​2010–2019
ເຈົ້າ​ຄວນ​ເປັນ​ຄົນ​ແນວ​ໃດ?
ເມສາ 2014


ເຈົ້າ​ຄວນ​ເປັນ​ຄົນ​ແນວ​ໃດ?

ມີ​ການ​ປ່ຽນ​ແປງ​ໃດ​ແດ່​ທີ່ຖືກ​ຮຽກ​ຮ້ອງ​ຈ​າກ​ເຮົາ ເພື່ອ​ຈະ​ກາຍ​ເປັນ​ຄົນ​ທີ່​ເຮົາ​ຄວນ​ເປັນ?

ເມື່ອ​ເຮົາ​ຄິດ​ກ່ຽວ​ກັບ​ກອງ​ປະ​ຊຸມນີ້​ທີ່ກຳ​ລັງເກີດ​ຂຶ້ນ​ຢູ່​ຕ​ະ​ຫລອດ​ທົ່ວ​ໂລກ, ເຮົາ​ກໍ​ຖືກ​ເຕືອນ​ໃຈ​ວ່າບໍ່​​ມີຫ​ຍັງ​ຈະ​ມາທຽບ​ເທົ່າ​ກັບ​ການ​ເຕົ້າ​ໂຮມນີ້​—ຢູ່​ໃນ​ບ່ອນ​ໃດໆ​ເລີຍ. ​ຈຸດ​ປະ​ສົງ​ຂອງ​ພາກ​ຖາ​ນະ​ປະ​ໂລ​ຫິດ​ຂອງກອງ​ປະ​ຊຸມ​ແມ່ນ​ເພື່ອ​ສອນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ວ່າ​ເຂົາ​ເຈົ້າ​ຄວນ​ເປັນ​ຄົນ​ແນວ​ໃດ (​ເບິ່ງ 3 ນີ​ໄຟ 27:27) ແລະ ເພື່ອ​ດົນ​ໃຈ​ເຮົາ​ໃຫ້​ບັນ​ລຸຄວາມ​ສາ​ມາດນັ້ນ.

ຕອນ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ຢູ່​ລັດ​ຮາ​ວາຍ​ເມື່ອ​ຫ້າ​ສິບ​ປີ​ກ່ອນ ແລະ ແລ້ວ​ເມື່ອ​ໄດ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ປະ​ເທດ​ອັງ​ກິດ, ພວກ​ເຮົາ​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ຕຶກ​ໂບດ ແລະ (ດ້ວຍ​ຄວາມ​ພະ​ຍາ​ຍາມ​ຢ່າງ​ເຕັມ​ທີ່) ຮັບ​ຟັງ​ພາກ​ປະ​ຊຸມ​ຖາ​ນະ​ປະ​ໂລ​ຫິດ​ຜ່ານ​ການ​ຕິດ​ຕໍ່​ທາງ​ໂທ​ລະ​ສັບ. ໃນ​ປີ​ຕໍ່​ມາ, ດ້ວຍ​ຈານ​ຂະ​ໜາດ​ໃຫ​ຍ່ ພວກ​ເຮົາ​ກໍ​ໄດ້​ຮັບ​ຊົມ​ການ​ຖ່າຍ​ທອດ​ຜ່າ​ນ​ທາງ​ດາວ​ທຽມ​ຢູ່​ຕຶກ​ໂບດ​ບາງ​ແຫ່ງ ເພື່ອ​ພວກ​ເຮົາທັງ​ຈະ​ໄດ້​ຍິນ ແລະ ໄດ້​ເຫັນ​ການ​ປະ​ຊຸມນັ້ນ. ພ​ວກ​ເຮົາກໍ​ປະ​ຫລາດ​ໃຈ​ຫລາຍ​ກັບ​ເທັກ​ໂນ​ໂລ​ຈີນັ້ນ! ໜ້ອຍ​ຄົນ​ຈະ​ຄິດ​ໄດ້​ວ່າ​ໃນໂລກ​ໃນ​ວັນ​ເວ​ລານີ້, ບ່ອນ​ທີ່​ຄົນ​ໃດ​ມີ​ອິນ​ເຕີ​​ແນັດ​ຜ່ານ​ໂທ​ລະ​ສັບ​ມື​ຖື, ເຄື່ອງ​ມື​ຖື, ຫລື ຄອມ​ພິວ​ເຕີ​ຈະ​ສາ​ມາດ​​ຮັບ​ຊົ​ມກອງ​ປະ​ຊຸມນີ້​ໄດ້​.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ທີ່​ຈະ​ໄດ້​ເຂົ້າ​ເຖິງ​ຂ່າວ​ສານ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້ານີ້​ໄດ້​​ເພີ່ມຂຶ້ນ, ຊຶ່ງ​ເປັນ​ເໝືອນ​ດັ່ງ​ສຸ​ລະ​ສຽງ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ເອງ (ເບິ່ງ D&C 1:38), ກໍ​ມີ​ຄຸນ​ຄ່າ​ໜ້ອຍ​ຖ້າ​ຫາກ​ເຮົາ​ບໍ່​ເຕັມ​ໃຈ​ຮັບ​ເອົາ​ພ​ຣະ​ຄຳນັ້ນ (ເບິ່ງ D&C 11:21) ແລະ ແລ້ວ​ເຮັດ​ຕາມ​ນັ້ນ. ​​ແທ້​ຈິງ​ແລ້ວ, ຈຸດ​ປະ​ສົງ​ຂອງ​ການ​ປະ​ຊຸມ​ໃຫ​ຍ່​ສາ​ມັນ ແລະ ພາກ​ຖາ​ນະ​ປະ​ໂລ​ຫິດ​ແມ່ນ​ຈະ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ ຖ້າ​ຫາກ​ເຮົາ​ເຕັມ​ໃຈ​ທີ່​ຈະ​ລົງ​ມື​ກະ​ທຳ​ຕາມ—ຖ້າ​ຫາກ​ເຮົາ​ເຕັມ​ໃຈ​ທີ່​ຈະ​ປ່ຽນ​ແປງເທົ່າ​ນັ້ນ.

ເມື່ອ​ຫລາຍ​ສິບ​ປີ​ກ່ອນ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ເປັນ​ອະ​ທິ​ການ. ເປັນ​ເວ​ລາ​ດົນ​ນານ ຂ້າ​ພະ​ເຈົ້າ​ໄດ້ພົບ​ປະ​ກັ​ບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ອາ​ຍຸ​ສູງ​ກວ່າ​ຂ້າ​ພະ​ເຈົ້າ​ຕັ້ງຫລາຍປີ. ອ້າຍ​ຄົນ​ນີ້​ມີ​ບັນ​ຫາ​ໃນ​ຄວາມ​ສຳ​ພັນ​ກັບ​ພັນ​ລະ​ຍາ​ຂອງ​ລາວ ແລະ ໄດ້​ຫ່າງ​ເຫີນ​ໄປ​ຈາກ​ລູກໆ​ຂອງ​ລາວ. ລາວ​ໄດ້​ມີ​ບັນ​ຫາ​ໃນ​ການ​ມີ​ວຽກ​ເຮັດ​ງາ​ນ​ທຳ, ບໍ່​ມີ​ໝູ່​ເພື່ອນ​ສະ​ນິດ, ແລະ ມີ​ຄວາມ​ຫ​ຍຸ້ງຍ​າກ​ໃນ​ການ​ພົບ​ປະ​ສັງ​ສັນ​ກັບ​ສະ​ມາ​ຊິກ​ໃນ​ຫວອດ ຈົນ​ໃນ​ທີ່​ສຸດ​ລາວບໍ່​ຢາກ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ເລີຍ. ໃນ​ລະ​ຫວ່າງ​ການ​ສົນ​ທະ​ນາ​ທີ່ຮຸນ​ແຮງເທື່ອ​ໜຶ່ງກ່ຽວ​ກັບຄວາມ​ຍາກ​ລຳ​ບາກ​ໃນ​ຊີ​ວິດຂອງ​ລາວ, ລາວ​ໄດ້​ເອ່ນ​ຕົວ​ມາ​ຫາ​ຂ້າ​ພະ​ເຈົ້າ—ໃນ​ຕອນ​ທ້າຍ​ການ​ສົນ​ທະ​ນາ​ຂອງ​ເຮົາ—ແລະ ໄດ້ກ່າວ​ວ່າ, “ອະ​ທິ​ການເອີຍ, ຂ້ອຍ​ມັກ​ມີ​ອາ​ລົມ​ຮ້າຍ, ແລະ ນັ້ນ​ຄື​ນິ​ໄສ​ຂອງ​ຂ້ອຍ!”

ຄຳ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຕົກ​ໃຈ​ໃນ​ຄ່ຳ​ຄືນນັ້ນ ແລະ ໄດ້​ລົບ​ກວນຂ້າ​ພະ​ເຈົ້າ​ຕັ້ງ​ແຕ່ນັ້ນ​ມາ. ໃນ​ເມື່ອ​ຜູ້​ຊາຍ​ຄົນ​ນັ້ນ​ໄດ້​ຕັດ​ສິນ​ໃຈ​ວ່າ—ເມື່ອ​ເຮົາ​ແຕ່​ລະ​ຄົນຕັດ​ສິນ​ໃຈ​ວ່າ—“ນັ້ນ​ຄື​ນິ​ໄສ​ຂອງ​ຂ້ອຍ,” ເຮົາ​ກໍ​ຍອມ​ແພ້​ທີ່​ຈະ​ປ່ຽນ​ແປງ. ເຮົາ​ອາດ​ພ້ອມຈະ​​ຍົກ​ທຸງ​ຂາວ, ວາງ​ອາ​ວຸດ​ຂອງ​ເຮົາລົງ, ຍອມ​ຕໍ່​ການ​ຕໍ່​ສູ້, ແລະ ມອບ​ຕົວ​ເສຍ—ບໍ່​ມີ​ຄວາມ​ຫວັງ​ຈະຊະ​ນະ​ໄດ້​ເລີຍ. ເຖິງ​ແມ່ນ​ວ່າ​ເຮົາ​ບາງ​ຄົນ​ອາດບໍ່​ຄິດ​ວ່າສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ມາ​ບັນ​ຍາຍ​ເຖິງ​ຕົວ​ເຮົາ​, ແຕ່​ບາງ​ເທື່ອ​ເຮົາ​ທຸກ​ຄົນ​ກໍ​ສະ​ແດງ​ໃຫ້​ເຫັນ​ນິ​ໄສ​ແບບນີ້​ຢ່າງ​ໜຶ່ງ ຫລື​ ສອງ​ຢ່າງວ່າ, “ນັ້ນ​ຄື​ນິ​ໄສ​ຂອງ​ຂ້ອຍ.”

ສະ​ນັ້ນ, ພວກ​ເຮົາ​ມາ​ພົບ​ກັນ​ໃນ​ກອງ​ປະ​ຊຸ​ມ​ຖາ​ນະ​ປະ​ໂລ​ຫິດນີ້ ເພາະ​ວ່າ​ຄົນ​ທີ່​ເຮົາ​ເປັນ​ຢູ່ໃນ​ເວ​ລານີ້ ບໍ່​ແມ່ນ​ຄົນ​ທີ່​ເຮົາ​ສາ​ມາດ​ກາຍ​ເປັນ​ໃນ​ອະ​ນາ​ຄົດ. ເຮົາ​ມາ​ເຕົ້າ​ໂຮມ​ກັນ​ຄ່ຳ​ຄືນນີ້​ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ ຄ​ຣິດ. ເຮົາ​ເຕົ້າ​ໂຮມ​ກັນ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ອົງ​ ປະ​ທານ​ໃຫ້​ເຮົາ​ທຸກ​ຄົນມີ​ຄວາມ​ສາ​ມາດ​ທີ່​ຈະ​ປ່ຽນ​ແປງ—ບໍ່​ວ່າຄວາມອ່ອນ​ແອຂອງ​ເຮົາ​, ຫລື ຄວາມ​ຕິດ​ແສດ​ຂອງ​ເຮົາຈະ​ເປັນ​ອັນ​ໃດ​ກໍ​ຕາມ. ເຮົາ​ເຕົ້າ​ໂຮມ​ກັນດ້ວຍ​ຄວາມ​ຫວັງ​ວ່າ​ອະ​ນາ​ຄົດ​ຂອ​ງ​ເຮົາ​ຈະ​ດີ​ຂຶ້ນ​ໄດ້, ບໍ່​ວ່າ​ອາ​ດີດ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ​

ເມື່ອ​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະ​ຊຸມນີ້​ດ້ວຍ “ເຈດ​ຕະ​ນາ​ອັນ​ແທ້​ຈິງ” ທີ່​ຈະ​ປ່ຽນ​ແປງ (​ໂມ​ໂຣ​ໄນ 10:4), ພຣະ​ວິນ​ຍານ​ຈະ​ເຂົ້າ​ເຖິງ​ຄວາມ​ຄິດ ແລະ ຈິດ​ໃຈ​ຂອງ​ເຮົາ​ໄດ້​ເຕັມ​ທີ່. ດັ່ງ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ໃຫ້​ແກ່​ສາດ​ສະ​ດາໂຈ​ເຊັບ ສະ​ມິດ ​ວ່າ ຖ້າ​ເຮົາ​ມີ​ສັດ​ທາ​ໃນ​ພ​ຣະ​ອົງ—ຂໍ​ໃຫ້​ຈຳ​ໄວ້​ວ່າ​ສັດ​ທາ​ເປັນ​ຫລັກ​ທຳ​ແຫ່ງ​ອຳ​ນາດ ແລະ ການ​ກະ​ທຳ—ພ​ຣະ​ອົງ​ຈະ​ປະ​ທານ​ພ​ຣະ​ວິນ​ຍານ​ຂອງ​ພ​ຣະ​ອົງ​ໃຫ້​ເຮົາ​ຢ່າງ​ລົ້ນ​ເຫລືອ ເມື່ອ​ເຮົາ​ມາ​ເຕົ້າ​ໂຮມ​ກັນ ​(​ເບິ່ງ D&C 44:2). ນັ້ນ​ກໍ​ແມ່ນ​ຄ່ຳ​ຄືນນີ້​ແຫລະ!

ຖ້າ​ທ່ານ​ຄິດ​ວ່າ​ການ​ທ້າ​ທາຍ​ຂອງ​ທ່ານນັ້ນ​ເອົາ​ຊະ​ນະ​ບໍ່​ໄດ້, ຂ້າ​ພະ​ເຈົ້າ​ຂໍ​ບອກ​ທ່ານ​ກ່ຽວ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ພົບ​ໃນ​ຊົນ​ນະ​ບົດ​ນ້ອຍ​ແຫ່ງ​ໜຶ່ງ​ໃກ້​ເມືອງ​ໄຮ​ດີຣາບາດ ປະ​ເທດ​ອິນ​ເດຍ, ໃນ​ປີ 2006. ຊາຍ​ຄົນ​ນີ້ເປັນ​ຕົວ​ຢ່າງ​ທີ່​ດີ​ເລີດ​ຂອງ​ຄົນ​ທີ່​ເຕັມ​ໃຈ​ຈະ​ປ່ຽນ​ແປງ. ນາຍ ອາ​ປາ ຣາວ ນູ​ລູ ໄດ້​ເກີດ​ທີ່​ບ້ານ​ນອກ​ຂອງ​ປະ​ເທດ​ອິນ​ເດຍ. ຕອນ​ລາວ​ມີ​ອາ​ຍຸ​ສາມ​ປີ, ລາວ​ໄດ້​ເປັນ​ໂລກ​ເປ້ຍ​ (ໂປ​ລີ​ໂອ) ແລະ ໄດ້​ກາຍ​ເປັນ​ຄົນ​ພິ​ການ. ສັງ​ຄົມ​ຂອງ​ລາວ​ໄດ້​ສອນ​ລາ​ວ​ວ່າ​ຄວາມ​ສ​າ​ມາດ​ຂອງ​ລາວນັ້ນ​ຈຳ​ກັດ​ຫລາຍ. ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕອນ​ລາວເປັນ​ຊາຍ​ໜຸ່ມ, ລາວ​ໄດ້​ພົບ​ຜູ້​ສອນ​ສາດ​ສະ​ໜາ. ເຂົາ​ເຈົ້າ​ໄດ້​ສອນ​ລາວ​ເຖິງ​ຄວາມ​ສາ​ມາດ​ທີ່​ຍິ່ງ​ໃຫ​ຍ່ກວ່າ, ທັງ​ໃນ​ຊີ​ວິດນີ້ ແລະ ໃນ​ຊີ​ວິດ​ນິ​ລັນ​ດອນ​ທີ່​ຈະ​ມາ​ເຖິງ. ລາວ​ໄດ້ຮັບ​ບັບ​ຕິ​ສະ​ມາ ແລະ ຖືກ​ຢືນ​ຢັນ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ໂດຍ​ທີ່​ມີ​ຄວ​າມ​ຫວັງໃນ​ຄວາ​ມ​ສ​າ​ມາດ​ຂອງ​ຕົນ, ລາວ​ໄດ້​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສເດັກ ແລະ ໄປ​ຮັບ​ໃຊ້​ໃນ​ການ​ເຜີຍ​ແຜ່​ເຕັມ​ເວ​ລາ. ໃນ​ປີ 1986 ລາວ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ແອວ​ເດີ ແລະ ໄດ້​ຖືກ​ເອີ້ນ​ໄປ​ຮັບ​ໃຊ້​ຢູ່​ໃນ​ປະ​ເທດ​ອິນ​ເດຍ. ການ​ຍ່າງນັ້ນ​ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ; ລາວ​ໄດ້​ໃຊ້​ໄມ້​ຄ້ອນ​ເທົ້າ​ທັງ​ສອງ​ເບື້ອງ ແລະ ລາວ​ໄດ້​ລົ້ມ​ເລື້ອຍໆ; ແຕ່​ການຍອມ​ແພ້ບໍ່​ໄດ້​ເປັນ​ທາງ​ເລືອກ​ເລີຍ. ລາວ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ວ່າຈະ​ຮັບ​ໃຊ້​​ເຜີຍ​ແຜ່ດ້ວຍ​ກຽດ​ຕິ​ຍົດ ແລະ ອຸ​ທິດ​ຕົນ ແລະ ລາວ​ກໍ​ໄດ້​ເຮັດ​ດັ່ງ​ນັ້ນ​.

ເມື່ອພວກ​ເຮົາ​ໄດ້​ພົບ ບ​ະລາ​ເດີ ນູ​ລູ, ເກືອບ 20 ປີ​ຫລັງ​ຈາກ​ການ​ເຜີຍ​ແຜ່​ຂອງ​ລາວ, ລາວ​ໄດ້​ຕ້ອນ​ຮັບ​ພວກ​ເຮົາ​ໃນ​ບ່ອນ​ທີ່​ເສັ້ນ​ທາງ​ສຸດ​ລົງ ແລະ ໄດ້​ນຳ​ພວກ​ເຮົາ​ໄປ​ໃນ​ເສັ້ນ​ທາງ​ທີ່​ນຳໄປ​ຫາບ້ານ​ທີ່​ມີ​ສອງ​ຫ້ອງນອນ ທີ່​ລາວ​ອາ​ໄສ​ຢູ່​ກັບ​ພັນ​ລະ​ຍາ ແລະ ລູກ​ສາມ​ຄົນ​ຂອງ​ລາວ. ມັນ​ເປັນ​ມື້​ທີ່​ຮ້ອນ​ເອົ້າ​ຫລາຍ​ທີ່​ສຸດ. ລາວ​ຍັງ​ຍ່າງ​ດ້ວຍ​ຄວາມ​ລຳ​ບາກ​ຫລາຍ, ແຕ່ບໍ່​ມີ​ຄວາມ​ເວ​ດທະ​ນາ​ຕົນ​ເອງເລີຍ.​ ຜ່ານ​ຄວາມ​ພາກ​ພຽນ​ສ່ວນ​ຕົວ, ລາວ​ໄດ້​ກາຍ​ເປັນ​ຄູ​ສອນ, ໄດ້​ໃຫ້​ການ​ສຶກ​ສາ​ໃຫ້​ແກ່​ເດັກ​ນ້ອຍ​ຢູ່​ໃນ​ໝູ່​ບ້​ານ. ເມື່ອ​ພວກ​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ບ້ານຫລັງ​ນ້ອຍໆ​ຂອງ​ລາວ, ລາວ​ກໍ​ໄດ້​ພາ​ຂ້າ​ພ​ະ​ເຈົ້າ​ໄປ​ຫາ​ແຈເຮືອນໃນ​ທັນ​ທີ ແລະ ໄດ້​ດຶງ​ເອົາ​ກ່ອງ​ໜຶ່ງ​ອອກ​ມາ​ທີ່​ມີ​ຊັບ​ສົມ​ບັດ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ລາວ. ລາວ​ຢາກ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ເຈ້ຍ​ໃບ​ໜຶ່ງ. ເຈ້ຍນັ້ນ​ມີ​ຄຳ​ວ່າ, “ດ້ວຍ​ຄວາມ​ຫວັງ​ດີ ແລະ ຄວາມອວຍ​ພອນ​ເຖິງ​ ແອວ​ເດີ​ ນູ​ລູ, ຜູ້​ສອນ​ສາດ​ສ​ະ​ໜາ​ທີ່​ກ້າ​ຫານ ແລະ ເບີກ​ບານ; [ລົງ​ວັນ​ທີ] 25 ເດືອນ​ມິ​ຖຸນາ ປີ 1987; [ເຊັນ​ໂດຍ] ບອຍ ເຄ ​ແພ໊ກ​ເກີ.” ໃນ​ເວ​ລານັ້ນ, ຕອນ​ ແອວ​ເດີ ​ແພ໊ກ​ເກີ ໄດ້​ໄປ​ຢາມ​ປະ​ເທດ​ອິນ​ເດຍ ແລະ ໄດ້​ກ່າວ​ກັບ​ກຸ່ມ​ຜູ້​ສອນ​ສາດ​ສະ​ໜາ, ເພິ່ນ​ໄດ້​ຢືນ​ຢັນ​ຕໍ່​ແອວ​ເດີ ນູ​ລູ ເຖິງ​ຄວາມ​ສາ​ມາດ​ຂອງ​ລາວ. ໂດຍ​ສະ​ຫລຸ​ບ​ແລ້ວ, ສິ່ງ​ທີ່ ບ​ະລາ​ເດີ​ ນູ​ລູ​ ໄດ້​ບອກ​ຂ້າ​ພະ​ເຈົ້າ​ໃນ​ມື້ນັ້ນ ໃນ​ປີ 2006 ແມ່ນ​ວ່າ ພ​ຣະ​ກິດ​ຕິ​ຄຸນ​ໄດ້​ປ່ຽນ​ແປງ​ລາວ—ຢ່າງ​ຖາ​ວອນ​ເລີຍ!

ໃນ​ການ​ຢ້ຽມ​ຢາມ​ບ້ານ​ຂອງ​ຄອບ​ຄົວ​ນູ​ລູ​ເທື່ອນີ້, ປະ​ທານ​ເຜີຍ​ແຜ່​ໄດ້​ໄປ​ກັບພວກ​ເຮົາ. ເພິ່ນ​ໄດ້​ໄປ​ທີ່ນັ້ນ​ເພື່ອ​ສຳ​ພາດ ບ​ະລາ​ເດີ​ ນູ​ລູ, ພັນ​ລະ​ຍາ​ຂອງ​ລາວ, ແລະ ລູກໆ​ຂອງ​ລາວ—ເພື່ອ​ພໍ່​ແມ່​ຈະ​ໄດ້​ຮັບ​ເອັນ​ດາວ​ແມັ້ນ (ຂອງ​ປະ​ທານ​ສັກ​ສິດ) ແລະ ​ຜະ​ນຶກ​ເຂົ້າ​ກັນ ແລະ ເພື່ອ​ຜະ​ນຶກ​ລູກໆ​ເຂົ້າ​ກັນ​ກັບ​ພໍ່​ແມ່. ພ​ວກ​ເຮົາ​ຍັງ​ໄດ້​ສະ​ເໜີ​ໃຫ້​ຄອບ​ຄົວ​ຮູ້​ເຖິງ​ການ​ຈັດ​ຕຽມ​ສຳລັບ​ເຂົາ​ເຈົ້າ​ທີ່​ຈະ​ເດີນ​ທາງ​ໄປ​ພ​ຣະ​ວິ​ຫານ​ທີ່​​ເກາະ​ຮົງ​ກົງ ເພື່ອ​ຮັບ​ເອົາ​ພິ​ທີ​ການ​ຕ່າງໆ. ເຂົາ​ເຈົ້າ​ໄດ້​ຮ້ອງ​ໄຫ້​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ ເພາະ​ໃນ​ທີ່​ສຸດເຂົາ​ເຈົ້າ​ຈະ​ໄດ້​ຮັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ໄຝ່​ຝັນ​ຫາ​ເປັນ​ເວ​ລາ​ດົນ​ນານ.

ມີ​ຫ​ຍັງ​ແດ່​ທີ່​ຖືກ​ຄາດ​ຫວັງ​ຈາກ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ? ມີ​ການ​ປ່ຽນ​ແປງ​ໃດ​ແດ່​ທີ່ຖືກ​ຮຽກ​ຮ້ອງ​ຈ​າກ​ເຮົາ ເພື່ອ​ຈະ​ກາຍ​ເປັນ​ຄົນ​ທີ່​ເຮົາ​ຄວນ​ເປັນ? ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ສາມ​ຢ່າງ:

  1. ເຮົາ​ຕ້ອງ​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມີ​ຄຸນ​ຄ່າ! ບໍ່​ວ່າ​ເຮົາ​ຈະ​ເປັນ​ຊາຍ​ໜຸ່ມ​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຫລື ຊາຍ​ແກ່​ທີ່​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​, ເຮົາ​ຕ້ອງ​ເປັນ​ຜູ້​ດຳ​ລົງ​ທີ່​ມີ​ຄຸນ​ຄ່າ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ຜູ້​ໃຫ​ຍ່​ທາງ​ຝ່າຍ​ວິນ​ຍານ ເພາະ​ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ແລ້ວ. ດັ່ງ​ທີ່​ໂປໂລ​ໄດ້​ກ່າວ​ວ່າ, “ເມື່ອ​ເຮົາ​ເປັນ​ເດັກ​ນ້ອຍ​ຢູ່ນັ້ນ, ການ​ເວົ້າ​ຈາ, ຄວາມ​ຮູ້​ສຶກ, ແລະ ຄວາມ​ນຶກ​ຄິດ​ຂອງ​ເຮົາ ກໍ​ເປັນ​ຢ່າງ​ເດັກ​ນ້ອຍ: ແຕ່​ເມື່ອ​ເຮົາ​ກາຍ​ເປັນ​ຜູ້​ໃຫ​ຍ່​ແລ້ວ, ເຮົາ​ກໍ​ເລີກ​ຄວາມ​ປະ​ພຶດ​ຢ່າງ​ເດັກ​ນ້ອຍ” (1 ​ໂກຣິນ​ໂທ 13:11). ເຮົາ​ຄວນເປັນ​ຄົນ​ແຕກ​ຕ່າງ​ເພາະ​ວ່າ​ເຮົາ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ—ບໍ່​ແມ່ນວ່າອວດ​ດີ ຫລື ຈອງ​ຫອງ ຫລື ຢ່າງ​ດູ​ຖູກ—ແຕ່​ຖ່ອມ​ຕົນ, ສອນ​ງ່າຍ ແລະ ອ່ອນ​ນ້ອມ. ການ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ ແລະ ໜ້າ​ທີ່​ຕ່າງໆ​ຂອງ​ມັນ​ຄວນ​ມີ​ຄວາມ​ໝາຍ​ສຳ​ລັບ​ເຮົາ. ມັນ​ບໍ່​ຄວນ​ເປັນ​ພຽງການ​ກະ​ທຳ​ແບບ​ທຳ​ມະ​ດາ​ຊື່ໆ ທີ່​ເກີດ​ຂຶ້ນ​ຕາມ​ອັດ​ຕະ​ໂນ​ມັດ​ໃນ​ໄວ​ໃດ​ໄວ​ໜຶ່ງ ແຕ່​ແທນ​ທີ່​ເປັນ​ການ​ກະ​ທຳ​ແຫ່ງ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ທີ່​ໄດ້​ເຮັດ​ດ້ວ​ຍ​ຄວາມ​ຄິດ​ຢ່າງ​ຮອບ​ຄອບ. ເຮົາ​ຄວນ​ຮູ້​ສຶກວ່າ​ໄດ້​ຮັບ​ສິດ​ທິ​ພິ​ເສດ ແລະ ມີ​ຄວາມ​ກະ​ຕັນ​ຍູ​ຈົນ​ວ່າ​ທຸກໆ​ການ​ກະ​ທຳ​ຂອງ​ເຮົາ​ສະ​ແດງ​ໃຫ້​ເຫັນ​ດັ່ງ​ນັ້ນ. ຖ້າ​ເຮົາ​ບໍ່​ມັກ​ຄິດ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ, ເຮົາ​ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ.

  2. ເຮົາ​ຕ້ອງ​ຮັບ​ໃຊ້! ຄວາ​ມ​ສຳ​ຄັນ​ຂອງ​ການ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແມ່ນ ເພື່ອ​ຂະ​ຫ​ຍາຍ​ການ​ເອີ້ນຂອງ​ເຮົາ” (ເບິ່ງ D&C 84:33) ໂດຍ​ການ​ຮັບ​ໃຊ້​ຄົນ​ອື່ນ. ການ​ຫລີກ​ລ້ຽງ​ໜ້າ​ທີ່​ອັນ​ສຳ​ຄັນ​ຂອງ​ເຮົາ​ທີ່​ຈະ​ຮັບ​ໃຊ້​ພັນ​ລະ​ຍາ ແລະ ລູກໆ​ຂອ​ງ​ເຮົາ, ການບໍ່​ຍອມ​ຮັບ ຫລື ການບໍ່​ບັນ​ລຸ​ການ​ເອີ້ນ​ໃນ​ສ​າດ​ສະ​ໜາ​ຈັກ, ຫລື ການບໍ່​ເປັນ​ຫ່ວງ​ນຳ​ຄົນ​ອື່ນ ຖ້າ​ຫາກ​ມັນ​ບໍ່​ສະ​ດວກ ບໍ່​ເປັນ​ຄົນ​ທີ່​ເຮົາ​ຄວນ​ເປັນ. ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປະ​ກາ​ດ​ວ່າ, ຈົ່ງ​ຮັກ​ພ​ຣະ​ຜູ້​ເປັນເຈົ້າອົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ເຈົ້າ​ ດ້ວຍ​ສຸດ​ຫົວ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ” (ມັດ​ທາຍ 22:37) ແລະ ແລ້ວ​ໄດ້​ກ່າວ​ຕື່ມ​ວ່າ, ຖ້າ​ເຮົາ​ຮັກ​ພ​ຣະ​ອົງ ເຮົາຄວນ​ຮັບ​ໃຊ້​ພ​ຣະ​ອົງ (​ເບິ່ງ D&C 42:29). ຄວາມ​ເຫັນ​ແກ່​ຕົວ​ແມ່ນ​ກົງ​ກັນ​ຂ້າມ​ກັ​ບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ແລະ ຖ້າ​ວ່າ​ນີ້​ເປັນ​ຄຸນ​ສົມ​ບັດ​ຂອງ​ບຸກ​ຄະລິກ​ລັກ​ສະ​ນະ​ຂອງ​ເຮົາ, ເຮົາ​ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ.

  3. ເຮົາ​ຕ້ອງ​ມີ​ຄຸນ​ຄ່າ​ດີ​ພໍ! ຂ້າ​ພະ​ເຈົ້າ​ອາດບໍ່​ມີ​ຄວາມ​ສາ​ມາດ​ດັ່ງ​ແອວ​ເດີ ​​ແຈັບ​ຟະຣີ ອາ ຮໍ​​ແລນ, ເມື່ອ​ເພິ່ນ​ກ່າວ​ໃນ​ພາກ​ປະ​ຊຸມ​ຖາ​ນະ​ປະ​ໂລ​ຫິດ​ເມື່ອ​ຫລາຍ​ປີ​ກ່ອນ​ທີ່​ຈະ “ຢືນ​ໃກ້ໆ​ທ່ານ ໜ້າ​ຕໍ່​ໜ້າ … , ຕາ​ຕໍ່​ຕາ ເພື່ອ​ຈະ​ກ່າວ​ກັບ​ທ່ານ​ດ້ວຍ​ຄວາມ​ຮຸນ​ແຮງ​ທີ່​ຈະ​ເຮັດ​ໃຫ້​ທ່ານຕົກ​ໃຈ​ຈັກ​ນ້ອຍ​ໜຶ່ງ” (“We Are All Enlisted,”Ensign orLiahona, Nov. 2011, 45); ແຕ່, ອ້າຍ​ນ້ອງ​ທັງ​ຫລາຍ, ເຮົາ​ຈຳ​ເປັນ​ຕ້ອງ​ຮັບ​ຮູ້​ເຖິງ​ກິດ​ຈະ​ກຳ​ບາງ​ຢ່າງ​ທີ່​ຖືກຍອມ​ຮັບ​ຢູ່​ໃນ​ໂລກ​ທີ່​ຈຳ​ກັດ​ອຳ​ນາດ​ຂອງ​ເຮົາ​ໃນ​ຖາ​ນະ​ປະ​ໂລ​ຫິດ. ຖ້າ​ຫາກ​ເຮົາ​ຄິດ​ວ່າຈະ​ຍອມ​ຮັບ​ໜັງ​ສື​ລາ​ມົກແມ່ນ​ແຕ່​ເລັກ​ນ້ອຍ ຫລື ການ​ລ່ວງ​ລະ​ເມີດ​ກົດ​ພົມ​ມະ​ຈັນ ຫລື ຄວາມ​ຊື່​ສັດ​ໃນ​ຮູບ​ແບບ​ໃດໆ ແລະ ບໍ່​ວ່​າ​ມັນ​ຈະ​ບໍ່​ມີ​ອິດ​ທິ​ພົນ​ທີ່ບໍ່​ດີ​ຕໍ່​ເຮົາ ແລະ ຄອບ​ຄົວ​ຂອງ​ເຮົາ, ເຮົາ​ກໍ​ຖືກ​ຫລອກ​ລວງ​ໄປ​ແລ້ວ. ໂມ​ໂຣ​ໄນ​ໄດ້​ກ່າວ​ວ່າ, “ຈົ່ງ​ເບິ່ງວ່າ​ທ່ານ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ດ້ວຍ​ຄວາມ​ມີ​ຄ່າ​ຄວນ” (ມໍ​ມອນ 9:29). ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊ​າຢ່າງ​ມີ​ພະ​ລັງ​ວ່າ, ​ໃຫ້​ເຮົາ​ລະ​ວັງກ່ຽວ​ກັບ​ຕົວ​ເຮົາ​ເອງ, ແລະ ໃຫ້​ເອົາ​ໃຈ​ໃສ່​ຢ່າງ​ພາກ​ພຽນ​ຕໍ່​ພຣະ​ຄຳ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ (ເບິ່ງD&C 84:43). ຖ້າ​ຫາກວ່າ​ຍັງມີ​ບາບ​ໃດໆ​ທີ່​ຍັງ​ບໍ່​ໄດ້​ແກ້​ໄຂ ທີ່​ກີດ​ກັນ​ຄວາມມີ​ຄຸນ​ຄ່າ​ຂອງ​ເຮົາ, ເຮົ​າ​ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ.

ຄຳ​ຕອບ​ທີ່​ສົມ​ບູນ​ພຽງ​ຢ່າງ​ດຽວຕໍ່​ຄຳ​ຖາມ​ທີ່​ພ​ຣະ​ເຢ​ຊູ​ຄ​ຣິດ​ໄດ້​ຖາມ ທີ່​ວ່າ, “ເຈົ້າ​ຄວນ​ເປັນ​ຄົນ​ແນວ​ໃດ?” ແມ່ນຄຳ​ຕອບ​ທີ່​ພ​ຣະ​ອົງໄດ້​ຕອບ​ຢ່າງ​ສັ້ນໆ ແລະ ຢ່າງ​ເລິກ​ຊຶ້ງວ່າ: “​ເຖິງ​ແມ່ນ​ດັ່ງ​ທີ່​ເຮົາ​ເປັນ” (3 ນີ​ໄຟ 27:27). ​ເຊື້ອ​ເຊີນ​ທີ່​ວ່າ “ຈົ່ງ​ມາ​ຫາ​ພຣະ​ຄ​ຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພ​ຣະ​ອົງ” (​ໂມ​ໂຣ​ໄນ 10:32) ທັງ​ສອງນັ້ນ​ຮຽກ​ຮ້ອງ ແລະ ຄາດ​ຫວັງ​ການ​ປ່ຽນ​ແປງ. ຕາມ​ຄວາມ​ເມດ​ຕາ, ພ​ຣະ​ອົງ​ບໍ່​ໄດ້​ປະ​ຖິ້ມ​ໃຫ້​ເຮົາ​ຢູ່​ຕາມ​ລຳ​ພັງ. “ແລະ ຖ້າ​ຫາກ​ມະ​ນຸດ​ມາ​ຫາ​ເຮົາ, ເຮົາ​ຈະ​ສະ​ແດງ​ໃຫ້​ພວກ​ເຂົາ​ເຫັນ​ຄວາມ​ອ່ອນ​ແອ​ຂອງ​ເຂົາ … ເວ​ລານັ້ນ​ເຮົາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອນັ້ນ​ກັບ​ມາ​ເຂັ້ມ​ແຂງ​ສຳ​ລັບ​ເຂົາ” (ອີ​ເທີ 12:27). ເມື່ອ​ເຮົາ​ເພິ່ງ​ອາ​ໄສ​ການ​ຊົດ​ໃຊ້​ຂອງ​ພ​ຣະ​ຜູ້​ຊ່ອຍ​ໃຫ້​ລອດ, ເຮົາ​ຈະ​ສາ​ມາດ​ປ່ຽນ​ແປງ​ໄດ້. ຂ້າ​ພະ​ເຈົ້າແນ່​ໃຈ​ໃນ​ສິ່ງນີ້. ໃນ​ພ​ຣະ​ນາມ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ, ອາ​ແມນ.