​2010–2019
ຍິນ​ດີ​ຕ້ອນຮັບ​ສູ່​ກອງ​ປະຊຸມ​ໃຫຍ່​ສາມັນ
ເມສາ 2014


ຍິນ​ດີ​ຕ້ອນຮັບ​ສູ່​ກອງ​ປະຊຸມ​ໃຫຍ່​ສາມັນ

ພວກ​ເຮົາ ... ​ເປັນ​ໜຶ່ງ​ໃນ​ສັດທາ ​ແລະ ດ້ວຍ​ຄວາມ​ປາດ​ຖະໜາ​ທີ່​ຈະ​ຟັງ ​ແລະ ຮຽນ​ຈາກ​ຂ່າວສານ​ຊຶ່ງ​ເຮົາ​ຈະ​ໄດ້​ຍິນ​ຕໍ່​ໄປ​ນີ້.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຂ້າພະ​ເຈົ້າຂໍ​ຕ້ອນຮັບ​ທ່ານ​ສູ່​ກອງ​ປະຊຸມ​​ໃຫຍ່ສາມັນ​ທົ່ວ​ໂລກຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ​ເຮົາ​​ໄດ້ມາ​ເຕົ້າ​ໂຮມ​ກັນ​ເປັນຄອບຄົວ​ໃຫຍ່, ມີ​ສະ​ມາ​ຊິກຫລາຍ​ກວ່າ 15 ລ້ານ​ຄົນ, ດ້ວຍ​ຄວາມ​ເປັນ​ໜຶ່ງ​ໃນ​ສັດທາ ​ແລະ ດ້ວຍ​ຄວາມ​ປາດ​ຖະໜາ​ທີ່​ຈະ​ຟັງ ​ແລະ ຮຽນ​ຈາກ​ຂ່າວສານ​ຊຶ່ງ​ເຮົາ​ຈະ​ໄດ້​ຍິນ​ຕໍ່​ໄປ​ນີ້.

​ຫົກ​ເດືອນ​ໄດ້​ຜ່ານ​ໄປ​ຢ່າງ​ວ່ອງ​ໄວ ​ໃນ​ຂະນະ​ທີ່​ວຽກ​ງານ​ຂອງ​ສາດສະໜາ​ຈັກ​ດຳ​ເນີນ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເດືອນ​ແລ້ວ​ນີ້ ຖືວ່າ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ໄປ​ອຸທິດ​ພຣະວິຫານກຽວ​ເບີດ ອາຣິ​ໂຊ​ນາ, ຊຶ່ງ​ສວຍ​ສົດ​ງົດ​ງາມ​ຫລາຍ​ແທ້ໆ. ຄ່ຳ​ຄືນ​ກ່ອນ​ການ​ອຸທິດ ​ໄດ້​ມີ​ການສະ​ແດງ​ສິນລະປະຢູ່​ເດີ່ນ Discovery ທີ່ຢູ່​ໃກ້ໆ​ນັ້ນ. ກຸ່ມ​ຊາວ​ໜຸ່ມ​ສິບ​ສອງ​ພັນ​ຄົນ​ໄດ້​ທຳ​ການສະ​ແດງປະມານ 90 ນາທີ. ການ​ຟ້ອນ​ລຳ, ການຮ້ອງ​ເພງ, ​ແລະ ການ​ຫລິ້ນ​ດົນຕີ​ຕ່າງ​ໆ​ແມ່ນ​ສວຍ​ງາມ ​ແລະ ມ່ວນ​ຊື່ນ​ຫລາຍ.

​ເຂດ​ນີ້​​ເປັນ​ເຂດ​ທີ່​ແຫ້ງ​ແລ້ງ, ​ແລະ ຂ້າພະ​ເຈົ້າ​ເຊື່ອ​ວ່າ ຄຳ​ອະທິຖານ​ຂອງ​ຫລາຍ​ຄົນທີ່​ທູນ​ຂໍ​ຄວາມ​ຊຸ່​ມ​ເຢັນ​ໄດ້​ຂຶ້ນ​ເຖິງ​ສະຫວັນ ​ໃນ​ຫລາຍ​ອາທິດ​ກ່ອນ​ໜ້າມື້​ສະ​ແດງ. ​ແຕ່​ໜ້າ​ເສຍ​ໃຈ​ນຳ, ຝົນ​ໄດ້​ຕົກລົງ​ມາ​ກ່ອນ​ການສະ​ແດງ​ໄດ້​ເລີ່​ມຕົ້ນ ​ແລະ ກໍ​ຍັງ​ຕົກລົງ​ມາ​ຢູ່​ໃນ​ໄລຍະ​ທີ່​ທຳ​ການສະ​ແດງ! ​ເຖິງ​ແມ່ນ​ນັກສະ​ແດງໜຸ່ມ​ປຽກ​ທັງ​ຕົວ ​ແລະ ໜາວ​ເຢັນ​, ​ແຕ່​ທຸກ​ຄົນ​ໄດ້​ຮູ້ສຶກ​ເຖິງ​ພຣະວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ​ການສະ​ແດງ​ນັ້ນ​ ທີ່ຊື່ວ່າ, “ຈົ່ງ​ດຳລົງ​ຊີວິດ​ໃຫ້​ຈິງຈັງ​ຕໍ່​ສັດທາ,” ​​ໃຫ້​ຄິດ​ທີ່​ຈະ: “ດຳລົງ​ຊີວິດ​ໃຫ້​ຈິງ​ຈັງ​ຕໍ່​ສັດທາ” ໄດ້ສະ​ແດງ​ອອກ​ໃນ​ໃບ​ໜ້າ​ທີ່​ຍິ້ມ​ແຍ້ມ​ແຈ່ມ​ໃສ ​ແລະ ​ໃນ​ຄວາມ​ກະຕືລືລົ້ນຂອງ​ຊາວ​ໜຸ່ມ. ​ເຖິງ​ແມ່ນ​ຈະ​ໜາວ​ເຢັນ ​ແລະ ປຽກ​ຈາກຝົນ​ກໍ​ຕາມ, ​ແຕ່​ຊາວ​ໜຸ່ມ​ເຫລົ່ານັ້ນຄົງ​ບໍ່​ມີ​ວັນ​ລືມປະສົບ​ການ​ທີ່ເຕັມ​ໄປ​ດ້ວຍ​ສັດທາ ​ແລະ ການ​ດົນ​ໃຈຂອງ​​ເຂົາ​ເຈົ້າ​, ​ແລະ ຈະ​ບອກ​ເລົ່າ​​ເລື່ອງ​ເຫລົ່ານັ້ນ​ໃຫ້​ລູກ​ຫລານ​ຟັງ​ໃນ​ຫລາຍໆ​ປີ​ຂ້າງ​ໜ້າ.

ມື້​ຕໍ່​ມາ​ ​ພຣະວິຫານກຽວ​ເບີດ ອາຣິ​ໂຊ​ນາ ​ໄດ້​ຖືກອຸທິດ. ມັນ​ເປັນ​ພຣະວິຫານ​​ແຫ່ງ​ທີ 142​ ​ທີ່​ເປີດ​ບໍລິການໃນ​ສາດສະໜາ​ຈັກ. ບໍ່​ເໝືອນ​ຄືນ​ກ່ອນ, ມັນ​ເປັນ​ມື້​ທີ່​ສວຍ​ງາມ ​ແລະ ​ແຈ່ມ​ໃສ. ​ການ​ອຸທິດ​​ແຕ່​ລະ​ພາກ​ກໍ​ເຕັມ​ໄປ​ດ້ວຍ​ການ​ດົນ​ໃຈ​ແທ້ໆ. ປະທານ​ເຮັນຣີ ບີ ​ໄອຣິງ, ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ​ແທດ ອາ ຄາ​ລິດສະ​ເຕີ, ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ວິວລຽມ ອາ ວອກ​ເກີ, ​ແລະ ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ​ເຄັນ ​ແອັຟ ຣິ​ເຈີດ​ສ໌.

​ໃນ​ເດືອນ​ພຶດສະພາ​ນີ້ ພຣະວິຫານຝອດ ລາ​ເດີ​ແດ​ວ ຟໍຣິດາ ກໍ​ຈະ​ຖືກ​ອຸທິດ​ແລ້ວ. ສ່ວນ​ພຣະວິຫານ​ແຫ່ງ​ອື່ນ​ໆກໍ​ໄດ້​ຖືກ​ກຳນົດທີ່​ຈະ​ສ້າງ​​ໃຫ້ສຳ​ເລັດ​ໃນ​ທ້າຍ​ປີ​ນີ້. ​ໃນ​ປີ 2015 ​ພວກ​ເຮົາ​ຈະ​ມີ​ການ​ອຸທິດ​ພຣະວິຫານ​​ໃໝ່​ແຫ່ງ​ຕ່າງໆ​ຢູ່​ໃນ​ຫລາຍ​ບ່ອນ​ທົ່ວ​ໂລກ. ການ​ສ້າງ​ພຣະວິຫານ​ຈະ​ດຳ​ເນີນ​ຕໍ່​ໄປ. ​ເມື່ອ​ພຣະວິຫານ​ທີ່​ໄດ້​ປະກາດ​ໄປ​ແລ້ວຖືກ​ສ້າງ​ສຳ​ເລັດ, ​ເຮົາ​ຈະ​ມີ​ພຣະວິຫານ​ເປັນ​ຈຳນວນ 170 ​ແຫ່ງ​ ​ເປີດ​ບໍລິການ​ຕະຫລອດ​ທົ່ວ​ໂລກ.

​ເຖິງ​ແມ່ນ​ວ່າ ປະຈຸ​ບັນ​ນີ້ ພວກ​ເຮົາ​​ໄດ້​ເອົາ​ໃຈ​ໃສ່​ກັບ​ການ​ສ້າງ​ພຣະວິຫານ​ທີ່​ໄດ້​ປະກາດ​ໄປ​ແລ້ວນັ້ນ ​ໃຫ້​ສຳ​ເລັດ ​ແລະ ຈະ​ບໍ່​ປ​ະກາດ​ເຖິງ​ການ​ສ້າງ​ພຣະວິຫານ​​ແຫ່ງ​ອື່ນ​ຕື່ມ​ອີກ​ໃນ​ເວລາ​ໝໍ່ໆນີ້, ​ແຕ່​ພວກ​ເຮົາ​ຈະຍັງ​ດຳ​ເນີນ​ການພິຈາລະນາ​ເບິ່ງ​ຄວາມ​ຕ້ອງການ ​ແລະ ການ​ຊອກ​ຫາ​ສະຖານ​ທີ່​ສ້າງ​ພຣະວິຫານ​ໃນ​ອະນາຄົດ. ​ແລ້ວ​ຈະ​ມີ​ການ​ປະກາດ​ໃຫ້ຮູ້​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ​ໃນ​ພາຍ​ໜ້າ. ພວກ​ເຮົາ​ເປັນ​ຜູ້​ທີ່​ມັກ​ສ້າງ​ພຣະວິຫານ ​ແລະ ມັກ​ໄປ​ພຣະວິຫານ.

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ​ເຮົາ​ຕື່ນ​ເຕັ້ນຫລາຍ​ທີ່​ຈະ​ໄດ້​ຍິນ​ຂ່າວສານພາຍ​ໃນ​ມື້​ນີ້ ​ແລະ ​ໃນ​ມື້​ອື່ນ. ຜູ້​ທີ່​ຈະ​ກ່າວ​ກັບ​ເຮົາກໍໄດ້​ສະ​ແຫວ​ງຫາ​ຄວາມ​ຊ່ອຍ​ເຫລືອ ​ແລະ ການ​ຊີ້​ນຳ​ ​​ໃນ​ຂະນະ​ທີ່​ພວກ​ເພິ່ນ​ຕຽມ​ຂ່າວສານ​ຂອງ​ພວກ​ເພິ່ນ.

ຂໍ​ໃຫ້​ເຮົາ—ທຸກ​ຄົນ, ຢູ່​ທີ່​ນີ້ ​ແລະ ​ໃນ​ບ່ອນ​ໃດ​ກໍ​ຕາມ—ຈົ່ງ​​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ​ແລະ ​ໄດ້​ຮັບ​ການ​ເຊີດ​ຊູ​ໃຈ ​ແລະ ການ​ດົນ​ໃຈ​ດ້ວຍ​ເຖີດ ​ໃນ​ຂະນະ​ທີ່​ເຮົາຮັບ​ຟັງ ​ແລະ ຮຽນຮູ້. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ,​ ອາ​ແມນ.