​2010–2019
​ພຣະ​ຄຣິດ​ອົງ​ເປັນພຣະ​ຜູ້​ໄຖ່
ເມສາ 2014


​ພຣະ​ຄຣິດ​ອົງ​ເປັນພຣະ​ຜູ້​ໄຖ່

ການ​ເສຍ​ສະ​ລະ ​[ຂອງ​ພຣະຜູ້​ໄຖ່] ​​ໄດ້​ເປັນ​ພອນ​ໃຫ້​ແກ່​ທຸກໆ​ຄົນ, ຈາກ​ອາ​ດາມ, ມະ​ນຸດ​ຄົນ​ທຳ​ອິດ, ຈົນ​ເຖິງ​ມະ​ນຸດ​ຄົນ​ສຸ​ດ​ທ້າຍ.

ພຣະ​ເຢ​ຊູ​ຄຣິດ, ພ​ຣະ​ບຸດ​ຂອງ​ພຣະ​ເຈົ້າ, ໄດ້​ກຳ​ເນີ​ດ ແລະ ໄດ້​ສິ້ນ​ພຣະຊົນ​ໃນ​ສະ​ຖາ​ນະ​ການ​ທີ່​ພິ​ເສດ. ພຣະ​ອົງ​ໄດ້​ດຳ​ລົງ​ຊີ​ວິດ ແລະ ໄດ້​ເຕີບ​ໂຕ​ຂຶ້ນໃນສະ​ພາບ​ທີ່​ຕ່ຳ​ຕ້ອຍ, ປາດ​ສະ​ຈາກ​ຊັບ​ສິນ​ທາງ​ໂລກ. ພ​ຣະ​ອົງ​ໄດ້​ກ່າວ​ເຖິງ​ຕົນ​ເອງວ່າ, “ໝາ​ຈອກ​ກໍ​ຍັງ​ມີ​ໝົ້ງ​ນອນ ແລະ ນົກ​ກໍ​ຍັງ​ມີ​ຮັງ​ຢູ່; ສ່ວນ​ບຸດ​ມະ​ນຸດ​ແລ້ວບໍ່​ມີ​ທີ່​ພັກ​ຜ່ອນ​ຫລັບ​ນອນ” (ລູກາ 9:58).

ພຣະ​ອົງ​ບໍ່​ໄດ້​ຮັບ​ກຽດ​ຕິ​ຍົດ, ການປະ​ຕິ​ບັດ​ພິ​ເສດ, ການ​ຍອມ​ຮັບ, ຫລື ການ​ເຫັນ​ດີ​ຈາກ​ຜູ້​ນຳ​ທາງ​ການ​ເມືອງ​ຢູ່​ເທິງ​ໂລກ, ຫລື ຈ​າກ​ຜູ້​ນຳ​ທາງ​ດ້ານ​ສາດ​ສະ​ໜາ​ໃນ​ວັນ​ເວ​ລາ​ຂອງ​ພຣະ​ອົງ​ເລີຍ. ພຣະ​ອົງ​ກໍ​ບໍ່​ໄດ້​ນັ່ງຢູ່​ໃນ​ບ່ອນທີ່​ສູງ​ສຸດ​ໃນ​ສາ​ລາ​ທຳ.

ຄຳ​ສັ່ງ​ສອນ​ຂອງ​ພ​ຣະ​ອົງ​ກໍ​ລຽບ​ງ່າຍ, ແລະ ເຖິງ​ແມ່ນ​ວ່າຫລາຍ​ຄົນ​ໄດ້​ຕິດ​ຕາມ​ພຣະ​ອົງ, ​ແຕ່ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ແມ່ນ​ປະ​ກອບ​ດ້ວຍ​ການ​ໃຫ້​ພອນ​ເທື່ອລະ​ຄົນ​ສະ​ເໝີ. ພຣະ​ອົງ​ໄດ້​ເຮັດ​ສິ່ງ​ມະ​ຫັດ​ສະ​ຈັນ​ຫລາຍ​ຢ່າງ​ໃນ​ບັນ​ດາ​ຜູ້​ທີ່ຍອມ​ຮັບ​ພຣະ​ອົງ​ວ່າ​ເປັນ​ຜູ້​ທີ່ຖືກ​ສົ່ງ​ມາ​ຈາກ​ພຣະ​ເຈົ້າ.

ພຣະ​ອົງ​ໄດ້​ມອບ​ສິດ​ອຳ​ນາດ ແລະ ອຳ​ນາດ​ໃຫ້​ແກ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໃຫ້​ເຮັດ​ສິ່ງ​ມະ​ຫັດ​ສະ​ຈັນ “ແລະ​ ສິ່ງ​ທີ່​ຍິ່ງ​ໃຫຍ່ກວ່າ​ອີກ” ກວ່າ​ທີ່​ພ​ຣະ​ອົງ​ໄດ້​ເຮັດ (ໂຢຮັນ 14:12), ແຕ່​ພຣະ​ອົງ​ບໍ່​ເຄີຍມອບ​ໝາຍ​ໃຫ້​ເຂົາ​ເຈົ້າ​ມີ​ສິດ​ທິ​ພິ​ເສດ​ທີ່​ຈະ​ໃຫ້​ອ​ະ​ໄພ​ບາບ. ສັດ​ຕູ​ຂອງ​ພຣະ​ອົງ​ບໍ່​ພໍ​ໃຈ​ເມື່ອ​ພວກ​ເຂົາ​ໄດ້​ຍິນ​ພຣະ​ອົງ​ກ່າວ​ວ່າ, “ຈົ່ງ​ໄປ​ສາ, ແຕ່​ຢ່າ​ເຮັດ​ບາບ​ອີກ” (ໂຢຮັນ 8:11) ຫລື ວ່າ “ການ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ໄພ​ແລ້ວ” (ລູກາ 7:48). ສິດ​ທິນັ້ນ​ເປັນ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ ເພາະ​ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ເພາະ​ພຣະ​ອົງ​ຈະ​​ຈ່າຍ​ຄ່າ​ບາບ​ເຫລົ່າ​ນັ້ນ​ດ້ວຍ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ອຳ​ນາດ​ຂອງ​ພຣະ​ອົງ​ເໜືອ​ຄວາມ​ຕາຍ

ອຳ​ນາດ​ຂອງ​ພຣະ​ອົງເໜືອ​ຄວາມ​ຕາຍ​ກໍ​ເປັນ​ຄຸນ​ສົມ​ບັດ​ຢ່າງ​ໜຶ່ງແຫ່ງ​ສະ​ຫວັນ​ຄື​ກັນ. ຢາ​ອີ​ລັດທີ່​ດີ​ເລີດ, ຜູ້​ເປັນ​ຫົວ​ໜ້າ​ສາ​ລາ​ທຳ, ໄດ້ວິ້ງວອນ​ວ່າ “ໃຫ້​ໄປ​ທີ່​ເຮືອນ​ຂອງ​ຕົນ: ເພາະ​ລູ​ກສາວ​ຄົນ​ດຽວ​ຂອງ​ລາວ, ຈວນ​ຈະ​ສິ້ນ​ໃຈ​ຕາຍ” (ລູກາ 8:41–42). ພຣະ​ອາ​ຈານ​ໄດ້​ຍິນ​ຄຳ​ວິ້ງວອນ​ຂອງ​ລາວ, ແລະ ຂະ​ນະ​ທີ່​ເຂົາ​ເຈົ້າ​ຍ່າງ​ກັບ​ບ້ານ, ຄົນ​ໃຊ້​ໄດ້​ມາ​ຫາ​ຢາ​ອີ​ລັດ ແລະ ໄດ້​ບອກ​ລາວ​ວ່າ, “ລູກ​ສາວ​ຂອງ​ທ່ານ​ຕາຍ​ແລ້ວ; ຢ່າ​ລົບກວນ​ອາ​ຈານ​ຕໍ່​ໄປ​ເລີຍ” (ລູກາ 8:49). ຫລັງ​ຈາກພ​ຣະ​ອົງ​ໄດ້​ເຂົ້າ​ໄປ​ໃນ​ບ້ານ, ພຣະ​ເຢ​ຊູ​ໄດ້​ຂໍ​ຮ້ອງ​ໃຫ້​ທຸກ​ຄົນ​ອອກ​ໄປ, ແລະ ໃນ​ທັນ​ທີ​ທັນ​ໃດ, ໄດ້​ຈັບ​ມື​ນາງ, ພຣະ​ອົງ​ຮ້ອງ​ຂຶ້ນ​ວ່າ, “ລູກ​ເອີຍ ຈົ່ງ​ລຸກ​ຂື້ນ​ສາ!” (ລູກາ 8:54).

ໃນອີກ​ໂອ​ກາດ​ໜຶ່ງ, ຂະ​ນະ​ທີ່​ພຣະ​ອົງ​ກຳ​ລັງ​ເດີນ​ທາງ​ໄປ​ຍັງ​ເມືອງເນ​ອິນ, ພຣະ​ອົງໄດ້​ພົບ​ເຫັນ​ການ​ແຫ່​ສົ່ງ​ສະ​ການ, ເຫັນ​ແມ່​ໝ້າຍ​ຄົນ​ໜຶ່ງ​ຮ້ອງ​ໄຫ້ເພາະ​ລູກ​ຊາຍ​ຄົນ​ດຽວ​ຂອງ​ນາງ​ໄດ້​ຕາຍ​ໄປ​ແລ້ວ. ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ, ພຣະ​ອົງ​ໄດ້ບາຍ​ຫີບ​ສົບ ແລະ ໄດ້​ກ່າວ​ວ່າ, “ຊາຍ​ໜຸ່ມ​ເອີຍ, ລຸກ​ຂຶ້ນ, ເຮົາ​ສັ່ງ​ເຈົ້າ” (ລູກາ 7:14). ເມື່ອ​ໄດ້​ເຫັນ​ສິ່ງ​ມະ​ຫັດ​ສະ​ຈັນ ຜູ້​ຄົນ​ກໍ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ຜູ້​ປະ​ກາດ​ພຣະ​ຄຳ​ທີ່​ຍິ່ງ​ໃຫຍ່​ຄົນ​ໜຶ່ງ ປະ​ກົດ​ຕົວ​ໃນ​ທ່າມ​ກາງ​ພວກ​ເຮົາ​ແລ້ວ … ພຣະ​ເຈົ້າ​ມາ​ຊ່ອຍ​ຊູ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ແລ້ວ” (ລູກາ 7:16). ສິ່ງ​ມະ​ຫັດ​ສະ​ຈັນ​ແຮ່ງ​ເປັນ​ທີ່​ໜ້າ​ປະ​ທັບ​ໃຈ​ຫລາຍ​ເພາະ​ມັນຖືກ​ປະ​ກາດ​ແລ້ວວ່າ​ຊາຍ​ໜຸ່ມ​ທີ່​ໄດ້​ຕາຍ​ໄປ​ແລ້ວ ແລະ ກຳ​ລັງ​ຈະ​​ເອົາໄປ​ຝັງ. ເພາະ​ຄົນ​ໜຸ່ມ​ສອງ​ຄົນ​ຖືກ​ຊ່ອຍ​ໃຫ້​ຄືນ​ມາ​ມີ​ຊີ​ວິດ, ​ພະ​ຍານ​ເຖິງ​ສິດ​ອຳ​ນາດ ແລະ ອຳ​ນາດ​ເໜືອ​ຄວາມ​ຕາຍ​ໄດ້​ເຮັດ​ໃຫ້​ຜູ້​ທີ່​ເຊື່ອ​ປະ​ຫລາດ​ໃຈ ແລະ ເຮັດ​ໃຫ້​ຜູ້​ທີ່ກຽດ​ຊັງ​ພຣະ​ອົງ​ມີ​ຄວາມ​ຢ້ານ​ກົວ.

ໂອ​ກາດ​ທີ​ສາມ​ແມ່ນ​ເປັນ​ທີ່​ປະ​ທັບ​ໃຈ​ຫລາຍ​ທີ່​ສຸດ. ນາງ​ມາ​​ທາ, ນາງມາ​ຣີ, ແລະ ລາ​ສາ​ໂລ​ເປັນ​ເອື້ອຍ​ນ້ອງ​ກັນ​ທີ່ພຣະ​ເຢ​ຊູ​ມັກ​ໄປ​ຢາມ. ເມື່ອ​ຜູ້​ຄົນ​ໄດ້​ບອກພຣະ​ອົງ​​ວ່າລາ​ສາ​ໂລປ່ວຍ​ໜັກ, ສອງ​ມື້​ຈາກ​ນັ້ນພຣະອົງ​ຈຶ່ງ​ໄດ້​ອອກ​ເດີນທາງ​ໄປ​ຫາ​ເຂົາ​ເຈົ້າ. ໃນ​ການ​ປອບ​ໃຈ​ນາງ​ມາ​ທາຫລັງ​ຈາກ​ນ້ອງ​ຊາຍ​ຂອງ​ນາງ​ໄດ້​ຕາຍ​ໄປ, ພຣະ​ອົງ​ໄດ້​ກ່າວ​ພະ​ຍານ​ພິ​ເສດ​ຕໍ່​ນາງວ່າ, “ເຮົາ​ນີ້​ແຫລະ​ຄື​ຄວາມ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ ຊີ​ວິດ: ຜູ້​ໃດ​ກໍ​ຕາມທີ່​ເຊື່ອ​ໃນ​ເຮົາ​ຈະ​ຍັງ​ມີ​ຊີ​ວິດຢູ່, ເຖິງ​ແມ່ນ​ວ່າ​ລາວ​ຕາຍ​ແລ້ວ​ກໍ​ຕາມ” (​ໂຢຮັນ 11:25).

ເມື່ອ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຂໍ​ໃຫ້ຜູ້​ໄວ້​ທຸກ​ໃຫ້​ກິ້ງ​ກ້ອນ​ຫີ​ນ​ອອກ​ຈາກ​ອຸບ​ໂມງ​ຝັງ​ສົບ​, ນາງ​ມາ​ທາ​ໄດ້​ກ່າວ​ຢ່າງ​ອັບ​ອາຍ​ຄ່ອຍໆ​ຕໍ່​ພຣະ​ອົງວ່າ, “ນາຍ​ເຈົ້າ​ຂ້າ, ປານນີ້​ສົບ​ຄົງ​ມີ​ກິ່ນ​ເໝັນ: ເພາະ​ລາວ​ຖືກ​ຝັງ​ໄວ້​ໄດ້​ສີ່ມື້​ແລ້ວ” (​ໂຢຮັນ 11:39).

ແລ້ວ​ພຣະ​ເຢ​ຊູ​ໄດ້​ເຕືອນ​ໃຈ​ນາງວ່າ, “ເຮົາ​ໄດ້​ບອກ​ເຈົ້າ​ແລ້ວບໍ່​ແມ່ນ​ບໍ​ວ່າ, ຖ້າ​ເຈົ້າ​ເຊື່ອ​ ເຈົ້າ​ກໍ​ຈະ​ໄດ້​ເຫັນ​ສະ​ງ່າ​ລາ​ສີ​ຂອງ​ພຣະ​ເຈົ້າ?” (ໂຢຮັນ 11:40). ແລະ ເມື່ອ​ໄດ້​ກ່າວ​ດັ່ງ​ນັ້ນ​ແລ້ວ, ພຣະ​ອົງ​ຈຶ່ງ​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ:

“ລາ​ສາ​ໂລ​ເອີຍ, ຈົ່ງ​ອອກ​ມາ”

“ແລະ ຜູ້​ຕາຍນັ້ນ​ກໍ​​ອອກ​ມາ” (ໂຢຮັນ 11:43–44).

ຫລັງ​ຈາກ​ລາ​ສາ​ໂລ​ໄດ້​ຢູ່​​ໃນ​ອຸບ​ໂມງ​​ໄດ້​ສີ່​ມື້ ​ແລ້ວ​ມີ​ຊີວິດ​ຄືນ​ອີກ, ສັດ​ຕູ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ​ໄດ້​ປະ​ເຊີນ​ກັບ​ຫລັກ​ຖານ​ທີ່​ປະ​ຕິ​ເສດບໍ່​ໄດ້ ທີ່ພວກ​ເຂົາ​ຈະ​ບໍ່​ເອົາ​ໃຈ​ໃສ່​ບໍ່​ໄດ້, ລົດຄວາມ​ສຳ​ຄັນ, ຫລື ບິດ​ເບືອນ, ແລະ “ຕັ້ງ​ແຕ່ມື້​ນັ້ນ​ມາ … ກໍ​ວາງ​ແຜນ​ຂ້າ​ພຣະ​ເຢ​ຊູ” (ໂຢຮັນ 11:53) ຢ່າງບໍ່​ມີ​ເຫດ​ຜົນ ແລະ ຢ່າງ​ໂຫດ​ຮ້າຍ.

ພຣະ​ບັນ​ຍັດ​ຂໍ້ໃໝ່

ຕໍ່​ມາ, ພ​ຣະ​ຄ​ຣິດ​ຜູ້​ຊົງ​ພຣະຊົນໄດ້​ສະ​ເຫລີມ​ສະ​ຫລອງ​ເທດ​ສະ​ການ​ປັດ​ສະ​ຄາໃນ​ກຸງ​ເຢ​ຣູ​ຊາ​ເລັມ, ພ້ອມ​ດ້ວຍ​ອັກ​ຄະ​ສາ​ວົກ​ຂອງ​ພ​ຣະ​ອົງ, ໄດ້​ສະ​ຖາ​ປະ​ນາ​ພິ​ທີ​ການ​ສິນ​ລະ​ລຶກ, ແລະ ໄດ້​​ມອບ​ພຣະ​ບັນ​ຍັດ​ໃຫ້​ຮັກ​ຊຶ່ງ​ກັນ​ແລະ​ກັນ ຜ່ານ​ການ​ຮັບ​ໃຊ້​ທີ່​ຈິງ​ໃຈ.

​ຄວາມ​ທໍ​ລະ​ມານ​ຂອງ​ພຣະ​ອົງ​ໃນ​ສວນ​​ເຄັດ​ເຊ​ມາ​ເນ

ຫລັງ​ຈາກນັ້ນ, ໃນ​ການ​ສະ​ແດງເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ໃຫ້​ມະ​ນຸດ, ແລະ ໃນ​ການ​ເຕັມ​ໃຈ​ເຕັມ​ທີ່, ພຣະ​ອົງ​ໄດ້​ຍ່າງ​ຢ່າງ​ອາດ​ຫານ ແລະ ຕັ້ງ​ໃຈ​ທີ່​ຈະ​ປະ​ເຊີນກັບການ​ຕັດ​ສິນ​ທີ່​ລຳ​ບາກ​ທີ່​ສຸດ​ໃນ​ສານ. ໃນ​ສວນ​ເຄັດ​ເຊມາ​ເນ, ໃນ​ຄວາມ​ໂດດ​ດ່ຽວທີ່​ສຸດ, ພຣະ​ອົງ​ໄດ້​ທົນ​ທຸກຕໍ່​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ແສນ​ສາ​ຫັດທີ່​ສຸດ, ໂລ​ຫິດ​ໄຫລ​ອອກ​ຈາ​ກທຸກຂຸມ​ຂົນ. ໃນ​ການ​ຍິນຍອມ​ຕໍ່​ພ​ຣະ​ບິ​ດາ, ພ​ຣະ​ອົງ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ ແລະ​ ໄດ້​ຮັບ​ເອົາ​ຄວາມ​ເຈັບ​ປ່ວຍ ແລະ ຄວາມ​ທຸກ​ທໍ​ລະ​ມາ​ນ​ຂອງ​ເຮົາ ເພື່ອ​ວ່າພຣະອົງ​ຈະ​ຮູ້​ວິ​ທີ​ທີ່​ຈະ​ຊ່ອຍ​ເຮົາ (​ເບິ່ງ ​ແອວ​ມາ 7:11–13).

ພວກ​ເຮົາ​​ເປັນ​ໜີ້​ບຸນ​ຄຸນພ​ຣະ​ອົງ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ​ເພາະ​ການ​ເສຍ​ສະ​ລະ​ຂອງພຣະ​ອົງ​ໄດ້​ເປັນ​ພອນ​ໃຫ້​ແກ່​ທຸກໆ​ຄົນ, ຈາກ​ອາ​ດາມ, ມະ​ນຸດ​ຄົນ​ທຳ​ອິດ, ຈົນ​ເຖິງ​ມະ​ນຸດ​ຄົນ​ສຸດ​ທ້າຍ.

ການ​ກ່າວ​ໂທດ ແລະ ການ​ຄຶງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ

ເມື່ອ​ຄວາມ​ທຸກ​ທໍ​ລະ​ມານ​ໃນ​ສວນ​ເຄັດ​ເຊ​ມາ​ເນ​ໄດ້​ສິ້ນ​ສຸດ​ລົງ, ພຣະ​ອົງ​ໄດ້​ຍອມ​ຕົວ​ເອງໃຫ້​ແກ່​ສັດ​ຕູ​ຂອງ​ ພ​ຣະ​ອົງ. ຖືກ​ທໍ​ລະ​ຍົດ​ໂດຍ​ຄົນ​ຂອງ​ພ​ຣະ​ອົງ​ເອງ, ພ​ຣະ​ອົງ​ຖືກ​ກ່າວ​ໂທດ​ຢ່າງວ່ອງ​ໄວ, ໃນ​ວິ​ທີ​ທີ່ບໍ່​ຍຸດຕິ​ທຳ ແລະ ຜິດ​ກົດ​ໝາຍ, ໃນ​ສານ​ທີ່​​​ໃຊ້​ເລ້​ຫລ່ຽມ ແລະ ບໍ່​​​ສົມ​ບູນຄົບ​ຖ້ວນ. ໃນ​ຄືນ​ດຽວ​ກັນ​ນັ້ນ​ພ​ຣະ​ອົງ​ຖືກ​ກ່າວ​ຫາ​ວ່າ​ ພຣະອົງ​ເຮັດ​ຜິດ​ຖານ​ໝິ່ນ​ປະໝາດ​ສາດ​ສະ​ໜາ ແລະ ຖືກ​ລົງ​ໂທດ​ເຖິງ​ຕ​າຍ. ດ້ວຍ​ຄວາມ​ກຽດ​ຊັງ ແລະ ຢາກ​ແກ້​ແຄ້ນ—ເພາະ​ພ​ຣະ​ອົງ​ໄດ້​ເປັນ​ພະ​ຍານ​ຕໍ່​ພວກ​ເຂົາ​ວ່າ ​ພ​ຣະ​ອົງ​ເປັນ​ພຣະບຸດ​ຂອງ​ພ​ຣະ​ເຈົ້າ—ສັດ​ຕູ​ຂອງ​ພຣະ​ອົງ​ໄດ້​ປອງ​ຮ້າຍ​ໃຫ້​ປີ​ລາດ​ລົງ​ໂທດ​ພຣະ​ອົງ. ເພາະ​ເຫດນັ້ນ, ພວກ​ເຂົາຈຶ່ງ​ໄດ້​ປ່ຽນ​ການ​ກ່າວ​ຫາວ່າ​ ພຣະອົງໝິ່ນ​ປະ​ໝາດ​ສ​າດ​ສະ​ໜາ​ ມາ​ເປັນ​ການ​ກະ​ບົດ​ຂາຍ​ຊາດ ເພື່ອ​ວ່າ​ການ​ຕາຍ​ຂອງ​ພຣະ​ອົງ​ຈະເປັນ​ໂດຍ​ການ​ຄຶງ.

​ການ​ກ່າວໂທດ​ຂອງ​ພຣະ​ອົງ​ໃນ​ບັນ​ດາ​ຊາວ​ໂຣມ​ແຮ່ງ​ໂຫດ​ຮ້າຍ​ຫລາຍກວ່າ: ການ​ເຍາະ​ເຍີ້ຍ ແລະ ການ​ດູ​ຖູກ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ອາ​ນາ​ຈັກ​ທາງວິນ​ຍານ​ຂອງ​ພຣະ​ອົງ, ພິ​ທີ​ໃສ່​ກະ​ໂຈມ​ທີ່​ໜ້າ​ອັບ​ອາຍ​ດ້ວຍ​ມົງ​ກຸດ​ໜາມ, ການ​ແທງ​ທີ່​ເຈັບ​ປວດ, ແລະ ການ​ທໍ​ລະ​ມານ​ທີ່​ດົນ​ນານ​ໃນ​ການ​ຄຶງ​ຕໍ່​ໜ້າ​ສະ​ທາ​ລະ​ນະ​ຊົນນັ້ນ​ເປັນ​ການ​ເຕືອນ​ຢ່າງ​ແຈ້ງ​ຊັດ​ສຳ​ລັບ​ທຸກໆ​ຄົນ​ຜູ້​ທີ່​ບັງ​ອາດ​ຈະ​ປະ​ກາດ​ຕົວ​ເອງວ່າ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ.

​ໃນ​​ໄລຍະຂອງ​ການ​ທົນ​ທຸກ​ຂອງ​ພຣະ​ອົງ, ພຣະ​ຜູ້​ໄຖ່​ຂອງ​ໂລກ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຄວບ​ຄຸມ​ຕົນ​ເອງ​ຢ່າງ​ດີ​ເລີດ. ພຣະ​ອົງ​ໄດ້​ຄິດ​ເຖິງ​ແຕ່​ການ​ໃຫ້​ພອນ​ຄົນ​ອື່ນ​ສະ​ເໝີ; ດ້ວຍ​ຄວາມ​ເມດ​ຕາ ແລະ ຄວາມ​ຮັກ, ພຣະ​ອົງ​ໄດ້​ອ້ອນວອນ​ໃຫ້​ໂຢ​ຮັນ​ດູ​ແລ​ມາ​ຣີ, ມານ​ດາຂອງ​ພຣະ​ອົງ. ​ພຣະ​ອົງ​ໄດ້​ທູນ​ຂໍ​ໃຫ້​ພຣະ​ບິ​ດາ​ໃນ​ສະ​ຫວັນ​ຂອງ​ພຣະ​ອົງ​ອະ​ໄພ​ໃຫ້​ຜູ້​ປະ​ຫານ​ທີ່​ຄຶງພຣະ​ອົງເທິງ​ໄມ້​ກາງ​ແຂນ. ​ເມື່ອວຽກ​ງານ​ຢູ່​ເທິງ​ໂລກ​ຂອງ​ພຣະ​ອົງ​ສຳ​ເລັດ​ແລ້ວ, ພຣະ​ອົງ​ໄດ້​ມອບ​ຈິດວິນ​ຍານ​ຂອງ​ພຣະ​ອົງໄວ້​ນຳ​ພຣະ​ເຈົ້າ ແລະ ໄດ້​ສິ້ນ​ລົມ​ຫັນ​ໃຈ. ພຣະ​ກາຍ​ຂອງ​ພຣະ​ຄຣິດ​ຖືກ​ເອົາ​ໄປ​ທີ່​ອຸບ​ໂມງ ແລະ ໄດ້​ຢູ່​ທີ່ນັ້ນ​ເປັນ​ເວ​ລາ​ສາມມື້.

ວຽກ​ງານ​ຂອງ​ພຣະ​ຜູ້​ໄຖ່​ທ່າມ​ກາງ​ຄົນ​ຕາຍ

ໃນ​ຂະ​ນະ​ທີ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໄດ້​ທົນ​ທຸກ​ຢູ່​ດ້ວຍ​ຄວາມ​ໂສກ​ເສົ້າ, ຄວາມ​ທໍ້​ຖອຍ​ໃຈ, ແລະ ຄວາມບໍ່​ແນ່ນອນ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ຢູ່​ໃນ​ຂັ້ນ​​ຕອນໜຶ່ງ​ອີກ​ຂອງ​ແຜນ​ອັນ​ຮຸ່ງ​ໂລດ​ຂອງ​ພ​ຣະ​ບິ​ດາ​ຂອງ​ພຣະ​ອົງ, ໄດ້ຂະ​ຫຍາຍ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ໃນ​ທາງ​ໃໝ່. ໃນ​ເວ​ລາ​ສາມມື້​ສັ້ນໆ​, ພຣະ​ອົງ​ໄດ້​ເຮັດ​ວຽກ​ຢ່າງບໍ່​ອິດ​ເມື່ອຍ ເພື່ອ​ຈັດ​ການ​ກັບ​ວຽກ​ງານ​ອັນ​ໃຫຍ່​ຫລວງ​ແຫ່ງ​ຄວາມ​ລອດ​ທ່າມ​ກາງ​ຄົນ​ຕາຍ. ມື້​ເຫລົ່າ​ນັ້ນ​ໄດ້​ເປັນ​ເວ​ລາ​ທີ່​ມີ​ຄວາມ​ຫວັງ​ຫລາຍ​ສຳ​ລັບ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ. ໃນ​ການ​ຢ້ຽມ​ຢາມນັ້ນ ພຣະ​ອົງ​ໄດ້​ຈັດ​ຕັ້ງ​ຜູ້​ຕິດ​ຕາມ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ນຳ​ຂ່າວ​ດີ​ແຫ່ງ​ການ​ໄຖ່​ໄປ​ໃຫ້​ຜູ້​ທີ່ບໍ່​ໄດ້​ຮູ້​ຈັກ​ແຜນ​ອັນ​ຮຸ່ງ​ໂລດ​ຕອນ​ມີ​ຊີ​ວິດ​ຢູ່ໃນ​ໂລກ ຫລື ຜູ້​ທີ່​ໄດ້​ປະ​ຕິ​ເສດ​ແຜນນັ້ນ. ບັດ​ນີ້​ເຂົາ​ເຈົ້າ​ຈະ​ມີ​ໂອ​ກາດ​ເປັນ​ອິດ​ສະ​ລະ​ຈາກ​ການ​ເປັນ​ຊະ​ເລີຍຂອງ​ເຂົາ​ເຈົ້າ ແລະ ຖືກ​ໄຖ່​ໂດຍ​ພ​ຣະ​ເຈົ້າ ​ຂອງ​ທັງ​ຄົນ​ເປັນ ແລະ ຄົນ​ຕາຍ (ເບິ່ງ D&C 138:19, 30–31).

​ຜົນ​ທຳ​ອິດ​ຂອງ​ການ​ຟື້ນ​ຄືນ​ຊີ​ວິດ

​ເມື່ອວຽກ​ງານ​ຂອງ​ພຣະ​ອົງ​ສຳ​ເລັດ​ແລ້ວ​ໃນ​ໂລກ​ວິນ​ຍານ, ພຣະ​ອົງ​ໄດ້​ກັບ​ມາ​ສູ່​ໂລກ—ມາ​ຮວມ​ວິນ​ຍານ ແລະ ພຣະ​ກາຍ​ຂອງ​ພຣະ​ອົງ​ເຂົ້າ​ກັນ​ຕະ​ຫລອດ​ໄປ. ເຖິງ​ແມ່ນ​ວ່າ​ພຣະ​ອົງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ມີ​ສິດ​ອຳ​ນາດ ເຖິງ​ອຳ​ນາດຂອງ​ພຣະ​ອົງ​ເໜືອ​ຄວາມ​ຕາຍ, ເລື່ອງ​ລາວ​​ໃນ​ພຣະ​ຄຳ​ພີຂອງ​ຜູ້​ຄົນ​ທີ່​ພຣະ​ອົງ​ໄດ້​ຊ່ອຍ​ໃຫ້​ມີ​ຊີ​ວິດ​ອີກ​ກ່ອນ​ການ​ຟື້ນ​ຄືນ​ຊີວິດຂອງ​ພຣະ​ອົງ ສະ​ແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ໄດ້​ກັບ​ຄືນ​ມາ​ມີ​ຊີ​ວິດ​​ທີ່​ຖືກຢຶດ​ໄວ້​ຢ່າງມະ​ຫັດ​ສະ​ຈັນ​; ເຂົາ​ເຈົ້າ​ຍັງ​ຈະ​ຕາຍໃນ​ມື້​ໜຶ່ງ.

ພຣະ​ຄຣິດ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ຟື້ນ​ຄືນ​ຊີວິດ ແລະ ຈະ​ບໍ່​ຕາຍ​ອີກ​ຈັກ​ເທື່ອ, ທີ່​ຈະ​ມີ​ຮ່າງ​ກາຍ​ທີ່​ສົມ​ບູນ​ຕະ​ຫລອດ​ໄປ​ຊົ່ວ​ນິ​ລັນ​ດອນ. ໃນ​ສະ​ພາບ​ການ​ຟື້ນ​ຄືນ​ຊີວິດຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ມາ​ປະກົດ​ຕໍ່​ນາງ​ມາ​ຣີ, ຜູ້​ທີ່​ເມື່ອ​ໄດ້​ຈຳ​ພຣະ​ອົງ ກໍ​ໄດ້​ເລີ່ມນະ​ມັດ​ສະ​ການ​ພຣະ​ອົງ​ທັນ​ທີ. ພຣະ​ຜູ້​ໄຖ່​ຂອງ​ເຮົາ, ດ້ວຍ​ຄວາມເມດ​ຕາ, ໄດ້​ເຕືອນ​ນາງ​ກ່ຽວ​ກັບ​ສະ​ພາບ​ໃໝ່ ແລະ ຮຸ່ງ​ໂລດ​ຂອງ​ພຣະ​ອົງວ່າ: “ຢ່າ​ສູ່​ໜ່ວງ​ດຶງ​ເຮົາ​ໄວ້​ເທາະ; ເພາະ​ເຮົາ​ຍັງ​ບໍ່​ທັນ​ຂຶ້ນ​ໄປ​ຫາ​ພຣະ​ບິ​ດາ​ເຈົ້າ​” (​ໂຢຮັນ 20:17)—ໃຫ້​ຫລັກ​ຖານ​ເພີ່ມ​ເຕີມ​ວ່າ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ໃນ​ໂລກ​ວິນ​ຍານນັ້ນ​ຈິງ ແລະ ສຳ​ເລັດ. ຕໍ່​ມາ, ໂດຍ​ໃຊ້​ຖ້ອຍ​ຄຳ​ທີ່​ຢືນ​ຢັນ​ຄວາມ​ຈິງ​ຂອງ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພ​ຣະ​ອົງ, ພຣະ​ອົງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ຄືນ​ເມືອ​ຫາ​ພຣະ​ອົງ​ຜູ້​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ບິ​ດາ​ຂອງ​ພວກ​ທ່ານ, ຄືນ​ເມືອ​ຫາ​ພຣະ​ເຈົ້າ​ຂອງ​ເຮົາ ແລະ ພຣະ​ເຈົ້າ​ຂອງ​ພວກ​ທ່ານ” (​ໂຢຮັນ 20:17). ຫລັງ​ຈາກ​ໄດ້​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ແລ້ວ, ພຣະ​ອົງ​ໄດ້​ສະ​ເດັດ​ກັບ​ຄືນ​ມາ ແລະ ໄດ້​ປະ​ກົດ​ຕໍ່​ອັກ​ຄະ​ສາ​ວົກ; “ພຣະ​ອົງ​ກໍ​ເດ່​ມື ແລະ ປິ່ນ​ຂ້າງ​ຂອງ​ພຣະ​ອົງ​ໃຫ້​ພວກ​ເຂົາ​ເບິ່ງ. ພວກ​ສາ​ວົກ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ທີ່​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ” (ໂຢຮັນ 20:20).

​ພຣະ​ຜູ້​ໄຖ່​ຈະ​ສະ​ເດັດ​ຄືນ​ມາ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ພຣະ​ຄຣິດ​ຈະ​ສະ​ເດັດ​ຄືນ​ມາ​ໃນ​ວິ​ທີ​ທາງ​ທີ່​ແຕກ​ຕ່າງ​ຫລາຍ​ຈາກ​ການ​ສະ​ເດັດ​ມາ​ຄັ້ງ​ທຳ​ອິດ​ຂອງ​ພຣະ​ອົງ. ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ​ອຳ​ນາດ ແລະ ລັດ​ສະ​ໝີ​ພາບ, ພ້​ອມ​ດ້ວຍ​ໄພ່​ພົນ​ທີ່​ທ່ຽງ​ທຳ ແລະ ຊື່​ສັດທັງຫລາຍ. ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ​ຖາ​ນະ ຈອມ​ກະ​ສັດ ແລະ ຈອມ​ເຈົ້າ​ນາຍ, ອົງ​ສັນ​ຕິ​ລາດ, ພຣະ​ເມ​ຊີ​ທີ່​ຖືກ​ສັນ​ຍາ​ໄວ້, ພຣະ​ຜູ້​ຊ່ອຍ​ໃຫລອດ ແລະ ພຣະ​ຜູ້​ໄຖ່, ເພື່ອ​ຈະ​ຕັດ​ສິນ​ຄົນ​ເປັນ ແລະ ຄົນ​ຕາຍ. ຂ້າ​ພະ​ເຈົ້າ​ຂໍ​ອ້ອນວອນ​ວ່າເຮົາ​ຈະ​ຮັບ​ໃຊ້​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ ແລະ ການ​ອຸ​ທິດ​ຕົນ, ແລະ ວ່າ​ເຮົາ​ຈະ​ຄົງ​ຊື່​ສັດ​ຕໍ່​ພຣະ​ອົງ​ຈົນສຸດ​ຊີ​ວິດ​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງພຣະອົງ ​ພຣະ​ເຢ​ຊູ​ຄຣິດ, ອາແມນ.