​2010–2019
ການ​ເປັນ​ເອື້ອຍ​ນ້ອງ: ​ໂອ້, ​ເຮົາ​ຕ້ອງການ​ກັນ​ຫລາຍ​ແທ້ໆ
ເມສາ 2014


ການ​ເປັນ​ເອື້ອຍ​ນ້ອງ: ​ໂອ້, ​ເຮົາ​ຕ້ອງການ​ກັນ​ຫລາຍ​ແທ້ໆ

ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຈົ່ງ​ເອື້ອມ​ອອກ​ໄປ​ຊ່ອຍ​ເຫລືອ​ຄົນ​ອື່ນ ຜ່ານການ​ປ່ຽນ​ແປງ​ ​ແລະ ຜ່າ​ນ​ເວລາ​ທີ່​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ.

​ໃນ​ວິ​ດີ​ໂອນັ້ນ ​ເຮົາ​ໄດ້​ເຫັນ​ແປດ​ປະ​ເທດ ​ແລະ ​ໄດ້​ຍິນ​ເກົ້າພາສາ. ​ໃຫ້​ວາດ​ພາບ​​ເບິ່ງດູວ່າ ​​ເຮົາ​ສາມາດ​ຕື່ມ​ຈັກພາສາໃສ່​​​ຕື່ມ​ອີກໃນ​ວັກທຳ​ອິດ​ນັ້ນ. ​ເປັນ​ໜ້າ​ຕື່ນ​ເຕັ້ນຫລາຍ​ທີ່​ຮູ້​ວ່າ ການ​ເປັນ​​ເອື້ອຍ​ນ້ອງ​ກັນ​ທົ່ວ​ໂລກ ​​ເຮົາ​ສາມາດ​ເປັ່ງສຽງ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ນິລັນດອນ ວ່າ​ເຮົາ​ເປັນ​ທິດາ​ຂອງ​ພຣະບິດາ​ເທິງ​ສະຫວັນ​ທີ່ຊົງ​ຮັກ​ຂອງ​ເຮົາ.

ມັນ​ເປັນ​ສິດທິ​ພິ​ເສດ​ທີ່​ໄດ້​ມາ​ຢູ່​ທີ່​ນີ້ ​ໃນ​ໂອກາດ​​ແຫ່ງ​ປະຫວັດສາດ ​ແລະ ກ່າວ​ກັບ​ສະຕີ​ທຸກ​ຄົນ​ຂອງ​ສາດສະໜາ​ຈັກ ອາຍຸ​ແປດປີ ​ແລະ ສູງ​ກວ່າ​ນັ້ນ. ມັນມີ​ພະລັງຫລາຍ​​ໃນ​ຄວາມ​ເປັນ​ໜຶ່ງ​ຂອງ​ເຮົາ​ໃນ​ຄ່ຳ​ຄືນ​ນີ້. ​​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ເຫັນ​ເຮົາ​ທຸກ​ຄົນມາ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ສູນກາງປະຊຸມ​ນີ້ ​ແລະ ຄິດ​ກ່ຽວ​ກັບ​ຫລາຍ​ພັນຄົນ​ທີ່​ຮັບ​ຊົມ​ການຖ່າຍ​ທອດ​ນີ້​ຈາກ​ສະຖານ​ທີ່​ອື່ນໆ​ທົ່ວ​ໄປ​ໃນ​ໂລກ, ອຳນາດ​ຂອງ​ປະຈັກ​ພະຍານ ​ແລະ ສັດທາ​ຂອງ​ເຮົາ ​ໃນ​ພຣະ​ເຢຊູ​ຄຣິດ ​ໄດ້​​ເຮັດ​ໃຫ້ການມາ​ເຕົ້າ​ໂຮມນີ້​ເປັນ​ໂອກາດ​ທີ່​ເສີມ​ສ້າງ​ສັດທາ ​ແລະ ມີ​ພະລັງ​ທີ່​ສຸດ ຂອງ​ສະຕີ​ໃນ​ປະຫວັດສາດ​ຂອງ​ສາດສະໜາ​ຈັກ, ຖ້າ​ບໍ່​ແມ່ນ​​ໃນ​ປະຫວັດສາດຂອງ​ໂລກ.

ຄ່ຳ​ຄືນ​ນີ້​​ເຮົາ​ຊື່ນ​ຊົມ​ໃນ​ບົດບາດທີ່​ແຕກ​ຕ່າງ​ຫລາຍ​ຢ່າງຂອງ​ເຮົາ​ໃນ​ຖານະ​ທີ່​ເປັນສະຕີ​ຂອງ​ສາດສະໜາ​ຈັກ. ​ເຖິງ​ແມ່ນ​ເຮົາ​ແຕກ​ຕ່າງ ​ແລະ ພິ​ເສດ​​ໃນ​ຫລາຍ​ວິທີ​ທາງ, ​ແຕ່​ເຮົາ​ກໍ​ຍັງ​ຮັບ​ຮູ້​ວ່າ​ເຮົາ​ເປັນ​ທິດາ​ຂອງ​ພຣະບິດາ​ເທິງ​ສະຫວັນ​ທີ່​ເຮັດ​ໃຫ້​ເຮົາ​ເປັນ​ເອື້ອຍ​ນ້ອງ​ກັນ. ​ເຮົາ​ເປັນ​ໜຶ່ງ​ໃນ​ການ​ສ້າງ​ສາ​ອານາຈັກ​ຂອງ​ພຣະ​ເຈົ້າ ​ແລະ ​ໃນ​ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້, ບໍ່​ວ່າ​ສະພາບ​ການຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ​ໂດຍ​ທີ່​ບໍ່​ມີ​ຄວາມ​ສົງ​ໄສ​ແນວ​ໃດ​ເລີຍ, ການ​ມາ​ເຕົ້າ​ໂຮມ​ກັນ​​ເທື່ອນີ້ ​ເປັນກຸ່ມ​ຂອງ​ເອື້ອຍ​ນ້ອງ​ທີ່​ຮຸ່ງ​ເຫລື້ອມ​ທີ່​ສຸດ​ຢູ່​ໃນ​ຜືນ​ແຜ່ນດິນ​ໂລກ​ນີ້!1

ການ​ເປັນ​ເອື້ອຍ​ນ້ອງກັນ​ໝາຍ​ຄວາມ​ວ່າ ​ເປັນ​ການ​ຜູກ​ມັດ​ທີ່​ຂາດ​ອອກ​ຈາກ​ກັນ​ບໍ່​ໄດ້​ລະຫວ່າງ​ເຮົາ. ​ເອື້ອຍ​ນ້ອງ​ຈະ​ດູ​ແລ​ຊຶ່ງ​ກັນ​ແລະ​ກັນ, ​ເຝົ້າດູ​ແລ​ກັນ​ແລະ​ກັນ, ປອບ​ໃຈ​ກັນ​ແລະ​ກັນ, ​ແລະ ຢູ່​ນຳ​ກັນ​ໃນ​ຍາມສຸກ ຍາມ​ທຸກ. ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “​ເຮົາ​ກ່າວ​ກັບ​ເຈົ້າວ່າ, ຈົ່ງ​ເປັນ​ໜຶ່ງ; ​ແລະ ຖ້າ​ຫາກ​ເຈົ້າບໍ່​ເປັນ​ໜຶ່ງ ​ເຈົ້າກໍ​ບໍ່​ໄດ້​ເປັນ​ຄົນຂອງ​ເຮົາ.”2

ສັດຕູ​ຢາກ​ໃຫ້​ເຮົາ​ຕິ​ຊົມ ​ແລະ ຕັດສິນ​ກັນ​ແລະ​ກັນ. ​ເຂົາ​ຢາກ​ໃຫ້​ເຮົາ​ເອົາ​ໃຈ​ໃສ່​ກັບຄວາມ​ແຕກ​ຕ່າງ​ ​ແລະ ປຽບທຽບ​ເຮົາ​ໃສ່ກັນ​ແລະ​ກັນ. ທ່ານອາດ​ມັກ​ອອກກຳລັງ​ກາຍ​ແບບ​ເອົາ​ຈິງ​​ເອົາ​ຈັງ​ຊົ່ວ​ໂມງ​ໜຶ່ງ​ໃນ​ແຕ່​ລະ​ມື້ ​ເພາະ​ມັນ​ເຮັດ​ໃຫ້​ທ່ານ​ຮູ້ສຶກ​ດີ, ສ່ວນ​ຂ້າພະ​ເຈົ້າຄິດ​ວ່າການ​ຍ່າງ​ຂຶ້ນລົງ​ຂັ້ນ​ໄດ​ແທນ​ທີ່​ຈະ​ຂີ່​ລິບ​ຂຶ້ນລົງ ກໍ​ເປັນ​ກິລາ​ໂອ​ລິ​ມປິກ​ສຳລັບ​ຂ້າພະ​ເຈົ້າ​ແລ້ວ. ​ເຮົາ​ກໍ​ຍັງ​ເປັນ​ໝູ່​ເພື່ອນ​ກັນ​ໄດ້, ​ແມ່ນ​ບໍ?

​ເຮົາ​ທີ່​ເປັນ​ຜູ້ຍິງ​ມັກ​ຈະ​ຕິ​ຊົມ​ຕົນ​ເອງ. ​ເມື່ອ​ເຮົາ​ປຽບທຽບ​ຕົນ​ເອງ​ໃສ່​ກັບ​ຄົນ​ອື່ນ ​ເຮົາ​ມັກ​ຈະ​ຮູ້ສຶກ​ວ່າ​ບໍ່​ດີ​ພໍ ຫລື ບໍ່ພໍ​ໃຈ​ກັບ​ຄົນ​ອື່ນ. ຊິດ​ສະ​ເຕີ ​ແພ​ທຣິ​ເຊຍ ທີ ຮໍ​ແລນ ຄັ້ງໜຶ່ງ​ໄດ້​ກ່າວ​ວ່າ, “ຈຸດ​ສຳຄັນ​ຄື, ​ເຮົາ​ບໍ່​ສາມາດ​ເອີ້ນ​ຕົນ​ເອງ​ວ່າ​ເປັນຊາວ​ຄຣິດ ​​ແຕ່​ກ່າວ​ຕັດສິນ​ຄົນ​ອື່ນ​ຕໍ່​ໄປ—ຫລື ຕົນ​ເອງ—ຢ່າງ​ໂຫດຮ້າຍ.”3 ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ ບໍ່​ມີ​ສິ່ງ​ໃດ​ທີ່​ກຸ້ມ​ຄ່າ​ສຳລັບ​ການ​ສູນ​ເສຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ການ​ເປັນ​ເອື້ອຍ​ນ້ອງຂອງ​ເຮົາ. ​ເຮົາ​ຕ້ອງພັກ​ຜ່ອນ ​ແລະ ປິ​ຕິ​ຍິນ​ດີ​ກັບ​ຄວາມ​ແຕກ​ຕ່າງ​ແຫ່ງ​ສະຫວັນ​ຂອງ​ເຮົາ. ​ເຮົາ​ຕ້ອງ​ຮັບ​ຮູ້​ວ່າ ​ເຮົາ​ທຸກ​ຄົນ​ມີ​ຄວາມ​ປາດ​ຖະໜາ​ທີ່​ຈະ​ຮັບ​ໃຊ້​ໃນ​ອານາຈັກ​ ​ໂດຍ​ການ​ໃຊ້​ພອນ​ສະຫວັນ​ພິ​ເສດ​ຂອງ​ເຮົາ ​ແລະ ຂອງ​ປະທານ​ໃນ​ວິທີ​ທາງ​ຂອງ​ເຮົາ. ​ແລ້ວ​ເຮົາ​ຈະ​ສາມາດ​ຊື່ນ​ຊົມ​ກັບ​ການ​ເປັນ​ເອື້ອຍ​ນ້ອງ​ກັນ, ​ແລະ ກັບ​ຄວາມ​ສຳພັນ​ກັນ, ​ແລະ ​ເລີ່ມຕົ້ນຮັບ​ໃຊ້.

ຕາມ​ຄວາມ​ຈິງ​ແລ້ວ, ​ເຮົາ​ຕ້ອງການ​ກັນ​ແລະ​ກັນ. ທຳ​ມະ​ຊາດ​ຂອງ​ສະຕີ​ຈະ​ສະ​ແຫວ​ງຫາ​ໝູ່​ເພື່ອນ, ​ຊ່ອຍ​ເຫລືອ, ​ແລະ ​ເປັນ​ເພື່ອນ. ​ເຮົາ​ມີ​ຫລາຍ​ສິ່ງ​ທີ່​ຈະ​ຮຽນ​ຮູ້​ຈາກ​ກັນ​ແລະ​ກັນ, ​ແລະ ​ສ່ວນ​ຫລາຍ​ເຮົາ​ຈະ​ສ້າງ​ກຳ​ແພງ​ອ້ອມ​ຕົນ​ເອງ​ຈາກ​ຄວາມ​ຊື່ນ​ຊົມ​ກັບການ​ສັງ​ສັນ​ກັບ​ຄົນ​ອື່ນ ຊຶ່ງ​ສາມາດ​ເປັນ​ພອນ​ທີ່​ຍິ່ງ​ໃຫຍ່ສຸດ​ໃນ​ຊີວິດ​ຂອງ​ເຮົາ. ຍົກ​ຕົວຢ່າງ, ​ເຮົາ​ທີ່​ເປັນ​ສະຕີ​ຜູ້​ມີ​ອາຍຸ​ສູງ​ກໍ​ຕ້ອງການ​ສິ່ງ​ທີ່​​ເດັກ​ນ້ອຍ​ຜູ້ຍິງຊັ້ນປະຖົມ​ໄວມີ​ໃຫ້. ​ພວກ​ເຮົາສາມາດ​ຮຽນ​ຮູ້ຈາກ​ພວກ​ເຈົ້າກ່ຽວ​ກັບ​ການ​ຮັບ​ໃຊ້ ​ແລະ ຄວາມ​ຮັກ​ທີ່​ເໝືອນ​ດັ່ງ​ພຣະຄຣິດ.

ບໍ່​ດົນ​ມາ​ນີ້​ ຂ້າພະ​ເຈົ້າ​ໄດ້​ຍິນ​ເລື່ອງ​ເລົ່າ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ເດັກນ້ອຍ​ຜູ້ຍິງ​ຄົນ​ໜຶ່ງ​ຊື່ ​ແຊຣາ ຜູ້​ຊຶ່ງແມ່​ຂອງນາງໄດ້​ມີ​ໂອກາດ​ຊ່ອຍ​ເຫລືອ​​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ຊື່ ​ບະ​ເຣັນດາ ຢູ່​ໃນ​ຫວອດ​ຂອງ​ນາງ, ຜູ້​ເປັນ​ໂຣກທີ່​ຮ້າຍ​ແຮງ​ຂອງ​ລະບົບ​ປະ​ສາດ. ​ນາງ​ແຊຣາມັກ​ໄປ​ກັບ​ແມ່​ຂອງ​ນາງ​ເພື່ອ​ຊ່ອຍ​ເຫລືອ ນາງ​ບະ​ເຣັນດາ. ນາງ​ແຊຣາ​ໄດ້​​ເອົານ້ຳມັນ​ທາ​ຕົວ​ໃສ່​ມື​ຂອງ ນາງ​ບະ​ເຣັນດາ ​ແລະ ນວດ​ນິ້ວມື ​ແລະ ​ແຂນ​ຂອງ​ລາວ ​ເພາະ​ລາວ​ປວດ​ຕະຫລອດ. ​ແລ້ວ​ນາງ​ໄດ້​ຮຽນ​ຍົກ​ແຂນ​ຂອງນາງ​ບະ​ເຣັນດາຂຶ້ນກາຍ​ຫົວ ​ເພື່ອ​ອອກກຳລັງ​ກ້າມ​ແຂນ. ນາງ​ແຊຣາ​ໄດ້​ຫວີ​ຜົມ​ໃຫ້ນາງ​ບະ​ເຣັນດາ ​ແລະ ​ເວົ້າລົມ​ກັນ ​ໃນ​ຂະນະ​ທີ່​ແມ່​ຂອງ​ນາງ​ຊ່ອຍ​ເຫລືອ​ໃນ​ທາງ​ອື່ນ. ນາງ​ແຊຣາ​ໄດ້​ຮຽນ​ຮູ້​ເຖິງ​ຄວາມ​ສຳຄັນ ​ແລະ ຄວາມສຸກ​ຂອງ​ການ​ຮັບ​ໃຊ້​ຄົນ​ອື່ນ ​ແລະ ​ເຂົ້າ​ໃຈວ່າ ​ແມ່ນ​ແຕ່​ເດັກນ້ອຍ​ກໍ​ສາມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໃຫ້​ແກ່​ຊີວິດ​ຂອງ​ບາງ​ຄົນ​ໄດ້.

ຂ້າພະ​ເຈົ້າມັກ​ຕົວຢ່າງ​ທີ່​​ເຮົາ​ໄດ້​ອ່ານ​ຢູ່​ໃນ​ ບົດ​ທຳ​ອິດ​ຂອງ​ພຣະທຳ​ລູກາ ຊຶ່ງ​ບັນຍາຍ​ເຖິງ​ຄວາມ​ສຳພັນ​ອັນ​ຫວານ​ຊື່ນ​ລະຫວ່າງ​ນາງ​ມາຣີ, ມານ​ດາ​ຂອງ​ພຣະ​ເຢຊູ, ​ແລະ ພີ່ນ້ອງ​ຂອງ​ນາງ​ຊື່ ​ເອລີ​ຊາ​ເບັດ. ນາງ​ມາຣີ​ເປັນ​ສາວ​ຕອນ​ນາງ​ຖືກ​ບອກ​ກ່ຽວ​ກັບ​ພາລະກິດ​ຂອງ​ນາງ ທີ່​ໃຫ້​ເປັນ​ມານ​ດາ​ຂອງ​ພຣະບຸດ​ຂອງ​ພຣະ​ເຈົ້າ. ຕອນ​ທຳ​ອິດ, ຄົງ​​ເບິ່ງ​ວ່າ​ເປັນ​ໜ້າ​ທີ່​ຮັບຜິດຊອບ​ທີ່​ໜັກໜ່ວງທີ່ຈະ​ເຮັດ​ຄົນ​ດຽວ. ພຣະຜູ້​ເປັນ​ເຈົ້າ​ເອງ​ທີ່​ໄດ້​ຈັດ​ຫາ​ບາງ​ຄົນ​​ໃຫ້​ມາ​ແບ່ງ​ເບົາ​ພາລະ​ຂອງ​ນາງ​ມາຣີ. ຜ່ານ​ຂ່າວສານ​ຂອງ​ທູດ​ຄັບຣິ​ເອນ, ນາງ​ມາຣີຈຶ່ງ​ຮູ້ຈັກ​ຊື່​ຂອງ​ຜູ້ຍິງ​ທີ່​ໄວ້​ວາງ​ໃຈ ​ແລະ ​ເຫັນ​ອົກ​ເຫັນ​ໃຈ ຜູ້​ທີ່​ນາງ​ສາມາດ​ຂໍ​ຄວາມ​ຊ່ອຍ​ເຫລືອ​ໄດ້—ນັ້ນຄື ພີ່ນ້ອງ​ຂອງ​ນາງ​ຊື່ ​ເອລີ​ຊາ​ເບັດ.

ຍິງ​ໜຸ່ມ​ຄົນ​ນີ້​ກັບ​ພີ່ນ້ອງ​ຂອງ​ນາງ​ ຜູ້ “​ເປັນ​ໝັນ​ເປັນ​ເວລາ​ຫລາຍ​ປີ,”4 ໄດ້​ຕັ້ງຄັນ​ແບບ​ພິດສະດານ, ​ແລະ ຂ້າພະ​ເຈົ້າກໍ​ຢາກ​ຮູ້​ວ່າ ​ໃນ​ໄລຍະ​ສາມ​ເດືອນ​ທີ່​​ເຂົາ​ເຈົ້າ​ໄດ້​ໃຊ້​ເວລາ​ນຳ​ກັນ ​ເຂົາ​ເຈົ້າ​ໄດ້​ເວົ້າລົມກັນ, ​ເນັ້ນໜັກນຳ​ກັນ, ​ແລະ ​ໃຫ້​ກຳລັງ​ໃຈ​ກັນ​ແນວ​ໃດ​ແດ່​ໃນ​ການ​ເອີ້ນ​ພິ​ເສດ​ຂອງ​ເຂົາ​ເຈົ້ານັ້ນ. ​​ເຂົາ​ເຈົ້າຊ່າງ​ເປັນ​ຕົວຢ່າງທີ່​ດີ​ແທ້ໆ​ນໍ ​ເຖິງ​ຄວາມ​ຄ້ຳ​ຈູ​ນກັນ​ລະຫວ່າງ​ເອື້ອຍ​ນ້ອງ​ສອງ​ຄົນ​ທີ່​ມີ​ອາຍຸ​ແຕກ​ຕ່າງ​ກັນ​ຫລາຍ.

ເຮົາ​ຜູ້​ທີ່​ມີ​ອາຍຸ​ສູງ​ແລ້ວ ສາມາດ​ເປັນ​ອິດ​ທິພົນ​ຢ່າງ​ຫລວງຫລາຍ​ໃຫ້​ແກ່​ຄົນ​ລຸ້ນ​ໃໝ່. ​ເມື່ອ​ແມ່​ຂອງ​ຂ້າພະ​ເຈົ້າຍັງ​ນ້ອຍ, ພໍ່​ແມ່ຂອງ​ນາງ​ບໍ່​ເຂັ້ມ​ແຂງ​ໃນ​ສາດສະໜາ​ຈັກ. ​ເຖິງ​ແມ່ນ​ຕອນ​ເພິ່ນ​ມີ​ອາຍຸ​ໄດ້​ຫ້າ​ປີ, ​ເພິ່ນ​ໄດ້​ຍ່າງ​ໄປ​ໂບດ​ຄົນ​ດຽວ—​ໄປ​ຫ້ອງ​ຊັ້ນປະຖົມ​ໄວ, ​ໂຮງຮຽນ​ວັນ​ອາທິດ, ​ແລະ ກອງ​ປະຊຸມ​ສິນ​ລະ​ລຶກ—​ໃນ​​ເວລາ​ທີ່​ແຕກ​ຕ່າງ​ກັນ.

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຖາມ​ແມ່​ຂອງ​ຂ້າພະ​ເຈົ້າວ່າ ​ເພິ່ນ​ເຮັດ​ແນວ​ນັ້ນ​ໄດ້​ແນວ​ໃດ​ທິດ​ແລ້ວທິດ​ເລົ່າ. ​ເມື່ອ​ເພິ່ນ​ບໍ່​ໄດ້​ຮັບ​ການ​ສະໜັບສະໜູນ ຫລື ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ບ້ານ. ຄຳ​ຕອບ​ຂອງ​​ເພິ່ນ​ແມ່ນ​ວ່າ, “ແມ່​ມີ​ຄູ​ສອນ​ໃນ​ຊັ້ນປະຖົມ​ໄວ​ທີ່​ຮັກ​ແມ່.” ຄູ​ສອນ​ເຫລົ່ານັ້ນ​ເປັນ​ຫ່ວງ​ເປັນ​ໄຍນາງ ​ແລະ ​ໄດ້​ສອນ​ພຣະກິດ​ຕິ​ຄຸນ​ໃຫ້​ແກ່​ນາງ. ​ເຂົາ​ເຈົ້າ​ໄດ້​ສອນ​ນາງ​ວ່າ ນາງ​ມີ​ພຣະບິດາ​ຢູ່​ໃນ​ສະຫວັນ ຜູ້​ຮັກ​ນາງ ​ແລະ ​ເປັນ​ເພາະ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຂອງ​ເຂົາ​ເຈົ້າທີ່​ມີ​ຕໍ່​ນາງ ຈຶ່ງ​ເຮັດ​ໃຫ້​ນາງ​ກັບ​ໄປ​ໂບດ​ທິດ​ແລ້ວ​ທິດ​ເລົ່າ. ​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ກ່າວກັບ​ຂ້າພະ​ເຈົ້າ​ວ່າ, “ສິ່ງ​ນັ້ນ​ໄດ້​ເປັນ​ອິດ​ທິພົນ​ຫລາຍ​ທີ່​ສຸດ​ໃນ​ຊີວິດ​ຕອນ​ຍັງ​ນ້ອຍ​ຂອງ​ແມ່.” ​ຂ້າພະ​ເຈົ້າຫວັງ​ວ່າ ຂ້າພະ​ເຈົ້າຈະສາມາດ​ຂອບ​ໃຈ​ພວກ​ເພິ່ນ​ໃນ​ມື້ໜຶ່ງ! ອາຍຸ​ບໍ່​ສຳຄັນ​ສຳລັບ​ການ​ຮັບ​ໃຊ້​ຢ່າງ​ພຣະຄຣິດ.

ສອງ​ສາມ​ອາທິດ​ກ່ອນ ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ປະທານ​ອົງການ​ຍິງ​ໜຸ່ມ​ປະຈຳ​ສະ​ເຕກຢູ່​ລັດ​ຄາ​ລິ​ຟໍ​ເນຍ ຜູ້​ໄດ້​ບອກ​ວ່າ​ແມ່​ຂອງ​ນາງ​ອາຍຸ 81 ປີ ຫາ​ກໍ​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ແນະນຳ​ຊັ້ນດາ​ລຸ​ນີ. ຂ້າພະ​ເຈົ້າສົນ​ໃຈ​ຫລາຍ ຈຶ່ງ​ໄດ້​ໂທ​ໄປ​ຫາ​​ແມ່​ຂອງ​ນາງ. ​ຕອນ​ອະທິການ​ຂອງຊິດ​ສະ​ເຕີ ວາລ ​ເບ​ກ​ເກີ ​ໄດ້​ຂໍ​ພົບ​ກັບ​ລາວ, ລາວ​ຄິດ​ວ່າ​ລາວ​ຄົງ​ຖືກ​ເອີ້ນ​ໃຫ້​ຊ່ອຍ​ຢູ່​ຫ້ອງ​ສະໝຸດ ຫລື ​ເປັນ​ຜູ້​ຂຽນ​ປະຫວັດສາດ​ຂອງ​ຫວອດ. ​ເມື່ອ​ເພິ່ນ​ຂໍ​ໃຫ້​ລາວ​ຮັບ​ໃຊ້​ເປັນ​ຜູ້​ແນະນຳ​ຊັ້ນດາ​ລຸ​ນີ​ຂອງ​ກຸ່ມ​ຍິງ​ໜຸ່ມ, ​ເພິ່ນ​ໄດ້​ຖາມ​ຄືນ​ວ່າ, “ທ່ານ​ແນ່​ໃຈ​ບໍ?”

ອະທິການ​ຂອງ​ລາວ​ໄດ້​ຕອບ​ວ່າ, “ຊິດ​ສະ​ເຕີ ​ເບ​ກ​ເກີ, ຢ່າ​ຄິດ​ຜິດ; ການ​ເອີ້ນ​ນີ້​ມາ​ຈາກ​ພຣະຜູ້​ເປັນ​ເຈົ້າ.”

ລາວ​ໄດ້​ເວົ້າວ່າ ລາວ​ບໍ່​ສາມາດ​ຕອບ​ຢ່າງ​ອື່ນ ນອກ​ຈາກ​ຄຳ​ວ່າ, “ຍອມຮັບ​ແນ່ນອນ.”

ຂ້າພະ​ເຈົ້າມັກ​ການ​ດົນ​ໃຈ​ທີ່​ອະທິການ​ຄົນ​ນີ້​ຮູ້ສຶກ ທີ່​ຍິງ​ໜຸ່ມ​ລຸ້ນດາ​ລຸ​ນີສີ່​ຄົນ​ມີ​ຫລາຍ​ສິ່ງ​ທີ່​ຕ້ອງ​ຮຽນ​ຈາກ​ສະຕິ​ປັນຍາ, ປະສົບ​ການ, ​ແລະ ຕົວຢ່າງ​ຕະຫລອດ​ຊີວິດ​ຂອງ​ສະຕີ​ອາວຸ​ໂສ​ຄົນ​ນີ້. ​ແລະ ​ເມື່ອ​ຊິດ​ສະ​ເຕີ ​ເບ​ກ​ເກີ ຢາກ​ໃຫ້​ຊ່ອຍ​ຕັ້ງໜ້າ Facebook ຂອງ​ລາວ, ລາວ​ຈະ​ໄປ​ຫາ​ໃຜ?

ຂ້າພະ​ເຈົ້າຄິດ​​ເຖິງຄວາມ​ຊ່ອຍ​ເຫລືອ​ທີ່​ດີ​ທີ່​ສຸດທີ່​ເອື້ອຍ​ນ້ອງ​ໃນ​ສະມາຄົມ​ສະຕີ​ສົງ​ເຄາະ​ສາມາດ​ຕ້ອນຮັບ​ເອື້ອຍ​ນ້ອງ​ຄົນ​ໜຸ່ມ​ທີ່​ຫາ​ກໍ​​ໄດ້​ອອກ​ຈາກກຸ່ມ​ຍິງ​ໜຸ່ມ. ​ເອື້ອຍ​ນ້ອງ​ຄົນ​ໜຸ່ມຂອງ​ພວກ​ເຮົາ​ມັກ​ຈະຄິດ​ວ່າ ​ເຂົາ​ເຈົ້າ​ເຂົ້າກັບ​ເອື້ອຍ​ນ້ອງ​ຄົນ​ອື່ນໆ​ໃນ​ສະມາຄົມ​ສະຕີ​ສົງ​ເຄາະ​ບໍ່​ໄດ້. ກ່ອນ​ເຂົາ​ເຈົ້າມີ​ອາຍຸ​ໄດ້ 18 ປີ, ​ເຂົາ​ເຈົ້າຕ້ອງການ​ຜູ້ນຳ ​ແລະ ​ແມ່​ຂອງ​ເຂົາ​ເຈົ້າຜູ້​ທີ່​ເປັນ​ພະຍານ​ຢ່າງ​ຊື່ນ​ຊົມ​​ເຖິງພອນ​ຂອງສະມາຄົມ​. ​ເຂົາ​ເຈົ້າຢາກ​ຮູ້ສຶກ​​ເຖິງຄວາມ​ກະຕືລືລົ້ນກ່ຽວ​ກັບ​ການ​ກາຍ​ເປັນ​ພາກສ່ວນ​ໃນ​ອົງການ​ທີ່​ຮຸ່ງ​ເຫລື້ອມ. ​ເມື່ອຍິງ​ໜຸ່ມ​ເລີ່​ມຕົ້ນມາ​ຮ່ວມ​ຫ້ອງ​ສະມາຄົມ​ສະຕີ​ສົງ​ເຄາະ, ສິ່ງ​ທີ່​ເຂົາ​ເຈົ້າຕ້ອງການ​ຫລາຍ​ທີ່​ສຸດ​ແມ່ນ​ໝູ່​ເພື່ອນ​ທີ່​ນັ່ງ​ຢູ່​ທາງ​ຂ້າງ, ຕ້ອງການ​ອ້ອມ​ແຂນທີ່​ຈະ​ໂອບ​ກອດ, ​ແລະ ຕ້ອງການ​ໂອກາດ​ທີ່​ຈະ​ສອນ ​ແລະ ຮັບ​ໃຊ້. ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຈົ່ງ​ເອື້ອມ​ອອກ​ໄປ​ຊ່ອຍ​ເຫລືອ​ຄົນ​ອື່ນ ຜ່ານການ​ປ່ຽນ​ແປງ​ ​ແລະ ຜ່າ​ນ​ເວລາ​ທີ່​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ.

ຂອບ​ໃຈ​ຫລາຍໆ​ຕໍ່​ເອື້ອຍ​ນ້ອງ​ຂອງ​ສາດສະໜາ​ຈັກ​ທີ່​ໄດ້ເອື້ອມ​ອອກ​ໄປ​ໂດຍ​ບໍ່​ຄິດ​ເຖິງ​ອາຍຸ ​ແລະ ວັດທະນະທຳ ​ເພື່ອ​ເປັນ​ພອນ ​ແລະ ຮັບ​ໃຊ້​ຄົນ​ອື່ນ. ຍິງ​ໜຸ່ມຮັບ​ໃຊ້ ​ເດັກນ້ອຍ​ຊັ້ນປະຖົມ​ໄວ ​ແລະ ຜູ້​ອະວຸ​ໂສ. ​ເອື້ອຍ​ນ້ອງ​ຄົນ​ໂສດ​ໃນ​ທຸກ​​ໄວ ​ໃຊ້​ເວລາ​ຈົນ​ນັບ​ບໍ່​ຖ້ວນ ​ເພື່ອ​ດູ​ແລ​ຄົນ​ທີ່​ຂັດ​ສົນ​ທີ່ຢູ່​ອ້ອມ​ຮອບ​ເຂົາ​ເຈົ້າ. ​ເຮົາ​​ເຫັນ​ຍິງ​ໜຸ່ມ​ສະລະ​ເວລາ 18 ​ເດືອນ ​ເພື່ອ​ໄປ​ແບ່ງປັນ​ພຣະກິດ​ຕິ​ຄຸນ​ຕໍ່​ໂລກ. ທຸກ​ສິ່ງ​​ເຫລົ່າ​ນີ້ເປັນ​ຫລັກ​ຖານ​ ​ດັ່ງ​ເຊັ່ນ​ເພງ​ສວດ​ກ່າວ​ວ່າ, “ວຽກ​ງານ​ຂອງ​ເຫລົ່າ​ທູດ​ໄດ້​ຖືກ​ມອບ​ໃຫ້​ສະຕີ.”5

ຖ້າ​ຫາກ​ມີ​ສິ່ງ​ກີດ​ກັນ, ກໍ​ເພາະວ່າ​ເຮົາ​​ໄດ້​ສ້າງ​ມັນ​ຂຶ້ນ​ເອງ. ​ເຮົາ​ຕ້ອງ​​ເຊົາ​ສົນ​ໃຈ​ກັບ​ຄວາມ​ແຕກ​ຕ່າງ​ຂອງ​ເຮົາ ​ແລະ ​ໃຫ້​ສົນ​ໃຈ​ກັບ​ສິ່ງ​ທີ່​ຄ້າຍຄື​ກັນ​ຂອງ​ເຮົາ; ​ແລ້ວ​ເຮົາ​ຈະ​ເລີ່​ມ​ຕົ້ນ​ຮັບ​ຮູ້​ເຖິງ​ຄວາມ​ສາມາດ​ທີ່​ຍິ່ງ​ໃຫຍ່​ຂອງ​ເຮົາ ​ແລະ ​ໄດ້​ສຳ​ເລັດສິ່ງ​ທີ່​ດີ​ທີ່​ສຸດ​ຢູ່​ໃນ​ໂລກ​ນີ້. ຊິດ​ສະ​ເຕີ ​​ແມ​ໂຈຣີ ພີ ຮິງ​ລີ ຄັ້ງໜຶ່ງ​ເຄີຍ​ກ່າວ​ວ່າ, “ໂອ້, ​ເຮົາ​ຕ້ອງການ​ກັນ​ຫລາຍ​ແທ້ໆ. ​ພວກ​ເຮົາ​ທີ່​ມີ​ອາຍຸ​ສູງ​ແລ້ວ​ຕ້ອງການຄົນ​ໜຸ່ມ. ​ແລະ ຫວັງ​ວ່າ, ທ່ານ​ທີ່​ໜຸ່ມ​ນ້ອຍ​ຈະ​ຕ້ອງການ​ພວກ​ເຮົາ​ຜູ້​ມີ​ອາຍຸ​ສູງ​ຄື​ກັນ. ມັນ​ເປັນຄວາມ​ຈິງ​ຂອງ​ສັງຄົມ​ວິທະຍາ​ທີ່​ວ່າ ຜູ້ຍິງ​ຕ້ອງການ​ຜູ້ຍິງ​ດ້ວຍ​ກັນ. ​ເຮົາ​ຕ້ອງການ​ມິດຕະພາບ​ທີ່​ຈົງ​ຮັກ​ພັກດີ ​ແລະ ໜ້າ​ເພິ່ງ​ພໍ​ໃຈທີ່​ມີ​ຕໍ່​ກັນ.”6 ຊິດ​ສະ​ເຕີ ຮິງ​ລີ ​ເວົ້າ​ຖືກ; ​ໂອ້, ​ເຮົາ​ຕ້ອງການ​ກັນ​ຫລາຍ​ແທ້ໆ!

​ເອື້ອຍ​ນ້ອງ​ທັງຫລາຍ, ບໍ່​ມີ​ກຸ່ມ​ສະຕີ​ອື່ນ​ໃດ​ຢູ່​ໃນ​ໂລກ​ນີ້​ທີ່​ໄດ້​ຮັບ​ພອນ​ທີ່​ຍິ່ງ​ໃຫຍ່​ກວ່າ​ສະຕີ​ຂອງ​ໄພ່​ພົນ​ຍຸກ​ສຸດທ້າຍ. ​ເຮົາ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​​ແລະ ບໍ່​ວ່າ​ສະພາບ​ການ​ຂອງ​ເຮົາ​ແຕ່ລະຄົນ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ​ເຮົາ​ທຸກ​ຄົນ​ສາມາດ​ຊື່ນ​ຊົມ​ກັບ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ຜ່ານ​ການ​ຮັກສາ​ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ຕອນ​ຮັບ​ບັບຕິ​ສະມາ ​ແລະ ​ໃນ​ພຣະວິຫານ. ​ເຮົາ​ມີ​ສາດສະດາ​ທີ່​ມີ​ຊີວິດ​ຢູ່​ນຳພາ​ເຮົາ ​ແລະ ສອນ​ເຮົາ, ​ແລະ ​ເຮົາ​ຊື່ນ​ຊົມ​ກັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ, ຊຶ່ງ​ຮັບ​ໃຊ້​ເປັນ​ຜູ້​ປອບ​ໂຍນ ​ແລະ ຜູ້ນຳພາ​​ໃນຊີວິດຂອງ​ເຮົາ. ​ເຮົາ​ໄດ້​ຮັບ​ພອນ​ຫລາຍ​ທີ່​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ບັນດາ​ອ້າຍ​ນ້ອງຜູ້​ຊອບ​ທຳ ​ເມື່ອ​ເຮົາ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບ້ານ​ເຮືອນ ​ແລະ ຄອບຄົວ. ​ເຮົາ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ​ແລະ ອຳນາດ​ຂອງ​ພິທີການຂອງ​ພຣະວິຫານ ​ແລະ ອື່ນໆ​ອີກ​ຫລາຍ​ຢ່າງ​.

ນອກ​ເໜືອ​ໄປ​ຈາກ​ການ​ຊື່ນ​ຊົມ​ກັບພອນ​ທີ່ດີ​ເລີດ​ເຫລົ່າ​ນີ້​ແລ້ວ, ​ເຮົາ​ຍັງ​ມີ​ພອນ​ຢ່າງ​ອື່ນໆ​ອີກ—​ເອື້ອຍ​ນ້ອງ​ໃນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ. ​ເຮົາ​​​ໄດ້​ຮັບ​ພອນ​ດ້ວຍຄຸນສົມບັດ​ທີ່​ອ່ອນນ້ອມ ​ແລະ ​ໃຈ​ທີ່ເພື່ອ​ແຜ່ ຊຶ່ງ​ເຮັດ​ໃຫ້​ເຮົາ​ສາມາດ​ມອບ​ຄວາມ​ຮັກ ​ແລະ ການ​ຮັບ​ໃຊ້​ຢ່າງ​ພຣະຄຣິດຕໍ່​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາ. ​ເມື່ອ​ເຮົາ​​ເບິ່ງ​ຂ້າມ​ອາຍຸ, ວັດທະນະທຳ, ​ແລະ ສະພາບ​ການ​ທີ່​​ແຕກ​ຕ່າງ​ກັນ ​ເພື່ອ​ບຳລຸງ​ລ້ຽງ ​ແລະ ຮັບ​ໃຊ້​ຄົນ​ອື່ນ, ​ແລ້ວ​ເຮົາ​ຈະ​​ເຕັມ​ໄປດ້ວຍ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ ​ແລະ ການ​ດົນ​ໃຈ​ ຊຶ່ງຈະ​ນຳພາ​ເຮົາ​ໃຫ້​ຮູ້ຈັກ​ຊ່ອຍ​ເຫລືອ​ເມື່ອ​ໃດ ​ແລະ ຜູ້​ໃດ.

ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ດັ່ງ​ທີ່​ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​ສາມັນ​ໄດ້​​ເຊື້ອ​ເຊີນ​ມາ​ກ່ອນ​ທີ່​ວ່າ, “ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ບໍ່​ພຽງ​ແຕ່​ຈະ​ຮັກ​ກັນ​ແລະ​ກັນ​ເທົ່າ​ນັ້ນ ​ແຕ່​ໃຫ້​ຮັກ​ກັນ​ ຫລາຍ​ຂຶ້ນນຳ​ອີກ.7 ຂໍ​ໃຫ້​ເຮົາ​ຈົ່ງ​ຮູ້​ວ່າ ​ເຮົາ​ຕ້ອງ​ການ​ກັນ​ຫລາຍ​ພຽງ​ໃດ, ​ແລະ ຂໍ​ໃຫ້​ເຮົາ​ຈົ່ງ​ຮັກ​ກັນ​ຫລາຍ​ຂຶ້ນກວ່າ​ເກົ່າ, ​ນັ້ນຄື​ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ Barbara B. Smith, “The Bonds of Sisterhood,” Ensign, Mar. 1983, 20–23.

  2. ເບິ່ງ Doctrine and Covenants 38:27.

  3. Patricia T. Holland, “‘One Thing Needful’: Becoming Women of Greater Faith in Christ,” Ensign, Oct. 1987, 29.

  4. ລູກາ 1:7.

  5. “As Sisters in Zion,” Hymns, no. 309.

  6. Glimpses into the Life and Heart of Marjorie Pay Hinckley, ed. Virginia H. Pearce (1999), 254–55.

  7. Bonnie D. Parkin, “Choosing Charity: That Good Part,”Ensign or Liahona, Nov. 2003, 106.