​2010–2019
ຄວາມ​ຮັກ​​ເປັນພື້ນຖານສຳຄັນ​ຕໍ່​ພຣະກິດ​ຕິ​ຄຸນ
ເມສາ 2014


ຄວາມ​ຮັກ​​ເປັນພື້ນຖານສຳຄັນ​ຕໍ່​ພຣະກິດ​ຕິ​ຄຸນ

ເຮົາ​ບໍ່​ສາມາດ​ຮັກ​ພຣະ​ເຈົ້າ​ແທ້ໆ ຖ້າ​ຫາກ​​ເຮົາ​ບໍ່​ຮັກ​ເພື່ອນ​ມະນຸດ​ດ້ວຍ​ກັນ​ຢູ່​ໃນ​ໂລກ​ນີ້.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ​ເມື່ອ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະອົງ​ຢູ່​​ໃນ​ບັນດາ​ຜູ້​ຄົນ, ​ທຳມະ​ຈານ​ຄົນ​ໜຶ່ງ​ໄດ້​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ, ​ໃນ​ກົດ​ບັນຍັດ​ແມ່ນ​ຂໍ້​ໃດ​ທີ່​ເປັນ​ຂໍ້​ໃຫຍ່​ສຳຄັນ​ທີ່​ສຸດ?”

ມັດ​ທາຍ​ບັນທຶກ​ວ່າ ພຣະ​ເຢຊູ​ໄດ້​ຕອບ​ວ່າ:

“​ຈົ່ງ​ຮັກ​ອົງ​ພຣະຜູ້​ເປັນ​ເຈົ້າດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ​ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.

“ນີ້​ແຫລະ​ແມ່ນ​ກົດ​ບັນຍັດ​ຂໍ້​ໃຫຍ່ ​ແລະ ຂໍ້​ຕົ້ນ.

“ຂໍ້​ທີ​ສອງ​ກໍ​ເໝືອນ​ກັນ​ຄື, ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.”1

ມາຣະ​ໂກ​ໄດ້​ສະຫລຸບ​ເລື່ອງ​ລາວ​ດ້ວຍ​ຖ້ອຍ​ຄຳ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ວ່າ: “ບໍ່​ມີ​ກົດ​ບັນຍັດ​ຂໍ້​ໃດ​ທີ່​ສຳຄັນ​ກວ່າ​ສອງ​ຂໍ້​ນີ້.”2

ເຮົາ​ບໍ່​ສາມາດ​ຮັກ​ພຣະ​ເຈົ້າ ຖ້າ​ຫາກ​​ເຮົາ​ບໍ່​ຮັກ​ເພື່ອນ​ມະນຸດ​ດ້ວຍ​ກັນ​ຢູ່​ໃນ​ໂລກ​ນີ້. ​ເຊັ່ນ​ດຽວ​ກັນ, ​ເຮົາ​ບໍ່​ສາມາດ​ຮັກ​ເພື່ອ​ມະນຸດ ຖ້າ​ຫາກ​ເຮົາ​ບໍ່​ຮັກ​ພຣະ​ເຈົ້າ, ພຣະບິດາ​ຂອງ​ເຮົາ​ທຸກ​ຄົນ. ອັກຄະ​ສາວົກ​ໂຢຮັນ​ບອກ​ວ່າ, “ຂໍ້​ຄຳ​ສັ່ງ​ທີ່​ພຣະອົງ​ໄດ້​ມອບ​ແກ່​ພວກ​ເຮົາ​ມີ​ດັ່ງ​ນີ້ ຜູ້​ໃດ​ທີ່​ຮັກ​ພຣະ​ເຈົ້າຕ້ອງ​ຮັກ​ພີ່ນ້ອງ​ຂອງ​ຕົນ​ເໝືອນ​ກັນ.”3 ເຮົາ​ທຸກ​ຄົນ​ເປັນ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແລະ ດັ່ງນັ້ນ ​ເຮົາ​ຈຶ່ງ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ. ​ເມື່ອ​ເຮົາ​ຈື່​ຈຳ​ຄວາມ​ຈິງ​ນີ້, ການ​ທີ່​ຈະ​ຮັກ​ລູກໆ​ຂອງ​ພຣະ​ເຈົ້າ ຈະ​ງ່າຍ​ຂຶ້ນ.

ຕາມ​ຈິງ​ແລ້ວ, ຄວາມ​ຮັກ​ເປັນ​ພື້ນຖານສຳຄັນ​ຕໍ່​ພຣະກິດ​ຕິ​ຄຸນ ​ແລະ ​ພຣະ​ເຢຊູ​ຄຣິດ​ເປັນ​ແບບຢ່າງຂອງ​ເຮົາ. ຊີວິດ​ຂອງ​ພຣະອົງ​ເປັນ​ມໍລະດົກ​ຂອງຄວາມ​ຮັກ. ພຣະອົງ​ໄດ້​ປິ່ນປົວ​ຄົນ​ເຈັບ​ປ່ວຍ, ​ໄດ້​ຍົກຄົນທີ່​ຖືກ​ຢຽບ​ຍ່ຳ​ຂຶ້ນ, ​ໄດ້​ຊ່ອຍ​ກູ້​ຄົນ​ທີ່​ມີບາບ. ​ໃນ​ທີ່​ສຸດ, ກຸ່ມ​ຄົນ​ຮ້າຍ​ໄດ້​​ເອົາ​ຊີວິດ​ຂອງ​ພຣະອົງ​ໄປ. ​​ແຕ່​ຖ້ອຍ​ຄຳ​ທີ່​ກ່າວ​ຢູ່​ຄ້ອຍ​ພູ​ໂຄ​ລະ​ໂຄ​ທາ ຍັງ​ດັງ​ກ້ອງ​ ທີວ່າ: “ພຣະບິດາ​ເຈົ້າ​ເອີຍ, ​ໂຜດ​ຍົກ​ໂທດ​ໃຫ້​ພວກ​ເຂົາ​ດ້ວຍ​ເຖີດ! ​ເພາະ​ພວກ​ເຂົາ​ບໍ່​ຮູ້ຈັກ​ວ່າ ພວກ​ເຂົາ​ກຳລັງ​ເຮັດ​ຫຍັງ”4—ນັ້ນ​ເປັນ​ຕົວຢ່າງ​ອັນ​ສູງ​ສົ່ງ​ເຖິງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ຄວາມ​ຮັກ​ໃນ​ຄວາມ​ເປັນ​ມະຕະ.

ມີ​ຄຸນສົມບັດ​ຫລາຍ​ຢ່າງ ຊຶ່ງ​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ, ດັ່ງ​ເຊັ່ນ ຄວາມ​ເມດ​ຕາ, ຄວາມ​ອົດທົນ, ຄວາມ​ບໍ່​ເຫັນ​ແກ່​ຕົວ, ​​ຄວາມ​​ເຂົ້າ​ໃຈ, ​ແລະ ການ​ໃຫ້​ອະ​ໄພ. ​ໃນ​ຄວາມ​ສຳພັນ​ຂອງ​ເຮົາ​ທັງ​ໝົດ, ຄຸນສົມບັດ​ເຫລົ່າ​ນີ້ ​ແລະ ຢ່າງ​ອື່ນໆ ຈະ​ຊ່ອຍ​ເຫລືອ​ຄົນ​ອື່ນ​ໃຫ້​ເຫັນ​ຄວາມ​ຮັກ​ໃນ​ໃຈ​ຂອງ​ເຮົາ.

ຕາມ​ປົກກະຕິ​ແລ້ວ ຄວາມ​ຮັກ​ຂອງ​ເຮົາ​ຈະ​ສະ​ແດງ​ອອກ​ໃນ​ການ​ກະທຳ​ປະຈຳ​ວັນ​ຂອງ​ເຮົາ​ກັບ​ຄົນ​ອື່ນໆ. ວິທີ​ທີ່​ສຳຄັນ​ທີ່​ສຸດ ຈະ​ເປັນຄວາມ​ສາມາດ​ຂອງ​ເຮົາ​ທີ່​ຈະ​ເຫັນ​ເຖິງ​ຄວາມ​ຕ້ອງການ​ຂອງ​ຄົນບາງ​ຄົນ ​ແລະ ​ແລ້ວ​ຕອບ​ສະໜອງ. ຂ້າພະ​ເຈົ້າມັກ​ຖ້ອຍ​ຄຳ​ໃນ​ບົດ​ກະວີ​ທີ່​ສັ້ນໆ​ນີ້ ທີ່​ວ່າ:

​ໃນ​ຕອນ​ກາງຄືນ ​ເຮົາ​ຮ້ອງ​ໄຫ້

​​ເພາະ​ສາຍຕາ​ຫລຽວ​ເຫັນ​ບໍ່​ໄກ

ບໍ່​ເຫັນ​ບາງ​ຄົນ​ທີ່​ຕ້ອງການຄວາມ​ຊ່ອຍ​ເຫລືອ​ຈາກ​ເຮົາ

​ແຕ່​ມາ​ບັດ​ນີ້

​​ເຮົາ​ບໍ່​ຄິດ​ເສຍ​ໃຈ

ກັບ​ການມີ​ເມດ​ຕາຫລາຍ​ກວ່າທີ່​ຜ່ານ​ມາ.5

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຍິນຕົວຢ່າງ​ໜຶ່ງທີ່​ໜ້າປະ​ທັບ​ໃ​ຈຫລາຍກ່ຽວ​ກັບ​ຄວາມ​ຮັກ​ທີ່​ມີ​ເມດ​ຕາ—ອັນ​ທີ່​ເກີດ​ຜົນ​ແບບ​ບໍ່​ໄດ້​ຄາດ​ໄວ້​ລ່ວງ​ໜ້າ. ປີນັ້ນ​​ແມ່ນປີ​ 1933, ​ໃນ​ໄລຍະ​ທີ່​ເສດຖະກິດ​ຕົກ​ຕ່ຳ, ຊຶ່ງ​ມີ​ຜູ້​ວ່າງ​ງານ​ເປັນ​ຈຳນວນ​ຫລວງຫລາຍ. ສະຖານ​ທີ່​ແມ່ນ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ​ອາ​ເມຣິກາ. ນາງອາລີ​ນ ບີ​ເຊັກ​ເກີ ຫາ​ກໍ​ໄດ້​ຮຽນ​ຈົບມັດທະຍົມ​ປີ​ສຸດ​ທ້າຍ. ຫລັງ​ຈາກ​ໄດ້​ຊອກ​ຫາ​ງານ​ທຳ​ຊົ່ວ​ໄລຍະ​ໜຶ່ງ, ​ໃນ​ທີ່​ສຸດ ນາງ​ກໍ​ໄດ້​ວຽກ​ເຮັດ​ຢູ່​ໂຮງງານ​ເສື້ອຜ້າ ​ເປັນ​ຄົນ​ຫຍິບ​ເຄື່ອງ. ພະນັກງານ​ຢູ່​ໂຮງງານ​ໄດ້​ຮັບ​ຄ່າ​ຈ້າ​ງ​ຕາມ​ຈຳນວນ​ເສື້ອຜ້າ​ທີ່​ເຂົາ​ເຈົ້າຫຍິບ​ສຳ​ເລັດ ​ແລະ ຜ່ານ​ການກວດ​ສອບ​ໃນ​ແຕ່​ລະ​ມື້. ​ຖ້າເຂົາ​ຫຍິບ​ໄດ້​ຫລາຍ​ເທົ່າ​ໃດ, ​ເຂົາ​ກໍ​ໄດ້​ຄ່າ​ຈ້າງ​ຫລາຍ​ເທົ່າ​ນັ້ນ.

ມື້ໜຶ່ງ​ບໍ່​ດົນ​ຫລັງ​ຈາກ​ໄດ້​ເລີ່​ມຕົ້ນທຳ​ງານ​ຢູ່​ທີ່​ນັ້ນ, ນາງ​ໄດ້​ປະ​​ເຊີນ​ກັບ​ຫລັກການ​ໃໝ່​ທີ່​ສັບສົນ ​ແລະ ​ເຮັດ​ໃຫ້​ນາງ​ງຸດງິດ​ໃຈ. ນາງ​ໄດ້​ນັ່ງ​ຢູ່​ຈັກ​ ກຳລັງ​​ແກະ​ເສັ້ນ​ໄໝ​ຫຍິບຢູ່ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ແກ້ຄວາມ​ຜິດ ກັບ​ເສື້ອ​ຜ້າ​ໂຕ​ທີ່​ນາງ​ພວມ​ຫຍິບ​. ​ເບິ່ງ​ຄື​ວ່າ ບໍ່​ມີ​ໃຜ​ສາມາດ​ຊ່ອຍ​ເຫລືອ​ນາງ​ໄດ້, ​ເພາະ​ທຸກ​ຄົນ​ກໍ​ຟ້າວ​ຟັ່ງ​ທີ່​ຈະ​ຫຍິບ​ໃຫ້​ໄດ້​ຫລາຍ​ໂຕ​ເທົ່າ​ທີ່​ຈະ​ສາມາດ​ເຮັດ​ໄດ້. ນາງອາລີ​ນຮູ້ສຶກ​ວ່າ ນາງ​ຊ່ອຍ​ຕົນ​ເອງ​ບໍ່​ໄດ້ ​ແລະ ກໍ​ສິ້ນ​ຫວັງ. ​ແລ້ວ​ນາງ​ໄດ້​ຮ້ອງ​ໄຫ້​ອອກ​ມາ​ຢ່າງ​ຄ່ອຍໆ.

ນັ່ງ​ຢູ່​ຟາກກົງກັນຂ້າມ​ຈາກ​ນາງອາລີ​ນ​ແມ່ນ​​ຜູ້ຍິງ​ຊື່ ​ເບີ​ນີສ ຣ໊ອກ. ນາງ​ມີ​ອາຍຸ​ສູງ​ກວ່າ ​ແລະ ຊຳນານ​ກວ່າ. ​ເມື່ອ​ໄດ້​ສັງ​ເກດ​ເຫັນ​ຄວາມ​ໂສກ​ເສົ້າຂອງ​ນາງອາລີ​ນ, ນາງ​ເບີ​ນີສ​ໄດ້​ລຸກ​ອອກ​ຈາກ​ບ່ອນ​ທຳ​ງານ ​ແລະ ​ໄດ້​ໄປ​ຫາ​ນາງອາລີ​ນ, ​ແລ້ວ​ໄດ້​ຊ່ອຍ​ບອກ​ວິທີ ​ແລະ ຊ່ອຍ​ເຫລືອ​ນາງ. ນາງ​ໄດ້​ຢູ່​ນຳ​ນາງອາລີ​ນຈົນ​ກວ່າ​ນາງ​ແນ່​ໃຈ ​ແລະ ສາມາດ​ຫຍິບ​ເສື້ອ​ຜ້າ​ຜືນນັ້ນສຳ​ເລັດ. ​ແລ້ວນາງ​ເບີ​ນີສໄດ້​ກັບ​ຄືນ​ໄປ​ຫາ​ບ່ອນ​ຂອງ​ນາງ, ຊຶ່ງ​ນາງ​ຄົງ​ຫຍິບ​ເສື້ອ​ຜ້າ​ແລ້ວຕັ້ງ​ຫລາຍ​ໂຕ ຖ້າ​ຫາກ​ນາງ​ບໍ່​​ໄດ້ໄປ​ຊ່ອຍ​ຄົນ​ອື່ນ.

​ເພາະການ​ກະທຳ​ດ້ວຍ​ຄວາມ​ຮັກ​ທີ່​ມີ​ເມດ​ຕາ​ນີ້, ນາງ​ເບີ​ນີສ ​ແລະ ນາງອາລີ​ນຈຶ່ງ​ກາຍ​ເປັນ​ເພື່ອນ​ຮັກເປັນ​ເວລາ​ດົນ​ນານ. ຕ່າງ​ກໍ​ໄດ້​ແຕ່ງງານ ​ແລະ ມີ​ລູກ​ເຕົ້າ. ​ໃນ​ລະຫວ່າງປີ 1950, ນາງ​ເບີ​ນີສ, ຜູ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ, ​ໄດ້​ມອບ​ພຣະຄຳ​ພີ​ມໍ​ມອນ​ໃຫ້​ນາງອາລີ​ນກັບ​ຄອບຄົວ. ​ໃນ​ປີ 1960, ນາງອາລີ​ນ ​ແລະ ສາມີ​ຂອງ​ນາງ ພ້ອມ​ດ້ວຍ​ລູກໆ ​ໄດ້​ຮັບ​ບັບຕິ​ສະມາ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ. ຕໍ່​ມາ​ເຂົາ​ເຈົ້າ​ໄດ້​ຜະ​ນຶກ​ເຂົ້າກັນ​ຢູ່​ໃນ​ພຣະວິຫານ​ທີ່​ສັກສິດ​ຂອງ​ພຣະ​ເຈົ້າ.

ຜົນ​ຂອງ​ການ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈນັ້ນ ທີ່​ໄດ້​ສະ​ແດງ​ອອກ​ໂດຍ​ນາງ​ເບີ​ນີສ ຕອນ​ນາງ​ໄປ​ຊ່ອຍ​ເຫລືອ ຄົນ​ທີ່​ນາງ​ບໍ່​ຮູ້ຈັກ ຜູ້​ທີ່​ກຳລັງ​ໂສກ​ເສົ້າ ​ແລະ ຕ້ອງການ​ຄວາມ​ຊ່ອຍ​ເຫລືອ, ບັດ​ນີ້ ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ຈົນ​ນັບ​ບໍ່​ຖ້ວນ ທັງ​ຄົນ​ເປັນ ​ແລະ ຄົນ​ຕາຍ ​ໄດ້​ຊື່ນ​ຊົມ​ກັບ​ພິທີການຊ່ອຍ​ໃຫ້​ລອດ​ຂອງ​ພຣະກິດ​ຕິ​ຄຸນ.

ທຸກ​ໆມື້​ໃນ​ຊີວິດ​ຂອງ​ເຮົາ ​ເຮົາ​ຈະ​ມີ​ໂອກາດ​ທີ່​ຈະ​ສະ​ແດງ​ຄວາມ​ຮັກ ​ແລະ ຄວາມ​ເມດ​ຕາ​ຕໍ່​ຜູ້​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາ. ປະທານສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໄດ້​ກ່າວ​ວ່າ “​ເຮົາ​ຄວນ​ຈື່​ຈຳ​ວ່າ ມະນຸດທີ່​ເຮົາ​ພົບ​ເຫັນ​ຢູ່​ບ່ອນ​ຈອດ​ລົດ, ຢູ່​ບ່ອນ​ທຳ​ງານ, ຢູ່​​ໃນ​ລິບ, ​ແລະ ​ໃນບ່ອນ​ໃດ​ກໍ​ຕາມ ​ເປັນ​ສ່ວນ​ໜຶ່ງ​​ໃນ​ຈຳນວນ​ມະນຸດ​ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ເຮົາ ​​ເພື່ອ​ຈະຮັກ ​ແລະ ຮັບ​ໃຊ້. ຄົງ​ບໍ່​ມີ​ປະ​ໂຫຍ​ດ​ແນວ​ໃດທີ່​ຈະ​ກ່າວ​ເຖິງ​ຄົນ​ທົ່ວ​ໄປ​ວ່າ ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ ​ຖ້າເຮົາ​ບໍ່​ນັບຖື​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາວ່າ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ.”6

ສ່ວນ​ຫລາຍ​ແລ້ວ​​​ໂອກາດ​ທີ່​ຈະສະ​ແດງ​ຄວາມ​ຮັກຂອງ​ເຮົາ ຈະ​ມາ​ເຖິງ​ແບບ​ບໍ່​ຄາດ​ຄິດ. ຕົວຢ່າງ​ໜຶ່ງ​ເຊັ່ນ​ນັ້ນ ຖືກ​ລົງ​ໜັງສືພິມສະບັບ​ໜຶ່ງ ​ໃນ​ເດືອນ​ຕູ​ລາ ຂອງປີ 1981. ຂ້າພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ກັບ​ຄວາ​ມຮັກ ​ແລະ ຄວາມ​​ເຫັນ​ອົກ​ເຫັນ​ໃຈ ​ໃນ​ເລື່ອງ​ນັ້ນ ຈົນ​ຂ້າພະ​ເຈົ້າ​ໄດ້​​ເກັບ​ມັນ​ໄວ້ ​ເປັນ​ເວລາຫລາຍ​ກວ່າ 30 ປີມາ​ແລ້ວ.

​ເລື່ອງ​ນັ້ນ​ໄດ້​ເລົ່າ​ວ່າ ສາຍ​ການບິນ ອາ​ລາ​ສະກາ ຖ້ຽວ​ສາຍ​ຕົງ ຈາກ​ເມືອງ ​ແອ​ງ​ໂກ​ເຣຈ, ລັດອາ​ລາ​ສະກາ, ຫາ​ເມືອງສີ​ອາ​ໂຕ, ລັດວໍ​ຊິງ​ຕັນ—ມີ​ຄົນ​ໂດຍສານ​ຢູ່ 150 ຄົນ—​ຕ້ອງ​ໄດ້​ໄປ​ລົງ​ເດີ່ນ​ບິນ​​ໃນ​ເມືອງ​ນ້ອຍ​ແຫ່ງ​ໜຶ່ງ​ຢູ່​ລັດອາ​ລາ​ສະກາ ​ເພື່ອ​ຮັບ​ເອົາ​ຄົນ​ເຈັບ​ໜັກ​ຄົນ​ໜຶ່ງ. ​ທ້າວ​ນ້ອຍ​ອາຍຸ​ສອງ​ປີ​ມີ​ສາຍ​ເລືອດ​ແຕກ​ຢູ່​ກົກ​ແຂນ ຕອນ​ລາວ​ລົ້ມລົງ​ໃສ່​ແກ້ວ ​ໃນ​ຂະນະ​ທີ່​​ແລ່ນ​ຫລິ້ນ​ຢູ່​ໃກ້​ເຮືອນ. ​ເມືອງ​ນັ້ນຢູ່​ທາງ​ພາກ​ໃຕ້​ຂອງ​ເມືອງ​ແອ​ງ​ໂກ​ເຣຈ ​ໄກ​ປະມານ 450 ​ໄມ (725 ກິ​ໂມ​ແມັດ) ​ແລະ ກໍ​ບໍ່​ໄດ້​ຢູ່​ໃນ​ຕາຕະລາງ​ຂອງ​ການບິນ​ເລີຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ໜ່ວຍ​ການ​ແພດ​ໄດ້​ສົ່ງ​ຂ່າວ​ສຸກ​ເສີນ​ຂໍ​ຄວາມ​ຊ່ອຍ​ເຫລືອ, ​ສະນັ້ນ ຍົນ​ລຳ​ນັ້ນຈຶ່ງ​ໄດ້​ໄປ​ເອົາ​ຜູ້​ຖືກ​ບາດ​ເຈັບ ​​​ແລະ ຈະພາລາ​ວ​ໄປ​ເມືອງສີ​ອາ​ໂຕ ​ເພື່ອ​ວ່າ​ລາວ​ຈະ​ໄດ້​ຮັບ​ການ​ປິ່ນປົວຢູ່​ທີ່​ໂຮງ​ໝໍ.

​ເມື່ອ​ຍົນ​ໄດ້​ລົງ​ເດີ່ນ​​ໃກ້​ເມືອງ​ນ້ອຍ​ແຫ່ງ​ນັ້ນ, ໜ່ວຍ​ການແພດ​ໄດ້​ບອກ​ຜູ້​ຂັບ​ຍົນ​ວ່າ ທ້າວ​ນ້ອຍ​ນັ້ນ​ໄດ້​ເສຍ​ເລືອດຫລາຍ ​ແລະ ບໍ່​ສາມາດ​ໄປ​ເຖິງ​ເມືອງສີ​ອາ​ໂຕ. ​ເຂົາ​ເຈົ້າ​ໄດ້​ຕັດສິນ​ໃຈ​ວ່າ ຕ້ອງ​ພາລາ​ວ​ໄປ​ຫາ​ເມືອງ​ ຈູ​​​ໂນ, ລັດອາ​ລາ​ສະກາ ​ໄກ​ປະມານ 200 ​ໄມ (320 ກິ​ໂລ​ແມັດ) ທີ່​ບໍ່​ຢູ່​ໃນ​ເສັ້ນທາງ​ທີ່​ຈະ​ບິນ​ໄປ, ຊຶ່ງ​ມີ​ໂຮງໝໍ​ຢູ່​ທີ່​ນັ້ນ.

ຫລັງ​ຈາກ​ໄດ້​ພາ​ທ້າວ​ນ້ອຍ​ນັ້ນ​ໄປ​ເມືອງຈູ​​ໂນ​ແລ້ວ, ຍົນ​ຈຶ່ງ​ໄດ້​ມຸ້ງ​ໜ້າ​ໄປ​ຫາ​ເມືອງສີ​ອາ​ໂຕ, ຊຶ່ງ​ໄດ້​ເສຍ​ເວລາ​ໄປ​ຫລາຍຊົ່ວ​ໂມງ. ບໍ່​ມີ​ຜູ້​ໂດຍສານ​ຄົນ​ໃດ​ເວົ້າຈົ່ມ ​ເຖິງ​ແມ່ນ​ວ່າ​ຫລາຍ​ຄົນ​ໄດ້​ພາດ​ຂຶ້ນຍົນ​ຕໍ່​ສາຍ​ການບິນ​ກໍ​ຕາມ. ຕາມ​ຄວາມ​ຈິງ​ແລ້ວ, ​​ໃນ​ຂະນະ​ທີ່ຢູ່​ໃນ​ຍົນ, ​ຜູ້​ໂດຍສານ​ໄດ້​ພາກັນ​ບໍລິຈາກ​ເງິນ​ເພື່ອ​ຊ່ອຍ​ເຫລືອ​ຄອບຄົວ​ຂອງ​ທ້າວ​ນ້ອຍ​ນັ້ນ.

ເມື່ອ​ໃກ້​ເຖິງ​​ເມືອງສີ​ອາ​ໂຕ, ຜູ້​ໂດຍສານ​ໄດ້​ພາກັນ​ຮ້ອງ​ໂຮ​ດີ​ໃຈ ຕອນ​ຜູ້​ຂັບ​ຍົນ​ປະກາດ​ວ່າ ລາວ​ໄດ້​ຮັບ​ຂ່າວ​ວ່າ ທ້າວ​ນ້ອຍ​ນັ້ນພົ້ນ​ເຂດ​ອັນຕະລາຍ​ແລ້ວ.7

ຂ້າພະ​ເຈົ້ານຶກ​ເຖິງ​ຂໍ້ຄວາມ​ໜຶ່ງ​ໃນ​ພຣະຄຳ​ພີ ທີ່​ວ່າ: “ຄວາມ​ໃຈ​ບຸນຄື​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະ​ຄຣິດ, ... ຜູ້​ໃດ​ຖືກ​ພົບ​ວ່າ​ມີ​ມັນໃນ​ວັນ​ສຸດ​ທ້າຍ, ຍ່ອມ​ຈະ​ເປັນ​ການ​ດີ​ກັບ​ຜູ້ນັ້ນ.”8

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ໂອກາດບາງ​ຢ່າງ​ທີ່​ດີ​ທີ່​ສຸດ ທີ່​ຈະ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ ​ແມ່ນ​ຢູ່​ໃນ​ບ້ານຂອງ​ເຮົາ​ເອງ. ຄວາມ​ຮັກ​ຄວນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ຄອບຄົວ, ​ແລະ ບາງ​ເທື່ອມັນ​ບໍ່​ໄດ້​ເປັນ​ເຊັ່ນ​ນັ້ນ. ອາດ​ມີ​ຄວາມ​ບໍ່​ອົນ​ທົນ​, ມີ​ການ​ຜິດ​ຖຽງ, ມີ​ການ​ຕົບ​ຕີ, ມີນ້ຳຕາ​ຫລາຍ​ເກີນ​ໄປ​ຢູ່​ໃນ​ບ້ານ. ປະທານກໍ​ດອນ ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ໂອກາດບາງ​ຢ່າງ​ທີ່​ດີ​ທີ່​ສຸດ ທີ່​ຈະ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ ​ແມ່ນ​ຢູ່​ໃນ​ບ້ານຂອງ​ເຮົາ​ເອງ. ຄວາມ​ຮັກ​ຄວນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ຄອບຄົວ, ​ແລະ ບາງ​ເທື່ອມັນ​ບໍ່​ໄດ້​ເປັນ​ເຊັ່ນ​ນັ້ນ. ອາດ​ມີ​ຄວາມ​ບໍ່​ອົນ​ທົນ​, ມີ​ການ​ຜິດ​ຖຽງ, ມີ​ການ​ຕົບ​ຕີ, ມີນ້ຳຕາ​ຫລາຍ​ເກີນ​ໄປ​ຢູ່​ໃນ​ບ້ານ. ປະທານກໍ​ດອນ?”9 ຄຳ​ຕອບ​ຕໍ່​ຄຳ​ຖາມ​ເຫລົ່າ​ນີ້ອາດ​ແຕກ​ຕ່າງ​ສຳລັບ​ເຮົາ​ແຕ່ລະຄົນ, ​ແຕ່​ຕາມຄວາມ​ຈິງ​ແລ້ວ ​ເຫດຜົນ​ແມ່ນ​ບໍ່​ສຳຄັນ. ຖ້າ​ຫາກ​ເຮົາ​ຮັກສາ​ພຣະບັນຍັດ​ທີ່​ຈະ​ຮັກ​ຊຶ່ງ​ກັນ​ແລະ​ກັນ, ​ແລ້ວ​ເຮົາ​ຕ້ອງປະຕິບັດ​ຕໍ່​ກັນ​ດ້ວຍ​ຄວາມ​ເມດ​ຕາ ​ແລະ ​ດ້ວຍ​ຄວາມ​ນັບຖື.

ແນ່ນອນ, ຈະ​ມີ​ເວລາທີ່ຕ້ອງຖືກ​ໃສ່​ວິ​ໄນ. ​ໃຫ້​ຈື່​ຈຳ​ຄຳ​ແນະນຳ​ຢູ່​ໃນ​ພຣະຄຳ​ພີ ຄຳ​ສອນ​ ​ແລະ ພັນທະ​ສັນຍາ—​ໂດຍ​ສະ​ເພາະ​ຕອນ​ທີ່​​ເຮົາ​ຈຳ​ເປັນ​ຕ້ອງ​ຕິ​ເຕືອນ​ຊຶ່ງກັນ​ແລະ​ກັນ, ​ແລ້ວ​ສະ​ແດງ​ຄວາມ​ຮັກ​ຕໍ່​ກັນ​ຫລາຍ​ກວ່າ​ເກົ່າ.10

ຂ້າພະ​ເຈົ້າຫວັງ​ວ່າ ​ເຮົາ​ຈະ​ພະຍາຍາມ​ສະ​ເໝີ​ທີ່​ຈະ​ຄິດ​ນຳ​ຄົນ​ອື່ນ ​ແລະ ມີ​ຄວາມ​ຮູ້ສຶກ​ໄວ​ຕໍ່​ຄວາມ​ຄິດ ​ແລະ ຄວາມ​ຮູ້ສຶກ ​ແລະ ສະພາບ​ການ​ຂອງ​ຜູ້​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາ. ຂໍ​ໃຫ້​ເຮົາຢ່າ​ເວົ້າດູ​ຖູ​ກ ຫລື ​ເວົ້າສຽດ​ສີ. ​ແຕ່​ຂໍ​ໃຫ້​ເຮົາ​ຈົ່ງ​ມີຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ​ໃຫ້​ກຳ​ລັງ​ໃຈ. ​ເຮົາ​ຕ້ອງ​ລະມັດລະວັງ ​ເພື່ອ​ວ່າ​ເຮົາ​ຈະ​ບໍ່​ທຳລາຍ​ຄວາມ​ໝັ້ນ​ໃຈ​ຂອງ​ຄົນ​ອື່ນ​​ເພາະ​ຖ້ອຍ​ຄຳ​ ​ແລະ ການ​ກະທຳ​ທີ່​ຂາດ​ຄວາມ​ຄິດເຫລົ່ານັ້ນ.

ການ​ໃຫ້​ອະ​ໄພ​ຄວນ​ຄຽງ​ຄູ່​ໄປ​ກັບ​ຄວາ​ມຮັກ. ​ໃນ​ຄອບຄົວ​ຂອງ​ເຮົາ, ທັງ​ໝູ່​ເພື່ອນຄື​ກັນ, ອາດ​ມີ​ການ​ຜິດ​ໃຈ​ກັນ ​ແລະ ບໍ່​ລົງ​ເອີ່ຍ​ກັນ. ອີກ​ເທື່ອ​ໜຶ່ງ, ບໍ່​ສຳຄັນ​ວ່າ​​ບັນຫາ​ຈະ​ນ້ອຍ​ເທົ່າ​ໃດ. ບໍ່​ຄວນ​ປະ​ສິ່ງ​ນີ້​ໃຫ້​ເປັນ​ສ້ຽນໜາມ, ​ໃຫ້​ຫົມ​ໜອງ, ​​ແລະ ​ໃນ​ທີ່​ສຸດ ຖືກ​ທຳລາຍ. ການ​ກ່າວ​​ໂທດ​ເປັນ​ເໝືອນບາດ​ແຜ​ທີ່​ບໍ່​ຫາຍ​ດີ. ພຽງ​ແຕ່​ການ​ໃຫ້​ອະ​ໄພ​ເທົ່າ​ນັ້ນທີ່​ຈະ​ປິ່ນປົວ​ໄດ້.

ສະຕີ​ທີ່​ໜ້າ​ຮັກ​ຄົນ​ໜຶ່ງ​ ຜູ້​ຕອນ​ນີ້​ໄດ້​ເສຍ​ຊີວິດ​ໄປ​ແລ້ວ ​ໄດ້​ມາ​ຢ້ຽມຢາມ​ຂ້າພະ​ເຈົ້າມື້ໜຶ່ງ ​ແລະ ​ໄດ້​ບອກ​ບາງ​ສິ່ງ​ທີ່​ນາງ​ກິນ​ແໜງ. ນາງ​ໄດ້​ກ່າວ​ເຖິງ​ເຫດການ​ໜຶ່ງ​ທີ່​​ໄດ້ເກີດ​ຂຶ້ນ​ໃນ​ຫລາຍ​ປີ​ກ່ອນ ​ແລະ ກ່ຽວ​ພັນ​ກັບ​ຊາວສວນຄົນ​ໜຶ່ງ​ທີ່ອາ​ໄສ​ຢູ່​ໃກ້​ກັນ ຊຶ່ງ​ຄັ້ງໜຶ່ງ​ເຄີຍ​ເປັນ​ເພື່ອນ​ທີ່​ດີ ​​ແຕ່​ພາຍ​ລຸນ​ມານາງ​ກັບ​ສາມີ​ຂອງ​ນາງ​ ​ໄດ້​ຜິດ​ຖຽງ​ກັບ​ຜູ້​ຊາຍ​ຄົນ​ນັ້ນຫລາຍ​ເທື່ອ. ມື້ໜຶ່ງ​ຊາຍ​ຄົນ​ນັ້ນ​ໄດ້​ຂໍ​ຍ່າງ​ຜ່ານ​ທີ່​ດິນ​ຂອງ​ນາງ ​​ໄປ​ຫາ​ທີ່​ດິນ​ຂອງ​ລາວ. ​ແລ້ວ​ນາງ​ໄດ້​ຢຸດ​ການເລົ່າ​ເລື່ອງ ​ແລ້ວ​ໄດ້​ເວົ້າກັບ​ຂ້າພະ​ເຈົ້າດ້ວຍ​ສຽງ​ສະ​ອື້​ນວ່າ, “ບະ​ລາ​ເດີ ມອນ​ສັນ, ຂ້ານ້ອຍ​ບໍ່​ໄດ້​ອະນຸຍາດ​ໃຫ້​ລາວ​ຍ່າງ​ຜ່ານ​ທີ່​ດິນ​ຂອງພວກ​ຂ້ານ້ອຍ​ໄປ​ໃນ​ເທື່ອ​ນັ້ນ ​ຫລື ​ໃນ​ເທື່ອ​ໃດ​ກໍ​ຕາມ ​ແຕ່​ໄດ້​ບອກ​ລາວ​ໃຫ້​ຍ່າງ​ໄປ​ທາງ​ໂຄ້ງ​ ໄປ​ຫາ​ທີ່​ດິນ​ຂອງ​ລາວ. ຂ້ານ້ອຍ​ຜິດ, ​ແລະ ຂ້ານ້ອຍ​ກໍ​ກິນ​ແໜງ​ຫລາຍ. ຕອນ​ນີ້​ລາວ​ໄດ້​ຕາຍ​ໄປ​ແລ້ວ, ​ແຕ່ ​ໂອ້, ຂ້ານ້ອຍ​ເສຍ​ໃຈ​ທີ່​ບໍ່​ໄດ້​ເວົ້າກັບ​ລາວ​ວ່າ, ‘ຂ້ອຍ​ຂໍ​ໂທດ.’ ຂ້ານ້ອຍ​ເສຍ​ໃຈ ທີ່​ບໍ່​ສາມາດ​ກັບ​ຄືນ​ໄປ​​ເຮັດ​ຄວາມ​ດີ​ຕໍ່​ລາວ.”

ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ໄດ້ຟັງ​ນາງ, ຂ້າພະ​ເຈົ້າ​ໄດ້​ຄິດ​ເຖິງ​ຖ້ອຍ​ຄຳ​ທີ່​ໂສກ​ເສົ້າຂອງ ຈອນ ກຣີນລີບ ວິດ​ທີ​ເອີ ທີ່ວ່າ: “​ໃນ​ບັນດາຄຳ​ໂສກ​ເສົ້າທີ່​ໄດ້ກ່າວ​ອອກ​ມາ ຫລື ​ໄດ້​ຂຽນ​ໄວ້, ຄຳ​ທີ່​ໂສກ​ເສົ້າທີ່​ສຸດ​ແມ່ນ: ‘ຖ້າ​ຫາກ​ພຽງ​ແຕ່!’”11 ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເມື່ອ​ເຮົາ​ກະທຳ​ຕໍ່​ຄົນ​ອື່ນ​ດ້ວຍ​ຄວາມ​ຮັກ ​ແລະ ຄວາມ​​ເຫັນ​ອົກ​ເຫັນ​ໃຈ​ທີ່​ມີ​ເມດ​ຕາ, ​ແລ້ວ​ເຮົາ​ຈະ​ຫລີກ​ເວັ້ນຈາກ​ຄວາມ​ກິນ​ແໜງ​ນັ້ນ.

​ເຮົາ​ສາມາດ​ສະ​ແດງ​ຄວາມ​ຮັກ​ອອກ​ໃນ​ຫລາຍ​ວິທີ​ທາງ ​ເຊັ່ນ: ການ​ຍິ້ມ, ​ການໂບກ​ມື, ການ​ເວົ້າດີ, ​ການເວົ້າຍ້ອງຍໍ. ການສະ​ແດງ​ອື່ນໆ​ອາດ​ຈະ​ເຫັນ​ໄດ້​ຍາກ ​ເຊັ່ນ ການ​ສົນ​ໃຈ​ນຳ​ກິດຈະກຳ​ຂອງ​ຄົນ​ອື່ນ, ການ​ສອນ​ຫລັກ​ທຳ​ດ້ວຍ​ຄວາມ​ເມດ​ຕາ ​ແລະ ຄວາມ​ອົດທົນ, ການ​ໄປ​ຢ້ຽມຢາມ​ຄົນ​ທີ່ປ່ວຍ​ໂຊ ຫລື ​​ຄົນ​ທີ່​ໄປ​ໃສ​ບໍ່​ໄດ້. ຖ້ອຍ​ຄຳ ​ແລະ ການ​ກະທຳ​ເຫລົ່າ​ນີ້ ​ແລະ ອື່ນໆ ​ເປັນການ​ສື່ສານ​ເຖິງຄວາມ​ຮັກ.

ທ່ານ​ແດ​ວ ຄາ​ນິກີ, ນັກ​ຂຽນ ​ແລະ ອາຈານ​ສອນ​ທີ່​ໂດ່​ງດັງ​​ຊາວ​ອາ​ເມຣິກາຄົນ​ໜຶ່ງ ​ເຊື່ອ​ວ່າ​​ແຕ່ລະຄົນ​ມີ​ພະລັງ​ທີ່​ຈະ​ເພີ່ມ​ຄວາມສຸກ​ໃຫ້​ແກ່​ໂລກ​ໄດ້ … ໂດຍ​ການ​ກ່າວ​ຄຳ​ຮູ້​ບຸນຄຸນທີ່​ຈິງ​ໃຈ​ກັບ​ບາງ​ຄົນ​ຜູ້​​ເປົ່າ​ປ່ຽວ​ດຽວ​ດາຍ ຫລື ທໍ້ຖອຍ​ໃຈ.” ​ເພິ່ນ​ໄດ້​ກ່າວ​ວ່າ “ບາງທີ​ທ່ານ​ອາດ​ຈະ​ລືມ​ຄຳ​ດີໆ​ທີ່​ທ່ານ​ໄດ້​ກ່າວ​ໃນ​ມື້​ນີ້, ​ແຕ່​ຜູ້​ທີ່​ໄດ້​ຍິນອາດ​ທະນຸ​ຖະໜອມ​ມັນ​ໄວ້​ຕະຫລອດ​ຊີວິດຂອງ​ເຂົາ​ເຈົ້າ.”12

ຂ້າພະ​ເຈົ້າຫວັງ​ວ່າ​ເຮົາ​ຈະ​ເລີ່​ມ​ເຮັດ​ໃນ​ຕອນ​ນີ້, ​ໃນ​ມື້​ນີ້, ທີ່​ຈະ​ສະ​ແດງ​ຄວາມ​ຮັກ​ຕໍ່ລູກ​ໆທຸກ​ຄົນ​ຂອງ​ພຣະ​ເຈົ້າ, ບໍ່​ວ່າ​ເຂົາ​ເຈົ້າຈະ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ເຮົາ, ​ເປັນ​ໝູ່​ເພື່ອນ, ​ເປັນ​ຄົນທີ່​ຄຸ້ນ​ເຄີຍ, ຫລື ​ເປັນຄົນ​ແປກ​ໜ້າ​ກໍ​ຕາມ. ​ເມື່ອ​ເຮົາ​ຕື່ນ​ຂຶ້ນ​ໃນ​ຕອນ​ເຊົ້າ, ຂໍ​ໃຫ້​ເຮົາ​ຈົ່ງ​ຕັ້ງ​ໃຈ​ທີ່​ຈະ​ຕອບຮັບ​ດ້ວຍ​ຄວາມ​ຮັກ ​ແລະ ຄວາມ​ເມດ​ຕາ ຕໍ່​ສິ່ງ​ໃດ​ກໍ​ຕາມ​ທີ່ຈະ​ເກີດ​ຂຶ້ນ​ໃນ​ມື້ນັ້ນ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ຄວາມ​ຮັກ​ຂອງ​ພຣະ​ເຈົ້າທີ່​ມີ​ຕໍ່​ເຮົາ​ແມ່ນ​ເກີນ​ກວ່າ​ຈະ​ເຂົ້າ​ໃຈ​ໄດ້. ​ເພາະ​ຄວາມ​ຮັກ​ນີ້, ພຣະອົງ​ຈຶ່ງ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ, ຜູ້​ຮັກ​ເຮົາ​ພໍ​ທີ່​ຈະ​ມອບ​ຊີວິດ​ຂອງ​ພຣະອົງ​ເພື່ອ​ເຮົາ, ​ເພື່ອ​ວ່າ​ເຮົາ​ຈະ​ມີ​ຊີວິດ​ນິລັນດອນ. ​ເມື່ອ​ເຮົາ​ເຂົ້າ​ໃຈ​ຂອງ​ປະທານ​ທີ່​ບໍ່​ສາມາດ​ປຽບ​ປູນ​ນີ້​ໄດ້, ຫົວ​ໃຈ​ຂອງ​ເຮົາ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ສຳລັບ​ພຣະບິດາ​ນິລັນດອນ​ຂອງ​ເຮົາ, ສຳລັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ​ແລະ ສຳລັບ​ເພື່ອນ​ມະນຸດ​ທັງ​ປວງ. ນັ້ນຄື​ຄຳ​ອະທິຖານ​ທີ່​ໜັກ​ແໜ້ນຂອງ​ຂ້າພະ​ເຈົ້າ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.