​2010–2019
ການ​​ປ້ອງ​ກັນ​ຈາກ​ຮູບ​ພາບ​ລາມົກ—ບ້ານ​ເຮືອນທີ່​ມີ​ພຣະຄຣິດ​ເປັນ​ຈຸດ​ໃຈກາງ
ເມສາ 2014


ການ​​ປ້ອງ​ກັນ​ຈາກ​ຮູບ​ພາບ​ລາມົກ—ບ້ານ​ເຮືອນທີ່​ມີ​ພຣະຄຣິດ​ເປັນ​ຈຸດ​ໃຈກາງ

ເຄື່ອງ​ຕອງ​ທີ່ດີ​ທີ່​ສຸດ​ຢູ່​ໃນ​ໂລກ​ນີ້ ... ແມ່ນ​​ເຄື່ອງຕອງ​ອິນ​ເຕີ​ແນັດຢູ່​ໃນ​ຕົວ​ເຮົາ ຊຶ່ງ​ມາ​ຈາກ​ປະຈັກ​ພະຍານ​ທີ່​ເລິກ​ຊຶ້ງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ມື້ນີ້ ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ​ທີ່​ມີຫລານຜູ້​ໃຫຍ່ 13 ຄົນ ມາ​ຮ່ວມ​ຢູ່​ໃນ​ກອງ​ປະຊຸມ​ນີ້. ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າຢາກ​ຖາມວ່າ “ຂ້າພະ​ເຈົ້າຢາກ​ໃຫ້​ຫລານ​ຂອງຂ້າພະ​ເຈົ້າຮູ້​ຈັກ​ສິ່ງ​ໃດ?” ​ເຊົ້າມື້​ນີ້ ຂ້າພະ​ເຈົ້າຈະ​ເວົ້າ​ຕໍ່​ຄອບຄົວ​ຂອງ​ຂ້າພະ​ເຈົ້າ ​ແລະ ​ຂອງ​ທ່ານ​ໂດຍສ​ະ​ເພາະ.

​ເຮົາ, ​ໃນ​ຖານະ​ທີ່​ເປັນ​ຜູ້ນຳ, ມີ​ຄວາມ​ເປັນ​ຫ່ວງ​​ເປັນ​ໄຍຫລາຍ​ກ່ຽວ​ກັບ​ຄວາມ​ວິບັດ​ທີ່ຮູບ​ພາບ​ລາມົກນຳ​ມາສູ່​ຊີວິດ​ຂອງ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ແລະ ຄອບຄົວ​ຂອງ​ເຂົາ​ເຈົ້າ. ​ ຊາຕາ​ນພວມ​ໂຈມ​ຕີດ້ວຍ​ຄວາມ​ໂມ​ໂຫທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ.

ເຫດຜົນ​ໜຶ່ງ​ຄື ​ເຮົາ​ມາ​ຢູ່​​ໃນ​ໂລກ​ນີ້ ​ເພື່ອ​ຮ່ຳຮຽນ​ວິທີ​ຄວບ​ຄຸມ​ອາລົມ ​ແລະ ຄວາມ​ຮູ້ສຶກ​ຂອງ​ຮ່າງກາຍ​ມະຕະ​ຂອງ​ເຮົາ. ຄວາມ​ຮູ້ສຶກ​ເຫລົ່າ​ນີ້​ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້ ​​ຊ່ອຍ​ເຫລືອ​ເຮົາ​ໃຫ້​ຢາກ​​ແຕ່ງງານ ​ແລະ ມີ​ລູກ​ເຕົ້າ. ຄວາມ​ສຳພັນ​ອັນ​ແໜ້ນ​ແຟ້ນຂອງ​ການ​ແຕ່ງງານ​ລະຫວ່າງ​ຊາຍ ​ແລະ ຍິງ ທີ່​ນຳ​ລູກໆ​ມາສູ່​ຊີວິດ​ມະຕະ ກໍ​ໝາຍ​​ເຖິງ​ການ​ມີ​ປະສົບ​ການ​ທີ່​ສວຍ​ງາມ ​ແລະ ດ້ວຍ​ຄວາມ​ຮັກ ທີ່​ຜູກ​ມັດ​ຫົວ​ໃຈ​ທີ່​ອຸທິດ​ຕົນ​ສອງ​ດວງ​ເຂົ້າກັນ, ​ເປັນ​ໜຶ່ງ​ທາງ​ວິນ​ຍານ ​ແລະ ຮ່າງກາຍ, ​ແລະ ນຳ​ຄວາມຊື່ນ​ຊົມ​ອັນ​ເຕັມ​ປ່ຽມ ​ແລະ ຄວາມສຸກ​ມາ​ໃຫ້ ​ເມື່ອ​ເຮົາ​ຄິດ​ກ່ຽວ​ກັບ​ຄູ່​ແຕ່ງງານ​ຂອງ​ເຮົາ​ກ່ອນ. ປະທານສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໄດ້​ສອນ​ວ່າ ​ໃນ​ການ​ແຕ່ງງານ, “ຄູ່ຄອງ … ກາຍ​ເປັນຜູ້​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ສາມີ ຫລື ພັນ​ລະ​ຍາ, ​ແລະ… [ບໍ່​ມີ] ຄວາມ​ສົນ​ໃຈ​ໃດໆ [ຫລື] ຄົນ​ໃດ [ຫລື] ສິ່ງ​ໃດ ຈະ​ສຳຄັນ​ຫລາຍໄປ​ກວ່າ​ຄູ່​ຄອງ​ຂອງ​ເຮົາ.”

“ການ​ແຕ່ງງານຕ້ອງ​ມີ​ຄວາມ​ຈົງ​ຮັກ​ພັກດີ​ທີ່​ສຸດ ​ແລະ ​ຊື່​ສັດ​ທີ່​ສຸດ.”1

ເມື່ອ​ຫລາຍ​ປີ​ກ່ອນ ລູກ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ​ເບິ່ງ​ຄື​ໂສກ​ເສົ້າ. ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງ​ນອນ​ຂອງ​ນາງ, ບ່ອນ​ທີ່​ນາງ​ໄດ້​ເປີດ​ຄວາມ​ໃນ​ໃຈ ​ແລະ ​ໄດ້​ບອກ​ຂ້າພະ​ເຈົ້າວ່າ ນາງ​ໄດ້​ໄປ​ເຮືອນ​ຂອງ​ໝູ່​ຄົນ​ໜຶ່ງ​ຂອງ​ນາງ ​ແລະ ​ໄດ້​ເຫັນ​ຮູບ​ພາບ​ທີ່​ສະ​ເທືອ​ນ​ໃຈ ​ແລະ ການ​ກະທຳ​ຢູ່​ໃນ​​ໂທລະທັດ​ລະຫວ່າງ​ຜູ້ຊາຍ ​ແລະ ຜູ້ຍິງຄົນ​ໜຶ່ງທີ່​ປະ​ໂປ້. ນາງ​​ເລີ່​ມຕົ້ນຮ້ອງ​ໄຫ້ ​ແລະ ບອກ​ເຖິງ​ຄວາມ​ຮູ້ສຶກ​ບໍ່​ດີ​ກັບ​ສິ່ງ​ທີ່​ນາງ​ໄດ້​ເຫັນ ​ແລະ ຫວັງ​ຢາກ​ລືມ​ມັນ​ເສຍ. ຂ້າພະ​ເຈົ້າດີ​ໃຈ​ຫລາຍ​ທີ່​ນາງ​ໄດ້​ບອກ​ຂ້າພະ​ເຈົ້າ, ​ໄດ້​ໃຫ້​ໂອກາດ​ຂ້າພະ​ເຈົ້າປອບ​ໂຍນ​ຫົວ​ໃຈ​ອັນ​ໄຮ້​ດຽງສາ ​ແລະ ​ເຈັບ​ປວດ​ນັ້ນ ​ແລະ ຊ່ອຍ​ເຫລືອ​ນາງ​ໃຫ້​ສະບາຍ​ໃຈຂຶ້ນ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ຂ້າພະ​ເຈົ້າຈື່​ຄວາມ​ຮູ້ສຶກ​ ​ໃນ​ຂະນະ​ທີ່​ພວກ​ເຮົາ​ນັ່ງ​ຄຸ​ເຂົ່າ​ນຳ​ກັນ, ​ແມ່ ​ແລະ ລູກ, ​ແລະ ​ໄດ້​ທູນ​ຂໍຄວາມ​ຊ່ອຍ​ເຫລືອ​ຈາກພຣະບິດາ​ເທິງ​ສະຫວັນ.

ເດັກນ້ອຍ, ຊາວ​ໜຸ່ມ, ​ແລະ ຜູ້​ໃຫຍ່​ຫລາຍ​ຄົນ ​ໄດ້​ເຫັນ​ພາບ​ລາມົກ​ແບບ​ບໍ່​ຕັ້ງ​ໃຈ, ​ແຕ່​ຈຳນວນ​ຜູ້​ຊາຍ ​ແລະ ຜູ້ຍິງ​ທີ່​ເລືອກ​ເບິ່ງ​ມັນ ​ແມ່ນ​ມີ​ຫລາຍ​ຂຶ້ນ ​ແລະ ​ກັບ​ຄືນ​ໄປ​ເບິ່ງ​ມັນ​ອີກ​ຈົນ​ວ່າ​ກາຍ​ເປັນ​ການ​ຕິດ​ແສດ. ຜູ້​ຄົນ​ເຫລົ່ານັ້ນອາດ​ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ​ອອກ​ຈາກ​ການ​ຕິດ​ແສດ, ​ແຕ່​ສ່ວນ​ຫລາຍ​ແລ້ວ ​ບໍ່​ມີ​ຄວາມ​ສາມາດ​ທີ່​ຈະ​​ເອົາ​ຊະນະ​ມັນ​ດ້ວຍ​ຕົນ​ເອງ. ​ເຮົາ​​ໂຊກ​ດີ​ຫລາຍ​ທີ່​ຄົນ​ທີ່​ເຮົາ​ຮັກ​ເລືອກບອກ​ຄວາມ​ໃນ​ໃຈ​ກັບ​ເຮົາ ຜູ້​ເປັນ​ພໍ່​ແມ່ ຫລື ກັບ​ຜູ້​ນຳ​ຂອງ​ສາດສະໜາ​ຈັກ. ​ເປັນ​ສິ່ງ​ສະຫລາດ​ທີ່​ເຮົາ​ຈະ​ຮັບ​ຟັງ​ແບບ​ບໍ່​ມີ​ຄວາມ​ຕົກ​ອົກ​ຕົກ​ໃຈ, ​ໃຈ​ຮ້າຍ, ຫລື ປະຕິ​ເສດ, ຊຶ່ງ​ອາດ​ເຮັດ​ໃຫ້​ເຂົາ​ມິດ​ງຽບ​ໄປ.

​​ໃນ​ຖານະ​ທີ່​ເປັນ​ພໍ່​ແມ່ ​ແລະ ຜູ້ນຳ, ​​ຕ້ອງ​ສອນ ​ແລະ ​ແນະນຳ​ລູກໆ ​ແລະ ຊາວ​ໜຸ່ມ​ຂອງ​ເຮົາ​​ເປັນ​ປະຈຳ, ຕ້ອງ​ຟັງ​ເຂົາ​ດ້ວຍ​ຄວາມ​ຮັກ ​ແລະ ຄວາມ​ເຂົ້າ​ໃຈ. ​​ເຂົາຕ້ອງ​ຮູ້​​​ເຖິງຄວາມອັນຕະລາຍ​ຂອງຮູບ​ພາບ​ລາມົກ ​ແລະ ວິທີ​ທີ່​ມັນ​ຄວບ​ຄຸມ​ຊີວິດ, ​ເຮັດ​ໃຫ້​ວິນ​ຍານ​ສູນ​ເສຍ​ໄປ, ບິດ​ເບືອນ​ຄວາມ​ຮູ້ສຶກ, ຫລອກ​ລວງ, ທຳລາຍ​ຄວາມ​ສຳພັນ, ສູນ​ເສຍ​ການ​ຄວບ​ຄຸມ​ຕົນ​ເອງ, ​ແລະ ສິ້ນ​ເປືອງ​ເວລາ, ຄວາມ​ຄິດ, ​ແລະ ກຳລັງ.

ຮູບ​ພາບ​ລາມົກ​ເປັນ​ສິ່ງ​ທີ່​ຊົ່ວ​ຊ້າ, ຮ້າຍ​ກາດ, ​ແລະ ​​ແຈ່ມ​ແຈ້ງ​ຫລາຍ​ກວ່າ​ທີ່​ຜ່ານ​ມາ. ​​ເມື່ອ​ເຮົາປຶກສາກັບ​ລູກ​ເຕົ້າຂອງ​ເຮົາ​, ​ເຮົາ​ຈະ​ສາມາດ​​ວາງ​ແຜນ​ເປັນ​ຄອບຄົວນຳ​ກັນ​ໄດ້​ກ່ຽວ​ກັບ​ມາດຕະຖານ ​ແລະ ຂອບ​ເຂດ, ຕ້ອງ​​ເອົາ​ໃຈ​ໃສ່ທີ່​ຈະ​ປົກ​ປ້ອງ​ບ້ານ​ເຮືອນ​ຂອງ​ເຮົາ ​ໂດຍ​​ເຄື່ອງ​ຕອງ ​ແລະ ​ໂດຍ​ການຕັ້ງ​ເຄື່ອງ​ເອ​ເລັກໂທຣນິກບໍ່​ໃຫ້​ສິ່ງ​ລາມົກ​ຜ່ານ​ເຂົ້າມາ​ໄດ້. ພໍ່​ແມ່​ທັງຫລາຍ, ​ເຮົາ​ຮູ້ຈັກເຄື່ອງ​ໃຊ້​ມື​ຖື​ທີ່​ສາມາດ​ໃຊ້ອິນ​ເຕີ​ແນັດບໍ່, ອັນ​ທີ່ບໍ່​ໄດ້​ເປັນ​ພຽງຄອມ​ພິວ​ເຕີ​ເທົ່າ​ນັ້ນ, ​ແຕ່​ມັນ​ຍັງ​ເປັນ​ສິ່ງທີ່​ສ້າງ​ບັນຫາ​​ໃຫຍ່​ນຳ​ອີກ.2

ຊາວ​ໜຸ່ມ ​ແລະ ຜູ້​ໃຫຍ່ທັງຫລາຍ, ຖ້າ​ຫາກ​ທ່ານ​ຖືກ​ບ້ວງ​ຂອງ​ຊາຕາ​ນ​ເລື່ອງ​ຮູບ​ພາບ​ລາມົກ, ຈົ່ງ​ຈື່​ຈຳ​ເຖິງ​ຄວາມ​ເມດ​ຕາ​ອັນ​ຍິ່ງ​ໃຫຍ່ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ. ທ່ານ​ຮູ້​ບໍ​ວ່າ ພຣະຜູ້​ເປັນ​ເຈົ້າຮັກ ​ແລະ ທະນຸ​ຖະໜອມ​ທ່ານ​ຫລາຍ​ພຽງ​ໃດ, ​ແມ່ນ​ແຕ່​ຕອນ​ນີ້? ພຣະຜູ້​ຊ່ອຍ​​ໃຫ້​ລອດ​ຂອງ​ເຮົາ​ມີ​ອຳນາດ​ທີ່​ຈະ​ຊຳລະ​ລ້າງ ​ແລະ ປິ່ນປົວ​ເຮົາ. ພຣະອົງສາ​ມາດ​ເອົາ​ຄວາມ​ເຈັບ​ປວດ ​ແລະ ຄວາມ​ໂສກ​ເສົ້າຂອງ​ທ່ານ​ໄປ ​ແລະ ​ເຮັດ​ໃຫ້​ທ່ານ​ສະອາດ​ຄືນ​ໃໝ່​ ​ຜ່ານ​ອຳນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະອົງ.

ເຮົາ​ໃນ​ຖານະ​ທີ່​ເປັນ​ຜູ້ນຳ ກໍມີ​ຄວາມ​ເປັນ​ຫ່ວງ​ຫລາຍ​ກັບ​ຄູ່​ຄອງ ​ແລະ ຄົນ​ໃນ​ຄອບຄົວ​ຂອງ​ຜູ້​ທີ່​ຕິດ​ແສດ​ຮູບ​ພາບ​ລາມົກ​. ​ແອວ​ເດີ ຣິ​ເຈີດ ຈີ ສະກາ​ດ ​ໄດ້​ອ້ອນວອນ​ວ່າ: “ຖ້າຫາກ​ທ່ານ​ບໍ່​ໄດ້​ເຮັດ​ບາບ​ອັນ​ຮ້າຍ​ແຮງ​ນີ້, ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ຮັບ​ທຸກທໍລະມານ​ເພື່ອ​ຜົນ​ສະທ້ອນ​ຈາກ​ບາບ​ຂອງ​ຄົນ​ອື່ນ. … ທ່ານ​ສາມາດ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​. ... ​ແຕ່​ທ່ານ​ບໍ່​ຄວນ​ຮູ້ສຶກ​ວ່າ​ທ່ານ​ຮັບຜິດຊອບ​ກັບ​ການ​ກະທຳ​ຂອງ​ເຂົາ​ເຈົ້າ.”3 ຂໍ​ໃຫ້​ຮູ້​​ໄວ້​ວ່າ ທ່ານ​ບໍ່​ໄດ້​ຢູ່​ຕາມ​ລຳພັງ. ມີ​ຄວາມ​ຊ່ອຍ​ເຫລືອ​ຢູ່. ມີ​ຫ້ອງການ​ຊ່ອຍ​ເຫລືອ​ຄູ່​ຄອງໃຫ້​ຟື້ນຈາກ​ການ​ຕິດ​ແສດ, ຮ່ວມ​ທັງ​ການ​ປະຊຸມ​ທາງ​ໂທລະສັບ, ຊຶ່ງ​ອະນຸຍາດ​ໃຫ້​ຄູ່​ຄອງ​ໂທ​ເຂົ້າ​ໄປ​ຟັງ​ການ​ປະຊຸມ​ຈາກ​ເຮືອນ​ໄດ້.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ຈະ​ປົກ​ປ້ອງ​ລູກໆ ​ແລະ ຊາວ​ໜຸ່ມ​ຂອງ​ເຮົາ​ດ້ວຍ​ວິທີ​ໃດ? ​ເຄື່ອງ​​ຕອງເປັນປະ​ໂຫຍ​ດຫລາຍ, ​ແຕ່​ເຄື່ອງ​ຕອງ​ທີ່ດີ​ທີ່​ສຸດ​ຢູ່​ໃນ​ໂລກ​ນີ້, ​ພຽງ​ມີ​ສິ່ງ​ດຽວ​ທີ່​ໄດ້ຜົນ​ດີ​ແທ້ໆ, ​ແມ່ນ​​ເຄື່ອງຕອງ​ອິນ​ເຕີ​ແນັດຢູ່​ໃນ​ຕົວ​ເຮົາ ຊຶ່ງ​ມາ​ຈາກ​ປະຈັກ​ພະຍານ​ທີ່​ເລິກ​ຊຶ້ງ ​ແລະ ຕະຫລອດ​ໄປ​ຂອງ​ເຮົາ ​ເຖິງ​ຄວາມ​ຮັກ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແລະ ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ສຳລັບ​ເຮົາ​ແຕ່ລະຄົນ.

ເຮົາ​ຈະ​ນຳພາລູກໆ​ຂອງ​ເຮົາ​ໃຫ້​ຮູ້ສຶກເຫລື້ອມ​ໃສ​ແທ້​ໆ ​ແລະ ​ໄດ້​ຮັບ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດດ້ວຍ​ວິທີ​ໃດ? ຂ້າພະ​ເຈົ້າມັກ​ຄຳ​ປະກາດ​ຂອງ​ສາດສະດາ​ນີ​ໄຟ ​ເຖິງ​ສິ່ງ​ທີ່​ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ເຮັດ ​ເພື່ອ​ປ້ອງ​ກັນຊາວໜຸ່ມ ​ໃນ​ສະ​ໄໝ​ຂອງ​ເພິ່ນ​ວ່າ “ພວກ​ເຮົາ​ເວົ້າ​ເຖິງ​ພຣະ​ຄຣິດ, ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ, ພວກ​ເຮົາ​ສັ່ງສອນ​ເລື່ອງ​ພຣະ​ຄຣິດ, [​ແລະ] ພວກ​ເຮົາ​ທຳນາຍ​ເຖິງ​ພຣະ​ຄຣິດ … ເພື່ອ​ລູກ​ຫລານ​ຂອງ​ພວກ​ເຮົາຈະ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ​ການ​ປົດ​ບາບ​ຂອງ​ພວກ​ເຂົາ.”4

​ເຮົາ​ຈະ​ເຮັດ​ສິ່ງ​ນີ້​ດ້ວຍ​ວິທີ​ໃດຢູ່​ໃນ​ບ້ານ​ຂອງ​ເຮົາ? ບາງ​ຄົນ​ໃນ​ພວກ​ທ່ານ​​ເຄີຍ​ໄດ້​ຍິນ​ຂ້າພະ​ເຈົ້າບອກກ່ຽວ​ກັບ​ວ່າ ສາມີ​ຂອງ​ຂ້າພະ​ເຈົ້າ ​ເມ​ວ, ​ແລະ ຂ້າພະ​ເຈົ້າຮູ້ສຶກ​ແນວ​ໃດ ​ໃນ​ຖານະ​ທີ່​ເປັນ​ພໍ່​ແມ່​ຂອງ​ລູກນ້ອຍ​ສີ່​ຄົນ. ​ເມື່ອ​ພວກ​ເຮົາ​ໄດ້​ປະ​ເຊີນ​ກັບ​ການ​ທ້າ​ທາຍຂອງ​ການ​ເປັນ​ພໍ່​ແມ່ ​ແລະ ພະຍາຍາມ​ບັນລຸ​ພາລະກິດ​ໃນ​ຊີວິດ, ພວກ​ເຮົາ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ຫລາຍ. ພວກ​ເຮົາ​ໄດ້​ອະທິຖານ​ ​ແລະ ອ້ອນວອນ ​ເພື່ອ​ຈະ​ໄດ້​ຮູ້ວ່າ ຈະ​ເຮັດ​ສິ່ງ​ໃດ. ຄຳ​ຕອບ​ໄດ້​ມາ​ເຖິງ​ຢ່າງ​ແຈ່ມ​ແຈ້ງວ່າ: “ບໍ່​ເປັນ​ຫຍັງ​ດອກ​ທີ່​ເຮືອນ​ຍັງຮົກ​​ເຮື້ອ ​ແລະ ລູກ​ຍັງ​ນຸ່ງ​ຊຸດ​ນອນ​ຢູ່ ​ແລະ ວຽກ​ງານບາງ​ຢ່າງບໍ່​ສຳ​ເລັດ. ສິ່ງ​ທີ່​ຕ້ອງ​ເຮັດ​ໃຫ້​ສຳ​ເລັດ​ຢູ່​ໃນ​ບ້ານ​ເຮືອນ​ ​ແມ່ນ​ການສຶກສາ​ພຣະຄຳ​ພີ ​ແລະ ການ​ອະທິຖານທຸກ​ມື້, ​ແລະ ການຈັດການ​ສັງ​ສັນ​ໃນ​ຄອບຄົວ​ທຸກ​ອາທິດ.”

ພວກ​ເຮົາ​ໄດ້​ພະຍາຍາມ​ເຮັດ​ສິ່ງ​ເຫລົ່າ​ນີ້, ​ແຕ່​ສ່ວນ​ຫລາຍ​ມັນ​ບໍ່​ຖືກ​ນັບ​ວ່າ​ເປັນ​ສິ່ງ​ສຳຄັນ, ​ໃນ​ຕອນ​ທີ່​ສັບສົນ ບາງ​ເທື່ອສິ່ງ​ເຫລົ່າ​ນີ້​​ໄດ້ຖືກ​ປ່ອຍປະ​ລະ​ເລີຍ. ​​ແລ້ວພວກ​ເຮົາ​ໄດ້​ຫັນ​ມາ​ສົນ​ໃຈ​ກັບ​ມັນ ​ແລະ ພະຍາຍາມ​​ໃຫ້​ສິ່ງ​ເຫລົ່າ​ນີ້​​ເປັນ​ສິ່ງສຳຄັນ ​ແລະ ບໍ່​ເປັນ​ຫ່ວງ​ກັບ​ສິ່ງ​ທີ່​ມີ​ຄວາມ​ສຳຄັນ​ໜ້ອຍ. ຄວາມ​ເອົາ​ໃຈ​ໃສ່​ຂອງ​ເຮົາ ​ໄດ້​ກາຍ​ເປັນ​ວິທີທີ່​ເຮົາເວົ້າຈາ, ຊື່ນ​ຊົມ, ສັ່ງສອນ, ​ແລະ ​ເປັນ​ພະຍານ​ເຖິງ​ພຣະຄຣິດ ​ໂດຍ​ການ​ພະຍາຍາມ​ທຸກ​ວັນ ທີ່​ຈະ​ອ​ະທິຖານ ​ແລະ ສຶກສາ​ພຣະຄຳ​ພີ ​ແລະ ມີ​ການ​ສັງ​ສັນ​ໃນ​ຄອບຄົວທຸກ​ອາທິດ.

ບໍ່​ດົນ​ມາ​ນີ້ ​ເພື່ອນ​ຄົນ​ໜຶ່ງ​ໄດ້​ເຕືອນວ່າ, “​​ເມື່ອ​ທ່ານ​ຂໍ​ໃຫ້ບັນດາ​ເອື້ອຍ​ນ້ອງ​ອ່ານ​ພຣະຄຳ​ພີ ​ແລະ ອະທິຖານ​ຫລາຍ​ກວ່າ​ນີ້ ມັນ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າມີ​ຄວາມ​ກົດ​ດັນ​ຫລາຍຂຶ້ນ. ​ເຂົາ​ເຈົ້າຮູ້ສຶກ​ວ່າ ​ເຂົາ​ເຈົ້າຫຍຸ້ງ​ຫລາຍ​ຢູ່​ແລ້ວ​ຕອນ​ນີ້.”

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເພາະ​ຂ້າພະ​ເຈົ້າຮູ້​ຈາກ​ປະສົບ​ການ​ຂອງ​ຂ້າພະ​ເຈົ້າ​ເອງ, ​ແລະ ຈາກ​ປະສົບ​ການ​ຂອງ​ສາມີ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຈຶ່ງ​ຢາກ​​ເປັນ​ພະຍານ​ເຖິງ​ການ​ສຶກສາ​ພຣະຄຳ​ພີ, ການ​ອະທິຖານທຸກ​ວັນ, ​ແລະ ການ​ສັງ​ສັນ​ໃນ​ຄອບຄົວທຸກ​ອາທິດ. ການ​ປະຕິບັດ​ເຫລົ່າ​ນີ້ຈະກຳຈັດ​ຄວາມ​ກົດ​ດັນ, ​ນຳພາ​ຊີວິດ​ຂອງ​ເຮົາ, ​ແລະ ​ເພີ່ມ​ການ​ປົກ​ປ້ອງ​ໃຫ້​ແກ່​ບ້ານ​ເຮືອນຂອງ​ເຮົາ. ​ແລ້ວ​ຖ້າ​ຫາກ​ຮູບ​ພາບ​ລາມົກ ​ຫລື ການ​ທ້າ​ທາຍ​ອື່ນໆ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ແກ່​ຄອບຄົວ​ຂອງ​ເຮົາ, ​ແລ້ວ​ເຮົາ​ສາມາດ​​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກພຣະຜູ້​ເປັນ​ເຈົ້າ​​ໄດ້, ​ແລະ ​ຫວັງ​ການ​ນຳພາ​ອັນ​ຍິ່ງ​ໃຫຍ່​ຈາກ​ພຣະວິນ​ຍານ, ​ໂດຍ​ທີ່​ຮູ້​ວ່າ​ເຮົາ​ໄດ້​ເຮັດ​ສິ່ງ​ທີ່​ພຣະບິດາ​ຂອງ​ເຮົາຂໍ​ໃຫ້​ເຮົາ​ເຮັດ​ແລ້ວ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຖ້າ​​ເຮົາ​ຍັງ​ບໍ່​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້​ເທື່ອ​ຢູ່​ໃນ​ບ້ານ​ເຮືອນ, ​ແລ້ວ​ເຮົາກໍ​ສາມາດ​ເລີ່ມຕົ້ນ​ໄດ້​ໃນ​ຕອນ​ນີ້. ຖ້າ​ຫາກ​ລູກໆ​ຂອງ​ເຮົາ​ໃຫຍ່​ແລ້ວ ​ແລະ ບໍ່​ຢາກ​ເຮັດ​ນຳ​ເຮົາ, ​ເຮົາ​ສາມາດ​ເລີ່ມຕົ້ນດ້ວຍ​ຕົນ​​ເອງ. ​ເມື່ອ​ເຮົາ​ເຮັດ​ຕໍ່​ໄປ, ​ແລ້ວ​ອິດ​ທິພົນ​ຂອງ​ພຣະວິນ​ຍານ​ຈະ​ເຕັມ​ຢູ່​ໃນບ້ານ​ເຮືອນ​ ​ແລະ ​ໃນ​ຊີວິດ​ຂອງ​ເຮົາ. ​ເມື່ອ​ເວລາ​ຜ່ານ​ໄປ, ລູກໆ​ຂອງ​ເຮົາ​ຈະ​​ເຮັດ​ນຳ.

ຈົ່ງ​ຈື່​ຈຳ​ໄວ້​ວ່າ ​ສາດສະດາ​ທີ່​ມີ​ຊີວິດ​ຢູ່ກໍໄດ້​ສັນຍາ​ວ່າ ​ເມື່ອ​​ເຮົາ​ຄົ້ນຫາ​ບັນພະບຸລຸດ​ຂອງ​​ເຮົາ ​ແລະ ຕຽມ​ລາຍ​ຊື່​ຂອງ​ຄົນ​ໃນ​ຄອບຄົວ​ຂອງ​​ເຮົາເອງ​ສຳລັບ​ພຣະວິຫານ, ​ແລ້ວ​​ເຮົາ​ຈະ​ໄດ້ຮັບ​ການ​ປົກ​ປ້ອງ​ໃນ​ຕອນ​ນີ້ ​ແລະ ຕະຫລອດຊົ່ວ​ຊີວິດ​ຂອງ​​ເຮົາ ​ເມື່ອ​​ເຮົາຮັກສາ​ຕົນ​ເອງ​ໃຫ້​ມີຄ່າ​ຄວນ​ພໍ​ສຳລັບ​ໃບຮັບ​ຮອງ​ເຂົ້າພຣະວິຫານ.5 ຈັ່ງ​ແມ່ນ​ເປັນ​ຄຳ​ສັນຍາ​ທີ່​ດີ​ເລີດ​ແທ້ໆ!

ຊາວ​ໜຸ່ມ​ທັງຫລາຍ, ຈົ່ງ​ຮັບ​ເອົາໜ້າ​ທີ່​ຮັບຜິດຊອບ​ຂອງ​ພວກ​ເຈົ້າ ສຳລັບຄວາມ​ສະຫວັດດີ​ພາບ​ທາງ​ວິນ​ຍານ​ຂອງ​ພວກ​ເຈົ້າ. ຈົ່ງ​ປິດ​ມື​ຖື​ຂອງ​ພວກ​ເຈົ້າຖ້າ​ເປັນ​ໄປ​ໄດ້, ຮ້ອງ​ເພງ​ຂອງ​ຊັ້ນປະຖົມ​ໄວ, ອະທິຖານ​ຂໍ​ຄວາມ​ຊ່ອຍ​ເຫລືອ, ຄິດ​ກ່ຽວ​ກັບ​ຂໍ້​ພຣະຄຳ​ພີ, ຍ່າງ​ອອກ​ຈາກ​ໂຮງໜັງ, ຄິດ​ກ່ຽວ​ກັບ​ພຣະຜູ້​ຊ່ອຍ​ໃຫ້ລອດ, ຮັບ​ສິນ​ລະ​ລຶກຢ່າງ​ມີຄ່າ​ຄວນ, ສຶກສາ​ປຶ້ມ ສຳລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, ​​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ແກ່​ໝູ່​ເພື່ອນ, ​​​ໄວ້​ວາງ​ໃຈ​ໃນ​ພໍ່​ແມ່, ​ໄປ​ພົບ​ອະທິການ​ຂອງ​ພວກ​ເຈົ້າ ​​ຂໍ​ຄວາມ​ຊ່ອຍ​ເຫລືອ ​ແລະ ຂໍ​ຄຳ​ແນະນຳ​ຈາກ​ຜູ້​ຊ່ຽວຊານ, ຖ້າ​ຈຳ​ເປັນ.

ຂ້າພະ​ເຈົ້າຢາກ​ໃຫ້​ຫລານ​ຂອງຂ້າພະ​ເຈົ້າຮູ້​ຈັກ​ສິ່ງ​ໃດ? ຂ້າພະ​ເຈົ້າຢາກ​ໃຫ້​ເຂົາ​ເຈົ້າ ​ແລະ ທ່ານ​ຮູ້​ວ່າ ຂ້າພະ​ເຈົ້າຮູ້​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຊົງ​ພຣະຊົນ​ຢູ່ ​ແລະ ຮັກ​ເຮົາ. ພຣະອົງ​ໄດ້​ຈ່າຍ​ຄ່າ​ແທນ​ບາບ​ຂອງ​ເຮົາ, ​ແຕ່​ເຮົາ​ຕ້ອງ​ຄຸ​ເຂົ່າ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະບິດາ​ຜູ້​ສະຖິດ​ໃນ​ສະຫວັນ, ​ໃນ​ຄວາມ​ຖ່ອມ​ຕົນ, ສາລະພາບ​ບາບ​ຂອງ​ເຮົາ, ​ແລະ ອ້ອນວອນ​ຂໍ​ໃຫ້​ພຣະອົງ​ອະ​ໄພ​ໃຫ້. ​ເຮົາ​ຕ້ອງ​ເປັນ​ຜູ້​ຢາກ​ປ່ຽນ​ໃຈ ​ແລະ ມີ​ຄວາມ​ປາດ​ຖະໜາ ​ແລະ ຖ່ອມ​ຕົນ​ພໍ​ທີ່​ຈະ​ຂໍ​ຄວາມ​ຊ່ອຍ​ເຫລືອ ​ແລະ ຂໍ​ການ​ໃຫ້​ອະ​ໄພ​ຈາກ​ຜູ້​ທີ່​ເຮົາ​ອາດ​ເຮັດ​ໃຫ້​ເສຍ​ໃຈ ຫລື ປ່ອຍປະ​ລະ​ເລີຍ.

ຂ້າພະ​ເຈົ້າຮູ້​ວ່າ​ໂຈ​ເຊັບ ສະ​ມິດ​ ໄດ້​ເຫັນ​ພຣະ​ເຈົ້າ ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ ພຣະ​ເຢຊູ​ຄຣິດ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​​ວ່າ ​ເຮົາ​ມີ​ສາດສະດາ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້--ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເຮົາ​ມີ​ສາດສະດາ​ທີ່​ມີ​ຊີວິດ​ຢູ່​​ໃນ​ໂລກ​ນີ້ ຄືປະທານ​ທອມ​ມັສ ແອັສ ມອນ​ສັນ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ທ່ານ​ຈະ​ບໍ່ຫລົງ​ທາງ ຖ້າ​ຫາກ​ທ່ານ​​​ເຊື່ອ​ຟັງ​ຕໍ່​ຄຳ​ແນະນຳ​ຂອງ​ສາດສະດາ​ຂອງ​ພຣະ​ເຈົ້າ. ຂ້າພະ​ເຈົ້າ​ເປັນ​ພະຍານ​​ເຖິງອຳນາດ​​ແຫ່ງພັນທະ​ສັນຍາ​ ​ແລະ ພອນ​ຂອງ​ເຮົາ​ເລື່ອງພຣະວິຫານ.

ເພາະ​ຂ້າພະ​ເຈົ້າຮູ້​ຄື​ກັນ​ວ່າ​ພຣະຄຳ​ພີ​ມໍ​ມອນ​ເປັນຄວາມ​ຈິງ! ຂ້າພະ​ເຈົ້າບໍ່​ສາມາດ​ອະທິບາຍ​ເຖິງ​ພະລັງ​ຂອງ​ໜັງສື​ທີ່​ຍິ່ງ​ໃຫຍ່​ເຫລັ້ມນີ້. ຂ້າພະ​ເຈົ້າພຽງ​ຮູ້​ວ່າ, ພ້ອມ​ທັງ​ອະທິຖານ, ພຣະຄຳ​ພີ​ມໍ​ມອນ​ຈະ​ນຳ​ພະລັງ​ມາ​ປົກ​ປ້ອງ​ຄອບຄົວ, ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳພັນ, ​ແລະ ​ໃຫ້​ຄວາມ​ໝັ້ນ​ໃຈ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ. ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່າ​ນີ້​ໃນ​ພຣະນາມ​ອັນ​ສັກສິດຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. Teachings of Presidents of the Church: Spencer W. Kimball (2006), 199–200.

  2. ​ເບິ່ງ Clay Olsen, “What Teens Wish Parents Knew” (address given at Utah Coalition Against Pornography Conference, Mar. 22, 2014); utahcoalition.org.

  3. Richard G. Scott, “To Be Free of Heavy Burdens,” Ensign or Liahona, Nov. 2002, 88.

  4. 2 ນີ​ໄຟ 25:26.

  5. ​ເບິ່ງ David A. Bednar, “The Hearts of the Children Shall Turn,” Ensign or Liahona, Nov. 2011, 24–27; Richard G. Scott, “The Joy of Redeeming the Dead,” Ensign or Liahona, Nov. 2012, 93–95; Neil L. Andersen, “Find Our Cousins!” (address given at RootsTech 2014 Family History Conference, Feb. 8, 2014); lds.org/prophets-and-apostles/unto-all-the-world/find-our-cousins.