​2010–2019
ຕ້ອງການ: ມື ​ແລະ ຫົວ​ໃຈ​ທີ່​ຈະເລັ່ງວຽກ​ງານ
ເມສາ 2014


ຕ້ອງການ: ມື ​ແລະ ຫົວ​ໃຈ​ທີ່​ຈະເລັ່ງວຽກ​ງານ

ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ມີ​ມື​ທີ່​ຈະ​ຊ່ອຍ​ເຫລືອ ​ແລະ ມີ​ໃຈ​ທີ່ຈະເລັ່ງວຽກ​ງານ​ທີ່​ດີ​ເລີດ​ຂອງ​ພຣະບິດາ​ເທິງ​ສະຫວັນ.

​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ພວກ​ເຮົາຮັກ​ທ່ານຫລາຍ! ​ໃນ​ຂະນະ​ທີ່​ເຮົາ​ເບິ່ງວິ​ດີ​ໂອທີ່​ດີ​ນັ້ນ, ທ່ານ​​ເຫັນ​ມື​ຂອງ​ຕົນ​ເອງ​ເອື້ອມ​ອອກ​ໄປ​ຊ່ອຍ​ເຫລືອ​ຄົນ​ອື່ນ​ຢູ່​ໃນ​ເສັ້ນທາງ​ແຫ່ງ​ພັນທະ​ສັນຍາ​ບໍ? ຂ້າພະ​ເຈົ້າຄິດ​ເຖິງ​ນາງ​ນ້ອຍ​ຄົນ​ໜຶ່ງ​ຢູ່​ຊັ້ນປະຖົມ​ໄວ ຊື່ວ່າ ບຣິນ ຜູ້​ມີ​ມື​ຂ້າງ​ດຽວ ​ແລະ ນາງ​ໄດ້​ໃຊ້​ມັນ​ເອື້ອມ​ອອກ​ໄປ​ເປັນ​ພອນ​ໃຫ້​ແກ່​ຄອບຄົວ​ ​ແລະ ໝູ່​ເພື່ອນ​ຂອງ​ນາງ—​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ແລະ ຄົນ​ຕ່າງ​ສາດສະໜາ. ນາງ​ໜ້າ​ຮັກ​ແທ້ໆ​ເນາະ? ທ່ານ​ກໍ​ຄື​ກັນ! ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ມີ​ມື​ທີ່​ຈະ​ຊ່ອຍ​ເຫລືອ ​ແລະ ມີ​ໃຈ​ທີ່ຈະເລັ່ງວຽກ​ງານ​ທີ່​ດີ​ເລີດ​ຂອງ​ພຣະບິດາ​ເທິງ​ສະຫວັນ.

ເຊັ່ນ​ດຽວ​ກັບ​ເອື້ອຍ​ນນ້ອງ​ທີ່​ຊື່ສັດ​ຢູ່​ໃນ​ພຣະຄຳ​ພີ, ດັ່ງ​ເຊັ່ນ ​ເອວາ, ຊາ​ລາ, ມາຣີ ​ແລະ ຄົນ​ອື່ນ​ໆ​ຫລາຍ​ຄົນ, ຮູ້ຈັກ​ເອກະລັກ ​ແລະ ຈຸດປະສົງ​ຂອງ​ເຂົາ​ເຈົ້າ, ນາງບຣິນກໍຮູ້​ວ່າ​ນາງ​ເປັນ​ທິດາ​ຂອງ​ພຣະ​ເຈົ້າ.1 ເຮົາ​ກໍ​ສາມາດ​ຮູ້ຈັກມໍລະດົກ​ແຫ່ງ​ສະຫວັນ​ຂອງ​ເຮົາ ​ໃນ​ຖານະ​ທີ່​ເປັນ​ທິດາ​ທີ່​ຮັກ​ຂອງ​ພຣະ​ເຈົ້າ ​ແລະ ວຽກ​ງານ​ທີ່​ສຳຄັນ ຊຶ່ງ​ພຣະ​ເຈົ້າ​ມີ​ໃຫ້​ເຮົາ​ເຮັດ.

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ວ່າ, “ຜູ້​ໃດ​ທີ່​ເຕັມ​ໃຈ​ປະຕິບັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະ​ເຈົ້າກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່​ເຮົາ​ສັ່ງສອນ​ນັ້ນມາ​ຈາກ​ພຣະ​ເຈົ້າ.”2 ເຮົາ​ຕ້ອງການ​ສິ່ງ​ໃດ ​ເພື່ອ​ຈະ​ໄດ້​ຮູ້ ​ແລະ ​ເຮັດ “​ເພື່ອ​ຈະ​ໄດ້ຢູ່​ກັບ​ພຣະອົງ​ອີກ”?3 ເຮົາ​ສາມາດ​ຮຽນ​ຮູ້ຈາກ​ເລື່ອງ​ລາວ​ຂອງ​​ເສດຖີ​ໜຸ່ມ​ຜູ້​ໄດ້​ຖາມ​ພຣະ​ເຢຊູ​ວ່າ ລາວ​ຕ້ອງ​ເຮັດ​ສິ່ງ​ໃດ​ກ່ອນ​ຈະ​ໄດ້​ຮັບ​ຊີວິດ​ນິລັນດອນ.

ພຣະ​ເຢຊູ​ໄດ້​ຕອບ​ລາວ​ວ່າ, “ຖ້າ​ເຈົ້າຕ້ອງການ​ເຂົ້າສູ່​ຊີວິດ ຈົ່ງ​ຖື​ຮັກສາ​ຂໍ້​ຄຳ​ສັ່ງ​ທັງຫລາຍ​​ໄວ້.”

​ເສດຖີ​ໜຸ່ມ​ໄດ້​ຖາມ​ພຣະອົງ​ວ່າລາວ​ຄວນ​ຮັກສາ​ສິ່ງ​ໃດ. ພຣະ​ເຢຊູ​ໄດ້​ເຕືອນ​ລາວ​ເຖິງ​ຫລາຍ​ຂໍ້​​ໃນ​ພຣະບັນຍັດ​ສິບ​ປະການ ທີ່​ເຮົາ​ຮູ້​ຈັກດີ.

​ເສດ​ຖີໜຸ່ມ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ຖື​ຮັກສາ​ຂໍ້​ຄຳ​ສັ່ງ​ທັງ​ໝົດ​ເຫລົ່າ​ນີ້​ຢູ່​ແລ້ວ ມີ​ສິ່ງ​ໃດ​ອີກ​ແດ່​ທີ່​ຂ້ານ້ອຍ​ຍັງ​ຂາດ​ຢູ່?”

ພຣະ​ເຢຊູ​ໄດ້​ເວົ້າວ່າ, “ຖ້າ​ເຈົ້າຢາກ​ເປັນ​ຜູ້ດີ​ຄົບ​ຖ້ວນ ຈົ່ງ​ໄປ​ຂາຍ​ທຸກ​ສິ່ງ​ທີ່​ເຈົ້າມີ​ຢູ່ ​ແລະ ​ແຈກ​ທານ​ໃຫ້​ແກ່​ຄົນ​ຍາກຈົນ​ ​ແລ້ວ​ເຈົ້າຈະ​ມີ​ຊັບ​ສົມບັດ​ໃນ​ສະຫວັນ: ​ແລ້ວ​ຈົ່ງ​ຕາມເຮົາ​ມາ.”4

ພຣະ​ເຢຊູ​ໄດ້​ເອີ້ນ​ລາວ​ໃຫ້​ມາ​ຊ່ອຍ​ເຮັດ​ວຽກ​ງານ​ຂອງ​ພຣະອົງ—ວຽກ​ງານ​ຂອງ​ການ​ເປັນ​ສານຸສິດ. ວຽກ​ງານ​ຂອງ​ເຮົາ​ກໍ​ຄື​ກັນ. ​ເຮົາຕ້ອງ​ປະ​ສິ່ງ​ທີ່​ເປັນ​ຂອງ​ໂລກ, … ​​ແລ້ວແນ​ບສະ​ນິດ​ຢູ່​ກັບ​ພັນທະ​ສັນຍາ [ຂອງ​ເຮົາ],5 ແລະ ມາ​ຫາ​ພຣະຄຣິດ ​ແລະ ຕິດຕາມ​ພຣະອົງ. ນັ້ນຄື​ສິ່ງ​ທີ່​ສານຸສິດ​ເຮັດ!

ບັດ​ນີ້, ​ເອື້ອຍ​ນ້ອງ​ທັງຫລາຍ, ຢ່າ​​ເສຍ​ໃຈ​ກັບຕົນ​ເອງ ​ເພາະພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ກັບ​ເສດຖີ​ໜຸ່ມ​ກ່ຽວ​ກັບ​ການ​ກາຍ​ເປັນ​ຜູ້ດີ​ຄົບ​ຖ້ວນ. ຄຳ​ວ່າ ຜູ້ດີ​ຄົບ​ຖ້ວນ ໃນ​ເລື່ອງ​ນີ້ ​​ແປ​ຈາກ​ພາສາ​ກຣິກ ນັ້ນໝາຍ​ຄວາມ​ວ່າ “ສົມບູນ.” ​ເມື່ອ​ເຮົາ​ພະຍາ​ຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ກ້າວ​ໄປ​ໜ້າ​ໃນ​ເສັ້ນທາງ​ແຫ່ງ​ພັນທະ​ສັນຍາ, ​ແລ້ວ​ເຮົາ​ຈະ​ສົມບູນ ​​ແລະ ​ເປັນ​ຜູ້ດີ​ຄົບ​ຖ້ວນຫລາຍ​ຂຶ້ນ​ໃນ​ຊີວິດ​ນີ້.

ເຊັ່ນ​ດຽວ​ກັບ​ເສດຖີ​ໜຸ່ມ​​ໃນ​ວັນ​ເວລາ​ຂອງພຣະ​ເຢຊູ, ບາງ​ເທື່ອ​ເຮົາ​ໄດ້​ຖືກ​ລໍ້​ໃຫ້​ຍົກ​ເລີກ ຫລື ຄືນ​ເຮັດ​ສິ່ງ​​ເກົ່າ ​ເພາະ​ເຮົາ​ອາດ​ຄິດ​ວ່າ ​ເຮົາ​ບໍ່​ສາມາດ​ເຮັດ​ດ້ວຍ​ຕົນ​ເອງ. ​ແລະ ​ເຮົາ​ຖືກຕ້ອງ! ​ເຮົາ​ບໍ່​ສາມາດ​ເຮັດ​ສິ່ງ​ທີ່​ຫຍຸ້ງຍາກ​ທີ່​ເຮົາ​ໄດ້​ຖືກ​ຂໍ​ໃຫ້​ເຮັດ​ປາດ​ສະ​ຈາກ​ຄວາມ​ຊ່ອຍ​ເຫລືອ. ຄວາມ​ຊ່ອຍ​ເຫລືອ​ມາ​ເຖິງ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ, ການ​ນຳພາ​ຂອງ​ພຣະວິນ​ຍານ​ບໍລິສຸດ, ​ແລະ ຄວາມຊ່ອຍ​ເຫລືອ​ຂອງ​ຄົນ​ອື່ນ.

​​ບໍ່​ດົນ​ມາ​ນີ້ເອື້ອຍ​ນ້ອງ​ໂສດ​ຄົນ​ໜຶ່ງ​ໄດ້​ເປັນ​ພະຍານ​ວ່າ ຜ່ານ​ການ​ຊົດ​ໃຊ້, ນາງ​​ໄດ້ພົບ​ຄວາມ​ເຂັ້ມ​ແຂງ​ເພື່ອ​ຊ່ອຍ​ລ້ຽງ​ດູຫລານສີ່​ຄົນ​ຂອງ​ນາງ ທີ່​ເອື້ອຍ​ຂອງ​ນາງ​ໄດ້​ປະ​ໄວ້​ກັບ​ນາງ​ຫລັງ​ຈາກ​ນາງ​ໄດ້​ເສຍ​ຊີວິດ​ໄປ​ດ້ວຍ​ໂຣກ​ມະ​ເລັງ. ຂ້າພະ​ເຈົ້າຈື່ບາງ​ສິ່ງ​ທີ່ ​ແອວ​ເດີ ນຽວ ​ເອ ​ແມ໊ກສະ​ແວວ ​ເຄີຍກ່າວ​ວ່າ: “ທຸກ​ສິ່ງ​ທີ່​ງ່າຍໆ​ທີ່​ສາດສະໜາ​ຈັກ​ຕ້ອງ​ເຮັດ ກໍ​ໄດ້​ເຮັດ​ໄປ​ແລ້ວ. ນັບ​ແຕ່​ນີ້​ໄປ, ມັນ​ເປັນ​ການ​ພະ​ຈົນ​ໄພ​ທີ່​ສູງ​ຊັນ, ​ແລະ ການ​ເປັນ​ສະມາຊິກ​ກໍ​ຈະ​ຖືກ​ທົດ​ສອບ ​ໃນ​ວິທີ​ທີ່​ໜ້າ​ສົນ​ໃຈ.”6 ທ່ານ​ໄດ້​ຖືກ​ສົ່ງ​ມາສູ່​ໂລກ​​ໃນ​ຍຸກ​ນີ້ ​ເພາະ​ຄວາມ​ສາມາດ​ຂອງ​ທ່ານ ​ແລະ ທ່ານ​​ໄດ້​ຖືກ​ຕຽມ​ເພື່ອ​ໃຫ້​ມາ​ເຮັດ! ​ເຖິງ​ແມ່ນ​ຊາຕານພະຍາຍາມ​ຍົວະ​ເຮົາ​ໃຫ້​ຄິດ​ກ່ຽວ​ກັບ​ຕົວ​ເຮົາ, ​ແຕ່​​ເອກະລັກຂອງ​ເຮົາ​ແມ່ນວ່າ ​ເຮົາ​ເປັນ​ສານຸສິດ​ຂອງ​ພຣະ​ເຢຊູ​ຄຣິດ!

ມໍ​ມອນ​ເປັນ​ສານຸສິດ​ທີ່​ແທ້​ຈິງ, ຜູ້​​ໄດ້ມີ​ຊີວິດ​ຢູ່​ໃນ​ສະ​ໄໝ​ຕອນ​ທີ່ “ໃຈທຸກ​ດວງ​ແຂງ​ກະດ້າງ, … ​ມັນ​ບໍ່​ເຄີຍ​ມີ​ຄວາມ​ຊົ່ວ​ຮ້າຍ​ຢ່າງ​ໃຫຍ່​ຫລວງ​ເຊັ່ນ​ນີ້​ມາ​ກ່ອນ​ເລີຍ​ໃນ​ບັນດາ​ລູກ​ຫລານ​ຂອງ​ລີ​ໄຮ.”7 ທ່ານ​ຈະ​ເປັນ​ແນວ​ໃດ​ຖ້າ​ຫາກ​ທ່ານ​ມີ​ຊີວິດ​ຢູ່​ໃນ​ສະ​ໄໝ​ນັ້ນ? ​ມໍ​ມອນ​​ໄດ້​ກ່າວ​ຢ່າງ​ແຈ່ມ​ແຈ້ງ​ວ່າ: “ຈົ່ງ​ເບິ່ງ, ຂ້າພະ​ເຈົ້າ​ເປັນ​ສານຸສິດຂອງ​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ.”8

ທ່ານ​ຮັກ​ມໍ​ມອນ​ບໍ? ​ເພິ່ນ​ຮູ້​ວ່າ​ເພິ່ນ​ເປັນ​ໃຜ ​ແລະ ​ແມ່ນ​ຫຍັງ​ຄື​ພາລະກິດ​ຂອງ​ເພິ່ນ ​ແລະ ບໍ່​ໄດ້ຖືກຄວາມ​ຊົ່ວ​ທີ່ຢູ່​ອ້ອມ​ຮອບ​ລົບ​ກວນ​ເພິ່ນ. ຕາມ​ຈິງ​ແລ້ວ, ​ເພິ່ນ​ໄດ້​ຄິດ​ວ່າ ການ​ເອີ້ນ​ຂອງ​ເພິ່ນ​ເປັນ​ຂອງ​ປະທານ.9

​ໃຫ້​ຄິດ​ວ່າ ມັນ​ເປັນ​ພອນ​ຫລາຍ​ຂະໜາດ​​ໃດ​ທີ່​ໄດ້​ຖືກ​ເອີ້ນ​ໃຫ້​ມອບ​ຂອງ​ປະທານ​ຂອງ​ການ​ເປັນ​ສານຸສິດ​ຂອງ​ເຮົາ​​ແດ່​ພຣະຜູ້​ເປັນ​ເຈົ້າ, ປະກາດ​ດ້ວຍ​ຖ້ອຍ​ຄຳ ​ແລະ ການ​ກະທຳວ່າ, “ຈົ່ງ​ເບິ່ງ, ​ຂ້າພະ​ເຈົ້າ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ!”

ຂ້າພະ​ເຈົ້າມັກ​ເລື່ອງ​ທີ່​ປະທານບອຍ ເຄ ​ແພ໊ກ​ເກີ ເລົ່າ​ກ່ຽວ​ກັບ​ເອື້ອຍ​ນ້ອງ​ທີ່​ດີ​ຄົນ​ໜຶ່ງ​ຜູ້​ຖືກ​ເວົ້າ​ເຍາະ​ເຍີ້ຍ​ເພາະ​ນາງ​ໄດ້​ຕິດຕາມ​ຄຳ​ແນະນຳ​ຂອງ​ສາດສະດາ​ເລື່ອງ​ການ​ສະ​ສົມ​ອາຫານ. ຄົນ​ທີ່​ເວົ້າ​ເຍາະ​ເຍີ້ຍ​ໄດ້​​ເວົ້າວ່າ ​ໃນ​ຍາມ​ທີ່​ຄັບຂັນ, ຜູ້ນຳ​ຂອງ​ນາງ​ຈະ​ຂໍ​ໃຫ້​ນາງ​ແບ່ງປັນ​ອາຫານ​ທີ່​ນາງ​ໄດ້​ສະ​ສົມ​ໃຫ້​ກັບ​ຄົນ​ອື່ນໆ. ຄຳ​ຕອບ​ທີ່​ລຽບ​ງ່າຍ​ໃນ​ຖານະ​ທີ່​ເປັນ​ສານຸສິດ​ທີ່​ແທ້​ຈິງ​ແມ່ນ, “ຢ່າງ​ໜ້ອຍ​ຂ້ອຍ​ກໍ​ມີ​ບາງ​ສິ່ງ​ທີ່​ຈະ​ມອບ​ໃຫ້.”10

ຂ້າພະ​ເຈົ້າຮັກ​ສະຕີຂອງ​ສາດສະໜາ​ຈັກ​ໃນ​ທຸກ​ໄວ. ຂ້າພະ​ເຈົ້າ​ໄດ້​ເຫັນ​ຄວາມ​ເຂັ້ມ​ແຂງ​ຂອງ​ທ່ານ. ຂ້າພະ​ເຈົ້າ​​ໄດ້ເຫັນ​ສັດທາ​ຂອງ​ທ່ານ. ​ທ່ານມີ​ສິ່ງ​ທີ່​ຈະ​ມອບ​ໃຫ້, ​​ແລະ ​ທ່ານກໍ​​ເຕັມ​ໃຈ​ທີ່​ຈະ​ມອບ​ໃຫ້. ​ທ່ານ​ເຮັດ​ໄປ​ໂດຍ​ບໍ່​ຕ້ອງການ​ຊື່​ສຽງ ຫລື ​ເປັນ​ການ​ປ່າວ​ປະກາດ, ມີ​ແຕ່​ດຶງ​ດູດ​ໃຫ້​ເຂົ້າຫາ​ພຣະ​ເຈົ້າທີ່​ທ່ານ​ນະ​ມັດ​ສະ​ການ, ​ແລະ ບໍ່​ສົນ​ໃຈ​ວ່າ ​ທ່ານຈະ​ໄດ້​ຮັບ​ຫຍັງ​ຕອບ​ແທນ.11 ນັ້ນຄື​ສິ່ງ​ທີ່​ສານຸສິດ​ເຮັດ!

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ພົບ​ຍິງ​ໜຸ່ມ​ຄົນ​ໜຶ່ງ​ຢູ່ປະ​ເທດ​ຟີ​ລິບ​ປີນ ຜູ້​ຊຶ່ງ​ຄອບຄົວ​ຂອງ​ນາງ​ກາຍ​ເປັນ​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ​ຕອນນາງ​ມີ​ອາຍຸ​ພຽງ​ແຕ່ 7 ປີ, ປະ​ໃຫ້​ນາງ​ຍ່າງ​ໄປ​ໂບດຄົນ​ດຽວ​ໃນ​ເສັ້ນທາງ​ທີ່​ອັນຕະລາຍ​ທິດ​ແລ້ວ​ທິດ​ອີກ. ນາງ​​ເວົ້າວ່າ ຕອນ​ນາງ​ມີ​ອາຍຸ​ໄດ້ 14 ປີ ນາງ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ຍຶດໝັ້ນ​ຕໍ່​ຄວາມ​ຈິງ ​ແລະ ຕໍ່​ພັນທະ​ສັນຍາ​ຂອງ​ນາງ ​ເພື່ອ​ວ່າ​ນາງ​ຈະ​ມີຄ່າ​ຄວນ​ພໍ​ທີ່​ຈະ​ລ້ຽງ​ດູ​ຄອບຄົວ​ໃນ​ອະນາຄົດ​ຂອງ​ນາງ “ໄດ້​ຮັບ​ພອນ​ໂດຍ​ພະລັງ​ຂອງ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ.”12 ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບ້ານ​ເຮືອນ, ​ໃນ​ປະຈຸ​ບັນ ຫລື ອະນາຄົດ, ຄື​ການ​ຮັກສາ​ພັນທະ​ສັນຍາ, ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ຕໍ່​ກັນ ​ແລະ ຕໍ່​ພຣະ​ເຈົ້າ.

ນັ້ນຄື​ສິ່ງ​ທີ່​ສານຸສິດ​ເຮັດ!

​ເອື້ອຍ​ນ້ອງ​ຄົນ​ຍີ່ປຸ່ນ​ທີ່​ຊື່ສັດ​ຄົນ​ໜຶ່ງ ​ແລະ ສາມີ​ຂອງ​ນາງ​ໄດ້​ໄປ​ຢ້ຽມຢາມ​ເຂດ​ເຜີຍ​ແຜ່​ຂອງ​ພວກ​ເຮົາ​ຢູ່​ປະ​ເທດ​ເກົາຫລີ. ນາງ​ບໍ່​ສາມາດ​ເວົ້າພາສາ​ເກົາຫລີ ​ແລະ ​ເວົ້າພາສາ​ອັງກິດ​ກໍ​ບໍ່​ເກັ່ງ, ​ແຕ່​ນາງ​ເຕັມ​ໃຈ​ທີ່​ຈະ​ໃຊ້​ຂອງ​ປະທານ​ທີ່​ພິ​ເສດ​ ​ແລະ ຄວາມ​ຊ່ອຍ​ເຫລືອ​ຂອງ​ນາງ ​​ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ນັ້ນຄື​ສິ່ງ​ທີ່​ອັກຄະ​ສາວົກ​ເຮັດ! ນາງ​ໄດ້​ສອນ​ວິທີ​ພັບ​ເຈ້ຍ​ເປັນ​ຮູບ​ປາກ​ທີ່​​ເປີດ ​ແລະ ​ປິດໃຫ້ຜູ້​ສອນ​ສາດສະໜາ​ຂອງ​ພວກ​ເຮົາ. ​ແລ້ວນາງ​ໄດ້​ໃຊ້​ພາສາ​ອັງກິດ​ທີ່​ນາງ​ຮູ້ຈັກ​ເລັກ​ນ້ອຍ ສອນ​ຜູ້​ສອນ​ສາດສະໜາ​ໃຫ້ “​ເປີດ​ປາກ” ​ເພື່ອ​ແບ່ງປັນ​ພຣະກິດ​ຕິ​ຄຸນ—ບົດຮຽນ​ທີ່​ເຂົາ​ເຈົ້າ ​ແລະ ຂ້າພະ​ເຈົ້າລືມ​ບໍ່​​ໄດ້.

​ໃຫ້​ວາດ​ພາບ​ຈັກ​ບຶດໜຶ່ງ​ເຫັນ​ທ່ານ​ກັບ​ຂ້າພະ​ເຈົ້າຢືນ​ຢູ່​ນຳ​ກັນ​ກັບ​ເອື້ອຍ​ອ້າຍນ້ອງ​ຫລາຍ​ລ້ານ​ຄົນ​ໃນ​ສາດສະໜາ​ຈັກ​ຂອງ​ພຣະອົງ, ກ້າວ​ໄປ​ໜ້າ​ຢ່າງ​ກ້າຫານ, ​ເຮັດ​ສິ່ງ​ທີ່​ສານຸສິດ​ເຮັດ—ຮັບ​ໃຊ້ ​ແລະ ຮັກ​ດັ່ງເຊັ່ນ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ການ​ເປັນ​ສານຸສິດ​ຂອງ​ພຣະ​ເຢຊູ​ຄຣິດໝາຍ​ຄວາມ​ວ່າ​ແນວ​ໃດ?

​ເສື້ອ​ຄຸ້ມ​ກັນ ​ແລະ ​ເສື້ອ​ຍືດທີ່ມີ​ຄຳຂຽນ​ວ່າ Mormon Helping Hands ມີ​ສານຸສິດ​ທີ່​ບໍ່​ເຫັນ​ແກ່​ຕົວຂອງ​ພຣະ​ເຢຊູ​ຄຣິດຫລາຍ​ຮ້ອຍ​ພັນ​ຄົນ ທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ໂອກາດ​​ເພື່ອ​​ໃຫ້ການ​ຮັບ​ໃຊ້​ທາງ​ໂລກ. ​ແຕ່​ມີ​ວິ​ທີ​ອື່ນ​ອີກ​ທີ່​ຈະ​ຮັບ​ໃຊ້​ເປັນ​ສານຸສິດ​ທີ່​ອຸທິດ​ຕົນ. ​​ໃຫ້​ທ່ານວາດ​ພາບ​ກັບ​ຂ້າພະ​ເຈົ້າ​​ ຫລຽວ​ເຫັນ​ປ້າຍ “ຕ້ອງການ” ທາງ​ວິນ​ຍານ ທີ່​ກ່ຽວ​ພັນ​ກັບ​ວຽກ​ງານ​ແຫ່ງ​ຄວາມ​ລອດ​ດັ່ງ​ຕໍ່​ໄປ​ນີ້:

  • ຕ້ອງການ: ​ພໍ່ແມ່​ທີ່​ຈະ​ລ້ຽງ​ດູ​ລູກໆ​ໃນ​ຄວາມ​ສະຫວ່າງ ​ແລະ ຄວາມ​ຈິງ

  • ຕ້ອງການ: ລູກ​ສາວ ​ແລະ ລູກ​ຊາຍ, ​ເອື້ອຍອ້າຍ​ນ້ອງ, ອາວ​ອາ​ນ້າປ້າ​ລຸງ, ຍາດ​ພີ່ນ້ອງ, ​ປູ່ຍ່າ​ຕາ​ຍາຍ, ​ແລະ ​ເພື່ອ​ນທີ່​ແທ້​ຈິງ ​ເພື່ອ​ຮັບ​ໃຊ້​ເປັນ​ຜູ້​ໃຫ້​ຄຳ​ແນະນຳ ​ແລະ ສະ​ເໜີ​ຄວາມຊ່ອຍ​ເຫລືອ​ໃນ​ເສັ້ນທາງ​ແຫ່ງ​ພັນທະ​ສັນຍາ

  • ຕ້ອງການ: ຜູ້​ທີ່​ເຊື່ອ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ແລະ ກະທຳ​ຕາມ​ສິ່ງ​ທີ່​ໄດ້​ຮັບ

  • ຕ້ອງການ: ຜູ້​ທີ່​ດຳລົງ​ຕາມ​ພຣະກິດ​ຕິ​ຄຸນ​ທຸກ​ວັນ​ໃນ​ວິທີ​ທີ່​ເລັກ​ນ້ອຍ ​ແລະ ລຽບ​ງ່າຍ

  • ຕ້ອງການ: ຄົນ​ເຮັດ​ວຽກ​ງານປະຫວັດ​ຄອບຄົວ ​ແລະ ວຽກ​ງານ​ຂອງ​ພຣະວິຫານ ​ເພື່ອ​ຕໍ່​ຄອບຄົວ​ນິລັນດອນ​ເຂົ້າກັນ

  • ຕ້ອງການ​: ຜູ້​ສອນ​ສາດສະໜາ ​ແລະ ສະມາຊິກ​ເພື່ອ​ປະກາດ “ຂ່າວ​ປະ​ເສີດ”—ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ

  • ຕ້ອງການ: ຜູ້​ຊ່ອຍ​ກູ້ຊອກ​ຫາ​ຄົນ​ທີ່​ໄດ້​ຫລົງ​ທາງ​ໄປ

  • ຕ້ອງການ​: ຜູ້​ຮັກສາ​ພັນທະ​ສັນຍາ​ເພື່ອ​ຍຶດໝັ້ນຕໍ່​ຄວາມ​ຈິງ ​ແລະ ຄວາມ​ຖືກຕ້ອງ

  • ຕ້ອງການ: ສານຸສິດ​ທີ່​ແທ້​ຈິງ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ

​ເມື່ອຫລາຍ​ປີ​ກ່ອນ, ​ແອວ​ເດີ ​ເອັມ ຣະ​ໂຊ ບາ​ເລີດ ​ໄດ້​ຮຽກຮ້ອງ​ເອື້ອຍ​ນ້ອງ​ຂອງ​ສາດສະໜາ​ຈັກ ​ເມື່ອ​ເພິ່ນ​ກ່າວ​ວ່າ:

“ລະຫວ່າງ​ຕອນ​ນີ້ ​ແລະ ວັນ​ເວລາ​ທີ່​ພຣະຜູ້​ເປັນ​ເຈົ້າຈະສະ​ເດັດ​ກັບ​ຄືນ​ມາ​ອີກ, ພຣະອົງ​ຕ້ອງການ​ຜູ້ຍິງ​ໃນ​ທຸກ​ຄອບຄົວ, ​ໃນ​ທຸກ​ຫວອດ, ​ໃນ​ທຸກ​ຊຸມ​ຊົນ, ​ໃນ​ທຸກ​ປະ​ຊາ​ຊາດ ຜູ້​ຈະ​ກ້າວ​ອອກ​​ໄປ​ດ້ວຍ​ຄວາມ​ຊອບ​ທຳ ​ແລະ ກ່າ​ວວ່າ, ‘ຜູ້​ຂ້າ​ຢູ່​ນີ້​ເດ, ຂໍ​ຈົ່ງ​ສົ່ງ​ຜູ້​ຂ້າ​ໄປ​ເຖີດ.’

“ຄຳ​ຖາມຂອງ​ຂ້າພະ​ເຈົ້າ​ແມ່ນ​ວ່າ, ‘ທ່ານ​ຈະ​ເປັນ​ໜຶ່ງ​ໃນ​ຜູ້ຍິງ​ເຫລົ່ານັ້ນບໍ?’”13

ຂ້າພະ​ເຈົ້າຫວັງ​ວ່າ ​ເຮົາ​ແຕ່ລະຄົນ​ສາມາດ​ຕອບ​ດ້ວຍ​ສຽງ​ທີ່​ແຈ່ມ​ແຈ້ງວ່າ “​ແມ່ນ​ແລ້ວ!” ຂ້າພະ​ເຈົ້າຂໍ​ປິດ​ດ້ວຍ​ຖ້ອຍ​ຄຳ​ຈາກ​ເນື້ອ​ເພງ​ຂອງ​ເດັກນ້ອຍ​ປະຖົມ​ໄວ ທີ່​ວ່າ:

​ເຮົາ​ເປັນ [​ທິດາ] ​ແຫ່ງ​ພັນທະ​ສັນຍາ ພ້ອມດ້ວຍ​ຂອງ​ປະທານທີ່​ຈະ​ມອບ​ໃຫ້.

​ເຮົາ​ຈະ​ສອນ​ພຣະກິດ​ຕິ​ຄຸນ​ໂດຍ​ວິທີ​ທີ່​ເຮົາ​ດຳລົງ​ຊີວິດ.

ດ້ວຍຖ້ອຍ​ຄຳ ​ແລະ ການ​ກະທຳ, ​ເຮົາ​ຈະ​ເປັນ​ພະຍານ:

​ເຮົາ​ເຊື່ອ, ​ແລະ ​ເຮົາ​ຮັບ​ໃຊ້​ພຣະ​ເຢຊູ​ຄຣິດ.14

​ໃນ​ຖານະ​ທີ່​ເປັນ​ສິດທິ​ຊົນ​ທີ່​ແທ້​ຈິງ, ຂໍ​ໃຫ້​ເຮົາ​ຈົ່ງ​ເຕັມ​ໃຈ ​​ແລະ ຊ່ອຍ​ເລັ່ງວຽກ​ງານ​ຂອງ​ພຣະອົງ. ​ເຊັ່ນ​ດຽວ​ກັບນາງບຣິນ, ບໍ່​ສຳຄັນ​ວ່າ​ເຮົາ​ຈະ​ມີ​ມື​ຂ້າງ​ດຽວ​ກໍ​ຕາມ. ບໍ່​ສຳຄັນ​ຖ້າ​​ເຮົາ​ຍັງ​ບໍ່​​ເປັນ​ຜູ້ດີ​ຄົບ​ຖ້ວນ ​ແລະ ບໍ່​ສົມບູນ​ເທື່ອ. ​ເຮົາ​ເປັນ​ສານຸສິດ​ທີ່​ອຸທິດ​ຕົນ ຜູ້​ເອື້ອມ​ອອກ​ໄປ ​ແລະ ຊ່ອຍ​ເຫລືອ​ກັນ​ແລະ​ກັນ​ໃນ​ເສັ້ນທາງ. ການ​ເປັນ​ເອື້ອຍນ້ອງ​ຂອງ​ເຮົາ​ໄດ້​ເອື້ອມ​ອອກ​ໄປ​ຫາ​ເອື້ອຍ​ນ້ອງ​ທີ່​ຊື່ສັດ​ຫລາຍ​ລຸ້ນຄົນ ຜູ້​ເຄີຍ​ເດີນ​ຜ່ານ​ມາ​ກ່ອນ​ເຮົາ. ​​ເມື່ອ​ພ້ອມພຽງ​ກັນ​ເປັນ​ກຸ່ມ​ເອື້ອຍ​ນ້ອງ​ ຮ່ວມ​ມື​ກັບ​ສາດສະດາ​, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ​ທີ່​ດຳລົງ​ຢູ່ ພ້ອມ​ດ້ວຍ​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່, ​ແລ້ວ​ເຮົາ​ຈະ​ເດີນ​ໄປ​ດ້ວຍ​ຄວາມ​ເປັນ​ໜຶ່ງ, ​ເປັນ​ສານຸສິດ, ​ເປັນ​ຜູ້​ຮັບ​ໃຊ້​ດ້ວຍ​ຄວາມ​ເຕັມ​ໃຈ ​ແລະ ດ້ວຍ​ມື​ທີ່​ຈະເລັ່ງວຽກ​ງານ​ແຫ່ງ​ຄວາມ​ລອດ. ​ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ​ເຮົາ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.