​2010–2019
ການ​ເຊື່ອ​ຟັງ​ຜ່ານ​ຄວາມ​ຊື່ສັດ​ຂອງ​ເຮົາ
ເມສາ 2014


ການ​ເຊື່ອ​ຟັງ​ຜ່ານ​ຄວາມ​ຊື່ສັດ​ຂອງ​ເຮົາ

ການ​ເຊື່ອ​ຟັງ​ເປັນຕົວ​ແທນ​ໃຫ້​ແກ່​ສັດທາ​ຂອງ​ເຮົາໃນ​ປັນຍາ​ ​ແລະ ສິດ​ອຳນາດ​ທີ່​ສູງ​ສົ່ງ, ​ນັ້ນຄື​ພຣະ​ເຈົ້າ.

ການ​ສັງ​ສັນ​ໃນ​ຄອບຄົວ​ທີ່ ຊິດ​ສະ​ເຕີ ​ແພຣີ ​ແລະ ຂ້າພະ​ເຈົ້າ​ໄດ້​ຈັດ​ຂຶ້ນ​ແຕ່​ລະ​ຄ່ຳ​ຄືນວັນ​ຈັນ ​ໄດ້​ເພີ່ມ​ຈຳນວນຄົນ​ຂຶ້ນຢ່າງ​ກະທັນຫັນ. ນ້ອງ​ຊາຍ​ຂອງ​ຂ້າພະ​ເຈົ້າ, ລູກ​ສາວ​ຂອງ​ລາວ, ນ້ອງ​ຊາຍ​ຂອງ​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ, ​ແລະ ຫລານ​ສາວ​ຂອງ​ຂ້າພະ​ເຈົ້າພ້ອມ​ດ້ວຍ​ສາມີ​ຂອງ​ນາງ​ໄດ້​ຍ້າຍ​ມາ​ຢູ່​​ໃກ້​ເຮືອນ​ຂອງ​ພວກ​ເຮົາ. ມັນ​ເປັນ​ເວລາ​ດຽວ​ເທົ່າ​ນັ້ນທີ່​ຄອບຄົວ​ໄດ້​ຍ້າຍ​ມາ​ຢູ່​ໃກ້ ນັບ​ຕັ້ງ​ແຕ່​ຂ້າພະ​ເຈົ້າ​ຍັງ​ນ້ອຍ​. ​ຕອນ​ນັ້ນຄອບຄົວ​ຂອງ​ຂ້າພະ​ເຈົ້າ​ໄດ້​ຍ້າຍ​ໄປ​ຢູ່​ຊອຍ​ດຽວ​ກັນ​ກັບ​ຍາດ​ພີ່ນ້ອງ​ທາງ​ແມ່. ​ເຮືອນ​ຂອງ​ພໍ່ຕູ້ ຊັນ​ນີ ​ແມ່ນຢູ່ທັດ​ໄປ​ຈາກ​ເຮືອນ​ຂອງ​ຂ້າພະ​ເຈົ້າ​ທາງທິດ​ເໜືອ, ​ແລະ ​ເຮືອນ​ຂອງ​ປ້າ​ເອັມມາ ​ແມ່ນ​ຢູ່​ທິດ​ໄປ​ຈາກ​ເຮືອນ​ຂອງ​ຂ້າພະ​ເຈົ້າທາງ​ທິດ​ໃຕ້. ຢູ່​ໃຕ້​ຊອຍ​ແມ່ນ​ເຮືອນ​ຂອງ​ປ້າ​ໂຈ​ເຊັບ​ຟີ​ນ, ​ແລະ ຢູ່​ທາງ​ຕາ​ເວັນ​ອອກ​ແມ່ນ​ເຮືອນ​ຂອງ​ລຸງ​ແອວ​ມາ.

ຄາວ​ຍັງ​ນ້ອຍ ພວກ​ເຮົາ​ໄດ້​ພົບ​ປະ​ສັງ​ສັນ​ກັບ​ຍາດ​ພີ່ນ້ອງ​ທຸກ​ວັນ ​ແລະ ​ໄດ້​​ມີ​ເວລາ​​ຢູ່ນຳ​ກັນ​​ໃນ​ການ​ເຮັດ​ວຽກ​ງານ, ມ່ວນ​ຊື່ນ, ​ແລະ ຢ້ຽມຢາມ​ກັນ. ບໍ່​ມີ​ການ​ປະພຶດບໍ່​ດີອັນ​ໃດ​ທີ່​ບໍ່​ໄປ​ເຖິງ​ຫູ​​ຂອງແມ່​ຂອງ​ພວກ​ເຮົາຢ່າງ​ໄວ. ​ໂລກ​ຂອງ​ເຮົາ​ແມ່ນ​​ແຕກ​ຕ່າງ​ຫລາຍ​ໃນ​ຕອນ​ນີ້—ສ່ວນ​ຫລາຍ​ແລ້ວ ຄົນ​ໃນ​ຄອບຄົວ​ຈະ​ແຍກ​ຍ້າຍ​ກັນ​ຢູ່. ​ເຖິງ​ແມ່ນ​ເຂົາ​ເຈົ້າຈະ​ອາ​ໄສ​ຢູ່​ໃກ້​ກັນ, ​ແຕ່​ສ່ວນ​ຫລາຍ​ແລ້ວ​ບໍ່​ໄດ້​ອາ​ໄສ​ຢູ່​ຕິດ​ກັນ. ​ແຕ່​ຂ້າພະ​ເຈົ້າ​ເຊື່ອ​ວ່າ ຊີວິດ​ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ ​ແລະ ຊີວິດ​ໃນ​ຕອນ​ນີ້ ​ເປັນ​ເໝືອນສະຫວັນ, ທີ່​ມີ​ຍາດ​ພີ່ນ້ອງ​ຍ້າຍ​ມາ​ອາ​ໄສ​ຢູ່​ໃກ້. ມັນ​ເຮັດ​ໃຫ້​ຂ້າພະ​ເຈົ້າຄິດ​ເຖິງ​ສະພາບ​ຂອງ​ຄອບຄົວ​ນິລັນດອນ.

​ຕອນ​ຂ້າພະ​ເຈົ້າ​​ເປັນ​ໜຸ່ມ, ຂ້າພະ​ເຈົ້າ​ໄດ້​ມີ​ຄວາມ​ສຳພັນພິ​ເສດ​ກັບພໍ່​ຕູ້​ຂອງ​ຂ້າພະ​ເຈົ້າ. ​ຂ້າພະ​ເຈົ້າ​ເປັນ​ລູກ​ຊາຍ​ກົກ​ໃນ​ຄອບຄົວ, ຂ້າພະ​ເຈົ້າ​ຈຶ່ງໄດ້​ຊ້ວນ​ຫິມະ​ອອກ​ຈາກ​ທາງ​ຍ່າງໃນ​ລະດູ​ໜາວ ​ແລະ ​ໄດ້​ດູ​ແລ​ເດີ່ນ​ບ້ານ​ໃນ​ລະດູ​ແລ້ງ​​ໃຫ້​ບ້ານ​ຂອງ​ຂ້າພະ​ເຈົ້າ, ​ບ້ານ​ຂອງ​ພໍ່​ຕູ້, ​ແລະ ບ້ານ​ຂອງ​ປ້າ​ທັງ​ສອງ​ຂອງ​ຂ້າພະ​ເຈົ້າ. ຕາມ​ປົກກະຕິ​ແລ້ວ ພໍ່​ຕູ້​ມັກ​ຈະ​ນັ່ງ​ຢູ່​ລະບຽງ​ໜ້າ​ເຮືອນ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າຕັດ​ຫຍ້າ. ​ເມື່ອ​ຂ້າພະ​ເຈົ້າຕັດຫຍ້າ​ແລ້ວ, ຂ້າພະ​ເຈົ້າຈະ​ນັ່ງ​ຢູ່​ຂັ້ນ​ໄດ​ໜ້າ​ບ້ານ ​​​ແລະ ເວົ້າລົມ​ນຳ​ເພິ່ນ. ​ເວລາ​ເຊັ່ນນັ້ນ ມີ​ຄວາມ​ໝາຍ​ຫລາຍ​ຕໍ່​ຂ້າພະ​ເຈົ້າ.

ມື້ໜຶ່ງ​ຂ້າພະ​ເຈົ້າ​ໄດ້​ຖາມ​ພໍ່​ຕູ້​ຂອງ​ຂ້າພະ​ເຈົ້າວ່າ​ ຂ້າພະ​ເຈົ້າຈະ​ຮູ້​ໄດ້​ແນວ​ໃດ​ຖ້າ​ຫາກ​ວ່າ​ຂ້າພະ​ເຈົ້າ​ເຮັດ​ສິ່ງທີ່ຖືກຕ້ອງ, ນັບ​ແຕ່​ມີ​ຫລາຍ​ສິ່ງ​ທີ່​ສາມາດ​ເລືອກ​ໃນ​ຊີວິດ. ດັ່ງ​ທີ່​ພໍ່​ຕູ້​ເຄີຍ​ເຮັດມາ, ​ເພິ່ນ​ໄດ້​ຕອບ​ຂ້າພະ​ເຈົ້າດ້ວຍ​ປະສົບ​ການ​ຈາກ​ຊີວິດ​ຊາວ​ໄຮ່​ຊາວນາຂອງ​ເພິ່ນ.

​ເພິ່ນ​ໄດ້​ສອນ​ຂ້າພະ​ເຈົ້າກ່ຽວ​ກັບ​ການ​ຝຶກ​ທີ​ມມ້າ​ສຳລັບ​ລາກ​ແກ່ ​ເພື່ອ​ວ່າ​ມັນ​ຈະ​ທຳ​ງານ​​ໄດ້​ດີ​ນຳ​ກັນ. ​ເພິ່ນ​ໄດ້​ອະທິບາຍ​ວ່າ ທີ​ມມ້າ​ຕ້ອງ​ຮູ້​ວ່າ​ໃຜ​ເປັນ​ນາຍ. ສິ່ງ​ຈຳ​ເປັນ​ສິ່ງ​ໜຶ່ງ​​ເພື່ອ​ໃຊ້​ຄວບ​ຄຸມ ​ແລະ ນຳພາ​ທີມມ້າ​ແມ່ນ​​ເຊືອກ ​ແລະ ​ບັງ​ຫຽນ. ຖ້າ​ຫາກ​ມ້າ​ໂຕ​ໃດ​​ໃນ​ທີ​ມບໍ່​ເຊື່ອ​ຟັງ, ​ແລ້ວ​ທີ​ມມ້າ​ກໍ​​ເດີນ​ໄປ​ນຳ​ກັນ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ.

ບັດ​ນີ້ ​ໃຫ້​ເຮົາ​ມາ​ພິຈາລະນາບົດຮຽນ​ທີ່​ພໍ່​ຕູ້​ຂອງ​ຂ້າພະ​ເຈົ້າ​ໄດ້​ສອນ​ຂ້າພະ​ເຈົ້າ​ໃນ​ຕົວຢ່າງ​ນີ້. ​ແມ່ນ​ໃຜ​ເປັນ​ຄົນ​ຂັບ​ທີ​ມມ້າ? ພໍ່​ຕູ້​ຂອງ​ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ແມ່ນ​ພຣະຜູ້​ເປັນ​ເຈົ້າ. ພຣະອົງ​ມີ​ຈຸດປະສົງ ​ແລະ ​ມີ​ແຜນ. ພຣະອົງ​ຍັງ​ເປັນ​ຜູ້​ຝຶກ ​ແລະ ຜູ້​ສ້າງ​ສັນທີ​ມມ້າ ​ແລະ ​ມ້າ​ແຕ່ລະ​ໂຕ. ຜູ້​ຂັບ​ຮູ້​ດີ​ກວ່າ​ໝູ່, ​ແລະ ວິທີ​ດຽວ​ເທົ່າ​ນັ້ນທີ່​ຈະ​ຮູ້​ວ່າ​ຕົນ​ເອງ​ເຮັດ​ຖືກຕ້ອງ ຄື​ການ​ເຊື່ອ​ຟັງ ​ແລະ ​ເຮັດ​ຕາມ​ຜູ້ນຳພາ.

ພໍ່​ຕູ້​ຂອງ​ຂ້າພະ​ເຈົ້າ​ໄດ້​ປຽບທຽບ​​ເຊືອກ ​ແລະ ​ບັງ​ຫຽນ​ໃສ່​ກັບ​ຫຍັງ? ຂ້າພະ​ເຈົ້າ​ເຊື່ອ​ໃນ​ຕອນ​ນັ້ນ, ​ດັ່ງ​ທີ່ເຊື່ອ​ໃນ​ຕອນ​ນີ້ ວ່າ​ພໍ່​ຕູ້​ໄດ້​ສອນ​ຂ້າພະ​ເຈົ້າ​ໃຫ້​ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະວິນ​ຍານ​ບໍລິສຸດ. ສຳລັບ​ເພິ່ນ​ແລ້ວ, ​ເຊືອກ ​ແລະ ​ບັງ​ຫຽນ ​ແມ່ນ​ທາງ​ວິນ​ຍານ. ມ້າ​ທີ່​ເຊື່ອ​ຟັງ ຊຶ່ງ​ໄດ້​ຖືກ​ຝຶກ​ມາ​ເປັນ​ຢ່າງ​ດີ, ຕ້ອງການ​ການເຕືອນ​ພຽງ​​ເລັກ​ນ້ອຍ​ຈາກ​ຜູ້​ຂັບ ​ເພື່ອ​ເຮັດ​ສິ່ງ​ທີ່​ຜູ້​ຂັບ​ຕ້ອງການ. ການ​ດຶງ​ເຊືອກ​ພຽງ​ເລັກ​ນ້ອຍ​ປຽບ​ເໝືອນ​ສຽງ​​ແຜ່​ວ​ເບົາ ​ເມື່ອ​ພຣະຜູ້​ເປັນ​ເຈົ້າກ່າວ​ກັບ​ເຮົາ. ​ໃນ​ການ​ໃຫ້​ຄວາມ​ນັບຖື​ແກ່​ອຳ​ເພີ​ໃຈ​ຂອງ​ເຮົາ, ສຽງ​ນັ້ນຈະ​ບໍ່​ດັງ, ບໍ່​ເປັນ​ການ​ດຶງ​ທີ່​ຮຸນແຮງ.

ຊາຍ ​ແລະ ຍິງ​ຜູ້​ບໍ່​ສົນ​ໃຈ​ກັບ​ການ​ກະ​ຕຸ້ນ​ຂອງ​ພຣະວິນ​ຍານ​ຈະ​ໄດ້​ຮຽນ​ຮູ້​ເຊັ່ນ​ດຽວ​ກັບ​ລູກ​ທີ່​ເສຍ​ໄດ້​ຮຽນ ຕາມ​ຜົນ​ສະທ້ອນ​ເພາະ​ການ​ບໍ່​ເຊື່ອ​ຟັງ ​ແລະ ການ​ດຳລົງ​ຊີວິດທີ່​ກໍ່​ຄວາມ​ວຸ້ນວາຍ. ​ເພາະ​ຜົນ​ສະທ້ອນ​ນັ້ນ ທີ່​ເຮັດ​ໃຫ້​ລູກ​ທີ່​ເສຍ​ກັບມາ​ຖ່ອມ​ຕົວ ຈົນ​ວ່າ​ລາວ “ສຳນຶກ​ຕົວ” ​ແລະ ​ໄດ້​ຍິນ​ສຽງ​ແຜ່​ວ​ເບົາ​ຂອງ​ພຣະວິນ​ຍານ ທີ່​ບອກ​ລາວ​ໃຫ້​ກັບ​ຄືນ​ໄປ​ຫາ​ພໍ່​ຂອງ​ລາວ (​ເບິ່ງ ລູກາ 15:11–32).

ສະນັ້ນ ບົດຮຽນ​ທີ່​ພໍ່​ຕູ້​ຂອງ​ຂ້າພະ​ເຈົ້າ​ໄດ້​ສອນ​ຂ້າພະ​ເຈົ້າ​ແມ່ນ​ໃຫ້​ຕຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ການ​ກະ​ຕຸ້ນ​​ເບົາໆ​ຂອງ​ພຣະວິນ​ຍານ. ​ເພິ່ນ​ໄດ້​ສອນ​ຂ້າພະ​ເຈົ້າວ່າ ຂ້າພະ​ເຈົ້າຈະ​ໄດ້​ຮັບ​ການ​ກະ​ຕຸ້ນ​ ຖ້າ​ຫາກ​ຂ້າພະ​ເຈົ້າອອກ​ໄປ​ຈາກ​ເສັ້ນທາງ. ​ແລະ ຂ້າພະ​ເຈົ້າຈະ​ບໍ່​ຮູ້ສຶກ​ຜິດ​ຫລາຍ ຖ້າ​ຫາກ​ຂ້າພະ​ເຈົ້າອະນຸຍາດ​ໃຫ້​ພຣະວິນ​ຍານ​ນຳພາຂ້າພະ​ເຈົ້າ​ໃນ​ການ​ຕັດສິນ​ໃຈ.

ດັ່ງ​ທີ່ ຢາ​ໂກ​ໂບ 3:3 ກ່າວ​ວ່າ, “ຖ້າ​ພວກ​ເຮົາ​ເອົາ​ບັງ​ຫຽນ​ໃສ່​ປາກ​ມ້າ​ເພື່ອ​ໃຫ້​ມັນ​ຟັງ​ຄວາມ​ແລ້ວ, ພວກ​ເຮົາ​ກໍ​ສາມາດ​ບັງຄັບ​ມ້າ​ທັງ​ຕົວ​ໃຫ້​ໄປ​ມາ​ຕາມ​ຄວາມ​ຕ້ອງການ​ໄດ້.”

​ເຮົາ​ຕ້ອງມີ​ຄວາມ​ຮູ້ສຶກ​ໄວ​ຕໍ່​ບັງ​ຫຽນ​ທາງ​ວິນ​ຍານ​ຂອງ​ເຮົາ. ​ເຖິງ​ແມ່ນ​ໄດ້​ຖືກ​ດຶງ​ພຽງ​ເລັກ​ນ້ອຍ​ຈາກພຣະອາຈານ, ​ແຕ່​ເຮົາ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ປ່ຽນ​ທິດ​ທາງ​ຂອງ​ເຮົາ. ກ່ອນ​ຈະ​ສຳ​ເລັດ​ໃນ​ຊີວິດ, ​ເຮົາ​ຕ້ອງ​ສອນ​ວິນ​ຍານ ​ແລະ ຮ່າງກາຍ​ຂອງ​ເຮົາ​ໃຫ້​ທຳ​ງານ​ດ້ວຍ​ກັນ ​ໃນ​ການ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ເຈົ້າ. ຖ້າ​ຫາກ​ເຮົາ​ຟັງ​ຕໍ່​ການ​ກະ​ຕຸ້ນ​ທີ່​ອ່ອນ​ໂຍນ​ຂອງ​ພຣະວິນ​ຍານ​ບໍລິສຸດ, ​ແລ້ວ​ມັນ​ສາມາດ​ລວມວິນ​ຍານ ​ແລະ ຮ່າງກາຍ​ຂອງ​ເຮົາ​ເຂົ້າກັນ​ໃນ​ຈຸດປະສົງ​ທີ່​ຈະ​ນຳພາ​ເຮົາ​ກັບ​ຄືນ​ໄປ​ບ້ານ​ນິລັນດອນ ​ເພື່ອ​ອາ​ໄສ​ຢູ່​ນຳພຣະບິດາ​ນິລັນດອນຂອງ​ເຮົາຜູ້​ສະຖິດ​ຢູ່​ໃນ​ສະຫວັນ.

ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສາມ ສອນ​ເຮົາເຖິງ​ຄວາມ​ສຳຄັນ​ເລື່ອງ​ການ​ເຊື່ອ​ຟັງ ທີ່​ວ່າ: “ພວກ​ເຮົາ​ເຊື່ອ​ວ່າ ​ໂດຍ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ ມະນຸດຊາດ​ທັງ​ປວງ​ຈະ​ລອດ​ໄດ້​ໂດຍ​ການ​ປະຕິບັດຕາມ​ກົດ ​ແລະ ພິທີການ​ແຫ່ງ​ພຣະກິດ​ຕິ​ຄຸນ.”

ການ​ເຊື່ອ​ຟັງ​ຊະນິດ​ທີ່​ພໍ່​ຕູ້​ໄດ້​ບັນ​ລະ​ຍາຍ​ຢູ່​ໃນຕົວຢ່າງຂອງ​ເພິ່ນ​​ເລື່ອງ​ທີ​ມມ້າ​ກໍ​ຕ້ອງ​ຮຽກຮ້ອງ​ຄວາມ​ໄວ້​ວາງ​ໃຈ​ພິ​ເສດ​ຄື​ກັນ—ນັ້ນຄື, ມີ​ສັດທາ​ທີ່​ສຸດ​ໃນ​ຜູ້​ຂັບ​. ບົດຮຽນ​ທີ່​ພໍ່​ຕູ້​ຂອງ​ຂ້າພະ​ເຈົ້າ​ໄດ້​ສອນ​ຂ້າພະ​ເຈົ້າ, ກໍ​ຍັງ​ກ່ຽວ​ພັນ​ກັບ​ຫລັກ​ທຳ​ຂໍ້​ທຳ​ອິດ​ຂອງ​ພຣະກິດ​ຕິ​ຄຸນ​ຄື​ກັນ—ສັດທາ​ໃນ​ພຣະ​ເຢຊູ​ຄຣິດ.

ອັກຄະ​ສາວົກ​ໂປ​ໂລ​ໄດ້​ສອນ​ວ່າ, “ບັດ​ນີ້ ຄວາມ​ເຊື່ອ​ຄື​ຄວາມ​ແນ່ນອນ​ໃຈ​ໃນ​ສິ່ງ​ທີ່​ເຮົາ​ຫວັງ​ໄວ້ ​​ເປັນຄວາມ​ຕາຍ​ໃຈ​ເຖິງ​ສິ່ງ​ທີ່​ບໍ່​ເຫັນ​ກັບ​ຕາ” (​​ເຮັບ​ເຣີ 11:1). ແລ້ວ​ໂປ​ໂລ​ໄດ້​ໃຊ້​ຕົວຢ່າງ​ຂອງ​ອາ​ເບ​ນ, ​ເອ​ໂນ​ກ, ​ໂນ​ອາ, ​ແລະ ອັບຣາຮາມ ​ເພື່ອ​ສອນ​ກ່ຽວ​ກັບ​ສັດທາ. ​ລາວ​ໄດ້​​ເນັ້ນໜັກ​ເລື່ອງ​ລາວ​ຂອງ​ອັບຣາຮາມ, ​ເພາະອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ຄົນ​ທີ່ຊື່ສັດ ດັ່ງ​ນີ້:

“​ເພາະ​ອັບຣາຮາມ​ມີ​ຄວາມ​ເຊື່ອ, ​ເມື່ອ​ພຣະ​ເຈົ້າ​ໄດ້​ເອີ້ນ​ໃຫ້​ເພິ່ນ​ອອກ​ເດີນທາງ​ໄປ​ຍັງ​ດິນ​ແດນ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ວ່າ​ຈະ​ມອບ​ໃຫ້​ເພິ່ນ, ​ເພິ່ນ​ໄດ້​​ເຊື່ອ​ຟັງ ​ແລະ ອອກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ໄປ​ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ.

“​ໂດຍ​ຄວາມ​ເຊື່ອ​ເພິ່ນ​ໄດ້​ອາ​ໄສ​ຢູ່​ໃນ​ດິນ​ແດນ​ທີ່​ພຣະ​ເຈົ້າ​ໄດ້​ສັນຍາ​ໄວ້​ແກ່​ຕົນ​ນັ້ນ ​ເໝືອນ​ດັ່ງ​ຄົນ​ຕ່າງ​ດ້າວ. …

“​ເພາະ​ເພິ່ນ​ມີ​ຄວາມ​ເຊື່ອ​ນີ້​ເພິ່ນ​ຈຶ່ງ​ມີ​ກຳລັງ​ໃຫ້​ບັງ​ເກີດ​ເຊື້ອສາຍ ​ເມື່ອ​ອາຍຸ​ແກ່​ເກີນ​ແລ້ວ ​ແລະ ນາງ​ຊາ​ລາກໍ​ເປັນ​ໝັນ, ​ແຕ່​ອັບຣາຮາມ​ກໍ​ຖື​ວ່າ​ພຣະອົງ​ຜູ້​ສັນຍານັ້ນ​ເປັນ​ຜູ້​ສັດ​ຊື່” (​ເຮັບ​ເຣີ 11:8–9, 11).

ເຮົາ​ຮູ້​ວ່າ ຜ່ານ​ອີ​ຊາກລູກ​ຊາຍ​ຂອງອັບຣາຮາມ ​ແລະ ນາງ​ຊາ​ລາ, ອັບຣາຮາມ ​ແລະ ຊາ​ລາ ຈຶ່ງ​ໄດ້​ຮັບ​ຄຳ​ສັນຍາ—ສັນຍາ​ວ່າ​ຈະ​ມີ​ຜູ້​ສືບ​ເຊື້ອສາຍຢ່າງ​ຫລວງຫລາຍ “​ເກີດ​ມາ​ຢ່າງ​ຫລວງຫລາຍ​ເໝືອນ​ດວງ​ດາວ​ໃນ​ທ້ອງຟ້າ ​ແລະ ​ເໝືອນ​ເມັດ​ຊາຍ​ທີ່​ນັບ​ບໍ່​ຖ້ວນ​ຢູ່​ແຄມ​ທະ​ເລ” (​ເບິ່ງ ຂໍ້​ທີ 12; ​ເບິ່ງ ປະ​ຖົມ​ມະ​ການ 17:15–16 ນຳ​ອີກ). ແລ້ວ ສັດທາ​ຂອງ​ອັບຣາຮາມ​ໄດ້​ຖືກ​ທົດ​ສອບ​ໃນ​ວິທີ​ທີ່​ເຮົາ​ບໍ່​ເຄີຍ​ຄາດ​ຄິດ.

ຂ້າພະ​ເຈົ້າ​ໄດ້​ໄຕ່ຕອງ​ຫລາຍ​ເທື່ອ​ກ່ຽວ​ກັບ​ເລື່ອງລາວ​ຂອງ​ອັບຣາຮາມ ​ແລະ ອີ​ຊາກ, ​ແລະ ຂ້າພະ​ເຈົ້າຍັງ​ບໍ່​ເຊື່ອ​ວ່າ ຂ້າພະ​ເຈົ້າ​ເຂົ້າ​ໃຈຄວາມ​ຊື່ສັດ ​ແລະ ການ​ເຊື່ອ​ຟັງ​ຂອງ​ອັບຣາຮາມ. ບາງ​ເທື່ອ​ຂ້າພະ​ເຈົ້າ​ວາດ​ພາບ​ເຫັນ​ເພິ່ນຫໍ່​ເຂົ້າຂອງ​ ​ແລະ ອອກ​ເດີນທາງແຕ່​ເຊົ້າ, ​ແຕ່​ເພິ່ນ​ຍ່າງ​ຄຽງ​ຂ້າງ​ໄປ​ກັບ​ອີ​ຊາກລູກ​ຊາຍ​ເປັນ​ເວລາ​ສາມ​ມື້​ໄດ້​ແນວ​ໃດ ​ໄປ​ຫາ​ພູ​ໂມ​ລິ​ຢາ? ​​ເຂົາ​ເຈົ້າ​ໄດ້​ເອົາ​ຟືນຂຶ້ນ​ໄປ​ເທິງ​ພູ​ແບບ​ໃດ? ​ເພິ່ນ​ໄດ້​ສ້າງ​ແທ່ນ​ບູຊາ​ດ້ວຍ​ວິທີ​ໃດ? ​ເພິ່ນ​ໄດ້​ມັດ​ອີ​ຊາກ ​ແລະ ​ໄດ້​ວາງ​ລາວ​ໄວ້​ເທິງ​ແທ່ນ​ບູຊາ​ແນວ​ໃດ? ​​ເພິ່ນ​ໄດ້​ອະ​ທິ​ບາຍ​ຫຍັງ​​ແດ່ກັບ​ລູກ? ​ແລະ ​ເພິ່ນ​ເອົາ​ກຳລັງ​ມາ​ຈາກ​ໃສ​ເພື່ອ​ຍົກ​ມີດຂຶ້ນຂ້າ​ລູກ​ຊາຍ​ຂອງ​ຕົນ? ສັດທາ​ຂອງ​ອັບຣາຮາມ​ໄດ້​​ເປັນພະລັງ​​ໃຫ້​ເພິ່ນ ​ເພື່ອ​ເຮັດ​ຕາມ​ພຣະ​ເຈົ້າຈົນ​​ເຖິງ​ນາທີ​ທີ່​ທູດ​ອົງ​ໜຶ່ງ​ໄດ້​ກ່າວ​ຈາກ​ສະຫັວນ ​ແລະ ປະກາດ​ຕໍ່​ອັບຣາຮາມ​ວ່າ ​ເພິ່ນ​ໄດ້​ຜ່ານ​ການ​ທົດ​ສອບ​ທີ່​ແສນ​ເຈັບ​ປວດ​ນັ້ນ​ແລ້ວ. ​ແລ້ວ​ທູດ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້ກ່າວ​ຄຳ​ສັນຍາ​​ແຫ່ງ​ພັນທະ​ສັນຍາ​ຂອງ​ອັບ​ຣາຮາມ​ຄືນ​ອີກ.

ຂ້າພະ​ເຈົ້າຮັບ​ຮູ້​ວ່າການ​ທ້າ​ທາຍ​ທີ່​ກ່ຽວ​ພັນ​ກັບ​ການ​ມີ​ສັດທາ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ການ​ເຊື່ອ​ຟັງ ຈະ​ເປັນ​ສິ່ງ​ຫຍຸ້ງຍາກ​ສຳລັບ​ບາງ​ຄົນ ຫລາຍກວ່າ​ຄົນ​ອື່ນໆ. ຂ້າພະ​ເຈົ້າມີ​ປະສົບ​ການ​ຫລາຍ​ສົມຄວນ​ໃນ​ຊີວິດ ທີ່​ຈະ​ຮູ້​ວ່າ ​​ມ້າ​ແຕ່ລະ​ໂຕ​ມີຄຸນສົມບັດ​ທີ່​ແຕກ​ຕ່າງ​ກັນ ​ແລະ ການ​ຝຶກ​ບາງ​ໂຕ​ອາດ​ຈະ​ຍາກ​ກວ່າການ​ຝຶກ​ມ້າ​​ໂຕ​ອື່ນໆ​, ສ່ວນ​ຜູ້​ຄົນ​ແມ່ນ​ຫລາຍ​ກວ່າ​ນັ້ນ. ​ເຮົາ​ແຕ່ລະຄົນ​ເປັນ​ບຸດ ຫລື ທິດາ​ຂອງ​ພຣະ​ເຈົ້າ, ​ແລະ ​ເຮົາ​ມີ​ເລື່ອງ​ລາວ​ຈາກ​ໂລກ​ກ່ອນ​ເກີດ ​ແລະ ​ໂລກ​ມະຕະ​ທີ່​ພິ​ເສດ. ດ້ວຍ​ເຫດ​ນີ້, ຈຶ່ງ​ມີ​ຂໍ້​ແກ້​ບັນຫາ​ພຽງ​ໜ້ອຍ​ດຽວ. ​ແລະ ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ຮັບ​ຮູ້​ດ້ວຍ​ຄວາມ​ຈິງ​ໃຈວ່າ ຊີວິດ​ຂອງ​ເຮົາ​ຈະ​ມີ​ບັນຫາ​ທີ່​ຕ້ອງ​ແກ້​ໄຂ​ຫລາຍ​ຢ່າງ, ສຳຄັນ​ທີ່​ສຸດ ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈະ​ມີ​ຫລັກ​ທຳ​ຂໍ້​ທີ​ສອງ​ຂອງ​ພຣະກິດ​ຕິ​ຄຸນ​, ​ແມ່ນ​ແຕ່​ການ​ກັບ​ໃຈ.

ມັນ​ກໍ​ເປັນຄວາມ​ຈິງ​ທີ່​ວ່າ ​ໃນ​ວັນ​ເວລາ​ຂອງ​ພໍ່​ຕູ້​ຂອງ​ຂ້າພະ​ເຈົ້າ ເປັນ​ເວລາ​ທີ່​ສະບາຍ, ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ການ​ເລືອກ​ລະ​ຫວ່າງ​ສິ່ງ​ທີ່​ຖືກຕ້ອງ ​ແລະ ສິ່ງທີ່​ຜິດ. ​​ໃນ​ຂະນະ​ທີ່​ຄົນ​ສະຫລາດ ​ແລະ ຄົນ​ມີ​ຄວາມ​ຮູ້​ບາງ​ຈຳນວນ​ອາດ​ເຊື່ອ​ວ່າ ວັນ​ເວລາ​ຂອງ​ເຮົາ​ແມ່ນ​ສັບ​ຊ້ອນ​ກວ່າ, ​ແຕ່​ຂ້າພະ​ເຈົ້າຂໍ​ຢັ້ງຢືນ​ວ່າ​ມັນ​ບໍ່​ເປັນ​ເຊັ່ນນັ້ນ. ​ແຕ່​ຂ້າພະ​ເຈົ້າ​ເຊື່ອ​ວ່າ ຄວາມ​ສັບ​ຊ້ອນ​ໃນ​ທຸກ​ວັນ​ນີ້​ຮຽກຮ້ອງ​ຄວາມ​ລຽບ​ງ່າຍ​ຫລາຍ​ກວ່າ, ​ເຊັ່ນ​ດຽວ​ກັບ​ຄຳ​ຕອບ​ທີ່​ພໍ່​ຕູ້​ຂອງ​ຂ້າພະ​ເຈົ້າ​ໄດ້​ຕອບ​ຄຳ​ຖາມ​ທີ່​ຈິງ​ໃຈ​ຂອງ​ຂ້າພະ​ເຈົ້າກ່ຽວ​ກັບ​ວິທີທີ່​ຈະ​ຮູ້ຈັກ​ລະຫວ່າງ​ຄວາມ​ຖືກຕ້ອງ ​ແລະ ຄວາມ​ຜິດ. ຂ້າພະ​ເຈົ້າຮູ້​ວ່າ ສິ່ງ​ທີ່​ຂ້າພະ​ເຈົ້າສະ​ເໜີ​ໃນ​ມື້​ນີ້ ​ແມ່ນ​ສູດ​ທີ່​ງ່າຍໆ, ​ແຕ່​ຂ້າພະ​ເຈົ້າ​​ເປັນ​ພະຍານ​ໄດ້​ວ່າ​ ​ໄດ້ຜົນ​ດີ​ກັບ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຂໍ​​ແນະນຳ​​​ໃຫ້​ທ່ານ​ເອົາ​ໄປ​ໃຊ້ ​ແລະ ​ແມ່ນ​ແຕ່​ທ້າ​ທາຍ​ທ່ານ​ໃຫ້​ລອງ​ໃຊ້​ຄຳ​ຂອງ​ຂ້າພະ​ເຈົ້າ, ​ແລະ ຖ້າ​ຫາກ​ທ່ານ​ເຮັດ, ຂ້າພະ​ເຈົ້າຂໍ​ສັນຍາ​ວ່າ ມັນ​ຈະ​ພາ​ທ່ານ​ໄປ​ສູ່​ການ​ເລືອກ​ທີ່​ແຈ່ມ​ແຈ້ງ ​ແລະ ​​ໄດ້​ຮັບຄຳ​ຕອບ​ທີ່​ງ່າຍໆ​ຕໍ່​ຄຳ​ຖາມ ຊຶ່ງ​ເຮັດ​ໃຫ້​ຄົນ​ມີ​ການ​ສຶກສາ​ ​ແລະ ຄິດ​ວ່າ​ຕົນ​ເອງ​ສະ​ຫລາດສັບສົນ.

​ເຮົາ​ມັກ​ຈະ​ຄິດ​ກ່ຽວ​ກັບ​ການ​ເຊື່ອ​ຟັງ​ວ່າ​ເປັນສິ່ງ​ທີ່​ເຮົາ​ເຮັດ​​ໄປ​ຊື່ໆຕາມ​ຄຳ​ສັ່ງ ຫລື ຄຳ​ບົ່ງ​ການ​ຂອງ​ຜູ້ນຳ​ຊັ້ນສູງ. ຕາມ​ຈິງ​ແລ້ວ, ການ​ເຊື່ອ​ຟັງ​ເປັນຕົວ​ແທນ​ໃຫ້​ແກ່​ສັດທາ​ຂອງ​ເຮົາ ​ໃນ​ປັນຍາ​ ​ແລະ ສິດ​ອຳນາດ​ທີ່​ສູງ​ສົ່ງ, ​ນັ້ນຄື​ພຣະ​ເຈົ້າ. ​ເມື່ອ​ອັບຣາຮາມ​ໄດ້​ສະ​ແດງ​ສັດທາ​ທີ່​ບໍ່​ຫວັ່ນ​ໄຫວ ​ແລະ ການ​ເຊື່ອ​ຟັງ​ຕໍ່​ພຣະ​ເຈົ້າ, ​ແມ່ນ​ແຕ່​​ເມື່ອ​ຖືກ​ສັ່ງ​ໃຫ້​ຖະຫວາຍ​ລູກ​ຊາຍ​ຂອງ​ເພິ່ນ, ພຣະ​ເຈົ້າຍັງ​ໄດ້​ໄວ້​ຊີວິດ​ຂອງ​ເພິ່ນ. ​ເຊັ່ນ​ດຽວ​ກັນ, ​ເມື່ອ​ເຮົາ​ສະ​ແດງ​ຄວາມ​ຊື່ສັດ​ຂອງ​ເຮົາ​ຜ່ານ​ການ​ເຊື່ອ​ຟັງ, ​ແລ້ວ​​ໃນ​ທີ່​ສຸດພຣະ​ເຈົ້າຈະ​ຊ່ອຍ​ກູ້​ເຮົາ​ຄື​ກັນ.

ຄົນ​ທີ່​​ເພິ່ງ​ຕົນ​ເອງ​ເທົ່າ​ນັ້ນ ​ແລະ ​ເຮັດ​ຕາມ​ຄວາມ​ປາດ​ຖະໜາ ​ແລະ ຄວາມ​​ເອ່ນອຽງ​ຂອງ​ຕົນ ຈະ​ມີ​ຂອບ​ເຂດຈຳກັດ ​ເມື່ອປຽບທຽບ​ໃສ່​ກັບ​ຄົນ​ທີ່​ຕິດຕາມ​ພຣະ​ເຈົ້າ ​ແລະ ​​​​ໄດ້​ຮັບ​ຄວາມ​ສະຫລຽວ​ສະຫລາດ​, ອຳນາດ, ​ແລະ ຂອງ​ປະທານ​ຂອງ​ພຣະອົງ. ມີ​ຄຳ​ກ່າວ​ວ່າ ຄົນ​ທີ່​ຄິດ​ກ່ຽວ​ກັບ​ຕົນ​ເອງ​ເທົ່າ​ນັ້ນ ຈະ​ເປັນ​ຄົນ​ຄັບ​ແຄບ. ການ​ເຊື່ອ​ຟັງຢ່າງ​ຈິງ​ໃຈ ​ແລະ ​ການ​ລິ​ເລີ່​ມທີ່​ແຂງ​ຂັນ ຈະ​ບໍ່​​ເປັນ​ສິ່ງອ່ອນ​ແອ ​ແລະ ຢູ່​ຊື່ໆ. ມັນ​ເປັນ​ສິ່ງ​ທີ່​ປະກາດ​ສັດທາ​ຂອງ​ເຮົາ​ໃນ​ພຣະ​ເຈົ້າ ​ແລະ ​ເຮັດ​ໃຫ້​ເຮົາ​ເໝາະ​ສົມ​ທີ່​ຈະ​ໄດ້​ຮັບ​ອຳນາດ​ຈາກສະຫວັນ. ການ​ເຊື່ອ​ຟັງ​ເປັນ​ການ​ເລືອກ. ມັນ​ເປັນ​ການ​ເລືອກ​ລະຫວ່າງຄວາມ​ຮູ້​ແຈ້ງ​​ ​ແລະ ພະລັງທີ່​ຈຳກັດ​ຂອງ​ເຮົາ ​ແລະ ຄວາມ​ສະຫລຽວ​ສະຫລາດ ​ແລະ ອຳນາດ​ທີ່​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ເຈົ້າ. ອີງ​ຕາມ​ບົດຮຽນ​ຂອງ​ພໍ່​ຕູ້​ຂອງ​ຂ້າພະ​ເຈົ້າທີ່​ໄດ້​ມອບ​ໃຫ້​ແກ່​ຂ້າພະ​ເຈົ້າ, ມັນ​ເປັນ​ການ​ເລືອກ​ທີ່​ຈະ​ຮູ້ສຶກ​ບັງ​ຫຽນ​ໃນ​ປາກ​ຂອງ​ເຮົາ ​ແລະ ​ເຮັດ​ຕາມ​ຜູ້​ຂັບ.

ຂໍ​ໃຫ້​ເຮົາຈົ່ງ​ໄດ້​ຮັບ​ພັນທະ​ສັນຍາ​ຂອງ​ອັບຣາຮາມ​ມາ​ເປັນ​ມູນ​ມໍ​ລະ​ດົກ ​ແລະ ກາຍ​ເປັນ​ທາຍາດ​ຂອງ​ອັບຣາຮາມ ຜ່ານ​ຄວາມ​ຊື່ສັດ​ຂອງ​ເຮົາ ​ແລະ ​ໂດຍ​ການ​ໄດ້​ຮັບ​ພິທີການ​​ແຫ່ງ​ພຣະກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່. ຂ້າພະ​ເຈົ້າສັນຍາ​ກັບ​ທ່ານ​ວ່າ ພອນ​ຂອງ​ຊີວິດ​ນິລັນດອນ​ມີ​ໄວ້​ໃຫ້​ສຳລັບ​ທຸກ​ຄົນ​ທີ່​ຊື່ສັດ ​ແລະ ​ເຊື່ອ​ຟັງ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.