​2010–2019
ທ່ານ​ກຳລັງ​ຄິດ​ຫຍັງ​?
ເມສາ 2014


ທ່ານ​ກຳລັງ​ຄິດ​ຫຍັງ​?

ຂ້າ​ພະ​ເຈົ້າ​ຂໍ​ອ້ອນວອນ​ໃຫ້​ທ່​ານ​ຝຶ​ກ​ຝົນ​ກາ​ນ​​ສອບຖາມ​ຄຳ​ຖາມນີ້​ດ້ວຍ​ຄວາມ​ຄິດ​ເຖິງ​ປະ​ສົບ​ການ​ຂອງ​ຄົນ​ອື່ນ​ວ່າ: “ທ່ານ​ກຳລັງ​ຄິດ​ຫຍັງ?”

ເມື່ອສີ່​ສິບ​ເອັດ​ປີກ່ອນ ຂ້າ​ພະ​ເຈົ້າ​ໄດ້​ປີນ​ຂຶ້​ນ​ບ່ອນ​ຂັບລົດບັນ​ທຸກ​ຄັນ​ໃຫ​ຍ່​ສິບ​ແປດ​ລໍ້​ກັບນາງເຈນ, ​ພັນ​ລະ​ຍາ​ຄົນ​ສວຍ​ຂອງ​ຂ້າ​ພະ​ເຈົ້າ, ແລະ ​ທ້າວ​ສະ​ກອດ​ຕີ, ລູກ​ຊາຍ​ນ້ອຍ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ຂົນເຄື່ອງ​ກໍ່​ສ້າງ​ຂະ​ໜາດ​ໜັກ​ຜ່ານໄປ​ຫລາຍໆ​ລັດ.

​ໃນ​ສະ​ໄໝ​ນັ້ນ​ບໍ່​ມີ​ກົດ​ໝາຍ​ເຄັ່ງ​ຄັດ​ເລື່ອງເຂັມ​ຂັດ​ນິ​ລະ​ໄພ ຫລື ບ່ອນ​ນັ່ງ​ຂອງ​ເດັກ​ທາ​ລົກ, ສະ​ນັ້ນ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າຈຶ່ງ​ໄດ້​ອູ້ມ​ເອົາ​ລູກ​ຊາຍ​​ທີ່​ລ້ຳ​ຄ່າ​​ໄວ້ໃນ​ອ້ອມ​ແຂນ​ຂອງ​ນາງ. ຄຳເວົ້າຂອງ​ນາງ​ທີ່​ວ່າ, “ພວກ​ເຮົາ​ຢູ່​ສູງ​ຈາກ​ພື້ນ​ຫລາຍ​ນໍ,” ຄວນ​ກະ​ຕຸ້ນ​ໃຫ້​ຂ້າ​ພ​ະ​ເຈົ້າ​ເອົາ​ໃຈ​ໃສ່​ຄວາມ​ຮູ້​ສຶກ​ຢ້ານ​ກົວ​ຂອງ​ນາງ​ແດ່.

ຕອນ​ທີ່​ພວກ​ເຮົາ​ລົງ​ຄ້ອຍ​ຜ່ານ​ເຂດດອນ​ເນີທີ່​ເປັນ​ປະ​ຫວັດ​ສາດ, ທີ່​ເປັນ​ພາກ​ສ່ວນ​ທີ່​ຊັນ​ໃນ​ທາງ​ຫລວງ, ບ່ອນ​ນັ່ງ​ຂອງ​ຄົນ​ຂັບ ແລະ ຜູ້​ໂດຍ​ສານ ໃນ​ທັນ​ທີທັນ​ໃດ ແລະ ທີ່ບໍ່​ໄດ້​ຄາດ​ຄິດ​ກໍ​ເຕັມ​ໄປ​ດ້ວຍ​ຄວັນ​ໄຟ, ທີ່​ເຮັດ​ໃຫ້​ເຫັນ​ເສັ້ນທາງຍ​າກ. ພວກ​ເຮົາ​ເກືອບ​ຫັນ​ໃຈ​ບໍ່​ໄດ້.

ກັບ​ລົດ​ບັນ​ທຸກ​ທີ່​ໜັກ​ຫລາຍນີ້, ການ​ຢຽບ​ເບກ​ເທົ່າ​ນັ້ນ​ຈະ​ບໍ່​ພຽງ​ພໍ​ທີ່​ຈະ​ຜ່ອນ​ຄວາມ​ໄວ​ໄດ້​ທັນ​ທີ. ດ້ວຍ​ການ​ຢຽບ​ເບກ ແລະ ປ່ຽນ​ເກ​ຍ​ຊ້າ​ລົງ, ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ສຸດ​ຂີດ​ທີ່​ຈະ​ຢຸດ​ລົດ​ນັ້ນ​.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ເຂົ້າ​ໄປ​ຈອດ​ຢູ່​ແຄມ​ທາງ, ແຕ່​ກ່ອນ​ພວກ​ເຮົາ​ໄດ້​ຢຸດ​ຄັກ​ແນ່, ພັ​ນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເປີດ​ປະ​ຕູ ແລະ ໂດດ​ອອກ​ຈາກ​ລົດ​ກັບ​ລູກ​ຊາຍ​ນ້ອຍ​ໃນ​ອ້ອມ​ແຂນ​ຂອງ​ນາງ. ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ນາງ​ໂດຍ​ເຮັດ​ຫ​ຍັງ​ຊ່ອຍບໍ່​ໄດ້​ຂະ​ນະ​ທີ່​ເຂົາ​ເຈົ້າ​ຍ່າງ​ໂຊ​ເຊ​ໄປ​ຕາມ​ຂີ້​ຝຸ່ນ.

ທັນ​ທີ​ທີ່​ຂ້າ​ພະ​ເຈົ້າ​ຢຸດ​ລົດ​ນັ້ນ​ໄດ້, ຂ້າ​ພະ​ເຈົ້າ​ກໍ​ໄດ້​ໂດດ​ອອກ​ຈາກ​ລົດ​ທີ່​​ເຕັມ​ດ້ວຍ​ຄວັນ​ນັ້ນ. ໂດຍ​ທີ່​ຫົວ​ໃຈ​ເຕັ້ນ​ຢ່າງ​ແຮງ, ຂ້າ​ພະ​ເຈົ້າ​ໄດ້​ແລ່ນ​ຜ່ານ​ກ້ອນ​ຫີນ ແລະ ຫ​ຍ້າ ແລະ ໄດ້​ໂອບ​ກອດ​ເຂົາ​ເຈົ້າ. ແຂນ​ ແລະ ແຂນ​ສອກຂອງ​ນາງເຈນ ຖືກ​ບາດ​ເ​ຈັບ ແລະ ມີເລືອດ​ອອກ, ແຕ່​ໂຊກ​ດີທີ່​ນາງ ແລະ ລູ​ກ​ຊາຍ​​ຂອງ​ພວກ​ເຮົ​າ​ຍັງ​​ມີ​ຊີ​ວິດ​ຢູ່. ຂ້າ​ພະ​ເຈົ້າ​ໄດ້​ແຕ່​ໂອບກອດ​ເຂົາ​ເຈົ້າ​ແໜ້ນໆ​ຂະ​ນະ​ທີ່​ຂີ້​ຝຸ່ນ​ຕົກ​ລົງ​ໃນ​ແຄມ​ທາງ​ຫລວງນັ້ນ.

ເມື່ອ​ສະ​ຕິຂ້າ​ພະ​ເຈົ້າສະ​ຫງົບລົງ ແລະ ​ຂ້າ​ພະ​ເຈົ້າສາ​ມາດຫັນ​ໃຈ​ໄດ້​​ຕາມປົກ​ກະ​ຕິ, ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ນ້ອງ​ໄດ້​ຄິດ​ແນວ​ໃດ? ນ້ອງ​ຮູ້​ບໍ​ວ່ານັ້ນ​ເປັນ​ສິ່ງ​ອັນ​ຕະ​ລາຍ? ນ້ອງ​ອາດ​ຕາຍ​ກໍ​ໄດ້!”

ນາງ​ໄດ້​ຫລຽວ​ເບິ່ງ​ຂ້າ​ພະ​ເຈົ້າ, ດ້ວຍ​ນ້ຳ​ຕາ​ໄຫລ​ອາບ​ແກ້ມ​ທີ່​ເປິ​ເປື້ອນ​ດ້ວຍ​ຄວັນ​ໄຟ, ແລະ ໄດ້​ກ່າວ​ຄຳ​ທີ່​ໄດ້​ສຽບ​ແທງ​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ແລະ ຍັງ​ດັງ​ກ້ອງ​ຢູ່​ໃນ​ຫູ​ຂ້າ​ພະ​ເຈົ້າ​ຢູ່​ວ່າ, “ນ້ອງ​ພຽງ​ແຕ່​ພະ​ຍາ​ຍາມ​ຈະ​ຊ່ອຍ​ຊີ​ວິດ​ຂອງ​ລູ​ກ​ຊາຍ​ຂອງ​ພວກ​ເຮົາ​ເອົາໄວ້!”

​ໃນ​ເວ​ລານັ້ນ​ຂ້າ​ພ​ະ​ເຈົ້າ​ໄດ້​ຮັບ​ຮູ້​ໄດ້​ວ່າ ນາງ​ໄດ້​ຄິດ​​ວ່າ​ເຄື່ອງ​ຈັກ​ເກີດ​ໄຟ​ໄໝ້, ຢ້ານ​ວ່າ​ລົດ​ບັນ​ທຸກ​ຈະ​ລະ​ເບີດ, ແລະ ວ່າ​ພວກ​ເຮົາ​ຈະ​ຕາຍ. ແຕ່, ຂ້າ​ພະ​ເຈົ້າ, ໄດ້​ຮູ້​ວ່ານັ້ນ​ເປັນ​ເພາະ​ເຄື່ອງ​ໄຟ​ຟ້າ​ເສຍ—ເປັນ​ອັນ​ຕະ​ລາຍ​ແຕ່ບໍ່​ເຖິງ​ຂັ້ນ​ຕາຍ. ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ພັນ​ລະ​ຍາ​ທີ່​ລ້ຳ​ຄ່າ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ລູບ​ຫົວ​ລູກ​ຊາຍ​ນ້ອຍ​ຂອງພວກ​ເຮົາ​ເບົາໆ, ແລະ ໄດ້​ຄິດ​ວ່າ​ສະ​ຕີ​ປະ​ເພດ​ໃດ​ຈະ​ເຮັດ​ສິ່ງ​ທີ່​ກ້າ​ຫານ​ຂະ​ໜາດນີ້.

​ສະ​ພາບ​ການນີ້​ອາດ​ເປັນ​ອັນ​ຕະ​ລາຍ​ທາງ​ດ້ານ​ຄວາມ​ຮູ້​ສຶກ ດັ່ງ​ທີ່​ເຄື່ອງ​ຈັກ​ຂອງ​ເຮົາ​ເພ​ພັງ​ແທ້ໆ. ໂຊກ​ດີ ທີ່​ຫລັງ​ຈາກ​ໄດ້​ທົນ​ທຸກ​ຢູ່​ກັບຄວາມບໍ່​ພໍ​ໃຈໃຫ້​ກັນ​ເປັນ​ເວ​ລາ​ດົນ​ນານ​ພໍ​ສົມ​ຄວນ, ແຕ່​ລະ​ຝ່າຍ​ເຊື່ອ​ວ່າ​ອີກ​ຝ່າຍ​ໜຶ່ງ​ເປັນ​ຜູ້​ເຮັດ​ຜິດ, ໃນ​ທີ່​ສຸດພວກ​ຂ້າ​ພະ​ເຈົ້າ​ກໍໄດ້​ສະ​ແດງ​ຄວາມ​ຮູ້​ສຶກທີ່​ກໍ່​ໃຫ້​ເກີດ​ຄວາມ​ຄຽດ​ແຄ້ນ​ໃຫ້​ກັນ. ການ​​ແບ່ງ​ປັນຄວາມ​ຮູ້​ສຶກ​ເຖິງ​ຄວາມ​ຮັກ ແລະ ຄວາ​ມ​ຢ້ານ​ກົວ​ສຳ​ລັບ​ຄວາມ​ປອດ​ໄພ​ຂອງ​ກັນ​ແລະ​ກັນ​ໄດ້​​ກີດ​ກັ້ນ​ໃຫ້ເຫດ​ການທີ່​ອັນ​ຕະ​ລາຍນັ້ນ​ມາ​ທຳ​ລາຍ​ການ​ແຕ່ງ​ງານ​ທີ່​ລ້ຳ​ຄ່າ​ຂອງ​ພວກ​ຂ້າ​ພ​ະ​ເຈົ້າ.

ໂປ​ໂລ​ໄດ້​ເຕືອນ​ວ່າ, “ຢ່າ​ໃຊ້​ຄຳ​ເວົ້າ​ອັນເຮັດ​ໃຫ້​ເຈັບ​ຊ້ຳ​ນ້ຳ​ໃຈ, ແຕ່ໃຫ້​ໃຊ້​ຄຳ​ເວົ້າ​ອັນ​ດີ​ທີ່​ຊ່ອຍ​ຊູ​ໃຫ້​ຈະ​ເລີນຂຶ້ນ [ເທົ່າ​ນັ້ນ] … [ແລະ] ໃຫ້​ເໝາ​ະ​ສົມ, ເພື່ອ​ຖ້ອຍ​ຄຳ​ທີ່​ພວກ​ທ່ານ​ກ່າວນັ້ນ​ຈະ​ເປັນ​ຄຸນ​ປະ​ໂຫຍດ​ໃຫ້​ແກ່​ຜູ້​ທີ່​ໄດ້​ຍິນ​ໄດ້​ຟັງ” (​ເອ​ເຟ​ໂຊ 4:29). ຖ້ອຍ​ຄຳ​ຂອງ​ເພິ່ນ​ສະ​ແດງ​ເຖິງ​ຄວາມ​ບໍ​ລິ​ສຸດ​ໃດ​ໜຶ່ງ.

ສຳ​ນວນ​ທີ່​ວ່າ “ຄຳ​ເວົ້າ​ອັນເຮັດ​ໃຫ້​ເຈັບ​ຊ້ຳ​ນ້ຳ​ໃຈ” ມີ​ຄວາມ​ໝາຍ​ແນວ​ໃດ​ສຳ​ລັບ​ທ່ານ? ເຮົາ​ທຸກ​ຄົນ​ປະ​ສົ​ບ​ຄວາມ​ຮູ້​ສຶກ​ໂມ​ໂຫ​ຫລາຍ​ເປັນ​ປົກ​ກະ​ຕິ—ທັງຂອງ​ເຮົາ​ເອງ ແລະ ຂອງຄົນ​ອື່ນ. ເຮົາ​ເຄີຍ​ໄດ້​ເຫັນ​ຄວາມໂມ​ໂຫ​ທີ່​ຂາດ​ການ​ຄວບ​ຄຸມ​ລະ​ເບີດ​ຂຶ້ນ​ໃນ​ສະ​ຖານ​ທີ່​ສາ​ທ​າ​ລະນະ. ເຮົາ​ໄດ້​ປະ​ສົບ​ຄວາມ​ຮູ້​ສຶກ​ດັ່ງ​ກ່າວ​ໃນ​ສະ​ໜາມ​ກິ​ລາ, ໃນ​ສະ​ຖານ​ທີ່​ແຫ່ງ​ການ​ເມືອງ, ແລະ ແມ່ນ​ແຕ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ​ເອງ.

ບາງ​ເທື່ອເດັກ​ນ້ອຍ​​ກໍ​ເວົ້າ​ກັບ​ພໍ່​ແມ່​ທີ່​ຮັກ​ຂອງ​ພວກ​ເຂົາ​ດ້ວຍ​ຄຳ​ເວົ້າ​ທີ່​ເຮັດ​ໃຫ້​ເຈັບ​ຊ້ຳ​ນ້ຳ​ໃຈ. ຄູ່​ສາ​ມີ​ພັນ​ລະຍາ, ຜູ້​ທີ່​ມີຄວາມ​ຮຸ່ງ​ເຮືອງ​ ແລະ ປະ​ສົບ​ການ​ທີ່​ລະ​ອຽດ​ອ່ອນ​ທີ່​ສຸດໃນ​ຊີ​ວິດ​ນຳ​ກັນ ກໍ​ຍັງ​ສູນ​ເສຍທິດ​ທາງ ແລະ ຄວາມ​ອົດ​ທົນ​ໃຫ້​ກັນ​ແລະ​ກັນ ແລະ ມີ​ປາກ​ສຽງ​ໃຫ້​ກັນ. ເຮົາ​ທຸກ​ຄົນ, ເຖິງ​ແມ່ນ​ວ່າ​ເປັນ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຮັກ​ແພງ, ເຄີຍ​ກິນ​ແໜງ​ທີ່​ໄດ້​ຕັດ​ສິນຜິດ​ໄວ​ເກີນ​ໄປ ​ແລະ ​ໄດ້​ກ່າວ​ຄຳ​ທີ່​ຫຍາບ​ຄາຍກ່ອນ​ທີ່​ເຮົາ​ໄດ້​ເຂົ້າ​ໃຈ​ສະ​ພາບ​ການ​ຈາກ​​ທັດ​ສະ​ນະ​ຂອງ​ຄົນ​ອື່ນ. ເຮົາ​ທຸກ​ຄົນ​ໄດ້​ມີ​ໂອ​ກາດ​ທີ່​ຈະ​ຮຽນ​ຮູ້​ວ່າ​ຄຳ​ເວົ້າ​ທີ່​ຖາກ​ຖາງ​ສາ​ມາດ​ເຮັດ​ໃຫ້​ສະ​ພາບ​ການ​ຮ້າຍ​ແຮງ​ຂຶ້ນ​ຈາກ​ອັນ​ຕະ​ລາຍ​ໄປ​ເຖິງ​ຕາຍ​ກໍ​ໄດ້.

ຈົດ​ໝາຍ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ​ເມື່ອບໍ່​ດົນ​ມານີ້​ກ່າວ​ຢ່າງ​ແຈ່ມ​ແຈ້ງວ່າ, “ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູຄຣິດ​ສອນ​ເຮົາ​ໃຫ້​ຮັກ ແລະ ປະ​ຕິ​ບັດ​ຕໍ່​ທຸກ​ຄົນ​ດ້ວຍ​ຄວາມ​ເມດ​ຕາ ແລະ ຄວາ​ມ​ສຸ​ພາບ—ແມ່ນ​ແຕ່​ເມື່ອ​ເຮົາ​ບໍ່​ເຫັນ​ດີ​ເຫັນ​ພ້ອມ” (ຈົດໝາຍ​ຂອງ​ຝ່າຍ​ປະທານ​ສູງ​ສຸດ, ວັນ​ທີ 10 ​ເດືອນ​ມັງກອນ, 2014). ນີ້​ຊ່າງ​ເປັນ​ການ​ເຕືອນ​ໃຈທີ່​ດີ​ເລີດ​ທີ່​ເຮົາ​ສາ​ມາດ ແລະ ຄວນມີ​ສ່ວນ​ຮ່ວມ​ໃນ​ການ​ສື່​ສານ​ຢ່າງສຸ​ພາບ​ອັນ​ຕໍ່​ເນື່ອງ, ໂດຍ​ສະ​ເພາະ​ເມື່ອ​ເຮົາ​ມອງ​ເຫັນ​ໂລກ​ຈາກ​ທັດ​ສະ​ນະ​ທີ່​ແຕກ​ຕ່າງ​ກັນ.

ຜູ້​ຂຽນສຸ​ພາ​ສິດ​ໄດ້ແນະ​ນຳ​ວ່າ, “ຄຳ​ເວົ້າອ່ອນ​ຫວານ​ລະ​ງັບຄວາມ​ໂກດ​ໄວ້: ແຕ່​ຄຳ​ເວົ້າຫ​ຍາບ​ຊ້າຍົວະ​ໃຫ້​ໂມ​ໂຫ” (ສຸພາສິດ 15:1). “ຄຳ​ເວົ້າອ່ອນ​ຫວານ” ປະ​ກອບ​ດ້ວຍ​ຄຳ​ຕອບ​ທີ່​ມີ​ເຫດ​ຜົນ—ຄຳ​ເວົ້າ​ທີ່​ມີ​ລະ​ບຽບ​ວິ​ໄນ​ຈາກ​ຫົວ​ໃຈ​ທີ່​ຖ່ອມ​ຕົວ. ມັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຈະ​ບໍ່​ກ່າວ​ກົງ​ໄປ​ກົງ​ມາ ຫລື ວ່າ​ເຮົາ​ຍອມ​ໃຫ້ຄຳ​ສອນ​ທີ່​ເປັນ​ຈິງຕົກ​ຢູ່​ໃນ​ອັນ​ຕະ​ລາຍ. ຖ້ອຍ​ຄຳ​ທີ່​ອາດ​ກົງ​ໄປ​ກົງ​ມາ​ກໍ​ສາ​ມາດ​ເປັນ​ຄຳ​ອ່ອນ​ຫວານ​ໄດ້​ທາງວິນ​ຍານ.

ພ​ຣະ​ຄຳ​ພີ​ມໍ​ມອນ​ບັນ​ຈຸ​ຕົວ​ຢ່າງ​ທີ່ດີ​ເລີດ​ເຖິງ​​ຄຳ​ວາ​ຈາ​ທີ່​​ຢືນ​ຢັນ ທີ່​ໄດ້​ກ່າວ​​ໃນ​ສະ​ພາບການ​ທີ່ບໍ່​ເຫັນ​ດີ​ເຫັນ​ພ້ອມຂອງ​ຊີ​ວິດ​ແຕ່ງ​ງານ. ລູກ​ຊາຍ​ຂອງ​ຊາໄ​ຣ​ຢາ ແລະ ລີ​ໄຮ​ຖືກ​ສົ່ງ​ຄືນ​ໄປ​ກຸງ​ເຢ​ຣູ​ຊາ​ເລັມ ເພື່ອ​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ ແລະ ຍັງ​ບໍ່​ໄດ້​ກັບ​​ຄືນມາ. ຊາໄ​ຣ​ຢາ​ໄດ້​ເຊື່ອ​ວ່າ​ລູກ​ຊາຍ​ຂອງ​ນາງ​ໄດ້​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ, ​ແລະ ນາງ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ໂມ​ໂຫ ແລະ ຕ້ອງ​ການ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ນາງ​ຈະ​ກ່າວ​ໂທດ.

ຂໍ​ໃຫ້​ຟັງ​ເລື່ອງ​ລາວ​ຜ່ານ​​ທັດ​ສະ​ນະ​ຂອງນີ​ໄຟ ລູກ​ຊາຍ​ຂອງ​ນາງວ່າ: “ເພາະ [ມານ​ດາ​ຂອງ​ຂ້າ​ພະ​ເຈົ້າ] ​​ໄດ້​ຄິດ​ວ່າ​ພວກ​ເຮົາ​ຕາຍ​ເສຍແລ້ວ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ເພິ່ນ​ໄດ້​ຈົ່ມ​​ໃຫ້​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ນຳ​ອີກ, ບອກ​ເພິ່ນ​ວ່າ​ເພິ່ນ​ເປັນ​ຄົນ​ຊ່າງ​ເຫັນ​ພາບ; ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ​ເຈົ້າ​ນຳ​ພວກ​ເຮົາ​ອອກ​ຈາກ​ແຜ່ນ​ດິນ ຊຶ່ງເປັນ​​ມູນມໍ​ລະ​ດົກ​ຂອງພວກ​ເຮົາ, ແລະ ​ຂ້ອຍ​ໄດ້​ເສຍລູກຊາຍ​​ໄປໝົດ​ແລ້ວ, ແລະ ​ພວກເຮົາ​ກຳ​ລັງ​ຈະ​ຕາຍ​​ຢູ່ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ” (1 ນີ​ໄຟ 5:2).

ບັດ​ນີ້, ໃຫ້​ເຮົາ​ມາ​ຄິດ​ພິ​ຈາ​ລະ​ນາ​ສິ່ງ​ທີ່​ຊາ​ໄຣ​ຢາ​ອາດ​ໄດ້​ຄິດ​ຢູ່. ນາງ​ໄດ້​ມີ​​ຄວາມ​ກັງ​ວົນ​ກ່ຽວ​ກັບ​ລູກ​ຊາຍ​ຂອງ​ນາງ​ທີ່​ມັກ​ຜິດ​ຖຽງ​ກັນ ກັບ​ຄືນ​ໄປ​ຫາ​ສະ​ຖານ​ທີ່​ບ່ອ​ນ​ທີ່​ຊີ​ວິດ​ຂອງ​ສາ​ມີ​ຂອງ​ນາງ​ໄດ້​ຖືກ​ຂົ່ມ​ຂູ່. ນາງ​ກໍ​ໄດ້​​ແລກປ່​ຽນ​ບ້າ​ນ​ເຮືອນ ແລະ ໝູ່​ເພື່ອນ​ຂອງ​ນາງ ມາ​ອາ​ໄສ​ຢູ່​ໃນ​ຜ້າ​ເຕັ້ນ ໃນ​ສະ​​ຖານ​ທີ່​ແຫ້ງ​ແລ້ງ​ກັນ​ດານ ເມື່ອ​ນາງ​ຍັງ​ຢູ່​ໃນ​ໄວທີ່ໜຸ່ມ​ຢູ່. ໃນ​ຊ່ວງ​ເວ​ລາ​ທີ່​ກົດ​ດັນ​ທີ່​ສຸດ​ຈາກຄວາມ​ຢ້ານ​ກົວ​ຂອງ​ນາງ​, ເບິ່ງ​ຄື​ວ່າ​ຊາ​ໄຣ​ຢາໄດ້​ໂຕນ​ລົງຢ່າງກ້າ​ຫານ, ຖ້າ​ບໍ່ຂາດ​ເຫດ​ຜົນ, ຈາກລົດ​ບັນ​ທຸກ​ທີ່​ກຳ​ລັງ​ແລ່ນ​ໄປ​ໄວໆ​ຂາດ​ການ​ບັງ​ຄັບ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປົກ​ປ້ອງ​ຄອບ​ຄົວ​ຂອງ​ນາງ. ນາງ​ໄດ້​ສະ​ແດງ​ຄວາມ​ຫ່ວງ​ໄຍ​ທີ່​ມີ​ເຫດ​ຜົນ​ຕໍ່​ສາ​ມີ​ຂອງ​ນາງ​ໃນ​ພາ​ສາ​ແຫ່ງ​ຄວາມ​ໂມ​ໂຫ ແລະ ສົງ​ໄສ ແລະ ກ່າວ​ໂທດ—ພາ​ສາ​ທີ່​ມະ​ນຸດ​ທຸກ​ຄົນ​ເບິ່ງ​ຄື​ວ່າ​ຄ່ອງ​ແຄ້ວ​ໄດ້​ດີ​ຢ່າງ​ປະ​ຫລາດ​ໃຈແທ້ໆ.

ສາດ​ສະ​ດາ​ລີ​ໄຮ​ໄດ້​ຮັບ​ຟັງ​ຄວາມ​ຢ້ານ​ກົວ​ທີ່​ເປັນ​ແຫລ່ງ​ຂອງ​ຄວາມ​ໂມ​ໂຫ​ຂອງ​ພັນ​ລະ​ຍາ​ຂອງ​ເພິ່ນ. ແລ້ວ ເພິ່ນ​ໄດ້​ໃຫ້​ຄຳ​ຕອບ​ທີ່​ມີ​ລະ​ບຽບ​ວິ​ໄນ ໃນ​ພາ​ສາ​ທີ່​ມີ​ຄວາມ​ເມດ​ຕາ. ທຳ​ອິດ, ເພິ່ນຍອມ​ຮັບ​ຄວາມ​ຈິງ​ວ່າ​ສະ​ພາບ​ການ​ເປັນ​ແນວ​ໃດ​ຈາກ​​ທັດ​ສະ​ນະ​ຂອງ​ນາງວ່າ: “ແລະ … ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ເພິ່ນ, ມີ​ຄວາມ​ວ່າ: ຂ້ອຍຮູ້​ວ່າຂ້ອຍ​ເປັນ​ຄົນ​ຊ່າງ​ເຫັນ​ພາບ; …ແຕ່​ [ຖ້າ​ຫາກຂ້ອຍ] ຈະ​ຍັງ​ຢູ່​ທີ່ເຢ​ຣູ​ຊາ​ເລັມ, [ພວກ​ເຮົາ​ຈະ​ຕ້ອງ] ​ຕາຍ​​ກັບ​ພີ່​ນ້ອງ​ຂອງ​ຂ້ອຍ” (1 ນີ​ໄຟ 5:4).

ແລ້ວ​ສາມີ​ຂອງ​ນາງໄດ້​ຈັດ​ການ​ກັບ​ຄວາມ​ຢ້ານ​ກົວ​ຂອງ​ນາງ​ກ່ຽວ​ກັບ​ຄວາມ​ຜາ​ສຸກ​ຂອງ​ລູກ​ຊາຍ​ຂອງ​ພວກ​ເພິ່ນ, ດັ່ງ​ທີ່​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ເປັນ​ພະ​ຍານ​ຕໍ່​ເພິ່ນ​ຢ່າງ​ແນ່ນອນ ​ໂດຍ​ກ່າວວ່າ:

“ແຕ່ຈົ່ງ​ເບິ່ງ, ຂ້ອຍ​ໄດ້​ຮັບ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ຊຶ່ງໃນ​ສິ່ງ​ນີ້​ຂ້ອຍ​ປິ​ຕິ​ຍິນ​ດີ; ແທ້​ຈິງ​ແລ້ວ, ແລະ ຂ້ອຍ​ຮູ້​ວ່າ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ປົດ​ປ່ອຍ​ລູກ​ຊາຍ​ຂອງ​ຂ້ອຍ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ລາ​ບານ. …

“ແລະ ດ້ວຍ​ພາ​ສາຢ່າງນີ້, ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ປອບ​ໃຈ​​ມານ​ດາ​ຂອງ​ຂ້​າ​ພະ​ເຈົ້າ, ກ່ຽວ​ກັບ​ພວກ​ເຮົາ” (1 ນີ​ໄຟ 5:5–6).

ໃນ​ທຸກມື້ນີ້​​ກໍມີ​ຄວາມ​ຈຳ​ເປັນ​ຫລາຍ​ສຳ​ລັບ​ຊາຍ ແລະ ຍິງ​ທີ່​ຈະ​​ພັດ​ທະ​ນາຄວາມ​ນັບ​ຖື​ທີ່​ມີ​ໃຫ້​ກັນ​ແລະ​ກັນ ເຖິງ​ແມ່ນ​ວ່າຄວາມ​ເຊື່ອ​ຖື ແລະ ພຶດ​ຕິ​ກຳນັ້ນ​ອາດ​ແຕກ​ຕ່າງ​ຫລາຍ ແລະ ຄວາມ​ຕັ້ງ​ໃຈ​ອາດ​ແຕກ​ຕ່າງ​ກັນ​ຫລາຍ​ປານ​ໃດກໍ​ຕາມ. ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຮູ້​ທຸກ​ສິ່ງ​ທີ່ຈະ​ແຈ້ງໃຫ້​ຄວາມ​ຄິດ​ ແລະ ຫົວ​ໃຈຂອງ​ເຮົາ​ຮູ້​ ຫລື ແມ່ນ​ແຕ່​ຈະ​ເຂົ້າ​ໃຈ​ເຕັມ​ທີ່​ສະ​ພາບ​ການ​ສຳ​ລັບ​ການ​ທົດ​ລອງ ແລະ ການ​ເລືອກ​ທີ່​ເຮົາແຕ່​ລະ​ຄົນ​ຈະ​ປະ​ເຊີນ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈະ​ມີ​ຫ​ຍັງ​ເກີດ​ຂຶ້ນ​ກັບ “ຄຳ​ເວົ້າ​ອັນເຮັດ​ໃຫ້​ເຈັບ​ຊ້ຳ​ນ້ຳ​ໃຈ” ທີ່​ໂປ​ໂລ​ໄດ້​ກ່າວ​ເຖິງ ຖ້າ​ທ່າ​ທາງ​ຂອງ​ເຮົາ​ເອງ​​ແມ່ນ​ຮ່ວມ​ທັງຄວາມ​ເຫັນ​ອົກ​ເຫັນ​ໃຈ​ສຳ​ລັບ​ປະ​ສົບ​ການ​ຂອງ​ຄົນ​ອື່ນ​ກ່ອນ? ການຍອມ​ຮັບ​ເຂດ​ຈຳ​ກັດ​ຂອງ​ຄວາມບໍ່​ສົ​ມ​ບູນ​ແບບ​ ແລ​ະ ຄວາມ​ບົກ​​ພ່ອງຂອງ​ຂ້າ​ພະ​ເຈົ້າ​ເອງ​ຢ່າງ​ເຕັມ​ທີ່, ຂ້າ​ພະ​ເຈົ້າ​ຂໍ​ອ້ອນວອນ​ໃຫ້​ທ່​ານ​ຝຶ​ກ​ຝົນ​ກາ​ນ​​ສອບຖາມ​ຄຳ​ຖາມນີ້​ດ້ວຍ​ຄວາມ​ຄິດ​ເຖິງ​ປະ​ສົບ​ການ​ຂອງ​ຄົນ​ອື່ນ​ວ່າ: “ທ່ານ​ກຳລັງ​ຄິດ​ຫຍັງ?”

ທ່ານ​ຈຳ​ໄດ້​ບໍ​ເມື່ອ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ຊາ​ມູ​ເອນ ແລະ ໂຊນ​ຕົກ​ໃຈ​ໂດຍ​ການ​ເລືອກ​ເດັກ​ຊາຍ​ລ້ຽງ​ແກະ, ດາ​ວິດ​ແຫ່ງ​ເບັດ​​ເລ​ເຮັມ, ໃຫ້​ເປັນ​ກະ​ສັດ​ແຫ່ງ​ອິດ​ສະ​ຣາ​ເອນ? ສາດ​ສະ​ດາ​ຂອງ​ພ​ຣະ​ອົງ​ໄດ້​ອະ​ທິ​ບາຍ​ວ່າ, “ເພາະ​ການ​ຕັດ​ສິນ​ຂອງ​ເຮົາ​ບໍ່​ຄື​ການ​ຕັດ​ສິນ​ຂອງ​ມະ​ນຸດ; ມະ​ນຸດ​ເບິ່ງ​ພາຍນອກ​ແຕ່​ເຮົາ​ເບິ່ງ​ພາຍ​ໃນ​ຈິດ​ໃຈ” (1 ຊາ​ມູ​ເອນ 16:7).

ເມື່ອ​ບ່ອນ​ນັ່ງ​ໃນ​ລົດ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວັນ​ໄຟ, ພັນ​ລະ​ຍາ​ຂອງ​ຂ້າ​ພ​ະ​ເຈົ້າ​ໄດ້​ລົງ​ມື​ເຮັດ​ສິ່ງ​ທີ່​ສະ​ແດງ​ເຖິງວິ​ທີ​ທາງ​ທີ່​ກ້າ​ຫານ​ທີ່​ສຸດ​ທີ່​ນາງ​ຄິດ​ອອກ​ໄດ້ ເພື່ອ​ປົກ​ປ້ອງ​ລູກ​ຊາຍ​ນ້ອຍ​ຂອງ​ພວກ​ເຮົາ. ເຊັ່ນ​ດຽວ​ກັນ ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຮັດ​ບົດ​ບາດ​ໃນ​ຖາ​ນະ​ຜູ້​ປົກ​ປ້ອງ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​​ສົງ​ໄສ​ການ​ເລືອກ​ຂອງ​ນາງ. ແທ້ໆ​ແລ້ວ, ມັນ​ບໍ່​ສຳ​ຄັນ​ວ່າ​​ໃຜຖືກ​​ໃຜ​ຜິດຫລາຍ​ກວ່າ​ກັນ. ສິ່ງ​ທີ່​ສຳ​ຄັນ​ຄື​ການ​ຮັບ​ຟັງ​ກັນ​ແລະ​ກັນ ແລະ ການເຂົ້າໃຈ​​ທັດ​ສະ​ນະ​ຂອງ​ກັນ​ແລະ​ກັນ.

ຄວາມ​ເຕັມ​ໃຈ​ທີ່​ຈະ​ມອງ​ເຫັນ​ຜ່ານ​​ທັດ​ສະ​ນະ​ຂ​ອງ​ກັນ​ແລະ​ກັນ ຈະ​ປ່ຽນ​ “ຄຳ​ເວົ້າ​ອັນເຮັດ​ໃຫ້​ເຈັບ​ຊ້ຳນ້ຳ​ໃຈ” ໃຫ້​ກາຍ​ເປັນ​ “ຄຸນ​ປະ​ໂຫຍດ​.” ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ເຂົ້າ​ໃຈ​ເລື່ອງນີ້, ແລະ ໃນລະ​ດັບ​ໃດ​ລະ​ດັບ​ໜຶ່ງ ເຮົາ​ແຕ່​ລະ​ຄົນ​ກໍ​ສາ​ມາດ​ມີ​ປະ​ສົບ​ການນີ້​ໄດ້​ຄື​ກັນ. ມັດ​ອາດບໍ່​ປ່ຽນ​ແປງ ຫລື ແກ້​ໄຂ​ບັນ​ຫາ, ແຕ່​ຄວາມ​ເປັນ​ໄປ​ໄດ້​ທີ່​ສຳ​ຄັນ​ອາດ​ເປັນ​ໄປ​ວ່າ ຄຸນ​ປະ​ໂຫຍດ​ຈະ​ສາ​ມາດ​ປ່ຽນ​ແປງ​ເຮົາ​ໄດ້​.

ຂ້າ​ພ​ະ​ເຈົ້າ​ເປັນ​ພະ​ຍານ​ດ້ວຍ​ຄວາມ​ຖ່ອມ​ຕົນວ່າ ​ເຮົາ​ສາ​ມາດປະ​ຕິບັດຄຸນ​ປະ​ໂຫຍດໄດ້ ຜ່ານການ​ກ່າວ​ຈາ​ທີ່​ເຫັນ​ອົກ​ເຫັນ​ໃຈ ​ເມື່ອ​ຂອງ​ປະ​ທານ​ແຫ່ງ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ​ທີ່​​ໄດ້​ພັດ​ທະ​ນາ​ ສຳ​ພັດຫົວ​ໃຈ​ຂອງ​ເຮົາ​ ​ໃຫ້​ຮູ້ຈັກຄວາມ​ຮູ້​ສຶກ ແລະ ທັດ​ສະ​ນະ​ຂອງ​ຄົນ​ອື່ນ. ມັນຊ່ອຍ​ໃຫ້​ເຮົາ​ປ່ຽນ​ສະ​ພາບ​ການ​ທີ່​ອັນ​ຕະ​ລາຍ​ໃຫ້​ກາຍ​ເປັນ​ສະ​ຖານ​ທີ່​ທີ່​ສັກ​ສິດ​ໄດ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຊົງ​ຮັກ, ອົງ​ທີ່​ໄດ້ “ເບິ່ງ​ພາຍ​ໃນ​ຈິດ​ໃຈ [ຂອງ​ເຮົາ]” ​ແລະ ​ເປັນ​ຫ່ວງ​ກັບ​ສິ່ງ​ທີ່​ເຮົາ​ຄິດ​. ໃນ​ພ​ຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄ​ຣິດ, ອາແມນ.