​2010–2019
ຂໍ​ບໍ່​ໃຫ້​ເຮົາ​ໄປ​ຜິດ​ທາງ
ເມສາ 2014


ຂໍ​ບໍ່​ໃຫ້​ເຮົາ​ໄປ​ຜິດ​ທາງ

ຂ້າພະເຈົ້າ​ອະທິຖານ​ວ່າ ພວກ​ເຮົາ​ຈະ​ບໍ່​ຫລົງທິດທາງ​ເລີຍ ເພື່ອ​ພວກ​ເຮົາ​ຈະ​ຕິດ​ຢູ່​ກັບ​ສະຫວັນ​ຕະຫລອດ, ເພື່ອ​ທິດ​ທາງ​ຂອງ​ໂລກ​ຈະ​ບໍ່​ນຳ​ພວກ​ເຮົາ​ໃຫ້​ອອກ​ໄປ​ຜິດ​ທາງ.

ເດັກ​ຊາຍ​ນ້ອຍ​ຄົນ​ໜຶ່ງ​ກຳລັງ​ຝຶກ​ປິ​ອາ​ໂນ​ຢູ່ ເມື່ອ​ຄົນ​ຂາຍຂອງ​ເຫັນ​ເດັກ​ຄົນ​ນັ້ນ​ກໍ​ເລີຍ​ຖາມ​ວ່າ “ແມ່​ເຈົ້າ​ຢູ່​ບ້ານ​ບໍ?”

ເດັກ​ຄົນ​ນັ້ນ​ກໍ​ໄດ້​ຕອບ​ວ່າ “ແລ້ວ...ເຈົ້າ​ຄິດຈັ່ງ​ໃດ​ຊັ້ນນ່າ?”

ລູກ​ທັງ​ຫ້າ​ຄົນ​ຂອງ​ເຮົາ​ຫ​ລິ້ນ​ປິ​ອາ​ໂນ ກໍ​ຍ້ອນ​ການ​ຊຸກຍູ້​ຂອງ​ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ! ເມື່ອ​ໃດ​ທີ່​ຄູສອນ​ມາ​ຮອດ​ບ້ານ​ເຮົາ ລູກ​ຊາຍ​ຊື່​ເອດ​ຣຽນ ຈະ​ແລ່ນ​ໄປ​ລີ້​ຊ້ອນ​ເພື່ອ​ຫລີກ​ບົດຮຽນ. ແຕ່​ມື້ໜຶ່ງ​ມີ​ສິ່ງ​ອັດສະຈັນ​ເກີດ​ຂຶ້ນ! ລາວ​​ເລີ່​ມຮັກ​ດົນຕີ​ຫລາຍຂະໜາດ​ຈົນ​ລາວ​ມັກ​ຝຶກ​ເອງ​ຕໍ່​ໄປ.

ຖ້າ​ຫາກ​ພວກ​ເຮົາ​ຈະ​ມາ​ເຖິງ​ຈຸດ​ນັ້ນ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມໃສ​ຂອງ​ພວກ​ເຮົາ ກໍ​ຄົງ​ຈະ​ໜ້າ​ອັດສະຈັນ​ໃຈດີ. ຈະ​ເປັນສິ່ງ​ທີ່​ແສນ​ດີ​ທີ່​ຈະ​ມີ​ຄວາມ​ປາດ​ຖະ​ໜາ​ເລິກໆ​ໃນໃຈ​ຂອງ​ເຮົາ​ທີ່​ຈະ​ຮັກ​ສາ​ພຣະ​ບັນຍັດ​ໂດຍ​ບໍ່​ຕ້ອງ​ມີ​ຜູ້​ໃດ​ມາ​ເຕືອນ​ພວກ​ເຮົາ ແລະ ໂດຍ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ຖ້າ​ພວກ​ເຮົາ​ຕິດຕາມ​ທາງທີ່​ຖືກຕ້ອງ ພວກ​ເຮົາ​ຈະ​ມີ​ພອນ​ດັ່ງ​ທີ່​ສັນຍາ​ໄວ້​ໃນ​ພຣະ​ຄຳ​ພີ.

ຫລາຍ​ປີ​ແລ້ວ​ຂ້າພະເຈົ້າ​ໄດ້​ໄປ​ອຸທິຍານ​ແຫ່ງ​ຊາດ ອາ​ຣ໌​ເຈັນຊ໌ ພ້ອມ​ດ້ວຍ​ພັນ​ລະ​ຍາ ລູກ​ສາວ, ນາງ​ເອ​ວິ​ລິນ ແລະ​ ເພື່ອນ. ໂຄ້ງ​ທີ່​ມີ​ຊື່​ສຽງ​ດັງ​ຫລາຍ​ຢູ່​ນັ້ນ​ເອີ້ນ​ວ່າ ໂຄ້ງ​ບາງ. ພວກ​ເຮົາ ໄດ້​ຕັດສິນ​ໃຈ​ວ່າ ຈະ​ຍ່າງ​ປະມານ​ສອງ​ກິໂລແມັດ ປີນ​ພູ​ເພື່ອ​ໄປ​ຮອດ​ໂຄ້ງ​ດັ່ງກ່າວ.

ພວກ​ເຮົາ​​ໄດ້​ເລີ່​ມ​ໄປ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ​ ແຕ່​ຫລັງ​ຈາກ​ໄດ້​ຍ່າງ​ບໍ່​ໄກ​ປານໃດ ຄົນ​ອື່ນໆກໍ​ຢາກ​ພັກຜ່ອນ. ເພາະ​ຂ້າພະເຈົ້າ​ຢາກ​ໄປ​ຮອດ​ ຂ້າພະເຈົ້າ​ໄດ້​ຍ່າງ​ຕໍ່​ໄປ​ກ່ອນ​ຄົນ​ດຽວ. ໂດຍ​ບໍ່​ໄດ້​ເອົາໃຈໃສ່​ທາງ​ທີ່​ຄວນ​ໄປ ຂ້າພະເຈົ້າ​ກໍ​ໄປ​ຕາມ​ຜູ້​ຊາຍ​ທີ່ຢູ່​ທາງ​ໜ້າ​ຂ້າພະເຈົ້າ ລາວ​ເດີນໄປ​ດ້ວຍ​ຄວາມ​ແນ່ນອນ. ຕໍ່​ໄປ​ທາງ​ເດີນ​ໄດ້​ຍາກ​ກວ່າ ແລະ ຂ້າພະເຈົ້າ​ຕ້ອງ​ເຕັ້ນ​ຈາກ​ຫີນກ້ອນ​ໜຶ່ງ​ໄປ​​ຫາ​ຫີນ​ອີກ​ກ້ອນ​ໜຶ່ງ. ຍ້ອນ​ຄວາມຍາກ ຂ້າພະເຈົ້າ​ກໍ​ແນ່​ໃຈ​ວ່າ​ພວກ​ຜູ້ຍິງ​ໃນ​ກຸ່ມ​ຂ້າພະເຈົ້າ​ຈະ​ໄປບໍ່ຮອດ​. ທັນໃດ​ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ໂຄ້ງ​ບາງ​ນັ້ນ ແຕ່​ເປັນທີ່​ແປກ​ໃຈ​ຫລາຍ ຂ້າພະເຈົ້າ​ໄດ້​ເຫັນ​ວ່າ ຂ້າພະເຈົ້າ​ໄປ​ຮອດ​ມັນບໍ່​ໄດ້.

ໂດຍ​ທີ່​ເຫລືອໃຈ​ຂະໜາດ ຂ້າພະເຈົ້າ​ໄດ້​ຕັດສິນ​ໃຈ​ກັບ​ໄປ. ຂ້າພະ​ເຈົ້າ​ໄດ້​ລໍຖ້າ​ຢ່າງ​ຮ້ອນໃຈ​ຈົນ​ໄດ້​ພົບ​ກັນ​ອີກ. ຂ້າພະເຈົ້າ​ໄດ້ຖາມ​ທັນ​ທີວ່າ “ພວກ​ເຈົ້າ​ໄດ້​ໄປ​ຮອດ​ໂຄ້ງ​ບາງ​ບໍ່?” ເຂົາເຈົ້າ​ຕອບ​ຢ່າງ​ດີໃຈ​ວ່າ ໄປ​ຮອດ. ເຂົາເຈົ້າ​ອະທິບາຍ​ວ່າ ໄດ້​ຕິດຕາມ​ປ້າຍ​ຊີ້​ທາງ ແລະ ​ໂດຍ​ທີ່​ເອົາໃຈໃສ່ ແລະ ຄວາມ​ພະຍາຍາມ ເຂົາເຈົ້າ​ໄດ້​​ໄປຮອດ​ເປົ້າ​ໝາຍ​ທີ່​ຢາກ​ໄປ​ນັ້ນ.

ເປັນ​ໜ້າ​ເສຍ​ດາຍ ຂ້າພະເຈົ້າ​ໄດ້​ໄປ​ຜິດ​ທາງ. ຂ້າພະເຈົ້າໄດ້​ຮຽນ​ບົດຮຽນ​ດີໆ​​ໃນມື້​ນັ້ນ!

ເລື້ອຍ​ປານໃດ​ແດ່​ທີ່​ພວກ​ເຮົາ​ເຮັດ​ຜິດ​ໃນ​ເລື່ອງ​ທາງ​ທີ່​ຖືກຕ້ອງ, ຍອມ​ໃຫ້​ຕົວ​ເອງ​ຖືກ​ນຳໄປ​ຕາມ​ທິດ​ທາງ​ຂອງ​ໂລກ? ພວກ​ເຮົາ​ຕ້ອງ​ຖາມ​ຕົວ​ເອງ​ເລື້ອຍໆ​ວ່າ ພວກ​ເຮົາ​ເປັນ​ຄົນປະຕິບັດ​ຕາມ​ພຣະ​ຄຳ​ຂອງ​ພຣະຄຣິດ​ອີ​ຫ​ລີ.

ມີ​ຄຳ​ສອນ​ທີ່​ແສນ​ດີ​ໃນ​ໜັງ​ສື​ໂຢ​ຮັນ​ວ່າ:

“ຈົ່ງ​ຮ່ວມ​ເຂົ້າ​ກັບ​ເຮົາ ແລະ ເຮົາ​ຈະ​ຮ່ວມ​ເຂົ້າ​ກັບ​ພວກ​ທ່ານ. ກິ່ງ​ຈະ​ເກີດ​ຜົນ​ເອງ​ບໍ່​ໄດ້​ນອກຈາກ​ຈະ​ຕິດ​ຢູ່​ກັບ​ເຄືອ​ສັນໃດ ພວກ​ທ່ານ​ຍັງ​ຢູ່​ໃນ​ເຮົາ​ສັນນັ້ນ.

“ເຮົາ​ເປັນ​ເຄືອ​ອະ​ງຸ່ນ ພວກ​ທ່ານ​ເປັນ​ກິ່ງ. ພວກ​ທີ່​ຍັງ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ເຂົາ​ຈະ​ເກີດ​ຜົນ​ຫລາຍ; ດ້ວຍ​ວ່າ​ບໍ່​ມີ​ເຮົາ​ແລ້ວ ພວກ​ທ່ານ​ເຮັດ​ຫຍັງ​ບໍ່​ໄດ້” (ໂຢ​ຮັນ 15:4–5).

ໂດຍ​ໃຊ້​ຄຳ​ປຽບທຽບ​ນີ້ ພວກ​ເຮົາ​ສາມາດ​ເຫັນ​ຄວາມ​ພົວພັນ​ອັນສູງ​ສົ່ງ​ທີ່​ເຮົາ​ມີ​ກັບ​ພຣະເຢ​ຊູ​ຄຣິດ ແລະ ຄວາມ​ສຳຄັນ​ຂອງ​ເຮົາ​ແຕ່ລະຄົນ​ຕໍ່​ພຣະ​ອົງ. ພຣະ​ອົງ​ເປັນ​ຮາກ ແລະ ລຳຕົ້ນ​ທີ່​ສົ່ງ​​ນ້ຳ​ທີ່​ໃຫ້​ຊີວິດ​ແກ່​ພວກ​ເຮົາ, ເປັນ​ຢາງ​ໄມ້​ທີ່ຍອມ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ການ​ບຳລຸງ​ລ້ຽງ​ເພື່ອ​ເຮົາ​ຈະ​ໄດ້ຜົນ​ຫລາຍ. ພຣະເຢ​ຊູ​ຄຣິດ​ສອນ​ພວກ​ເຮົາ​ໃນ​ວີ​ທີ​ທາງ​ທີ່​ເປັນ​ກິ່ງ​ງ່າ—ຫລື​ ຄົນ​ທີ່​ອາ​ໄສ​ພຣະ​ອົງ—ພວກ​ເຮົາ​ຈະ​ບໍ່​ປະໝາດ​ຄຸນຄ່າ​ຂອງ​ຄຳ​ສອນ​ຂອງ​ພຣະ​ອົງ.

ຄວາມ​ຜິດ​ບາງ​ຢ່າງ​ອາດ​ຮ້າຍ​ແຮງ ແລະ ຖ້າ​ຫາກ​ພວກເຮົາ​ບໍ່​ແກ້​ໄຂ​ທັນ​ເວລາ ຄວາມ​ຜິດພາດ​ອາດ​ນຳ​ພວກ​ເຮົາອອກ​ໄປນອກ​ທາງ​ທີ່​ຖືກຕ້ອງ​ຕະຫລອດ​ໄປ. ແຕ່​ຖ້າ​ພວກ​ເຮົາກັບ​ໃຈ ແລະ ຮັບ​ການ​ແກ້​ໄຂ​ ປະສົບ​ການ​ດັ່ງກ່າວ​ນີ້​ຍ່ອມຈະ​ໃຫ້​ພວກ​ເຮົາ​ຖ່ອມຕົວ​ລົງ, ປ່ຽນ​ການ​ກະທຳ​ຂອງ​ພວກ​ເຮົາ ແລະ ພາ​ຕົວ​ເອງ​ມາ​ໃກ້​ຊິດ​ພຣະ​ບິດາ​ເທິງ​ສະຫວັນ​ອີກຫລາຍ​ຂຶ້ນ.

ຂ້າພະເຈົ້າ​ຢາກ​ໃຫ້​ຕົວຢ່າງ​ກ່ຽວ​ກັບ​ເລື່ອງ​ນີ້​ໂດຍ​ອ້າງ​ອີງ​ເຖິງ​ປະສົບ​ການ​ຢ່າງ​ຮ້ອນຮົນ​ຫລາຍ​ຂອງ​ສາດສະດາ​ໂຈ​ເຊັບ ສ​ະມິດ. ຜ່ານ​ປະສົບ​ການ​ນີ້ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້ໃຫ້​ຄຳ​ສອນ​ທີ່​ມີ​ຄຸນຄ່າ​ຫລາຍ​ກ່ຽວ​ກັບ​ຫລັກ​ທຳ​ທີ່​ພວກ​ເຮົາ​ຄວນ​ນຶກ​ຄິດ​ຕະຫລອດ​ຊີວິດ. ນີ້​ໄດ້​ເກີດ​ຂຶ້ນ​ເມື່ອ​ມາ​ຕິ​ນ ແຮ​ຣິສ ໄດ້​ສູນ​ເສຍໜັງສື 116 ໜ້າທີ່​ຖືກ​ແປ​ແລ້ວ ທີ່​ເປັນ​ສ່ວນ​ທຳ​ອິດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ.

ຫລັງ​ຈາກ​ເພິ່ນ​ໄດ້​ກັບ​ໃຈ​ຈາກ​ການ​ບໍ່​ເຮັດ​ຕາມ​ຄຳ​ແນະນຳ​ຂອງພຣະ​ຜູ້​ເປັນ​ເຈົ້າ, ສາດສະດາ​ໄດ້​ຮັບ​ການ​ເປີດເຜີຍ​ທີ່​ພົບ​ເຫັນຢູ່​ໃນ ພາກ​ທີ 3 ຂອງ Doctrine and Covenants (ເບິ່ງ Teachings of Presidents of the Church: Joseph Smith [2007], 69–71). ຈາກ​ສິ່ງ​ທີ່​ຂຽນ​ໃນ ຂໍ້​ທີ 1 ເຖິງ 10, ຂ້າພະເຈົ້າ​ຂໍ​ແນະນຳ ຫລັກ​ທຳ​ສາມ​ປະການ​ທີ່​ພວກ​ເຮົາ​ຄວນ​ຈື່​ຈຳ​ໄວ້​ຕະຫລອດ:

  1. ວຽກ​ງານ ແລະ ຈຸດປະສົງ​ຂອງ​ພຣະ​ເຈົ້າ​ຈະ​ລົ້ມ​ເຫ​ລວບໍ່ໄດ້.

  2. ພວກ​ເຮົາ​ບໍ່​ຄວນ​ຢ້ານ​ມະນຸດ​ຍິ່ງ​ກວ່າ​ຢ້ານ​ພຣະ​ເຈົ້າ.

  3. ຕ້ອງ​ມີ​ການ​ກັບ​ໃຈ​ເປັນ​ປະຈຳ.

ໃນ ຂໍ້​ທີ 13, ພຣະ​ຜູ້​ເປັນ​ເຈົ້າ​​ໄດ້ສອນ​ການ​ກະທຳ​ສີ່​ຢ່າງ​ທີ່ພວກ​ເຮົາ​ບໍ່​ຄວນ​ເຮັດ​ເລີຍ:

  1. ຖື​ວ່າ​ຄຳ​ແນະນຳ​ຂອງ​ພຣະ​ເຈົ້າ​ໄຮ້​ຄ່າ.

  2. ຜິດ​ຄຳ​ສັນຍາ​ທີ່​ສັກສິດ​ທີ່ສຸດ​ຊຶ່ງ​ທຳ​ໄວ້​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

  3. ເພິ່ງ​ການ​ຕັດສິນ​ໃຈ​ຂອງ​ຕົນ​ເອງ.

  4. ອວດ​ອ້າງ​ປັນຍາ​ຂອງ​ຕົນ​ເອງ.

ຂ້າພະເຈົ້າ​ອະທິຖານ​ວ່າ ພວກ​ເຮົາ​ຈະ​ບໍ່​ຫລົງ​ທິດ​ທາງ​ເລີຍ ເພື່ອ​ພວກ​ເຮົາ​ຈະ​ຕິດ​ຢູ່​ກັບ​ສະຫວັນ​ຕະຫລອດ, ເພື່ອ​ທິດ​ທາງ​ຂອງ​ໂລກ​ຈະ​ບໍ່​ນຳ​ພວກ​ເຮົາ​ໃຫ້​ອອກ​ໄປ​ຜິດ​ທາງ.

ຖ້າ​ຫາກ​ທ່ານ​ຜູ້​ໃດ​ຄິດ​ຈະ​ປະ​ຖິ້ມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ–ບໍ່​ວ່າ​ຢູ່​ໃນ​ຈຸດ​ໃດ​ກໍ​ຕາມ–ທ່ານ​ຈະ​ຮູ້ສຶກ​ຄວາມ​ຂົມຂື່ນ​ເສຍ​ໃຈ​ທີ່​ໄດ້​ຖື​ວ່າ​ຄຳ​ແນະນຳ​ຂອງ​ພຣະ​ເຈົ້າ​ໄຮ້​ຄ່າ, ທີ່​ໄດ້ເຮັດ​ຜິດ​ຄຳ​ສັນຍາ​ທີ່​ສັກສິດ​ທີ່​ສຸດ​ຊຶ່ງ​ໄດ້​ເຮັດ​ໄວ້​ຕໍ່​ພຣະ​ພັກຂອງ​ພຣະ​ເຈົ້າ ທີ່​ໄດ້​ເພິ່ງ​ການ​ຕັດສິນ​ໃຈ​ຂອງ​ຕົນ​ເອງ ຫລື ທີ່​ໄດ້​ອວດ​ອ້າງ​ປັນຍາ​ຂອງ​ຕົນ​ເອງ.

ຖ້າ​ເປັນ​ດັ່ງນີ້, ຂ້າພະເຈົ້າ​ຂໍ​ແນະນຳ​ທ່ານ​ໃຫ້​ກັບ​ໃຈ ແລະ ກັບ​ມາສູ່​ທາງ​ທີ່​ຖືກຕ້ອງ.

ມີ​ເລື່ອງ​ຫລານ​ຊາຍ​ຄົນ​ໜຶ່ງ​ທີ່​ໄດ້​ໂທ​ຫາ​ພໍ່​ຕູ້​ເພື່ອ​ອວຍພອນ​ວັນເກີດ. ຫລານ​ໄດ້​ຖາມ​ພໍ່​ຕູ້​ວ່າ​ອາຍຸ​ຈັກ​ປີ. ພໍ່​ຕູ້​ຕອບ​ວ່າ ຮອດ 70 ປີ​ແລ້ວ. ຫລານ​ຊາຍ​ກໍ​ຄິດ​ຈັກ​ນ້ອຍ​ແລ້ວ​ຖາມ​ວ່າ “ພໍ່​ຕູ້​ກໍ​​ເລີ່​ມ​ຕົ້ນ​ຕັ້ງແຕ່​ໜຶ່ງ​ປີ​ຫວາ?”

ຕອນ​ເປັນ​ເດັກ​ເປັນ​ໄວ​ລຸ້ນ, ຄົນ​ບໍ່​ເຄີຍ​ຄິດ​ວ່າ​ຕົນ​ຈະ​ເຕີບໂຕ​ເປັນ​ຜູ້​ເຖົ້າ​ເລີຍ; ຄວາມ​ຄິດ​ເລື່ອງ​ຄວາມ​ຕາຍ​ກໍ​ບໍ່​ມີ​ເລີຍ–ນັ້ນ​ແມ່ນ​ເລື່ອງ​ຂອງ​ຄົນ​ເຖົ້າ​–ແລະ ຍັງ​ມີເວລາ​ດົນນານກ່ອນ​ຈະ​ຮອດ​ວັນ​ນັ້ນ. ແຕ່​ການ​ເວລາ​ກໍ​ຜ່ານ ໄປ​ເປັນ​ເດືອນ​ເປັນ​ປີ, ຈົນ​ໜ້າ​ຫ່ຽວແຫ້ງ, ແຮງ​ກໍ​ມີ​ໜ້ອຍ​ລົງ, ຕ້ອງ​ໄປ​ຫາ​ໝໍ​ເລື້ອຍໆ, ແລະ ອື່ນໆ.

ຈະ​ມີ​ວັນ​ທີ່​ພວກ​ເຮົາ​ຈະ​ພົບ​ພຣະ​ຜູ້​ໄຖ່ ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ພວກ​ເຮົາ​ພຣະເຢ​ຊູ​ຄຣິດ​ອີກ. ຂ້າ​ພະ ເຈົ້າ​ຂໍ​ວິງວອນ​ວ່າ ໃນ​ໂອກາດ​ທີ່​ສັກສິດ​ນັ້ນ​ພວກ​ເຮົາ​ຮູ້ຈັກ​ພຣະ​ອົງ​ເພາະ​ຄວາມ​ຮູ້​ທີ່​ພວກ​ເຮົາ​ມີ​ກ່ຽວ​ກັບ​ພຣະ​ອົງ ແລະ ເພາະ​ພວກ​ເຮົາ​ໄດ້​ຕິດຕາມ​ຄຳ​ສອນ​ຂອງ​ພຣະ​ອົງ. ພຣະ​ອົງ​ຈະສະແດງ​ຮອຍ​ໃນ​ພຣະ​ຫັດ ແລະ ພຣະ​ບາດ​ຂອງ​ພຣະ​ອົງ ແລະ ພວກ​ເຮົາ​ຈະ​ໂອບ​ກອດ​ພຣະ​ອົງ​ໄວ້​ແໜ້ນ​ ທັງ​ຮ້ອງໄຫ້​ດ້ວຍ​ຄວາມສຸກ​ເພາະ​ໄດ້​ຕິດຕາມ​ເສັ້ນທາງ​ຂອງພຣະ​ອົງ.

ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ຕໍ່​ທຸກ​ຄົນ​ໃນ​ໂລ​ກວ່າ ພຣະເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນຢູ່. ພຣະ​ອົງ​ຂໍ​ຮ້ອງ​ພວກ​ເຮົາ​ວ່າ ຈົ່ງ​ຮັບຟັງ ເຈົ້າ​ປະຊາ​ຊາດ​ຂອງ​ແຜ່ນດິນ​ໂລກ ແລະ ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ ພຣະ​ອົງ​ນັ້ນ​ຜູ້​​ໄດ້ສ້າງ​ເຂົາເຈົ້າ (ເບິ່ງD&C 43:23). ຂໍ​​ໃຫ້ພວກ​ເຮົາ​ມີ​ຄວາມ​ສາມາດ​ທີ່​ຈະ​ຮູ້ຈັກ, ເຊື່ອ​ຟັງ, ເຂົ້າໃຈ ແລະ ແປ​ຄວາມ​ໝາຍ​ຂອງຂ່າວສານ​ຈາກ​ພຣະ​ເຈົ້າ ພຣະ​ອົງ​ນັ້ນ​ຜູ້​​ໄດ້ສ້າງ​ພວກ​ເຮົາ​ຢ່າງ​ຖືກຕ້ອງ ເພື່ອ​ຈະ​ບໍ່​ຫລົງ​ທາງ​ໄປ​ຈາກ​ເສັ້ນ​ທາ​ງ​ຂອງພຣະ​ອົງ, ຂ້າພະເຈົ້າ​ຂໍ​ວິ​ງ​ວອນ, ໃນ​ພຣະ​ນາມ​ຂອງພຣະເຢ​ຊູ​ຄຣິດ ອາແມນ.