​2010–2019
ຄວາມ​ຍາກ​ລຳ​ບາກ​ທາງວິນ​ຍານ
ເມສາ 2014


ຄວາມ​ຍາກ​ລຳ​ບາກ​ທາງວິນ​ຍານ

ຢ່າ​ປ່ອຍ​ໃຫ້ຄວາມ​ຍາກ​ລຳບາກ​ດຶງ​ພວກ​ທ່ານ​ລົງ. ນີ້​ແມ່ນ​ວັນ​ເວລາ​ຂອງ​ພວກ​ທ່ານ​--​ເພື່ອ​ຢືນ​ຢູ່​ຢ່າງ​ເຂັ້ມ​ແຂງ​ໃນ​ຖານະ​ທີ່​ເປັນ​ສານຸສິດ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.

ຂ້າ​ພະ​ເຈົ້າ​ຂໍ​ທັກ​ທາຍ​ທ່ານ​ເຊົ້າ​ມື້​ນີ້—ໂດຍ​ສະ​ເພາະ​ຊາວ​ໜຸ່ມ​ ທັງ​ຜູ້​ທີ່ຢູ່​ໃນ​ສູນ​ກາງ​ປະ​ຊຸມນີ້ ແລະ ຕະ​ຫລອດ​ທົ່ວ​ໂລກ. ພວກ​ທ່ານ​ເປັນ​ພາກ​ສ່ວນ​ຄົນ​ລຸ້ນ​ທີ່​ຖືກ​ເລືອກໄວ້ ​ທີ່​ມີ​ຈຸດ​ໝາ​ຍ​ປາຍ​ທາງ​ພິ​ເສດ, ຂ້າ​ພະ​ເຈົ້າ​ຂໍກ່າວ​ກັບ​ພວກ​ທ່ານ​ເປັນ​ພິ​ເສດ.

​ເມື່ອ​ຫລາຍ​ປີ​ກ່ອນ​ຕ​ອນ​ໄປ​ຢ້ຽມ​ຢາມ​ຄ​ອ​ບ​ຄົວຂ​ອງ​ເຮົາ​ໃນ​ລັດຟໍຣິດາ, ລົມ​ພ​າ​ຍຸ​ໂທ​ເນ​ໂດ​ໄດ້​ເກີດ​ຂຶ້ນ​ຢູ່ໃກ້ໆ​ບ່ອນ​ທີ່​ພວກ​ເຮົາ​ພັກ​ຢູ່. ສະ​ຕີ​ຄົນ​ໜຶ່ງ​, ທີ່​ອາ​ໄສ​ຢູ່ເຮືອນ​ທີ່​ຍ້າຍ​ໄດ້​ ໄດ້​ເຂົ້າ​ໄປ​ຢູ່​ໃນ​ຫ້ອງ​ນ້ຳ​ເພື່ອ​ຄວາມ​ປອດ​ໄພ. ບ້ານ​​ເລີ່ມ​ສັ່ນ. ເວ​ລາ​ໄດ້​ຜ່ານ​ໄປໜ້ອຍ​ໜຶ່ງ​, ​ແລ້ວນາງ​ໄດ້​ຍິນ​ສຽງ​ຂອງ​ເພື່ອນ​ບ້ານ​ວ່າ: “ຂ້ອຍ​ຢູ່ໃນ​ຫ້ອງ​ທາງ​ໜ້າ​ພີ້.” ເມື່ອ​ນາງ​ໄດ້​ອອກ​ຈາກ​ຫ້ອງ​ນ້ຳ​ ນາງ​ກໍປະ​ຫລາດ​ໃຈ​​ຫລາຍ ທີ່​ໄດ້​ເຫັນ​ວ່າ​ລົມ​ພະຍຸ​ໄດ້​ພັດ​​ ແລະ ຍົກເອົາ​ບ້ານ​ຂອງ​ນາງ​ຂຶ້ນ​ໄປ​ໃນ​ອາ​ກາດ ແລ້ວໄດ້​ປົງ​ມັນ​ລົງໄວ້​ຢ່າງ​ຄັກ​ແນ່​ຢູ່​ເທິງ​ບ້ານ​ຂອງ​ເພື່ອນ​ບ້ານ​ຂອງ​ນາງ.

ເພື່ອນ​ໜຸ່ມ​ຂອງ​ຂ້າ​ພະ​ເຈົ້າ, ໂລກນີ້​ຈະ​ບໍ່​ເປັນ​ບ່ອນ​ທີ່​ສະ​ຫງົບເມື່ອ​ເຮົານັບ​ມື້​ນັບ​ເຂົ້າ​ໃກ້​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ພ​ຣະ​ຄຳ​ພີ​ປະ​ກາດ​ວ່າ ທຸກ​ສິ່ງ​ຈະ​ຢູ່​ໃນ​ໂກ​ລາ​ຫົນ.1 ທ່ານ Brigham Young ໄດ້​ກ່າວ​ວ່າ, “ມັນ​ຖືກ​ເປີດ​ເຜີຍ​ແກ່​ຂ້າ​ພະ​ເຈົ້າ​ໃນ​ຕອນ​ຕົ້​ນ​ຂອງ​ສາ​ດ​ສະ​ໜາ​ຈັກ​ນີ້, ວ່າ​ສາດ​ສະ​ໜາ​ຈັກ​ຈະ​ແຜ່​ອອກ​ໄປ, ພັດ​ທະ​ນາ, ເຕີບ​ໂຕ ແລະ ຂະ​ຫຍາຍ​ອອກ​ໄປ, ແລະ ວ່າອຳ​ນາດ​ຂອງ​ຊາ​ຕານ​ຈະ​ເພີ່ມ​ທະ​ວີ​ຂຶ້ນ​ຫລາຍ​ເທົ່າ​ກັນ​ກັບ​ການ​ແຜ່​ຂະ​ຫ​ຍາຍ​ຂອງ​ພ​ຣະ​ກິດ​ຕິ​ຄຸນ​ອອກ​ໄປ​ໃນ​ບັນ​ດາ​ປະ​ຊາ​ຊາດ​ຂອງ​ໂລກ.”2

ຮູບ​ພາບ
illustration of tornado

ສິ່ງ​ທີ່​ໜ້​າ​ເປັນ​ຫ່ວງຫລາຍກວ່າ​ແຜ່ນ​ດິນ​ໄຫວ ແລະ ສົງ​ຄາມ​3 ທີ່​ຖືກ​ທຳ​ນາຍ​ໄວ້ແມ່ນຄວາມ​ຍາກ​ລຳ​ບາກ​ທາງວິນ​ຍານຈະສາ​ມາດດຶງ​ດູດ​ເອົາ​ທ່ານ​ໄປ​ຈາກ​ພື້ນ​ຖານ​ທາງວິນ​ຍານ​ຂອງ​ທ່ານ ແລະ ​ຖິ້ມ​ວິນ​ຍານ​ຂອງ​ທ່ານ​ລົງ​ຢູ່​ໃນ​ສະ​ພາບ​ການ​ທີ່​ທ່ານບໍ່​ເຄີຍ​ຄິດ​ວ່າ​ຈະ​ເປັນ​ໄປ​ໄດ້​ເລີຍ, ບາງ​ເທື່ອ​ໂດຍ​ທີ່​ທ່ານບໍ່​ຮູ້​ສຶກ​ຕົວ​ວ່າ​ທ່ານ​ໄດ້​ຖືກຍົກ​ຍ້າຍ​ໄປ​ຈາກ​ພື້ນ​ຖານ​ທາງວິນ​ຍານ​ຂອງ​ທ່ານ​​ດ້ວຍຊ້ຳ.

ການ​ທຳ​ລາຍ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຄື​ການ​ລໍ້​ລວງ​ຂອງ​ມານ. ​ບາບນັ້ນ​ມີ​ຢູ່​ສະ​ເໝີ​ຕັ້ງ​ແຕ່​ໂລກ​ເປັນ​ມາ, ແຕ່​​ບໍ່​ເຄີຍ​ເຂົ້າ​ເຖິງມັນໄດ້​ງ່າຍ, ​ບໍ່​ເອົາ​​ໃຈ​ໃສ່, ແລະ ເປັນ​ທີ່ຍອມ​ຮັບ​ງ່າຍໆ​ໄດ້​ເທົ່າ​ກັບ​ຕອນ​ນີ້. ແນ່ນອນ​ວ່າຍັງມີ​ພະ​ລັງ​ທີ່​ແຮງ​ກ້າ​​ທີ່ຈະເອົາ​ຊະ​ນະການ​ທຳ​ລາຍ​ທີ່​ບາບສ້າງ​ຂຶ້ນ​ມາ. ນີ້​ກໍເອີ້ນ​ວ່າ​ການ​ກັບ​ໃຈ.

ຄວາມ​ຍາກ​ລຳ​ບາກ​ທັງ​ໝົດໃນ​ຊີ​ວິດບໍ່​ໄດ້​ເກີດ​ຂຶ້ນ​ເພາະ​ການ​ກະ​ທຳ​ຂອງ​ທ່ານ​ເອງ. ບາງ​ຢ່າງ​ກໍ​ເກີດ​ຂຶ້ນ​ເພາະ​ການ​ເລືອກ​ທີ່​ຜິດ​ພາດ​ຂອງ​ຄົນ​ອື່ນ, ແລະ ບາງ​ຢ່າງ​ກໍ​ເປັນ​ເພາະ​ເຮົາ​ມີ​ຊີ​ວິດຢູ່​ໃນ​ໂລກ​ມະ​ຕະ.

ຕອນ​ຍັງ​ນ້ອຍ, ປະ​ທານບອຍ ​ເຄ ​ແພ໊ກ​ເກີ ໄດ້​ທົນ​ທຸກ​ເພາະ​ພະ​ຍາດ​ໂຣກໂປ​ລິ​ໂອ (ໂຣກ​ເປ້ຍ). ຕອນ​ແອວ​ເດີ ດາ​ລິນ ​ເອັຈ ​ໂອກ​ສ໌ ມີ​ອາ​ຍຸ​ເຈັດ​ປີ, ພໍ່​ຂອງ​ເພິ່ນ​ໄດ້​ເສຍ​ຊີ​ວິດ​ໄປ​ຢ່​າງ​ກະທັນ​ຫັນ. ຕອນ ຊິດ​ສະ​ເຕີ ​ແຄ​ໂຣ ​ແອັຟ ມິກຄອງ​ກີ ໃນ​ຝ່າຍ​ປະ​ທານ​ຍິງ​ໜຸ່ມ​ສາ​ມັນ​ເປັນ​ໄວ​ລຸ້ນ, ພໍ່​ແມ່​ຂອງ​ນາງ​ໄດ້​ຢ່າ​ຮ້າງ​ກັນ. ເຮົາ​ທຸກ​ຄົນ​ຈະ​ມີການ​ທ້າ​ທາຍ​, ແຕ່ເມື່ອ​ທ່ານ​ໄວ້​ວາງ​ໃຈ​ໃນ​ພ​ຣະ​ເຈົ້າ, ຄວາມ​ຍາກ​ລຳ​ບາກນັ້ນ​ຈະ​ເຮັດ​ໃຫ້​ສັດທ​າ​ຂອງ​ທ່ານ​ເຂັ້ມ​ແຂງ​ຂຶ້ນ.

ຮູບ​ພາບ
illustration of tree and roots

ຕາມ​ທຳ​ມະ​ຊາດ, ​ຕົ້ນ​ໄມ້​ທີ່​ໃຫ​ຍ່​ຂຶ້ນ​ໃນ​ສະ​ພາບ​ການ​ທີ່​ມີ​ລົມ​ພັດ​ແຮງ​ຈະ​ແຂງ​ແກ່ນຫລາຍຂຶ້ນ. ເມື່ອ​ລົມ​ພັດ​ແຮງ​ຢູ່​ອ້ອມ​ຕົ້ນ​ໄມ້​ນ້ອຍ, ພະ​ລັງ​ຢູ່​ໃນ​ຕົ້ນ​ໄມ້​ຈ​ະ​ເຮັດ​ສອງ​ຢ່າງ. ໜຶ່ງ, ມັນ​ຈະ​ກະ​ຕຸ້ນ​ໃຫ້​ຮາກ​ໄມ້​ເຕີບ​ໂຕ​ໄວ​ຂຶ້ນ ແລະ ແຜ່​ອອກ​ໄປ​ໄກ. ສອງ​, ພະ​ລັງ​ຢູ່​ໃນ​ຕົ້ນ​ໄມ້​ຈະ​ເລີ່ມ​ສ້າງ​ໂຄງ​ຮ່າງ​​ຂອງແຊວ​ທີ່​ຈະ​ເຮັດ​ໃຫ້​ລຳ​ຕົ້ນ ແລະ ງ່າ​ໄມ້​ແໜ້ນ​ໜາ ແລະ ກົ່ງ​ງໍ​ໄດ້​ຫລາຍ​ຂຶ້ນ​ຕໍ່​ຕ້ານ​ກັບ​ການ​ກົດ​ດັນ​ຂອງ​ລົມ. ​ຮາກ ແລະ ງ່າ​ໄມ້​ທີ່​ເຂັ້ມ​ແຂງ​ເຫລົ່າ​ນີ້​ຈະປົກ​ປ້ອງ​ຕົ້ນ​ໄມ້​ຈາກ​ລົມ​ທີ່​ຈ​ະ​ກັບ​ມາ​ພັດ​ອີກ​ຢ່າງ​ແນ່ນອນ.4

ພວກ​ທ່ານ​ແມ່ນ​ລ້ຳ​ຄ່າ​ຫລາຍ​ກວ່າ​ຕົ້ນ​ໄມ້ຢ່າງບໍ່​ມີ​ບ່ອນ​ສິ້ນ​ສຸດ​​ຕໍ່​ພ​ຣະ​ເຈົ້​າ​. ພວກ​ທ່ານ​ເປັນ​ບຸດ ແລະ​ ທິ​ດາ​ຂອງ​ພ​ຣະ​ອົງ. ພ​ຣະ​ອົງ​ໄດ້​ສ້າງວິນ​ຍານ​ຂອງ​ທ່ານ​ໃຫ້​ເຂັ້ມ​ແຂງ ແລະ ຕໍ່​ສູ້​ກັບ​ລົມ​ພະຍຸ​ຂອງ​ຊີ​ວິດ​ໄດ້​ດີ. ຄວາມ​ຍາກ​ລຳ​ບາກ​ໃນ​ໄວ​ເຍົາ​ຂອງ​ພ​ວກ​ທ່ານ, ດັ່ງ​ລົມ​ພັດ​ຕໍ່​ຕ້​ານ​ຕົ້ນ​ໄມ້​ນ້ອຍ, ສາ​ມາດ​ເຮັດ​ໃຫ້​ພະ​ລັງ​ທາງວິນ​ຍານຂອງ​ທ່ານ​ມີ​ຫລາຍ​ຂຶ້ນ, ຕຽ​ມ​ພ້ອມ​ພວກ​ທ່ານ​ສຳ​ລັບ​ຊີ​ວິດ​ໃນ​ອະ​ນາ​ຄົດຂອງ​ພ​ວກ​ທ່ານ.

ພວກທ່ານ​ຈະຕຽມ​ພ້ອມ​ສຳ​ລັບຄວາມ​ຍາກ​ລຳ​ບາກ​ທີ່​​ພວກ​ທ່ານ​ຈະ​ປະ​ເຊີນ​ໄດ້​ແນວ​ໃດ​? “ຈົ່ງ​ຈື່​ໄວ້​ວ່າ, ລູກ​ຈະ​ຕ້ອງ​ສ້າງ​ຮາກ​ຖານ​ຂອງ​ລູກ​ເທິງ​ດານ​ຫີນ​ຂອງ​ພ​ຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ, ຄືພ​ຣະ​ຄ​ຣິດ, ພ​ຣະ​ບຸດ​ຂອງ​ພຣະ​ເຈົ້າ; ເພື່ອ​ວ່າ​ເມື່ອມານ​ສົ່ງ​ລົມ​ພະ​ຍຸ​ຮ້າຍ​ຂອງ​ມັນ​ມາ, … ຟ້າ​ແມບ​ເຫລື້ອມ​ກັບ​ລົມ​ບ້າ​ໝູ​ຂອງ​ມັນ​ມາ, … ເມື່ອ​ໝາກ​ເຫັບ​ທັງ​ໝົດ​ ແລະ ລົມ​ຝົນ​ອັນ​ແຮງ​ກ້າ​ຂອງ​ມັນ​ລົງ​ມາ​ຕີ​ລູກ, ມັນ​ຈະ​ບໍ່​ມີ​ອຳ​ນາດ​​ທີ່​ຈະ​ແກ່​ລູກ​ລົງ​ໄປ​ … ເພາະ​ດານ​ຫີນບ່ອນ​ທີ່ລູກ​ຖືກ​ສ້າງ​ຂຶ້ນ​ເທິງ​ມັນ.”5 ນີ້​ຄື​ວິ​ທີ​ທາງ​ທີ່​ພວກ​ທ່ານ​ຈະ​ຄົງ​ຢູ່​ຢ່າງ​ປອດ​ໄພ​ໃນ​ລົມ​ພະຍຸ​.

ປະ​ທາ​ນທອມ​ມັສ ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ, “ໃນ​ຄັ້ງ​ໜຶ່ງ​ມາ​ດ​ຕະ​ຖານ​ຂອງ​ສາດ​ສະ​ໜາ​ຈັກ ແລະ ມາດ​ຕະ​ຖານ​ຂອງ​ສັງ​ຄົມ​ສອດ​ຄ່ອງ​ກັນ​ດີ, ແຕ່​ບັດ​ນີ້ ມີ​ການ​ແບ່ງ​ແຍກ​ກັນ​ໄກ​ລະ​ຫວ່າງ​ທັງ​ສອງ​ຝ່າຍ, ແລະ ມັນ​ກໍ​ນັບ​ມື້​ນັບ​ຫ່າງ​ໄກ​ກັນ​ຫລາຍ​ຂຶ້ນ.”6 ສຳ​ລັບ​ບາງ​ຄົນ, ການ​ແບ່ງ​ແຍກນີ້ຈະກໍ່​ໃຫ້​ເກີດ​ຄວາມ​ວຸ້ນ​​ວາຍ​​ທີ່​ຮ້າຍ​ແຮງທາງວິນ​ຍານ. ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຕົວ​ຢ່າງ​ໜຶ່ງ.

ໃນ​ເດືອນ​ທີ່​ຜ່າ​ນ​ມານີ້​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຫາ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຕະ​ຫລອດ​ທົ່ວ​ໂລກ. ສ່ວນ​ໜຶ່ງ​ໄດ້​ກ່າ​ວ​ວ່າ: “ການ​ປ່ຽນ​ແປງ​ໃນ​ກົດ​ໝາຍ​ຂອງ​ພົນ​ລະ​ເຮືອນ​ຈະ​ບໍ່​ປ່ຽນ, ​ແລະ ​ຈະ​ປ່ຽນ​ແປງ​ກົດ​ທາງ​ສິນ​ທຳ​ທີ່​ພ​ຣະ​ເຈົ້າ​ໄດ້​ຈັດ​ຂຶ້​ນ​ມາບໍ່​ໄດ້ແນ່ນອນ. ພ​ຣະ​ເຈົ້າ​ຄາດປະ​ສົງ​ໃຫ້​ເຮົາສະ​ໜັບ​ສະ​ໜູນ ແລະ ຮັກ​ສາ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ ບໍ່​ວ່າ​ຄວາມ​ຄິດ​ເຫັນ ຫລື ແນວ​ໂນ້ມ​ໃນ​ສັງ​ຄົມ​ຈະ​ແຕກ​ຕ່າງ​ປານ​ໃດ​ກໍ​ຕາມ. ກົດ​ແຫ່ງ​ພົມ​ມະ​ຈັນ​ຂ​ອງ​ພ​ຣະ​ອົງ​ແມ່ນ​ແຈ່ມ​ແຈ້ງ​ດີ: ຄວາມສຳພັນ​ທາງ​ເພດ​ແມ່ນ​ຖືກ​ຕ້ອງ​ລະ​ຫວ່າງ​ຊາຍ ແລະ ຍິງ ຜູ້​ທີ່​ໄດ້​ແຕ່​ງ​ງານ​ກັນ​ເປັນ​ສາ​ມີ ແລະ ພັນ​ລະ​ຍາຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.5 ພວກ​ເຮົາ​ຊຸກ​ຍູ້​ທ່ານ​ໃຫ້​ທົບ​ທວນ … ຄຳ​ສອນ​ທີ່​ມີ​ຢູ່​ໃນ​ໃບ ‘ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ.’”7

ເຖິງ​ແມ່ນໂລກ​ຈະຫັນ​ໜີ​ໄປ​ຈາກ​ກົດ​ພົມມະຈັນ​ຂອງ​ພຣະຜູ້​ເປັນ​ເຈົ້າກໍ​ຕາມ, ​ແຕ່​ເຮົາ​ກໍ​ບໍ່​ຄວນ. ປະທານ​ມອນ​ສັນ​ໄດ້​ກ່າວ​ວ່າ: “ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ມວນມະນຸດ​ກ່າວ​ເຖິງ​ຕົນ​ເອງ​ວ່າ​ ​ເຖິງ​ແມ່ນ​ຢູ່​ໃນ​ໂລກ ​ແຕ່​ກໍ​ບໍ່​ໄດ້​ເປັນ​ຂອງ​ໂລກ. ​ເຮົາ​ກໍ​ສາມາດ​ຢູ່​​ໃນ​ໂລກ ​ແລະ ບໍ່​ເປັນ​ຂອງ​ໂລກ ​ເມື່ອ​ເຮົາ​ປະຕິ​ເສດ​ຄວາມ​ຄິດ ​ແລະ ຄຳ​ສອນ​ທີ່​ຜິດ ​ແລະ ຍຶດໝັ້ນ​ໃນ​ຄວາມ​ຈິງ ຊຶ່ງ​ພຣະ​ເຈົ້າ​ໄດ້​ບັນຊາ.”8

ເຖິງ​ແມ່ນ​ຝ່າຍ​ລັດຖະບານ ​​ແລະ ບຸກຄົນ​ທີ່​ມີ​ຊື່​ສຽງ​ໄດ້​ປ່ຽນ​ຄວາມ​ໝາຍ​ຂອງ​ການ​ແຕ່ງງານ​ກໍ​ຕາມ, ​ແຕ່​ພຣະຜູ້​ເປັນ​ເຈົ້າຍັງ​ບໍ່​ໄດ້​ປ່ຽນ. ​ໃນ​ຕອນ​ຕົ້ນ, ພຣະ​ເຈົ້າ​ໄດ້​ແຕ່ງຕັ້ງການ​ແຕ່ງງານ​ລະຫວ່າງ​ຊາຍ ​ແລະ ຍິງ ຄືອາ​ດາມ ແລະ ເອ​ວາ. ພຣະ​ອົງ​ໄດ້​ມອບ​ໝາຍ​ໃຫ້​ການ​ແຕ່ງ​ງານຮ່ວມ​ດ້ວຍ​ຫລາຍ​ສິ່ງ​ທີ່ກວ້າງ​ໄກ​ກວ່າ​ການ​ບັນ​ລຸ​ຄວາມ​ຕ້ອງ​ການ ​ແລະ ຄວາມສຸກສ່ວນ​ຕົວ​ຂ​ອງ​ຜູ້​ໃຫ​ຍ່​ເທົ່າ​ນັ້ນ, ​ເພື່ອ​ເຮັດ​ສິ່ງ​ທີ່ສຳ​ຄັນ​ຫລາຍ​ກວ່ານັ້ນ, ​ຊຶ່ງ​ຈະ​ນຳ​ໄປ​ສູ່ສະ​ພາບ​ການ​ທີ່​ດີ​ທີ່​ສຸດສຳ​ລັບ​ເດັກ​ນ້ອຍ​ທີ່​ຈະມາ​ເກີດ, ​ຖືກ​ລ້ຽງ​ດູ ແລະ ບຳ​ລຸງ​ລ້ຽງ. ຄອບ​ຄົວ​ເປັນ​ຊັບ​ສົມ​ບັດ​ຂອງ​ສະ​ຫວັນ.9

ເປັນ​ຫຍັງ​ເຮົາ​ຍັງ​ເວົ້າກ່ຽວ​ກັບ​ເລື່ອງ​ນີ້​ຢູ່? ດັ່ງ​ທີ່​ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ກ່າວວ່າ, “ເຮົາ​ບໍ່​ໄດ້​ປັກ​ໃຈ​ໃສ່​ສິ່ງ​ທີ່​ຕາ​ເຫັນ, ແຕ່​ໃສ່​ສິ່ງ​ທີ່​ຕາບໍ່​ເຫັນ.”10 ໃນ​ບົດ​ບາດ​ຂອງ​ເຮົາ​ທີ່​ເປັນ​ອັກ​ຄະ​ສາ​ວົກ​ຂອງອົງ​ພ​ຣະ​ເຢ​ຊູ​ຄ​ຣິດ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ແມ່ນ​ຈະ​ສອນ​ເຖິງ​ແຜນ​ຂອງ​ພ​ຣະ​ຜູ້​ສ້າງ​ຂອງ​ເຮົາທີ່​ມີ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ ແລະ ຕັກ​ເຕືອນ​ເຖິງ​ຜົນ​ທີ່​ຕາມ​ມາ​ຈາກ​ການບໍ່​ເອົາ​ໃຈ​ໃສ່​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ອົງ.

​ເມື່ອບໍ່​ດົນ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ​ກຸນ​ລະ​ສະ​ຕີຄົນ​ໜຶ່ງ​ຈາກສະຫະລັດ​ອາ​ເມຣິກາ. ​ຂ້າ​ພະ​ເຈົ້າ​ຈະ​ອ້າງ​ເຖິ​ງ​ອີເມວ​ຂອງ​ນາງ:

“ປີ​ຜ່​ານ​ມານີ້ ເພື່ອນ​ຂອງ​ຂ້າ​ນ້ອຍບາງຄົນໃນ Facebook ໄດ້​ເລີ່ມ​ໃຫ້​ຄວາມ​ຄິດ​ຄວາມເຫັນ​ຂ​ອງ​ເຂົາ​ກ່ຽວ​ກັບ​ການ​ແຕ່ງ​ງານ. ເພື່ອນ​ຫລາຍ​ຄົນ​ສະ​ໜັບ​ສະ​ໜູນ​ການ​ແຕ່ງ​ງານ​ກັບ​ເພດ​ດຽ​ວ​ກັນ, ແລະ ຊາວ​ໜຸ່​ມ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຫລາຍ​ຄົນ​ກໍ ‘ມັກ’ ສິ່ງນັ້ນ. ຂ້າ​ນ້ອຍບໍ່​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ໃດໆ.

“ຂ້າ​ນ້ອຍ​ຕັດ​ສິນ​ໃຈ​ຈະ​ປະ​ກາດ​ຄວາມ​ເຊື່ອ​ຖື​ຂອງ​ຕົນ​ໃນ​ການ​ແຕ່ງ​ງານເກົ່າ​ແກ່​ຕາມ​ຮີດ​ຄອງ​ໃນ​ທ່າ​ທາງທີ່​ໃຫ້​ຄວາມ​ຄິດ.

ຮູບ​ພາບ
young woman using a mobile telephone

“ພ້​ອມ​ດ້ວຍ​ຮູບຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ໄດ້​ຕື່ມ​ຄຳ​ທີ່​ວ່າ, ‘ຂ້ອຍ​ເຊື່ອ​ໃນ​ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ.’ ເກືອບ​ໃນ​ວິ​ນາ​ທີ​ດຽວ​ກັນ​ນັ້ນ ຂ້າ​ນ້ອຍ​ກໍ​ໄດ້​ຮັບ​ຂໍ້​ຄວາມ​ຄືນ​ວ່າ, ‘ເຈົ້າ​ເຫັນ​ແກ່​ຕົວ.’ ‘ເຈົ້າ​ມັກ​ຕັດ​ສິນ​ຄົນ​ອື່ນ.’ ບາງ​ຄົນ​ໄດ້​ເອົາ​ຂ້າ​ນ້ອຍ​ໄປ​ປຽບ​ທຽບ​ໃສ່​ກັບ​ຄົນ​ທີ່​​ເປັນ​ເຈົ້າ​ຂອງ​ຂ້າ​ທາດ. ແລະ ຂ້າ​ນ້ອຍ​ໄດ້​ຮັບ​ຂໍ້​ຄວາມ​ຈາກ​ເພື່ອນ​ຄົນ​ໜຶ່ງ​ທີ່​ເປັນ​ສະ​ມາ​ຊິກ​ທີ່​ເຂັ້ມ​ແຂງ​ຂອງ​ສາ​ດ​ສະ​ໜາ​ຈັກ​ວ່າ, ‘ຄວາມ​ຄິດ​ເຫັນ​ຂອງ​ເຈົ້າ​ລ້າ​ສະ​ໄໝ. ທຸກ​ສິ່ງ​ຢ່າງ​ກຳ​ລັງ​ປ່ຽນ​ແປງ ແລະ ເຈົ້າ​ກໍ​ຄວນປ່ຽນ​ແປງ​ໄປ​ນຳ​ດ້ວຍ.’

“ຂ້າ​ນ້ອຍ​ບໍ່​ໄດ້​ໂຈມ​ຕີ​ຄືນ,” ນາງ​ເວົ້າ, “ແຕ່​ຂ້າ​ນ້ອຍບໍ່​ໄດ້​ລຶບຂໍ້​ຄວາມ​ຂອງ​ຂ້າ​ນ້ອຍອອກ.”

ນາງສະ​ຫລຸບ​​ດ້ວຍ​ຄຳ​ນີ້​ວ່າ: “ບາງ​ເທື່ອ, ດັ່ງ​ທີ່​ປະ​ທານ​ມອນ​ສັນ​ໄດ້​ກ່າວ​ວ່າ, ‘ທ່ານ​ຈະ​ໄດ້​ຢືນ​ຢູ່​ຄົນ​ດຽວ.’ ຫວັງ​ວ່າ​ພວກ​ເຮົາ​ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ຢືນ​ຢູ່​ນຳກັນ ໃນຄວາມ​ຊື່​ສັດ​ຕໍ່​ພ​ຣະ​ເຈົ້າ ແລະ ຕໍ່​ຄຳສອນ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພ​ຣະ​ອົງ.”11

ພວກ​ເຮົາ​ເປັນ​ຫ່ວງ​​ເປັນ​ໄຍຫລາຍ​ທີ່​ສຸດນຳ​ຜູ້​ທີ່​ມີ​ບັນຫາ​ກັບ​ການຫລົງ​ຮັກ​ເພດ​ດຽວ​ກັນ. ມັນ​ເປັນຄວາມ​ຍາກ​ລຳບາກ​ທີ່​ຍິ່ງ​ໃຫຍ່. ຂ້າພະ​ເຈົ້າຢາກ​ສະ​ແດງ​ຄວາມ​ຮັກ ​ແລະ ຄວາມ​ຍ້ອງຍໍ​ຕໍ່​ຜູ້​ທີ່​ມີ​ຄວາມ​ກ້າຫານ​ທີ່​ຈະ​ປະ​ເຊີນ​ກັບ​ການ​ທົດ​ລອງ ​ແລະ ພະຍາຍາມ​ຮັກສາ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ!12 ​ແຕ່​ພວກ​ເຮົາ​ກໍ​ຍັງ​ຮັກ ​ແລະ ​ເຫັນ​ໃຈ​ທຸກ​ຄົນ​ບໍ່​ວ່າ​ເຂົາ​ເຈົ້າຈະ​ຕັດສິນ​ໃຈ​ເຮັດ​ສິ່ງ​ໃດ ຫລື ​ມີ​ຄວາມ​ເຊື່ອ​​ໃນ​ສິ່ງ​ໃດກໍ​ຕາມ.13

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ເຮົາ​ໃຫ້​ຮັກ ບໍ່​ພຽງ​ແຕ່​ຮັກ​ໝູ່​​ເພື່ອນ​ຂອງ​ເຮົາ​ເທົ່າ​ນັ້ນ ​ແຕ່​ໃຫ້​ຮັກ​ຄົນ​ທີ່​ບໍ່​ເຫັນ​ພ້ອມ​ກັບ​ເຮົາ​ນຳ​ອີກ--​ແລະ ​​ໃຫ້​ຮັກ​ແມ່ນ​ແຕ່​ຜູ້​ທີ່ປະຕິ​ເສດ​ເຮົາ. ພຣະອົງ​ໄດ້​ກ່າວ​ວ່າ: “ຖ້າ​ເຈົ້າທັງຫລາຍ​ຮັກ​ຄົນ​ທີ່​ຮັກ​ພວກ​ເຈົ້າ​ແຕ່​ເທົ່າ​ນັ້ນ, ພວກ​ເຈົ້າຈະ​ໄດ້​ຮັບ​ບຳ​ເໜັດຫຍັງ​ຈາກ​ພຣະ​ເຈົ້າ? ... ຖ້າ​ເຈົ້າຄຳນັບ​ພີ່ນ້ອງ​ຂອງ​ຕົນ​ເທົ່າ​ນັ້ນ ພວກ​ເຈົ້າ​ໄດ້​ຮັບ​ຫຍັງ​ດີ​ລື່ນ​ຄົນ​ອື່ນ​ແດ່?”14

ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ເຕືອນ​ເຮົາ​ວ່າ “ຈົ່ງ​ຈະ​ວັງ​ເລື່ອງການ​ຍົກຍ້ອງ​ຕົນ​ເອງ” ​ແລະ ຈົ່ງ​ເປີດ​​ໃຈ​ຮັບຊາຍ ​ແລະ ຍິງ​ທຸກຄົນ ຈົນ​ວ່າ​ເຮົາ​ “​ຢາກ​​ຍົກ​​ເຂົາ​ເຈົ້າຂຶ້ນ​ໃສ່​​ເທິງບ່າ​ຂອງ​ເຮົາ.”15 ໃນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ບໍ່​ມີ​ສະຖານ​ທີ່​ສຳລັບ​ການ​ເຍາະ​ເຍີ້​ຍ, ການ​ຂົ່ມ​ເຫັງ, ຫລື ​ແນວ​ຄິດ​ຜິດໆ.

ຖ້າ​ຫາກ​ທ່ານ​ມີ​ຄຳ​ຖາມ​ກ່ຽວ​ກັບ​ຄຳ​ແນະນຳ​ຈາກ​ຜູ້ນຳ​ຂອງ​ສາດສະໜາ​ຈັກ, ​ໃຫ້​ບອກ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຂອງ​ທ່ານ​ກັບ​ພໍ່​ແມ່ ​ແລະ ຜູ້ນຳ​ຂອງ​ທ່ານ. ທ່ານ​ຕ້ອງການ​ຄວາມ​ເຂັ້ມ​ແຂງ​ທີ່​ມາ​ຈາກ​ການ​ເຊື່ອ​ຟັງ​ຕໍ່​ສາດສະດາ​ຂອງ​ພຣະຜູ້​ເປັນ​ເຈົ້າ. ປະທານ ​ແຮ​ໂຣນ ບີ ລີ ​ໄດ້​ກ່າວ​ວ່າ: “ທາງ​ດຽວ​ທີ່​ປອດ​ໄພ​ ​ໃນ​ຖານະ​ທີ່​ເປັນສະມາຊິກ​ຂອງ​ສາດສະໜາ​ຈັກ​​ແມ່ນ ... ຕ້ອງ​ຮຽນ​ທີ່​ຈະ​ເຊື່ອ​ຟັງ​ພຣະຄຳ ​ແລະ ພຣະບັນຍັດ​ ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ໃຫ້ ຜ່ານ​ທາງ​ສາດສະດາ​ຂອງ​ພຣະອົງ. ... ຈະ​ມີ​ບາງ​ສິ່ງທີ່​ຕ້ອງ​ມີ​ຄວາມ​ອົດທົນ ​ແລະ ມີ​ສັດທາ. ທ່ານ​ອາດ​ບໍ່​ມັກ​ຄຳ​ຕອບ. ... ມັນ​ອາດ​ກົງກັນຂ້າມ​ກັບ​ຄວາມ​ຄິດ​ທາງ​ດ້ານການ​ເມືອງຂອງ​ທ່ານ ... ທາງ​ດ້ານ​ສັງຄົມ​ຂອງ​ທ່ານ ... ​​ແຊກ​ແຊງກັບ .... ຊີວິດ​ໃນ​ສັງຄົມ​ຂອງ​ທ່ານ. ​ແຕ່​ຖ້າ​ຫາກ​ທ່ານ​​ເຊື່ອ​ຟັງ​ຕໍ່​ສິ່ງ​ເຫລົ່າ​ນີ້, ​ເທົ່າ​ກັບ​ວ່າ​ມັນ​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະຜູ້​ເປັນ​ເຈົ້າ​ເອງ, .... ​ແລ້ວ​ປະຕູ​ນະລົກ​ຈະ​​ເອົາຊະນະ​ທ່ານ​ບໍ່​ໄດ້ ... ​ແລະ ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າ ຈະກຳຈັດ​ອຳນາດ ແລະ ຄວາມມືດອອກໄປຈາກຕໍ່ໜ້າທ່ານ…. (​ເບິ່ງ D&C 21:6).”16

ການປົກປ້ອງທີ່ມີພະລັງອີກຢ່າງໜຶ່ງຈາກຄວາມຍາກລຳບາກໃນຊີວິດແມ່ນພຣະຄຳພີມໍມອນ.

ຕອນປະ​ທານ ເຮັນ​ຣີ ບີ ໄອ​ຣິງ ເປັນ​ໄວ​ລຸ້ນ, ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ຍ້າຍ​ໄປ​ຢູ່​ເມືອງ​ໃໝ່. ໃນ​ຕອນ​ຕົ້ນ​ເພິ່ນ​ພົບ​​ວ່າ​​ການ​ຍົກ​ຍ້າຍນັ້ນ​ບໍ່​ຄັກ​ໃຈ ແລະ ບໍ່​ມີ​ໝູ່​ເພື່ອນ​ຫລາຍ​ຄົນ. ເພິ່ນຮູ້ສຶກວ່າ ເພິ່ນບໍ່​ມີ​ໝູ່​ໃນ​ໂຮງ​ຮຽນ​ອຸດົມ. ເພິ່ນ​ໄດ້​ເລີ່ມ​ມີ​ການ​ຕໍ່​ຕ້ານ​ຫລາຍ. ເພິ່ນ​ໄດ້​ເຮັດ​ແນວ​ໃດ? ເພິ່ນ​ໄດ້ໃຊ້​ກຳ​ລັງ​ນັ້ນ​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ, ​ໄດ້​ອ່ານ​ຕັ້ງ​ຫລາຍ​ໆ​ເທື່ອ.17 ຫລາຍ​ປີ​ຈາກ​ນັ້ນ, ປະ​ທານ​ໄອ​ຣິງ​ໄດ້​ເປັນ​ພະ​ຍານ​ວ່າ: “ຂ້າ​ພະ​ເຈົ້າ [ມັກ​ຈະ] ກັບ​ຄືນ​ໄປ​ສຶກ​ສາ​ພ​ຣະ​ຄຳ​ພີ​ມໍ​ມອນ ແລະ ຮັບ​ເອົາ​ການ​ບຳ​ລຸງ​ລ້ຽງ​ຈາກປຶ້ມນີ້​ເລື້ອຍໆ.”18 “[ນີ້] ​ເປັນ​ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ​ທີ່​ຖືກ​ບັນ​ທຶກ​ໄວ້​ເປັນ​ລາຍ​ລັກ​ອັກ​ສອນ​ທີ່​ເຮົາ​ມີ​ວ່າ ​ພ​ຣະ​ເຢ​ຊູ​ຄື​ພຣະ​ຄ​ຣິດ.”19

ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ອີກ​ທາງໜຶ່ງໃຫ້​ທ່ານເພື່ອ​ຈະ​ຢືນ​ຢູ່​ຢ່າງ​ໝັ້ນ​ຄົງ, ຂອງ​ປະທານ​ທີ່​ມີ​ພະລັງ​ຫລາຍ​ກວ່າ​ຄວາມ​ຍາກ​ລຳບາກ​ຂອງ​ສັດຕູ! ພ​ຣະ​ອົງ​ໄດ້​ກ່າວ​ວ່າ ເຮົາ​ຄວນ​ຢືນ​ຢູ່​ໃນ​ບ່ອນ​ທີ່​ສັກ​ສິດ, ແລະ ບໍ່​ຫວັ່ນໄຫວ.20

ຕອນ​ຂ້າ​ພະ​ເຈົ້າ​ເປັນ​ໄວ​ລຸ້ນ, ມີ​ພ​ຣະ​ວິ​ຫານພຽງ​ແຕ່ 13 ແຫ່ງ​ໃນ​ສາດ​ສະ​ໜາ​ຈັກ. ໃນ​ເວ​ລານີ້​ກໍ​ມີ 142 ແຫ່ງ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຈຳ​ນວນ 85 ເປີ​ເຊັນ​ ກໍ​ອາ​ໄສ​ຢູ່​ພາຍ​ໃນ 200 ໄມ (320 ກິ​ໂລ​ແມັດ) ​ໄກ​ຈາກ​ພ​ຣະ​ວິ​ຫານ. ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້ປະທານ​ໃຫ້​ພວກ​ທ່ານ​ມີ​ພຣະວິຫານ​ທີ່​ສັກສິດ ຫລາຍ​ກວ່າ​ຄົນ​ລຸ້ນອື່ນໆ​ໃນ​ປະຫວັດສາດ​ຂອງ​ໂລກ!

ພວກ​ທ່ານ​ເຄີຍ​ໄດ້​ຢືນ​ຢູ່​ໃນ​ພ​ຣະ​ວິ​ຫານ​, ນຸ່ງ​ເສື້ອ​ຜ້າ​ສີ​ຂາວ, ລໍຖ້າ​ຈະ​ຮັບ​ບັບ​ຕິ​ສະ​ມາບໍ? ພວກ​ທ່ານ​ໄດ້ຮູ້​ສຶກ​ແນວ​ໃດ? ມີ​ຄວາມ​ຮູ້​ສຶກ​ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ​ເຖິງ​ຄວາມ​ສັກ​ສິດ​ຢູ່​ໃນ​ພ​ຣະ​ວິ​ຫານ. ຄວາມ​ສະ​ຫງົບ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດເອົາ​ຊະ​ນະ​ຄວາມ​ວຸ້ນ​ວາຍ​​ຂອງ​ໂລກ.

ຄວາມ​ຮູ້​ສຶກ​ທີ່​ພວກ​ທ່ານ​ມີໃນ​ພ​ຣະ​ວິ​ຫານ​ຄື​ແບບ​ແຜນ​ທີ່​ພວກ​ທ່ານ​ຢາກ​ຈະ​ຮູ້​ສຶກ​ໃນ​ຊີ​ວິດ​ຂອງ​ພວກ​ທ່ານ.21

ໃຫ້​ຄົ້ນ​ຫາ​ປູ່ຍ່າ​ຕາ​ຍາຍ ແລະ ຍາດ​ພີ່​ນ້ອງ​ທີ່​ຫ່າງ​ໄກ​ຂອງ​ພວກ​ທ່ານ ຜູ້​ທີ່ມີ​ຊີ​ວິດ​ຢູ່​ກ່ອນ​ພວກ​ທ່ານ. ເອົາ​ຊື່​ຂອງ​ເຂົາ​ເຈົ້າ​ໄປ​ພ​ຣະ​ວິ​ຫານ​ນຳພວກ​ທ່ານ.22 ເມື່ອ​ພວກທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ທ່ານ, ພວກ​ທ່ານ​ຈະ​ເຫັນ​ແບບ​ແຜນ​ຂອງ​ຊີ​ວິດ, ຂອງ​ການ​ແຕ່ງ​ງານ, ຂອງ​ລູກ​ໆ, ແບບ​ແຜນ​ຂອງ​ຄວາມ​ຊອບ​ທຳ, ແລະ ບາງ​ເທື່ອ​ກໍ​ເປັນ​ແບບ​ແຜນ​ທີ່​ພວກ​ທ່ານ​ຢາກ​ຈະ​ຫລີກ​ລ້ຽງ.23

ຕໍ່​ໄປ​ໃນ​ພ​ຣະ​ວິ​ຫານ​ ພວກ​ທ່າ​ນ​ຈະ​ຮຽນ​ຮູ້​ຫລາຍ​ຂຶ້ນ​ກ່ຽວ​ກັບ​ການ​ສ້າງ​ໂລກ, ກ່ຽວ​ກັບ​ແບບ​ແຜນ​ໃນ​ຊີ​ວິດ​ຂອງ​ອາ​ດາມ ແລະ ເອວາ, ແລະ ສຳ​ຄັນ​ທີ່​ສຸດ​ແມ່ນກ່ຽວ​ກັບ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ພ​ຣະ​ເຢ​ຊູ​ຄຣິດ.

ເພື່ອນ​ໜຸ່ມ​ຂອງ​ຂ້າພະ​ເຈົ້າ, ພວກ​ເຮົາ​ຮັກ​ພວກ​ທ່ານ​ຫລາຍ, ​ແລະ ​ໄດ້​ອະທິຖານ​ເພື່ອ​ພວກ​ທ່ານ. ຢ່າ​ປ່ອຍ​ໃຫ້ຄວາມ​ຍາກ​ລຳບາກ​ດຶງ​ພວກ​ທ່ານ​ລົງ. ນີ້​ແມ່ນ​ວັນ​ເວລາ​ຂອງ​ພວກ​ທ່ານ​—​ເພື່ອ​ຢືນ​ຢູ່​ຢ່າງ​ເຂັ້ມ​ແຂງ​ໃນ​ຖານະ​ທີ່​ເປັນ​ສານຸສິດ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.24

ຈົ່ງ​ສ້າງ​ພື້ນຖານ​ຂອງ​ພວກ​ທ່ານ​ໃຫ້​​ແໜ້ນໜາຢູ່​ເທິງ​ຫີນ​ສີ​ລາ​ຂອງ​ພຣະຜູ້​ໄຖ່ຂອງ​ພວກ​ທ່ານ.

ຈົ່ງ​ທະ​ນຸຖະໜອມ​ຊີວິດ ​ແລະ ຄຳ​ສອນ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະອົງ.

ຂໍ​ໃຫ້​ເຮັດ​ຕາມ​ຕົວ​ຢ່າງ ແລະ ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ອົງ​ຢ່າງ​ພາກ​ພຽນ​ຫລາຍ​ຂຶ້ນ.

ຂໍ​ໃຫ້​ຮັບ​ເອົາ​ຄວາມ​ຮັກຂອງ​ພ​ຣະ​ອົງ​ຢ່າງ​ເຕັມ​ທີ່, ຄວາມ​ເມດ​ຕາ ແລະ ຄວາມ​ກະ​ລຸ​ນາ, ແລະ ຂອງ​ປະ​ທານ​ທີ່​ມີ​ພະ​ລັງ​ຂອງ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ອົງ.

​ເມື່ອ​ພວກ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ຂ້າພະ​ເຈົ້າສັນຍາ​ວ່າ ພວກ​ທ່ານ​ຈະ​ເຫັນ​ຄວາມ​ຍາກ​ລຳ​ບາກ​ວ່າ​ມັນ​ເປັນການ​ທົດ​ສອບ, ​ເປັນ​ການ​ລໍ້​ລວງ, ​ເປັນ​ສິ່ງ​ທີ່​ກວນ​ໃຈ, ຫລື ການ​ທ້າ​ທາຍ​ທີ່​ຊ່ອຍ​ໃຫ້​ພວກທ່ານ​ເຕີບ​ໂຕ​ຂຶ້ນ. ​ແລະ ​ເມື່ອພວກ​ທ່ານ​ດຳລົງ​ຊີວິດ​ຢ່າງ​ຊອບ​ທຳ​ໄປ​ເລື້ອຍໆ, ​ແລ້ວ​ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ປະສົບ​ການ​ຂອງ​ພວກທ່ານ​ຈະ​ຢືນຢັນ​ກັບພວກ​ທ່ານ​ເທື່ອ​ແລ້ວ​ເທື່ອ​ເລົ່າ​ວ່າ ພຣະ​ເຢຊູ​ຄື ພຣະຄຣິດ. ຫີນ​ສີ​ລາ​ຝ່າຍ​ຈິດ​ວິນ​ຍານ​ທີ່ຢູ່​ໃຕ້​ຕີນ​ຂອງພວກ​ທ່ານ ຈະ​ໝັ້ນຄົງ ​ແລະ ​ແນ່ນອນ. ພວກ​ທ່ານ​ຈະ​ປິ​ຕິ​ຍິນ​ດີ​ວ່າ ພຣະ​ເຈົ້າມີ​ສະຖານ​ທີ່​ໄວ້​ໃຫ້​ພວກ​ທ່ານ​ຢູ່​ໃນ​ໂລກ​ນີ້ ​ເພື່ອ​ຈະ​ໄດ້​ມີ​ສ່ວນ​ໃນ​ການ​ຕຽມ​ຄັ້ງສຸດ​ທ້າຍ​ສຳລັບ​ການສະ​ເດັດ​ມາ​ທີ່​ຮຸ່ງ​ເຫລື້ອມ​ຂອງ​ພຣະຄຣິດ.

ພຣະຜູ້​​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “​ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າທັງຫລາຍ​ໄວ້​ໃຫ້​ເປັນ​ກຳພ້າ, ​ເຮົາ​ຈະ​ມາ​ຫາ​ພວກ​ເຈົ້າ.”25 ນີ້​ຄື​ຄຳ​ສັນຍາ​ຂອງ​ພຣະອົງກັບ​ພວກ​ທ່ານ. ຂ້າພະ​ເຈົ້າຮູ້​ວ່າ ຄຳ​ສັນຍາ​ນີ້​ຈິງ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພ​ຣະ​ອົງ​ຊົງພ​ຣະ​ຊົນ​ຢູ່, ໃນ​ພຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ​ເບິ່ງ Doctrine and Covenants 88:91.

  2. Discourses of Brigham Young, sel. John A. Widtsoe (1954), 72.

  3. ​ເບິ່ງ Dallin H. Oaks, “Preparation for the Second Coming,” Ensign orLiahona, May 2004, 7–10.

  4. ​ເບິ່ງ A. Stokes, A. H. Fitter, and M. P. Coutts, “Responses of Young Trees to Wind and Shading: Effects on Root Architecture,” Journal of Experimental Botany, vol. 46, no. 290 (Sept. 1995), 1139–46.

  5. ຮີ​ລາມັນ 5:12.

  6. Thomas S. Monson, “Priesthood Power,” Ensign orLiahona, May 2011, 66.

  7. ຈົດ​ໝາຍ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ, ວັ​ນ​ທີ 6 ເດືອນ​ມິ​ນາ, 2014; ​ເບິ່ງ David A. Bednar, “We Believe in Being Chaste,” Ensign orLiahona, May 2013, 41–44; Dallin H. Oaks, “No Other Gods,” Ensign orLiahona, Nov. 2013, 72–75; For the Strength of Youth (booklet, 2011), 35–37 ​ນຳ​ອີກ.

  8. Thomas S. Monson,Ensign orLiahona, May 2011, 67.

  9. ​ແອວ​ເດີ ຣະ​ໂຊ ​ເອັມ ແນວສັນ ​ໄດ້​ກ່າວ​ວ່າ: “ການ​ແຕ່ງງານ​ເປັນ​ພື້ນຖານ​ຂອງ​ສັງຄົມ. … ຄວາມ​ສຳພັນ​ນັ້ນບໍ່​ແມ່ນ​ເປັນ​ພຽງ​ແຕ່​ລະຫວ່າງ​ສາມີ ​ແລະ ພັນ​ລະ​ຍາ​ເທົ່າ​ນັ້ນ; ມັນ​ເປັນ​ການ​ມີ​ຫຸ້ນ​ສ່ວນ​ກັບ​ພຣະ​ເຈົ້າດ້ວຍ” (“Nurturing Marriage,” Ensign orLiahona, May 2006, 36). ​ເບິ່ງ ມັດ​ທາຍ 19:5–6 ນຳ​ອີກ.

  10. 2 ​ໂກຣິນ​ໂທ 4:18.

  11. ​ເອກະສານ​ ​ແລະ ການ​ສົນທະນາສ່ວນ​ຕົວ, ວັນ​ທີ 17 ​ເດືອນ​ມິ​ນາ , 2014; ​ເບິ່ງ Thomas S. Monson, “Dare to Stand Alone,” Ensign orLiahona, Nov. 2011, 60–67 ນຳ​ອີກ.

  12. ​ເບິ່ງ Jeffrey R. Holland, “Helping Those Who Struggle with Same-Gender Attraction,” Ensign, Oct. 2007, 42–45;Liahona, Oct. 2007, 40–43.

  13. ແມ່ນ​ແຕ່​ເມື່ອ​ຜູ້​ຕໍ່​ຕ້ານ​ພ​ຣະ​ຄ​ຣິດ​ຊື່​ໂຄ​ຣິ​ຫໍ ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ທຳ​ລາຍ​ສັດ​ທາ​ຂອງ​ຜູ້​ຄົນ, ກົດໝາຍ​ຂອງ​ພຣະ​ເຈົ້າ​ໄດ້​ປົກ​ປ້ອງ​ລາວ​ຕໍ່​ການ​ລົງ​ໂທດ​ວ່າ: ບັດ​ນີ້​ມັນ​ບໍ່​ມີ​ກົດ​ໝາຍ​ທີ່​ຈະ​ຂັດ​ຂວາງ​ຄວາມ​ເຊື່ອ​ຖື​ຂອງ​ຄົນ; ເພາະ​ມັນ​ເປັນ​ຄວາມ​ກົງ​ກັນ​ຂ້າມ​ກັບ​ພ​ຣະ​ບັນ​ຍັດ​ຂອງ​ພ​ຣະ​ເຈົ້າ​ທີ່​ຈະ​ມີ​ກົດ​ຊຶ່ງ​ນຳ​ພາ​ມະ​ນຸດ​ໄປ​ສູ່​ພື້ນ​ຖານ​ທີ່ບໍ່​ສະ​ເໝີ​ພາບ​ກັນ. … ຖ້າ​ຫາກ​ຜູ້​ໃດ​ປາ​ດຖະ​ໜາ​ທີ່​ຈະ​ຮັບ​ໃຊ້​ພ​ຣະ​ເຈົ້າ, ມັນ​ກໍ​ເປັນ​ສິດ​ທິຂອງ​ເຂົາ … ; ແຕ່​ຖ້າ​ຫາກ​ເຂົາ​ບໍ່​ເຊື່ອ​ໃນ​ພ​ຣະ​ອົງ ມັນ​ກໍ​ບໍ່​ມີ​ກົດ​ອັນ​ໃດ​ທີ່​ຈະ​ມາ​ລົງ​ໂທດ​ເຂົາ​ໄດ້” (​ແອວ​ມາ 30:7, 9). ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສິບ​ເອັດ ກ່າວ​ວ່າ, “ພວກ​ເຮົາ​ເຊື່ອ​ຖື​ສິດ​ທິ​ແຫ່ງ​ການ​ນະ​ມັດ​ສະ​ການ​ພ​ຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ມີ​ລິດ​ທານຸ​ພາບ ຕາມ​ການບອກ​ຂອງ​ຄວາມ​ຮູ້​ສຶກ​ຜິດ​ຊອບ​ຂອງ​ເຮົາ​ເອງ ແລະ ຍອມ​​ໃຫ້ຄົນ​ທັງ​ປວງ​ມີ​ສິດ​ທິ​ເຊັ່ນ​ດຽວ​ກັນ, ໃຫ້​ເຂົາ​ນະ​ມັ​ດ​ສະ​ການ​ຢ່າງ​ໃດ, ທີ່​ໃດ, ຫລື ສິ່ງ​ໃດທີ່​ເຂົາ​ຈະ​ນະ​ມັດ​ສະ​ການ.”

  14. ມັດ​ທາຍ 5:46–47.

  15. Teachings of Presidents of the Church: Joseph Smith (2007), 427, 429.

  16. Teachings of Presidents of the Church: Harold B. Lee (2000), 84–85; see also Robert D. Hales, “General Conference: Strengthening Faith and Testimony,” Ensign orLiahona, Nov. 2013, 6–8.

  17. ​ເບິ່ງ Robert I. Eaton and Henry J. Eyring, I Will Lead You Along: The Life of Henry B. Eyring (2013), 40.

  18. Henry B. Eyring, Choose Higher Ground (2013), 38.

  19. Henry B. Eyring, To Draw Closer to God (1997), 118.

  20. ​ເບິ່ງ Doctrine and Covenants 87:8; ​ເບິ່ງ Doctrine and Covenants 45:32 ​ນຳ​ອີກ.

  21. ​ເບິ່ງ Doctrine and Covenants 52:14.

  22. ​ເບິ່ງ Neil L. Andersen, “Find Our Cousins!” (address given at RootsTech 2014 Family History Conference, Feb. 8, 2014); lds.org/prophets-and-apostles/unto-all-the-world/find-our-cousins.

  23. ​ເບິ່ງ David A. Bednar, “The Hearts of the Children Shall Turn,” Ensign orLiahona, Nov. 2011, 24–27.

  24. ​ເບິ່ງ ຮີ​ລາມັນ 7:9.

  25. ​ໂຢຮັນ 14:18.