​2010–2019
ຖ້າ​​ພວກ​ເຈົ້າຂາດ​ປັນ​ຍາ
ເມສາ 2014


ຖ້າ​​ພວກ​ເຈົ້າຂາດ​ປັນ​ຍາ

ພ​ຣ​ະ​ເຈົ້າ​ຈະ​ເປີດ​ເຜີຍ​ຄວາມ​ຈິງ​ໃຫ້​ແກ່​ຜູ້​ທີ່​ສະ​ແຫວງ​ຫາ​ມັນ ດັ່ງ​ທີ່​ໄດ້ແນະ​ນຳ​ໄວ້ໃນ​ພ​ຣະ​ຄຳ​ພີ.

ເມື່ອ​ມື້​ກ່ອນນີ້, ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ອາ​ຍຸ 10 ປີ​ກໍ​ໄດ້​ຮຽນ​ກ່ຽວ​ກັບ​ສະ​ໝອງ​ຂອງ​ມະ​ນຸດ​ຢູ່​ໃນ​ອິນ​ເຕີ​ແນັດ. ລາວ​ຢາກ​ເປັນ​ໝໍຜ່າ​ຕັດ​ໃນ​ມື້​ໜຶ່ງ. ກໍ​ເຫັນ​ໄດ້​ງ່າຍ​ວ່າ​ລາວ​ເປັນ​ຄົນ​ສະ​ຫລາດ​ຫລາຍ​ກວ່າ​ຂ້າ​ພະ​ເຈົ້າ.

ພວກ​ເຮົາ​ມັກ​ອິນ​ເຕີ​ແນັດ. ຢູ່​ທີ່​ບ້ານ​ ພວກ​ເຮົາ​ຕິດ​ຕໍ່ກັບ​ຍາດ​ພີ່​ນ້ອງ ແລະ ໝູ່​ເພື່ອນ​ຜ່ານ​ການ​ສື່​ສານມວນ​ຊົນ, ທາງອີ​ເມວ, ແລະ ຜ່ານ​ທາງ​ອື່ນໆ. ລູກ​ໆ​ຂອງ​ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ບ້ານ​ຂອງ​ພວກ​ເຂົາ​ຜ່ານ​ອິນ​ເຕີ​ແນັດ.

ບໍ່​ວ່າ​ຄຳ​ຖາມຈະ​ເປັນ​ອັນ​ໃດ​ກໍ​ຕາມ, ຖ້າ​ຫາກ​ເຮົາ​ຕ້ອງ​ການ​ຂໍ້​ມູນ, ເຮົາ​ສາ​ມາດ​ຊອກ​ຫາ​ມັນ​ໄດ້​ຈາກອິນ​ເຕີ​ແນັດ. ​ພາຍໃນສອງ​ສາມ​ວິ​ນາ​ທີ​ ເຮົາ​​ຈະ​ຄົ້ນ​ພົບ​ຂໍ້​ມູນ​ຢ່າງ​ຫລວງ​ຫລາຍ. ນີ້​ເປັນ​ສິ່ງ​ທີ່​ອັດ​ສະ​ຈັນ​ໃຈ​ແທ້ໆ.

ອິນ​ເຕີ​ແນັດ​ໃຫ້​ໂອ​ກາດ​ທີ່​ຈະ​ຮຽນ​ຮູ້​ຫລາຍ​ສິ່ງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຊາ​ຕານ​ຢາກ​ໃຫ້​ເຮົາ​ໂສກ​ເສົ້າ, ແລະ ມັນ​ບິດ​ເບືອນ​ຈຸດ​ປະ​ສົງ​ທີ່​ແທ້​ຈິງ​ຂອງ​ເລື່ອງ​ຕ່າງໆ. ມັນ​ໃຊ້​ເຄື່ອງ​ມື​ທີ່​ດີນີ້​ເພື່ອກໍ່​ໃຫ້​ເກີດ​ຄວາມ​ສົງ​ໄສ ແລະ ຄວາມ​ຢ້ານ​ກົວ, ແລະ ​ເພື່ອທຳ​ລາຍ​ສັດ​ທາ ແລະ ຄວາມ​ຫວັງ.

ໂດຍ​ທີ່​ມີ​ຂໍ້​ມູນ​ຢ່າງ​ຫລວງຫລາຍ​ໃນ​ອິນ​ເຕີ​ແນັດ, ​ເຮົາ​ຕ້ອງ​ພິ​ຈາ​ລະ​ນາ​ຢ່າງລະ​ມັດ​ລະ​ວັງເຖິງ​ບ່ອນ​ທີ່​ເຮົາຈະ​ນຳ​ໃຊ້​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ. ຊາ​ຕານ​ສາ​ມາດ​ເຮັດ​ໃຫ້​ເຮົາ​ຫ​ຍຸ້ງ​ຢູ່, ຂ​າດ​ຄວາມ​ຕັ້ງ​ໃຈ, ແລະ ບໍ່​ສະ​ອາດ​ໂດຍ​ການ​ຈັດ​ແຈງ​ຂໍ້​ມູນ, ທີ່​ສ່ວນ​ຫລາຍ​ແລ້​ວສົກ​ກະ​ປົກ ແລະ ໄຮ້ປະ​ໂຫຍດ.

ເຮົາ​ບໍ່​ຄວນ​ຫລົງ​ໄຫລໄປ​ຕາມ​ສິ່ງ​ທີ່​ສົກ​ກະ​ປົກ.

ຂໍ​ໃຫ້​ຟັງ​ຄຳ​ຊີ້ນຳ​ນີ້, ທີ່​ພ​ຣະ​ຄຳ​ພີ​ໄດ້​ໃຫ້​ໄວ້​ວ່າ: “ພ​ຣະ​ວິນ​ຍານ​ຂອງ​ພ​ຣະ​ຄ​ຣິດ​​ໄດ້ຖືກ​ມອບ​ໃຫ້​ແກ່​ມະ​ນຸດ​ທຸກ​ຄົນ, ເພື່ອ​​ເຂົ​າ​ຈະ​ຮູ້​ຈັກຄວາມ​ດີ​ຈາກ​ຄວາມ​ຊົ່ວ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ສະ​ແດງ​​ວິ​ທີ​ທີ່ຈະ​ຕັດ​ສິນໃຫ້​ແກ່​ທ່ານ; ເພາະ​​ວ່າທຸກ​ສິ່ງທຸກ​ຢ່າງ​ທີ່​ເຊື້ອ​ເຊີນ​ໃຫ້​ເຮັດ​ຄວາມ​ດີ, ແລະ ຊັກ​ຊວນ​ໃຫ້​ເຊື່ອ​ໃນ​ພ​ຣະ​ຄ​ຣິດ, ຖືກ​ສົ່ງ​ມາ​ໂດຍ​ອຳ​ນາດ ແລະ ຂອງ​ປະ​ທານ​ຂອງ​ພ​ຣະ​ຄ​ຣິດ; ດັ່ງ​ນັ້ນ ທ່ານ​ຈະ​ຮູ້ … ສິ່ງນັ້ນ​ມາ​ຈາກ​ພ​ຣະ​ເຈົ້າ.”1

ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກໍ​ປະ​ເຊີນ​ຄວາມ​ສັບ​ສົນ​ອັນ​ດຽວ​ກັນ​ທີ່ ໂ​ຈເຊັ​ບ ສະ​ມິດ ​ໄດ້​ປະ​ເຊີນ​ມາ​ໃນ​ໄວ​ເຍົາ​ຂອງ​ເພິ່ນ. ສ່ວນ​ຫລາຍ​ເຮົາ​ກໍ​ພົບ​ເຫັນວ່າ​ຕົນ​ເອງ​ຂາດ​ປັນ​ຍາ​ຄື​ກັນ.

ໃນ​ອາ​ນາ​ຈັກ​ຂອງ​ພ​ຣະ​ເຈົ້າ, ການ​ຄົ້ນ​ຫາ​ຄວາມ​ຈິງ​ເປັນ​ສິ່ງ​ທີ່​ມີ​ຄຸນ​ຄ່າ, ໜ້າສົ່ງ​ເສີມ, ແລະ ບໍ່​ໄດ້​ເປັນ​ສິ່ງ​ທີ່ຕ້ອງ​ບັງ​ຄັບໄວ້ ຫລື ຢ້ານ​ກົວ​ເລີຍ. ອົງພ​ຣະ​ຜູ້​ເປັນ​ເຈົ້າພຣະອົງເອງ​ໄດ້​ແນະ​ນຳສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກຢ່າງ​ໜັກ​​ແໜ້ນວ່າ​ໃຫ້​ສະ​ແຫວງ​ຫາ​ຄວາມ​ຮູ້.2 ພ​ຣະ​ອົງ​ໄດ້​ບອກ​ ໃຫ້ເຮົາ​ສະ​ແຫວງຫາ​ຄຳ​ແຫ່ງ​ປັນ​ຍາຢ່າງ​ພາກ​ພຽນ … ; ຈາກ​ໜັງ​ສື​ທີ່​ດີ​ທີ່​ສຸດ; ໃຫ້​ສະ​ແຫວງ​ຫາ​ການ​ຮຽນ​ຮູ້, ແມ່ນ​ແຕ່​ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ​ນຳ​ອີກ.”3 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຈະ​ຮັບ​ຮູ້​ຄວາມ​ຈິງ​ໄດ້​ແນວ​ໃດ​ໃນ​ໂລກ​ທີ່​ນັບ​ມື້​ນັບ​ຫ​ຍາບ​ຄາຍ​ຂຶ້ນ​ໃນ​ການ​ໂຈມ​​ຕີຂອງ​ມັນ ຕໍ່​ສິ່ງ​ທີ່​ກ່ຽວ​​ກັບ​ພ​ຣະ​ເຈົ້າ?

ພ​ຣະ​ຄຳ​ພີ​ສອນ​ເຮົາ​ເຖິງວິ​ທີນັ້ນ​ວ່າ:

ທຳ​ອິດ, ເຮົາ​ສ​າ​ມາດ​ຮູ້​ຄວາມ​ຈິງ​ໄດ້​ໂດ​ຍ​ການ​ສັງ​ເກດ​ເຫັນໝາກ​ຜົນ​ຂອງ​ມັນ.

ໃນ​ລະ​ຫວ່າງ​ການ​ເທດ​ສະ​ໜາ​ຂອງ​ພ​ຣະ​ອົງ​ຢູ່​ເທິງ​ເນີນພູ, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ:

“ດັ່ງ​ດ​ຽວ​ກັນ ຕົ້ນ​ໄມ້​​ດີຍ່ອມ​ເກີດ​ຜົນ​ດີ; ແຕ່​ຕົ້ນ​ໄມ້​ບໍ່​ດີ​ກໍຍ່ອມ​ເກີດ​ຜົນ​ບໍ່​ດີ​. …

“ຈັ່ງ​ຊັ້ນ​ແຫລະ ​ພວກ​ທ່ານ​ຈຶ່ງ​ຈະ​ຮູ້​ຈັກ​ຜູ້​ປະ​ກາດ​ພ​ຣະ​ຄຳ​ປອມ​ດ້ວຍ​ການ​ກະ​ທຳ​ຂອງ​ພວກເຂົາ.”4

ສ​າດ​ສະ​ດາ​ມໍ​ມອນໄດ້​ສອນ​ຫລັກ​ທຳ​ຂໍ້​ດຽວ​ກັນ​ນີ້​ເມື່ອ​ເພິ່ນ​ໄດ້​ກ່າ​ວ​ວ່າ, “ໂດຍ​ວຽກ​ງານ​ຂອງ​ເຂົາ ​ທ່ານ​ຈະ​ຮູ້​ຈັກ​ເຂົາ; ເພາະ​ຖ້າ​ຫາກວຽກ​ງານ​ຂອງ​ເຂົາ​ດີ, ແລ້ວ​ເຂົາ​ກໍ​ເປັນ​ຄົນ​ດີ​ເໝືອນ​ກັນ.”5

ເຮົາ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ສຶກ​ສາ​ໝາ​ກ​ຜົນ ແລະ ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ນີ້.

ຜູ້​ຄົນ​ທີ່​ສົນ​ໃຈ​ນຳ​ຄວາມ​ຈິງ​ຈະ​ສາ​ມາດ​ໄດ້​ເຫັນ​ຄວາມ​ແຕກ​ຕ່າງ​ທີ່​ສາດ​ສະ​ໜາ​ຈັກ ແລະ​ ສະ​ມາ​ຊິກ​ໄດ້​ເຮັດ​ໄປ​ໃນ​ຊຸມ​ຊົນ​ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ອາ​ໄສ​ຢູ່. ເຂົາ​ເຈົ້າ​ຈະ​ສັງ​ເກດ​ເຫັນ​ຄວາມ​ກ້າວ​ໜ້າ​ໃນ​ຊີ​ວິດ​ຂອງ​ຜູ້​ຄົນ​ທີ່​ຕິດ​ຕາມ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກນຳ​ອີກ. ຜູ້​ຄົນ​ທີ່ກວດ​ສອບ​ໝາ​ກ​ຜົນ​ເຫລົ່າ​ນີ້​ຈະ​ພົບ​ເຫັນ​ວ່າ​ໝາກ​ຜົນ​ຂອງ​ສາດ​ສະ​ໜາ​ຈັກຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ງົດ​ງາມ ແລະ ເປັນ​ສິ່ງ​ທີ່​ເພິ່ງ​ປາດ​ຖະ​ໜາ.

ສອງ, ເຮົາ​ສາ​ມາດ​ພົບ​ເຫັນ​ຄວາມ​ຈິງ​ໄດ້​ໂດຍ​ການ​ທົດ​ລອງ​ຖ້ອຍ​ຄຳ​ນັ້ນ​ດ້ວຍ​ຕົວ​ເຮົາ​ເອງ.

ສ​າດ​ສະ​ດາ ແອວ​ມາ ​ໄດ້​ສອນ​ວ່າ:

“ພວກເຮົາ​ຈະ​ປຽບ​ທຽບ​ພ​ຣະ​ຄຳ​ໃສ່ກັບ​ເມັດ​ພືດ. … ຖ້າ​ຫາກ​ພວກ​ທ່ານ​ໃຫ້​ບ່ອນ​, ​ເພື່ອ​ຈະ​ປູກເມັດ​ພືດໃນ​​ໃຈ​ຂອງ​ພວກທ່ານ, ຈົ່ງ​ເບິ່ງ, ຖ້​າ​ຫາກ​ເປັນ​ເມັດ​ພືດ​ທີ່​ແທ້​ຈິງ, [ແລະ] … ຖ້າ​ຫາກພວກ​ທ່ານບໍ່​ໂຍນມັນ​ຖິ້ມ​​ໂດຍ​ຄວາມບໍ່​ເຊື່ອຖື​ຂອງພວກ​ທ່ານ, … ຈົ່ງ​ເບິ່ງ, ມັນ​ຈ​ະ​ເລີ່ມ​​ພອງ​​ຢູ່​ໃນ​ເອິກ​ຂອງພວກ​ທ່ານ; ແລະ … ພວກທ່ານ​ຈະ​ເລີ່ມ​ກ່າວ​ຢູ່​ພາຍໃນ​ຕົວເອງ​ວ່າ—ມັນ​ຕ້ອງ … ເປັນ​​ເມັດ​​ດີ, … ເພາະ​ມັນ​ເລີ່ມ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາຂະ​ຫ​ຍາຍ​ອອກ; ແທ້​ຈິງ​ແລ້ວ, ມັນ​ເລີ່ມ​​ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ແຈ້ງ​ອອກ, ແທ້​ຈິງ​ແລ້ວ, ມັນ​ເລີ່ມມີ​ລົດ​ແຊບ​ສຳ​ລັບ​ເຮົາ. …

“… ແລະ ບັດ​ນີ້, … ສິ່ງນີ້​ຈະ​ບໍ່​ເຮັດ​ໃຫ້​ສັດ​ທາ​ຂອງ​ພວກທ່ານ​ເຂັ້ມ​ແຂງ​ຂຶ້ນ​ບໍ? ແທ້​ຈິງ​ແລ້ວ, ມັນ​ຈະ​ເຮັດ​ໃຫ້​ສັດ​ທາ​ຂອງ​​ພວກທ່ານ​ເຂັ້ມ​ແຂງ​ຂຶ້ນ. …

“… ເພາະ​ທຸກ​ເມັດ​ໄດ້​ອອກ​ຜົນ​ໃນ​ລັກ​ສະ​ນະ​ຂອງ​ມັນ​ເອງ.”6

ນີ້​ຊ່າງ​ເປັນ​ການ​ເຊື້ອ​ເຊີນ​ທີ່​ປະ​ເສີດ​ຈາກ​ສາດ​ສະ​ດາ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ! ນີ້​ອາດ​ປຽບ​ທຽບ​ໃສ່​ກັບ​ການ​ທົດ​ລອງ​ທາງ​ດ້ານ​ວິ​ທະ​ຍາ​ສາດ. ເຮົາ​ຖືກ​ເຊື້ອ​ເຊີນ​ໃຫ້​ທົດ​ສອບ​ພ​ຣະ​ຄຳ, ເຮົາ​ໄດ້​ຮັບ​ຂອບ​ເຂດ, ແລະ ເຮົາ​ຖືກບອກ​ເຖິງ​ຜົນ​ຂອງ​ການ​ທົດ​ສອບ, ຖ້​າ​ຫາກ​ເຮົາ​ເຮັດ​ຕາມ​ຄຳ​ແນະ​ນຳນັ້ນ.

ສະ​ນັ້ນ, ພ​ຣະ​ຄຳ​ພີ​ສອນ​ເຮົາ​ວ່າ​ເຮົາ​ສາ​ມາດ​ຮູ້​ຄວາມ​ຈິງ​ໄດ້​ໂດຍ​ການ​ສັງ​ເກດ​ເບິ່ງ​ໝາກ​ຜົນ​ຂອງ​ມັນ; ຫລື, ໂດຍ​ການ​ທົດ​ລອງ​ມັນ​ດ້ວຍ​ຕົວ​ເຮົາ​ເອງ, ໃຫ້​ບ່ອນ​ເພື່ອ​ພ​ຣະ​ຄຳ​ນັ້ນ​ໃນ​ຫົວ​ໃຈ​ຂອງ​ເຮົາ, ແລະ ປູກ​ຝັງ​ມັນ, ເໝືອນ​ດັ່ງ​ເມັດ​ພືດ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ອີກວິ​ທີ​ທີ​ສາມ​ທີ່​ຈະ​ຮູ້​ຄວາມ​ຈິງ, ແລະ ນັ້ນ​ກໍ​ໂດຍ​ການ​ເປີດ​ເຜີຍ​ສ່ວນ​ຕົວ.

ພ​ຣະ​ຄຳ​ພີ Doctrine and Covenants ພາກ​ທີ 8 ສອນ​ວ່າ​ການ​ເປີດ​ເຜີຍ​ຄື​ຄວາມ​ຮູ້​—“ຄວາມ​ຮູ້​ເຖິງ​ສິ່ງ​ໃດ​ໆ​ກໍ​ຕາມ​ທີ່ [ເຮົາ] ທູນ​ຂໍ​ໃນສັດ​ທາ, ດ້ວຍ​ໃຈ​ທີ່​ຊື່​ສັດ, ເຊື່ອ​ວ່າ​ [ເຮົາ] ຈະ​ໄດ້​ຮັບ.”7

ແລະ ພ​ຣະ​ຜູ້​ເປັນ​ເຈົ້າ​ບອກ​ເຮົາ​ເຖິງວິ​ທີ​ທີ່​ເຮົາ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍນີ້. ພ​ຣະຜູ້​ເປັນ​ເຈົ້າ​​ຈະ​ບອກ​ເຮົາ​ໃນ​ຄວາມ​ຄິດຂອງ​ເຮົາ ແລະ ໃນ​ໃຈ​ຂອງ​ເຮົາ, ໂດຍ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ຈະສະ​ເດັດ​ມາ​ສູ່​ເຮົາ ແລະ ​​ຊຶ່ງຈະ​ສະ​ຖິດ​ຢູ່​ໃນ​​ໃຈ​ຂອງ​ເຮົາ.”8

ດັ່ງ​ນັ້ນ, ເຮົາ​ຖືກ​ສອນ​ວ່າ​ເຮົາ​ສາ​ມາດ​ໄດ້​ຮັບການ​ເປີດ​ເຜີຍໂດຍ​ການ​ທູນ​ຂໍ​ດ້ວຍ​ສັດ​ທາ, ດ້ວຍ​ຫົວ​ໃຈ​ທີ່​ຊື່​ສັດ, ແລະ ການ​ເຊື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ.

ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ແຈ່ມ​ແຈ້ງ​ເມື່ອ​ພ​ຣະ​ອົງ​ໄດ້​ເຕືອນ​, ​ໃຫ້​ເຮົາ​ຈຳ​ໄວ້​ວ່າ ປາດ​ສະ​ຈາກ​ສັດ​ທາ​ ເຮົາ​ຈະ​ເຮັດ​ຫ​ຍັງ​ບໍ່​ໄດ້; ສະ​ນັ້ນ ເຮົາ​ຕ້ອງ​ທູນ​ຂໍ​ດ້ວຍ​ສັດ​ທາ.9 ສັດ​ທາ​ຮຽກ​ຮ້ອງວຽກ​ງານ—ວຽກ​ງານ​ດັ່ງ​ເຊັ່ນ​ການ​ສຶກ​ສາ​​ໄຕ່​ຕອງມັນ​ໃນ​ຄວາມ​ຄິດຂອງ​ເຮົາ, ແລ້ວທູນ​ຖາມ​ໃນ​ຄຳ​ອະທິຖານຖ້າ​ຫາກ​ວ່າມັນ​ຖືກ​ຕ້ອງຫລື​ບໍ່.

ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່​າ​ວວ່າ

ຖ້​າ​ຫາກ​ມັນ​ຖືກ​ຕ້ອງ​ພ​ຣະ​ອົງ​ຈະ​ເຮັດ​ໃຫ້​​ຊວງ​ເອິກຂອງ​ເຮົາ​​ໄໝ້​ຢູ່​ພາຍ​ໃນເຮົາ; ດັ່ງ​ນັ້ນ, ເຮົາ​ຈະ​ຮູ້​ສຶກວ່າ​ມັນ​ຖືກ​ຕ້ອງ.

ແຕ່​​ຫາກ​ມັນ​ບໍ່​ຖືກ​ຕ້ອງ​ເຮົາ​ຈະ​ບໍ່​ມີ​ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ, ແຕ່​ເຮົາ​ຈະມີ​ຄວາມ​ນຶກ​ຄິດ​ງົງ​ງັນ ຈົນ​ຈະ​ເຮັດ​ໃຫ້​ເຮົາ​ຫລົງ​ລືມ​ສິ່ງ​ທີ່​ຜິດ.10

ຄວາມ​ເຊື່ອ​ຢ່າງ​ດຽວ ​ໂດຍບໍ່​ມີ​ການ​ປະ​ຕິ​ບັດ ກໍ​ເປັນ​ຄວາມ​ເຊື່ອ​ທີ່​ຕາຍ​ແລ້ວ.11 ສະ​ນັ້ນ, ​ຈົ່ງ “ອ້ອນວອນ, ແລະ ຢ່າສົງ​ໄສຈັກ​ດີ້.”12

ຂ້າ​ພະ​ເຈົ້າ​ມີ​ເພື່ອນ​ຄົນ​ໜຶ່ງ, ທີ່ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາຈັກ​​ຂອງ​ເຮົາ, ຜູ້​ທີ່​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ​ລາວບໍ່​ເປັນ​ຄົນ​ທີ່​ເຊື່ອ​ໃນ​ສາດ​ສະ​ໜາ. ລາວຈະບໍ່​ສຶກ​ສາ​ພ​ຣະ​ຄຳ​ພີ ຫລື ອະ​ທິ​ຖານ ເພາະ​ລາວ​ວ່າ​ລາວບໍ່​ເຂົ້າ​ໃຈ​ພ​ຣະ​ຄຳ​ຂອງ​ພ​ຣະ​ເຈົ້າ, ​ທັງລາວບໍ່​ແນ່​ໃຈ​ວ່າ​ພ​ຣະ​ເຈົ້າ​ມີ​​ແທ້ໆ​ຫລື​ບໍ່. ທ່າ​ທາງ​ແບບນີ້​ອະ​ທິ​ບາຍ​ເຖິງ​ການ​ຂາດ​ຄວາມ​ເຊື່ອ​ທາງ​ພ​ຣະ​ເຈົ້າ ແລະ ຈະ​ນຳ​ໄປ​ສູ່​ສິ່ງ​ກົງ​ກັນ​ຂ້າມ​ກັບ​ການ​ເປີດ​ເຜີຍ, ດັ່ງ​ທີ່​ແອວ​ມາ​ໄດ້​ອະ​ທິ​ບາຍ​​. ​ເພິ່ນ​​ເວົ້າວ່າ: “​ແລະ ດັ່ງ​ນັ້ນ, ຄົ​ນ​ທີ່​ຈະ​ເຮັດ​ໃຫ້​ໃຈ​ແຂງ​ກະ​ດ້າງ, ​ຈະ​ໄດ້​ຮັບ​ສ່ວນໜ້ອຍ​ຂອງ​ພຣະ​ຄຳ​​.​”

ແຕ່, ແອວ​ມາ​ໄດ້​ກ່າວ​ຕື່ມ​ວ່າ, “ຄົນ​ທີ່​ຈະບໍ່​ເຮັດ​​ໃຈ​ແຂງ​ກະ​ດ້າງ, ກໍ​ຈະ​ໄດ້​ຮັບ​ສ່ວນ​​ໃຫ​ຍ່ຂອງ​ພ​ຣະ​ຄຳ, ຈົນ​ວ່າ​ມັນ​ຖືກມອບ​ໃຫ້​ເຂົາ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ເຖິງ​ຄວາມ​ລຶກ​ລັບ​ຂອງ​ພ​ຣະ​ເຈົ້າ ຈົນ​ກວ່າ​ເຂົາ​ຈະຮູ້​​ຢ່າງ​ເຕັມ​ທີ່.”13

ແອ​ວ​ມາ ແລະ ພວກ​ລູ​ກ​ຊາຍ​ຂອງ​ໂມ​ໄຊ​ຢາ ເປັນ​ຕົວ​ຢ່າງ​ເຖິງ​ຫລັກ​ທຳ​ທີ່​ວ່າ​ສັດ​ທາ​ຮຽກ​ຮ້ອງວຽກ​ງານ. ໃນ​ພ​ຣະ​ຄຳ​ພີ​ມໍ​ມອນ, ເຮົາ​ອ່ານ​ວ່າ:

“ເຂົາ​ເຈົ້າ​ໄດ້​ຄົ້ນ​ຄວ້າ​ພ​ຣະ​ຄຳ​ພີ​ຢ່າງ​ພາກ​ພຽນ, ເພື່ອ​​ເຂົ​າ​ເຈົ້າ​ຈະໄດ້​ຮູ້​​ຈັກພ​ຣະ​ຄຳ​ຂ​ອງ​ພ​ຣະ​ເຈົ້າ.

“​ແຕ່ນີ້​ຍັງ​ບໍ່​ໝົດ; ເຂົາ​ເຈົ້າຍອມ​ຕົນ​ໃນການ​ອະ​ທິ​ຖານ, ແລະ ການ​ຖື​ສິນ​ອົດ​ເຂົ້າຫລາຍ​ທີ່​ສຸດ; ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ມີ​​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ, ແລະ ​ວິນ​ຍານ​ແຫ່​ງ​ການ​ເປີດ​ເຜີຍ.”14

ການ​ທູນ​ຂໍ​ດ້ວຍ​ໃຈ​ຈິງ​ກໍ​ເປັນ​ຂະ​ບວນ​ການ​ທີ່​ສຳ​ຄັນ​ເທົ່າ​ທຽມ​ກັນ. ຖ້າ​ຫາກ​ເຮົາ​ສະ​ແຫວງ​ຫາ​ຄວາມ​ຈິ​ງດ້ວຍ​ໃຈ​ຈິງ, ເຮົາ​ຈະ​ເຮັດ​ທຸກ​ສິ່ງ​ໃນ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ພົບ​ເຫັນ​ມັນ, ຊຶ່ງ​ຈະສາ​ມາດ​ຮ່ວມ​ດ້ວຍ​ການ​ອ່ານ​ພ​ຣະ​ຄຳ​ພີ, ການ​ໄປ​ໂບດ, ແລະ ການ​ເຮັດ​ສຸດ​ຄວາ​ມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຮັກ​ສາ​ພ​ຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ມັນ​ຍັງ​ໝາຍ​ຄວາມ​ວ່າ​ເຮົາ​ເຕັ​ມ​ໃຈ​ທີ່​ຈະ​ເຮັດ​ຕາມ​ພ​ຣະ​ປະ​ສົງ​ຂອງ​ພ​ຣະ​ເຈົ້າ​ເມື່ອ​ເຮົາ​ໄດ້ພົບ​ເຫັນ​ພຣະ​ປະ​ສົງ​ນັ້ນນຳ​ອີກ.

ການ​ກະ​ທຳຂອງ ໂຈ​ເຊັບ ສະ​ມິດ ເມື່ອ​ເພິ່ນ​ສະ​ແຫວງ​ຫາ​ປັນ​ຍາ ກໍ​ເປັນ​ຕົວ​ຢ່າງ​ທີ່​ດີ​ພ້ອມ ເຖິງ​ຄວາມ​ໝາຍ​ຂອງ​ການ​ມີ​ໃຈ​ທີ່​ຊື່​ສັດ. ເພິ່ນ​ໄດ້​ເວົ້າ​ວ່າ​ເພິ່ນ​ຢາກ​ຮູ້​ວ່າ​ນິ​ກາຍ​ໃດ​ຈິງ, “ເພື່ອ​ [ເພິ່ນ] ຈະ​ຮູ້​ວ່າ​ ​ເພິ່ນ​ຄວນ​ເຂົ້າຮ່ວມນິ​ກາຍ​ໃດ.”15 ແມ່ນ​ແຕ່​ກ່ອນ​ເພິ່ນ​ໄດ້​ອະ​ທິ​ຖານ, ເພິ່ນ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ກະ​ທຳ​ຕາມ​ຄຳ​ຕອ​ບ​ທີ່​ເພິ່ນ​ຈະ​ໄດ້​ຮັບ.

ເຮົາ​ຕ້ອງ​ທູນ​ຖາມ​ດ້ວຍ​ສັດ​ທາ ແລະ ດ້ວຍ​ຫົວ​ໃຈ​ທີ່​ຊື່​ສັດ. ແຕ່ນັ້ນ​ຍັງ​ບໍ່​ພຽງ​ພໍ​. ເຮົາ​ຕ້ອງ​ເຊື່ອ​ນຳ​ອີກວ່າ​ເຮົາ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ. ເຮົາ​ຕ້ອງ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ຜູ້​ເປັນ​ເຈົ້າ ແລະ ມີ​ຄວາມ​ຫວັງ​ໃນ​ຄຳ​ສັນ​ຍາ​ຂອງ ​ພ​ຣະ​ອົງ. ຂໍ​ໃຫ້​ຈື່​ຈຳ​ຄຳ​ທີ່​ຖືກ​ຂຽນ​ໄວ້​ວ່າ: “ຖ້າ​ມີ​ຄົນ​ໃດໃນ​ພວກ​ເຈົ້າ​ຂາດ​ປັນ​ຍາ, ກໍ​ໃຫ້​​ຄົນ​ນັ້ນ​ຂໍ​ຈາກ​ພ​ຣະ​ເຈົ້າ, ຜູ້​ຈະ​ໂຜດ​ໃຫ້​ແກ່​ຕົນ, ເພາະ​ພ​ຣະ​ເຈົ້າ​ໂຜ​ດ​ໃຫ້​ແກ່​ທຸກ​ຄົນ​ດ້ວຍ​ໃຈ​ກວ້າງ​ຂ​ວາງ ແລະ ດ້ວຍ​ໃຈ​ກະ​ລຸ​ນາ.”16 ນີ້​ຊ່າງ​ເປັນ​ຄຳ​ສັນ​ຍາ​ທີ່​ປະ​ເສີດ​ແທ້​ໆ!

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ສະ​ແຫວງ​ຫາ​ຄວາມ​ຈິງ​ຈາກວິ​ທີ​ເຫລົ່າ​ນີ້ ແຕ່​ໂດຍ​ສະ​ເພາະ​ຈາກ​ພ​ຣະ​ເຈົ້າ ຜ່ານ​ການ​ເປີດ​ເຜີຍ​ສ່ວນ​ຕົວ. ພ​ຣ​ະ​ເຈົ້າ​ຈະ​ເປີດ​ເຜີຍ​ຄວາມ​ຈິງ​ໃຫ້​ແກ່​ຜູ້​ທີ່​ສະ​ແຫວງ​ຫາ​ມັນ ດັ່ງ​ທີ່​ໄດ້ແນະ​ນຳ​ໄວ້ໃນ​ພ​ຣະ​ຄຳ​ພີ. ມັນ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ​ຫລາຍ​ກວ່າ​ພຽງ​ແຕ່​ຈະ​ຄົ້ນ​ຄວ້າ​ໃນ​ອິນ​ເຕີ​ແນັດ​ເທົ່ານັ້ນ, ແຕ່​ຄວາມ​ຈິງນີ້​ກຸ້ມ​ຄ່າ​ແທ້ໆ.

ຂ້າ​ພະ​ເຈົ້າ​ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ນີ້​ຄື​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອ​ງ​ພ​ຣະ​ເຢ​ຊູ​ຄ​ຣິດ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໝາກ​ຜົນ​ຂອງ​ມັນ​ແລ້ວ​ໃນ​ຊຸມ​ຊົນ ແລະ ໃນ​ຊີ​ວິດ​ຂອງ​ຫລາຍ​ພັນ​ຄົນ, ຮ່ວມ​ທັງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ; ສະ​ນັ້ນ ຂ້າ​ພະ​ເຈົ້າ​ຮູ້​ວ່າ​ມັນ​ຈິງ. ຂ້າ​ພະ​ເຈົ້າ​ໄດ້​ທົດ​ລອງ​ພ​ຣະ​ຄຳ​ນັ້ນ​ອີກໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ເວ​ລາ​ຫລາຍ​ປີ ແລະ ໄດ້​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ມັນ​ໃນ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ; ສະ​ນັ້ນ ຂ້າ​ພະ​ເຈົ້າ​ຮູ້​ວ່າ​ມັນ​ຈິງ. ແຕ່​ສຳ​ຄັນ​ໄປ​ກວ່ານັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ເຖິງຄວາມ​ຈິງຂອງ​ມັນ​ດ້ວຍ​ຕົວ​ເອງ ໂດຍ​ການ​ເປີດ​ເຜີຍ ຜ່ານ​ອຳ​ນາດ​ຂອງ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ; ສະ​ນັ້ນ ຂ້າ​ພະ​ເຈົ້າ​ຮູ້​ວ່າ​ມັນ​ຈິງ. ຂ້າ​ພະ​ເຈົ້າ​​ຂໍເຊື້ອ​ເຊີນ​ພວກ​ທ່ານ​ທຸກ​ຄົນ​ໃຫ້​ເຮັດ​ເຊັ່ນ​ດຽວ​ກັນ. ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.