​2010–2019
ໃຫ້​ຄວາມ​ເຊື່ອ​ຖື​ຂອງ​ທ່ານ​ເປັນ​ທີ່​​ຮູ້ຈັກ
ເມສາ 2014


ໃຫ້​ຄວາມ​ເຊື່ອ​ຖື​ຂອງ​ທ່ານ​ເປັນ​ທີ່​​ຮູ້ຈັກ

ຢູ່​ໃນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂ​ອ​ງ​ທ່ານທຸກ​ວັນ, ຂໍ​ໃຫ້​ເພີ່ມ​ສັດ​ທາ​ຂອງ​ທ່ານ. ປະ​ກາດ​ຄວາມ​ເຊື່ອ​ຖື​ຂອງ​ທ່ານ! ສະ​ແດງ​ໃຫ້​ຄວາມ​ເຊື່ອ​ຖື​ຂອງ​ທ່ານ​ເປັນ​ທີ່​ຮູ້​ຈັກເຖີດ.

ເອື້ອຍ​ອ້າຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫ​ລາຍ, ພວກເຮົາ​ຂໍ​ສະ​ແດງ​ຄວາມ​ຮູ້​ສຶກ​ທີ່​ເລິກ​ຊຶ້ງ​ເຖິງ​ຄວາມ​ຮັກ ແລະ ຄວາມ​ກະ​ຕັນ​ຍູ​ທີ່​ມີ​ຕໍ່​ທ່ານ. ​ພວກເຮົາ​ກະ​ຕັນ​ຍູ​ສຳ​ລັບໜ້າ​ທີ່ທີ່​ຈະ​ຮ່ວມ​ງານ​ກັບ​ພວກ​ທ່ານ.

ໃນ​ຖ້ຽວ​ບິນ​ເມື່ອບໍ່​ດົນ​ມານີ້, ນັກ​ບິນ​ໄດ້​ປະ​ກາດ​ວ່າ​ເຮົາ​ຈະ​ໄດ້​ປະ​ເຊີນ​ກັບ​ການ​ປັ່ນ​ປ່ວນ​ໃນ​ອາ​ກາດ​ຕອນ​ຍົນ​ກຳ​ລັງ​ຈະ​ລົງ ແລະ ວ່າ​ຜູ້​ໂດຍ​ສານ​ທຸກ​ຄົນ​ຕ້ອງ​ໃສ່​ເຂັມ​ຂັດ​ນິ​ລະ​ໄພໄວ້​ໃຫ້​ແໜ້ນ. ຕາ​ມ​ທີ່​ໄດ້​ຄາດ​ຫວັງ​ໄວ້ ການ​ປັ່ນ​ປ່ວນ​ນັ້ນ​ກໍ​ໄດ້​ເກີດ​ຂຶ້ນ. ມັນ​ໄດ້​ມາ​ແຮງ​ຂະ​ໜາດ. ໃນ​ບ່ອນ​ນັ່ງ​ອີກ​ຂ້າງ​ໜຶ່ງ​ສອງ​ແຖວ​ທາງ​ຫ​ລັງ​ຂ້າ​ພະ​ເຈົ້າ, ຜູ້​ຍິງ​ທີ່​ຢ້ານ​ກົວ​ຄົນ​ໜຶ່ງໄດ້​ຕົກ​ໃຈ​ຫ​ລາຍ. ເມື່ອ​ຍົນປັ່ນ​ປ່ວນ​ໄປ​ແຕ່​ລະ​ເທື່ອ​ນາງ​ໄດ້​ຮ້ອງ​ຂຶ້ນ​ດັງໆ. ສາ​ມີ​ຂອງ​ນາງ​ພະ​ຍາ​ຍາມ​ປອບ​ໃຈ​ນາງ​ແຕ່ບໍ່​ໄດ້​ຜົນ​ຫ​ຍັງ. ສຽງ​ຮ້ອງ​ທີ່​ຢ້ານ​ກົວຂອງ​ນາງດັງ​ຂຶ້ນ​ຕໍ່​ໄປ ຈົນ​ກວ່າ​ພວກ​ເຮົາ​ໄດ້​ຜ່ານ​ເຂດ​ທີ່​ປັ່ນ​ປ່ວນນັ້ນ​ ແລະ ຍົນ​ກໍ​ໄດ້​ລົງ​ມາ​​ເຖິງດິນ​ຢ່າງ​ປອດ​ໄພ. ໃນ​ລະ​ຫວ່າງ​ເວ​ລາ​ທີ່ໄດ້​ຮູ້​ສຶກ​ຢ້ານ​ກົວ, ຂ້າ​ພະ​ເຈົ້າ​ກໍ​ສົງ​ສານ​ນາງ. ​ເພາະ​ສັ​ດ​ທາ​ເປັນສິ່ງ​ຕໍ່​ຕ້ານ​ຄວາມ​ຢ້ານ​ກົວ, ຂ້າ​ພະ​ເຈົ້າໄດ້​ປາດ​ຖະ​ໜາ​ຢູ່​ໃນ​ໃຈ​ວ່າຢາກ​ຊ່ອຍ​ໃຫ້​ສັດ​ທາ​ຂອງ​ນາງ​ເຂັ້ມ​ແຂງ.

ຕໍ່​ຈາກນັ້ນ, ເມື່ອ​ຜູ້​ໂດຍ​ສານ​ໄດ້​ອອກ​ຈາກ​ຍົນ, ສາ​ມີ​ຂອງ​ຜູ້​ຍິງ​ຄົນ​ນັ້ນ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ. ລາວ​ໄດ້​ເວົ້າ​ວ່າ, “ຂ້າ​ນ້ອຍ​ຂໍ​ໂທດ​ເດີ​ທີ່​ເມຍ​ຂອງ​ຂ້າ​ນ້ອຍຢ້ານ​ຫລາຍ. ວິ​ທີ​ດຽວ​ທີ່​ຂ້າ​ນ້ອຍ​ສາ​ມາດ​ປອບ​ໃຈ​ນາງ​ໄດ້​ກໍ​ແມ່ນ​ໄດ້​ບອກ​ນາງ​ວ່າ ແອວ​ເດີ ແນວ​ສັນ ກໍ​ຢູ່​ໃນ​ຍົນ​ລຳ​ນີ້, ສະ​ນັ້ນ​ນ້ອງບໍ່​ຕ້ອງ​ຢ້ານດອກ.’”

ຂ້າ​ພະ​ເຈົ້າ​ບໍ່​ແນ່​ໃຈ​ວ່າ​ການ​ທີ່​ຂ້າ​ພະ​ເຈົ້າ​ຢູ່​ໃນ​ຖ້ຽວ​ບິນນັ້ນ​ຄວນ​ໄດ້​ໃຫ້​ຄວ​າມ​ສະ​ບາຍ​ໃຈ​ແກ່​ນາງ, ແຕ່​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ໄດ້​ວ່າ​ຄວາມ​ຈິງ​ຢ່າງ​ໜຶ່ງ​ຂອງ​ຊີ​ວິດ​ມະ​ຕະ​ນີ້​ແມ່​ນ​ວ່າ ສັດ​ທາ​ຂອງ​ເຮົາ​ຈະ​ຖືກ​ທົດ​ລອງ ແລະ ຖືກ​ທ້າ​ທາຍ. ບາງ​ເທື່ອ​ການ​ທົດ​ລອງນັ້ນ​ຈະ​ມີ​ມາ​ເມື່ອ​ເຮົາ​ປະ​ເຊີນ​ສິ່ງ​ທີ່​ປະກົດ​ວ່າ​ເປັນ​ເລື່ອງ​ຄໍ​ຂາດ​ບາດ​ຕາຍ. ສຳ​ລັບ​ຜູ້​ຍິງ​ທີ່​ຢ້ານ​ກົວ​ຄົນ​ນີ້, ການ​ທີ່​ຍົນ​ປັ່ນ​ປ່ວນ​ຢ່າງ​ໜັກ​ໜ່ວງ​ກໍ​ເປັນ​ວິ​ນາ​ທີ​ແຫ່ງ​ການ​ທົດ​ລອງນັ້ນ ເມື່ອ​ພວກ​ເຮົາ​​ໄດ້ພົບ​ເຫັນ​ວ່າສັດ​ທາຂອງ​ເຮົາ​ເຂັ້ມ​ແຂງ​ເທົ່າ​ໃດ.

ເມື່ອ​ເຮົາ​ກ່າວ​ເຖິງ​ສັດ​ທາ​—ສັດ​ທາ​ທີ່​ສາມາດຍົກຍ້າຍ​ພູ​ເຂົາ—ເຮົາ​ບໍ່​ໄດ້​ກ່າວ​ເຖິງ​ສັດ​ທາ​ແບບ​ທົ່ວ​ໄປ ແຕ່​ເຖິງ​ສັດ​ທາ​ໃນ​ອົງ​ພ​ຣະ​ເຢ​ຊູ​ຄ​ຣິດ. ສັດ​ທາ​ໃນອົງພ​ຣະ​ເຢ​ຊູ​ຄ​ຣິດສາ​ມາດ​ຖືກເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ເມື່ອ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພ​ຣະ​ອົງ ແລະ ດຳ​ລົງ​ຊີ​ວິດ​ຕ​າມສາດ​ສະ​ໜາຂອງ​ເຮົາ. ແຕ່​ຢ່າງໃດ​ກໍ​ຕາມ, ໃນພາ​ສາ​ທີ່​ໃຊ້​ກັນ​ໃນ​ວັນ​ເວ​ລານີ້, ຄຳ​ທີ່​ວ່າ ສາດສະໜາ ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ​ຫລາຍ​ສຳ​ລັບ​ແຕ່​ລະ​ຄົນ.

ຕາມ​ຄວາມ​ໝາຍ​ຕາມ​ຕົວ​ອັກ​ສອນ​ແລ້ວ ຄຳ​ທີ່​ວ່າ ສາດສະໜາ ໝາຍ​ຄວາມ​ວ່າ “ຜູກ​ມັດ​ອີກ” ຫລື “ຜູກ​ມັດ​ຄືນກັບ” ​​ພ​ຣະ​ເຈົ້າ.1 ຄຳ​ຖາມ​ທີ່​ເຮົາ​ຄວນ​ຖາມ​ຕົນ​ເອງ​ຄື, ເຮົາ​ຖືກ​ຜູກ​ມັດ​ຄືນ​ກັບພ​ຣະ​ເຈົ້າ​ໃຫ້​ແໜ້ນ​ແລ້ວ​ບໍ ເພື່ອ​ວ່າ​ສັດ​ທ​າ​ຂອງ​ເຮົາ​ຈະ​ຖືກ​ສະ​ແດງ​ອອກ​ໃຫ້​ເຫັນ​ໄດ້? ຫລື ວ່າ​ເຮົາ​ຖືກ​ຜູກ​ມັດ​ເຂົ້າ​ກັບ​ສິ່ງ​ອື່ນ​ໃດ? ຍົກ​ຕົວ​ຢ່າງ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ການ​ເວົ້າ​ລົມ​ຕອນ​ເຊົ້າ​ວັນ​ຈັນ​ກ່ຽວ​ກັບ​ເກມ​ກິ​ລາ​ມື​ອາ​ຊີບ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ອາ​ທິດ​ກ່ອນນັ້ນ. ສຳ​ລັບ​ແຟນ​ກິ​ລາ, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ຖ້າ​ຫາກວ່​າ “ສາດ​ສະ​ໜາ” ຂອງ​ເຂົາ​ເຈົ້າ​ຈະ “ຜູກ​ມັດ​ເຂົາ​ເຈົ້າ​ຄືນ​” ກັບການ​ແຂ່ງ​ຂັນ​ເລື່ອງ​ກິ​ລາ​ເທົ່າ​ນັ້ນ.

​ເຮົາ​ອາດ​ຖາມ​ຕົນ​ເອງວ່າ, ສັດ​ທາ​ຂອງ​ເຮົາ​ຢູ່​ໃສ? ມັນ​ຢູ່​ກັບ​ທິມ​ກິ​ລາ​ບໍ? ມັນ​ຢູ່​ໃນ​ຫຍິຫໍ້​ບໍ? ​ມັ​ນ​ຢູ່​ນຳ​ນັກ​ສະ​ແດງ​ໂດ່ງ​ດັງ​ບໍ? ແມ່ນ​ແຕ່​ທິມ​ກິ​ລາ​ທີ່​ເກັ່ງ​ທີ່​ສຸດ​ກໍ​ສາ​ມາດ​ລົ້ມ​ເຫລວ​ໄດ້. ນັກ​ສະ​ແດງ​ຊື່​ດັງ​ກໍ​ໝົດ​ຄວາມ​ນິ​ຍົມ​ຊົມ​ຊອບ​ໄປ​ໄດ້. ມີ​ພຽງ​ຜູ້​ດຽວ​ທີ່​ສັດ​ທາ​ຂອງ​ເຮົາ​ຈະ​ມີ​ຢູ່​ຢ່າງ​ປອດ​ໄພ​ສະ​ເໝີ, ແລະ ນັ້ນ​ກໍ​ແມ່ນ​ໃນ​ອົງ ​ພຣະ​ເຢ​ຊູ​ຄ​ຣິດ. ແລະ ທ່ານ​ຕ້ອງສະ​ແດງ​ໃຫ້​ຄວາມ​ເຊື່ອ​ຖື​ຂອງ​ທ່ານ​ເປັນ​ທີ່​ຮູ້​ຈັກ.

ພ​ຣະ​ເຈົ້າ​ໄດ້​ປະ​ກາດ​ໃນ​ ຂໍ້​ທີ​ໜຶ່ງ​ ໃນ​ພ​ຣະ​ບັນ​ຍັດ​ສິບ​ປະ​ການ​ວ່າ, “ຢ່າ​ນະ​ມັດ​ສະ​ການ​ພ​ຣະ​ອື່ນ ນອກ​ຈາກ​ເຮົາ​ແຕ່​ເທົ່າ​ນັ້ນ.”2 ພຣະ​ອົງ​ຍັງ​ໄດ້​ກ່າວ​ອີກວ່າ, ໃຫ້​ຫລຽວ​ຫາ​ພ​ຣະ​ອົງ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ​ໂດຍບໍ່​ສົງ​ໄສ ແລະ ບໍ່​ຢ້ານ​ກົວ.”3 ແຕ່​ຍັງ​ມີ​ຫລາຍ​ຄົນ​ທີ່​ຫລຽວ​ຫາພຽງ​ແຕ່​ບັນ​ຊີ​ທະ​ນາ​ຄານ​​ຂອງ​ເຂົາ​ເຈົ້າເທົ່າ​ນັ້ນເພື່ອ​ຫາ​ຄວາມ​ສະ​ຫງົບ ຫ​ລື ເບິ່ງ​ມະ​ນຸດ​ດ້ວຍ​ກັນສຳ​ລັບ​ຕົວ​ຢ່າງ​ທີ່​ຈະ​ຕິດ​ຕາມ.

ນັກ​ການ​ແພດ, ອາ​ຈາ​ນ​ດ້ານ​ການ​ສຶກ​ສາ, ແລະ​ ນັກ​ການ​ເມືອງ​ມັກ​ຈະ​ທົດ​ລອງ​ສັດ​ທາ. ໃນ​ການ​ຕິດ​ຕາມ​ຫາ​ເປົ້າ​ໝາຍ​ຂອງ​ເຂົ​າ​ເຈົ້າ, ຄວາມ​ເຊື່ອ​ຖື​ຂອງ​ເຂົາ​ເຈົ້າ​ຈະ​ເປີດ​ເຜີຍ ຫລື ວ່າ​ຖືກ​ປິດ​ບັງ​ໄວ້? ເຂົາ​ເຈົ້າ​ຖືກ​ຜູກ​ມັດ​ກັບ​ພ​ຣະ​ເຈົ້າ ຫລື ວ່າ​ກັບ​ມະ​ນຸດ?

ຂ້າ​ພະ​ເຈົ້າ​ຖືກ​ທົດ​ລອງ​ດັ່ງ​ນັ້ນ​ເມື່ອ​ຫລາຍ​ສິບ​ປີ​ກ່ອນ ເມື່ອ​ເພື່ອນ​ຮ່ວມ​ງານ​ໃນ​ຄະ​ນະ​ແພດ​ສາດ​ຄົນ​ໜຶ່ງ​ໄດ້​ເວົ້າ​ຮ້າຍ​ຂ້າ​ພະ​ເຈົ້າ​ເພາະ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ແບ່ງ​ແຍກ​ຄວາມ​ຮູ້​ທາງ​ວິ​ຊາ​ການ​ຈາກ​ຄວາມ​ເຊື່ອ​ໝັ້ນ​ທາງ​ສາດ​ສະ​ໜາ​ຂອງ​ຂ້າ​ພະ​ເຈົ້າ. ລາວ​ໄດ້​ບັນ​ຊາວ່າ ບໍ່ ໃຫ້​ຂ້າ​ພະ​ເຈົ້າ​ເອົາ​ທັງ​ສອງ​ເຂົ້າ​ຮ່ວມ​ກັນ. ຂ້າ​ພະ​ເຈົ້າ​ຈະ​ເຮັດ​ແນວນັ້ນ​ໄດ້​ແນວ​ໃດ? ຄວາມ​ຈິງ​ກໍ​ຄື​ຄວາມ​ຈິງ! ມັນ​ແບ່ງ​ແຍກບໍ່​ໄດ້, ແລະ ຈະ​ປະ​ຖິ້ມ​ສ່ວນ​ໃດໆ​ກໍ​ບໍ່​ໄດ້.

ບໍ່​ວ່າ​ຄວາມ​ຈິງ​ຈະ​ເປັນ​ຜົນ​ທີ່​ມາ​ຈາກ​ຫ້ອງ​ທົດ​ລອງ​ທາງ​ດ້ານ​ວິ​ທະ​ຍາ​ສາດ ຫລື ຜ່ານ​ການ​ເປີດ​ເຜີຍ, ຄວາມ​ຈິງ​ທັງ​ໝົດ​ເກີດ​ມາ​ຈາກ​ພ​ຣະ​ເຈົ້າ. ຄວາມ​ຈິງ​ທັງ​ໝົດ​ເປັນ​ພາກ​ສ່ວນ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ຂອງ​ພ​ຣ​ະ​ເຢ​ຊູ ​ຄ​ຣິດ.4 ແຕ່​ຂ້າ​ພະ​ເຈົ້າ​ຖືກ​ຮຽກ​ຮ້ອງ​ໃຫ້​ປິດ​ບັງ​ຄວາມ​ເຊື່ອ​ຖື​ຂອງ​ຂ້າ​ພ​ະ​ເຈົ້າ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ເພື່ອນ​ຮ່ວມ​ງານ​ຄົນ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ຄວາມ​ເຊື່ອ​ຖື​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ທີ່​ຮູ້​ຈັກ!

ໃນ​ຄວາມ​ພະ​ຍາ​ຍາມ​ທຸກ​ຢ່າງ​ທາງ​ດ້ານ​ອາ​ຊີບ, ມາດ​ຕະ​ຖານ​ທີ່​ເຄັ່ງ​ຄັດ​ຂອງ​ຄວາມ​ຖືກ​ຕ້ອງນັ້ນ​ແມ່ນ​ຈຳ​ເປັນ. ນັກ​ວິ​ຊາ​ການເຫັນ​ຄຸນ​ຄ່າ​ຂອງ​ອິດ​ສະ​ລະ​ພາບ​ໃນ​ການ​ສະ​ແດງ​ອອກຂອງ​ເຂົາ​ເຈົ້າ​. ແຕ່​​ຈະ​ບໍ່​ມີອິ​ດ​ສະ​ລະ​ພາບ​ທີ່​ຄົບ​ຖ້ວນ​​ຖ້າ​ຫາກ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ຄວາມ​ຮູ້​ຂອງ​ເຮົາຖືກ​ຖື​ວ່າ “​ບໍ່ເປັນ​ທີ່ຍອມ​ຮັບ” ໂດຍ​ກົດ​ໝາຍ​ຂອງ​ມະ​ນຸດ.

ຈະ​ປະ​ລະຄວາມ​ຈິງ​ທາງວິນ​ຍານ​ບໍ່​ໄດ້—ໂດຍ​ສະ​ເພາະ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ເຈົ້າ. ການ​ຮັກ​ສາ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ເຈົ້າ​ຈະ​ນຳ​ພອນ​ມາ​ໃຫ້, ທຸກໆ​ເທື່ອ! ການ​ເຮັດ​ຜິດ​ຕໍ່ພ​ຣະ​ບັນ​ຍັດ​​ຂອງ​ພ​ຣະ​ເຈົ້າ​ຈະນຳ​ກາ​ນ​ສູນ​ເສຍ​ພອນ​ມ​າ​ໃຫ້, ທຸກໆ​ເທື່ອ!5

ມີ​ບັນ​ຫາ​ຫລາຍ​ຢູ່​ໃນ​ໂລກ​ນີ້ເພາະ​ວ່າມັນ​ເຕັມ​ໄປ​ດ້ວຍ​ຄົນ​ທີ່ບໍ່​ດີ​ພ້ອມ. ​ສັດ​ທາ ຫລື ການ​ຂາດ​ສັດ​ທາ​ມີ​ອິດ​ທິ​ພົນ​ຫລາຍ​ຕໍ່ຈຸດ​ປະ​ສົງ​ ແລະ ຄວາມ​ປາດ​ຖະ​ໜາຂອງ​ເຂົາ​ເຈົ້າ. ຫລາຍ​ຄົນ​ເອົາ​ຄວາມ​ສຳ​ຄັນ​ອື່ນໆ​ມາ​ກ່ອນ​ພ​ຣະ​ເຈົ້າ. ບາງ​ຄົນ​ທ້າ​ທາຍ​ຄວາມສຳຄັນ​ທາງ​ດ້ານ​ສາດ​ສະ​ໜາ​ໃນ​ຊີ​ວິດ​ສະ​ໄໝ​ໃໝ່​ນີ້. ດັ່ງ​ທີ່​ໄດ້​ເປັນມາໃນ​ທຸກ​ຍຸກ​ທຸກ​ສະ​ໄໝ, ໃນ​ວັນ​ເວ​ລານີ້​ຍັງ​ມີ​ຄົນ​ທີ່​ເວົ້າ​ເຍາະ​ເຍີ້ຍ ຫລື ຕິ​ຊົມ​​ການ​ດຳ​ລົງ​ຊີ​ວິດ​ທາງ​ສາດ​ສະ​ໜາ. ບາງ​ຄົນ​ກໍ​ໂທດ​ສາດ​ສະ​ໜາ​ສຳ​ລັບບາບ​ໃນ​ໂລກທີ່​ມີ​ຢ່າງ​ຫລວງ​ຫລາຍ. ກໍ​ເປັນ​ທີ່ຍອມ​ຮັບ ​ວ່າບາງ​ເທື່ອ​ການ​ກະ​ທຳ​ທີ່​ໂຫດ​ຮ້າຍ​ກໍ​ໄດ້​ຖືກ​ເຮັດ​ລົງ​ໄປ​ໃນ​ນາມ​ຂອງ​ສາດ​ສະ​ໜາ. ແຕ່​ການ​ດຳ​ລົງ​ຊີ​ວິດຕາມ​ຄວາມ​ເຊື່ອ​ແທ້​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ໝາຍ​ຄວາມ​ວ່າ​ການ​ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພ​ຣະ​ເຢ​ຊູ ​ຄ​ຣິດນັ້ນ, ເປັນ​ວິ​ຖີ​ຊີ​ວິດ ແລະ ເປັນ​ຄຳ​ໝັ້ນ​ສັນ​ຍາ​ປະ​ຈຳ​ວັນ​ທີ່​ຈະ​ໃຫ້​ເຮົາ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພ​ຣະ​ເຈົ້າ. ເມື່ອ​ທ່ານ​ດຳ​ລົງ​ຊີ​ວິດ​ຕາມ​ສາດ​ສະ​ໜາ​ຂອງ​ທ່ານ, ທ່ານ​ກໍ​ກຳ​ລັງນຳ​ໃຊ້​ສັດ​ທາ​ຂອງ​ທ່ານ. ທ່ານ​ກໍ​ສະ​ແດງ​ໃຫ້​ຄວາມ​ເຊື່ອ​ຖື​ຂອງ​ທ່ານ​ເປັນ​ທີ່​ຮູ້​ຈັກ.

ພ​ຣະ​ຜູ້​ເປັນ​ເຈົ້າຮູ້​ວ່າ​ລູກໆ​ຂອງ​ພ​ຣະ​ອົງ​ຈະ​ຕ້ອງ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ພົບ​ເຫັນ​ພ​ຣະ​ອົງ. ພ​ຣະ​ອົງ​ໄດ້​ກ່າວ​ວ່າ ປະ​ຕູນັ້ນ​ຄັບ ແລະ​ ເສັ້ນ​ທາງນັ້ນ​ກໍ​ແຄບ​ທີ່​ຈະ​ນຳ​ໄປ​ສູ່​ … ຄວາມ​ສູງ​ສົ່ງ … , ແລະ ມີ​ໜ້ອຍ​ຄົນ​ທີ່​ຈະ​ພົບ​ເຫັນ​ມັນໄດ້.”6

ພ​ຣະ​ຄຳ​ພີ​ຈັດ​ໃຫ້​ເຮົາ​ມີ​ວິ​ທີ​ທາງ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ພົບ​ເຫັນ​ເສັ້ນທາງ ແລະ ຄົງ​ຢູ່​ໃນ​ເສັ້ນ​ທາງ​ນັ້ນຕໍ່​ໄປ. ຄວາມ​ຮູ້​ທາງ​ພ​ຣະ​ຄຳ​ພີກໍ​ຈະ​ໃຫ້​ການ​ປົກ​ປ້ອງ​ທີ່​ມີຄ່ານຳ​ອີກ. ຍົກ​ຕົວ​ຢ່າງ, ຕະ​ຫລອດ​ປະ​ຫວັດ​ສາດ, ເຊື້ອ​ໂຣກ​ດັ່ງ ເລືອດ​ເປັນ​ພິດ​ຫລັງ​ຄອດ​ລູກ ໄດ້​ເຮັດ​ໃຫ້​ຜູ້​ຍິງ ແລະ ເດັກ​ທາ​ລົກ​ຫລາຍ​ຄົນ​ເສຍ​ຊີ​ວິດ. ແຕ່, ພ​ຣະ​ສັນ​ຍາ​ເດີມ​ທີ່​ຖືກ​ຂຽນ​ດົນ​ກວ່າ 3,000 ປີ​ກ່ອນ ກໍໄດ້​ມີ​ຫລັກ​ທຳ​ທີ່​ຖືກ​ຕ້ອງ​ໃນ​ການ​ປະ​ຕິ​ບັດ​ຕໍ່​ຄົນ​ໄຂ້​ທີ່​ຕິດ​ເຊື້ອ​ໂຣກນີ້!7 ຫລາຍ​ຄົນ​ໄດ້​ຕາຍ​ໄປ​ເພາະ​ຄວາມ​ໄຄວ່​ຄວ້າ​ຫາ​ຄວາມ​ຮູ້​ຂອງ​ມະ​ນຸດ ບໍ່​ເຊື່ອ​ຟັງ​ພ​ຣະ​ຄຳ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ!

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ເຮົາ​ຍັງ​ຂາດ​ຫ​ຍັງ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ ຖ້າ​ເຮົາ “ຮ່ຳ​ຮຽນ​ຢູ່​ສະ​ເໝີ, [ແຕ່] ຮູ້​ເຖິງ​ຄວາມ​ຈິງບໍ່​ໄດ້​ຈັກ​ເທື່ອ”?8 ເຮົາ​ສາ​ມາດ​ມີ​ຄວາມ​ຮູ້​ທີ່​ຍິ່ງ​ໃຫ​ຍ່​​ໄດ້ຈາກ​ພ​ຣະ​ຄຳ​ພີ ແລະ ໄດ້​ຮັບ​ການ​ດົນ​ໃຈ​ຜ່ານ​ການ​ອະ​ທິ​ຖານ.

ການ​ເຮັດ​ສິ່ງນີ້​ຈະ​ຊ່ອຍ​ເຮົາ​ຂະ​ນະ​ທີ່​ເຮົາເລືອກ​ສິ່ງທີ່​ຈະ​ເຮັດ​ທຸກໆ​ມື້. ໂດຍ​ສະ​ເພາະ​ເມື່ອ​ກົດ​ໝາຍ​ຂອງ​ມະ​ນຸດ​ຖືກ​ແຕ່ງ​ຂຶ້​ນ​ມາ ແລະ ຖືກ​ບັງ​ຄັບ​ໃຫ້​ເຮັດ​ຕາມ, ກົດ​ຂອງ​ພ​ຣະ​ເຈົ້າແຮ່ງ​ຕ້ອງ​ເປັນ​ມາດ​ຕະ​ຖານ​ຂອງ​ເຮົາ​ສະ​ເໝີ. ເມື່ອ​ຈັດ​ການ​ກັ​ບ​ບັນ​ຫາ​ທີ່​ເປັນ​ທີ່​ຮູ້​ຈັກ​ທົ່ວ​ໄປ, ເຮົາ​ຄວນ​ຄົ້ນ​ຄວ້າ​ຫາ​ການ​ຊີ້​ນຳ​ຂອງ​ພ​ຣະ​ເຈົ້າ​ກ່ອນ.

ເຮົາ​ຄວນ “ປຽບ​ທຽບ​ພ​ຣະ​ຄຳ​ພີ​ທັງ​ໝົດ​ກັບ​ຕົວ​ພວກ​ເຮົາ, … ເພື່ອ​ຜົນ​ປະ​ໂຫຍດ ແລະ ການ​ຮຽນ​ຮູ້​ຂອງ​ພວກເຮົາ.”9 ​ມີອັນ​ຕະ​ລາຍ​ຢູ່​ໃກ້ໆ ເມື່ອ​ເຮົາ​ແບ່ງ​ແຍກ​ຕົວ​ເຮົາ​ເອງ​ດ້ວຍ​ຄຳ​ຄິດ​ດັ່ງ​ກ່າວ​ວ່າ “ຊີ​ວິດ​ສ່ວນ​ຕົວ​ຂອງ​ເຮົາ” ຫລື “ພຶດ​ຕິ​ກຳ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ.” ຖ້າ​ຄົນ​ເຮົາ​ພະ​ຍາ​ຍາມ​ຈະ​ແບ່ງ​ແຍກ​ຊີ​ວິດ​ຂອ​ງ​ຕົນ​ເປັນ​ພາກ​ສ່ວນ​ຕ່າງໆ​, ເຮົາ​ຈະ​ບໍ່​ຍຶດ​ໝັ້ນ​ເຖິງ​ຄວາມ​ຊື່​ສັດ​ສ່ວນ​ຕົວຢ່າງ​ເຕັມ​ທີ່—ຈະ​ບໍ່ມີ​ວັນ​ກາຍ​ເປັນ​ຕົວ ຈິງ ຄົບ​ຖ້ວນ​ທີ່​ສາ​ມາດ​ເປັນ​ໄດ້​​ເລີຍ.

ການ​ລໍ້​ລວງ​ໃຫ້​ໂດ່ງ​ດັງ​ອາດ​ຖື​ຄວາມ​ຄິດ​ເຫັນ​ຂອງ​ມວນ​ຊົນ​ວ່າ​ສຳ​ຄັນ​ກວ່າ​ພ​ຣະ​ຄຳ​ຂອງ​ພ​ຣ​ະ​ເຈົ້າ. ການ​ຫາ​ຄະ​ແນນ​ສຽງ​ຂອງ​ການ​ເມືອງ ແລະ ຍຸດ​ທິ​ວິ​ທີ​ທາງ​ກາ​ນ​ຄ້າ​ແມ່ນມັກ​ນຳ​ໃຊ້​ຄວາມ​ຄິດ​ເຫັນ​ຂອງ​ມວນ​ຊົນ​ເພື່ອເຮັດ​ໃຫ້​ແຜນ​ການ​ຂອງ​ເຂົາ​ເຈົ້າ​ກ້າ​ວ​ໜ້າ. ​ຜົນ​ຂອງ​ການ​ລົງ​ຄະ​ແນນ​ເຫລົ່າ​ນັ້ນ​ກໍ​ໃຫ້​ຄວາມ​ຮູ້. ​ແຕ່ ມັນ​ຈະບໍ່​ຖືກ​ນຳມາ​ໃຊ້ເປັນ​ຫລັກ​ຖານ​ທີ່​ຈະ​ເປັນ​ເຫດ​ຜົນ​ບໍ່​​ໃຫ້ເຊື່ອ​ຟັງ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ເຈົ້າ! ແມ່ນ​ແຕ່​ຖ້າ​ຫາກ “ທຸກ​ຄົນ​ກໍ​ເຮັດ​ແບບນັ້ນ,” ສິ່ງ​ທີ່​ຜິດ​ຈະ​ເປັນ​ສິ່ງ​ທີ່​ຖືກຕ້ອງບໍ່​ໄດ້​ຈັກ​ເທື່ອ. ຄວາມ​ຊົ່ວ​ຮ້າຍ, ຄວາມ​ຜິດ​ພາດ, ແລະ ຄວາມ​ມືດ​ມົວ​ຈະ​ບໍ່​ເປັນ​ຄວາມ​ຈິງ​ຈັກ​ເທື່ອ, ເຖິງ​ແມ່ນ​ວ່າ​ມັນ​ຈະ​ເປັນ​ທີ່​ນິ​ຍົມ​ຊົມ​ຊອບ​ກໍ​ຕາມ. ພຣະ​ຄຳ​ພີ​ເຕືອນ​ວ່າ: “ເຄາະ​ກຳ​ເປັນ​ຂອງ​ພວກ​ເຈົ້າ​ສາ​ແລ້ວ! ພວກ​ເຈົ້າ​ເອີ້ນ​ສິ່ງ​ດີ​ວ່າ​ເປັນ​ສິ່ງທີ່​ຊົ່ວ ແລະ ເອີ້ນ​ສິ່ງ​ທີ່​ຊົ່ວ​ວ່າ​ເປັນ​ສິ່ງ​ທີ່​ດີ; ພວກ​ເຈົ້າ​ປ່ຽນ​ມືດ​ເປັນ​ແຈ້ງ ແລະ ແຈ້ງ​ເປັນ​ມືດ.”10

ຫລັງ​ຈາກ​ສົງ​ຄາມ​ໂລກ​ຄັ້ງ​ທີ​ໜຶ່ງ, ເພງ​ທີ່​ລາ​ມົກ​ບົດ​ໜຶ່ງ​ກໍ​ເປັນ​ທີ່​ນິ​ຍົມ​ດີ. ໃນ​ການ​ສະ​ໜັບ​ສະ​ໜູນ​ຄວາມ​ອະ​ທຳ, ມັນ​ໄດ້​ສັນ​ຍາ​ວ່າ​ຄົນ​ຈຳ​ນ​ວນ 50 ລ້ານຄົນ​ຈະ​ຜິດບໍ່​ໄດ້. ແຕ່​ຕາມ​ຄວາມ​ຈິງ​ແລ້ວ, ຄົນ​ຈຳ​ນ​ວນ 50 ລ້ານ ສາມາດ ຜິດ​ໄດ້—ຜິດ​ແທ້ໆ. ຄວາມ​ອະ​ທຳ​ກໍ​ຍັງ​ເປັນ​ຄວາມ​ອະ​ທຳ​ຢູ່​ໃນ​ສາຍ​ພ​ຣະ​ເນດ​ຂອງ​ພ​ຣ​ະ​ເຈົ້າ, ອົງ​ທີ່​ຈະ​ຕັດ​ສິນ​ການ​ກະ​ທຳ ແລະ ຄວາມ​ປາ​ດ​ຖະ​ໜາ​ຂອງ​ເຮົາ​ທັງ​ໝົດ.11

ໃຫ້​ເຮົາ​ປຽບ​ທຽບ​ຄວາມ​ຢ້ານ​ກົວ ແລະ ການ​ຂາດ​ສັ​ດ​ທາ​ທີ່​ມີ​ຫລາຍ​ຢູ່​ໃນ​ໂລກ​ໃນ​ວັນ​ເວ​ລານີ້ ກັບ​ສັດ​ທາ ແລະ ຄວາມ​ກ້າ​ຫານ​ຂອງ​ນາງແ​ອັມ​ມະ​ລີ ລູກ​ສາວ​ທີ່​ຮັກ​ຂອງ​ຂ້າ​ພ​ະ​ເຈົ້າ, ທີ່​ຢູ່​ໃນ​ໂລກ​ວິນ​ຍານ​ໃນ​ເວ​ລານີ້. ເມື່ອ​ຊີ​ວິດ​ມະ​ຕະ​ໄດ້​ອອກ​ໄປ​ຈາກ​ຮ່າງ​ກາຍ​ທີ່​ເປັນ​ໂຣກ​ມະ​ເລັງ​ຂອງ​ນາງ, ນາງ​ເວົ້າ​ເກືອບບໍ່​ໄດ້. ແຕ່​ດ້ວຍ​ຮອຍຍິ້ມ​ຢູ່​ໃນ​ໃບ​ໜ້າ​ຂອງ​ນາງ, ນາງ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ພໍ່​ເອີຍ, ພໍ່​ບໍ່ຕ້ອງ​ເປັນ​ຫ່ວງ​ລູກ​ເດີ້. ລູກບໍ່​ເປັນ​ຫ​ຍັງ​ດອກ!” ສັດ​ທາ​ຂອງ​ນາງ​ແອັມ​ມະ​ລີ ຖືກ​ສະ​ແດງ​ອອກ​ໃຫ້​ເຫັນ—ສະ​ແດງ​ອອກ​ຢ່າງ​ແຈ່ມ​ແຈ້ງ​ແທ້ໆ—ໃນ​ວິ​ນາ​ທີ​ທີ່​ລະ​ອຽດ​ອ່ອນນັ້ນ, ຕອນ​ທີ່​ພວກ​ເຮົາ​ຕ້ອງ​ການ​ມັນ​ຫ​ລາຍ​ທີ່​ສຸດ.

ແມ່​ສາວ​ຜູ້​ສວຍ​ງາມຂອງ​​ລູກ​ຫ້າຄົນ​ຄົນ​ນີ້ ໄດ້​ມີ​ສັ​ດ​ທາ​ອັນສົມ​ບູນໃນ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ນາງ, ໃນ​ແຜນ​ຂອງ​ພ​ຣະ​ອົງ, ແລະ ໃນ​ຄວາມ​ຜາ​ສຸກ​ນິ​ລັນ​ດອນ​ຂອງ​ຄອບ​ຄົວ​ຂອງ​ນາງ. ນາງ​ໄດ້​ຜູກມັດ​ກັບ​ພ​ຣະ​ເຈົ້າ. ນາງ​ໄດ້​ຊື່​ສັດ​ແທ້ໆຕໍ່​ພັນ​ທະ​ສັນ​ຍາທີ່​ໄດ້​ເຮັດ​​ໄວ້ກັບ​ພ​ຣະ​ຜູ້​ເປັນ​ເຈົ້າ ແລະ ກັບ​ສາ​ມີ​ຂອງ​ນາງ. ນາງ​ໄດ້​ຮັກ​ລູກໆ​ຂອງ​ນາງ, ແຕ່​ຍັງ​ມີ​ຄ​ວາມ​ສະ​ຫງົ​ບ, ເຖິງ​ແມ່ນ​ວ່ານາງ​ຈະ​ຕາຍ​ຈ​າກ​ພວກ​ເຂົາໄປ​ໃນ​ບໍ່​ຊ້າກໍ​ຕາມ. ນາງ​ໄດ້​ມີ​ສັດ​ທາ​ໃນ​ອະ​ນາ​ຄົດ​ຂອງ​ນາງ, ແລະ ຂອງ​ພວກ​ເຂົາ​ດ້ວຍ, ເພາະ​ນາງ​ໄດ້​ມີ​ສັດ​ທາ​ໃນ​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ໃນ​ພ​ຣະ​ບຸດ​ຂອງ​ພ​ຣະ​ອົງ.

ໃນ​ປີ 1986, ປະ​ທານທອມ​ມັສ ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ: “ແນ່ນອນ​ວ່າ​ພວກ​ເຮົາ​ຈະ​ປະ​ເຊີນກັບຄວາມ​ຢ້ານ​ກົວ, ຖືກ​ເຍາະ​ເຍີ້ຍ, ແລະ ປະ​ສົບ​ການ​ຕໍ່​ຕ້ານ. ຂໍ​ໃຫ້​ເຮົາ​ມີ​ຄວາມ​ກ້າ​ຫານ​ພໍ​ທີ່​ຈະ​ຕໍ່​ຕ້ານ​ສິ່ງ​ທີ່​ຄົນ​ສ່ວນ​ໃຫ​ຍ່​​ເຊື່ອ​ຖື, ມີ​ຄວາມ​ກ້າ​ຫານ​ທີ່​ຈະປົກ​ປ້ອງ​ຫລັກ​ທຳ​ຂອງ​ເຮົາ. ການມີ​ຄວາ​ມ​ກ້າ​ຫານ​ໂດຍບໍ່​ຜ່ອນ​ຜັນ, ຈະ​ນຳ​ຮອຍ​ຍິ້ມ​ຂອງ​ການ​ເຫັນ​ດີ​ຂອງ​ພ​ຣະ​ເຈົ້າມາ​ໃຫ້. … ຂໍ​ໃຫ້​ຈຳ​ໄວ້​ວ່າ ມະ​ນຸດ​ທຸກ​ຄົນ​ມີ​ຄວາມ​ຢ້ານ​ກົວ, ແຕ່​ຄົນ​ທີ່​ປະ​ເຊີນ​ໜ້າ​ກັບ​ຄວາມ​ຢ້ານ​ກົວ​ຂອງ​ເຂົາ​ດ້ວຍ [ສັດ​ທາ] ກໍ​ມີ​ຄວາມ​ກ້າ​ຫານ​​ນຳດ້ວຍ.”12

ຄຳ​ແນະ​ນຳ​ຂອງ​ປະ​ທານມອນ​ສັນນັ້ນ​ເປັນ​ຄວາມ​ຈິງ​ສະ​ເໝີ! ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຂໍ​ອ້ອນວອນ​ກັບ​ພວກ​ທ່ານ, ​ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ: ຈົ່ງຢູ່​ໃນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂ​ອ​ງ​ທ່ານທຸກ​ວັນ, ຂໍ​ໃຫ້​ເພີ່ມ​ສັດ​ທາ​ຂອງ​ທ່ານ. ປະ​ກາດ​ຄວາມ​ເຊື່ອ​ຖື​ຂອງ​ທ່ານ! ສະ​ແດງ​ໃຫ້​ຄວາມ​ເຊື່ອ​ຖື​ຂອງ​ທ່ານ​ເປັນ​ທີ່​ຮູ້​ຈັກເຖີດ!13

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ທ່ານ​ຈະ​ຜູກ​ມັດ​ກັບ​ພ​ຣະ​ເຈົ້າ​ໃຫ້​ແໜ້ນ, ເພື່ອ​ວ່າ​ຄວາມ​ຈິງ​ນິ​ລັນ​ດອນ​ຂອງ​ພ​ຣະ​ອົງ​ຈະ​ຖືກ​ສະ​ຫລັກ​ໄວ້​ຢູ່​ໃນ​ຫົວ​ໃຈ​ຂອງ​ທ່ານ​ຕະ​ຫລອດ​ໄປ. ແລະ ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ, ຕະ​ຫລອດ​ຊີ​ວິດ​ຂອງ​ທ່ານ, ທ່ານ​ຈະ​ສະ​ແດງ​ໃຫ້​ຄວາມ​ເຊື່ອ​ຖື​ຂອງ​ທ່ານ​ເປັນ​ທີ່​ຮູ້​ຈັກ! ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເມື່ອ​ແອ​ນ້ອຍ​ເກີດ​ມາ, ສາຍ​ບື​ກໍ​ຖືກ​ຜູກ​ມັດ​ສອງ​ເທື່ອ ແລະ ແລ້ວ​ຖືກ​ຕັດ​ລະ​ຫວ່າງດ້າຍ​ສອງ​ເສັ້ນ​ທີ່​ຜູກ​ມັດ​ນັ້ນ. ສາຍ​ຜູກ​ຄື​ສາຍ​ມັດ ມັດ​ຢ່າງ​ແໜ້ນ. ຄຳ​ວ່າ ສາດສະໜາ ມາ​ຈາກ​ຄຳ​ລາ​ຕິນ: ຣີ, ໝາຍ​ຄວາມ​ວ່າ “ອີກ​” ຫລື “ກັບ​ຕໍ່” ແລະ ຄຳ ligare, ໝາຍ​ຄວາມ​ວ່າ “ມັດ” ຫລື “​ມັດ​ອີກ.” ສະ​ນັ້ນ, ເຮົາ​ເຂົ້າ​ໃຈ​ໄດ້​ວ່າ​ສາດ​ສະ​ໜາ “​ຜູກ​ມັດ​ຄົນ​ທີ່​ເຊື່ອ​​ເຂົ້າກັບ​ພ​ຣະ​ເຈົ້າ.”

  2. ອົບ​ພະ​ຍົບ 20:3.. ພ້ອມນີ້, ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ກັບ​ຄືນ​ມາ​ສາ ແລະ ປະ​ຖິ້ມ​ … ຮູບ​ໂຄ​ລົບ​ອັນ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຈົ້າ​ນັ້ນ​ເຖີດ” (​ເອ​ເຊ​ກຽນ 14:6).

  3. ​ເບິ່ງ Doctrine and Covenants 6:36.

  4. ​ເບິ່ງ Spencer W. Kimball, The Teachings of Spencer W. Kimball, ed. Edward L. Kimball (1982), 391.

  5. ​ເບິ່ງ ​ໂມ​ໄຊ​ຢາ 2:41; Doctrine and Covenants 58:30–33; 82:10. ຫລັກ​ທຳ​ແມ່ນ​ຈິງ​ສຳ​ລັບ​ທຸກໆ​ຄົນ, ເພາະ​ “ພ​ຣະ​ເຈົ້າ​ເຮັດ​ກັບທຸກ​ຄົນ​ເທິງ​ຫລັກ​ເກນ​ຢ່າງ​ດຽວ​ກັນ” (ກິດຈະກຳ 10:34; ​ເບິ່ງ ​ໂມ​ໂຣ​ໄນ 8:12) ​ນຳ​ອີກ.

  6. ​ເບິ່ງ Doctrine and Covenants 132:22.

  7. ​ເບິ່ງ ລະ​ບຽບ​ພວກ​ເລ​ວີ 15:13.

  8. 2 ຕີ​ໂມ​ທຽວ 3:7.

  9. 1 ນີ​ໄຟ 19:23.

  10. ​ເອຊາ​ຢາ 5:20.

  11. ພ​ຣະ​ຄຳ​ພີ​ສອນ​ວ່າ: “ຈົ່ງ​ມາ​ຫາ​ພ​ຣະ​ຜູ້​ເປັນເຈົ້າ, ພ​ຣະ​ຜູ້​ບໍ​ລິ​ສຸດ. ຈົ່ງ​ຈຳ​ໄວ້​ວ່າ ທາງ​ຂອງ​ພ​ຣະ​ອົງ​ນັ້ນ​ຊອບ​ທຳ. ຈົ່ງ​ເບິ່ງ, ທາງ​ຂອງ​ມະ​ນຸ​ດແຄບ​ແຕ່​ວາງ​ຢູ່​ໃນ​ເສັ້ນ​ທາງ​ຊື່​ຕົງ​ຕໍ່​ໜ້າ​ເຂົາ, ແລະ ຜູ້​ຮັກ​ສາ​ປະ​ຕູ​ຄື​ພ​ຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດ​ສະ​ຣາ​ເອນ, ແລະ ພ​ຣະ​ອົງ​ບໍ່​ຈ້າງ​ຜູ້​ຮັບ​ໃຊ້​ໃຫ້​ຢູ່​ບ່ອນນັ້ນ, ແລະ ບໍ່​ມີ​ຊ່ອງ​ທ​າງ​ໃດ​ນອກ​ຈາກ​ປະ​ຕູນັ້ນ, ເພາະ​ຈະ​ຫລອກ​ລ​ວງ​ພ​ຣະ​ອົງ​ບໍ່​ໄດ້, ເພາະ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າຄື​ພ​ຣະ​ນາມ​ຂ​ອງ​ພ​ຣະ​ອົງ” (2 9:41).

  12. Thomas S. Monson, “Courage Counts,” Ensign, Nov. 1986, 41. ໃນ​ອີກ​ໂອ​ກາດ​ໜຶ່ງ, ປ​ະ​ທານມອນ​ສັນ​ໄດ້​ໃຫ້​ຄຳ​ແນະ​ນຳ​ທີ່​ດົນ​ໃຈ​ນີ້​ວ່າ: ເພື່ອ​ຈະ​ດຳ​ລົງ​ຊີ​ວິດ​ຢ່າງ​ດີ​ງາມ, ເຮົາ​ຕ້ອງ​ພັດ​ທະ​ນາ​ຄວາມ​ສາ​ມາດ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ບັນ​ຫາ​ດ້ວຍ​ຄວ​າມ​ກ້າ​ຫານ, ຄວາມ​ຜິດ​ຫວັງ​ດ້ວຍ​ຄວາມ​ຊື່ນ​ບານ, ແລະ ໄຊ​ຊະ​ນະ​ດ້ວຍ​ຄວາມ​ຖ່ອມ​ຕົນ. … ເຮົາ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພ​ຣະ​ເຈົ້າ​ທີ່​ຊົງ​ພຣະຊົນຢູ່, ອົງ​ທີ່​ເຮົາ​ຖືກ​ສ້າງ​ຂຶ້ນ​ມາ​ຕາມ​ຮູບ​ລັກ​ສະ​ນະ. … ເຮົາ​ຈະ​ຍຶດ​ໝັ້ນ​ຢູ່​ກັບ​ຄວາມ​ເຊື່ອ​ໝັ້ນ​ນີ້​ໄດ້​ຢ່າງ​ຈິງ​ຈັງ​ປາດ​ສະ​ຈາກ​ການ​ຈະ​ມີ​ຄວາມ​ຮູ້​ເຖິງ​ພະ​ລັງ ແລະ ອຳ​ນາດ​ທີ່​ເລິກ​ຊຶ້ງ​ນີ້​ບໍ່ໄດ້, ແມ່ນ​ແຕ່​ພະ​ລັງ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ເຈົ້າ, ອຳ​ນາດ​ທີ່​ຈະ​ຕ້​ານ​ທານກ​ານ​ລໍ້​ລວງ​ຂອງ​ຊາ​ຕານ,” Ensign, July 1973, 43).

  13. “ປະ​ຕິເສດ​ຕົນ​ຈາກ​ຄວາມບໍ່​ເປັນ​ເໝືອນ​ດັ່ງ​ພ​ຣະ​ເຈົ້າ​ທຸກ​ຢ່າງ” (​ໂມ​ໂຣ​ໄນ 10:32). ຢ່າ​ຊູ​ຢ້ານ​ມະ​ນຸດ​ຫລາຍ​ກວ່າ​​ຢ້ານພ​ຣະ​ເຈົ້າ (​ເບິ່ງ Doctrine and Covenants 3:7; 59:5).