະ​ເຈົ້າ​ອົງ​ຊອບ​ທຳ ແລະ ໃນມະ​ໂນ​ພາບ​ແຫ່ງ​ອະ​ນາ​ຄົດ​ທີ່​ຮຸ່ງ​ເຫລື້ອມ​ທີ່​ດົນ​ໃຈ. ​ເຂົາ​ເຈົ້າ​ຮູ້​ວ່າ​ບັດ​ນີ້ເຂົາ​ເຈົ້າ​ລຸກ​ຂຶ້ນ​ໄດ້​ແລ້ວ.

ບັດ​ນີ້ທ່ານ​ສາ​ມາດ​ລຸກ​ຂຶ້ນ​ໄດ້​ແລ້ວ

ທຸກ​ຄົນ, ບໍ່​ວ່າ​ໜຸ່ມ ຫລື ແກ່, ເຄີຍ​ໄດ້​ມີ​ປະ​ສົບ​ການ​ຂອງ​ຕົວ​ເອງ​ກັບ​ການ​ລົ້ມ​ເຫລວ. ການ​ລົ້ມ​ເຫລວ​ເປັນ​ສິ່ງ​ທີ່​ມະ​ນຸດ​ເຮົາ​ເຮັດ​ໄດ້. ແຕ່​ຕາບ​ໃດ​ທີ່​ເຮົາ​ເຕັມ​ໃຈ​ທີ່​ຈະ​ລຸກ​ຢືນຂຶ້ນ​ອີກ ແລະ ເດີນ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ເປົ້າ​ໝາຍ​ທາງວິນ​ຍານທີ່ພ​ຣະ​ເຈົ້າໄດ້​ປະ​ທານ​ໃຫ້​ເຮົາ, ເຮົາ​ຈະສາ​ມາດ​ຮຽນ​ຮູ້​ສິ່ງ​ໃດ​ສິ່ງ​ໜຶ່ງ​ຈາກ​ການ​ລົ້ມ​ເຫລວນັ້ນ ແລະ ໃນ​ທີ່​ສຸດ​ຈະ​ກາຍ​ເປັນ​ຄົນ​ດີ ແລະ ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ.

ອ້າຍ​ນ້ອງ​ທັງຫລາຍ, ​ເພື່ອ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ແນ່ນອນ​ວ່າ ຈະ​ມີ​ເວ​ລາ​ເມື່ອ​ທ່ານ​ ຄິດ ວ່າທ່ານ​ບໍ່​ສາມາດດຳ​ເນີນ​ຕໍ່​ໄປ. ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຄວາມ​ຮັກ​ຂອງ​ພຣະອົງ.​ ດ້ວຍ​ສັດ​ທາ​ທີ່​ມີ​ໃນ​ອົງ​ພ​ຣະ​ເຢ​ຊູ​ຄ​ຣິດ, ​ແລະ ດ້ວຍ​ອຳນາດ ​ແລະ ຄວາມ​ຫວັງ​ໃນພຣະກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ, ທ່ານ​ ຈະ ​ສາ​ມາດ​​ເດີນ​ໄປ​ຢ່າງ​ສະຫງ່າ​ຜ່າ​ເຜີຍ ແລ​ະ ດຳ​ເນີນ​ຕໍ່​ໄປ​ໄດ້​ສະ​ເໝີ.

ອ້າຍ​ນ້ອງ​ທັງ​ຫລາຍ, ພວກ​ເຮົາ​ຮັກ​ທ່ານ. ພວກ​ເຮົາ​ອະ​ທິ​ຖານ​ເພື່ອ​ທ່ານ. ​ປະທານ​ມອນ​ອະທິຖານ​ເພື່ອ​ທ່ານ.​ ບໍ່​ວ່າ​ທ່ານ​ຈະ​ເປັນ​ພໍ່​ໜຸ່ມ, ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສູງ​ອາ​ຍຸ, ຫລື ເ​ປັນ​ມັກ​ຄະ​ນາ​ຍົກ​ທີ່​ຖືກ​ແຕ່ງ​ຕັ້ງ​​ໃໝ່ກໍ​ຕາມ, ພວກ​ເຮົາ​ກໍ​ຈື່​ຈຳ​ທ່ານ. ພ​ຣະ​ຜູ້​ເປັນ​ເຈົ້າ​ກໍ​ຈື່ຈຳ​ທ່ານ!

ພວກ​ເຮົາ​ຮັບ​ຮູ້​ຢູ່​ວ່າ​ບາງ​ເທື່ອເສັ້ນ​ທາງ​ຂອງ​ທ່ານຈະ​ຍາກ​ລຳ​ບາກ. ແຕ່​ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ສັນ​ຍານີ້​ກັບ​ທ່ານ ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ວ່າ: ຈົ່ງລຸກ​ຂຶ້ນ ແລະ ຕິດ​ຕາມຕົວ​ຢ່າງ​ຂອງ​ພຣະ​ຜູ້​ໄຖ່ ແລະ ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ​ແລະ ມື້​ໃດ​ມື້​ໜຶ່ງ​ທ່ານ​ຈະຈຳ​ມັນໄດ້ ແລະ ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ນິ​ລັນ​ດອນ ທີ່​ທ່ານ​ໄດ້​ເລືອກ​ທີ່​ຈະ​ໄວ້​ວາງ​ໃຈ​ການ​ຊົດ​ໃຊ້ ແລະ ອຳ​ນາດ​ຂອງ​ມັນ ທີ່​ຈະ​ເຊີດ​ຊູ​ທ່ານຂຶ້ນ ແລະ ເຮັດ​ໃຫ້​ທ່ານ​ເຂັ້ມ​ແຂງ.

ເພື່ອນໆ ແລະ ອ້າຍ​ນ້ອງ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ບໍ່​ວ່າ​ທ່ານ​ໄດ້​ເຮັດ​ຜິດ​ພາດ ຫລື​ ລົ້ມ​ເຫລວ​ຫລາຍ​ເທື່ອ​ກໍ​ຕາມ, ຈົ່ງ​ລຸກ​ຂຶ້ນ​ເຖີດ! ຈຸດ​ໝາຍ​ປາຍ​ທາງ​ຂອງ​ທ່ານນັ້​ນ​ຮຸ່ງ​ເຫລື້ອມ! ຈົ່ງ​ລຸກ​ຢືນ​ຂຶ້ນ​ໃຫ້​ສູງ ແລະ ເດີນ​ຕໍ່​ໄປ​ໃນ​ຄວາມ​ສະ​ຫວ່າງ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ແລ້ວ! ທ່ານ​ແຂງ​ແຮງຫລາຍກວ່າ​ທີ່ຄິດ. ທ່ານ​ມີ​ຄວາມ​ສາ​ມາດ​ຫລາຍກວ່າ​ທີ່​ທ່ານ​ວາດ​ພາບ​ໄດ້. ບັດ​ນີ້ທ່ານສ​າ​ມາດ​ລຸກ​ຂຶ້ນ​ໄດ້​ແລ້ວ! ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານໃນ​ພ​ຣະ​ນາມອັນ​ສັກສິດ​ຂອງ​ພຣະອາຈານ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ,​​ ພຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.