​2010–2019
ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະ​ເຢຊູ​ຄຣິດ
ເມສາ 2014


ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະ​ເຢຊູ​ຄຣິດ

ພຣະ​ເຢຊູ​ແຫ່ງ​ນາສາ​ເຫ​ລັດ​ເປັນ​ພຣະຜູ້​ໄຖ່​ທີ່​ໄດ້​ຟື້ນ​ຄືນ​ຊີວິດ​ແລ້ວ, ​ແລະ ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນຈາກ ຄວາມ​ຈິງ ເຖິງ​ການ​ຟື້ນ​ຄືນ​ຊີວິດ.

ພາບ​ທີ່ຜ່າ​ຍ​ແພ້ ​ແລະ ໝົດ​ຫວັງ​ໄດ້​ເກີດ​ຂຶ້ນກັບ​ສານຸສິດ​ຂອງ​ພຣະ​ອົງ ​​ໃນ​ຂະນະ​ທີ່ພຣະ​ເຢຊູ​​ໄດ້​ຮັບ​ທຸກທໍລະມານ ​ແລະ ​ໄດ້​ສິ້ນ​ພຣະຊົນ​ຢູ່​ເທິງ​ໄມ້​ກາງ​ແຂນ ​ແລະ ພຣະສົບຂອງ​ພຣະອົງ​ໄດ້​ຖືກ​ເອົາ​ໄປ​ວາງ​ໄວ້ຢູ່​ໃນ​ອຸບ​ໂມງ. ​ເຖິງ​ແມ່ນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ເລື້ອຍໆ​ເຖິງ​ການສິ້ນ​ພຣະຊົນ​ຂອງ​ພຣະອົງ ​ແລະ ​ເຖິງ​ການ​ຟື້ນ​ຄືນ​ອີກ, ​ແຕ່​ເຂົາ​ເຈົ້າບໍ່​ໄດ້​ເຂົ້າ​ໃຈ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ດົນຫລັງ​ຈາກຕອນ​ບ່າຍ​ທີ່​ມືດ​ມົວ​ຂອງ​ວັນ​ຄຶງ​ນັ້ນ, ກໍ​ກາຍ​ເປັນ​ຮຸ່ງ​ເຊົ້າທີ່​ປິ​ຕິ​ຍິນ​ດີ​ຂອງ​ການ​ຟື້ນ​ຄືນ​ພຣະຊົນ. ​ແຕ່​ຄວາມ​ປິ​ຕິ​ຍິນ​ດີ​ໄດ້​ມາ​ເຖິງ ພຽງ​ແຕ່​ເພາະ​ການ​ເປັນ​ພະຍານ​ເຖິງ​ການ​ຟື້ນ​ຄືນ​ຊີວິດ, ​​ແມ່ນ​ແຕ່​ການ​ປະກາດ​ຂອງ​ເຫລົ່າ​ທູດ​ວ່າ​ພຣະອົງ​ໄດ້​ຟື້ນ​ແລ້ວ ​ເທື່ອ​ທຳ​ອິດ​ກໍ​ບໍ່​ສາມາດ​ເຂົ້າ​ໃຈ​ໄດ້—ມັນ​ແມ່ນ​ບາງ​ສິ່ງ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນມາ​ກ່ອນ.

ນາງ​ມາຣີ ​ໄທ​ມັກດາ​ຣາ ​ແລະ ຜູ້ຍິງ​ທີ່​ຊື່ສັດ​ສອງ​ສາມ​ຄົນ ​ໄດ້​ໄປ​ຫາ​ອຸບ​ໂມງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໃນ​ຕອນ​ເຊົ້າຂອງ​ວັນ​ອາທິດ, ​​ເພື່ອ​ຊະ​ໂລມ​ພຣະສົບ​ຂອງ​ພຣະຜູ້​ເປັນ​ເຈົ້າດ້ວຍ​ນ້ຳຫອມ ກ່ອນ​ວັນ​ຊະບາ​ໂຕ. ​ໃນ​ເຊົ້າມື້​ນີ້, ​​ພວກ​ນາງ​ໄດ້​ພົບ​ເຫັນ​ປະຕູ​ອຸບ​ໂມງ​ເປີດ​ຢູ່, ​ແລະ ຫີນ​ທີ່​ປິດ​ປະ​ຕູ​ໄດ້​ຖືກ​ກິ້ງ​ອອກ, ​ແລ້ວ​ທູດ​ສະຫວັນ​ສອງ​ອົງ​ໄດ້​ປະກາດ​ວ່າ:

​“​ເປັນ​ຫຍັງ​ພວກ​ເຈົ້າຈຶ່ງ​ຊອກ​ຫາ​ຄົນ​ເປັນ​ຢູ່​ໃນ​ໝູ່​ຄົນ​ຕາຍ?

“ພຣະອົງ​ບໍ່​ໄດ້​ຢູ່​ທີ່​ນີ້, ພຣະອົງ​ເປັນ​ຄືນ​ມາສູ່​ຊີວິດ​ແລ້ວ, ຈົ່ງ​ລະນຶກ​ເຖິງ​ຖ້ອຍ​ຄຳ​ທີ່​ພຣະອົງ​ກ່າວ​ແກ່​ພວກ​ເຈົ້າ ​ເມື່ອ​ພຣະອົງ​ຢູ່​ໃນ​ແຂວງ​ຄາ​ລີ​ເລ,

“ບຸດ​ມະນຸດ​ຕ້ອງ​ຖືກ​ມອບ​ໄວ້​ໃນ​ມືຂອງ​ບັນດາ​ຄົນ​ບາບ ​ແລະ ຖືກ​ຄຶງ​ໄວ້​ທີ່​ໄມ້​ກາງ​ແ​ຂນ ​ແລ້ວ​ໃນ​ວັນ​ຖ້ວນ​ສາມ​ກໍ​ຈະ​ເປັນ​ຄືນ​ມາສູ່​ຊີວິດ.”1

“ຈົ່ງ​ມາ​ເບິ່ງ​ບ່ອນ​ທີ່​ເຂົາ​ວາງ​ພຣະອົງ​ໄວ້.

“ຈົ່ງ​ຟ້າວ​ໄປ​ບອກ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ ພຣະອົງ​​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ.”2

ດັ່ງ​ທີ່​ໄດ້​ຖືກ​ຮັບ​ສັ່ງ​ຈາກ​ທູດ, ນາງ​ມາຣີ​ໄທ​ມັກ​ດາຣາຈຶ່ງ​ໄດ້​ຫລຽວ​​ເຂົ້າ​ໄປ​ໃນ​ອຸບ​ໂມງ, ​ແຕ່​ເບິ່ງ​ຄື​ວ່າ ນາງ​ພຽງ​ແຕ່​ສົນ​ໃຈ​ເລື່ອງ​ພຣະສົບ​ຂອງ​ພຣະຜູ້​ເປັນ​ເຈົ້າທີ່​ຫາຍ​ໄປ. ນາງ​ໄດ້​ຟ້າວ​ໄປ​ລາຍ​ງານ​ຕໍ່​ອັກຄະ​ສາວົກ, ​​ແລ້ວ ​ໄດ້​ກ່າວ​ກັບເປ​ໂຕ ​ແລະ ​ໂຢຮັນວ່າ, “​ເຂົາ​ໄດ້​ເອົາ​ສົບ​ຂອງ​ພຣະອາຈານ​ອອກ​ຈາກ​ອຸບ​​​​ໂມງແລ້ວ ​ແລະ ພວກ​ເຮົາ​ບໍ່​ຮູ້​ວ່າ​ເຂົາ​ເອົາ​ໄປ​ໄວ້​ໃສ.”3 ​ເປ​ໂຕ ​ແລະ ​ໂຢຮັນ ​ໄດ້​ແລ່ນ​ໄປ​ຫາ​ອຸບ​ໂມງ​ເພື່ອຄວາມ​ແນ່​ໃຈ ​ແລະ ​ເຫັນ​ວ່າ​ອຸ​ງ​ໂມງ​ວ່າງ​ເປົ່າ, ​ໄດ້​ເຫັນ “ຜ້າປ່າ​ນກອງ​ຢູ່ … ແລະ ຜ້າພັນ​ຫົວ​ຂອງ​ພຣະອົງ​ທີ່​ບໍ່​ໄດ້​ກອງ​ໃສ່​ກັບ​ຜ້າ​ອື່ນໆ … ມ້ວນ​ໄວ້​ຕ່າງຫາກ.”4 ໂຢຮັນ​ໄດ້​ເປັນ​ຜູ້​ທຳ​ອິດ​ທີ່​ເຂົ້າ​ໃຈ​ຂ່າວສານ​ເລື່ອງ​ການ​ຟື້ນ​ຄືນ​ຊີວິດ. ​ເພິ່ນໄດ້​ຂຽນ​ວ່າ “ລາວ​ໄດ້​ເຫັນ, ​ແລະ ​ໄດ້​ເຊື່ອ,” ​ເຖິງ​ແມ່ນ​​ໃນ​ເວລາ​ນັ້ນ ຄົນ​ອື່ນໆ, “ບໍ່​​ເຂົ້າ​ໃຈ​ໃນ​ຂໍ້​ພຣະຄຳ​ພີ​ທີ່​ມີ​ຂຽນ​ໄວ້​ວ່າ, [ພ​ຣະ​ເຢຊູ] ຈະ​ຕ້ອງ​ເປັນ​ຄືນ​ມາ​ຈາກ​ຕາຍ.”5

ເປ​ໂຕ ​ແລະ ​ໂຢຮັນ ​ໄດ້​ຈາກ​ໄປ. ​ແຕ່​ນາງມາຣີຍັງ​ຢູ່​ໃນ​ນັ້ນຮ້ອງ​ໄຫ້​ຢູ່. ​ໃນ​ເວລາ​ດຽວ​ກັນນັ້ນ ​ທູດ​ໄດ້ກັບ​ຄືນ​ມາ ​ແລະ ​ໄດ້ຖາມ​ນາງ​ດ້ວຍ​ຄວາມ​ອ່ອນ​ໂຍນ​ວ່າ, “ນາງ​ເອີຍ, ​ເປັນ​ຫຍັງ​ເຈົ້າຈຶ່ງ​ຮ້ອງ​ໄຫ້? ນາງ​ຕອບ​ວ່າ ​ເພາະ​ເຂົາ​ໄດ້​ເອົາ​ພຣະສົບ​ພຣະອາຈານ​ຂອງ​ຂ້ານ້ອຍ​ໄປ​ແລ້ວ ​ແລະ ຂ້ານ້ອຍບໍ່​ຮູ້​ວ່າ​ເຂົາ​ເອົາ​ໄປ​ໄວ້​ໃສ.”6 ທັນ​ໃດ​ນັ້ນ ພຣະຜູ້​ຊ່ອຍ​ໃຫ້​ລອດ​ທີ່​​ໄດ້​ຟື້ນ​ຄືນ​ຊີວິດ ​ໄດ້​ມາ​ຢືນ​ຢູ່​ຂ້າງ​ຫລັງ​ນາງ ​ແລະ ກ່າວ​ວ່າ, “ນາງ​ເອີຍ ​ເປັນ​ຫຍັງ​ເຈົ້າຈຶ່ງ​ຮ້ອງ​ໄຫ້? ​ເຈົ້າຊອກ​ຫາ​ຜູ້​ໃດ? ນາງ​ຄິດ​ວ່າ​​ເປັນຄົນ​ຮັກສາ​ສວນ ນາງ​ຈຶ່ງ​ຕອບ​ວ່າ ທ່ານ​ເອີຍ ຖ້າ​ທ່ານ​ໄດ້​ເອົາ​ສົບ​ຂອງ​ເພິ່ນ​ໄປ ​ບອກ​ໃຫ້​ຂ້ານ້ອຍ​ຮູ້​ແດ່​ວ່າ​ທ່ານ​ເອົາ​ໄປ​ໄວ້​ໃສ ​ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ນຳ​ເອົາ​ສົບ​ຂອງ​ພຣະອົງ​ອອກ​ໄປ.”7

​ແອວ​ເດີ ​ເຈ​ມ ອີ ທາດ​ເມດ ​ໄດ້​ຂຽນ​ວ່າ: “ນັ້ນ​ແມ່ນພຣະ​ເຢຊູ​ຜູ້​ທີ່​ນາງ​ໄດ້​ກ່າວ​ເຖິງ, ພຣະຜູ້​ເປັນ​ເຈົ້າຜູ້​ທີ່​ນາງ​ຮັກ, ​ເຖິງ​ແມ່ນ​ນາງ​ບໍ່​ຮູ້. ຖ້ອຍ​ຄຳ​ໜຶ່ງ​ຈາກ​ພຣະ​ໂອດ​ຂອງ​ພຣະອົງ ​ໄດ້​ປ່ຽນຄວາມ​ໂສກ​ເສົ້າຂອງ​ນາງ ​​ເປັນຄວາມ​ຊື່ນ​ຊົມ. ‘ພຣະ​ເຢຊູ​ໄດ້​ກ່າວ​ກັບ​ນາງ​ວ່າ, ມາຣີ​ເອີຍ.’ ສຽງ​ອັນ​ອ່ອນ​ໂຍນ​ຂອງ​ພຣະອົງ​ທີ່​ນາງ​ໄດ້​ຍິນ ​ແລະ ຮັກ​ໃນ​ຄາວ​ເມື່ອ​ກ່ອນ ​ໄດ້​ຍົກນາງ​ຂຶ້ນຈາກ​ຄວາມ​​ໂສກ​ເສົ້າທີ່​ສຸດ. ນາງ​ໄດ້​ຫັນ​ໜ້າ​ໄປ ​ແລະ ​ໄດ້​ເຫັນ​ພຣະຜູ້​ເປັນ​ເຈົ້າ. ​ໃນ​ຄວາມ​ປິ​ຕິ​ຍິນ​ດີ​ນັ້ນ, ນາງ​ໄດ້​ເອື້ອມ​ມື​ອອກ​ໄປ ​ເພື່ອ​ຈະ​ໂອບ​ກອດ​ພຣະອົງ, ພ້ອມ​ທັງ​ກ່າວ​ຄຳທີ່​ຮັກ​​ໄຄ່ ​ແລະ ນະມັດສະການ​ວ່າ, ‘ຣັບ​ໂບນີ,’ ໝາຍ​​ຄວາມ​ວ່າ ພຣະອາຈານ​ທີ່​ຮັກ​ຂອງ​ຂ້ານ້ອຍ.”8

ສະນັ້ນ, ສະຕີ​ທີ່​ດີ​ເລີດ​ຄົນນີ້ ​ໄດ້​ກາຍ​ເປັນ​ມະນຸດ​ຄົນ​ທຳ​ອິດ​ໄດ້​ເຫັນ ​ແລະ ​ໄດ້ກ່າວ​ກັບພຣະຄຣິດທີ່​ໄດ້​ຟື້ນ​ຄືນ​ຊີວິດ. ຕໍ່​ມາ​ໃນ​ມື້​ດຽວ​ກັນນັ້ນ ພຣະອົງ​ໄດ້​ປະກົດ​ຕົວ​ຕໍ່​ເປ​ໂຕ​ຢູ່​ໃນ​ເມືອງ ຫລື ​ໃກ້​ເມືອງ​ເຢຣູຊາ​ເລັມ;9 ຕໍ່ສານຸສິດ​ສອງ​ຄົນຢູ່​ໃນ​ເສັ້ນທາງ​ໄປ​ຫາ ​ເອມາ​ອຸດ;10 ແລະ ​ພຣະອົງ​ໄດ້​ມາປະກົດ​ຕໍ່​ອັກຄະ​ສາວົກ 10 ຄົນ ​ແລະ ຄົນ​ອື່ນໆ, ​ແລ້ວ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ມື ​ແລະ ຕີນ​ຂອງ​ເຮົາ​ດູ ນີ້​ແມ່ນ​ເຮົາ​ເອງ​ແທ້​ໆ. ຈົ່ງ​ຄຳ​ເບິ່ງ​ຕົວ​ເຮົາ ​ແລະ ພວກ​ເຈົ້າກໍ​ຈະ​ຮູ້ ​ເພາະວ່າ​ຜີ​ບໍ່​ມີ​ເນື້ອ​ໜັງ, ບໍ່​ມີ​ກະດູກ​ດັ່ງ​ທີ່​ພວກ​ເຈົ້າ​ເຫັນ​ເຮົາ​ມີ​ຢູ່​ນີ້.”11 ແລ້ວ​ໄດ້​ໃຫ້​ເຂົ​າ​ເຈົ້າ​ແນ່​ໃຈ​ອີກ​ວ່າ “​ເມື່ອ​ຍັງ​ບໍ່​ວາງ​ໃຈ​ເຊື່ອ​ເພາະ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່,”12 ພຣະອົງ​ໄດ້​ກິນປາ​ປີ້ງ ​ແລະ ນ້ຳ​ເຜິ້ງຢູ່​ຕໍ່ໜ້າ​ເຂົາ​ເຈົ້າ.13 ຈາກ​ນັ້ນພຣະອົງ​ໄດ້​ແນະນຳ​ເຂົາ​ເຈົ້າວ່າ, “ພວກ​ເຈົ້າຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ໃນ​ນະຄອນ​ເຢຣູຊາ​ເລັມ ຕະຫລອດ​ທົ່ວ​ທັງ​ແຂວງ​ຢູດາຍ​ກັບ​ຊາ​ມາ​ເຣຍ ​ແລະ ຈົນ​ເຖິງ​ທີ່​ສຸດ​ປາຍ​ແຜ່ນດິນ​ໂລກ.”14

ນອກ​ເໜືອ​ໄປ​ຈາ​ກການ​​ເປັນ​ພະຍານ​ຢືນຢັນ​ເຫລົ່າ​ນີ້​ໃນ​ເຢຣູຊາ​ເລັມ​ແລ້ວ, ​ເຮົາ​ຍັງ​ມີ​ການ​ປະຕິບັດ​ສາດສະໜາ​ກິດ​ທີ່​ປຽບທຽບ​ບໍ່​ໄດ້​ຂອງ​ພຣະຜູ້​ເປັນ​ເຈົ້າທີ່​ຊົງ​ພຣະຊົນຕໍ່ຜູ້​ອາ​ໄສ​ຢູ່​ໂລກ​ເບື້ອງຕາ​ເວັນ​ຕົກ​ອີກ. ​ໃນ​ເມືອງບາ​ວທີ​ຟູ​ນ, ພຣະອົງ​ໄດ້​ສະ​ເດັດ​ລົງ​ມາ​ຈາກ​ສະຫວັນ ​ແລະ ​ໄດ້​ເຊື້ອ​ເຊີນ​ຜູ້​ຄົນ​ຈຳນວນ 2,500 ຄົນ ​ໃຫ້​ເຂົ້າມາ​ຫາ​ພຣະອົງ​ເທື່ອ​ລະ​ຄົນ ຈົນ​ກວ່າ​ທຸກ​ຄົນ​ໄດ້​​ແຕະຕ້ອງ​ຂ້າງ​ ​ແລະ ​ພຣະຫັດ ​ແລະ ພຣະບາດ​ຂອງ​ພຣະອົງ.15

“ແລະ ຫລັງ​ຈາກ​ທີ່​ພວກ​ເຂົາ​ທຸກ​ຄົນໄດ້​ອອກ​ໄປ ແລະ ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ຕົວ​ເອງ​ແລ້ວ, ພວກ​ເຂົາ​ໄດ້​ຮ້ອງ​ອອກ​ມາ​ເປັນ​ສຽງ​ດຽວ​ກັນ, ມີ​ຄວາມ​ວ່າ:

“ໂຮ​ຊັນ​ນາ! ຂໍ​ພຣະນາມ​ຂອງ​ພຣະ​ເຈົ້າ​ຜູ້​ສູງ​ສຸດ​ຈົ່ງ​ພຣະ​ກະ​ເສີມ​ສຳລານ​ເຖີດ! ແລ້ວ​ພວກ​ເຂົາ​ກໍ​ໄດ້​ກາບ​ລົງ​ແທບ​ພຣະບາດ​ຂອງ​ພຣະ​ເຢຊູ ແລະ ໄດ້​ນະມັດ​ສະການ​ພຣະ​ອົງ.”16

ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະຄຣິດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຊົງ​ພຣະຊົນ​ຢູ່​ຂອງ​ພຣະອົງ ​ເປັນ​ເອກະລາດ ​ແລະ ​ເປັນນິດ. “ພຣະບິດາ​ເຈົ້າມີ​ຊີວິດ​ໃນ​ພຣະອົງ​ເອງ​ສັນ​ໃດ ພຣະອົງ​ກໍ​ໄດ້​ໃຫ້​ພຣະບຸດ​ມີ​ຊີວິດ​ໃນ​ພຣະອົງ​ເອງ​ສັນນັ້ນ.”17 ພຣະ​ເຢຊູ​ ​ໄດ້​ກ່າວ​ວ່າ:

“ດ້ວຍ​ເຫດ​ນີ້​ພຣະບິດາ​ເຈົ້າ ຈົ່ງ​ຮັກ​ເຮົາ​ເພາະ​ເຮົາ​ສະລະ​ຊີວິດ​ຂອງ​ເຮົາ ​ເພື່ອ​ຈະ​ຮັບ​ຊີວິດ​ນັ້ນຄືນ​ມາ.

“ບໍ່​ມີ​ຜູ້​ໃດ​ຍາດ​ເອົາ​ຊີວິດ​ໄປ​ຈາກ​ເຮົາ, ​ແຕ່​ເຮົາ​ສະລະ​ຊີວິດ​ດ້ວຍ​ໃຈ​ສະໝັກ​ຂອງ​ເຮົາ​ເອງ, ​ເຮົາ​ມີ​ສິດ​ທີ່​ຈະ​ສະລະ​ຊີວິດ​ນັ້ນ ​ແລະ ມີ​ສິດ​ທີ່​ຈະ​ຮັບ​ເອົາ​ຄືນ.”18

ພຣະອົງ​ບໍ່​ໄດ້​ເພິ່ງ​ພາ​ອາ​ໄສ​ອາຫານ ຫລື ນ້ຳ ຫລື ອ໊ອກຊີ​ເຢັນ ຫລື ວັດຖຸ​ໃດໆ​ທັງ​ສິ້ນ, ຫລື ອຳນາດ, ຫລື ບຸກຄົນ​ໃດສຳລັບ​ຊີວິດ. ພຣະ​ເຢ​ໂຮ​ວາ ​ແລະ ພຣະ​ເມ​ຊີ​ອາ ທັງ​ສອງ​ພຣະອົງ​ເປັນ​ຜູ້ຍິ່ງ​ໃຫຍ່,​ ​ເປັນ​ພຣະ​ເຈົ້າທີ່​ຊົງ​ພຣະຊົນ​ຢູ່​ຢ່າງ​ເປັນ​ເອກະລາດ.19 ພຣະອົງ​ຈະ​ຊົງ​ພຣະຊົນ​ຢູ່​ຕະຫລອດ​ການ.

​ໂດຍ​ການ​ຊົດ​ໃຊ້ ​ແລະ ການ​ຟື້ນ​ຄືນຊີວິດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດໄດ້​ເອົາ​ຊະນະ​ການ​ຕົກທຸກ​ຢ່າງ. ຄວາມຕາຍ​ທາງ​ຮ່າງກາຍ​ຈະ​ເປັນ​ພຽງຊົ່ວຄາວ, ​ແລະ ​ແມ່ນ​​ແຕ່​ຄວາ​ມຕາຍ​ທາງວິນ​ຍານ​ກໍ​ມີ​ທີ່​ສຸດ​ໄດ້, ​ເພາະ​ເຮົາ​ທຸກ​ຄົນ​ຈະ​ໄດ້​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ຢ່າງ​ໜ້ອຍ​ຊົ່ວຄາວ, ​ເພື່ອ​ຖືກ​ພິພາກສາ. ​ເຮົາສາມາດ​ມີ​ຄວາມ​ໄວ້​ວາງ​ໃຈ ​ແລະ ຄວາມ​ເຊື່ອ​ໝັ້ນຢ່າງ​ສູງ​ສຸດ​ໄດ້ ​ໃນ​ອຳນາດ​ຂອງ​ພຣະອົງ ທີ່​ຈະ​ເອົາ​ຊະນະ​ທຸກ​ສິ່ງ ​ແລະ ​ໄດ້ຮັບ​ຊີວິດ​ອັນ​ເປັນນິດ.

“​ເພາະວ່າ​ຄວາມ​ຕາຍ​ໄດ້​ມີ​ມາ​ທາງ​ມະນຸດ​ສັນ​ໃດ, ການ​ຄືນ​ມາ​ຈາກ​ຕາຍ​ກໍ​ມີ​ມາ​ທາງ​ມະນຸດ​ສັນນັ້ນ.

“ດ້ວຍ​ວ່າ​ຄົນ​ທັງ​ປວງ​ໄດ້​ຕາຍ, ​ເພາະ​ກ່ຽວ​​ເນື່ອງ​ກັບ​ອາ​ດາມ​ສັນ​ໃດ, ຄົນ​ທັງ​ປວງ​ກໍ​ຈະ​ຖືກ​ບັນດານ​ໃຫ້​ມີ​ຊີວິດ ​ເພາະ​ກ່ຽວ​​ເນື່ອງ​ກັບ​ພຣະຄຣິດສັນນັ້ນ.”20

ໃນ​ຖ້ອຍ​ຄຳ​ຂອງ​ແອວ​ເດີ ນຽວ ​ເອ ​ແມ໊ກສະ​ແວວ: “ການ​ທີ່​ພຣະຄຣິດເອົາ​ຊະນະ​ຄວາມ​ຕາຍ​ ​ໄດ້​​ເຮັດ​ໃຫ້​ສະພາບ​ການ​ທີ່​ລຳບາກ​ຂອງ​ມະນຸດ​ສິ້ນ​ສຸດ​ລົງ. ບັດ​ນີ້ ມີ​ແຕ່​ສະພາບ​ການ​ທີ່​ລຳບາກ​​ເປັນ​ສ່ວນ​ຕົວ​ເທົ່າ​ນັ້ນ, ​ແລະ ຈາກ​ສິ່ງ​ເຫລົ່າ​ນີ້ ​ເຮົາ​ຄື​ກັນຈະ​ຖືກ​ຊ່ອຍ​ກູ້ ​ໂດຍ​ການ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະອົງ ຜູ້​ຊ່ອຍ​ກູ້​ເຮົາ​ຈາກຄວາມ​ດັບ​ສູນ​ທົ່ວ​ໄປ.”21

ໂດຍ​ທີ່ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຄວາມ​ຍຸດ​ຕິ​ທຳ, ບັດ​ນີ້ ພຣະຄຣິດຈຶ່ງ​ໄດ້​ກ້າວ​ເຂົ້າ​ໄປ​ໃນ​ສະຖານ​ທີ່​ຍຸດຕິ​ທຳ; ຫລື ​ເຮົາ​ອາດ​ເວົ້າ​ໄດ້​ວ່າ, ພຣະອົງ​ເປັນຄວາມ​ຍຸດຕິ​ທຳ, ພຣະອົງ​ເປັນຄວາມ​ຮັກ.22 ເຊັ່ນ​ດຽວ​ກັນນັ້ນ, ນອກ​ເໜືອ​ໄປ​ຈາກ​ການ​ເປັນ​ພຣະ​ເຈົ້າທີ່​ຍຸດຕິ​ທຳ​ແລ້ວ, ພຣະອົງ​ຍັງ​ເປັນ​ພຣະ​ເຈົ້າທີ່​ມີ​ຄວາມ​ເມດ​ຕາ​ອັນ​ສົມບູນ​ນຳ​ອີກ.23 ດັ່ງນັ້ນ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ຈຶ່ງ​ເຮັດ​ໃຫ້​ທຸກ​ສິ່ງຖືກຕ້ອງ. ບໍ່​ມີ​ຄວາມ​ຍຸດຕິ​ທຳ​ໃດ​​ໃນ​ໂລກ​ນີ້​ທີ່​ຖາວອນ, ​ແມ່ນ​ແຕ່​ຄວາມ​ຕາຍ, ​ເພາະ​ພຣະອົງ​ໄດ້​ນຳ​ຊີວິດ​ຄືນ​ມາ​ອີກ. ບໍ່​ມີ ບາດ​ແຜ​ໃດ, ຄວາມ​ພິການ​ໃດ, ການ​ທໍລະ​ຍົດ​ໃດ, ຫລື ການ​ຂົ່ມ​ເຫັງ ຈະ​ບໍ່​ໄດ້​ຮັບ​ການ​ຕອບ​ແທນ​ໃນ​ພາຍຫລັງ ​ເພາະ​ຄວາມ​ຍຸດຕິ​ທຳ ​ແລະ ຄວາມ​ເມດ​ຕາ​ອັນ​ສູງ​ສຸດ​ຂອງ​ພຣະອົງ.

ຄ້າຍຄື​ກັນ​ນີ້, ​ເຮົາຈຶ່ງ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ພຣະອົງ​ສຳລັບ​ຊີວິດ, ການ​ເລືອກ, ​ແລະ ການ​ກະທຳ​, ​ແມ່ນ​ແຕ່​ຄວາມ​ຄິດ​ຂອງ​ເຮົາ. ​ເພາະ​ພຣະອົງ​ໄດ້​ໄຖ່​ເຮົາ​ຈາກ​ການ​ຕົກ, ຊີວິດ​ຂອງ​ເຮົາ​ຈຶ່ງ​ເປັນ​ຂອງ​ພຣະອົງ. ພຣະອົງ​ໄດ້​ປະກາດ​ວ່າ:

“ຈົ່ງ​ເບິ່ງ ເຮົາ​ໄດ້ມອບພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໃຫ້ແກ່​ເຈົ້າ, ແລະ ນີ້​ຄື​ພຣະ​ກິດ​ຕິ​ຄຸນຊຶ່ງ​ເຮົາ​ໄດ້ມອບ​ໃຫ້​ແກ່​ເຈົ້າ—ຄື​ເຮົາ​ໄດ້​ມາ​ເກີດ​ໃນ​ໂລກ​ເພື່ອ​ກະທຳ​ຕາມ​ນ້ຳພຣະ​ໄທ​ຂອງ​ພຣະ​ບິດາ​ຂອງ​ເຮົາ, ເພາະວ່າ​ພຣະ​ບິດາ​ຂອງ​ເຮົາໄດ້​ສົ່ງ​ເຮົາ​ມາ.

“ແລະ ພຣະ​ບິດາ​ຂອງ​ເຮົາ​ໄດ້​ສົ່ງ​ເຮົາມາ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ; ແລະ ຫລັງ​ຈາກ​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊັກ​ນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ, ດັ່ງ​ທີ່​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ໂດຍ​ມະນຸດ​ສັນນັ້ນ ມະນຸດ​ກໍ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ໂດຍ​ພຣະ​ບິດາ​ສັນນັ້ນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມາ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ເຮົາ ເພື່ອ​ຮັບ​ການ​ພິພາກສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ​.”24

​ໃຫ້​ຄິດ​ຈັກ​ບຶດໜຶ່ງ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຟື້ນ​ຄືນ​ຊີວິດ ​ໃນ​ການຕັດສິນ​ໃຈ​ເລື່ອງ​ຄວາມ​ຈິງ​ແທ້​ຂອງ​ພຣະ​ເຢຊູ​ແຫ່ງ​ນາສາ​ເຫ​ລັດ ​ແລະ ການ​ຖົກ​ຖຽງ​ກັນເລື່ອງ​ຄຳ​ຖາມ​ຂອງ​ຊີວິດ. ຖ້າ​ຫາກ​ພຣະ​ເຢຊູ​ໄດ້​ຟື້ນ​ຄືນ​ຊີວິດ​ແທ້ໆ, ຈຶ່ງ​ເປັນ​ໄປ​ໄດ້​ວ່າ​ພຣະອົງ​ເປັນພຣະຜູ້​ເປັນ​ເຈົ້າ. ບໍ່​ມີ​ມະນຸດ​ຄົນ​ໃດ​ທີ່​ມີອຳນາດ​ຟື້ນ​ຄືນ​ຊີວິດ​ມາ​ອີກ​ຫລັງ​ຈາກ​ໄດ້​ຕາຍ​ໄປ. ​ເພາະ​ພຣະອົງ​ໄດ້​ຟື້ນ​ຄືນ​ຊີວິດ, ພຣະ​ເຢຊູ​ຈຶ່ງ​ບໍ່​ໄດ້​ເປັນ​ພຽງ​ແຕ່​ຊ່າງ​ໄມ້, ​ເປັນ​ຄູ​ສອນ, ​ເປັນ​ນັກ​ເທດ​ສະໜາ, ຫລື ​ເປັນ​ສາດສະດາ​ເທົ່າ​ນັ້ນ. ​ເພາະ​ພຣະອົງ​ໄດ້​ຟື້ນ​ຄືນ​ຊີວິດ​ແລ້ວ, ພຣະ​ເຢຊູ​ຈຶ່ງ​ໄດ້​ເປັນ​ພຣະ​ເຈົ້າ, ​ແມ່ນ​ແຕ່​ເປັນ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີ​ດຂອງ​ພຣະບິດາ.

ດັ່ງນັ້ນ, ສິ່ງ​ທີ່​ພຣະອົງ​ໄດ້​ສອນ​ຈຶ່ງ​ເປັນຄວາມ​ຈິງ; ພຣະ​ເຈົ້າບໍ່​ສາມາດ​ຕົວະ​.25

ດັ່ງນັ້ນ, ພຣະອົງ​ຈຶ່ງ​​ເປັນ​ພຣະຜູ້​ສ້າງ​ໂລກ, ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ.26

ດັ່ງນັ້ນ, ສະຫວັນ ​ແລະ ນະລົກ​ຈຶ່ງ​ເປັນຄວາມ​ຈິງ, ດັ່ງ​ທີ່​ພຣະອົງ​ໄດ້​ສອນ.27

​ດັ່ງນັ້ນ, ຈຶ່ງ​ມີ​ໂລກ​ວິນ​ຍານ ບ່ອນ​ທີ່​ພຣະອົງ​ໄດ້​​ໄປ​ຢ້ຽມຢາມ​ຫລັງ​ຈາກ​ພຣະອົງ​ສິ້ນ​ພຣະຊົນ.28

ດັ່ງນັ້ນ, ພຣະອົງ​ຈຶ່ງ​ຈະ​ສະ​ເດັດ​ມາ​ອີກ, ດັ່ງ​ທີ່​​ເຫລົ່າ​ທູດ​ກ່າວ,29 ແລະ “ປົກຄອງ​ໂລກ​ນີ້​ໂດຍ​ພຣະອົງ​ເອງ​.”30

ດັ່ງນັ້ນ, ຈຶ່ງ​ຈະ​ມີ​ການ​ຟື້ນ​ຄືນ​ຊີວິດ​ ​ແລະ ການ​ພິພາກສາ​ຄັ້ງສຸດ​ທ້າຍສຳລັບ​ທຸກ​ຄົນ.31

ເພາະ​ຄວາມ​ແທ້​ຈິງ​ຂອງ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະຄຣິດ, ຄວາມ​ສົງ​ໄສ​ກ່ຽວ​ກັບ​ອຳນາດ​ອັນ​ສູງ​ສຸດ, ຄວາມ​ຮູ້​ອັນ​ສູງ​ສຸດ, ​ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າອົງ​ເປັນ​ພຣະບິດາ—ຜູ້​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ​ໃຫ້​ ​ເພື່ອ​​ໄຖ່​ໂລກ—ບໍ່​ມີ​ຫລັກ​ຖານ. ຄວາມ​ສົງ​ໄສ​ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ຈຸດປະສົງ​ຂອງ​ຊີວິດ ບໍ່​ໄດ້​ອີງ​ຕາມ​ຫລັກ​ຖານ. ຕາມຈິງ​ແລ້ວ ພຣະ​ເຢຊູ​ຄຣິດ​ເປັນ​ພຽງພຣະນາມດຽວ ຫລື ວິທີ​ດຽວ ຊຶ່ງ​ໂດຍ​ວິທີນັ້ນ ຄວາມ​ລອດ​ຈຶ່ງ​ມາສູ່​ມວນ​ມະນຸດ. ພຣະຄຸນ​ຂອງ​ພຣະຄຣິດ​ເປັນຄວາມ​ຈິງ, ​ຈັດ​ຫາທັງ​ການ​ໃຫ້​ອະ​ໄພ ​ແລະ ການ​ຊຳລະ​ລ້າງ​ແກ່​ຄົນ​ບາບ​ທີ່​ກັບ​ໃຈ. ​ແທ້​ຈິງ​ແລ້ວ ສັດທາ​ແມ່ນ​ເກີນ​ກວ່າ​ການ​ວາດ​ພາບ ຫລື ​ແຕ່ງ​ເລື່ອງ​ຢູ່​ໃນ​ຈິດ​ໃຈ​ເທົ່າ​ນັ້ນ. ພຣະອົງ​ໄດ້​ສອນ​ວ່າ ມີ​ຄວາມ​ຈິງ​ທີ່​ສູງ​ສຸດ ​ແລະ ​ໂດຍ​ຮອບ, ​ແລະ ພຣະອົງບໍ່​ເຂົ້າຂ້າງ ​ແລະ ບໍ່​ປ່ຽນ​ແປງ​ມາດຕະຖານ​ເລື່ອງ​ສິນ​ທຳ ຊຶ່ງ​ສອນ​​ໂດຍ​ພຣະອົງ.

ເມື່ອ​ກ່າວ​ເຖິງ​ຄວາມ​ຈິງ​ເລື່ອງ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະຄຣິດ, ການ​ກັບ​ໃຈ​ຈາກ​ການ​ຝ່າ​ຝືນ​ກົດ​ ​ແລະ ພຣະບັນຍັດໃດໆ​ຂອງ​ພຣະອົງທັງ​ສອງ​ເປັນ​ໄປ​ໄດ້ ​ແລະ ​ເປັນ​ເລື່ອງດ່ວນ. ການ​ມະຫັດ​ຈະ​ສັນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ເປັນຄວາມ​ຈິງ, ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ຕໍ່​ສານຸ​ສິດ​ຂອງ​ພຣະອົງ​ວ່າ ​ເຂົາ​ເ​ຈົ້າຈະ​​ເຮັດ​ຄື​ກັນ, ​ແລະ ​ແມ່ນ​ແຕ່​ເຮັດ​ວຽກ​ງານ​ທີ່​ຍິ່ງ​​ໃຫຍ່​ກວ່າ. ເພາະ​ຄວາມ​ແທ້​ຈິງ​ຂອງ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະຄຣິດ, ຄວາມ​ສົງ​ໄສ​ກ່ຽວ​ກັບ​ອຳນາດ​ອັນ​ສູງ​ສຸດ, ຄວາມ​ຮູ້​ອັນ​ສູງ​ສຸດ, ​ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າອົງ​ເປັນ​ພຣະບິດາ—ຜູ້​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ​ໃຫ້​ ​ເພື່ອ​​ໄຖ່​ໂລກ—ບໍ່​ມີ​ຫລັກ​ຖານ. ຄວາມ​ສົງ​ໄສ​ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ຈຸດປະສົງ​ຂອງ​ຊີວິດ ບໍ່​ໄດ້​ອີງ​ຕາມ​ຫລັກ​ຖານ. ຕາມຈິງ​ແລ້ວ ພຣະ​ເຢຊູ​ຄຣິດ​ເປັນ​ພຽງພຣະນາມດຽວ ຫລື ວິທີ​ດຽວ ຊຶ່ງ​ໂດຍ​ວິທີນັ້ນ ຄວາມ​ລອດ​ຈຶ່ງ​ມາສູ່​ມວນ​ມະນຸດ. ພຣະຄຸນ​ຂອງ​ພຣະຄຣິດ​ເປັນຄວາມ​ຈິງ, ​ຈັດ​ຫາທັງ​ການ​ໃຫ້​ອະ​ໄພ ​ແລະ ການ​ຊຳລະ​ລ້າງ​ແກ່​ຄົນ​ບາບ​ທີ່​ກັບ​ໃຈ. ​ແທ້​ຈິງ​ແລ້ວ ສັດທາ​ແມ່ນ​ເກີນ​ກວ່າ​ການ​ວາດ​ພາບ ຫລື ​ແຕ່ງ​ເລື່ອງ​ຢູ່​ໃນ​ຈິດ​ໃຈ​ເທົ່າ​ນັ້ນ. ພຣະອົງ​ໄດ້​ສອນ​ວ່າ ມີ​ຄວາມ​ຈິງ​ທີ່​ສູງ​ສຸດ ​ແລະ ​ໂດຍ​ຮອບ, ​ແລະ ພຣະອົງບໍ່​ເຂົ້າຂ້າງ ​ແລະ ບໍ່​ປ່ຽນ​ແປງ​ມາດຕະຖານ​ເລື່ອງ​ສິນ​ທຳ. ການ​ກັບ​ໃຈ​ຈາກ​ການ​ຝ່າ​ຝືນ​ກົດ​ ​ແລະ ພຣະບັນຍັດໃດໆ​ຂອງ​ພຣະອົງ ​ເປັນ​ເລື່ອງດ່ວນ. ການ​ມະຫັດ​ຈະ​ສັນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ເປັນຄວາມ​ຈິງ, ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ຕໍ່​ສານຸ​ສິດ​ຂອງ​ພຣະອົງ​ວ່າ ​ເຂົາ​ເຈົ້າຈະ​​ເຮັດ​ຄື​ກັນ, ​ແລະ ​ແມ່ນ​ແຕ່​ເຮັດ​ວຽກ​ງານ​ທີ່​ຍິ່ງ​​ໃຫຍ່​ກວ່າ.32 ຖານະ​ປະ​ໂລຫິດ​ຂອງ​ພຣະອົງ​ແມ່ນ​ຈຳ​ເປັນ​ຕໍ່​ອຳນາດ​ທີ່​​ແທ້​ຈິງ ທີ່​ຈະປະຕິບັດພຣະກິດ​ຕິ​ຄຸນ ​ແລະ ຖື​ຂໍ​ກະ​ແຈ​ແຫ່ງ​ຄວາມ​ລຶກລັບຂອງອານາຈັກ, ​ແມ່ນ​ແຕ່ຂໍ​ກະ​ແຈ​ແຫ່ງຄວາມ​ຮູ້ຂອງພຣະ​ເຈົ້າ. ສະນັ້ນ, ​ໃນພິທີການດັ່ງກ່າວ, ອຳນາດຂອງຄວາມ​ເປັນ​ເໝືອນ​ພຣະ​ເຈົ້າຈະສະ​ແດງ​ໃຫ້​ປະຈັກ.33 ເພາະ​ຄວາມ​ແທ້​ຈິງ​ຂອງ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະຄຣິດ, ຄວາມ​ຕາຍ​ຈຶ່ງ​ບໍ່​ແມ່ນ​ຈຸດ​ຈົບ, ​ແລະ ​ເຖິງ​ແມ່ນວ່າ​ເນື້ອ​ກາຍ​ຂອງ​ເຮົາ​ຈະ​ຖືກ​ພະຍາດ​ກັດ​ກິນ, ​ເມື່ອ​ຍັງ​ຢູ່​ໃນ​ຮ່າງກາຍ ​ເຮົາ​ຈະ​ໄດ້​ເຫັນ​ພຣະ​ເຈົ້າ.34

ປະທານ ທອມ​ມັສ ​ແອັສ ມອນ​ສັນ ບອກ​ກ່ຽວ​ກັບ​ຊາຍ​ຄົນ​ໜຶ່ງ​ຊື່ ຣໍ​ເບີດ ບະ​​ແລດ​ຝອດ, ຜູ້​ມີ​ອາຍຸ​​ 100 ປີ “ຢູ່​ໃນ​ປຶ້ມຂອງ​ລາວ​ຊື່ God and My Neighbor, ໄດ້​ໂຈມ​ຕີຄວາມ​ເຊື່ອ​ຂອງ​ຄົນ​ຄຣິດສະ​ຕຽນ, ດັ່ງ​ເຊັ່ນ​ພຣະ​ເຈົ້າ, ພຣະຄຣິດ, ການ​ອະທິຖານ, ​ແລະ ຄວາມ​ເປັນ​ອະມະຕະ. ລາວ​ໄດ້​ປະກາດ​ຢ່າງ​ກ້າຫານ​ວ່າ, ‘ຂ້າພະ​ເຈົ້າຂໍ​ຢືນຢັນ​ໃນ​ທຸກ​ສິ່ງ​ທີ່​ຂ້າພະ​ເຈົ້າຢາກຢືນຢັນຢ່າງ​ເດັດດ່ຽວ​ວ່າ ບໍ່​ມີ​ຊາວ​ຄຣິດຄົນ​ໃດ, ບໍ່​ວ່າ​ຈະ​ຍິ່ງ​ໃຫຍ່ ຫລື ມີ​ຄວາ​ມສາມາດຫລາຍ​ເທົ່າ​ໃດ​ກໍ​ຕາມ ທີ່​ຈະສາມາດ​ຕອບ​ຄຳ​ໂຕ້​ຖຽງ ຫລື ສາມາດ​ເຮັດ​ໃຫ້ຖ້ອຍ​ຄຳ​ຂອງ​ຂ້າພະ​ເຈົ້າສັ່ນ​ສະ​ເທືອນ.’ ລາວ​ມີ​ຄວາມ​ສົງ​ໄສ​ຫລາຍ. ​ແລ້ວ​ສິ່ງ​ທີ່​ແປກ​ປະຫລາດໄດ້​ເກີດ​ຂຶ້ນ. ລາວ​ໄດ້​ເຊົາ​ສົງ​ໄສ. … ລາວ​ໄດ້​ເລີ່ມຕົ້ນກັບ​ຄືນ​ມາສູ່​ສັດທາ​ທີ່​ເມື່ອ​ກ່ອນ​ລາວ​ໄດ້ດູ​ຖູ​ກ ​ແລະ ​ເຍາະ​ເຍີ້​ຍ. ​ແມ່ນ​ຫຍັງທີ່​ກໍ່​ໃຫ້​ເກີດ​ການ​ປ່ຽນ​ແປງ​ນີ້? ​ເມຍ​ຂອງ​ລາວ [​ໄດ້] ຕາຍ​ໄປ. ດ້ວຍ​ຄວາມ​ເຈັບ​ປວດ​ໃຈ, ລາວ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງ ບ່ອນ​ທີ່​ສົບ​ຂອງ​ເມຍ​ລາວ​ນອນຢູ່. ລາວ​ໄດ້​ຫລຽວ​ເບິ່ງ​ໜ້າ​ຂອງ​ຜູ້​ທີ່​ລາວ​ຮັກ​ທີ່​ສຸດ. ຫລັງ​ຈາ​ກລາວ​ອອກ​ມາ​ຈາກ​ຫ້ອງ, ລາວ​ໄດ້​ກ່າວ​ກັບ​​ເພື່ອນ​ຄົນ​ໜຶ່ງ​ຂອງ​ລາວ​ວ່າ: ‘​ແມ່ນ​ນາງ, ​ແຕ່​ເບິ່ງ​ຄັກ​ໆ​ແລ້ວ ບໍ່​ແມ່ນ​ນາງ. ທຸກ​ສິ່ງ​ໄດ້​ປ່ຽນ​ໄປ. ສິ່ງ​ທີ່​​ເຄີຍ​ຢູ່​ໃນ​ນັ້ນ ​ໄດ້​ຖືກ​​ເອົາ​ອອກ​ໄປ​ຈາກ​ນາງ. ນາງ​ບໍ່​ຄື​ເກົ່າ. ​ແມ່ນ​ຫຍັງ​ໄດ້​ອອກ​ໄປ​ຈາກ​ຮ່າງກາຍ​ຂອງນາງ ຖ້າ​ບໍ່​ແມ່ນ​ຈິດ​ວິນ​ຍານ​ຂອງ​ນາງ?’”35

ໃນ​ຄວາມ​ເປັນ​ຈິງ ພຣະຜູ້​ເປັນ​ເຈົ້າ​ໄດ້​ສິ້ນ​ພຣະຊົນ ​ແລະ ​ໄດ້​ຟື້ນ​ຄືນ​​ແລ້ວ​ບໍ? ​ແມ່ນ​ແລ້ວ. “ຫລັກ​ທຳ​ຂັ້ນພື້ນຖານ​ຂອງ​ສາດສະໜາ​ຂອງ​ເຮົາ​ແມ່ນ​ປະຈັກ​ພະຍານ​ຂອງ​ອັກຄະ​ສາວົກ ​ແລະ ສາດສະດາ, ກ່ຽວ​ກັບ​ພຣະ​ເຢຊູຄຣິດ, ວ່າ​ພຣະອົງ​ໄດ້​ສິ້ນ​ພຣະຊົນ, ​ໄດ້​ຖືກ​ຝັງ, ​ແລະ ​ໄດ້​ຟື້ນ​ຄືນ​ມາ​ອີກ​ໃນ​ມື້​ທີ​ສາມ, ​ແລະ ​ໄດ້​ສະ​ເດັດຂຶ້ນ​ໄປ​ສະຫວັນ; ​ແລະ ທຸກ​ສິ່ງ​ທັງ​ໝົດທີ່ກ່ຽວພັນກັບ​ສາດສະໜາ​ຂອງ​ເຮົາ​ເປັນ​ພຽງ​ສ່ວນ​ປະກອບ​​ໃສ່​ກັບ​ສິ່ງ​​ເຫລົ່າ​ນີ້​ເທົ່າ​ນັ້ນ.”36

ເມື່ອການທຳນາຍ​ກ່ຽວ​ກັບ​ການ​ກຳ​ເນີ​ດຂອງ​ພຣ​ະເຢຊູ​ຄຣິດ​ໃກ້​ຈະເກີດ​ເປັນ​ຈິງ, ມີ​ຊາວ​ນີ​ໄຟ ​ແລະ ຊາວ​ເລ​ມັນ​ຈຳນວນ​ໜຶ່ງ​ໃນ​ສະ​ໄໝ​ໂບຮານທີ່ເຊື່ອ, ​ເຖິງ​ແມ່ນ​ຄົນ​ສ່ວນ​ຫລາຍ​ສົງ​ໄສ. ​ໃນ​ທີ່​ສຸດ ​ເຄື່ອງ​ໝາຍ​ຂອງ​ການ​ກຳ​ເນີ​ດຂອງ​ພຣະອົງ​ກໍ​ໄດ້​ປະກົດ​ຂຶ້ນ—​ເປັນ​ມື້ໜຶ່ງ ​ແລະ ຄືນ​ໜຶ່ງ ​ແລະ ອີກ​ມື້ໜຶ່ງ ທີ່​ບໍ່​ມີ​ຄວາມ​ມືດ—​ແລະ ທຸກ​ຄົນ​ກໍ​ຮູ້.37 ແມ່ນ​ແຕ່​ໃນ​ທຸກ​ວັນ​ນີ້, ບາງ​ຄົນ​ເຊື່ອ​ເລື່ອງ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະຄຣິດ​ແທ້ໆ, ​ແລະ ຫລາຍ​ຄົນສົງ​ໄສ ຫລື ບໍ່​ເຊື່ອ. ​ແຕ່​ບາງ​ຄົນຮູ້. ​ເມື່ອ​ເຖິງ​ເວລາ, ທຸກ​ຄົນ​ຈະ​ເຫັນ ​ແລະ ທຸກ​ຄົນ​ຈະ​ຮູ້; ​“ທຸກ​ຫົວເຂົ່າ​ຈະ​ຄຸ​ລົງ, ແລະ ທຸກ​ລີ້ນ​ຈະ​ສາລະພາບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ”38 ຢ່າງ​ແນ່ນອນ.

ຈົນ​ກວ່າ​​ເວລາ​ນັ້ນຈະ​ມາ​ເຖິງ, ຂ້າພະ​ເຈົ້າ​ເຊື່ອ​​ຫລາຍ​ຄົນ​ທີ່​ໄດ້​ເປັນ​ພະ​ຍານ​ເຖິງ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ຜູ້​ເຄີຍ​ມີປະສົບ​ການ ​ແລະ ​ເປັນ​ພະຍານ​ ທີ່​ເຮົາ​ພົບ​ເຫັນ​ຢູ່​ໃນ​ພຣະສັນຍາ​ໃໝ່—​ເປ​ໂຕ ​ແລະ ​ກຸ່ມ​ອັກຄະ​ສາວົກ​ສິບ​ສອງ, ​ແລະ ນາງ​ມາຣີ​ໄທ​ມັກ​ດາຣາທີ່​ໜ້າ​ຮັກ ​ແລະ ບໍລິສຸດ, ພ້ອມ​ກັບ​ຄົນ​ອື່ນໆ. ຂ້າພະ​ເຈົ້າ​ເຊື່ອ​ປະຈັກ​ພະຍານ​ທີ່​ມີ​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ—​ກ່ຽວ​ກັບ​ນີ​ໄຟທີ່​ເປັນ​ອັກຄະ​ສາວົກ ​ແລະ ຜູ້​ຄົນ​ຢ່າງ​ຫລວງຫລາຍ​ທີ່​ບໍ່ບອກ​ຊື່ ​ໃນ​​ເມືອງບາ​ວທີ​ຟູ​ນ. ​ແລະ ຂ້າພະ​ເຈົ້າ​ເຊື່ອ​​ປະຈັກ​ພະຍານ​ຂອງ ​ໂຈ​ເຊັບ ສະ​ມິດ ​ແລະ ຊິດ​ນີ ຣິກດອນ​ ຜູ້​ຊຶ່ງຫລັງ​ຈາກ​ໄດ້​ກ່າວ​ປະຈັກ​ພະຍານ​ອື່ນໆ​ແລ້ວ ​ໄດ້​ປະກາດ​​ເປັນພະຍານ​​ເຖິງ​ຍຸກ​ສຸດ​ທ້າຍນີ້ “ວ່າ​ພຣະອົງ​ຊົງ​ພຣະຊົນ​ຢູ່! ​ເພາະ​ພວກ​ເຮົາ​ໄດ້​ເຫັນ​ພຣະອົງ.”39 ພາຍ​ໃຕ້​ການ​ເຫລືອດ​ພຣະ​ເນດ​ອັນ​ແຫລມຄົມ​ຂອງ​ພຣະອົງ, ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ພຣະ​ເຢຊູ​ແຫ່ງ​ນາສາ​ເຫ​ລັດ​ເປັນ​ພຣະຜູ້​ໄຖ່​ທີ່​ໄດ້​ຟື້ນ​ຄືນ​ຊີວິດ​ແລ້ວ, ​ແລະ ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນຈາກ ຄວາມ​ຈິງ ເຖິງ​ການ​ຟື້ນ​ຄືນ​ຊີວິດ. ຂໍ​ໃຫ້​ທ່ານ​ຈົ່ງ​ຮັບ​​ເອົາປະຈັກ​ພະຍານ​ທີ່​ເຂັ້ມ​ແຂງ ​ແລະ ການ​ປອບ​ໂຍນ​ຈາກ​ປະຈັກ​ພະຍານ​ອັນດຽວ​ກັນນັ້ນ, ຂ້າພະ​ເຈົ້າອະທິຖານ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.