​2010–2019
ເພາະ​ຊັບ​ສົມບັດ​ຂອງ​ທ່ານ​ຢູ່​ທີ່​ໃດ
ເມສາ 2014


ເພາະ​ຊັບ​ສົມບັດ​ຂອງ​ທ່ານ​ຢູ່​ທີ່​ໃດ

ຖ້າ​ຫາກ​ພວກ​ເຮົາ​ບໍ່​ລະມັດລະວັງ​ຕົວ, ພວກ​ເຮົາ​ຈະ​ໄລ່​ຕາມ​ເລື່ອງ​ທາງ​ໂລກ​ຫລາຍ​ກວ່າ​ໄລ່​ຕາມ​ເລື່ອງ​ທາງ​ວິນ​ຍານ.

ຫລັງ​ຈາກ​ກອງ​ປະຊຸມ​ໃຫຍ່​ສາມັນ​ໃນ​ເດືອນ​ຕຸລາ ປີ 2007 ມີ​ເພື່ອນ​ຄົນ​ໜຶ່ງ​ບອກ​ຂ້າພະເຈົ້າ​ວ່າ ຈະ​ມີ​ອີກ​ປະມານ​ເຈັດ​ປີ​ກ່ອນ​ຂ້າພະເຈົ້າ​ຕ້ອງ​ມີ​ປະສົບ​ການ​ອັນ​ໜ້າ​ຢ້ານ​ນີ້​ອີກ. ຂ້າພະເຈົ້າ​ຮູ້ສຶກ​ໂລ່ງ​ໃຈ ແລະ ບອກ​ລາວ​ວ່າ ຈະ​ຖື​ຊ່ວງ​ນັ້ນ​ເປັນ “ເຈັດ​ປີ​ແຫ່ງ​ຄວາມ​ອຸດົມສົມບູນ.” ແຕ່​ແລ້ວ​ຂ້າພະເຈົ້າ​ຢູ່​ພີ້ ເຈັດ​ປີ​ແຫ່ງ​ຄວາມ​ອຸ​ດົມສົມບູນ​ກໍ​​ສິ້ນ​ສຸດ​ລົງ​ແລ້ວ.

ເດືອນ​ມັງກອນ​ແລ້ວນີ້ ຂ້າພະເຈົ້າ​ພ້ອມ​ດ້ວຍ​ເກ​ຣສ ພັນ​ລະ​ຍາ​ທີ່​ຮັກ ໄດ້​ຖືກ​ມອບ​ໝາຍ​ໃຫ້​ໄປ​ຢາມ​ຊາວ​ສະມາຊິກ​ຢູ່​ເກາະ​ຟິລິບປີນ ຜູ້​ທີ່​ຖືກ​ທຳລາຍ​ຈາກ​ແຜ່ນດິນ​ໄຫວ​ໃຫຍ່ ແລະ ພະຍຸ​ຮ້າຍ​ແຮງ. ພວກ​ເຮົາ​ດີໃຈ​ຫລາຍ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ດັ່ງກ່າວ ເພາະ​ເປັນ​ການ​ຕອບ​ຄຳ​ອະທິຖານ​ຂອງ​ພວກ​ເຮົາ ແລະ ເປັນ​ພະຍານ​ກ່ຽວ​ກັບ​ພຣະ​ເມດ​ຕາ ແລະ ຄວາມ​ດີ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ທີ່​ແສນ​ຮັກ. ມັນ​ເຮັດ​ໃຫ້​ພວກ​ເຮົາ​ຈະ​ໄດ້​ຢູ່​ໃກ້​ເປັນ​ສ່ວນ​ຕົວ ແລະ ສະແດງ​ຄວາມ​ຮັກ, ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ຕໍ່​ເຂົາເຈົ້າ​ໂດຍ​ຕົງ.

ຊາວ​ສະມາຊິກ​ສ່ວນ​ຫລາຍ​ທີ່​ພວກ​ເຮົາ​ໄດ້​ພົບ ກໍ​ຍັງ​ອາໄສ​ຢູ່​ບ່ອນ​ຊົ່ວຄາວ ຄື​ຜ້າ​ເຕັ້ນ, ສູນ​ຊຸມ​ຊົນ, ແລະ ໂບດ. ບ້ານ​ທີ່​ພວກ​ເຮົາ​ໄປ​ຢາມ​ນັ້ນ​ມີ​ຫລັງຄາ​ບາງ​ສ່ວນ ຫລື ບໍ່​ມີ​ຫລັງຄາ​ເລີຍ. ເຂົາເຈົ້າ​ບໍ່​ມີ​ຊັບ​ສິນ​ຫລາຍ ແລະ ຂອງ​ທີ່​ເຂົາເຈົ້າ​ເຄີຍ​ມີ ສ່ວນ​ຫລາຍ​ກໍ​ຫາຍ​ໄປ​ແລ້ວ. ມີ​ຂີ້ຕົມ​ຂີ້​ເຫຍື້ອ​ທົ່ວໆ​ໄປ. ແຕ່​ເຂົາເຈົ້າ​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ກະຕັນຍູ​ສຳລັບ​ຄວາມ​ຊ່ອຍ​ເຫລືອ​ທີ່​ໄດ້​ຮັບ ແລະ ມີ​ຄວາມສຸກ ເຖິງ​ແມ່ນ​ຢູ່​ໃນ​ສະພາບ​ອັນ​ຫຍຸ້ງຍາກ. ເມື່ອ​ພວກ​ເຮົາ​ຖາມ​ວ່າ ເຂົາເຈົ້າ​ເປັນ​ຈັ່ງ​ໃດ ທຸກ​ຄົນ​ໄດ້​ຕອບ​ຢ່າງ​ແຈ່ມ​ແຈ້ງວ່າ, “ພໍ​ຢູ່​ໄດ້.” ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ສັດທາ​ໃນ​ພຣະເຢ​ຊູ​ຄຣິດ​ຂອງ​ເຂົາເຈົ້າ​ຍ່ອມ​ໃຫ້​ເຂົາເຈົ້າ​ມີ​ຄວາມ​ຫວັງ​ວ່າ ທຸກ​ຢ່າງ​ຈະ​ດີ​ໃນ​ທີ່​ສຸດ. ຢູ່​ບ້ານ​ກໍ​ຕາມ, ຢູ່​ໃນ​ຜ້າ​ເຕັ້ນ​ກໍ​ຕາມ, ຊິດ​ສະ​ເຕີ ເຕ ກັບ​ຂ້າພະເຈົ້າ​ໄດ້​ຮັບ​ການ​ສອນ​ຈາກ​ສິດທິ​ຊົນ​ດີໆ​ເຫລົ່າ​ນີ້.

ໃນ​ຕອນ​ທີ່​ມີ​ໄພພິບັດ ພຣະ​ຜູ້​ເປັນ​ເຈົ້າ​ມີ​ວິທີ​ທາງ​ທີ່​ຈະ​ຊ່ອຍ​ພວກ​ເຮົາ​ໃຫ້​ເອົາໃຈໃສ່​ໃໝ່​ກັບ​ເລື່ອງ​ສ່ວນ​ຕົວ ແລະ ລຳດັບ​ຄວາມ​ສຳຄັນ. ໃນ​ທັນທີ ຊັບ​ສົມບັດ​ສິ່ງ​ຂອງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ວຽກ​ໜັກ​ເພື່ອ ບໍ່​ໄດ້​ມີ​ຄວາມ​ສຳຄັນ​ເລີຍ. ສິ່ງ​ທີ່​ສຳຄັນ​ຄື​ຄອບຄົວ ແລະ ຄວາມ​ສຳພັນ​ທີ່​ມີ​ຕໍ່​ກັນ. ມີ​ສະຕີ​ຄົນ​ໜຶ່ງ​ເວົ້າ​ວ່າ “ຫລັງ​ຈາກ​ນ້ຳ​ແຫ້ງ​ລົງ​ແລ້ວ ແລະ ພວກ​ເຮົາ​ໄດ້​ເລີ່​ມ​ທຳ​ຄວາມ​ສະອາດ. ຂ້ອຍ​ເບິ່ງ​ເຮືອນ​ຂອງ​ຂ້ອຍ ແລະ ຄິດ​ວ່າ ‘ໂທ ເຮົາ​ໄດ້​ທ້ອນ​ຫອມ​ຂີ້​ເຫຍື້ອ​ເຫລົ່າ​ນີ້​ໄວ້​ຕັ້ງ​ຫລາຍ​ປີ​ແລ້ວ.’”

ຂ້າພະເຈົ້າ​ຄິດ​ວ່າ ສະຕີ​ຄົນ​ນີ້​ມີ​ຄວາມ​ຄິດ​ຄວາມ​ເຫັນ​ດີ​ກວ່າ ແລະ ຕໍ່​ໄປ​ນີ້​ຈະ​ລະມັດລະວັງ​ໃນ​ການ​ເລືອກ​ວ່າ​ສິ່ງ​ໃດ​ທີ່​ຈຳເປັນ ແລະ ສິ່ງ​ໃດ​ທີ່​ລາວ​ບໍ່​ຕ້ອງການ.

ໂດຍ​ການ​ເຮັດ​ວຽກ​ກັບ​ສະມາຊິກ​ຫລາຍ​ຄົນ​ເປັນ​ເວລາ​ຫລາຍ​ປີ ພວກ​ເຮົາ​ກໍ​ພໍ​ອົກ​ພໍໃຈ​ທີ່​ເຫັນ​ພະລັງ​ທາງ​ວິນ​ຍານ​ຢ່າງ​ລົ້ນ​ເຫລືອ. ພວກ​ເຮົາ​ເຫັນ​ໃນ​ຊາວ​ສະມາຊິກ​ດັ່ງກ່າວ ມີ​ຄົນ​ຮັ່ງມີ ມີ​ຄົນ​ຂັດ​ສົນ ໃນ​ບັນດາ​ສະມາຊິກ​ທີ່​ຊື່ສັດ​ເຫລົ່າ​ນີ້.

ເພາະ​ເປັນ​ເລື່ອງ​ຈຳເປັນ ພວກ​ເຮົາ​ສ່ວນ​ຫລາຍ​ຕ້ອງ​ເຮັດ​ການ​ງານ​ເພື່ອ​ຈະ​ໄດ້​ເງິນ​ໄດ້​ຊັບ​ສົມບັດ​ທາງໂລກ ເພື່ອ​ລ້ຽງ​ດູ​ຄອບຄົວ​ຂອງ​ພວກ​ເຮົາ. ອັນ​ນີ້​ໃຊ້​ເວລາ ໃຊ້​ການ​ເອົາໃຈໃສ່​ຫລາຍ​ຂອງ​ພວກ​ເຮົາ. ຊັບ​ສິນ​ຂອງ​ໂລກ​ບໍ່​ມີ​ທີ່​ສຸດ ດັ່ງນັ້ນ​ກໍ​ສຳຄັນ​ທີ່​ສຸດ​ທີ່​ພວກ​ເຮົາ​ຮຽນ​ທີ່​ຈະ​ຮູ້ຈັກ​ການ​ມີ​ພໍແລ້ວ. ຖ້າ​ຫາກ​ພວກ​ເຮົາ​ບໍ່​ລະມັດລະວັງ​ຕົວ ພວກ​ເຮົາ​ຈະ​ໄລ່​ຕາມ​ເລື່ອງ​ທາງ​ໂລກ​ຫລາຍ​ກວ່າ​ໄລ່​ຕາມ​ເລື່ອງ​ທາງ​ວິນ​ຍານ. ແລ້ວ​ການ​ໄລ່​ຕາມ​ເລື່ອງ​ທາງ​ວິນ​ຍານ ທາງ​ນິລັນດອນ ຈະ​ມີ​ລຳດັບ​ທີ່​ຕ່ຳ​ກວ່າ ແທນ​ທີ່​ຈະ​ມີ​ລຳດັບ​ທີ່​ສຳຄັນ​ກວ່າ. ເປັນຕາ​ເສຍດາຍ​ທີ່​ຄື​ມີ​ຄວາມ​ຢາກ​ໄດ້​ຊັບ​ສິນ​ຫລາຍ​ຂຶ້ນ​ກວ່າ​ເກົ່າ ແລະ ເພື່ອ​ເປັນ​ເຈົ້າ​ຂອງ​ສິ່ງ​ທັນ​ສະໄໝ​ທີ່​ສຸດ.

ພວກ​ເຮົາ​ຈະ​ປ້ອງ​ກັນ​ຕົວ​ບໍ່​ໃຫ້​ຖືກ​ຫລອກ​ໄປ​ຕາມ​ທາງ​ນີ້​ໄດ້​ແນວໃດ? ຢາ​ໂຄບ​ໃຫ້​ຄຳ​ແນະນຳ​ນີ້​ວ່າ: “ດັ່ງນັ້ນ, ຢ່າ​ໄດ້​ໃຊ້​ເງິນ​ເພື່ອ​ສິ່ງ​ທີ່​ບໍ່​ມີ​ຄຸນຄ່າ ຫລື ໃຊ້​ແຮງ​ງານ​ຂອງ​ທ່ານ ເພື່ອ​ສິ່ງ​ທີ່​ໃຫ້​ຄວາມ​ພໍໃຈ​ບໍ່​ໄດ້. ຈົ່ງ​ຟັງ​ຂ້າພະເຈົ້າ​ຢ່າງ​ພາກ​ພຽນ ແລະ ຈື່​ຈຳ​ຖ້ອຍ​ຄຳ​ທີ່​ຂ້າພະເຈົ້າ​ເວົ້າ​ໄວ້ ແລະ ຈົ່ງ​ມາ​ເຝົ້າ​ພຣະ​ຜູ້​ບໍລິສຸດ​ຂອງ​ອິດ​ສະ​ຣາ​ເອນ ແລະ ຢູ່​ກັບ​ສິ່ງ​ທີ່​ບໍ່​ຕາຍ ແລະ ເນົ່າ​ເປື່ອຍ​ບໍ່​ໄດ້ ແລະ ຈົ່ງ​ໃຫ້​ຈິດ​ວິນ​ຍານ​ຂອງ​ທ່ານ​ເບີກບານ​ໃນ​ຄວາມ​ສົມບູນ.”1

ຂ້າພະເຈົ້າ​ຫວັງ​ວ່າ ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຮົາ​ທີ່​ໃຊ້​ເງິນ​ເພື່ອ​ສິ່ງ​ທີ່​ບໍ່​ມີ​ຄຸນຄ່າ ຫລື ໃຊ້​ແຮງ​ງານ​ເພື່ອ​ສິ່ງ​ທີ່​ໃຫ້​ຄວາມ​ພໍໃຈ​ບໍ່​ໄດ້.

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ເລື່ອງ​ຕໍ່​ໄປ​ໃຫ້​ທັງ​ຊາວ​ຢິວ ແລະ​ຊາວ​ນີ​ໄຟ​ວ່າ:

“ຢ່າ​ສະ​ສົມ​ຊັບ​ສົມບັດ​ສຳລັບ​ພວກ​ທ່ານ​ໄວ້​ໃນ​ແຜ່ນດິນ​ໂລກ​ນີ້ ບ່ອນ​ທີ່​ມອດ ແລະ ຂີ້ໝ້ຽງ​ກັດ​ກິນ​ໄດ້ ແລະ ໂຈນ​ງັດ​ແງະ​ເຂົ້າ​ໄປ​ລັກ​ເອົາ​ໄດ້;

“ແຕ່​ຈົ່ງ​ສະ​ສົມ​ຊັບ​ສົມບັດ​ສຳລັບ​ພວກ​ທ່ານ​ໄວ້​ໃນ​ສະຫວັນ ບ່ອນ​ທີ່​ມອດ ​ແລະ ​ຂີ້ໝ້ຽງ​ກັດ​ກິນ​ບໍ່​ໄດ້ ແລະ ໂຈນ​ງັດ​ແງະ​ເຂົ້າ​ໄປ​ລັກ​ເອົາ​ບໍ່​ໄດ້.

“ເພາະ​ຊັບ​ສົມບັດ​ຂອງ​ທ່ານ​ຢູ່​ທີ່​ໃດ ຈິດໃຈ​ຂອງ​ທ່ານ​ກໍ​ຢູ່​ທີ່​ນັ້ນ.”2

ອີກ​ເທື່ອ​ໜຶ່ງ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ໃຊ້​ຄຳ​ອຸບ​ປະ​ມາ​ນີ້:

“ເສດຖີ​ຄົນ​ໜຶ່ງ​ມີ​ທີ່​ດິນ​ຊຶ່ງ​ເກີດ​ຜົນລະປູກ​ໄດ້​ດີ:

“ເສດຖີ​ຄົນ​ນີ້​ເລີ່​ມ​ຄິດ​ໃນ​ໃຈ​ວ່າ ຂ້ອຍ​ບໍ່​ມີ​ບ່ອນ​ພຽງພໍ​ເພື່ອ​ຈະ​ເກັບ​ຜົນລະປູກ​ທັງ​ໝົດ​ນີ້​ໄວ້ ຂ້ອຍ​ຈະ​ເຮັດ​ຈັ່ງ​ໃດ​ດີ?

“ແລ້ວ​ເສດຖີ​ກໍ​ເວົ້າ​ວ່າ ຂ້ອຍ​ຈະ​ເຮັດ​ດັ່ງນີ້: ຂ້ອຍ​ຈະ​ມ້າງ​ເລົ້າ​ທັງຫລາຍ​ທີ່​ຂ້ອຍ​ມີ​ຢູ່ ແລະ ສ້າງ​ເລົ້າ​ໃໝ່​ໃຫຍ່​ກວ່າ​ເກົ່າ​ຂຶ້ນ​ແທນ ແລະ ເອົາ​ຜົນລະປູກ​ກັບ​ສິ່ງ​ຂອງ​ທັງ​ໝົດ ທີ່​ຂ້ອຍ​ມີ​ຢູ່​ໄວ້​ໃນ​ບ່ອນ​ນັ້ນ.

“ແລ້ວ​ຂ້ອຍ​ກໍ​ຈະ​ເວົ້າ​ກັບ​ຕົວ​ເອງ​ວ່າ ຊ່າງ​ໂຊກ​ດີ​ແທ້ໆ! ຂ້ອຍ​ມີ​ເຂົ້າຂອງ​ດີໆ​ທັ້ງ​ນັ້ນ ເພື່ອ​ໄວ້​ກິນ​ພໍ​ຄວາມ​ຕ້ອງການ​ຕັ້ງ​ຫລາຍໆ​ປີ. ຈົ່ງ​ໃຊ້​ຊີວິດ​ຢ່າງ​ສະບາຍ ຈົ່ງ​ກິນ ຈົ່ງ​ດື່ມ ແລະ ຈົ່ງ​ທຳ​ໃຫ້​ຕົນ​ເອງ​ມ່ວນຊື່ນ!

“ແຕ່​ພຣະ​ເຈົ້າ​ໄດ້​ກ່າວ​ແກ່​ລາວ​ວ່າ ຄົນ​ໂງ່​ເອີຍ! ໃນ​ຄືນ​ນີ້​ແຫລະ​ຊີວິດ​ຂອງ​ເຈົ້າ​ຈະ​ດັບ​ໄປ​ຈາກ​ເຈົ້າ; ສ່ວນ​ສິ່ງ​ຂອງ​ທີ່​ເຈົ້າ​ໄດ້​ຫາ​ມາ​ໄວ້​ນັ້ນ ຈະ​ຕົກ​ເປັນ​ຂອງ​ໃຜ?

“ຄົນ​ທີ່​ທ້ອນໂຮມ​ຊັບ​ສົມບັດ​ໄວ້​ສຳລັບ​ຕົນ​ເອງ ແລະ ບໍ່​ຮັ່ງມີ​ໃນ​ສາຍຕາ​ຂອງ​ພຣະ​ເຈົ້າ ກໍ​ເປັນ​ດັ່ງນີ້​ແຫລະ.”3

ບໍ່​ດົນ​ມາ​ນີ້ ປະທານ​ດີ​ເດີ ແອັຟ ອຸກ​ດອບ ໄດ້​ໃຫ້​ຄຳ​ແນະນຳ​ດັ່ງ​ຕໍ່​ໄປ​ນີ້​ວ່າ:

“ພຣະ​ບິດາ​ເທິງ​ສະຫວັນ​ເຫັນ​ຄວາມ​ສາມາດ​ຂອງ​ເຮົາ. ພຣະ​ອົງ​ຮູ້ຈັກ​ສິ່ງ​ທີ່​ເຮົາ​ບໍ່​ຮູ້ຈັກ​ກ່ຽວ​ກັບ​ຕົວ​ເຮົາ​ເອງ. ພຣະ​ອົງ​ເຕືອນ​ເຮົາ​ໃນ​ຊ່ວງ​ໄລຍະ​ທີ່​ເຮົາ​ມີ​ຊີວິດ​ຢູ່ ເພື່ອ​ເຮົາ​ຈະ​ໄດ້​ບັນລຸ​ຄວາມ​ສຳເລັດ​ຂັ້ນ​ສູງ​ສຸດ, ມີ​ຊີວິດ​ທີ່​ດີ, ແລະ ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ອົງ.

“ແລ້ວ​ເປັນ​ຫຍັງ​ເຮົາ​ຈຶ່ງ​ໃຊ້​ເວລາ ແລະ ກຳລັງວັງຊາ​ຢ່າງ​ຫລວງຫລາຍ​ກັບ​ສິ່ງ​ທີ່​ເປັນ​ຂອງ​ໂລກ, ທີ່​ບໍ່​ສຳຄັນ, ແລະ ບໍ່​ມີຄ່າ? ເຮົາ​ບໍ່​ຢາກ​ຍອມຮັບ​ວ່າ ເຮົາ​ພະຍາຍາມ​ສະແຫວງຫາ​ສິ່ງ​ທີ່​ເລັກ​ນ້ອຍ ແລະ ຊົ່ວຄາວ​ບໍ?”4

ພວກ​ເຮົາ​ທຸກ​ຄົນຮູ້​ລາຍການ​ຊັບ​ສົມບັດ​ແຫ່ງ​ໂລກ​ກໍ​ມີ​ຄວາມ​ທະ​ນົງ​ຕົວ ຄວາມ​ຮັ່ງມີ ຊັບ​ສິນ​ຂອງ​ໂລກ ອຳນາດ ແລະ ກຽດ​ຈາກ​ມະນຸດ. ບໍ່​ສົມຄວນ​ທີ່​ຈະ​ໃຫ້​ເວລາ ແລະ ​ການ​ເອົາໃຈໃສ່​ກັບ​ສິ່ງ​ເຫລົ່ານັ້ນ​ໃຫ້​ກາຍ​ເກີນ​ໄປ, ສະນັ້ນ ຂ້າພະເຈົ້າ​ຈະ​ເອົາໃຈໃສ່​ກັບ​ເລື່ອງ​ທີ່​ຈະ​ເປັນ​ຊັບ​ສົມບັດ​ຂອງ​ເຮົາ​ໃນ​ສະຫວັນ.

ມີ​ຫຍັງ​ແດ່ ທີ່​ແມ່ນ​ຊັບ​ສົມບັດ​ໃນ​ສະຫວັນ ທີ່​ພວກ​ເຮົາ​ສາມາດ​ສະ​ສົມ​ໄວ້? ເປັນຕົ້ນ ຈະ​ດີ​ກວ່າ​ຖ້າ​ໃຫ້​ພວກ​ເຮົາ​ມີ​ຄຸນ​ສົມ​ບັດ​ເ​ໝືອນ​ດັ່ງ​ພຣະຄຣິດ ຄື​ສັດທາ ຄວາມ​ຫວັງ ຄວາມ​ຖ່ອມຕົວ ແລະ ຄວາມ​ໃຈ​ບຸນ. ພວກ​ເຮົາ​ໄດ້​ຮັບ​ການ​ແນະນຳ​ເລື້ອຍໆ​ທີ່ “ປະ​ຖິ້ມ​ທຳ​ມະ​ຊາດ​ຂອງ​ມະນຸດ ແລະ...[ກາຍ]ເປັນ​ຄື​ກັນ​ກັບ​ເດັກນ້ອຍ.”5 ຄຳ​ແນະນຳ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ແມ່ນ​ເພື່ອ​ໃຫ້​ພວກ​ເຮົາ​ພະຍາຍາມ​ເປັນ​ຄົນ​ດີ​ພ້ອມ​ຄື​ກັນ​ກັບ​ພຣະ​ອົງ ແລະ ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ.6

ສອງ ພວກ​ເຮົາ​ຕ້ອງ​ໃຊ້​ເວລາ ແລະ ການ​ກະທຳ​ທີ່​ມີ​ປະສິດທິພາບ​ຫລາຍ​ຂຶ້ນ​ໃນ​ການ​ເສີມ​ຄວາມ​ສຳພັນ​ໃນ​ຄອບຄົວ. ເປັນ​ທີ່​ວ່າ “ຄອບຄົວ​ແມ່ນ​ຖືກ​ແຕ່ງຕັ້ງ​ຂຶ້ນ​ໂດຍ​ພຣະ​ເຈົ້າ. ມັນ​ເປັນ​ໜ່ວຍ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ເວລາ ແລະ ໃນ​ນິລັນດອນ.”7

ສາມ ການ​ຮັບ​ໃຊ້​ຄົນ​ອື່ນ​ແມ່ນ​ລັກສະນະ​ພິເສດ​ຂອງ​ຄົນ​ທີ່​ຕິດ​ຕາມ​ພຣະຄຣິດ​ແທ້ໆ. ພຣະ​ອົງ​ກ່າວ​ວ່າ “ເມື່ອ​ໃດ​ພວກ​ທ່ານ​ໄດ້​ເຮັດ​ແກ່​ຜູ້​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ໃນ​ພວກ​ພີ່ນ້ອງ​ເຫລົ່າ​ນີ້​ຂອງ​ເຮົາ ພວກ​ທ່ານ​ກໍ​ໄດ້​ເຮັດ​ແກ່​ເຮົາ.”8

ສີ່ ການ​ເຂົ້າໃຈ​ຫລັກ​ຄຳ​ສອນ​ຂອງ​ພຣະຄຣິດ ແລະ ການ​ເສີມ​ກຳລັງ​ປະຈັກ​ພະຍານ​ຂອງ​ພວກ​ເຮົາ ແມ່ນ​ວຽກ​ງານ​ທີ່​ນຳ​ຄວາມສຸກ​ຄວາມ​ພໍໃຈ​ມາ​ໃຫ້​ອີ​ຫ​ລີ. ພວກ​ເຮົາ​ຕ້ອງ​ຮຽນ​ພຣະ​ຄຳ​ຂອງ​ພຣະຄຣິດ​ເປັນ​ປະຈຳ ດັ່ງ​ທີ່​ມີ​ຢູ່​ໃນ​ພຣະ​ຄຳ​ພີ ແລະ ໃນ​ຄຳ​ຂອງ​ສາດສະດາ​ທີ່​ມີ​ຊີວິດ​ຢູ່. “ເພາະ​ຈົ່ງ​ເບິ່ງ ພຣະ​ຄຳ​ຂອງ​ພຣະຄຣິດ​ຈະ​ບອກ​ພວກ​ທ່ານ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ.”9

ຂ້າພະເຈົ້າ​ຂໍ​ຈົບ​ໂດຍ​ການ​ເລົ່າ​ເລື່ອງ​ແມ່ໝ້າຍ​ຄົນ​ໜຶ່ງ​ອາຍຸ 73 ປີ ທີ່​ເຮົາ​ໄດ້​ພົບ​ຕອນ​ໄປ​ຢ້ຽມຢາມ​ເກາະ​ຟິ​ລິບປີນ:

ເມື່ອ​ແຜ່ນດິນ​ໄຫວ​ເກີດ​ຢູ່​ເກາະ​ໂບ​ໂຮ​ລ ເຮືອນ​ທີ່​ນາງ​ພ້ອມ​ກັບ​ຜົວ​ໄດ້​ສ້າງ​ໂດຍ​ອອກແຮງ​ຫລາຍ​ນັ້ນ ກໍ​ຖືກ​ພັງ​ທະລາຍ ແລະ ໄດ້​ຂ້າ​ລູກ​ສາວ​ຫລານ​ຊາຍ​ຂອງ​ນາງ. ໂດຍ​ທີ່ຢູ່​ຄົນ​ດຽວ ນາງ​ຕ້ອງ​ເຮັດ​ວຽກ​ເພື່ອ​ຫາ​ລ້ຽງ​ຊີບ. ນາງ​ໄດ້​ເລີ່​ມຊັກ​ຜ້າ (ຊຶ່ງ​ລາວ​ໄດ້​ຊັກ​ດ້ວຍ​ມື ບໍ່​ໄດ້​ໃຊ້​ເຄື່ອງ) ແລະ ນາງ​ຕ້ອງ​ຂຶ້ນໆ​ລົງໆ​ເນີນ​ພູ​ໃຫຍ່​ມື້​ລະ​ຫລາຍ​ເທື່ອ​ເພື່ອ​ໄປ​ເອົາ​ນ້ຳ​ສົດ. ຕອນ​ທີ່​ພວກເຮົາ​ໄປ​ຢາມ ນາງ​ຍັງ​ຢູ່​ໃນ​ຜ້າ​ເຕັ້ນ.

ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ນາງ: “ແອວ​ເດີ ຂ້ອຍ​ຍອມຮັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະສົງ​ໃຫ້​ຂ້ອຍ​ຕ້ອງ​ທົນ. ຂ້ອຍ​ບໍ່​ໃຈ​ຮ້າຍ​ດອກ. ຂ້ອຍ​ກໍ​ນັບຖື​ໃບ​ຮັບຮອງ​ເຂົ້າ​ພຣະ​ວິຫານ​ວ່າ​ເປັນ​ສິ່ງ​ພິເສດ ແລະ ເກັບ​ມັນ​ໄວ້​ໃຕ້​ໝອນ​ຂ້ອຍ. ຂໍ​ໃຫ້​ຮູ້​ວ່າ ຂ້ອຍ​ຈ່າຍ​ເງິນ​ສ່ວນ​ສິບ​ເຕັມ​ສ່ວນ ຈາກ​ລາຍ​ໄດ້​ແຕ່​ນ້ອຍ​ທີ່​ໄດ້​ຈາກ​ການ​ຊັກ​ຜ້າ. ບໍ່​ວ່າ​ຊິ​ມີ​ຫຍັງ​ເກີດ​ຂຶ້ນ ຂ້ອຍ​ຊິ​ຈ່າຍ​ເງິນ​ສ່ວນ​ສິບ​ຕະຫລອດ​ໄປ.”

ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ວ່າ ລຳດັບ​ຄວາມ​ສຳຄັນ, ນິໄສ, ຄວາມ​ໂອ່​ນ​ອຽງ, ຄວາມ​ປາດ​ຖະ​ໜາ, ຄວາມ​ຕ້ອງການ, ແລະ​ ອາລົມ​ຂອງ​ພວກ​ເຮົາ​ມີ​ຜົນ​ກະທົບ​ກັບ​ສະພາບ​ຂອງ​ພວກ​ເຮົາ​ໃນ​ພາຍ​ໜ້າ. ຂໍ​ໃຫ້​ພວກ​ເຮົາ​ຈື່​ຈຳ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ສະເໝີ​ໄປ ທີ່​ວ່າ: “ເພາະ​ຊັບ​ສົມບັດ​ຂອງ​ທ່ານ​ຢູ່​ທີ່​ໃດ ຈິດໃຈ​ຂອງ​ທ່ານ​ກໍ​ຢູ່​ທີ່​ນັ້ນ.” ຂໍ​ໃຫ້​ເຮົາ​ພົບ​ເຫັນ​ຫົວໃຈ​ຂອງ​ພວກ​ເຮົາ​ຢູ່​ໃນ​ບ່ອນ​ທີ່​ຖືກຕ້ອງ, ນີ້​ແມ່ນ​ຄຳ​ອະທິຖານ​ຂອງ​ຂ້າພະເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.