​2010–2019
ບຸ​ລຸດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ
ເມສາ 2014


ບຸ​ລຸດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ

ພວກ​ທ່ານ​ສາ​ມາດ​ເປັນ​ແບບ​ຢ່າງ​ທີ່​ດີ​ເລີດ, ພໍ​ປານ​ກາງ, ຫລື ວ່າ​ແບບ​ຢ່າງ​ທີ່ບໍ່​ດີ​ກໍ​ໄດ້. ພວກ​ທ່ານ​ອາດ​ຄິດ​ວ່າ​ມັນ​ບໍ່​ສຳ​ຄັນ, ແຕ່​ມັນ​ສຳ​ຄັນ​ຕໍ່​ພ​ຣະ​ຜູ້​ເປັນ​ເຈົ້າ.

ເຮົາ​ທຸກ​ຄົນ​ມີ​ວິ​ລະ​ບຸ​ລຸດ, ໂດຍ​ສະ​ເພາະ​ຕອນ​ເຮົາ​ຍັງ​ນ້ອຍ. ຂ້າ​ພະ​ເຈົ້າ​ໄດ້​ເກີດ ແລະ ໄດ້​ເຕີບ​ໂຕ​ຂຶ້ນ​ໃນ​ ເມື​ອງພຣິນສະ​ຕັນ ລັດນິວຢອກ ຊີ​ທີ ສະ​ຫະ​ລັດ. ທິມ​ກິ​ລາ​ທີ່​ມີ​ຊື່​ສຽງ​ດັງ​ທີ່​ສຸດ​ໃກ້​ບ່ອນ​ທີ່​ພວກ​​ເຮົາໄດ້​ອາ​ໄສ​ຢູ່​ ໄດ້​ມີ​ສູນ​ກາງ​ຢູ່​ໃນ​ເມືອງນິວຢອກ. ນັ້ນ​ເປັນ​ສູ​ນ​ກາງ​ຂອງ​ເບ​ສະ​ບານ​ມື​ອາ​ຊີບ​ສາມ​ທິມ​​ໃນ​ສະ​ໄໝ​ນັ້ນ ຄື: ທິມ ບຣຸກລິນ ດາດ​ເຈີ, ນິວຢອກ ຈາ​ຍ​ແອ້​ນ, ແລະ ນິວຢອກ ​ແຢງ​ກີ. ເມືອງ​ຟິລາ​ເດັນ​ເຟຍ ແຮ່ງ​ໃກ້​ບ້ານ​ຂອງ​ພວກ​​ເຮົາ ແລະ ເປັນ​ສູນ​ກາງ​ຂອງ​ທິມເບ​ສະ​ບານ​ຂອງ ​ແອັດ​ລາ​ຕິກ ​ແລະ ຟີ​ລີ. ມີ​​ນັກ​ຫລິ້ນ​ເບ​ສະ​ບານຫລາຍຄົນ​ທີ່​ຈະ​ເປັນ​ວິ​ລະ​ບຸ​ລຸດໄດ້​ໃນ​ສາຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ.

​ໂຈ ດີ​ມາ​ຈີ​ໂອ,​ ທີ່​ໄດ້​ຫລິ້ນ​ໃຫ້​ທິມນິວຢອກ ​ແຢງ​ກີ ໄດ້​ເປັນ​ວິ​ລະ​ບຸ​ລຸດ​ທາ​ງ​ກິ​ລາ​ເບ​ສະ​ບານ​ສຳ​ລັບ​ຂ້າ​ພະ​ເຈົ້າ. ເມື່ອ​ອ້າຍ​ນ້ອງ ແລະ ໝູ່​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຫລິ້ນ​ເບ​ສະ​ບານ​ຢູ່​ເດີ່ນ​ຫລິ້ນ​ໃນ​ໂຮງ​ຮຽນ​ໃກ້​ບ້ານ​ຂອງ​ພວກ​ເຮົາ, ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ແກວ່ງ​ໄມ້​ຕີ​ບານ​ຕາມ​ວິ​ທີ​ທີ່ ໂຈ ດີ​ມາ​ຈີ​ໂອ ໄດ້​ເຮັດ. ຕອນນັ້ນ​ເປັນ​ຊ່ວງ​ເວ​ລາ​ກ່ອນ​ມີ​ໂທ​ລະ​ທັດ, (ມັນ​ເປັນ​ປະ​ຫວັດ​ສາດ), ສະ​ນັ້ນ​ຂ້າ​ພ​ະ​ເຈົ້າ​ມີ​ພຽງ​ແຕ່​ຮູບ​ຈາກ​ໜັງ​ສື​ພິມ​ເທົ່​ານັ້ນ​ທີ່​ຈະ​ຮຽນ​ແບບ​ການແກວ່ງ​ຂອງ​ລາວ.

ຕອນ​ຂ້າ​ພະ​ເຈົ້າ​ເຕີບ​ໂຕ​ຂຶ້ນ, ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຂັບ​ລົດ​ພາ​ຂ້າ​ພະ​ເຈົ້າ​ໄປ​ສະ​ໜາມ ​ແຢງ​ກີ. ນີ້​ເປັນ​ເທື່ອ​ດຽວ​ເທົ່າ​ນັ້ນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ​ໂຈ ດີ​ມາ​ຈີ​ໂອ ຫລິ້ນ​ບານ. ຂ້າ​ພະ​ເຈົ້າ​ຍັງ​ຈຳ​ໄດ້​ຢ່າງ​ແຈ່ມ​ແຈ້ງ ຄື​ກັນ​ກັບ​ວ່າ​ຂ້າ​ພະ​ເຈົ້າ​ຍັງ​ຢູ່​ທີ່ນັ້ນ​ຢູ່, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ລາວ​ແກວ່ງ​ໄມ້​ຕີ​ບານນັ້ນ ແລະ ເຫັນ​ໝາກ​ບານ​ສີ​ຂາວ​ບິນ​ມາ​ຕົກ​ໃສ່ບ່ອນ​ທີ່ຜູ້​ຊົມ​ກິ​ລາ​ນັ່ງ​ຢູ່ທາງ​ຫລັງ​ເດີ່ນ.

ຕາມ​ຈິງ​ແລ້ວ, ຄວາມ​ສາ​ມາດຫລິ້ນ​ເບ​ສະ​ບານ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ເກັ່ງ​ຫ​ຍັງ​ເລີຍ​ເມື່ອ​ທຽບ​ໃສ່​ວິ​ລະ​ບຸ​ລຸດ​​ໃນ​ໄວ​ເດັກ​ຂອງ​ຂ້າ​ພະ​ເຈົ້າ. ແຕ່​ສາມ​ສີ່​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຕີ​ໝາກ​ບານນັ້ນ​ໄດ້​ດີ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ໄດ້​​ຮຽນ​​ແບບ​ລະ​ດັບ​ຂອ​ງ​ການ​ຕີ​ທີ່​ມີ​ພະ​ລັງ​ຂອງ​ລາວ​ເທົ່າ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ໄດ້.

ເມື່ອ​ເຮົາ​ເລືອກວິ​ລະ​ບຸ​ລຸດ​ຂອງ​ເຮົາ, ເຮົາຈະ​ເລີ່ມ​ຮຽນ​ແບບສິ່ງ​ທີ່​ເຮົາ​ນັບ​ຖື​ຫລາຍ​ທີ່ສຸດ​ໃນ​ຕົວ​ເຂົາ, ທັງ​ຮູ້​ສຶກ ຫລື ບໍ່​ຮູ້​ສຶກ​ຕົວ.

​ຢ່າງ​ມີ​ຄວາມ​ສຸກ, ​ພໍ່​ແມ່​ຜູ້​ສະ​ຫລາດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້ໃຫ້​ຂ້າ​ພະ​ເຈົ້າ​ພົວພັນກັບ​ຄົນ​ທີ່​ມີ​ຄຸນ​ຄ່າ​ທີ່​ຈະ​ເປັນ​ວິ​ລະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ພາ​ຂ້າ​ພະ​ເຈົ້າ​ໄປ​ສະ​ໜາມ ​ແຢງ​ກີ ເທື່ອ​ດຽວ​ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ເຫັນ​ວິ​ລະ​ບຸ​ລຸດ​​ເບ​ສະ​ບານຂອງຂ້າ​ພະ​ເຈົ້າຫລິ້ນ​ບານ, ແຕ່​ທຸກໆ​ວັນ​ອາ​ທິດ ເພິ່ນ​ໃຫ້​ຂ້າ​ພະ​ເຈົ້າ​ສັງ​ເກດ​ເຫັນ​ບຸ​ລຸ​ດແຫ່ງ​ຖານ​ະ​ປະ​ໂລ​ຫິດ ຜູ້​ທີ່​ໄດ້​ກາຍ​ເປັນ​ວິ​ລະ​ບຸ​ລຸດ. ວິ​ລະ​ບຸ​ລຸດ​ຄົນ​ນັ້ນ​ໄດ້​ຫລໍ່​ຫລອມ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄ​ດ້​ເປັນ​ປະ​ທານ​ຂອງ​ສາ​ຂາ​ນ້ອຍໆ​ທີ່​ໄດ້​ປະ​ຊຸມ​ກັນ​ຢູ່​ທີ່​ບ້ານ​ຂອງ​ພວກ​​ເຮົາ. ​ແທ້​ຈິງ​ແລ້ວ, ຖ້າ​ຫາກ​ທ່ານ​ລົງ​ໄປ​ຕາ​ລ່າງ​ເຮືອນ​ຂອງ​ຂ້າພະ​ເຈົ້າ​ໃນ​ວັນ​ອາທິດ​ຕອນ​ເຊົ້າ, ທ່ານ​ຈະ​ເຫັນ​ວ່າ​ມັນ​ກາຍ​ເປັນ​ໂບດ. ສາ​ຂາ​ຂອງ​ພວກ​ເຮົາ​ບໍ່​ເຄີຍ​ມີ​ຄົນ​ມາ​ຮ່ວມ​ເກີນກວ່າ 30 ຄົນ.

ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ຂັບ​ລົດ​ມາ​ສົ່ງ​ແມ່​ຂອງ​ລາວ​​ເຖິງ​ທີ່​ປະ​ຊຸມ​ຢູ່​ບ້ານ​ຂອງ​ພວກ​ເຮົາ, ແຕ່​ລາວບໍ່​ເຄີຍ​ເຂົ້າ​ມາ​ໃນ​ບ້ານ. ລາວບໍ່​ໄດ້​ເປັນ​ສະ​ມາ​ຊິກ. ພໍ່​ຂ້ອງ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ຜູ້​ທີ່​​ໄດ້​ສຳ​ເລັ​ດ​ຜົນ​ໃນ​ການ​ເຊື້ອ​ເຊີນ​ລາວ​ ​ໂດຍ​ການ​ອອກ​ໄປ​ຫາ​ລາວ​ຢູ່​ບ່ອນ​ທີ່​ລາວ​ຈອດ​ລົດ ​ແລະ ​ໄດ້​ເຊື້ອ​ເຊີນ​ລາວໃຫ້​ເຂົ້າ​ມາ​ບ້ານ​ຂອງ​ພວກ​ເຮົາ. ລາວ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ໄດ້​ກາຍ​ເປັນ​ຜູ້​ນຳ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ຂ້າ​ພະ​ເຈົ້າຄົນ​ທຳ​ອິດ ແລະ ພຽງ​ຜູ້​ດຽວ​. ລາວ​ໄດ້​ກາຍ​ເປັນ​ວິ​ລະ​ບຸ​ລຸດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຍັງ​ຈຳ​ຮູບ​ປັ້ນ​ເປັນ​ໄມ້​ທີ່​ລາວ​ໄດ້​ມອບ​ໃຫ້​ຂ້າ​ພະ​ເຈົ້າ​ເພື່ອ​ເປັນ​ລາງ​ວັນ ຫລັງ​ຈາກ​ພວກ​ເຮົາ​ໄດ້​ສຳ​ເລັດ​ໂຄງ​ການ​ທີ່​ໄດ້​ຕັດ​ຟືນ​ໃຫ້​ແມ່​ໝ້າຍ​ຄົນ​ໜຶ່ງ. ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຈະ​ເປັນ​ເໝືອນ​ດັ່ງ​ລາວ ເມື່ອ​ໃດ​ກໍ​ຕ​າມ​ຕອນ​ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ຊົມ​ທີ່​ເໝາະ​ສົມ​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ເຈົ້າ.

ຂ້າ​ພະ​ເຈົ້າ​ໄດ້​ເລືອກວິ​ລະ​ບຸ​ລຸດ​ອີກ​ຄົນ​ໜຶ່ງ​ໃນ​ສາ​ຂາ​ນ້ອຍໆ​ຂອງ​ສາດສະໜາ​ຈັກ. ລາວ​ໄດ້​ເປັນ​ທະ​ຫານ​ເຮືອ​ຂອງ​ສະ​ຫະ​ລັດ ຜູ້​ທີ່​ໄດ້​ມາ​ກອງ​ປະ​ຊຸມ​ຂອງ​ພວກ​ເຮົາ ໃສ່​ຊຸດ​ເຄື່ອງ​ແບບ​ສີ​ຂຽວ​ຂອງ​ລາວ. ນັ້ນ​ເປັນ​ເວ​ລາ​ສົງ​ຄາມ, ແລະ ສິ່ງ​ດຽວນັ້ນ​ກໍ​ເຮັດ​ໃຫ້​ລາວ​ເປັນ​ວິ​ລະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ. ກອງ​ທັບ​ທະ​ຫານ​ເຮືອໄດ້​ສົ່ງ​​ລາວມາ​ຮຽນ​ທີ່ມະ​ຫາ​ວິ​ທະ​ຍາ​ໄລ ພຣິນສະ​ຕັນ ​ເພື່ອ​ສຶ​ກ​ສາ​ເພີ່ມ​ເຕີ່ມ. ແຕ່​ສຳ​ຄັນ​ກວ່າ​ການ​ພູມ​ໃຈ​ກັບຊຸດເຄື່ອງແບບ​ຂອງ​ລາວ​, ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ລາວ​ຫລິ້ນ​ເປັນ​ຫົວ​ໜ້າ​ຂອງ​ທິມ​ຟຸດ​ບານ​ອະ​ເມ​ຣິ​ກາຂອງ​ທິມມະ​ຫາ​ວິ​ທະ​ຍາ​ໄລ ພຣິນສະ​ຕັນ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ລາວ​ຫລິ້ນ​ໃນ​ທິມ​​ບານບ້ວງ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ໄດ້​ເຫັນ​ລາວ​ຫລິ້ນ​ເປັນ​ຜູ້​ຮັບ​ໝາກ​ບານ​ທີ່​ດີ​ເດັ່ນ​ໃນ​ທິມ​ເບ​ສະ​ບານ​ນຳ​ອີກ.

ແຕ່​ຫລາຍ​ໄປ​ກວ່ານັ້ນ, ລາວ​ໄດ້​ມາ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ກາງ​ອາທິດ​ເພື່ອສອນ​ວິ​ທີ​ທີ່​ຈະ​ໂຍນ​​ບານ​ເຂົ້າ​ບ້ວງ​ໃຫ້​ຂ້າ​ພະ​ເຈົ້າ ທັງ​ໃຊ້​ມື​ຊ້າຍ ແລະ ມື​ຂວາ​ຂອງ​ຂ້າ​ພະ​ເຈົ້າ. ລາວ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ​ຂ້າ​ພ​ະ​ເຈົ້າ​ຈະ​ຕ້ອງ​ການ​ຄວາມ​ຊຳ​ນານນັ້ນ ເພາະ​ວ່າມື້​ໃດ​ມື້​ໜຶ່ງ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຫລິ້ນ​ບານ​ໃຫ້​ທິມ​ທີ່​ດີ. ຂ້າ​ພ​ະ​ເຈົ້າ​ບໍ່​ໄດ້​ຮັບ​ຮູ້​ໃນ​ເວ​ລານັ້ນ, ແຕ່​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ເປັນ​ເວ​ລາ​ຫລາຍ​ປີ ລາວ​ໄດ້​ເປັນແບບ​ຢ່າງ​ຂອງ​ບຸ​ລຸດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຈິງ​ຈັງ.

ທ່ານ​ແຕ່​ລະ​ຄົນ​ຈະ​ເປັນ​ແບບ​ຢ່າງ​ຂອງ​​ບຸ​ລຸດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ ບໍ່​ວ່າ​ທ່ານ​ຢາກ​ຈະ​ເປັນ ຫລື ບໍ່. ພວກ​ທ່ານກາຍ​ເປັນ​ຄົນ​ທີ່​ໄຕ້​ໂຄມ​ເມື່ອ​ພວກ​ທ່ານ​ຮັບ​ເອົາ​ຖາ​ນະ​ປະ​ໂລ​ຫິດ. ພ​ຣະ​ຜູ້​ເປັນ​ເຈົ້າ​ວາງພວກ​ທ່ານ​ໄວ້​ເທິງ​ຫິ້ງ​ເພື່ອ​ສ່ອງ​ແສ​ງ​ສະ​ຫວ່າງ​ໃຫ້​ທຸກໆ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ພວກ​ທ່ານ. ນັ້ນ​ແຮ່ງ​ເປັນ​ຄວາມ​ຈິງ​ແທ້ໆ​ສຳ​ລັບ​ຜູ້​ທີ່​ຢູ່​ໃນ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພວກ​ທ່ານ. ພວກ​ທ່ານ​ສາ​ມາດ​ເປັນ​ແບບ​ຢ່າງ​ທີ່​ດີ​ເລີດ, ພໍ​ປານ​ກາງ, ຫລື ວ່າ​ແບບ​ຢ່າງ​ທີ່ບໍ່​ດີ​ກໍ​ໄດ້. ພວກ​ທ່ານ​ອາດ​ຄິດ​ວ່າ​ມັນ​ບໍ່​ສຳ​ຄັນ, ແຕ່​ມັນ​ສຳ​ຄັນ​ຕໍ່​ພ​ຣະ​ຜູ້​ເປັນ​ເຈົ້າ. ພ​ຣະ​ອົງ​ໄດ້​ກ່າວ​ຕາມ​ວິ​ທີນີ້​ວ່າ:

“ພວກ​ທ່ານ​ເປັນ​ແສງ​ສະ​ຫວ່າງ​ສຳ​ລັບ​ໂລກນີ້. ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ໂນນ​ພູ​ກໍ​ເປັນ​ທີ່​ບັງ​ໄວ້​ບໍ່​ໄດ້.

“ບໍ່​ຫ່ອນ​ມີ​ຜູ້​ໃດ​ເມື່ອ​ໄຕ້​ໂຄມ​ໄຟ​ແລ້ວ​ເອົາ​ກະ​ຖັງ​ມາ​ກວມ, ແຕ່​ລາວ​ຫ້ອຍ​ມັນ​ໄວ້​ເທິງ​ຫິ້ງ ເພື່ອ​ໃຫ້​ສ່ອງ​ແຈ້ງ​ໃສ່​ທຸກໆ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ເຮືອນ.

“ໃນ​ທຳ​ນອງ​ດຽວ​ກັນ​ນີ້​ແຫລະ ແສງ​ສະ​ຫວ່າງ​ທີ່​ຢູ່​ໃນ​ພວກ​ທ່ານນັ້ນ ຕ້ອງ​ສ່ອງ​ແຈ້ງ​ຕໍ່​ໜ້າ​ຄົນ​ທັງ​ຫລາຍ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເຫັນ​ຄຸນ​ງາມ​ຄວາມ​ດີ​ທີ່​ພວກ​ທ່ານ​ເຮັດ, ແລະ ພວກ​ເຂົາ​ຈະ​ສັນ​ລະ​ເສີນ​ພ​ຣະ​ບິ​ດາ​ຂອງ​ພວກ​ທ່ານ​ທີ່​ສະ​ຖິດ​ຢູ່​ໃນ​ສະ​ຫວັນ.”1

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ໂດຍ​ຕົວ​ຢ່າງ​ຂອງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ປະ​ເສີດ​ໃນ​ກຸ່ມ​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້. ພວກ​ທ່ານ​ສາ​ມາດ​ເຮັດ​ສິ່ງ​ທີ່ເຂົາ​ເຈົ້າ​ໄດ້​ເຮັດ​ສຳ​ລັບ​ຂ້າ​ພະ​ເຈົ້າ ໂດຍ​ການ​ເປັນ​ຕົວ​ຢ່າງ​ສຳ​ລັບ​ຄົນ​ອື່ນ​ທີ່​ຈະ​ເຮັດ​ຕາມ.

ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ບຸກ​ຄະ​ລິກລັກ​ສະ​ນະ​ສາມ​ຢ່າງ​ທີ່​ຄ້າຍ​ຄື​ກັນ​ຈ​າກ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ ທີ່​ໄດ້​ເປັນ​ວິ​ລະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ. ສິ່ງ​ໜຶ່ງ​ຄື​ແບບ​ແຜນ​ຂອງ​ການ​ອະ​ທິ​ຖານ, ສອງ​ຄື​ນິ​ໄສ​ແຫ່ງ​ການ​ຮັບ​ໃຊ້, ແລະ ສາມ​ຄືຄວາມ​ໝັ້ນ​ຄົງ​ໃນ​ການ​ຕັດ​ສິນ​ໃຈ​ເປັນ​ຄົນ​ທີ່​ສັດ​ຊື່.

ເຮົາ​ທຸກ​ຄົນ​ອະ​ທິ​ຖານ, ແຕ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ເປັນ​ຕົວ​ຢ່າງ​ຂ​ອງພວກ​ທ່ານອະ​ທິ​ຖານ​ເລື້ອຍໆ ແລະ ດ້ວຍ​ເຈດ​ຕະ​ນາ​ທີ່​ແທ້​ຈິງ. ໃນ​ຕອນ​ແລງ​ພວກ​ທ່ານ​ຈະ​ຄຸ​ເຂົ່າ​ລົງ ແລະ ຂອບ​ພ​ຣະ​ໄທ​ພ​ຣະ​ເຈົ້າ​ສຳ​ລັບ​ພອນ​ຕ່າງໆ​ຂອງມື້ນັ້ນ. ​ທ່ານຈະ​ຂອບ​ພ​ຣະ​ໄທ​ພ​ຣະ​ອົງ​ສຳ​ລັບ​ພໍ່​ແມ່, ຄູ​ສອນ, ແລະ ສຳ​ລັບ​ຕົວ​ຢ່າງ​ທີ່​ດີ​ທີ່​ຈະ​ເຮັດ​ຕາມ. ທ່ານ​ຈະ​ບັນ​ຍາຍ​ໃນ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ໂດຍ​ສະ​ເພາະ ຄົນ​ທີ່​ໄດ້​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ​ໃນ​ມື້ນັ້ນ ແລະ ໂດຍ​ວິ​ທີ​ໃດ. ສິ່ງນັ້ນ​ຈະ​ໃຊ້​ເວ​ລາ​ສອງສາມ​ນາ​ທີ ແລະ ຫລາຍກວ່າ​ຄວາມ​ຄິດ​ເລັກ​ນ້ອຍ. ມັນ​ຈະ​ເຮັດ​ໃຫ້​ທ່ານ​ປະ​ຫລາດ​ໃຈ ແລະ ປ່ຽນ​ແປງ​​ທ່ານ.

ເມື່ອ​ທ່ານ​ອະ​ທິ​ຖານ​ຂໍ​ການ​ໃຫ້​ອະ​ໄພ, ທ່ານ​ຈະ​ພົບ​ເຫັນ​ຕົວ​ທ່ານ​ເອງ​ໃຫ້​ອະ​ໄພ​ຄົນ​ອື່ນ. ເມື່ອ​ທ່ານ​ຂອບ​ພ​ຣະ​ໄທ​ພ​ຣະ​ເຈົ້າ​ສຳ​ລັບ​ຄວາມ​ເມດ​ຕາ​ຂອງ​ພ​ຣະ​ອົງ, ທ່ານ​ຈະ​ຄິດ​ເຖິງ​ຄົນ​ອື່ນ, ຕາມ​ຊື່​ຂອງ​ເຂົາ, ຜູ້​ທີ່​ຕ້ອງ​ການ​ຄວາມ​ເມດ​ຕາ​ຂອງ​ທ່ານ. ອີກ​ເທື່ອ​ໜຶ່ງ, ປະ​ສົບ​ການນັ້ນ​ຈະ​ເຮັດ​ໃຫ້​ທ່ານ​ປະ​ຫລາດ​ໃຈ​ທຸກໆ​ມື້, ແລະ ເມື່ອ​ເວ​ລາ​ຜ່ານ​ໄປ​ ມັນ​ຈະ​ປ່ຽນ​ແປງ​ທ່ານ.

ໃນ​ທາງ​ໜຶ່ງ​ທີ່​ການ​ອະ​ທິ​ຖານ​ຢ່າງ​ຕັ້ງ​ໃຈ​ຈະ​ປ່ຽນ​ແປງ​ທ່ານ​ ຊຶ່ງ​ຂ້າພະ​ເຈົ້າສັນຍາ​ກັບ​ທ່ານ​ໄດ້​ວ່າ ທ່ານ​ຈະ​ຮູ້​ສຶກວ່າ​ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ​. ເມື່ອ​ທ່ານ​ຮູ້​ວ່າ​ທ່ານ​ເປັນ​ລູກ​ຂອງ​ພ​ຣະ​ເຈົ້າ, ທ່ານ​ຈະ​ຮູ້​ວ່າ​ພ​ຣະ​ອົງຄາດ​ຫວັງ​ຫລາຍ​ຢ່າງ​ຈາກ​ພ​ຣະ​ອົງ​ນຳ​ອີກ. ​ເພາະວ່າ​ທ່ານ​ເປັນລູກ​ຂອງ​ພ​ຣະ​ເຈົ້າ, ພ​ຣະ​ອົງ​ຈະ​ຄາດ​ຫວັງ​ໃຫ້​ທ່ານ​ເຮັດ​ຕາ​ມ​ຄຳ​ສອນ​ຂອງ​ພຣະ​ອົງ ແລະ ຄຳ​ສອນ​ຂອງ​ພ​ຣະ​ບຸດ​ທີ່​ຊົງ​ຮັກຂອງ​ພ​ຣະ​ອົງ, ພ​ຣະ​ເຢ​ຊູ​ຄ​ຣິດ. ພຣະ​ອົງ​ຈະ​ຄາດ​ຫວັງ​ໃຫ້​ທ່ານ​ມີ​ໃຈ​ເພື່ອ​ແຜ່ ແລະ ມີ​ເມດ​ຕາ​ຕໍ່​ຄົນ​ອື່ນ. ພ​ຣະ​ອົງ​ຈະ​ຜິດ​ຫວັງ​ຖ້າ​ຫາກ​ທ່ານ​ຈອງ​ຫອງ ແລະ ເຫັນ​ແກ່​ຕົວ. ພຣະ​ອົງ​ຈະ​ອວຍພອນ​ທ່ານ​ໃຫ້​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຫັນ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ອື່ນ​ເໜືອ​ຂອງທ່ານເອງ.

ທ່ານ​ບາງ​ຄົນ​ກໍ​ເປັນ​ແບບ​ຢ່າງ​ຂອງ​ການ​ຮັບ​ໃຊ້​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່ບໍ່​ເຫັນ​ແກ່​ຕົວ​ແລ້ວ. ໃນ​ພ​ຣະ​ວິ​ຫ​ານ​ຕະ​ຫລອດ​ທົ່ວ​ໂລກ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ມາ​ໂບດ​ກ່ອນ​ຕາ​ເວັນ​ຂຶ້ນ. ແລະ ບາງ​ຄົນ​ກໍ​ຮັບ​ໃຊ້​ຢູ່​ຫລັງ​ຈາກ​ຕາ​ເວັນ​ໄດ້​ຕົກ​ດິນ​ແລ້ວ. ບໍ່​ມີ​ການ​ຮັບ​ຮູ້ ຫລື ການ​ຮ້ອງໂຮ​ສັນລະ​ເສີນ​ຂອງ​ຄົນ​ໃນ​ໂລກ​ນີ້​ສຳ​ລັບ​ການ​ເສຍ​ສະ​ລະ​ເວ​ລາ ແລະ ຄວາມ​ພະ​ຍາ​ຍາມ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ນຳ​ຄົນ​ໜຸ່ມ​ຂ​ະ​ນະ​ທີ່​ພວກ​ເຂົາ​ຮັບ​ໃຊ້​ຜູ້​ທີ່​ຢູ່​ໃນ​ໂລກ​ວິນ​ຍານ, ຜູ້​ທີ່ບໍ່​ສາ​ມາດ​ທວງເອົາ​ພອນ​ຂອງ​ພ​ຣະ​ວິ​ຫານ​ນັ້ນ​ໃຫ້​ຕົວ​ເຂົາ​ເຈົ້າ​ເອງ.

ເມື່ອ​ຂ້າ​ພະ​ເຈົ້າ​ເຫັນ​ຄວາມ​ສຸກ​ແທນ​ຄວາມ​ອິດ​ເມື່ອຍ​ໃນສີ​ໜ້າຂອງ​ຜູ້​ຄົນ​ທີ່​ຮັບ​ໃຊ້​ຢູ່​ທີ່ນັ້ນ​ແຕ່​ເຊົ້າໆ ແລະ ເດິກໆ, ຂ້າ​ພະ​ເຈົ້າ​ຮູ້​ວ່າ​ມີ​ລາງວັນ​ຫລາຍ​ໃນ​​ຊີ​ວິດນີ້​ສຳ​ລັບ​ການ​ຮັບ​ໃຊ້​ແຫ່​ງ​ຖາ​ນະ​ປະ​ໂລ​ຫິດທີ່ບໍ່​ເຫັນແກ່​ຕົວ​ແບບນັ້ນ, ແຕ່ນັ້ນ​ພຽງ​ເປັນສິ່ງ​ທີ່​ເລັກ​ນ້ອຍ​ຂອງ​ຄວາມ​ສຸກ​ທີ່​ເຂົາ​ເຈົ້າ​ຈະ​ແບ່ງ​ປັນ​ໃຫ້​ກັບ​ຜູ້​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ໃຊ້​ໃນ​ໂລ​ກ​ວິນ​ຍານ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາ​ມ​ສຸກ​ອັນ​ດຽວ​ກັນ​ນັ້ນ​ຢູ່​ໃນ​ໃບ​ໜ້າ​ຂອງ​ຜູ້​ຄົນ​ທີ່​ກ່າວ​ກັບ​ຄົນ​ອື່ນ​ກ່ຽວ​ກັບ​ພອນ​ທີ່​ມາ​ຈາກ​ການ​ເປັນ​ພາກ​ສ່ວນ​ຂອງ​ອາ​ນາ​ຈັກ​ຂອງ​ພ​ຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ເຖິງ​ປະ​ທານ​ສາ​ຂາ​ຄົນ​ໜຶ່ງ​ຜູ້​ທີ່​ເກື​ອບ​ທຸກໆ​ມື້​ພາ​ຄົນ​ມາ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ສອນ. ພຽງ​ແຕ່​ສອງສາມ​ເດືອນ​ກ່ອນນັ້ນ​ລາວບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເທື່ອ. ບັດ​ນີ້​ຜູ້​ສອນ​ສາດ​ສະ​ໜາ​​ກໍສອນ ແລະ ສາ​ຂາ​ກໍ​ເຕີບ​ໂຕ​ຂຶ້ນ​ໃນ​ຈຳ​ນວນ​ຄົນ ແລະ ຄວາມ​ເຂັ້ມ​ແຂງ​ເພາະ​ຊາຍ​ຄົນ​ນັ້ນ. ແຕ່​ສຳ​ຄັນ​ໄປ​ກວ່ານັ້ນ, ລາວ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ແກ່​ຄົນ​ອື່ນ ຜູ້​ທີ່​ຈະ​ເປີດ​ປາກ​ຂອງ​ເຂົາ​ເຈົ້າ ແລະ ແລ້ວ​ຈະ​ເລັ່ງ​ການ​ເຕົ້າ​ໂຮມ​ຂອງ​ລູກໆ​ຂອງ​​ພ​ຣະ​ບິ​ດາ​ເທິງ​ສະ​ຫວັນ.

​ເມື່ອ​ທ່ານ​ອະ​ທິ​ຖານ ແລະ ຮັບ​ໃຊ້​ຄົນ​ອື່ນ, ຄວາ​ມ​ຮູ້​ແຈ້ງ​ຂອງ​ທ່ານ​ທີ່​ວ່າ​ທ່ານ​ເປັນ​ລູກ​ຂອງ​ພ​ຣະ​ເຈົ້າ​ ​ແລະ ຄວາມ​ຮູ້ສຶກ​ຂອງ​ທ່ານ​ທີ່​ມີ​ຕໍ່​ພຣະອົງຈະ​​ເພີ່ມ​ທະວີ​ຂຶ້ນ. ທ່ານ​ຈະ​ຮູ້​ຕົວ​ຫລ​າຍ​ຂຶ້ນ​ວ່າ​ພ​ຣະ​ອົງ​ໂສກ​ເສົ້າ ຖ້າ​ຫາກ​ທ່ານບໍ່​ສັດ​ຊື່​ໃນ​ທາງ​ໃດ​ທາງ​ໜຶ່ງ. ທ່ານ​ຈະ​ຕັ້ງ​ໃຈ​ຫລາຍ​ຂຶ້ນ​ເພື່ອ​ຈະ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ທ່ານ​ຕໍ່​ພ​ຣະ​ເຈົ້າ ແລະ ຄົນ​ອື່ນ. ທ່ານ​ຈະ​ລັງ​ເລ​ຫລາຍ​ຂຶ້ນ​ທີ່​​ຈະເອົາ​ສິ່ງ​ຂອງ​ທີ່ບໍ່​ເປັນ​ຂອງ​ທ່ານ. ທ່ານ​ຈະ​ສັດ​ຊື່​ຫລາຍ​ຂຶ້ນ​ຕໍ່​ນາຍ​ຈ້າງ​ຂອ​ງ​ທ່ານ. ທ່ານ​ຈະ​ຕັ້ງ​ໃຈ​ຫລາຍ​ຂຶ້ນ​ທີ່​ຈະ​ໄປ​ບ່ອນ​ທຳ​ງານໃຫ້​ທັນ​ເວ​ລາ ແລະ ເຮັດ​ວຽກ​ງານທຸກ​ຢ່າງ​ໃຫ້​ສຳ​ເລັດ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ມອບ​ໝາຍ​ໃຫ້​ທ່ານ​ເຮັດ ທີ່​ທ່ານ​ໄດ້​ຮັບ​ວ່າ​ຈະ​ເຮັດ​ໃຫ້​ສຳ​ເລັດ.

ແທນ​ທີ່​ຈະ​ຄິດ​ຖ້າ​ຫາກ​ຄູ​ສອນ​ປະ​ຈຳ​ບ້ານ​ຂອງ​ເຂົາຈະ​ມາ​ຢາມ, ເດັກ​ນ້ອຍ​ໃນ​ຄອບ​ຄົວ​ທີ່​ທ່ານ​ຖືກ​ເອີ້ນ​ໃຫ້​ສອນ​ຈະ​ຕື່ນ​ເຕັ້ນ​ລໍ​ຖ້າ​ການ​ຢ້ຽມ​ຢາມ​ຂອງທ່ານ. ລູກໆ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນນັ້ນ. ຂະ​ນະ​ທີ່​ພວກ​ເຂົາ​​ໄດ້ເຕີບ​ໂຕ​ຂຶ້ນ, ພວກ​ເຂົາ​ໄດ້​ມີ​ວິ​ລະ​ບຸ​ລຸດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ຊ່ອຍ​ພວກ​ເຂົາວາງ​ແຜນ​ຂອງ​ພວກ​ເຂົາ​ເອງ​ທີ່​ຈະ​ຮັບ​ໃຊ້ພ​ຣະ​ຜູ້​ເປັນ​ເຈົ້າ. ຕົວ​ຢ່າງ​ທີ່​ເປັນ​ພອນນັ້ນ​ດຽວນີ້​ກໍ​ກຳ​ລັງ​ຖ່າຍ​ທອດ​ໄປ​ເຖິງ​ຄົນ​ລຸ້ນ​ທີ​ສາມ.

ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ກໍ​​ເປັນ​ການ​ຂອບ​ພ​ຣະ​ຄຸນ​ນຳ​ອີກ.

ຂ້າ​ພ​ະ​ເຈົ້າ​ຂໍ​ຂອບ​ໃຈ​ສຳ​ລັ​ບ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ຂອບ​ໃຈ​ທີ່​ທ່ານ​ໄດ້​ຄຸ​ເຂົ່າ​ລົງເພາະ​ທ່ານບໍ່​ຮູ້​ຄຳ​ຕອບ​ຂອງ​ທຸກ​ເລື່ອງ. ທ່ານ​ອະ​ທິ​ຖານ​ຫາ​ພ​ຣະ​ເຈົ້າແຫ່ງ​ສະ​ຫວັນ​ ເພື່ອ​ສະ​ແດງ​ຄວາມ​ກະ​ຕັນ​ຍູ ແລະ ທູນ​ຂໍ​ພ​ຣະ​ພອນ​ຂອງ​ພ​ຣະ​ອົງ​ໃຫ້​ມາ​ສູ່​ຊີ​ວິດ​ຂອງ​ທ່ານ ແລະ ຂອງ​ຄອບ​ຄົວ​ຂອ​ງ​ທ່ານ. ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ທ່ານ​ໃຫ້​ແກ່​ຄົນ​ອື່ນ ແລະ ສຳ​ລັບ​ເວ​ລາ​ທີ່​ທ່ານ​ໄດ້​ຮູ້​ສຶກບໍ່​ຢາກ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ຄົນ​ອື່ນ​ສຳ​ລັບ​ການ​ຮັບ​ໃຊ້​ຂ​ອງ​ທ່ານ.

ເຮົາ​ໄດ້​ຍອມ​ຮັບ​ເອົາ​ການ​ຕັກ​ເຕືອນ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ ທີ່​ວ່າ​ຖ້າ​ຫາກ​ເຮົາ​ສະ​ແຫວ​ງ​ຫາ​ຄວາມ​ຮັບ​ຮູ້​ໃນ​ໂລກນີ້​ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ເຮົາ, ເຮົາ​ອາດ​ຈະ​ໄດ້​ສູນ​ເສຍ​ພອນ​ທີ່​ຍິ່ງ​ໃຫ​ຍ່ກວ່າ. ທ່ານ​ຈະ​ຈື່​ຈຳພ​ຣະ​ຄຳ​ເຫລົ່າ​ນີ້​ວ່າ:

“ຈົ່ງ​ແນ່​ໃຈ​ວ່າ ການ​ປະ​ກອບ​ສາດ​ສະ​ໜາ​ກິດ​ຂອງ​ພວກ​ທ່ານ​ຕໍ່​ໜ້າ​ປະ​ຊາ​ຊົນ​ນັ້ນ ບໍ່​ແມ່ນ​ເພື່ອ​ເປັນ​ກາ​ນອວດ​ຄົນ. ຖ້າ​ຫາກ​ພວກ​ທ່ານ​ເຮັດ​ຢ່າງນັ້ນ ພວກ​ທ່ານ​ຈະ​ບໍ່​ໄດ້​ບຳ​​ເໜັດ​ຫ​ຍັງ​ຈາກ​ພຣະ​ບິ​ດາ​ຂອງ​ພວກ​ທ່​ານ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ.

“ດັ່ງ​ນັ້ນ​ເມື່ອ​ທ່ານ​ບໍ​ລິ​ຈາກ​ບາງ​ສິ່ງ​ບາງ​ຢ່າງ​ໃຫ້​ແກ່​ຄົນ​ຍາກ​ຈົນ ຢ່າ​ສູ່​ປ່າວ​ທາງ​ໂທ​ລະ​ໂຄ່ງ ດັ່ງ​ຄົນ​ໜ້າ​ຊື່​ໃຈ​ຄົດ​ມັກ​ເຮັດ​ກັນ​ໃນ​ສາ​ລາ​ທຳ ແລະ ຕາມ​ຖະ​ໜົນ​ຫົນ​ທາງ​ຄື​ພວກ​ເຂົາ​ບໍ​ລິ​ຈາກ​ເພື່ອ​ໃຫ້​ຄົນ​ຊົມ​ເຊີຍ. ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ​ພວກ​ເຂົາ​ໄດ້​ຮັບ​ບຳ​ເ​ໜັດ​ເຕັມ​ປ່ຽມ​ແລ້ວ.

“ແຕ່​ສຳ​ລັບ​ທ່ານ ​ເມື່ອ​ທ່ານ​ຊ່ອຍ​ເຫລືອ​ຄົນ​ຍາກ​ຈົນ ຈົ່ງ​ເຮັດ​ໃນ​ທຳ​ນອງ​ທີ່​ວ່າ​ແມ່ນ​ແຕ່​ໝູ່​ເພື່ອນ​ຜູ້​ໃກ້​ຊິດ​ທີ່​ສຸດ​ກໍ​ບໍ່​ຮູ້​ຈັກ​ນຳ:

“ແລ້ວ​ການ​ກະ​ທຳ​ຂອງ​ທ່ານ​ກໍ​ຈະ​ເປັນ​ທາງ​ລັບ: ຝ່າຍ​ພ​ຣະ​ບິ​ດາ​ຂອງ​ທ່ານ ຜູ້​ທີ່​ຮູ້​ເຫັນ​ສິ່ງ​ທີ່​ທ່ານ​ກະ​ທຳ​ທາງ​ລັບ​ກໍ​ຈະ​ໃຫ້​ບຳ​​ເໜັດ​ແກ່​ທ່ານ.”2

ຜູ້​ຄົນ​ທີ່​ໄດ້​ເປັນ​ແບບຢ່າງ​ຂອງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ດີ​ເດັ່ນ ບໍ່​ໄດ້​ຮັບ​ການ​ຮັບ​ຮູ້​ງ່າຍໆ​ວ່າ​ເຂົາ​ເຈົ້າ​ມີ​ຄຸນ​ສົມ​ບັດໃດໆ​ຂອງວິ​ລະ​ບຸ​ລຸດ. ​ແທ້​ຈິງ​ແລ້ວ, ເຂົາ​ເຈົ້າ​ເບິ່ງ​ຄື​ວ່າ​ມີ​ບັນ​ຫາ​ທີ່​ຈະ​ເຫັນ​ຄຸນ​ສົມ​ບັດ​ນັ້​ນ ທີ່​ຂ້າ​ພະ​ເຈົ້ານັບ​ຖື​​ເຂົາ​ເຈົ້າຫລາຍ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ເຖິງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ ຜູ້​​ໄດ້ເປັນ​ປະ​ທານ​ທີ່​ຊື່​ສັດ​ຂອງ​ສາ​ຂາ​​ນ້ອຍໆ​ຂອງ​ສາດ​ສະ​ໜາ​ຈັກ​ ໃນ​ລັດນິວ​ເຈີ​ຊີ. ຕໍ່​ຈາກນັ້ນ​ເພິ່ນ​ໄດ້​ເປັນ​ສະ​ມາ​ຊິກ​ໃນ​ຝ່າຍ​ກຳ​ມະ​ການ​ຂອງ​ໂຮງ​ຮຽນ​ວັນ​ອາ​ທິດ​ສາ​ມັນຂອງ​ສາດ​ສະ​ໜາ​ຈັກ. ແຕ່​ຂ້າ​ພະ​ເຈົ້າ​ກໍລະ​ວັງ​​ຕົວໃນ​ເວ​ລານີ້​ ທີ່​ຈະ​ກ່າວ​ແບບຖ່ອມ​ຕົວກ່ຽວ​ກັບ​ການ​ຮັບ​ໃຊ້​ຂອງ​ເພິ່ນ, ເພາະ​ວ່າ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​​ເປັນ​ຄົນ​ຮຽບຮ້ອຍ.

​ເປັນ​ແນວ​ນັ້ນຄື​ກັນສຳ​ລັບ​ທະ​ຫານ​ເຮືອ ຜູ້​ທີ່​ໄດ້​ເປັນ​ວິ​ລະ​ບຸ​ລຸດ​ໃນ​ໄວ​ເດັກ​ຂອງ​ຂ້າ​ພະ​ເຈົ້າ. ລາວບໍ່​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ຈັກ​ເທື່ອ​ກ່ຽວ​ກັບ​ການ​ຮັບ​ໃຊ້​ຂອງ​ລາວ ຫລື ຄວາມ​ສຳ​ເລັດ​ຂອງ​ລາວ​ເລີຍ. ລາວ​ພຽງ​ແຕ່​ໃຫ້​ການ​ຮັບ​ໃຊ້​ເທົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ຊື່​ສັດ​ຂອງ​ລາວ​ຈາກ​ຄົນ​ອື່ນ. ຖ້າ​ລາວ​ໄດ້​ເຫັນ​ບຸກ​ຄະ​ລິກ​ທີ່​ຂ້າ​ພະ​ເຈົ້າໄດ້​ນັບ​ຖື​ໃນ​ຕົວ​ຂອ​ງ​ລາວຫລືບໍ່, ຂ້າ​ພ​ະ​ເຈົ້າ​ກໍ​ບອກບໍ່​ໄດ້​.

ສະ​ນັ້ນ​ຄຳ​ແນະ​ນຳ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ທ່ານ​ທີ່​ຢາກ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຄົນ​ອື່ນ​ດ້ວຍ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ທ່ານນັ້ນ ຂຶ້ນ​ຢູ່​ກັບ​ຊີ​ວິດ​ຂອງ​ທ່ານ ຊຶ່ງ​ເປັນ​ຄວາມ​ລັບ​ຕໍ່​ທຸກ​ຄົນ ຍົກ​ເວັ້ນ​ແຕ່​ຕໍ່​ພ​ຣະ​ເຈົ້າ.

ຂໍ​ໃຫ້​ອະ​ທິ​ຖານ​ຫາ​ພ​ຣະ​ອົງ. ຂໍ​ໃຫ້​ຂອບ​ພ​ຣະ​ໄທ​ພ​ຣະ​ອົງ​ສຳ​ລັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ດີ​ໃນ​ຊີ​ວິດ​ຂອງ​ທ່ານ. ທູນ​ຖາມພ​ຣະ​ອົງ​ເພື່ອ​ຈະ​ຮູ້​ວ່າ​ບຸກ​ຄົນ​ໃດ​ທີ່​ພ​ຣະ​ອົງ​ໄດ້​ວາງ​ໄວ້​ໃນ​ເສັ້ນ​ທາງ​ຂອງ​ທ່ານ ເພື່ອ​ທ່ານ​ຈະ​ຮັບ​ໃຊ້​. ອ້ອນວອນ​ຫາ​ພ​ຣະ​ອົງ​ເພື່ອ​ພ​ຣະ​ອົງ​ຈະ​ຊ່ອຍ​ທ່ານ​ໃຫ້​ການ​ຮັບ​ໃຊ້​ນັ້ນ. ອະ​ທິ​ຖານ​ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ໃຫ້​ອະ​ໄພ ແລະ ເພື່ອ​ວ່າ​ທ່ານ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ. ແລ້ວ ຮັບ​ໃຊ້​ເຂົາ​ເຈົ້າ, ຮັກ​ເຂົາ​ເຈົ້າ ແລະ ໃຫ້​ອະ​ໄພ​ເຂົາ​ເຈົ້າ.

ສຳ​ຄັນ​ກວ່າ​ທຸກ​ສິ່ງ​ທັງ​ໝົດ, ຂໍ​ໃຫ້​ຈຳ​ໄວ້​ວ່າ​ໃນ​ບັນ​ດາ​ການ​ຮັບ​ໃຊ້​ທັງ​ໝົດ​ທີ່​ທ່ານມອບ​ໃຫ້, ບໍ່​ມີ​ອັນ​ໃດ​ຍິ່ງໃຫຍ່ກວ່າ​ທີ່​ຈະ​ຊ່ອຍ​ຄົນ​ອື່ນ​ໃຫ້​ເລືອກ​ທີ່​ຈະ​ມີ​ຄຸນ​ຄ່າ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ. ພ​ຣະ​ເຈົ້າ​ໄດ້​ປະ​ທານ​ການ​ຊີ້​ນຳ​ທີ່​ມີ​ອິ​ດ​ທິ​ພົນ​ຕໍ່​ທຸກ​ສິ່ງ​ອື່ນໆທີ່ເຮົາເຮັດ​ນັ້ນ​ໃຫ້​ເຮົາ ໃນ​ວິ​ທີ​ທີ່​ເຮົາ​ນຳ​ໃຊ້​ຖາ​ນະ​ປ​ະ​ໂລ​ຫິດ​ຂອງ​ເຮົາ. ພ​ຣະ​ອົງ​ເປັນ​ຕົວ​ຢ່າງ​ທີ່​ດີ​ພ້ອມ. ນີ້​ຄື​ຕົວ​ຢ່າງ​ທີ່​ເຮົາ​ເຫັນ​ໃນ​ສ່ວນ​ນ້ອຍໆ​ໃນ​ຜູ້​ທີ່​ດີ​ທີ່​ສຸດ​ໃນ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງທີ່​ເປັນ​ມະ​ນຸດ​ວ່າ:

ອົງ​ພ​ຣະເຈົ້າ​ໄດ້​ກ່າວ​ຕໍ່​ ໂມ​ເຊ ໂດຍ​ກ່າວ​ວ່າ ທ້ອງ​ຟ້ານັ້ນ​ມີຢ່າງ​ຫລວງ​ຫລາຍ, ແລະ ຈະ​ນັບ​ມັນ​ບໍ່​ໄດ້​ສຳ​ລັບ​ມະ​ນຸດ; ແຕ່​​ພ​ຣະ​ອົງນັບ​ໄດ້, ເພາະ​ມັນ​ເປັນ​ຂອງ​ພ​ຣະ​ອົງ.

ແລະ ດັ່ງ​ທີ່​ແຜ່ນ​ດິນ​ໂລກ​ໜຶ່ງ​ຂອງ​ມັນ​ຜ່ານ​ໄປ​ສັນ​ໃດ, ແມ່ນ​ສັນ​ນັ້ນ​ ອັນ​ອື່ນ​ຈະ​ມາ; ແລະ ບໍ່​ມີ​ທີ່​ສິ້ນ​ສຸດ​ກັບ​ງານ​ຂອງ​ພ​ຣະ​ອົງ, ທັງ​ກັບ​ພ​ຣະ​ຄຳ​ຂອງ​ພ​ຣະ​ອົງ.

ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງພ​ຣະ​ອົງ​ ແມ່ນ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ.3

​ເຮົາ​ຄວນ​ຊ່ອຍ​ເຫລືອ​ໃນ​ວຽກ​ງານນັ້ນ. ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ເຮັດ​ຄວາມ​ແຕກ​ຕ່າງ​ໄດ້. ເຮົາ​ຖືກ​ຕຽມ​ໄວ້​ສຳ​ລັບ​ວັນ​ເວ​ລາ​ ແລະ ສະ​ພາບ​ການ​ຂອງ​ເຮົາໃນ​ວັນ​ເວ​ລາ​ສຸດ​ທ້າຍ​ຂອງວຽກ​ງານ​ສັກ​ສິດນັ້ນ. ເຮົາ​ແຕ່​ລະ​ຄົນ​ໄດ້​ຮັບ​ພອນ​ດ້ວຍ​ຕົວ​ຢ່າງ​ຂອງ​ຜູ້​ຄົນ​ທີ່​ໄດ້​ເຮັດ​ວຽກ​ງານນັ້ນ ທີ່​ເປັນ​ຈຸດ​ປະ​ສົງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ເວ​ລາ​ຂອງ​ເຂົາ​ເຈົ້າ​ຢູ່​ເທິງ​ໂລກ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ເຮົາ​ຈະ​ຊ່ອຍ​ກັນ​ແລະ​ກັນໃຫ້​ຮັບ​ເອົາ​ໂອ​ກາດນີ້.

ພ​ຣະ​ເຈົ້າ​ອົງ​ເປັນພ​ຣະ​ບິ​ດາຊົງ​ພ​ຣະ​ຊົນ​ຢູ່ ແລະ ຈະ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ສຳ​ລັບ​ຄວາມ​ຊ່ອຍ​ເຫລືອ​ທີ່​ທ່ານ​ຕ້ອງ​ການ​ເພື່ອ​ຈະ​ຮັບ​ໃຊ້​ພ​ຣະ​ອົງ​ໃຫ້​ດີຂຶ້ນ. ພ​ຣະ​ເຢ​ຊູ​ຄ​ຣິດ​ເປັນ​ພ​ຣະ​ຜູ້​ເປັນ​ເຈົ້າ​ທີ່​ໄດ້​ຟື້ນ​ຄືນ​ຊີວິດ​ແລ້ວ. ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພ​ຣະ​ອົງ. ຖາ​ນະ​ປະ​ໂລ​ຫິດ​ທີ່​ທ່ານ​ດຳ​ລົງ​ຢູ່​ແມ່ນ​ອຳ​ນາດ​ທີ່​ຈະ​ກະ​ທຳ​ໃນ​ພຣະ​ນາມ​ຂອງ​ພ​ຣະ​ອົງ ໃນ​ວຽກ​ງານ​ຂອງ​ພ​ຣະ​ອົງ​ທີ່​ຈະ​ຮັບ​ໃຊ້​ລູກໆ​ຂອງ​ພ​ຣະ​ເຈົ້າ. ຂະ​ນະ​ທີ່​ທ່ານ​ເອົາ​ໃຈ​ໃສ່​ຢ່າງ​ເຕັມ​ທີ່​ຕໍ່​ວຽກ​ງານນີ້, ພ​ຣະ​ອົງ​ຈະ​ຂະ​ຫ​ຍາຍ​ຕົວ​ທ່ານ. ຂ້າ​ພະ​ເຈົ້າ​ໃຫ້​ສັນ​ຍາ​ຕໍ່​ທ່ານ ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູຄ​ຣິດ, ອາ​ແມນ.