​2010–2019
“​ເຮົາ​ໄດ້​ວາງ​ແບບຢ່າງ​ໄວ້”
ເມສາ 2014


“​ເຮົາ​ໄດ້​ວາງ​ແບບຢ່າງ​ໄວ້”

ຕົວຢ່າງ​ທີ່​ດີ​ທີ່​ສຸດ​ຜູ້​ເຄີຍ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ແມ່ນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ພຣະ​ເຢຊູ​ຄຣິດ. … ພຣະອົງ​ເຊື້ອ​ເຊີນ​ເຮົາ​ໃຫ້​ເຮັດ​ຕາມ​ຕົວຢ່າງ​ທີ່​ດີ​ພ້ອມ​ຂອງ​ພຣະອົງ.

ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ໄຕ່ຕອງ​ກ່ຽວ​ກັບ​ໜ້າ​ທີ່ຂອງ​ຂ້າພະ​ເຈົ້າ​ເລື່ອງ​ການແບ່ງປັນ​ພຣະກິດ​ຕິ​ຄຸນ, ຂ້າພະ​ເຈົ້າ​ໄດ້​ຄິດ​ເຖິງ​ອິດ​ທິພົນຂອງ​ຄົນ​ທີ່​ຮັກ​ຂ້າພະ​ເຈົ້າ ຜູ້​ໄດ້​ຊ່ອຍ​​ເຫລືອ​ຂ້າພະ​ເຈົ້າ​ໃຫ້​ພົບ​ເສັ້ນທາງ​ທີ່​ຊ່ອຍ​ໃຫ້​ຂ້າພະ​ເຈົ້າ​ເຕີບ​ໂຕ​ທາງ​ວິນ​ຍານ. ​ໃນ​ເວລາ​ທີ່​ສຳຄັນ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ, ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ໄດ້​ອວຍພອນ​ຂ້າພະ​ເຈົ້າດ້ວຍ​ຄົນ​ທີ່​ເປັນ​ຫ່ວງ​ເປັນ​ໄຍຕໍ່​ຂ້າພະ​ເຈົ້າຫລາຍ​ພຽງພໍ​ທີ່​ຈະຊ່ອຍຊີ້​ທາງ​ໃຫ້ແກ່​ການ​ເລືອກ​ຂອງ​ຂ້າພະ​ເຈົ້າ. ​ເຂົາ​ເຈົ້າ​ໄດ້​​ເຮັດ​ຕາມພຣະຄຳ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ທີ່​ວ່າ: “​ເຮົາ​ໄດ້​ວາງ​ແບບຢ່າງ​ໄວ້​ໃຫ້​ພວກ​ເຈົ້າ​ແລ້ວ, ​ເພື່ອ​ໃຫ້​ພວກ​ເຈົ້າ​ເຮັດ​ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ແກ່​ພວກ​ເຈົ້ານັ້ນ.”1

ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ, ພໍ່​ຂອງ​ຂ້າພະ​ເຈົ້າບໍ່​ໄດ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ແລະ ​ແມ່​ຂອງ​ຂ້າພະ​ເຈົ້າກໍ​ກາຍ​ເປັນ​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ. ພວກ​ເຮົາ​ໄດ້​ອາ​ໄສ​ຢູ່​ລັດວໍ​ຊິງ​ຕັນ ດີ​ຊີ, ​ແລະ ພໍ່​ຕູ້​ແມ່ຕູ້​ຂອງ​ຂ້າພະ​ເຈົ້າ​ໄດ້​ອາ​ໄສ​ຢູ່​ໄກ​ເຖິງ 2,500 ​ໄມ (4,000 ກິ​ໂລ​ແມັດ) ຢູ່​ລັດວໍ​ຊິງ​ຕັນ. ຫລາຍເດືອນ​ຫລັງ​ຈາກ​ຂ້າພະ​ເຈົ້າ​ມີ​ອາຍຸ​ໄດ້​ແປ​ດປີ, ​ແມ່ຕູ້ວິດ​ເທິ​ນ​ໄດ້​ເດີນທາງ​ຂ້າມ​ປະ​ເທດ​ມາ​ຢ້ຽມຢາມ​ພວກ​ເຮົາ. ​ແມ່ຕູ້​ເປັນ​ຫ່ວງ​ທີ່​ອ້າຍຂອງ​ຂ້າພະ​ເຈົ້າກັບ​ຂ້າພະ​ເຈົ້າຍັງ​ບໍ່​ໄດ້​ຮັບ​ບັບຕິ​ສະມາ​ເທື່ອ. ຂ້າພະ​ເຈົ້າບໍ່​ຮູ້​ວ່າ ​ເພິ່ນ​ໄດ້​ເວົ້າຫຍັງ​ກັບ​ພໍ່​ແມ່​ຂອງ​ຂ້າພະ​ເຈົ້າກ່ຽວ​ກັບ​ເລື່ອງ​ນີ້, ​ແຕ່​ຂ້າພະ​ເຈົ້າຮູ້​ວ່າ ​ເຊົ້າມື້ໜຶ່ງ​ເພິ່ນ​ໄດ້​ພາ​ອ້າຍ​ກັບ​ຂ້າພະ​ເຈົ້າ​ໄປ​​ຫລິ້ນ​ຢູ່​ສະໜາມ​ຫລິ້ນ​ຂອງ​​ເດັກນ້ອຍ​ ​ແລະ ບອກ​ພວກ​ເຮົາ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເພິ່ນ​ກ່ຽວ​ກັບ​ການ​ບັບຕິ​ສະມາ ​ແລະ ການ​ໄປ​ໂບດ​ເປັນ​ປະ​ຈຳ. ຂ້າພະ​ເຈົ້າຈື່​ບໍ່​ໄດ້​ວ່າ​ເພິ່ນ​ເວົ້າຫຍັງ​ອີກ​ແດ່, ​ແຕ່​ຖ້ອຍ​ຄຳ​ຂອງ​ເພິ່ນ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າຄິດ ​ແລະ ບໍ່​ດົນ​ອ້າຍ​ກັບ​ຂ້າພະ​ເຈົ້າກໍ​ໄດ້​ຮັບ​ບັບຕິ​ສະມາ.

​ແມ່ຕູ້​ໄດ້​ສົ່ງ​ເສີມ​ພວກ​ເຮົາ​ຕໍ່​ໄປ​. ຂ້າພະ​ເຈົ້າຈື່​ໄດ້​ວ່າ ທຸກ​ເທື່ອ​ທີ່​ອ້າຍ​ກັບ​ຂ້າພະ​ເຈົ້າຖືກ​ຂໍ​ໃຫ້​ກ່າວ​ປາ​ໄສ​ຢູ່​ໂບດ, ພວກ​ເຮົາ​ໄດ້​ໂທ​ຫາ​ແມ່ຕູ້​ຂໍ​ຄຳ​ແນະນຳ​ຈາກ​ເພິ່ນ. ສອງ​ສາມ​ມື້​ຈາກ​ນັ້ນ ບົດ​ປາ​ໄສ​ກໍ​ໄດ້​ມາ​ເຖິງ​ທາງ​ໄປສະນີ. ຫລັງ​ຈາກ​ນັ້ນ ​ເພິ່ນ​ບໍ່​ໄດ້​ຂຽນ​ບົດ​​ໃຫ້ອີກ, ​ແຕ່​​ເພິ່ນ​ໄດ້​ສົ່ງ​ໂຄງ​ຮ່າງ​ມາ​ໃຫ້ ​ແລະ ພວກ​ເຮົາ​ຕ້ອງ​ໄດ້​ຂຽນ​ບົດ​ປາ​ໄສ​ເອງ.

​ແມ່ຕູ້​ມີ​ຄວາມ​ກ້າຫານ​ ​ແລະ ຄວາມ​ເຄົາລົບພໍ​ທີ່​ຈະ​ຊ່ອຍ​ພໍ່​ຂອງ​ພວກ​ເຮົາ​ໃຫ້​ຮັບ​ຮູ້​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຂັບ​ລົດ​ພາ​ພວກ​ເຮົາ​ໄປ​ສົ່ງ​ທີ່​ໂບດ. ​ໃນ​ວິທີ​ທີ່​ເໝາະ​ສົມ, ​ເພິ່ນ​ໄດ້​ຊ່ອຍ​ພວກ​ເຮົາ​ໃຫ້​ຮູ້ສຶກ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ມີ​ພຣະກິດ​ຕິ​ຄຸນ​ໃນ​ຊີວິດ​ຂອງ​ເຮົາ.

ສິ່ງ​ສຳຄັນ​ທີ່​ສຸດ, ​ເຮົາ​ຮູ້​ວ່າ​ແມ່ຕູ້​ຮັກ​ພວກ​ເຮົາ ​ແລະ​ວ່າ​ເພິ່ນ​ຮັກ​ພຣະກິດ​ຕິ​ຄຸນ. ​ເພິ່ນ​ໄດ້​ເປັນ​ຕົວຢ່າງ​ທີ່​ດີ​ເລີດ! ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ​ສຳລັບ​ປະຈັກ​ພະຍານ​ທີ່​ເພິ່ນ​ໄດ້​ແບ່ງປັນ​ກັບ​ຂ້າພະ​ເຈົ້າ ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ. ອິດ​ທິພົນ​ຂອງ​ເພິ່ນ​ໄດ້​ປ່ຽນ​ຊີວິດ​ຂອງ​ຂ້າພະ​ເຈົ້າ​ໄປ​​ໃນ​ທາງ​ດີ​ຊົ່ວ​ນິລັນດອນ.

ຕໍ່​ມາ, ​ໃກ້​ຕອນ​ຂ້າພະ​ເຈົ້າຈະ​ຮຽນ​ຈົບ​ຈາກ​ມະຫາ​ວິທະຍາ​ໄລ, ຂ້າພະ​ເຈົ້າ​ໄດ້​ຮັກ​ກັບ​ສາວ​ງາມ​ຄົນ​ໜຶ່ງ​ຊື່ ຈີ​ນີນ ວັດ​ຄິນສ໌. ຂ້າພະ​ເຈົ້າຄິດ​ວ່າ ນາງ​ກໍ​ມີ​ຄວາມ​ຮູ້ສຶກ​ຕໍ່​ຂ້າພະ​ເຈົ້າຄື​ກັນ. ຄືນ​ໜຶ່ງ​ພວກ​ເຮົາ​ໄດ້​ເວົ້າລົມ​ກັນ​ກ່ຽວ​ກັບ​ອະນາຄົດ, ​ນາງ​ໄດ້​ເວົ້າຖ້ອຍ​ຄຳ​ທີ່​ໄດ້​ປ່ຽນ​ຊີວິດ​ຂອງ​ຂ້າພະ​ເຈົ້າຕະຫລອດ​ການ. ນາງ​ໄດ້​ເວົ້າວ່າ, “ຕອນ​ນ້ອງ​ແຕ່ງງານ, ນ້ອງ​ຈະ​ແຕ່ງງານ​ກັບ​ຊາຍ​ທີ່​ຊື່ສັດ, ​ເຄີຍ​ໄປ​ສອນ​ສາດສະໜາ, ​ແລະ ​ແຕ່ງງານ​ໃນ​ພຣະວິຫານ.”

ຂ້າພະ​ເຈົ້າບໍ່​ເຄີຍ​ຄິດ​ກ່ຽວ​ກັບ​ການ​ໄປ​ເຜີຍ​ແຜ່​​ໃນ​ກ່ອນ​ໜ້ານັ້ນ. ຄືນ​ນັ້ນຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ການ​ຮັບ​ໃຊ້​ເຜີຍ​ແຜ່​ຫລາຍ​ທີ່​ສຸດ. ຂ້າພະ​ເຈົ້າ​ໄດ້​ກັບ​ເມືອ​ບ້ານ ​ແລະ ບໍ່​ໄດ້​ຄິດ​​ເລື່ອງ​ອື່ນ​ເລີຍ. ຂ້າພະ​ເຈົ້ານອນບໍ່​ຫລັບ​ທັງ​ຄືນ. ຂ້າພະ​ເຈົ້າຮຽນ​ບໍ່​ໄດ້​ໃນ​ມື້​ຕໍ່​ມາ. ຫລັງ​ຈາກ​ໄດ້​ອະທິຖານ​ຫລາຍ​ເທື່ອ ຂ້າພະ​ເຈົ້າ​ໄດ້​ຕັດສິນ​ໃຈ​ໄປ​ພົບ​ກັບ​ອະທິການ ​ແລະ ​ໄດ້​ສົ່ງ​ໃບ​ສະໝັກຂໍ​ໄປ​ສອນ​ສາດສະໜາ.

ຈີ​ນີນບໍ່​ເຄີຍ​ຂໍ​ໃຫ້​ຂ້າພະ​ເຈົ້າ​ໄປ​ຮັບ​ໃຊ້​ເຜີຍ​ແຜ່​ ​ໃຫ້​ນາງ. ນາງ​ຮັກ​ຂ້າພະ​ເຈົ້າພຽງພໍ​ທີ່​ຈະ​ບອກ​ໃຫ້​ຂ້າພະ​ເຈົ້າຮູ້​ເຖິງ​ຄວາມ​ໝັ້ນ​ໃຈ​ຂອງ​ນາງ ​ແລ້ວ​ໄດ້​ໃຫ້​ໂອກາດ​ຂ້າພະ​ເຈົ້າຕັດສິນ​ໃຈວ່າ​ຈະ​ເຮັດ​ແນວ​ໃດ​ກັບ​ຊີວິດ. ພວກ​ເຮົາ​ທັງ​ສອງ​ໄດ້​ໄປ​ສອນ​ສາດສະໜາ ​ແລະ ຕໍ່​ມາ​ໄດ້​ຜະ​ນຶກ​ເຂົ້າກັນ​ຢູ່​ໃນ​ພຣະວິຫານ. ຄວາມ​ກ້າຫານ​​ ແລະ ຄຳ​ໝັ້ນສັນຍາ​ຂອງຈີ​ນີນຕໍ່​ສັດທາຂອງ​ນາງ​ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ຊີວິດ​ທັງ​ໝົດ​ຂອງ​ເຮົາ. ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ​ພວກເຮົາ​ຄົງ​ບໍ່​ພົບ​ຄວາມສຸກ​ທີ່​ພວກເຮົາ​ມີ​ຢູ່​ຕອນ​ນີ້ ປາດ​ສະ​ຈາກສັດທາ​ທີ່​ເຂັ້ມ​ແຂງ​ຂອງ​ນາງ​ໃນ​ຫລັກ​ທຳ​ແຫ່ງ​ການ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າກ່ອນ. ນາງ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ, ​ແລະ ຊອບ​ທຳ​ແທ້ໆ!

ທັງ​ແມ່ຕູ້ວິດ​ເທິ​ນ ​ແລະ ຈີ​ນີນ ຮັກ​ຂ້າພະ​ເຈົ້າຫລາຍ​ພໍ​ທີ່​ຈະ​ແບ່ງປັນ​ຄວາມ​ໝັ້ນ​ໃຈ​ຂອງ​ເຂົາ​ເຈົ້າ ວ່າ​ພິທີການ​ຂອງ​ພຣະກິດ​ຕິ​ຄຸນ ​ແລະ ຮັບ​ໃຊ້​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ​ຈະ​ເປັນ​ພອນ​ແກ່​ຊີວິດ​ຂອງ​ຂ້າພະ​ເຈົ້າ. ​ເຂົາ​ເຈົ້າບໍ່​ໄດ້ບັງຄັບ​ຂ້າພະ​ເຈົ້າ ຫລື ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ເສຍ​ໃຈກ່ຽວ​ກັບ​ຕົນ​ເອງ. ​ເຂົາ​ເຈົ້າພຽງ​ແຕ່​ຮັກຂ້າພະ​ເຈົ້າ ​ແລະ ຮັກ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ. ທັງ​ສອງ​ຮູ້​ວ່າ ພຣະອົງສາ​ມາດ​ຊ່ອຍ​ຂ້າພະ​ເຈົ້າ​ໄດ້​ຫລາຍ​ກວ່າ​ທີ່​ຂ້າພະ​ເຈົ້າສາມາດ​ຊ່ອຍ​​ເຫລືອຕົນ​ເອງ. ​ແຕ່ລະ​ຄົນ​ໄດ້​ກ້າຊ່ອຍ​ເຫລືອ​ຂ້າພະ​ເຈົ້າ​ດ້ວຍ​ຄວາມ​ຮັກ ​ເພື່ອ​ໃຫ້​ພົບ​ເຫັນ​ເສັ້ນທາງ​ທີ່​ມີ​ຄວາມສຸກ​ຫລາຍ​ທີ່​ສຸດ.

​ເຮົາ​ແຕ່ລະຄົນ​ຈະ​ສາມາດ​ກາຍ​ເປັນ​ອິດ​ທິພົນ​ທີ່​ສຳຄັນເຊັ່ນນັ້ນໄດ້​ແນວ​ໃດ? ​ເຮົາ​ຕ້ອງ​ແນ່​ໃຈ​ທີ່​ຈະ​ຮັກ​ຄົນ​ທີ່​ເຮົາ​ຢາກ​ຊ່ອຍ​ເຫລືອ​ໃນຄວາມ​ຊອບ​ທຳ ​ເພື່ອ​ວ່າ​ເຂົາຈະ​ສາມາດ​ເລີ່​ມຕົ້ນພັດທະນາ​ຄວາມ​ໝັ້ນ​ໃຈ​ໃນ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ​ສຳລັບຫລາຍ​ຄົນ​ຢູ່​ໃນ​ໂລກ, ສິ່ງ​ທ້າ​ທາຍ​ທຳ​ອິດ​ໃນ​ການ​ຮັບ​ເອົາ​ພຣະກິດ​ຕິ​ຄຸນ​ແມ່ນ​ການ​ພັດທະນາ​ສັດທາ​ໃນ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ, ຜູ້​ທີ່ຮັກ​ເຂົາ​ຢ່າງ​ສົມບູນ​ແບບ. ມັນ​ງ່າຍ​ທີ່​ຈະ​ພັດທະນາ​ສັດທາ​ນັ້ນ ​ເມື່ອ​ເຂົາ​ມີ​ໝູ່​ເພື່ອນ ຫລື ຄົນ​ໃນ​ຄອບຄົວ​ຜູ້​ຮັກ​ເຂົາ​​ໃນ​ວິທີ​ທາງທີ່​ຄ້າຍຄື​ກັນນັ້ນ.

​ໃນ​ການ​​ເຮັດ​ໃຫ້​ເຂົາ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ຄວາມ​ຮັກ​ຂອງ​ທ່ານ ຈະ​ສາມາດ​ຊ່ອຍ​ເຫລືອ​ເຂົາ​ໃຫ້​ພັດທະນາ​ສັດທາ​ໃນ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໄດ້. ​ແລ້ວ​ຜ່ານ​ຄວາມ​ຮັກ​, ການ​ສື່ສານ​ທີ່​ຮູ້ຈັກ​ຄິດຂອງ​ທ່ານ, ຊີວິດ​ຂອງ​ເຂົາ​ຈະ​ໄດ້​ຮັບ​ພອນ ​ເມື່ອ​ທ່ານ​ແບ່ງປັນ​ບົດຮຽນ​ທີ່​ທ່ານ​ໄດ້​ຮຽນ​ມາ, ​ປະສົບ​ການ​ທີ່​ທ່ານ​ເຄີຍ​ມີ, ​ແລະ ຫລັກ​ທຳ​ທີ່​ທ່ານ​ໄດ້​ຕິດຕາມ ​ເພື່ອ​​ຊອກ​ຫາ​ຄຳ​ຕອບ​ໃຫ້​ແກ່​ບັນຫາຂອງ​ທ່ານ. ຈົ່ງ​ສະ​ແດງ​ຄວາມ​ສົນ​ໃຈທີ່​ແທ້​ຈິງ​ຂອງ​ທ່ານ​ກັບ​ຄວາມ​ເປັນ​ຢູ່​ຂອງ​ເຂົາ; ​ແລ້ວ​ໃຫ້​ແບ່ງປັນ​ປະຈັກ​ພະຍານ ເຖິງພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.

ທ່ານ​ສາມາດ​ຊ່ອຍ​ເຫລືອ​ໃນ​ວິທີ​ທາງ​ທີ່ມີ​ຫລັກ​ທຳ ​ແລະ ຄຳ​ສອນ​ເປັນ​ຫລັກ. ຈົ່ງ​ສົ່ງ​ເສີມ​ຄົນ​ທີ່​ທ່ານ​ຮັກ ​ເພື່ອ​ຈະ​ໄດ້​ສະ​ແຫວ​ງຫາ​ຄວາມ​ເຂົ້າ​ໃຈ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າປະສົງ​ໃຫ້​ເຂົາ​​ເຮັດ. ວິທີ​ໜຶ່ງ​ທີ່​ຈະ​ເຮັດ​ສິ່ງ​ນີ້ ​ແມ່ນ​ເພື່ອ​ຖາມ​ຄຳ​ຖາມ​ທີ່​ໃຫ້​ເຂົາຄິດ ​ແລະ ​ໃຫ້​ເວລາ​ເຂົາ​ໄຕ່ຕອງ—ບໍ່​ວ່າ​ຈະ​ເປັນ​ຫລາຍ​ຊົ່ວ​ໂມງ, ຫລາຍ​ມື້, ຫລາຍ​ເດືອນ, ຫລື ຫລາຍ​ກວ່າ​ນັ້ນ—​ເພື່ອ​ໄຕ່ຕອງ ​ແລະ ສະ​ແຫວ​ງຫາຄຳ​ຕອບ​ດ້ວຍ​ຕົນ​ເອງ. ທ່ານ​ອາດ​ຕ້ອງ​ໄດ້​ຊ່ອຍ​ເຫລືອ​ເຂົາ​ໃຫ້​ຮູ້​ຈັກ​ວິທີ​ອະທິຖານ ​ແລະ ຮູ້ຈັກ​ຄຳ​ຕອບ​ຕໍ່​ຄຳ​ອະທິຖານ​ຂອງ​ເຂົາ. ຈົ່ງ​ຊ່ອຍ​ເຫລືອ​ເຂົາ​ໃຫ້​ຮູ້​ວ່າ​ພຣະຄຳ​ພີ​ເປັນ​ແຫ​ລ່ງທີ່​ສຳຄັນ​ຕໍ່​ການ​ໄດ້​ຮັບ​ ​ແລະ ຮູ້ຈັກຄຳ​ຕອບ​ເຫລົ່ານັ້ນ. ​ໃນ​ວິທີນັ້ນ ທ່ານ​ຈະຊ່ອຍ​ເຫລືອ​ເຂົາ​ຕຽມ​ສຳລັບ​ໂອກາດ ​ແລະ ການ​ທ້າ​ທາຍ​ໃນ​ອະນາຄົດ.

ຈຸດປະສົງ​ຂອງ​ພຣະ​ເຈົ້າຄື ​ເພື່ອນຳ​ຄວາມ​ເປັນ​ອະມະຕະ ​ແລະ ຊີວິດ​ນິລັນດອນ​ມາສູ່​ມະນຸດ.2 ນັ້ນຄື​ພື້ນຖານ​ຕໍ່​ທຸກ​ສິ່ງ​ທີ່​ເຮົາ​ເຮັດ. ບາງ​ເທື່ອ​ເຮົາ​ຫຍຸ້ງ​ຢູ່​ກັບ​ສິ່ງ​ທີ່​ຊວນ​ໃຫ້​ຫລົງ​ໄຫລ ຫລື ຫຍຸ້ງ​ຢູ່​ກັບ​ໜ້າ​ທີ່​ຮັບຜິດ​ຊອບທຳ​ມະ​ດາ​ຂອງ​ເຮົາ ຈົນ​ວ່າ​ເຮົາ​ລືມ​ຈຸ​ດປະສົງ​ຂອງ​ພຣ​ະ​ເຈົ້າ. ​​​ເມື່ອ​ທ່ານ​​ເອົາ​ໃຈ​ໃສ່​ກັບ​ຊີວິດ​ຂອງ​ທ່ານ​ສະ​ເໝີ​ໄປເລື່ອງ​ຫລັກ​ທຳ​ຂັ້ນພື້ນຖານ, ​ແລ້ວ​ທ່ານ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ກັບ​ສິ່ງ​ທີ່​ທ່ານ​ຕ້ອງ​ເຮັດ, ​ແລະ ທ່ານ​ຈະ​ອອກ​ໝາກຜົນ​​​ຫລາຍ​ໃຫ້​ແກ່​ພຣະຜູ້​ເປັນ​ເຈົ້າ ​ແລະ ມີ​ຄວາມສຸກ​ຫລາຍ​ກວ່າ​ເກົ່າ.

​ເມື່ອ​ທ່ານ​​ໃຊ້​ຊີວິດ​ຕາມ​ຫລັກ​ທຳ​ຂັ້ນພື້ນຖານ​​ຂອງ​ແຜນ​​ແຫ່ງ​ຄວາມ​ລອດ, ​ແລ້ວ​ທ່ານ​ຈະ​ເອົາ​ໃຈ​ໃສ່​ກັບ​ການ​ແບ່ງປັນສິ່ງ​ທີ່​ທ່ານ​ຮູ້ຈັກ ​ເພາະ​ທ່ານ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳຄັນ​ນິລັນດອນ​​ຂອງພິທີການ​ຂອງ​ພຣະກິດ​ຕິ​ຄຸນ. ທ່ານ​ຈະ​ແບ່ງປັນ​ສິ່ງ​ທີ່​ທ່ານ​ຮູ້​ໃນ​ວິທີ​ທີ່​ຊຸກຍູ້ໝູ່​ເພື່ອນ​ຂອງ​ທ່ານ​ໃຫ້​ຄິດ​ຢາກ​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ. ທ່ານ​ຈະ​ຊ່ອຍ​ເຫລືອ​ຄົນ​ທີ່​ທ່ານ​ຮັກ​​​ໃຫ້​ຕັ້ງ​ໃຈ​ທີ່​ຈະ​ເຊື່ອ​ຟັງ​ພຣະບັນ​ຍັດ​ຂອງ​ພຣະອົງ ​ແລະ ຮັບ​ເອົາ​ພຣະນາມຂອງ​ພຣະ​ເຢຊູ​ຄຣິດ.

ຈົ່ງ​ຈື່​ຈຳ​ໄວ້​ວ່າ ການ​ຊ່ອຍ​​ໃຫ້​ຄົນ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ພາກສ່ວນ​ຂອງ​ວຽກ​ງານ. ຈົ່ງ​ສະ​ແຫວ​ງຫາ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວ. ຈົ່ງ​ສອນ​​ເຖິງ​ຄວາມ​ສຳຄັນ​ຂອງ​ຄອບຄົວ​ທີ່​ຜະ​ນຶກ​ເຂົ້າກັນ​ໃນພຣະວິຫານ. ບາງ​ຄອບຄົວ​ອາດ​ໃຊ້​ເວລາ​ຫລາຍ​ປີ, ຊຶ່ງ​ເປັນ​ກໍລະນີ​ຂອງ​ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ. ຫລາຍ​ປີ​ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ຮັບ​ບັບຕິ​ສະມາ, ພໍ່​ຂອງ​ຂ້າພະ​ເຈົ້າຈຶ່ງ​ໄດ້​ຮັບ​ບັບຕິ​ສະມາ, ​ແລະ ຕໍ່​ມາ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ​ໄດ້​ຜະ​ນຶກ​ເຂົ້າກັນ​ຢູ່​ໃນ​ພຣະວິຫານ. ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ຜະ​ນຶກ​ຢູ່​ໃນ​ພຣະວິຫານ, ​ແລະ ​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຮັບ​ໃຊ້​ຮ່ວມ​ກັບ​ເພິ່ນ. ​ເມື່ອ​ທ່ານ​​ເຫັນ​ຄວາມ​ສຳຄັນ​ຂອງ​ພິທີການ​ຜະ​ນຶກ​ໃນ​ພຣະວິຫານ, ​ແລ້ວ​ທ່ານ​ຈະ​ຊ່ອຍ​ສ້າງ​ອານາຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​​ແຜ່ນດິນ​ໂລກ.

ຈົ່ງ​ຈື່​ຈຳ​​ໄວ້​ວ່າ, ການ​ທີ່​ຈະ​ຮັກ​ເຂົາ​ ​​ເປັນ​ຮາກ​ຖານ​ທີ່​ມີ​ພະລັງ ສຳລັບ​ການ​ເປັນອິດ​ທິພົນ​ໃຫ້​ແກ່​ຄົນ​ທີ່​ທ່ານ​ຢາກ​ຊ່ອຍ​ເຫລືອ. ​ອິດ​ທິພົນຂອງ​ແມ່ຕູ້​ວິດ​ເທິ​ນ ​ແລະ ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ, ຈີ​ນີນ, ຄົງ​ຈະຖື​ວ່າ​ບໍ່​ສຳຄັນ ຖ້າ​ຫາກ​ຂ້າພະ​ເຈົ້າບໍ່​ຮູ້​ວ່າ​​ເຂົາ​ເຈົ້າຮັກຂ້າພະ​ເຈົ້າ ​ແລະ ຢາກ​ໃຫ້ຂ້າພະ​ເຈົ້າມີ​ຊີວິດ​ທີ່​ດີ​ທີ່​ສຸດ.

​ໃນ​ການ​ທີ່​​ເປັນ​​ເພື່ອນຕໍ່​ຄວາມ​ຮັກ​ນັ້ນ, ຈົ່ງ​​ໄວ້​ວາງ​ໃຈ​ໃນເຂົາ​ເຈົ້າ. ​ໃນ​ບາງ​ກໍລະນີ ອາດ​ເປັນ​ສິ່ງ​ຍາກ​ທີ່​ຈະ​ໄວ້​ວາງ​ໃຈ, ​ແຕ່​ຈະ​ຊອກຫາ​ບາງ​ວິທີທີ່​ຈະ​ໄວ້​ວາງ​ໃຈ​ເຂົາ​ເຈົ້າ. ລູກໆ​ຂອງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ສາມາດ​ເຮັດ​ບາງ​ສິ່ງ​ທີ່​ອັດສະຈັນ​ໃຈ ​ເມື່ອ​ເຂົາ​ເຈົ້າຮູ້ສຶກ​ວ່າ ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ. ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ທີ່​ເປັນ​ມະຕະ​ນີ້​ໄດ້​ເລືອກ​ແຜນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ໃຫ້​ແນ່​ໃຈ​ວ່າ ການ​ໃຫ້​ໂອກາດຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເລືອກມັນ​ອີກ​ເທື່ອ​ໜຶ່ງ.

ຈົ່ງ​ແບ່ງປັນ​ຫລັກ​ທຳ​ທີ່​ຊ່ອຍ​ຄົນ​ທີ່​ທ່ານ​ຮັກ​ໃຫ້​​ເດີນ​ໄປ​ໃນ​ເສັ້ນທາງ​ສູ່​ຊີວິດ​ນິລັນດອນ. ຈົ່ງຈື່​ຈຳ​​ໄວ້ວ່າ ​ເຮົາ​ເຕີບ​ໂຕ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ. ທ່ານ​ໄດ້​ເຮັດ​ຕາມ​ແບບ​ແຜນ​ອັນ​ດຽວ​ກັນນັ້ນ​ໃນ​ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ​ເລື່ອງ​ພຣະກິດ​ຕິ​ຄຸນ. ຈົ່ງ​ເຮັດ​ໃຫ້ການ​ແບ່ງປັນ​ພຣະກິດ​ຕິ​ຄຸນ​ຂອງ​ທ່ານ ເປັນ​ແບບ​ງ່າຍໆ.

ປະຈັກ​ພະຍານ​ສ່ວນ​ຕົວ​ຂອງ​ທ່ານ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ​ເປັນ​ເຄື່ອງມື​ທີ່​ມີ​ພະລັງ​ຫລາຍ. ​ແຫລ່ງຊ່ອຍ​ເຫລືອ​ຢ່າງ​ອື່ນ​ແມ່ນ​ການ​ອະທິຖານ, ພຣະຄຳ​ພີ​ມໍ​ມອນ ​ແລະ ພຣະຄຳ​ພີ​ອື່ນໆ, ​ແລະ ການ​ຍຶດໝັ້ນຂອງ​ທ່ານ​ຕໍ່​ພິທີການ​ຂອງ​ຖານະ​ປະ​ໂລຫິດ. ທັງ​ໝົດ​ນີ້​ຈະ​ຊ່ອຍ​ຊີ້​ທາງ​ເລື່ອງ​ພຣະວິນ​ຍານ, ຊຶ່ງ​​ສຳຄັນສຳລັບ​ທ່ານ​ທີ່​ຕ້ອງ​ເພິ່ງ​ພາ​ອາ​ໄສ.

ເພື່ອ​ໃຫ້​ໄດ້ຜົນ ​ແລະ ​ກະທຳ​ດັ່ງ​ທີ່​ພຣະຄຣິດ​ໄດ້​ກະທຳ,3 ທ່ານ​ຕ້ອງ​ເອົາ​ໃຈ​ໃສ່​ກັບ​ຫລັກ​ທຳ​ຂັ້ນພື້ນຖານ​ນີ້​​ເລື່ອງພຣະກິດ​ຕິ​ຄຸນ: ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ​ຊ່ອຍ​ເຮົາ​ໃຫ້​ສາມາດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະບິດາ​ຜູ້​ສະຖິດ​ຢູ່​ເທິງ​ສະຫວັນ​ຫລາຍ​ຂຶ້ນ, ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ອາ​ໄສ​ຢູ່​ນຳ​ຄອບຄົວ​ຂອງ​ເຮົາ​ຊົ່ວ​ນິລັນດອນ.

ບໍ່​ມີ​ຄຳ​ສອນ​ໃດ​ທີ່​ເປັນ​ຂັ້ນພື້ນຖານ​ຕໍ່​ວຽກ​ງານ​ຂອງ​ເຮົາ​ຫລາຍ​ໄປ​ກວ່າ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ​ເມື່ອ​ມີ​ໂອກາດທີ່​ເໝາະ​ສົມ ຈົ່ງ​ເປັນ​ພະຍານ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ອຳນາດ​ຂອງ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ. ຈົ່ງ​ໃຊ້​ພຣະຄຳ​ພີ​ທີ່​ສອນ​ເຖິງ​ພຣະອົງ ​ແລະ ​​ເຫດຜົນ​ທີ່​ພຣະອົງ​ເປັນ​​ແບບຢ່າງ​ທີ່​ສົມບູນ​ແບບ​ສຳລັບ​ທຸກ​ຄົນ​ໃນ​ຊີວິດ.4 ທ່ານ​ຈະ​ຕ້ອງ​ສຶກສາ​ຢ່າງ​ພາກ​ພຽນ. ຢ່າ​ຫຍຸ້ງຢູ່​ກັບ​ສິ່ງທີ່​ບໍ່​ສຳຄັນ ຈົນ​ວ່າ​ທ່ານ​ບໍ່​ມີ​ເວລາ​ຮຽນ​ຄຳ​ສອນ ​ແລະ ພຣະຄຳ​ຂອງພຣະຜູ້​ເປັນ​ເຈົ້າ. ​ເມື່ອ​ມີ​ຄຳ​ສອນສ່ວນ​ຕົວ​ເປັນ​ພື້ນຖານ, ທ່ານ​ຈະ​ສາມາດ​ເປັນ​ແຫ​ລ່ງທີ່​ມີ​ພະລັງ​ສຳລັບ​ການ​ແບ່ງປັນຄວາມ​ຈິງ​ທີ່​ສຳຄັນ​​ໃຫ້​ກັບ​ຄົນ​ອື່ນ ຜູ້​ຕ້ອງການ​ຫລາຍ​ທີ່​ສຸດ​ໄດ້.

ເຮົາ​ສາມາດ​ຮັບ​ໃຊ້​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ໄດ້​ດີ​ທີ່​ສຸດ ​ໂດຍ​ການ​ເປັນ​ອິດ​ທິພົນ​ໃຫ້​ແກ່​ຄົນ​ອື່ນ ​ແລະ ຮັບ​ໃຊ້​ຄົນ​ອື່ນ​ຢ່າງ​ຊອບ​ທຳ.5 ຕົວຢ່າງ​ທີ່​ດີ​ທີ່​ສຸດ​ຜູ້​ເຄີຍ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ແມ່ນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ພຣະ​ເຢຊູ​ຄຣິດ. ການ​ປະຕິບັດ​ສາດສະໜາ​ກິດ​ຢູ່​ໃນ​ໂລກ​ຂອງ​ພຣະອົງ​ແມ່ນ​ເຕັມ​ໄປ​ດ້ວຍ​ຄຳສອນ, ການ​ຮັບ​ໃຊ້, ​ແລະ ຄວາມ​ຮັກ. ພຣະອົງ​ໄດ້​ນັ່ງ​ຢູ່ກັບ​ຜູ້​ຄົນ​ທີ່​ຖືກ​ຕັດສິນ​ວ່າ​ບໍ່​ມີຄ່າ​ຄວນ​ທີ່​ຈະ​ເປັນ​ເພື່ອນ​ຂອງ​ພຣະອົງ. ພຣະອົງ​ຮັກ​ພວກ​ເຂົາທຸກ​ຄົນ. ພຣະອົງ​ຮູ້ຈັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​​ພວກ​ເຂົາ ​ແລະ ​ໄດ້​ສອນ​ພຣະກິດ​ຕິ​ຄຸນ​ໃຫ້​ແກ່​ພວກ​ເຂົາ. ພຣະອົງ​ເຊື້ອ​ເຊີນ​ເຮົາ​ໃຫ້​ເຮັດ​ຕາມ​ຕົວຢ່າງ​ທີ່​ດີ​ພ້ອມ​ຂອງ​ພຣະອົງ.

ຂ້າພະ​ເຈົ້າຮູ້​ວ່າ ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ​ເປັນ​ເສັ້ນທາງ​ທີ່​ສູ່​ຄວາມສະຫງົບ ​ແລະ ຄວາມສັນ​ຕິ​ສຸກ​ໃນ​ຊີວິດ​ນີ້. ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ທີ່​ຈະ​ເຮັດ​ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ ​ໂດຍ​ການ​ແບ່ງປັນ​ຄວາມ​ຮັກ, ຄວາມ​ໄວ້​ວາງ​ໃຈ, ​ແລະ ຄວາມ​ຮູ້​​ເຖິງ​ຄວາມ​ຈິງ​ນຳ​ຄົນ​ອື່ນ​ຜູ້​ຍັງ​ບໍ່​ໄດ້​ຮັບ​ເອົາ​ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ​ເທື່ອ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.