​2010–2019
ການດຳລົງ​ຊີວິດຕາມ​ພຣະກິດ​ຕິ​ຄຸນ​ດ້ວຍ​ຄວາມ​ຊື່ນ​ຊົມ
ຕຸລາ 2014


ການດຳລົງ​ຊີວິດຕາມ​ພຣະກິດ​ຕິ​ຄຸນ​ດ້ວຍ​ຄວາມ​ຊື່ນ​ຊົມ

ຈົ່ງ​ໄວ້​ວາງ​ໃຈ​ໃນ​ອຳນາດ​ແຫ່ງ​ການ​ຊ່ອຍ​ໃຫ້​ລອດ​ຂອງ​ພຣະ​ເຢຊູ​ຄຣິດ; ຈົ່ງ​ຮັກສາ​ກົດ ​ແລະ ພຣະບັນຍັດ​ຂອງ​ພຣະອົງ. ອີກ​ຄຳ​ໜຶ່ງ—ຈົ່ງ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ດ້ວຍ​ຄວາມ​ຊື່ນ​ຊົມ.

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ​ເພື່ອນ​ຝູງ​ຂອງ​ຂ້າພະ​ເຈົ້າ ​ແລະ ສານຸສິດ​ທີ່​ເປັນ​ພອນ​ຂອງ​ພຣະ​ເຢຊູ​ຄຣິດ, ຖື​ວ່າ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ຂ້າພະ​ເຈົ້າມີ​ໂອກາດ​ມາ​ຮ່ວມ​ກັບ​ທ່ານ ​ເມື່ອ​ເຮົາ​ເລີ່​ມຕົ້ນກອງ​ປະຊຸມ​ໃຫຍ່​ສາມັນ​ອີກ​ເທື່ອ​ໜຶ່ງ ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ​ໃນ​ອາທິດ​ທີ່​ຈະ​ມາ​ເຖິງ​ນີ້ ຝ່າຍ​ປະທານ​ສູງ​ສຸດ ​ແລະ ອັກຄະ​ສາວົກ​ສິບ​ສອງ ຈະ​ພົບ​ກັບ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່ ​ແລະ ຜູ້ນຳ​ຊ່ອຍ​ເຫລືອ​ສາມັນ​ທັງ​ໝົດ, ​ແລະ ສ່ວນກອງ​ປະຊຸມ​ໃຫຍ່​ສາມັນ​ທີ່​ເຫລືອ​ຢູ່ ຈະຖືກ​ຈັດ​ຂຶ້ນ​ໃນ​ວັນ​​ເສົາ ​ແລະ ວັນ​ອາທິດ​ໜ້າ​ນີ້. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ​ທີ່ປະທານທອມ​ມັສ ແອັສ ມອນ​ສັນ, ສາດສະດາ​ຂອງ​ພຣະ​ເຈົ້າສຳລັບ​ວັນ​ເວລາ​ຂອງ​ເຮົາ, ທີ່​ໄດ້​ມອບ​ໝາຍ​ໃຫ້​ຂ້າພະ​ເຈົ້າ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ແກ່​ຝ່າຍ​ປະທານ​ສູງ​ສຸດ ​ເພື່ອ​ມາ​ກ່າວ​ກັບ​ເອື້ອຍ​ນ້ອງ​ຂອງ​ສາດສະໜາ​ຈັກ.

​​ເມື່ອ​ຂ້າພະ​ເຈົ້າ​ໄຕ່ຕອງ​ວ່າ​ຂ້າພະ​ເຈົ້າຄວນ​ກ່າວ​ກ່ຽວ​ກັບ​ຫຍັງ, ຂ້າພະ​ເຈົ້າ​ໄດ້​ຫວນຄິດ​​ເຖິງ​ສະຕີ​ຜູ້​ທີ່ໄດ້​ຫລໍ່​ຫລອມ​ຊີວິດ​ຂອງ​ຂ້າພະ​ເຈົ້າ ​ແລະ ​ໄດ້​ຊ່ອຍ​ຂ້າພະ​ເຈົ້າຜ່ານ​ຜ່າ​ການ​ທ້າ​ທາຍ​ຂອງ​ຊ່ວງ​ມະຕະ​ນີ້. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຕໍ່​ແມ່ຕູ້​ຂອງ​ຂ້າພະ​ເຈົ້າ ຜູ້​ຊຶ່ງ​ໃນ​ຫລາຍ​ປີ​ກ່ອນ ​ໄດ້​ພາ​ຄອບຄົວ​ຂອງ​ເພິ່ນ​ໄປ​ໂບດ​ມໍ​ມອນ. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຕໍ່ຊິດ​ສະ​ເຕີ ອີ​ວິກ, ຍິງ​ໂສດອະວຸ​ໂສ​ຄົນ​ເຢຍລະ​ມັນ. ຊື່​ຂອງ​ລາວ ​​​ເມື່ອ​ແປເປັນ​ພາສາ​ອັງກິດ​ແລ້ວ​ ​ແມ່ນ “ຊິດ​ສະ​ເຕີ ນິລັນດອນ.” ລາວ​ນີ້​ແຫລະ ທີ່ເປັນ​ຜູ້​ເຊື້ອ​​ເຊີນ​ແມ່ຕູ້​ຂອງ​ຂ້າພະ​ເຈົ້າ​ໄປ​ໂບດ. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ​ຕໍ່​ແມ່​ຂອງ​ຂ້າພະ​ເຈົ້າ, ຜູ້​ໄດ້​ພາ​ລູກ​ສີ່​ຄົນ​ຂອງ​ເພິ່ນ ຜ່ານ​ຜ່າ​ຄວາມວຸ້ນວາຍ​ຂອງ​ສົງຄາມ​ໂລກ​ຄັ້ງທີ​ສອງ. ຂ້າພະ​ເຈົ້າກໍ​ຄິດ​ກ່ຽວ​ກັບ​ລູກ​ສາວ, ຫລານ​ສາວ, ​ແລະ ​ເອື້ອຍ​ນ້ອງ​ທີ່​ຊື່ສັດໃນ​ອະນາຄົດ​ນຳ​ອີກ ຜູ້ຈະ​ຕາມ​ມາ​ໃນ​ພາຍ​ຂ້າງ​ໜ້າ.

​ແລະ ​ແນ່ນອນ, ຂ້າພະ​ເຈົ້າກໍ​ມີ​ຄວາມ​ກະຕັນຍູ​ຫລາຍ​ຕໍ່​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ, ​ແຮ​ຣິ​ແອດ, ຜູ້​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າຫລົງ​ໄຫລ​​ແຕ່ຕອນ​ຂ້າພະ​ເຈົ້າ​ເປັນ​ໄວ​ລຸ້ນ, ​ໄດ້​​ແບກ​ຫາບ​ພາລະ​ໜັກ​ລ້ຽງ​ລູກນ້ອຍ, ​ໄດ້​ຢືນ​ຄຽງ​ຂ້າງ​ຂ້າພະ​ເຈົ້າ, ​ແລະ ຮັກ ​ແລະ ທະນຸຖະໜອມ​ລູກ​ຫລານ ​ແລະ ​ເຫ​ລນ​ທຸກ​ຄົນ. ລາວ​ໄດ້​ເປັນ​ພະລັງ​ໃຫ້​ແກ່​ຄອບຄົວ ​ໃນ​ເວລາ​ທີ່ມີ​ຄວາມສຸກ ​ແລະ ທຸກ​ຍາກ​ລຳບາກ. ລາວ​ໄດ້​ນຳ​ຄວາມສຸກ​ມາສູ່​ຊີວິດ​ຂອງ​ທຸກ​ຄົນ ທີ່​ລາວຮູ້ຈັກ.

ສຸດ​ທ້າຍ, ຂ້າພະ​ເຈົ້າມີ​ຄວາມ​ກະ​ຕົນ​ຍູ​ຕໍ່​ທ່ານ​ທັງຫລາຍ, ​ເອື້ອຍ​ນ້ອງ​ທີ່​ຊື່​ສັດ​ຫລາຍ​ລ້ານ​ຄົນ​​ໃນ​ທຸກ​ອາຍຸ ຕະຫລອດ​ທົ່ວ​ໂລກ ຜູ້​ໄດ້​​ເຮັດ​ຫລາຍ​ຢ່າງ ​ເພື່ອ​ສ້າງສາ​ອານາຈັກ​ຂອງ​ພຣະ​ເຈົ້າ. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຕໍ່​ທ່ານ​ສຳລັບຫລາຍໆ​ຢ່າງ​ຈົນ​ນັບ​ບໍ່​ຖ້ວນ​ທີ່​ທ່ານ​​ໄດ້​ສະ​ແດງ​ໃຫ້​ເຫັນ, ​​ໄດ້​ເປັນ​ກຳລັງ​ໃຈ, ​ແລະ ​ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່ຢູ່​ອ້ອມ​ຮອບ​ທ່ານ.

ທິດາ​ຂອງ​ພຣະ​ເຈົ້າ

ຂ້າພະ​ເຈົ້າດີ​ໃຈ​ຫລາຍ​ທີ່​ໄດ້​ມາ​ຢູ່​ໃນ​ທ່າມກາງ​ທິດາ​ຂອງ​ພຣະ​ເຈົ້າ. ຕອນ​ເຮົາ​ຮ້ອງ​ເພງ “​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ບົດ​ເພງ​ໄດ້​ແຊກ​ຊຶມ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ເຮົາ. ຈົ່ງ​ໄຕ່ຕອງຄວາມ​ຈິງ​ນີ້—ວ່າ ​ເຮົາ​ເປັນ​ລູກໆ​ຂອງ​ພຣະບິດາ​ມານ​ດາ​ເທິງ​ສະຫວັນ1—ຊ່ອຍ​ເຮົາ​ໃຫ້​ຮູ້​ຈັກ​ທີ່​ມາ, ຈຸດປະສົງ, ​ແລະ ຈຸດໝາຍ​ປາຍທາງ.

ເປັນ​ສິ່ງ​ດີ​ທີ່​ຈະ​ຈື່​ຈຳ​ວ່າ ທ່ານ​ເປັນລູກຂອງ​ພຣະ​ເຈົ້າສະ​ເໝີ​ໄປ. ຄວາມ​ຮູ້​ແຈ້ງ​ນີ້​ຈະ​ຊ່ອຍ​ຄ້ຳຊູ​ທ່ານ​ໃນ​ເວລາ​ທີ່​ຫຍຸ້ງຍາກ ​ໃນ​ຊີວິດ​ຂອງ​ທ່ານ ​ແລະ ຈະ​ດົນ​ໃຈ​ທ່ານ​ໃຫ້​ບັນລຸສິ່ງ​ທີ່​ໜ້າ​ອັດສະຈັນ​ໃຈ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ສຳຄັນ​ແມ່ນ​ວ່າ ການ​ເປັນ​ທິດາ​ຂອງ​ພຣະບິດາ​ມານ​ດາ​ນິລັນດອນ ບໍ່​​ແມ່ນກຽດຕິຍົດທີ່​ທ່ານ​ໄດ້​ຮັບ​ມາ ຫລື ຈະ​ບໍ່​ເຄີຍ​ສູນ​ເສຍ​ມັນ​ໄປ. ທ່ານ​ຈະ​ເປັນ​ທິດາ​ຂອງ​ພຣະ​ເຈົ້າສະ​ເໝີ​ໄປ ​ແລະ ຕະຫລອດ​ການ. ພຣະບິດາ​ເທິງ​ສະຫວັນມີ​ເປົ້າໝາຍ​ສູງ​ສຳລັບ​ທ່ານ, ​ແຕ່​ພຽງ​ການ​ທີ່​ທ່ານ​ມາ​ຈາກ​ສະຫວັນ​ແຕ່​ ຢ່າງ​ດຽວ ຈະ​ບໍ່​ຮັບປະກັນວ່າ ທ່ານ​ຈະ​ໄດ້​ຮັບ​ມູນ​ມໍລະດົກ​ແຫ່ງ​ສະຫວັນ. ພຣະ​ເຈົ້າ​ໄດ້​ສົ່ງ​ທ່ານ​ມາ​ຢູ່​ໂລກ​ນີ້ ​ເພື່ອ​ຕຽມ​ສຳລັບ​ອະນາຄົດ​ທີ່​​ເກີນ​ກວ່າ​ທ່ານ​ຈະນຶກ​ຝັນ​ໄດ້.

ພອນ​ທີ່​ພຣະ​ເຈົ້າສັນຍາ​​ໄວ້ກັບ​ຄົນ​ຊື່ສັດ​ແມ່ນ​ຮຸ່ງ​ເຫລື້ອມ ​ແລະ ດົນ​ໃຈ. ​ໃນ​ບັນດາ​ພອນ​ເຫລົ່ານັ້ນ​ແມ່ນ ບັນລັງ, ອານາຈັກ, ​ເຂດ​ຄອບ​ຄອງ, ​ແລະ ອຳນາດ, ການ​ຄອບ​ຄອງ, ​ສູງ​ສຸດ ​ແລະ ​ເລິກ​ສຸດ​ທັງ​ປວງ.2 ແລະ ມັນ​ຮຽກຮ້ອງ​ຫລາຍ​ກວ່າ​ການ​ມີ​ໃບຢັ້ງຢືນ​ການ​ເກີດ​ທາງ​ວິນ​ຍານ ຫລື “ຢັ້ງຢືນ​ການ​ເປັນ​ລູກ​ຂອງ​ພຣະ​ເຈົ້າ” ​ກ່ອນ​ຈະ​ເໝາະ​ສົມສຳລັບ​ພອນທີ່​ບໍ່​ສາມາດ​ຈະ​ເຂົ້າ​ໃຈ​ໄດ້​ນີ້.

​​ແຕ່ເຮົາ​ຈະ​​ໄດ້​ຮັບ​ພອນ​ໄດ້​ແນວ​ໃດ?

ພຣະຜູ້​ຊ່ອຍ​ໃຫ້ລອດ ​ໄດ້​ຕອບ​ຄຳ​ຖາມ​ນີ້ ​ໃນ​ວັນ​ເວລາ​ຂອງ​ເຮົາ​ວ່າ:

ຍົກ​ເວັ້ນ​ແຕ່​ເຮົາຈະ​ປະຕິບັດ​ຕາມກົດ​ຂອງ​ພຣະອົງ,​ ​ເຮົາຈະບໍ່​ສາມາດ​ໄດ້​ຮັບລັດສະໝີ​ພາບນີ້

ເພາະວ່າປະຕູທີ່​ນຳ​ໄປ​ສູ່​ຄວາມ​ສູງ​ສົ່ງ ​ແລະ ຊີວິດ​ທີ່​ດຳ​ເນີນ​ຕໍ່​ເນື່ອງ​ກໍ​ຄັບ,​ ແລະ ທາງ​ກໍ​ແຄບ. …

… ສະນັ້ນ​​ເຮົາ​ຈຶ່ງ​ຄວນຮັບ​ເອົາ​ກົດ​ຂອງ​ພຣະອົງ.3

​ດ້ວຍ​ເຫດ​ນີ້, ​ເຮົາ​ຈຶ່ງ​ກ່າວ​ເຖິງ​ການ​ເດີນ​ໄປ​ໃນ​ເສັ້ນທາງ​ຂອງ​ການ​ເປັນ​ສານຸສິດ.

​ເຮົາ​ກ່າວ​ເຖິງ​ການ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ເຈົ້າ.

​ເຮົາ​ກ່າວ​ເຖິງ​ການ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ດ້ວຍ​ຄວາມ​ຊື່ນ​ຊົມ, ດ້ວຍ​ສຸດ​ໃຈ, ດ້ວຍສຸດ​ກຳລັງ, ດ້ວຍ​ສຸດ​ຄວາມ​ຄິດ, ​ແລະ ດ້ວຍ​ສຸດ​ຈິດ.

ພຣະ​ເຈົ້າຮູ້​ບາງ​ສິ່ງ​ທີ່​ເຮົາ​ບໍ່​ຮູ້

​ແຕ່​ຍັງ​ມີ​ບາງ​ຄົນ ທີ່ການ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ເຈົ້າ ບໍ່​​ໄດ້​ເປັນ​ສິ່ງ​ທີ່​ຊື່ນ​ຊົມ​ສະ​ເໝີ​ໄປ. ​ກໍ​ໃຫ້​ເຮົາ​ຍອມຮັບ ທີ່​ວ່າ: ອາດ​ມີ​ພຣະບັນຍັດ​ບາງ​ຂໍ້ທີ່​ເບິ່ງ​ວ່າ ຍາກ​ຫລາຍ ຫລື ບໍ່​ຖືກ​ໃຈ​ປານ​ໃດ—ຄື​ກັນ​ກັບ​ເດັກ​ນ້ອຍທີ່​ຕື່ນ​ເຕັ້ນນັ່ງ​ຢູ່​ຕໍ່ໜ້າ​ອາຫານ​ທີ່​ມີ​ປະ​ໂຫຍ​ດຕໍ່​ຮ່າງກາຍ ​ແຕ່ບໍ່​ມັກກິນ​ຜັກ. ​​ແຕ່ເຮົາ​ກໍຂົ່ມ​ໃຈ​ເຮັດ ​​ຍ້ອນ​​ເຮົາ​ຢາກ​ເຮັດ​ສິ່ງ​ທີ່​ຖືກ​ໃຈ​ກວ່າ.

ບາງທີ ​ໃນ​ເວລາ​ເຊັ່ນ​ນີ້ ​ເຮົາ​ອາດ​ຖາມ​ຕົນ​ເອງ​ວ່າ, “​ເຮົາ​ຕ້ອງ​ຮັກສາ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ ທຸກ ປະການ​ບໍ?”

ຂ້າພະ​ເຈົ້າຕອບ​ງ່າຍໆ​ວ່າ:

ຂ້າພະ​ເຈົ້າຄິດ​ວ່າ ພຣະ​ເຈົ້າຮູ້ຈັກ​ບາງ​ສິ່ງ​ທີ່​ເຮົາ​ບໍ່​ຮູ້—ສິ່ງ​ທີ່​ເກີນ​ກວ່າ​ເຮົາ​ຈະ​ເຂົ້າ​ໃຈ​ໄດ້! ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ເປັນ​ພຣະ​ເຈົ້າ​ແຫ່ງ​ນິລັນດອນ ຜູ້​ມີ​ປະສົບ​ການ, ສະຫລຽວ​ສະຫລາດ, ​ແລະ ​ເກັ່ງ​ກ້າ ຫລາຍ​ກວ່າ​ເຮົາ.4 ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ພຣະອົງ​ຍັງ​ມີ​ຄວາມ​ຮັກ, ຄວາມ​ເຫັນ​ອົກ​ເຫັນ​ໃຈ, ​ແລະ ​ເອົາ​ໃຈ​ໃສ່​ກັບ​​ເປົ້າໝາຍ​ໜຶ່ງ ທີ່​ເປັນ​ພອນ​ຄື: ​​ເພື່ອກໍ່​ໃຫ້​ເກີດຄວາມ​ເປັນ​ອະມະຕະ ​ແລະ ຊີວິດນິລັນດອນ​ຂອງມະນຸດ.5

ອີກ​ຄຳ​ໜຶ່ງ, ພຣະອົງ​ບໍ່​ພຽງ​ແຕ່ ຮູ້ຈັກ ສິ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ເຮົາ​ເທົ່າ​ນັ້ນ; ​ແຕ່​ສິ່ງ​ທີ່ພຣະອົງ​ປະສົງ​ຫລາຍ​ທີ່​ສຸດ ​ແມ່ນ​ຢາກ​ໃຫ້​ທ່ານ​ເລືອກ ສິ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ຕົວ​ທ່ານ​ເອງ.

ຖ້າ​ຫາກ​ທ່ານ​ເຊື່ອ​ສິ່ງ​ນີ້​ຢູ່​ໃນ​ໃຈ—ຖ້າ​ຫາກ​ທ່ານ​ເຊື່ອ​​ແທ້ໆ​ວ່າ ພາລະກິດ​ອັນຍິ່ງ​ໃຫຍ່ຂອງ​ພຣະບິດາ​ເທິງ​ສະຫວັນ ຄື​ການ​ເຮັດ​ໃຫ້​ລູກໆ​ຂອງ​ພຣະອົງ​ໄດ້​ຮັບ​ຄວາມ​ສູງ​ສົ່ງ ​ແລະ ລັດສະໝີ​ພາບ ​ແລະ ພຣະອົງ​ຮູ້​ວິທີ​ທີ່​ດີ​ທີ່​ສຸດ ທີ່​ຈະ​ເຮັດ—ສະນັ້ນ ​ເຮົາ​ຈະ​ບໍ່ຮັບ​ເອົາ ​ແລະ ​ເຮັດ​ຕາມ​ພຣະບັນຍັດ​ຂອງ​ພຣະອົງ​​ບໍ ​ເຖິງ​ແມ່ນ​ ຈະ​ຍາກ​ກໍຕາມ? ​ເຮົາ​ຈະ​ບໍ່​ຖະໜອມ​ຄວາມ​ສະຫວ່າງ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ເຮົາ​ບໍ ​ເພື່ອສ່ອງ​​​ແສງ​ເຍືອງ​ທາງ​ທີ່​ມືດ​ມົນ​ໃນ​ຊ່ວງ​ມະຕະ​ນີ້? ມັນ​ຈະ​ນຳພາ​ເຮົາ​ກັບ​ໄປ​ຫາ​ບ້ານ​​​ໃນ​ສະຫວັນ​ຂອງ​ເຮົາ! ​ໂດຍ​ການ​ເລືອກ​ເດີນ​ຕາມ​ເສັ້ນທາງ​ຂອງ​ພຣະບິດາ​ເທິງ​ສະຫວັນ, ທ່ານ​ໄດ້​ວາງ​ຮາກ​ຖານ​​ແຫ່ງ​ສະຫວັນ​ສຳລັບ​ຄວາມ​ກ້າວໜ້າ​ສ່ວນ​ຕົວ ​ໃນ​ຖານະ​ທີ່​ເປັນ​ທິດາ​ຂອງ​ພຣະ​ເຈົ້າ ຊຶ່ງ​ຈະ​ເປັນ​ພອນ​ໃຫ້​ແກ່ທ່ານ​ໄປ​ຕະຫລອດ​ຊີວິດ.

ຂ້າພະ​ເຈົ້າຄິດ​ວ່າ ພາກສ່ວນ​ໜຶ່ງ​ຂອງ​ການ​ທ້າ​ທາຍ​ຂອງ​ເຮົາ​ແມ່ນ ​ເຮົາ​ຄິດ​ວ່າ​ພຣະ​ເຈົ້າ​ເກັບ​ພອນ​ໄວ້​ໃນ​ສາງ​ທີ່​ປິດ​ໄວ້ຢູ່​ສະຫວັນ, ບໍ່​ຍອມ​ມອບ​ມັນ​ໃຫ້​ເຮົາ ຈົນ​ກວ່າ​​ເຮົາ​ຈະ​ປະຕິບັດ​ຕາມ​ເງື່ອນ​ໄຂ​ທີ່​ເຄັ່ງ​ຄັດ ທີ່​ພຣະອົງ​ໄດ້​ຕັ້ງ​ໄວ້. ​ແຕ່ພຣະບັນຍັດ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ຕາມ​ຈິງ​ແລ້ວ, ພຣະບິດາ​ເທິງ​ສະຫວັນ​ໄດ້​​ເທພຣະພອນ​ລົງ​ມາ​​ໃຫ້ເຮົາ​ຕະຫລອດ​ເວລາ. ​​ເພາະ​ຄວາມ​ຢ້ານ, ຄວາມ​ສົງ​ໄສ, ​ແລະ ບາບ​ຂອງ​ເຮົາ ​ເປັນ​ເໝືອນ​ດັ່ງ​ຄັນ​ຮົ່ມ​ກັ້ງຕັນ​ພອນ​ເຫລົ່ານັ້ນ​ໄວ້ ບໍ່​ໃຫ້​ລົງ​ມາ​ເຖິງ​ເຮົາ. ​

ພຣະບັນຍັດ​ຂອງ​ພຣະອົງ​ເປັນ​ຄຳ​ແນະນຳ​ດ້ວຍ​ຄວາມ​ຮັກ ​ແລະ ​ເປັນຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນ ​ເພື່ອ​ພັບຄັນ​ຮົ່ມ​ຂອງ​ເຮົາ​ໄວ້, ​ເພື່ອ​ເຮົາ​ຈະ​​ໄດ້​ຮັບ​​​ພອນ​ຈາກ​ສະຫວັນ​.

​ເຮົາ​ຕ້ອງ​ຮັບ​ຮູ້​ວ່າ ພຣະບັນຍັດ​ຂອງ​ພຣະ​ເຈົ້າ ບໍ່​ແມ່ນ​ລາຍການແນວ​ຄິດທີ່​ດີ​ເທົ່າ​ນັ້ນ. ມັນ​ບໍ່​ແມ່ນ “ອຸບາຍ​ຊີວິດ” ຈາກ Internet blog ຫລື ບົດ​ຄວາມຈູງ​ໃຈ​ຈາກ Pinterest board (​ເວ​ບ​ໄຊ້ໃຫ້​ແນວ​ຄິດ​). ພຣະບັນຍັດ​ເປັນ​ຄຳ​ແນະນຳ​ຈາກ​ສະຫວັນ, ອີງ​ຕາມ​ຄວາມ​ຈິງ​ນິລັນດອນ, ຊຶ່ງ​​ໄດ້​ປະທານ​ໃຫ້ ​ເພື່ອ​ມີສັນຕິ​ສຸກ​ຢູ່​ໃນ​ໂລກ​ນີ້, ​ແລະ ຊີວິດ​ນິລັນດອນ​ໃນ​ໂລກທີ່​ຈະ​ມາ​ເຖິງ.6

ສະນັ້ນ ​ເຮົາ​ຈຶ່ງ​ສາມາດ​ເລືອກ. ​ຝ່າຍໜຶ່ງ ກໍ​ມີຄວາມ​ເຫັນ​ກ່ຽວກັບ​ທິດ​ສະ​ດີ​ທີ່​ປ່ຽນ​ແປງ​ຕະຫລອດ ​ແລະ ​ເຈດ​ຕະນາ​ທີ່​ໜ້າ​ສົງ​ໃສຂອງ​ໂລກ. ສ່ວນ​ຝ່າຍ​ໜຶ່ງ​ອີກ, ມີ​ພຣະຄຳ​ຂອງ​ພຣະ​ເຈົ້າຕໍ່​ລູກໆ​ຂອງ​ພຣະອົງ—ນັ້ນຄື ຄວາມ​ສະຫລຽວ​ສະຫລາດ​ອັນ​ເປັນນິດ, ຄຳ​ສັນຍາ​ທີ່​ແນ່ນອນ, ຄຳ​ແນະນຳ​ດ້ວຍ​ຄວາມ​ຮັກ ກ່ຽວ​ກັບ​ການ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະອົງ​​ໃນ​ລັດສະໝີ​ພາບ, ດ້ວຍ​ຄວາມ​ຮັກ, ​ແລະ ຄວາມສະຫງ່າ​ຜ່າ​ເຜີຍ.

ທ່ານ​ສາມາດ​ເລືອກ​ໄດ້!

ພຣະຜູ້​ສ້າງ​ມະຫາ​ສະໝຸດ, ດິນຊາຍ, ດວງ​ດາວ​ຈົນ​ນັບ​ບໍ່​ຖ້ວນ ​ໄດ້​ເອື້ອມ​ອອກ​ມາ​ຫາ​ທ່ານ ​ໃນ​​ເວລານີ້! ພຣະອົງ​ປະສົງ​ທີ່​ຈະ​ມອບ​ສູດ​ທີ່​ດີ​ເລີດສຳລັບ​ຄວາມສຸກ, ຄວາມ​ສະຫງົບ, ​ແລະ ຊີວິດ​ນິລັນດອນ​ໃຫ້​ທ່ານ!

ກ່ອນ​ຈະ​ມີ​ຄຸນຄ່າ​ສຳລັບ​ພອນ​ອັນ​ຮຸ່ງ​ເຫລື້ອມ​ເຫລົ່າ​ນີ້​ໄດ້, ທ່າ​ນຕ້ອງ​ຖ່ອມ​ຕົນ, ​ໃຊ້​ສັດທາ, ຮັບ​ເອົາ​ພຣະນາມ​ຂອງ​ພຣະຄຣິດ, ສະ​ແຫວ​ງຫາ​ພຣະອົງ​ດ້ວຍວາຈາ ​ແລະ ການກະທຳ, ທີ່​​ “ຈະ​ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າໃນທຸກ​ເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ.”7

​ເປັນ​ຫຍັງ ຈຶ່ງ​ຕ້ອງ​ເຊື່ອ​ຟັງ

​ເມື່ອ​ທ່ານ​ເຂົ້າ​ໃຈຄວາມ​ຈິງ​ແທ້​ຂອງ​ພຣະ​ເຈົ້າ ​ແລະ ພຣະບັນຍັດ​ຂອງ​ພຣະອົງ, ທ່ານ​ຈະ​ເຂົ້າ​ໃຈຕົນ​ເອງ​ ແລະ ຈຸດປະສົງ​ແຫ່ງ​ສະຫວັນ​ຂອງ​ການ​ເປັນ​ຢູ່​ຂອງ​ທ່ານ​ຫລາຍ​ຂຶ້ນ. ດ້ວຍ​ເຫດ​ນີ້, ຄວາມ​ຕັ້ງ​ໃຈ​ຂອງ​ທ່ານ​ທີ່​ຈະ​ຮັກສາ​ພຣະບັນຍັດ ຈະ​ປ່ຽນ​ໄປ, ​ແລະ ກາຍ​ເປັນຄວາມ​ປາດ​ຖະໜາ​ຂອງ​ໃຈ​ທ່ານ ທີ່​ຈະດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ດ້ວຍ​ຄວາມ​ຊື່ນ​ຊົມ​.

ຍົກ​ຕົວຢ່າງ, ຄົນ​ທີ່​ເຫັນ​ວ່າ ການ​ໄປ​ໂບດ​ເປັນ​ວິທີ​​ເພີ່ມ​ຄວາມ​ຮັກ​ສ່ວນ​ຕົວຕໍ່​ພຣະ​ເຈົ້າ, ພົບ​ຄວາມ​ສະຫງົບ, ​ເຊີດ​ຊູ​ຄົນ​ອື່ນ, ສະ​ແຫ​ວງຫາ​ພຣະວິນ​ຍານ, ​ແລະ ຕໍ່​ຄຳ​ໝັ້ນສັນຍາ​ທີ່​ຈະ​ຕິດຕາມ​ພຣະ​ເຢຊູ​ຄຣິດ ຈະ​ພົບ​ປະສົບ​ການ​ທີ່​ດີ​ເລີດ ຫລາຍ​ກວ່າ​ຜູ້​ທີ່​ໄປ​ໂບດດ້ວຍ​ຄວາມ​ບໍ່​ເຕັມ​ໃຈ. ​ເອື້ອຍ​ນ້ອງ​ທັງຫລາຍ, ມັນ ສຳຄັນ ຫລາຍ​ທີ່​ເຮົາຕ້ອງ​ໄປ​ໂບດ​ໃນ​ວັນ​ອາທິດ, ​ແຕ່ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ພຣະບິດາ​ເທິງສະຫວັນ​ຂອງ​ເຮົາ ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍກັບ​ສັດທາ ​ແລະ ການ​ກັບ​ໃຈ​ຂອງ​ເຮົາ ຫລາຍ​ກວ່າ​ຈຳນວນ​ຄົນ​ໄປ​ໂບດ.

ຕົວຢ່າງ​ໜຶ່ງອີກ:

ບໍ່​ດົນ​ມາ​ນີ້ ​ຍິງຄົນ​ໜຶ່ງ​ທີ່​ບໍ່​ມີ​ສາມີ ມີ​ລູກນ້ອຍ​ສອງ​ຄົນ ​ໄດ້​​ເປັນໝາກ​ສຸກ​ໝາກ​ໃສ. ​ແລ້ວ​ຕໍ່​ມາ​ລູກ​ຂອງ​ນາງ​ກໍ​​ເປັນຄື​ກັນ. ການ​ທີ່​ຈະ​ດູ​ແລ​ຕົນ​ເອງ ​ແລະ ລູກນ້ອຍ​ອີກ​ສອງ​ຄົນ ​ແມ່ນ​ໜັກ​ເກືອບ​ນາງ​ເຮັດ​ບໍ່​ໄຫວ. ​ດ້ວຍ​ເຫດ​ນີ້, ບ້ານ​ເຮືອນ​ທີ່​ສະ​ອາດ ກໍ​ເລີ່​ມຮົກ​ເຮື້ອ. ຖ້ວຍ​ຊາມ​ກໍ​​ເຕັມ​ອ່າງ, ທັງ​​ເຄື່ອງນຸ່ງ​​ກໍ​ຢາຍ​ເປັນ​ກອງໆ.

​ໃນ​ຂະນະ​ທີ່​ນາງກຳລັງ​ດູ​ແລ​ລູກນ້ອຍ​ທີ່​ໄຫ້​ແອ່ວ—​ແລະ ຕົນ​ເອງກໍ​ຢາກໄຫ້​​ຄື​ກັນຢູ່​ນັ້ນ—ມີ​ຄົນ​ມາ​ເຄາະ​ປະຕູ. ຜູ້​ຢ້ຽມ​ສອນ​ໄດ້​ມາ​ຢ້ຽມຢາມ​ນາງ. ​ເຂົາ​ເຈົ້າ​ເຫັນ​​ຄວາມ​ເດືອດຮ້ອນ​ຂອງຜູ້​ເປັນ​ແມ່. ​ເຂົາ​ເຈົ້າ​ເຫັນ​ເຮືອນ, ​ເຫັນ​​ເຮືອນຄົວຂອງ​ນາງ. ​ເຂົາ​ເຈົ້າ​ໄດ້​ຍິນ​ສຽງ​ເດັກນ້ອຍ​ໄຫ້.

ບັດ​ນີ້, ຖ້າ​ຫາກ​ເອື້ອຍ​ນ້ອງ​ເຫລົ່າ​ນີ້ ພຽງ​ແຕ່​​ຫ່ວງ​ກັບ​ການ​ເຮັດ​ໜ້າ​ທີ່​ປະຈຳ​ເດືອນໃຫ້​​ແລ້ວເທົ່າ​ນັ້ນ, ​ເຂົາ​ເຈົ້າຄົງ​ມາ​ຫາ​ນາງ​ພ້ອມ​ດ້ວຍ​ເຂົ້າໜົມ, ບອກ​ວ່າ​ເຂົາ​ເຈົ້າບໍ່​ເຫັນ​ນາງ​ຢູ່​ໂບດ ​ແລະ ຄິດ​ຮອດ​ນາງ, ພ້ອມ​ທັງ​ເວົ້າວ່າ, “ຖ້າ​ມີ​ສິ່ງ​ໃດ​ທີ່​ນາງ​ຢາກ​ໃຫ້​ເຂົາ​ເຈົ້າຊ່ອຍ​ເຫລືອ ກໍ​ບອກ​ເຂົາ​ເຈົ້າ​ໄດ້!” ​ແລ້ວ​ເຂົາ​ເຈົ້າກໍ​ຈະ​ກັບ​ໄປ​ດ້ວຍ​ຮອຍ​ຍິ້ມ, ​ແລະ ກໍ​ດີ​ໃຈທີ່​​ເຮັດ​ສຳ​ເລັດ 100 ​ເປີ​ເຊັນ ​ໃນ​ເດືອນ​ນັ້ນ.

​ໂຊກ​ດີ​ຫລາຍ​ທີ່​ເອື້ອຍ​ນ້ອງ​ເຫລົ່າ​ນີ້​ເປັນ​ສານຸສິດ​ທີ່​ແທ້​ຈິງຂອງ​ພຣະຄຣິດ. ​ເຂົາ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ຄວາມ​ຕ້ອງການ​ຂອງ​ນາງ ​ແລະ ​ໄດ້​ລົງມື​ຊ່ອຍ​ເຫລືອ. ​ເຂົາ​ເຈົ້າ​ໄດ້​ທຳ​ຄວາມ​ສະອາດ, ນຳ​ຄວາມ​ສະຫວ່າງ​ມາສູ່​ບ້ານ​ເຮືອນ, ​ແລະ ​ໄດ້​​ໂທ​ຫາ​ບາງ​ຄົນ​ໃຫ້​ເອົາ​ຂອງ​ກິນ​ມາ​ສົ່ງ. ​ເມື່ອ​ເຂົາ​ເຈົ້າ​ເຮັດສິ່ງ​ເຫລົ່ານັ້ນຮຽບຮ້ອຍ​ແລ້ວ ​ແລະ ສັ່ງ​ລາ​ກັບ​ບ້ານ, ​ເຂົາ​ເຈົ້າ​ໄດ້​​ເຮັດ​ໃຫ້​​ແມ່​ຄົນ​ນັ້ນອົດ​ນ້ຳຕາ​ໄຫລ​ບໍ່​ໄດ້, ມັນ​ເປັນນ້ຳຕາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ກະຕັນຍູ ​ແລະ ຄວາມ​ຮັກ.

ນັບ​ຈາກ​ເວລາ​ນັ້ນ​ເປັນຕົ້ນມາ, ຄວາມ​ຮູ້ສຶກ​ຂອງ​​ແມ່​ຄົນ​ນັ້ນກ່ຽວ​ກັບ​ການ​ຢ້ຽມ​ສອນ​ໄດ້​ປ່ຽນ​ໄປ. ນາງ​ໄດ້​ກ່າວ​ວ່າ, “ຂ້ອຍຮູ້​ວ່າ ຂ້ອຍບໍ່​ແມ່ນ​ພຽງ​ແຕ່​ເຮັດ​ໜ້າ​ທີ່​ການ​ຢ້ຽມ​ສອນ​ໃຫ້​​ແລ້ວ​ໄປ​ແຕ່ລະ​ເດືອນ​ເທົ່າ​ນັ້ນ.”

ແມ່ນ​ແລ້ວ, ຜູ້​ຢ້ຽມ​ສອນຕ້ອງ​ເຮັດ​ໜ້າ​ທີ່​ນີ້​ດ້ວຍ​ຄວາມ​ຊື່ສັດ​ແຕ່ລະ​ເດືອນ, ​ໂດຍ​ທີ່​ບໍ່​ລືມ ​ເຫດຜົນ ທີ່ຢູ່​ຂ້າງ​ຫລັງ​ຂອງ​ພຣະບັນຍັດ​ນີ້ຄື: ທີ່​ຈະ​ຮັກ​ພຣະ​ເຈົ້າ ​ແລະ ​ເພື່ອນ​ມະນຸດ​ດ້ວຍ​ກັນ.

​ເມື່ອ​ເຮົາ​ນັບຖື​ພຣະບັດ​ຍັດຂອງ​ພຣະ​ເຈົ້າ ​ແລະ ພາກສ່ວນ​ຂອງ​ເຮົາ​ໃນ​ການ​ສ້າງສາ​ອານາຈັກ​ຂອງ​ພຣະອົງ ​ແບບ​ເປັນ​ການ​ເຮັດ​​ໃຫ້​ແລ້ວ​ມື້​ເທົ່າ​ນັ້ນ, ​ເຮົາ​ຈະ​ບໍ່​ເຫັນ​ຈຸດ​ສຳຄັນ​ຂອງ​ການ​ເປັນ​ສານຸ​ສິດ. ​ເຮົາ​ຈະ​ບໍ່​ເຫັນ​ຄວາມ​ເຕີບ​ໂຕ​ທີ່​ມາ​ຈາກ​ການ​ດຳລົງ​ຊີວິດ​ຕາມ​ພຣະບັນຍັດ​ຂອງ​ພຣະບິດາ​ເທິງ​ສະຫວັນ​ດ້ວຍ​ຄວາມ​ຊື່ນ​ຊົມ.

ການ​ເດີນ​ໄປ​ໃນ​ເສັ້ນທາງ​ແຫ່ງ​ການ​ເປັນ​ສານຸສິດ ບໍ່​ຈຳ​ເປັນ​ຕ້ອງ​ເປັນ​ປະສົບ​ການ​ທີ່​ຂົມ​ຂື່ນ. ມັນ​ເປັນຄວາມ “ຫວານ​ເໜືອກວ່າ​ທຸກ​ສິ່ງທີ່​ຫວານ.”8 ມັນ​ບໍ່​​ໄດ້​ເປັນ​ພາລະ​ທີ່​ດຶງ​ຈ່ອງ​ເຮົາ​ໄວ້. ການ​ເປັນ​ສານຸ​ສິດ ຈະ​​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ​ຫລາຍ​ກວ່າ​ເກົ່າ. ມັນ​ດົນ​ໃຈ​ເຮົາ​ດ້ວຍ​ສັດທາ, ຄວາມ​ຫວັງ, ​ແລະ ຄວາມ​ໃຈ​ບຸນ. ມັນ​ເຮັດ​ໃຫ້​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງ ​ໃນ​​ເວລາ​ທີ່​ມືດ​ມົນ ​ແລະ ມີ​ຄວາມ​ສະຫງົບ​ ​ໃນ​ເວລາ​ທີ່​ໂສກ​ເສົ້າ.

ມັນ​ມອບ​ອຳນາດ​ແຫ່ງ​ສະຫວັນ ​ແລະ ຄວາມສຸກ​ອັນ​ເປັນນິດ​ໃຫ້​ເຮົາ.

ການດຳລົງ​ຊີວິດຕາມ​ພຣະກິດ​ຕິ​ຄຸນ​ດ້ວຍ​ຄວາມ​ຊື່ນ​ຊົມ

​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ໃນ​ພຣະກິດ​ຕິ​ຄຸນ​ຂອງ​ຂ້າພະ​ເຈົ້າ, ບໍ່​ວ່າ​ທ່ານ​ຈະ​ມີ​ອາຍຸ 8 ປີ ຫລື 108 ປີ ກໍ​ຕາມ, ມີ​ສິ່ງ​ໜຶ່ງ​ທີ່ຂ້າພະ​ເຈົ້າຫວັງ​ວ່າ ທ່ານ​ຈະ​ເຂົ້າ​ໃຈ ​ແລະ ຮູ້ຈັກ​ແທ້ໆ ​ແມ່ນ:

ມີ​ຄົນ​ຮັກ​ທ່ານ.

ພຣະບິດາ​ມານ​ດາ​​ໃນ​ສະຫວັນ​ຮັກ​ທ່ານ.

ພຣະຜູ້​ສ້າງ​ຄວາມ​ສະຫວ່າງ ​ແລະ ຊີວິດທີ່​ເປັນນິດ ​ແລະ ນິລັນດອນຮູ້ຈັກ​ທ່ານ! ພຣະອົງ​ຮູ້ຈັກ​ທ່ານ​ດີ.

​ແມ່ນ​ແລ້ວ, ພຣະ​ເຈົ້າ​ຮັກ​ທ່ານ​ໃນ​​ເວລານີ້ ​ແລະ ຕະຫລອດ​ໄປ.

ພຣະອົງ​ບໍ່​ໄດ້​ລໍຖ້າ​ທີ່​ຈະ​ຮັກ​ທ່ານ ຈົນ​ກວ່າທ່ານ​ໄດ້​ເອົາ​ຊະນະ​ຄວາມ​ອ່ອນ​ແອ ​ແລະ ການ​ປະພຶດ​ທີ່​ບໍ່​ດີ​ຂອງ​ທ່ານ​ແລ້ວ. ພຣະອົງ​ຮັກ​ທ່ານ​ໃນ​ເວລາ​ນີ້ ດ້ວຍ​ຄວາມ​ເຂົ້າ​ໃຈ​ທັງ​ໝົດ​ ເຖິງ​ການ​ດີ້ນ​ລົນ​ຂອງ​ທ່ານ. ພຣະອົງ​ຮູ້​ວ່າ ທ່ານ​ເອີ້ນ​ຫາ​ພຣະອົງ​​ໃນ​ຄຳ​ອະທິຖານດ້ວຍ​ຄວາມຈິງ​ໃຈ ​ແລະ ດ້ວຍຄວາມ​ຫວັງ. ພຣະອົງ​ຮູ້​ເຖິງ​ເວລາ​ທີ່​ທ່ານ​ຍັງ​ຍຶດໝັ້ນຢູ່​ໃນ​ແສງ​ທີ່​ໃກ້​ດັບ​ ​ແລະ ຍັງ​ເຊື່ອ​ຢູ່—​ແມ່ນ​ແຕ່​ຢູ່​ໃນ​ທ່າມກາງ​ຄວາມ​ມືດ. ພຣະອົງ​ຮູ້​ເຖິງ​ຄວາມທຸກ​ທໍລະມານ​ຂອງ​ທ່ານ. ພຣະອົງ​ຮູ້​ເຖິງ​ຄວາມ​ສຳນຶກ​ຜິດ ຕອນ​ທ່ານ​ບໍ່​ບັນລຸຕາມ​ຄາດໝາຍ ຫລື ບໍ່​ບັນລຸ​ຄວາມ​ສຳ​ເລັດ. ​ແຕ່​ພຣະອົງ​ຍັງ​ຮັກ​ທ່ານ​ຢູ່.

​ແລະ ພຣະ​ເຈົ້າກໍ​ຍັງ​ຮູ້​ເຖິງ​ຄວາມ​ສຳ​ເລັດ​ຂອງ​ທ່ານອີກ; ​ເຖິງ​ແມ່ນ​​ເບິ່ງ​ຄື​ວ່າ ​ເປັນຄວາມ​ສຳ​ເລັດ​ເລັກ​ນ້ອຍ​ຕໍ່​ທ່ານ, ​ແຕ່​ພຣະອົງ​ກໍ​ຮັບ​ຮູ້ ​ແລະ ຊື່ນ​ຊົມກັບ​ທຸກ​ຢ່າງ. ພຣະອົງ​ຮັກ​ທ່ານ ສຳລັບ​ການ​ເອື້ອມ​ອອກ​ໄປ​ ​ແລະ ຊ່ອຍ​ເຫລືອ​ຄົນ​ອື່ນ ​ແບ່ງ​​ເບົາ​ພາລະ​ອັນ​ໜັກໜ່ວງ​ຂອງ​ເຂົາ—​ເຖິງ​ແມ່ນ​ທ່ານ​ຈະດີ້ນ​ລົນ​ກັບ​ບັນຫາ​ຂອງ​ຕົນ​ຢູ່​ກໍ​ຕາມ.

ພຣະອົງ​ຮູ້​ທຸກ​ສິ່ງ​ກ່ຽວ​ກັບ​ທ່ານ. ພຣະອົງ​ເຫັນ​ທ່ານ​ຢ່າງ​ແຈ່ມ​ແຈ້ງ—ພຣະອົງ​ຮູ້​ວ່າ​ທ່ານ​ເປັນ​ຈັ່ງ​ໃດ. ​ແລະ ພຣະອົງ​ຮັກ​ທ່ານ—​ໃນ​ເວລາ​ນີ້ ​ແລະ ຕະຫລອດ​ໄປ!

ທ່ານ​ຄິດ​ວ່າ ພຣະບິດາ​ເທິງ​ສະຫວັນ ສົນ​ໃຈ​ນຳ​ການ​ແຕ່ງ​ເພດ, ​ເຄື່ອງນຸ່ງ, ​ແຕ່ງ​ຜົມ, ​ແລະ ​ແຕ່ງ​ເລັບ​ຂອງ​ທ່ານ ໃຫ້ສວຍ​ງາມ​ໝົດ​ຈົດ​ບໍ? ທ່ານ​ຄິດ​ວ່າ ​ຄຸນຄ່າ​ຂອງ​ທ່ານຕໍ່​ພຣະອົງ​ຈະ​ປ່ຽນ​ໄປ ຕາມ​​ຈຳນວນ​ຄົນ​ທີ່​ຕິດ​ຕາມ​ທ່ານ​ຢູ່​ໃນ​ Instagram ຫລື Pinterest ບໍ? ທ່ານ​ຄິດ​ວ່າ ພຣະອົງ​ປະສົງ​ໃຫ້​ທ່ານ​ກຸ້ມ​ໃຈ ຫລື ​ໂສກ​ເສົ້າບໍ ຖ້າ​ຫາກ​ມີ​ຄົນ​ໃດ​ເຊົາ​ເປັນ​ເພື່ອນ ຫລື ບໍ່​ຕິດຕາມ​ທ່ານ​ອີກ ຢູ່​ໃນ Facebook ຫລື Twitter? ທ່ານ​ຄິດ​ວ່າ ຄວາມ​ສວຍ​ງາມ​ພາຍ​ນອກ, ຮູບ​ໂສມ, ຫລື ຄວາມ​ໂດ່​ງດັງ ​ເຮັດ​ໃຫ້​ທ່ານ​ມີ​ຄຸນຄ່າ​ຕ່າງ​ໝູ່ຕໍ່​ພຣະຜູ້​ສ້າງ​ຈັກກະວານ​ບໍ?

ພຣະອົງ​ຮັກ​ທ່ານ ບໍ່​ພຽງ​ແຕ່​ເພາະ​ທ່ານ​ເປັນ​ຄົນ​ຈັ່ງ​ໃດ​ໃນ​ເວລາ​ນີ້​ເທົ່າ​ນັ້ນ, ​ແຕ່​ພຣະອົງ​ຮັກ​ທ່ານ ​ເພາະ​ລັດສະໝີ​ພາບ ​ແລະ ຄວາມ​ສະຫວ່າງທີ່​ທ່ານ​ມີ ​ແລະ ຄວາມ​ສາມາດ​ທີ່ທ່ານ​ຈະ​ກາຍ​ເປັນ​ໃນ​ອະນາຄົດນຳ​ອີກ.

​ເກີນ​ກວ່າ​ທ່ານ​ຈະ​ຄາດ​ຝັນ​ໄດ້, ພຣະອົງ​ປະສົງ​ໃຫ້​ທ່ານ​ບັນລຸ​ຈຸດ​ເປົ້າໝາຍ​ຂອງ​ທ່ານ—ຄື​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ບ້ານ​ໃນ​ສະຫວັນ​ຂອງ​ທ່ານ ພ້ອມ​ດ້ວຍ​ກຽດຕິຍົດ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ວິທີ​ທີ່​ຈະ​ບັນລຸ​ສິ່ງ​ນີ້ ​ຄື​ການວາງ​ຄວາມ​ປາດ​ຖະໜາ​ທີ່​ເຫັນ​ແກ່​ຕົວ ​ແລະ ຄວາມ​ທະ​ເຍີ​ທະຍານ​ທີ່​ໄຮ້​ປະ​ໂຫຍ​ດ​ໄວ້​ທີ່​ແທ່ນ​ບູຊາ​ແຫ່ງ​ການ​ເສຍ​ສະລະ ​ແລະ ການ​ຮັບ​ໃຊ້. ​ເອື້ອຍ​ນ້ອງ​ທັງຫລາຍ, ຈົ່ງ​ໄວ້​ວາງ​ໃຈ​ໃນ​ອຳນາດ​ແຫ່ງ​ການ​ຊ່ອຍ​ໃຫ້​ລອດ​ຂອງ​ພຣະ​ເຢຊູ​ຄຣິດ; ຈົ່ງ​ຮັກສາ​ກົດ ​ແລະ ພຣະບັນຍັດ​ຂອງ​ພຣະອົງ. ອີກ​ຄຳ​ໜຶ່ງ—ຈົ່ງ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ດ້ວຍ​ຄວາມ​ຊື່ນ​ຊົມ.

ຂ້າພະ​ເຈົ້າອະທິຖານ​ວ່າ ທ່ານ​ຈະມີ​ປະສົບ​ການກັບ​ຄວາມ​ຮັກ​ທີ່​ສົດ​ຊື່ນ ກວ້າງ​ໄກ ທີ່​ສວຍ​ງາມ​ຂອງ​ພຣະ​ເຈົ້າ ​ໃນ​ຊີວິດ​ຂອງ​ທ່ານ; ວ່າ​ທ່ານ​ຈະ​ພົບ​ສັດທາ, ຄວາມຕັ້ງ​ໃຈ, ​ແລະ ການ​ຜູກ​ມັດ ທີ່​ຈະ​ຮ່ຳຮຽນ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ, ຈົ່ງຖະໜອມ​ມັນ​ໄວ້​ໃນ​​ໃຈ​ຂອງ​ທ່ານ, ​ແລະ ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນດ້ວຍ​ຄວາມ​ຊື່ນ​ຊົມ.

ຂ້າພະ​ເຈົ້າສັນຍາ​ວ່າ ​ເມື່ອ​ທ່ານ​ເຮັດ​​ເຊັ່ນ​ນັ້ນ, ທ່ານ​ຈະ​ພົບ​​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ຕົວ​ທ່ານ​ເອງ—ທາດ​ແທ້ ຂອງ​ທ່ານ​ເອງ. ທ່ານ​ຈະ​ພົບ​ເຫັນ​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ການ​ເປັນ​ທິດາ​ຂອງ​ພຣະ​ເຈົ້າ ຜູ້​ດຳລົງ​ຢູ່​ຕະຫລອດ​ໄປ​ເປັນນິດ, ພຣະຜູ້​ເປັນ​ເຈົ້າ​​ຂອງຄວາມ​ຊອບ​ທຳ​ທັງ​ໝົດ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ເລື່ອງ​ນີ້ ​ແລະ ຂໍ​ອວຍ​ພອນທ່ານ ​ໃນ​ຖານະ​ທີ່​​ເປັນ​ອັກຄະ​ສາວົກ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫ​ລ່ງອ້າງ​ອີງ

  1. ພຣະຜູ້​ເປັນ​ເຈົ້າບໍ່​ໄດ້​ເປັນ​ພຽງ​ຜູ້​ປົກຄອງ ​ແລະ ພຣະຜູ້​ສ້າງ​ເທົ່າ​ນັ້ນ; ພຣະອົງ​ຍັງ​ເປັນ​ພຣະບິດາ​ເທິງ​ສະຫວັນ​ນຳ​ອີກ. ຊາຍ ​ແລະ ຍິງທຸກ​ຄົນ ​ເປັນ​ບຸ​ດ ​ແລະ ທິດາ​ແທ້ໆ​ຂອງ​ພຣະ​ເຈົ້າ. ປະທານ​ໂຈ​ເຊັບ ​ແອັຟ ສະ​ມິດ ​ໄດ້​ສອນ​ວ່າ “ມະນຸດ, ຕອນ​ເປັນວິນ​ຍານ, ​ໄດ້​ເກີດ​ຈາກ​ພຣະບິດາ​ມານ​ດາ​ໃນ​ສະຫວັນ, ​ແລະ ​ໄດ້ຮັບ​ການ​ລ້ຽງ​ດູ​ຢູ່​ໃນ​ປາສາດ​ນິລັນດອນຂອງ​ພຣະບິດາຈົນ​ເຕີບ​ໃຫຍ່, ກ່ອນ​ຈະ​ມາສູ່​ໂລກ​ນີ້ ​ເພື່ອ​ຮັບ​ເອົາ​ [ຮ່າງກາຍ] ຊົ່ວຄາວ” (Teachings of Presidents of the Church: Joseph F. Smith [1998], 335).

  2. ​​ເບິ່ງ Doctrine and Covenants 132:19.

  3. ເບິ່ງ Doctrine and Covenants 132:21–22, 24.

  4. ເບິ່ງ ​ເອຊາ​ຢາ 55:9.

  5. ເບິ່ງ Moses 1:39.

  6. ເບິ່ງ Doctrine and Covenants 59:23.

  7. ​ໂມ​ໄຊ​ຢາ 18:9.

  8. ​ແອວ​ມາ 32:42.