​2010–2019
ການ​ຮັກສາ​ພັນທະ​ສັນຍາ​ປົກ​ປ້ອງ​ເຮົາ, ຕຽມ​ເຮົາ, ​ແລະ ​​ເປັນພະລັງ​​ໃຫ້ແກ່​ເຮົາ
ເມສາ 2014


ການ​ຮັກສາ​ພັນທະ​ສັນຍາ​ປົກ​ປ້ອງ​ເຮົາ, ຕຽມ​ເຮົາ, ​ແລະ ​​ເປັນພະລັງ​​ໃຫ້ແກ່​ເຮົາ

​ເຮົາ​ເປັນ​ສະຕີ​ແຫ່ງ​ພັນທະ​ສັນຍາ​ທີ່​ແຕກ​ຕ່າງ​ກັນ​ເລື່ອງ​ອາຍຸ ທີ່​ພວມ​ເດີນ​ກັບ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະອົງ.

ໂອ້ ​ເອື້ອຍ​ນ້ອງ​ທັງຫລາຍ, ພວກ​ເຮົາ​ຮັກ​ທ່ານ. ຕອນ​ໄປ​ຢ້ຽມຢາມປະ​ເທດ​ເມັກ​ຊິ​ໂກບໍ່​ດົນ​ມາ​ນີ້, ຂ້າພະ​ເຈົ້າ​ໄດ້​ປະສົບ​ການ​ກັບ​ການ​ເປັນ​ເອື້ອຍ​ນ້ອງ​ກັນ​ດັ່ງ​ທີ່​ເຮົາ​ຮູ້ສຶກ​ໃນ​ຄ່ຳ​ຄືນ​ນີ້. ຈົ່ງ​ວາດ​ພາບ​ນີ້: ພວກ​ເຮົາຫາ​ກໍ​ໄດ້​ໄປ​ຢ້ຽມ​ຊັ້ນປະຖົມ​ໄວ​ໃນ​ເຊົ້າວັນ​ອາທິດ​ມື້ໜຶ່ງ ​ແລະ ເດັກນ້ອຍ, ຄູ​ສອນ, ​ແລະ ຂ້າພະ​ເຈົ້າ​​ໄດ້​ຍ່າງ​​ໄປ​ຕາມ​ຮ່ອມ​ທາງ​ຍ່າງທີ່​ເຕັມ​ໄປ​ດ້ວຍ​ຜູ້​ຄົນ. ​ແລ້ວ​ປະຕູຫ້ອງ​ກຸ່ມ​ຍິງ​ໜຸ່ມ​ໄດ້​ເປີດ​ອອກ ​ແລະ ຂ້າພະ​ເຈົ້າ​ໄດ້​ຫລຽວ​ເຫັນ​ກຸ່ມ​ຍິງ​ໜຸ່ມ ​ແລະ ຜູ້ນຳ​ຂອງ​ເຂົາ​ເຈົ້າ. ​ເຮົາ​ທຸກ​ຄົນ​ໄດ້​ເອື້ອມ​ອອກ​ໄປ​ເພື່ອ​ໂອບ​ກອດ. ​ໂດຍ​ທີ່​ມີ​ເດັກນ້ອຍ​ຈ່ອງ​ກະ​ໂປງ ​ແລະ ມີ​​ເອື້ອຍ​ນ້ອງ​ຫຸ້ມ​ລ້ອມ​ຂ້າພະ​ເຈົ້າຢູ່, ຂ້າພະ​ເຈົ້າຢາກສະ​ແດ​ງ ຄວາມ​ຮູ້ສຶກ​ທີ່​ຂ້າພະ​ເຈົ້າມີ​ໃນ​ຕອນ​ນັ້ນ.

ຂ້າພະ​ເຈົ້າບໍ່​ສາມາດ​ເວົ້າພາສາ​ສະ​ເປ​ນ, ດັ່ງນັ້ນຂ້າພະ​ເຈົ້າຈຶ່ງ​ເວົ້າອອກ​ໄປ​ເປັນ​ພາສາ​ອັງກິດ​ເທົ່າ​ນັ້ນ. ຂ້າພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ໃບ​ໜ້າ​ຂອງ​ທຸກໆ​ຄົນ, ​ແລະ ​ເວົ້າວ່າ, “​ເຮົາ​ເປັນ​ທິດາ​ຂອງ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ຜູ້​ຮັກ​ເຮົາ, ​ແລະ ​ເຮົາ​ຮັກ​ພຣະອົງ.” ​ແລ້ວ​ທຸກ​ຄົນ​ໄດ້​ເລີ່ມຕົ້ນ​ເວົ້າຄຳນັ້ນອອກ​ມາ​ເປັນ​ພາສາ​ສະ​ເປ​ນ. ຕອນ​ພວກ​ເຮົາ​ຢືນ​ຢູ່ບ່ອນ​ນັ້ນ, ພວກ​ເຮົາ​ໄດ້ກ່າວ​ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ​ນຳ​ກັນວ່າ, “ພວກ​ເຮົາ​ຈະ​ຢືນ​ຢູ່​ເປັນ​ພະຍານ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ເວລາ ​ແລະ ​ໃນ​ທຸກ​ສິ່ງ, ​ແລະ ​ໃນ​ທຸກ​ບ່ອນ.”

ຄ່ຳ​ຄືນ​ນີ້ ພວກ​ເຮົາ​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ທົ່ວ​ໂລກ, ​ໂດຍ​ທີ່​ເປັນສານຸສິດຂອງ​ພຣະອົງ, ດ້ວຍ​ຄວາມ​ປາດ​ຖະໜາ​ທີ່​ຈະ​ປົກ​ປ້ອງ ​ແລະ ສະໜັບສະໜູນ​ອານາຈັກ​ຂອງ​ພຣະ​ເຈົ້າ. ​ເຮົາ​ເປັນ​ທິດາ​ຂອງ​ພຣະບິດາ​ເທິງ​ສະຫວັນ. ​ເຮົາ​ເປັນ​ສະຕີ​ແຫ່ງ​ພັນທະ​ສັນຍາ​ທີ່​ແຕກ​ຕ່າງ​ກັນ​ເລື່ອງ​ອາຍຸ ທີ່​ພວມ​ເດີນ​​ໄປ​ໃນ​ເສັ້ນທາງ​ແຫ່ງ​ຄວາມ​ມະຕະກັບ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະອົງ. ການ​ຮັກສາ​ພັນທະ​ສັນຍາ​ປົກ​ປ້ອງ​ເຮົາ, ຕຽມ​ເຮົາ, ​ແລະ ​​​ເປັນ​ພະລັງ​ແກ່​ເຮົາ.

ຄ່ຳ​ຄືນ​ນີ້ ມີ​​ເດັກນ້ອຍ​ຜູ້ຍິງ​ຈາກ​ຊັ້ນປະຖົມ​ໄວ​ຢູ່​ໃນ​ບັນດາ​ພວກ​ເຮົາ. ບາງ​ຄົນ​ໃນ​ພວກ​ທ່ານ​ຫາ​ກໍ​ກ້າວ​ອອກ​ໄປ​ເທື່ອ​ທຳ​ອິດ ​ເພື່ອ​ເດີນ​ໄປ​ໃນ​​ເສັ້ນທາງ​ທີ່​ນຳ​ໄປ​ສູ່​ຊີວິດນິລັນດອນດ້ວຍ​ພິທີການ​​ແຫ່ງ​ການ​ບັບຕິ​ສະມາ.

ຈົ່ງ​ຫລຽວ​ເບິ່ງ​ຮອບໆ. ອະນາຄົດ​ເຕັມ​ໄປ​ດ້ວຍ​ຄວາມ​ງົດ​ງາມ ​ເມື່ອ​ພວກ​ເຈົ້າ​ເຫັນ​​ເອື້ອຍ​ນ້ອງ​ຜູ້​ທີ່​ໄດ້​ເຮັດ​ພັນທະ​ສັນຍາ ​ແລະ ຕຽມ​ພ້ອມ​ແລ້ວ​ທີ່​ຈະ​ສະ​ແດງ​​ໃຫ້​ທ່ານ​​ເຫັນ​ເສັ້ນທາງ​​ໃນ​ພາຍ​ໜ້າ.

ຖ້າ​ຫາກ​ພວກ​ເຈົ້າມີ​ອາຍຸ​ໄດ້ 8, 9, 10, ຫລື 11 ປີ, ບໍ່​ວ່າ​ຢູ່​ໃນ​ສູນ​ກາງ​ປະຊຸມ​ນີ້, ຢູ່​ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຈົ້າ, ຫລື ຢູ່​​ໃນ​ຕຶກ​ໂບດ​ຕະຫລອດ​ທົ່ວ​ໂລກ, ຂໍ​ໃຫ້​ພວກ​ເຈົ້າ​ຢືນ​ຂຶ້ນ? ຂໍ​ຕ້ອນຮັບ​ສູ່​ກອງ​ປະຊຸມ​ສະຕີ​ສາມັນ. ບັດ​ນີ້, ຂໍ​​ໃຫ້​ຢືນ​ຕໍ່​ໄປ; ​ເພາະພວກ​ເຮົາ​ຢາກ​ເຊື້ອ​ເຊີນ​ພວກ​ເຈົ້າໃນ​ຄ່ຳ​ຄືນ​ນີ້​ໃຫ້​ມີ​ສ່ວນ​ຮ່ວມ. ຂ້າພະ​ເຈົ້າຈະຮ້ອງ​ເພງ​ຂອງ​ຊັ້ນປະຖົມ​ໄວ​ເພງ​ໜຶ່ງຢູ່​ໃນ​ຮູ​ຄໍ. ​​ແລະ ເມື່ອ​ພວກ​ເຈົ້າຈື່​ວ່າ​ມັນ​ເປັນ​ເພງ​ໃດ, ​ໃຫ້​ພວກ​ເຈົ້າ​ພາກັນ​ຮ້ອງ​ມັນ​ອອກ​ມາ​ໄດ້​ບໍ? ​ໃຫ້​ຮ້ອງ​ອອກສຽງ​ ​ເພື່ອ​ທຸກ​ຄົນ​ຈະ​ໄດ້​ຍິນ.

ສອນ​ເຮົາ​ຍ່າງ​ໃນ​ແສງ​ຄວາມ​ຮັກ​ຂອງ​ພຣະອົງ;

ສອນ​ເຮົາ​ໃຫ້​ສວດ​ເຖິງ​ພຣະບິດາ​ສະຫວັນ;

ສອນ​ເຮົາ​ໃຫ້​ຮູ້​ສິ່ງ​ຖືກຕ້ອງ​ສາລ​ະພັນ;

ສອນ​ເຮົາ ​ສອນ​ເຮົາ ​ເພື່ອ​ໃຫ້​ຍ່າງ​ໃນ​ແສງ.

​ໃຫ້​ພວກ​ເຈົ້າຢືນ​ຕໍ່​ໄປ, ​ໃນ​ຂະນະ​ທີ່​ຜູ້ຍິງ​ອາຍຸ 12 ປີຂຶ້ນ​ໄປ ຮ້ອງ​ວັກ​ທີ​ສອງ.

ມາ​ເຖີດ​ເດັກນ້ອຍ​ເຮົາ​ຈະ​ຮ່ວມ​ຮຽນ​ດ້ວຍ​ກັນ

​ເຖິງ​ພຣະບັນຍັດ​ເພື່ອ​ເຮົາ​ຈະ​ໄດ້​ຫວນ​ຄືນ

ສູ່​ທີ່​ປະ​ທັບ​ໃນ​ເບື້ອງບົນ​ຢ່າງ​ສົດ​ຊື່ນ—

ສະ​ເໝີ, ສະ​ເໝີ ທີ່​ຈະ​ຍ່າງ​ໃນ​ແສງ.1

ມ່ວນ​ຫລາຍ. ພວກ​ເຈົ້ານັ່ງ​ລົງ​ໄດ້​ແລ້ວ. ຂອບ​ໃຈ​ຫລາຍໆ.

ໃນ​ຖານະ​ທີ່​ເປັນ​ສະຕີ​ໃນ​ທຸກ​ໄວ ​ເຮົາ​ຈະ​ຍ່າງ​ໃນ​ແສງ ຂອງ​ພຣະອົງ ການ​ເດີນທາງ​ຂອງ​​ເຮົາ​ໃນ​ເສັ້ນທາງ​ເປັນ​ເລື່ອງ​ສ່ວນ​ຕົວ ​ແລະ ​ແຈ່ມ​ແຈ້ງ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ.

ເຮົາ​ເຂົ້າ​ໄປ​ໃນ​ປະຕູ​ສູ່​ເສັ້ນທາງ​ແຫ່ງ​ຊີວິດ​ນິລັນດອນ ດ້ວຍ​ພິທີການ ​ແລະ ພັນທະ​ສັນຍາ​​ແຫ່ງ​ການບັບຕິ​ສະມາ, ​ແລະ ຈາກ​ນັ້ນ​ເຮົາ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ. ​ແອວ​ເດີ ຣໍ​ເບີດ ດີ ​ແຮ​ວສ໌ ​ໄດ້​ຖາມ​ເຮົາ​ວ່າ, “[​ເຮົາ] ​ເຂົ້າ​ໃຈ ​ແລະ ​ລູກ​ [ຂອງ​​ເຮົາ] ​ເຂົ້າ​ໃຈວ່າ ​ເມື່ອ [​ເຮົາ] ​ໄດ້​ຮັບ​ບັບຕິ​ສະມາ [​ເຮົາ] ຈະ​ປ່ຽນ​ໄປ​ຕະຫລອດ​ການ?”

​ເພິ່ນ​ກໍ​ຍັງ​ໄດ້​ອະທິບາຍ​ວ່າ “​ເມື່ອ​ເຮົາ​ເຂົ້າ​ໃຈ​ພັນທະ​ສັນຍາ​ແຫ່ງ​ການ​ບັບຕິ​ສະມາ ​ແລະ ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ, ມັນ​ຈະ​ປ່ຽນ​ຊີວິດ​ຂອງ​ເຮົາ ​ແລະ ຈະຕ້ອງ​ຈົງ​ຮັກ​ພັກດີ​ຕໍ່​ອານາຈັກ​ຂອງ​ພຣະ​ເຈົ້າ. ​ເມື່ອ​ເຮົາ​ປະ​ເຊີນ​ກັບ​ການ​ລໍ້​ລວງ, ຖ້າ​ເຮົາ​ຈະ​ຟັງ, ​ແລ້ວ​ພຣະວິນ​ຍານ​ບໍລິສຸດ​ຈະ​ເຕືອນ​ເຮົາ​ວ່າ ​ເຮົາ​ໄດ້​ສັນຍາ​ທີ່​ຈະ​ລະນຶກ​ເຖິງພຣະຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ ​ແລະ ​ເຊື່ອ​ຟັງ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ.”2

ທຸກ​ອາ​ທິດ​ເມື່ອ​ເຮົາ​ຮັບ​ເອົາ​ສິນ​ລະ​ລຶກ, ​ເຮົາ​ໄດ້​ຕໍ່​ພັນທະ​ສັນຍາ​ແຫ່ງ​ການ​ບັບຕິ​ສະມາ​ຂອງ​ເຮົາ. ​ແອວ​ເດີ ​ເດ​ວິດ ເອ ​ເບັດ​ນາ ​ໄດ້​ກ່າວ​ວ່າ: “​ເມື່ອ​ເຮົາ​ຢືນ​ຢູ່​ໃນ​ນ້ຳ​ແຫ່ງ​ການບັບຕິ​ສະມາ, ​ເຮົາ​ຄິດ​ກ່ຽວ​ກັບ​ພຣະວິຫານ. ​ເມື່ອ​ເຮົາ​ຮັບ​ເອົາ​ສິນ​ລະ​ລຶກ, ​ເຮົາ​ຄິດ​ກ່ຽວ​ກັບ​ພຣະວິຫານ. ​ເຮົາ​ສັນຍາ​ວ່າ​ຈະ​ລະນຶກ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ ​ແລະ ຮັກ​ສາ​ພຣະບັນຍັດ​ຂອງ​ພຣະອົງ​ຕະຫລອດ​ເວລາ ​ເພື່ອ​ເປັນ​ການ​ຕຽມ​ທີ່​ຈະ​ມີສ່ວນ​ຮ່ວມ​ໃນ​ພິທີການ​ທີ່​ສັກສິດ​ຂອງ​ພຣະວິຫານ.”3

ພິທີການ​ຂອງ​ພຣະວິຫານ​ຈະ​ນຳພາ​ໄປ​ສູ່​ພອນ​ທີ່​ຍິ່ງ​ໃຫຍ່​ສຸດ​ທີ່​ມີ​ໃຫ້​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ນັ້ນຄື​ພິທີການ​ທີ່​ຈຳ​ເປັນ​ສຳລັບ​ຄວາມ​ສູງ​ສົ່ງ​ຂອງ​ເຮົາ​ໃນ​ອານາຈັກ​ຊັ້ນສູງ. ​ເມື່ອ​ເຮົາ​ພະຍາຍາມ​ຮັກສາ​ພັນທະ​ສັນຍາຂອງ​ເຮົາ, ​ແລ້ວຄວາມ​ຮູ້ສຶກ​ທີ່​ບໍ່​ພຽບພ້ອມ ​ແລະ ຄວາມ​ບໍ່​ສົມບູນ​ແບບຈະ​ສູນຫາຍ​ໄປ, ​ໃນ​ຂະນະ​ທີ່​ພິທີການ ​ແລະ ພັນທະ​ສັນຍາ​ຂອງ​ພຣະວິຫານ​ເກີດ​ເປັນ​ຈິງ. ທຸກ​ຄົນ​ຖືກ​ເຊື້ອ​ເຊີນ​ໃຫ້​ເດີນ​ໄປ​ໃນ​ເສັ້ນທາງ​ແຫ່ງ​ຊີວິດ​ນິລັນດອນນັ້ນ.

ຂ້າພະ​ເຈົ້າມີ​ຄວາມ​ປະຫລາດ​ໃຈ​ກັບ​ຄວາມ​ເຂັ້ມ​ແຂງຂອງ​ເດັກນ້ອຍ​ຜູ້ຍິງ, ຍິງ​ໜຸ່ມ, ​ແລະ ສະຕີ​ຜູ້ໃຫຍ່ ​ຕະຫລອດ​ທົ່ວ​ໂລກ ​ຜູ້​ໄດ້​ກ້າວ​ໄປ​ໃນ​ເສັ້ນທາງ​ນີ້. ຂ້າພະ​ເຈົ້າຂໍ​ແບ່ງປັນ​ບາງ​ຕົວຢ່າງ​ກ່ຽວ​ກັບ​​ເດັກນ້ອຍ​ຜູ້ຍິງ ​ແລະ ສະຕີ​ທີ່​ຂ້າພະ​ເຈົ້າ​ເຄີຍ​ພົບ​ເຫັນ​.

ນາງລໍນາມີ​ອາຍຸ​ໄດ້ 11 ປີ ຕອນ​ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​ຄອບຄົວ​ຂອງ​ນາງ​ຢູ່​​ເມືອງບົວ​ໂນ​ສ ​ແອ​ເຣສ, ປະ​ເທດອາກຊັງ​ຕີນ. ​ເພາະ​ມີ​ເຫດ​ຮ້າຍ​ເກີດ​ຂຶ້ນ​​ໃນ​ຕອນ​ນາງ​ເປັນ​ເດັກ, ນາງ​ຈຶ່ງ​ເວົ້າບໍ່​ໄດ້. ນາງ​ບໍ່​ປາກເວົ້າ​ເປັນ​ເວລາ​ຫລາຍ​ປີ. ນາງ​ໄດ້​ນັ່ງ​ຢູ່​ຢ່າງ​ງຽບໆ​ໃນ​ຂະນະ​ທີ່​ພວກ​ເຮົາ​ເວົ້າລົມ​ກັນ. ຂ້າພະ​ເຈົ້າຫວັງ​ວ່າ ນາງ​ຈະ​ເວົ້າອອກ​ມາ​ຄ່ອຍໆ. ນາງ​ໄດ້​ຫລຽວ​ເບິ່ງ​ຂ້າພະ​ເຈົ້າດ້ວຍ​ຄວາມ​ຕັ້ງ​ໃຈ ​ຄື​ກັບ​ວ່າ​ຖ້ອຍ​ຄຳ​ບໍ່​ຈຳ​ເປັນ​ສຳລັບ​ຂ້າພະ​ເຈົ້າ​ເພື່ອ​ໃຫ້​ຮູ້ຈັກ​ຄວາມ​ຮູ້ສຶກ​ຂອງ​ນາງ. ຫລັງ​ຈາກ​ການ​ອະທິຖານ, ພວກ​ເຮົາ​ໄດ້​ຢືນ​ຂຶ້ນ ​ເພື່ອ​ຈະ​ອອກ​ໄປ ​ແລະ ນາງລໍນາ​ໄດ້​ຍື່ນ​ຮູບ​ແຕ້ມ​ໃບ​ໜຶ່ງ​ໃຫ້​ຂ້າພະ​ເຈົ້າ. ນາງ​ໄດ້​ແຕ້ມ​ຮູບພຣະ​ເຢຊູ​ຄຣິດຢູ່​ໃນ​ສວນ​ ​ເຄັດ​ເຊ​ມາ​ນີ. ​ແລ້ວ​ຂ້າພະ​ເຈົ້າຮູ້​ເຖິງ​ການ​ເປັນ​ພະຍານ​ຂອງ​ນາງ​ຢ່າງ​ແຈ່ມ​ແຈ້ງ. ນາງລໍ​ນາ​ໄດ້​ເຮັດ​ພັນທະ​ສັນຍາ​ຢູ່​ໃນ​ນ້ຳບັບຕິ​ສະມາ ​ເພື່ອ​ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າ “​ໃນ​ທຸກ​ເວລາ ​ແລະ ​ໃນ​ທຸກ​ສິ່ງ, ​ແລະ ​ໃນທຸກ​ບ່ອນ.”4 ນາງ​​ເຂົ້າ​ໃຈ​ເຖິງ​ການ​ຊົດ​ໃຊ້​ຂອງພຣະ​ເຢຊູ​ຄຣິດ, ​ຜ່ານ​ທາງ​ຮູບ​ແຕ້ມ​ຂອງ​ນາງ. ​​ເມື່ອ​ນາງ​ມາ​ຮູ້ຈັກ, ຜ່ານ​ຄວາມ​ເຂັ້ມ​ແຂງ ​ແລະ ອຳນາດ​ແຫ່ງ​ການ​ຊົດ​ໃຊ້​, ​ແລ້ວ​ນາງ​ຈະ​ສາມາດ​ເວົ້າຄືນ​ໄດ້​ບໍ? ສາມ​ປີ​ຫລັງ​ຈາກ​ນັ້ນ, ນາງລໍ​ນາ​ໄດ້​ເລີ່​ມ​ເວົ້າອີກ. ຕອນ​ນີ້​ນາງ​ຢູ່​ໃນ​ກຸ່ມ​ຍິງ​ໜຸ່ມນຳ​ໝູ່​ເພື່ອນ​ຂອງ​ນາງ. ດ້ວຍຄວາມ​ຊື່ສັດ​ຕໍ່​ພັນທະ​ສັນຍາ​ທີ່​ນາງ​ໄດ້​ເຮັດ​ໄວ້​ຕອນ​ຮັບ​ບັບຕິ​ສະມາ, ນາງ​ຈຶ່ງ​ແບ່ງປັນ​ພະຍານ​ຂອງ​ນາງ​ເຖິງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຕໍ່​ໄປ.

ຊາວ​ໜຸ່ມ​ຕະຫລອດ​ທົ່ວ​ໂລກ​ມີ​ຄວາມ​ສົນ​ໃຈ​ຕໍ່​ພຣະວິຫານ. ​ໃນ​ເມືອງ​ລິ​ມາ, ປະ​ເທດ​ເປຣູ, ຂ້າພະ​ເຈົ້າ​ໄດ້​ພົບ​ເຫັນ​ພໍ່​ຄົນ​ໜຶ່ງ ​ແລະ ລູກ​ສາວ​ສາມ​ຄົນ​ຂອງ​ລາວ​ຢູ່​ນອກ​ພຣະວິຫານ. ຂ້າພະ​ເຈົ້າ​ເຫັນ​ຄວາມ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ເຂົາ​ເຈົ້າ. ລູກ​ສາວ​ສອງ​ຄົນ​ຂອງ​ລາວ​ເສຍ​ອົງຄະ ​ແລະ ນັ່ງ​ຢູ່​ລໍ້​ເຂັນ. ລູກ​ສາວ​ຜູ້​ທີ​ສາມ, ​ໃນ​ຂະນະ​ທີ່​ພວມ​ຊ່ອຍ​ເຫລືອ​ເອື້ອຍ​ນ້ອງ​ຂອງ​ນາງ, ​ໄດ້​ບອກ​ວ່າ ນາງ​ມີ​ເອື້ອຍ​ນ້ອງ​ອີກ​ສອງ​ຄົນ​ຢູ່​ບ້ານ. ​ເຂົາ​ເຈົ້າກໍ​ພິການ​ຄື​ກັນ. ​ເຂົາ​ເຈົ້າບໍ່​ສາມາດ​ເດີນທາງ 14 ຊົ່ວ​ໂມງ​ເພື່ອ​​ໄປ​ພຣະວິຫານ. ພຣະວິຫານ​ມີ​ຄວາມ​ໝາຍ​ຫລາຍ​ສຳ​ລັບ​ພໍ່​ຄົນ​ນີ້ ​ແລະ ລູກ​ສາວ​ຂອງ​ລາວ ພວກ​ເຂົາ​ຈຶ່ງ​ໄດ້​ມາ​ພຣະວິຫານ​ໃນ​ມື້ນັ້ນ—ສອງ​ຄົນ​ພຽງ​ແຕ່ໄດ້​ເບິ່ງອີກ ຄົນ​ໜຶ່ງ​ທີ່​ສາມາດ​ຮັບບັບຕິ​ສະມາ​ແທນ​ຄົນ​ຕາຍ ​ແລະ ​ກະທຳ​ພິທີການ​ທີ່​ສັກສິດ​ນັ້ນ. ​ເຊັ່ນ​ດຽວ​ກັບ​ນີ​ໄຟ, ​ເຂົາ​ເຈົ້າ “ຊື່ນ​ຊົມ​ໃນ​ພັນທະ​ສັນຍາ​ຂອງ​ພຣະຜູ້​ເປັນ​ເຈົ້າ.”5

ຜູ້ຍິງ​ໂສດ​ຄົນ​ໜຶ່ງ​ທີ່​ຂ້າພະ​ເຈົ້າຮູ້ຈັກ ນັບຖື​ພິທີການ​ສິນ​ລະ​ລຶກ ​ແລະ ຄຳ​ສັນຍາອັນ​ສັກສິດ​ຂອງ​ມັນຫລາຍ​ທີ່​ສຸດ ທີ່​ວ່າ “[ນາງ] ຈະ​ມີ​ພຣະວິນ​ຍານ​ຂອງ​ພຣະອົງ​ຢູ່​ກັບ [ນາງ] ຕະຫລອດ​ເວລາ.”6 ການ​ເປັນ​ເພື່ອນຕະຫລອດ​ເວລາ​ນັ້ນ ​ເປັນ​ຄຳ​ສັນຍາ​ທີ່​ເຮັດ​ໃຫ້​ນາງ​ຮູ້ສຶກ​ສະບາຍ​ໃຈຂຶ້ນກັບ​ຄວາມ​ຮູ້ສຶກ​ໂດດດ່ຽວ​ຂອງ​ນາງ. ມັນ​ໄດ້​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ນາງ ​ເພື່ອ​ນາງ​ຈະ​ໄດ້​ພັດທະນາ​ພອນ​ສະຫວັນ​ຂອງ​ນາງ ​ແລະ ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ. ນາງ​ໄດ້​ຄົ້ນພົບ​ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່​​ກັບ​ການ​ມີ​ຄວາມ​ຮັກ​ຕໍ່ເດັກນ້ອຍ​ໃນ​ຊີວິດ​ຂອງ​ນາງ, ​ແລະ ​ເມື່ອນາງສະ​ແຫວ​ງຫາ​ຄວາມ​ສະ​ຫງົບ, ທ່ານ​ຈະ​ພົບ​ເຫັນ​ນາງ​ຢູ່​ໃນ​ພຣະວິຫານ.

ສຸດ​ທ້າຍ, ມີ​ຍິງ​ຊະລາ​ຄົນ​ໜຶ່ງ​ອາຍຸ 90 ປີ ທີ່​ໄດ້​ເຫັນ​ລູກ​ຫລານ​ຂອງ​ລາວ​​ເຕີບ​ໂຕ​ຂຶ້ນ ​ແລະ ​ເຫັນ​ເຫ​ລັນ​ຂອງ​ລາວ​ເຂົ້າມາສູ່​ໂລກ. ​ເຊັ່ນ​ດຽວ​ກັບ​ຫລາຍ​ຄົນ​ພວກ​ເຮົາ, ລາວ​ໄດ້​ມີ​ຊີວິດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​​ໂສກ​ເສົ້າ, ຄວາມ​​ເດືອດຮ້ອນ, ​ແລະ ຄວາມສຸກ​ທີ່​​ເກີນ​ກວ່າ​ຄວາມ​ເຂົ້າ​ໃຈ. ລາວ​ໄດ້​ຮັບ​ສາລະພາບວ່າ ​ຖ້າ​ຫາກ​ລາວ​ຈະ​ຂຽນ​ປະ​ຫວັດ​ຂອງ​ລາວ​ຄືນ​ອີກ, ລາວ​ຈະ​ບໍ່​ເລືອກ​ຮ່ວມ​ບາງ​ຕອນ​ທີ່​ລາວ​ໄດ້​ຂຽນ​ໄວ້. ​ແຕ່ດ້ວຍ​ຮອຍ​ຍິ້ມ, ລາວ​ເວົ້າວ່າ, “ຂ້ອຍ​ຕ້ອງ​ມີ​ອາຍຸ​ຕໍ່​ໄປ​ອີກ​ຈັກ​ໜ້ອຍ​ໜຶ່ງ ​ແລະ ເບິ່ງ​ວ່າ​ຈະມີ​ຫຍັງ​ເກີດ​ຂຶ້ນ!” ລາວ​ຍັງຍຶດໝັ້ນຕໍ່​ພັນທະ​ສັນຍາ​ຢູ່​ໃນ​ເສັ້ນທາງນັ້ນຕໍ່​ໄປ.

ນີ​ໄຟ​ໄດ້​ສອນ​ວ່າ:

“ຫລັງ​ຈາກ​ພວກ​ທ່ານ​ເຂົ້າ​ໄປ​ໃນ​ທາງ​ຄັບ​ແຄບ​ນັ້ນ​ແລ້ວ, ຂ້າພະ​ເຈົ້າຢາກ​ຖາມ​ວ່າ​ເຮັດ​ທຸກ​ຢ່າງ​ແລ້ວ​ບໍ? ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ເວົ້າກັບ​ພວກ​ທ່ານ​ວ່າ. …

“ດັ່ງນັ້ນ, ພວກ​ທ່ານ​ຕ້ອງ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະຫວ່າງ​ຢ່າງ​ບໍລິບູນ​ຂອງ​ຄວາມ​ຫວັງ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະນຸດ​ທັງ​ປວງ. ດັ່ງນັ້ນ, ຖ້າ​ຫາກ​ພວກ​ທ່ານ​ຈະ​ມຸ້ງ​ໜ້າ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ ແລະ ອົດທົນຈົນ​ເຖິງ​ທີ່​ສຸດ​ແລ້ວ, ຈົ່ງ​ເບິ່ງ, ພຣະ​ບິດາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້: ເຈົ້າ​ຈະ​ມີ​ຊີວິດ​ນິລັນ​ດອນ.”7

​ເຮົາ​ແຕ່ລະຄົນ​ກໍຢູ່​ໃນ​ເສັ້ນທາງນັ້ນ. ຄ່ຳ​ຄືນ​ນີ້, ​ເຮົາ​ຮ້ອງ​ເພງ​ກ່ຽວ​ກັບ​ການ​ຍ່າງ​ໄປ​ໃນ​ຄວາມ​ສະຫວ່າງ. ຖ້າ​ເປັນ​ຄົນ​ດຽວ, ​ເຮົາ​ຈະ​ເຂັ້ມ​ແຂງ. ຖ້າ​ພ້ອມ​ກັບ​ພຣະ​ເຈົ້າ, ​​ແລ້ວ​ບໍ່​ມີ​ໃຜ​ສາມາດ​ຈະຢຸດ​ຢັ້ງ​ເຮົາ​ໄດ້.

ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່​ເອັມມາ ສະ​ມິດ​ ວ່າ, “ຈົ່ງລື້​ນ​ເລີ​ງ ​ແລະ ຊື່ນ​ຊົມເຖີດ, ​ແລະ ​ແນບສະ​ນິດຢູ່​ກັບພັນທະ​ສັນຍາ ​ຊຶ່ງ​ເຈົ້າ​ໄດ້​ເຮັດ.”8

ເຮົາ​ຊື່ນ​ຊົມ​ທີ່​ຜ່ານ​ການ​ຮັກສາພັນທະ​ສັນຍາ​ຂອງ​ເຮົາ, ​ເຮົາ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ພຣະ​ເຢຊູ​ຄຣິດ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພວກ​ພຣະອົງ​ຊົງ​ພຣະຊົນ​ຢູ່. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.