​2010–2019
​​ລຸ້ນ​ທີ່​ຖືກ​ເລືອກ​
ເມສາ 2014


​​ລຸ້ນ​ທີ່​ຖືກ​ເລືອກ​

ພວກ​ເຈົ້າ​ໄດ້​ຖືກ​ເລືອກ​ໄວ້ເພື່ອ​ຈະ​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ຂອງ​ພ​ຣະ​ອົງ​ໃນ​ເວ​ລານີ້ ເພາະ​ວ່າ​ພ​ຣະ​ອົງ​ໄວ້​ວາງ​ພ​ຣະ​ໄທວ່າ​ພວກ​ເຈົ້າ​ຈະ​ເລືອກ​ທາງ​ດີ.

​ຊາຍ​ໜຸ່ມ​ທັງຫລາຍ, ພວກເຈົ້າອາດ​ໄດ້​ຍິນ​ມາ​ແລ້ວ​ວ່າ​ພວກ​ເຈົ້າເປັນ​ລຸ້ນ​ທີ່​ຖືກ​ເລືອກ​ໄວ້ ທີ່​ໝາຍ​ຄວາມ​ວ່າ​ພຣະ​ເຈົ້າ​ໄດ້​ເລືອກ​ ແລະ ໄດ້​ຕຽມ​ພວກ​​ເຈົ້າ​ໃຫ້​ລົງ​ມາ​ສູ່​ໂລກ​ໃນ​ເວ​ລານີ້​ເພື່ອ​ຈຸດ​ປະ​ສົງ​ທີ່​ສຳ​ຄັນ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ສິ່ງນີ້​ຈິງ. ​​ແຕ່ຄ່ຳ​ຄືນນີ້​ຂ້າ​ພະເຈົ້າ​ຢາກ​ກ່າວ​ຕໍ່​ພວກ​ເຈົ້າ ຕາມ​ທີ່​ເປັນຄົນ​ລຸ້ນທີ່​ຖືກ​ເລືອກ, ເພາະ​ວ່າບໍ່​ມີ​ຄົນ​ໃດ​ໃນ​ປະ​ຫວັດ​ສາດ​ໄດ້​ຮັບ​ພອນ​ດ້ວຍ​ທາງ​ເລືອກ​ຢ່າງ​ຫລວງ​ຫລາຍ. ມີ​ທາງ​ເລືອກ​ຫລາຍ​ກໍ​ໝາຍ​ຄວາມ​ວ່າ​ມີ​ໂອ​ກາດ​ຫລາຍ; ມີ​ໂອ​ກາດ​ຫລາຍ​ກໍ​ໝາຍ​ຄວາມ​ວ່າ​ມີ​ຄວາມ​ສາ​ມາດ​ຫລາຍ​ທີ່​ຈະ​ເຮັດ​ສິ່ງ​ດີໆ, ແຕ່​ໜ້າ​ເສຍ​ດາຍ ທີ່​ກໍ​ມີ​ຄວາມ​ຊົ່ວ​ຮ້າຍ​ຫລາຍ​ດ້ວຍ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ພ​ຣະ​ເຈົ້າ​ໄດ້​ສົ່ງ​ພວກ​ເຈົ້າ​ມາ​ທີ່ນີ້​ໃນ​ເວ​ລານີ້ ເພາະ​ວ່າ​ພ​ຣະ​ອົງ​ໄວ້​ວາງ​ໃຈ​ພວກ​ເຈົ້າ​ທີ່​ຈະ​ຫລິງ​ເຫັນ​ໄດ້​​ຢ່າງ​ດີລະ​ຫວ່າງ​ການ​ເລືອກ​ຢ່າງ​ຫລວງ​ຫລາຍທີ່​ມີ​ໄວ້​ໃຫ້​ພວກ​ເຈົ້າ​ເລືອກ.

​ໃນ​ປີ 1974, ປະທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ພ​ຣະ​ຜູ້​ເປັນ​ເຈົ້າກໍ​ຕື່ນ​ເຕັ້ນ​ທີ່​ຈະ​ຈັດ​ໃຫ້​ເຮົາ​ມີ​ເຄື່ອງ​ມື​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ ທີ່​ເຮົາ​ຜູ້​ທີ່ບໍ່​ແມ່ນ​ມື​ອາ​ຊີບ​ຈະບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້” (“When the World Will Be Converted,” Ensign, Oct. 1974, 10).

ແລະ ພ​ຣະ​ອົງ​ກໍ​ໄດ້​ເຮັດ​ດັ່ງ​ນັ້ນ​ແລ້ວ! ​ພວກ​ເຈົ້າ​ກຳລັງ​ເຕີບ​ໂຕ​ຂຶ້ນ​ພ້ອມ​ດ້ວຍ​ເຄື່ອງ​ມື​ເພື່ອ​ຄວາມ​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂ​ອງ​ມະ​ນຸດ: ນັ້ນ​ຄື ອິນ​ເຕີ​​ແນັດ. ພ້ອມນີ້​ກໍ​ມີ​ທາງ​ເລືອກ​ຢ່າງ​ມາກ​ມາຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຫລວງຫລາຍ​ທາງ​ການ​ເລືອກນີ້, ກໍ​ມີ​ມາ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ. ມັນອຳ​ນວຍ​ໃຫ້ພວກ​ເຈົ້າ​ເຂົ້າ​ເຖິງ​ທັງ​ສິ່ງ​ທີ່​ດີ​ທີ່​ສຸດ ແລະ ສິ່ງ​ທີ່​​ຊົ່ວຮ້າຍ​ທີ່​ສຸດ​ທີ່​ໂລກ​ມີ​ໃຫ້​ເຮົາ​ເລືອກ. ພ້ອມນີ້ ພວກ​ເຈົ້າ​ສາ​ມາດ​ສຳ​ເລັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ດີ​ໃນ​ຊ່ວງ​ເວ​ລາ​​ສັ້ນໆ, ຫລື ພວກ​ເຈົ້າຈະ​ຫລົງ​ໄຫ​ລ​ເສຍ​ເວ​ລາ​ຢູ່​ກັບສິ່ງ​ທີ່​ໄຮ້​ປະ​ໂຫຍດ ແລະ ​ສູນ​ເສຍ​ໂອ​ກາດ​ໄປ​ລ້າໆ. ໂດຍ​ການ​ຄະ​ລິກ​ປຸ່ມ​ໜຶ່ງ, ພວກເ​ຈົ້າ​ກໍ​ສາ​ມາດເຂົ້າ​ເຖິງ​ສິ່ງ​ທີ່​ພວກ​ເຈົ້າຢາກ​ເຮັດ. ນັ້ນ​ຄື​ຈຸດ​ສຳ​ຄັນ—ສິ່ງ​ທີ່​ພວກ​ເຈົ້າ​ຢາກ​ເຮັດ​ທີ່​ສຸດ. ພວກ​ເຈົ້າ​ຕິດ​ໃຈຢາກ​ເຮັດ​ຫ​ຍັງ? ຄວາມ​​ປາດ​ຖະ​ໜາ​ຂອງ​ພວກ​ເຈົ້າ​ຈະ​ນຳ​ພາ​ພວກ​ເຈົ້າ​ໄປ​ເຖິງ​ໃສ?

ຂໍ​ໃຫ້​ຈຳ​ໄວ້​ວ່າ​ພ​ຣະ​ເຈົ້າ “ປະ​ທານ​ໃຫ້​ມະ​ນຸດ​ຕາມ​ຄວາມ​​ປາດ​ຖະ​ໜາ​ຂອງ​ເຂົາ” (​ແອວ​ມາ 29:4) ແລະ ວ່າພ​ຣະ​ອົງ “ຈະ​ພິ​ພາກ​ສາ​ຄົນ​ທັງ​ປວງຕາມ​ວຽກ​ງານຂອງ​ເຂົາ, ຕາມ​ຄວາມ​ປາດຖະ​ໜາ​ຂອງ​ໃຈ​ເຂົາ” (​ເບິ່ງ D&C 137:9; ​ເບິ່ງ ​ແອວ​ມາ 41:3) ນຳ​ອີກ.

​ແອວ​ເດີ ບຣູສ ອາ ມິກຄອງ​ກີ ​ໄດ້​ກ່າວ​ວ່າ: “ໃນ​ສະ​ພາບ​ທີ່​ແທ້ຈິງ​ໃນ​ການ​ປຽບ​ທຽບ, ປຶ້ມ​ແຫ່ງຊີວິດ ຄື​ບັນ​ທຶກ​ຂອງ​ການ​ກະ​ທຳ​ຂອງ​ມະ​ນຸດ​ດັ່ງ​​ບັນ​ທຶກ​ທີ່​ຖືກ​ຂຽນ​ໄວ້​ໃນ​ຮ່າງ​ກາຍ​ຂອງ​ເຂົາ​ເຈົ້າ​ເອງ. … ນັ້ນ​ຄື, ຄວາມ​ຄິດ, ຄຳ​ວາ​ຈາ, ແລະ ກ​ານ​ກະ​ທຳ​ທຸກ​ຢ່າງ ກໍ​ຈະ​ [ມີ​ອິດ​ທິ​ພົນ] ຕໍ່​ຮ່າງ​ກາຍ​ຂອງ​ມະ​ນຸດ; ທັງ​ໝົດ​ນີ້​ຈະ​ປະ​ຮອຍ​ຂອງ​ມັນ​ໄວ້, ຮອຍ​ທີ່​ສາ​ມາດ​ອ່ານ​ໄດ້​ໂດຍ​ພ​ຣະ​ອົງ ຜູ້​ທີ່​ເປັນ​ນິ​ລັນ​ດອນ ຢ່າງ​ງ່າຍ​ດາຍ​ດັ່ງ​ທີ່​ຖ້ອຍ​ຄຳ​ຢູ່​ໃນ​ປຶ້ມ​ກໍ​ສ​າ​ມາດ​ອ່ານ​ໄດ້” (Mormon Doctrine, 2nd ed. [1966], 97).

ອິນ​ເຕີ​​ແນັດ​ກໍ​ບັນ​ທຶກ​ຄວາມ​​ປາດ​ຖະ​ໜາ​ຂອງ​ພວກ​ເຈົ້າ​ຄື​ກັນ, ທີ່​ຖືກ​ສະ​ແດງ​ອອກ​ໃນ​ຮູບ​ແບ​ບທາງ​ການ​ຄົ້ນ​ຫາ ​ແລະ ຄະ​ລິກ. ມີ​ແຫລ່ງ​ຢ່າງ​ຫລວງຫລາຍ​ທີ່​ລໍ​ຖ້າ​ຈະ​ສະ​ໜອງ​ຄວາມ​​ປາດ​ຖະ​ໜາ​ເຫລົ່າ​ນັ້ນ. ເມື່ອ​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ອິ​ນເຕີ​​ແນັດ, ພວກ​ເຈົ້າ​ກໍ​ປະ​ຮ່ອງ​ຮອຍ​ໄວ້—ສິ່ງ​ທີ່​ພວກ​ເຈົ້າ​ສື່​ສານ, ບ່ອນ​ທີ່​ພວກ​ເຈົ້າ​ໄດ້​ເຂົ້າ​ຊົມ, ວ່າ​​ໄດ້​ເຂົ້າ​ໄປ​ຊົມ​ບ່ອນນັ້ນ​ນານ​ເທົ່າ​ໃດ, ແລະ ວ່າ​ພວກ​ເຈົ້າ​ສົນ​ໃຈ​ສິ່ງ​ແບບ​ໃດ. ໃນ​ວິ​ທີ​ທ​າງນີ້, ສານ​ອິນ​ເຕີ​​ແນັດ​ຈຶ່ງ​ສ້າງ​ແຟມ​ທາງ​ອິນ​ເຕີ​​ແນັດ​ໃຫ້​ພວກ​ເຈົ້າໄວ້—ທີ່​ເປັນດັ່ງ, “ປຶ້ມ​ທາງ​ອິນ​ເຕີ​​ແນັດ​ຂອງ​ພວກ​ເຈົ້າ.” ດັ່ງ​ໃນ​ຊີ​ວິດ​ຈິງ, ອິ​ນ​ເຕີ​ແນັດ​ຈະ​ໃຫ້​ພວກ​ເຈົ້າຫລາຍ​ຂຶ້ນ​ເລື້ອຍໆຕາມສິ່ງ​ທີ່​ພວກ​ເຈົ້າ​ສະ​ແຫວງ​ຫາ. ຖ້າ​ຫາກວ່າ​ຄວາມ​​ປາດ​ຖະ​ໜາ​ຂອງ​ພວກ​ເຈົ້າ​ບໍ​ລິ​ສຸດ, ອິນ​ເຕີ​ແນັດ​ຈະ​ຂະ​ຫ​ຍາຍ​ມັນ, ເຮັດ​ໃຫ້​ມັນ​ງ່າຍ​ຂຶ້ນ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ຢູ່​ກັບ​ສິ່ງທີ່​ມີ​ຄຸນ​ຄ່າ​ດີ. ​ແຕ່ທາງ​ກົງ​ກັນ​ຂ້າມ​ກໍ​ຈິງ​ເໝືອນ​ກັນ.

​ແອວ​ເດີ ນຽວ ​ເອ ​ແມ໊ກສະ​ແວວ ໄດ້​ອະ​ທິ​ບາຍ​ມັນ​ດັ່ງ​ນີ້​ວ່າ:

“ສິ່ງ​ທີ່​ເຮົາ​​ປາດ​ຖະ​ໜາ​ຢ່າງບໍ່​ຢຸດຢັ້ງ, ເປັນ​ເວ​ລາ​ດົນ​ນານ, ໃນ​ທີ່​ສຸດ​ຈະເປັນ​ສິ່ງ​ທີ່​ເຮົາ​ຈະ​ກາຍ​ເປັນ ແລະ ສິ່ງ​ທີ່​ເຮົາ​ຈະ​ໄດ້​ຮັບ​ໃນ​ຊົ່ວ​ນິ​ລັນ​ດອນ. …

“… ພຽງ​ແຕ່​ໂດຍ​ການ​ສຶກ​ສາ ແລະ ການ​ຝຶກ​ຝົນ​ຄວາມ​​ປາດ​ຖະ​ໜາ​ຂອງ​ເຮົາ​ເທົ່າ​ນັ້ນ ທີ່​ຈະ​ເຮັດ​ໃຫ້​ມັ​ນ​ກາຍ​ເປັນ​ມິດ​ຂອງ​ເຮົາ​ແທນ​ທີ່​ຈະ​ເປັນ​ສັດ​ຕູຂອງ​ເຮົາ!” (“According to the Desire of [Our] Hearts,” Ensign, Nov. 1996, 21, 22).

ເພື່ອນ​ໜຸ່ມ​ທັງ​ຫລາຍ, ຖ້າ​ຫາກ​ພວກ​ເຈົ້າບໍ່​ພາກ​ພຽນ​ໃນ​ການ​ພັດ​ທະ​ນາ​ຄວາມ​​ປາດ​ຖະ​ໜາ​ຂອງ​ພວກ​ເຈົ້າ, ​ທາງໂລກ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ. ທຸກໆ​ມື້, ທາງໂລກ​ສະ​ແຫວງ​ຫາ​ທີ່​ຈະ​ມີ​ອິດ​ທິ​ພົນ​ຕໍ່​ຄວາມ​​ປາດ​ຖະ​ໜາ​ຂອງ​ພວກ​ເຈົ້າ, ຍຸ​ຍົງ​ພວກ​ເຈົ້າ​ໃຫ້​ເຊື່ອ​ສິ່ງ​ໃດ​ສິ່ງ​ໜຶ່ງ, ​ໃຫ້ຄະ​ລິກ​ອັນ​ໃດ​ອັນ​ໜຶ່ງ, ຫລິ້ນ​ເກມ​ບາງ​ຢ່າງ, ອ່ານ ຫລື ເບິ່ງ​ສິ່ງ​ໃດ​ສິ່ງ​ໜຶ່ງ. ໃນ​ທີ່​ສຸດ, ທາງ​ເລືອກນັ້ນ​ເປັນ​ຂອງ​​ພວກ​ເຈົ້າ. ​ພວກ​ເຈົ້າ​ມີ​ອຳ​ເພີ​ໃຈ. ມັ​ນ​ເປັນ​ອຳ​ນາດບໍ່​ພຽງ​ແຕ່​ຈະ​ກະ​ທຳ​ຕາມ​ຄວາມ​​ປາດ​ຖະ​ໜາ​ຂອງ​​ພວກ​ເຈົ້າ ແຕ່ມັນ​ຍັງ​ເປັນ​ສິ່ງ​ທີ່ຊຳລະໃຫ້​ສະ​ອາດ, ແລະ ເຮັດ​ໃຫ້​ຄວາມ​​ປາດ​ຖະ​ໜາ​ຂອງ​ພວກ​ເຈົ້າ​ດີ​ຂຶ້ນ. ​ອຳ​ເພີ​ໃຈ​ຄື​ອຳ​ນາດ​ທີ່​ພວກ​ເຈົ້າຈະ​ກາຍ​ເປັນຄົນ​ທີ່​ພວກ​ເຈົ້າ​ເລືອກ​ຈະ​ເປັນ. ທາງ​ເລືອກ​ແຕ່​ລະ​ຢ່າງ​ຈະ​ນຳ​​ພວກ​ເຈົ້າເຂົ້າ​ໃກ້ ຫລື ໄປ​ໄກ​ຈາກ​ການ​ເປັນ​ຄົນ​ທີ່​ພວກ​ເຈົ້າຄາດ​ຈະ​ກາຍ​ເປັນ; ການ​ຄະ​ລິກ​ແຕ່​ລະ​ເທື່ອນັ້ນ​ສຳ​ຄັນ​ຫລາຍ. ຂໍ​ໃຫ້​ຖາມ​ຕົນ​ເອງ​ສະ​ເໝີ​ວ່າ, ການ​ເລືອກ​ເທື່ອນີ້​ຈະ​ນຳ​ເຮົາ​ໄປ​ເຖິງ​ໃສ? ໃຫ້​ພັດ​ທະ​ນາ​ຄວາມ​ສາ​ມາດ​ທີ່​ຈະ​ເຫັນ​ຜົນ​ສະ​ທ້ອນ​ຂອງ​ການ​ເລືອກ​ຂອງ​ພວກ​ເຈົ້າ.

ຊາ​ຕານ​ຢາກ​ຄວບ​ຄຸມ​ທາງ​ເລືອກ​ຂອງ​ພວກ​ເຈົ້າ ເພື່ອ​ວ່າ​ມັນ​ຈະ​ສ​າ​ມາດ​ຄວບ​ຄຸມ​ສິ່ງ​ທີ່​ພວກ​ເຈົ້າຈະ​ກາຍ​ເປັນ. ມັນ​ຮູ້​ວ່າທາງ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ເຮັດ​ສິ່ງນີ້​ໄດ້ ​ແມ່ນ​ໂດຍ​ການ​ຈັບ​ໃຫ້​ພວກ​ເຈົ້າ​ຕົກ​ຢູ່​ໃນ​ກັບ​ດັກ​ຂອງ​ພຶດ​ຕິ​ກຳ​ທີ່​ຕິດ​ແສດ. ທາງ​ເລືອກ​ຂອງ​ພວກ​ເຈົ້າ​ຈະ​ກຳ​ນົດ​ວ່າ​ເທັກ​ໂນ​ໂລ​ຈີ​ຈະ​ເສີມ​ພະ​ລັງ​ໃຫ້​​ພວກ​ເຈົ້າ ຫລື ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ຂ້າ​ທາດ.

ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ຫລັກ​ທຳ​ສີ່ຢ່າງ​ເພື່ອ​ຈະ​ຊ່ອຍ​ພວກ​ເຈົ້າ, ລຸ້​ນ​ທີ່​ຖືກ​ເລືອກ​, ເພື່ອ​ພັດ​ທະ​ນາ​ຄວາມ​​ປາດ​ຖະ​ໜາ​ຂອງ​ພວກ​ເຈົ້າ ແລະ ຊີ້​ນຳ​ພວກ​ເຈົ້າ​ໃນ​ການ​ເລືອກ​ໃຊ້​ເທັກ​ໂນ​ໂລ​ຈີ​ຂອງ​ພວກ​ເຈົ້າ.

ທີໜຶ່ງ: ຄວາມ​ຮູ້​ທີ່​ວ່າ​ ພວກ​ເຈົ້າ​ເປັນໃຜແທ້ໆ ​ຈະ​ເຮັດ​ໃຫ້​ການ​ເລືອກນັ້ນ​ງ່າຍ​ຂຶ້ນ

ຂ້າ​ພະ​ເຈົ້າ​ມີ​ເພື່ອນ​ຄົນ​ໜຶ່ງ​ທີ່​ໄດ້​ຮຽນ​ຮູ້​ເຖິງຄວາມ​ຈິງດ້ວຍ​ຕົວ​ລາວ​ເອງ. ລູກ​ຊາຍ​ຂອງ​ລາວ​ໄດ້​ຖືກລ້ຽງ​ດູ​ມາ​ໃນ​ພ​ຣະ​ກິດ​ຕິ​ຄຸນ, ແຕ່​ເບິ່ງ​ຄື​ວ່າ​ລາວ​ກຳ​ລັງ​ຫ່າງ​ເຫີນ​ອອກ​ໄປ​ຈາກ​ພຣະ​ກິດ​ຕິ​ຄຸນ. ລາວ​ມັກ​ຈະ​ປະ​ຕິ​ເສດ​ໂອ​ກາດ​ທີ່​ຈະ​ນຳ​ໃຊ້​ຖາ​ນະ​ປະ​ໂລ​ຫິດ. ພໍ່​ແມ່​ຂອງ​ລາວ​ຜິດ​ຫວັງ​ເມື່ອ​ລາວ​ໄດ້​ປະ​ກາດ​ວ່າ​ລາວ​ໄດ້​ຕັດ​ສິນ​ໃຈ​ຈະ​ບໍ່​ໄປ​ສອນ​ສາດ​ສະ​ໜາ. ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຢ່າງ​ຕັ້ງ​ໃຈ​ເພື່ອ​ລູກ​ຊາຍ​ຄົນ​ນັ້ນ, ຫວັງ​ໃຫ້​ລາວ​ປ່ຽນ​ໃຈ. ຄວາມ​ຫວັງ​ເຫ​ລົ່າ​ນັ້ນ​ກໍ​ຖືກ​ແຕກ​ສະ​ຫລາຍ ເມື່ອລູກ​ຊາຍ​ຂອງ​ລາວ​ໄດ້​ປະ​ກາດ​ວ່າ​ລາວ​ຈະ​ແຕ່ງ​ງານ​ກັບ​ແຟນ​ຂອງ​ລາວ. ຜູ້​ເປັນ​ພໍ່​ໄດ້​ອ້ອນວອນ​ກັບ​ລູກ​ຊາຍ​ໃຫ້​ໄປ​ຮັບ​ເອົາ​ປິ​ຕຸ​ພອນ​ຂອງ​ລາວ​. ໃນ​ທີ່​ສຸດ​ລູກ​ຊາຍ​ກໍ​ໄດ້​ຕົກ​ລົງ ແຕ່​ຢືນ​ຢັນ​ວ່າ​ລາວ​ຕ້ອງ​ໄປ​ພົບ​ກັບ​ປິ​ຕຸ​ກ່ອນ​ຕາມ​ລຳ​ພັງ.

ເມື່ອ​ລາວ​ໄດ້​ກັບ​ມາ​ຫລັງ​ຈາກ​ໄດ້​ຮັບ​ປິ​ຕຸ​ພອນ​ແລ້ວ, ລາວ​ໜ້​າ​ຊີດ ແລະ ອຸກ​ອັ່ງໃຈ​ຫລາຍ. ລາວ​ໄດ້​ພາ​ນາງ​ອອກ​ໄປ​ຂ້າງນອກ​ບ່ອນ​ທີ່​ລາວ​ຈະ​ເວົ້າ​ລົມ​ກັນ​ເປັນ​ສ່ວນ​ຕົວ. ຜູ້​ເປັນ​ພໍ່​ໄດ້​ຈອບ​ເບິ່ງ​ຈາກ​ປ່ອງ​ຢ້ຽມ ແລະ ໄດ້​ເຫັນ​ຄູ່​ໜຸ່ມ​ສາວນັ້ນ​ເຊັດ​ນ້ຳ​ຕາ​ໃຫ້​ກັນ.

ຕໍ່​ມາ​ຜູ້​ເປັນ​ລູກໄດ້​ບອກ​ພໍ່​ວ່າ​ແມ່ນ​ຫ​ຍັງ​ໄດ້​ເກີດ​ຂຶ້ນ. ດ້ວຍຄວາມ​ຮູ້​ສຶກ, ລາວ​ໄດ້​ອະ​ທິ​ບາຍ​ວ່າ​ໃນ​ລະ​ຫວ່າງ​ການ​ຮັບ​ພອນນັ້ນ, ລາວ​ໄດ້​​ຫລິງເຫັນ​ວ່າ​ລາວ​ເປັນ​ໃຜ​ໃນ​ໂລກ​ກ່ອນ​ເກີດ. ລາວ​ໄດ້​ເຫັນ​ວ່າ​ລາວ​ໄດ້​ເປັນ​ຄົນ​ທີ່​ກ້າ​ຫານ ແລະ ມີ​ອິດ​ທິ​ພົນ​ຫລາຍ​ໃນ​ການ​ຊັກ​ຊວນ​ຄົນ​ອື່ນ​ໃຫ້​ມາ​ຕິດ​ຕາມ​ພ​ຣະ​ຄ​ຣິດ. ໃນ​ເມື່ອ​ລາວຮູ້​ວ່າ​ລາວ​ເປັນ​ໃຜ​ແທ້ໆ, ແລ້ວ​ລາວ​ຈະ​ບໍ່​ໄປ​ຮັບ​ໃຊ້​ໃນ​ການ​ເຜີຍ​ແຜ່ບໍ່​ໄດ້?

ຊາຍ​ໜຸ່ມ​ທັງ​ຫລາຍ, ຂໍ​ໃຫ້​ຈຳ​ໄວ້​ວ່າ​ພວກ​ເຈົ້າ​ເປັນ​ໃຜ​ແທ້ໆ. ຂໍ​ໃຫ້​ຈຳ​ໄວ້​ວ່າ​ພວກ​ເຈົ້າ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ. ສິ່ງນີ້​ຈະ​ດົນ​ໃຈ​​ພວກ​ເຈົ້າໃຫ້​ເລືອກ​ທາງ​ທີ່​ຖືກ​ຕ້ອງເມື່ອ​ພວກ​ເຈົ້າ​ໃຊ້​ອິນ​ເຕີ​ແນັດ ແລະ ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຈົ້າ.

ທີສອງ: ປັກ​ສຽບ​ໃສ່​ແຫ​ລ່ງ​ທີ່​ໃຫ້ພະລັງ

ຢູ່​ໃນ​ມື​ຂອງ​ພວກ​ເຈົ້າ, ພວກ​ເຈົ້າມີ​ສະຕິ​ປັນຍາ​ຂອງ​ທຸ​ກຍຸກ​ທຸກ​ສະ​ໄໝ--ສຳຄັນ​ກວ່າ​ນັ້ນ, ຖ້ອຍ​ຄຳ​ຂອງ​ສາດສະດາ, ຈາກ​ພຣະສັນຍາ​ເດີມ ຈົນ​ເຖິງ ປະທານ​ທອມ​ມັສ ແອັສ ມອນ​ສັນ. ຖ້າ​ພວກ​ເຈົ້າບໍ່​ສາກ​ຫີນ​ຂອງ​ມື​ຖື, ​ແລ້ວ​ມັນ​ກໍ​ໃຊ້​ການ​ບໍ່​ໄດ້, ​ແລ້ວ​ພວກ​ເຈົ້າຈະ​ຮູ້ສຶກ​ວ່າ​ບໍ່​ຮູ້ຈັກ​ຫຍັງ​ຫລາຍ ​ແລະ ຢູ່​ຫ່າງ​ໄກ​ຈາກໝູ່. ​ຖ້າ​ເປັນ​ເຊັ່ນນັ້ນ ​ແລ້ວພວກ​ເຈົ້າຈະ​ບໍ່​ມີ​ຈັກ​ມື້​ເລີຍ ທີ່​ລືມ​ສາກ​ຫີນ.

ການ​ອອກ​ຈາກ​ເຮືອນ​ທຸກ​ວັນ​ດ້ວຍ​ມື​ຖື​ທີ່​ສາກ​ເຕັມ​ແລ້ວ​ແມ່ນ​ສຳຄັນ, ​ແຕ່​ສຳຄັນ​ກວ່າ​ນັ້ນ​​ພວກ​ເຈົ້າຕ້ອງ​​ໃຫ້​ຝ່າຍ​ວິນ​ຍານ​ຂອງ​ພວກ​ເຈົ້າສາກ​ຈົນ​ເຕັມ. ທຸກ​ເທື່ອ​ທີ່​ພວກ​ເຈົ້າສາກ​ມື​ຖື, ​ໃຫ້​ໃຊ້​ມັນ​ເປັນ​ສິ່ງ​ເຕືອນ​ພວກ​ເຈົ້າ ​ໃຫ້​ຖາມ​ຕົນ​ເອງ​ວ່າ ພວກ​ເຈົ້າ​ໄດ້​ສາກ​ຝ່າຍ​ວິນ​ຍານ​ຂອງ​ພວກ​ເຈົ້າ​ແລ້ວ​ບໍ—​ເຊັ່ນ​ການ​ອະທິຖານ ​ແລະ ການ​ສຶກສາ​ພຣະຄຳ​ພີ, ຊຶ່ງ​ຈະ​ປ່ຽນ​​ແປງພວກ​ເຈົ້າດ້ວຍການ​ດົນ​ໃຈ​ຜ່ານພຣະວິນ​ຍານ​ບໍລິສຸດ (​ເບິ່ງ D&C 11:12–14). ມັນ​ຈະ​ຊ່ອຍ​ພວກ​ເຈົ້າ​ໃຫ້​ຮູ້​ໃຈ ​ແລະ ພຣະປະສົງ​ຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ຈະ​ເຮັດ​ການ​ເລືອກ​ອັນ​ເລັກ​ນ້ອຍ​ແຕ່​ສຳຄັນ ຊຶ່ງກຳນົດ​​ເສັ້ນທາງ​ເດີນຂອງ​ພວກ​ເຈົ້າ. ຫລາຍ​ຄົນ​ໃນ​ພວກ​ເຮົາ​ໄດ້​ຢຸດ​ເຮັດ​ສິ່ງ​ທີ່​ເຮົາ​ພວມ​ເຮັດ​ຢູ່ ​ເພື່ອ​ອ່ານ​ຂໍ້ຄວາມ​ໃນ​ມື​ຖື—ສະນັ້ນ ​ເຮົາ​ຄວນ​ເອົາ​ໃຈ​ໃສ່​ຕໍ່ຂໍ້ຄວາມ​ຈາກ​ພຣະຜູ້​ເປັນ​ເຈົ້າຫລາຍກວ່າ​ນັ້ນອີກ​ເທົ່າ​ໃດ? ການ​ເມີນ​ເສີຍ​ຈາກ​ການ​ຕິດ​ຕໍ່​ກັບ​ອຳນາດ​ນີ້ ຈະ​ເປັນ​ສິ່ງ​ທີ່​ຄິດ​ບໍ່​ເຖິງ (​ເບິ່ງ 2 ນີ​ໄຟ 32:3).

ທີ​ສາມ: ການ​ທີ່​ມີ​​ມື​ຖືທີ່​ສະຫລາດບໍ່​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ສະ​ຫລາດ, ​ແຕ່​ວິທີ​ທີ່​ພວກ​ເຈົ້າ​ນຳ​ໃຊ້​ມັນນັ້ນ​ ຈະ​ເຮັດ​ໃຫ້​ພວກ​ເຈົ້າສະຫລາດ

ຊາຍ​ໜຸ່ມ​ທັງ​ຫລາຍ, ຢ່າ​ເຮັດ​ສິ່ງ​ທີ່​ໂງ່​ຈ້າ​ກັບ​ໂທ​ລະ​ສັບ​ມື​ຖື​ຂອງ​ພວກ​ເຈົ້າ​ເດີ. ​ພວກ​ເຈົ້າ​ທຸກ​ຄົນ​ກໍ​ຮູ້​ວ່າ​ຂ້າ​ພະ​​ເຈົ້າ​ໝາຍເຖິງ​ຫ​ຍັງ (ເບິ່ງ ​ໂມ​ໄຊ​ຢາ 4:29). ມີ​ຫລາຍໆ​ວິ​ທີ​ທາງ​ທີ່​ເທັກ​ໂນ​ໂລ​ຈີ​ສາ​ມາດ​ດຶງ​ເອົາ​ພວກ​ເຈົ້າໄປ​ຈາກ​ສິ່ງ​ທີ່​ສຳ​ຄັ​ນ​ທີ່​ສຸດ. ໃຫ້​ເຮັດ​ຕາມ​ຄຳ​ສຸ​ພາ​ສິດ​ທີ່​ວ່າ: “​ໃຫ້ຢູ່​ໃນ​ບ່ອນ​ທີ່​ທ່ານ​ຢູ່ ຕອນ​​ທີ່ທ່ານ​ຢູ່​ໃນ​ບ່ອນນັ້ນ.” ເມື່ອ​ພວກ​ເຈົ້າ​ຂັບ​ລົດ, ​ໃຫ້ຕັ້ງ​ໃຈ​ຂັບ​ລົດ, ເມື່ອ​​ພວກ​ເຈົ້າຢູ່​ໃນ​ຫ້ອງ​ຮຽນ, ຂໍ​ໃ​ຫ້​ເອົາ​ໃຈ​ໃສ່​ບົດ​ຮຽນ. ເມື່ອ​ພວກ​ເຈົ້າ​ຢູ່​ກັ​ບ​ໝູ່​ເພື່ອນ, ກໍ​ໃຫ້​ມອບ​ຂອງ​ຂວັນ​ແຫ່ງຄວາມ​ສົນ​ໃຈ​ຂອງພວກ​ເຈົ້າ​ໃຫ້​ພວກ​ເຂົາ. ​ສະ​ໝອງ​ຂອງພວກ​ເຈົ້າບໍ່​ສາ​ມາດ​ເອົາ​ໃຈ​ໃສ່​ສອງ​ສິ່ງ​ໃນ​ເວ​ລາ​ດຽວ​ກັນ​ໄດ້. ການ​ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ຈະ​ດຶງ​ເອົ​າ​ຄວາ​ມ​ສົນ​ໃຈ​ຂອງ​​ພວກ​ເຈົ້າຈາກ​ສິ່ງ​ໜຶ່ງ​ໄປ​ຫາ​ອີກ​ສິ່ງ​ໜຶ່ງ​ຢ່າງວ່ອງ​ໄວ. ຄຳ​ສຸ​ພາ​ສິດ​ເກົ່າ​ແກ່​ກ່າວ​ວ່າ, “ຖ້​າ​ເຮົາ​ແລ່ນ​ໄລ່​ກະ​ຕ່າຍ​ສອງ​ໂຕ, ແລ້ວ​ເຮົາ​ຈະ​ຈັບ​ມັນບໍ່​ໄດ້ຈັກ​ໂຕ​ເລີຍ.”

ທີ່​ສີ່: ພ​ຣະ​ຜູ້​ເປັນ​ເຈົ້າ​ຈັດ​ຫາ​ເທັກ​ໂນ​ໂລ​ຈີ​ໃຫ້​ເພື່ອ​ຈະ​ສຳ​ເລັດ​ພ​ຣະ​ປະ​ສົງ​ຂອງ​ພ​ຣະ​ອົງ

ຈຸດ​ປະ​ສົງ​ທາງ​ສະ​ຫວັນ​ຂອງ​ເທັກ​ໂນ​ໂລ​ຈີ​ແມ່ນ​ເພື່ອ​ຈະ​ເລັ່ງ​ວຽກ​ງານ​ແຫ່ງ​ຄວາມ​ລອ​ດ. ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ຄົນ​ລຸ້ນ​ທີ່​ຖືກ​ເລືອ​ກ​ໄວ້, ພວ​ກ​​ເຈົ້າ​ເຂົ້າ​ໃຈ​​ເລື່ອງເທັກ​ໂນ​ໂລ​ຈີ​​ໄດ້. ຂໍ​ໃຫ້​ນຳ​ໃຊ້​ມັນ​ເພື່ອ​ຊ່ອຍ​ພວກ​ເຈົ້າ​ໄປ​ສູ່​ຄວາມ​ດີ​ພ້ອມ. ເພາະ​ວ່າ​ພວກ​ເຈົ້າ​ໄດ້​ຮັບ​ພອນ​ຫລາຍ, ​ພວກ​ເຈົ້າ​ກໍ​ຕ້ອງມອບ​ໃຫ້​ຫລາຍ​ເໝືອນ​ກັນ (ເບິ່ງ “Because I Have Been Given Much,” Hymns, no. 219). ພ​ຣະ​ຜູ້​ເປັນ​ເຈົ້າ​ຄາດ​ຫວັງ​ໃຫ້​ພວກ​ເຈົ້າ​ນຳ​ໃຊ້​ເຄື່ອງ​ມື​ທີ່​ດີ​ເຫລົ່າ​ນີ້​ເພື່ອ​ນຳ​ເອົາ​ວຽກ​ງານ​ຂອງ​ພ​ຣະ​ອົງກ້າວ​ໄປ​ໜ້າ, ເພື່ອ​ແບ່ງ​ປັນ​ພ​ຣະ​ກິດ​ຕິ​ຄຸນ​ໃນ​ວິ​ທີ​ທ​າງ​​ທີ່ເກີນກວ່າ​ຄວາມ​ນຶກ​ຄວາມ​ຝັນ​ຂອງ​ຄົນ​ລຸ້ນ​ຂອງ​ຂ້າ​ພະ​ເຈົ້າ. ຄົນ​ໃນ​ລຸ້ນ​ທີ່​ຜ່ານ​ມາ​ໄດ້​ມີ​ອິດ​ທິ​ພົນ​ຕໍ່​ເພື່ອນ​ບ້ານ​ໃກ້​ຄຽງ ແລະ ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ, ແຕ່​ບັດ​ນີ້ພ​ວກ​​ເຈົ້າມີອຳ​ນາດ​ຜ່ານ​ອິນ​ເຕີ​ແນັດ ​ແລະ ສື່ສານ​ມວນ​ຊົນ ທີ່​ຈະ​ສື່​ສານ​ກັບ​ຜູ້​ຄົນ​ໃນ​ທຸກ​ຫົນ​ທຸກ​ແຫ່ງ ແລະ ມີ​ອິດ​ທິ​ພົນ​ຕໍ່​ໂລກ​ທັງ​ປວງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານວ່ານີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ. ​ພວກ​ເຈົ້າ​ໄດ້​ຖືກ​ເລືອກ​ໄວ້ເພື່ອ​ຈະ​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ຂອງ​ພ​ຣະ​ອົງ​ໃນ​ເວ​ລານີ້ ເພາະ​ວ່າ​ພ​ຣະ​ອົງ​ໄວ້​ວາງ​ພ​ຣະ​ໄທວ່າ​ພວກ​ເຈົ້າ​ຈະ​ເລືອກ​ທາງ​ດີ. ​ພວກ​ເຈົ້າ​ເປັນ​ຄົນ​ລຸ້ນ​ທີ່​ຖືກ​ເລືອກ​ໄວ້. ໃນ​ພ​ຣະ​ນາມ​ອັນ​ສັກ​ສິດ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາແມນ.