​2010–2019
ທິດາ​ໃນ​ພັນທະ​ສັນຍາ
ເມສາ 2014


ທິດາ​ໃນ​ພັນທະ​ສັນຍາ

​​ເສັ້ນທາງ​ທີ່ເຮົາ​ຕ້ອງ​ເດີນ​ກັບ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ… ​ແມ່ນ​ຖືກ​ໝາຍ​ໄວ້​ໂດຍ​ພັນທະ​ສັນຍາ​ທີ່​ສັກສິດ​ນຳພຣະ​ເຈົ້າ.

​ເຮົາ​ໄດ້​ຖືກ​ສິດສອນ​ດ້ວຍ​ພະລັງ​ທາງ​ວິນ​ຍານ​ໃນ​ຄ່ຳ​ຄືນ​ນີ້. ຂ້າພະ​ເຈົ້າອະທິຖານ​ວ່າ ຖ້ອຍ​ຄຳ​ທີ່​ກ່າວ​ໄປ​ນັ້ນ​ໂດຍ​ເອື້ອຍ​ນ້ອງ​ຜູ້ນຳທີ່​ດີ​ເດັ່ນ​ເຫລົ່າ​ນີ້ ຈະ​ເຂົ້າ​ໄປ​ໃນ​ຈິດ​ໃຈ​ຂອງ​ທ່ານ ດັ່ງ​ທີ່ມັນ​ເປັນ​ກັບ​ຂ້າພະ​ເຈົ້າ.

ນີ້​ແມ່ນ​ກອງ​ປະຊຸມ​​ແຫ່ງ​ປະຫວັດສາດ. ສະຕີ​ທັງຫລາຍ​ຂອງ​ສາດສະໜາ​ຈັກ​ ນັບ​ແຕ່​ອາຍຸ​ແປດ​ປີ​ຂຶ້ນ​ໄປ ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າຮ່ວມ​ກັບ​​ເຮົາ​ໃນ​ຄ່ຳ​ຄືນ​ນີ້. ຫລາຍ​ຄົນ​ພວກ​ເຮົາ​ໄດ້​ອະທິຖານ​ວ່າ​ ພຣະວິນ​ຍານ​ບໍລິສຸດ​ຈະ​ສະຖິດ​ຢູ່​ນຳ​​ເຮົາ. ພອນ​ນັ້ນ​ໄດ້​ຖືກ​ມອບ​ໃຫ້ ​ເມື່ອ​ເຮົາ​ໄດ້​ຍິນ​ເອື້ອຍ​ນ້ອງ​ເຫລົ່າ​ນີ້​ກ່າວ ​ແລະ ​ໄດ້​ຍິນ​ເພງ​ທີ່​ເຊີດ​ຊູ​ໃຈ. ຂ້າພະ​ເຈົ້າອະທິຖານ​ວ່າ ພຣະວິນ​ຍານ​ຈະ​ສືບ​ຕໍ່​ສະຖິດ​ຢູ່​ນຳ​​ເຮົາ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າກ່າວ​ບາງ​ສິ່ງ​ທີ່​ໃຫ້​ກຳລັງ​ໃຈ ​ແລະ ​ເປັນ​ພະຍານ ນອ​ກ​ເໜືອ​ໄປ​ຈາກ​ສິ່ງ​ທີ່​​ໄດ້​ກ່າວ​ມານັ້ນ—​ແລະ ​ໂດຍ​ສະ​ເພາະ ​ເພື່ອ​ເປັນ​ພະຍານ​ວ່າ ສິ່ງ​ທີ່​ເຮົາ​ໄດ້​ຍິນ​ຄື​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າຢາກ​ໃຫ້​ເຮົາ​ໄດ້​ຍິນ.

ຂ້າພະ​ເຈົ້າຈະ​ກ່າວ​ໃນ​ຄ່ຳ​ຄືນ​ນີ້​ກ່ຽວ​ກັບ​ເສັ້ນທາງ—ຊຶ່ງ​​ເປັນ​​ໃນ​ວິທີທາງ​ທີ່​ສວຍ​ງາມ​ຕາມ​ທີ່​ໄດ້​ບັນ​ລະ​ຍາຍ​ໃນ​ຄ່ຳ​ຄືນ​ນີ້—​ທີ່​ເຮົາ​ຕ້ອງ​ເດີນ​ກັບ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ​ເສັ້ນທາງນັ້ນ​ແມ່ນ​ຖືກ​ໝາຍ​ໄວ້​ໂດຍ​ພັນທະ​ສັນຍາ​ທີ່​ສັກສິດ​ນຳພຣະ​ເຈົ້າ. ຂ້າພະ​ເຈົ້າຈະກ່າວ​ກັບ​ທ່ານ​ກ່ຽວ​ກັບ​ຄວາມ​ສຸກ​ຂອງ​ການ​ເຮັດ ​ແລະ ການຮັກສາ​ພັນທະ​ສັນຍາ​ເຫລົ່ານັ້ນ ​ແລະ ຊ່ອຍ​ຄົນ​ອື່ນ​ໃຫ້​ຮັກສາ​ມັນ​ຄືກັນ.

ຫລາຍ​ຄົນ​ພວກ​ທ່ານ​ໄດ້​ຮັບ​ບັບຕິ​ສະມາ​ໃນ​ບໍ່​ດົນ​ມາ​ນີ້ ​ແລະ ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ ​ໂດຍ​ການວາງ​ມື. ຕໍ່​ທ່ານ, ຄວາມ​ຊົງ​ຈຳນັ້ນຍັງ​ໃໝ່ໆ​ຢູ່. ສ່ວນ​ຄົນ​ອື່ນໆ​ໄດ້​ຮັບ​ບັບຕິ​ສະມາ​ດົນ​ນານ​ມາ​ແລ້ວ, ສະນັ້ນຄວາມ​ຊົງ​ຈຳ​ທີ່​ທ່ານ​ຮູ້ສຶກ​​ເຖິ​ງ​ປະສົບ​ການ​​ກ່ຽວ​ກັບພັນທະ​ສັນຍານັ້ນ ອາດ​ບໍ່​ແຈ່ມ​ແຈ້ງ​ຫລາຍ​ປານ​ໃດ, ​ແຕ່​ຄວາມ​ຮູ້ສຶກ​ເຫລົ່ານັ້ນຈະ​ກັບ​ຄືນ​ມາ​ຫາ​ທ່ານ ​ເມື່ອ​ທ່ານ​ຟັງ​ຄຳ​ອະທິຖານ​ສິນ​ລະ​ລຶກ.

ບໍ່​ມີ​ໃຜ​ທີ່​ມີ​ຄວາມ​ຊົງ​ຈຳ​ທີ່​ຄ້າຍຄື​ກັນ​ກ່ຽວ​ກັບ​ມື້​ທີ່​ເຮົາ​ໄດ້​ເຮັດ​ພັນທະ​ສັນຍາ​ແຫ່ງ​ການ​ບັບຕິ​ສະມາ​ທີ່​ສັກສິດ​ນັ້ນ ​ແລະ ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ. ​ແຕ່​ເຮົາ​​ແຕ່ລະຄົນ​​ໄດ້ຮູ້ສຶກ​ເຖິງ​ການ​ຮັບ​ຮູ້​ຂອງ​ພຣະ​ເຈົ້າ. ​ແລະ ​ເຮົາ​ໄດ້​ຮູ້ສຶກ​ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ​ໃຫ້​ອະ​ໄພ ​ແລະ ​ໄດ້​ຮັບ​ການ​ໃຫ້​ອະ​ໄພ ​ແລະ ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຫລາຍ​ຂຶ້ນ.

ຄວາມ​ຮູ້ສຶກ​ນັ້ນ​​ໄດ້​ເປັນ​ອິດ​ທິພົນ​ໃຫ້​ແກ່​ຈິດ​ໃຈ​ຂອງ​ທ່ານ​ຫລາຍ​ພຽງ​ໃດ ​​ແມ່ນ​ຂຶ້ນຢູ່​ກັບ​ວິທີ​ທີ່​ທ່ານ​​ໄດ້​ຖືກ​ຕຽມ​​ໂດຍ​ຜູ້​ຄົນ​ທີ່​ຮັກ​ແພງ. ຂ້າພະ​ເຈົ້າຫວັງ​ວ່າ ທ່ານຜູ້​ທີ່​ໄດ້​ເຂົ້າມາ​ໃນ​ອານາຈັກ​​ເມື່ອບໍ່​ດົນ​ມາ​ນີ້ ​ໄດ້​ຮັບ​ພອນ​ຫລາຍ ທີ່​ໄດ້​ນັ່ງ​ຢູ່​ໃກ້​ແມ່​ຂອງ​ພວກ​ທ່ານ. ຖ້າ​ເປັນ​ເຊັ່ນນັ້ນ, ຂໍ​ໃຫ້​ພວກ​ທ່ານ​ສົ່ງ​ຮອຍ​ຍິ້ມ​ໄປ​ໃຫ້​ແມ່​ໃນ​ຕອນ​ນີ້​​ເລີຍ. ຂ້າພະ​ເຈົ້າຍັງ​ຈື່​ຄວາມ​ຮູ້ສຶກ​ທີ່​ຊື່ນ​ຊົມ ​ແລະ ກະຕັນຍູ​ໄດ້ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້ານັ່ງ​ຢູ່​ຂ້າງ​ຫລັງ​ແມ່​ຕອນ​ພວກ​​ເຮົາ​ຂີ່​ລົດ​ກັບ​ບ້ານ​ຫລັງ​ຈາກ​ພິທີ​ບັບຕິ​ສະມາຂອງ​ຂ້າພະ​ເຈົ້າ​ ໃນ​ເມືອງຟີ​ລາ​ເດັນ​ເຟຍ, ລັດ​ເພັນ​ໂຊ​ເວ​ເນຍ.

​ແມ່​ຂອງ​ຂ້າພະ​ເຈົ້າ​ເປັນ​ຜູ້​ທີ່​ໄດ້​ຕຽມ​ຂ້າພະ​ເຈົ້າ​ຢ່າງ​ລະມັດລະວັງ ສຳລັບ​ການ​ເຮັດ​ພັນທະ​ສັນຍາ ​ແລະ ພັນທະ​ສັນຍາ​ອື່ນໆ​ທີ່​ຈະ​ຕິດຕາມມາ. ເພິ່ນໄດ້​ຊື່ສັດ​ຕໍ່ໜ້າ​ທີ່​ຮັບຜິດຊອບ​ນີ້​ຈາກ​ພຣະຜູ້​ເປັນ​ເຈົ້າ ທີ່​ວ່າ:​

ແລະ ອີກເທື່ອໜຶ່ງ, ຕາບ​ໃດ​ທີ່ພໍ່​ແມ່ມີລູກ​ໆ​ຢູ່ໃນສີ​ໂອນ, ຫລື​ ​ໃນສະ​ເຕກ​ໃດໆ​ຂອງ​ມັນ ​ຊຶ່ງ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​, ທີ່ບໍ່​ໄດ້​ສອນ​ເຂົາ​ໃຫ້​ເຂົ້າ​ໃຈຄຳ​ສອນ​ເລື່ອງ​ການ​ກັບ​ໃຈ, ສັດທາ​ໃນພຣະ​ຄຣິດ​ພຣະ​ບຸດ​ຂອງ​ພຣະ​ເຈົ້າທີ່​ຊົງ​ພຣະ​ຊົນ​ຢູ່, ​ແລະ​ ​ເລື່ອງ​ການ​ຮັບ​ບັບຕິ​ສະມາ ​ແລະ ຮັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ​ໂດຍ​ການ​ວາງ​ມື, ​ເມື່ອ​ເຂົາ​ມີ​ອາຍຸ​ແປດ​ປີ, ​ແລ້ວ​ບາບ​ຈະ​ຕົກ​ຢູ່​ເທິງ​ຫົວ​ຂອງ​ຜູ້​ເປັນ​ພໍ່​ແມ່.

ເພາະ​ນີ້ຈະ​ເປັນ​ກົດ​ສຳລັບຜູ້​ອາ​ໄສຂອງສີ​ໂອນ, ຫລື​ ໃນສະ​ເຕກ​ໃດໆ​ຂອງ​ມັນ ຊຶ່ງ​ໄດ້​ຖືກ​ຈັດຕັ້ງຂຶ້ນ​ແລ້ວ.

ແລະ ລູກ​ໆຂອງ​ພວກເຂົາຈະຕ້ອງ​ຮັບບັບຕິ​ສະມາ​ເພື່ອການ​ປົດບາບ​ຂອງ​ພວກເຂົາ ​ເມື່ອມີ​ອາຍຸ​ໄດ້​ແປດ​ປີ, ​ແລະ ​ໄດ້​ຮັບຂອງ​ປະທານ​ແຫ່ງ [ພຣະວິນ​ຍານ​ບໍລິສຸດ].1

​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ເຮັດ​ສ່ວນ​ຂອງ​ເພິ່ນ. ​ເພິ່ນ​ໄດ້​ຕຽມ​ລູກໆ​ຂອງ​ເພິ່ນ​ດ້ວຍ​ຖ້ອຍ​ຄຳ ທີ່​ເໝືອນ​ດັ່ງ​ຖ້ອຍ​ຄຳ​ຂອງ​ແອວ​ມາ ຊຶ່ງ​ມີ​ບັນທຶກ​ໄວ້​ໃນ​ພຣະຄຳ​ພີ​ມໍ​ມອນ ທີ່​ວ່າ:

“ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ນີ້​ຄື​ນ້ຳ​ມໍ​ມອນ (ເພາະ​ເອີ້ນ​ຊື່​ມັນ​ແບບ​ນັ້ນ) ແລະ ບັດ​ນີ້, ຍ້ອນ​ວ່າ​ພວກ​ທ່ານ​ປາດ​ຖະໜາ​ຈະ​ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ແລະ ມີ​ຊື່​ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ເຕັມ​ໃຈ​ຈະ​ແບກ​ຫາບ​ພາລະ​ຂອງ​ກັນ​ແລະ​ກັນ, ເພື່ອ​ຈະ​ໄດ້​ແບ່ງ​ເບົາ;

“ແທ້​ຈິງ​ແລ້ວ, ແລະ ເຕັມ​ໃຈ​ທີ່​ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ; ແທ້​ຈິງ​ແລ້ວ, ຈະ​ປອບ​ໃຈ​ຄົນ​ທີ່​ຕ້ອງການ​ຄວາມ​ປອບ​ໃຈ, ແລະ ຈະ​ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າໃນທຸກ​ເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ​ທີ່ພວກ​ທ່ານ​ຢູ່, ເຖິງ​ແມ່ນ​ຈົນ​ເຖິງ​ຄວາມ​ຕາຍ, ເພື່ອ​ພວກ​ທ່ານ​ຈະ​ຖືກ​ໄຖ່ໂດຍ​ພຣະ​ເຈົ້າ, ແລະ ຖືກ​ນັບ​ເຂົ້າຢູ່​ກັບ​ບັນດາ​ຜູ້​ຄົນ​ຂອງ​ການ​ຟື້ນ​ຄືນ​ຊີວິດ​ຄັ້ງ​ທຳ​ອິດ, ເພື່ອ​ພວກ​ທ່ານ​ຈະ​ມີ​ຊີວິດ​ນິລັນດອນ—

“ບັດ​ນີ້​ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ, ຖ້າ​ຫາກ​ສິ່ງ​ນີ້​ເປັນຄວາມ​ປາ​ດຖະໜາ​ຂອງ​ໃຈ​ຂອງພວກ​ທ່ານ ແລ້ວ, ພວກ​ທ່ານ​ມີ​ຫຍັງ​ແດ່​ຂັດຂ້ອງ​ທີ່​ຈະ​ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະຜູ້​ເປັນ​ເຈົ້າ, ເພື່ອ​ຈະ​ເປັນ​ພະຍານ​ຕໍ່​ພຣະ​ອົງ, ວ່າ​ພວກ​ທ່ານໄດ້​ເຂົ້າເຮັດພັນທະ​ສັນຍາ​ກັບ​ພຣະອົງ, ວ່າ​ພວກ​ທ່ານ​ຈະ​ຮັບ​ໃຊ້​ພຣະ​ອົງ ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ, ເພື່ອ​ພຣະ​ອົງ​ຈະ​ໄດ້​ທຸ້ມ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ພວກ​ທ່ານ​ຢ່າງ​ຫລວງຫລາຍ​ຍິ່ງ​ຂຶ້ນ?

“ແລະ ບັດ​ນີ້​ເມື່ອ​ຜູ້​ຄົນ​ໄດ້​ຍິນ​ຂໍ້ຄວາມ​ນີ້​ແລ້ວ, ພວກ​ເຂົາ​ຕົບມື​ດ້ວຍ​ຄວາມສຸກ ແລະ ຮ້ອງ​ອອກ​ມາ​ວ່າ: ນີ້​ຄື​ຄວາມ​ປາ​ດຖະໜາຂອງ​ໃຈ​ຂອງ​ພວກ​ເຮົາ.”2

ທ່ານ​ອາດ​ບໍ່​​ໄດ້ຕົບມື ຕອນ​ທ່ານ​ໄດ້​ຍິນ​ການ​ເຊື້ອ​ເຊີນ​ນັ້ນ​ເປັນ​ເທື່ອ​ທຳ​ອິດ ​ໃຫ້​ເຂົ້າ​ສູ່​ພັນທະ​ສັນຍາ​ໂດຍ​ການ​ຮັບ​ບັບຕິ​ສະມາ, ​ແຕ່​ທ່ານ​ອາດ​ຮູ້ສຶກ​ຢ່າງ​ແນ່ນອນ​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຄຳ​ໝັ້ນສັນຍາ​ແທ້ໆ​ທີ່​ຈະ​ບຳລຸງ​ລ້ຽງ​ຄົນ​ອື່ນ​​ແທນ​ພຣະອົງ. ຂ້າພະ​ເຈົ້າ​ສາມາດ​ເວົ້າ​ໄດ້​ວ່າ “​ແນ່ນອນ” ​ເພາະວ່າ​ຄວາມ​ຮູ້ສຶກ​ເຫລົ່ານັ້ນ ​ໄດ້​​ຖືກ​ວາງ​ໄວ້​ໃນ​ສ່ວນ​ເລິກ​ຂອງ​ໃຈ ຂອງ​ທິດາທັງ​ໝົດ​ຂອງ​ພຣະບິດາ. ນັ້ນຄື​ມໍລະດົກ​ແຫ່ງ​ສະຫວັນ​ຂອງ​ທ່ານຈາກ​ພຣະອົງ.

ທ່ານ​ໄດ້​ຖືກ​ສິດສອນ​ໂດຍ​ພຣະອົງ ກ່ອນ​ທ່ານ​ໄດ້​ມາສູ່​ຊີວິດ​ນີ້. ພຣະອົງ​ໄດ້​ຊ່ອຍ​ທ່ານ​​ໃຫ້​ເຂົ້າ​ໃຈ ​ແລະ ຮັບ​ຮູ້​ວ່າ​ທ່ານ​ຈະ​ມີ​ບັນຫາ, ຖືກ​ທົດ​ສອບ, ​ແລະ ມີ​ໂອກາດ​ທີ່​ຈະ​ເລືອກ​ສິ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ທ່ານ. ທ່ານ​ໄດ້​ຮຽນ​ຮູ້​ວ່າ​ພຣະບິດາ​ຂອງ​ເຮົາ​ມີ​ແຜນ​ແຫ່ງ​ຄວາມສຸກ ​ເພື່ອ​ຊ່ອຍ​ເຫລືອ​ທ່ານ​ຜ່ານ​ຜ່າ​ການ​ທົດ​ລອງ​ດ້ວຍ​ຄວາມ​ປອດ​ໄພ ​ແລະ​ວ່າ​ທ່ານ​ຈະ​ຊ່ອຍ​ເຫລືອ​ຄົນ​ອື່ນໆ​ຜ່ານ​ຜ່າ​ການທົດ​ລອງ​ຂອງ​ເຂົາ​ເຈົ້າຄື​ກັນ. ນີ້​ຄື​ແຜນ​ທີ່​ໄດ້​ໝາຍໄວ້​ໂດຍ​ການ​ເຮັດພັນທະ​ສັນຍາ​ນຳພຣະ​ເຈົ້າ.

​ເຮົາ​ມີ​ສິດ​ທີ່​ຈະ​ເລືອກ ບໍ່​ວ່າ​ເຮົາ​ຈະ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ເຫລົ່ານັ້ນຫລື​ບໍ່. ທິດ​າ​ຂອງ​ພຣະອົງ​ຈຳນວນ​ໜຶ່ງ​ເທົ່າ​ນັ້ນທີ່​ມີ​ໂອກາດ​ໃນ​ຊີວິດ​ນີ້ ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ພັນທະ​ສັນຍາ​ເຫລົ່ານັ້ນ. ທ່ານ​ເປັນ​ຜູ້​ທີ່​​ໂປດ​ປານໃນ​ຈຳນວນ​ທິດາ​ຈຳນວນ​ນັ້ນ. ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ທ່ານ​ທຸກ​ຄົນ ​ເປັນ​ທິດາ​​ໃນ​ພັນທະ​ສັນຍາ.

ພຣະບິດາ​ເທິງ​ສະຫວັນ​ໄດ້​ສອນ​ທ່ານ​ກ່ອນ​ທ່ານ​ໄດ້​ມາ​ເກີດກ່ຽວ​ກັບ​ປະສົບ​ການ​ທີ່​ທ່າ​ນຈະ​ມີ ​ໃນ​ຂະນະ​ທີ່​ທ່ານ​ໄດ້​ຈາກ​ພຣະອົງ ​ແລະ ລົງມາສູ່​ໂລກ. ທ່ານ​ໄດ້​ຖືກ​ສອນ​ວ່າ ທາງ​ທີ່​ກັບ​ໄປ​ບ້ານ​ຫາ​ພຣະອົງ​ຈະ​ບໍ່​ເປັນ​ທາງ​ທີ່​ງ່າຍດາຍ. ພຣະອົງ​ຮູ້​ວ່າ ມັນ​ຍາກ​ເກີນ​ໄປ​ສຳລັບ​ທ່ານ​ທີ່​ຈະ​​ເດີນ​ທາງ​ປາດ​ສະ​ຈາກ​ຄວາມ​ຊ່ອຍ​ເຫລືອ.

ທ່ານ​ໄດ້​ຮັບ​ພອນ​ບໍ່​ພຽງ​ແຕ່​ເພື່ອ​ໃຫ້​ພົບ​ເສັ້ນທາງ ​ເພື່ອ​ເຮັດ​ພັນທະ​ສັນຍາ​ເຫລົ່ານັ້ນ​ໃນ​ຊີວິດ ​ແຕ່​ຍັງ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ຈະ​ຊ່ອຍ​ເຫລືອນຳ​ອີກ, ​ເຊັ່ນ​ດຽວ​ກັບ​ທ່ານ, ​ທີ່ເປັນ​ທິດາ​​ແຫ່ງ​ພັນທະ​ສັນຍາຂອງ​ພຣະບິດາ​ເທິງ​ສະຫວັນ.

ທ່ານ​ທຸກ​ຄົນ​​ກໍຮູ້ສຶກ​ເຖິງ​ພອນ​ທີ່​ໄດ້​ຢູ່​ຮ່ວມ​ກັບ​ທິດາ​ຄົນ​ອື່ນ​ໆ​ຂອງ​ພຣະ​ເຈົ້າ ຜູ້​ຢູ່​ພາຍ​ໃຕ້​ພັນທະ​ສັນຍາ​ເໝືອນ​ກັນ​ ທີ່​ຈະ​ຊ່ອຍ​ເຫລືອ ​ແລະ ຊີ້​ນຳ​ທ່ານ​ ດັ່ງ​ທີ່​ເຂົາ​ເຈົ້າ​ໄດ້​ສັນຍາ. ຂ້າພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ທ່ານ​ໄດ້​​​ເຫັນ ​ໃນ​ຂະນະ​ທີ່​ສະຕີ​ແຫ່ງ​ພັນທະ​ສັນຍາ​ຮັກສາ​ຄຳ​ໝັ້ນສັນ​ຍາທີ່​ຈະ​ປອບ​ໂຍນ ​ແລະ ຊ່ອຍ​ເຫລືອ—​ແລະ ​ເຮັດສິ່ງ​ນັ້ນ​ດ້ວຍ​ຮອຍ​ຍິ້ມ.

ຂ້າພະ​ເຈົ້າຍັງ​ຈື່​ຮອຍ​ຍິ້ມ​ຂອງ ຊິດ​ສະ​ເຕີ ຣູບີ ​ເຮ​ດ ​ໄດ້​ຢູ່. ນາງ​ເປັນ​ພັນ​ລະ​ຍາ​ຂອງ ​ແອວ​ເດີ ​ເດ​ວິດ ບີ ​ເຮ​ດ, ຜູ້​ເຄີຍ​ເປັນ​ສະມາຊິກ​ໃນ​ສະພາ​ອັກຄະ​ສາວົກ​ສິບ​ສອງ. ຕອນ​ຍັງ​ໜຸ່ມ ​ເພິ່ນ​ໄດ້​ຮັບ​ໃຊ້​ເປັນ​ປະທານ​ສະ​ເຕກ ປາ​ໂລ ອາວ​ໂຕ ​ໃນ​ລັດຄາ​ລິ​ຟໍ​ເນຍ. ​ເພິ່ນ​ໄດ້​ອະທິຖານ​ເພື່ອ, ​ແລະ​ ​ເປັນ​ຫ່ວງ​ເປັນ​ໄຍ, ຍິງ​ໜຸ່ມ​​ໃນ​ຫ້ອງ​ດາ​ລຸ​ນີ ຢູ່​ໃນ​ຫວອດ​ຂອງ​ເພິ່ນ.

ສະນັ້ນປະທານ​ເຮ​ດຈຶ່ງ​ໄດ້​ຮັບ​ການ​ດົນ​ໃຈຂໍ​ໃຫ້​ອະທິການ​ເອີ້ນ​ ຣູບີ ​ເຮ​ດ ​ເພື່ອສອນ​ຍິງ​ໜຸ່ມ​ໃນ​ຫ້ອງ​ນັ້ນ. ​ເພິ່ນ​ຮູ້​ວ່າ ນາງ​ຈະ​ເປັນ​ພະຍານ​ເຖິງ​ພຣະ​ເຈົ້າຜູ້​ຈະ​ເຊີດ​ຊູ, ​ປອບ​ໂຍນ, ​ແລະ ຮັກ​ກຸ່ມ​ຍິງ​ໜຸ່ມ​ຢູ່​ໃນ​ຫ້ອງນັ້ນ.

ຊິດ​ສະ​ເຕີ ​ເຮ​ດ ​ຢ່າງ​ໜ້ອຍມີ​ອາຍຸສູງ​ກວ່າ​ຜູ້​ຍິງ​ທີ່​ນາງ​ສອນ​ປະມານ 30 ປີ. ​ແຕ່ 40 ປີ​ຫລັງ​ຈາກ​ນາງ​ໄດ້​ສອນ​ເຂົາ​ເຈົ້າ, ​ແຕ່ລະ​ເທື່ອ ນາງ​ໄດ້​ພົບ​ກັບ​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ, ຜູ້​ເຄີຍ​ເປັນ​ນັກຮຽນ​ຄົນ​ໜຶ່ງ​ໃນ​ຫ້ອງ​ຂອງ​ນາງ, ນາງ​ຈະ​ຍື່ນ​ມື​ອອກ​ມາ, ຍິ້ມ, ​ແລະ ກ່າວ​ກັບນາງ​ແຄ​ຕີ້ ວ່າ, “​ໂອ້! ສາວດາ​ລຸ​ນີຂອງ​ປ້າ.” ຂ້າພະ​ເຈົ້າ​ໄດ້​​ເຫັນຫລາຍ​ກວ່າ​ຮອຍ​ຍິ້ມ​ຂອງ​ນາງ. ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ຮັກ​ອັນ​ເລິກ​ຊຶ້ງຂອງ​ນາງສຳລັບ​ສະຕີ​ທີ່​ນາງ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ເທົ່າ​ກັບ​ວ່າ​ເປັນ​ລູກ​ສາວ​ຂອງ​ນາງ​ເອງ. ຮອຍ​ຍິ້ມ​ຂອງ​ນາງ ​ແລະ ການ​ທັກ​ທາຍ​ທີ່​ອົບ​ອຸ່ນ ມາ​ຈາກ​ການ​ເຫັນ​ວ່າ​ສະຕີ ​ແລະ ທິດາ​ຂອງ​ພຣະ​ເຈົ້າຍັງ​ຢູ່​ໃນ​ເສັ້ນທາງ​ແຫ່ງ​ພັນທະ​ສັນຍາທີ່​ພາ​ກັບ​ຄືນ​ໄປ​ບ້ານຢູ່.

ພຣະບິດາ​ເທິງ​ສະຫວັນ​ກໍດີ​ໃຈ​ນຳ​ທ່ານ ​ເມື່ອ​ພຣະອົງ​ເຫັນ​ທ່ານ​ຊ່ອຍ​ທິດາ​ຄົນ​ໜຶ່ງ​ຂອງ​ພຣະອົງ​ໃຫ້​ກ້າວ​ເດີນ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນທະ​ສັນຍາ ມຸ້ງ​ໄປ​ສູ່​ຊີວິດ​ນິລັນດອນ. ​ແລະ ພຣະອົງກໍ​ພໍພຣະ​ໄທ​ທຸກ​ເທື່ອ​ທີ່​ທ່ານ​ພະຍາຍາມ​ເລືອກ​ສິ່ງ​ທີ່​ຖືກຕ້ອງ. ພຣະອົງ​ບໍ່​ເຫັນ​ພຽງ​ແຕ່​ຜູ້ທີ່​ທ່ານ​ເປັນ​ເທົ່າ​ນັ້ນ ​ແຕ່​ເຫັນ​ຜູ້ທີ່​ທ່ານ​ຈະ​ກາຍ​ເປັນນຳ​ອີກ.

ທ່ານ​ອາດ​ມີ​ພໍ່​ແມ່​ຢູ່​ໃນ​ໂລກ​ທີ່​ໄດ້​ສອນ​ວ່າ​ທ່ານ​ສາມາດ​ເປັນ​ຄົນ​ທີ່​ດີກ​ວ່າ​ທີ່​ທ່ານ​ສາມາດ​ເປັນ. ຂ້າພະ​ເຈົ້າກໍ​ມີ​ແມ່​ທີ່​ເປັນ​ເຊັ່ນ​ນັ້ນ.

ສິ່ງ​ທີ່​ຂ້າພະ​ເຈົ້າບໍ່​ຮູ້​ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ​ແມ່ນ​ວ່າ ພຣະບິດາ​ເທິງ​ສະຫວັນ​ຂອງ​ຂ້າພະ​ເຈົ້າ, ພຣະບິດາ​ເທິງ​ສະຫວັນ​ຂອງ​ທ່ານ, ​ເຫັນ​ຄວາມ​ສາມາດ​ອັນ​ສູງ​ສົ່ງ​​ໃນ​ລູກໆ​ຂອງ​ພຣະອົງ​ຫລາຍ​ກວ່າ​ທີ່​​ເຮົາ​ ຫລື ​ແມ່ນ​ແຕ່​ແມ່​ຢູ່​ໃນ​ໂລກ​ຂອງ​ເຮົາ​ສາມາດ​ຫລຽວ​ເຫັນ​ໃນ​ຕົວ​ເຮົາ. ​ແລະ ​ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ກ້າວ​ສູງ​ຂຶ້ນ​ໃນ​ເສັ້ນທາງນັ້ນ​ສູ່​ຄວາມ​ສາມາດ​ຂອງ​ທ່ານ, ​ແລ້ວ​ຈະ​ເຮັດ​ໃຫ້​ພຣະອົງ​ມີ​ຄວາມສຸກ. ​ແລະ ທ່ານ​ຈະ​ສາມາດ​ຮູ້ສຶກ​ເຖິງ​ການ​ຮັບ​ຮູ້​ຂອງ​ພຣະອົງ.

ພຣະອົງ​ເຫັນ​​ເຖິງຄວາມ​ສາມາດ​ອັນ​ສູງ​ສົ່ງ​​ໃນ​ທິດາ​ທັງ​ປວງ​ຂອງ​ພຣະອົງ ບໍ່​ວ່າ​ເຂົາ​ເຈົ້າຈະ​ຢູ່​ໃສ​ກໍ​ຕາມ. ບັດ​ນີ້, ມັນ​ໄດ້​ສ້າງໜ້າ​ທີ່​ຮັບຜິດຊອບ​ອັນ​ຫຍຸ້ງຍາກ​​ແກ່​ທ່ານ​ແຕ່ລະຄົນ. ພຣະອົງ​ຄາດ​ໝາຍ​ໃຫ້​ທ່ານ​ເຮັດ​ນຳ​ທຸກ​ຄົນ​ທີ່​ທ່ານ​ພົບ​ເຫັນ​ວ່າ​ເປັນ​ລູກ​ຂອງ​ພຣະ​ເຈົ້າ. ນັ້ນຄື​ເຫດຜົນ​ທີ່​ພຣະອົງ​ໄດ້​ບັນຊາ​ເຮົາ​ໃຫ້​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ​ເໝືອນ​ດັ່ງ​ຕົນ​ເອງ ​ແລະ ອະ​ໄພ​ໃຫ້​ເຂົາ​ເຈົ້າ. ຄວາມ​ເມດ​ຕາ ​ແລະ ການ​ໃຫ້​ອະ​ໄພ​ຂອງ​ທ່ານ​ຕໍ່​ຄົນ​ອື່ນ ມາ​ຈາກ​ມໍລະດົກ​ແຫ່ງ​ສະຫວັນຂອງ​ທ່ານ​ຈາກ​ພຣະອົງ ​ໃນ​ຖານະ​ທີ່​ເປັນ​ທິດາ​ຂອງ​ພຣະອົງ. ທຸກ​ຄົນ​ທີ່​ທ່ານ​ພົບ​ເຫັນ​ເປັນ​ລູກ​ທາງ​ວິນ​ຍານ​ທີ່​ຮັກຫອມຂອງ​ພຣະອົງ.

​ເມື່ອ​ທ່ານ​ຮູ້ສຶກ​ເຖິງ​ການ​ເປັນ​​ເອື້ອຍ​ນ້ອງ​ທີ່​ຍິ່ງ​ໃຫຍ່​ນັ້ນ, ຄວາມ​ຄິດ​ທີ່​ແຍກ​ເຮົາອອກ​ຈາກ​ກັນຈະ​ສູນຫາຍ​ໄປ. ຍົກ​ຕົວຢ່າງ, ​ເອື້ອຍ​ນ້ອງ​ທີ່​ໜຸ່ມ​ກວ່າ ​ແລະ ມີ​ອາຍຸ​ສູງ​ກວ່າ ຈະ​ແບ່ງ​ປັນ​ຄວາມ​ຮູ້ສຶກ​ດ້ວຍ​ຄວາມ​ຄາດໝາຍ​ທີ່​ຈະ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ ​ແລະ ຖືກ​ຮັບ​ຮູ້. ທ່ານ​ຄື​ກັນ​ໃນ​ຖານະ​ທີ່​ເປັນ​ທິດາ​ຂອງ​ພຣະ​ເຈົ້າ ຫລາຍ​ກວ່າ​ທ່ານ​ແຕກ​ຕ່າງ​ກັນ.

ດ້ວຍ​ຄວາມ​ເຂົ້າ​ໃຈນັ້ນ, ຍິງໜຸ່ມ​ຈະ​ກະຕືລືລົ້ນ​ກັບ​ການ​ເຂົ້າຮ່ວມ​ສະມາຄົມ​ສະຕີ​ສົງ​ເຄາະ ວ່າ​ມັນ​ເປັນ​ໂອກາດ​ທີ່​ຈະ​ຂະຫຍາ​ຍວົງ​ອ້ອມ​ຂອງ​ການ​ເປັນ​ເອື້ອຍ​ນ້ອງ​ກັນ ຊຶ່ງ​ເຂົາ​ເຈົ້າຈະ​ມາ​ຮູ້ຈັກ, ນັບຖື, ​ແລະ ຮັກ.

ຄວາມ​ສາມາດ​ຢ່າງ​ດຽວ​ກັນນັ້ນ ທີ່​ຈະ​ເຫັນ​ຜູ້​ທີ່​ທ່ານ​ສາມາດ​ເປັນ ຈະ​ເພີ່ມ​ທະວີ​ຂຶ້ນ​ໃນ​ຄອບຄົວ ​ແລະ ​ໃນ​ຊັ້ນປະຖົມ​ໄວ. ມັນ​ຈະ​ເກີດ​ຂຶ້ນ​ໃນ​ການ​ສັງ​ສັນ​ໃນ​ຄອບຄົວ ​ແລະ ​ໃນ​ໂຄງການ​ປະຖົມ​ໄວ. ​ເດັກນ້ອຍ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເວົ້າສິ່ງ​ທີ່​ຍິ່ງ​ໃຫຍ່ ​ແລະ ອັດສະຈັນ​ໃຈ, ​ດັ່ງ​ທີ່​ເຂົາ​ໄດ້​ເຮັດເມື່ອ​ພຣະຜູ້​ຊ່ອຍ​ໃຫ້​ລອດມາຍ​ລີ້ນ​ຂອງ​ເຂົາ ຕອນ​ພຣະອົງ​ສອນ​ເຂົາ​ຫລັງ​ຈາກ​ພຣະອົງ​ໄດ້​ຟື້ນ​ຄືນ​ຊີວິດ​​ແລ້ວ.3

​ໃນ​ຂະນະ​ທີ່​ຊາຕາ​ນ​ໂຈມ​ຕີ​​ເອື້ອຍ​ນ້ອງ​​ໃນ​ຕອນ​ທີ່​ເຂົາ​ຍັງ​ນ້ອຍ, ພຣະຜູ້​ເປັນ​ເຈົ້າຈຶ່ງ​ຍົກ​ເອື້ອຍ​ນ້ອງ​ຂຶ້ນສູງ​ທາງ​ວິນ​ຍານ​ເລື້ອຍໆ. ຍົກ​ຕົວຢ່າງ, ຍິງ​ໜຸ່ມ​ຈະ​ສອນ​ແມ່​ຂອງ​ເຂົາ​ໃຫ້​ຮູ້ຈັກ​​ໃຊ້ FamilySearch ​ເພື່ອ​ຊອກ​ຫາ​ບັນພະບຸລຸດ​ຂອງ​ເຂົາ​ເຈົ້າ. ​ເອື້ອຍ​ນ້ອງ​ຄົນ​ໜຸ່ມ​ບາງ​ຄົນ​ທີ່​ຂ້າພະ​ເຈົ້າຮູ້ຈັກ ​ໄດ້​ເລືອກ​ໄປ​ຮັບ​ບັບຕິ​ສະມາ​ແທນ​ຄົນ​ຕາຍ​ຢູ່​ໃນ​ພຣະວິຫານ​ແຕ່​ເຊົ້າໆ ​ໂດຍ​ບໍ່​ຕ້ອງ​ໄດ້​ຊັກ​ຊວນ​ຍາກ ຍົກ​ເວັ້ນ​ແຕ່​ວິນ​ຍານ​ຂອງ​ເອລີ​ຢາ​ເທົ່າ​ນັ້ນ.

​ໃນ​ພາລະກິດ​ຕະຫລອດ​ທົ່ວ​ໂລກ, ​ເອື້ອຍ​ນ້ອງ​ໄດ້​ຖືກ​ເອີ້ນ​ໃຫ້​ນຳພາ. ພຣະຜູ້​ເປັນ​ເຈົ້າ​ໄດ້​ສ້າງ​ຄວາມ​ຕ້ອງການ​ສຳລັບ​ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ ​ໂດຍ​ການ​ສຳ​ພັດ​ຈິດ​ໃຈ​ຂອງ​ເອື້ອຍ​ນ້ອງ​​ເປັນ​ຈຳນວນ​ຢ່າງ​ຫລວງຫລາຍ​ໃຫ້​ຮັບ​ໃຊ້. ປະທານ​ເຜີຍ​ແຜ່​ຫລາຍ​ຄົນ​ໄດ້​ເຫັນ​ເອື້ອຍ​ນ້ອງ​ຜູ້​ສອນ​ສາດສະໜາ​ກາຍ​ເປັນ​ຜູ້​ມີ​ພະລັງ​ທີ່​ສຸດ​ໃນ​ການ​ອອກ​ເຜີຍ​ແຜ່ ​ແລະ ​​ໂດຍ​ສະ​ເພາະໃນ​ການ​​ເປັນ​ຜູ້ນຳ​ທີ່​ຊ່ອຍ​ບຳລຸງ​ລ້ຽງ.

ບໍ່​ວ່າ​ທ່ານ​ຈະ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ​ຫລື​ບໍ່, ທ່ານ​ສາມາດ​ມີ​ຄວາມ​ສາມາດ​ດຽວ​ກັນນັ້ນ​ໄດ້ ​ເພື່ອ​ສົ່ງ​ເສີມ​ການ​ແຕ່ງງານ​ຂອງ​ທ່ານ ​ແລະ ຄວາມ​ສາມາດ​ທີ່​ຈະ​ລ້ຽງ​ດູ​ລູກ​ຜູ້​ປະ​ເສີດ ​ໂດຍ​ການ​ເຮັດ​ຕາມ​ຕົວຢ່າງ​ຂອງ​ເອື້ອຍ​ນ້ອງ​ທີ່​ດີ​ເລີດ.

ໃຫ້​ຄິດ​ກ່ຽວ​ກັບ​ນາງ​ເອວາ, ມານ​ດາ​ຂອງຊີວິດ​ທັງ​ປວງ. ​ແອວ​ເດີ ຣະ​ໂຊ ເອັມ ​ແນວ​ສັນ ​ໄດ້​ກ່າວ​ແນວ​ນີ້​ກ່ຽວ​ກັບ​ເອວາ​ວ່າ: ​“ເຮົາ ​ແລະ ມະນຸດ​ທັງ​ປວງ​ໄດ້​ຮັບ​ພອນ​ຕະຫລອດ​ການ ​ເພາະ​ຄວາມ​ກ້າຫານ ​ແລະ ສະຕິປັນຍາ​ຂອງ​ເອວາ. ​ໂດຍ​ການ​ກິນ​ໝາກ​ໄມ້​ກ່ອນ, ນາງ​ໄດ້​ເຮັດ​ສິ່ງ​ທີ່​ຈຳ​ເປັນ​ຕ້ອງ​ເຮັດ. ອາ​ດາມ​ກໍ​ສະຫລາດ​ພໍ​ທີ່​​ໄດ້​ເຮັດ​ຄື​ກັນ.”4

ທິດາ​ທຸກ​ຄົນ​ຂອງ​ເອວາ​ໄດ້​ມີ​ຄວາມ​ສາມາດ​ທີ່​ຈະ​ນຳ​ພອນ​ອັນ​ດຽວ​ກັນນັ້ນມາ​ໃຫ້​ຄອບຄົວ​ຂອງ​ນາງ ​ທີ່​ເອວາ​ໄດ້​ນຳ​ມາ​ໃຫ້​ຄອບຄົວ​ຂອງ​ນາງ. ນາງ​ເປັນ​ຄົນ​ສຳຄັນ​ຫລາຍ​ໃນ​ການ​ສ້າງ​ຄອບຄົວ​ ​ແລະ ​ເຮົາ​ມີ​ບັນທຶກ​ກ່ຽວ​ກັບ​ການ​ສ້າງ​ຂອງ​ນາງ ດັ່ງ​ນີ້​: ແລະ ບັນດາພຣະ​ເຈົ້າ​ໄດ້ກ່າວ​ວ່າ: ​ໃຫ້ພວກ​ເຮົາສ້າງຜູ້​ຊ່ອຍ​ຊູທີ່​ເໝາະ​ສົມ​ສຳລັບຜູ້​ຊາຍ, ​ເພາະວ່າ​ບໍ່ສົມຄວນ​ທີ່​ຜູ້​ຊາຍ​ຕ້ອງ​ຢູ່​ໂດດດ່ຽວ​ຢ່າງ​ນີ້, ດັ່ງນັ້ນ ພວກ​ເຮົາຈະ​ສ້າງ​ຜູ້​ຊ່ອຍ​ຊູ​ທີ່​ເໝາະ​ສົມ​ໃຫ້​ລາວ.”5

ເຮົາ​ບໍ່​ຮູ້​ວ່າ​​ເອວາ​ໄດ້​ຊ່ອຍ​ອາ​ດາມ​ແນວ​ໃດ​ແດ່ ​ແລະ ຊ່ອຍ​ຄອບຄົວ​ຂອງ​ເຂົາ​ເຈົ້າ. ​ແຕ່​ເຮົາ​ຮູ້​ວ່າ ຂອງ​ປະທານ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ​ທີ່​ນາງ​ໄດ້​ມອບ​ໃຫ້ ຊຶ່ງ​ທ່ານ​ແຕ່ລະຄົນ​ສາມາດ​ມອ​ບ​ໃຫ້​ຄື​ກັນ​ຄື: ນາງ​ໄດ້​ຊ່ອຍ​ຄອບຄົວ​ຂອງ​ນາງ​ໃຫ້​ເຫັນ​ເສັ້ນທາງ​ກັບ​ຄືນ​ໄປ​ບ້ານ, ​​ເມື່ອ​ເສັ້ນທາງ​ຢູ່​ຂ້າງ​ໜ້າ​ເບິ່ງ​ຄື​ວ່າ​ຍາກ​ຫລາຍ. ແລະ ​ເອວາ, ​ເມຍ​ຂອງ​ລາວ, ​ໄດ້​ຍິນສິ່ງ​ເຫລົ່າ​ນີ້ທັງ​ໝົດ ​ແລະ ​ໄດ້ຍິນ​ດີ, ​ໂດຍກ່າວ​ວ່າ: ຖ້າ​ຫາກ​ບໍ່​ແມ່ນເພາະການ​ລ່ວງ​ລະ​ເມີດຂອງ​ພວກ​ເຮົາ, ພວກ​ເຮົາຄົງ​ບໍ່​ມີ​ພົງພັນ, ​ແລະ ຄົ​ງ​ບໍ່​ເຄີຍຮູ້ຈັກຄວາມດີ ​ແລະ ຄວາມຊົ່ວ, ​ແລະ ຄວາມສຸກ​ຂອງການ​ໄຖ່, ​ແລະ ຊີວິດ​ນິລັນດອນຊຶ່ງ​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ທຸກ​ຄົນ​ທີ່​ເຊື່ອ​ຟັງ.6

ທ່ານ​ມີ​ຕົວຢ່າງ​ຂອງ​ນາງ​ທີ່​ຈະ​ຕິດຕາມ.

​ໂດຍ​ການ​ເປີດ​ເຜີຍ, ​ເອວາ​ໄດ້​ຮູ້ຈັກ​ເສັ້ນທາງ​ກັບ​ບ້ານ​ໄປ​ຫາ​ພຣະ​ເຈົ້າ. ນາງ​​ໄດ້ຮູ້​ວ່າ ການ​ຊົດ​​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ​ໄດ້​ເຮັດ​ໃຫ້​ຊີວິດ​ນິລັນດອນ​ເປັນ​ໄປ​ໄດ້​ໃນ​ຄອບຄົວ. ນາງ​ແນ່​ໃຈ, ດັ່ງ​ທີ່​ທ່ານ​ແນ່​ໃຈ, ວ່າ​ເມື່ອ​ນາງ​ຮັກສາ​ພັນທະ​ສັນຍາ​ຂອງ​ນາງ​ທີ່​ໄດ້​ເຮັດ​ໄວ້​ນຳພຣະບິດາ​ເທິງ​ສະຫວັນ, ​​ແລ້ວ​ພຣະຜູ້​ໄຖ່ ​ແລະ ພຣະວິນ​ຍານ​ບໍລິສຸດ​ຈະ​ຊ່ອຍ​ນາງ ​ແລະ ຄອບຄົວ​ຂອງ​ນາງ ຜ່ານຜ່າ​ສິ່ງ​ທີ່​ໂສກ​ເສົ້າ ​ແລະ ຄວາມ​ຜິດ​ຫວັງ​ໃດໆ ທີ່​ມາ​ເຖິງ. ນາງ​​ໄດ້ຮູ້​ວ່າ ນາງ​ສາມາດ​ໄວ້​ວາງ​ໃຈ​ພວກ​ພຣະອົງ.

“ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າດ້ວຍ​ສຸດ​​ຫົວໃຈ​ເຈົ້າ; ​ຢ່າ​ເຊື່ອ​ໝັ້ນຈັກ​ເທື່ອ​ໃນ​ສິ່ງ​ທີ່​ເຈົ້າຄິດ​ວ່າ​ເຈົ້າຮູ້ຈັກ;

“ຈົ່ງ​ລະນຶກ​ເຖິງ​ພຣະຜູ້​ເປັນ​ເຈົ້າ​ໃນ​ທຸກ​ສິ່ງ​ທີ່​ເຈົ້າກະທຳ ​ແລະ ພຣະອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນທາງ​ອັນ​ຖືກຕ້ອງ.”7

ຂ້າພະ​ເຈົ້າຮູ້​ວ່າ​ເອວາ​ໄດ້​ປະ​​ເຊີນ​ກັບ​ຄວາມ​ໂສກ​ເສົ້າ ​ແລະ ຄວາມ​ຜິດ​ຫວັງ, ​ແຕ່​ຂ້າພະ​ເຈົ້າກໍ​ຍັງ​ຮູ້​ວ່າ ນາງ​​ໄດ້​ພົບ​ຄວາມສຸກ​ໃນ​ການ​ຮູ້​ວ່າ​ນາງ ​ແລະ ຄອບຄົວ​ຂອງ​ນາງ​ສາມາດ​ກັບ​ຄືນ​ໄປ​ຢູ່​ນຳພຣະ​ເຈົ້າອີກ. ຂ້າພະ​ເຈົ້າຮູ້​ວ່າ​ຫລາຍ​ຄົນ​ໃນ​ພວກ​ທ່ານ​ຜູ້​ທີ່ຢູ່​ໃນ​ນີ້​ກໍ​ປະ​ເຊີນ​ກັບ​ຄວາມ​ໂສກ​ເສົ້າ ​ແລະ ຄວາມ​ຜິດ​ຫວັງ​ຄື​ກັນ. ຂ້າພະ​ເຈົ້າຂໍ​ອວຍພອນ​ທ່ານ​ວ່າ, ທ່ານ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຊື່ນ​ຊົມ​ອັນ​ດຽວ​ກັນນັ້ນ ​ໃນ​ຂະນະ​ທີ່​ທ່ານ​ເດີນທາງ​ກັບ​ບ້ານ.

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ຢ່າງ​ໜັກ​ແໜ້ນ​ວ່າ ພຣະ​ເຈົ້າອົງ​ເປັນພຣະບິດາ ຄອຍ​ເຝົ້າດູ​ແລ​ທ່ານ​ໃນ​ຄວາມ​ຮັກ. ພຣະອົງ​ຮັກ​ທ່ານ​ແຕ່ລະຄົນ. ທ່ານ​ເປັນ​ທິດາ​ໃນ​ພັນທະ​ສັນຍາ​ຂອງ​ພຣະອົງ. ​ເພາະ​ພຣະອົງ​ຮັກ​ທ່ານ, ພຣະອົງ​ຈະ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ທີ່​ທ່ານ​ຕ້ອງການ ​ເພື່ອວ່າ​ທ່ານ ​ແລະ ຄົນ​ອື່ນໆ​ຈະ​ກ້າວ​ໄປ​ໜ້າ​ໃນ​ເສັ້ນທາງ​ກັບ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະອົງ.

ຂ້າພະ​ເຈົ້າຮູ້​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຈ່າຍ​ຄ່າ​ແທນ​ບາບ​ຂອງ​​ເຮົາ​ທຸກ​ຄົນ ​ແລະ ວ່າພຣະວິນ​ຍານບໍລິສຸດ​ໄດ້​ເປັນ​ພະຍານ​ເຖິງ​ຄວາມ​ຈິງ. ທ່ານ​ກໍຮູ້ສຶກ​ເຖິງ​ການ​ປອບ​ໂຍນ​ນັ້ນຢູ່​ໃນ​ກອງ​ປະຊຸມ​ນີ້. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ຂໍ​ກະ​ແຈ​ທັງ​ໝົດ​ທີ່ຜູກ​ມັດ​ພັນທະ​ສັນຍາ​ອັນ​ສັກສິດ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ແລ້ວ. ມັນ​ໄດ້​ຖືກ​ດຳລົງ ​ແລະ ນຳ​ໃຊ້​ໃນ​ທຸກ​ວັນ​ນີ້​ໂດຍ​ສາດສະດາ​ທີ່​ມີ​ຊີວິດ​ຢູ່, ຄື​ປະທານ​ທອມ​ມັສ ແອັສ ມອນ​ສັນ. ຂ້າພະ​ເຈົ້າຂໍ​ມອບ​ຄຳ​ປອບ​ໃຈ ​ແລະ ຄວາມ​ຫວັງ​ໄວ້​ກັບ​ທ່ານ, ຜູ້​ຊຶ່ງ​ເປັນ​ທິດາ​ແຫ່ງ​ພັນທະ​ສັນຍາ​ຂອງ​ພຣະອົງ, ​ໃນ​ພຣະນາມທີ່​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.