​2010–2019
ຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ
ເມສາ 2014


ຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ

ຂໍ​ໃຫ້​ພ​ຣະ​ວິນ​ຍານ​ທີ່​ເຮົາ​ໄດ້​ຮູ້​ສຶກ​ພາຍ​ໃນ​ສອງມື້​ຜ່ານ​ມານີ້ສະ​ຖິດ​ຢູ່​ກັບເຮົາ ຂະ​ນະ​ທີ່​ເຮົາດຳ​ເນີນ​ຊີ​ວິດ​ຕໍ່​ໄປ​ແຕ່​ລະ​ວັນ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ນີ້​ໄດ້​ເປັນ​ກອງ​ປະ​ຊຸມ​ທີ່​ປະ​ເສີດ​ແທ້ໆ. ເຮົາໄດ້​ຮັບ​ການ​ບຳ​ລຸງ​ລ້ຽງທາງວິນ​ຍານ ຂະ​ນະ​ທີ່​ເຮົາ​ໄດ້​ຮັບຟັງ​ຖ້ອຍ​ຄຳ​ທີ່​ດົນ​ໃຈ​ຂອງ​ບຸ​ລຸດ ແລະ ສະ​ຕີ​ຜູ້​ທີ່​ໄດ້​ກ່າວ​ກັ​ບ​ເຮົາ. ສຽງ​ເພງ​ກໍ​ມ່ວນ​ອອນ​ຊອນ​ຫລາຍ​ທີ່​ສຸດ, ຂ່າວ​ສານ​ກໍ​ຖືກ​ຕຽມ ແລະ ກ່າວ​ອອກ​ມາ​ດ້ວຍ​ອິ​ດ​ທິ​ພົນ​ຂອງ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ຄຳອະ​ທິ​ຖານ​ກໍ​ໄດ້​ເຮັດ​ໃຫ້​ເຮົາ​ຮູ້​ສຶກວ່າ​ໄດ້​ຢູ່​ໃກ້​​ສະ​ຫວັນ​ຫລາຍ​ຂຶ້ນ. ເຮົາ​ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ທຸກ​ວິ​ທີ​ທາງ​ຂະ​ນະ​ທີ່​ເຮົາ​ໄດ້​ມີ​ສ່ວນ​ຮ່ວມ​ນຳ​ກັນ.

ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເຮົາ​ຈະ​ໃຊ້​ເວ​ລາ​ອ່ານ​ຂ່າວ​ສານ​ຈາກກອງ​ປະ​ຊຸມ​ເມື່ອ​ມັນ​ມີ​ຢູ່​ໃນ LDS.org ພາຍ​ໃນ​ສອງ​ສາມ​ມື້​ໜ້າ​ນີ້ ​ແລະ ​ເມື່ອ​ມັນຖືກ​ພິມ​ຢູ່​ໃນ​ວາ​ລະ​ສານEnsign ແລະ Liahona ໃນ​ສະ​ບັບ​ທີ່​ຈະ​ອອກ​ມາ, ເພາະ​ມັນ​ສົມ​ຄວນ​ທີ່​ເຮົາ​ຈະ​ທົບ​ທວນ ແລະ ສຶກ​ສາ​ມັນ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ​.

ຂ້າ​ພະ​ເຈົ້າ​ຮູ້​ວ່າ​ທ່ານ​ກໍ​ຮ່ວມ​ໃຈ​ນຳ​ຂ້າ​ພະ​ເຈົ້າ​ ໃນ​ການ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ທີ່​ຈິງ​ໃຈ​ຂອງ​ເຮົາ​ ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຜູ້​ທີ່​ໄດ້ຖືກ​ປົດ​ຈາກ​ຕຳ​ແໜ່ງ​ໃນ​ລະ​ຫວ່າງກອງ​ປະ​ຊຸມນີ້. ພວກ​ເພິ່ນ​ໄດ້​ຮັບ​ໃຊ້​ດີ​ຫລາຍ ແລະ ໄດ້​ໃຫ້​ສ່ວນ​ບໍ​ລິ​ຈາກ​ທີ່​ສຳ​ຄັນ​ຕໍ່​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພວກ​ເພິ່ນໄດ້​ໃຫ້​ການ​ອຸ​ທິດ​ຕົນ​ຢ່າ​ງ​ສົມ​ບູນ​ຄົບ​ຖ້ວນຕໍ່​ວຽກ​ງານນັ້ນ.

ເຮົາ​ໄດ້​ສະ​ໜັບ​ສະ​ໜູນອ້າຍ​ນ້ອງ​ຜູ້​ທີ່​ຖືກ​ເອີ້ນ​ຕໍ່​ຕຳ​ແໜ່ງ​ຂອງ​ໜ້າ​ທີ່​ຮັບ​ຜິດ​ຊອບໂດຍ​ການ​ຍົກ​ມືຂຶ້ນ. ເຮົາ​ຍິນ​ດີ​ຕ້ອນ​ຮັບ​ພວກ​ເພິ່ນ ແລະ ຢາກ​ໃຫ້​ພວກ​ເພິ່ນ​ຮູ້​ວ່າ​ເຮົາ​ຕື່ນ​ເຕັ້ນ​ທີ່​ຈະ​ຮັບ​ໃຊ້​ກັບ​ພວກ​ເພິ່ນ​ໃນ​ວຽກ​ງານ​ຂອງ​ພຣະ​ອາ​ຈານ.

ເມື່ອ​ເຮົາ​ຄິດ​ໄຕ່​ຕອງ​ຂ່າວ​ສານ​ທີ່​ເຮົາ​ໄດ້​ຍິນ, ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​​ເຮັດ​ໃຫ້​ໄດ້​ດີ​ກວ່າ​ທີ່​ເຮົາ​ໄດ້​ເຮັດ​ມາ​ໃນ​ອາ​ດີດ. ຂໍ​ໃຫ້​ເຮົາ​ມີ​ເມດ​ຕາ ແລະ ​ໃຫ້​ຄວາມຮັກຕໍ່​ຜູ້​ຄົນ​ທີ່ບໍ່​ມີ​ຄວາມ​ເຊື່ອ​ ແລະ ມາດ​ຕະ​ຖານ​ຄື​ກັນ​ກັບ​ເຮົາ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ນຳ​ຂ່າ​ວ​ສານ​ແຫ່ງ​ຄວາມ​ຮັກ ແລະ ຄວາມ​ປາດ​ຖະ​ໜາ​ດີ​ມາ​ສູ່​ໂລກ ໃຫ້​ແກ່​ຊາຍ ແລະ ຍິງ​ທຸກໆ​ຄົນ. ເຮົາ​ຄວນ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ​ສະ​ເໝີ​ໄປ​.

ເຮົາ​ປະ​ເຊີນກັບ​ການ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ຫລາຍ​ຢ່າງ​ໃນ​ໂລກ​ໃນ​ວັນ​ເວ​ລານີ້, ແຕ່​ຂ້າ​ພະ​ເຈົ້າ​ໃຫ້​ທ່ານ​ໝັ້ນ​ໃຈ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາຫ່ວງ​ໄຍ​ເຮົາ. ພ​ຣະ​ອົງ​ຈະ​ນຳ​ພາ ແລະ ອວຍ​ພອນ​ເຮົາ​ ຂະ​ນະ​ທີ່​ເຮົາ​ມີ​ສັດ​ທາ​ ແລະ ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ແລະ ພ​ຣະ​ອົງຈະ​ຊ່ອຍ​ຫລືອ​ເຮົາ​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ໃດໆ​ກໍ​ຕາມ​ທີ່ຈະ​ມາ​ສູ່ເຮົາ​.

ຂໍ​ໃຫ້​ພອນ​ແຫ່ງ​ສະ​ຫວັນຈົ່ງ​ສະ​ຖິດ​ຢູ່​ກັບ​ເຮົາ​ແຕ່​ລະ​ຄົນ. ຂໍ​ໃຫ້​ບ້ານ​ເຮືອນ​ຂອງ​​ເຮົາຈົ່ງ​​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ແລະ ​ຄວາມ​ສຸ​ພາບ ແລະ ​ດ້ວຍພ​ຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​. ຂໍ​ໃຫ້​ເຮົາ​ບຳ​ລຸງ​ລ້ຽງ​ປະ​ຈັກ​ພະ​ຍານ​​ຂອງ​ເຮົາ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ເປັນ​ປະ​ຈຳ, ເພື່ອ​ວ່າ​ມັນ​ຈະ​ປົກ​ປ້ອງ​ເຮົາ​​ຈາກອຳ​ນາດ​ຂອງ​ຜູ້​ປໍ​ລະ​ປັກ. ຂໍ​ໃຫ້​ພຣະ​ວິນ​ຍານ​ທີ່​ເຮົາ​ໄດ້​ຮູ້​ສຶກ​ພາຍ​ໃນ​ສອງມື້​ຜ່ານ​ມານີ້ສະ​ຖິດ​ຢູ່​ກັບເຮົາ ຂະ​ນະ​ທີ່​ເຮົາດຳ​ເນີນ​ຊີ​ວິດ​ຕໍ່​ໄປ​ແຕ່​ລະ​ວັນ, ແລະ ຂໍ​ໃຫ້​ເຮົາ​ຈົ່ງ​ຖືກ​ພົບ​ເຫັນ​ວ່າ​ກຳ​ລັງ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ສະ​ເໝີ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ວຽກ​ງານນີ້​ຈິ​ງ, ວ່າ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​​ເຮົາ​ຊົງພຣະ​ຊົນ​ຢູ່, ແລະ ວ່າ​ພຣະ​ອົງ​ຊີ້​ນຳ ແລະ ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກນີ້. ຂ້າ​ພະ​ເຈົ້າແບ່ງ​ປັນ​ພະ​ຍານ ແລະ ປະ​ຈັກ​ພະ​ຍານ​ກັບ​ທ່ານ​ວ່າ ​ພຣະ​ເຈົ້າ​ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ​ຊົງພຣະ​ຊົນ​ຢູ່ ແລະ ຮັກ​ເຮົາ. ພຣະ​ອົງ​ເປັນພຣະ​ບິ​ດາ​ຂອງ​ເຮົາ​ແທ້ໆ, ແລະ ພຣະ​ອົງ​ມີ​ຕົວ​ຕົນ​​ແທ້ໆ. ຂໍ​ໃຫ້​ເຮົາ​ຮັບ​ຮູ້​ໄວ້​ວ່າ ​ພຣະ​ອົງ​ພໍ​ພຣະ​ໄທ​ທີ່​ຈະ​ສະ​ຖິດ​ຢູ່​ໃກ້ໆ​ເຮົາ​ພຽງ​ໃດ, ເພື່ອ​ຊ່ອຍ​ເຫລືອ​ເຮົາ, ແລະ ວ່າ​ພຣະ​ອົງ​ຮັກ​ເຮົາ​ຫລາຍ​ພຽງ​ໃດ.

ອ້າຍ​ເອື້ອຍ​ນ້ອງທັງຫລາຍຂອງ​ຂ້າ​ພະ​ເຈົ້າ​, ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງອວຍ​ພອນ​ທ່ານ. ຂໍ​ໃຫ້​​ຄຳ​ສັນ​ຍາ​ແຫ່ງຄວາມ​ສະ​ຫງົບ​ສຸກຂອງ​ພຣະ​ອົງ​​ຈົ່ງສະ​ຖິດ​ຢູ່​ນຳ​ທ່ານ​ໃນ​ເວ​ລານີ້ ແລະ ຕະຫລອດ​ໄປ​ດ້ວຍ​ເຖີດ.

ຂ້າ​ພະ​ເຈົ້າ​ຂໍ​ສັ່ງ​ລາ​ທ່ານ​ໄປ​ ຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ​ໃນ​ຫົກ​ເດືອນ​ຂ້າງ​ໜ້າ, ແລະ ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ສິ່ງ​​ເຫລົ່າ​ນີ້​ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ອາແມນ.