​2010–2019
ຮາກ ​ແລະ ກິ່ງ​ງ່າ
ເມສາ 2014


ຮາກ ​ແລະ ກິ່ງ​ງ່າ

ການ​ເລັ່ງວຽກ​ງານ​ສືບ​ປະຫວັດ​ຄອບຄົວ ​ແລະ ວຽກ​ງານ​ພຣະວິຫານ​ໃນ​ວັນ​ເວລາ​ຂອງ​ເຮົາ ​ເປັນ​ສິ່ງ​ສຳຄັນ​ສຳລັບ​ຄວາມ​ລອດ ​ແລະ ຄວາມ​ສູງ​ສົ່ງ​ຂອງ​ຄອບຄົວ.

ກ່ອນ​ການ​ຕາຍ​ຂອງ​ເພິ່ນ​ດ້ວຍ​ໂຣກມະ​ເລັງ​ໃນ​ປີ 1981, ນັກ​ຂຽນ​ຊື່ ວິວລຽມ ຊາ​ໂຣ​ແຢນ ​ໄດ້​ບອກ​ນັກ​ສື່​ຂ່າວ​ວ່າ, “ທຸກ​ຄົນ​ຕ້ອງຕາ​ຍ, ​ແຕ່​ຂ້າພະ​ເຈົ້າ​ເຄີຍ​ເຊື່ອ​ວ່າ ຄົງ​ບໍ່​ເປັນ​​ເຊັ່ນ​ນັ້ນ​ໃນ​ກໍລະນີ​ຂອງ​ຂ້າພະ​ເຈົ້າ. ​ແລ້ວ​ຈະ​ເຮັດ​ແນວ​ໃດ​ຕໍ່​ໄປ?”1

“​ແລ້ວ​ຈະ​ເຮັດ​ແນວ​ໃດ​ຕໍ່​ໄປ” ​​ໃນ​ຕອນປະ​ເຊີນ​ກັບ​ຄວາມ​ຕາຍ​ໃນ​ຊີວິດ​ນີ້ ​ແລະ “ຈະ​ເຮັດ​ແນວ​ໃດ​ຕໍ່​ໄປ” ​​ໃນ​ຕອນຄິດ​​​ເຖິງຊີວິດ​ຫລັງ​ຈາກ​ຄວາມ​ຕາຍ ​ເປັນ​ຄຳ​ຖາມ​ທີ່​ສຳຄັນ​ຂອງ​ຈິດ​ວິນ​ຍານ​ ຊຶ່ງ​ພຣະກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູຄືນ​ມາ​ໃໝ່​ຂອງ​ພຣະ​ເຢຊູ​ຄຣິດ​ໄດ້​ຕອບ​ຢ່າງ​ສວຍ​ງາມ​ໃນ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະບິດາ.

ໃນ​ຊີວິດ​ນີ້​ເຮົາ​ຫົວ, ​ເຮົາ​ຮ້ອງ​ໄຫ້, ​ເຮົາ​ທຳ​ງານ, ​ເຮົາ​ຫລິ້ນ, ​ເຮົາ​​ໃຊ້​ຊີວິດ, ​ແລ້ວ​ເຮົາ​ຈະ​ຕາຍ. ​ໂຢ​ບ​ໄດ້​ຖາມ​ຄຳ​ຖາມ​ສັ້ນໆ ​ແລະ ​ແຈ່ມ​ແຈ້ງວ່າ, “ຖ້າ​ຄົນ​ຕາຍ​ແລ້ວ, ​ເຂົາ​ຈະ​ຄືນ​ມີ​ຊີວິດ​ອີກ​ບໍ?”2 ຄຳ​ຕອບ​ແມ່ນ​ແນ່ນອນ “​ແມ່ນ​ແລ້ວ,” ​ເພາະ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ສ່ວນ​ໜຶ່ງ​ໃນ​ຄຳ​ຕອບຂອງ​ໂຢບ​ຕໍ່ຄຳ​ຖາມ​ ​ແມ່ນ​ເປັນ​ທີ່ໜ້າ​ສົນ​ໃຈ​ທີ່​ວ່າ: “ໝູ່​ເຮົາ​ໃຫຍ່. … ​ແລະ ຫ່ຽວ​ແຫ້ງ​ໄປ​ດັ່ງ​ດອກ​ໄມ້​ປ່າ. … ສຳລັບ​ຕົ້ນ​ໄມ້​ເມື່ອ​ຖືກ​ປ້ຳ​ແລ້ວ ກໍ​ຍັງ​ມີ​ຄວາມ​ຫວັງ; ມັນ​ຄືນ​ມີ​ຊີວິດ ​ແລະ ງອກ​ງາມ​ຂຶ້ນ​ໃໝ່​ໄດ້ … ​ເມື່ອ​ໄດ້​ຮັບ​ນ້ຳໜ້ອຍ​ໜຶ່ງ​ ກໍ​ມີ​ຊີວິດ​ເປັນ​ຄືນ​ມາ.”3

​ແຜນ​ຂອງ​ພຣະບິດາ​ຂອງ​ເຮົາ​​ແມ່ນ​ກ່ຽວ​ກັບ​ຄອບຄົວ. ພຣະຄຳ​ພີ​ຫລາຍ​ຂໍ້ທີ່​ສະ​ເທືອ​ນ​ໃຈ ​ໄດ້​ໃຊ້​ຕົ້ນ​ໄມ້​ກັບ​ຮາກ​ຂອງ​ມັນ ​ແລະ ກິ່ງ​ງ່າ​​​​ໃນການ​ປຽບທຽບ.

ໃນ​ທ້າຍ​ບົດ​ຂອງ​ພຣະສັນຍາ​​ເດີມ, ມາລາ​ກີ ​ເມື່ອ​ບັນຍາຍ​ກ່ຽວ​ກັບການສະ​ເດັດ​ມາຄັ້ງທີ​ສອງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໄດ້​ໃຊ້​ຄຳ​ປຽບ​ທຽບ​ນີ້​ຢ່າງ​ແຈ່ມ​ແຈ້ງ. ​ເມື່ອ​ກ່າວ​ເຖິງ​ຄົນ​ທີ່​ທະ​ນົງ​ຕົວ ​ແລະ ຄົນຊົ່ວ​ຮ້າຍ, ​ເພິ່ນ​ໄດ້​ສັງ​ເກດ​ເຫັນ​ວ່າ ​ເຂົາ​ເຈົ້າຈະ​ຖືກ​ເຜົາ​​ໄໝ້​ດັ່ງຕໍ​ເຟືອງ ​ແລະວ່າ “ມັນ​ຈະ​ບໍ່​ເຫລືອ​ທັງ​ຮາກ ຫລື ກິ່ງ​ໃຫ້​ເຂົາ​ເລີຍ.”4 ມາລາ​ກີ​ໄດ້​ປິດ​ບົດ​ນີ້​ດ້ວຍ​ຄຳ​ສັນຍາ​ທີ່​​ເປັນຕາ​ອຸ່ນ​ໃຈ​ຂອງ​ພຣະ​ຜູ້​ເປັນເຈົ້າວ່າ:

“​ແຕ່​ກ່ອນ​ມື້​ຍິ່ງ​ໃຫຍ່ ​ແລະ ມື້​ອັນ​ໜ້າ​ຢ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າຈະ​ມາ​ເຖິງ, ​ເຮົາ​ຈະ​ໃຊ້​ເອລີ​ຢາ​ຜູ້​ປະກາດ​ພຣະຄຳ​ຂອງ​ເຮົາ​ມາ:

“ລາວ​ຈະ​ນຳ​ພໍ່​ກັບ​ລູກ​ມາ​ພົບ​ກັນ​ອີກ; ບໍ່​ດັ່ງນັ້ນ​ເຮົາ​ຈະ​ມາ ​ແລະ ທຳລາຍ​ປະ​ເທດ​ຂອງ​ໝູ່​ເຈົ້າ.”5

ໃນ​ຕອນ​ຕົ້ນຂອງ​ການ​ຟື້ນ​ຟູ, ​ໂມ​ໂຣ​ໄນ​ໄດ້​ເນັ້ນໜັກ​ຂ່າວ​ສານ​ນີ້​ຕື່ມ ​ໃນ​ຕອນ​ທີ່​ເພິ່ນ​ໃຫ້​ຄຳ​ແນະນຳ​​ເທື່ອ​ທຳ​ອິດ​ແກ່ຊາຍ​ໜຸ່ມ ​ໂຈ​ເຊັບ ສະ​ມິດ ​ໃນ​ປີ 1823.6

ຊາວ​ຄຣິດ ​ແລະ ຊາວ​ຢິວ ຕະຫລອດ​ທົ່ວ​ໂລກ ​ໄດ້​ຮັບ​ຮູ້​​ເລື່ອງ​ລາວ​ຂອງ​ເອລີ​ຢາ​ໃນພຣະສັນຍາ​ເດີມ.7 ເພິ່ນ​ເປັນ​ສາດສະດາ​ຄົນ​ສຸດ​ທ້າຍ​ທີ່​ຜະ​ນຶກ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ແຫ່ງ​ເມັນ​ຄີ​ເສ​ເດັກ ກ່ອນ​ວັນ​ເວລາ​ຂອງ​ພຣະ​ເຢຊູຄຣິດ.8

​ເອລີ​ຢາ​ໄດ້​ຟື້ນ​ຟູ​ຂໍ​ກະ​ແຈ

ການ​ກັບ​ມາ​ຂອງ​ເອລີ​ຢາ​ໄດ້​ເກີດ​ຂຶ້ນ​ໃນ​ພຣະວິຫານ​ເຄີ​ດ​ແລນ ​ໃນ​ວັນ​ທີ 3 ​ເດືອນ​ເມສາ , 1836. ເພິ່ນ​ໄດ້​ປະກາດ​ວ່າ ​ເພິ່ນ​ໄດ້​ບັນລຸ​ຄຳ​ສັນຍາ​ຂອງ​ມາລາ​ກີ. ​ເພິ່ນ​ໄດ້​ນຳ​ຂໍ​ກະ​ແຈ​ຖານະ​ປະ​ໂລຫິດ​ສຳລັບ​ການ​ຜະ​ນຶກ​ຄອບຄົວ​ເຂົ້າກັນ​ໃນ​ຍຸກ​ນີ້​ຄືນ​ມາ​ໃຫ້.9 ພາລະກິດ​ຂອງ​ເອລີ​ຢາ​ໄດ້​ຮັບ​ການ​ຊ່ອຍ​ເຫລືອ ທີ່​ບາງ​ເທື່ອ​ເອີ້ນ​ວ່າ ໂດຍ​ວິນ​ຍານ​ຂອງ​ເອລີ​ຢາ ດັ່ງ​ທີ່ ​ແອວ​ເດີ ຣະ​ໂຊ ​ເອັມ ​​ແນວ​ສັນ ​ໄດ້​ສອນ, ​​ເປັນ “ການສະ​ແດງ​ໃຫ້​ປະຈັກ​ຂອງ​ພຣະວິນ​ຍານ​ບໍລິສຸດ​ທີ່​ເປັນ​ພະຍານ​ເຖິງ​ທຳ​ມະ​ຊາດ​ແຫ່ງ​ສະຫວັນ​ຂອງ​ຄອບຄົວ.”10

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​​ເນັ້ນໜັກ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ເລື່ອງ​ການບັບຕິ​ສະມາ. ​ພຣະອົງ​ໄດ້​ສອນ​ວ່າ, “ຖ້າ​ຜູ້​ໃດ​ບໍ່​ບັງ​ເກີດ​ຈາກ​ນ້ຳ ​ແລະ ຈາກ​ພຣະວິນ​ຍານ ​ຜູ້ນັ້ນຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າບໍ່​ໄດ້.”11 ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຮັບ​ບັບຕິ​ສະມາ​ເອງ​ເພື່ອ​​ເປັນ​ແບບຢ່າງ. ​ສ່ວນ​ຄົນ​ທີ່​ຕາຍ​ແລ້ວ ​ແຕ່​ຍັງ​ບໍ່​ໄດ້​ຮັບ​ບັບຕິ​ສະມາ ຈະ​ເ​ປັນ​ແນວ​ໃດ?

ຄຳ​ສອນ​ຂອງ​ພຣະວິຫານ ​ແລະ ວຽກ​ງານ​ປະຫວັດ​ຄອບຄົວ

ໃນ​ວັນ​ທີ 11 ​ເດືອນ​ຕຸລາ , 1840, ​ໃນ​ເມືອງ​ນາ​ວູ, ນາງວິ​ເລດ ຄິມ​ໂບ ​ໄດ້​ຂຽນ​ຈົດໝາຍ​ເຖິງ​ສາມີ​ຂອງ​ນາງ, ​ແອວ​ດີ​ ຮີ​ເບີ ຊີ ຄິມ​ໂບ, ຜູ້​ໄດ້​ຮັບ​ໃຊ້​ເຜີຍ​ແຜ່​ຢູ່​ປະ​ເທດ​ອັງກິດ​ນຳ​ສະມາຊິກ​ຄົນ​ອື່ນໆ​ຂອງ​ສະພາ​ອັກຄະ​ສາວົກ. ກອງ​ປະຊຸມ​ໃຫຍ່​ສາມັນ​ເດືອນ​ຕຸລາ ​ໄດ້​ຖືກ​ຈັດ​ຂຶ້ນສອງ​ສາມ​ມື້ກ່ອນ​ໜ້ານັ້ນ.

ຂ້າພະ​ເຈົ້າຂໍ​ອ້າງ​ເຖິງບາງ​ສ່ວນ​ໃນ​ຈົດໝາຍສ່ວນ​ຕົວ​ຂອງ​ນາງວິ​ເລດ ວ່າ: “ພວກ​ເຮົາ​ມີ​ກອງ​ປະຊຸມ​ໃຫຍ່​ທີ່​ໜ້າ​ຕື່ນ​ເຕັ້ນທີ່​ສຸດ​​ຫລາຍ​ກວ່າ​ທີ່​ຜ່ານ​ມາ​ ​ນັບ​ແຕ່​ສາດສະໜາ​ຈັກ​ໄດ້​ຖືກ​ຈັດຕັ້ງຂຶ້ນ. … ປະທານ [​ໂຈ​ເຊັບ] ສະ​ມິດ ​ໄດ້​ກ່າວ​ສິ່ງ​ໜຶ່ງ​ທີ່ໃໝ່ ​ແລະ ດີ​ເລີດ. … ນັ້ນຄື ການ​ຮັບ​ບັບຕິ​ສະມາ​ແທນ​ຄົນ​ຕາຍ. ​ໂປ​ໂລ​ໄດ້​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ຢູ່​ໃນ 1 ​ໂກຣິນ​ໂທ ບົດ​ທີ 15 ຂໍ້​ທີ 29. ໂຈ​ເຊັບ​ໄດ້ຮັບ​ຄຳ​ອະທິບາຍ​ທີ່​ສົມບູນ​ກວ່າ ກ່ຽວ​ກັບ​ເລື່ອງ​ນີ້​ໂດຍ​ການ​ເປີດ​ເຜີຍ. ​ເພິ່ນ​ເວົ້າວ່າ ມັນ​ເປັນ​ສິດທິ​ພິ​ເສດ​ຂອງ [ສະມາຊິກ​ຂອງ] ສາດສະໜາ​ຈັກ​ນີ້ ​ທີ່​ຈະ​ຮັບ​ບັບຕິ​ສະມາ​ແທນ​ຍາດ​ພີ່ນ້ອງ​ຂອງ​ຕົນ​ຜູ້​ທີ່​ໄດ້​ເສຍ​ຊີວິດ​ໄປ​ກ່ອນ​ພຣະກິດ​ຕິ​ຄຸນ​ມາ​ເຖິງ. … ​ເມື່ອ​ເຮັດ​ເຊັ່ນ​ນັ້ນ ​ເຮົາ​ໄດ້​ເປັນ​ຕົວ​ແທນ​ໃຫ້​ເຂົາ​ເຈົ້າ, ​ແລະ ​ໃຫ້​ສິດທິ​ພິ​ເສດ​ແກ່​ເຂົາ​ເຈົ້າ ​ເພື່ອ​ຈະ​ໄດ້ອອກ​ໃນ​ການ​ຟື້ນ​ຄືນ​ຊີວິດ​ເທື່ອ​ທຳ​ອິດ. ​ເພິ່ນ​ເວົ້າວ່າ​ພຣະກິດ​ຕິ​ຄຸນ​ຈະ​ຖືກ​ສັ່ງສອນ​ໃຫ້​ແກ່ເຂົາ​ເຈົ້າຢູ່​ໃນ​ຄຸກ.”

ນາງວິ​ເລດ​ໄດ້​ກ່າວ​ຕື່ມ​ວ່າ: “ນ້ອງຢາກ​ຮັບ​ບັບຕິ​ສະມາ​ແທນ​ແມ່​ຂອງ​ນ້ອງ. … ນີ້​ບໍ່​ໄດ້​ເປັນ​ພຣະກິດ​ຕິ​ຄຸນ​ທີ່​ດີ​ເລີດ​ບໍ?”12

ຄຳ​ສອນ​ທີ່​ສຳຄັນ​ເລື່ອງ​ການ​ຮ່ວມ​ຄອບຄົວ​ເຂົ້າກັນ​ໄດ້​ມາ​ເຖິງ​ເທື່ອ​ລະ​ເລັກ​​ເທື່ອ​ລະ​ໜ້ອຍ. ພິທີການ​​ເຮັດ​ເພື່ອ​ຄົນ​ອື່ນ ​ເປັນ​ຈຸດ​ສຳຄັນ​ຂອງ​ການ​ຜູກ​ມັດ​ຄອບຄົວ​ນິລັນດອນ​ເຂົ້າກັນ, ​ເປັນ​ການ​ຕໍ່​ຮາກ​ໃສ່​ກັບ​ກິ່ງ​ງ່າ.

ຄຳ​ສອນ​ເລື່ອງ​ຄອບຄົວ​ໃນ​ຄວາມ​ສຳພັນ​ຕໍ່​ປະຫວັດ​ຄອບຄົວ ​ແລະ ວຽກ​ງານ​ຂອງ​ພຣະວິຫານ​ແມ່ນ​ແຈ່ມ​ແຈ້ງ. ​ໃນຄຳ​ແນະນຳຂອງ​ການ​ເປີດ​ເຜີຍ​ຕົ້ນ​ເດີມ​ຂອງ​ພຣະຜູ້​ເປັນ​ເຈົ້າອ້າງ​ເຖິງ “ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ​ ຂອງ​ທ່ານ.”13 ພັນທະ​​ເລື່ອງຄຳ​ສອນ​ຂອງ​ເຮົາ​ແມ່ນກ່ຽວ​ພັນ​ກັບ​ບັນພະບຸລຸດ​ຂອງ​ເຮົາ. ນີ້​ເພາະ​ເປັນ​ວ່າການ​ຈັດຕັ້ງຊັ້ນສູງ​​ແຫ່ງ​ສະຫວັນ​ແມ່ນ​ຂຶ້ນຢູ່ກັບ​ຄອບຄົວ.14 ຝ່າຍ​ປະທານ​ສູງ​ສຸດ​ໄດ້​ຊຸກຍູ້​ສະມາຊິກ, ​ໂດຍ​ສະ​ເພາະ​ຊາວ​ໜຸ່ມ ​ແລະ ຜູ້​ໃຫຍ່​ໂສດ, ​ໃຫ້​ເນັ້ນໜັກ​ວຽກ​ງານ​ສືບ​ປະຫວັດ​ຄອບຄົວ ​ແລະ ພິທີການ ​ເພື່ອ​ຄອບຄົວ​ຂອງ​ຕົນ​ເອງ ຫລື ຊື່​ຂອງ​ບັນພະບຸລຸດ​ຂອງ​ຄົນ​ໃນ​ຫວອດ ຫລື ສະ​ເຕກຂອງ​ເຂົາ​ເຈົ້າ.15 ເຮົາ​ຕ້ອງ​ຕິດ​ຕໍ່​ກັບ​ທັງ​ຮາກ ​ແລະ ກິ່ງ​ງ່າ​ຂອງ​ເຮົາ. ຄວາມ​ຄິດ​ທີ່​ວ່າ​ເຮົາ​ມີ​ສ່ວນ​ກ່ຽວ​ພັນ​​ໃນ​ວົງ​ລ້ອມ​ນິລັນດອນ​ແມ່ນ​ປະ​ເສີດ​ແທ້ໆ.

ພຣະວິຫານ

ວິວ​ເຝີ​ດ ວູດຣັບ ​ໄດ້​ກ່າວ​ວ່າ ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ມີ​ຊີວິດ​ຢູ່​ດົນ​ນານ​ພໍ​ທີ່​ຈະ​ວາງ​ຮາກ​ຖານ​ຂອງ​ວຽກ​ງານ​ຂອງ​ພຣະວິຫານ​. “​ເທື່ອ​ສຸດ​ທ້າຍ​ທີ່​​ໂຈ​ເຊັບ ສະ​ມິດ ໄດ້​ພົບ​ກັບ​ສະພາ​ອັກຄະ​ສາວົກ​ສິບ​ສອງ ​ແມ່ນ​ຕອນ​ທີ່​ເພິ່ນ​ໄດ້​ມອບ​ຂອງ​ປະທານ​ສັກສິດ​ໃຫ້​ແກ່​​ເຂົາ​ເຈົ້າ.”16

ຫລັງ​ຈາກ​ສາດສະດາ​ຖືກ​ຂ້າ, ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​​ໄດ້​ສຳ​ເລັດ​ການສ້າງພຣະວິຫານນາ​ວູ, ​ແລະ ອຳນາດ​ແຫ່ງການ​ຜະ​ນຶກ​ໄດ້​ຖືກ​ໃຊ້​​ເພື່ອ​ເປັນ​ພອນ​​ໃຫ້​ແກ່ສະມາຊິກ​ທີ່​ຊື່ສັດ​ຫລາຍ​ພັນ​ຄົນ ກ່ອນ​ການ​ອົບ​ພະຍົບ​ໄປ​ຫາ​ພູ​​ເຂົາ​ທາງ​ທິດຕາ​ເວັນ​ຕົກ. ສາມ​ສິບ​ປີ​ຈາກ​ນັ້ນ, ​ຕອນ​ພຣະວິຫານ​ເຊັ້ນຈອດ ສ້າງ​ສຳ​ເລັດ, ປະທານບຣິກຳ ຢັງ ​ໄດ້​ອະທິບາຍ​ເຖິງຄວາມ​ສຳຄັນ​ຂອງ​​ພິທີການ​ຊ່ອຍ​ໃຫ້​ລອດ​ທີ່​​ໃນ​ທີ່​ສຸດ​ກໍມີ​​ໃຫ້ສຳລັບທັງ​ຄົນ​ເປັນ ​ແລະ ຄົນ​ຕາຍ.17

ປະທານວິວ​ເຝີ​ດ ວູດຣັບ ​ໄດ້​ກ່າວ​ກ່ຽວ​ກັບ​ສິ່ງ​ນີ້​ວ່າ “ບໍ່​ມີ​ຫລັກ​ທຳ​ອື່ນ​ໃດ​ຊຶ່ງພຣະຜູ້​ເປັນ​ເຈົ້າ​​ເຄີຍ​​ເປີດ​ເຜີຍມາ ທີ່​ຂ້າພະ​ເຈົ້າຊື່ນ​ຊົມ​ຫລາຍ​ໄປ​ກວ່າ​ການ​ໄຖ່​ຄົນຕາຍ; ທີ່​ເຮົາ​ຈະ​​ໄດ້​ມີ​ພໍ່, ​ແມ່, ​ເມຍ ​ແລະ ລູກ​ຂອງ​ເຮົາ​ຢູ່​ນຳ​ເຮົາ​ໃນ​ໜ່ວຍຄອບຄົວ, ​ໃນ​ຕອນ​ເຊົ້າ​ແຫ່ງ​ການ​ຟື້ນຄືນ​ຊີວິດ ​ແລະ ​ໃນ​ອານາຈັກ​ຊັ້ນສູງ. ນີ້​ຄື​ຫລັກ​ທຳ​ທີ່​ໃຫຍ່​ໂຕ. ມັນ​ກຸ້ມ​ຄ່າ​ການ​ເສຍ​ສະລະ​​ໃດໆ.”18

ນີ້​ເປັນ​ຊ່ວງ​ເວລາ​ທີ່​ດີ​ທີ່​ມີ​ຊີວິດ​ຢູ່. ນີ້​ຄື​ຍຸກ​ສຸດ​ທ້າຍ, ​ແລະ ​ເຮົາ​ສາມາດ​ຮູ້ສຶກ​ເຖິງ​ການ​ເລັ່ງວຽກ​ງານ​ແຫ່ງ​ຄວາມ​ລອດ​ໃນ​ທຸກ​ເລື່ອງ ຊຶ່ງ​ພິທີການ​ຊ່ອຍ​ໃຫ້​ລອດ​ມີ​ສ່ວນ​ກ່ຽວຂ້ອງ.19 ຕອນ​ນີ້​ເຮົາ​ມີ​ພຣະວິຫານ​ຢູ່​ທົ່ວ​ໂລກ ​ເພື່ອ​ກະທຳ​ພິທີການ​ຊ່ອຍ​ໃຫ້​ລອດ. ການ​ໄປ​ພຣະວິຫານ​ເສີມ​ສ້າງ​ຝ່າຍ​ວິນ​ຍານ, ​ເພື່ອ​ຄວາມ​ສະຫງົບ, ​ເພື່ອ​ຄວາມ​ປອດ​ໄພ, ​ແລະ ​ເພື່ອ​ການ​ຊີ້​ນຳ​ໃນ​ຊີວິດ​ຂອງ​ເຮົາ ກໍ​ເປັນ​ພອນ​ທີ່​ຍິ່ງ​ໃຫຍ່​ຄື​ກັນ.20

ບໍ່​ເຖິງ​ປີ ຫລັງ​ຈາກ​ປະທານ ທອມ​ມັສ ​ແອັສ ມອນສັນ ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ອັກຄະ​ສາວົກ, ​ເພິ່ນ​ໄດ້​ອຸທິດ​ຫໍສະ​ໝຸດສືບ​ລຳ​ດັບ​ເຊື້ອສາຍ​ຂອງພຣະວິຫານ ລອສ ​ແອງ​​ໂຈ​ລິ​ສ. ​ເພິ່ນ​ໄດ້​ກ່າວ​ເຖິງ​ບັນພະບຸລຸດ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ “ທີ່​ລໍຖ້າ​ສຳລັບ​ມື້​ທີ່​ທ່ານ ​ແລະ ຂ້າພະ​ເຈົ້າຈະ​ຄົ້ນຄວ້າ ຊຶ່ງ​ຈຳ​ເປັນ​ຕໍ່ການ​ແປງ​ທາງ, … [ແລະ] ​ເຊັ່ນ​ດຽວ​ກັບ​ການ​ໄປ​ບ້ານ​ຂອງ​ພຣະ​ເຈົ້າ ​ແລະ ກະທຳ​ວຽກ​ງານ​ນັ້ນ … [ທີ່​ເຂົາ​ເຈົ້າ] … ບໍ່​ສາມາດ​ກະທຳ.”21

ເມື່ອທ່ານມອນ​ສັນ​ໄດ້​ກ່າວ​ຄຳ​ອຸທິດ​ໃນ​ວັນ​ທີ 20 ​ເດືອນ​ມິຖຸນາ , 1964, ມີ​ພຣະວິຫານ​ພຽງ​ແຕ່ 12 ​ແຫ່ງ​ທີ່​ເປີດ​ບໍລິການ. ​ໃນ​ໄລຍະ​ທີ່​ປະທານມອນ​ສັນ​ໄດ້​ຮັບ​ໃຊ້​​ເປັນ​ຜູ້​ອາວຸ​ໂສ​​ໃນ​ສະພາອັກຄະ​ສາວົກສິບ​ສອງຂອງ​ສາດສະໜາ​ຈັກ, ​ມີ​ພຣະວິຫານ​ 130 ​ແຫ່ງ ​ໃນ​ຈຳນວນ​ພຣະວິຫານ 142 ​ແຫ່ງ​ທີ່​ໄດ້​ຮັບ​ການ​ອຸທິດ​ເປັນ​ເທື່ອ​ທຳ​ອິດ. ມັນ​ເປັນ​ສິ່ງ​ມະຫັດສະຈັນ​​ເຖິງ​ການ​ເລັ່ງວຽກ​ງານ​ແຫ່ງ​ຄວາມ​ລອດ​ໃນ​ວັນ​ເວລາ​ຂອງ​ເຮົາ. ພຣະວິຫານ​ອີກ​ຊາວ​ແປດ​ແຫ່ງ​ກໍ​ໄດ້​ຖືກ​ປະກາດ​ໃຫ້​ຮູ້​ກ່ຽວ​ກັບ​ຄວາມ​ກ້າວໜ້າ​ໃນ​ການ​ສ້າງ. ​ແປດ​ສິບ​ຫ້າ​ເປີ​ເຊັນ​ຂອງ​ສະມາຊິກ​ຂອງ​ສາດສະໜາ​ຈັກ ອາ​​ໄສ​ຢູ່​ໃນ​ຂອບ​ເຂດ​ຂອງ​ພຣະວິຫານ ປະມານ 200 ​ໄມ (320 ກິ​ໂລ​ແມັດ).

​ເທັກ​ໂນ​ໂລ​ຈີ​ເລື່ອງ​ປະຫວັດ​ຄອບຄົວ

ເທັກ​ໂນ​ໂລ​ຈີ​ເລື່ອງ​ປະຫວັດ​ຄອບຄົວ​ກໍ​ກ້າວໜ້າ​ຂຶ້ນ​ເລື້ອຍໆ. ປະທານຮາວ​ເວີ​ດ ດັບ​ເບິນ​ຢູ ຮັນ​ເທີ ​ໄດ້​ປະກາດ​​ໃນ​ເດືອນ​ພະຈິກ ປີ 1994 ວ່າ: “​ເຮົາ​​ໄດ້​ເລີ່​ມຕົ້ນ​ໃຊ້​ ​ເທັກ​ໂນ​ໂລ​ຈີ ​ຊອກ​ຫາ​ຂໍ້​ມູນ ​ເພື່ອ​ເລັ່ງວຽກ​ງານທີ່​ສັກສິດ ​ເພື່ອ​ກະທຳ​ພິທີການ​ແທນ​ຄົນ​ຕາຍ. ບົດບາດ​ຂອງ​ເທັກ​ໂນ​ໂລ​ຈີ … ນັບ​ມື້​ນັບ​​ເລັ່ງ​ໃຫ້​ໄວ​ຂຶ້ນ​ໂດຍ​ພຣະ​ເຈົ້າພຣະອົງ​ເອງ. … ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຮົາ​ຍັງ​ຢູ່​ໃນ​ຈຸດ​ເລີ່​ມຕົ້ນ​ໃນ​ສິ່ງ​ທີ່​ເຮົາ​ສາມາດ​ໃຊ້​ເຄື່ອງມື​ເຫລົ່າ​ນີ້.”22

ພາຍ​ໃນ 19 ປີ ນັບ​ແຕ່​ການທຳນາຍ​ນັ້ນ, ການ​ເລັ່ງ​ເທັກ​ໂນ​ໂລ​ຈີ​ໃຫ້​ໄວ​ຂຶ້ນ ​​ເກືອບ​ບໍ່​ເປັນ​ໜ້າ​ເຊື່ອ. ​ບໍ່​ດົນ​ມາ​ນີ້ ແມ່​ຄົນ​ໜຶ່ງ​ອາຍຸ 36 ປີ ທີ່ລູກໆ​ຍັງ​ນ້ອຍ​ໄດ້​ເວົ້າກັບ​ຂ້າພະ​ເຈົ້າວ່າ, “​ໃຫ້​ຄິດ​ເບິ່ງ—​ແຕ່​ກ່ອນ​​ເຮົາ​ເຄີຍ​ໄປ​ສູນ​ກາງ​ສືບ​ປະຫວັດ​ຄອບຄົວ ນັ່ງ​ເບິ່ງ​ຟິມລາຍ​ຊື່ ​ແລະ ບັດ​ນີ້​ເຮົາ​ນັ່ງ​ຢູ່​ເຮືອນຄົວ​ ​ໃຊ້​ຄອມ​ພິວ​ເຕີ ​ເຮັດ​ວຽກ​ງານ​ສືບ​ປະຫວັດ​ຄອບຄົວ ຫລັງ​ຈາກ​ລູກໆ​ເຂົ້ານອນ.” ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ສູນ​ກາງ​ສືບ​ປະຫວັດ​ຄອບຄົວ​ຂອງ​ເຮົາ ຕອນ​ນີ້​ແມ່ນ​ຢູ່​ໃນ​ເຮືອນ​ຂອງ​ເຮົາ​ເອງ.

ວຽກ​ງານພຣະວິຫານ ​ແລະ ການ​ສືບ​ປະຫວັດ​ຄອບຄົວ ບໍ່​ແມ່ນ​ກ່ຽວ​ກັບ​ເຮົາ​ເທົ່າ​ນັ້ນ. ​ໃຫ້​ຄິດ​ກ່ຽວ​ກັບ​ຄົນ​ອື່ນ​ທີ່​ໄດ້​ເສຍ​ຊີວິດ​ໄປ​ແລ້ວ ຜູ້​ກຳລັງ​ລໍຖ້າ​ພິທີການ​ຊ່ອຍ​ໃຫ້​ລອດ ​ເພື່ອ​ປົດ​ປ່ອຍ​ເຂົາ​ເຈົ້າຈາກການ​ເປັນ​ຂ້າ​ທາດ​ໃນ​ຄຸກ​ວິນ​ຍານ. ຄຸກ ມີ​ຄວາມ​ໝາຍວ່າ “ສະພາບ​ທີ່​ຖືກ​ກັກ​ຂັງ ຫລື ຖືກ​ຈັບ​​​ໄປ​ເປັນ​ຊະ​ເລີຍ.”23 ຜູ້​ທີ່​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ອາດ​ຖາມ​ຄຳ​ຖາມ​ທີ່ ວິວລຽມ ​ຊາ​ໂຣ​ແຢນ ​ໄດ້​ຖາມ​ ທີ່​ວ່າ: “​ແລ້ວ​ຈະ​ເຮັດ​ແນວ​ໃດ​ຕໍ່ໄປ?”

ເອື້ອຍ​ນ້ອງ​ທີ່​ຊື່ສັດ​ຄົນ​ໜຶ່ງ​ໄດ້​ບອກ​ເຖິງ​ປະສົບ​ການ​ທາງ​ວິນ​ຍານຢູ່​ໃນ​ພຣະວິຫານ​ເຊົາ​ເລັກ. ​ໃນ​ຂະນະ​ທີ່ຢູ່​ໃນ​ຫ້ອງ​ຢືນ​ຢັນ, ຫລັງ​ຈາກ​ການ​ຢືນຢັນ​ແທນ​ຄົນ​ອື່ນ​ຖືກ​ປະກາດ, ນາງ​ໄດ້​ຍິນ​ວ່າ, “​ແລະ ຜູ້​ນັກ​ໂທດ​ຈະ​ອອກ​ໄປ​ເປັນ​ອິດ​ສະລະ!” ນາງ​ຮູ້ສຶກ​ເຖິງ​ຄວາມ​ຮີບ​ຮ້ອນ​ຂອງ​ຜູ້​ທີ່​ກຳລັງ​ລໍຖ້າ​ພິທີ​ບັບຕິ​ສະມາ ​ແລະ ການ​ຢືນຢັນ. ​​ເມື່ອ​ກັບ​ໄປ​ບ້ານ, ນາງ​ໄດ້ຄົ້ນຄວ້າ​ພຣະຄຳ​ພີ​ຊອກ​ຫາສຳ​ນວນ​ທີ່​ນາງ​ໄດ້​ຍິນ. ນາງ​ໄດ້​ເຫັນ​ຄຳ​ປະກາດ​ຂອງ​​ໂຈ​ເຊັບ ສະ​ມິດ ​ໃນ​ ພາກ​ທີ 128 ຂອງ Doctrine and Covenants: ໃຫ້​ໃຈ​ຂອງ​ພວກ​ທ່ານ​ຊື່ນ​ຊົມ​ເຖີດ, ​ແລະ ດີ​ໃຈ​ຢ່າງ​ຍິ່ງ. ​ໃຫ້ແຜ່ນດິນ​ໂລກເປັ່ງສຽງ​ຮ້ອງ​ເພງ​ເຖີດ. ​ໃຫ້ຄົນ​ຕາຍ​ເປັ່ງສຽງ​ຮ້ອງສັນລະ​ເສີນ​ນິລັນດອນຖະຫວາຍ​ກະສັດ​ເອມາ​ນູ​ເອນ, ຜູ້​ໄດ້​ແຕ່ງຕັ້ງ, ກ່ອນ​ໂລກ​ມີ​ມາ, ຊຶ່ງ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ສາມາດ​ໄຖ່​ພວກ​ເຂົາ​ອອກ​ຈາກ​ທີ່​ຄຸມ​ຂັງຂອງ​ພວກ​ເຂົາ; ​ເພາະນັກ​ໂທດຈະ​ອອກ​ໄປ​ເປັນ​ອິດ​ສະລະ.24

ຄຳ​ຖາມ​ມີ​ຢູ່​ວ່າ ​ເຮົາ​ຕ້ອງ​ເຮັດ​ສິ່ງ​ໃດ? ຄຳ​ແນະນຳ​ຂອງສາດສະດາ​ໂຈ​ເຊັບ ​ແມ່ນ​ຕ້ອງ​​ເອົາ “ບັນທຶກ​ຂອງ​ຄົນ​ຕາຍ​ຂອງ​ເຮົາ, ຊຶ່ງ​​ມີຄ່າ​ຄວນ​ຕໍ່​ການ​ຮັບ​ຮູ້​ທຸກ​ຢ່າງ”25 ໄປ​ພຣະວິຫານ.

ຜູ້ນຳ​ຂອງ​ສາດສະໜາ​ຈັກ​ໄດ້​ລະບຸ​ການ​ເອີ້ນ​ທີ່​ແຈ່ມ​ແຈ້ງຕໍ່​ຄົນ​ລຸ້ນ​ໃໝ່ ​ເພື່ອ​ນຳພາ​ໃນ​ການ​ໃຊ້​ເທັກ​ໂນ​ໂລ​ຈີ​ເພື່ອ​ປະສົບ​ກັບ​ວິນ​ຍານ​ຂອງ​ເອລີ​ຢາ, ​ເພື່ອ​ຄົ້ນຫາ​ບັນພະບຸລຸດ​ຂອງພວກ​ເຂົາ, ​ແລະ ​ເພື່ອ​ກະທຳ​ພິທີການ​ໃນ​ພຣະວິຫານ​ແທນ​ເຂົາ​ເຈົ້າ.26 ວຽກ​ງານ​ທີ່​ຫຍຸ້ງຍາກ​ໃນ​ການ​ເລັ່ງວຽກ​ງານ​​ແຫ່ງ​ຄວາມ​ລອດ​ສຳລັບ​ຄົນ​​ເປັນ ​ແລະ ຄົນ​ຕາຍ ຈະ​ສຳ​ເລັດ​ໄດ້​ໂດຍພວກ​ເຈົ້າ​ຄົນໜຸ່ມ.27

ຖ້າ​ຫາກ​ຊາວ​ໜຸ່ມ​ໃນ​ແຕ່​ລະ​ຫວອດ​ບໍ່​ພຽງ​ແຕ່​ໄປ​ພຣະວິຫານ ​ແລະ ຮັບ​ບັບຕິ​ສະມາ​ແທນ​ຄົນ​ຕາຍ​ເທົ່າ​ນັ້ນ ​ແຕ່​​ກະທຳ​ວຽກ​ງານ​ເພື່ອ​ຄອບຄົວ​ຂອງ​ເຂົາ​ເຈົ້າ ​ແລະ ສະມາຊິກ​ຄົນ​ອື່ນ​ໆ​ໃນ​ຫວອດ​ນຳ​ອີກ ​ເພື່ອ​ຊອກ​ຫາ​ລາຍ​ຊື່​ຂອງ​ຄົນ​ໃນ​ຄອບຄົວ​ສຳລັບ​ພິທີການ​ທີ່​ເຂົາ​ເຈົ້າປະຕິບັດ, ທັງ​ຊາວ​ໜຸ່ມ ​ແລະ ສາດສະໜາ​ຈັກ​ຈະ​ໄດ້​ຮັບ​ພອນ​ຢ່າງ​ຫລວງຫລາຍ. ຢ່າປະໝາດ​ອິດ​ທິພົນ​ຂອງ​ຄົນ​ທີ່​ລ່ວງ​ລັບ​ໄປ​ແລ້ວ ​ໃນ​ການ​ຊ່ອຍ​​ເຫລືອ​ທ່ານ ​ແລະ ຄວາມສຸກ​ທີ່​ທ່ານ​ຈະ​ໄດ້​ຮັບ​ຕອນ​ທີ່​ທ່ານ​ພົບ​ກັບ​ຄົນ​ທີ່​ທ່ານ​ຮັບ​ໃຊ້. ພອນ​ນິລັນດອນທີ່​ສຳຄັນຂອງ​ການ​​ຮ່ວມ​ຄອບຄົວ​ຂອງ​ເຮົາ​ເຂົ້າກັນ ​​ແມ່ນ​ເກີນ​ກວ່າ​ທີ່ຈະ​ເຂົ້າ​ໃຈ​ໄດ້.28

​ໃນ​ການ​ເປັນ​ສະມາຊິກ​ທົ່ວ​ໂລກຂອງ​ສາດສະໜາ​ຈັກ, ປະຈຸ​ບັນ​ນີ້ ຜູ້​​ໃຫຍ່​ປະມານຫ້າ​ສິບ​ເອັດ​ເປີ​ເຊັນ​ບໍ່​ມີ​ພໍ່​ແມ່​ຢູ່​ໃນພາກ Family Tree ຂອງ FamilySearch Internet site ຂອງ​ສາດສະໜາ​ຈັກ. ​ຜູ້ໃຫຍ່​ປະມານຫົກ​ສິບ​ຫ້າ​ເປີ​ເຊັນ​ບໍ່​ມີ​ລາຍ​ຊື່​ຂອງປູ່ຍ່າ​ຕາ​ຍາຍທັງ​ສີ່ບັນທຶກ​ໄວ້​​ໃນ​ເອກະສານ.29 ຈົ່ງ​ຈື່​ຈຳ​ໄວ້​ວ່າ, ຖ້າ​​ເຮົາ​ບໍ່​ມີ​ຮາກ ​ແລະ ບໍ່​ມີ​ກິ່ງ​ງ່າ ​ແລ້ວ​ຈະ​ຖືກ​ຊ່ອຍ​ໃຫ້​ລອດ​ບໍ່​ໄດ້. ສະມາຊິກ​ຂອງ​ສາດສະໜາ​ຈັກ​ຕ້ອງ​ຊອກ​ຫາ ​ແລະ ບັນທຶກ​ຂໍ້​ມູນ​ທີ່​ສຳຄັນນີ້​ໄວ້.

ໃນ​ທີ່​ສຸດ​ເຮົາ​ມີ​ຄຳ​ສອນ, ພຣະວິຫານ, ​ແລະ ​ເທັກ​ໂນ​ໂລ​ຈີ ສຳລັບ​ຄອບຄົວ ​ເພື່ອ​ບັນລຸ​ວຽກ​ງານ​ທີ່​ດີ​ເລີດ​ແຫ່ງ​ຄວາມ​ລອດນີ້. ຂ້າພະ​ເຈົ້າຂໍ​ແນະນຳ​ວິທີ​ໜຶ່ງ ທີ່​ສາມາດ​ເປັນ​ໄປ​ໄດ້. ຄອບຄົວ​ສາມາດ​ຈັດການຊຸມນຸມ “Family Tree.” ສິ່ງ​ນີ້​ຄວນ​ເປັນ​ກິດຈະກຳ​ທີ່​ຈະເກີດ​ຂຶ້ນອີກ. ທຸກ​ຄົນ​ຄວນ​ນຳ​ປະຫວັດ​ຄອບຄົວ​ທີ່​ມີ​ຢູ່, ​ເລື່ອງ​ລາວ, ​ແລະ ຮູບ​ພາບ, ຮ່ວມ​ທັງ​ສິ່ງ​ຂອງ​ສຳຄັນ​ຂອງ​ປູ່ຍ່າ​ຕາ​ຍາຍ ​ແລະ ພໍ່​ແມ່ ມາ​ລວມກັນ. ຄົນ​ໜຸ່ມ​ຂອງ​ເຮົາ​ມີ​ຄວາມ​ຕື່ນ​​ເຕັ້ນຫລາຍ​ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ຊີວິດ​ຂອງ​ຄົນ​ໃນ​ຄອບຄົວ—​ວ່າ​ເຂົາ​ເຈົ້າມາ​ຈາກ​ໃສ ​ແລະ ມີ​ຊີວິດ​ຢູ່​ຢ່າງ​ໃດ. ຫລາຍ​ຄົນ​ໄດ້​ຫັນ​ໃຈ​ຂອງ​ຕົນ​ໄປ​ຫາ​ບັນພະ​ບຸລຸດ. ​ເຂົາ​ເຈົ້າມັກ​ເລື່ອງ​ເລົ່າ ​ແລະ ຮູບ​ພາບ, ​ແລະ ​ເຂົາ​ເຈົ້າ​ເກັ່ງ​ເລື່ອງ​ເທັກ​ໂນ​ໂລ​ຈີ ​ເພື່ອ scan ​ແລະ upload ​ເລື່ອງລາວ​ເຫລົ່າ​ນີ້ ​ແລະ ຮູບ​ພາບ​ໃສ່​ໄວ້​ໃນ Family Tree ​ແລະ ຕິດ​ຕໍ່​ຂໍ້​ມູນ​ເຫລົ່ານັ້ນ​ໃສ່​ກັບ​ບັນພະບຸລຸດ ​ເພື່ອ​ຮັກສາ​ມັນ​ໄວ້ຕະຫລອດ​ເວລາ. ​ແນ່ນອນ, ​ເປົ້າໝາຍ​ສຳຄັນ​ແມ່ນຕັດສິນ​ໃຈ​ວ່າ ພິທີການ​ໃດ​ແດ່​ທີ່​ຕ້ອງ​ເຮັດ​ ​ແລະ ທຳ​ການ​ມອບ​ໝາຍ​ສຳລັບ​ວຽກ​ງານ​ທີ່​ຈຳ​ເປັນ​​ໃນ​ພຣະວິຫານ. ປຶ້ມນ້ອຍ​ຊື່ My Family ສາມາດໃຊ້ເພື່ອຊ່ອຍບັນທຶກຂໍ້ມູນກ່ຽວກັບຄອບຄົວ, ເລື່ອງລາວ, ແລະ ຮູບພາບ ແລ້ວ upload ໃສ່ໃນ Family Tree.

ຂໍ້​ຜູກ​ມັດ​ ​ແລະ ການ​ຄາດ​ຫວັງຂອງ​ຄອບຄົວ ຄວນ​ເປັນ​ສິ່ງສຳຄັນ​ອັນ​ດັບ​ສູງ ​ເພື່ອ​ປົກ​ປ້ອງ​ໂຊກ​ຊາຕາ​ແຫ່ງ​ສະຫວັນ​ຂອງ​ເຮົາ. ​ສຳລັບ​ຜູ້​ທີ່​ຊອກ​ຫາ​ການ​ໃຊ້​ວັນ​ຊະ​ບາ​ໂຕ​ໃນທາງ​ທີ່​ມີ​ປະ​ໂຫຍ​ດນຳ​ກັນ​ເປັນ​ຄອບຄົວ, ​​ແຕ່ການ​ເລັ່ງວຽກ​ງານ​ນີ້ ຈະ​ເປັນ​ພື້ນຖານ​ທີ່​ອຸດົມສົມບູນ​ໄດ້. ​ແມ່​ຄົນ​ໜຶ່ງ​ບອກ​ເລົ່າ​ດ້ວຍ​ຄວາມ​ພູມ​ໃຈ​ ກ່ຽວ​ກັບ​ວ່າ​ລູກ​ຊາຍ​ຂອງ​ນາງ​ອາຍຸ 17 ​ໄດ້​​ໃຊ້​ຄອມ​ພິວ​ເຕີ​​​ສືບ​ປະຫວັດ​ຄອບຄົວ ຫລັງ​ຈາກ​ກັບ​ມາ​ບ້ານ​ຈາກໂບດ​ໃນ​ວັນ​ອາທິດ ​​ແລະ ລູກ​ຊາຍ​ຂອງ​ນາງ​ອາຍຸ 10 ປີ ມັກ​ຟັງ​ການ​ເລົ່າ​ເລື່ອງ​ລາວ ​ແລະ ​ເບິ່ງ​ຮູບ​ພາບ​ຂອງ​ບັນພະບຸລຸດຂອງ​ລາວ. ສິ່ງ​ນີ້​ໄດ້​ເປັນ​ພອນ​ໃຫ້​​ແກ່​ທຸກ​ຄົນ​ໃນ​ຄອບຄົວ ​ເພື່ອ​ຈະ​ໄດ້​ຮູ້ສຶກ​ເຖິງ​ວິນ​ຍານ​ຂອງ​ເອລີ​ຢາ. ຮາກ ​ແລະ ກິ່ງ​ງ່າ​ທີ່ມີຄ່າ​ຂອງ​ເຮົາ​ຈະ​ຕ້ອງ​ຖືກ​ບຳລຸງ​ລ້ຽງ.

ພຣະ​ເຢຊູ​ໄດ້​ປະທານພຣະຊົນ​ຂອງ​ພຣະອົງ​ເປັນ​ການ​ຊົດ​ໃຊ້​ແທນ​ຄົນ​ອື່ນ. ພຣະອົງ​ໄດ້​ຕອບ​ຄຳ​ຖາມທີ່​ສຳຄັນທີ່​ໂຢບ​ໄດ້​ຖາມ. ພຣະອົງ​ໄດ້​ເອົາ​ຊະນະ​ຄວາມ​ຕາຍ​ສຳລັບ​ມະນຸ​ດທັງ​ປວງ, ຊຶ່ງ​ເຮົາ​ບໍ່​ສາມາດ​ເຮັດ​ໄດ້​ດ້ວຍ​ຕົນ​ເອງ. ​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເຮົາ​ສາມາດ​ປະຕິບັດ​ພິທີການ​ແທນ​ຄົນ​ອື່ນ​ ​ແລະ ສາມ​າດກາຍ​ເປັນ​ຜູ້​ຊ່ອຍ​ໃຫ້​ລອດ​ຢູ່​ເທິງ​ພູ​ສີ​ໂອນ​ໄດ້30 ສຳລັບຄອບຄົວ​ເຮົາ​ເອງ​ ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ສູງ​ສົ່ງ​ຮ່ວມ​ກັບ​ເຂົາ​ເຈົ້າ ​ແລະ ​ໄດ້​ຮັບ​ຄວາມ​ລອດ​ດ້ວຍ.

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ເຖິງ​ຄວາມ​ແນ່ນອນ​ຂອງແຜນ​ຂອງ​ພຣະບິດາ​ສຳລັບ​ເຮົາ ​ແລະ ຄອບຄົວ​ຂອງ​ເຮົາ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫ​ລ່ງອ້າງ​ອີງ

  1. William Saroyan, in Henry Allen, “Raging against Aging,” Wall Street Journal, Dec. 31, 2011–Jan. 1, 2012, C9.

  2. ​ໂຢບ 14:14.

  3. ​ໂຢບ 14:1, 2, 7, 9.

  4. ມາລາ​ກີ 4:1. ບໍ່​ດົນ​ມາ​ນີ້ ມີ​ບົດ​ຄວາມຫລາຍ​ບົດ​ໄດ້​ລາຍ​ງານ​ເຖິງ​ຈຳນວນ​ທີ່​ເພີ່ມ​ທະວີ​ຫລາຍ​ຂຶ້ນຂອງຜູ້​ທີ່​ເລືອກ​ບໍ່​ຢາກ​ມີ​ລູກ ​ເພາະ​ການ​ຢາກ​ພັດທະນາການ​ຄອງ​ຊີບ​ຂອງ​ຕົນ​ເອງ (​ເບິ່ງ Abby Ellin, “The Childless Plan for Their Fading Days,” New York Times, Feb. 15, 2014, B4). ຫລາຍ​ປະ​ເທດ​ກໍ​ມີ​ຈຳນວນ​ພົນລະ​ເມືອງ​ໜ້ອຍ​ລົງ​ເພາະ​ການ​ເລືອກ​ນີ້. ບາງ​ເທື່ອ​ສິ່ງ​ນີ້​ຖື​ກກ່າວ​ເຖິງ​ວ່າ​ເປັນ “ຈຳນວນ​ສະຖິຕິ​ປະຊາກອນ​ໃນ​ລະດູ​ໜາວ” (​ເບິ່ງ The New Economic Reality: Demographic Winter [documentary], byutv.org/shows).

  5. ມາລາ​ກີ 4:5–6.

  6. ​ເບິ່ງ History of the Church, 1:12; Doctrine and Covenants 2.

  7. ຊາວ​ຢິວ​​ຍັງ​ລໍຖ້າ​ການ​ກັບ​ມາ​ຂອງ​ເອລີ​ຢາ​ຢູ່ ​ເປັນ​ເວລາ 3,300 ປີ​ແລ້ວ. ຈົນ​ເຖິງ​ທຸກ​ວັນ​ນີ້, ​ໃນ​ການ​ຮັບ​ປະທານ​ອາຫານພິ​ເສດ​ປະຈຳ​ປີ, ​ເຂົາ​ເຈົ້າຈະ​ຈັດ​ບ່ອນ​ນັ່ງ​ໄວ້​ໃຫ້​ເພິ່ນ ​ແລະ ​ໄປ​ຫາ​ປະຕູ​ ຫວັງ​ທີ່ຈະ​ເຫັນ​ເພິ່ນມາ​ເພື່ອ​ແຈ້ງ​ປະກາດ​ການສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ.

  8. ​ເບິ່ງ Bible Dictionary, “Elijah.”

  9. ​ເບິ່ງ Doctrine and Covenants 110:14–16; ​ເບິ່ງ Doctrine and Covenants 2 ນຳ​ອີກ.

  10. Russell M. Nelson, “A New Harvest Time,” Ensign, May 1998, 34.

  11. ​ໂຢຮັນ 3:5.

  12. ວິ​ເລດ ​ເອັມ ຄິມ​ໂບ ​ເຖິງ ຮີ​ເບີ ຊີ ຄິມ​ໂບ, ວັນ​ທີ 11 ​ເດືອນ​ຕຸລາ , 1840, ຈົດໝາຍ​ຂອງ​ວິ​ເລດ ​ເອັມ ຄິມ​ໂບ, ຫໍສະໝຸດ​ປະຫວັດສາດ​ຂອງ​ສາດສະໜາ​ຈັກ.

  13. ​​ເບິ່ງ Doctrine and Covenants 127:5; ​ເນັ້ນຄຳ​ເນີ້ງ.

  14. ​ເບິ່ງ Teachings of Presidents of the Church: Joseph Fielding Smith (2013), 68.

  15. ​​ເບິ່ງ ຈົດໝາຍ​ຂອງ​ຝ່າຍ​ປະທານ​ສູງ​ສຸດ, ວັນ​ທີ 8 ​ເດືອນ​ຕຸລາ , 2012.

  16. ​ເບິ່ງ The Discourses of Wilford Woodruff, sel. G. Homer Durham (1946), 147.

  17. ທ່ານບຣິກຳ ຢັງ ​ໄດ້​ກ່າວ​ວ່າ, “ຂ້າພະ​ເຈົ້າພຽງ​ຢາກ​ໃຫ້​ຮູ້​ວ່າ ຜູ້​ຄົນ​ເຫລົ່າ​ນີ້​​ໄດ້​ອຸທິດ​ຊັບ​ສິນ ​ແລະ ຄວາມ​ສົນ​ໃຈ​ເພື່ອ​ເສີມ​ສ້າງ​ອານາຈັກ​ຂອງ​ພຣະ​ເຈົ້າ, ສ້າງ​ພຣະວິຫານ, ​ແລະ ​ໃນ​ນັ້ນ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄົນ​ເປັນ ​ແລະ ຄົນ​ຕາຍ … ​ເພື່ອ​ວ່າ​ເຂົາ​ເຈົ້າຈະ​ຖືກ​ນັບ​ເປັນ​ບຸດ ​ແລະ ທິດາ​ຂອງ​ພຣະຜູ້​ສູງ​ສຸດ” (Deseret News, Sept. 6, 1876, 498). ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ​ໄດ້​ເລີ່​ມຕົ້ນ​ໃນ​ວັນ​ທີ 9 ​ເດືອນ​ມັງກອນ , 1877, ແລະ ພິທີການ​ຮັບ​ຂອງ​ປະທານ​ສັກສິດ​ສຳລັບ​ຄົນ​ຕາຍ ​ໄດ້​ຖືກກະທຳ​ສອງ​ມື້​ຈາກ​ນັ້ນ. ຄວາມສຸກ​ກ່ຽວ​ກັບພິທີການ​ໄດ້​ຖືກ​ສະ​ແດງ​ອອກ​ໂດຍ​ນາງລູສີ ບີ ຢັງ ຜູ້​ໄດ້​ກ່າວ​ວ່າ “ນາງ​ມີ​ຄວາມ​ກະຕັນຍູ​ຫລາຍ​ທີ່ [ຍາດ​ພີ່ນ້ອງ​ຜູ້​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ນາງ] ອາດ​ຈະຮັບ​ເອົາ​ພອນ​ເຫລົ່ານັ້ນດ້ວຍ​ຄວາມ​ເຕັມ​ໃຈ, ​ແລະ ທຸກ​ຄົນ​ທີ່​ບໍ່​ສາມາດ​ເຮັດ​ວຽກ​ງານ​ດ້ວຍ​ຕົນ​ເອງ” (in Richard E. Bennett, “‘Which Is the Wisest Course?’ The Transformation in Mormon Temple Consciousness, 1870–1898,” BYU Studies Quarterly, vol. 52, no. 2 [2013], 22).

  18. Teachings of Presidents of the Church: Wilford Woodruff (2004), 192–93.

  19. ປະທານວິວ​ເຝີ​ດ ວູດຣັບ, ຜູ້​ທີ່​ຮູ້ຈັກ​ກັນ​ວ່າ​ເປັນ​ຜູ້​ສອນ​ສາດສະໜາ​ທີ່​ເກັ່ງ​ກ້າ​ທີ່​ສຸດ​ໃນ​ຕະຫລອດ​ເວລາ​ຕໍ່​ຄົນ​ທີ່​ມີ​ຊີວິດ​ຢູ່, ​ໄດ້​ກ່າວ​ເຖິງ​ຄົນ​ຕາຍ​ວ່າ: “ຂ້າພະ​ເຈົ້າ​ເບິ່ງ​ພາກສ່ວນ​ນີ້​ຂອງ​ການ​ປະຕິບັດ​ສາດສະໜາ​ກິດ​ເປັນ​ພາລະກິດທີ່​ສຳຄັນ​ເທົ່າໆ​ກັບ​ການ​ສັ່ງສອນ​ຜູ້​ທີ່​ມີ​ຊີວິດ​ຢູ່; ຄົນ​ຕາຍ​ຈະ​ໄດ້​ຍິນ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ໃນ​ໂລກ​ວິນ​ຍານ, ​ແລະ ​ເຂົາ​ເຈົ້າບໍ່​ສາມາດ​ອອກ​ມາ​ໃນ​ເຊົ້າຂອງ​ການຟື້ນ​ຄືນ​ຊີວິດ​​ເທື່ອ [ທຳ​ອິດ], ຍົກ​ເວັ້ນ​ແຕ່​ພິທີກາ​ນບາງ​ຢ່າງ​ທີ່​ໄດ້​ຖືກ​ກະທຳ, ສຳລັບ [​ເຂົາ​ເຈົ້າ]. … ການ​ໂຜດ​ຄົນ​ຕາຍ … ກໍ​ເທົ່າ​ກັບ​ການ​ໂຜດ​ຄົນ​ເປັນ” (Teachings of Presidents of the Church: Wilford Woodruff, 188).

  20. ປະທານ​​ຮາວ​ເວີ​ດ ດັບ​ເບິນ​ຢູ ຮັນ​ເທີ ​ໄດ້​ເຊື້ອ​ເຊີນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ໃຫ້​ໄປ​ພຣະວິຫານ​ເລື້ອຍໆ “​ເພາະ​ພອນ​ສ່ວນ​ຕົວ​ຂອງການ​ນະມັດສະການ​​ໃນ​ພຣະວິຫານ, ​ເພາະຄວາມ​ສັກສິດ ​ແລະ ຄວາມ​ປອດ​ໄພ​ຊຶ່ງ​ມີ​ຢູ່​ໃນ​ຕຶກ​ທີ່ສັກສິດ ​ແລະ ​ໄດ້​ຖືກ​ອຸທິ​ດຖະຫວາຍ​ແລ້ວ. … ມັນ​​ເປັນ​ບ່ອນ​ທີ່ສັກສິດ​ຕໍ່​ພຣະຜູ້​ເປັນ​ເຈົ້າ. ມັນ​ຄວນ​ເປັນບ່ອນ​ທີ່​ສັກສິດ​ຕໍ່​ເຮົາ​ຄື​ກັນ.” (“The Great Symbol of Our Membership,”Ensign, Oct. 1994, 5;Tambuli, Nov. 1994, 6).

  21. “Messages of Inspiration from President Thomas S. Monson,” Church News, Dec. 29, 2013, 2.

  22. Howard W. Hunter, “We Have a Work to Do,” Ensign, Mar. 1995, 65.

  23. Merriam-Webster’s Collegiate Dictionary, 11th ed. (2003), “prison.”

  24. ​ເບິ່ງ Doctrine and Covenants 128:22; ​ເບິ່ງ Doctrine and Covenants 138:42 ​ນຳອີກ. “ກ່ອນ​ໂລກ​ເປັນ​ມາ, ພຣະຜູ້​ເປັນ​ເຈົ້າ​ໄດ້​ຢືນຢັນວິນ​ຍານ​ທີ່​ມີຄວາມ​ສາມາດ ທີ່ຢູ່​ໃນ [ຄຸກ] ​ເພື່ອ​ໃຫ້​ໄດ້​ຮັບ​ການ​ໄຖ່” (index to the triple combination, “Prison”).

  25. ​​ເບິ່ງ Doctrine and Covenants 128:24.

  26. ​ເບິ່ງ ຈົດໝາຍ​ຂອງ​ຝ່າຍ​ປະທານ​ສູງ​ສຸດ, ວັນ​ທີ 8 ​ເດືອນ​ຕຸລາ , 2012; ​ເບິ່ງ David A. Bednar, “The Hearts of the Children Shall Turn,”Ensign orLiahona, Nov. 2011, 24–27; R. Scott Lloyd, “‘Find Our Cousins’: Apostle [Neil L. Andersen] Counsels LDS Youth at RootsTech Conference,” Church News, Feb. 16, 2014, 8–9 ນຳ​ອີກ.

  27. ການ​ສຶກສາ​ບໍ່​ດົນ​ມາ​ນີ້​ບອກ​ວ່າ ການ​ເນັ້ນໜັກ​ທີ່​ສຳຄັນ​ສຳລັບ​ຄົນ​ລຸ້ນນີ້​ແມ່ນ​ການ​ດຳລົງ​ຊີວິດ​ຢ່າງ​ມີ​ຄວາມ​ໝາຍ ບ່ອນ​ທີ່ “ມອບ​ຈຸ​ດປະສົງ​ທີ່​​ໃຫຍ່​ຫລວງ​ກວ່າ​ໃຫ້​ແກ່​ຄົນ​ອື່ນໆ ​ແລະ ​ໃຫ້​ທິດ​ທາງ​ແກ່​ຕົນ​ເອງ” (Emily Esfahani Smith and Jennifer L. Aaker, “Millennial Searchers,” New York Times Sunday Review, Dec. 1, 2013, 6).

  28. ​ເບິ່ງ Howard W. Hunter, “A Temple-Motivated People,”Ensign, Feb. 1995, 2–5;Liahona, May 1995, 2–7.

  29. ສະຖິຕິ​ຈາກ​ຫ້ອງການ​ສືບ​ປະຫວັດ​ຄອບຄົວ.

  30. ​ເບິ່ງ ​ໂອ​ບາ​ດີ​ຢາ 1:21.