​2010–2019
ສາດສະດາ​ໂຈ​ເຊັບ ສະ​ມິດ
ເມສາ 2014


ສາດສະດາ​ໂຈ​ເຊັບ ສະ​ມິດ

ການ​ເປີດ​ເຜີຍທີ່​ໄດ້​ຖືກ​ຖອກ​ເທ​ລົງ​ມາ​ເທິງ​ໂຈ​ເຊັບ ສະ​ມິດ ຢືນຢັນ​ວ່າ ​ເພິ່ນ​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ.

ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງທຳ​ອິດ

ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ອ່ານ​ພຣະຄຣິສຕະທຳ​ຄຳ​ພີ, ​ແລະ ຕາ​ຂອງ​​ເພິ່ນ​ໄດ້​ຢຸດ​ຢູ່​ທີ່​ຂໍ້​ໜຶ່ງ. ນີ້​ຄື​ເວລາ​ທີ່​ຈະ​ປ່ຽນ​ໂລກ.

ເພິ່ນ​ຕື່ນ​ເຕັ້ນຢາກ​ຮູ້​ວ່າ ສາດສະໜາ​ຈັກ​ແຫ່ງ​ໃດ​ທີ່​ຈະ​ພາ​ເພິ່ນ​ໄປ​ສູ່​ຄວາມ​ຈິງ ​ແລະ ຄວາມ​ລອດ. ​ເພິ່ນ​ໄດ້​ພະຍາຍາມ​​ເກືອບ​ທຸກ​ສິ່ງ, ​ແລະ ບັດ​ນີ້ ​ເພິ່ນ​ໄດ້​ຫັນ​ຫາ​ພຣະຄຣິສຕະທຳ​ຄຳ​ພີ ​ແລະ ​ໄດ້​ອ່ານ​ຖ້ອຍ​ຄຳ​ນີ້​ວ່າ: “ຖ້າ​ຄົນ​ໃດ​ຂາດ​ສະຕິ​ປັນຍາ, ກໍ​ໃຫ້​ຜູ້ນັ້ນທູນ​ຂໍ​ຈາກ​ພຣະ​ເຈົ້າຜູ້​ຊົງ​​ໂຜດ​ປະທານ​ໃຫ້​ແກ່​ຄົນ​ທັງ​ປວງ​ດ້ວຍ​ພຣະກະລຸນາ, ບໍ່​ຊົງ​ກ່າວ​ຕິ ​ແລະ ຜູ້ນັ້ນກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນ​ຂໍ.”1

​ເພິ່ນ​ໄດ້​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້ ​ເທື່ອ​ແລ້ວ​ເທື່ອ​ເລົ່າ. ຄວາມ​ສະຫວ່າງ​ເລັກ​ນ້ອຍ​ໄດ້​ສ່ອງ​ແສງ​ເຂົ້າມາ​ໃນ​ຄວາມ​ມືດ. ນີ້​ແມ່ນ​ຄຳ​ຕອບ​ບໍ, ຕໍ່​ຄວາມ​ສັບສົນ ​ແລະ ຄວາມ​ມືດ? ມັນ​ງ່າຍ​ເຊັ່ນ​ນີ້​ບໍ? ພຽງ​ແຕ່​ທູນ​ຖາມ​ພຣະ​ເຈົ້າ ​ແລ້ວພຣະອົງ​ຈະ​ຕອບ​ບໍ? ​ໃນ​ທີ່​ສຸດ ​ເພິ່ນຕ້ອງ​​ເລືອກ​ເອົາ​ທາງ​ໜຶ່ງ​ ຫລື ຈະ​ຢູ່​ໃນ​ຄວາມ​ບໍ່​ຮູ້ຈັກ ​ແລະ ຄວາມສັບສົນ.

​ເຖິງ​ແມ່ນ​ເພິ່ນ​ຮີບ​ຮ້ອນ​ໃຈ, ​ແຕ່​ເພິ່ນ​ບໍ່​ໄດ້​ແລ່ນ​​ໄປ​ຫາ​​ແຈເຮືອນ ​ແລະ ອະທິຖານ​ຢ່າງ​ໄວ. ​ເພິ່ນ​ມີ​ອາຍຸ​ໄດ້​ພຽງ​ແຕ່ 14 ປີ ​ເທົ່າ​ນັ້ນ, ​​ເຖິງ​ແມ່ນ​ເພິ່ນ​ຢາກ​ຮູ້​ໄວ, ​ແຕ່​ເພິ່ນ​ບໍ່​ໄດ້​ຟ້າວ​ຟັ່ງ. ມັນ​ບໍ່​ໄດ້​ເປັນ​ພຽງ​ການ​ອະທິຖານ​ເທົ່າ​ນັ້ນ. ​ເພິ່ນ​ໄດ້​ຕັດສິນ​ໃຈ​ວ່າ​ຈະ​ໄປ​ຫາ​ບ່ອນ​ໃດ ​ແລະ ​ເມື່ອ​ໃດ. ​ເພິ່ນ​ໄດ້​ຕຽມ​ຕົວ​ທີ່​ຈະ​ສົນທະນາ​ກັບ​ພຣະ​ເຈົ້າ.

ແລ້ວ​ມື້​ນັ້ນກໍ​ມາ​ເຖິງ. ມັນ​ເປັນ​ເຊົ້າຂອງ​ມື້​ທີ່​ສວຍ​ງາມ​ແຈ່ມ​​ໃສ, ​ໃນຕົ້ນລະດູ​ໃບ​ໄມ້​ປົ່ງ​ຂອງ​ປີ [1820].”2 ​ເພິ່ນ​ໄດ້​ຍ່າງ​ໄປ​ຄົນ​ດຽວ ​ເຂົ້າ​ໄປ​ໃນ​ປ່າ ບ່ອນ​ທີ່​ມີ​ຕົ້ນ​ໄມ້​ສູງອ້ອມ​ຮອບ​ຕົວ​​ເພິ່ນ. ​ເພິ່ນ​ໄດ້​ໄປ​ເຖິງ​ບ່ອນ​ທີ່​ເພິ່ນ​ຕັ້ງ​ໃຈ​ຈະ​ໄປ​ຫາ. ​ເພິ່ນ​ໄດ້​ຄຸ​ເຂົ່າ​ລົງ ​ແລະ ​ໄດ້​ກ່າວ​ຄຳ​ອະທິຖານ​ຈາກ​ໃຈ​ຂອງ​ເພິ່ນ.

​ເມື່ອ​ອະທິບາຍ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ, ​ເພິ່ນ​ໄດ້​ກ່າວ​ວ່າ:

“ຂ້າພະ​ເຈົ້າ​ໄດ້​ເຫັນ​ແສງ​ສະຫວ່າງ​ເປັນ​ເລົາ​ລົງ​ມາ, ​ແຈ້ງ​ກວ່າ​ຄວາມ​ສະຫວ່າງ​ຂອງ​ດວງ​ຕາ​ເວັນ, ຊຶ່ງ​ຄ່ອຍໆ​ເລື່ອນ​ລົງ​ມາ ຈົນ​ເຖິງ​ຕົວ​ຂອງ​ຂ້າພະ​ເຈົ້າ.

“…​ ເມື່ອ​ແສງ​ນັ້ນລົງ​ມາ​ເຖິງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ເຫັນ​ສອງ​ພຣະອົງ​ປະ​ທັບ​ຢືນ​ຢູ່​ໃນ​ອາ​ກາດ​ຊື່​ຫົວ​ຂອງ​ຂ້າພະ​ເຈົ້າ. ຄວາມ​ສະຫວ່າງ ​ແລະ ລັດສະໝີ​ພາບຂອງ​ທັງ​ສອງ​ພຣະອົງ​ນັ້ນ​ເກີນ​ກວ່າ​ທີ່​ຈະ​ພັນ​ລະນາ​ໄດ້. ອົງ​ໜຶ່ງ​ໄດ້​ຮັບ​ສັ່ງ​ກັບ​ຂ້າພະ​ເຈົ້າ​ ​ໂດຍ​ເອີ້ນ​ຊື່​ຂອງ​ຂ້າພະ​ເຈົ້າ ​ແລະ ຊີ້​ພຣະຫັດ​ໄປ​ຫາ​ອີກ​ອົງ​ໜຶ່ງ—[​ໂຈ​ເຊັບ,] ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!3

ພຽງ​ແຕ່ 24 ປີ​ຈາກ​ນັ້ນ, ​ໂຈ​ເຊັບ ສະ​ມິດ ​ແລະ ​ໄຮຣຳ ອ້າຍ​ຂອງ​ເພິ່ນ ​ໄດ້​ຕາຍ​ໄປ ​ເພາະ​ສິ່ງ​ທີ່​ເພິ່ນ​ໄດ້​​ເລີ່​ມຕົ້ນຢູ່​ບ່ອນ​ນີ້.

ການ​ຕໍ່ຕ້ານ

​ໂຈ​ເຊັບ​ໄດ້​ກ່າວ​ວ່າ ​ຕອນ​ເພິ່ນ​ມີ​ອາຍຸ​ໄດ້ 17 ປີ, ທູດ​ອົງ​ໜຶ່ງ​ໄດ້​ບອກ​ເພິ່ນ​ວ່າ “ຊື່​ຂອງ​ເພິ່ນ [ຈະ] ເປັນ​ທີ່​ຮູ້ຈັກ​ທັງ​ໃນ​ທາງ​ດີ ​ແລະ ຊົ່ວ​ໃນບັນດາ​ປະຊາ​ຊາດ​ທັງ​ປວງ, … ຢູ່​ໃນ​ບັນດາ​ຜູ້​ຄົນ​ທັງ​ປວງ,”4 ການ​ທຳນາຍ​ທີ່​ໜ້າ​ອັດສະຈັນ​ໃຈນີ້ ​ໄດ້​ສຳ​ເລັດ​ຄົບ​ຖ້ວນ​ແລ້ວ​ໃນ​ວັນ​ເວລາ​ຂອງ​ເຮົາ ​ເມື່ອ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ຂະຫຍາຍ​ອອກ​ໄປ​ຢ່າງ​ກວ້າງ​ໄກ​ທົ່ວ​​ໂລກ.

ການ​ຕໍ່ຕ້ານ, ການວິຈານ, ​ແລະ ການປໍ​ລະ​ປັກ ມັກ​ຈະ​ຄຽງ​ຄູ່​​ໄປ​ກັບ​ຄວາມ​ຈິງ. ​ເມື່ອ​ໃດ​ກໍ​ຕາມ​ທີ່​ ​ຈຸດປະສົງ ​ແລະ ວິຖີ​ຊີວິດ​ຂອງ​ມະນຸດຖືກ​ເປີດ​ເຜີຍ, ​ແລ້ວ​ຈະ​ມີ​ພະລັງ​ຕໍ່ຕ້ານ​ສະ​ເໝີ. ​​ເລີ່ມຕົ້ນຈາກອາ​ດາມ ​ແລະ ​ເອວາ ຢູ່​ໃນ​ສວນ​ເອ​ເດນ, ລົງ​ມາ​ຈົນ​ເຖິງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະຄຣິດ, ​ແລະ ​ຈົນ​ມາ​ເຖິງ​ວັນ​ເວລາ​ຂອງ​ເຮົາ, ​ເຄີຍ​ໄດ້​ມີ ​ແລະ ກໍ​ຈະ​ມີການ​ຫລອກ​ລອງ, ນຳ​ຜິດ​ທາງ, ຂັດ​ແຍ້​ງ, ​ແລະ ສະກັດ​ກັ້ນ​​ແຜນ​ຂອງ​ຊີວິດ.

​​​ໃຫ້​ຊອກ​ຫາຜູ້​ທີ່​ໄດ້​ຖືກ​ຂົ່ມ​ເຫັງ​ຫລາຍ​ກວ່າຄົນ​ອື່ນໆ, ພຣະອົງ​ໄດ້ຖືກ​ຕໍ່​ຕ້ານຫລາຍ​ທີ່​ສຸດ, ຖືກ​ທ້າ​ທາຍ, ​ແລະ ຖືກ​ປະຕິ​ເສດ, ຖືກ​ຂ້ຽນ​ຕີ, ຖືກ​ປະ​ຖິ້ມ, ​ແລະ ຖືກ​ຄຶງ, ຜູ້​ຊຶ່ງ​ໄດ້​ສະເດັດລົງຕ່ຳກວ່າທຸກ​ສິ່ງ, ​ແລ້ວທ່ານ​ຈະ​ພົບ​ຄວາມ​ຈິງ, ພຣະບຸດ​ຂອງ​ພຣະ​ເຈົ້າ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ມວນ​ມະນຸດ​ທັງ​ປວງ. ​ເປັນ​ຫຍັງ​ເຂົາ​ເຈົ້າຈຶ່ງ​ບໍ່​ເຊົາ​ຂົ່ມ​ເຫັງພຣະອົງ?

​ເປັນ​ຫຍັງ? ​ເພາະວ່າ​ພຣະອົງ​ເປັນຄວາມ​ຈິງ, ​ແລະ ຄວາມ​ຈິງ​ຈະ​ມີ​ສິ່ງ​ທີ່ຕໍ່ຕ້ານ​ສະ​ເໝີ.

​ແລ້ວ​ໃຫ້​ຊອກ​ຫາຜູ້​​ໄດ້ນຳ​ປະຈັກ​ພະຍານ​ອີກຢ່າງ​ໜຶ່ງ​ເຖິງ​ພຣະ​ເຢຊູ​ຄຣິດ ​ແລະ ພຣະຄຳ​ພີ​ເຫລັ້ມອື່ນໆ​ອອກ​ມາ, ​ໃຫ້​ຊອກ​ຫາຜູ້​ເປັນ​ເຄື່ອງມື ​ໂດຍ​ການ​ນັ້ນ ຈຶ່ງໄດ້​ນຳພຣະກິດ​ຕິ​ຄຸນ​ທີ່​ສົມບູນ​ມາ​ໃຫ້ ​ແລະ ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ສູ່​ໂລກ, ​ໃຫ້​ຊອກ​ຫາ​​ເພິ່ນ ​​ແລ້ວ​ທ່ານ​ຈະ​ເຫັນ​ວ່າ​ເພິ່ນ​ຖືກ​ຂົ່ມ​ເຫັງ​ເໝືອນ​ກັນ. ​ເປັນ​ຫຍັງ​ເຂົາ​ເຈົ້າຈຶ່ງ​ບໍ່​ເຊົາ​ຂົ່ມ​ເຫັງ​ເພິ່ນ?

​ເປັນ​ຫຍັງ? ​ເພາະວ່າ ​ເພິ່ນ​ໄດ້​ສອນຄວາມ​ຈິງ, ​ແລະ ຄວາມ​ຈິງ​ຈະ​ມີ​ສິ່ງ​ທີ່​ຕໍ່ຕ້ານ​ສະ​ເໝີ.

ການ​ເປີດ​ເຜີຍທີ່​ຫລັ່ງ​ໄຫລ​ມາ

ການ​ເປີດ​ເຜີຍທີ່​ໄດ້​ຖືກ​ຖອກ​ເທ​ລົງ​ມາ​ເທິງ​ໂຈ​ເຊັບ ສະ​ມິດ ຢືນຢັນ​ວ່າ ​ເພິ່ນ​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ. ​ຂໍ​ໃຫ້​ເຮົາ​ເບິ່ງ​ບາງ​ສິ່ງ, ຂໍ​ໃຫ້​ເຮົາ​​ເບິ່ງ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ​ທີ່​ໄດ້​ເປີດ​ເຜີຍ​ຜ່ານ​​ເພິ່ນ ຊຶ່ງ​ແຕກ​ຕ່າງ​ຈາກ​ຄວາມ​ເຊື່ອ​ອື່ນໆ​ໃນ​ວັນ​ເວລາ​ຂອງ​ເພິ່ນ ​ແລະ ຂອງ​ເຮົາ.

  • ພຣະ​ເຈົ້າ​​ມີ​ຕົນ​ຕົວ, ​ເປັນ​ຜູ້​ທີ່​ສູງ​ສົ່ງ, ​ເປັນ​ພຣະບິດາ​ນິລັນດອນ. ພຣະອົງ​ເປັນ​ພຣະບິດາ​ຂອງ​ເຮົາ.

  • ພຣະ​ເຈົ້າ​ອົງ​ເປັນພຣະບິດາ, ພຣະ​ເຢຊູ​ຄຣິດ, ​ແລະ ພຣະວິນ​ຍານ​ບໍລິສຸດ ​ມີ​ຕົນ​ຕົວ​ທີ່​ແຕກ​ຕ່າງ​ກັນ.5

  • ທ່ານ​ບໍ່​ໄດ້​ເປັນ​ມະນຸດ​ທຳ​ມະ​ດາ. ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ພຣະບິດາ​ນິລັນດອນ ​ແລະ ອາດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ6 ຖ້າ​ຫາກ​ທ່ານ​ມີ​ສັດທາ ​ໃນ​ພຣະບຸດ​ຂອງ​ພຣະ​ອົງ, ​ກັບ​ໃຈ, ຮັບ​ເອົາ​ພິທີການ, ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ, ​ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ.7

  • ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​​ໃນ​ວັນ​ເວລານີ້ ​ມີ​ພື້ນຖານ​ແບບ​ດຽວ​ກັນ​ກັບ​ສາດສະໜາ​ຈັກ​ທີ່​ພຣະອົງ​ໄດ້​ຈັດຕັ້ງຂຶ້ນ​ໃນ​ຕອນ​ທີ່​ພຣະອົງ​ໄດ້​ປະຕິບັດ​ສາດສະໜາ​ກິດ, ​ໂດຍ​ມີ​ສາດສະດາ, ອັກຄະ​ສາວົກ, ຖານະ​ປະ​ໂລຫິດ​ເມນ​ຄີ​ເສ​ເດັກ ​ແລະ ​ເລ​ວີ, ​ແອວ​ເດີ, ມະຫາ​ປະ​ໂລຫິດ, ມັກຄະ​ນາຍົກ, ຄູ​ສອນ, ​ແລະ ສາວົກ​ເຈັດ​ສິບ, ດັ່ງ​ທີ່​ມີ​ບັນຍາຍ​ໄວ້​ຢູ່​ໃນ​ພຣະຄຣິສຕະທຳ​ຄຳ​ພີ.

  • ສິດ​ອຳນາດ​ຖານະ​ປະ​ໂລຫິດ​ໄດ້ຖືກ​ເອົາ​ໄປ​ຈາກ​ໂລກ ຫລັງ​ຈາກ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສິ້ນ​ພຣະຊົນ ​ແລະ ອັກຄະ​ສາວົກ​ຂອງ​ພຣະອົງ​ໄດ້​ຖືກ​ຂ້າ ​ແລະ ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​​ໃໝ່ອີກ ​ໃນ​ວັນ​ເວລາ​ຂອງ​ເຮົາ​.

  • ການ​ເປີດ​ເຜີຍ​ໄດ້​ບໍ່​ສິ້ນ​ສຸດ​ລົງ, ​ແລະ ສະຫວັນ​ກໍ​ຍັງ​ບໍ່​ໄດ້​ປິດ. ພຣະ​ເຈົ້າຍັງ​ກ່າວ​ກັບ​ສາດສະດາ​ຢູ່​ໃນ​ທຸກ​ວັນ​ນີ້, ​ແລະ ພຣະອົງ​ຈະ​ກ່າວ​ກັບ​ທ່ານ ​ແລະ ຂ້າພະ​ເຈົ້າ​ດ້ວຍ.8

  • ມີ​ສິ່ງ​ອື່ນອີກຫລັງ​ຈາກ​ຊີວິດ​ນີ້ ຫລາຍ​ໄປ​ກວ່າ​ສະຫວັນ ​ແລະ ນະລົກ. ມັນມີ​ລັດສະໝີ​ພາບ​ທີ່​ແຕກ​ຕ່າງ​ກັນ, ​ແລະ ການ​ກະທຳ​ຢູ່​ໃນ​ໂລກ​ນີ້​ແມ່ນ​ສຳຄັນ​ຫລາຍ​.9

  • ບໍ່​ແມ່ນ​ພຽງ​​ແຕ່ມີ​ຄວາມ​ເຊື່ອ​ໃນ​ພຣະ​ຄຣິດລ້າໆ, ​ແຕ່​ເຮົາ​ຄວນ “​ເບິ່ງ​ທີ່ [ພຣະອົງ] ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ,”10 “​ເຮັດ​ທຸກ​ສິ່ງ [ທີ່​ເຮົາ​ເຮັດ] ໃນພຣະນາມຂອງ​ພຣະບຸດ,”11 ​ແລະ “ລະນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ … ​ເພື່ອ [​ເຮົາ] ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ​ຕະຫລອດ​ເວລາ.”12

  • ຜູ້​ທີ່​ໄດ້​ມີ​ຊີວິດ​ຢູ່ ​ແລະ ​ໄດ້​ຕາຍ​ໄປ​ປາດ​ສະ​ຈາກ​ພຣະກິດ​ຕິ​ຄຸນ ​ແລະ ພິທີການ​ທີ່​ຈຳ​ເປັນສຳລັບ​ຄວາມ​ລອດ ບໍ່​ໄດ້​ສູນ​ເສຍ​ໄປ. ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ, ມະນຸດ​ທັງ​ປວງ “​ຈະ​ລອດ​ໄດ້ ​ໂດຍ​ການ​ປະຕິບັດ​ຕາມ​ກົດ ​ແລະ ພິທີການ​ແຫ່ງ​ພຣະກິດ​ຕິ​ຄຸນ,”13 ທີ່​ປະຕິບັດ​ສຳລັບ​ທັງ​ຄົນ​ເປັນ ​ແລະ ຄົນ​ຕາຍ.14

  • ທຸກ​ສິ່ງ​ບໍ່​ໄດ້​ເລີ່​ມຕົ້ນ​ໃນ​ຕອນ​ທີ່​ເກີດ​ມາ. ທ່ານ​ໄດ້​ມີ​ຊີວິດ​ຢູ່​​ກ່ອນ​ແລ້ວ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ​ເປັນ​ບຸດ ຫລື ທິດາ​ ​ແລະ ​ໄດ້​ຕຽມ​ສຳລັບ​​ຊ່ວງ​ມະຕະນີ້.15

  • ການ​ແຕ່ງງານ ​ແລະ ຄອບຄົວ ບໍ່​ໄດ້​ເປັນ​ແບບ​ແຜນ​ຂອງ​ມະນຸດ ​ພຽງ​ແຕ່​ຢູ່​ໃນ​ໂລກ​ນີ້​ເທົ່າ​ນັ້ນ. ​ສິ່ງ​ເຫລົ່າ​ນີ້ໄດ້​ຖືກ​ເຈດ​ຕະນາ​ໃຫ້​ເປັນ​ນິລັນດອນ ຜ່ານ​ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ນຳພຣະ​ເຈົ້າ. ຄອບຄົວ​ເປັນ​ແບບ​ແຜນ​ຂອງ​ສະຫວັນ.16

​ແລະ ນີ້​ຄື​ພາກສ່ວນ​ໜຶ່ງ​ຂອງ​ການ​ເປີດ​ເຜີຍ​ທີ່​ຫລັ່ງ​ໄຫລ​ມາ​ເທິງ​ໂຈ​ເຊັບ ສະ​ມິດ. ມັນ​ມາ​ຈາກ​ໃສ, ການ​ເປີດ​ເຜີຍ​ເຫລົ່າ​ນີ້ ຊຶ່ງ​ສ່ອງ​ຄວາມ​ສະຫວ່າງ​​​ໃສ່​ຄວາມ​ມືດ, ​ໃຫ້​ຄວາມ​ແຈ່ມ​ແຈ້ງ​ແກ່ຄວາມ​ສົງ​ໄສ, ​ແລະ ​​ໃຫ້ການດົນ​ໃຈ, ​ເປັນ​ພອນ, ​ແລະ ​ເສີມ​ສ້າງ​ຫລາຍ​ລ້ານ​ຄົນ? ​ເພິ່ນ​ຄິດ​ຄົ້ນຂຶ້ນມາ​ເອງບໍ ຫລື ​ເພິ່ນ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນ? ພຣະຄຳ​ພີ​ທີ່​ເພິ່ນ​ໄດ້​ຈັດ​ພິມ ຟັງ​ແລ້ວ​ເປັນ​ຖ້ອຍ​ຄຳ​ຂອງ​ມະນຸດ​ບໍ ຫລື ​ເປັນ​ພຣະຄຳ​ຂອງ​ພຣະ​ເຈົ້າ?

ສະຫລຸບ

ບໍ່​ມີ​ໃຜ​ສາມາດ​ຖຽງ​ກ່ຽວ​ກັບ​ສິ່ງ​ທີ່​ໂຈ​ເຊັບ ສະ​ມິດ ​ໄດ້​ເຮັດ​ສຳ​ເລັດ​ຜົນ, ພຽງ​ແຕ່​ກ່ຽວ​ກັບ​ວິທີ​ທີ່​ເພິ່ນ​ເຮັດ ​ແລະ ສິ່ງ​ທີ່​ເພິ່ນ​ເຮັດ ​ແລະ ​ດ້ວຍ​ເຫດ​ໃດ. ​ແລະ ກໍ​ບໍ່​ມີຫລາຍ​ຢ່າງ​ທີ່​ຈະ​ໃຫ້​ເລືອກ. ຖ້າ​ເພິ່ນບໍ່​ແມ່ນ​ຜູ້​ທຳທ່າ​ເຮັດ ​ເພິ່ນ​ກໍ​ເປັນ​ສາດສະດາ. ຖ້າ​ເພິ່ນ​ບໍ່​ໄດ້​ເຮັດ​ດ້ວຍ​ຕົວ​ຄົນ​ດຽວ, ​ເພິ່ນ​ກໍ​ຕ້ອງ​​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ຈາກ​ສະຫວັນ. ​ໃຫ້​ເບິ່ງ​ຫລັກ​ຖານ, ​ແຕ່​ໃຫ້​ເບິ່ງ​ຫລັກ​ຖານ​ທັງ​ໝົດ, ​ໃຫ້​ເບິ່ງທຸກ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນກັບ​ຊີວິດ​ຂອງ​ເພິ່ນ, ບໍ່​ແມ່ນ​ເບິ່ງ​ແຕ່​ສິ່ງ​ດຽວ​ເທົ່າ​ນັ້ນ. ສິ່ງ​ທີ່​ສຳຄັນ​ທີ່​ສຸດ, ​ໃຫ້​ເຮັດ​ຕາມ​ສິ່ງ​ທີ່ຊາຍ​ໜຸ່ມ​ໂຈ​ເຊັບ​ໄດ້​ເຮັດ​ຄື “ທູນ​ຂໍ … ຈາກພຣະ​ເຈົ້າ, ຜູ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ຄົນ​ທັງ​ປວງ​ດ້ວຍ​ພຣະກະລຸນາ ບໍ່​ຊົງ​ກ່າວ​ຕິ ​ແລະ ຜູ້ນັ້ນກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນ​ຂໍ.”17 ນີ້​ບໍ່​ແມ່ນ​ພຽງ​ແຕ່​ວິທີ​ທີ່​ທ່ານ​ອາດ​ຮຽນ​ຮູ້​ເຖິງ​ຄວາມ​ຈິງ​ກ່ຽວ​ກັບ​ພຣະຄຳ​ພີ​ມໍ​ມອນ ​ແລະ ​ໂຈ​ເຊັບ ສະ​ມິດ ​ເທົ່າ​ນັ້ນ, ​ແຕ່​ມັນ​ເປັນ​ແບບແຜນ​ທີ່ຈະ​ຮູ້​ທຸກ​ສິ່ງ.18

ໂຈ​ເຊັບ ສະ​ມິດ ​ໄດ້​ເປັນ​ສາດສະດາ​ຂອງ​ພຣະ​ເຈົ້າ, ​ດັ່ງ​ທີ່ ທ່ານ​ທອມ​ມັສ ແອັສ ມອນ​ສັນ ​ເປັນ​ສາດສະດາ​ໃນ​ທຸກ​ວັນ​ນີ້.​ ຜ່ານ ​ໂຈ​ເຊັບ ສະ​ມິດ, ຂໍ​ກະ​ແຈ​ແຫ່ງ​ອານາຈັກ​ຂອງ​ພຣະ​ເຈົ້າ “ໄດ້​ຖືກ​ມອບ​ໃຫ້​ແກ່ມະນຸດເທິງ​ແຜ່ນດິນ​ໂລກຄືນ​ອີກ, ​ແລະ … ພຣະກິດ​ຕິ​ຄຸນ [ຈະ] ຂະຫຍາຍ​ອອກ​ໄປ ... ຄື​ກັນ​ກັບ​ຫີນ​ກ້ອນໜຶ່ງຊຶ່ງແຕກ​ອອກ​ມາ​ເອງ​ຈາກ​ໜ້າຜາ​ໂດຍ​ບໍ່​ມີ​ໃຜ​ເຮັດ … , ຈົນເຕັມ​ແຜ່ນດິນ​ໂລກ.”19

ພຣະ​ເຈົ້າ​ເປັນ​ພຣະບິດາ​ນິລັນດອນ​ຂອງ​ເຮົາ, ​ແລະ ພຣະ​ເຢຊູຄື​ພຣະຄຣິດ. ​ເຮົາ​ຮັກ​ພວກ​ພຣະອົງ. ບໍ່​ມີ​ສິ່ງ​ໃດ​ທີ່​ສາມາດ​ເອົາ​ມາ​ປຽບທຽບ​ໃສ່​ກັບ​ການ​ສ້າງ​, ​ແຜນ​ແຫ່ງ​ຄວາມ​ລອດ, ​ແລະ ການ​​ເສຍ​ສະລະ​ຊົດ​ໃຊ້​ຂອງ​ລູກ​ແກະ​ຂອງ​ພຣະ​ເຈົ້າ​ໄດ້. ​ໃນ​ຍຸກ​ນີ້, ​ເຮົາ​ບັນລຸ​ແຜນ​ຂອງ​ພຣະບິດາ ​ແລະ ຮັບ​ເອົາ​ຜົນ​ຂອງ​ການ​ຊົດ​ໃຊ້ ພຽງ​ແຕ່​ໂດຍ​ການ​ເຊື່ອ​ຟັງ​ຕໍ່​ກົດ ​ແລະ ພິທີການ​ຂອງ​ພຣະກິດ​ຕິ​ຄຸນ​ເທົ່າ​ນັ້ນ ຊຶ່ງ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຜ່ານ​ທາງສາດສະດາ​ໂຈ​ເຊັບ ສະ​ມິດ. ​ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງພວກ​ພຣະອົງ ​ເຖິງພຣະ​ເຈົ້າ ພຣະບິດາ​ນິລັນດອນ ​ແລະ ພຣະ​ເຢຊູ​ຄຣິດ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ. ​ແລະ ຂ້າພະ​ເຈົ້າ​ເຮັດ​ສິ່ງ​ນີ້ ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.