​2010–2019
​ໃຫ້​ມີ​ໃຈ​ເດັດດ່ຽວ ​ແລະ ກ້າຫານ
ເມສາ 2014


​ໃຫ້​ມີ​ໃຈ​ເດັດດ່ຽວ ​ແລະ ກ້າຫານ

ຂໍ​ໃຫ້​ເຮົາ—​ເຮົາ​ທຸກ​ຄົນ—​ຈົ່ງ​ມີ​ຄວາມ​ກ້າຫານ​ທີ່​ຈະຕໍ່ຕ້ານກັບ​ຄວາມ​ຄິດ​ເຫັນ​ສ່ວນ​​ໃຫຍ່, ມີ​ຄວາມ​ກ້າຫານ​ທີ່​ຈະ​ຍຶດໝັ້ນ​ໃນ​ຫລັກ​ທຳ.

ອ້າຍ​ນ້ອງ​ທີ່​ຮັກ​ແພງ, ຂ້າພະ​ເຈົ້າດີ​ໃຈ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ນຳ​ທ່ານ. ຂ້າພະ​ເຈົ້າອະທິຖານ​ຂໍ​ໃຫ້​ສະຫວັນ​ຊ່ອຍ​ເຫລືອ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າກ່າວ​ກັບ​ທ່ານ.

ນອກ​ເໜືອ​ໄປ​ຈາກ​ສູນ​ກາງ​ປະຊຸມ​ນີ້ ກໍ​ມີ​ຫລາຍ​ພັນ​ຄົນ​ທີ່​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ຕຶກ​ໂບດ ​ແລະ ​ໃນ​ສະພາບການ​ທີ່​ແຫ່ງ​ອື່ນໆ ຕະຫລອດ​ທົ່ວ​ໂລກ. ​ເຮົາ​ທຸກ​ຄົນ​ມີ​ບາງ​ສິ່ງ​ທີ່​ຄ້າຍຄື​ກັນ ​ເພາະ​ເຮົາ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ດຳລົງ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ.

​ເຮົາ​ມາ​ສູ່​ໂລກ​ນີ້​ໃນ​ຊ່ວງ​ໄລຍະ​ທີ່​ດີ​ເລີດ​ໃນ​ປະຫວັດສາດ​ຂອງ​ໂລກ. ​ໂອກາດ​ຂອງ​ເຮົາ​ເກືອບ​ບໍ່​ມີ​ຂອບ​ເຂດ, ​​ແຕ່​ເຮົາ​ກໍ​ຍັງ​ມີ​ການ​ທ້າ​ທາຍ​ຢູ່, ບາງ​ຢ່າງ​ກໍ​ພິ​ເສດສຳລັບ​ວັນ​ເວລາ​ຂອງ​ເຮົາ​​ເທົ່າ​ນັ້ນ.

​ເຮົາ​ມີ​ຊີວິດ​ຢູ່​​ໃນ​ໂລກ​ຕອນ​ທີ່​ຄຸນຄ່າ​ທາງ​ສິນ​ທຳ​ໄດ້​ຖືກ​ປະຕິ​ເສດ, ຕອນ​ທີ່​ບາບຖືກ​ສະ​ແດງ​ໃຫ້​​ເຫັນ​ຢ່າງ​ເປີດ​ແປນ, ​ແລະ ຕອນ​ທີ່​ການ​ລໍ້​ລວງ​ທີ່​ຈະ​ໃຫ້​ໜີ​ຈາກ​ເສັ້ນທາງ​ທີ່​ຄັບ​ແຄບ ຢູ່​ອ້ອມ​ຮອບ​ຕົວ​ເຮົາ. ​ເຮົາ​ກຳລັງ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ ​ແລະ ອິດ​ທິພົນທີ່​ຫລອກ​ລວງ ຊຶ່ງ​ປ່ຽນຄວາມ​ສຸພາບ​ຮຽບຮ້ອຍ​​ໄປ​ຕາມ​ທາງ​ປັດ​ຊະ​ຍາ​ ​ແລະ ການ​ປະຕິ​ບັດອັນ​ຕື້ນໆ​ຂອງ​ສັງຄົມ.

​ເພາະ​ການ​ທ້າ​ທາຍ​ເຫລົ່ານັ້ນ ​ແລະ ອື່ນໆ, ​​ເຮົາ​ຕ້ອງ​ໄດ້​ຕັດສິນ​ໃຈ​ສະ​ເໝີ ຊຶ່ງ​ເປັນ​ສິ່ງ​ກຳນົດ​ວິຖີ​ຊີວິດ​ຂອງ​ເຮົາ. ​ກ່ອນ​ເຮົາ​ຈະ​ສາມາດ​ຕັດສິນ​ໃຈ​​ເຮັດ​ສິ່ງທີ່​ຖືກຕ້ອງ​ໄດ້, ​ເຮົາ​ຕ້ອງ​ມີ​ຄວາມ​ກ້າຫານ—ຄວາມ​ກ້າຫານ​ທີ່​ຈະ​ກ່າວ​ວ່າ “ບໍ່” ​ຄວາມກ້າຫານ​ທີ່​ຈະ​ກ່າວ​ວ່າ “​ແມ່ນ​ແລ້ວ” ​ເມື່ອ​​ເໝາະ​ສົມ, ​ຄວາມກ້າຫານ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ​ເພາະວ່າ​ມັນ​ເປັນ​ສິ່ງ​ທີ່​ຖືກຕ້ອງ.

​ເພາະ​ມາດຕະຖານ​​ໃນ​ສັງຄົມ​ທຸກ​ວັນ​ນີ້ ຫ່າງ​ໄກ​ຈາກ​ຄຸນຄ່າ ​ແລະ ຫລັກ​ທຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຫລາຍ, ສະນັ້ນ ​ເຮົາ​ຈຶ່ງ​​ແນ່​ໃຈ​ໄດ້​ວ່າ ຈະ​ຖືກ​ເອີ້ນ​ໃຫ້​ປົກ​ປ້ອງ​ສິ່ງ​ທີ່​ເຮົາ​ເຊື່ອ. ​ເຮົາ​ມີ​ຄວາມ​ກ້າຫານ​ທີ່​ຈະ​ເຮັດ​ບໍ?

ປະທານ ​ເຈ ຣູ​ເບັນ ຄະລາ​ກ ຜູ້​ລູກ, ຜູ້​ໄດ້​ເປັນ​ສະມາຊິກ​ໃນ​ຝ່າຍ​ປະທານ​ສູງ​ສຸດ​ເປັນ​ເວລາ​ຫລາຍ​ປີ ​ໄດ້​ກ່າວ​ວ່າ: “​ເຄີຍ​ມີ​ກໍລະນີ​ທີ່​ບາງ​ຄົນ​ທີ່​ເຊື່ອ … ແຕ່​ຮູ້ສຶກ​ວ່າ, ຖ້າ​ຫາກ​ເຂົາ​ຈະ​ຢືນຢັນ​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ເຂົາ ​ແລ້ວ​​ໝູ່​ເພື່ອນ​ຂອງ​ເຂົາ​ຈະ​ເວົ້າ​ເຍາະ​ເຍີ້​ຍ​ເຂົາ, ສະນັ້ນ​ເຂົາ​ຈຶ່ງ​ຕ້ອງ​ປັບ​ຕົວ​ໃຫ້​ເຂົ້າກັບ​ໝູ່​ເພື່ອນ, ຫລື ທຳທ່າ​ວ່າ​​​ເຂົາ​ບໍ່​ເຊື່ອ​ສິ່ງ​ທີ່​ເຂົາ​ເຄີຍ​ເຊື່ອ​ອີກ​ແລ້​ວ. ຄົນ​ເຊັ່ນ​ນັ້ນ​ເປັນ​ຄົນໜ້າ​ຊື່​ໃຈ​ຄົດ.”1 ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ຢາກ​ຖືກ​ເອີ້ນ​ວ່າ​ແນວ​ນັ້ນ, ​ແຕ່​ເຮົາ​ຍັງ​ລັງ​ເລ​ໃຈ​ທີ່​ຈະ​ປະກາດ​ສັດທາ​ຂອງ​ເຮົາ​ຢູ່​ບໍ?

​ເຮົາ​ສາມາດ​ຊ່ອຍ​ເຫລືອຕົນ​ເອງ​ໃນ​ຄວາມ​ປາດ​ຖະໜາ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຖ້າ​ຫາກ​ເຮົາຢູ່​ໃນ​ສະຖານ​ທີ່ ​ແລະ ມີ​ສ່ວນ​ໃນ​ກິດຈະກຳທີ່​ເຮັດ​ໃຫ້​ຄວາມ​ຄິດ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ດີ ​ແລະ ​ເປັນ​ບ່ອນ​ທີ່​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າຈະສະບາຍ​ພຣະ​ໄທ.

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ອ່ານ​ບາງ​​ເລື່ອງ​ກ່ຽວ​ກັບ​ຄຳ​ແນະນຳ​ຂອງ​ພໍ່​ຕໍ່​ລູກ​ຊາຍ​ຂອງ​ລາວ ຕອນ​ລາວ​​​ອອກ​ຈາກ​ເຮືອນ​​ໄປ​ເຂົ້າ​ໂຮງຮຽນວ່າ, “ຖ້າ​ຫາກ​ລູກ​ເຫັນ​ວ່າ ລູກ​ຢູ່​ໃນ​ບ່ອນ​ທີ່​ລູກ​ບໍ່​ຄວນ​ຢູ່, ​​ແລ້ວໃຫ້​ລູກ​ອອກ​ໜີ​!” ຂ້າພະ​ເຈົ້າຂໍ​ແນະນຳ​ທ່ານ​ດ້ວຍ​ຄຳ​ແນະນຳ​ອັນ​ດຽວ​ກັນນັ້ນວ່າ: “ຖ້າ​ຫາກ​ທ່ານ​ເຫັນ​ວ່າ ທ່ານ​ຢູ່​ໃນ​ບ່ອນ​ທີ່​ທ່ານ​ບໍ່​ຄວນ​ຢູ່, ​ແລ້ວ​ໃຫ້​ທ່ານ​ອອກ​ໜີ!”

ເຮົາ​ຈະ​ຖືກ​ເອີ້ນ​ໃຫ້​ມີ​ຄວາມ​ກ້າຫານ​ເລື້ອຍໆ. ທຸກ​ມື້​ເຮົາ​ຕ້ອງ​ມີ​ຄວາມ​ກ້າຫານ—ບໍ່​ແມ່ນ​ແຕ່​ໃນ​ໂອກາດ​ທີ່​​ໃຫຍ່​ໂຕ​ເທົ່າ​ນັ້ນ, ​ແຕ່​ສ່ວນ​ຫລາຍ​​​ແມ່ນ​ຕອນ​ທີ່​ເຮົາ​ຕ້ອງຕັດສິນ​ໃຈ ຫລື ປະ​ເຊີນ​ກັບ​ສະພາບ​ການ​ທີ່​ເກີດ​ຂຶ້ນຢູ່ອ້ອມ​ຮອບ​ເຮົາ. ນັກ​ກະວີ ​ແລະ ນັກ​ຂຽນ​ປຶ້ມ ​ຄົນສະ​ກ໊ອດ ​ຊື່ ຣໍ​ເບີດ ຫລຸຍ ສະຕີ​ບ​ເວັນ​ເຊິ​ນ ​ໄດ້​ກ່າວ​ວ່າ: “ຄວາມ​ກ້າຫານ​ທຸກ​ວັນ​ບໍ່​ມີ​ຫລາຍ​ຄົນ​ເຫັນ. ​ແຕ່​ຄວາມ​ກ້າຫານ​ຂອງ​ທ່ານ​ກໍ​ມີ​ກຽດ​, ​ເຖິງ​ແມ່ນ​ບໍ່​ມີ​ໃຜຊຸກຍູ້ ​ແລະ ບໍ່ມີ​ຄົນ​ຮ້ອງ​ໂຮ​ສັນລະ​ເສີນ​ກໍ​ຕາມ.”2

ຄວາມ​ກ້າຫານ​ມາ​ເຖິງໃນ​ຫລາຍ​ຮູບ​ແບບ. ນັກ​ຂຽນ​ຊາວ​ຄຣິດຊື່ ຊາລີ ສະ​ວິນ​ໂດ ​ໄດ້​ຂຽນ​ວ່າ: “ຄວາມ​ກ້າຫານ​ບໍ່​ມີ​ກຳນົດ​ຢູ່​ໃນ​ສະໜາມຮົບ … ຫລື ​ໃນ​ຕອນ​ຈັບ​​ຂະ​ໂມ​ຍ​ຢູ່​ໃນ​ບ້ານ​​ເຮືອນ​ຂອງ​ທ່ານ. ການ​ທົດ​ສອບ​ຄວາມ​ກ້າຫານທີ່​ແທ້​ຈິງ​ແມ່ນ​ງຽບ​ກວ່າ​ນັ້ນ. ມັນ​ເປັນ​ການ​ທົດ​ສອບ​ພາຍ​ໃນ, ​ເຊັ່ນ​ການ​ຍຶດໝັ້ນຢູ່​ໃນ​ຄວາມ​ຊື່ສັດ ຕອນ​ທີ່​ຄົນ​ອື່ນ​ບໍ່ສົນ​ໃຈ​ກັບ​ທ່ານ, … ເຊັ່ນ​ດຽວ​ກັບ ການ​ຢືນ​ຢູ່​ຄົນ​ດຽວ ​ເມື່ອ​ຄົນ​ອື່ນ​​ເຂົ້າ​ໃຈ​ຜິດ​ທ່ານ.”3 ຂ້າພະ​ເຈົ້າ​ເຊື່ອ​ວ່າ ຄວາມ​ກ້າຫານ​ພາຍ​ໃນ​ນີ້ ​ແມ່ນ​ຮ່ວມ​ດ້ວຍ​ການ​ເຮັດ​ສິ່ງ​ທີ່​ດີ ​ເຖິງ​ແມ່ນ​ເຮົາ​ອາດ​ຢ້ານ​ກົວ, ​ໃນ​ການ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ເຮົາ​ເຖິງ​ແມ່ນ​ອາດ​ຖືກ​ຄົນ​ອື່ນ​ເຍາະ​ເຍີ້​ຍກໍ​ຕາມ, ​ແລະ ຮັກສາ​ຄວາມ​ເຊື່ອ​ເຫລົ່ານັ້ນຕອນ​ທີ່​ເຮົາ​ອາດ​ສູນ​ເສຍ​ໝູ່​ເພື່ອນ ຫລື ຖານະ​ໃນ​ສັງຄົມ​ຂອງ​ເຮົາ​ໄປ. ຜູ້​ທີ່​ຍຶດໝັ້ນ​ໃນ​ສິ່ງ​ທີ່​ຖືກຕ້ອງ ຈະຕ້ອງຊ່ຽງທີ່ຈະ​ຖືກລັງ​ກຽດ ​ແລະ ບໍ່​ເປັນ​ທີ່​ນິຍົມ.

​ໃນ​ຂະນະ​ທີ່​ຮັບ​ໃຊ້​ຢູ່​ໃນ​ກອງທັບ​ເຮືອ​ຂອງ​ສະຫະລັດ​ອາ​ເມຣິກາ ​ໃນ​ສົງຄາມ​ໂລກ​ຄັ້ງທີ​ສອງ, ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ເຖິງ​ຄວາມ​ກ້າຫານ, ​ໃນ​ສະພາບ​ການ​ທີ່​ອັນຕະລາຍ, ​ແລະ ຕົວຢ່າງ​ຂອງ​ຄວາມ​ກ້າຫານ. ​ເລື່ອງ​ໜຶ່ງ​ທີ່​ຂ້າພະ​ເຈົ້າບໍ່​ເຄີຍ​ລືມ ​​ແມ່ນ​ຄວາມ​ກ້າຫານ​ທີ່​ງຽບ​ທຂອງ​ທະຫານ​ເຮືອ​ອາຍຸ 18 ປີ​ຄົນ​ໜຶ່ງ—ທີ່​ບໍ່​​ໄດ້ນັບຖື​ສາດສະໜາ​ດຽວ​ກັນ​ກັບ​ເຮົາ—ຜູ້​ກ້າຫານ​ທີ່​ຈະ​ອະທິຖານ. ​ໃນ​ຈຳນວນ​ທະຫານ 250 ຄົນຢູ່​ໃນ​ກຸ່ມ, ລາວ​ເປັນ​ພຽງ​ຄົນ​ດຽວ​ທີ່​ນັ່ງ​ຄຸ​ເຂົ່າ​ອະທິຖານ​ຢູ່​ຂ້າງ​ຕຽງ​ຂອງ​ລາວ​ທຸກ​ຄືນ, ບາງ​ເທື່ອ​ລາວ​​ໄດ້ຖືກ​ໝູ່​ທະຫານ​ຮ້ອງ​ໃສ່​ລາວ​ດ້ວຍ​ສຽງ​ເຍາະ​ເຍີ້​ຍ ​ແລະ ຢອກ​ຫລິ້ນ. ລາວ​ໄດ້​ກົ້ມຫົວ​ລົງ​ອະທິຖານ​ຫາ​ພຣະ​ເຈົ້າ. ລາວ​ບໍ່​ເຄີຍ​ຢ້ານ. ລາວ​ບໍ່​ເຄີຍ​ລັງ​ເລ​ໃຈ. ລາວ​ມີ​ຄວາມກ້າຫານ.

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຍິນ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ຄົນ​ໜຶ່ງ​ທີ່​ຂາດ​ຄວາມ​ກ້າຫານ​ພາຍ​ໃນ. ​ເພື່ອນ​ຄົນ​ໜຶ່ງ​ໄດ້​ບອກ​ກ່ຽວ​ກັບ​ກອງ​ປະຊຸມ​ສິນ​ລະ​ລຶກທີ່​ເຊີດ​ຊູ​ທາງ​ວິນ​ຍານ ຊຶ່ງ​ນາງ ​ແລະ ສາມີ​ຂອງ​ນາງ​ໄດ້​ໄປ​ຮ່ວມ​ຢູ່​ໃນ​ຫວອດ​ຂອງ​ນາງ. ຊາຍໜຸ່ມ​ຄົນ​ໜຶ່ງ ຜູ້​ມີ​ຕຳ​ແໜ່​ງ​ເປັນ​ປະ​ໂລຫິດ​ຢູ່​ໃນ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ໄດ້​ສຳພັດ​ໃຈ​ຂອງ​ທຸກຄົນ​ໃນ​ກອງ​ປະຊຸມ ​ໃນ​ຂະນະ​ທີ່​ລາວ​ໄດ້​ກ່າວ​ເຖິງ​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ ​ແລະ ​ເຖິງ​ຄວາມ​ຊື່ນ​ຊົມ​ກັບ​ການ​ຮັກສາ​ພຣະບັນຍັດ. ລາວ​ໄດ້​ສະ​ແດງ​ປະຈັກ​ພະຍານ​ທີ່​ປະ​ທັບ​ໃຈ ​ໃນ​ຂະນະ​ທີ່​ລາວ​ຢືນ​ຢູ່​ແທ່ນ​ປາ​ໄສ, ​ເບິ່ງ​​ສະອາດ ​ແລະ ຮຽບຮ້ອຍ ​ໃນ​ເສື້ອ​ສີຂາວ ​ແລະ ກາລະວັດ​ຂອງ​ລາວ.

ຕໍ່​ມາ​​ໃນມື້​ດຽວ​ກັນນັ້ນ, ​ໃນ​ຂະນະ​ທີ່ຍິງ​ຄົນ​ນີ້ກັບ​ສາມີ​ຂອງ​ນາງກຳລັງ​ຂັບ​ລົດ​ອອກ​​ໄປຈາກ​ເຮືອນ​ຂອງ​ເພື່ອນ​ຂອງ​ເຂົາ​ເຈົ້າ, ​ເຂົາ​ເຈົ້າ​ໄດ້​ເຫັນ​ຊາຍ​ໜຸ່ມ​ຄົນທີ່​​ໄດ້ກ່າວ​ຖ້ອຍ​ຄຳ​ອັ​ນປະ​ທັບ​ໃຈຄົນ​ດຽວ​ກັນນັ້ນ. ​ແຕ່ລາວ​ຢູ່​ໃນ​ລັກສະນະ​ທີ່​ແຕກ​ຕ່າງ, ກຳລັງ​ຍ່າງ​ໄປ​ຕາມ​ທາງ ​ນຸ່ງ​​ເສື້ອ​ຜ້າ​ລຸງລັງ—​ແລະ ສູບຢາ. ​ເພື່ອນ​ຂອງ​ຂ້າພະ​ເຈົ້າ ​ແລະ ສາມີ​ຂອງ​ນາງ ບໍ່​ພຽງ​ແຕ່​ຜິດ​ຫວັງ​ ​ແລະ ​ໂສກ​ເສົ້າ​ເທົ່າ​ນັ້ນ, ​ແຕ່​ເຂົາ​ເຈົ້າຍັງ​ສັບສົນ​ອີກ ທີ່​ໄດ້​ເຫັນ​ຄົນ​ທີ່​ຫາ​ກໍ​ໄດ້​ກ່າວ​ປະຈັກ​ພະຍານ​ທີ່​ດົນ​ໃຈ ​ແລ້ວ​ກັບ​ເປັນ​ຄົນ​ອື່ນ​ແບບ​ບໍ່​ນຶກ​ບໍ່​ຝັນ.

ອ້າຍ​ນ້ອງ​ທັງຫລາຍ, ທ່ານ​ເປັນ​ຄົນ​ດຽວ​ກັນ​ ບໍ່​ວ່າ​ທ່ານ​ຈະ​ຢູ່​ໃນ​ບ່ອນ​ໃດ ​ແລະ ​​ເຮັດ​ສິ່ງ​ໃດ​ຢູ່​ຫລື​ບໍ່​—​ເປັນ​ຄົນ​ທີ່​ພຣະບິດາ​ເທິງ​ສະຫວັນ​ປະສົງ​ໃຫ້​ທ່ານ​ເປັນ ​ແລະ ​ເປັນ​ຜູ້​ທີ່​ທ່ານ​ຮູ້​ວ່າ​ຄວນ​ເປັນ​ຫລື​ບໍ່?

ໃນ​ການ​ສຳພາດ​ທີ່​ຖືກ​ພິມ​ໃນ​ວາລະສານ​ແຫ່ງ​ຊາດ, ນັກ​ຫລິ້ນ​ບານບ້ວງ​ທີ່​ໂດ່​ງດັງ​ຄົນ​ໜຶ່ງ​ຊື່ ຈາ​ບາຣີ ພາກ​ເກີ, ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ, ​ໄດ້​ຖືກ​ຂໍ​ໃຫ້ບອກ​ເຖິງຄຳ​ແນະນຳ​ທີ່​ດີ​ທີ່​ສຸດ​ທີ່​ລາວ​ໄດ້​ຮັບຈາກ​ພໍ່​ຂອງ​ລາວ. ຈາ​ບາຣີ​ໄດ້​ຕອບວ່າ “[ພໍ່​ຂອງ​ຂ້າພະ​ເຈົ້າ] ​ໄດ້​ກ່າວ​ວ່າ, ​ໃຫ້​ລູກ​ເປັນ​ຄົນ​ດຽວ​ກັນ ບໍ່​ວ່າ​ຕອນ​ລູກ​ຢູ່​ໃນ​ຄວາມ​ມືດ ຫລື ຕອນ​ລູກ​ຢູ່​ໃນ​ຄວາມ​ສະຫວ່າງ.”4 ອ້າຍ​ນ້ອງ​ທັງຫລາຍ ມັນເປັນ​ຄຳ​ແນະນຳ​ທີ່​ສຳຄັນສຳລັບ​ເຮົາ​ທຸກ​ຄົນ.

ພຣະຄຳ​ພີ​ຂອງ​ເຮົາກໍ​​ເຕັມ​ໄປ​ດ້ວຍ​ຕົວຢ່າງ​ຂອງ​ຄວາມ​ກ້າຫານ ທີ່​ເຮົາ​ແຕ່ລະຄົນ​ຕ້ອງການ​ໃນ​ທຸກ​ວັນ​ນີ້. ສາດສະດາ​ດາ​ນີ​ເອນ​ໄດ້​ສະ​ແດງ​ຄວາມ​ກ້າຫານ​ສຸດ​ຍອດ ​ໂດຍ​ການ​ຢືນ​ປົກ​ປ້ອງ​ສິ່ງ​ທີ່​ລາວ​ຮູ້​ວ່າ​ຖືກຕ້ອງ ​ແລະ ​ໂດຍ​ການສະ​ແດງ​ເຖິງ​ຄວາມ​ກ້າຫານ​ທີ່​ຈະ​ອະທິຖານ, ​ເຖິງ​ແມ່ນ​ລາວ​ຖືກ​ຂົ່ມ​ຂູ່​ວ່າ ລາວ​ຈະ​ຖືກ​ຂ້າ​ກໍ​ຕາມ.5

ຄວາມ​ກ້າຫານ​ຂອງອະ​ບີ​ນາ​ໄດ, ກໍ​ໄດ້​ສະ​ແດງ​ອອກ​​ເໝືອນ​ກັນ ​ເມື່ອ​ເພິ່ນ​ຍອມ​ທີ່​ຈະ​ສະລະ​ຊີວິດ​ຂອງ​ເພິ່ນ ​ແທນ​ທີ່​ຈະ​ປະຕິ​ເສດ​ຄວາມ​ຈິງ.6

ເຮົາ​ບໍ່​ໄດ້​ຮັບ​ການ​ດົນ​ໃຈ​ບໍ ຈາກ​ຊີວິດ​ຂອງ​ນັກຮົບ​ໜຸ່ມ 2,000 ຄົນ ຂອງຮີ​ລາມັນ, ຜູ້​ໄດ້​ສອນ ​ແລະ ​ໄດ້​ສະ​ແດງ​​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ກ້າຫານ ທີ່​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພໍ່​ແມ່ ​​ເລື່ອງ​ພົມມະຈັນ ​ແລະ ຄວາມບໍລິສຸດ?7

ບາງທີ ​ໃນ​​ເລື່ອງ​ລາວ​​ຈາກ​ພຣະຄຳ​ພີ​ແຕ່ລະ​ເລື່ອງ​ເຫລົ່າ​ນັ້ນຍັງ​ມີ​ອີກ​ເລື່ອງ​ໜຶ່ງ​ທີ່​ດີ​ເດັ່ນ​ໄປ​ກວ່າ​ນັ້ນ ຊຶ່ງ​ເປັນ​ຕົວຢ່າງຂອງ​ໂມ​ໂຣ​ໄນ, ຜູ້​ໄດ້​ມີ​ຄວາມ​ກ້າຫານ​ທີ່​ຈະ​ຮັກສາ​ຄວາມ​ຊອບ​ທຳ​ຈົນ​ເຖິງ​ທີ່​ສຸດ.8

ຕະຫລອດ​ຊີວິດ​ຂອງ​​ເພິ່ນ, ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ກ້າຫານ​ຂອງ​ເພິ່ນ​ຈົນ​ນັບ​ບໍ່​ຖ້ວນ. ຕົວຢ່າງ​ໜຶ່ງ​ແມ່ນ​ຕອນ​ທີ່​ເພິ່ນ​ກັບ​ບັນດາ​ອ້າຍ​ນ້ອງ​ຈຳນວນ​ໜຶ່ງ​ໄດ້​ຖືກ​ລ່າມ​ໂສ້—​ໃຫ້​ວາດ​ພາບ, ຖືກ​ລ່າມ​ໂສ້​ດ້ວຍ​ກັນ—ແລະ ຖືກ​ຂັງ​ໄວ້​ນຳ​ກັນ​ຢູ່​​ເຮືອນ​ນ້ອຍ​ທີ່​ສ້າງ​ຍັງ​ບໍ່​ທັນ​ສຳ​ເລັດ ​ຢູ່​ຂ້າງ​ຕຶກ​ສານ​ໃນ​ເມືອງຣິດສະ​ມອນ, ລັດມີ​ເຊີຣີ. ພາ​ລີ ພີ ​ພະ​ແຣັດ, ​ເປັນ​ຜູ້​ໜຶ່ງ​ທີ່​ຖືກ​ຄຸມ​ຂັງ, ​ໄດ້​ຂຽນ​ກ່ຽວ​ກັບ​ຄືນ​ນັ້ນວ່າ​: “ພວກ​ເຮົາ​ໄດ້​ນອນ​ຢູ່ ຈົນ​ເຖິງ​ທ່ຽງ​ຄືນ ​ເຕັມ​ໄປ​ດ້ວຍ​ຄວາມ​​ເຈັບ​ປວດ ​ໃນ​ຂະນະ​ທີ່​ພວກ​ນາຍ​ຍາມ​ກ່າວ​ຄຳ​​ເຍາະ​ເຍີ້​ຍ​, ທັງ​ກ່າວ​ຄຳ​ຫຍາບ​ຄາຍ, ​ແລະ ສົກກະປົກ ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ.”

​ແອວ​ເດີ ​ພະ​ແຣັດ ​ໄດ້​ກ່າວ​ຕື່ມ​ວ່າ:

​“ຂ້າພະ​ເຈົ້າ​ໄດ້​ຟັງ​ຈົນ​ກວ່າ​ຂ້າພະ​ເຈົ້າ​ເບື່ອ​ໜ່າຍ, ຕົກ​ຕະລຶງ, ຢ້ານ​ກົວ, ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດ​ແຄ້ນ​ຫລາຍ​ທີ່​ສຸດ ຈົນ​ວ່າ​ຂ້າພະ​ເຈົ້າທົນ​ບໍ່​ໄຫວ ທີ່​ຈະ​ຢືນ​ຂຶ້ນກ່າວ​ຕຳ​ນິພວກ​ນາຍ​ຍາມ; ​ແຕ່​ຂ້າພະ​ເຈົ້າບໍ່​ໄດ້​ເວົ້າຫຍັງ​ກັບ​ໂຈ​ເຊັບ, ຫລື ກັບ​ຄົນ​​ໃດ​ເລີຍ, ​ເຖິງ​ແມ່ນ​ວ່າ​ຂ້າພະ​ເຈົ້າ​ໄດ້​ນອນ​ຢູ່​ທາງ​ຂ້າງ​ຂອງ​ເພິ່ນ ​ແລະ ກໍ​ຮູ້​ວ່​າ​ເພິ່ນ​ຍັງ​ບໍ່​ທັນ​ຫລັບ​ເທື່ອ. ທັນ​ໃດ​ນັ້ນ, ​ເພິ່ນ​ໄດ້​ລຸກ​ຢືນ​ຂຶ້ນ ​ແລ້ວ​ກ່າວ​ດ້ວຍ​ສຽງ​ສັ່ນ​ສະ​ເທືອ​ນ, ຫລື ດ້ວຍ​ສຽງ​ຂອງ​ພະຍາ​ສິງ ດ້ວຍ​ຖ້ອຍ​ຄຳ​​ເຫລົ່າ​ນີ້:

“‘ຢຸດ​ດຽວ​ນີ້. … ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ ຂ້າພະ​ເຈົ້າສັ່ງ​ໃຫ້​ພວກ​ເຈົ້າທຸກ​ຄົນ​ມິດ​ງຽບ; ຂ້າພະ​ເຈົ້າຈະ​ບໍ່​ທົນ​ຟັງ​ພາສາ​ແບບ​ນັ້ນຕໍ່​ໄປ​ອີກ​ແມ່ນ​ແຕ່​ນາທີ​ດຽວ. ​ໃຫ້​ເຊົາ​ເວົ້າທັນທີ, ຖ້າ​ບໍ່​ດັ່ງນັ້ນ ​ພວກ​ເຈົ້າ ຫລື ຂ້າພະ​ເຈົ້າຈະ​ຕາຍ​ດຽວ​ນີ້!’”

ໂຈ​ເຊັບ “​ໄດ້​ຢືນ​ຢູ່​ຢ່າງ​ສະຫງ່າ​ຜ່າ​ເຜີຍ,” ຕາມ​ທີ່ ​ແອວ​ເດີ ພະ​ແຣັດ ​ໄດ້​ບັນຍາຍ​ໄວ້. ​ເພິ່ນ​ໄດ້​ຖືກ​ລ່າມ​ໂສ້, ​ໂດຍ​ບໍ່​ມີ​ອາວຸດ, ​ແຕ່​ເພິ່ນ​ຍັງ​ສະຫງົບ ​ແລະ ສະຫງ່າ​ຜ່າ​ເຜີຍ​ຢູ່. ​ເພິ່ນ​ໄດ້​ຫລຽວ​ລົງ​ເບິ່ງ​ພວກ​ນາຍ​ຍາມ​ທີ່​ຕົວ​ສັ່ນ ທີ່​ໄດ້​ຖອຍ​ໄປ​ນັ່ງ​ຫົດ​ຕົວກອດ​ຫົວ​ເຂົ່າ​ຢູ່​ແຈ​ຫ້ອງ. ພວກ​ຜູ້​ຊາຍ​​ທີ່​ໂຫດຮ້າຍເຫລົ່ານັ້ນ ​ໄດ້​ຂໍ​ໂທດ​ນຳ​ເພິ່ນ ​ແລະ ພາກັນ​ມິດ​ງຽບ​ຢູ່.9

ບໍ່​ແມ່ນ​ການ​ສະ​ແດງ​ຄວາມ​ກ້າຫານ​ທຸກ​ເທື່ອຈະ​ໄດ້​ຮັບ​ຜົນດີ ​ແລະ ​ໄດ້ຜົນ​ຢ່າງທັນ​ດ່ວນ​ແບບ​ນັ້ນ, ​​ແຕ່ການສະ​ແດງ​ຄວາມ​ກ້າຫານ​ທຸກ​ເທື່ອ​ຈະ​ນຳ​ຄວາມ​ສະຫງົບ​ມາສູ່​ຈິດ​ໃຈ ​ແລະ ​ຄວາມ​ຮູ້​ທີ່​ວ່າ​ໄດ້​ປົກ​ປ້ອງຄວາມ​ຖືກຕ້ອງ ​ແລະ ຄວາມ​ຈິງ.

ມັນ​ສຳຄັນ​ຫລາຍ​ທີ່​ຈະ​ຍຶດໝັ້ນ ​ໃນ​ຕອນ​ທີ່​ບໍ່​ເຫັນ​ພ້ອມກັບ​ຄວາມຄິດ​ຄວາມ​ເຫັນ​ຂອງ​ສັງຄົມ. ​ເຮົາ​ຕ້ອງ​ມີ​ຄວາມ​ກ້າຫານ​ຄື​ກັນ​ກັບ ດາ​ນີ​ເອນ, ອະ​ບີ​ນາ​ໄດ, ​ໂມ​ໂຣ​ໄນ, ຫລື ​ໂຈ​​ເຊັບ ສະ​ມິດ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ຍຶດໝັ້ນ ຢູ່​ກັບ​ສິ່ງ​ທີ່​ເຮົາ​ຮູ້​ວ່າ​ຖືກຕ້ອງ. ພວກ​ເພິ່ນ​ມີ​ຄວາມ​ກ້າຫານ​ທີ່​ຈະ​ເຮັດ ບໍ່​ແມ່ນເຮັດ​ສິ່ງ​ທີ່​ງ່າຍ​ ​ແຕ່​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ.

​ເ​ຮົາທຸກ​ຄົນ​ຈະ​ປະ​ເຊີນ​ກັບ​ຄວາມ​ຢ້ານ​ກົວ, ຖືກ​​ເຍາະ​ເຍີ້​ຍ, ​ແລະ ຖືກ​ຕໍ່ຕ້ານ. ຂໍ​ໃຫ້​ເຮົາ​—​ເຮົາ​ທຸກຄົນ—ຈົ່ງ​ມີ​ຄວາມ​ກ້າຫານ​ທີ່​ຈະຕໍ່ຕ້ານກັບ​ຄວາມ​ຄິດ​ເຫັນ​ສ່ວນ​​ໃຫຍ່, ມີ​ຄວາມ​ກ້າຫານ​ທີ່​ຈະ​ຍຶດໝັ້ນ​ໃນ​ຫລັກ​ທຳ. ຄວາມກ້າຫານ, ບໍ່​ແມ່ນຄວາມປະ​ນິປະນອມ, ຈະ​​ເຮັດ​ໃຫ້​ພຣະ​ເຈົ້າ​​ພໍພຣະ​ໄທ. ຄວາມ​ກ້າຫານ​ຈະ​ກາຍ​ເປັນ​ຄຸນ​ນະ​ທຳ​ທີ່​ມີ​ພະລັງ ​ແລະ ດຶງ​ດູດ​​ໃຈ ທີ່​ຈະຍອມ​ຕາຍ​ແບບ​ລູກ​ຜູ້​ຊາຍ ​​ແລະ ມີ​ຊີວິດ​ຢູ່​ແບບ​ສົມບັດ​ຜູ້ດີ. ​ໃນ​ຂະນະ​ທີ່​ເຮົາດຳ​ເນີນ​ໄປ​ໜ້າ, ດຳລົງ​ຊີວິດ​ດັ່ງ​ທີ່​ຄວນ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະຜູ້​ເປັນ​ເຈົ້າຢ່າງ​ແນ່ນອນ ​ແລະ ສາມາດ​ໄດ້​ຮັບ​ຄວາມ​ປອບ​ໂຍນ​ຈາກ​ພຣະຄຳ​ຂອງ​ພຣະອົງ. ຂ້າພະ​ເຈົ້າມັກ​ຄຳ​ສັນຍາ​ຂອງ​ພຣະອົງ ທີ່​ມີ​ຢູ່ໃນ​ໜັງສື​ຂອງ​ໂຢຊວຍວ່າ:

“​ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ. …

​“... ​ໃຫ້​ມີ​ໃຈ​ເດັດດ່ຽວ ​ແລະ ກ້າຫານ; ຢ່າ​ຢ້ານ ຫລື ທໍ້ຖອຍ​ກຳລັງ​ໃຈ ​ເພາະ​ເຮົາ​ຄື​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​ເຈົ້າ ຢູ່​ກັບ​ເຈົ້າ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ໄປ.”10

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ດ້ວຍ​ຄວາມ​ກ້າ​ຫານ​ທີ່​ເຊື່ອ​ໝັ້ນຂອງ​ເຮົາ, ຂໍ​ໃຫ້​ເຮົາ​ຈົ່ງ​ປະກາດ​ດ້ວຍ​ຖ້ອຍ​ຄຳ​ຂອງ​ອັກຄະ​ສາວົກ​ໂປ​ໂລ​ ທີ່​ວ່າ, “​ເຮົາ​ບໍ່ມີ​ຄວາມ​ລະອາ​ຍ​ໃນ​ຂ່າວ​ປະ​ເສີດ.”11 ແລ້ວ ດ້ວຍ​ຄວາມ​ກ້າຫານ​​ແບບດຽວ​ກັນນັ້ນ ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປ​ໂລ ທີ່​ວ່າ: “ຢ່າ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ໝິ່ນ​ປະໝາດ​ຄວາມ​ໜຸ່ມ​ຂອງ​ເຈົ້າ, ​ແຕ່​ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ຖື​ທັງຫລາຍ​ໃນ​ທາງ​ກິລິຍາ ​ແລະ ວາຈາ, ​ໃນ​ຄວາມ​ຮັກ, ​ໃນ​ຄວາມ​ເຊື່ອ, ​ແລະ ​ໃນ​ຄວາມ​ບໍລິສຸດ​ຂອ​ງ​ເຈົ້າ.”12

ເລື່ອງ​ຮ້າຍ​ຈະ​ເກີດ​ຂຶ້ນ ​ແລະ ຜ່ານພົ້ນ​ໄປ, ​ແຕ່​ສົງຄາມ​ເລື່ອງ​ຈິດ​ວິນ​ຍານຂອງ​ມະນຸດ​ຈະ​ດຳ​ເນີນ​ຕໍ່​ໄປ ຢ່າງ​ບໍ່​ສິ້ນ​ສຸດ. ເໝືອນ​ດັ່ງ​ສຽງ​ແກ ພຣະຄຳຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້ດັງ​ກ້ອງ​ມາສູ່​ທ່ານ ​ແລະ ມາສູ່​ຜູ້​ດຳ​ລົງ​ຖານະ​ປະ​ໂລຫິດ​ຢູ່​ໃນ​ທຸກ​ແຫ່ງ​ຫົນ​ວ່າ ບັດ​ນີ້ໃຫ້ທຸກໆ​ຄົນຮຽນ​ຮູ້​ໜ້າ​ທີ່​ຂອງ​ຕົນ, ​ແລະ ກະທຳ​ໃນ​ຕຳ​ແໜ່​ງທີ່​ເຂົາ​ຖືກ​ກຳນົດ​ໃຫ້, ​ໃນ​ຄວາມພາກ​ພຽນທັງ​ໝົດ.”13 ແລ້ວ​ເຮົາ​ຈະ​ເປັນ​, ດັ່ງ​ທີ່​ອັກຄະ​ສາວົກ​​ເປ​ໂຕ​ໄດ້​ປະກາດ, ​ຄື​ເປັນ “ປະ​​ໂລຫິດ​ຫລວງ,”14 ເປັນ​ໜຶ່ງ​ໃນ​ຈຸດປະສົງ ​ແລະ ​ເຕັມ​ໄປ​ດ້ວຍອຳນາດ​ຈາກ​ເບື້ອງບົນ.15

ຂໍ​ໃຫ້​ເຮົາ​ອອກ​ໄປ​ຈາກ​ທີ່​ນີ້​ດ້ວຍ​ຄວາມ​ຕັ້ງ​ໃຈ ​ແລະ ດ້ວຍ​ຄວາມ​ກ້າຫານ​ ດັ່ງ​ທີ່​ໂຢບ​ໄດ້​ກ່າວ​ວ່າ, “ຕາບ​ໃດ​ທີ່​ຂ້ອຍ​ນີ້​ຍັງ​ພໍ​ມີ​ຊີວິດ​ຢູ່, … ຂ້ອຍ​ຈະ​ຢືນຢັນວ່າຂ້ອຍ​ບໍ່​ຜິດ​ຈົນ​ເທົ່າ​ມື້​ຕາຍ.”16 ຂ້າພະ​ເຈົ້າອະທິຖານ​ຂໍ​ໃຫ້​ເປັນ​ເຊັ່ນນັ້ນ​ເຖີດ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ອາ​ແມນ.