​2010–2019
ກະຕັນຍູ​ໃນ​ທຸກສະພາບ​ການ​
ເມສາ 2014


ກະຕັນຍູ​ໃນ​ທຸກສະພາບ​ການ​

​ເຮົາ​ບໍ່​ມີ​ເຫດຜົນ​ທີ່​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ກະຕັນຍູ​ບໍ, ບໍ່​ວ່າ​ສະພາບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ?

​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​ພົບ​ກັບ​ຫລາຍ​ຄົນ​ຜູ້​ໂສກ​ເສົ້າຫລາຍ​ທີ່​ສຸດ. ​ໃນ​ຊ່ວງ​ເວລາ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ຍິນ​ຄວາມ​ໂສກ​ເສົ້າຂອງ​ບັນດາ​ອ້າຍ​ເອື້ອຍ​ນ້ອງ​ຜູ້​ມີ​ຄວາມ​ໜັກໜ່ວງ. ຂ້າພະ​ເຈົ້າ​ໄດ້​ຄິດ​ວ່າ​ຄວນ​ຈະ​ກ່າວ​ສິ່ງ​ໃດ​ກັບ​ເຂົາ​ເຈົ້າ, ​​ແລະ ຈະ​ເຮັດ​ແນວ​ໃດ​ເພື່ອ​ບັນ​ເທົາ ​ແລະ ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ໃນ​ຍາມ​ໄດ້​ຮັບ​ການ​ທົດ​ສອບ​ນັ້ນ.

ສ່ວນ​ຫລາຍ​ແລ້ວ ສິ່ງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ໂສກ​ເສົ້າ ​ແມ່ນ​ເກີດ​ມາຈາກ​ສິ່ງ​ທີ່​ເຂົາ​ເຈົ້າ​ເຫັນ​ວ່າຈະ​ສິ້ນ​ສຸດ​ລົງ. ບາງ​ຄົນ​ກຳລັງ​ປະ​ເຊີນ​ກັບ​ຄວາມ​ສຳພັນ​ທີ່​ຈະ​ສິ້ນ​ສຸດ​ລົງ, ດັ່ງ​ເຊັ່ນ ການ​ຕາຍ​ຂອງ​ຄົນ​ທີ່​ເຂົາ​ເຈົ້າຮັກ ຫລື ການ​ແຍກ​ອອກ​ຈາກ​ຄົນ​ໃນ​ຄອບຄົວ. ບາງ​ຄົນຮູ້​ສຶກວ່າ ​ເຂົາ​ເຈົ້າກຳລັງ​ຈະ​ສິ້ນ​ຫວັງ—ຄວາມ​ຫວັງ​ຂອງ​ການ​ແຕ່ງງານ ຫລື ການ​ມີ​ລູກ ຫລື ການ​ເອົາ​ຊະນະ​ການ​​ເຈັບ​ໃຂ້. ບາງ​ຄົນ​ອາດ​ປະ​ເຊີນ​ກັບ​ການ​ຈະ​ໝົດ​ສັດທາ, ​ໃນ​ຂະນະ​ທີ່​ສຽງ​ທີ່​ສັບສົນ ​ແລະ ກົງກັນຂ້າມ​ຢູ່​ໃນ​ໂລກ ພະຍາຍາມ​ລໍ້​ລວງ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ສົງ​ໄສ, ​ແມ່ນ​ແຕ່​ປະ​ຖິ້ມ​ສິ່ງ​ທີ່​ຄັ້ງໜຶ່ງ​ຮູ້​ວ່າ​ເປັນຄວາມ​ຈິງ.

ບໍ່​ໄວ​ກໍ​ຊ້າ, ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ເຮົາ​ທຸກ​ຄົນ​ຈະ​ປະສົບ​ກັບ​ເວລາ​ທີ່​ເຮົາ​ຄິດ​ວ່າ ​ໂລກ​ຂອງ​​ເຮົາ​ກຳລັງ​ຈະພັງ​ພິນາດ, ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ໂດດດ່ຽວ, ທໍ້ຖອຍໃຈ, ລ່ອງ​ລອຍ​ໄປ.

ມັນ​ສາມາດ​ເກີດ​ຂຶ້ນກັບ​ທຸກ​ຄົນ​ໄດ້. ບໍ່​ມີ​ໃຜ​ຖືກ​ຍົກ​ເວັ້ນ.

​ເຮົາ​ສາມາດ​​ເປັນ​ຄົນ​ກະຕັນຍູ​ໄດ້

ສະພາບ​ການ​ຂອງ​ແຕ່ລະຄົນ​ແມ່ນ​​ແຕກ​ຕ່າງ​ກັນ, ​ແລະ ລາຍ​ລະອຽດ​ຂອງ​ຊີວິດ​ແຕ່ລະຄົນ​ແມ່ນ​ພິ​ເສດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ມີ​ບາງ​ສິ່ງ​ທີ່​ສາມາດ​ຍົກ​ເອົາ​ຄວາມ​ຂົມ​ຂື່ນ​ທີ່​ມາສູ່​ຊີວິດ​ຂອງ​ເຮົາ​ໄປ​ໄດ້. ນີ້​ຄື​ສິ່ງ​ໜຶ່ງ​ທີ່​ເຮົາ​ສາມາດ​ເຮັດ​ໃຫ້​ຊີວິດ​ຫວານ​ຊື່ນ​ຂຶ້ນ, ມີ​ຄວາມສຸກ​ຫລາຍ​ຂຶ້ນ, ​​ແມ່ນ​ແຕ່​ຮຸ່ງ​ເຫລື້ອມ​ຫລາ​ຍຂຶ້ນ.

​ເຮົາ​ສາມາດ​​ເປັນ​ຄົນ​ກະຕັນຍູ​ໄດ້!

ຟັງ​ແລ້ວ​ອາດກົງກັນຂ້າມ​ກັບ​ປັນຍາ​ຂອງ​ໂລກ​ ທີ່​ແນະນຳ​ໃຫ້​ບຸກຄົນ​ຜູ້ມີ​ຄວາມ​ໜັກໜ່ວງ ທີ່​​ໂສກ​ເສົ້າ ​ໃຫ້​ຂອບຄຸນ​ພຣະ​ເຈົ້າ. ​ແຕ່​ຜູ້​ທີ່​ປະ​ຖິ້ມ​ຄວາມ​ຂົມ​ຂື່ນ ​ແລະ ​ເລືອກ​ເອົາ​ການ​ມີ​ຄວາມ​ກະຕັນຍູ ຈະ​​ໄດ້​ຮັບ​ການ​ປິ່ນປົວ, ຄວາມ​ສະຫງົບ, ​ແລະ ຄວາມ​ເຂົ້າ​ໃຈ.

ໃນ​ຖານະ​ທີ່​ເປັນ​ສານຸສິດ​ຂອງ​ພຣະຄຣິດ, ​ເຮົາ​ຖືກ​ບັນຊາ​ໃຫ້ “ຂອບຄຸນພຣະ​ຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າ [ຂອງ​ເຮົາ] ​ໃນ​ທຸກ​ສິ່ງ,”1 ເພື່ອ “ບັນ​ເລງ​ເພງ​ຖະຫວາຍ​ແກ່​ພຣະ​ຜູ້​ເປັນ​ເຈົ້າ,”2 ​ແລະ ​ເພື່ອ “ໃຫ້​ໃຈຂອງ [ເຮົາ] ເຕັມ​ໄປ​ດ້ວຍ​ຄວາມ​ຂອບຄຸນ​ພຣະເຈົ້າ.”3

​ດ້ວຍ​ເຫດ​ໃດ​ພຣະ​ເຈົ້າຈຶ່ງ​ບັນຊາ​ເຮົາ​ໃຫ້​ມີ​ຄວາມ​ກະຕັນຍູ?

ພຣະບັນຍັດ​ທຸກ​ປະການ​ຂອງ​ພຣະອົງ​ໄດ້​ຖືກ​ມອບ​ໃຫ້​ເພື່ອ​ເປັນ​ພອນ​ໃຫ້​ແກ່​ເຮົາ. ພຣະບັນຍັດ​ເປັນ​ໂອກາດ​ໃຫ້​ໃຊ້​ອຳ​ເພີ​ໃຈ ​ແລະ ຮັບ​ເອົາ​ພອນ. ພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ​ຮູ້​ວ່າ ການ​ເລືອກ​ທີ່​ຈະ​ພັດທະນາ​ຄວາມ​ກະຕັນຍູ ຈະ​ນຳ​ຄວາມຊື່ນ​ຊົມທີ່​ແທ້​ຈິງ ​ແລະ ຄວາມສຸກ​ທີ່​ຍິ່ງ​ໃຫຍ່​ມາ​ໃຫ້​ເຮົາ.

ການ​ມີ​ຄວາມ​ກະຕັນຍູ ຕໍ່ ສິ່ງ​ຕ່າງໆ

​ແຕ່​ບາງ​ຄົນ​ອາດ​ກ່າວ​ວ່າ, “​ເຮົາ​ມີ​ສິ່ງ​ໃດ​ທີ່​ຈະ​ມີ​ຄວາມ​ກະຕັນຍູ ຕໍ່ ເມື່ອ​ໂລກ​ຂອງເຮົາ​ກຳລັງ​ຈະ​ພັງ​ທະລາ​ຍ​ໄປ?”

ບາງທີ​ການ​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​​ເຮົາ​ມີ​ຄວາມ​ກະຕັນຍູ ຕໍ່ ອາດ​ເປັນ​ການ​ເຂົ້າຫາ​​ແບບ​ບໍ່​ຖືກຕ້ອງ. ມັນ​ເປັນ​ສິ່ງ​ຍາກ​ທີ່​ຈະ​ພັດທະນາ​ຄວາມ​ຮູ້ສຶກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ກະຕັນຍູ ຖ້າ​ຫາກລະດັບ​ຄວາມ​ກະຕັນຍູ​ຂອງ​ເຮົາ​ແມ່ນ​ຂຶ້ນກັບ​ຈຳນວນ​ພອນ​ທີ່​ເຮົາ​ໄດ້​ຮັບ​ເທົ່າ​ນັ້ນ. ​ແມ່ນ​ແລ້ວ, ມັນ​ສຳຄັນ​ທີ່​ຈະ “ນັບພອນ​ຂອງ​ເຮົາ” ​ເລື້ອຍໆ—​ແລະ ທຸກ​ຄົນ​ທີ່​ໄດ້​ພະຍາຍາມ​​ເຮັດ​ສິ່ງ​ນີ້ ກໍ​ຮູ້​ວ່າ​ມີ​ພອນ​ຫລາຍ​ຢ່າງທີ່​ຈະ​ນັບ—​ແຕ່​ຂ້າພະ​ເຈົ້າບໍ່​ເຊື່ອ​ວ່າ​ພຣະຜູ້​ເ​ປັນ​ເຈົ້າຄາດໝາຍ​ໃຫ້​ເຮົາ​ຂອບຄຸນພຣະອົງ​ຕອນ​ເຮົາ​ປະ​ເຊີນ​ກັບ​ການ​ທົດ​ລອງ ໜ້ອຍ​ກວ່າ​ຕອນ​ເຮົາ​ມີ​ຄວາມສຸກ. ຕາມ​ຈິງ​ແລ້ວ, ​ຂໍ້​ອ້າງ​ອີງ​ພຣະຄຳ​ພີ​ສ່ວນ​ຫລາຍບໍ່​ໄດ້​ກ່າວ​ເຖິງການ​ມີ​ຄວາມ​ກະຕັນຍູ ຕໍ່ ສິ່ງ​ຕ່າງໆ ​ແຕ່​ແນະນຳ​ໃຫ້​ມີ​ຄວາມ​ກະຕັນຍູ​ຕໍ່​ຄວາມ​ຮູ້ສຶກ​ໂດຍ​ທົ່ວ​ໄປ.

ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ມີ​ຄວາມ​ກະຕັນຍູ ຕໍ່ ສິ່ງ​ຕ່າງໆ ​ເມື່ອ​ທຸກ​ຢ່າງ​ດີ​ໃນ​ຊີວິດ. ​ແຕ່​ສຳລັບ​ເວລາ​ທີ່​ຄວາມ​ປາດ​ຖະໜາ​ຂອງ​ເຮົາ​ເບິ່ງ​ຄື​ໄກ​ຈາກເອື້ອມມື​ເດ້ ​ແລ້ວ​ເຮົາ​ຈະ​ເຮັດ​ແນວ​ໃດ?

ຂ້າພະ​ເຈົ້າຂໍ​ແນະນຳ​ໃຫ້​ເຮົາ​ເຫັນ​ວ່າການ​ມີ​ຄວາມ​ກະຕັນຍູ​ເປັນນິ​ໄສ​ໃຈຄໍ​ຂອງ​ເຮົາ, ​​ໃຫ້​ມັນເປັນ​ວິຖີຊີວິດ​ຕາມ​ສະພາບ​ການ​ຂອງ​ເຮົາ​ໃນ​ປະຈຸ​ບັນ​ຊິ​ໄດ້​ບໍ? ​ໃນ​ອີກ​ຄຳ​ໜຶ່ງ, ຂ້າພະ​ເຈົ້າຂໍ​ແນະນຳ​ວ່າ ​ແທນ​ທີ່​ຈະ “ຂອບຄຸນ ສຳລັບ ເຮົາ​ຄວນ​ເອົາ​ໃຈ​ໃສ່​ກັບ​ການ “ຂອບຄຸນ ​ໃນ ສະພາບ​ການ​ຂອງ​ເຮົາ”—ບໍ່​ວ່າມັນ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ມີ​​ເລື່ອງ​ເລົ່າທີ່​ເກົ່າ​ແກ່​ເລື່ອງ​ໜຶ່ງ​ກ່ຽວ​ກັບຜູ້​ເສີ​ບອາຫານ​ໄດ້​ຖາມ​ລູກ​ຄ້າ​ວ່າ ​ອາຫານ​ແຊບ​ຫລື​ບໍ່. ລູກ​ຄ້າ​ໄດ້​ບອກ​ວ່າ ອາຫານ​ທຸກ​ເຍື່ອງ​ກໍ​ແຊບ, ​ແຕ່​ຄົງ​ຈະ​ດີກ​ວ່າ​ນັ້ນ ຖ້າ​ຫາກ​ເຂົາ​​ເຈົ້າ​​ໃຫ້​​​​ເຂົ້າຈີ່​ຫລາຍ​ກວ່າ​ນັ້ນ. ມື້​ຕໍ່​ມາ ​ເມື່ອ​ລູກ​ຄ້າ​ຄົນ​ນັ້ນກັບ​ມາ​ຮ້ານ​ອາຫານ​ອີກ, ຜູ້​ເສີ​ບອາຫານ​ໄດ້​ເອົາ​ເຂົ້າຈີ່​ມາ​ໃຫ້​ສອງ​ເທົ່າ, ​​ໄດ້​ເອົາ​ມາ​ໃຫ້​ສີ່​ປ່ຽງ ​​ແທນ​ທີ່​ຈະ​ເອົາ​ມາ​ໃຫ້​ພຽງ​ແຕ່​ສອງ​ປ່ຽງ, ​ແຕ່​ລູກ​ຄ້າ​ກໍ​ຍັງ​ບໍ່ພໍ​ໃຈ. ມື້​ຕໍ່​​ມາ, ຜູ້​ເສີ​ບອາຫານ​ໄດ້​ເອົາ​ເຂົ້າຈີ່​ມາ​ໃຫ້​ແປດ​ປ່ຽງ, ​ແຕ່​ລູກ​ຄ້າ​ຄົນ​ນັ້ນກໍ​ຍັງ​ບໍ່ພໍ​ໃຈຢູ່​ຄື​ເກົ່າ.

​ໃນ​ມື້​ທີສີ່, ຜູ້​ເສີ​ບອາຫານ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດໃຫ້​ລູກ​ຄ້າ​ຄົນ​ນັ້ນພໍ​ໃຈ. ລາວ​ຈຶ່ງ​ໄດ້​ເອົາ​ກ້ອນ​ເຂົ້າຈີ່​ທີ່​ຍາວ​ປະມານ​ວາ​ໜຶ່ງມາ​ຕັດ​ເປັນ​ສອງ​ຕ່ອນ, ​ແລະ ດ້ວຍ​ຮອຍ​ຍິ້ມ​ລາວ​ໄດ້​​ເອົາ​ໄປ​ໃຫ້​ລູກ​ຄ້າ​ຄົນ​ນັ້ນ. ​ແລ້ວ​ຜູ້​​ເສີບອາຫານກໍ​ໄດ້​ລໍຄອຍ​ຟັງ​ຄຳ​ເວົ້າຈາກ​ລູກ​ຄ້າ​ດ້ວຍ​ຄວາມ​ຮີບ​ຮ້ອນ​ໃຈ.

ຫລັງ​ຈາກ​ລູກ​ຄ້າ​ຄົນ​ນັ້ນ​ໄດ້​ກິນ​ອີ່ມ​ແລ້ວ ລາວ​ໄດ້​​ເງີຍ​ໜ້າ​ຂຶ້ນ ​ແລ້ວ​ເວົ້າວ່າ, “ອາຫານ​ກໍ​ແຊບ​ຕາມ​ເຄີຍ. ​ແຕ່​ຂ້ອຍ​ເຫັນ​ວ່າ ​ເຈົ້າກັບ​ຄືນ​ມາ​ເສີ​ບ​ເຂົ້າຈີ່​ພຽງ​ແຕ່​ສອງ​ປ່ຽງ​ນໍ.”

ການ​ມີ​ຄວາມ​ກະຕັນຍູ ​ໃນ ສະພາບ​ການ​ຂອງ​ເຮົາ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ​ເຮົາ​ສາມາດ​ເລືອກ​ເຮັດ​ໄດ້. ​ເຮົາ​ສາມາດ​ເລືອກ​ທີ່​ຈະ​ຈຳກັດ​ຄວາມ​ກະຕັນຍູ​ຂອງ​ເຮົາ​ໄດ້, ອີງ​ຕາມ​ພອນ​ທີ່​ເຮົາ​ຮູ້ສຶກ​ວ່າ​ ​ເຮົາ​ຍັງ​ຂາດ​ມັນ​ຢູ່. ຫລື ​ເຮົາ​ສາມາດ​ເລືອກ​ທີ່​ຈະ​ເປັນ​ເໝືອນ​ດັ່ງ​ນີ​ໄຟ, ຜູ້​ຊຶ່ງ​ຫົວ​ໃຈ​ເຕັມ​ໄປ​ດ້ວຍ​ຄວາມ​ກະຕັນຍູ. ​ເມື່ອ​ພວກ​ອ້າຍ​ຂອງ​ເພິ່ນ​ໄດ້​ຜູກ​ມັດ​ເພິ່ນ​ຕອນ​ຢູ່​ໃນ​ເຮືອ—ຊຶ່ງ​ເພິ່ນ​ໄດ້​ສ້າງ​ເພື່ອ​ພາ​ເຂົາ​ເຈົ້າ​ໄປ​ຫາ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ—ຂໍ່ຕີນ ​ແລະ ຂໍ່ມື​ຂອງ​ເພິ່ນ​ໄດ້​ເຈັບ​ປວດ “​ແລະ ​ໄຂ່​ພອງ​ຫລາຍ” ​ແລະ ລົມ​ພະຍຸ​ແຮງ​​ເກືອບ​ກືນກິນ​ເພິ່ນ​ລົງ​​ໄປ​ໃນ​ຄວາມ​ເລິກ​ຂອງ​ທະ​ເລ. “ເຖິງ​ຢ່າງ​ໃດ​ກໍ​ຕາມ,” ນີ​ໄຟ​ໄດ້​ກ່າວ​ວ່າ, “ຂ້າພະ​ເຈົ້າ​ໄດ້​ຫລຽວ​ຫາ​ພຣະ​ເຈົ້າຂອງ​ຂ້າພະ​ເຈົ້າ, ແລະ ຂ້າພະ​ເຈົ້າ​ໄດ້​ສັນລະ​ເສີນ​ພຣະອົງ​ຕະຫລອດ​ວັນ; ແລະ ຂ້າພະ​ເຈົ້າບໍ່​ໄດ້​ຈົ່ມ​ໃຫ້​ພຣະຜູ້​ເປັນ​ເຈົ້າ ເພາະ​ຄວາມທຸກ​ທໍລະມານ​ຂອງ​ຂ້າພະ​ເຈົ້າ​ເລີຍ.”4

ເຮົາ​ສາມາດ​ເລືອກ​ທີ່​ຈະ​ເປັນ​ເໝືອນ​ດັ່ງ​ ​ໂຢບ ​ໄດ້​ຄື​ກັນ, ຜູ້​​ເຄີຍ​ມີ​ທຸກ​ສິ່ງ ​ແລະ ​ໄດ້​ສູນ​ເສຍ​ທຸກ​ສິ່ງ​ໄປ. ​ແຕ່ ​ໂຢບ ​ໄດ້​ຕອບວ່າ, “ຂ້າພະ​ອົງ​ໄດ້​ອອກ​ມາ​ຈາກ​ທ້ອງ​ແມ່​ຕົວ​ເປົ່າ, ​ແລະ ຂ້າພະ​ອົງ​ກໍ​ຈະ​ຈາກ​ໂລກ​ໄປ​ຕົວ​ເປົ່າ .… : ພຣະຜູ້​ເປັນ​ເຈົ້າ​ໄດ້​ໂຜດ​ໃຫ້, ​ແລະ ບັດ​ນີ້​ພຣະອົງ​ໄດ້​ເອົາ​ຄືນ​ໄປ; ຂໍ​ໃຫ້​ພຣະນາມ​ຂອງ​ພຣະຜູ້​ເປັນ​ເຈົ້າເປັນ​ທີ່​ຍົກຍໍ​ສັນລະ​ເສີນ​ເທີ້ນ.”5

ເຮົາ​ສາມາດ​ເລືອກທີ່​ຈະ​ເປັນ​ເໝືອນ​ດັ່ງ​ຜູ້​ບຸກ​ເບີກ​ຊາວ​ມໍ​ມອນ, ຜູ້​ທີ່​​ເຕັມ​ໄປ​ດ້ວຍ​ຄວາມ​ກະຕັນຍູ​ໃນ​ລະ​ຫວ່າງ​ການ​ເດີນທາງ​ມາ​ຫາ​ເມືອງ​ເຊົາ​ເລັກ, ທັງ​ພາກັນ​ຮ້ອງ​ລຳ​ທຳ​ເພງ ​ແລະ ສັນລະ​ເສີນ​ຄວາມ​ດີງາມ​ຂອງ​ພຣະ​ເຈົ້ານຳ​ອີກ.6 ຫລາຍ​ຄົນ​ໃນ​ພວກ​ເຮົາ​ຈະ​ມີ​ໂນ່ມອຽງ​ທີ່​ຈະ​ແຍກ​ຕົວ​ອອກ​ໄປ, ຈົ່ມ​ວ່າ, ​ແລະ ກັງວົນ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ການ​ເດີນທາງ.

ເຮົາ​ສາມາດ​ເລືອກ​ທີ່​ຈະ​ເປັນ​ເໝືອນ​ດັ່ງ​ສາດສະດາ​ໂຈ​ເຊັບ ສະ​ມິດ ຜູ້​ຊຶ່ງ​ຕົກ​ຢູ່ໃນ​ສະພາບ​ທີ່​ທຸກທໍລະມານ ​ໃນ​ຂະນະ​ທີ່​ຖືກ​ຂັງຢູ່​ໃນ​ຄຸກລີ​ເບີທີ ​ໄດ້​ຂຽນ​ຖ້ອຍ​ຄຳ​ທີ່​ດົນ​ໃຈ​ນີ້​ວ່າ: ອ້າຍ​ເອື້ອຍນ້ອງ​ທີ່​ຮັກ​ແພງ, ​ຈົ່ງໃຫ້ພວກ​ເຮົາ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ອຳນາດ​ຂອງ​ພວກເຮົາຢ່າງ​ເບີກ​ບານມ່ວນ​ຊື່ນ; ​ແລະ ຈາກ​ນັ້ນຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຢືນ​ຢູ່​ຊື່ໆ, ດ້ວຍ​ຄວາມ​ໝັ້ນ​ໃຈ​ທີ່​ສຸດ, ​ເພື່ອ​ເຫັນ​ຄວາມ​ລອດຂອງພຣະ​ເຈົ້າ, ​ແລະ ​ເພື່ອ​ພຣະອົງ​ຈະ​ເປີດ​ເຜີຍ​ແຂນ (ພຣະຫຸ) ຂອງ​ພຣະອົງ.7

​ເຮົາ​ສາມາດ​ເລືອກ​ທີ່​ຈະ​ມີ​ຄວາມ​ກະຕັນຍູ, ບໍ່​ວ່າ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ຄວາມ​ກະຕັນຍູ​ແບບ​ນີ້ຈະ​ເກີດ​ຂຶ້ນ​ໄດ້​ໃນ​ທຸກ​​ເທື່ອ ບໍ່​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນກໍ​ຕາມ ​ເຖິງ​ແມ່ນ​ໃນ​ເວລາ​ທີ່​ມີ​ຄວາມ​ຜິດ​ຫວັງ, ຄວາມ​ທໍ້ຖອຍ​ໃຈ, ​ແລະ ຄວາມສິ້ນ​ຫວັງ​ກໍ​ຕາມ. ມັນ​ຈະ​ເປັນ​ເໝືອນ​ດອກ​ໄມ້​ທີ່​​ເບັ່ງ​ບານ​ແມ່​ນ​ແຕ່​ໃນ​ຫິມະ​ອັນ​ເຍືອກ​ເຢັນ ​ເທົ່າ​ກັບ​​ໃນ​ລະດູ​​ແລ້ງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ.

ເມື່ອ​ເຮົາມີ​ຄວາມ​ກະຕັນຍູ​ຕໍ່​ພຣະ​ເຈົ້າ ​ໃນ ສະພາບ​ການ​ຂອງ​ເຮົາ, ​ເຮົາ​ສາມາດ​ພົບ​ກັບ​ຄວາມ​ສະຫງົບ​ສຸກ​ໃນ​ທ່າມກາງ​ຄວາມ​ຫຍຸ້ງຍາກ​ລຳບາກ​ໄດ້. ​ໃນ​ຄວາມ​ໂສກ​ເສົ້າ, ​ເຮົາ​ສາມາດ​ເປີດ​ໃຈ​ສັນລະ​ເສີນ. ​ໃນ​ຄວາມ​ເຈັບ​ປວດ, ​ເຮົາ​ສາມາດ​ສັນລະ​ເສີນ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ​ໄດ້. ​ໃນ​ຄວາມ​ເຍືອກ​ເຢັນ​ຂອງ​ຄວາມ​ໂສກ​ເສົ້າທີ່​ຂົມ​ຂື່ນ, ​ເຮົາ​ສາມາດ​ພົບ​ຄວາມ​​ໃກ້ຊິດ ​ແລະ ຄວາມ​ອົບ​ອຸ່ນ​ຈາກ​ອ້ອມ​ກອດ​ຂອງ​ສະຫວັນ​ໄດ້.

ບາງ​ເທື່ອ​ເຮົາ​ຄິດ​ວ່າ ​ເຮົາ​ມີ​ຄວາມ​ກະຕັນຍູ​ ຫລັງ​ຈາກ ທີ່ບັນຫາ​ຂອງ​ເຮົາ​ໄດ້​ຖືກ​ແກ້​ໄຂ​ແລ້ວ, ​ແຕ່ນັ້ນຄື​ຄວາມ​ຄິດ​ທີ່​ຕື້ນໆ. ​ຊີວິດ​ຂອງເຮົາ​ຄົງ​ພາດ​ໂອກາດ​​ຫລາຍ​ຂະໜາດ​ໃດ ຖ້າ​ຫາກ​ເຮົາພຽງ​ແຕ່​ລໍຖ້າ​​​ໃຫ້ເຫັນ​ຮຸ້ງ​ກິນນ້ຳ​ເສຍ​ກ່ອນ ກ່ອນ​ເຮົາ​ຈະ​ຂອບຄຸນ​ພຣະ​ເຈົ້າສຳລັບຝົນ​ທີ່ໄດ້​ຕົກລົງ​ມາ?

ການ​ມີ​ຄວາມ​ກະຕັນຍູ​ໃນ​ເວລາ​ທີ່​ມີ​ຄວາມ​ໂສກ​ເສົ້າ ບໍ່ ໄດ້​ໝາຍ​ຄວາມ​ວ່າ ​ເຮົາ​ພໍ​ໃຈ​ກັບ​ສະພາບ​ການ​ຂອງ​ເຮົາ. ມັນ ໝາຍ ຄວາມ​ວ່າ ຜ່ານ​ຕາ​ແຫ່ງ​ສັດທາ​ຂອງ​ເຮົາ, ​ເຮົາ​ໄດ້​ມອງຂ້າມ​ການ​ທ້າ​ທາຍ​ທີ່​ເຮົາ​ມີ​ຢູ່​ໃນ​ປະ​ຈຸ​ບັນ.

ນີ້​ບໍ່​ແມ່ນ​ຄວາມ​ກະຕັນຍູ​ດ້ວຍ​ປາກ​ເທົ່າ​ນັ້ນ ​ແຕ່​​ມາ​ຈາກ​ຈິດ​ວິນ​ຍານ. ມັນ​ເປັນຄວາມ​ກະຕັນຍູ​ທີ່​ປິ່ນປົວ​ຫົວ​ໃຈ ​ແລະ ຂະຫຍາຍ​ຄວາມ​ຄິດ.

ຄວາມ​ກະຕັນຍູ​ເປັນ​ການ​ກະທຳ​ດ້ວຍ​ສັດທາ

ການ​ມີ​ຄວາມ​ກະຕັນຍູ ​ໃນ ສະພາບ​ການ​ຂອງ​ເຮົາ ​ເປັນ​ການ​ກະທຳ​ດ້ວຍ​ສັດທາ​ໃນ​ພຣະ​ເຈົ້າ. ມັນ​ຮຽກຮ້ອງ​​ໃຫ້​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ​ແລະ ຫວັງ​ໃນ​ສິ່ງ​ທີ່​ບໍ່​ເຄີຍ​ເຫັນ, ຊຶ່ງ​ເປັນຄວາມ​ຈິງ.8 ໂດຍ​ການ​ມີ​ຄວາມ​ກະຕັນຍູ, ​ເຮົາ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຊົງ​ຮັກ​ຂອງ​ເຮົາ, ຜູ້​ໄດ້​ກ່າວ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ, ​ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາ.”9

ຄວາມ​ກະຕັນຍູ​ທີ່​ແທ້​ຈິງ ​ເປັນ​ການສະ​ແດງ​ອອກ​ເຖິງ​ຄວາມ​ຫວັງ ​ແລະ ປະຈັກ​ພະຍານ. ມັນ​ມາ​ຈາກການ​ຍອມຮັບວ່າ ​ເຮົາ​ຈະ​ບໍ່​ເຂົ້າ​ໃຈ​ສະ​ເໝີ​ກັບ​ການ​ທົດ​ລອງ​​ໃນ​ຊີວິດ ​ແຕ່​ໄວ້​ວາງ​ໃຈ​ວ່າ ​ເຮົາ​ຈະ​ເຂົ້າ​ໃຈ​ໃນ​ມື້ໜຶ່ງ.

ໃນ​ທຸກ​ສະພາບ​ການ, ຄວາມ​ຮູ້ສຶກ​ກະຕັນ​ຍູ​ຂອງ​ເຮົາ​ຖືກ​ບຳລຸງ​ລ້ຽງ​​ໂດຍ​ຄວາມ​ຈິງ​ທີ່​ສັກສິດ​ຢ່າງ​ຫລວງຫລາຍ​ທີ່​ເຮົາ ຮູ້: ວ່າ​ພຣະບິດາ​ຂອງ​ເຮົາ​ໄດ້​ປະທານ​ແຜນ​ແຫ່ງ​ຄວາມສຸກ​ອັນ​ຍິ່ງ​ໃຫຍ່​ໃຫ້​ແກ່​ລູກໆ​ຂອງ​ພຣະອົງ; ວ່າ​ຜ່ານ​ກາ​ນຊົດ​ໃຊ້​ຂອງ​ພຣະບຸດ​ຂອງ​ພຣະອົງ ພຣະ​ເຢຊູ​ຄຣິດ ​ເຮົາ​ຈະ​ສາມາດ​​ໄດ້​ຢູ່​ກັບ​ຄົນ​ທີ່​ເຮົາ​ຮັກ​ຕະຫລອດ​ການ; ວ່າ​ໃນ​ທີ່​ສຸດ, ​ເຮົາ​ຈະ​ມີ​ຮ່າງກາຍ​ທີ່​ຮຸ່ງ​ໂລດ, ດີ​ພ້ອມ, ​ແລະ ອະມະຕະ, ປາດ​ສະ​ຈາກ​ຄວາມ​ເຈັບ​ປວດ ​ແລະ ​ພະຍາດ​ໂລຄາ; ​ແລະ ວ່າ​ນ້ຳຕາ​ຂອງ​ຄວາມ​ໂສກ​ເສົ້າ ​ແລະ ການ​ສູນ​ເສຍ ຈະ​ປ່ຽນ​ເປັນຄວາມ​ສຸກ ​ແລະ ຄວາມ​ຊື່ນ​ຊົມ, “ຊຶ່ງຕວງ​ດ້ວຍ​ເຄື່ອງ​ຜອງ​ຍັດສັ່ນ​ລົງ​ແໜ້ນ​ເຕັມ​ລົ້ນ.”10

ຄົງ​ເປັນ​ປະຈັກ​ພະຍານ​ເຊັ່ນ​ນີ້ ທີ່​ໄດ້​ປ່ຽນ​ສະພາບ​ຂອງ​ອັກຄະ​ສາວົກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຈາກ​ຄວາມ​ຢ້ານ​ກົວ, ປ່ຽນ​ຊາຍ​ທີ່​ສົງ​ໄສ​ເປັນ​ຊາຍ​ທີ່​ກ້າຫານ, ກາຍ​ເປັນ​ຜູ້​ສົ່ງ​ຂ່າວ​ຂອງ​ພຣະອາຈາ​ນ. ຫລັງ​ຈາກ​ພຣະອົງ​ໄດ້​ຖືກ​ຄຶງ, ​ເຂົາ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ທໍ້ຖອຍ​ໃຈ ​ແລະ ​ໂສກ​ເສົ້າ, ບໍ່​ເຂົ້າ​ໃຈ​ສິ່ງ​ທີ່​ຫາ​ກໍ​ໄດ້ເກີດ​ຂຶ້ນ. ​ແຕ່​ເຫດການ​ໜຶ່ງ​ໄດ້​ເກີດ​ຂຶ້ນ ​ແລ້ວ​ໄດ້​ປ່ຽນ​ທຸກ​ສິ່ງ. ພຣະຜູ້​ເປັນ​ເຈົ້າ​ໄດ້​ມາ​ປະກົດ​ແກ່​ເຂົາ​ເຈົ້າ ​ແລະ ​ໄດ້​ປະກາດ​ວ່າ, “ຈົ່ງ​ເບິ່ງ​ມື ​ແລະ ຕີນ​ຂອງ​ເຮົາດູ ນີ້​ແມ່ນ​ເຮົາ​ເອງ​ແທ້ໆ.”11

ເມື່ອ​ອັກຄະ​ສາວົກ​​ໄດ້​ຮັບ​ຮູ້​ເຖິງ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະຄຣິດ​ແລ້ວ—​ເມື່ອ​ເຂົາ​ເຈົ້າ​​ໄດ້​ມີ​ປະສົບ​ການ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີວິດຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຂົ​າ​ເຈົ້າ​ແລ້ວ—​ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ຄົນ​ໃໝ່. ບໍ່​ມີ​ສິ່ງ​ໃດ​ສາ​ມາດກີດ​ກັນ​ເຂົາ​ເຈົ້າຈາກ​ການ​ເຮັດ​ພາລະກິດ​ຂອງ​ເຂົາ​ເຈົ້າ. ​ເຂົາ​ເຈົ້າ​ໄດ້​ຮັບ​ເອົາ​ພາລະກິດ​ດ້ວຍ​ຄວາມ​ກ້າຫານ ​ແລະ ບໍ່​ຢ້ານກົວຕໍ່​ການທໍລະມານ, ຄວາມ​ອັບອາຍ, ​ແລະ ​ແມ່ນ​ແຕ່​ຕ້ອງ​ສູນ​​ເສຍ​ຊີວິດ ຊຶ່ງ​ຈະ​ມາສູ່​ເຂົາ​ເຈົ້າ ​ເພາະ​ປະຈັກ​ພະຍານ​ຂອງ​ເຂົາ​ເຈົ້າ.12 ​ເຂົາ​ເຈົ້າບໍ່​ໄດ້​ຢັບຢັ້ງຈາກ​ການ​ສັນລະ​ເສີນ ​ແລະ ການ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າຂອງ​ເຂົາ​ເຈົ້າ. ​ເຂົາ​ເຈົ້າ​ໄດ້​ປ່ຽນ​ຊີວິດ​ຂອງ​ຜູ້ຄົນ​ໃນ​ທຸກ​​ແຫ່ງ​ຫົນ. ​ເຂົາ​ເຈົ້າ​ໄດ້​ປ່ຽນ​ຜູ້​ຄົນ​ໃນ​ໂລກ.

ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ເຫັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ດັ່ງ​ທີ່​ອັກຄະ​ສາວົກ​ເຫລົ່ານັ້ນ​ໄດ້​ເຫັນ ກ່ອນ​ຈະ​ຮູ້ສຶກ​ເຖິງ​ການ​ປ່ຽນ​ແປງ​ເຊັ່ນ​ນັ້ນ. ປະຈັກ​ພະຍານ​ຂອງ​ທ່ານ​ເຖິງ​ພຣະຄຣິດ, ຊຶ່ງ​ມາ​ຈາກ​ພຣະວິນ​ຍານ​ບໍລິສຸດ, ສາມາດ​ຊ່ອຍ​ເຫລືອ​ທ່ານ​ໃຫ້​ມອງ​ຂ້າມ​ອາ​ດີດ​ທີ່​ສິ້ນ​ສຸດ​ລົງ​ດ້ວຍ​ຄວາມ​ຜິດ​ຫວັງ​ໃນ​ໂລກ​ນີ້ ​ແລະ ​ໃຫ້​ຫລຽວ​ເບິ່ງ​ອະນາ​ຄົດທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ ຊຶ່ງ​ພຣະຜູ້​ໄຖ່​ຂອງ​ໂລກ​ໄດ້​ຕຽມ​ໄວ້​ໃຫ້.

​ເຮົາ​ບໍ່​ໄດ້​ຖືກ​ສ້າງ​ຂຶ້ນມາເພື່ອ​ການ​ສິ້ນ​ສຸດ

​ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ເຮົາ​ຮູ້ຈັກ​ກ່ຽວ​ກັບ​ວິຖີ​ຊີວິດນິລັນດອນ​ຂອງ​ເຮົາ, ​ເຮົາ​ແປກ​ໃຈ​ບໍ ​ໃນ​ຕອນ​ທີ່​ເຮົາ​ປະສົບ​ກັບ​ການ​ສິ້ນ​ສຸດ​ທີ່​ຂົມ​ຂື່ນ​ໃນ​ຊີວິດ, ​ເບິ່ງ​ຄື​ວ່າ​ມັນ​ເປັນ​ສິ່ງ​ທີ່​ເຮົາ​ຮັບ​ຮູ້​ບໍ່​ໄດ້? ​ເບິ່ງ​ຄື​ວ່າ ມີ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຢູ່​ໃນ​ຕົວ​ເຮົາ​ທີ່​ຕໍ່ຕ້ານ​ກັບ​ການ​ສິ້ນ​ສຸດ​ນັ້ນ.

ດ້ວຍ​ເຫດ​ໃດ​ຈຶ່ງ​ເປັນ​ເຊັ່ນ​ນັ້ນ? ​ເພາະວ່າ​ເຮົາ​ຖືກ​ສ້າງ​ຂຶ້ນມາ​ດ້ວຍ​ສິ່ງ​ທີ່​ເປັນ​ນິລັນດອນ. ​ເຮົາ​ເປັນ​ຢູ່​ຊົ່ວ​ນິລັນດອນ, ​ເປັນ​ລູກໆ​ຂອງ​ພຣະ​ເຈົ້າຜູ້​ຊົງ​ລິດ​ອຳນາດ​ສູງ​ສຸດ, ຜູ້​ຊຶ່ງ​ມີ​ພຣະນາມ​ວ່າ ບໍ່​ມີ​ທີ່​ສຸດ13 ແລະ ຜູ້​​ໄດ້​ສັນຍາພອນ​ນິລັນດອນ​ຈົນ​ນັບ​ບໍ່​ຖ້ວນ. ການ​ສິ້ນສຸດ​ບໍ່​​ແມ່ນ​ວິຖີ​ຊີວິດ​ຂອງ​ເຮົາ.

ເມື່ອ​ເຮົາ​ຮຽນ​ຮູ້​​ເລື່ອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດຫລາຍ​ຂຶ້ນ​ເທົ່າ​ໃດ, ​ເຮົາ​​ແຮ່ງ​ຈະ​ຮູ້ຈັກ​ວ່າການ​ສິ້ນ​ສຸດ​ຢູ່​ໃນ​ໂລກ​ນີ້​ບໍ່​ໄດ້​​ເປັນຈຸດ​ຈົບ​ຂອງ​ທຸກ​ສິ່ງ​ທັງ​ປວງ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ມັນ​ເປັນ​ພຽງ​ການ​ຢຸດ​ຂັ້ນພຽງ​ຊົ່ວຄາວ​ເທົ່າ​ນັ້ນ—​ເປັນ​ການຢຸດ​ບຶດໜຶ່ງ ຊຶ່ງ​ໃນ​ມື້ໜຶ່ງ​ຈະ​ເຫັນ​ວ່າ​ມັນ​ເປັນ​ພຽງ​​ໄລຍະ​ສັ້ນໆ​ເມື່ອ​ປຽບທຽບ​ໃສ່​ກັບ​ຄວາມສຸກ​ນິລັນດອນ​ທີ່​ລໍຖ້າ​ຄົນ​ທີ່​ຊື່ສັດ​ຢູ່.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ​ທີ່​ພຣະບິດາ​ເທິງ​ສະຫວັນ​ຂອງ​ຂ້າພະ​ເຈົ້າ ທີ່​ຢູ່​ໃນແຜນ​ຂອງ​ພຣະອົງ ບໍ່​ມີ​ການ​ສິ້ນ​ສຸດ​ແທ້ໆ, ​ມີ​ແຕ່​ການ​ເລີ່​ມຕົ້ນອັນ​ເປັນນິດ.

ຄົນ​ທີ່​ມີ​ຄວາມ​ກະຕັນຍູຈະ​ຖືກ​ເຮັດ​ໃຫ້ຮຸ່ງ​ເຮືອງ

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ບໍ່​ມີ​ເຫດຜົນ​ທີ່​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ກະຕັນຍູ​ບໍ, ບໍ່​ວ່າ​ສະພາບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ?

ເຮົາ​ຕ້ອງ​ມີ​ເຫດຜົນ​ທີ່​ດີ​ໄປ​ກວ່າ​ນີ້​ບໍ ກ່ອນ​ເຮົາ​ຈະ​ປ່ອຍ​ໃຫ້​ໃຈ​ຂອງ​ເຮົາ “ເຕັມ​ໄປ​ດ້ວຍ​ຄວາມ​ຂອບຄຸນ​ພຣະຜູ້​ເປັນ​ເຈົ້າ”?14

“ພວກ​ເຮົາ​ບໍ່​ມີ​ເຫດຜົນ​ອັນ​ຍິ່ງ​ໃຫຍ່​ທີ່​ຈະ​ປິ​ຕິ​ຍິນ​ດີ​ບໍ?”15

ເຮົາ​ຈະ​ໄດ້​ຮັບ​ພອນ​ຫລາຍ​ຂະໜາດ​ໃດ ຖ້າ​ຫາກ​ເຮົາ​ຮັບ​ຮູ້​ອິດ​ທິພົນ​ຂອງ​ພຣະ​ເຈົ້າ​ໃນ​ຊີວິດ​ທີ່​ດີ​ເລີດ​ຂອງ​ເຮົາ. ຄວາມ​ກະຕັນຍູ​ຕໍ່​ພຣະບິດາ​ຜູ້​ສະຖິດ​ໃນ​ສະຫວັນ​ຂອງ​ເຮົາ ຈະ​ຂະຫຍາຍ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ອອກ​ຢ່າງ​ກວ້າງຂວາງ. ມັນ​ຈະ​​ເຮັດ​ໃຫ້​ເຮົາ​ຖ່ອມ​ຕົນ​ລົງ ​​ແລະ ມີ​ຄວາມ​ອີ​ດູ​ຕົນ​ເພື່ອນ​ມະນຸດ​ດ້ວຍ​ກັນ ​ແລະ ການ​ສ້າງ​ທັງ​ໝົດ​ຂອງ​ພຣະ​ເຈົ້າ. ຄວາມ​ກະຕັນຍູ​ເປັນ​ພາກສ່ວນ​ທີ່​ສຳຄັນ​ໃນ​ຄຸນສົມບັດ​ຂອງ​ການ​ເປັນ​ເໝືອນ​ດັ່ງ​ພຣະຄຣິດ! ຫົວ​ໃຈ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຂອບຄຸນຈະ​ຄຽງ​ຄູ່​ໄປ​ກັບ​ຄຸນ​ນະ​ທຳທັງ​ໝົດ.16

ພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ຄຳ​ສັນຍາ​ໃຫ້​ແກ່​ເຮົາ ວ່າ “ຜູ້​ທີ່ [ຮັບ​ເອົາ] ທຸກ​ສິ່ງ​ທັງ​ປວງດ້ວຍ​ຄວາມ​ຂອບ​ຄຸນ ຈະ​ຖືກ​ເຮັດ​ໃຫ້ ຮຸ່ງ​ເຮືອງ; ແລະ ສິ່ງ​ຂອງ​ຂອງ​​ແຜ່ນດິນໂລກ​ນີ້​ຈະ​ຖືກ​ຕື່ມ​​ໃຫ້ [ເຂົາ], ​ແມ່ນ​ແຕ່​ເຖິງ​ຮ້ອຍ​ເທົ່າ, ​ແທ້​ຈິງ​ແລ້ວ, ຫລາຍ​ກວ່າ​ນັ້ນ.”17

ຂໍ​ໃຫ້​ເຮົາ​ຈົ່ງ “ໃຊ້​ຊີວິດ​ຢູ່​ໃນ​ການ​ຂອບຄຸນ​ທຸກໆ​ມື້​”18—ໂດຍ​ສະ​ເພາະ​ໃນ​​ໄລຍະ​ທີ່​ມີ​ການ​ສິ້ນ​ສຸດ​ແບບ​ອະທິບາຍ​ບໍ່​ໄດ້ ຊຶ່ງ​ເປັນ​​ພາກສ່ວນ​ໜຶ່ງ​ຂອງ​ການ​ເປັນ​ມະຕະ. ຂໍ​ໃຫ້​ເຮົາ​ຈົ່ງ​ອະນຸຍາດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ ຂະຫຍາຍ​ອອກ​ກວ້າງ​ໃນ​ຄວາມ​ຂອບຄຸນຕໍ່​ຄວາມ​ເມດ​ຕາ​ຂອງ​ພຣະບິດາ​ເທິງ​ສະຫວັນ. ຂໍ​ໃຫ້​ເຮົາ​ຈົ່ງ​ເປັ່ງສຽງ ​ແລະ ສະ​ແດງ​ອອກ​ມາ​ດ້ວຍ​ຖ້ອຍ​ຄຳ ​ແລະ ການ​ກະທຳສະ​ເໝີ ​ເຖິງ​ຄວາມ​ກະຕັນຍູ​ຂອງ​ເຮົາ​ຕໍ່​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ​ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ. ຂ້າພະ​ເຈົ້າຂໍ​ອະທິຖານ​ສຳລັບ​ສິ່ງ​ນີ້ ​ແລະ ຂໍ​ມອບ​ປະຈັກ​ພະຍານ​ ​ແລະ ພອນຂອງ​ຂ້າພະເຈົ້າ​ໄວ້​ກັບ​ທ່ານ, ​ໃນ​ພຣະນາມ​ຂອງ​ພຣະອາຈານ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ, ອາ​ແມນ.