​2010–2019
ທົນ​ຕໍ່​ພາ​ລະ​ແບກ​ຫາບ​ຢ່າ​ງ​ງ່າຍ​ດາຍ
ເມສາ 2014


ທົນ​ຕໍ່​ພາ​ລະ​ແບກ​ຫາບ​ຢ່າ​ງ​ງ່າຍ​ດາຍ

ພາ​ລະ​ໂດຍ​ສະ​ເພາະ​ໃນ​ຊີ​ວິດ​ຂອງເຮົາ​ແຕ່​ລະ​ຄົນຈ​ະ​ຊ່ອຍ​ເຮົາ​ໃຫ້​ເພິ່ງ​ອາ​ໄສຄຸນຄວາມ​ດີ, ພ​ຣະເມດ​ຕາ, ແລະ ພ​ຣະ​ຄຸນ​ຂອງ​ພ​ຣະ​ເມ​ຊີ​ອາ​ຜູ້​ບໍ​ລິ​ສຸດ.

ຂ້າ​ພະ​ເຈົ້າ​ມີ​ເພື່ອນ​ທີ່​​ຮັກຄົນ​ໜຶ່ງ, ທີ່​ໃນ​ຕອນ​ຕົ້ນ​ຂອງ​ຊີ​ວິດ​ແຕ່ງ​ງານ​ຂອງ​ລາວ, ລາວ ​​ແລະ ຄອບຄົວ​ຂອງ​ລາວແນ່​ໃຈ​ວ່າ​​ຕ້ອງ​ການ​ລົດ​ກະ​ບະ​ທີ່​ມີ​ພະ​ລັງ​ຫ​ລາຍ​ທີ່​ສຸດ. ພັນ​ລະ​ຍາ​ຂອງ​ລາວ​ກໍ​ແນ່​ໃຈ​ວ່າ​ລາວບໍ່​ຈຳ​ເປັນ​ຕ້ອງ​ມີ ພຽງ​ແຕ່​ຢາກ​ໄດ້​ລົດ​ຄັນ​ໃໝ່​ເທົ່າ​ນັ້ນ. ການ​ເວົ້າ​ລົມ​ທີ່​ຕະ​ຫລົກລະ​ຫວ່າງ​ສາ​ມີ ແລະ ພັນ​ລະ​ຍາ​ຄູ່ນີ້ໄດ້​ກະ​ຕຸ້ນ​ເຂົາ​ເຈົ້າໃຫ້​ຄິດ​ພິ​ຈາ​ລະ​ນາ​ເຖິງ​ຜົນ​ປະ​ໂຫຍດ ແລະ​ ຂໍ້​ເສຍ​ປຽບ​ໃນ​ການ​ຊື້​ລົດ​ຄັນ​ໃໝ່​ນັ້ນ.

“ທີ່​ຮັກ​ເອີຍ, ພວກ​ເຮົາ​ຕ້ອງ​ການ​ລົດ​ກະ​ບະ​ນັ້ນ.”

ນາງ​ໄດ້​ຖາມ​ວ່າ, “ເປັນ​ຫ​ຍັງ​ອ້າຍ​ຄິດ​ວ່າ​ພວກ​ເຮົາ​ຕ້ອງ​ການ​ລົດ​ກະ​ບະ​ຄັນ​ໃໝ່?”

ລາວ​ໄດ້​ຕອ​ບ​ຄຳ​ຖາມ​ຂອງ​ນາງ​ດ້ວຍ​ຄຳ​ທີ່​ລາວ​ໄດ້​ຄິ​ດ​ວ່າ​ຄັກ​ທີ່​ສຸດ: “​ເອົາ ຖ້າ​ຫາກ​ພວກ​ເຮົາ​ຕ້ອງ​ການ​ນ້ຳ​ນົມ​ມາ​ໃຫ້​ລູກ​ຂອງ​ເຮົາ​ຕອນ​ທີ່​​ເກີດ​ພະ​ຍຸເດ, ແລະ ທາງ​ດຽວ​ທີ່​ອ້າຍ​ຈະ​ໄປ​ຕະ​ຫລາດ​ໄດ້​ແມ່ນ​ໂດຍ​ລົດ​ກະ​ບະ​ເດ​ລະ?”

ພັນ​ລະ​ຍາ​ຂອງ​ລາວ​ໄດ້​ຕອບ​ດ້ວຍ​ຮອຍຍິ້ມ​ວ່າ, “ຖ້າ​ພວກ​ເຮົາ​ຊື້​ລົດ​ກະ​ບະ​ຄັນ​ໃໝ່, ພວກ​ເຮົາ​ຈະ​ບໍ່​ມີ​ເງິນ​ໄປ​ຊື້​ນ້ຳ​ນົມ—ສະ​ນັ້ນ​ເປັນ​ຫ​ຍັງ​ຈຶ່ງ​ມາ​ກັງ​ວົນ​ທີ່​ຈ​ະ​ໄປ​ຕະ​ຫລາດ​ຕອນ​ສຸກ​ເສີນ!”

ເປັນ​ເວ​ລາ​ດົນ​ນານ​ທີ່​ເຂົາ​ເຈົ້າ​ໄດ້​ປຶກ​ສາ​ນຳ​ກັນ ແລະ ໃນ​ທີ່​ສຸດ​ກໍ​ໄດ້​ຕັດ​ສິນ​ໃຈ​ຊື້​ລົດ​ກະ​ບະ​ຄັນ​ນັ້ນ. ບໍ່​ດົນ​ຫລັງ​ຈາກ​ໄດ້​ຊື້​ລົດ​ຄັນ​ໃໝ່​ນັ້ນ, ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ຢາກ​ສະ​ແດງໃຫ້​ເຫັນ​ຜົນ​ປະ​ໂຫຍດ​ຂອງ​ລົດ ແລະ ຢືນ​ຢັນ​ເຫດ​ຜົນ​ຂອງ​ລາວ​ທີ່​ຢາກ​ຊື້​ລົດ​ຄັນນັ້ນ. ສະ​ນັ້ນ​ລາ​ວ​ຈຶ່ງ​ຕັດ​ສິນ​ໃຈ​ວ່າ​ລາວ​ຈະ​​ໄປ​ຕັດຟືນ​. ນັ້ນ​ເປັນ​ລະ​ດູ​ໃບ​ໄມ້​ຫລົ່ນ, ແລະ ຫິ​ມະ​ກໍ​ໄດ້​ຕົກ​ລົງ​ຢູ່​ເທິງ​ພູ​ແລ້ວ ບ່ອນ​ທີ່​ລາວ​ຕັ້ງ​ໃຈ​ຈະ​ໄປ​ຊອກ​ຫາ​ຟືນນັ້ນ. ຕອນ​ທີ່​ລາວ​ຂັບ​ລົດ​ຂຶ້ນ​ພູ, ຫິ​ມະ​ກໍ​ມີ​ຫລາຍ​ຂຶ້ນ​ເລື້ອຍໆ. ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮູ້​ວ່າ​​ສະ​ພາບ​ຂອງເສັ້ນ​ທາງ​ທີ່ມື່ນນັ້ນ​ເປັນ​ອັນ​ຕະ​ລາຍ, ແຕ່​ດ້ວຍ​ຄວາມ​ໝັ້ນ​ໃຈ​ໃນ​ລົດ​ກະ​ບະ​ຄັນ​ໃໝ່​ຄັນນັ້ນ, ລາວ​ກໍ​ໄດ້​ຂັບ​ຕໍ່​ໄປ.

ໜ້າ​ໂສກ​ເສົ້າ​ແທ້ໆ, ເພື່ອນ​ຂອງ​ຂ້າ​ພ​ະ​ເຈົ້າ​ຂັບ​ໄປ​ໄກ​ເກີນ​ໄປ​ໃນ​ເສັ້ນ​ທາງ​ທີ່​ເຕັມ​ໄປ​ດ້ວຍ​ຫິ​ມະ​. ລາວ​ໄດ້​ຂັບ​ລົດ​ອອກນອກ​ເສັ້ນ​ທາງ ຢູ່​ບ່ອນ​ທີ່​ລາວ​ຕັ້ງ​ໃຈ​ຈະ​ຕັດ​ຟືນນັ້ນ, ລົດ​ຂອງ​ລາວ​ກໍ​ໄດ້​ຄາ​ຢູ່​ທີ່ນັ້ນ. ຕີນ​ທັງ​ສີ່​ເບື້ອງ​ຂອງ​ລົດ​ກະ​ບະ​ໃໝ່​ຄັນນັ້ນ​ພຽງ​ແຕ່​ປິ່ນ​ໄປ​ປິ່ນ​ມາ​ໃນ​ຫິ​ມະ. ລາວ​ໄດ້​ຍອມ​ຮັບ​ຢ່າງ​ທັນ​ທີ​ວ່າ​ລາວບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ດຶງ​ຕົວ​ເອງ​ອອກ​ຈາກ​ສະ​ພາບ​ການ​ທີ່​ອັນ​ຕະ​ລາຍນັ້ນ. ລາວ​ໄດ້​​ຮູ້​ສຶກອັບ​ອາຍ ແລະ ກັງ​ວົນ.

ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ວ່າ, “ເອີ, ເຮົາ​ຈະ​ບໍ່​ນັ່ງ​ຢູ່​ທີ່ນີ້​ຊື່ໆ.” ລາວ​ໄດ້​ລົງ​ຈາກ​ລົດ ແລະ ໄດ້​ເລີ່ມ​ຕັດ​ຟືນ. ລາວ​ໄດ້​ເອົາ​ຟືນ​ໃສ່​ລົດ​ຈົນ​ເຕັມ​. ແລະ ແລ້ວ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຕັດ​ສິນໃຈ​ວ່າ​ລາວ​ຈະ​ພະ​ຍາ​ຍາມ​ຂັບ​ລົດ​ອອກ​ຈາກ​ຫິ​ມະ​ນັ້ນ​ອີກ​ເທື່ອ​ໜຶ່ງ. ເມື່ອ​ລາວ​ໄດ້​ເຂົ້າ​ເກຍ​ລົດ ແລະ ໃຊ້​ພະ​ລັງ, ລາວ​ກໍ​ໄດ້​ຄ່ອຍໆ​ຍ້າຍ​ໄປ​ໜ້າ​ເທື່ອ​ລະ​ນ້ອຍ. ລົດ​ກໍ​ໄດ້​ຄ່ອຍໆ​ຍ້າຍ​ອອກ​ໄປ​ຈາກ​ຫິ​ມະ ແລະ ໄປ​ເຖິງ​ເສັ້ນ​ທາງ​ອີກ. ໃນ​ທີ່ສຸດ​ລາວ​ກໍ​ໄດ້​ອອກ​ຈາກ​ຫິ​ມະ​ກັບ​ເມືອ​ບ້ານ, ແລະ ບັດ​ນີ້​ເປັນ​ຄົນ​ທີ່​ດີ​ໃຈ ແລະ ຖ່ອມ​ຕົນ​ດ້ວຍ.

ພາ​ລະ​ໜັກ​ຂອງ​ເຮົາ

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາ​ກ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ເນັ້ນ​ໜັກ​ເຖິງ​ບົດ​ຮຽນ​ທີ່​ສຳ​ຄັນ​ ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້​ໄດ້​ຈາກ​ເລື່ອງ​ລາວ​ກ່ຽວ​ກັບ​ເພື່ອນ​ຂອ​ງ​ຂ້າ​ພະ​ເຈົ້າ, ລົດ​ກະ​ບະ, ແລະ ຟືນ. ມັນ​ເປັນ​ເພາະ​ນ້ຳ​ໜັກ​ຂອງ​ຟືນ​ທີ່​ຊ່ອຍ​ໃຫ້​ລົດ​ອອກ​ຈາກ​ຫິ​ມະ​ນັ້ນ​ໄດ້, ເພື່ອ​ຈະ​ອອກ​ມາ​ເຖິງ​ເສັ້ນ​ທາງ, ແລະ ກ້າວ​ໄປ​ໜ້າ. ມັນ​ເປັນ​ເພາະ​ນ້ຳ​ໜັກ​ທີ່​ເຮັດ​ໃຫ້​ລາວ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ຄອບ​ຄົວ ແລະ ບ້ານ​ຂອງ​ລາວ​ໄດ້.

ເຮົາ​ແຕ່​ລະ​ຄົນ​ກໍ​ແບກ​ຫາບ​ພາ​ລະ​ໜັກ​ຄື​ກັນ. ພາ​ລະ​ສ່ວນ​ຕົວ​ຂອງ​ເຮົາ​ແມ່ນ​ຮ່ວມ​ດ້ວຍສິ່ງ​ທີ່​ເຮົາ​ຈຳ​ເປັນ​ຕ້ອງ​ເຮັດ ແລະ ໂອ​ກາດ, ພັນ​ທະ ແລະ ສິ​ດ​ທິ​ພິ​ເສດ, ຄວາມ​ທຸກ​ທໍ​ລະ​ມານ ແລະ ພອນ​ຕ່າງໆ, ແລະ ທາງ​ເລືອກ ແລະ ຂໍ້​ຈຳ​ກັດ. ຄຳ​ຖາມ​ສອງ​ຄຳ​ທີ່​ຊີ້​ນຳ​ສາ​ມາດ​ຊ່ອຍ​ເຮົາ​ໄດ້ເມື່ອ​ເຮົາ​ປະ​ເມີນ​ພາ​ລະ​ໜັກ​ຂອງ​ເຮົາ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ດ້ວຍ​ການ​ອະ​ທິ​ຖານ​ວ່າ: “ພາ​ລະ​ໜັກ​ທີ່​ເຮົາ​ແບກ​ຫາບ​ຢູ່​ສ້າງ​ພະ​ລັງ​ທາງວິນ​ຍານ ທີ່​ຈະ​ເຮັດ​ໃຫ້​ເຮົາ​ກ້າວ​ໄປ​ໜ້າ​ດ້ວຍ​ສັດ​ທ​າ​ໃນ​ພ​ຣະ​ຄ​ຣິດ​ ໃນ​ເສັ້ນ​ທາງ​ທີ່​ຊື່ ແລະ ແຄບ​ບໍ ແລະ ຫລີກ​ລ້ຽງຈາກ​ການຢຸດ​ສະ​ງັກ​ໃນ​ຄວາມ​ກ້າວ​ໜ້າ​ທາງວິນ​ຍານ​​ຂອງ​ເຮົາບໍ! ພາ​ລະ​ໜັກ​ທີ່​ເຮົາ​ແບກ​ຫາບ​ຢູ່​ຈະສ້າງ​ພະ​ລັງ​ທາງວິນ​ຍານ​ທີ່​ພຽງ​ພໍ ເພື່ອ​ວ່າ​ໃນ​ທີ່​ສຸດ​ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ສູ່​ບ້ານ ໄປ​ຫາ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ບໍ?”

ບາງ​ເທື່ອ​ເຮົາ​​ເຊື່ອໄປ​ວ່າ​ຄວາມ​ສຸກນັ້ນ​ແມ່ນ​ການ​ບໍ່​ມີ​ພາ​ລະ​ໜັກ. ແຕ່​ການ​ທົນ​ທຸກ​ຕໍ່​ພາ​ລະ​ໜັກ​ແມ່ນ​ຈຳ​ເປັນ ແລະ ເປັນ​ພາກ​ສ່ວນ​ທີ່​ຈຳ​ເປັນໃນ​ແຜນ​ແຫ່ງ​ຄວາມ​ສຸກ. ເພາະ​ວ່າ​ພາ​ລະ​ໜັກ​ສ່ວນ​ຕົວ​ຂອງ​ເຮົາ​ຈຳ​ເປັນ​ຕ້ອງ​ສ້າງ​ພະ​ລັງ​ທາງວິນ​ຍານ, ເຮົາ​ຄວນ​ລະ​ວັງ​ບໍ່​ໃຫ້​ແບກ​ຫາບສິ່ງທີ່​ບໍ່​ຈຳ​ເປັນ ທີ່​ເຮັດ​ໃຫ້​ເຮົາ​ຂາດ​ຄວາມ​ຕັ້ງ​ໃຈ ແລະ ດຶງ​ເຮົາ​ອອກ​ໄປ​ຈາກ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​​ໃນ​ຊີວິດ​ຂອງ​ເຮົາ.

ພະ​ລັງ​ທີ່​ເສີ​ມ​ສ້າງ​ຈາກກ​ານ​ຊົດ​ໃຊ້

ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ:

“ຈົ່ງ​ມາ​ຫາ​ເຮົາ​ທຸກ​ຄົນ​ທີ່​ອິດ​ເມື່ອຍ​ຈາກ​ການ​ແບກ​ຫາບ​ພາ​ລະ​ໜັກ ແລະ ເຮົາ​ຈະ​ໃຫ້​ພວກ​ທ່ານ​ໄດ້​ພັກ​ຜ່ອນ”.

“ຈົ່ງ​ຮັບ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ; ເພາະ​ວ່າເຮົາມີ​ໃຈ​ສຸ​ພາບ ແລະ ອ່ອນ​ຫວານ: ແລະ ພວ​ກ​ທ່ານ​ຈະ​ໄດ້​ພົບ​ການ​ພັກ​ຜ່ອນ”.

“ດ້ວຍ​ວ່າ​ແອກ​ທີ່​ເຮົາ​ໃຫ້​ພວກ​ທ່​ານ​ແບກນັ້ນ​ກໍ​ງ່າຍ ແລະ ພາ​ລະ​ທີ່​ເຮົາ​ໃຫ້​ພວກ​ທ່ານ​ຮັບ​ນັ້ນ​ກໍ​ເບົາ” (ມັດ​ທາຍ 11:28–30).

ແອກ​ຄື​ທ່​ອນ​ໄມ້, ທີ່​ທຳ​ມະ​ດາ​ແລ້ວ​ແມ່ນ​ໃຊ້​ລະ​ຫວ່າງ​ງົວ​ເຖິກ​ສອງ​ໂຕ ຫລື ສັດ​ປະ​ເພດ​ອື່ນ​ທີ່​ເຮັດ​ໃຫ້​ມັນ​ດຶງ​ພາ​ລະ​ໜັກ​ນຳ​ກັນ. ແອກ​ນຳ​ໃຫ້​ສັດ​ຢືນ​ຄຽງ​ຂ້າງ​ກັນ ເພື່ອ​ວ່າ​ມັນ​ຈະ​ສາ​ມາດເຄື່ອນ​ຍ້າຍ​ໄປ​ນຳ​ກັນ​ເພື່​ອ​ຈະ​ສຳ​ເລັດ​ວຽກ​ງານ​ທີ່​ຕ້ອງ​ເຮັດ.

ຂໍ​ໃຫ້​ຄິດ​ພິ​ຈາ​ລະ​ນາ​ເຖິງ​ຄຳ​ເຊື້ອ​ເຊີນ​ຢ່າງ​ພິ​ເສດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໃຫ້ “ຮັບ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້.” ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາໃຫ້​ເຮົາ​ເຂົ້າ​ຮ່ວມ ແລະ ເປັນ​ໜຶ່ງ​ກັບ​ອົງ​ພ​ຣະ​ເຢ​ຊູ​ຄ​ຣິດ. ຕາມ​ຈິງ​ແລ້ວ, ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ກຳ​ລັງເຊື້ອ​ເຊີນ​ເຮົາ​ໃຫ້​ເພິ່ງ​ອາ​ໄສ​ພ​ຣະ​ອົງ ແລະ ອອກ​ແຮງ​ງານ​ຮ່ວມ​ກັບ​ພ​ຣະ​ອົງ, ແມ່ນ​ແຕ່​ເມື່ອ​ຄວາມ​ພະ​ຍ​າຍ​າມ​ທີ່​ດີ​ສຸດ​ຂອງ​ເຮົາ​ຍັງ​ບໍ່​​ເໝາະສົມ ແລະ ປຽບ​ທຽບ​ກັບ​ຂອງ​ພ​ຣະ​ອົງ​ບໍ່​ໄດ້​ກໍ​ຕາມ. ເມື່ອ​ເຮົາ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ອົງ ແລະ ດຶງ​ເອົາ​ພາ​ລະ​ໜັກ​ຂອງ​ເຮົາ​ກັບ​ພ​ຣະ​ອົງ​ລະ​ຫວ່າງ​ການ​ເດີນ​ທາງ​ໃນ​ຊີ​ວິ​ດ​ມະ​ຕະ, ແນ່ນອນ​ວ່າ ​ແອກ​ຂອງ​ພ​ຣະ​ອົງນັ້ນ​ກໍ​ງ່າຍ ແລະ ພາ​ລະ​ຂ​ອງ​ພຣະ​ອົງ​ນັ້ນ​ກໍ​ເບົາ.

ເຮົາ​ບໍ່​ໄດ້​ຢູ່ດ້ວຍ​ຕົວ​ຄົນ​ດຽວ ແລະ ບໍ່​ຈຳ​ເປັນ​ຕ້ອງ​ຢູ່​ຢ່າງ​ໂດດ​ດ່ຽວ. ເຮົາ​ສາ​ມາດ​ກ້າວ​ໄປ​ໜ້າ​ໄດ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ​ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະ​ຫວັນ. ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ເຮົາ​ສາ​ມາດ​ໄດ້​ຮັບ​ຄວາມ​ສາ​ມາດ ແລະ​ ພະ​ລັງ “ເກີນກວ່າ​ຂອງ​ເຮົາ​ເອງ” (“Lord, I Would Follow Thee,” Hymns, no. 220). ດັ່ງ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ, ເຮົາ​ຄວນ​ດຳ​ເນີນ​ຕໍ່​ໄປ​ໃນ​ການ​ດຳລົງ​ຊີ​ວິດ​ຂອງ​ເຮົາ ແລະ ວ່າ​ເຮົາ​ຄວນ​ຊື່​ນ​ຊົມ, ເພາ​ະ​ວ່າ​ພ​ຣະ​ອົງສ​ະ​ຖິດ​ຢູ່​ກັບ​ເຮົາ, ແມ່ນ​ແຕ່​ຈົນເຖິງ​ທີ່​ສຸດ​ຂອງ​ຊີ​ວິດ​ຂອງ​ເຮົາ (​ເບິ່ງ D&C 100:12).

ຂໍ​ໃຫ້​ພິ​ຈາ​ລະ​ນະ​ເຖິງ​ຕົວ​ຢ່າງ​ທີ່​ມີ​ຢູ່​ໃນ​ພ​ຣະ​ຄຳ​ພີ​ມໍ​ມອນ ຕອນ​ທີ່​ອາ​ມິວ​ລອນ​ໄດ້​ຂົ່ມ​ເຫັງ ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ. ສຸ​ລະ​ສຽງ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງສາ​ນຸ​ສິດ​ເຫລົ່າ​ນີ້​ໃນ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຂົາ​ເຈົ້າ​ວ່າ: “​ຈົ່ງ​ເງີຍ​ໜ້າ​ຂຶ້ນ ແລະ ຈົ່ງສະ​ບາຍ​ໃຈ​ເຖີດ, ເພາະ​ເຮົາ​ຮູ້​ຈັກ​ເຖິງ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຈົ້າ​ເຮັດ​ໄວ້​ກັບ​ເຮົາ; ແລະ ເຮົາ​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ຜູ້​ຄົນ​ຂອງ​ເຮົາ ເພື່ອ​ປົດ​ປ່ອຍ​ພວກ​ເ​ຂົາ​ອອກ​ຈາກ​ການ​ເປັນ​ຂ້າ​ທາດ” (​ໂມ​ໄຊ​ຢາ 24:13).

ຂໍ​ໃຫ້​ສັງ​ເກດ​ເຫັນ​ວ່າ​ພັນ​ທະ​ສັນ​ຍານັ້ນ​ກ່ຽວ​ພັນ​ກັບ​ຄຳ​ສັນ​ຍາ​ຂອງ​ການ​ປົດ​ປ່​ອຍ. ພັນ​ທະ​ສັນ​ຍາ​ທີ່​ໄດ້​ຮັບ ແລະ ຖືກຮັກ​ສາ​ດ້ວຍ​ຄວາມ​ຊື່​ສັດ ແລະ ພິ​ທີ​ການ​ທີ່​ໄດ້​ດຳ​ເນີນ​ໂດຍ​ສິດ​ອຳ​ນາດ​ທີ່​ຖືກ​ຕ້ອງ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແມ່ນ​ຈຳ​ເປັນ​ເພື່ອ​ຈະ​ໄດ້​ຮັບ​ພອນ​ທັງ​ໝົດ​ທີ່​ມີ​ໄວ້​ໃຫ້​ ຜ່ານ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ. ເປັນ​ເພາະ ຜ່ານ​ພິ​ທີ​ການ​ເຫ​ລົ່າ​ນີ້, ອຳ​ນາດ​ແຫ່ງ​ການ​ເປັນ​ເໝືອນ​ພ​ຣະ​ເຈົ້າ​ຈະ​ຖືກ​ປະ​ກົດ​ຕໍ່​ຊາຍ ແລະ ຍິງ​ໃນຊີ​ວິດ​ມະ​ຕະ​ນີ້, ຮ່ວມ​ທັງ​ພອນ​ຕ່າງໆ​ຂອງ​ການ​ຊົດ​ໃຊ້ (​ເບິ່ງ D&C 84:20–21).

ຂໍ​ໃຫ້​ຈຳ​ພ​ຣະ​ຄຳ​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ວ່າ “ດ້ວຍ​ວ່າ​ແອກ​ທີ່​ເຮົາ​ໃຫ້​ພວກ​ທ່​ານ​ແບກນັ້ນ​ກໍ​ງ່າຍ ແລະ ພາ​ລະ​ທີ່​ເຮົາ​ໃຫ້​ພວກ​ທ່ານ​ຮັບ​ນັ້ນ​ກໍ​ເບົາ” (ມັດ​ທາຍ 11:30) ຂະ​ນະ​ທີ່​ເຮົາ​ພິ​ຈາ​ລະ​ນາ​ຂໍ້​ຕໍ່​ໄປ​ໃນ​ເລື່ອງ​ລາວ​ຂອງ ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ.

“ແລະ ເຮົາ​ຈະ​ໃຫ້​ພາ​ລະ​ແບກ​ຫາບ​ຢູ່​ບ່າ​ຂອງ​ພວກເຈົ້າເບົາ​ບາງ​ລົງ​ຈົນ​ວ່າ​ພວກ​ເຈົ້າ​ບໍ່​ຮູ້​ສຶກວ່າ​ມີ​ຫ​ຍັງ​ຢູ່​ເທິງ​ຫລັງ​ເລີຍ” (​ໂມ​ໄຊ​ຢາ 24:14).

​ຫລາຍ​ຄົນ​ໃນ​ພວກ​ເຮົາ​ອາດ​ຄິດ​ວ່າ​ພ​ຣະ​ຄຳ​ພີ​ຂໍ້​ນີ້​ແນະ​ນຳ​ວ່າ​ພາ​ລະແບກ​ຫາບ​ນັ້ນ​ຈະ​ຖືກ​ຮັ​ບ​ເອົາ​ໄປ​ໃນ​ທັນ​ທີ​ທັນ​ໃດ ແລະ ຕະ​ຫລອດ​ໄປ​ເລີຍ. ແຕ່, ຂໍ້​ຕໍ່​ໄປ, ອະ​ທິ​ບາຍ​ເຖິງວິ​ທີ​ທີ່​ພາ​ລະ​ນັ້ນ​ຈະ​ຖືກ​ເຮັດ​ໃຫ້​ເບົາ​ບາງ​ລົງ.

“ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພາ​ລ​ະ​ແບກ​ຫາບ​ຊຶ່ງ​ຢູ່​ເທິງ​ບ່າ​ຂອງ​ແອວ​ມາ​ກັບ​ພີ່​ນ້ອງ​ຂອງ​ເພິ່ນ​ຖືກ​ເຮັດ​ໃຫ້​ເບົາ​ບາງ​ລົງ; ແທ້​ຈິງ​ແລ້ວ, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ເພີ່ມ​ພະ​ລັງ​ໃຫ້​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ທົນ​ຕໍ່​ພາ​ລະ​ແບກ​ຫາບ​ຢ່າງ​ງ່າ​ຍ​ດາຍ, ແລະ ພວກ​ເຂົາ​ໄດ້​ຍອມ​ຮັບ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ ແລະ ດ້ວຍ​ຄວາມ​ອົດ​ທົນ​ຕໍ່​ພ​ຣະ​ປະ​ສົງ​ທັງ​ໝົດຂອງພ​ຣະ​ຜູ້​ເປັນ​ເຈົ້າ” (​ໂມ​ໄຊ​ຢາ 24:15; ​ເນັ້ນຄຳ​ເນີ້ງ​).

ພາ​ລະ​ແບກ​ຫາບ ແລະ ຄວາມ​ຍາກ​ລຳ​ບາກບໍ່​ໄດ້​ຖືກ​ຮັບ​ເອົາ​ໄປ​ຢ່າງ​ທັນ​ທີຈາກຜູ້​ຄົນ​ເຫລົ່າ​ນັ້ນ. ແຕ່ ແອ​ວ​ມາ ແລະ ຜູ້​ຕິດ​ຕາມ​ຂອງ​ເພິ່ນ​ໄດ້​ຮັບ​ພະ​ລັງ, ແລະ ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຫລາຍ​ຂຶ້ນ​ໄດ້​ເຮັດ​ໃຫ້​ພາ​ລະ​ແບກ​ຫາບ​ເບົາ​ບາງ​ລົງ. ຜູ້​ຄົນ​ທີ່​ດີ​ເຫລົ່າ​ນີ້​ໄດ້​ຮັບ​ພະ​ລັງ​ອຳ​ນາດ​ຜ່ານ​ການ​ຊົດ​ໃຊ້ ​ທີ່​ໃຫ້​ເປັນ​ຄົນ​ທີ່ ປະຕິບັດ ຕາມ (​ເບິ່ງ D&C 58:26–29) ​ແລະ ມີ​ອິດ​ທິພົນ ​ຕໍ່​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ. ແລະ “ດ້ວຍ​ກຳ​ລັງ​ຂອງ​ພ​ຣ​ະ​ຜູ້​ເປັນ​ເຈົ້າ (ຄຳ​ຂອງ​ມໍ​ມອນ 1:14; ​ໂມ​ໄຊ​ຢາ 9:17; 10:10; ​ແອວ​ມາ 20:4), ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ຖືກ​ນຳ​ພາ​ໄປ​ສູ່​ຄວາມ​ປອດ​ໄພ​ໃນ​ແຜ່ນ​ດິນ​ຊາ​ຣາ​ເຮັມ​ລາ.

ການ​ຊົດ​ໃຊ້​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດບໍ່​ພຽງ​ແຕ່​ຈະ​ເອົາ​ຊະ​ນະ​ຜົນ​ກະ​ທົບ​ຂອງ​ການ​ຕົກ​ຂອງ​ອາ​ດາມ​ ແລະ ​​ປົດ​ບາບ​ ແລະ ​ໃຫ້​ອະ​ໄພ​ແກ່ການ​ລ່ວງ​ລະ​ເມີດເທົ່າ​ນັ້ນ, ແຕ່​ການ​ຊົດ​ໃຊ້​ຂອງ​ພ​ຣະ​ອົງ​ຈະ​ຊ່ອຍ​ເຮັດ​ໃຫ້​ເຮົາ​ເຮັດ​ສິ່ງ​ດີ ແລະ ກາຍ​ເປັນ​ຄົນ​ດີ​ຂຶ້ນ​ໃນ​ວິ​ທີ​ທາງ​ທີ່​ຈະ​ຂະ​ຫ​ຍາຍ​ອອກ​ໄປ​ໄກ​ກວ່າ​ຄວາມ​ສາ​ມາດ​ທາງ​ຊີ​ວິດ​ມະ​ຕະ​ຂອງ​ເຮົາ. ເຮົາ​ສ່​ວນ​ຫລາຍ​ກໍ​ຮູ້​ເມື່ອ​ເຮົາ​ເຮັດ​ຜິດ ແລະ ຕ້ອງ​ການ​ຄວາມ​ຊ່ອຍ​ເຫລືອ​ເພື່ອຈະ​ເອົາ​ຊະ​ນະຜົນ​ສະ​ທ້ອນ​ຂອງ​ບາບ​ໃນ​ຊີ​ວິດ​ຂອງ​ເຮົາ, ວ່າພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເຮັດ​ໃຫ້​ມັນ​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ສະ​ອາດ​ໄດ້​ຜ່ານ​​ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພ​ຣະ​ອົງ. ແຕ່​ເຮົາ​ຍັງເຂົ້າ​ໃຈ​ນຳ​ອີກ​ບໍວ່າ​ການ​ຊົດ​ໃຊ້​ນັ້ນ​ແມ່ນ​ສຳ​ລັບ​ຊາຍ ແລະ ຍິງ​ທີ່​ຊື່​ສັດ ຜູ້​ທີ່​ເຊື່ອ​ຟັງ, ມີ​ຄຸນ​ຄ່າ​ດີ​ພໍ, ແລະ ຮັກ​ສາ​ພ​ຣະ​ບັນ​ຍັດ​ຢ່າງ​ລະ​ມັດ​ລະ​ວັງ ແລະ ຜູ້​ທີ່​ພະ​ຍາ​ຍາມ​ຈະ​ກາຍ​ເປັນ​ຄົນ​ດີ​ຂຶ້ນ ແລະ ຮັບ​ໃຊ້​ຢ່າງ​ຊື່​ສັດ​ຫລາຍ​ຂຶ້ນ? ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​​​ເຮົາ​ຮັບ​ຮູ້​ຢ່າງ​ເຕັມ​ທີ ເຖິງ​ຂອບ​ເຂດ​ທີ່​ເສີມ​ກຳ​ລັງ​ຂອງ​ການ​ຊົດ​ໃຊ້​ໃນ​ຊີ​ວິດ​ຂ​ອງ​ເຮົາ ແລະ ເຊື່ອ​ຢ່າງຜິດພາດ​ວ່າ​ເຮົາ​ຕ້ອງ​ແບກ​ຫາບ​ພາ​ລະ​ຂອງ​ເຮົາ​ດ້ວຍ​ຕົວ​ເອງ—ຜ່ານ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ເອງ, ແລະ ລະ​ບຽບ​ວິ​ໄນ ແລະ ດ້ວຍ​ຄວາມ​ສາ​ມາດ​ທີ່​ຈຳ​ກັດ​ແທ້ໆ​ຂອງ​ເຮົາ​ບໍ.

ມັນ​ກໍ​ເປັນ​ສິ່ງ​ໜຶ່ງ​ທີ່​ຈະ​ຮູ້​ວ່າພ​ຣະ​ເຢ​ຊູ​ຄ​ຣິດ​ໄດ້​ສະ​ເດັດ​ມາ​ສູ່​ໂລກ​ເພື່ອ ສິ້ນ​ພຣະຊົນ ເພື່ອ​ເຮົາ. ແຕ່​ເຮົາ​ຈຳ​ເປັນ​ຕ້ອງ​ຮູ້​ສຶກ​ບຸນ​ຄຸນ​ວ່າ​ພ​ຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ, ຜ່ານ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ອົງ ແລະ ໂດຍ​ອຳ​ນາດ​ຂອງ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ, ​ຈະ​ມອບ​ຊີວິດ ​ໃຫ້​ແກ່​ເຮົາ—ບໍ່​ພຽງ​ແຕ່​ຊີ້​ນຳ​ເຮົາ ແຕ່​ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ ແລະ ປິ່ນ​ປົວ​ເຮົາ​ນຳ​ອີກ.

ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຈະຊ່ອຍ​ເຫລືອ​ຜູ້​ຄົນ​ຂອງ​ພ​ຣະ​ອົງ​

​ແອວ​ມາ​ອະ​ທິ​ບາຍ​ເຫດ​ຜົນ ແລະ ວ່າ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ສາ​ມາດ​ຊ່ອຍ​ເຮົາໄດ້ແນວ​ໃດວ່າ:

“ແລະ ພ​ຣະ​ອົງ​ຈະ​ສະ​ເດັດ​ອອກ​ໄປ, ທົນ​ຕໍ່​ຄວາມ​ເຈັບ​ປວດ ແລະ ຄວາມ​ທຸ​ກ​ທໍ​ລະ​ມານ ແລະ ກາ​ນ​ລໍ້​ລວງ​ທຸກ​ຢ່າງ; ແລະ ນີ້​ກໍ​ເພື່ອ​ຄຳ​ເວົ້າ​ຈະ​ໄດ້​ສຳ​ເລັດ​ຊຶ່ງ​ໄດ້​ກ່າວ​ໄວ້​ວ່າ ພ​ຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ເຈັບ​ປວດ ແລະ ຄວາມ​ປ່ວຍ​ໄຂ້​ຂອງ​ຜູ້​ຄົນ​ຂອງ​ພ​ຣະ​ອົງ.

ແລະ ພ​ຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ຕາຍ, ເພື່ອ​ພ​ຣະ​ອົງ​ຈະ​ໄດ້​ເຮັດ​ໃຫ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຊຶ່ງ​ຜູກ​ມັດ​ຜູ້​ຄົນ​ຂອງ​ພ​ຣະ​ອົງຫລຸດ​ອອກ; ແລະ ພ​ຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ, ເພື່ອ​ອຸ​ທອນ​ຂອງ​ພ​ຣະ​ອົງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ຕາມ​ທາງ​ຂອງ​ເນື້ອ​ໜັງ ເພື່ອ​ພ​ຣະ​ອົງ​ຈະ​ຮູ້​ຈັກ​ຕາມ​ທາງ​ຂອງ​ເນື້ອ​ໜັງ ຈະ​ຊ່ອຍ​ເຫລືອ​ຜູ້​ຄົນ​ຂອງ​ພ​ຣະ​ອົງ​ຕາມ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ” (​ແອວ​ມາ 7:11–12).

ດັ່ງ​ນັ້ນ, ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດຈຶ່ງ​ໄດ້​ທົນ​ທຸກ​ທໍ​ລະ​ມານບໍ່​ພຽງ​ແຕ່​ເພື່ອ​ບາບ ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ເຮົາ​ເທົ່າ​ນັ້ນ—ແຕ່​ສຳ​ລັບ​ຄວາມ​ເຈັບ​ປວດ ແລະ ຄວາມ​ປວດ​ລ້າວ​ທາງ​ຮ່າງ​ກາຍ​ນຳ​ອີກ, ຄວາມ​ອ່ອນ​ແອ ແລະ ຄວາມ​ບົ​ກ​ພ່ອງ​ຂອງ​ເຮົາ, ຄວາມ​ຢ້ານ​ກົວ ແລະ ຄວາມ​ຫງຸດ​ຫງິດ​ຂອ​ງ​ເຮົາ, ຄວາມ​ຜິດ​ຫວັງ ແລະ ຄວາມ​ທໍ້​ຖອຍ​ໃຈ​ຂອງ​ເຮົາ, ຄວາມ​ກິນ​ແໜງ ແລະ ຄວາມ​ເສຍ​ໃຈຂອງ​ເຮົາ, ຄວາມ​ສິ້ນ​ຫວັງ ແລະ ຄວາມ​ໝົດຫວັງ​ຂອງ​ເຮົາ, ຄວາມບໍ່​ຍຸດ​ຕິ​ທຳ ແລະ ຄວາມບໍ່​ເປັນ​ທຳ ທີ່​ເຮົາ​ປະ​ສົບ​ຢູ່, ແລະ ຄວາມ​ຄຽດ​ຕຶງ​ທາງ​ອາ​ລົມ​ທີ່ລົບ​ກວນ​ເຮົາ.

ບໍ່​ມີ​ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ​ໃດໆ, ບໍ່​ມີ​ບາດ​ແຜ​ທາງວິນ​ຍານ​ໃດໆ, ບໍ່​ມີ​ຄວາມ​ປວດ​ລ້າວ​ຂອງ​ຈິດ​ວິນ​ຍານ ຫລື ຄວາມ​ເຈັບ​ໃຈ​ໃດໆ, ບໍ່​ມີ​ຄວາມ​ເຈັບ​ປ່ວຍ ຫລື ຄວາມ​ອ່ອນ​ແອ​ໃດໆ ທີ່​ທ່ານ ຫລື ຂ້າ​ພະ​ເຈົ້າ​ຈະປະ​ເຊີນ​ໃນ​ຊີ​ວິດ​ມະ​ຕະ​ນີ້ ທີ່​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດບໍ່​ໄດ້​ປະ​ສົບ​ມາ​ກ່ອນ​ແລ້ວ. ໃນ​ຊ່ວງ​ເວ​ລາ​ຂອງ​ຄວາມ​ອ່ອນ​ແອ​ເຮົາ​ອາດ​ຮ້ອງ​ອອກ​ມາ​ວ່າ, “ບໍ່​ມີ​ໃຜ​ຮູ້​ວ່າ​ພາ​ລະ​ນັ້ນເປັນ​ແບບ​ໃດ. ບໍ່​ມີ​ໃຜ​ເຂົ້າ​ໃຈເລີຍ.” ແຕ່​ພ​ຣະ​ບຸດ​ຂອງພ​ຣະ​ເຈົ້າ​ຮູ້​ຈັກ ແລະ ເຂົ້າ​ໃຈຢ່າງ​ສົມ​ບູນ​ຄົບ​ຖ້ວນ, ເພາະ​ພ​ຣະ​ອົງ​ໄດ້​ຮູ້​ສຶກ ແລະ ໄດ້​​ອົດທົນ​ຕໍ່​ພາ​ລະ​ຂອງ​ເຮົາ​. ແລະ ເປັນ​ເພາະຄວາມ​ເສຍ​ສະລະ​ອັນ​ເປັນນິດ ​ແລະ ນິລັນດອນ​ຂອງ​ພຣະອົງ (​ເບິ່ງ ​ແອວ​ມາ 34:14), ພ​ຣະ​ອົງ​ຈຶ່ງ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ເຕັ​ມ​ທີ ແລະ ສາ​ມາດ​ເອື້ອມ​ອອກ​ມາ​ຫາ​ເຮົາ​ດ້ວຍຄວາມ​ເມດ​ຕາ. ພ​ຣະ​ອົງສາ​ມາດມອບ​ການ​ບັນ​ເທົາ, ມີ​ອິດ​ທິ​ພົນ​ຕໍ່, ຊ່ອຍ​ເຫລືອ, ປິ່ນ​ປົວ, ແລະ ເສີມ​ກຳ​ລັງ​ໃຫ້​ເຮົາ ເພື່ອ​ຈະ​ເປັນ​ໄດ້​ດີກວ່າ​ທີ່​ເຮົາ​ສາ​ມາດ​ຈະ​ເປັນ​ໄດ້ ແລະ ຊ່ອຍ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ເຮົາ​ຈະ​ບໍ່​ສາ​ມາດ​ເຮັດ​ໄດ້ ຖ້າ​ຫາກ​ເຮົາ​ເພິ່ງ​ອາ​ໄສ​ອຳ​ນາດ​ຂອງ​ເຮົາ​ເອງ. ແທ້​ຈິງ​ແລ້ວ, ແອກ​ຂອງ​ພ​ຣະ​ອົງ​ນັ້ນກໍ​ງ່າຍ ແລະ ພາ​ລະ​ຂອງ​ພ​ຣະ​ອົງ​ນັ້ນ​ກໍ​ເບົາ​.

ການ​ເຊື້ອ​ເຊີນ, ຄຳ​ສັນ​ຍາ, ແລະ ປະ​ຈັກ​ພະ​ຍານ

​ຂ້າ​ພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ສຶກ​ສາ, ອະ​ທິ​ຖານ, ຄິດ​ໄຕ່​ຕອງ, ແລະ ພະ​ຍາ​ຍາມ​ທີ່​ຈະ​ຮຽນ​ຮູ້​ຫລາຍ​ຂຶ້ນ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ ຂະ​ນະ​ທີ່​ທ່ານ​ປະ​ເມີນ​ພາ​ລະ​ສ່ວນ​ຕົວ​ຂອງ​ທ່ານ. ຫລາຍ​ສິ່ງ​ຫລາຍ​ຢ່າງ​ກ່ຽວ​ກັບ​ການ​ຊົດ​ໃຊ້​ເຮົາ​ຈະ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້​ງ່າຍໆ ດ້ວຍ​ຄວາມ​ຄິດ​ທາງມະ​ຕະ​ຂອງ​ເຮົາ. ແຕ່ເຮົາ​ສາ​ມາດ ແລະ ຈຳ​ເປັນ​ຕ້ອງ​ເຂົ້າ​ໃຈໄດ້ ກ່ຽວ​ກັບ​ການ​ຊົດ​ໃຊ້​ໃນຫລາຍໆດ້ານ.

​ສຳ​ລັບ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ, ພາ​ລະ​ໜັກ​ຂອງ​ຟືນນັ້ນ​ໄດ້​ຊ່ອຍ​ຊີ​ວິດ​ຂອງ​ລາວ​ເອົາ​ໄວ້. ລົດ​ກະ​ບະ​ທີ່​ຫວ່າງ​ເປົ່າ​ບໍ່​ສາ​ມາດ​ເຄື່ອນ​ຍ້າຍ​ອອກ​ຈາກ​ຫິ​ມະ​ນັ້ນ​ໄດ້, ແມ່ນ​ແຕ່​ເມື່ອ​ມັນ​ມີ​ພະ​ລັງ​ເຕັມ​ທີ. ນ້ຳໜັກນັ້ນ​ແມ່ນ​ຈຳ​ເປັນ​ທີ່​ຈະ​ສ້າງ​ພະ​ລັງ​ຊ່ອຍ​ໃຫ້​ເຄື່ອນ​ຍ້າຍ​ໄດ້​.

ຄວາມ​ໜັກ​ນັ້ນ​ແມ່ນ​ຈຳ​ເປັນ. ມັນ​ເປັນ​ຄວາມ​ໜັກ​ນັ້ນ​ທີ່​ໄດ້​ໃຫ້​ພະ​ລັງ​ທີ່​ຊ່ອຍ​ໃຫ້​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຄ້າງ​ຄາ​ຢູ່​ທີ່​ນັ້ນ, ອອກ​ໄປ​ຫາ​ເສັ້ນ​ທາງ, ກ້າວ​ໄປ​ໜ້າ, ແລະ ກັບ​ຄືນ​ໄປ​ຫາ​ຄອບ​ຄົວ​ຂອງ​ລາວ​ໄດ້.

ພາ​ລະ​ໂດຍ​ສະ​ເພາະ​ໃນ​ຊີ​ວິດ​ຂອງເຮົາ​ແຕ່​ລະ​ຄົນຈ​ະ​ຊ່ອຍ​ເຮົາ​ໃຫ້​ເພິ່ງ​ອາ​ໄສຄຸນຄວາມ​ດີ, ພ​ຣະເມດ​ຕາ, ແລະ ພ​ຣະ​ຄຸນ​ຂອງ​ພ​ຣະ​ເມ​ຊີ​ອາ​ຜູ້​ບໍ​ລິ​ສຸດ (ເບິ່ງ 2 ນີ​ໄຟ 2:8). ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ແລະ ສັນ​ຍາ​ວ່າ ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຈະ​ຊ່ອຍ​ເຫລືອ​ເຮົາ​ໃຫ້​​ອົດທົນ​ຕໍ່​ພ​າ​ລະ​ໜັກ​ຂອງ​ເຮົາ (​ເບິ່ງ ​​​ໂມ​ໄຊ​ຢາ 24:15). ເມື່ອ​ເຮົາ​ແບກ​ຫາບ​ກັບ​ພຣະ​ອົງ​ຜ່ານ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ ແລະ ຮັບ​ເອົາ​ພະ​ລັງ​ທີ່​ເຮັດ​ໃຫ້​ເປັນໄປ​ໄດ້​ຂອງ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ຈະ​ສະ​ແຫວ​ງຄວາມ​ສົນ​ໃຈ ​ແລະ ດຳລົງ​ຊີວິດ​ອີງ​ຕາມ​ພຣະປະສົງ​ຂອງ​ພຣະອົງ. ​ເຮົາ​ຈະ​ອະທິຖານ​ເພື່ອ​ຂໍ​​ພະ​ລັງ​ທີ່​ຈະ​ຮຽນ​ຮູ້​, ປ່ຽນ​ແປງ, ຫລື ຍອ​ມ​ຮັບ​ສະ​ຖາ​ນະ​ການ​ຂອງ​ເຮົາ ແທນ​ທີ່​ຈະ​ອະ​ທິ​ຖານ​ຢ່າງ​ບໍ່​ຫລົດ​ລະຂໍໃຫ້​ພຣະ​ເຈົ້າປ່ຽນສະ​ຖາ​ນະ​ການ​ຂອງ​ເຮົາ​ອີງ​ຕາມ​ຄວາມ​ປະສົງ​ຂອງ​ເຮົາ. ເຮົາ​ຈະ​​ກາຍເປັນຜູ້​ທີ່​ກະ​ທຳ ແທນ​ທີ່​ຈະ​ເປັນ​ຜູ້​ຖືກ​ກະ​ທຳຕໍ່ (ເບິ່ງ 2 ນີ​ໄຟ 2:14). ເຮົາ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ພະ​ລັງ​ທາງວິນ​ຍານ.

ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ​ຈົ່ງ​ເຮັດ​ໃຫ້​ໄດ້​ດີ​ກ່​ວາ​ເກົ່າ ແລະ ກາຍ​ເປັນ​ຄົນ​ທີ່​ດີ​ຂຶ້​ນ ຜ່ານ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ. ມື້ນີ້​ແມ່ນ​ວັນ​ທີ 6 ​ເດືອນ​ເມສາ . ເຮົາ​ຮູ້​ໂດຍ​ການ​ເປີດ​ເຜີຍ​ວ່າ ມື້​ນີ້​ເປັນ​ວັນ​ເກີດ​ທີ່​ແທ້​ຈິງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ວັນ​ທີ 6 ​ເດືອນ​ເມສາ ກໍ​ເປັນ​ວັນ​ທີ່​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ຖືກ​ຈັດຕັ້ງຂຶ້ນ. (​ເບິ່ງ D&C 20:1; Harold B. Lee, “Strengthen the Stakes of Zion,” Ensign, July 1973, 2; Spencer W. Kimball, “Why Call Me Lord, Lord, and Do Not the Things Which I Say?” Ensign, May 1975, 4; Spencer W. Kimball, “Remarks and Dedication of the Fayette, New York, Buildings,” Ensign, May 1980, 54; Discourses of President Gordon B. Hinckley, Volume 1: 1995–1999 [2005], 409.) ໃນ​ວັນ​ຊະບາ​ໂຕ​ທີ່​ພິ​ເສດ ແລະ ສັກ​ສິດນີ້, ຂ້າ​ພະ​ເຈົ້າ​​ຂໍປະ​ກາດປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ພ​ຣະ​ເຢ​ຊູ​​​ຄຣິດ ຄື​ພ​ຣະ​ຜູ້​ໄຖ່​ຂ​ອງ​ເຮົາ. ພ​ຣະ​ອົງ​ຊົງ​ພ​ຣະ​ຊົນ​ຢູ່ ແລະ ຈະ​ຊຳ​ລະ​ໃຫ້​​ເຮົາສະ​ອາດ, ປິ່ນ​ປົວ, ປົກ​ປ້ອງ, ແລະ ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານເຖິງ​ສິ່ງ​ເຫລົ່າ​ນີ້ ໃນ​ພ​ຣະ​ນານ​ອັນ​ສັກ​ສິດ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາແມນ.